ໂພສທັມມະ – ເດັກວັດລາວ https://dekwatlaos.com ພວກເຮົາຢາກແບ່ງປັນສາລະທັມ,ປະສົບການຮຽນຮູ້ສັງຄົມ ແລະ ເຕັກໂນໂລຊີແຫ່ງຍຸກສະໄຫມ Tue, 18 May 2021 09:44:41 +0000 en-US hourly 1 https://wordpress.org/?v=6.9.4 https://dekwatlaos.com/wp-content/uploads/2021/11/cropped-Untitled-1-32x32.png ໂພສທັມມະ – ເດັກວັດລາວ https://dekwatlaos.com 32 32 ມຸງຄຸນຊີວິດ 38 ເພື່ອຄວາມຈະເລີນຮຸ່ງເຮື່ອງຂອງຊີວິດ https://dekwatlaos.com/buddhology/%e0%ba%a1%e0%ba%b8%e0%ba%87%e0%ba%84%e0%ba%b8%e0%ba%99%e0%ba%8a%e0%ba%b5%e0%ba%a7%e0%ba%b4%e0%ba%94-38-%e0%bb%80%e0%ba%9e%e0%ba%b7%e0%bb%88%e0%ba%ad%e0%ba%84%e0%ba%a7%e0%ba%b2%e0%ba%a1%e0%ba%88/714/ Wed, 21 Apr 2021 04:59:23 +0000 https://dekwatlaos.com/?p=714 ມຸງຄຸນຊີວິດ 38 ເພື່ອຄວາມເປັນສິຣິມຸງຄຸນ ແດ່ທ່ານທັງຫລາຍ ຜູ້ໃຝ່ໃນຄວາມຜາສຸກ ແລະ ຄວາມຈະເລີນທາງໂລກ ແລະ ທາງທັມ.ບຸກຄົນໃດປະພຶດບໍາເພັນ ມຸງຄຸນ38 ປະການ ໃຫ້ມີໃນຕົນແລ້ວ, ຈະເປັນຜູ້ບໍ່ປະຣາໄຊໃນທີ່ທັງປວງ ແລະ ຍ່ອມເຖິງຄວາມສະຫວັດດີໃນທີ່ທຸກສະຖານ.

ມຸງຄຸນ ຄືເຫດແຫ່ງຄວາມສຸກ ຄວາມກ້າວຫນ້າໃນການດຳເນີນຊີວິດ ເຊີ່ງພຣະພຸດທະເຈົ້າໄດ້ຊົງສະແດງໄວ້ໃຫ້ພູດທະສາສະນິກກະຊົນໄດ້ປະຕິບັດ ນຳມາຈາກມຸງຄຸນສູດທີ່ພຣະພຸດທະເຈົ້າຕັດຕອບປັນຫາເທວະດາຕົນໜຶ່ງ ໄດ້ຂາບທູນຖາມພຣະຜູ້ມີພຣະພາຄເຈົ້າວ່າ ໝູ່ເທວະດາ ແລະ ມະນຸສ ທັງຫລາຍ ມຸ່ງຫມາຍຄວາມຈະເລີນກ້າວໜ້າ, ໄດ້ຄິດເຖິງເລື່ອງມຸງຄຸນແລ້ວ, ຂໍພຣະອົງຈົ່ງບອກທາງ ມຸງຄຸນອັນສູງສຸດເທີ້ນ ສົມເດັດພຣະຜູ້ມີພຣະພາຄເຈົ້າ ຈຶ່ງຕຣັດຕອບດັ່ງນີ້ວ່າ:

1.ການບໍ່ຄົບຄົນພາລ 2.ການຄົບບັນດິຕ 3.ການບູຊາຕໍ່ບຸຄຄົລທີ່ຄວນບູຊາ, ຢ່າງນີ້ເປັນມຸງຄຸນອັນສູງສຸດ

4.ການຢູ່ໃນປະເທດອັນສົມຄວນ 5.ການເປັນຜູ້ມີບຸນຍ໌ໄດ້ທໍາໄວ້ກ່ອນແລ້ວ 6. ການຕັ້ງຕົນໄວ້ ຖືກຕ້ອງ, ຢ່າງນີ້ເປັນມຸງຄຸນອັນສູງສຸດ

