ໂຄວິດ-19 – ເດັກວັດລາວ https://dekwatlaos.com ພວກເຮົາຢາກແບ່ງປັນສາລະທັມ,ປະສົບການຮຽນຮູ້ສັງຄົມ ແລະ ເຕັກໂນໂລຊີແຫ່ງຍຸກສະໄຫມ Mon, 02 May 2022 11:41:03 +0000 en-US hourly 1 https://wordpress.org/?v=6.9.4 https://dekwatlaos.com/wp-content/uploads/2021/11/cropped-Untitled-1-32x32.png ໂຄວິດ-19 – ເດັກວັດລາວ https://dekwatlaos.com 32 32 ມີແຕ່ທຸກ ແລ້ວຈະປ່ຽນແປງແນວໃດໃຫ້ຕົວເອງ “ໂຊກດີ”? https://dekwatlaos.com/buddhology/only-suffering-and-change/1684/ Mon, 02 May 2022 11:40:56 +0000 https://dekwatlaos.com/?p=1684 ຄຳວ່າ “ຄວາມປ່ຽນແປງ” ມັນກວ້າງໃຫຍ່ ເປັນສາກົນ ເປັນຄວາມຈິງ ທີ່ຫຼາຍຄົນຮູ້ຢູ່ ແຕ່ຍັງຮັບບໍ່ໄດ້ເມື່ອເຖິງຄາວມັນເກີດກັບຕົວເອງ… ທາງພຸດທະສະໜາ ເອີ້ນຄວາມປ່ຽນແປງນີ້ ວ່າ “ອະນິດຈັງ” (Impermanence) ແປວ່າ ຄວາມບໍ່ທ່ຽງ ຂອງຊົ່ວຄາວ ບໍ່ແນ່ນອນ…

ທີ່ວ່າເປັນທຸກ ຄື ມັນອັນຕະລາຍເຖິງຂັ້ນອາດເຮັດໃຫ້ຜູ້ທີ່ໄດ້ຮັບຜົນກະທົບຂອງຄວາມປ່ຽນແປງນີ້ຮ້ອງໄຫ້ ເຈັບປວດ ທຸກທໍລະມານ ເຊັ່ນ ຕິດພະຍາດຮ້າຍ ຄົນຮັກປ່ຽນໄປ ສູນເສຍສິ່ງຂອງທີ່ຮັກ ບໍ່ໄດ້ດັ່ງໃຈ ເຫຼົ່ານີ້ເປັນຕົ້ນ ແລະ ຄວາມປ່ຽນແປງທີ່ເຊື່ອວ່າຮ້າຍແຮງທີ່ສຸດຂອງຊີວິດນັ້ນກໍຄື ຄວາມຕາຍ ເຊິ່ງເປັນການລົ້ມສະລາຍຂອງຊີວິດໜຶ່ງທີ່ເຖິງຂີດສຸດ.

ຄວາມປ່ຽນແປງບໍ່ແມ່ນເລື່ອງບັງເອີນ ແຕ່ມັນມີເຫດມີປັດໄຈຂອງມັນຢູ່ ມັນເປັນເລື່ອງຂອງກັມ ຄື ການກະທຳຂອງບຸກຄົນວ່າສະເພາະ ແລະ ແຮງກະທຳຂອງມະນຸດວ່າໂດຍລວມ ຢ່າງເຊັ່ນ ເກີດມີໂຣກຮ້າຍກັບຕົວເອງ,ເກີດໂຣກລະບາດທົ່ວໂລກ,ຍາດພີ່ນ້ອງຕາຍ, ເຫດການເຫລົ່ານີ້ ເປັນສະພາວະທັມ ທີ່ມີຖານກຳເນີດ ຄືແຮງກັມ(ການກະທຳ)ຂອງເຮົາເອງ.

ແລ້ວ ເຫດການຮ້າຍຕ່າງໆ ເຊັ່ນ ສົງຄາມ ຫຼື ໂຣກລະບາດ Covid-19 ທີ່ເກີດຢູ່ຂະນະນີ້ ມັນແມ່ນແຮງກະທຳທີ່ເກີດການສະສົມຂອງມະນຸດ ຫຼື ມັນເກີດຂື້ນມາເອງລອຍໆໄດ້. ເຫດການຮ້າຍເຫຼົ່ານີ້ ຂ້ອຍເຊື່ອວ່າ ມັນບໍ່ໄດ້ເກີດມາເອງລອຍໆ ຫຼື ມີເທບພະເຈົ້າອົງໃດບັນດານຂື້ນແນ່ນອນ.

ແຕ່ເພາະຄວາມບໍ່ຮູ້ເຫດເກີດຂອງມັນຢ່າງແຈ່ມແຈ້ງ ບາງຄົນກໍມົ້ວບອກວ່າ ເປັນຜີ ຫຼື ວິນຍານຮ້າຍທີ່ເກີດຂື້ນມາເພື່ອຂ້າມະມຸດ.ແຕ່ຄວາມເປັນຈິງ ໄວຣັສ ບໍ່ແມ່ນຜີ ຫຼື ວິນຍານ ແຕ່ມັນຄືເຊື້ອໂຣກລະດັບອະນຸພາກ ທີ່ເບິ່ງດ້ວຍຕາເນື້ອບໍ່ເຫັນ ໄວຣັສນັ້ນອາດເກີດມາຈາກລະບົບນິເວດທີ່ບໍ່ສະອາດ ຫຼື ຄວາມຜິດພາດທາງຈຸລິນຊີວິທະຍາ.

ແນວໃດກໍ່ຕາມ, ໄວຣັສຈະເກີດຂື້ນເອງບໍ່ໄດ້ ຖ້າປາດສະຈາກການກະທຳຂອງມະນຸດໂລກ ກັບການທຳງານຂອງລະບົບນິເວດທີ່ຜິດປົກກະຕິ.ຖ້າຈະໃຫ້ປຽບທຽບຕາມຄວາມເຂົ້າໃຈ ກໍເຫມືອນຄອມພິວເຕີ້ ຖ້າບໍ່ທຳຄວາມສະອາດ ບໍ່ມີອັບເດດໃຫມ່ ມັນກໍຈະມີໄວຣັສຕົວຮ້າຍຄ່ອຍລົບກວນໄຟລ໌ຂໍ້ມູນດີໆ.

ຫຼາຍໆເຫດການຮ້າຍທີ່ເກີດຂຶ້ນເຮົາບໍ່ສາມາດທີ່ຈະຮູ້ເທົ່າທັນ ແລະ ປ້ອງກັນໄດ້ ນັ້ນບໍ່ແມ່ນຄວາມຜິດຂອງເຮົາ ເພາະເຮົາມັນອ່ອນແອ ເລັກນ້ອຍເກີນໄປທີ່ຈະຕ້ານທານຄວາມຍິ່ງໃຫຍ່ ແລະ ຄວາມຮ້າຍກາດຂອງໂລກໄດ້.ເພາະຄວາມຮູ້ເທົ່າບໍ່ເຖີງການ ເຮົາບໍ່ສາມາດຫ້າມສິ່ງທີ່ຍັງບໍ່ເກີດ ບໍ່ໃຫ້ມັນເກີດຂື້ນໄດ້.ແຕ່ເມື່ອມັນເກີດຂື້ນແລ້ວກໍໄດ້ແຕ່ຍອມຮັບ ເຂົ້າໃຈ ຮູ້ວິທີປ້ອງກັນ ດ້ວຍວິທີທີ່ເຫມາະສົມກັບຕົວເອງ ຫືຼ ດ້ວຍວິທີໃດໆ ທີ່ທາງການແນະນຳ.

ເຖິງເຮົາຈະເປັນສ່ວນເລັກນ້ອຍທີ່ລອງລອຍຢູ່ຕາມຜິວໂລກ ເຮົາ ແລະ ໝູ່ເພື່ອນຈະບໍ່ຮ່ວມກັນສ້າງຄວາມເສຍຫາຍໃຫ້ເກີດກັບໂລກອັນກວ້າງໃຫຍ່ນີ້. ຫວັງວ່າ ທ່ານຈະຄົ້ນພົບວິທີການສ້າງເຫດໃຫ້ເກີດຄວາມປ່ຽນແປງທີ່ດີກັບຕົວເອງ ແລະ ຄອບຄົວ..ໂຊກດີປີໃຫມ່ເດີ…ທຸກຄົນ.

]]>
ພຸດທະສາສະນິກກະຊົນລາວ ໂຮມໃຈ ຕ້ານໄພໂຄວິດ-19 ໃຫ້ວັດຜາໂອ ຫຼາຍກວ່າ 300 ລ້ານກີບ https://dekwatlaos.com/blog-daily/buddhist-news/%e0%ba%9e%e0%ba%b8%e0%ba%94%e0%ba%97%e0%ba%b0%e0%ba%aa%e0%ba%b2%e0%ba%aa%e0%ba%b0%e0%ba%99%e0%ba%b4%e0%ba%81%e0%ba%81%e0%ba%b0%e0%ba%8a%e0%ba%bb%e0%ba%99%e0%ba%a5%e0%ba%b2%e0%ba%a7-%e0%bb%82%e0%ba%ae/1543/ Thu, 21 Oct 2021 08:01:03 +0000 https://dekwatlaos.com/?p=1543 ເມື່ອວັນທີ 18 ຕຸລາ 2021ຜ່ານມານີ້ ທີ່ ສຳນັກງານສູນກາງແນວລາວສ້າງຊາດ ນະຄອນຫລວງວຽງຈັນ ໄດ້ມີພິທີມອບເງິນຈຳນວນ 300 ລ້ານກີບ ຊ່ວຍເຫຼືອ ພຣະສົງ-ສາມະເນນ ວັດປ່າຜາໂອ ນະຄອນຫຼວງພຣະບາງ ໂດຍຜ່ານສູນກາງແນວລາວສ້າງຊາດ ເພື່ອແກ້ໄຂບັນຫາຄວາມຈຳເປັນຂອງຄະນະສົງວັດດັ່ງກ່າວ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19.

ໂດຍການຮ່ວມເປັນສັກຂີພິຍານຈາກທາງຄະນະສົງ ນຳໂດຍ ພຣະຫຼັກແກ້ວ ມະຫາສຸເມທາທິບໍດີ (ບຸນມາ ສິມມາພົມ)ຮັກສາການປະທານສູນກາງ ອ.ພ.ສ , ພຣະອາຈານ ພຸດທະສອນ ອ່ອນອົງສາ ປະທານທີ່ປຶກສາຝ່າຍສົງ ມູນນິທີຊ່ອຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ແລະ ຝ່າຍຄາຣາວາດ ໂດຍ ທ່ານສິລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ ,ແມ່ປ້ານາລີ ສີສຸລິດ ພັນລະຍາປະທານປະເທດ ແຫ່ງ ສປປ ລາວ.

ວັດຜາໂອ ຫຼື ໂຮງຮຽນມັດທະຍົມສົງຕອນຕົ້ນ ບ້ານຜາໂອ ເຂດປາກເຊືອງ ເມືອງຫຼວງພະບາງ ຕາມການລາຍງານທາງເຟສບຸກ ຂອງ ສາທຸໃຫຍ່ ອ່ອນແກ້ວ ກິດຕິພັດໂທ, ເຈົ້າອະທິການ ວັດຜາໂອ ໃຫ້ຮູ້ວ່າມີສະມະເນນ 560 ຄົນ. ແຕ່ເມື່ອມີສະພາບໂຄວິດລະບາດ ໂຮງຮຽນໄດ້ປິດລົງ, ງົດການໄປບິນດະບາດ. ສະມະເນນຈໍານວນໜຶ່ງ ກໍເລີຍຂໍຍ້າຍກັບໄປຢູ່ວັດບ້ານຂອງຕົນ, ຈໍານວນໜຶ່ງກໍລາສິກຂາ ປັດຈຸບັນມີພຣະສົງ-ສະມະເນນ 469 ເປັນສະມະເນນ 447 ຕົນ ພຣະ 22 ອົງ.

ເມື່ອວັນທີ່ 11 ຕຸລາ ທາງຄະນະສະເພາະກິດຂັ້ນນະຄອນຫຼວງພຣະບາງ ໄດ້ອອກແຈ້ງການໃຫ້ວັດປ່າຜາໂອ ເປັນເຂດສີແດງປິດການເຂົ້າ-ອອກ (Lock down) ເມື່ອມີສະມະເນນຕິດເຊື້ອໂຄວິດ. ປັດຈຸບັນ ວັນທີ່ 17 ຕຸລາ ນີ້ ມີສະມະເນນຕິດເຊື້ອໂຄວິດ 18 ຕົນ , ໃນນັ້ນ ມີ ພຣະສົງ 1 ອົງ.  ຍັງນອນຄ້າງຢູ່ທີ່ກັກໂຕ ໂຮງໝໍແຂວງ 3 ຄົນ (ມີພຣະ 1 ອົງ, ຈົວ 2 ຕົນ). ກັກໂຕ ປິ່ນປົວຢູ່ສູນກັກໂຕ ທີ່ວັດຜາໂອ 15 ຕົນ,  ກຸ່ມສ່ຽງດຽວນີ້ຍັງ 46 ຕົນ.

ດັ່ງນັ້ນ, ມູນນິທີຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ.ລາວ ຈຶ່ງໄດ້ຊ່ວຍລະດົມທຶນຜ່ານຊ່ອງທາງສື່ອອອນລາຍ ແລະ ສື່ສານມວນຊົນ ໃຫ້ພຸດທະສາສະນິກກະຊົນຜູ້ໃຈບຸນທັງຫຼາຍຊ່ວຍບໍລິຈາກ ໂດຍການໂອນເງິນຜ່ານບັນຊີຂອງວັດປ່າຜາໂອ ນະຄອນຫລວງພຣະບາງ ໂດຍກົງ.

ສາທຸຊົນຜູ້ໃຈບຸນ ສາມາດຮ່ວມບໍລິຈາກໄດ້ຜ່ານ QR ໂຄດຂ້າງລຸ່ມນີ້ ຫຼື ຕິດຕໍ່ສອບຖາມ 020 56 068 899 ແລະ 020 55 044 419.

