ແນວຄິດ – ເດັກວັດລາວ https://dekwatlaos.com ພວກເຮົາຢາກແບ່ງປັນສາລະທັມ,ປະສົບການຮຽນຮູ້ສັງຄົມ ແລະ ເຕັກໂນໂລຊີແຫ່ງຍຸກສະໄຫມ Fri, 10 May 2024 04:45:18 +0000 en-US hourly 1 https://wordpress.org/?v=6.9.4 https://dekwatlaos.com/wp-content/uploads/2021/11/cropped-Untitled-1-32x32.png ແນວຄິດ – ເດັກວັດລາວ https://dekwatlaos.com 32 32 ສະຫຼຸບປະຫວັດສາດ 800 ປີຂອງຊາວໄຕລື້ໃນ ສິບສອງປັນນາ https://dekwatlaos.com/sociology/more-than-800-years-history-of-dailue-luediscovery-x/1911/ Fri, 10 May 2024 04:33:10 +0000 https://dekwatlaos.com/?p=1911 ສິບສອງປັນນາ ອະດີດ ອະນາຈັກຂອງຊົນຊາດຊາວໄຕລື້ ທີ່ເຄີຍຈະເລີນຮຸ່ງເຮືອງ ເປັນຊົນຊາດທີ່ມີຊີວິດ, ປະເພນີ, ວັດທະນະທຳເປັນເອກະລັກ ແລະ ມີພາສາເວົ້າ ແລະ ຂຽນ ເປັນຂອງຕົນເອງ.

ຄຳວ່າ “ສິບສອງປັນນາ” ຫຼື “ພັນນາ” ໝາຍເຖີງ ອານາຈັກທີ່ເກີດຈາກ ການໂຮມພື້ນດິນນາຂອງຊາວໄຕລື້ ຫຼາຍໆບ້ານເຂົ້ານຳກັນ ໂຮມໄດ້ 1 ພັນນາ ຕັ້ງເປັນໜຶ່ງເມືອງ ລວມທັງໝົດ 12 ພັນນາ ກໍໄດ້ 12 ເມືອງ.

ຕາມຫຼັກຖານທາງປະຫວັດສາດກ່າວວ່າ ສິບສອງປັນນາ ປົກຄອງດ້ວຍລະບອບສັກດີນາປະເພນີ ມີພຣະຣາຊາຊົງເປັນພຣະປະມຸກມາແລ້ວເຖີງ 45 ພຣະອົງ ໂດຍມີສູນກາງຂອງອະນາຈັກ ຢູ່ທີ່ ຊ່ຽງຮຸ່ງ ຫຼື ຫໍຄຳຊຽງຮຸ່ງ ເຊິ່ງໄດ້ສະຖາປະນາມາໄດ້ປະມານ 800 ກວ່າປີ. ອະນາຈັກ ສິບສອງປັນນາ ຮຸ່ງເຮື່ອງຢູ່ ປະມານ 100 ປີ ກໍ່ເລີ່ມອ່ອນແອລົງ.

ໃນທີ່ສຸດກໍຕ້ອງຍອມອ່ອນນ້ອມ ເປັນເມືອງຂຶ້ນຂອງຈີນ ໃນສະໄໝຣາຊະວົງມົງໂກນ ທັງໃນໄລະຍະນັ້ນ ອິດທິພົນຂອງມຽນມ້າ ແລະ ສະຫຍາມປະເທດເລີ່ມແຂງແຮງຂຶ້ນ.

ອານາຈັກ ສິບສອງປັນນາ ຖືກຄຸກຄາມ ລາກດຶງ ໂດຍອະນາຈັກທີ່ແຂງແຮງກວ່າມາດົນ ຈົນເຂົ້າມາສູ່ຍຸກແຫ່ງການລ່າອະນານິຄົມຂອງ ອັງກິດ ແລະ ຝຣັ່ງໄດ້ເຂົ້າມາມີອິດທິພົນ ແລະ ຂີດເສັ້ນແບ່ງ ຈັດສັນ.

ໂດຍ ໃຫ້ ມຽນມ້າ ຢູ່ພາຍໃຕ້ການປົກຄອງຂອງອັງກິດ ຝຣັ່ງ ມີອິດທິພົນຢູ່ລາວ ແລະ ອິນດູຈີນ ແລະ ສິບສອງປັນນາ ຢູ່ພາຍໃຕ້ຈີນ.