7.ການເປັນຜູ້ໄດ້ຍິນໄດ້ຟັງຫລາຍ 8.ການມີສີລະປະວິທະຍາ 9.ວິນັຍທີ່ສຶກສາດີແລ້ວ 10.ວາຈາທີ່ເປັນສຸພາສິຕ  ຢ່າງນີ້ເປັນມຸງຄຸນອັນສູງສຸດ;

11.ການບໍາລຸງລ້ຽງມານດາບິດາ 12.ການສົງເຄາະບຸຕ 13. ການສົງເຄາະພັນຣະຍາ (ການສົງເຄາະບຸຕ ແລະພັນຣະຍາ) 14.ການງານບໍ່ຄ້າງຄາສັບສົນ ຢ່າງນີ້ເປັນມຸງຄຸນອັນສູງສຸດ;

15.ການບໍາເພັນທານ 16.ການປະພຶດທັມ 17.ການສົງເຄາະຫມູ່ຍາຕ 18.ການງານອັນປາສະຈາກໂທສ ຢ່າງນີ້ເປັນມຸງຄຸນອັນສູງສຸດ

19.ການງົດເວັ້ນຈາກບາບກັມ 20. ການງົດເວັ້ນຈາກການດື່ມນໍ້າເມົາ 21. ການບໍ່ປະມາທໃນທັມທັງຫລາຍ ຢ່າງນີ້ເປັນມຸງຄຸນອັນສູງສຸດ

22.ຄວາມເຄົາຣົບອ່ອນນ້ອມ 23.ຄວາມຖ່ອມຕົນບໍ່ໂອ້ອວດ 24. ຄວາມສັນໂດດຍິນດີໃນຂອງທີ່ມີຢູ່ 25.ຄວາມເປັນຄົນກະຕັນຍູ 26.ການຟັງທັມຕາມກາລ ຢ່າງນີ້ເປັນມຸງຄຸນອັນສູງສຸດ

27.ຄວາມອົດທົນ 28.ຄວາມເປັນຄົນວ່າງ່າຍສອນງ່າຍ 29.ການພົບເຫັນສະມະນະຜູ້ສະງົບຈາກກິເລສ30.ການສົນທະນາທັມຕາມກາລ ຢ່າງນີ້ເປັນມຸງຄຸນອັນສູງສຸດ

31.ຄວາມພຽນເຜົາກິເລສ 32.ການປະພຶດພຣົມມະຈັນ 33.ການເຫັນອະຣິຍະສັຈ 34.ການເຮັດພຣະນິພພານໃຫ້ແຈ້ງ ຢ່າງນີ້ເປັນມຸງຄຸນອັນສູງສຸດ;

35.ມີຈິຕບໍ່ຫວັ່ນໄຫວ່ໃນໂລກະທັມທັງຫລາຍ 36.ຈິຕບໍ່ເສົ້າໂສກ 37.ຈິຕໄຮ້ທຸຣີກິເລສ 38.ຈິຕອັນກະເສມ, ຢ່າງນີ້ເປັນມຸງຄຸນອັນສູງສຸດ.

ຫມູ່ເທວະດາ ແລະ ມະນຸສທັງຫລາຍ ໄດ້ບໍາເພັນມຸງຄຸນເຫລົ່ານີ້ ໃຫ້ມີໃນຕົນແລ້ວ, ຈຶ່ງເປັນຜູ້ບໍ່ປະຣາໄຊໃນທີ່ທັງປວງ, ຍ່ອມເຖິງຄວາມສະຫວັດດີໃນທີ່ທຸກສະຖານ, ທັງໝົດນີ້ເປັນມຸງຄຸນ ອັນສູງສຸດ ຂອງຊົນເຫລົ່ານັ້ນ, ດັ່ງນີ້.

——————————————–

ໝາຍເຫດ:

* ໃນພຣະໄຕປິດົກ ສະບັບຫລວງ ເຫລັ້ມ 25 ໜ້າ 3-5 ຂໍ້ 5-6: ຈະລວມ “ການສົງເຄາະບຸຕ” ແລະ “ການສົງເຄາະພັນຣະຍາ” ເຂົ້າເປັນຂໍ້ດຽວກັນ ຄື “ການສົງເຄາະບຸຕແລະພັນຣະຍາ”

* ແຕ່ໃນສະບັບມະຫາຈຸລາ(1) ເຫລັ້ມ 25 ໜ້າ 6 ຂໍ້ 1: ແມ່ນແຍກ “ການສົງເຄາະບຸຕແລະພັນຣະຍາ” ເປັນສອງຂໍ້ ຄື: “ການສົງເຄາະບຸຕ” ແລະ “ການສົງເຄາະພັນຣະຍາ”