]]>
ໂຄວິດ..ກັບວິຖີຊີວິດພຣະສົງ https://dekwatlaos.com/buddhology/covid-kup-c-vit-phrasong/1495/ Sat, 02 Oct 2021 12:31:16 +0000 https://dekwatlaos.com/?p=1495 ໂດຍ: ຄວັນສີເທົາ

01

ການແຜ່ລະບາດຂອງໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ວິຖີຊີວິດຂອງຜູ້ຄົນທົ່ວທຸກມຸມໂລກ. ທຳອິດກໍເດືອດຮ້ອນສະເພາະປະເທດທີ່ເປັນຈຸດເລີ່ມຕົ້ນແຫ່ງການເກີດຂຶ້ນຂອງພະຍາດຊະນິດນີ້. ຕໍ່ມາ ກໍແຜ່ໄປສູ່ປະເທດທີ່ສອງ ສາມ ສີ່ ແລ້ວກໍລາມໄປທົ່ວໂລກຢ່າງໄວວາ ເໝືອນກັບໄຟປ່າທີ່ຖືກລົມພັດໃຫ້ລຸກໄໝ້ໄວຂຶ້ນ ໄວຂຶ້ນ ແລະ ໄວຂຶ້ນ. ແນ່ນອນ ສປປ. ລາວ ເປັນປະເທດໜຶ່ງທີ່ຢູ່ໃນໂລກຍ່ອມໄດ້ຮັບຜົນກະທົບນີ້ເຊັ່ນກັນ. ເພື່ອປ້ອງກັນການເພີ່ມຂຶ້ນຂອງຜູ້ຕິດເຊື້ອ; ສະຖານທີ່ຕ່າງໆ ທີ່ສ່ຽງຕໍ່ການແຜ່ເຊື້ອໄດ້ງ່າຍຈຶ່ງໄດ້ຖືກປິດຕົວລົງ, ການຄົມມະນາຄົມໄດ້ຢຸດສະຫງັກລົງໄປ ແລະ ການຄ້າຂາຍທີ່ລຳບາກຢູ່ແລ້ວກໍຍິ່ງບາກຫຼາຍຂຶ້ນ. ດ້ວຍເຫດນີ້ ຈຶ່ງເຮັດໃຫ້ເສດຖະກິດຝືດເຄືອງ ຜູ້ຄົນເດືອດຮ້ອນໄປທົ່ວທຸກແຫ່ງ ບໍ່ເວັ້ນແມ່ນແຕ່ຊີວິດພຣະສົງ-ສາມະເນນ ເຊິ່ງເປັນກຸ່ມຄົນຈຳນວນໜຶ່ງທີ່ມີຢູ່ໃນສັງຄົມລາວ. ເຮົາລອງເຂົ້າວັດໄປສຳຫຼວດເບິ່ງວິຖີຊີວິດຂອງຄົນກຸ່ມນີ້ວ່າ ພວກເຂົາເປັນຢູ່ແນວໃດ; ປະສົບບັນຫາຫຍັງແດ່; ເມື່ອມີບັນຫາແລ້ວເພິ່ນມີມຸມມອງຕໍ່ສະຖານນະການເຫຼົ່ານັ້ນແນວໃດ?

ຫຍໍ້ໜ້າຖັດໄປ ກຳລັງລໍຖ້າທ່ານຢູ່.

02

ມື້ນີ້ ຄູບາອົງໃດຊິໄປລົງອຸໂປສົດແນ່? ຄູບາອົງໜຶ່ງຖາມຂຶ້ນໃນຂະນະທີ່ກຳລັງຈະສັນເຂົ້າ. (ອຸໂປສົດຄືກິດຈະກຳໜຶ່ງທີ່ພຣະສົງຈະຕ້ອງປະຊຸມກັນທຸກໆເຄິ່ງເດືອນ ເພື່ອຮັບຟັງສີນ 227 ແລະ ໂອວາດຈາກພຣະຜູ້ໃຫຍ່)

ຄູບາສົມປອນໄປໄດ້ບໍ່?

ຂ້ານ້ອຍ ຂໍອະນຸຍາດລາເດີ. ມື້ນີ້ ຮູ້ສຶກເໝືອນວ່າຊິເປັນໄຂ້ ທັງປວດຫົວ ທັງເຈັບຄໍ.

ຄັນຊັ້ນ ຜູ້ໃດສາມາດໄປໄດ້ແນ່ ນິມົນມາແຈ້ງຂ້ານ້ອຍແດ່ເດີ. ວັນສີນນີ້ຄະນະສົງຂັ້ນເມືອງມີຄຳສັ່ງມາວ່າ ໃຫ້ໄປຮ່ວມລົງອຸໂປສົດໄດ້ວັດລະສາມອົງ ເນື່ອງຈາກວ່າ ຊ່ວງນີ້ ໂຄວິດ-19 ກຳລັງລະບາດໜັກ ເຮົາຕ້ອງຮັກສາໄລຍະຫ່າງ ຖ້າໄປຫຼາຍອາດຈະເຮັດໃຫ້ແອອັດກັນ. ລົດຈະອອກຈາກວັດເຮົາເວລາ 12 ໂມງເດີ. ແລ້ວກໍມີຄູບາອີກສອງອົງແຈ້ງຈຳນົງຂຶ້ນວ່າຈະໄປຮ່ວມ ເຊິ່ງລວມກັບຄູບາອົງທີ່ຖາມຂຶ້ນນັ້ນ ກໍເປັນສາມອົງພໍດີ.

ຫຼັງຈາກສັນເຂົ້າແລ້ວ ຂ້ອຍກໍຍ່າງລົງຈາກສາລາ ຫຼຽວຊ້າຍຫຼຽວຂວາ ຍ່າງໄປທາງຊ້າຍໜ້ອຍໜຶ່ງ ແລ້ວກໍກັບມາທາງດ້ານຂວາ. ອີກແລ້ວ! ເກີບຫາຍ ຄູ່ທີ່ສາມແລ້ວເດ້ນິ ຜູ້ໃດໃສ່ໄປວ່ະ ລູກພໍ່ແມ່ບໍ່ສັ່ງສອນເອີ໋ຍ! (ຢ່າເບິ່ງພຣະດ້ວຍສາຍຕາແບບນັ້ນ ພຽງແຕ່ຄິດໃນໃຈ) ເມື່ອບໍ່ເຫັນເກີບກໍເລີຍຍ່າງມາກຸຕິດ້ວຍເກີບຄູ່ໃຈທີ່ພໍ່ແມ່ມອບໃຫ້ຕັ້ງແຕ່ມື້ເກີດ ແລ້ວກໍຊັດຢາພາຣາເຂົ້າໄປ 2 ເມັດ; ກຳລັງຊິລົ້ມຫົວລົງນອນ ຄິດຂຶ້ນໄດ້ວ່າ ອາຈານເຄີຍສົ່ງປະຫວັດນັກຂຽນຄົນໜຶ່ງໃຫ້ ເວລາຜ່ານໄປຫຼາຍອາທິດແລ້ວ ຍັງບໍ່ທັນໄດ້ເປີດເບິ່ງເລີຍ ຄິດໃນໃຈ ໜັງສືກ່ຽວປະຫວັດບຸກຄົນສຳຄັນໜ້າຈະອ່ານສະໜຸກດີ ບາງທີ ອາດຈະເຮັດໃຫ້ລືມປວດຫົວໄປເລີຍກໍເປັນໄດ້ ລຸກຂຶ້ນມາເປີດໂນ໊ດບຸກ ອ່ານໄປໄດ້ປະມານເຄິ່ງໜ້າ ອິຫຍັງວ່ະ! ປວດຫົວໜັກກວ່າເກົ່າ ກໍເລີຍກັບໄປນອນຊ່ະ!

ຂ້ອຍຕື່ນຂຶ້ນມາປະມານບ່າຍໂມງກວ່າໆ ຍັງຮູ້ສຶກແໜ້ນໜ້າເອິກ, ທັງຈັບຄໍ, ທັງປວດຫົວ, ທັງຕົວຮ້ອນເໝືອນກັບໄປນອນອາບແດດມາສາມມື້ ຂ້ອຍຟ້າວລຸກຂຶ້ນໄປນັ່ງຕັ່ງ ໂນ໊ດບຸກທີ່ເປີດໄຟລ໌ໜັງສືຄ້າງໄວ້ຍັງບໍ່ທັນໄດ້ປິດເລີຍ ຂ້ອຍພິມຄຳວ່າ ອາການເບື້ອງຕົ້ນຂອງຄົນຕິດໂຄວິດ-19 ເຂົາບອກວ່າ ອາການຫຼັກໆທີ່ບົ່ງບອກວ່າເຮົາຕິດໂຄວິດ-19 ມີດັ່ງນີ້: ປວດຫົວ, ມີໄຂ້ 37,5 ອົງສາຂຶ້ນໄປ, ອ່ອນເພຍ, ມີນ້ຳມູກ, ໄອ, ເຈັບຄໍ, ປວດຮາກ, ທ້ອງເສຍ, ມີຜື່ນຂຶ້ນ ຖ້າອາການຮຸນແຮງປອດຈະອັກເສບ ນີ້ຄືອາການເບື້ອງຕົ້ນ ຖ້າຜູ້ໃດມີອາການແບບນີ້ຄວນໄປຫາໝໍດ່ວນ. ຂ້ອຍຟ້າວໂທຫາໂຊເຟີລົດໃຫ້ລົງມາວັດດ່ວນ.

03

ເມື່ອໄປຮອດຄລິນິກແຫ່ງໜຶ່ງໃກ້ໆກັບໂຮງໝໍມິດຕະພາບ 150 ຕຽງ ຂ້ອຍລົງລົດໄປພ້ອມກັບຄູບາອີກອົງໜຶ່ງທີ່ມານຳກັນ ຄູບາເປັນຫຍັງມາໜໍ ຂ້ານ້ອຍ? ພະນັກງານຄົນໜຶ່ງທີີ່ຢູ່ຄາວເຕີຖາມຂຶ້ນ. ຖ້າເປັນແຕ່ກ່ອນຂ້ອຍຄົງຕອບວ່າ ອໍ..ເປັນຈົວມາກ່ອນ ແຕ່ຕອນນີ້ເປັນຄູບາແລ້ວ. ຮຶ..ປ່ວຍຈົນຊິມໍລະນະພາບແລ້ວຍັງມີອາລົມມາຫຼິ້ນຢູ່.

ຂ້ອຍໄປນັ່ງຢູ່ຕັ່ງໝ່ອງທີ່ເຂົາເຈົ້າກວດເຊັກປະຫວັດ ແລ້ວພະນັກງານກໍມາວັດອຸນຫະພູມ, ຖາມອາການວ່າເປັນແນວໃດ ແລ້ວລາວກໍຂຽນລົງໃບແບບຟອມ ຫຼັງຈາກນັ້ນກໍຍື່ນເຈ້ຍນັ້ນໃຫ້ຂ້ອຍ ພ້ອມກັບກ່າວວ່າ ນິມົນຂຶ້ນໄປກວດຢູ່ຊັ້ນສອງເດີ ຂ້ານ້ອຍ. ເມື່ອປະຕູລິບເປີດອອກ ມີຜູ້ຍິງຄົນໜຶ່ງມືກວັກມືແວັບໆ ໃນທຳນອງວ່າໃຫ້ໄປທາງນັ້ນ ຂ້ອຍຍື່ນເຈ້ຍແຜ່ນນັ້ນໃຫ້ ແລ້ວກໍຍ່າງຕາມລາວໄປ ຊັ້ນນີ້ ເປັນຫ້ອງໂຖງ ແຕ່ຂັ້ນເປັນຫ້ອງໆ ແຕ່ລະຫ້ອງຄົນໄຂ້ສາມາດນອນໄດ້ໜຶ່ງຄົນ.

ເມື່ອໄປຮອດຫ້ອງກວດ ຂ້ອຍຍ່າງໄປນັ່ງຕຽງເຊິ່ງມີຢູ່ຕຽງດຽວໃນຫ້ອງນັ້ນ ສ່ວນຜູ້ຍິງຄົນນັ້ນນັ່ງຢູ່ຕັ່ງຫ່າງຈາກຂ້ອຍປະມານສອງແມັດ ມືເບື້ອງໜຶ່ງຍົກເຈ້ຍແຜ່ນນັ້ນຂຶ້ນມາອ່ານ ສ່ວນອີກເບື້ອງຄວ້າໄປຈັບເມົ້າຄອມ ແລ້ວກ່າວຂຶ້ນໂດຍທີ່ຕາຍັງຈ້ອງເຈ້ຍແຜ່ນນັ້ນຢູ່ວ່າ ຄູບາເປັນໄຂ້ຫວາ? ແລ້ວກໍເວົ້າຕໍ່ໂດຍທີ່ບໍ່ລໍຄຳຕອບຈາກຂ້ອຍເລີຍ ອຸນຫະພູມ 38 ອົງສາ, ເຈັບຄໍ, ແໜ້ນໜ້າເອິກ, ປວດຕົນປວດໂຕ ໂອ້!..ເຂົາປ່ອຍໃຫ້ຄູບາຂຶ້ນມາໄດ້ແນວໃດ໋? ຊ່ວງນີ້ມັນສ່ຽງເດ້ຄູບາ! ຄລິນິກເຮົາບໍ່ຮັບຄົນໄຂ້. ເອົາເພິ່ນລົງໄປໄວ໋ ເອົາເພິ່ນລົງໄປ! ສຽງຜູ້ຍິງອີກຄົນໜຶ່ງດັງມາຈາກຫ້ອງຂ້າງໆ. ລາວນັ່ງງຽບຢູ່ບຶດໜຶ່ງ ເໝືອນກຳລັງຫາຄຳເວົ້າທີ່ໜຸ້ມນວນທີ່ສຸດ ແລ້ວກໍກ່າວຂຶ້ນວ່າ ມີແຕ່ໃຫ້ຄູບາໄປກວດໂຄວິດຢູ່ໂຮງໝໍເສດຖາເດີ. ແລ້ວລາວກໍຍື່ນເຈ້ຍແຜ່ນນັ້ນຄືນໃຫ້ຂ້ອຍ.

ຂ້ອຍນັ່ງງົງຢູ່ສາມວິນາທີ ເໝືອນກຳລັງໄວ້ອາໄລໃຫ້ກັບເຫດການທີ່ຫາກໍ່ເກີດຂຶ້ນ ເມື່ອໄດ້ສະຕິແລ້ວກໍເລີຍຍ່າງລົງມາຊັ້ນໜຶ່ງ ຮູ້ສຶກເໝືອນກັບວ່າຖືກເນລະເທດອອກຈາກຄລິນິກແບບບໍ່ຮູ້ສາເຫດ. ຄວາມຈິງ ບໍ່ແມ່ນຮູ້ສຶກດອກ ແຕ່ຖືກເນລະເທດອິຫຼີນີ້ແຫຼະ.

