Life Style – ເດັກວັດລາວ https://dekwatlaos.com ພວກເຮົາຢາກແບ່ງປັນສາລະທັມ,ປະສົບການຮຽນຮູ້ສັງຄົມ ແລະ ເຕັກໂນໂລຊີແຫ່ງຍຸກສະໄຫມ Fri, 10 May 2024 04:36:46 +0000 en-US hourly 1 https://wordpress.org/?v=6.9.4 https://dekwatlaos.com/wp-content/uploads/2021/11/cropped-Untitled-1-32x32.png Life Style – ເດັກວັດລາວ https://dekwatlaos.com 32 32 ບີມໍໂຄງການທີ່ຢາກເປັນຫຼາຍກວ່າພຽງຂີ້ເຜິ້ງ https://dekwatlaos.com/travel-lo/beemore-the-project-that-craves-to-be-more/1689/ Wed, 18 May 2022 07:28:37 +0000 https://dekwatlaos.com/?p=1689 ບີມໍ ເປັນໂຄງການທີ່ຢາກແປຮູບຂີ້ເຜິ້ງໃຫ້ເປັນໄດ້ຫຼາຍກວ່າພຽງຂີ້ເຜິ້ງ ຈຸດປະສົ່ງເພື່ອສະໜັບສະໜູນຄວາມສາມາດ ແລະ ວຽກເຮັດງານທຳໃຫ້ແມ່ຍິງໃນເຂດຊົນນະບົດ.ເຊິ່ງໄດ້ຮັບການສະໜັບສະໜູນຈາກອົງການສະຫະປະຊາຊາດເພື່ອການພັດທະນາ. ຜະລິດຕະພັນຫຼັກໆຂອງໂຄງການແມ່ນຜ້າເຄືອບຂີ້ເຜິ້ງອະເນກປະສົງ ສາມາດໃຊ້ຫໍອາຫານໄດ້ຫຼາຍປະເພດ ກຸ້ມດົນ ແລະ ຊ່ວຍຫຼຸດຜ່ອນປລາສະຕິກ…

BeeMore the project craves to do and be more than the honeycomb and beeswax. the purpose is to support the local women’s capacity to increase their income. You can check out what are their main products. The project activities and training were implemented at Luangprabang Nambak district Nayangtai village. supported by UNDP under the Lao Youth Invocation project.

]]>
ມີແຕ່ທຸກ ແລ້ວຈະປ່ຽນແປງແນວໃດໃຫ້ຕົວເອງ “ໂຊກດີ”? https://dekwatlaos.com/buddhology/only-suffering-and-change/1684/ Mon, 02 May 2022 11:40:56 +0000 https://dekwatlaos.com/?p=1684 ຄຳວ່າ “ຄວາມປ່ຽນແປງ” ມັນກວ້າງໃຫຍ່ ເປັນສາກົນ ເປັນຄວາມຈິງ ທີ່ຫຼາຍຄົນຮູ້ຢູ່ ແຕ່ຍັງຮັບບໍ່ໄດ້ເມື່ອເຖິງຄາວມັນເກີດກັບຕົວເອງ… ທາງພຸດທະສະໜາ ເອີ້ນຄວາມປ່ຽນແປງນີ້ ວ່າ “ອະນິດຈັງ” (Impermanence) ແປວ່າ ຄວາມບໍ່ທ່ຽງ ຂອງຊົ່ວຄາວ ບໍ່ແນ່ນອນ…

ທີ່ວ່າເປັນທຸກ ຄື ມັນອັນຕະລາຍເຖິງຂັ້ນອາດເຮັດໃຫ້ຜູ້ທີ່ໄດ້ຮັບຜົນກະທົບຂອງຄວາມປ່ຽນແປງນີ້ຮ້ອງໄຫ້ ເຈັບປວດ ທຸກທໍລະມານ ເຊັ່ນ ຕິດພະຍາດຮ້າຍ ຄົນຮັກປ່ຽນໄປ ສູນເສຍສິ່ງຂອງທີ່ຮັກ ບໍ່ໄດ້ດັ່ງໃຈ ເຫຼົ່ານີ້ເປັນຕົ້ນ ແລະ ຄວາມປ່ຽນແປງທີ່ເຊື່ອວ່າຮ້າຍແຮງທີ່ສຸດຂອງຊີວິດນັ້ນກໍຄື ຄວາມຕາຍ ເຊິ່ງເປັນການລົ້ມສະລາຍຂອງຊີວິດໜຶ່ງທີ່ເຖິງຂີດສຸດ.

ຄວາມປ່ຽນແປງບໍ່ແມ່ນເລື່ອງບັງເອີນ ແຕ່ມັນມີເຫດມີປັດໄຈຂອງມັນຢູ່ ມັນເປັນເລື່ອງຂອງກັມ ຄື ການກະທຳຂອງບຸກຄົນວ່າສະເພາະ ແລະ ແຮງກະທຳຂອງມະນຸດວ່າໂດຍລວມ ຢ່າງເຊັ່ນ ເກີດມີໂຣກຮ້າຍກັບຕົວເອງ,ເກີດໂຣກລະບາດທົ່ວໂລກ,ຍາດພີ່ນ້ອງຕາຍ, ເຫດການເຫລົ່ານີ້ ເປັນສະພາວະທັມ ທີ່ມີຖານກຳເນີດ ຄືແຮງກັມ(ການກະທຳ)ຂອງເຮົາເອງ.

ແລ້ວ ເຫດການຮ້າຍຕ່າງໆ ເຊັ່ນ ສົງຄາມ ຫຼື ໂຣກລະບາດ Covid-19 ທີ່ເກີດຢູ່ຂະນະນີ້ ມັນແມ່ນແຮງກະທຳທີ່ເກີດການສະສົມຂອງມະນຸດ ຫຼື ມັນເກີດຂື້ນມາເອງລອຍໆໄດ້. ເຫດການຮ້າຍເຫຼົ່ານີ້ ຂ້ອຍເຊື່ອວ່າ ມັນບໍ່ໄດ້ເກີດມາເອງລອຍໆ ຫຼື ມີເທບພະເຈົ້າອົງໃດບັນດານຂື້ນແນ່ນອນ.

ແຕ່ເພາະຄວາມບໍ່ຮູ້ເຫດເກີດຂອງມັນຢ່າງແຈ່ມແຈ້ງ ບາງຄົນກໍມົ້ວບອກວ່າ ເປັນຜີ ຫຼື ວິນຍານຮ້າຍທີ່ເກີດຂື້ນມາເພື່ອຂ້າມະມຸດ.ແຕ່ຄວາມເປັນຈິງ ໄວຣັສ ບໍ່ແມ່ນຜີ ຫຼື ວິນຍານ ແຕ່ມັນຄືເຊື້ອໂຣກລະດັບອະນຸພາກ ທີ່ເບິ່ງດ້ວຍຕາເນື້ອບໍ່ເຫັນ ໄວຣັສນັ້ນອາດເກີດມາຈາກລະບົບນິເວດທີ່ບໍ່ສະອາດ ຫຼື ຄວາມຜິດພາດທາງຈຸລິນຊີວິທະຍາ.

ແນວໃດກໍ່ຕາມ, ໄວຣັສຈະເກີດຂື້ນເອງບໍ່ໄດ້ ຖ້າປາດສະຈາກການກະທຳຂອງມະນຸດໂລກ ກັບການທຳງານຂອງລະບົບນິເວດທີ່ຜິດປົກກະຕິ.ຖ້າຈະໃຫ້ປຽບທຽບຕາມຄວາມເຂົ້າໃຈ ກໍເຫມືອນຄອມພິວເຕີ້ ຖ້າບໍ່ທຳຄວາມສະອາດ ບໍ່ມີອັບເດດໃຫມ່ ມັນກໍຈະມີໄວຣັສຕົວຮ້າຍຄ່ອຍລົບກວນໄຟລ໌ຂໍ້ມູນດີໆ.

ຫຼາຍໆເຫດການຮ້າຍທີ່ເກີດຂຶ້ນເຮົາບໍ່ສາມາດທີ່ຈະຮູ້ເທົ່າທັນ ແລະ ປ້ອງກັນໄດ້ ນັ້ນບໍ່ແມ່ນຄວາມຜິດຂອງເຮົາ ເພາະເຮົາມັນອ່ອນແອ ເລັກນ້ອຍເກີນໄປທີ່ຈະຕ້ານທານຄວາມຍິ່ງໃຫຍ່ ແລະ ຄວາມຮ້າຍກາດຂອງໂລກໄດ້.ເພາະຄວາມຮູ້ເທົ່າບໍ່ເຖີງການ ເຮົາບໍ່ສາມາດຫ້າມສິ່ງທີ່ຍັງບໍ່ເກີດ ບໍ່ໃຫ້ມັນເກີດຂື້ນໄດ້.ແຕ່ເມື່ອມັນເກີດຂື້ນແລ້ວກໍໄດ້ແຕ່ຍອມຮັບ ເຂົ້າໃຈ ຮູ້ວິທີປ້ອງກັນ ດ້ວຍວິທີທີ່ເຫມາະສົມກັບຕົວເອງ ຫືຼ ດ້ວຍວິທີໃດໆ ທີ່ທາງການແນະນຳ.

