Security – ເດັກວັດລາວ https://dekwatlaos.com ພວກເຮົາຢາກແບ່ງປັນສາລະທັມ,ປະສົບການຮຽນຮູ້ສັງຄົມ ແລະ ເຕັກໂນໂລຊີແຫ່ງຍຸກສະໄຫມ Thu, 09 May 2024 04:08:37 +0000 en-US hourly 1 https://wordpress.org/?v=6.9.4 https://dekwatlaos.com/wp-content/uploads/2021/11/cropped-Untitled-1-32x32.png Security – ເດັກວັດລາວ https://dekwatlaos.com 32 32 ການສັງເກດການຫຼອກລວງ ແບບ phishing ຂອງແຮັເກີ້ ແລະ ວິທີປ້ອງກັນຕົວເອງ https://dekwatlaos.com/technology/scam-and-how-to-protect-yourself/1036/ Sat, 05 Jun 2021 12:40:58 +0000 https://dekwatlaos.com/?p=1036 ເຊື່ອວ່າຫຼາຍທ່ານຄົງເຄີຍເຈີມາແລ້ວ ກັບພວກຫຼອກລວງທາງອອນລາຍ ທີ່ມັກໃຊ້ ອີເມລ ຫຼື ຂໍ້ຄວາມປະກອບລິງຄ໌ ເພື່ອຫຼອກລໍ້ໃຫ້ທ່ານເຮັດແບບສຳຫຼວດ ແລ້ວໃຫ້ໃສ່ຂໍ້ມູນສ່ວນຕົວຂອງທ່ານ.ກັບປັນຫານີ້ ເຮົາຈະສາມາດປ້ອງການຕົວແນວໃດ່ ແລ້ວຖ້າທ່ານໄດ້ຫຼົງກົດເຂົ້າໄປຫຼີ້ນຕາມຄຳແນະນຳຂອງເຂົາຈະເປັນຫຍັງບໍ່?.

ການສັງເກດການຫຼອກລວງ

ພວກຫຼອກລວງນີ້ ອາດຈະໃຊ້ ອີເມວ ຂໍູ້ຄວາມ ບອກເລົ່າເລື່ອງລາວດີໆ ຫຼອກໃຫ້ເຮົາກົດເຂົ້າໄປ ເພື່ອທີ່ຈະຫຼອກເອົາຂໍ້ມູນສ່ວນຕົວ,ລະຫັດ,ເລກບັນຊີ ຫຼື ລະຫັດຄວາມປອດໄພຂອງບັນຊີໂຊເຊວມີເດຍຕ່າງໆ. ເມື່ອເຂົາໄດ້ແລ້ວ ເຂົາກໍ່ຈະສາມາດເຂົ້າເຖີງຂໍ້ມູນເຮົາ ຄວບຄຸມອີເມວຂອງເຮົາ,ເຂົ້າເຖີງຂໍ້ມູນທະນາຄານ ແລະ ກໍ່ບັນຊີອອນລາຍອື່ນໆ.

ການປ້ອງກັນຕົວທີ່ດີ ຄື ເຮົາຕ້ອງມີສະຕິ ຮູ້ຈັກສັງເກດ ບໍ່ວ່າຈະເປັນຊື່ຂອງເວັບໄຊຕ໌ ຫຼື ໃນສ່ວນຂອງຄຳຄິດເຫັນຂອງຜູ້ມີສ່ວນຮ່ວມວ່າມັນສົມຈິງແມ່ນແທ້ບໍ່.ພວກນີ້ມັກຈະມີກົດລະຍຸດໃໝ່ໆຕະຫອດ ແຕ່ສ່ວນຫຼາຍກໍ່ເປັນແບບວ່າ ມາຈາກ ບໍລິສັດໃຫຍ່ໆທີເຮົາຄຸ້ນເຄີຍ ແລະ ເຊື່ອຖື ເຊັ່ນ ຈາກທະນາຄານ,ແອບຈ່າຍເງິນ ຫຼື ຮ້ານຄ້າອອນລາຍໃດ່ໜື່ງ.ທີ່ບອກວ່າ ມີກິດຈະກັມດີີໆ ທີ່ພະຍາຍາມບອກເລົ່າເລື່ອງລາວດີໆໃຫ້ເຮົາຫຼົງເຊື່ອກົດເຂົ້າໄປ ຫລີ້ນເກມ,ຕອບຄຳຖາມ ສຳຫຼວດ ຮັບລາງວັນແນວນັ້ນແນວນີ້.