]]>
“ແມ່” ຄວາມຍິ່ງໃຫຍ່ ທີ່ພຸດທະສາສະນາຍົກຍ້ອງ https://dekwatlaos.com/buddhology/%e0%bb%81%e0%ba%a1%e0%bb%88-%e0%ba%84%e0%ba%a7%e0%ba%b2%e0%ba%a1%e0%ba%8d%e0%ba%b4%e0%bb%88%e0%ba%87%e0%bb%83%e0%ba%ab%e0%ba%8d%e0%bb%88-%e0%ba%97%e0%ba%b5%e0%bb%88%e0%ba%9e%e0%ba%b8%e0%ba%94%e0%ba%97/643/ Tue, 09 Mar 2021 04:41:50 +0000 https://dekwatlaos.com/?p=643 ແມ່ ເປັນຄຳເວົ້າທີ່ຍິ່ງໃຫຍ່ ຕໍ່ຈິດໃຈຂອງທຸກຄົນ ຄຳທຳອິດທີ່ແມ່ສອນລູກ ແລະ ລູກເວົ້າໄດ້ ກໍ່ຄື “ແມ່” ແລະ ແມ່ກໍ່ດີໃຈຫຼາຍທີ່ໄດ້ຍິນຄຳວ່າ “ແມ່”

ຄວາມຮັກຂອງແມ່ຕໍ່ລູກ ຍິ່ງໃຫຍ່ມະຫາສານ,ບໍລິສຸດ ຫມັ້ນຄົງຕະຫລອດຊີວິດ  ຫາທີ່ໃດ່ປຽບບໍ່ໄດ້ ມີພຣະພຸດທະດຳລັດໃນພຣົມສູດ ແລະ ມາຕາປິຕຸຄຸນສູດວ່າ “ພິກຂຸທັງຫຼາຍ ຄຳວ່າ ພົມກໍ່ດີ ບຸບພະເທວະດາກໍ່ດີ ບຸບພະຈາຣຍ໌ກໍ່ດີ ອາຫຸໄນຍະບຸກຄົນກໍ່ດີ ເປັນຊື່ຂອງມາຣດາ ບິດາ” ເພາະທ່ານມີອຸປະກາລະຫຼາຍ ເປັນຜູ້ລ້ຽງດູໃຫ້ຄວາມຈະເລີນ ແລະ ສະແດງໂລກນີ້ແກ່ບຸດ”

ນອກຈາກນີ້ຄຳວ່າແມ່ນີ້ ໃນພຣະພຸດທະສາສະໜາໃຫ້ຄວາມສຳຄັນແກ່ສະຕຣີຜູ້ເປັນແມ່ດ້ວຍການຍົກຍ້ອງຄຳວ່າແມ່ ນຳຫນ້າຜູ້ເປັນ ບິດາ ຫຼື ພໍ່ ສະເຫມີ ບໍ່ວ່າຈະໃນພຣະສູດ ຫຼື ພຣະວິໄນ ເຊັ່ນ ທັມມະວ່າດ້ວຍການບຳລຸງລ້ຽງດູມານດາບິດາ ຈະໃຊ້ຄຳວ່າ ມານດາ ຫລື ແມ່ ນຳຫນ້າຄຳວ່າ ບິດາ ຫລື ຄຳວ່າພໍ່ ສະເຫມີ ໃນພຣະວິໄນ ທີກ່າວເຖີງກຸນລະບຸດທີ່ຈະເຂົ້າມາບວດໃນພຣະພຸດທະສາສະນາ ຕ້ອງໄດ້ຮັບອະນຸຍາດຈາກມານດາ ບິດາ ກ່ອນ ກໍ່ໃຊ້ຄຳວ່າ ມານດາ ນຳຫນ້າ ບິດາ ເປັນຕົ້ນ.