ເຖິງເຮົາຈະເປັນສ່ວນເລັກນ້ອຍທີ່ລອງລອຍຢູ່ຕາມຜິວໂລກ ເຮົາ ແລະ ໝູ່ເພື່ອນຈະບໍ່ຮ່ວມກັນສ້າງຄວາມເສຍຫາຍໃຫ້ເກີດກັບໂລກອັນກວ້າງໃຫຍ່ນີ້. ຫວັງວ່າ ທ່ານຈະຄົ້ນພົບວິທີການສ້າງເຫດໃຫ້ເກີດຄວາມປ່ຽນແປງທີ່ດີກັບຕົວເອງ ແລະ ຄອບຄົວ..ໂຊກດີປີໃຫມ່ເດີ…ທຸກຄົນ.

]]>
6 ຫຼັກການໃຊ້ ເຄື່ອງໝາຍ ( – ) https://dekwatlaos.com/blog-daily/6-%e0%ba%ab%e0%ba%bb%e0%ba%81%e0%ba%ab%e0%ba%bc%e0%ba%b1%e0%ba%81%e0%ba%81%e0%ba%b2%e0%ba%99%e0%bb%83%e0%ba%8a%e0%bb%89-%e0%bb%80%e0%ba%84%e0%ba%b7%e0%bb%88%e0%ba%ad%e0%ba%87%e0%bb%9d%e0%ba%b2/1609/ Sat, 04 Dec 2021 09:39:03 +0000 https://dekwatlaos.com/?p=1609 ເຄື່ອງໝາຍ Dash ( – ) ເປັນເຄື່ອງໝາຍວັກຕອນ ທີ່ໃຊ້ເນັ້ນຊະນິດໜຶ່ງ ຊຶ່ງສ່ວນໃຫຍ່ ຈະໃຊ້ສະແດງ ຫຼື ບອກໃຫ້ຮູ້ເຖິງສະພາບທີ່ກຳລັງຢຸດຄິດ ການເວົ້າສອດຂຶ້ນ ການຢຸດຂໍ້ຄວາມ ການຂະຫຍາຍຂໍ້ຄວາມ ຫຼື ລະຂໍ້ຄວາມໄວ້ໃນຖານທີ່ເຂົ້າໃຈ.

ເຄື່ອງໝາຍວັກຕອນອະເນກປະສົງນີ້ສາມາດໃຊ້ແຍກຂໍ້ຄວາມ ລົງທ້າຍ ປະໂຫກ ຫຼື ຈົບປະໂຫກ ສອດແຊກໃສ່ວັກ ຂໍ້ຄວາມ ແລະ ລະຄຳເວົ້າ.

ຫຼັກການທີໜຶ່ງ: ໃຊ້ແຍກຄຳ ຫຼື ແຍກຂໍ້ຄວາມ (Separation)

ໃຊ້ເຄື່ອງໝາຍ ( – ) ເພື່ອແຍກອານຸປະໂຫຍ ຫຼື ປະໂຫຍກນ້ອຍ (clause) ຊຶ່ງໃຊ້ສະຫຼຸບຂໍ້ຄວາມ ຫຼື ຄວາມຄິດຈາກປະໂຫຍກນຳ.

ຕົວຢ່າງ:

Money, fame, power – these were his goals in his life.

ເງິນ ຊື່ສຽງ ອຳນາດ – ສິ່ງເຫຼົ່ານີ້ ຄືເປົ້າໝາຍໃນຊີວິດຂອງລາວ.

ໝາຍເຫດ: ໃນການໃຊ້ແຍກປະໂຫຍກ ແລະສະຫຼຸບຂໍ້ຄວາມນັ້ນ ບໍ່ຄວນໃຊ້ເຄື່ອງໝາຍ ອື່ນແທນເຄື່ອງໝາຍ ( – ) ເຖິງວ່າ ພວກເຮົາສາມາດໃຊ້ເຄື່ອງໝາຍຈ້ຳຄູ່ : (Colon) ແທນໄດ້ກໍຕາມ ແຕ່ເຄື່ອງໝາຍຈ້ຳຄຸ່ນີ້ມີຄວາມໝາຍໜ້ອຍກວ່າ.

ຫຼັກການທີສອງ: ການລົງທ້າຍປະໂຫຍກ (Termination)

ໃຊ້ເຄື່ອງໝາຍ ( – ) ເພື່ອສະແດງປະໂຫຍກ ຫຼື ຄຳເວົ້າທີ່ຍັງບໍ່ສຸດ ຫຼື ລະຂໍ້ຄວາມເອົາໄວ້ ເຊັ່ນສະຖານະການຢູ່ໃນປະໂຫຍກສົນທະນາຕໍ່ໄປນີ້:

ຕົວຢ່າງ:

“Neither of us could spell the word erysip – ”

“ພວກເຮົາສອງຄົນ ບໍ່ມີໃຜສະກົດຄຳ erysip ໄດ້ເລີຍ”

When he entered, Boonma began, “Mr. Sulath, may I ask – ”

ເມື່ອຍ່າງເຂົ້າມາ ບຸນມາເລີ່ມເວົ້າວ່າ “ທ່ານ ຊູລາດ ຂໍຖາມແດ່ – ”

ໝາຍເຫດ: ເມື່ອໃຊ້ເຄື່ອງໝາຍ ( – ) ຢູ່ທ້າຍປະໂຫຍກແລ້ວ ກໍ່ບໍ່ຕ້ອງໃຊ້ເຄື່ອງໝາຍວັກຕອນອື່ນອີກ.

ຫຼັກການທີ່ສາມ: ການຢຸດແລະເວັ້ນວັກ (Interruption)

ໃຊ້ເຄື່ອງໝາຍ ( – ) ເພື່ອສອດແຊກຄວາມຄິດ ຢຸດຄິດ ຫຼື ປ່ຽນຄວາມຄິດຂອງຜູ້ເວົ້າ ແລະ ຜູ້ຂຽນ.

ຕົວຢ່າງ:

When I was in college – but I have already talked about that.

ຕອນຂ້ອຍຮຽນຢູ່ວິທະຍາໄລ – ແຕ່ວ່າຂ້ອຍໄດ້ເວົ້ກ່ຽວກັບເລື່ອງນັ້ນແລ້ວ.

I started to say, “But – ” “But me no but’s,” roared the supervisor.

ຂ້ອຍເລີ່ມເວົ້າ “ແຕ່…” ຫົວໜ້າຊາກໃສ່ “ສຳລັບຂ້ອຍ ບໍ່້ມີຄຳວ່າແຕ່”

ຫຼັກການທີສີ່: ການຂະຫຍາຍຄວາມ (Introduction) ໃຊ້ເຄື່ອງໝາຍ ( – ) ເພື່ອຂະຫຍາຍຄຳ ຫຼື ກຸ່ມຄຳທີ່ເຮົາຕ້ອງການເນັ້ນ.

ຕົວຢ່າງ:

What he needed most he never got – love.

ສິ່ງທີ່ລາວຕ້ອງການຫຼາຍທີີສຸດ ຊຶ່ງລາວບໍ່ເຄີຍໄດ້ຮັບຄືຄວາມຮັກ.

This is our most important question – can we find a buyer for our product?

ອັນນີ້ແມ່ນຄຳຖາມສຳຄັນທີ່ສຸດ – ຫາຄົນມາຊື່້ຜະລິດຕະພັນຂອງພວກເຮົາໄດ້ບໍ່?

ໝາຍເຫດ: ໃນໂຄງສ້າງປະໂຫຍກລັກສະນະນີ້ເຮົາສາມາດໃຊ້ເຄື່ອງໝາຍຈ້ຳຄູ່ : (Colon)ຄືເຄື່ອງໝາຍຈຸດ (Comma) ແທນໄດ້ ແຕ່ເຄື່ອງໝາຍ ( – ) ຈະເພີ່ມຄວາມເຂັ້ມຂຸ້ນ ມີການເນັ້ນແລະສະແດງອາລົມໄດ້ຫຼາຍກວ່າ.