ໃນໄລຍະຕໍ່ມາ ເໝົາເຈີຕຸງ ໄດ້ຂື້ນເປັນຜູ້ນຳຈີນ ໄດ້ປະຕິວັດ ແລະ ປ່ຽນແປງການປົກຄອງຂອງຈີນເປັນລະບອບຄອມມູນິດ ແລະ ໄດ້ຍຶດຄອງ ສິບສອງປັນນາ.

ກະສັດອົງສຸດທ້າຍຂອງຊາວໄຕລື້ ຄື “ເຈົ້າໝ່ອມຄຳລື” ແຫ່ງຣາຊະວົງຊ່ຽງຮຸ່ງ ຖືກປົດເປັນສາມັນຊົນ ແລະ ຕ້ອງເຮັດວຽກກັບລັດຖະບານຈີນໃໝ່ ໃນຖານະເປັນຜູ້ຊ່ຽວຊານສະຖາບັນຊົນຊາດ ສ່ວນເຊື້ອພະວົງຄົນອື່ນໆກໍຖືກປ່ຽນຊື່ໃຫ້ໃຫມ່ເປັນພາສາຈີນໝົດ.

ສ່ວນປະຊາຊົນຊາວໄຕລື້ໃນ ສິບສອງປັນນາ ໃນໄລຍະຫຼັງຈາກທີ່ຈີນຍຶດຄອງນັ້ນ ຕ້ອງຢູ່ຢ່າງຈຳກັດ ຖືກກີດກັນເລື່ອງການນັບຖືສາສະໜາ ແລະ ວິຖີປະຕິດັ້ງເດີມ.

ເພາະທາງການຈີນ ເຫັນວ່າ ວັດທະນະທຳຂອງຊາວໄຕລື້ເປັນສິ່ງທີ່ຫຼ້າຫຼັງ ແລະຕ້ອງການສ້າງຄວາມເປັນຈີນໃຫ້ກັບຊາວໄຕລື້ ແລະ ຍັງໄດ້ເຜົາທຳລາຍວັດ ແລະ ສາສະນະສະຖານ ທົ່ວແຜ່ນດິນ ສິບສອງປັນນາ ເພາະຕ້ອງການລ້າງຄວາມເຊື່ອທີ່ຊາວໄຕລື້ຍຶດຖືມາແຕ່ບູຮານ.

ນອກຈາກປິດກັ້ນເລື່ອງການນັບຖືສາສະໜາແລ້ວ ຊາວໄຕລື້ຍັງຖືກຫ້າມບໍ່ໃຫ້ຈັດກິດຈະກຳ ຫຼື ປະກອບພິທີກຳອັນໃດ ເຊັ່ນ ຈັດບຸນສົງການ,ເຮັດບຸນຕັກບາດ ແລະ ພິທີກຳທີ່ກ່ຽວກັບສາສະໜາອື່ນໆ.

ຍ້ອນຜິດສົງຄາມ ແລະ ການຮຸກຮານຂອງອະນາຈັກທີ່ແຂງແຮງກວ່າ ລວມທັງ ການຍຶດຄອງ ສິບສອງປັນນາ ຂອງລັດຖະບານ ເໝົາເຈີຕຸງ ເຮັດໃຫ້ຊາວໄຕລື້ບາງສ່ວນຕ້ອງອົບພະຍົບ ແລະ ຖືກກວາດຕ້ອນ ໄປຢູ່ສະຖານທີ່ຕ່າງໆ.

ຕໍ່ມາພາຍຫຼັງ ລັດຖະບານຈີນໄດ້ຫລຸດຜ່ອນຄວາມເຂັ້ມງວດ ຜ່ານຊວງການປະຕິວັດວັດທະນະທຳ ຊາວໄຕລື້ ໄດ້ສິດກັບມາເປັນຂອງຕົນເອງຄືເກົ່າ,ໄດ້ມີໂອກາດກັບມາເຮັດກິດຈະກຳທາງສາສະໜາທີ່ສຳຄັນຕ່າງໆ ແລະ ໄດ້ຟື້ນຟູ ສົ່ງເສີມວັດທະນະທຳອັນດີງາມທີ່ເຄີຍມີມາແຕ່ກ່ອນກັບມາອີກເທື່ອໜື່ງ.

