Articles – ເດັກວັດລາວ https://dekwatlaos.com ພວກເຮົາຢາກແບ່ງປັນສາລະທັມ,ປະສົບການຮຽນຮູ້ສັງຄົມ ແລະ ເຕັກໂນໂລຊີແຫ່ງຍຸກສະໄຫມ Sat, 02 Oct 2021 17:22:51 +0000 en-US hourly 1 https://wordpress.org/?v=6.9.4 https://dekwatlaos.com/wp-content/uploads/2021/11/cropped-Untitled-1-32x32.png Articles – ເດັກວັດລາວ https://dekwatlaos.com 32 32 6 ເຫດຜົນທີ່ເຮົາຄວນເລິກພິມພາສາຄາລະໂອເກະໄດ້ແລ້ວ https://dekwatlaos.com/blog-daily/5-%e0%bb%80%e0%ba%ab%e0%ba%94%e0%ba%9c%e0%ba%bb%e0%ba%99%e0%ba%97%e0%ba%b5%e0%bb%88%e0%bb%80%e0%ba%ae%e0%ba%bb%e0%ba%b2%e0%ba%84%e0%ba%a7%e0%ba%99%e0%bb%80%e0%ba%a5%e0%ba%b4%e0%ba%81%e0%ba%9e%e0%ba%b4/854/ Sat, 08 May 2021 09:16:08 +0000 https://dekwatlaos.com/?p=854 ການໃຊ້ຕົວອັກສອນໂລມັນມາຂຽນທັບສັບພາສາລາວ ທີ່ເຮົາເອີ້ນວ່າ ພາສາຄາລາໂອເກະນັ້ນ ແຕ່ກ່ອນເປັນຫຍັງຈື່ງເປັນທີ່ນິຍົມຂອງຫມູ່ໄວລຸ້ນລາວ ແລ້ວຕອນນີ້ເດ້ ເຂົາຍັງນິຍົມບໍ່ ແລ້ວເປັນຫຍັງເຮົາຈຶ່ງຄວນເຊົາຂຽນພາສາແບບນີ້ໄດ້ແລ້ວ ນີ້ຄື 6 ເຫດຜົນ.

1.ການໃຊ້ພາສາໂອເກະບໍ່ໄດ້ເບິ່ງຄືເທ້ ຫລື ເບິ່ງຄືເກັ່ງພາສາແຕ່ຢ່າງໃດ ແຖມຍັງບໍ່ໄດ້ຊ່ວຍພັດທະນາການໃຊ້ພາສາອັງກິດໃຫ້ຖືກຫລັກໄວຍາກອນ ເພາະເປັນຄົນລະພາສາ ພຽງແຕ່ເຮົາຍືມອັກສອນເຂົາມາແປງສຽງອ່ານເປັນພາສາລາວເທົ່ານັ້ນ.

2.ພາສາໂອເກະອາດເຮັດໃຫ້ສັບສົນເລື່ອງຂອງການອ່ານອອກສຽງ ເພາະພາສາລາວກັບອັງກິດແຕກຕ່າງກັນຢ່າງສິ້ນເຊີງ ພາສາລາວມີສະຫລະ ຂື້ນລົງ ສຽງສູງ ສຽງຕ່ຳຊັດເຈນ ແຕ່ພາສາໂອເກະບໍ່ເປັນແບບນັ້ນ ຕົວຢ່າງ om kuay ອ່ານໄດ້ຫລາຍແບບ ທ່ານອ່ານແນວໃດຄຳນີ້ ?