ທຸກຢ່າງເຂົາເຮັດຄືໝົດ ທັງໜ້າຕາເວັບໄຊຕ໌,ໂລໂກ້. ຄືຕົວຢ່າງນີ້ ຈາກທີ່ເຂົາເຮັດມາຫຼອກ ວ່າມາຈາກ ບໍລິສັດໂຄຄາ-ໂຄລາ.

ຊົມເຊີຍ ໂຄຄາ-ໂຄລາ ສະເຫຼີມສະຫຼອງຄົບຮອບ 20 ປີ ມື້​ນີ້, 5  ມິຖຸນາ, 2021, ທ່ານໂຊກດີຫຼາຍທີ່ໄດ້ຮັບການຄັດເລືອກ ສຳລັບການ ສຳຫຼວດຂອງພວກເຮົາ. ໃນເວລາພຽງ ໜຶ່ງ ນາທີ, ທ່ານຈະໄດ້ຮັບລາງວັນອັນປະເສີດ! ພວກເຮົາໄດ້ກະກຽມລາງວັນບາງຢ່າງ ສຳ ລັບຜູ້ທີ່ເຂົ້າຮ່ວມໃນການ ສຳ ຫຼວດ.

ຖ້າທ່ານໄດ້ຮັບລິງຄ໌ແບບນີ້ນີ້ ກ່ອນອື່ນໃຫ້ສັງເກດເບິ່ງຊື່ເວັບໄຊຕ໌ວ່າແມ່ນບໍ່ລິສັດດັ່ງກ່າວຫຼືບໍ່ ເວັບໄຊຕ໌ມີ ມີ ສັນຍະລັກ SSLບໍ່ ຖ້າບໍ່ແມ່ນຢ່າເຮັດຕາມຄຳແນະນຳຂອງເຂົາເດັດຂາດ ລົບຖີ້ມໂລດ ຫຼື ບໍ່ຕ້ອງກົົດເຂົ້າໄປຫຼິ້ນມັນຄືການຫຼອກລວງເຍື່ອ ໂດຍບອກວ່າ ທ່ານຈະໄດ້ຮັບວ່າງວັນ ເປັນເງິນ ຫຼື ອິຫຍັງກໍ່ແລ້ວແຕ່. ຫຼືອາດຈະນຳທ່່ານເຂົ້າໄປຫາກົດລິງຄ໌໌ສິ້ນຄ້າທີ່ບໍ່ຕ້ອງການແບບອັດຕະໂນມັດ.

ຈະເຫັນວ່າ ຊື່ເວັບ ບໍ່ແມ່ນ ໂຄຄາ-ໂຄລາ

ຈະເຮັດແນວໃດ່ຖ້າທ່ານໄດ້ມີສ່ວນຮ່ວມແລ້ວ

ກ່ອນອື່ນເລີຍ ເມື່ອທ່ານຮູ້ວ່າຖືກຫຼອກ ໃຫ້ຮີບປ່ຽນລະຫັດບັນຊີທີ່ທ່ານໄດ້ໃສ່ເຂົ້າໄປ.ຫຼື ຖ້າທ່ານໄດ້ເປີດເອກສານ ແລະ ຊັອບແວຣ໌ທີ່ບໍ່ປອດໄພ ໃຫ້ອັບເດດຊັອບແວຣ໌ແອນຕິໄວຣັສ ຈາກນັ້ນ ສະແກນ ເຄື່ອງຄອມ ຫຼື ໂທລະສັບທັນທີ. ປັດຈຸບັນປະເທດລາວເຮົາຍັງບໍ່ຮູ້ວ່າມີໜ່ວຍງານໄດ່ຮັບແກ້ປັນຫານີ້ຫຼືບໍ່.