ຫຼັກການທີຫ້າ: ການສອດແຊກ (Enclosure)

ໃຊ້ເຄື່ອງໝາຍ ( – ) ເພື່ອແຊກຄຳ ຫຼື ຄວາມຄິດທີ່ເຮົາຕ້ອງການເນັ້ນ ຄື ເພື່ອໃຫ້ມີປະສິດທິຜົນໃນຮູບແບບຂອງການຂຽນ. ວະລີໃຊ້ຂະຫຍາຍຄວາມຍາວໆ ມັກຖືກແຊກດ້ວຍເຄື່ອງໝາຍ ( – ).

ຕົວຢ່າງ:

I think – no, I am positive – that you should go.

ຂ້ອຍຄິດວ່າ ບໍ່ຂ້ ອຍຢືນຢັນໄດ້ວ່າ ເຈົ້າຄວນໄປ.

My mother can bandage that – she’s a trained nurse, you know – that so it won’t hurt at all.

ແມ່ຂ້ອຍສາມາດພັນແຜນັ້ນໄດ້ ລາວເປັນນາງພະຍາບານ ທີ່ໄດ້ຜ່ານການຝຶກມາແລ້ວ ເຈົ້າຮູ້ບໍ່ ດັ້ງນັ້ນ ມັນຈະບໍ່ເຈັບດ໋ອກ.

If you do succeed – and try hard – telephone me promptly.

ຖ້າເຈົ້າປະສົບຄວາມສຳເລັດ ແລະພະຍາຍາມເຕັ້ມທີ່ແລ້ວ ໂທຫາຂ້ອຍທັນທີເດີ້.

ໝາຍເຫດ: ພວກເຮົາສາມາດໃຊ້ເຄື່ອງໝາຍຈຸດ (Common) ຫຼື ວົງເລັບຄູ່ແທນເຄື່ອງໝາຍ ( – ) ໄດ້ ແຕ່ມັນບໍ່ເຂັ້ມຂຸ້ນ ແລະ ມີຄວາມໝາຍຕ່າງກັນ.

ຫຼັກການທີີ່ຫົກ: ການລະໄວ້ (Omission)

ໃຊ້ເຄື່ອງໝາຍ ( – ) ເພື່ອສະແດງການລະຕົວອັກສອນ ຄື ຄຳ ແຕ່ບໍ່ ແມ່ນການຫຍໍ້ຄຳ ແລະ ໃຊ້ເຊື່ອມຕົວອັກສອນ.

ຕົວຢ່າງ:

Doctor S – was from my hometown.

ທ່ານ ໝໍສົມບູນເປັນຄົນເມືອງດຽວກັນກັບຂ້ອຍ.

We were in one h – of a predicament when happened.

ພວກເຮົາຕິດຢູ່ໃນສະຖານະການທີ່ລຳບາກໜຶ່ງຊົ່ວໂມງ ຕອນທີ່ເຫດການນັ້ນເກີດຂຶ້ນ.

ສະຫຼຸບ

ໃຊ້ເຄື່ອງໝາຍ ( – ) ຢ່າງຈຳກັດ ຢ່າໃຊ້ຮ່ວມກັບເຄື່ອງໝາຍອື່ນ ເພາະວ່າມັນມີຄວາມໝາຍສົມບູນຢູ່ໃນຕົວ ສາມາດໃຊ້ໄດ້ຕາມລຳພັງ.

Source: Bounthanh Phongphichid

]]>
ປະຕິທິນລາວ ປີ ຄສ 2022 https://dekwatlaos.com/sociology/%e0%ba%9b%e0%ba%b0%e0%ba%95%e0%ba%b4%e0%ba%97%e0%ba%b4%e0%ba%99%e0%ba%a5%e0%ba%b2%e0%ba%a7-%e0%ba%9b%e0%ba%b5-%e0%ba%84%e0%ba%aa-2022/1585/ Sun, 21 Nov 2021 02:24:46 +0000 https://dekwatlaos.com/?p=1585
ປະຕິທິນລາວ ຄສ 2020,ວັດປ່າໂພນເພົາ ວະນາຣາມ ນະຄອນ-ຫຼວງພະບາງ ຄຳນວນໂດຍ : ສາທຸ ບຸນທັນ ປຸນຍະກາມະເຖຣະ
ເດືອນ ມັງກອນ-January
ເດືອນ ກຸມພາ-February
ເດືອນ ມີນາ – March
ເດືອນ ເມສາ- April
ເດືອນ ພຶດສະພາ – May
ເດືອນ ມິຖຸນາ – June
ເດືອນ ກໍຣະກົດ July
ເດືອນ ສິງຫາ – August
ເດືອນ ກັນຍາ – September
ເດືອນ ຕຸລາ – October
ເດືອນ ພະຈິກ – November
ເດືອນ ທັນວາ – December
]]>
ຄວາມຮັກ – ຄວາມຮ້າຍ https://dekwatlaos.com/buddhology/what-is-love-2/1519/ Wed, 06 Oct 2021 07:27:16 +0000 https://dekwatlaos.com/?p=1519 ໂດຍ: ລູກນ້ຳພະຍ້ອງ

ທຸກຊີວິດທີ່ເກີດມາໃນໂລກນີ້ ບໍ່ວ່າຍິງຫຼືຊາຍ ເພດໃດ ໄວໃດ ກໍຕ້ອງການຄວາມຮັກກັນທັງນັ້ນ. ບໍ່ວ່າຈະເປັນຄວາມຮັກແບບຄອບຄົວ, ພໍ່ແມ່, ເອື້ອຍ, ອ້າຍ, ນ້ອງ ແລະ ສັງຄົມ. ຄວາມຮັກເປັນທຸກໆ ຢ່າງຂອງຊີວິດ ຖ້າຊີວິດມີຄວາມຮັກແລ້ວ ເຮົາກໍ່ຈະຮູ້ຈັກຄຸນຄ່າຂອງສິ່ງນັ້ນໆ ແຕ່ແລ້ວຄວາມຮັກກໍມີຫຼາຍແບບ ຫຼາຍຄວາມໝາຍ ບາງທີ່ຄວາມຮັກກໍ່ຫອມຫວານ ບາງທີຄວາມຮັກກໍ່ຂົມຂື່ນ.

ບາງທີ ຄວາມຮັກ ກໍ່ປຽບເໝືອນໄຟ ຄວາມຮັກເປັນຄວາມຮ້າຍທີ່ຍິ່ງໃຫຍ່ທີ່ສຸດ ບໍ່ວ່າຈະຮັກເປັນ ຫຼື ບໍ່ເປັນ ມັນກໍມີໂທດຢູ່ສະເໝີນັ້ນເອງ ເໝືອນເຮົາເອົາມືໄປຈັບໄຟ ເຮົາຈະຈັບແບບໃດມັນກໍຮ້ອນຢູ່ທຸກເວລາເພາະມັນມີໄຟເກີດຢູ່.ຄວາມຮັກເກີດຢູ່ທີ່ແຫ່ງໃດ ມັນກໍມີທັງຄຸນ ແລະ ໂທດຢູ່ສະເໝີ. ບາງຄົນສົມຫວັງກັບຄວາມຮັກ ແຕ່ບາງຄົນກໍຜິດຫວັງກັບຄວາມຮັກຢູ່ຕະຫຼອດ ດັ່ງນັ້ນ,ຄວາມຮັກຈຶ່ງມີທັງຄຸນ ແລະ ໂທດ.

ບໍ່ວ່າເຂົາຈະເປັນ ນັກຮົບທີ່ເກັ່ງກ້າກຽງໃກ ແມ່ທັບທີ່ກ້າຫານ ພຣະຣາຊາທີ່ຢູ່ໃນຜາສາດທີ່ຍິ່ງໃຫຍ່ ຍາຈົກທີ່ຍາກຈົນ ແລະ ນັກພົດທີ່ມີພຣະນິບພານເປັນເປົ້າໝາຍ ຖ້າຫາກວ່າເຂົາເຫຼົ່ານັ້ນຖືກຄວາມຮັກຄອບງຳແລ້ວ ຍ່ອມສະຍົບຍອມໃຫ້ແກ່ມັນໄດ້ທັງນັ້ນ.ແມ້ແຕ່ ຂ້າຊີວິດຂອງຄົນໆນັ້ນກໍເປັນໄດ້ເຊັ່ນກັນ.

ແຕ່ຄວາມຮັກໃນພຸດທະສາສະໜາ ຫຼື ສາສະໜາຂອງຜູ້ຮູ້ ເປັນຄວາມຮັກທີ່ຍິ່ງໃຫຍ່ ເໜືອກວ່າຄວາມຮັກແບບຊາວໂລກ ຄື ຄວາມຮັກແບບເພື່ອມະນຸດທຸກຄົນ(ເມດຕາ) ປາດຖະນາໃຫ້ຄົນອື່ນເປັນສຸກ (ກະລຸນາ),ຍິນດີເມື່ອ ຄົນອື່ນໄດ້ດີ(ມຸທິຕາ) ແລະ ຮູ້ຈັກວາງເສຍ (ອຸເປກຂາ). ເຊີ່ງເປັນຄວາມຮັກ ເປັນຫຼັກທັມການດຳລົງຊີວິດຂອງພຣົມ.

