Dekwat's Pick – ເດັກວັດລາວ https://dekwatlaos.com ພວກເຮົາຢາກແບ່ງປັນສາລະທັມ,ປະສົບການຮຽນຮູ້ສັງຄົມ ແລະ ເຕັກໂນໂລຊີແຫ່ງຍຸກສະໄຫມ Sat, 02 Oct 2021 17:22:51 +0000 en-US hourly 1 https://wordpress.org/?v=6.9.4 https://dekwatlaos.com/wp-content/uploads/2021/11/cropped-Untitled-1-32x32.png Dekwat's Pick – ເດັກວັດລາວ https://dekwatlaos.com 32 32 6 ເຫດຜົນທີ່ເຮົາຄວນເລິກພິມພາສາຄາລະໂອເກະໄດ້ແລ້ວ https://dekwatlaos.com/blog-daily/5-%e0%bb%80%e0%ba%ab%e0%ba%94%e0%ba%9c%e0%ba%bb%e0%ba%99%e0%ba%97%e0%ba%b5%e0%bb%88%e0%bb%80%e0%ba%ae%e0%ba%bb%e0%ba%b2%e0%ba%84%e0%ba%a7%e0%ba%99%e0%bb%80%e0%ba%a5%e0%ba%b4%e0%ba%81%e0%ba%9e%e0%ba%b4/854/ Sat, 08 May 2021 09:16:08 +0000 https://dekwatlaos.com/?p=854 ການໃຊ້ຕົວອັກສອນໂລມັນມາຂຽນທັບສັບພາສາລາວ ທີ່ເຮົາເອີ້ນວ່າ ພາສາຄາລາໂອເກະນັ້ນ ແຕ່ກ່ອນເປັນຫຍັງຈື່ງເປັນທີ່ນິຍົມຂອງຫມູ່ໄວລຸ້ນລາວ ແລ້ວຕອນນີ້ເດ້ ເຂົາຍັງນິຍົມບໍ່ ແລ້ວເປັນຫຍັງເຮົາຈຶ່ງຄວນເຊົາຂຽນພາສາແບບນີ້ໄດ້ແລ້ວ ນີ້ຄື 6 ເຫດຜົນ.

1.ການໃຊ້ພາສາໂອເກະບໍ່ໄດ້ເບິ່ງຄືເທ້ ຫລື ເບິ່ງຄືເກັ່ງພາສາແຕ່ຢ່າງໃດ ແຖມຍັງບໍ່ໄດ້ຊ່ວຍພັດທະນາການໃຊ້ພາສາອັງກິດໃຫ້ຖືກຫລັກໄວຍາກອນ ເພາະເປັນຄົນລະພາສາ ພຽງແຕ່ເຮົາຍືມອັກສອນເຂົາມາແປງສຽງອ່ານເປັນພາສາລາວເທົ່ານັ້ນ.

2.ພາສາໂອເກະອາດເຮັດໃຫ້ສັບສົນເລື່ອງຂອງການອ່ານອອກສຽງ ເພາະພາສາລາວກັບອັງກິດແຕກຕ່າງກັນຢ່າງສິ້ນເຊີງ ພາສາລາວມີສະຫລະ ຂື້ນລົງ ສຽງສູງ ສຽງຕ່ຳຊັດເຈນ ແຕ່ພາສາໂອເກະບໍ່ເປັນແບບນັ້ນ ຕົວຢ່າງ om kuay ອ່ານໄດ້ຫລາຍແບບ ທ່ານອ່ານແນວໃດຄຳນີ້ ?