ແລະ ຄຳວ່າຍິ່ງໃຫຍ່ຂອງແມ່ນັ້ນ ຖືກນຳມາເປັນຊື່ ຫລື ຄຳຕໍ່ທ້າຍຊື່ບຸກຄົນສຳຄັນໃນພຸດທະສາສະນາ ເຊັ່ນ ພຣະສາລີບຸດ ທຳອິດຊື່ ອຸປະຕິສສະ ຕາມສະກຸນ ຂອງ ບິດາ ແຕ່ເມື່ອເຂົ້າມາບວດແລ້ວ ເພີ່ນໄດ້ຊື່ວ່າ ພຣະສາລີບຸດ ຕາມຊື່ ຂອງ ມານດາ ຄື ນາງສາລີ, ພຣະໂມຄະລານະ ຊື່ທຳອິດ ຄື ໂກລິຕະ ແຕ່ເມື່ອເຂົ້າມາບວດໃນພຣະພຸດທະສາສະນາ ເພີ່ນມີຊື່ວ່າ ໂມຄັລລານະ ຕາມຊື່ຂອງນາງພາມມະນີໂມຄັລລີ ເປັນຕົ້ນ.

ພຣະເຈົ້າອະຊາຕະສັດຕູ ຮາຊາແຫ່ງມະຄົດຣັດ ເປັນພຣະຣາຊະໂອຣົສພຣະເຈົ້າພິມພິສານ ແຕ່ມີພຣະນາມ ພຣະຮາຊມາຣດາຕໍ່ທ້າຍພຣະນາມຂອງພຣະອົງວ່າ ພຣະເຈົ້າອະຊາດຕະສັດຕຣູເວເທຫິ ເປັນການບອກວ່າໃຫ້ຮູ້ວ່າໃຜຄືພຣະຣາຊະມາຣດາຂອງພຣະອົງ.

ຄຳອະທິຖານຂອງແມ່ ກັບເລື່ອງສຸວັນນະສາມ

ຕອນທີ່ສຸວັນນະສາມຕ້ອງລ້ຽງດູພໍ່ແມ່ທີ່ຕາບອດແລ້ວພຣະເຈົ້າກະບິນລະຍັກຍິງທະນູມາຖືກໄດ້ຮັບບາດເຈັັບສາຫັດ ແຕ່ບໍ່ໄດ້ໂກດຮ້າຍ ແລະ ເທດສະນາໃຫ້ກະບິນລະຍັກຟັງ. ພໍ່ກັບແມ່ເມື່ອຮູ້ວ່າສຸວັນນະສາມດາບົດຖືກທະນູຍິງກໍ່ຄິດວ່າລູກຕາຍແລ້ວ ນາງປາຣິກາດາບະສິນີຜູ້ເປັນແມ່ຈື່ງຕັ້ງ ສັດຈະອະທິຖານວ່າ

ລູກສາມະນີ້ເປັນຜູ້ມີປົກກະຕິປະພຶດທັມມາແຕ່ການກ່ອນ ດ້ວຍສັດຈະອະວາຈານີ້ ຂໍພິດຂອງລູກສາມະຈົງຫາຍໄປ. ລູກສາມະນີ້ເປັນຜູ້ມີປົກກະຕິປະພຶດພຽງດັງພຣະພົມມາແຕ່ການກ່ອນ ດ້ວຍສັດຈະວາຈານີ້ ຂໍພິດຂອງລູກສາມະຈົງຫາຍໄປ. ລູກສາມະນີ້ເປັນຜູ້ມີປົກກະຕິ ກ່າວຄຳສັດມາແຕ່ການກ່ອນ ດ້ວຍສັດຈະວາຈານີ້ ຂໍພິດຂອງລູກສາມະຈົ່ງຫາຍໄປ. ລູກສາມະນີ້ເປັນຜູ້ລ້ຽງມານດາບິດາ ດ້ວຍສັດຈະວາຈານີ້ ຂໍພິດຂອງລູກສາມຈົ່ງຫາຍໄປ.

ດ້ວຍອຳນາດອະທິຖານແລະ ແຮງພາວະນາແຫ່ງສັດຈະວາຈາ ແລະ ຄວາມກະຕັນຍູຂອງສຸວັນນະສາມ ໃນທີ່ສຸດສຸວັນນະສາມກໍ່ຟື້ນຄືນຊີວິດຂື້ນມາໄດ້.