ສະຫຼຸບແລ້ວ ຄວາມຮັກຄືຄວາມຮ້າຍທີ່ສຸດໃນໂລກ ມັນຂ້າຄົນໄດ້ໃນໂລກໃບນີ້ມາແລ້ວນັບບໍ່ຖ້ວນ; ເຮັດໃຫ້ຄົນຜິດຫວັງແລ້ວຜິດຫວັງອີກ; ຮ້ອງໄຫ້ແລ້ວຮ້ອງໄຫ້ອີກ ໄປຕະຫຼອດກາລະນານ ແຕ່ຖ້າເຂົ້າໃຈຄວາມຮັກທີ່ມີຄຸນ ແລະ ໂທດຂອງມັນໄດ້ນັ້ນ ເຮົາຈະເບິ່ງມັນ ແລະ ເຢາະເຢີຍມັນຢ່າງມີຄວາມສຸກ ວ່າມັນບໍ່ສາມາດຄອບງຳຊີວິດເຮົາໃຫ້ເດີນໄປຕາມມັນໄດ້ ແລະ ທ້າຍທີ່ສຸດ ຂໍໃຫ້ທຸກຊີວິດຈົ່ງມີຄວາມຮັກແບບພຣະພຸດທະສາສະໜາ ຄື ເມດຕາ ກະລຸນາ ມຸທິຕາ ອຸເປກຂາ ນີ້ຄືຄວາມຮັກທີ່ປະເສີດທີ່ສຸດໃນຊີວິດ ມີແຕ່ຄຸນທີ່ຈະນຳເຮົາໄປສູ່ຄວາມສຳເລັດໄດ້ຕະຫຼອດໄປ.

ສາລາໝ່ອງນັ້ນ

5 ຕູລາ 2021

]]>
ຊີວີດພຣະ ກັບ ຄາລະວາດຕ່າງກັນແນວໃດ https://dekwatlaos.com/blog-daily/what-is-the-different-between-a-monks-life-and-ex-buddhist-monks-life/1510/ Mon, 04 Oct 2021 15:29:41 +0000 https://dekwatlaos.com/?p=1510 ເນື່ອງຈາກ ຂ້າພະເຈົ້າໄດ້ຮັບເຊີນ ຮ່ວມລາຍການສົດ ເຝິກສົນທະນາພາສາອັງກິດ ໃນຫົວຂໍ້ ຊີວິດທິດ-ຊຽງ ຂອງເຟສບຸກເພກ ສິດມີຄູ.ມີຫຼາຍຄຳຖາມທີ່ຫນ້າສົນໃຈ ແຕ່ການສື່ສານພາສາອັງກິດຂອງຂ້າພະເຈົ້າບໍ່ດີ.ຈຶ່ງຂໍອະນຸຍາດນຳມາຂຽນຕອບເປັນແນວຄວາມຄິດສ່ວນຕົວອິງທັມມະ ກັບ ຄຳຖາມທີ່ວ່າ ຊີວິດພຣະກັບຄະລາວາດແຕກຕ່າງກັນແນວໃດ?.

ຊີວິດພຣະກັບຄະລະວາດ ສ່ວນຕົວຄິດວ່າ ບໍ່ມີຄວາມແຕກຕ່າງກັນຫຼາຍ ເພາະ ຄຳວ່າ ຊີວິດ ກໍ່ຄື ຕາມທຳມະຊາດຊີີວິດເມື່ອ ຫິວກໍ່ຕ້ອງກິນ ຢາກນອນ ກໍ່ຕ້ອງນອນ… ເຊີ່ງເປັນກົນໄກຂອງທຳມະຊາດ ນີ້ແມ່ນຊີວິດທີ່ເຫມືອນໆກັນ.ຈະວ່າໄປແລ້ວ ພຣະກັບຄະລາວາດ ກໍ່ຄື ມະນຸດ ເຫມືອນກັນ ເຊີ່ງເປັນສັດທີ່ປະເສີດທີ່ສຸດໃນໂລກ ມະນຸດ ຫຼື ມະນະ ກໍ່ຄືສັດທີ່ມີ ຈິດໃຈ (Thinking mind) ສາມາດພັດທະນາໄປຈົນເຖີງລະດັບສູງສຸດໄດ້ ແຕກຕ່າງກັບສັດຊະນິດອື່ນ ທີ່ສາມາດພັດທະນາຈິດໃຈໄດ້ຈຳກັດ ແລະ ດຳລົງຊີວິດຕາມສັນຊາດຕະຍານເທົ່ານັ້ນ.

ຖ້າເຮົາເປັນສັດມະນຸດເໝືອນກັນ ກິນ,ນອນ ແລະ ມີຮູບຮ່າງເຫມືອນກັນ ແລ້ວແມ່ນຫຍັງ ? ທີ່ຈະບົ່ງບອກຄວາມແຕກຕ່າງ ລະຫວ່າງຄົນກັບຄົນ ຫຼື ພຣະ ກັບ ຄະລາວາດ ການແຕ່ງກາຍຫວາ,ການແຕ່ງກາຍແບບພຣະໃຜກໍ່ແຕ່ງໄດ້ ຜູ້ຊາຍທຸກຄົນບວດໄດ້ ແມ່ນແຕ້ຜູ້ຍິງກໍໍ່ບວດໄດ້ ຫຼື ທີ່ຢູ່ອາໃສ່ຫວາ ຄົນທົ່ວໄປກໍ່ໄປຢູ່ວັດໄດ້ບໍ່ແມ່ນແຕ່ພຣະຢູ່ ນອກຈາກນັ້ນ,ເຖີງແມ່ນວ່າ ທຸກຄົນທີ່ບວດແລ້ວຈະເປັນພຣະປະຕິບັດຕາມພຣະທັມມະວິໄນໝົດ. ດັ່ງທີ່ເຮົາມັກເຫັນໄດ້ ຂ່າວບໍ່ດີກ່ຽວກັບພຣະສົງທີ່ລະເມີດອາບັດ ເຊັ່ນວ່າ ພຣະສົງຍັງກິນຢູ່ແບບຄະລາວາດ,ຍັງແຕ່ງກາຍເໝືອນຄະລາວາດ ຫຼື ແມ້ແຕ່ ເສບກາມແບບຄະລາວາດ ຖ້າແບບນີ້ແລ້ວ ຈະຫາຄວາມແຕກຕ່າງຈາກຄະລະວາດໄດ້ແນວໃດ.

ທີ່ກ່າວມາຂ້າງເທິງນັ້ນ ກະລຸນາຢ່າດ່ວນເຂົ້າໃຈຜິດ ຄິດວ່າຂ້າພະເຈົ້າກ່າວຕູ່ພຣະສົງ ວ່າສິ່ງທີ່ບໍ່ມີມູນຄວາມຈິງວ່າເປັນຄວາມຈິງ ແຕ່ຖ້າຫາກມີຄວາມຈິງຢູ່ແດ່ ກໍຂໍໃຫ້ເຂົ້າໃຈວ່າ ນັ້ນເປັນພຽງຈຸດດາງດຳພຽງສ່ວນນ້ອຍໃນຄວາມຂາວສະອາດ ແລະ ງົດງາມ ຂອງພຣະສົງສ່ວນຫຼາຍ ພາຍໃຕ້ຮົ່ມເງົາໃນພຸດທະສາສະໜາ ທີ່ມີພຣະພຸດ ພຣະທັມ ແລະ ພຣະສົງເປັນທີ່ເພິ່ງ ເປັນທີ່ລະນຶກປະກອບດ້ວຍ ຄວາມມຸ້ງຫມັ້ນຕັ້ງໃຈ (determination) ຫຼື ຄວາມຫມັ້ນສັນຍາ (committment) ທີ່ຈະປະຕິບັດຕາມພຣະທັມວິໄນ ຢ່າງຈິງຈັງ ເມື່ອຊີວິດມີທັມ ແລະ ທັມມະ ນ້ີແຫລະ ຈະເປັນຕົວກຳຫນົດ ພຶດຕິກຳ ແລະ ວິຖີປະຕິບັດທີ່ແຕກຕ່າງລະຫວ່າງພຣະ ກັບ ຄະລາວາດ.