3.ພາສາຄາລາໂອເກະ ບາງຄຳ ອ່ານຍາກ ແລະ ອາດຈະຕ້ອງອ່ານຊ້ຳກັນສອງເຖີງສາມເທື່ອ ຈື່ງຈະເຂົ້າໃຈຜູ້ຢາກຈະສື່ ແຕ່ຖ້າເປັນຄົນທີ່ຄຸ້ນເຄີຍກັນດີກໍ່ຈະເຂົ້າໃຈງ່າຍແດ່ ສ່ວນເພັງ ທີ່ເຄີຍມີພາສາໂອເກະໃຕ້ວີດີໂອ ເພື່ອໃຫ້ຄົນຕ່າງຊາດ ຮ້ອງຕາມເນື້ອເພັງໄດ້.ປັດຈຸບບັນີ້ກໍ່ເບິ່ງຄືຈະໝົດຄວາມນິຍົມົປ ປັດຈຸບນນີ້ຫຼາຍເພັງ ມັກຈະແປເປັນພາສາຕົນເອງເລີຍ ຖ້າຕ່າງຊາດບໍ່ຮູ້ພາສາ ກໍ່ໃຊ້ໂປຣແກຣມແປພາສາຕ່າງໆ ໄດ້ທັງຄວາມຫມາຍຂອງຄຳ ທັງຟັງສຽງນຳ ເຊັ່ນໃຊ້ໂປແກຣມ Google translate,Text To Speech ເປັນຕົ້ນ.

4.ການໃຊ້ພາສາໂອເກະນອກຈາກບໍ່ຊ່ວຍອະນຸລັກພາສາລາວແລ້ວ ແຖມຍັງບໍ່ໄດ້ຊ່ວຍພັດທະນາໃຫ້ມີຄວາມມະຫາສານຂອງຂໍ້ມູນໃນໂລກອິນເຕີເນັດ (Big Data )ໃນໂລກອອນລາຍຂອງລາວຊ້ຳ. ຖ້າຖາມວ່າ ທ່ານຄົ້ນຫາຂໍ້ມູນຕາມ Search Engine ຕ່າງໆ ໃນອິນເຕີເນັດ ທ່ານຈະຄົ້ນຫາເປັນພາສາລາວ ຫຼື ພາສາຄາລາໂອເກະ.

5.ແຕ່ກ່ອນສາຍງານການພັດທະນາແອບທາງໂທລະສັບມືຖື ລວມທັງຄອມພິວເຕີຍັງບໍ່ກ້າວໜ້າດີ ຄີບອດຍັງບໍ່ມີພາສາລາວ ຄົນທີ່ເກີດໃນຊ່ວງຍຸກ 90s ຄົງຈະເຄີຍໃຊ້ ໂທລະສັບ Nokia ລະບົບ Symbian ທີ່ຍັງບໍ່ມີພາສາລາວ ໃນຕອນນັ້ນຖ້າຢາກຈະສົ່ງຂໍ້ຄວາມໄວລຸ້ນຈຶ່ງມັກໃຊ້ພາສາໂອເກະ ຫລື ບໍ່ ກໍ່ພາສາໄທ. ແຕ່ລະບົບໂທລະສັບດ່ຽວນີ້ບໍ່ວ່າຈະເປັນ Android,IOS ມີເກືອບທຸກພາສາທົ່ວໂລກແລ້ວ.ສະລັບພາສາກໍ່ສະດວກສະບາຍ.

6.ພາສາຄະລາໂອເກະ ບໍ່ແມ່ນພາສາທາງການໃນສັງຄົມລາວ ບໍ່ສາມາດນຳມາໃຊ້ຂຽນ,ອ່ານໄດ້ ຈະໃຊ້ທາງການກໍ່ຕໍ່ເມື່ອໃຊ້ຂຽນທັບສັບສະເພາະ ເຊັ່ນ ຊື່ບ້ານ,ຊື່ຖະນົນຫົນທາງ,ຊື່ຄົນ ເພື່ອໃຫ້ເປັນສາກົນໃຫ້ຕ່າງຊາດອ່ານອອກໄດ້.

ແນວໃດກໍ່ດີ ທັງຫມົດທີ່ກ່າວມານັ້ນ ເປັນຄວາມຄິດເຫັນສ່ວນຕົວຂອງຜູ້ຂຽນເອງ.ຜູ້ອ່ານຄິດເຫັນແນວໃດ ສາມາດສະແດງຄວາມຄິດເຫັນຂ້າງລ່າງໄດ້.