]]>
ກະຖິນແມ່ນຫຍັງ ແລະ ຄວາມສຳຄັນຂອງພິທີກະຖິນນະທານ https://dekwatlaos.com/buddhology/%e0%ba%81%e0%ba%b0%e0%ba%96%e0%ba%b4%e0%ba%99%e0%bb%81%e0%ba%a1%e0%bb%88%e0%ba%99%e0%ba%ab%e0%ba%8d%e0%ba%b1%e0%ba%87-%e0%bb%81%e0%ba%a5%e0%ba%b0-%e0%ba%84%e0%ba%a7%e0%ba%b2%e0%ba%a1%e0%ba%aa%e0%ba%b3/346/ Thu, 15 Oct 2020 17:02:06 +0000 https://dekwatlaos.com/?p=346 ບຸນກະຖິນ ບໍ່ແມ່ນປະເພນີ ທີ່ເກີດຂື້ນຫລັງພຸດການ ແຕ່ເປັນພິທີ ຫລື ວິທີການພິເສດ ທີ່ສັງຄະປະຕິບັດມາແຕ່ສະໄຫມພຸດທະການຈົນເຖີງປັດຈຸບັນ ເພື່ອໃຫ້ພຣະພິກຂຸສົງທີ່ຢູ່ຈຳພັນສາຕະຫລອດ 3 ເດືອນ ໄດ້ປ່ຽນຜ້າຈີວອນໃຫມ່.

ຄືໃນວັນອອກພັນສາ ປະວໍລະນາ ເປັນໂອກາດທີ່ພຣະພິກຂຸສົງຫມູ່ໃຫຍ່ມາປະຊຸມກັນ ເປັນວັນເປີດ ຫລື ອະນຸຍາດ ທຸກອົງໄດ້ ວ່າກ່າວ ຕັກເຕືອນ ລວມເຖີງ ຖາມປັນຫາ ຂໍ້ສົງໄສ ການຢູ່ ການສັນ ຂາດເຂີນ ອັນໃດ່ ຕ່າງໆ. ໃນສະໄຫມພຸດທະການ ຊີວິດຂອງພຣະສົງບໍໍ່ໄດ້ສະດວກສະບາຍ  ຕ້ອງອາໄສຢູ່ໃນປາ ໃນຖ້ຳ ຕາມກ້ອງຮົ່ມໄມ້ ຈີວອນກໍ່ບໍ່ໄດ້ຫາງ່າຍ ເຫມືອນທຸກມື້ນີ້.

ດັ່ງນັ້ນ ການທີ່ຈະຖວາຍຜ້າກະຖິນ ຈື່ງເປັນໂອກາດພິເສດ ເປັນກາລະທານ ຄື ມີເທື່ອດ່ຽວໃນຫນື່ງປີ ຈັດເຮັດຂື້ນພາຍໃນຫນື່ງເດືອນຫລັງອອກພັນສາເທົ່ານັ້ນ. ການຖວາຍຜ້າກະຖິນຍັງເປັນສັງຄະທານ ຄື ຖວາຍໃຫ້ສົງຫມູ່ໃຫຍ່ ບໍ່ໄດ້ສະເພາະເຈາະຈົງຮູບໃດ່ຮູບຫນື່ງ ຫລັງຈາກນັ້ນເປັນເລື່ອງຂອງສົງທີ່ຈະພິຈາລະນາວ່າ ສົມຄວນໃຫ້ໃຜເປັນຜູ້ຮັບຜ້າກະຖິນ ປົກກະຕິ ຈະຖືກສົ່ງມອບຜ້ານັ້ນແກ່ພິກຂຸສົງທີ່ມີຈີວອນເກົ່າແກ່ທີ່ສຸດພຽງຮູບດ່ຽວຕາມມະຕິຂອງສົງພາຍໃນວັດ.

ຄາລະວາດສັດທາຜູ້ພາດໂອກາດ ຖ້າທ່ານມີເງິນຢາກຖວາຍຜ້າຈີວອນແກ່ສົງ ພຽງເຂົ້າໄປຕະຫລາດ ກໍ່ໄດ້ຜ້າຈີວອນມາຖວາຍພຣະສົງແລ້ວ ແຕ່ຖ້າທ່ານຢາກຖວາຍຜ້າກະຖິນຈະຕ້ອງຖ້າອີກປີຫນ້າ ໂດຍສັງຄະກັມນີ້ຈະຖືກອະນຸຍາດເມື່ອມີຄະລາວາດມາສະແດງເຈຕະນາ ບໍ່ແມ່ນພິກຂຸໄປເວົ້າເຊີນຊວນໃຫ້ຄະລາວາດມາຖວາຍ ແລະ ວັດນັ້ນຕ້ອງມີພິກຂຸ 4 ຮູບຂື້ນໄປ (ຕາມອັດຖະກະຖາຈານຂຽນຂື້ນວ່າ 5).