04

ຄືແລ້ວໄວແທ້ມື້ນີ້ຄູບາ? ໂຊເຟີລົດຖາມ ຊ່ວງນີ້ ຄລິນິກເຂົາບໍ່ຮັບຄົນໄຂ້ ເຮົາໄປໂຮງໝໍເສດຖາເລີຍ. ລາວຄົງຈະສັງເກດເຫັນຂ້ອຍອາລົມບໍ່ຄ່ອຍດີປານໃດກໍເລີຍບໍ່ໄດ້ຖາມຫຍັງອີກ. ຕະຫຼອດເວລາທີ່ນັ່ງຢູ່ໃນລົດນັ້ນ ມີແຕ່ຂ້ອຍເວົ້າຢູ່ຄົນດຽວ ໝໍແນວໃດຫວ໋າ ບໍ່ມີຈັນຍາບັນໃນການໃຫ້ບໍລິການແກ່ຄົນໄຂ້ເລີຍ ຈົບມາແຕ່ປະເທດໃດ ມະຫາໄລຫຍັງ ເຂົາບໍ່ສັ່ງສອນເລື່ອງການໃຫ້ບໍລິການແນ່ບໍ໋ ເຖິງຊິມີຄວາມຮູ້ ແລະ ສະຫຼາດປານໃດ ຖ້າຂາດຈິດໃຈເມດຕາສົງສານຄົນອື່ນ ກໍບໍ່ມີປະໂຫຍດຫຍັງ ເປັນໝໍກໍເປັນໝໍທີ່ຂາດຈັນຍາບັນ ເປັນອາຈານກໍເປັນອາຈານທີ່ຂາດຈັນຍາບັນ ຢ່າຫວັງວ່າຊິໄດ້ຮັບຄວາມເຄົາລົບຈາກຄົນອື່ນ. ຄືຊິມາເປັນຄັ້ງສຸດທ້າຍລ່ະຄລິນິກນີ້ (ບໍ່ຢາກບອກວ່າຢູ່ໃສ ໜ້າໂຮງໝໍມິດຕະພາບ) ຄັ້ງທີ່ແລ້ວນີ້ກໍຄືກັນ ຂ້ອຍພຽງແຕ່ເຈັບຫົວ ຄິດວ່າຊິມາຊື້ຢາຊື່ໆ ແຕ່ກໍຈັບຂ້ອຍໄປນອນຕຽງແລ້ວໃສ່ຢາພາຣາໃຫ້ ທັງເຈາະເລືອດ ທັງໃສ່ນ້ຳ ໝົດເງິນໄປຕັ້ງຫຼາຍແສນ ຍິ່ງເວົ້າກໍຍິ່ງເຊັງ. ຜູ້ອ່ານເຊື່ອບໍ່ວ່າຫ້າ-ຫົກແຖວທີ່ກ່າວມານັ້ນ ຂ້ອຍເວົ້າທັງໃສ່ອາລົມຈົນສຸດສຽງ ພຽງແຕ່ວ່າມັນດັງກ້ອງຢູ່ພາຍໃນໃຈຂ້ອຍຄົນດຽວເທົ່ານັ້ນ. ຄວາມຈິງ ພວກເຮົານັ່ງງຽບກັນໄປຕະຫຼອດທາງ ຈະມີແດ່ ກໍຕອນທີ່ຂ້ອຍຖາມຄົນຂັບວ່າ ກິນເຂົ້າສວຍຫຼືຍັງ ແລ້ວຕ່າງຄົນກໍຕ່າງງຽບ.

ເວລາຜ່ານໄປເກືອບສາມສິບນາທີ ພວກເຮົາກໍມາຮອດໂຮງໝໍເສດຖາ ຂ້ອຍເປີດປະຕູຍ່າງອອກໄປຖາມພະນັກງານທີ່ນັ່ງຢູ່ຄາວເຕີ ໝ່ອງທີ່ເພິ່ນກວດໂຄວິດຢູ່ຕຶກໃດໜໍ? ຕຶກໃໝ່ບີສີ່ເດີ ຂ້ານ້ອຍ ຂອບໃຈຫຼາຍໆ, ແລ້ວພວກເຮົາກໍມາຢືນຢູ່ໜ້າຕຶກໃໝ່ບີສີ່ ດ້ານໜ້າຕຶກມີເຊືອກຟາງສີແດງເນັ່ງຂັ້ນໄວ້ບໍ່ໃຫ້ຄົນນອກເຂົ້າໄປ. ຂ້ອຍໂຄດແປກໃຈທີ່ບໍ່ມີພະນັກງານຢູ່ຈັກຄົນ ງຽບວ່າແມ່ນປ່າຊ້າ ຂ້ອຍກັບຄູບາອີກອົງພາກັນຍ່າງກັບໄປກັບມາປະມານເກືອບສິບນາທີ ບຶດໜຶ່ງມີພໍ່ອອກແມ່ອອກ ແລະ ເດັກນ້ອຍສອງສາມຄົນ ພາກັນຍ່າງອອກມາຈາກລົດເກັ໋ງຄັນໜຶ່ງ.

ແລ້ວທັງໝົດກໍຍ່າງຕົງມາທີ່ພວກເຮົາ ອິພໍ່! ເຈົ້າຢ່າໄປຈັບແມ້ ຈັກໜ່ອຍກະຕິດເຊື້ອດອກ ຕຶກຮັກສາຄົນຕິດໂຄວິດເດ້ນິ ເອົາເຈວມາລ້າງມືແມ້. ແມ່ອອກຄົນໜຶ່ງເວົ້າຂຶ້ນ. ພວກເຮົາ (ຄູບາກັບຄອບຄົວນັ້ນ) ພາກັນຍ່າງເວີ່ນຢູ່ແຖວນັ້ນປະມານຫ້ານາທີ ກໍມີພໍ່ອອກຄົນໜຶ່ງຍ່າງຜ່ານມາແຖວນັ້ນ ແລ້ວຮ້ອງບອກວ່າ ໝ່ອງກວດໂຄວິດຢູ່ຂ້າງຕຶກເດີ ກໍເລີຍພາກັນຍ່າງອ້ອມໄປ ເມື່ອໄປຮອດ ມີຜູ້ຍິງສອງສາມຄົນນັ່ງລໍຢູ່ນັ້ນກ່ອນແລ້ວ ເບິ່ງຈາກອາການໜ້າຈະມາລໍກວດເຊັ່ນກັນ. ພວກເຮົານັ່ງລໍຖ້າອີກປະມານເກືອບສາມສິບນາທີ ຈຶ່ງເຫັນທ່ານໝໍຄ່ອຍໆຍົກຂາຊ້າຍຍ້າຍຂາຂວາອອກມາຈາກຕຶກ (ຄິດໃນໃຈ ໄປຮຽນກຳມະຖານຈາກວັດໃດມາໜໍຄືມາຍ່າງຊ້າແທ້). ຄວາມຈິງ ເຂົາເຈົ້າໃສ່ຊຸດປ້ອງກັນໂຄວິດກໍເລີຍຍ່າງໄວບໍ່ໄດ້ ຫຼັງຈາກທີ່ແມ່ອອກສາມຄົນທີ່ມາລໍຖ້າຢູ່ກ່ອນໜ້າກວດແລ້ວ ກໍມາຮອດຄິວຂອງຂ້ອຍ ຂ້ອຍເລີ່ມໃຈບໍ່ຄ່ອຍດີ ເມື່ອຫຼຽວໄປເຫັນທ່ານໝໍຂຽນລຳດັບຄິວ ເບີ 60 ນິມົນນັ່ງ ຂ້ານ້ອຍ (ຄຸ້ນໆບໍ່ເບີນີ້ໃກ້ຄຽງກັບເບີ 59 ຂອງແມ່ອອກຄົນໜຶ່ງເດ້ເນາະ ຄິດໃນໃຈ ຕິດນຳກັນຊະນໍ້, ພຣະກໍຄິດຟຸ້ງຊ່ານໄປທົ່ວຊ່ວງນີ້) ຂໍອະນຸຍາດເດີ ຄູບາ. ຫຼັງຈາກທີ່ກວດແລ້ວ ກໍເລີຍຖາມວ່າ ຮູ້ຜົນມື້ໃດແມ່ອອກ? ມື້ອື່ນ ຂ້ານ້ອຍ. ຖ້າຜົນເປັນບວກ ພວກເຮົາຈະໂທໄປຫາເດີ.

05

ຄືນນັ້ນ ກ່ອນເຂົ້ານອນຂ້ອຍໄດ້ລະນຶກເຖິງເຫດການຕ່າງໆທີ່ຜ່ານມາໃນມື້ນີ້ ເມື່ອຄິດໄປຮອດຊ່ວງທີ່ຈົ່ມໃຫ້ໝໍຢູ່ຄລິນິກ ຂ້ອຍກໍຄິດຂຶ້ນມາໄດ້ວ່າ ເອ..ມັນຖືກຢູ່ບໍ໋ທີ່ໄປຈົ່ມໃຫ້ເຂົາແນວນັ້ນ (ຄວາມຈິງໜ້າຈະຄິດໄດ້ແຕ່ດົນແລ້ວລ່ະ) ເຖິງຈະເປັນພຽງການຈົ່ມໃນໃຈ ແຕ່ກໍມີຜົນເຮັດໃຫ້ເຮົາເປັນທຸກບໍ່ໜ້ອຍ ໝໍຄົນທີ່ເຮົາຈົ່ມໃຫ້ລາວບໍ່ໜ້າຈະຮູ້ເລື່ອງຫຍັງນຳ ລາວກໍເຮັດຕາມໜ້າທີ່ປົກກະຕິ ເລີກການແລ້ວ ລາວກໍກັບບ້ານ ອາບນ້ຳ ກິນເຂົ້າກັບລູກກັບສາມີ ຊີວິດລາວກໍໜ້າຈະດຳເນີນໄປປົກກະຕິ. ສ່ວນເຮົາຈົ່ມແລ້ວຍັງບໍ່ພໍຊິນອນຍັງນອນບໍ່ໄດ້ອີກ ນີ້ລະໜາທີ່ພຣະເພິ່ນວ່າ “ຄວາມຍຶດຖືຄືຄວາມເຈັບປວດ” ຄຳສອນໃນທາງພຣະພຸດທະສາສະໜາກ່າວໄວ້ວ່າ ຖ້າບໍ່ຢາກເຈັບປວດກໍຕ້ອງຮູ້ຈັກປ່ອຍວາງ ບາງຢ່າງທີ່ເຮົາບໍ່ສາມາດຄວບຄຸມໄດ້ກໍຄວນປ່ອຍມັນໄປ ເຮົາບໍ່ສາມາດຄວບຄຸມຄົນອື່ນໄດ້ ແຕ່ເຮົາມີອຳນາດເຕັມທີ່ໃນການຄວບຄຸມຕົນເອງ ເຮົາສາມາດມອງເຫດການຕ່າງໆທີ່ເຮົາໄດ້ປະສົບພົບເຈີໄດ້ວ່າ ຈະມອງໃນດ້ານບວກ ຫຼື ລົບ ທຸກຢ່າງມີສອງດ້ານສະເໝີ. ຈະມອງໃຫ້ເປັນສຸກ ຫຼື ທຸກ ກໍໄດ້.

ຕໍ່ເຫດການທີ່ເກີດຂຶ້ນໃນມື້ນີ້ ຖ້າຄິດອີກມຸມໜຶ່ງ ເຮົາໜ້າຈະເຫັນໃຈໝໍທີ່ຢູ່ຄລິນິກຫຼາຍກວ່າ ແທນທີ່ຊິຈົ່ມດ່າເຂົາເຈົ້າ. ໂດຍສັນຊາດຕະຍານຂອງສິ່ງທີ່ມີຊີວິດແລ້ວ ຖ້າສິ່ງທີ່ມີຊີວິດຊະນິດໃດ ບໍ່ມີຄວາມຢ້ານກົວເລີຍ ສິ່ງທີ່ມີຊີວິດນັ້ນຈະສູນພັນໄປຈາກໂລກນີ້ໄວກວ່າສິ່ງທີ່ມີຊີວິດຊະນິດອື່ນ. ຂ້ອຍເຄີຍອ່ານເຈີໃນໜັງສືເຫຼັ້ມໜຶ່ງ (ຈື່ບໍ່ໄດ້ວ່າເປັນເຫຼັ້ມໃດ ໜ້າຈະເປັນ ເຊປຽນ ຫຼື ອິຫຍັງນີ້ລະ) ເຂົາບອກວ່າ ເພາະຄວາມຢ້ານກົວຕໍ່ໄພຕ່າງໆ ຈຶ່ງເຮັດໃຫ້ ມະນຸດສາມາດຮັກສາເຜົ່າພັນຂອງຕົນ ແລະ ໄດ້ຄອບຄອງແຜ່ນດິນນີ້ເໜືອສິ່ງມີຊີວິດຊະນິດອື່ນ–ນັກຊີວະວິທະຍາບອກມາແນວນັ້ນ.

ບາງຄົນອາດຈະຄັນປາກຢາກຖາມວ່າ:

ຄູບາ! ແລ້ວມັນກ່ຽວຫຍັງກັນ ກັບການທີ່ທ່ານໝໍເນລະເທດຄູບາອອກຈາກຄລິນິກແຫ່ງນັ້ນ?