]]>
ຊີວິດທີ່ບໍ່ມີວັນຕາຍ https://dekwatlaos.com/buddhology/%e0%ba%8a%e0%ba%b5%e0%ba%a7%e0%ba%b4%e0%ba%94%e0%ba%97%e0%ba%b5%e0%bb%88%e0%ba%9a%e0%bb%8d%e0%bb%88%e0%ba%a1%e0%ba%b5%e0%ba%a7%e0%ba%b1%e0%ba%99%e0%ba%95%e0%ba%b2%e0%ba%8d/722/ Wed, 21 Apr 2021 07:05:21 +0000 https://dekwatlaos.com/?p=722 ອະນັດຕາ ຫຼື ຄວາມບໍ່ມີຕົວຕົນ ເປັນຫນື່ງໃນໄຕລັກສະນະ ເປັນຫຼັກທັມມະຂັ້ນສູງ ແລະ ເຂົ້າໃຈຍາກທີ່ສຸດ ພຣະພຸດທະເຈົ້າ ຖືເປັນບຸກຄົນຕົ້ນແບບທີ່ເຂົ້າເຖີງຄວາມຈິງຂໍ້ນີ້ ຄື ເຂົ້າເຖີງຄວາມບໍ່ມີວັນຕາຍ ບໍ່ມີການເກີດໃຫມ່ອີກ.

ທ່ານເຄີຍສົງໃສ່ບໍ່ວ່າ ຊີວິດນີ້ຕາຍແລ້ວໄປໃສ່ ທຸກຄົນເກີດມາແລ້ວ ຈະຕ້ອງຕາຍ ມະນຸດທີເກີດມາແລ້ວ ບໍ່ຕາຍ ບໍ່ມີ ຈະຕ້ອງເປັນເຫມືອນກັນຫມົົດ ຄືດັບຫາຍໄປຈາກການທີ່ເຮົາເປັນຢູ່ນີ້ ສິ່ງທີ່ຫາຍໄປຈາກທີ່ຫນື່ງ ແລ້ວ ໄປປາກົດອີກບ່ອນຫນື່ງ ເຂົາເອີ້ນວ່າຕາຍຫຼືແນວໃດ?. ຫຼື ຄວາມຈິງແລ້ວ ບໍ່ແມ່ນຄວາມຕາຍ ແຕ່ມັນຄືການປ່ຽນແປງຄັ້ງຍິ່ງໃຫຍ່ຂອງຊີວິດ ຈາກບ່ອນຫນື່ງໄປບ່ອນໜື່ງ ຈາກລັກສະນະຫນື່ງໄປເປັນລັກສະນະຫນື່ງ ເຊີ່ງເກີດຂື້ນຢ່າງວອງໄວ.ຕໍ່ໄປນີ້ຂ້າພະເຈົ້າຈະພະຍາມບອກວ່າ ຊີວິດນີ້ ເປັນພຽງທາດທຳມະຊາດ ແລະ ບໍ່ມີວັນຕາຍໄດ້ແນວໃດ…

1.ວິທະຍາສາດບອກວ່າ ຮ່າງກາຍນີ້ ຄືພະລັງງານ ພຣະພຸດທະເຈົ້າກໍ່ຍັງບອກວ່າ ຮ່າງກາຍນີ້ ຄື ທີ່ປະຊຸມກັນຂອງທາດທັງ 4 ດິນ,ນ້ຳ,ລົມ,ໄຟ ເຊີ່ງດິນກໍ່ມີຢູ່ແບບນັ້ນ ນ້ຳມັນກໍ່ໄຫຼຢູ່ແບບນັ້ນ ລົມກໍ່ມີຢູ່ແບບນັ້ນ ໄຟກໍ່ມີຢູ່ແບບນັ້ນ ເປັນທາດທີ່ມີຢູ່ປະຈຳໂລກ.ບໍ່ແມ່ນຕົວ ບໍ່ແມ່ນຕົນ.ບໍ່ແມ່ນເຮົາ ບໍ່ແມ່ນເຂົາ.

