Culture – ເດັກວັດລາວ https://dekwatlaos.com ພວກເຮົາຢາກແບ່ງປັນສາລະທັມ,ປະສົບການຮຽນຮູ້ສັງຄົມ ແລະ ເຕັກໂນໂລຊີແຫ່ງຍຸກສະໄຫມ Sun, 22 Aug 2021 17:07:06 +0000 en-US hourly 1 https://wordpress.org/?v=6.9.4 https://dekwatlaos.com/wp-content/uploads/2021/11/cropped-Untitled-1-32x32.png Culture – ເດັກວັດລາວ https://dekwatlaos.com 32 32 ຄວາມເປັນມາ ແລະ ຄວາມສຳຄັນ ວັນກຳມະກອນສາກົນ https://dekwatlaos.com/blog-daily/life-style/%e0%ba%84%e0%ba%a7%e0%ba%b2%e0%ba%a1%e0%bb%80%e0%ba%9b%e0%ba%b1%e0%ba%99%e0%ba%a1%e0%ba%b2-%e0%bb%81%e0%ba%a5%e0%ba%b0-%e0%ba%84%e0%ba%a7%e0%ba%b2%e0%ba%a1%e0%ba%aa%e0%ba%b3%e0%ba%84%e0%ba%b1%e0%ba%99/834/ Wed, 05 May 2021 18:54:21 +0000 https://dekwatlaos.com/?p=834 ໃນທຸກປີຜູ້ອອກແຮງງານ ຫຼື ລູກຈ້າງໃນຫຼາຍປະເທດຈະໄດ້ພັກວຽກໃນວັນກຳມະກອນສາກົນ ຫຼື ວັນແຮງານສາກົນ ເຊິ່ງກົງກັບວັນທີ່ 01 ພຶດສະພາ ຂອງທຸກໆປີ ເພື່ອໃຫ້ທຸກຄົນໄດ້ລະນຶກເຖິງຄວາມສຳຄັນຂອງວັນກຳມະກອນ ແລະ ໃນປະເທດລາວເຮົາກໍ່ຖືເອົາມື້ນີ ເປັມື້ພັກກຳມະກອນ ເຫມືອນກັບຫຼາຍປະເທດ ເຊີ່ງໃນປະເທດລາວເຮົາເອງ ກໍ່ມີກຳມະກອນ ຜູ້ອອກແຮງງານຫຼາຍແສນຄົນ. ຜູ້ອອກແຮງງານຖືເປັນແຮງຂັບເຄື່ອນເສດຖະກິດໃນທຸກພາກສ່ວນ ເຊີ່ງມື້ນີ້ ເດັກວັດລາວກໍ່ໄດ້ ໄດ້ຮວບຮ່ວມເອົາປະຫວັດຄວາມເປັນມາຂອງວັນກຳມະກອນສາກົນມາເລົ່າໃຫ້ທຸກຄົນໄດ້ອ່ານ.

ເມື່ອ 130 ກວ່າປີກ່ອນ ຂະນະທີ່ໂລກເຂົ້າສູ່ຍຸກອຸດສາຫະກຳ ຜູ້ປະກອບການໃຊ້ເຄື່ອງຈັກຄວບຄູ່ກັບແຮງງານມະນຸດໂດຍບໍ່ມີສະຫວັດດິການ ຫຼື ຂໍ້ຕົກລົງທີ່ຊັດເຈນ ລະຫວ່າງ ນາຍຈ້າງ ແລະ ລູກຈ້າງ, ຈົນມາຮອດປີ ຄສ 1989 ແຮງງານໃນສະຫະຣັດໄດ້ຮຽກຮ້ອງໃຫ້ກຳນົດເວລາເຮັດວຽກສູງສຸດມື້ລະ 8 ຊົ່ວໂມງ ລວມເຖິງໃຫ້ທົບທວນສິດທິຂອງແຮງານດ້ານອື່ນຕາມຄວາມເໝາະສົມ ຈົນກາຍເປັນການຊຸມນຸມທີ່ຍິ່ງໃຫຍ່ ຢູ່ທີ່ Haymarket Square ສະຫະຣັດອາເມລິກາ.

ການປະທະກັນລະຫວ່າງກຸ່ມແຮງງານ ແລະ ຕຳຫຼວດສົ່ງຜົນໃຫ້ມີຜູ້ບາດເຈັບ ແລະ ເສຍຊີວິດທັງສອງຝ່າຍ ທົ່ວໂລກຍົກຍ້ອງຄວາມກ້າຫານຂອງການຕໍ່ລອງຄັ້ງນັ້ນ ລະຫວ່າງຂະບວນການແຮງງານ ແລະ ລັດຖະບານ ດ້ວຍການກຳນົດໃຫ້ວັນທີ່ 01 ພຶດສະພາ ຂອງທຸກປີ ເປັນວັນກຳມະກອນສາກົນ ຫຼື ທີ່ເອີ້ນກັນອີກຊື່ໜຶ່ງກໍ່ແມ່ນ ເມເດ່ (May Day).