ອີກປະການໜື່ງ ຕາມຄວາມໝາຍດັງເດີມຂອງ ພຣະ ກໍ່ຄື ນັກບວດ ເປັນຊີວິດທີ່ສະຫຼະແລ້ວຈາກໂລກຢ່າງໝົດສິ້ນ ຄື ສະຫຼະຈາກຄວາມມີຊັບສົມບັດ,ຍາດພີ່ນ້ອງ,ເສື້ອຜ້າອາພອນແບບຄະລາວາດ,ການກິນຢູ່ແບບຄະລາວາດ,ການໃຊ້ສອຍແບບຄະລາວາດ,ກິລິຍາອາການແບບຄະລາວາດ ແລະ ລະເລິກຄວາມຮູ້ສຶກນຶກຄິດແບບຄະລາວາດ.ດັ່ງນັ້ນ,ຊີວິດຂອງພຣະຈື່ງເປັນຊີວິດເວັ້ນແລ້ວຈາກວິໄສຂອງຊາວໂລກ ມີຊີວິດຢູ່ຢ່າງປະເສີດ ເພື່ອປະໂຫຍດສຸກ ຂອງເທວະດາ ແລະ ມະນຸດທັງຫຼາຍ ໂດຍມີ ອະຣິຍະມັກມີອົງ 8 ເປັນແນວທາງປະຕິບັດ.  

ສ່ວນຊີວິດຂອງຄະລະວາດ ຄື ຜູ້ຄອງເຮືອນ ມີຄອບຄົວ,ຍາດພີ່ນ້ອງ ທີ່ຕ້ອງຮັບຜິດຊອບ ເປັນຊີວິດທີ່ຄັບແຄບ ມີແຕ່ທາງມາຂອງກິເລດ ວ່າໂດຍລວມ ຄື ຄວາມໂລບ,ໂກທ,ຫຼົງ ຈະມີໂອກາດໄດ້ສຶກສາ ພຣະສັດຈະທັມ ກໍ່ບໍ່ງ່າຍ ດັ່ງນັ້ນ, ບຸກຄົນຜູ້ເຫັນໄພ ຄື ຄວາມເກີດ,ແກ່,ເຈັບ ຕາຍ ຈື່ງຄວນແຖຜົມ ແລະ ໜວດ ຄອງຜ້າກາສາວະພັດ ອອກຈາກເຮືອນ ເປັນຜູ້ບໍ່ມີເຮືອນ ບວດເປັນບັນພະຊິດ…

ສະຫຼຸບແລ້ວ ບໍ່ວ່າ ພຣະ ກັບ ຄະລາວາດ ກໍ່ເປັນມະນຸດເໝືອນກັນ ແຕກຕ່າງທີ່ຈິດໃຈໂດຍມີທັມມະເປັນຕົ້ນຕໍ ກໍ່ໃຫ້ເກີດການກະທຳ ນຳທາງຊີວິດໄປສູ່ຄວາມສູງ ຫຼື ຕຳ່ ດຳ ຫຼື ຂາວ ຈົນເຖີງທີ່ສຸດ ຄື ພຣະນິບພານ… ແຕກຕ່າງກັນໄປ.

]]>
ຢາພື້ນເມືອງ 3 ຊະນິດ ທີ່ກະຊວງສາທາລະນະສຸກ ໄດ້ກຳໜົດໃຊ້ສຳຫຼັບກໍລະນີຜູ້ຕິດເຊື້ອໂຄວິດ-19 https://dekwatlaos.com/blog-daily/herbal-medicine-to-be-used-in-laos-by-ministry-of-health-for-covid-19-cases/1474/ Fri, 24 Sep 2021 12:14:50 +0000 https://dekwatlaos.com/?p=1474 ປັດຈຸບັນນີ້ ກະຊວງສາທາລະນະສຸກແຫ່ງ ສປປ.ລາວ ໄດ້ກຳໜົດໃຫ້ໃຊ້ຢາພື້ນເມືອງ ຄວບຄູ່ກັບການແພດສາກົນ ເຂົ້າໃນການຮັກສາກໍລະນີຜູ້ຕິດເຊື້ອໂຄວິດ-19 ຄື ລາຊາບີ (Andrograplis paniculata),ຜັກຄາວທອງ (Houttuynia cordata) ແລະ ກະຊາຍຂາວ (Boesenbergia rotonda.)

ຄາດວ່າປັດຈຸບັນນີ້ ກະຊວງສາທາລະນະສຸກ ໄດ້ຈັດການສົ່ງມອບຢາພື້ນເມືອງດັ່ງກ່າວໃຫ້ກັບບັນດາແຂວງ ແລະ ໜ່ວຍງານການແພດປະຈຳພື້ນທີ່ຕ່າງໆທີ່ມີການລະບາດຮຸນແຮງແລ້ວ.

ແນວໃດກໍ່ດີ ການໃຊ້ຢາພື້ນເມືອງເຫຼົ່ານີ້ ອາດມີຜົນຂ້າງຄຽງເຖີີງຂັ້ນອັນຕະລາຍສະເພາະບຸກຄົນ ດັ່ງນັ້ນ ຜູ້ໃຊ້ຄວນໄດ້ຮັບຄຳແນະນຳເຖີີງວິທີການໃຊ້ ແລະ ຂໍ້ຄວນລະວັງທີ່ຖືກຕ່າງໆຈາກແພດດັ່ງນ້ີ.

ວິທີການນໍາໃຊ້ ລາຊາບີ – Andrograplis paniculata (Burm.) Nees

ເປົ້າໝາຍການນຳໃຊ້ ແມ່ນ ສໍາລັບຜູ້ທີ່ຕິດເຊື້ອພະຍາດ ໂຄວິດ-19 ກໍລະນີຢັ້ງຢືນເປັນບວກທີ່ມີອາການເບົາບາງ ແລະ ປານກາງ ແມ່ນມີຄວາມເຫມາະສົມໃນການໃຊ້ຢານີ້.

ຢາລາຊາບີ ມີສ່ວນປະກອບເຄມີຕົ້ນຕໍ່ Andrographolide ຊ່ວຍສ້າງພູມຄຸ້ມກັນໃນຮ່າງກາຍ, ແກ້ອາການໄຂ້ຫວັດ, ໄອ, ເຈັບຄໍ ແລະ ອັກເສບອາມິດານ ນອກນັ້ນຍັງໃຊ້ປົວທ້ອງບິດ ແລະ ຖອກທ້ອງ.

ວິທີ ແລະ ປະລິມານໃຊ້ ລາຊາບີ ແມ່ນກິນເທື່ອລະ 2 ແຄັບຊຸນ,(400mg/1ແຄັບຊູູນ) ມື້ຫນຶ່ງ 3 ເທື່ອ (ເຊົ້າ, ສວຍ,ແລງ) ຫຼັງອາຫານ 15-20 ນາທີ, ໄລຍະການປິ່ນປົວ 5 ວັນ.

ບໍ່ຄວນໃຊ້ຢານີ້ເກີນ 7 ວັນ ແຕ່ກໍລະນີມີຄວາມຈໍາເປັນຈະສືບຕໍ່ໃຊ້ ແມ່ນໃຫ້ພັກ 3 ວັນ, ເພາະ ຢານີ້ມີລົດເຢັນ ອາດຈະເຮັດໃຫ້ມີອາການມືນຊາ ແລະ ເຮັດໃຫ້ຖອກທ້ອງໄດ້ ໃນບາງກໍລະນີ, ໃຫ້ຫຼີກລ້ຽງການ ໃຊ້ກັບຄົນເຈັບທີ່ໃຊ້ຢາລົດຄວາມດັນເລືອດສູງ.

ຫ້າມໃຊ້ກັບແມ່ຍິງຖືພາ, ແມ່ຍິງໃຫ້ນົມລູກ, ເດັກນ້ອຍ ແລະ ກໍລະນີ ຜູ້ທີ່ມີພາວະຄວາມເປັນກົດໃນກະເພາະອາຫານ,ຄົນເຈັບເປັນພະຍາດກ່ຽວກັບໝາກໄຂ່ຫຼັງ ແລະ ມີອາການແພ້ຢານີ້.

ກໍລະນີ ມີອາການຜືນຄັນ,ປາກບວມ,ຕາບວມ ໃຫ້ຢຸດໃຊ້ຢາ ແລ້ວໄປພົບແພດຜູ້.

ກະຊາຍຂາວ – Boesenbergia rotonda (L.) Manst.

ເປົ້າໝາຍການນຳໃຊ້ແມ່ນ ສໍາລັບຜູ້ທີ່ຕິດເຊື້ອພະຍາດ ໂຄວິດ-19 ກໍລະນີຢັ້ງຢືນເປັນບວກທີ່ມີອາການເບົາບາງແລະ ປານກາງ ແມ່ນມີຄວາມເຫມາະສົມໃນການໃຊ້ຢານີ້.