2.ຮ່າງກາຍນີ້ບໍ່ແມ່ນຊິວິດ ຮ່າງກາຍນີ້ເຫມືອນບ້ານຊົ່ວຄາວ, ເໝືອນກ້ອນດິນທິ່ປັ້ນແຕ່ງໄວ້ຊົ່ວຄາວ, ເຫມືອນບໍນ້ຳ, ເໝືອນຊ່ອງຜ່ານລົມ, ເໜືອນບ່ອນກັກເກັບອຸ່ນຫະພູມ.

3.ຮ່າງກາຍ ຫຼື ສິ່ງທີ່ເປັນຢູ່ທັງຫຼາຍ ບໍ່ແມ່ນຊິວິດ ເປັນພຽງການອາໃສ່ກັນຂອງທາດ ທັງ 4 ຈຶ່ງຕັ້ງຢູ່ໄດ້ ຄົນເມື່ອຂາດນ້ຳ ກໍ່ປຽນໄປ ດົນໄປກໍ່ຂາດລົມ, ເມື່ອຂາດດິນ(ອາຫານ) ກໍ່ຂາດກຳລັງ ຂາດໄຟ. ປ່ຽນໄປ ຈົນເຖີງທີ່ສຸດ ຍຸດການເຮັດວຽກສຳພັນກັນຂອງທາດ ແລ້ວຄົນເຂົາກໍ່ສົມຫມຸດພາສາວ່າ ຕາຍ.

4.ຮ່າງກາຍນີ້ ຄືການປະຊຸມກັນຂອງພະລັງງານ. ພະລັງງານນີ້ ບໍ່ມີວັນຕາຍ ພະລັງງານດິນບໍ່ມີວັນຕາຍ,ພະລັງງານນ້ຳບໍ່ມີວັນຕາຍ,ພະລັງງານລົມບໍ່ມີວັນຕາຍ ແລະ ພະລັງງານໄຟກໍ່ບໍ່ມີວັນຕາຍ.ແຕ່ຄືຄວາມປ່ຽນແປ່ງຈາກທີ່ຫນື່ງໄປສູ່ທີ່ຫນື່ງ.ຈາກພາວະຫນື່ງໄປສູ່ພາວະຫນື່ງເທົ່ານັ້ນ.

ຊີວິດຮ່າງກາຍນີ້ ວ່າໂດຍພາວະ ມີ ແຕ່ ຮູບ ກັບ ນາມ ແລະ ລັກສະນະຂອງພາວະນີ້ ມີພຽງ 3 ຄື ອະນິດຈັງ ທຸກຂັງ ອະນັດຕາ ທຸກຊີວາ ທຸກສັບພະສິ່ງ ປະເຊີນຢູ່ ເປັນທຳມະດາ ເປັນກົດຂອງທຳມະຊາດບັງຄັບບັນຊາບໍ່ໄດ້.

]]>
ພູເຂົາຄວາຍ ສະຖານສະແຫວງບຸນຍອດນິຍົມ ຂອງແຂວງວຽງຈັນ https://dekwatlaos.com/travel-lo/%e0%ba%a7%e0%ba%b1%e0%ba%94%e0%ba%9b%e0%bb%88%e0%ba%b2%e0%ba%9e%e0%ba%a3%e0%ba%b0%e0%ba%9a%e0%ba%b2%e0%ba%94%e0%ba%9e%e0%ba%b9%e0%bb%80%e0%ba%82%e0%ba%bb%e0%ba%b2%e0%ba%84%e0%ba%a7%e0%ba%b2%e0%ba%8d/533/ Sat, 19 Dec 2020 15:42:13 +0000 https://dekwatlaos.com/?p=533 ຖ້າທ່ານເປັນຄົນຫນື່ງທີ່ມັກ ເດິນທາງທ່ອງທ່ຽວສະແຫວ່ງບຸນໄປຕາມທີ່ຕ່າງໆ ໂດຍສະເພາະໃນນະຄອນຫຼວງວຽງຈັນ ນ້ອຍຄົນທີ່ຈະບໍ່ຮູ້ຈັກ ພູເຂົາຄວາຍ ເຊີ່ງມີເນື້ອທີ ຫຼາຍກວ່າ 246 ເຮັກຕາ ແລະ ໃນພື້ນທີ່ແຫ່ງນີ້ ມີສະຖານທີ່ເປັນຍອດບຸນ ຊື່ວ່າ ວັດປ່າພຣະບາດພູເຂົາຄວາຍ.