ສິບສອງປັນນາ ຫຼື ເມືອງຊ່ຽງຮຸ່ງ ໄດ້ກັບມາມີຊີວິດຊີວາ,ເລີ່ມເປັນທີ່ສົນໃຈຕໍ່ນັກທ່ອງທ່ຽວ ແລະ ມີຊື່ສຽງຫຼາຍຂື້ນ ໃນນາມຂອງເມືອງທີ່ມີສີລະປະ,ວັດທະນະທຳ ແລະ ປະເພນີ ທີ່ມີສະເໜ່ເປັນເອກະລັກໃນຕົວ.

ແລະ ດ້ວຍ ດິນແດນ ສິບສອງປັນນານີ້ ຍັງຄົງມີ ວິຖີຊີວິດ,ວັດທະນະທຳ,ພູມປັນຍາດັ້ງເດີມ ແລະ ຍັງໝັ້ນຄົງໃນການນັບຖືພຸດທະສາສະໜາ ລວມທັງ ພາສາປາກເວົ້າ ໄກ້ຄຽງກັບຊົນຊາດລາວ ແລະ ໄທ ເໝືອນກັບວ່າ ເປັນບັນພະບຸລຸດສາຍເລືອດດຽວກັນ.

ດັ່ງນັ້ນ ຈຶ່ງມີນັກວິຊາການ,ນັກປະຫວັດສາດ,ນັກການສາສະໜາ ລວມທັງນັກທ່ອງທ່ຽວຄົນລາວ ຄົນໄທ ແລະ ຄົນທົ່ວໄປ ຢາກໄປຢ້ຽມຢາມຈັກເທື່ອໜື່ງໃນຊີວິດນີ້ ໂດຍສະເພາະ ພີ່ນ້ອງຊາວໄຕລື້ໃນປະເທດໃໝ່.

ປັດຈຸບັນນີ້ “ສິບສອງປັນນາ” ເຂດປົກຄອງຕົນເອງ ກາຍເປັນພຽງຊົນຊາດສ່ວນນ້ອຍ ຕັ້ງຢູ່ທາງທິດຕະເວັນຕົກສ່ຽງໃຕ້ໃນມົນທົນຍຸນນານ ເມືອງຄຸນມິ່ງ ຂອງປະເທດຈີນ. ມົນທົນຍຸນນານມີອະນາເຂດຕິດກັບປະເທດລາວ ແລະ ມຽນມາ ມີເນື້ອທີ່ກວ້າງຂວາງປະມານ 390,000 ຕລ.ກມ.² ເຊີ່ງເປັນມົນທົນທີ່ໃຫຍ່ເປັນອັນດັບ 3 ຂອງປະເທດຈີນ.

ມີປະຊາກອນ ຫຼາຍກວ່າ 48 ລ້ານຄົນ ສ່ວນຫຼາຍເປັນຄົນຮັ້ນ ຫຼື ຈີນ ທີ່ໄຕລື້ເອີ້ນວ່າ ຄົນຫໍ້ ປະມານ 29 ລ້ານຄົນ ສ່ວນທີ່ເຫຼືອອີກປະມານ 19 ລ້ານຄົນ ເປັນຊົນຊາດໄຕລື້ ແລະ ຊົນຊາດ,ຊົນເຜົ່າສ່ວນນ້ອຍອື່ນໆໂຮມຢູ່ນຳ

ປະຊາກອນທີ່ເປັນຊົນຊາດສ່ວນນ້ອຍ ໂດຍສະເພາະ ຊາວໄຕລື້ ຈະມັກອາໃສ່ຢູ່ ຕາມຊົນນະບົດ ທີ່ຍັງຄົງມີ ຄົນເວົ້າພາສາລື້,ມີວິຖີຊີວິດ ແລະ ສະຖາປັດຕະຍະກຳ ໃຫ້ພົບເຫັນ ສ່ວນໃນຕົວເມືອງສິບສອງປັນນາ ສ່ວນຫຼາຍຈະເປັນ ຫ້າງຮ້ານ ບ້ານເຮືອນ ຂອງຄົນຈີນທີ່ມາຕັ້ງຖິ່ນຖານອາໃສ່ຢູ່ໃຫມ່.