ກະຊາຍຂາວ ມີສ່ວນປະກອບເຄມີຕົ້ນຕໍ່ Pinostrobin, Panduratin A. ມີຄຸນປະໂຫຍດຊ່ວຍຕ້ານ-ຢັບຢັ້ງເຊື້ອໄວຣັສ, ແກ້ໄຂ້ຫວັດ, ໄຂ້ຫວັດໃຫຍ່ ແລະ ສ້າງພູມຕ້ານທານໃນ ຮ່າງກາຍ, ຊ່ວຍບໍາລຸງສຸຂະພາບ ແລະ ເຮັດໃຫ້ຮ່າງກາຍແຂງແຮງ ແລະ ອາຍຸວັດທະນະ.

ວິທີ ແລະ ປະລິມານໃຊ້ ຜະລິດຕະພັນກະຊາຍຂາວ ແມ່ນກິນເທື່ອລະ 2 ແຄັບຊຸນ (500mg/1ແຄບຊູນ), ມື້ຫນຶ່ງ 2 ເທື່ອ (ເຊົ້າ-ແລງ) ຫຼັງອາຫານ 15-20 ນາທີ ໄລຍະການປິ່ນປົວ 7 ວັນ.

ຂໍ້ຄວນລະວັງ ການໃຊ້ກະຊາຍຂາວ ຕໍ່ຜູ້ມີບັນຫາກ່ຽວກັບພະຍາດຕັບອັກເສບ ແລະ ຖົງ ບີອຸດຕັນ, ຄວນລະວັງ ແລະ ຫຼີກລ້ຽງ ໃນຜູ້ທີ່ໄດ້ຮັບຢາລະລາຍລີ້ມເລືອດ, ຢາຕ້ານການແຂງຕົວຂອງເລືອດ ຫຼື ເກັດເລືອດ ແລະ ຜູ້ທີ່ມີພະຍາດເມັດເລືອດຕ່ໍາ.

ຫ້າມໃຊ້ຢານີ້ ກັບແມ່ຍິງຖືພາ,ແມ່ຍິງໃຫ້ນົມລູກ,ເດັກນ້ອຍ ແລະ ຜູ້ແພ້ຢານີ້ ແລະ ບໍ່ຄວນໃຊ້ຢານີ້ ຕິດຕໍ່ກັນເກີນ 7 ວັນ.

ຜັກຄາວທອງ – Houttuynia cordata Thunb.

ເປົ້າຫມາຍການນໍາໃຊ້ ແມ່ນ ສໍາລັບຜູ້ທີ່ຕິດເຊື້ອພະຍາດ ໂຄວິດ-19 ກໍລະນີຢັ້ງຢືນເປັນບວກທີ່ມີອາການ ເບົາບາງ ແລະ ປານກາງ ແມ່ນມີຄວາມເຫມາະສົມໃນການໃຊ້ຢານີ້.

ຜັກຄາວທອງ ມີສ່ວນປະກອບເຄມີຕົ້ນຕໍ່ ຄື Hyperoside, Quercetrin  ແລະ ມີຄຸນປະໂຫຍດຊ່ວຍເສີມສ້າງພູມຄຸ້ມກັນໃນຮ່າງກາຍ, ແກ້ອາການໄຂ້ຫວັດໃຫຍ່ ແລະ ຕ້ານເຊື້ອ ໄວຣັສ.

ວິທິ ແລະ ປະລິມານໃຊ້ ປະລິດຕະພັນ ຜັກຄາາວທອງ ແມ່ນກິນເທື່ອລະ 2 ແຄັບຊຸນ (500mg/1ແຄບຊູນ), ມື້ຫນຶ່ງ 2 ເທື່ອ (ເຊົ້າ-ແລງ) ຫຼັງອາຫານ 15-20 ນາທີ, ໄລຍະການປິ່ນປົວ 7 ວັນ.

ຂໍ້ຄວນລະວັງ  ບໍ່ຄວນໃຊ້ຢານີ້ກັບຜູ້ທີ່ມີບາງອາການເຊັ່ນ: ຕີນ-ມືເຢັນ, ເຈັບທ້ອງ, ຖອກທ້ອງ ແລະຫ້າມໃຊ້ກັບແມ່ຍິງຖືພາ, ແມ່ຍິງໃຫ້ນົມລູກ ແລະ ເດັກນ້ອຍ.

ຄຳເຕືອນ ການນຳໃຊ້ຜັກຄາວທອງເກີນປະລິນມານ ຈະເຮັດໃຫ້ເກີດມີອາການແພ້ເຊັ່ນ: ຮາກ,ຫາຍໃຈຝຶດ ແມ່ນໃຫ້ຢຸດໃຊ້ຢາ ແລ້ວໄປພົບແພດ ບໍ່ຄວນໃຊ້າຢາເກີນ 7 ວັນ.

ວິທີເກັບຮັກສາຢາ ຄວນເກັບໄວ້ໃນອຸນຫະພູມຫ້ອງ,ຫຼີກເວັ້ນແສງແດດ ແລະ ຫ່າງໄກຈາກເດັກນ້ອຍ.

]]>
ລາຍການທັມມະ ທີ່ມີຄູບາ ອາຈານມາຮ່ວມອອກລາຍການຫຼາຍທີ່ສຸດ ໃນເມືອງລາວ https://dekwatlaos.com/reviews-lo/an-old-and-classic-dhamma-programe-on-national-radio-station-in-laos/1010/ Wed, 02 Jun 2021 14:14:48 +0000 https://dekwatlaos.com/?p=1010 ຖ້າເວົ້າເຖີງລາຍການທັມມະໃນເມືອງລາວ ທີ່ມີຄວາມຫຼາກຫຼາຍ ອັດແໜ້ນທາງດ້ານຂໍ້ມູນ,ຫົວຂໍ້ທັມມະ ແລະ ຄູບາອາຈານ ມາຮ່ວມບັນຍາຍແລ້ວ “ສະຕິມາປັນຍາເກີດ” ຄົງຈະເປັນລາຍການໜຶ່ງໃນນັ້ນ.  ຖືໄດ້ວ່າເປັນລາຍການວິທະຍຸທັມມະ ຍຸກຕົ້ນໆ ແລະ ຢູ່ມາດົນນານໃນປະເທດລາວ.

ລາຍການ ສະຕິມາປັນຍາເກີດ ເລີ່ມອອກອາກາດຕັ້ງແຕ່ ວັນທີ 22 ພຶດສະພາ ຄ.ສ 2011 ທາງຄື້ນວິທະຍຸກະຈາຍສຽງແຫ່ງຊາດລາວ FM 95.00 MHz. ທຸກໆມື້ ເວລາ 6,00-7,00 AM. ເຊີ່ງເປັນລາຍການໜຶ່ງທີ່ນອນຢູ່ໃນການຈັດຕັ້ງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ພາຍໃຕ້ການຊີ້ນຳ ຂອງ ກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ສູນກາງ ອພສ.

ນັບຕັ້ງແຕ່ເລີ່ມອອກອາກາດຈົນເຖີງປັດຈຸບັນ ມີຄູບາອາຈານ ມາຮ່ວມອອກລາຍການ ຫຼາຍກວ່າ 3,000 ຄັ້ງ. ປັດຈຸບັນນີ້ ທ່ານຜູ້ສົນໃຈສາມາດຕິດຕາມຮັບຟັງຄລິບສຽງສົນທະນາທັມໃນຮູບແບບພອດແຄສໄດ້ຫຼາຍຊ່ອງທາງ ຫຼາຍແພທຟອມຊັ້ນນຳຂອງໂລກ ເຊັ່ນ: Apple Podcast, Google Podcast, Spotify, Overcat ແລະ Pocket Cast.