3.ພາສາຄາລາໂອເກະ ບາງຄຳ ອ່ານຍາກ ແລະ ອາດຈະຕ້ອງອ່ານຊ້ຳກັນສອງເຖີງສາມເທື່ອ ຈື່ງຈະເຂົ້າໃຈຜູ້ຢາກຈະສື່ ແຕ່ຖ້າເປັນຄົນທີ່ຄຸ້ນເຄີຍກັນດີກໍ່ຈະເຂົ້າໃຈງ່າຍແດ່ ສ່ວນເພັງ ທີ່ເຄີຍມີພາສາໂອເກະໃຕ້ວີດີໂອ ເພື່ອໃຫ້ຄົນຕ່າງຊາດ ຮ້ອງຕາມເນື້ອເພັງໄດ້.ປັດຈຸບບັນີ້ກໍ່ເບິ່ງຄືຈະໝົດຄວາມນິຍົມົປ ປັດຈຸບນນີ້ຫຼາຍເພັງ ມັກຈະແປເປັນພາສາຕົນເອງເລີຍ ຖ້າຕ່າງຊາດບໍ່ຮູ້ພາສາ ກໍ່ໃຊ້ໂປຣແກຣມແປພາສາຕ່າງໆ ໄດ້ທັງຄວາມຫມາຍຂອງຄຳ ທັງຟັງສຽງນຳ ເຊັ່ນໃຊ້ໂປແກຣມ Google translate,Text To Speech ເປັນຕົ້ນ.

4.ການໃຊ້ພາສາໂອເກະນອກຈາກບໍ່ຊ່ວຍອະນຸລັກພາສາລາວແລ້ວ ແຖມຍັງບໍ່ໄດ້ຊ່ວຍພັດທະນາໃຫ້ມີຄວາມມະຫາສານຂອງຂໍ້ມູນໃນໂລກອິນເຕີເນັດ (Big Data )ໃນໂລກອອນລາຍຂອງລາວຊ້ຳ. ຖ້າຖາມວ່າ ທ່ານຄົ້ນຫາຂໍ້ມູນຕາມ Search Engine ຕ່າງໆ ໃນອິນເຕີເນັດ ທ່ານຈະຄົ້ນຫາເປັນພາສາລາວ ຫຼື ພາສາຄາລາໂອເກະ.

5.ແຕ່ກ່ອນສາຍງານການພັດທະນາແອບທາງໂທລະສັບມືຖື ລວມທັງຄອມພິວເຕີຍັງບໍ່ກ້າວໜ້າດີ ຄີບອດຍັງບໍ່ມີພາສາລາວ ຄົນທີ່ເກີດໃນຊ່ວງຍຸກ 90s ຄົງຈະເຄີຍໃຊ້ ໂທລະສັບ Nokia ລະບົບ Symbian ທີ່ຍັງບໍ່ມີພາສາລາວ ໃນຕອນນັ້ນຖ້າຢາກຈະສົ່ງຂໍ້ຄວາມໄວລຸ້ນຈຶ່ງມັກໃຊ້ພາສາໂອເກະ ຫລື ບໍ່ ກໍ່ພາສາໄທ. ແຕ່ລະບົບໂທລະສັບດ່ຽວນີ້ບໍ່ວ່າຈະເປັນ Android,IOS ມີເກືອບທຸກພາສາທົ່ວໂລກແລ້ວ.ສະລັບພາສາກໍ່ສະດວກສະບາຍ.

6.ພາສາຄະລາໂອເກະ ບໍ່ແມ່ນພາສາທາງການໃນສັງຄົມລາວ ບໍ່ສາມາດນຳມາໃຊ້ຂຽນ,ອ່ານໄດ້ ຈະໃຊ້ທາງການກໍ່ຕໍ່ເມື່ອໃຊ້ຂຽນທັບສັບສະເພາະ ເຊັ່ນ ຊື່ບ້ານ,ຊື່ຖະນົນຫົນທາງ,ຊື່ຄົນ ເພື່ອໃຫ້ເປັນສາກົນໃຫ້ຕ່າງຊາດອ່ານອອກໄດ້.

ແນວໃດກໍ່ດີ ທັງຫມົດທີ່ກ່າວມານັ້ນ ເປັນຄວາມຄິດເຫັນສ່ວນຕົວຂອງຜູ້ຂຽນເອງ.ຜູ້ອ່ານຄິດເຫັນແນວໃດ ສາມາດສະແດງຄວາມຄິດເຫັນຂ້າງລ່າງໄດ້.