ການປະທະກັນລະຫວ່າງແຮງງານ ກັບ ລັດຖະບານໄດ້ເກີດຂຶ້ນຢູ່ຫຼາຍໆ ປະເທດ ເພື່ອເຈລະຈາຕໍ່ລອງໃຫ້ເກີດການຈ້າງງານຢ່າງເປັນທຳ ລວມເຖິງການຈັດສະຫວັດດີການທີ່ເໝາະສົມດ້ານຄວາມປອດໄພຕໍ່ສຸຂະພາບຂອງແຮງງານ ໃນລະຫວ່າງການປະຕິບັດໜ້າທີ່, ຕົວຢ່າງປະເທດທີ່ໃຫ້ແຮງງານໄດ້ພັກວຽກໃນວັນທີ່ 01 ພຶດສະພາ ໄດ້ແກ່ ສະຫະລັດອາເມລິກາ ຈີນ ເຢຍລະມັນ ຝລັ່ງ ອິຕາລີ ອິນເດຍ ສີລັງກາ ຫວຽດນາມ ໄທ ລາວ ເປັນຕົ້ນ.

ແລະ ປະເທດອື່ນ ທີ່ມີວັນກຳມະກອນ ແຕກຕ່າງ ເຊັ່ນ

ປະເທດອົດສະຕາລີ ມີວັນກຳມະກອນແຫ່ງຊາດ ຄື ວັນຈັນທຳອິດ ຂອງເດືອນ 10, ແຕ່ບາງຣັດ ເຊັ່ນວ່າ ພາກໃຕ້ຂອງອົດສະຕາລີ,ວີກຕໍເຣຍ,ຕັດສະມາເນຍ ເປັນວັນຈັນທີ່ສອງ ຂອງເດືອນ 3.

ບັງກະລາເທດ ແມ່ນ ວັນທີ່ 24 ເມສາ ປະກາດເປັນວັນຄວາມປອດໄພຂອງກຳມະກອນ

ແຄນນາດາ ແມ່ນວັນຈັນທຳອິດຂອງ ກັນຍາ ຕັ້ງແຕ່ປີ 1594

Sources:

https://www.thairath.co.th/lifestyle/culture/1832869

https://en.wikipedia.org/wiki/Labour_Day

]]>
ປະຫວັດມື້ຂີ້ຕົ໋ວະ https://dekwatlaos.com/blog-daily/life-style/%e0%ba%9b%e0%ba%b0%e0%ba%ab%e0%ba%a7%e0%ba%b1%e0%ba%94%e0%ba%a1%e0%ba%b7%e0%bb%89%e0%ba%82%e0%ba%b5%e0%bb%89%e0%ba%95%e0%ba%bb%e0%bb%8b%e0%ba%a7%e0%ba%b0/53/ Tue, 14 Apr 2020 06:07:00 +0000  ປະຫວັດມື້ຂີ້ຕົ໋ວະ / April Fools’ Day ມື້ຂີ້ຕົ໋ວະ ມີຊື່ເອີ້ນວ່າ ວັນເມສາ ຫນ້າໂງ່ ຫລືອ (April Fools’Day) ປະຫວັດຂອງມື້ນີ້ ນັກປະຫວັດສາດຄາດວ່າ ເລີ່ມຕົ້ນທີ່ປະເທດຝຣັ່ງເສດໃນຍຸກສະຕະວັດທີ່ 16 ຕອນນັ້ນຄົນຝຣັ່ງເສດມີມື້ປີໃຫມ່ກົງກັບມື້ວັນທີ່ 1 ເມສາ ຕາມປະຕິທິນຈູເຣີຍນ (Julian calendar ) ເຫມືອນກັບປະຕິທິນຂອງຊາວຮິນດູ ຈົນມາຮອດ ຄ.ສ 1562 ຝຣັ່ງປະກາດປ່ຽນມາຖືປະຕິທິນເກຣກໍເຣີຍນ(Gregorian calendar) ຈຶ່ງກຳຫນົດໃຫ້ຊາວຄຣິສທົ່ວໂລກສະລອງມື້ປີໃຫມ່ພ້ອມກັນເປັນວັນທີ່ 1 ມັງກອນ. ເຫດກໍ່ຄື ສະໄຫມກ່ອນ ຂ່າວສານບໍ່ໄດ້ກະຈ່າຍໄວ ເຫມືອນສະໄຫມນີ້ ຄົນບ້ານນອກຂອງຝຣັ່ງເສດບາງກຸ່ມຍັງບໍ່ຮູ້ ແຖມບາງຄົນໄດ້ຍິນແລ້ວກໍ່ຍັງບໍ່ເຊື່ອ ເລຍສະລອງມື້ປີໃຫມ່ວັນທີ່ 1 ເມສາ ຄືເກົ່າ ເຮັດໃຫ້ພວກບໍ່ຕົກຍຸກເຍາະເຍື້ອຍພວກຕົກຍຸກວ່າ “ຫນ້າໂງ່ “ ພະຍາຍາມຕັ໋ວະຄົນພວກນັ້ນເພື່ອຄວາມ ສະນຸກເຮຮ່າອີກ ວັນທີ່ 1 ເມສາ ກໍ່ເລຍກາຍເປັນວັນທີ່ຄົນຫລອກຕັ໋ວະກັນດ້ວຍການແຕ່ງເລື່ອງອິຫຍັງກໍ່ໄດ້ມາໃຫ້ຄົນອື່ນເຊື່ອ ຈາກນັ້ນຄ່ອຍສະເລຍໃນຕອນທ້າຍ ເຊີ່ງເລື່ອງທີ່ເອົາມາຕັ໋ວະນັ້ນຈະຕ້ອງບໍ່ເຮັດໃຫ້ອີກຝ່າຍເຖີງກັບເລືອດຕົກຍາງອອກ ແລະ ຄົນທີ່ຖືກຕັ໋ວະຈະຕ້ອງບໍ່ຮ້າຍໃຫ້ນຳ ເພາະເຊື່ອວ່າ ມື້ນີ້ເປັນມື້ ພິເສດ. Apri Fools Day ສະເຫລີມສະຫລອງ ໃນວັນທີ່ 1 ເມສາ ຂອງທຸກໆປີ ແລະ ເລີ່ມເປັນທີ່ນິຍົມໃນຫລາຍໆປະເທດໂດຍສະເພາະໃນແຄນນາດາ ຍຸໂຣບ, ອອສເຕຣເລຍ, ບຣາຊິວ ແລະ ສະຫະຣັຖອະເມລິກາ

ຕົວຢ່າງເຫດການການຫລີ້ນໃນມື້ April Fools’ Day

-ໃນປີ 2005 ສະຖານີໂທລະທັດ ຊ່ອງ 3 ທີ່ Estonia ໄດ້ອອກປະກາດວ່າມີວິທີ່ເຮັດໃຫ້ສະຖາທານີຮູ້ວ່າ ຕອນນີ້ ນີ້ມີຜູ້ຊົມຢູ່ຫນ້າຈໍຈັກຄົນ ແລະ ຍັງບອກໃຫ້ຜູ້ຊົມໃສ່ຫລຽນໄປທີ່ຫນ້າຈໍໂທລະທັດເພື່ອຈະເບິ່ງລາຍການໂທລະທັດຕໍ່
-ໃນປີ2005 ທາງອົງການ NASA ໄດ້ໃສ່ພາດຫົວເທິງ Website ຂອງຕົວເອງວ່າ ໄດ້ພົບນ້ຳທີ່ດາວອັງຄານ ຊີ່ງເມືອຄລິກເຂົ້າໄປກໍ່ຈະພົບພາບແກ້ວນ້ຳວາງຢູ່ເທິງຂະຫນົມຍີ່ຫໍ້ Mars
-ໃນປີ 2008 ມີຂ່າວຫລອກໆດ້ວຍຫລາຍໆບໍລິສັດເຊັ່ນ
Pizzahut ປ່ຽນເປັນ Pasta Hut ໃນ ໂຮມເພຈຂອງ Pizzahut.com
BMW ປະກາດເທ້ກໂນໂລຢີໃຫມ່ທີ່ໃຊ້ປ້ອງກັນຫມາຍ່ຽວໃສ່ລົດ ໂດຍການປ່ອຍກະແສ່ໄຟຟ້າຕອບກັບເພື່ອຊ້ອດມັນຄືນ.   Sources:


https://www.history.com/topics/holidays/april-fools-day
https://th.wikipedia.org/…/%E0%B8%A7%E0%B8%B1%E0%B8%99%E0%B…
https://thethaiger.com/…/April-Fools-Day-%E0%B8%AB%E0%B8%A3…

]]>