ສະຕິມາປັນຍາເກີດ ເປັນລາຍການທັມມະທີ່ສື່ສານເລື່ອງການນຳໃຊ້ທັມມະໃນຊີວິດປະຈຳວັນ ເພື່ອໃຫ້ຮູ້ເທົ່າທັນບັນຫາ ແລະ ສາມາດແກ້ໄຂໄດ້ຢ່າງຖືກຕ້ອງຕາມທັມ ໂດຍເນັ້ນການສອນເອົາຄວາມຖືກຕ້ອງ ບໍ່ເອົາຄວາມຖືກໃຈ ໃຫ້ສາມາດເພີ່ງຕົນເອງ ມີຕົນເປັນແສງສະຫວ່າງ ແລະ ມີທັມເປັນທີ່ເພີ່ງ ມີທັມເປັນແສງສະຫວ່າງ ຮູບແບບການດໍາເນີນລາຍການ “ ທັມມະບັນຍາຍ ແລະ ເປີດໂອກາດໃຫ້ຜູ້ຟັງທາງບ້ານໄດ້ໂທເຂົ້າມາສອບຖາມບັນຫາ ທີ່ຂ້ອງຄາໃຈ ”

ໃນໄລຍະ 3 ປີ ທຳອິດ ມີພຣະອາຈານ ມາຮ່ວມອອກລາຍການພຽງ 3 ອົງ ເລີ່ມປີທີ 4 ຮອດປັດຈຸບັນ ມີພຣະອາຈານ12 ອົງ ແລະ ແມ່ ຂາວ 2 ຕົນ. ດັ່ງນີ້ : 1. ພຣະອາຈາຣ ມະຫາອຸດອນ ອະນຸຕຕະໂຣ ວັດວ່າປ່າສຸວັນປະດິດ ບ້ານນາດີ 2. ພຣະອາຈາຣ ທະວີໄຊ ຕິດສະວັງໂສ ວັດປ່າວິໂມກ (ຊຳປັກແຮດ) 3. ພຣະອາຈາຣ ຫຸມເພັງ ພັນທະສາໂຣ ວັດປ່ານາທົ່ມ 4. ພຣະຄຣູ ຄຳໄຜ່ ສິຣິປັນໂຍ ວັດປ່າຕາດທອງ 5. ພຣະອາຈາຣ ແກ້ວພະຈັນ ຍົດປັນຍາ ວັດປ່າດົງໝາກຄາຍ 6. ພຣະອາຈາ ພຸດທະສອນ ລະຄອນຄຳ ວັດວຽງທອງ 7. ພຣະອາຈາຣ ບຸນເລີຍ ປັນຍານັນດະ  ວັດປ່າວິໂມກ (ຊຳປັກແຮກ) 8. ພຣະອາຈາຣ ອິນແປງ ວັດພຣະບາດໂພນຄ້ອງ 9. ພຣະອາຈານ ສີສຸກ ສະເຫຼີມຄຸນ ວັດໂພນສະຫວັນ (ສາລາແດງ) 12. ພຣະອາຈາຣ ບຸນເນົາ ວົງແສງສີ ວັດປ່າວິໂມກ (ຊຳປັກແຮດ) 11. ພຣະອາຈາຣ ສົມພວງ ວັດປ່າວິໂມກ (ຊຳປັກແຮດ) ແລະ 1. ແມ່ຂາວນ້ອຍ 2 ແມ່ຂາວບຸນມາ.

ຈຸດປະສົງຂອງລາຍການ “ເພື່ອຂັບເຄື່ອນພຣະພຸທທະສາສະນາເໝືອນກົງລໍ້ແຫ່ງທັມມະຈັກ ສ້າງພະລັງແຫ່ງຄວາມເມດຕາໃຫ້ເກີດຂຶ້ນແກ່ມວນມະນຸສສະຍະຊາດ ສາມາດດຳລົງຊີວິຕຢູ່ໃນໂລກໄດ້ຢ່າງຮູ້ເທົ່າທັນທຸກບັນຫາ ຢູ່ຮ່ວມກັນຢ່າງມີສັນຕິສຸຂ.

ຄໍາຂວັນລາຍການ “ຖ້າທ່ານທຸກເພາະໂສກເສົ້າ ເຫງົາເພາະວຸ້ນວາຍ ຖ້າຢາກຫາຍຫັນມາຟັງລາຍການສະຕິມາປັນຍາເກີດ”

ວິໄສທັດລາຍການ “ສອນໃຫ້ເບີ່ງໂລກແບບພາຍໃນຕາມພຣະສາສະດາ ເພື່ອໃຫ້ພັດທະນາ ກາຍ ວາຈາ ໃຈ ໂດຍໃຊ້ ຫລັກໄຕຣສິກຂາ ໃນເບື້ອງຕົ້ນ ເພື່ອໃຫ້ທຸກຄົນຮູ້ເທົ່າທັນປັຈຈຸບັນ”

]]>
ຖ້າເຈົ້າມີສິ່ງນີ້ ສະແດງວ່າບໍ່ທຳມະດາ ນິ້ວໂປ້ບອກນິໄສ https://dekwatlaos.com/blog-daily/%e0%ba%96%e0%bb%89%e0%ba%b2%e0%bb%80%e0%ba%88%e0%ba%bb%e0%bb%89%e0%ba%b2%e0%ba%a1%e0%ba%b5%e0%ba%aa%e0%ba%b4%e0%bb%88%e0%ba%87%e0%ba%99%e0%ba%b5%e0%bb%89-%e0%ba%aa%e0%ba%b0%e0%bb%81%e0%ba%94%e0%ba%87/960/ Mon, 31 May 2021 10:35:23 +0000 https://dekwatlaos.com/?p=960 ການທຳນາຍດວງຊະຕາ ທີ່ຫຼາຍຄົນມັກເບິ່ງ ມີຫຼາຍ ຮູບແບບ ຫຼາຍວິທີການ ແຕ່ໃຜຈະເຊື່ອຫຼືບໍ່ນັ້ນຂື້ນກັບວິຈາຣະນະຍານຂອງແຕ່ລະຄົນ.

ຖ້າທ່ານເປັນຄົນຫນື່ງທີ່ບໍ່ເຊື່ອ ເລື່ອງການທຳນາຍດວງຊະຕາ ກໍ່ຄົງເຄີຍໄດ້ຍິນ ໄດ້ອ່ານມາແດ່ແຫລະ ບໍ່ວ່າຈະເປັນພໍ່ແມ່ ຫຼື ຫມໍດູ ຫມໍເດົາ ເຊັ່ນການທຳນາຍລັກສະນະດວງຊະຕາ ຕາມວັນເດືອນ ປີເກີດ ຫຼືຕາມລັກສະນະຂອງຮ່າງກາຍ, ລັກສະນະຄິ້ວ,ລັກສະນະດວງຕາ ຫຼື ລັກສະນະຂອງປາກເປັນຕົ້ນ.

ຄລິບທີ່ 1 ໃຫ້ສັງເກດ ນິວໂປ້ມືດ້ານຊາຍ  ຖ້າທ່ານມີລັກສະນະເຫມືອນດວງຕາ ຝຣັ່ງເຂົາວ່າ The eye of Buddha ຫຼື ດວງຕາວິເສດ  ເຂົາວ່າຈະເປັນຄົນທີ່ມີພະລັງພິເສດ,ມີປະສາດສຽບແຫຼມ ຫຼື ມີສຳພັດທີ່ 6 ແລະ ເປັນຄົນກົງໄປກົງມາ ສາມາດເປັນແຫຼ່ງບັນດານໃຈໃຫ້ຜູ້ອື່ນ.

ກົດເບິ່ງຄລິບ>>

ຄລິບທີ່ 2 ນິ້ວໂປ້ ບອກນິໄສ

ແບບທີ່ 1 ນິວໂປ້ຕັ້ງຊື່ ຄົນທີ່ນິວໂປ້ຕັ້ງຊື່ ເປັນຄົນມີນິໄສ ນິ່ງໆ ມັກເກັບຕົວ ບໍ່ມັກສະແດງອອກ ຄົນອ້ອມຂ້າງມັກຈະຄາດເດົາບໍ່ໄດ້ວ່າກ ທ່ານວ່າກຳລັງຄິດຫຍັງຢູ່ ແຕ່ກໍ່ບໍ່ໄດ້ໝາຍຄວາມວ່ານ ທ່ານເປັນຄົນບໍ່ດີ ພຽງແຕ່ວ່າບໍ່ຄ່ອຍສະແດງອາລົມໃຫ້ຄົນອື່ນຮູ້ເທົ່ານັ້ນເອງ.

ແບທີ່ 2 ນິວໂປ້ ໂຄ້ງງໍ ຄົນທີ່ມີນິວໂປ້ໂຄ້ງງໍ ສະແດງວ່າເປັນຄົນຕົງ ຮູ້ສຶກແບບໃດ່ກໍ່ສະແດງອອກມາແບບນັ້ນ ຮ້າຍກໍ່ສະແດງວ່າຮ້າຍໃຫ້ຄົນອ້ອມຄ້າງຮູ້ຄວາມຮູ້ສຶກ ຫຼາຍຄົນອາດເຂົ້າໃຈຜິດວ່າທ່ານເປັນຄົນຮ້າຍແຮງ ແຕ່ຄວາມຈິງແລ້ວທ່ານບໍ່ໄດ້ເປັນຄົນແບບນັ້ນ

ກົດເບິ່ງຄລິບ>>

]]>
ຊາວໜຸ່ມລາວຜູ້ທີ່ສາມາສອບເສັງໄດ້ໃບປະກາດຄວາມປອດໄພທາງໂລກອິນເຕີເນັດ ຫຼື Cyber Security ລະດັບສາກົນ. https://dekwatlaos.com/blog-daily/%e0%ba%8a%e0%ba%b2%e0%ba%a7%e0%bb%9c%e0%ba%b8%e0%bb%88%e0%ba%a1%e0%ba%a5%e0%ba%b2%e0%ba%a7%e0%ba%9c%e0%ba%b9%e0%bb%89%e0%ba%97%e0%ba%b5%e0%bb%88%e0%ba%aa%e0%ba%b2%e0%ba%a1%e0%ba%b2%e0%ba%aa%e0%ba%ad/941/ Sat, 22 May 2021 11:21:37 +0000 https://dekwatlaos.com/?p=941 ແສງໄຊ ໄຊຍະຈັກ ຫຼື ແຟຣ້ງ ເດັກໜຸ່ມຜູ້ໂຊກດີ ທີ່ຮູ້ຕົວເອງວ່າ ມັກ ທາງດ້ານຄວາມປອດໄພທາງຄອມພິວເຕີມາແຕ່ຍັງນ້ອຍ.