]]>
ຮູ້ຈັກລາງວັນຊີໄຣຕ໌ ແລະ ຫນັງສື ທີ່ໄດ້ຮັບລາງວັນຂອງນັກປະພັນລາວ https://dekwatlaos.com/blog-daily/life-style/%e0%ba%ae%e0%ba%b9%e0%bb%89%e0%ba%88%e0%ba%b1%e0%ba%81%e0%ba%a5%e0%ba%b2%e0%ba%87%e0%ba%a7%e0%ba%b1%e0%ba%99%e0%ba%8a%e0%ba%b5%e0%bb%84%e0%ba%a3%e0%ba%95%e0%bb%8c-%e0%bb%81%e0%ba%a5%e0%ba%b0-%e0%ba%ab/118/ Tue, 04 Aug 2020 11:06:00 +0000 ສະບາຍດີ ມື້ນີ້ເຮົາມາຮູ້ກັບລາງວັນຊີໄຣຕ໌ນຳກັນເດີ້ ເຊີ່ງເປັນລາງວັນທີ່ກຳລັງເປັນທີ່ຮູ້ຈັກກັນດີ ແລະ ເປັນລາງວັນທີ່ຊົງຄຸຸນຄ່າສຳຫລັບນັກປະພັນ ຄິດວ່ານ້ອຍຄົນທີ່ຈະຮູ້ຈັກ ທີ່ໄປທີ່ມາຂອງລາງວັນນີ້ເນາະ.

ຮູ້ຈັກລາງວັນຊີໄຣຕ໌

ຊີໄຣຕ໌ ຊື່ເຕັມວ່າ ລາງວັນວັນນະກຳສ້າງສັນຍອດຢ້ຽມແຫ່ງອາຊຽນ ພາສາອັງກິດ ຂຽນວ່າ S.E.A Write (Southeast Asian Writer Award ) ເປັນລາງວັນປະຈຳປີທີ່ມອບໃຫ້ແກ່ ນັກປະພັນ 10 ປະເທດສະມາຊິກອາຊຽນ ເອເຊຍຕະເວັນອອກສຽງໃຕ້ ໄດ້ແກ່ ບຣູໄນ.ກຳປູເຈຍ,ອິນໂດເນຍເຊຍ,ລາວ,ມາເລຍເຊຍ,ພະມ້າ,ຟິລິບປິນ,ສິງກະໂປ,ໄທ ແລະ ຫວຽດນາມ.

ຊີໄຣຕ໌ ເລີ່ມກໍ່ຕັ້ງ ປີ ຄ.ສ 1979.ໂດຍການລິເລີ່ມຂອງເຄີຣ໌ທ ວ້າຊໄຟທ໌ລ (Kurt Wachtveitl) ຄົນເຢລະມັນ ນັກທຸລະກິດ ແລະ ຜູ້ຈັດການໂຮງແຮມໂອຣຽນເຕັລ ທີ່ຕ້ອງການສະນັບສະນູນນັກຂຽນລຸ້ນໃຫມ່ຈາກກຸ່ມປະເທດໃນແຖບເອເຊຍທີ່ມີຜົນງານດີເດັ່ນ.ເນື່ອງຈາກໂຮງແຮມໂອຣຽນເຕັລມີປະຫວັດກ່ຽວຂ້ອງກັບນັກຂຽນຊັ້ນນຳຂອງໂລກມາເປັນເວລາດົນນານ.

ແນວໃດ່ກໍ່ຕາມນັບຕັ້ງແຕ່ມີການກໍ່ຕັ້ງລາງວັນຊີໄຣຕ໌ຂື້ນ ສະມາຄົມປະຊາຊາດອາຊຽນ ຕະເວັນອອກສຽງໃຕ້ ປະກອບມີແຕ່ພຽງ 5 ປະເທດເທົ່ານັ້ນ ຕໍ່ມາຈື່ງມີປະເທດອື່ນໆເຂົ້າຮ່ວມ ສ່ວນປະເທດລາວ ແລະ ພະມ້າ ເຂົ້າຮ່ວມໃນປີ ຄ.ສ 1997 ແລະ ຕໍ່ມາໃນ ປີ ຄ.ສ 1998 ທ່ານ ທອງຄຳ ອ່ອນມະນີສອນ ໄດ້ຮັບລາງວັນ ເປັນຄົນທຳອິດຂອງລາວ.