ຈາກເລື່ອງລາວ ຕະຫຼອດໄລຍະເວລາ ກວ່າ 800 ປີ ທີ່ຜ່ານມາ ເຮົາສາມາດເຫັນໄດ້ວ່າ ຄວາມຮຸ່ງເຮື່ອງ ແລະ ຄວາມເຊື່ອມຖອຍ ລ້ວນແຕ່ເປັນສິ່ງທີ່ເກີດຂື້ນມາແລ້ວ ໃນປະຫວັດສາດ ຊົນຊາດຊາວໄຕລື້.

ແນວໃດກໍຕາມ ດິນແດນ ສິບສອງປັນນາ ກໍຍັງຄົງຫຼົງເຫຼື່ອຮອງຮອຍແຫ່ງພູມປັນຍາເອົາໄວ້ ລວມທັງວິຖີຊີວິດ,ພາສາ,ວັດທະນະ,ປະເພນີ ອັນງົດງາມ ທີ່ມີຄວາມໄກ້ຄຽງກັບຊົນຊາດລາວ ແລະ ໄທ ຫຼືວ່າ ພວກເຂົາຄືຍາດພີ່ນ້ອງດຽວກັນທີ່ເຮົາຫຼົງລືມໄປແລ້ວ.

—————————
References:
https://en.wikipedia.org/wiki/Yunnan
https://www.blockdit.com/posts/5e8f07c0f0685812ddfe04c8
https://www.silpa-mag.com/culture/article_6863
http://www.oceansmile.com/China/SibsongpannaHistory.htm
https://www.youtube.com/watch?v=67wnbcD8G18&t=1814s

]]>
ມີແຕ່ທຸກ ແລ້ວຈະປ່ຽນແປງແນວໃດໃຫ້ຕົວເອງ “ໂຊກດີ”? https://dekwatlaos.com/buddhology/only-suffering-and-change/1684/ Mon, 02 May 2022 11:40:56 +0000 https://dekwatlaos.com/?p=1684 ຄຳວ່າ “ຄວາມປ່ຽນແປງ” ມັນກວ້າງໃຫຍ່ ເປັນສາກົນ ເປັນຄວາມຈິງ ທີ່ຫຼາຍຄົນຮູ້ຢູ່ ແຕ່ຍັງຮັບບໍ່ໄດ້ເມື່ອເຖິງຄາວມັນເກີດກັບຕົວເອງ… ທາງພຸດທະສະໜາ ເອີ້ນຄວາມປ່ຽນແປງນີ້ ວ່າ “ອະນິດຈັງ” (Impermanence) ແປວ່າ ຄວາມບໍ່ທ່ຽງ ຂອງຊົ່ວຄາວ ບໍ່ແນ່ນອນ…

ທີ່ວ່າເປັນທຸກ ຄື ມັນອັນຕະລາຍເຖິງຂັ້ນອາດເຮັດໃຫ້ຜູ້ທີ່ໄດ້ຮັບຜົນກະທົບຂອງຄວາມປ່ຽນແປງນີ້ຮ້ອງໄຫ້ ເຈັບປວດ ທຸກທໍລະມານ ເຊັ່ນ ຕິດພະຍາດຮ້າຍ ຄົນຮັກປ່ຽນໄປ ສູນເສຍສິ່ງຂອງທີ່ຮັກ ບໍ່ໄດ້ດັ່ງໃຈ ເຫຼົ່ານີ້ເປັນຕົ້ນ ແລະ ຄວາມປ່ຽນແປງທີ່ເຊື່ອວ່າຮ້າຍແຮງທີ່ສຸດຂອງຊີວິດນັ້ນກໍຄື ຄວາມຕາຍ ເຊິ່ງເປັນການລົ້ມສະລາຍຂອງຊີວິດໜຶ່ງທີ່ເຖິງຂີດສຸດ.

ຄວາມປ່ຽນແປງບໍ່ແມ່ນເລື່ອງບັງເອີນ ແຕ່ມັນມີເຫດມີປັດໄຈຂອງມັນຢູ່ ມັນເປັນເລື່ອງຂອງກັມ ຄື ການກະທຳຂອງບຸກຄົນວ່າສະເພາະ ແລະ ແຮງກະທຳຂອງມະນຸດວ່າໂດຍລວມ ຢ່າງເຊັ່ນ ເກີດມີໂຣກຮ້າຍກັບຕົວເອງ,ເກີດໂຣກລະບາດທົ່ວໂລກ,ຍາດພີ່ນ້ອງຕາຍ, ເຫດການເຫລົ່ານີ້ ເປັນສະພາວະທັມ ທີ່ມີຖານກຳເນີດ ຄືແຮງກັມ(ການກະທຳ)ຂອງເຮົາເອງ.