ແຟຣ້ງ ຍັງບອກອີກວ່າ ຕົວເອງເປັນຄົນມັກຕັ້ງຄຳຖາມສະໄຫມຮູ້ຈັກຫຼິ້ນຄອມ,ຫຼິ້ນເວັບໄຊຕ໌ແຕ່ຍັງນ້ອຍ ຕອນຮຽນຢູ່ ມໍ3- ມໍ4 ແລະ  ເປັນຊ່ວງເວລາທີ່ຕິດເກມໜັກ ແລະ ໄດ້ມາເອະໃຈເລື່ອງ ຄວາມປອດໄພທາງເກມອອນລາຍ ເຖີງຄວາມປອດໄຜຕ່າງໆວ່າ ເຂົາເຈົ້າແຮັກໄດ້ແນວໃດ່ ສ້າງບັອທຂື້ນມາແນວໃດ່. ເລີ່ມອ່ານກ່ຽວກັບເລື່ອງນີ້ ແລະ  ເລີ່ມລົງເລິກສະເພາະທາງນີ້.

ແສງໄຊ ໄຊຍະຈັກ ຮຽນຈົບຈາກມະຫາວິທະຍາໄລ MPT ຢູ່ ຮາໂນຍ ສາຍ Software Engineer ປັດຈຸບັນເປັນ CEO ຢູ່ ບໍລິສັດ ຊີຄິວ ຈຳກັດ ທີ່ໃຫ້ບໍລິການດ້ານຄວາມປອດໄພຄອມທາງພິວເພີຄົບວົງຈອນ ເຊັ່ນວ່າ ບໍລິການທົດສອບການເຈາະລະບົບໃຫ້ອົງກອນ,ການເຝິກອົບຮົມຄວາມປອດໄພທາງດ້ານຄອມພິວເຕີ, ການທົດສອບແອບພລິເຄຊັ່ນ ແລະ ອື່ນໆ.

 ດ້ວຍຄວາມທີ່ ແຟຣ້ງ ສົນໃຈເລື່ອງ Computer Security ຫຼື ລະບົບຄວາມປອດໄພທາງດ້ານຄອມພິວເຕີ້ ຈື່ງໄດ້ເຂົ້າສອບເສັງ ແລະ ໄດ້ຮັບໃບຢັ້ງຢືນຈາກ OSCP ຂອງບໍລິສັດ Offensive Security ໃນລະດັບສາກົນຂອງປະເທດ ສະຫະລັດອາເມຣິກາ


ແຟຣ້ງໄດ້ກ່າວເຖິງຄວາມສຳຄັນຂອງການສອບເສັງເທື່ອນີ້ວ່າ “OSCP ເປັນ Certificate ດ້ານ Cyber Security ຂອງບໍລິສັດ Offensive Security ຢູ່ປະເທດ ສະຫະລັດອາເມລິກາ ທີ່ໄດ້ຮັບການຍອມຮັບຈາກທົ່ວໂລກ, ຖືວ່າໃບເບີກທາງໃຫ້ແກ່ຜູ້ສົນໃຈເຮັດວຽກສາຍ Offensive Security ຫຼາຍໆຄົນເລີຍ”.
.
ພ້ອມທັງໄດ້ເລົ່າເຖິງຂັ້ນຕອນການກຽມຕົວ ແລະ ການສອບເສັງດັ່ງນີ້:
“ກ່ອນສອບເສັງເຮົາສາມາດເລືອກໄດ້ວ່າຈະຮຽນ 1 ເດືອນ, 2 ເດືອນ ຫຼື 3 ເດືອນ, ເພື່ອກະກຽມຄວາມພ້ອມສຳລັບການສອບເສັງ. ຮູບແບບການສອບເສັງຈະມີເວລາໃຫ້ 2 ມື້ ແລະ ມີຜູ້ຄຸມເບິ່ງເຮົາຜ່ານກ້ອງ ແລະ ເບິ່ງໜ້າຈໍເຮົາຕະຫລອດການສອບເສັງ.


24 ຊົ່ວໂມງທຳອິດແມ່ນຈະມີ Server 5 ເຄື່ອງໃຫ້ຜູ້ສອບເສັງ Hack ເຂົ້າເອົາຂໍ້ມູນລັບອອກມາ ເກນໃນການຜ່ານແມ່ນ 70 ຄະແນນ.ສ່ວນອີກ 24 ຊົ່ວໂມງຕໍ່ມາແມ່ນການຂຽນບົດລາຍງານວິທີການ Hack ແຕ່ລະຂັ້ນຕອນ ແລະ ຫຼັກຖານການຜ່ານໂຈດ.”
.
“ມື້ສອບເສັງເປັນມມື້ທີ່ຄວາມກົດດັນຫຼາຍ ແລະ ເຮົາຕ້ອງມີການບໍລິຫານຈັດການເວລາທີ່ດີເພາະການ Hack ເຂົ້າເຄື່ອງໜຶ່ງບໍ່ແມ່ນເລື່ອງງ່າຍ ມັນຈະຫຼອກໃຫ້ເຮົາໄປ Hack ຜິດຈຸດເຮັດໃຫ້ເສຍເວລາ ແລະ ທໍ້ໄດ້, ເຮົາຕ້ອງໄດ້ພັກເພື່ອ Clear ສະໝອງທຸກໆຊົ່ວໂມງ.


ການກຽມພ້ອມແມ່ນຕ້ອງມີວິໄນ ແລະ ການບໍລິຫານຈັດການເວລາທີ່ດີ ເພາະໄດ້ອ່ານບົດຮຽນຫຼາຍ ແລະ ເຮັດ exercise ໃນແຕ່ລະ chapter ລວມທັງໝົດປະມານ 800 ໜ້າ ແລະເຮັດ Lab ອີກ 40/50 ເຄື່ອງ ເປັນເວລາ 3 ເດືອນ. ທັງໝົດແມ່ນຕ້ອງເຮັດທຸກໆຕອນແລງ ຫຼັງຈາກກັບຈາກຫ້ອງການ.”
.
“ຮູ້ສຶກພູມໃຈໃນຕົນເອງທີ່ສຸດ ເພາະ OSCP ເປັນໃບຢັ້ງຢືນໜຶ່ງທີ່ຝັນວ່າຢາກໄດ້ ຕັ້ງແຕ່ຕອນຍັງນ້ອຍສົນໃຈເລື່ອງ Security ໃໝ່ໆ ແລະຕອນນີ້ກໍເປັນຈິງແລ້ວ ມັນຊ່ວຍເພີ່ມຄວາມໝັ້ນໃຈໃຫ້ຕົວເຮົາເອງ ລວມທັງໃຫ້ລູກຄ້າໝັ້ນໃຈວ່າລູກຄ້າຈະໄດ້ຮັບການບໍລິການລະດັບສາກົນໂດຍຄົນລາວແນ່ນອນ.”
.
ນອກຈາກຜົນງານທີ່ໄດ້ກ່າວມາແລ້ວ ໃນສະໄໝຮຽນ ເເຟຣ້ງຍັງເຄີຍເປັນຕົວແທນປະເທດລາວໄປແຂ່ງ Microsoft Office World Championship ຢູ່ ສະຫະລັດອາເມລິກາ 2 ປີຊ້ອນ ປີ 2014 ແລະ 2015 ແລະ ກໍເປັນຕົວແທນປະເທດລາວໄປແຂ່ງ Cyber Security ຢູ່ປະເທດສິງກະໂປ ປີ 2019 ນຳ.


ຜົນສຳເລັດເທື່ອນີ້ຂອງແຟຣ້ງ ອາດຈະເປັນອີກເລື່ອງ ທີ່ສາມາດເປັນແຮງບັນດານໃຈໃຫ້ແກ່ນັກສຶກສາ ຫຼື ຜູ້ທີ່ມີຄວາມສົນໃຈທາງດ້ານຄວາມປອດໄພທາງຄອມພິວເຕີ້.

Sources :

ບົດສຳພາດ Frank Xayachack

Lao x page

]]>