Hot socail – ເດັກວັດລາວ https://dekwatlaos.com ພວກເຮົາຢາກແບ່ງປັນສາລະທັມ,ປະສົບການຮຽນຮູ້ສັງຄົມ ແລະ ເຕັກໂນໂລຊີແຫ່ງຍຸກສະໄຫມ Tue, 08 Jun 2021 17:24:11 +0000 en-US hourly 1 https://wordpress.org/?v=6.9.4 https://dekwatlaos.com/wp-content/uploads/2021/11/cropped-Untitled-1-32x32.png Hot socail – ເດັກວັດລາວ https://dekwatlaos.com 32 32 ເກີດເຫດເສົ້າສະຫຼົດໃຈ! ຟ້າຜ່າ 2 ພີ່ນ້ອງ ເສຍຊີວິດຄາທີ່ ທີ່ເມືອງຮ້ຽມ, ແຂວງຫົວພັນ. https://dekwatlaos.com/blog-daily/hot-social/%e0%bb%80%e0%ba%81%e0%ba%b5%e0%ba%94%e0%bb%80%e0%ba%ab%e0%ba%94%e0%bb%80%e0%ba%aa%e0%ba%bb%e0%bb%89%e0%ba%b2%e0%ba%aa%e0%ba%b0%e0%ba%ab%e0%ba%bc%e0%ba%bb%e0%ba%94%e0%bb%83%e0%ba%88-%e0%ba%9f%e0%bb%89/1062/ Tue, 08 Jun 2021 17:20:26 +0000 https://dekwatlaos.com/?p=1062 ເກີດເຫດເສົ້າສະຫຼົດໃຈຟ້າຜ່າຍິງ 2 ພີ່ນ້ອງ ເສຍຊີວິດຄາທີ ທີ່ບ້ານນາກູດ ເມືອງຮ້ຽມ ແຂວງຫົວພັນ ເມື່ອເວລາປະມານ 2.00 ໂມງ ຂອງວັນທີ 5 ມິຖຸນາ 2021​ ຜ່ານມານີ້.

ໂດຍ ທ້າວ ທອນ ອາຍຸ 50 ປີ ປະຊາຊົນຢູ່ບ້ານນາກູດ ເມືອງຮ້ຽມ ແຂວງຫົວພັນ ໄດ້ຢືນຢັນວ່າ ເຫດການຟ້າຜ່າແມ່ນເກີດຂຶ້ນຈິງ ມີຄົນເສຍຊີວິດ 2 ຄົນ ຄື :

ຜູ້ທີ່ 1 ຊື່ ນາງ ບົວນັ້ນ ອາຍຸ 21 ປີ ຜູ້ເປັນລູກໄພ້ ຄອຄົວຜູ້ກ່ຽວ

ຜູ້ທີ່ 2 ຊື່ ນາງ ໂມທອງ ອາຍຸ 17 ປີ ນັກຮຽນ ມ7 ຜູ້ເປັນລູກສາວຄອບຄົວຜູ້ກ່ຽວ

ເຫດເກີດໃນຂະນະຝົນຕົກ ທັງສອງພີ່ນ້ອງ ໄດ້ໄປອາໃສ່ກ້ອງຕົ້ນໄມ້ເພື່ອລົບຝົນ ແຕ່ເກີດເຫດທີ່ບໍ່ຄາດຝັນ ຟ້າຜ່າລົງມາໃສ່ຕົ້ນໄມ້ທີ່ຢູ່ຫາງຈາກພວກເຂົາທັງສອງປະມານ​ 36 ແມັດ. ຕາມການສັນນິຖານວ່າ ມີແສງໄຟຈາກຈຸດທີ່ຟ້າຜ່າມາຝາດເອົາພວກເຂົາທັງສອງຈົນເສຍຊີວິດຄາທີ.

 

ເລື່ອງນີ້ ຖືເປັນຄະຕິເຕືອນໃຈໃຫ້​ທຸກຄົນວ່າ ​ເວລາຝົນຕົກຟ້າຮ້ອງຢ່າໄດ້ໄປຢູ່ກ້ອງຕົ້ນໄມ້ໃຫຍ່.ເພື່ອຫຼີກລ້ຽງເຫດທີ່ບໍ່ຄາດຝັນແບບນີ້.