ແລ້ວ ເຫດການຮ້າຍຕ່າງໆ ເຊັ່ນ ສົງຄາມ ຫຼື ໂຣກລະບາດ Covid-19 ທີ່ເກີດຢູ່ຂະນະນີ້ ມັນແມ່ນແຮງກະທຳທີ່ເກີດການສະສົມຂອງມະນຸດ ຫຼື ມັນເກີດຂື້ນມາເອງລອຍໆໄດ້. ເຫດການຮ້າຍເຫຼົ່ານີ້ ຂ້ອຍເຊື່ອວ່າ ມັນບໍ່ໄດ້ເກີດມາເອງລອຍໆ ຫຼື ມີເທບພະເຈົ້າອົງໃດບັນດານຂື້ນແນ່ນອນ.

ແຕ່ເພາະຄວາມບໍ່ຮູ້ເຫດເກີດຂອງມັນຢ່າງແຈ່ມແຈ້ງ ບາງຄົນກໍມົ້ວບອກວ່າ ເປັນຜີ ຫຼື ວິນຍານຮ້າຍທີ່ເກີດຂື້ນມາເພື່ອຂ້າມະມຸດ.ແຕ່ຄວາມເປັນຈິງ ໄວຣັສ ບໍ່ແມ່ນຜີ ຫຼື ວິນຍານ ແຕ່ມັນຄືເຊື້ອໂຣກລະດັບອະນຸພາກ ທີ່ເບິ່ງດ້ວຍຕາເນື້ອບໍ່ເຫັນ ໄວຣັສນັ້ນອາດເກີດມາຈາກລະບົບນິເວດທີ່ບໍ່ສະອາດ ຫຼື ຄວາມຜິດພາດທາງຈຸລິນຊີວິທະຍາ.

ແນວໃດກໍ່ຕາມ, ໄວຣັສຈະເກີດຂື້ນເອງບໍ່ໄດ້ ຖ້າປາດສະຈາກການກະທຳຂອງມະນຸດໂລກ ກັບການທຳງານຂອງລະບົບນິເວດທີ່ຜິດປົກກະຕິ.ຖ້າຈະໃຫ້ປຽບທຽບຕາມຄວາມເຂົ້າໃຈ ກໍເຫມືອນຄອມພິວເຕີ້ ຖ້າບໍ່ທຳຄວາມສະອາດ ບໍ່ມີອັບເດດໃຫມ່ ມັນກໍຈະມີໄວຣັສຕົວຮ້າຍຄ່ອຍລົບກວນໄຟລ໌ຂໍ້ມູນດີໆ.

ຫຼາຍໆເຫດການຮ້າຍທີ່ເກີດຂຶ້ນເຮົາບໍ່ສາມາດທີ່ຈະຮູ້ເທົ່າທັນ ແລະ ປ້ອງກັນໄດ້ ນັ້ນບໍ່ແມ່ນຄວາມຜິດຂອງເຮົາ ເພາະເຮົາມັນອ່ອນແອ ເລັກນ້ອຍເກີນໄປທີ່ຈະຕ້ານທານຄວາມຍິ່ງໃຫຍ່ ແລະ ຄວາມຮ້າຍກາດຂອງໂລກໄດ້.ເພາະຄວາມຮູ້ເທົ່າບໍ່ເຖີງການ ເຮົາບໍ່ສາມາດຫ້າມສິ່ງທີ່ຍັງບໍ່ເກີດ ບໍ່ໃຫ້ມັນເກີດຂື້ນໄດ້.ແຕ່ເມື່ອມັນເກີດຂື້ນແລ້ວກໍໄດ້ແຕ່ຍອມຮັບ ເຂົ້າໃຈ ຮູ້ວິທີປ້ອງກັນ ດ້ວຍວິທີທີ່ເຫມາະສົມກັບຕົວເອງ ຫືຼ ດ້ວຍວິທີໃດໆ ທີ່ທາງການແນະນຳ.