ການທີ່ທ່ານໝໍເນລະເທດຂ້ອຍອອກຈາກຄລິນິກນັ້ນ ຂ້ອຍຄິດວ່າມີເຫດຜົນຫຼັກໆສອງສາມຢ່າງເທົ່ານັ້ນແຫຼະ 1) ຢ້ານວ່າຂ້ອຍນຳເຊື້ອໂຄວິດມາສູ່ພວກເຂົາ 2) ຖ້າຂ້ອຍຕິດເຊື້ອ ແນ່ນອນ ຄລິກນິກແຫ່ງນີ້ຕ້ອງໄດ້ປິດຢ່າງແນ່ນອນ 3) ພວກເຂົາອາດຈະຖືກເຈົ້າໜ້າທີ່ສະເພາະກິດເອີ້ນໄປຕຳໜິ ຫຼື ປັບໃໝ ເພາະເປັນເຫດໃຫ້ເຊື້ອແຜ່ກະຈາຍໄປທົ່ວ (ຄົນຈະຕິດຫຼາຍຂຶ້ນ)

ເຮົາຈະສັງເກດເຫັນວ່າທັງສາມຂໍ້ທີ່ກ່າວມານັ້ນ ສະຫຼຸບລົງທີ່ ຄວາມຢ້ານກົວ ທັງນັ້ນ. ນີ້ຄືສັນຊາດຕະຍານຂອງເຜົ່າພັນມະນຸດ ຖ້າເຮົາຂາດຄຸນສົມບັດຂໍ້ນີ້ ພວກເຮົາອາດຈະສູນພັນໄປດົນແລ້ວ. ທ່ານໝໍຄົນນັ້ນກໍເປັນມະນຸດຄົນໜຶ່ງ ຍ່ອມມີຄວາມຮູ້ສຶກຢ້ານກົວເໝືອນກັບໄທເຮົາເຈົ້າຂ້ອຍ ຖ້າຂ້ອຍຕົກຢູ່ໃນສະຖານະການຄືກັບລາວ ກໍອາດຈະເຮັດຄືລາວກໍເປັນໄດ້. ເມື່ອຄິດມາຮອດນີ້ ກໍເຮັດໃຫ້ຂ້ອຍເຂົ້າໃຈທ່ານໝໍຄົນນັ້ນຫຼາຍຂຶ້ນ ຮູ້ສຶກຮູ້ເບົາໃຈຫຼາຍກວ່າເກົ່າ ຕອນນີ້ ເວລາປະມານທ່ຽງຄືນແລ້ວ ແມງໄມ້ຮ້ອງລະງົມໄປທົ່ວບໍເວນວັດ ບາງຄັ້ງຈະໄດ້ຍິນສຽງລົດຜ່ານມາທາງດ້ານຫຼັງວັດ ຂ້ອຍຄ່ອຍໆມ້ອຍຫຼັບໄປດ້ວຍຄວາມເມື່ອຍລ້າ. ຮູ້ສຶກຕົວອີກເທື່ອໜຶ່ງກໍຕອນທີ່ຈົວນ້ອຍຕີຄ້ອງໄຫວ້ພຣະເຊົ້າ.

ເບິ່ງຄືວ່າກຳລັງຊິຈົບແບບແຮັບປີ້ ເອັນດິ່ງເນາະ

ແຕ່ຢ່າຟ້າວເທື່ອ ຢ່າລືມ! ຜົນກວດໂຄວິດຍັງບໍ່ທັນອອກເລີຍ.

06

ຕັ້ງແຕ່ມືນຕາຂຶ້ນມາເຫັນໂລກເປັນເວລາຊາວກວ່າປີ ຮູ້ສຶກວ່າ ມື້ນີ້ ເປັນມື້ທີ່ຍາວນານທີ່ສຸດໃນຊີວິດ ອາການປວດຫົວທີ່ເປັນມາຕັ້ງແຕ່ມື້ວານນີ້ ກໍຍັງມີອາການປວດເປັນບາງຄັ້ງບາງຄາວ ສ່ວນອາການອື່ນໆເລີ່ມດີຂຶ້ນຫຼາຍແລ້ວ ຈະເປັນເພາະລິດຢາ ຫຼື ແນວໃດກໍບໍ່ຮູ້ ມື້ນີ້ ຂ້ອຍບໍ່ໄດ້ອອກໄປເຮັດວຽກນຳໝູ່ (ຂໍຕັດເຂົ້າໂຄສະນາໜ້ອຍໜຶ່ງ ຕອນນີ້ ຢູ່ວັດກຳລັງກໍ່ສ້າງສາລາ ຖ້າຜູ້ໃດຢາກຮ່ວມບຸນ ກໍຈະເລີນພອນໄດ້ເລີຍ). ສາເຫດທີ່ບໍ່ໄດ້ອອກໄປເຮັດວຽກສ່ວນໜຶ່ງກໍເພາະອາການໄຂ້ຍັງບໍ່ດີຂຶ້ນເທື່ອ ອີກຢ່າງໜຶ່ງ ຄຳເວົ້າຂອງທ່ານໝໍທີ່ວ່າ “ຖ້າຜົນເປັນບວກ ພວກເຮົາຈະໂທໄປຫາເດີ” ຍັງກ້ອງຢູ່ໃນຫົວຂ້ອຍຢູ່ເລີຍ. ໃນມື້ນັ້ນ ພາຍຫຼັງສັນເພນແລ້ວ ປະມານບ່າຍໂມງກວ່າໆນີ້ແຫຼະ ຂ້ອຍກຳລັງນັ່ງອ່ານໜັງສືຢູ່ໜ້າຄອມ; ໄດ້ເຫຼືອບຕາໄປເບິ່ງໂທລະສັບເປັນບາງຄັ້ງບາງຄາວ ບາງຊ່ວງ ທີ່ຄິດຟຸ້ງຊ່ານກໍອ່ານໜັງສືບໍ່ຮູ້ເລື່ອງ ບຶດໜຶ່ງ ມີສຽງດັງຂຶ້ນ ອືດ..ອືດ..ແມ່ນແລ້ວ ສຽງໂທລະສັບ (ໂໝດສັ່ນ) ໃຈຂ້ອຍເຕັ້ນ ຕຸ໊ບໆ ພ້ອມກັບຍື້ມືໄປຈັບໂທລະສັບຂຶ້ນມາຮັບສາຍ

ອະໂຫຼ! ຜູ້ໃດໜໍ?

ອະໂຫຼ! ນະມັດສະການ. ຂ້ານ້ອຍ…(ສຽງຫາຍໄປ)

ອະໂຫຼ! ອະໂຫຼ! ໂທມາຈາກໃສໜໍ? ຕືດ..ຕືດ..ຕືດ ແລ້ວສາຍກໍຕັດໄປ. (ຕອນນີ້ ຈິດໃຈຍິ່ງກະວົນກະວາຍຫຼາຍຂຶ້ນ ທັງເຊັງນຳໂທລະສັບ ເວລາມີຄົນໂທມາ ສຽງມັກຂາດໆ ຫາຍໆ)

ຂ້ອຍກຳລັງຊິໂທກັບ, ບຶດໜຶ່ງ ເຫັນໂທມາອີກ.

ອະໂຫຼ! ໄດ້ຍິນບໍ່? ຂ້ານ້ອຍ ຄຳຮັກເດີ ຍັງຈື່ຂ້ານ້ອຍໄດ້ຢູ່ຫວາ ໝູ່ຕອນຮຽນຢູ່ ມ.7 ນະ.

ຫ່າຂົ້ວມຶງເອີຍ! ຖ້າເປັນພໍ່ອອກຂ້ອຍຊິຂ້ອຍຊິເວົ້າຄຳນີ້ ຮ້ອຍວັນພັນປີບໍ່ເຄີຍໂທຫາຈັກເທື່ອ ເສືອກໂທມາ ມື້ນີ້. ແລ້ວພວກເຮົາກໍສົນທະນາກັນຕາມປະສາໝູ່ເພື່ອນທີ່ຫ່າງຫາຍກັນໄປດົນ ສຸດທ້າຍຄື..ຂໍເງິນພຣະ (ອັນນີ້ກໍຖືວ່າເປັນເລື່ອງທຳມະດາ)

ມື້ນັ້ນ ມີເບີແປກໂທມາພຽງເບີດຽວ (ຖ້າມີຫຼາຍກວ່ານີ້ ມີຫວັງພຣະຫົວໃຈວາຍ ມໍລະນະພາບໄປກ່ອນໄວອັນຄວນແນ່ນອນ)

ຕາມປົກກະຕິຊ່ວງບ່າຍສີ່ໂມງ ພຣະສົງ-ສາມະເນນຈະພາກັນລົງມາກວາດຕາດ ແລະ ອະນາໄມເດີ່ນວັດ ເຮັດໃຫ້ບັນຍາກາດພາຍໃນວັດອົບອວນໄປດ້ວຍຝຸ່ນຄວັນ ແລະ ຜູ້ຄົນ. ບາງຄັ້ງ ມີສາມະເນນແລ່ນໄລ່ຢອກກັນຕາມປະສາຂອງເດັກນ້ອຍ. ແຕ່ມື້ນີ້ ເດີ່ນວັດໄຮ້ເງົາຂອງຝຸ່ນຄວັນ ແລະ ຜູ້ຄົນ ເພາະຝົນໄດ້ຄ່ອຍໆຕົກລົງມາ ຕັ້ງແຕ່ບ່າຍສາມໂມງ ແລ້ວກໍເລີ່ມແຮງຂຶ້ນໆ ຈົນເຮັດໃຫ້ພື້ນວັດທີ່ແຫ້ງຜາກ ໄດ້ເຈີ່ງນອງໄປດ້ວຍນ້ຳ. ຂ້ອຍນັ່ງຢູ່ໃນຫ້ອງ ປ່ອຍໃຈໃຫ້ລ່ອງລອຍໄປຕາມບັນຍາກາດທີ່ກຳລັງເກີດຂຶ້ນ ຄິດໄປຕ່າງໆນານາ. ຂ້ອຍຕື່ນຈາກພະວັງແຫ່ງຫ້ວງຈິນຕະນາການນັ້ນ ເມື່ອໄດ້ຍິນສຽງຈົວນ້ອຍຕີໂປງໄຫວ້ພຣະແລງ. ແລະແລ້ວມື້ທີ່ແສນຍາວນານຂອງຂ້ອຍ ກໍກຳລັງຈະຜ່ານໄປ. ຄວາມຈິງ ແຕ່ລະມື້ກໍມີເວລາເທົ່າກັນ ແຕ່ທີ່ເຮົາບອກວ່າມື້ນີ້ສັ້ນ ມື້ນັ້ນຍາວ ເປັນພຽງຄວາມຮູ້ສຶກຊື່ໆ ຖ້າມື້ໃດມີ ຄວາມສຸກ ເຮົາຈະຮູ້ສຶກວ່າເວລາມັນຜ່ານໄປໄວ. ແຕ່ຖ້າມື້ໃດມີຄວາມທຸກ ເຮົາຈະຮູ້ສຶກວ່າມື້ນັ້ນເປັນວັນທີ່ແສນຍາວນານ.

07

ເຊັ່ນດຽວກັນ ຊ່ວງວິກິດໂຄວິດ-19 ນີ້ເປັນຊ່ວງເວລາທີ່ຍາກລຳບາກ; ເປັນຊ່ວງທີ່ທຸກຄົນ, ທຸກອົງກອນ ແລະ ທຸກປະເທດ ກຳລັງປະສົບກັບຄວາມທຸກທີ່ຖາໂຖມເຂົ້າມາທຸກທິດທາງ ທຸກຄົນລ້ວນມີຄວາມທຸກຈຶ່ງເຮັດໃຫ້ເຮົາຮູ້ສຶກວ່າວັນເວລາຊ່າງແສນຍາວນານ. ແຕ່ເຊື່ອເຖີດວ່າ ບັນດາຄວາມທຸກເຫຼົ່ານັ້ນ ດຽວມັນກໍຜ່ານໄປ ເໝືອນມື້ນີ້ທີ່ຜູ້ຂຽນຮູ້ສຶກວ່າມັນແສນຍາວນານ ຂະນະດຽວກັນມັນກໍກຳລັງຈະຜ່ານໄປ ເໝືອນຫຼາຍໆວັນທີ່ຜ່ານມາ. “ເວລາເຮົາມີຄວາມສຸກ ເຮົາຈະສຸກເໝືອນກັນ ແຕ່ເວລາມີຄວາມທຸກ ຄວາມທຸກຂອງແຕ່ລະຄົນຈະມີລາຍລະອຽດແຕກຕ່າງກັນ”  ຖ້າຄຳເວົ້າຂອງໂຕນສະໂຕຍນີ້ເປັນຄວາມຈິງ. ແນ່ນອນ, ໃນຫ້ວງຍາມທີ່ພວກເຮົາກຳລັງປະສົບບັນຫາຢູ່ແບບນີ້ ແຕ່ລະຄົນຍ່ອມມີລາຍລະອຽດຂອງຄວາມທຸກທີ່ແຕກຕ່າງກັນ ຄົນຈົນກໍທຸກຢ່າງຄົນຈົນ, ຄົນລວຍກໍທຸກຢ່າງຄົນລວຍ, ພຣະສົງກໍທຸກຢ່າງພຣະສົງ, ຄະຣາວາດກໍທຸກຢ່າງຄະຣາວາດ.

ເຖິງແມ່ນວ່າເຮົາຈະມີລາຍລະອຽດຂອງບັນຫາທີ່ແຕກຕ່າງກັນ ທ້າຍທີ່ສຸດແລ້ວ ຄູບາເຊື່ອວ່າ ທຳມະຊາດຈະມີທາງອອກໃຫ້ເຮົາສະເໝີ. ຄຳສອນໃນທາງພຣະພຸດທະສາສະໜາໄດ້ກ່າວວ່າ “ທຸກສິ່ງມີເກີດຂຶ້ນ ຕັ້ງຢູ່ ແລ້ວກໍດັບໄປ”. ບໍ່ຈຳເປັນຕ້ອງເຊື່ອກໍໄດ້ ແຕ່ຂໍໃຫ້ສັງເກດໂລກແຫ່ງຄວາມເປັນຈິງ. ໃນປະຫວັດສາດມະນຸດສະຍະຊາດມີໂລກຮ້າຍເກີດຂຶ້ນຫຼາຍຊະນິດ ມາລາເຣຍ, ວັນນະໂລກ, ອີໂບລ່າ, ໄຂ້ຫວັດໃຫຍ່ ແລະ ຫຼ້າສຸດ ໂຄວິດ-19 ທ້າຍທີ່ສຸດ ສິ່ງເຫຼົ່ານີ້ຈະປ່ຽນຜັນໄປ ບາງຢ່າງເຖິງຈະບໍ່ຫາຍໄປຈາກໂລກໂດຍສິ້ນເຊີງ ແຕ່ມະນຸດກໍຮຽນຮູ້ທີ່ຈະຮັບມືກັບມັນໄດ້ດີຂຶ້ນ. ລະດູການ, ວັນເວລາ, ຄວາມສຸກ ຫຼື ຄວາມທຸກ ລ້ວນແລ້ວແຕ່ປ່ຽນແປງຢູ່ຕະຫຼອດເວລາ ບໍ່ມີຫຍັງຄົງຢູ່ຕະຫຼອດໄປ ແລະ ບໍ່ມີຫຍັງເປັນຢູ່ໄດ້ຕະຫຼອດການ ນີ້ຄືກົດທີ່ທຳມະຊາດໄດ້ສ້າງໄວ້. ບໍ່ວ່າມະນຸດຈະມີຄວາມທຸກ ຫຼື ຈະເຈັບປວດພຽງໃດ ສຸດທ້າຍ ມັນຈະຜ່ານໄປ ແລ້ວກາຍເປັນພຽງເລື່ອງຂອງມື້ວານ.

ໂລກ ແລະ ຊີວິດມັນກໍເປັນຂອງມັນຢູ່ແບບນີ້

ບໍ່ວ່າເຮົາຈະມັກຫຼືບໍ່ ມັນຈະຍັງຄົງດຳເນີນໄປເປັນປົກກະຕິ.