]]>
ດ່ວນ ຕຳຫຼວດໄທ ອອກຫຼັກຖານ ໝາຍຈັບ ລຸງພົນແລ້ວ https://dekwatlaos.com/blog-daily/hot-social/%e0%ba%94%e0%bb%88%e0%ba%a7%e0%ba%99-%e0%ba%95%e0%ba%b3%e0%ba%ab%e0%ba%bc%e0%ba%a7%e0%ba%94%e0%bb%84%e0%ba%97-%e0%ba%ad%e0%ba%ad%e0%ba%81%e0%ba%ab%e0%ba%bc%e0%ba%b1%e0%ba%81%e0%ba%96%e0%ba%b2%e0%ba%99/985/ Tue, 01 Jun 2021 17:51:29 +0000 https://dekwatlaos.com/?p=985 ໄທລັດອອນລາຍ ລາຍງານວ່າ ຈາກກໍລະນີການເສຍຊີວິດຂອງ ນ້ອງຊົມພູ ເດັກນ້ອຍຍິງ ອາຍຸ 3 ປີ ທີ່ຫາຍຕົວໄປຈາກບ້ານໃນບ້ານກົກກອກ ຕາແສງ ກົກຕູມ ເມືອງ ດົງຫຼວງ ແຂວງ ມຸກດາຫານ ເມື່ອວັນທີ່ 11 ພຶດສະພາ ພສ 2563. ແລ້ວມາພົບວ່ານ້ອງເປັນສົບຢູ່ໃນປ່າເທິງພູເຂົາເຫຼັກໄຟ ຫ່າງຈາກບ້ານ ປະມານ 2 ກມ. ເມື່ອວັນທີ່ 14 ພ.ສ 2653. ເຊີ່ງກ່ອນໜ້ານີ້ ເຈົ້າໜ້າທີ່ໄທກໍ່ໄດ້ຖະແລງຢືນຢັນວ່າ ຈາກການພິສູດຫຼັກຖານທາງຄະດີ, ນ້ອງຊົມພູບໍ່ສາມາດຍ່າງຂື້ນໄປເທິງພູເຂົາເຫຼັກໄຟ ບ່ອນທີ່ພົບສົບ ດ້ວຍຕົວເອງໄດ້ ເຮັດໃຫ້ເຊື່ອວ່າ ຕ້ອງມີຜູ້ພາຂື້ນໄປ ແລະ ເຮັດໃຫ້ເຖີງແກ່ຄວາມຕາຍບໍ່ວ່າຈະທາງກົງ ຫຼື ທາງອ້ອມ.

ແລະ ຫຼ້າສຸດ ເມື່ອວັນທີ 1 ມິຖຸນາ ຕຳຫຼວດລວບລວມຫຼັກຖານຂໍໍສານອະນຸມັດອອກໝາຍຈັບ ທ້າວ ໄຊພົນ ວິພາ ຫຼື ລຸງພົນ ອາຍຸ 44 ປີ ລຸງເຂີຍ ຂອງນ້ອງຊົມພູ ໃນຖານຄວາມຜິດ 3 ຂໍ້ຫາ “ພາກເດັກອາຍຸບໍ່ເກີນ ສິບຫ້າ ປີ ໄປຈາກບິດາມານມານດາ ໂດຍ ປາດສະຈາກເຫດອັນຄວນ,ຖອດຖີ້ມເດັກອາຍຸບໍ່ເກີນ 5 ປີ ເພື່ອໃຫ້ເດັກນັ້ນພົ້ນໄປຈາກຕົນ ໂດຍການເຮັດໃຫ້ເດັກນັ້ນປາດສະຈາກຜູ້ດູແລ ເປັນເຫດໃຫ້ເດັດເຖີງແກ່ຄວາມຕາຍ ແລະ ກະທຳການໃດ່ໆ ແກ່ສົບ ຫຼື ສະພາບແວດລ້ອມໃນບໍລິເວນທີ່ພົບສົບ ກ່ອນການສັນລະສູດພິກສົບຈົບກ່ອນ ໃນການທີ່ອາດຈະເຮັດໃຫ້ການສັນລະສູດພິກສົບຫຼືຜົນທາງຄະດີປ່ຽນແປງໄປ”.  

ໂດຍ ລາຍງານລະບຸວ່າ ຕຳຫລວດມີຫຼັກຖານທາງນິຕິວິທະຍາສາດຈາກເສັ້ນຜົມນ້ອງຊົມພູ່ ທີ່ຖືກຕັດຈຳນວນຫຼາຍເສັ້ນ ວັດຖຸພະຍານດັ່ງກ່າວກາຍເປັນຫຼັກຖານສຳຄັນທັນທີ ທີ່ພົບຢູ່ໃນລົດຂອງທ້າວໄຊພົນ  ເຊີ່ງພິສູດໄດ້ວ່າ ລຸງພົນເປັນຄົນພາຫຼານຂື້ນພູເຂົາໄປ ຈົນເສຍຊີວິດ ໃຊ້ເວລາລວບລວມຫຼັກຖານດົນເປັນປີ ກວ່າຈະສາມາດປິດຄະດີ ຂໍສານອະນຸມັດໝາຍຈັບໄດ້.