ປະເພດງານຂຽນ ແລະ ນັກປະພັນທີ່ໄດ້ຮັບລາງວັນໃນລາວ

ປະເພດງານຂຽນທີ່ໄດ້ຮັບລາງວັນທີ່ຜ່ານມາ ມີຫລາກຫລາຍຮູບແບບ ຢ່າງເຊັ່ນ ກະວີນິພົນ,ເລື່ອງສັ້ນ,ນະວະນິຍາຍ,ບົດລະຄອນ,ຄະຕິຊີວິດ ສຳຫລັບໃນປະເທດລາວ ຕັ້ງແຕ່ປີ 1999-2019 ມີຜູ້ໄດ້ຮັບລາງວັນປະຈຳທຸກປີ ດັ່ງມີລາຍຊື່ ພ້ອມ ຊື່ເລື່ອງທີ່ໄດ້ຮັບວາງດ່ັງນີ້:

ຄ.ສ 1998 ທ່ານ ດ ລ ທອງຄຳ ອ່ອນມະນີສອນ  ບົດກະວີ “ນ້ຳຕາແມ່”

ຄ.ສ 1999 ທ່ານ ຈັນທີ ເດືອນສະຫວັນ ເລື່ອງສັ້ນ ” ຄ້າງຄືນໃນປ່າເລີກ “

ຄ.ສ 2000 ທ່ານ ສຸວັນທອນ ບຸບຜານຸວົງ  ນະວະນິຍາຍ  ” ສອງເອື້ອຍນ້ອງ”

ຄ.ສ 2001  ທ່ານ  ໂສມສີ ເດຊາຄຳພູ ບົດກະວີ ” ຜິກແຜ່ນດິນປີ້ນແຜ່ນຝ້າຢາກເຫັນໜ້າໃຫ້ເບິ່ງຫຼັງ”

ຄ.ສ 2002 ທ່ານ  ວິເສດ ສະແຫວງສຶກສາ ເລຶ່ອງສັ້ນ “ນົກອ້ຽງຂີ່ຕາຄວາຍ”

ຄ.ສ 2003 ທ່ານ ທຽບ ວົງປະກາຍ ນະວະນິຍາຍ  ” ພາຍຸຊີວິດ”

ຄ.ສ 2004 ທ່ານ ທອງໃບ ໂພທິສານ ບົດກະວີ ” ງົວກັບກຽນ “

ຄ.ສ 2005 ທ່ານ ບຸນເສີນ ແສງມະນີ ເລື່ອງສັ້ນ ” ປະເພນີ ແລະ ຊີວິດ”

ຄ.ສ 2006  ທ່ານ ດວງເດືອນ ບຸນຍາວົງ ນະວະນິຍາຍ ” ອາຖັນແຫ່ງພົງໄພ “

ຄ.ສ 2007 ທ່ານ ຫຸມພັນ ລັດຕະນະວົງ ບົດກະວີ ” ສຸດອາໄລ”

ຄ.ສ 2008 ທ່ານ ໂອທອງ ຄຳແສງ ຄຳອິນຊູ  ເລື່ອງສັ້ນ ” ສີ້ນໄໝຜື້ນເກົ່າໆ “

ຄ.ສ 2009 ທ່ານ ແສງຄຳ ສີນົນທອງ ນະວະນິຍາຍ ” ໄຟດັບບໍ່ສີ້ນແສງ “

ຄ.ສ 2010 ທ່ານ ດາຣາ ກັນລະຍາ ( ດວງຈຳປາ) ບົດກະວີ ” ບໍ່ມີແຕ່ເຈົ້າ “

ຄ.ສ 2011 ບຸນທະນອງ ຊົມໄຊພົນ ເລື່ອງສັ້ນສອງພາສາ “ກະດູກອະເມລິກາ” (America Bones)

ຄ.ສ 2012 ດວງໄຊ ຫລວງພະສີ ນະວະນິຍາຍ ເລື່ອງ “ສາຍເລືອດດ່ຽວກັນ” (The Same Blood Origin)