]]>
Microsoft ກຽມເປີດໂຕ Windows ໂສມໃໝ່ ໃນຮອບຫຼາຍປີ https://dekwatlaos.com/technology/the-next-version-of-windows-is-comming/1022/ Thu, 03 Jun 2021 16:42:14 +0000 https://dekwatlaos.com/?p=1022 ຫຼັງຈາກທີມີຂ່າວລືຫຼິ້ນໆກ່ຽວກັບ Windows ລຸ້ນຕໍ່ໄປໃນລະຫວ່າງການພັດທະນາອາທິດກ່ອນໜ້ານີ້

Microsoft ກໍ່ໄດ້ອອກມາປະກາດຢ່າງເປັນທາງການວ່າຈະມີງານເປີດໂຕລະບົບປະຕິບັດການ Windows ໂສມໃໝ່ ໃນມື້ວັນທີ່ 24 ມິຖຸຸນາ ເວລາ ປະມານ 10 ໂມງແລງຕາມເວລາໃນປະເທດລາວ. ແລະ ບໍລິສັດ Microsoft ເຜີຍວ່າ ໄດ້ເລີ່ມສົ່ງຄຳເຊີນ ເຖີງສື່ມວນຊົນຕ່າງໆຮ່ວມງານແລ້ວ.

ທີສຳນັກງານ ທ່ານ Satya Nadella,CEO ກ່າວວ່າ ລາວໄດ້ທຳການທົດສອບລະບົບປະຕິບັດການໃຫມ່ນີ້ 2-3 ເດືອນກ່ອນແລ້ວ.ລາວຍັງເວົ້າອີກວ່າ ລາວຈະສ້າງໂອກາດໃຫມ່ໆສຳຫຼັບນັກພັດທະນາ Windows ທຸກຄົນໃນປັດຈຸບັນ ແລະ ຍິນດີຕ້ອນຮັບນັກພັດທະນາທຸກທ່ານຜູ້ທີ່ກຳລັງຊອກຫາ ນະວັດຕະກຳທີ່ສຸດຍອດ,ທັດສະໄໝ ທີ່ເປັນ ແພດຟອມເປີດ ໃຫ້ສ້າງ ແລະ ແຈກຈ່າຍ ແລະ ສ້າງລາຍໄດ້ຈາກແອບ. ອັນນີ້ອາດຈະ ໝາຍເຖີງ ຈະມີການດັບເດດ ໃໝ່ໆ ໃນ Windows Store ອາດຈະເປັນເລື່ອງດີສຳຫຼັບນັກພັດທະນາແອບອອກສູ່ຜູ້ໃຊ້ງານງ່າຍຂຶ້ນ.

ກໍ່ຕ້ອງຕິດຕາມກັນຕໍ່ໄປວ່າ  Windows ໃຫມ່ນີ້ຈະມີຫຍັງປ່ຽນແປງແດ່ ໂລໂກ້ຄືອອອກແບບໃຫມ່ນຳ ເໝືອນປະຕູຂື້ນໄປອີກ ແລະ ຈະມີການປ່ຽນຊື່ Windows ຫຼື ບໍ່ ອັນນີ້ກໍ່ໜ້າສົນໃຈ ເພາະ Windows 10 ນີ້ກໍ່ອອກມາໄດ້ 6 ປີແລ້ວ ຖືວ່າເປັນເວລາ ຍາວນານທີ່ ບໍ່ໄດ້ປ່ຽນຊື່,ປ່ຽນ UI ຫຍັງຫຼາຍ,ແຕ່ຄວາມຈິງ  Windows 10 ກໍ່ໄດ້ປ່ອຍຊຸດອັບເດດໃໝ່ໆອອກມາເປັນໄລຍະໆຢູ່ແລ້ວ.

ງານເປີດໂຕ ການປ່ຽນແປງເທື່ອນີ້ ອາດຈະກະທົບຜູ້ໃຊ້ຄອມລະບົບປະຕິບັດການ Windows 10 ທົ່ວໂລກ ໂດຍສະເພາະ ບໍລິສັດ,ຮ້າງຮ້ານ ແລະ ບຸກຄົນ ເປັນລູກຄ້າ Windows ໄລເຊັນຂອງແທ້. ແຕ່ກໍ່ບໍ່ຕ້ອງຫ່ວງ ເພາະສ່ວນຫຼາຍມັກຈະເປັນຂ່າວດີ ທີ່ບໍລິສັດເປີດໃຫ້ສາມາດອັບເກຣດຟຣີ Windows ເວີຊັ່ນໃໝ່ໄດ້.ລໍຖ້າເບິ່ງການປ່ຽນແປງຄັ້ງສຳຄັນນີ້ໄດ້ໃນວັນທີ່ 24 ມິຖູນາ 2021 ນີ້.ໄດ້ ທີ້ນີ້

]]>