ເຊີ່ງ ຫຼັງຈາກຕຳຫລວດອອກໝາຍຈັບລຸງພຸນ ເຮັດໃຫ້ ແຮສແທັກ #ลุงพล #น้องชมพุ่ ຂື້ນເປັນເປັນເລື່ອງນິຍົມຕິດອັນດັບ 1 ໃນ ທະວິດເຕີ້ປະເທດ ຢ່າງໄວວາ.ພ້ອມທັງມີຄົນໄປພິພາກວິຈານ.ເຖີງປະເດັ່ນດັ່ງກ່າວ.

]]>
ໄຟໄໝ້ປ່າໃນລາວເສຍຫາຍໜັກເປັນປະຫວັດການ https://dekwatlaos.com/blog-daily/hot-social/%e0%bb%84%e0%ba%9f%e0%bb%84%e0%bb%9d%e0%bb%89%e0%ba%9b%e0%bb%88%e0%ba%b2%e0%bb%83%e0%ba%99%e0%ba%a5%e0%ba%b2%e0%ba%a7%e0%bb%80%e0%ba%aa%e0%ba%8d%e0%ba%ab%e0%ba%b2%e0%ba%8d%e0%bb%9c%e0%ba%b1%e0%ba%81/51/ Sat, 18 Apr 2020 02:46:00 +0000 ໄຟໄຫມ້ປ່າເສຍຫາຍໃຫຍ່ຫລວງເປັນປະຫວັດການໃນລາວ ເມື່ອປະມານທ້າຍເດືອນ ມີນາ 2020 ມີລາຍງານຈາກປະຊາຊົນວ່າມີໄຟໄຫມ້ລາມປ່າເປັນວົງກວ້າງຫລາຍເຂດແຂວງພາກເຫນືອຂອງປະເທດລາວ ຄື: ເຂດແຂວງອຸດົມໄຊ ,ຫຼວງພຣະບາງ, ຜົ້ງສາລີ, ຫລວງນ້ຳທາ ( ເມືອງສີງ ) ໄຊຍະບູລີ ແລະ ບໍແກ້ວ ໄຟໄຫມ້ລາມປ່າບາງຈຸດແມ່ນຍັງສືບຕໍ່ລຸກລາມເປັນວົງກວ້າງເປັນເວລາຫລາຍອາທິດແລ້ວ

ສາເຫດໄຟໄຫມ້ປ່າ
ປະເທດລາວເປັນເມືອງຮ້ອນ ໂດຍສະເພາະໃນລະຫວ່າງເດືອນມີນາ ຫາ ພຶດສະພາ ປະເທດລາວຈະຮ້ອນອົບເອົ້າ  ແນ່ນອນວ່າສາເຫດຂອງໄຟໄຫມ້ລ່າມປ່າເທື່ອນີ້ຕ້ອງມາຈາກພຶດຕິກຳຂອງມະນຸດຜູ້ໃດ່ຜູ້ຫນຶ່ງອາດຈະໂດຍຕັ້ງໃຈຫລືບໍ່ຕັ້ງໃຈ ໃນກໍລະນີ້ ຂໍຕັ້ງສະມູດຖານວ່າ ອາດຈະເກີດຈາກການຈູດປ່າເຮັດໄຮ່ ຫຼື ຄົນເຂົ້າໄປທຳມາຫາກິນໃນປ່າ ປ່ອຍຖີ້ມ ກອງຟືນ ຫລື ກອກຢາສູບ

ການດັບໄຟໄຫມ້ປ່າ

ເນື່ອງຈາກເຂດພາກເຫນືອຂອງປະເທດລາວຫຼາຍບ່ອນເປັນພູດອຍສູງຊັນ ເຂົ້າເຖີງໄດ້ຍາກ ຈຶ່ງເຮັດໃຫ້ການຍຸດຕິໄຟປ່າລຸກລາມນີ້ຍາກລຳບາກພໍສົມຄວນ ອາໄສແຕ່ປະຊາຊົນໃນບ້ານຍັງບໍ່ສາມາດດັບໄຟລາມປ່ານີ້ໄດ້ງ່າຍ ປະຊາຊົນຈະສາມາດັບໄຟປ່າລຸກລາມນີ້ຕາມບໍລິເວນໄກ້ບ້ານເຮືອນ,ຮົ້ວສ່ວນເທົ່ານັ້ນ ດັ່ງນັ້ນຄວາມສາມັກຄີ ອົດທົນ ແລະ ການຮ່ວມມືຈາກຫຼາຍພາກສ່ວນຈຶ່ງຈຳເປັນໃນເວລານີ້