ນີ້ຄືໂລກ ນີ້ຄືຊີວິດ.

ພະຂາວພັນນາຣາມ

ປາຍລະດູຝົນ, 2564.

]]>
ຢາພື້ນເມືອງ 3 ຊະນິດ ທີ່ກະຊວງສາທາລະນະສຸກ ໄດ້ກຳໜົດໃຊ້ສຳຫຼັບກໍລະນີຜູ້ຕິດເຊື້ອໂຄວິດ-19 https://dekwatlaos.com/blog-daily/herbal-medicine-to-be-used-in-laos-by-ministry-of-health-for-covid-19-cases/1474/ Fri, 24 Sep 2021 12:14:50 +0000 https://dekwatlaos.com/?p=1474 ປັດຈຸບັນນີ້ ກະຊວງສາທາລະນະສຸກແຫ່ງ ສປປ.ລາວ ໄດ້ກຳໜົດໃຫ້ໃຊ້ຢາພື້ນເມືອງ ຄວບຄູ່ກັບການແພດສາກົນ ເຂົ້າໃນການຮັກສາກໍລະນີຜູ້ຕິດເຊື້ອໂຄວິດ-19 ຄື ລາຊາບີ (Andrograplis paniculata),ຜັກຄາວທອງ (Houttuynia cordata) ແລະ ກະຊາຍຂາວ (Boesenbergia rotonda.)

ຄາດວ່າປັດຈຸບັນນີ້ ກະຊວງສາທາລະນະສຸກ ໄດ້ຈັດການສົ່ງມອບຢາພື້ນເມືອງດັ່ງກ່າວໃຫ້ກັບບັນດາແຂວງ ແລະ ໜ່ວຍງານການແພດປະຈຳພື້ນທີ່ຕ່າງໆທີ່ມີການລະບາດຮຸນແຮງແລ້ວ.

ແນວໃດກໍ່ດີ ການໃຊ້ຢາພື້ນເມືອງເຫຼົ່ານີ້ ອາດມີຜົນຂ້າງຄຽງເຖີີງຂັ້ນອັນຕະລາຍສະເພາະບຸກຄົນ ດັ່ງນັ້ນ ຜູ້ໃຊ້ຄວນໄດ້ຮັບຄຳແນະນຳເຖີີງວິທີການໃຊ້ ແລະ ຂໍ້ຄວນລະວັງທີ່ຖືກຕ່າງໆຈາກແພດດັ່ງນ້ີ.

ວິທີການນໍາໃຊ້ ລາຊາບີ – Andrograplis paniculata (Burm.) Nees

ເປົ້າໝາຍການນຳໃຊ້ ແມ່ນ ສໍາລັບຜູ້ທີ່ຕິດເຊື້ອພະຍາດ ໂຄວິດ-19 ກໍລະນີຢັ້ງຢືນເປັນບວກທີ່ມີອາການເບົາບາງ ແລະ ປານກາງ ແມ່ນມີຄວາມເຫມາະສົມໃນການໃຊ້ຢານີ້.

ຢາລາຊາບີ ມີສ່ວນປະກອບເຄມີຕົ້ນຕໍ່ Andrographolide ຊ່ວຍສ້າງພູມຄຸ້ມກັນໃນຮ່າງກາຍ, ແກ້ອາການໄຂ້ຫວັດ, ໄອ, ເຈັບຄໍ ແລະ ອັກເສບອາມິດານ ນອກນັ້ນຍັງໃຊ້ປົວທ້ອງບິດ ແລະ ຖອກທ້ອງ.

ວິທີ ແລະ ປະລິມານໃຊ້ ລາຊາບີ ແມ່ນກິນເທື່ອລະ 2 ແຄັບຊຸນ,(400mg/1ແຄັບຊູູນ) ມື້ຫນຶ່ງ 3 ເທື່ອ (ເຊົ້າ, ສວຍ,ແລງ) ຫຼັງອາຫານ 15-20 ນາທີ, ໄລຍະການປິ່ນປົວ 5 ວັນ.

ບໍ່ຄວນໃຊ້ຢານີ້ເກີນ 7 ວັນ ແຕ່ກໍລະນີມີຄວາມຈໍາເປັນຈະສືບຕໍ່ໃຊ້ ແມ່ນໃຫ້ພັກ 3 ວັນ, ເພາະ ຢານີ້ມີລົດເຢັນ ອາດຈະເຮັດໃຫ້ມີອາການມືນຊາ ແລະ ເຮັດໃຫ້ຖອກທ້ອງໄດ້ ໃນບາງກໍລະນີ, ໃຫ້ຫຼີກລ້ຽງການ ໃຊ້ກັບຄົນເຈັບທີ່ໃຊ້ຢາລົດຄວາມດັນເລືອດສູງ.

ຫ້າມໃຊ້ກັບແມ່ຍິງຖືພາ, ແມ່ຍິງໃຫ້ນົມລູກ, ເດັກນ້ອຍ ແລະ ກໍລະນີ ຜູ້ທີ່ມີພາວະຄວາມເປັນກົດໃນກະເພາະອາຫານ,ຄົນເຈັບເປັນພະຍາດກ່ຽວກັບໝາກໄຂ່ຫຼັງ ແລະ ມີອາການແພ້ຢານີ້.

ກໍລະນີ ມີອາການຜືນຄັນ,ປາກບວມ,ຕາບວມ ໃຫ້ຢຸດໃຊ້ຢາ ແລ້ວໄປພົບແພດຜູ້.

ກະຊາຍຂາວ – Boesenbergia rotonda (L.) Manst.

ເປົ້າໝາຍການນຳໃຊ້ແມ່ນ ສໍາລັບຜູ້ທີ່ຕິດເຊື້ອພະຍາດ ໂຄວິດ-19 ກໍລະນີຢັ້ງຢືນເປັນບວກທີ່ມີອາການເບົາບາງແລະ ປານກາງ ແມ່ນມີຄວາມເຫມາະສົມໃນການໃຊ້ຢານີ້.

ກະຊາຍຂາວ ມີສ່ວນປະກອບເຄມີຕົ້ນຕໍ່ Pinostrobin, Panduratin A. ມີຄຸນປະໂຫຍດຊ່ວຍຕ້ານ-ຢັບຢັ້ງເຊື້ອໄວຣັສ, ແກ້ໄຂ້ຫວັດ, ໄຂ້ຫວັດໃຫຍ່ ແລະ ສ້າງພູມຕ້ານທານໃນ ຮ່າງກາຍ, ຊ່ວຍບໍາລຸງສຸຂະພາບ ແລະ ເຮັດໃຫ້ຮ່າງກາຍແຂງແຮງ ແລະ ອາຍຸວັດທະນະ.

ວິທີ ແລະ ປະລິມານໃຊ້ ຜະລິດຕະພັນກະຊາຍຂາວ ແມ່ນກິນເທື່ອລະ 2 ແຄັບຊຸນ (500mg/1ແຄບຊູນ), ມື້ຫນຶ່ງ 2 ເທື່ອ (ເຊົ້າ-ແລງ) ຫຼັງອາຫານ 15-20 ນາທີ ໄລຍະການປິ່ນປົວ 7 ວັນ.

ຂໍ້ຄວນລະວັງ ການໃຊ້ກະຊາຍຂາວ ຕໍ່ຜູ້ມີບັນຫາກ່ຽວກັບພະຍາດຕັບອັກເສບ ແລະ ຖົງ ບີອຸດຕັນ, ຄວນລະວັງ ແລະ ຫຼີກລ້ຽງ ໃນຜູ້ທີ່ໄດ້ຮັບຢາລະລາຍລີ້ມເລືອດ, ຢາຕ້ານການແຂງຕົວຂອງເລືອດ ຫຼື ເກັດເລືອດ ແລະ ຜູ້ທີ່ມີພະຍາດເມັດເລືອດຕ່ໍາ.

ຫ້າມໃຊ້ຢານີ້ ກັບແມ່ຍິງຖືພາ,ແມ່ຍິງໃຫ້ນົມລູກ,ເດັກນ້ອຍ ແລະ ຜູ້ແພ້ຢານີ້ ແລະ ບໍ່ຄວນໃຊ້ຢານີ້ ຕິດຕໍ່ກັນເກີນ 7 ວັນ.

ຜັກຄາວທອງ – Houttuynia cordata Thunb.

ເປົ້າຫມາຍການນໍາໃຊ້ ແມ່ນ ສໍາລັບຜູ້ທີ່ຕິດເຊື້ອພະຍາດ ໂຄວິດ-19 ກໍລະນີຢັ້ງຢືນເປັນບວກທີ່ມີອາການ ເບົາບາງ ແລະ ປານກາງ ແມ່ນມີຄວາມເຫມາະສົມໃນການໃຊ້ຢານີ້.

ຜັກຄາວທອງ ມີສ່ວນປະກອບເຄມີຕົ້ນຕໍ່ ຄື Hyperoside, Quercetrin  ແລະ ມີຄຸນປະໂຫຍດຊ່ວຍເສີມສ້າງພູມຄຸ້ມກັນໃນຮ່າງກາຍ, ແກ້ອາການໄຂ້ຫວັດໃຫຍ່ ແລະ ຕ້ານເຊື້ອ ໄວຣັສ.

ວິທິ ແລະ ປະລິມານໃຊ້ ປະລິດຕະພັນ ຜັກຄາາວທອງ ແມ່ນກິນເທື່ອລະ 2 ແຄັບຊຸນ (500mg/1ແຄບຊູນ), ມື້ຫນຶ່ງ 2 ເທື່ອ (ເຊົ້າ-ແລງ) ຫຼັງອາຫານ 15-20 ນາທີ, ໄລຍະການປິ່ນປົວ 7 ວັນ.

ຂໍ້ຄວນລະວັງ  ບໍ່ຄວນໃຊ້ຢານີ້ກັບຜູ້ທີ່ມີບາງອາການເຊັ່ນ: ຕີນ-ມືເຢັນ, ເຈັບທ້ອງ, ຖອກທ້ອງ ແລະຫ້າມໃຊ້ກັບແມ່ຍິງຖືພາ, ແມ່ຍິງໃຫ້ນົມລູກ ແລະ ເດັກນ້ອຍ.

ຄຳເຕືອນ ການນຳໃຊ້ຜັກຄາວທອງເກີນປະລິນມານ ຈະເຮັດໃຫ້ເກີດມີອາການແພ້ເຊັ່ນ: ຮາກ,ຫາຍໃຈຝຶດ ແມ່ນໃຫ້ຢຸດໃຊ້ຢາ ແລ້ວໄປພົບແພດ ບໍ່ຄວນໃຊ້າຢາເກີນ 7 ວັນ.

ວິທີເກັບຮັກສາຢາ ຄວນເກັບໄວ້ໃນອຸນຫະພູມຫ້ອງ,ຫຼີກເວັ້ນແສງແດດ ແລະ ຫ່າງໄກຈາກເດັກນ້ອຍ.

]]>
ແຈ້ງການສຶບຕໍ່ບາງມາດຕະການປ້ອງການພະຍາດໂຄວິດ ແລະ ຜ່ອນຜັນ ໃນໄລຍະ ວັນທີ 05-19 ມິຖຸນາ 2021 https://dekwatlaos.com/blog-daily/%e0%bb%81%e0%ba%88%e0%bb%89%e0%ba%87%e0%ba%81%e0%ba%b2%e0%ba%99%e0%ba%aa%e0%ba%b6%e0%ba%9a%e0%ba%95%e0%bb%8d%e0%bb%88%e0%ba%9a%e0%ba%b2%e0%ba%87%e0%ba%a1%e0%ba%b2%e0%ba%94%e0%ba%95%e0%ba%b0%e0%ba%81/1027/ Fri, 04 Jun 2021 07:37:05 +0000 https://dekwatlaos.com/?p=1027 ເເຈ້ງການ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລກທີ 53 5 /ຫສນຍ ນະຄອນຫຼວງວຽງຈັນ, ວັນທີ 04. ໓໗ ນາ . 2024

ຮຽນ: – ບັນດາທ່ານ ລັດຖະມົນຕີ, ຫົວຫນ້າອົງການທຽບເທົ່າ ທີ່ນັບຖື, ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານ ເຈົ້າແຂວງທົ່ວປະເທດ ທີ່ນັບຖື.

ເລື່ອງ: ການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ໃນໄລຍະ ວັນທີ 05-19 ມິຖຸນາ 2021.

 1.ບາງມາດຕະການສືບຕໍ່ປະຕິບັດ:

1.1. ເພີ່ມທະວີການຊອກຫາ ຜູ້ຕິດເຊື້ອມາປິ່ນປົວ ໂດຍມີການສົມທົບລະຫວ່າງອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ກັບຄວາມຮັບຜິດຊອບທາງການເເພດດ້ວຍທຸກວິທີການ; ເພີ່ມການສັກວັກຊິນໃຫ້ເປົ້າຫມາຍຕ່າງໆເທົ່າທີ່ຈະຫຼາຍໄດ້.

1.2. ປິດຮ້ານກິນ-ດື່ມ, ສວນອາຫານ, ຄາຣາໂອເກະ, ສະຖານບັນເທີງ, ຮ້ານສະຫນຸກເກີ,ຮ້ານນວດ, ຮ້ານເສີມສວຍ, ຮ້ານສະປາ, ສະຖານທີ່ທ່ອງທ່ຽວ, ຮ້ານເກມທຸກປະເພດ.

1.3. ປິດສູນກິລາໃນຮົ່ມທຸກປະເພດ, ພ້ອມທັງ ຫ້າມບໍ່ໃຫ້ຫຼິ້ນກິລາທີ່ຮ່າງກາຍມີການສໍາຜັດກັນ ເຊັ່ນ: ບານເຕະ, ຕີມວຍ ເເລະ ອື່ນໆ.

1.4. ປິດການຮຽນ-ການສອນ ຢູ່ສະຖາບັນການສຶກສາທຸກຊັ້ນ ຢູ່ນະຄອນຫຼວງວຽງຈັນ.