ບັດນີ້ ເຮົາມາເບິ່ງຄວາມຫມາຍດັງເດີມຂອງຜ້າກະຖິນເນາະ

ກະຖິນ ຕາມສັບ ແປວ່າ ໄມ້ສະດືງຄື ຂອບໄມ້ຊະນິດຫນື່ງສຳຫລັບດຶງຜ້າໃຫ້ເຄັ່ງ ເພື່ອສະດວກໃນການຫຍິບ ກໍ່ຄື ການຖວາຍຜ້າຂອງຄະລາວາດແກ່ວັດນັ້ນເອງ ໂດຍຜ້ານັ້ນຈະຖືກນຳມາຕັດຫຍິບ ແລະ ຍ້ອມເປັນຈີວອນໂດຍເຫລົ່າພິກຂຸພາຍໃນວັດໃຫ້ສຳເລັດກ່ອນຕອນເຊົ້າມື້ໃຫມ່ ແລະ ພິກຂຸຜູ້ຮັບຈີວອນນັ້ນຈະເຮັດການອະທິຖານໃຊ້ຜ້າກະຖິນນັ້ນນຸ່ງຫົ່ມແທນຈີວອນຜື່ນເກົ່າ ເອີ້ນວ່າ ການກະຖິນ

ການເຮັດຈີວອນໃນສະໄຫມພຸດທະການ ຈະເປັນ ຜ້າກະຖິນ ຫລື ແມ່ນແຕ່ຈີວອນທີ່ບໍ່ແມ່ນຜ້າກະຖິນ ຖ້າພິກຂຸເຮັດເອງກໍ່ຈະຈັດເປັນງານໃຫຍ່ເລີຍແຫລະ

ຕຳນານກ່າວວ່າ ການຫຍິບຜ້າຈີວອນນັນ ພຣະເຖຣານຸເຖຣະຕ່າງໆກໍ່ມາຊ່ວຍກັນ ເປັນຕົ້ນວ່າ ພຣະສາລີບຸດ ພຣະມະຫາໂມຄັນລານະ ພຣະມະຫາກັດສະປະ ແມ່ນແຕ່ພຣະບໍລົມມະສາສະດາສັມມາສັມພຸດທະເຈົ້າກໍ່ສະເດັດລົງມາຊ່ວຍ ພິກຂຸສາມະເນນກໍ່ຊ່ວຍກັນຂົນຂວາຍໃນການຫຍິບຈີວອນ ອຸບາສົກອຸບາສິກາກໍ່ຈັດຫານ້ຳດືມ ນ້ຳປານະ ເປັນຕົ້ນ.

People photo created by jcomp – www.freepik.com

ອະທິບາຍສັບ

ຜ້າທີ່ຖວາຍແກ່ພິກຂຸສົງໃນພິທີເອີ້ນວ່າ ຜ້າກະຖິນ

ໃນລະດູການ ເອີ້ນວ່າ ກະຖິນນະການ ເທດສະການກະຖິນ

ການເຮັດພິທີຖວາຍກະຖຸິນ ເອີ້ນວ່າ ທອດກະຖິນ

ພຣະພິກຂຸສົງທີ່ໄດ້ຮັບມອບຜ້າກະຖິນຈາກສົງໂດຍວິທີກຳຫນົດໄວ້ໃນພຣະວິນັຍ

ເອີ້ນວ່າ ຜູ້ການກະຖິນ ຜູ້ຄອງກະຖິນ ຫລື ອົງຄອງກະຖິນ

ສະເພາະຜ້າກະຖິນບາງທີ່ເອີ້ນວ່າ ອົງກະຖິນ ຖ້າພ້ອມເຄື່ອງບໍລິວານ ເອີ້ນວ່າ ເຄື່ອງກະຖິນ ຫລື ບໍລິວານກະຖິນ ເມື່ອນຳຜ້າກະຖິນໄປທອດໂດຍມີຂະບວນແຫ່ເອີ້ນວ່າ ແຫ່ກະຖິນ

Reference :

www.dhammaforever.com

https://xn--12cn0cga1azjg1mtc2h.com/1-87-%E0%B8%84%E0%B8%A7%E0%B8%B2%E0%B8%A1%E0%B8%AB%E0%B8%A1%E0%B8%B2%E0%B8%A2-%E0%B8%81%E0%B8%90%E0%B8%B4%E0%B8%99,%20%E0%B8%81%E0%B8%90%E0%B8%B4%E0%B8%99-.html

https://84000.org/tipitaka/attha/attha.php?b=05&i=95

]]>