ເຖິງເຮົາຈະເປັນສ່ວນເລັກນ້ອຍທີ່ລອງລອຍຢູ່ຕາມຜິວໂລກ ເຮົາ ແລະ ໝູ່ເພື່ອນຈະບໍ່ຮ່ວມກັນສ້າງຄວາມເສຍຫາຍໃຫ້ເກີດກັບໂລກອັນກວ້າງໃຫຍ່ນີ້. ຫວັງວ່າ ທ່ານຈະຄົ້ນພົບວິທີການສ້າງເຫດໃຫ້ເກີດຄວາມປ່ຽນແປງທີ່ດີກັບຕົວເອງ ແລະ ຄອບຄົວ..ໂຊກດີປີໃຫມ່ເດີ…ທຸກຄົນ.

]]>
ຫາກຊີວິດຄືການລົ້ມລຸກ https://dekwatlaos.com/buddhology/hak-c-vit-khue-kan-lom-luk/1534/ Fri, 15 Oct 2021 23:42:59 +0000 https://dekwatlaos.com/?p=1534 ໂດຍ: ຄວັນສີເທົາ

ຖ້າໃຫ້ຄວາມໝາຍຂອງຄຳວ່າ “ຊີວິດ” ຄື ການລົ້ມ ແລະ ການລຸກ ພວກເຮົາໜ້າຈະມີຄວາມສຸກ ທຸກຄັ້ງທີ່ສາມາດປະຄັບປະຄອງຕົນເອງຂຶ້ນມາໄດ້

ຈາກ: ຄວາມຜິດຫວັງ, ຄວາມເສົ້າໂສກ ແລະ ຄວາມທຸກຕ່າງໆນານາ

ອັນເປັນຜົນມາຈາກການຕັດສິນໃຈ ແລະ ການໃຊ້ຊີວິດທີ່ຜິດພາດ

ແຕ່ກ່ອນ ທັມມະສະຖານແຫ່ງນີ້ ເຄີຍເຕັມໄປດ້ວຍຕົ້ນໄມ້ນານາຊະນິດ ມີນົກໜູປູປີກບິນຜ່ານໄປຜ່ານມາເປັນປະຈຳ ບາງກຸ່ມກໍມາພັກອາໄສພຽງຊົ່ວຄາວ ບາງກຸ່ມກໍຄາບກິ່ງໄມ້ໃບຫຍ້າມາກໍ່ສ້າງຮັງຢູ່ໝ່ອງນີ້ແບບຖາວອນເລີຍ ເອີ້ນໄດ້ວ່າເປັນສະຖານທີ່ຮົ່ມເຢັນ; ເປັນຣົມມະນີຍະສະຖານແຫ່ງໜຶ່ງໃນຂອບເຂດນີ້ ພຸ້ນແລ້ວ ຄູບາ–ພໍ່ຕູ້ຄົນໜຶ່ງກຳລັງເລົ່າຄວາມຫຼັງໃຫ້ຂ້ອຍຟັງ

ແລ້ວເປັນຫຍັງຄືຕ້ອງຕັດຕົ້ນໄມ້ອອກໄປໝົດ ພໍ່ຕູ້! ຂ້ອຍຖາມດ້ວຍຄວາມສົງໄສ

ໂອ້ຍ! ຄູບາເອີຍ ຂ້ານ້ອຍບໍ່ຢາກເວົ້າ

ກໍເພາະອຳນາດກິເລດຂອງມະນຸດຜູ້ທີ່ຫິວໂຫຍຊັບສົມບັດ ຈົນມືນຫູມືນຕາບໍ່ຂຶ້ນນັ້ນແລ້ວ ເວົ້າມາແລ້ວ ຢ່າໃຫ້ຂ້ານ້ອຍເປັນບາບເປັນກັມທ້ອນ ຄັນບໍ່ຟ້າວໄລ່ຄູບາອົງນັ້ນອອກໄປ ປານນີ້ຈັກອິຫຍັງຊິເສຍໄປອີກແດ່ຫຶ?