ຄ.ສ 2013 ທ່ານ ສຸກຂີ ນໍລະສີລປ໌ ”ຄວາມຫລັງຄັ້ງເຍົາໄວ”

ຄ.ສ 2014 ທ່ານ ສົມສຸກ ສຸກສະຫວັດ ເລື່ອງສັ້ນ “ອະນາຈັກບິນບົນ”

ຄ.ສ 2015 ທ່ານ ພອນສະຫວັນ ພັນທະວິຈິດ ບົດກະວີ ເລື່ອງ “ສາຍນ້ຳ ທີ່ໄຫລກັບ

ຄ.ສ 2016 ສຸບັນ ຫລວງລາດ ບົດກະວີ “ມູນມັງ ຫລັງມານຫມອກ”  (The Heritage Behind the Clouds)

ຄ.ສ 2017 ທ່ານ ສົມໃຈ ຈັນທະວົງ ເລື່ອງສັ້ນ “ແຫວນຄຳ”

ຄ.ສ 2018 ທ່ານ ນາງ ຜິວລາວັນ ຫລວງວັນນາ ນະວະນິຍາຍ “ແທນຄຳສາລະພາບ”

ຄ.ສ 2019 ພຣະ ໄພວັນ ມາລາວົງ ບົດກະວີ  “ຫອມແຜ່ນດິນລາວ”

ຄວາມສຳຄັນຂອງລາງວັນຊີໄຣຕ໌

ລາງວັນຊີໄຣຕ໌ ມີຄວາມມຸ່ງຫມາຍເພື່ອສົງເສີມ ສະນັບສະນູນ ແລະ ເຊີດຊູ ນັກຂຽນໃນກຸ່ມປະເທດອາຊຽນ. ລາງວັນຊີໄຣຕ໌ ຖືວ່າເປັນລາງວັນດ່ຽວໃນທົ່ວໂລກທີ່ມອບລາງວັນວັນນະກຳໃຫ້ແກ່ນັກຂຽນຈາກຫລາກຫລາຍປະເທດໃນພູມມິພາກ ເປັນລາງວັນທີ່ມີຊື່ສຽງເປັນທີ່ຮູ້ຈັກໃນແວດວົງວັນນະກຳທົ່ວໂລກ ອີກທັງຍັງເປັນວັນນະກຳທີ່ສ້າງຊື່ສຽງ ແລະ ກຽດອັນສະງ່າງາມໃຫ້ແກ່ນັກຂຽນອີກດ້ວຍ.

ພິທີມອບຮັບລາງວັນ

ປະເທດໄທຍ ໃນຖານະເປັນພູມມິປະເທດທີ່ກໍ່ຕັ້ງລາງວັນນີ້ ຈະມີພິທີພຣະຣາຊະທານຈັດຂື້ນເປັນປະຈຳທີ່ກຸງເທບມະຫານະຄອນ.

ລາງວັນປະກອບດ້ວຍ

1.ແຜ່ນໂລຫະຈາລຶກຊື່ເປັນອະນຸສອນກຽດປະຫວັດ

2.ເງິນສົດ

3.ນັກຂຽນກຸ່ມປະເທດອາຊຽນ 9 ປະເທດ ຍົກເວັ້ນ ປະເທດໄທ ມາຮັບລາງວັນແລ້ວພ້ອມກັບທັດສະນະສຶກສາໃນປະເທດໄທກັບນັກຂຽນຊີໄຣຕ໌ໄທ ເປັນເວລາ 1 ອາທິດ.

4.ສ່ວນນັກຂຽນໄທທີ່ໄດ້ຮັບລາງວັນສາມາດເລືອກໄປປະເທດໃດ່ຫນື່ງໃນກຸ່ມປະເທດອາຊຽນ ເປັນເວລາ 1 ອາທິດ ໂດຍ ຜູ້ຈັດຈະເປັນຜູ້ອອກຄ່າເດີນທາງ ຄ່າທີ່ພັກ ແລະ ອາຫານ ທັງຫມົດໃຫ້ (ສາມາດໃຊ້ສິດພາຍໃນ 1 ປີ ).

]]>