1.5. ປິດບັນດາໂຮງງານອຸດສາຫະກໍາປຸງເຕ່ງ ເເລະ ຫົວຫນ່ວຍຫັດຖະກໍາ ຢູ່ ໃນເຂດ ຫຼື ບ້ານ

ທີ່ຖືກກໍານົດເປັນເຂດເເດງ, ຍົກເວັ້ນໂຮງງານທີ່ມີຫໍພັກຂອງເເຮງງານ ຢູ່ໃນບໍລິເວນໂຮງ ງານຂອງຕົນ, ໂຮງງານຜະລິດສິນຄ້າບໍລິໂພກ, ຢາປົວພະຍາດ, ເຄື່ອງປ້ອງກັນການ ລະບາດ ເເລະ ອຸປະກອນການແພດ ເເຕ່ໃຫ້ມີການຄຸ້ມຄອງຕາມມາດຕະການປ້ອງ ກັນ ທີ່ຄະນະສະເພາະກິດ ວາງອອກ ຢ່າງເຂັ້ມງວດ. ໃນໄລຍະພັກວຽກນີ້, ໃຫ້ຜູ້ ປະກອບການຂອງບັນດາໂຮງງານ, ຫົວຫນ່ວຍການຜະລິດ ທີ່ປິດ ມີລະບຽບການໃນ ການຄຸ້ມຄອງເເຮງງານຢູ່ໃຕ້ຄວາມຮັບຜິດຊອບຂອງຕົນ (ໃຫ້ພັກຢູ່ທີ່ຫໍພັກຂອງຕົນ) ແລະ ປະຕິບັດນະໂຍບາຍສະຫວັດດີການ ໃຫ້ເເກ່ເເຮງງານເຫຼົ່ານັ້ນ ຖືກຕ້ອງ, ຄົບຖ້ວນ ຕາມລະບຽບການ ຂອງຂະແຫນງການກ່ຽວຂ້ອງຂອງລັດ ວາງອອກ.

1.6. ຫ້າມບຸກຄົນເດີນທາງ ເຂົ້າ-ອອກ ທ້ອງຖິ່ນ ຫຼື ເຂດທີ່ມີການຕິດເຊື້ອ (ເຂດແດງ) ຫຼື ເຂດທີ່ມີຄວາມສ່ຽງ (ເຂດເຫຼືອງ) ຕາມການກໍານົດ ຂອງຄະນະສະເພາະກິດ ຍົກເວັ້ນ ຜູ້ທີ່ໄດ້ຮັບອະນຸຍາດຈາກອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ດ້ວຍເງື່ອນໄຂ ເເລະ ເຫດຜົນຈໍາເປັນ ເຊັ່ນ: ໄປປະຕິບັດວຽກໂຄງການ, ໄປທໍາການຜະລິດ, ການຂົນສົ່ງສິນຄ້າ ເເລະ ສົ່ງສະບຽງອາຫານ, ການໄປບິນທະບາດ ຂອງພະສົງ, ໄປໂຮງຫມໍ, ໄປຮັບວັກຊີນ ເເຕ່ໃຫ້ຂະແຫນງສາທາລະນະສຸກ ເເລະ ເຈົ້າຫນ້າທີ່ກ່ຽວຂ້ອງ ຕັ້ງດ່ານເພື່ອກວດ ສຸຂະພາບ, ເອກະສານທີ່ກ່ຽວຂ້ອງ ເເລະ ເກັບກໍາຂໍ້ມູນ ຢ່າງຮັດກຸມ.

1.7. ຫ້າມໂຮມຊຸມນຸມ ຫຼື ກິດຈະກໍາຕ່າງໆ ທີ່ມີຜູ້ເຂົ້າຮ່ວມຫຼາຍກວ່າ 50 ຄົນ ຢູ່ສະຖານທີ່ບໍ່ສາມາດຮັບປະກັນການຮັກສາໄລຍະຫ່າງ 01 ແມັດໄດ້.

1.8. ຫ້າມຈັດງານລ້ຽງສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່.

1.9. ໃຫ້ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດບັນດາມາດຕະການປ້ອງກັນການຕິດເຊື້ອ ເເລະ ເເຜ່ເຊື້ອ ດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງຫນ້ອຍ 01 ເເມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນ້ໍາສະອາດ ໃສ່ສະບູ ຫຼື ເຈລລ້າງມື ຢູ່ບັນດາຮ້ານຂາຍເຄື່ອງຍ່ອຍ (ມິນິມາດ), ຊຸບເປີມາເກັດ, ຕະຫຼາດ ເເລະ ເຂດສ່ຽງ.

2.ບາງມາດຕະການຜ່ອນຜັນ:

2.1. ສືບຕໍ່ອະນຸຍາດໃຫ້ເປີດສູນການຄ້າ, ຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຊຸບເປີມາເກັດ,ຮ້ານມິນິມາດ, ຕະຫຼາດສົດ, ຕະຫຼາດຂາຍອາຫານ ໂດຍໃຫ້ປະຕິບັດມາດຕະການ ປ້ອງກັນການຕິດເຊື້ອ ແລະ ເເຜ່ເຊື້ອ ດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງຫນ້ອຍ 01 ເມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນ້ໍາສະອາດ ໃສ່ສະບູ ຫຼື ເຈລລ້າງມື.

2.2. ສືບຕໍ່ອະນຸຍາດໃຫ້ຍ່າງອອກກໍາລັງກາຍຕາມສະຖານທີ່ຕ່າງໆ ເເລະ ຫຼິ້ນກິລາກາງແຈ້ງ ທີ່ຮ່າງກາຍບໍ່ໄດ້ສໍາຜັດກັນ. ສໍາລັບ ກິລາກ໊ອບ ກໍເຫັນດີໃຫ້ສືບຕໍ່ໄດ້, ເເຕ່ພະນັກ ງານບໍລິການ ໃນສະຫນາມກ໊ອບ ລ້ວນເເຕ່ໄດ້ສັກວັກຊີນ ຄົບຕາມກໍານົດເເລ້ວ ເເລະ ໃຫ້ເຈົ້າພາບຂອງສະຖານທີ່ດັ່ງກ່າວ ສ້າງເເຜນລະອຽດໃນການປະຕິບັດມາດຕະການ ສະກັດກັ້ນ, ປ້ອງກັນພະຍາດ COVID-19 ເເລ້ວສະເຫນີຕໍ່ຄະນະສະເພາະກິດ ເເລະ ອົງການປົກຄອງທ້ອງຖິ່ນ ເປັນຜູ້ອະນຸມັດ ເປັນເເຕ່ລະກໍລະນີໄປ ແລະ ເມື່ອໄດ້ຮັບ ອະນຸຍາດແລ້ວ ຕ້ອງປະຕິບັດຕາມແຜນທີ່ໄດ້ສະເຫນີ ແລະ ມາດຕະການທີ່ຄະນະ ສະເພາະກິດ ວາງອອກຢ່າງເຂັ້ມງວດ.

2.3. ອະນຸຍາດໃຫ້ເປີດຮ້ານຕັດຜົມ ຢູ່ນອກເຂດເເດງ ເເຕ່ບໍ່ໃຫ້ລູກຄ້າເເອອັດຢູ່ໃນຮ້ານ ເເລະ ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເເລະ ເເຜ່ເຊື້ອ ຢ່າງເຂັ້ມງວດ.

2.4. ອະນຸຍາດໃຫ້ນັ່ງກິນ, ດື່ມ ຢູ່ຮ້ານອາຫານ, ຮ້ານກາເຟ ທີ່ບໍ່ຢູ່ໃນເຂດເເດງ ໂດຍໃຫ້ຈັດບ່ອນນັ່ງໃຫ້ມີໄລຍະຫ່າງ 01 ເມັດຂຶ້ນໄປ ເເລະ ປະຕິບັດມາດຕະການປ້ອງກັນ ການຕິດເຊື້ອ ເເລະ ແຜ່ເຊື້ອຢ່າງເຂັ້ມງວດ, ເເຕ່ບໍ່ໃຫ້ບໍລິການເບຍ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ ຢ່າງເດັດຂາດ.

2.5. ອະນຸຍາດໃຫ້ເປີດການຮຽນ-ການສອນ ຢູ່ສະຖານການສຶກສາທຸກຊັ້ນຮຽນ ຢູ່ໃນບັນດາເເຂວງທີ່ບໍ່ມີການລະບາດ ໃນຊຸມຊົນ.

2.6. ອະນຸຍາດໃຫ້ຈັດກອງປະຊຸມ ຢູ່ສະຖານທີ່ທີ່ບໍ່ເເມ່ນຢູ່ໃນເຂດເເດງ ເເຕ່ຕ້ອງສາມາດຮັກສາໄລຍະຫ່າງ 01 ເມັດຂຶ້ນໄປ ໂດຍການຈັດກອງປະຊຸມດັ່ງກ່າວ ຕ້ອງໄດ້ປະຕິບັດຕາມມາດ ຕະການ ຂອງຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ເເທກອຸນຫະພູມ, ການຮັກ ສາໄລຍະຫ່າງ ຢ່າງຫນ້ອຍ 01 ເມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນ້ໍາ ສະອາດ ໃສ່ສະບູ ຫຼື ເຈລລ້າງມື້ ຄັກເເນ່.

2.7 ອະນຸຍາດໃຫ້ດໍາເນີນກິດຈະການກາຊີໂນ ທີ່ບໍ່ຢູ່ໃນເຂດແດງ, ເເຕ່ໃຫ້ເຈົ້າພາບຂອງ ສະຖານທີ່ດັ່ງກ່າວ ສ້າງເເຜນລະອຽດໃນການປະຕິບັດມາດຕະການສະກັດກັ້ນ, ປ້ອງ ກັນພະຍາດ COVID-19 ແລ້ວສະເຫນີຕໍ່ຄະນະສະເພາະກິດ ເເລະ ອົງການປົກຄອງທ້ອງຖິ່ນ ເປັນຜູ້ອະນຸມັດ ເປັນແຕ່ລະກໍລະນີໄປ.

2.8. ອະນຸຍາດໃຫ້ນໍາໃຊ້ເຮືອຫາປາ ເພື່ອຫາປາຕາມລໍານ້ໍາເຂດຊາຍເເດນລະຫວ່າງປະເທດໃນໄລຍະເວລາ ເເຕ່ 08:00 ໂມງ ຫາ 18:00 ໂມງ ໂດຍໃຫ້ອົງການປົກຄອງທ້ອງຖິ່ນ ສົມທົບກັບ ກໍາລັງ ປກຊ-ປກສ ຢູ່ເເຕ່ລະພື້ນທີ່ ອອກລະບຽບການຄຸ້ມຄອງ, ກໍານົດ ຈໍານວນເຮືອ ຫາປາ ເເລ້ວຈຶ່ງອະນຸຍາດ ໂດຍກ່ອນຈະອອກໄປ ກໍຕ້ອງໄດ້ບັນທຶກການ ປ່ອຍອອກ ເເລະ ບັນທຶກການເຂົ້າມາຈອດ, ພ້ອມນັ້ນ ກໍ່ໃຫ້ຕິດຕາມ ກວດກາ ການຈັດຕັ້ງປະຕິບັດ ຢ່າງໃກ້ຊິດ ເເລະ ເຂັ້ມງວດ.

2.9. ອະນຸຍາດໃຫ້ເດີນທາງເຂົ້າ-ອອກ ຢູ່ພາຍໃນທ້ອງຖິ່ນ ທີ່ບໍ່ມີການລະບາດໃນຊຸມຊົນໄດ້ປົກກະຕິ.

2.10. ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານທາງບົກ ລະຫວ່າງ ເເຂວງຕໍ່ເເຂວງທີ່ບໍ່ມີການລະບາດໃນຊຸມຊົນໄດ້ໂດຍບໍ່ໃຫ້ກັກໂຕ, ເເຕ່ຕ້ອງປະຕິບັດຕາມມາດຕະການທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ເເທກອຸນຫະພູມ, ການຮັກສາໄລຍະຫ່າງ ຢ່າງຫນ້ອຍ 01 ເມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນ້ໍາສະອາດ ໃສ່ສະບູ ຫຼື ເຈລລ້າງມື ຄັກເເນ່.

2.11. ອະນຸຍາດໃຫ້ດໍາເນີນການຂົນສົ່ງໂດຍສານທາງບົກ ແລະ ທາງອາກາດ ລະຫວ່າງນະຄອນຫຼວງວຽງຈັນ ກັບ ບັນດາແຂວງທົ່ວປະເທດ ສໍາລັບຜູ້ໂດຍສານທີ່ສັກວັກຊີນ ຄົບ 02 ເຂັ້ມ ໄດ້ 01 ເດືອນຂຶ້ນໄປ ໂດຍບໍ່ໃຫ້ມີການກັກກັນ14 ວັນ, ເເຕ່ພະນັກງານຮັບ ຜິດຊອບສາຍການບິນ, ພະນັກງານລົດຂົນສົ່ງ ເເລະ ຜູ້ໂດຍສານ ຕ້ອງມີຄວາມຮັບຜິດ ຊອບໃຫ້ມີການເເທກອຸນຫະພຸມ, ກວດກາການໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນ້ໍາສະອາດ ໃສ່ສະບູ ຫຼື ເຈລລ້າງມື.

2.12. ອະນຸຍາດໃຫ້ຜູ້ຂັບຂີ່ລົດ ເເລະ ພະນັກງານຂົນສົ່ງສິນຄ້າ ເຂົ້າ-ອອກ ລະຫວ່າງ ເເຂວງຕໍ່ເເຂວງ ສາມາດສົ່ງສິນຄ້າ ເຖິງປາຍທາງໄດ້ ໂດຍບໍ່ຈໍາເປັນຕ້ອງຄ່ຽນຖ່າຍສິນຄ້າໃນໄລຍະ ເດີນທາງຢູ່, ບໍ່ຕ້ອງກວດຫາເຊື້ອພະຍາດ COVID-19 ເເລະ ບໍ່ຈໍາກັດບໍລິເວນ ຢູ່ແຂວງ ປາຍທາງ 14 ວັນ, ເເຕ່ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເເລະ ເເຜ່ເຊື້ອທີ່ ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ. ສໍາລັບການຂົນສົ່ງສິນຄ້າລະຫວ່າງ ປະເທດ ໃຫ້ສືບຕໍ່ຈັດຕັ້ງປະຕິບັດ ຕາມທີ່ໄດ້ເຄີຍປະຕິບັດໃນໄລຍະຜ່ານມາ. ໃນພາກ ປະຕິບັດຕົວຈິງ ໃຫ້ທຸກພາກສ່ວນກ່ຽວຂ້ອງ ປະຕິບັດເປັນເອກະພາບ ຕາມຄໍາແນະນໍາ ຂອງຄະນະສະເພາະກິດຂັ້ນສູນກາງ ແລະ ຄໍາເເນະນໍາ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 242/ຍທຂ, ລົງວັນທີ 23 ເມສາ 2021.