ເມື່ອ ວັນທີ 07 ເມສາ 2020 ກຳລັງ ປກຊ ເມືອງເມິງ ແລະ ຊາວບ້ານຕໍແລ ແຂວງບໍ່ແກ້ວ ຈຳນວນໜຶ່ງ ໄດ້ມາຊ່ວຍກັນມອດໄຟໄມ້ລາມປ່າ ເປັນບໍລິເວນກ້ວາງ, ປະຈຸບັນ ຍັງບໍ່ທັນສາມາດ ດັບໄຟດັ່ງກ່າວ ໄດ້ເທື່ອ. ຮຽກຮ້ອງ ໃຫ້ພາກສ່ວນກ່ຽວຂ້ອງ ເຂົ້າຊ່ວຍເຫຼືອ ດ່ວນ.

ເມື່ອວັນທີ່ 03 ເມສາ ທີ່ເມືອງນ້ຳບາກ ແຂວງຫຼວງພຣະບາງ ນຳໂດຍ ເຈົ້າເມືອງ  ເມືອງນ້ຳບາກ ພ້ອມດ້ວຍ ທະຫານຈຳນວນຫນຶ່ງ ແລະ ອາສາສະມັກ ອ້າຍນ້ອງປະຊາຊົນ ບ້ານນາຍາງເຫນືອ,ບ້ານນາຍາງໃຕ້ ແລະ ບ້ານຫ້ວຍຫ້າ ຊ່ວຍກັນດັບໄຟໄມ້ລາມປ່າ

ຄວາມເສຍຫາຍ

ນອກຈາກຈະສ້າງຄວາມເສຍຫາຍຢ່າງໃຫຍ່ຫລວງຕໍ່ລະບົບນິເວດ,ພືນປ່າ ແລະ ສັດປ່າ ນານາຊະນິດແລ້ວ ໄຟໄມ້ປ່ານີ້ຍັງເປັນເຫດເຮັດໃຫ້ສະພາບອາກາດບໍ່ສະອາດ ເຕັ້ມໄປດ້ວຍ ມົນລະຜິດ ມອກຄວັນ ເຮັດໃຫ້ການດຳເນີນຊີວິດຂອງປະຊາຊົນຍາກລຳບາກ ເພາະຂາດອາອາດບໍລິສຸດຫາຍໃຈ ຫຼື ອາດຈະເຖີງຂັ້ນເຮັດວຽກບໍ່ໄດ້ໃນບໍລິເວນໄກ້ຄຽງ.

ອີງຕາມການລາຍງານຂອງຫ້ອງການກະສິກໍາ ແລະ ປ່າໄມ້ປະຈໍາເມືອງໄຊ ໃຫ້ຮູ້ວ່າ: ມາຮອດວັນທີ 4 ເມສາ 2020 ມີເນື້ອທີ່ປ່າໄມ້ ຂອບເຂດເມືອງໄຊຮັບຜິດຊອບ ຖືກໄຟໄຫມ້ທັງຫມົດຫລາຍກວ່າ 18,000 ເຮັກຕາ, ໃນນີ້ມີປ່າສະຫງວນແຫ່ງຊາດ ພູຫີ່ຜີ 7,000 ກວ່າເຮັກຕາ, ກວມເອົາ 18 ບ້ານ, ປ່າຜະລິດແຫ່ງຊາດສາຍນໍ້າງາ 6,000 ກວ່າເຮັກຕາ ກວມ 7 ບ້ານ, ປ່າຜະລິດແຫ່ງຊາດ ສາຍ ນ້ໍາພາກ 1,000 ກວ່າເຮັກຕາ ກວມເອົາ 2 ບ້ານ ແລະ ປ່າສະຫງວນຂອງແຂວງ, ເມືອງ ແລະ ບ້ານ ອີກ 4,000 ກວ່າເຮັກຕາ.

#ໄຟໄຫມ້ປ່າ #ໄຟໄມ້ປ່າ #ປ່າໄມ້ລາວ #ປ່າໄມ້ລາວເສຍຫາຍ #ຫຼວງພຣະບາງ #ອຸດົມໄຊ #ເມືອງງອຍ #ຜາແດງ #ຫຼວງນ້ຳທາ

]]>