ກໍບໍ່ເປັນຫຍັງດອກເນາະ ຕັດອອກໄປໄດ້ ກໍປູກໃໝ່ໄດ້

ແມ່ນຢູ່ດອກຄູບາ..ປູກນັ້ນງ່າຍ ແຕ່ໃຜຊິມາຄອຍດູແລ ຫົດນ້ຳໃສ່ຝຸ່ນ. ບໍ່ແມ່ນຕົ້ນໄມ້ປະດັບຕາມຫົນທາງເດ້ທີ່ປູກໄວ້ແລ້ວໃຫ້ມັນຫາກິນນ້ຳເອງ

ເຈົ້າກໍຊ່າງປຽບທຽບໜໍ ພໍ່ຕູ້

ຂ້ອຍນັ່ງສົນທະນາກັບພໍ່ຕູ້ຄົນໜຶ່ງເຊິ່ງເປັນພໍ່ອອກຄ້ຳວັດມາເປັນເວລາດົນ

ໃນມື້ນັ້ນ ມີພຣະສົງສາມະເນນປະມານສິບກວ່າອົງພາກັນອະນາໄມເດີ່ນວັດ ແລະ ປັບພື້ນດິນເພື່ອຊິປູຕົ້ນໄມ້ຄືນໃໝ່ ທັງຖາງຫຍ້າ ແລະ ລິກິ່ງໄມ້ ໃນຂະນະທີ່ພວກເຮົາກຳລັງເຮັດວຽກຢູ່ນັ້ນ ມີກະຮອກໂຕໜຶ່ງກະໂດດລົງມາຈາກຕົ້ນຕານ ຜ່ານໄປສູ່ກໍໃຜ່ ແຕ່ດ້ວຍເຫດໃດ ກໍບໍ່ອາດຈະມີໃຜຮູ້ໄດ້ຂ້ອຍຄິດວ່າ ແມ່ນແຕ່ກະຮອກເອງກໍໜ້າຈະຍັງງົງກັບເຫດການທີ່ເກີດຂຶ້ນເຊັ່ນກັນ

ຄືແນວນີ້ ໃນຂະນະທີ່ຂ້ອຍກຳລັງຖາງຫຍ້າຢູ່ກ້ອງຕົ້ນຕານນັ້ນ ຂ້ອຍຮູ້ສຶກເມື່ອຍແຮງທັງປວດເອັນຄໍກໍເລີຍ ມາພັກເຊົາເມື່ອຍເອົາແຮງ ບັງເອີນວ່າໃນຂະນະທີ່ນັ່ງເຊົາເມື່ອຍຢູ່ນັ້ນ ໄດ້ແຫງນໜ້າໄປເບິ່ງຕົ້ນຕານ ທັນໃດນັ້ນ ກໍເຫຼືອບໄປເຫັນກະຮອກໂຕໜຶ່ງກຳລັງແລ່ນປໍລໍຫົວອອກມາຈາກໃບຕານ ມັນທຳທ່າຊິກະໂດດໄປໃສ່ຕົ້ນໄມ້ອີກຕົ້ນເຊິ່ງຢູ່ຫ່າງກັນປະມານສິບແມັດ ບໍ່ພໍຄາວ ມັນກໍກະໂດດໄປຕາມທີ່ຄາດຄິດອິຫຼີ ແຕ່ສິ່ງທີ່ບໍ່ເປັນໄປຕາມທີ່ຄິດຄື ມັນກະໂດດບໍ່ຮອດຕົ້ນໄມ້ຕົ້ນນັ້ນ ຕົກລົງຕໍ່ໜ້າພຣະສົງ-ສາມະເນນ ສຽງດັງ ແອັກ! ບໍ່ຕ້ອງຖາມວ່າເຈັບຫຼືບໍ່? ແຄ້ນພຸ້ນແລ້ວ!

ຄົງຈະເປັນດ້ວຍໄຫວພິບປະຕິພານຂອງເຜົ່າພັນກະຮອກ ຫຼື ແນວໃດກໍບໍ່ຮູ້ ເມື່ອຮູ້ຕົວວ່າກະຈັງຫວະຜິດພາດ ມັນຟ້າວລຸກຂຶ້ນ ອ່ວຍໜ້າ ຫາງຕັ້ງ ແລ່ນຂຶ້ນຕົ້ນໄມ້ອີກຕົ້ນທັນທີ