3.ມອບໃຫ້ຂະແຫນງການ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ລວມທັງຢູ່ຂັ້ນເມືອງ, ບ້ານ ຫຼື ເຈົ້າຫນ້າທີ່ຫນ່ວຍປະຕິບັດງານ ພ້ອມກັນເອົາໃຈໃສ່ປະຕິບັດຫນ້າທີ່ຂອງຕົນ ຕາມມາດ ຕະການທີ່ລັດຖະບານ ກໍຄືຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ, ກໍລະນີພົບເຫັນຜູ້ ລະເມີດ ເເມ່ນຕ້ອງດໍາເນີນມາດຕະການເດັດຂາດ ຕາມກົດຫມາຍ ເເລະ ລະບຽບການກໍານົດ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

ລັດຖະມົນຕີ, – ຫົວຫນ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ

 

 

 

 

 

]]>
ສປປ.ລາວກຽມພ້ອມຮັບວັກຊີນ ໄຟເຊີ (Pfizer) https://dekwatlaos.com/blog-daily/%e0%ba%aa%e0%ba%9b%e0%ba%9b-%e0%ba%a5%e0%ba%b2%e0%ba%a7%e0%ba%81%e0%ba%bd%e0%ba%a1%e0%ba%9e%e0%bb%89%e0%ba%ad%e0%ba%a1%e0%ba%ae%e0%ba%b1%e0%ba%9a%e0%ba%a7%e0%ba%b1%e0%ba%81%e0%ba%8a%e0%ba%b5%e0%ba%99/978/ Tue, 01 Jun 2021 15:55:32 +0000 https://dekwatlaos.com/?p=978 ສປປ ລາວ ຄາດວ່າຈະໄດ້ຮັບວັກວັກຊີນໄຟເຊີ (Pfizer ) ຈຳນວນ 100,620 ຫຼອດ/ເຂັມ ໃນໄວໆນີ້.

ເພື່ອເປັນການກຽມພ້ອມຮັບວັກແຊັງຕ້ານພະຍາດໂຄວິດ -19 ຄັ້ງຕໍ່ໄປຈາກ  Covax, ກະຊວງສາທາລະນະສຸກ ໄດ້ຮັບຊ່ວຍເຫຼືອທາງດ້ານຕູ້ແຊ່ທາງການແພດ ທີ່ມີຄວາມສາມາດໃນການເກັບຮັກສາວັກແຊັງໃຫ້ຢູ່ໃນອຸ່ນຫະພູດ -70 ອົງສາເຊ ຈຳນວນ 3 ເຄື່ອງ. ອົງການອະນາໄມໂລກປະຈຳ ສປປ. ລາວ ໄດ້ມອບຕູ້ແຊ່ UCC (Ultra Cold Chain) ດັ່ງກ່າວໃຫ້ ຂະແໜງກັນພະຍາດດ້ວຍວັກແຊັງ,ສູນສຸຂະພາບແມ່ ແລະ ເດັກ ຜ່ານການສະໜັບສະໜູນຂອງກະຊວງສາທາລະນະສຸກເຢຍລະມັນ (BMG).

ປະເທດລາວຄາດວ່າຈະໄດ້ຮັບວັກແຊັງຕົວໄຟເຊີທັງໝົດ 100,602 ໃນໄວໆນີ້ແນ່ນອນ ເຊີ່ງວັກຊີນຕົວນີ້ຕ້ອງການຕູ້ແຊ່ຊະນິດພິເສດນີ້ເພື່ອເກັບຮັກສາປະສິດທິພາບຂອງວັກແຊັງເອົາໄວ້.

ລາຍງານ 31 ພຶດສະພາ 2021 ຜ່ານມານີ້ ສູນຂ່າວສານການແພດສຸຂະສຶກສາລາຍງານໃຫ້ຮູ້ວ່າ ໃນຊ່ວງ 2-3 ເດືອນທີ່ມາ ກະຊວງສາທາລະນະສຸກ ໄດ້ມີການປະຕິບັດໜ້າທີ່ ຢ່າງຕັ້ງໜ້າໃນວຽກງານການແຈກຢາຍວັກແຊັງຕ້ານພະຍາດໂຄວິດ -19.

ໂດຍຮອດປັດຈຸບັນນີ້ ວັນທີ່ 30 ພຶດສະພາ 2021,ຕົວເລກຈຳນວນວັກແຊັງທີ່ຖືກສັກໃຫ້ກ່ປະຊາກອນທີ່ນອນຢູ່ໃນກຸ່ມເປົ້າໝາຍໃນທົ່ວປະເທດແມ່ນ 885,694 ຫຼອດ/ເຂັມ (ຜູ້ທີ່ໄດ້ຮັບເຂັມທຳອິດ 658,377 ແລະ ຜູ້ທີ່ໄດ້ຮັບເຂັມທີສອງ 277,317) ດ້ວຍຜົນສຳເລັດດັ່ງກ່າວ,ກະຊວງສາທາລະນະສຸກ ເອງກໍ່ມີແຜນທີ່ຈະສູ້ຊົນສັກວັກແຊັງໃຫ້ໄດ້ 50 %ຂອງຈຳນວນພົນລະເມືອງທັງໝົດພາຍໃນ ປີ  2021.

]]>
ເປີດຕົວເລກຜູ້ຕິດເຊື້ອໂຄວິດແຕ່ລະບ້ານໃນນະຄອນຫຼວງ https://dekwatlaos.com/blog-daily/%e0%bb%80%e0%ba%9b%e0%ba%b5%e0%ba%94%e0%ba%95%e0%ba%bb%e0%ba%a7%e0%bb%80%e0%ba%a5%e0%ba%81%e0%ba%9c%e0%ba%b9%e0%bb%89%e0%ba%95%e0%ba%b4%e0%ba%94%e0%bb%80%e0%ba%8a%e0%ba%b7%e0%bb%89%e0%ba%ad%e0%bb%82/892/ Sat, 15 May 2021 06:44:39 +0000 https://dekwatlaos.com/?p=892 ຕົວເລກຜູ້ຕິດເຊື້ອໂຄວິດ-19 ແຕ່ລະບ້ານສະເພາະໃນນະຄອນຫຼວງວຽງຈັນ. ແນວໃດ່ກໍ່ດີ ຕົວວເລກຜູ້ຕິດເຊື້ອຍັງບໍ່ຄົງທີ່ ທ່ານສາມາດຕິດຕາມຂ່າວສານກັບ ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health ຄະນະສະເພາະກິດປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ທາງການ ແຫ່ງ ສປປ ລາວ.

ອັບເດດຫຼ້າສຸດ ຜູ້ຕິດເຊື້ອໂຄວິດ ໃນ ສປປ ລາວ ທັງໝົດ 1,498 ກໍລະນີ ປິ່ນປົວຫາຍດີ 513 ຄົນ ເສຍຊີວິດ 2 ຄົນ.

ລຳດັບຊື່ບ້ານຈຳນວນ
1ເມືອງນ້ອຍ3
2ໂຊກຄຳ3
3ໂຊກນ້ອຍ1
4ໂຊກໃຫຍ່1
5ໂນນສະຫວ່າງ2
6ໂນນຫວາຍ1
7ໂພນທັນ2
8ໂພນພະເນົາ7
9ໂພນສະອາດ 3
10ໜອງໜ່ຽງ3
11ໜອງສ້າງທໍ່1
12ໜອງບອນ3
13ຮ່ອງແກ2
14ຮ່ອງສຸພາບ 2
15ອາມອນ3
16ຫົວຂົວ4
17ສົມສະຫງ່າ1
18ສີສັງວອນ4
19ສະພັງໝໍ້6
20ວຽງຈະເລີນ2
21ຝາຍ1
22ນາໄຊ4
23ນາສ້າງໄພ1
24ນາບຽນ 1
25ທາດຫຼວງໃຕ້18
26ທາດຫຼວງເໜືອ2
27ຊຽງດາ7
28ຈອມມະນີ7
29ຄຳສະຫວາດ11
30ຂາມງອຍ5
]]>
ນັກກົດໝາຍໜຸ່ມອອກຄວາມເຫັນເຖີງຄວາມເປັນໄປໄດ້ ກໍລະນີ 59 ກັບ ພວກ ຈະມີຄວາມຜິດທາງກົດໝາຍຫຼືບໍ່ https://dekwatlaos.com/blog-daily/hot-social/%e0%ba%99%e0%ba%b1%e0%ba%81%e0%ba%81%e0%ba%bb%e0%ba%94%e0%bb%9d%e0%ba%b2%e0%ba%8d%e0%bb%9c%e0%ba%b8%e0%bb%88%e0%ba%a1%e0%ba%ad%e0%ba%ad%e0%ba%81%e0%ba%84%e0%ba%a7%e0%ba%b2%e0%ba%a1%e0%bb%80%e0%ba%ab/828/ Wed, 05 May 2021 11:10:17 +0000 https://dekwatlaos.com/?p=828 ໃນໂພສນີ້ ເຮົາລອງມາອ່ານເບິ່ງຄວາມຄິດເຫັນ ແລະ ການວິເຄາະຄວາມເປັນໄປໄດ້ ກໍ່ລະນີ 59 ກັບພວກທີ່ກ່ຽວຂ້ອງໃນລາຍລະອຽດ ໂດຍມີໜື່ງໃນນັກກົດໝາຍໜຸ່ມເຈົ້າຂອງເຟສບຸກເພຈ Grandeur Law House – ທີມງານກົດໝາຍເພື່ອປະຊາຊົນ ໄດ້ໂພສໃນເພຈວ່າ   

ຈາກບັນຫາທີ່ສັງຄົມໄດ້ຕັ້ງຂໍ້ສົງໄສວ່າ ຜູ້ຕິດເຊື້ອໂຄວິດ ກໍລະນີ 59, ເອື້ອຍຮັກຂອງຜູ້ກ່ຽວ ແລະ ຜູ້ຊາຍຄົນໄທທັງສອງນັ້ນຈະມີຄວາມຜິດທາງດ້ານກົດໝາຍຕາມມາດຕາ 199 ຫລື ບໍ່ ?

ອິງຕາມມາດຕາ 199 ໄດ້ກຳນົດໄວ້ວ່າ: ຜູ້ຕິດເຊື້ອພະຍາດທີ່ຮ້າຍແຮງ ຫາກນຳເອົາເຊື້ອພະຍາດນັ້ນໄປແພ່ຂະຫຍາຍໃສ່ຜູ້ອຶ່ນໂດຍເຈດຕະນາ ຈະຖືກລົງໂທດ ແຕ່ 2 ປີ ຫາ 5 ປີ ແລະ ຈະຖືກປັບໃໝແຕ່ 10 ລ້ານ ຫາ 50 ລ້ານກີບ. ແລະ ບຸກຄົນໃດ ໂດຍເຈດຕະນາ ຫາກນຳເອົາເຊື້ອພະຍາດທີ່ຮ້າຍແຮງ ໄປແພ່ຂະຫຍາຍໃສ່ບຸກຄົນອຶ່ນ ຈະຖືກລົງໂທດຕັດອິດສະລະພາບແຕ່ 5 ປີ ຫາ 10 ປີ ແລະ ຈະຖືກປັບໃໝ 30 ລ້ານ ຫາ 70 ລ້ານກີບ.

ແຕ່ກ່ອນອຶ່ນຫມົດພວກເຮົາຕ້ອງໄດ້ທຳຄວາມເຂົ້າໃຈຄຳວ່າ “ໂດຍເຈດຕະນາ“ ເສຍກ່ອນ.

ນິຍາມຄຳວ່າ “ໂດຍເຈດຕະນາ“ ແມ່ນເປັນການກະທຳ ຫລື ເມີນເສີຍ ຊຶ່ງຜູ້ກະທຳຜິດຮູ້ວ່າການກະທຳ ຫລື ການເມີນເສີຍຂອງຕົນເປັນອັນຕະລາຍຕໍ່ສັງຄົມ ແລະ ກໍຄາດຄະເນໄດ້ເຖິງຜົນສະທ້ອນຂອງມັນ ແຕ່ຈົງໃຈເຮັດ ຫລື ປະປ່ອຍໃຫ້ເກີດຂື້ນ, ອິງຕາມມາດຕາ 14 ຂອງ ປະມວນກົດໝາຍອາຍາ.

ຈາກບົດບັນຍັດຂອງກົດໝາຍທັງສອງມາດຕາທີ່ກ່າວມາຂ້າງເທິງນີ້, ທາງເຮົາຈະຂໍສະແດງຄຳຄິດເຫັນທາງດ້ານກົດໝາຍອອກເປັນກໍລະນີດັ່ງນີ້:

ກໍລະນີ 59

ສຳລັບກໍລະນີ 59 ຖ້າຫາກຜູ້ກ່ຽວໄດ້ຖືກເອື້ອຍຮັກຕົວະຄືຕາມຜູ້ກ່ຽວເຄີຍອອກມາກ່າວຕໍ່ສັງຄົມນັ້ນ ຜູ້ກ່ຽວອາດອາດຈະບໍ່ເຂົ້າຄ່າຍກະທຳຜິດໂດຍເຈດຕະນາ. ແຕ່ຖ້າຫາກຜູ້ກ່ຽວຫາກບໍ່ໄດ້ຖືກຕົວະ ຫລື ຫາກຜູ້ກ່ຽວຫາກຮູ້ມາກ່ອນແລ້ວວ່າເອື້ອຍຮັກ ແລະ ຄົນໄທລັກຂ້າມມາ ແລະ ບໍ່ໄດ້ຜ່ານການກວດໂຄວິດນັ້ນ ແລະ ກໍ່ສາມາດຄາດຄະເນໄດ້ວ່າຄົນທີ່ມາຈາກປະເທດທີ່ພະຍາດລະບາດນັ້ນມີຄວາມສ່ຽງສູງທີ່ຈະມີພະຍາດຕິດມາ ແຕ່ຜູ້ກ່ຽວຍັງພາພວກທີ່ລັກຂ້າມມາເລາະທ່ຽວ ກໍລະນີນີ້ຜູ້ກ່ຽວກໍອາດຈະເຂົ້າຄ່າຍກະທຳຜິດໂດຍເຈດຕະນາຕາມນີຍາມຂ້າງເທິງ.

ສຳລັບການຈະພິສູດບັນຫານີ້ແມ່ນຄົງບໍ່ຍາກພໍເທົ່າໃດ ເຈົ້າຫນ້າທີ່ສາມາດກວດສອບການສື່ສານຂອງຜູ້ກ່ຽວກັບເອື້ອຍຮັກຈາກການແຊັດລົມກັນກໍໄດ້.