ວັດປ່າພຣະບາດພູເຂົາຄວາຍ ຫຼາຍແຫ່ງເປັນສະຖານສັກສິດ ມີລັກສະນະເປັນເນີນສູງ ມີຖ້ຳຄູຫານ້ອຍໃຫຍ່ ແລະ ງຽບສະຫງົບ ເປັນສະຖານພຳນັກຂອງພຣະນັກປະຕິບັດທັມ ຜູ້ສັນຈອນໄປມາ ຕາມທາງແຫ່ງພຣະຣິຍະອັດຖັງຄິກະມັກ ທັງຝັ່ງໄທອິສານ ແລະ ລາວ.ແລະ ຍັງມີເລື່່ອງເລົ່າ ສະຖານທີ່ສັກສິດ ລຶກລັບຕ່າງໆ ທີ່ຫນ້າສົນໃຈອີກຫຼາຍແຫ່ງ.

ສະຖານທີ່ແຫ່ງນີ້ ຖືເປັນສະຖານທີ່ສະແຫວງບຸນທີ່ສຳຄັນຂອງແຂວງວຽງຈັນ ເປັນທີ່ໝາຍຂອງຜູ້ສະແຫວງບຸນທັງຄະລຶຫັດ ແລະ ນັກບວດ ທີ່ຢາກຈະໄປຂາບໄຫວ້ມະຫາໂພທິເຈດີ ແລະ ຮອຍພຣະບາດ ຈຳລອງ ຈາກພຸດທະຄະຍາ ປະເທດອິນເດຍ.ແຕ່ລະມື້ຈະມີນັກທ່ອງທ່ອງທ່ຽວ ເດີນທາງເຂົ້າມາ ກາບ ສັກກາລະ ບູຊາ ຮອຍພະບາດ, ຖວາຍສັງຄະທານ ນ້ຳປານະ ສິ່ງຂອງທີ່ຈຳເປັນ ແດ່ ພຣະພິກຂຸສົງສາມະເນນ ຕະຫລອດເຖີງ ພໍ່ຂາວ ແມ່ຂາວ ທີ່ບຳເພັນພາວະນາໃນສະຖານທີ່ແຫ່ງນີ້.ນອກຈາກນີ້ ວັດປ່າພຣະບາດພູເຂົາຄວາຍ ຍັງເປັນສຳນັກປະຕິບັດທັມ ທີ່ຈັດງານບຸນປະຕິບັດທັມໃນຊ່ວງທ້າຍປີເປັນປະຈຳ.

ພິກັດ ວັດປ່າພຣະບາດພູເຂົາຄວາຍຕັ້ງຢູ່ ບ້ານນາຍາງ ເມືອງທຸລະຄົມ ແຂວງວຽງຈັນ.ສຳຫລັບການເດີນທາງ ຈາກນະຄອນຫລວງວຽງຈັນ ແມ່ນ ໄປຕາມທາງເລກ 10 ປະມານ 25 ກິໂລແມດ ລ້ຽວຂວາ ເຂົ້າໄປຜ່ານ ບ້ານນານົກຂຸ້ມ ແລະ ບ້ານນາຍາງ ຕື່ມປະມານ 4 ກິໂລແມທ ຈະເຫັນປະຕູໂຂງ ວັດ.

ອາລະບັມພາບ

]]>