ເອື້ອຍຮັກ ແລະ ຄົນໄທ

ສຳລັບກໍລະນີເອື້ອຍຮັກ ແລະ ຄົນໄທທັງສອງນັ້ນ ເຮົາສາມາດສັງເກດໃນເບື້ອງຕົ້ນໄດ້ວ່າພວກກ່ຽວໄດ້ກະທຳໂດຍເຈດຕະນາ ຊຶ່ງພວກກ່ຽວຮູ້ວ່າການກະທຳ ຫລື ການເມີນເສີຍຂອງຕົນນັ້ນເປັນອັນຕະລາຍຕໍ່ສັງຄົມເນື່ອງຈາກພະຍາດລະບາດ ແຕ່ກໍລັກຂ້າມມາໂດຍບໍ່ຖືກຕ້ອງ ຫລື ໂດຍເຈດຕະນາທີ່ບໍ່ດີ ແລະ ກໍຄາດຄະເນໄດ້ເຖິງຜົນສະທ້ອນຂອງມັນ ແຕ່ຈົງໃຈເຮັດ ຫລື ປະປ່ອຍໃຫ້ເກີດຂື້ນ. ດັ່ງນັ້ນຜູ້ເອື້ອຍຮັກ ແລະ ຄົນໄທຈຶ່ງເຂົ້າຄ່າຍການກະທຳຜິດຢ່າງຈະແຈ້ງ.

ແຕ່ຫລາຍຄົນອາດຈະຖາມວ່າແລ້ວຄົນໄທທີ່ຢູ່ປະເທດໄທນັ້ນເຮົາຈະດຳເນີນຄະດີແນວໃດ, ອິງຕາມສົນທິສັນຍາການສົ່ງຜູ້ຮ້າຍຂ້າມແດນນັ້ນ ປະເທດເຮົາສາມາດຮ້ອງຂໍໃຫ້ທາງການໄທສົ່ງຕົວພວກກ່ຽວມາດຳເນີນຄະດີໄດ້.

ແນວໃດກໍຕາມ ນີ້ເປັນພຽງຄຳຄິດເຫັນທາງດ້ານກົດໝາຍໃນເບື້ອງຕົ້ນຈາກພວກເຮົາ, ຈະເປັນແນວໃດນັ້ນ ເຮົາກໍຕ້ອງລໍຖ້າໃຫ້ເຈົ້າຫນ້າທີ່ສືບສວນສອບສວນໃຫ້ລະອຽດ ຖ້າຄົບອົງປະກອບການກະທຳຜິດ ເຈົ້າຫນ້າທີ່ກໍ່ຈະສົ່ງໃຫ້ໄອຍະການສັງຟ້ອງໃຫ້ສານຕັດສິນຕາມລະບຽບກົດໝາຍ.

]]>
ຕຳຫຼວດຢືນຢັນ ກໍລະນີ 59 ຈະຖືກດຳເນີນການທາງກົດໝາຍອາຍາ https://dekwatlaos.com/blog-daily/hot-social/%e0%ba%95%e0%ba%b3%e0%ba%ab%e0%ba%bc%e0%ba%a7%e0%ba%94%e0%ba%a2%e0%ba%b7%e0%ba%99%e0%ba%a2%e0%ba%b1%e0%ba%99-%e0%ba%81%e0%bb%8d%e0%ba%a5%e0%ba%b0%e0%ba%99%e0%ba%b5-59-%e0%ba%88%e0%ba%b0%e0%ba%96/823/ Wed, 05 May 2021 09:03:00 +0000 https://dekwatlaos.com/?p=823 ຈາກກໍລະນີ 59 ຫຼື ນາງ ມອມມີນາ (ຕີນ່າ) ທີ່ສັງຄົມໃຫ້ຄວາມສົນໃຈຫຼາຍເປັນພິເສດ ເຊີ່ງເປັນຜູ້ທີ່ພາເອື້ອຍຮັກ ແລະ ຜູ້ຊາຍໄທສອງຄົນ ໄປທ່ຽວສະຖານທີ່ສາທາລະນະຕ່າງໆ ທີ່ພາໃຫ້ເກີດການລະບາດພະຍາດໂຄວິດ 19 ຮອບສອງຢ່າງຮ້າຍແຮງ ສ້າງຜົນກະທົບຕໍ່ເສດຖະກິດ ແລະ ສົງຄົມ ຂອງ ສປປ ລາວ. ຕໍ່ການກະທຳດັ່ງກ່າວ ເຫັນວ່າເປັນການກະທຳທີ່ແຕະຕ້ອງເຖີງກົດໝາຍ ມາດຕາ 199 ຂອງປະມວນກົດຫມາຍອາຍາ ແຫ່ງ ສປປ ລາວ.

ເມື່ອວັນທີ່ 3 ພຶດສະາ ຕຳຫຼວດໄດ້ອອກມາຖະແຫລ່ງຢືນຢັນວ່າ ນາງສາວ ຕີນ່າ  ແມ່ນໄດ້ຖືກຄວບຄຸມໄປ ຫຼັງຈາກອອກ ໂຮງໝໍ ພາຍຫຼັງປິ່ນປົວຫາຍດີແລ້ວ

ທ່ານ ພັນໂທ ວິລະພົນ ໄພບູນ ຫົວໜ້າພະແນກຕຳຫຼວດຄຸ້ມຄອງຄົນຕ່າງປະເທດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຄະນະກອງເລຂາ ຄະນະສະເພາະກິດ ເພື່ອປ້ອງການ ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ 19 ຂັ້ນນະຄອນຫຼວງວຽງຈັນ. ໄດ້ຖະແຫຼ່ງຕໍ່ໄປອີກວ່າ

ຜ່ານການປິ່ນປົວຂອງແພດຫມໍດີແລ້ວ ແຕ່ຕ້ອງໄດ້ສຶບຕໍ່ເຝົ້າລະວັງຕິດຕາມອາການຜູ້ກ່ຽວ ເຈົ້າຫນ້າທີ່ ຈື່ງໄດ້ດຳເນີນການຄວບຄຸມແຍກປ່ຽວອີກ ເປັນເວລາ 14 ວັນ ເພື່ອຕິດຕາມອາການຕໍ່ໄປ.

ຫຼັງຈາກນັ້ນ ເຈົ້າໜ້າທີ່ ປກສ ຈະໄດ້ດດຳເນີນສຶບຕໍ່ສຶບສວນ ສອບສວນ ຜູ້ກ່ຽວ ແລະ ພັກພວກເພື່ອສະຫຼຸບສຳນວນຄະດີ ສົ່ງໃຫ້ອະໄອຍະຖະແຫລງການຕັດສິນຕາມຂັ້ນຕອນລະບຽບກົດໝາຍຂອງ ສປປ ລາວ ຕໍ່ໄປ.

]]>
ໂຄໂຣນາໄວຣັສມາຈາກໃສ່ https://dekwatlaos.com/buddhology/%e0%bb%82%e0%ba%84%e0%bb%82%e0%ba%a3%e0%ba%99%e0%ba%b2%e0%bb%84%e0%ba%a7%e0%ba%a3%e0%ba%b1%e0%ba%aa%e0%ba%a1%e0%ba%b2%e0%ba%88%e0%ba%b2%e0%ba%81%e0%bb%83%e0%ba%aa%e0%bb%88/45/ Tue, 19 May 2020 17:56:00 +0000 ຄວາມປ່ຽນແປງ (Changing) ຫລື ຄຳຄ້າຍໆກັນ ຄື ຄວາມບໍ່ທ່ຽງ (Impermanence),ຄວາມບໍ່ແນ່ນອນ (uncertain ) ນີ້ ອັນຕະລາຍແທ້ ອາດເຮັດໃຫ້ຜູ້ທີ່ໄດ້ຮັບຜົນກະທົບຂອງຄວາມປ່ຽນແປ່ງນີ້ຮ້ອງໄຫ້,ເຈັບປວດ,ທຸກທໍລະມານ ແລະ ຮ້າຍກວ່ານັ້ນຄື ເຖີງແກ່ຄວາມຕາຍ ທີ່ເປັນການລົ້ມສະລາຍຂອງຊີວິດຂັ້ນສຸດທ້າຍ.


ຄວາມປ່ຽນແປ່ງບໍ່ແມ່ນເລື່ອງບັງເອີນ ແຕ່ມັນມີເຫດມີປັດໄຈຂອງມັນຢູ່ ຄືເປັນຂະບວນການຂອງກັມທີ່ສະລັບຊັ້ບຊ້ອນຍາກທີ່ຈະເຂົ້າໃຈ ຢ່າງເຊັ່ນ ເກີດມີໂຣກຮ້າຍ,ເກີດໂຣກລະບາດ,ຍາດພີ່ນ້ອງຕາຍ,ເກີດອຸປັດຕິເຫດຕາຍ ສິ່ງເຫລົ່ານີ້ ເປັນສະພາວະທັມ ທີ່ມີຖານກຳເນີດ ຄືແຮງກັມ(ການກະທຳ)ຂອງເຮົາເອງ.

ຖາມວ່າ ຄວາມຕາຍທີ່ທຸກຄົນຕ້ອງປະສົບນີ້ເປັນກັມບໍ່ ກໍ່ຕ້ອງບອກວ່າມັນເປັນກັມ ທີ່ເຮົາຍັງມີເກີດ ກໍ່ຕ້ອງມີຕາຍເປັນທຳມະດາ ເພາະເມື່ອມີການເກີດ ກໍ່ຍັງຕ້ອງມີການຕາຍມູນວຽນຢູ່ແບບນີ້ບໍ່ທີ່ສິ້ນສຸດ. 

ນອກຈາກຈະໄດ້ຕັດສະຮູ້ເປັນພຣະອໍຣະຫັນແລ້ວເທົ່ານັ້ນ ການກະທຳຈື່ງຈະບໍ່ເອີ້ນວ່າເປັນກັມທີ່ຈະເຮັດໃຫ້ມາເກີດອີກ. ເພາະການກະທຳທຸກຢ່າງຂອງພຣະອະຣະຫັນນັ້ນບໍ່ມີຄວາມໂລບ (ໂລພະ), ບໍ່ມີຄວາມຊັງ(ໂທສະ) ແລະ ບໍ່ມີຄວາມຫລົງ(ໂມຫະ).  

ແລະ ເຫດການຮ້າຍຕ່າງໆ ເຊັ່ນ ສົງຄາມ ຫຼື ໂຣກລະບາດ Covid-19 ທີ່ກຳລັງລະບາດຢູ່ຂະນະນີ້ ມັນບໍ່ໄດ້ເກີດມາເອງລອຍໆແນ່ນອນ ຫລື ມີເທບພະເຈົ້າອົງໃດ່ບັນດານຂື້ນ. 

ແຕ່ເພາະຄວາມບໍ່ຮູ້ເຫດເກີດຂອງມັນຢ່າງແຈ່ມແຈ້ງ ບາງຄົນກໍ່ມົ້ວບອກວ່າ ເປັນຜີ ຫຣື ວິນຍານຮ້າຍທີ່ເກີດຂື້ນມາເພື່ອຂ້າມະມຸດ

ບາງຄົນກໍ່ວ່າ ມີປະເທດໃດ່ຫນື່ງສ້າງໄວຣັສດ້ວຍຄວາມກຽດຊັງແລ້ວເອົາໄປປ່ອຍທີ່ເມືອງອູ່ຮັ້ນ ປະເທດຈີນ ອັນນີ້ກໍ່ວ່າກັນໄປ.

ແຕ່ຄວາມເປັນຈິງ ໄວຣັສ ບໍ່ແມ່ນຜີ ຫຼື ວິນຍານ ແນ່ນອນ ແຕ່ມັນຄືເຊື້ອໂຣກລະດັບອະນຸພາກ ທີ່ເບິ່ງດ້ວຍຕາຫນັງບໍ່ເຫັນ  ໄວຣັສນັ້ນອາດຈະເກີດມາຈາກລະບົບນິເວດທີ່ບໍ່ສະອາດ ຫຼື ຄວາມຜິດພາດທາງຈຸລິນຊີວິທະຍາ.

ແນວໃດ່ກໍ່ຕາມ ໄວຣັສ ຈະເກີດຂື້ນເອງບໍ່ໄດ້ ຖ້າປາດສະຈາກການກະທຳຂອງມະນຸດໂລກ ກັບການທຳງານຂອງລະບົບນິເວດທີ່ຜິດປົກກະຕິ.

ຖ້າຈະໃຫ້ປຽບທຽບຕາມຄວາມເຂົ້າໃຈ ກໍ່ເຫມືອນຄອມພິວເຕີ້ ຖ້າບໍ່ທຳຄວາມສະອາດ ບໍ່ມີອັບເດດ ມັນກໍ່ຈະມີໄວຣັສຕົວຮ້າຍຄ່ອຍລົບກວນໄຟລ໌ຂໍ້ມູນດີໆ.

ເພາະຄວາມບໍ່ຮູ້ເຮົາບໍ່ສາມາດຫ້າມສິ່ງທີ່ຍັງບໍ່ເກີດ ບໍ່ໃຫ້ເກີດໄດ້.ແຕ່ເມື່ອມັນເກີດຂື້ນແລ້ວກໍ່ໄດ້ແຕ່ຍອມຮັບ,ເຂົ້າໃຈ ຫາວິທີປ້ອງກັນໄພ ດ້ວຍວິທີທີ່ເຫມາະສົມ ມີທັງ ການທຳຄວາມສະອາດຕາມທີ່ຢູ່ ໃສ່ຜ້າອັດປາກອະນາໄຫມ ຫລືດ້ວຍວິທີໃດ່ໆ ທີ່ລັດຖະບານແນະນຳ ມີ ບໍ່ໃຫ້ໄປຊຸມນຸມເກີນ 10 ຄົນ ແລະ ຢູ່ແຕ່ໃນເຮືອນ.


ແລະ ທາງພຸດທະສາສະໜາເຮົາ ກໍ່ມີແນະນຳໃຫ້ສູດມົນຕ໌ ແຜ່ເມດຕາຈິດ(Loving friendliness) ໃຫ້ທຸກສັບພະສິ່ງໃນຈັກຈັກກະວານ ທຸກສັບພະສັດ ທີ່ເກີດແລ້ວ ຫລື ຍັງບໍ່ເກີດ ທີ່ຢູ່ໄກ້ ຫຼື ຢູ່ໄກ ທັງທີ່ເຫັນດ້ວຍຕາ ຫຼື ບໍ່ເຫັນດ້ວຍຕາ ເຜື່ອແຜ່ຄວາມເປັນມິດນີ້ ເພື່ອ ຄວາມຮັກ ຄວາມປອດໄພ ຕໍ່ຕົນເອງ ແລະ ຜູ້ອື່ນ.

]]>