ຂ້ອຍນັ່ງເບິ່ງເຫດການທີ່ເກີດຂຶ້ນ ຈັກຊິຫົວຂວັນ ຫຼື ຊິສົງສານມັນດີ

ຄັນຊິຫົວອອກມາ ກະຢ້ານໝູ່ຄິດວ່າ ຄູບາອັນນີ້ ຈັ່ງແມ່ນໃຈຮ້າຍໄມ້ລະກຳ ເຫັນສັດອື່ນເປັນທຸກຕົກຍາກ ແທນທີ່ຊິມີເມດຕາສົງສານ ກັບນັ່ງຫົວຂວັນເສີຍ..ເພາະຄິດແນວນີ້ຂ້ອຍຈຶ່ງໄດ້ ເກັບອາລົມນັ້ນໄວ້. ຄິດໃນໃຈ ຄ່ອຍ ຫົວຕອນທີ່ໄປເລົ່າໃຫ້ຄົນອື່ນຟັງກໍແລ້ວກັນເນາະ ຮາຮາ…ເລື່ອງທີ່ຈະເລົ່າກໍຈົບສ່ຳນີ້ລ່ະ

ແຕ່ຢ່າຟ້າວເລື່ອນໜີ!!! ຍັງມີມຸມມອງຕໍ່ເຫດການດັ່ງກ່າວຢູ່ (ນິໄສ..ອ່ານບໍ່ເຄີຍຈົບ)

ທຳອິດ ຂ້ອຍກໍບໍ່ໄດ້ຄິດຫຍັງດອກ ຢູ່ໄປຢູ່ມາກໍຄິດຂຶ້ນໄດ້ວ່າ ໜ້າຈະຂຽນເລື່ອງນີ້ໃຫ້ຄົນອື່ນໄດ້ຮູ້ນຳ ແຕ່ຢ່າງວ່າລະເນາະ ງານຂຽນກໍຕ້ອງມີສາລະຈັກໜ່ອຍເພື່ອໃຫ້ຄຸ້ມຄ່າເວລາໃນການອ່ານ ສະນັ້ນ ຫຍໍ້ໜ້າຖັດໄປຂ້ອຍຈະສົມມຸດຕົນເອງວ່າ ເປັນຄົນມີສາລະ

ສົມມຸດວ່າ ກະຮອກໂຕນີ້ຕົກຮອດພື້ນແລ້ວມົວນອນເສົ້າໂສກເສຍໃຈຮ້ອງໄຫ້ອາໄລອາວອນກັບຄວາມພິດພາດນັ້ນ ຂ້ອຍຄິດວ່າມັນມີໂອກາດສູງທີ່ຈະຫາຍໄປຈາກໂລກນີ້ກ່ອນໄວອັນຄວນ ມັນຈະກາຍເປັນອາຫານລົດເດັດຂອງໝາແມວທີ່ຢູ່ບໍລິເວນນັ້ນຢ່າງແນ່ນອນ ແຕ່ເຫດການບໍ່ໄດ້ເປັນເຊັ່ນນັ້ນ ດ້ວຍສັນຊາດຕະຍານການເອົາຕົວລອດຈຶ່ງບໍ່ປ່ອຍໃຫ້ກະຮອກໄດ້ມານັ່ງເສຍໃຈກັບສິ່ງທີ່ເກີດຂຶ້ນ ຕົກປັບ! ມັນຟ້າວລຸກຂຶ້ນ ອ່ວຍໜ້າ ຫາງຕັ້ງ ແລ່ນຂຶ້ນຕົ້ນໄມ້ອີກຕົ້ນທັນທີ.

ຫຼຽວມາເບິ່ງຫຼາຍເຫດການໃນຊີວິດມະນຸດ

ຄົງບໍ່ມີໃຜປະຕິເສດໄດ້ວ່າ ບໍ່ເຄີຍເຮັດຫຍັງຜິດພາດເລີຍ ໜ້າຈະມີແນ່ລະທີ່ເຮັດຜິດພາດກັບບາງສິ່ງບາງຢ່າງໃນຊີວິດ ເຄີຍໄດ້ຍິນຄຳເວົ້າທີ່ວ່າ ຄົນທີ່ບໍ່ເຄີຍເຮັດຫຍັງຜິດພາດ ຄືຄົນທີ່ບໍ່ເຄີຍເຮັດຫຍັງເລີຍ ໄມເຄິລ ຈໍຣ໌ແດນ ໜຶ່ງໃນນັກບາສະເກັດບານທີ່ເກັ່ງທີ່ສຸດໃນໂລກ ບອກວ່າ “ຕະຫຼອດຊີວິດການຫຼິ້ນຂອງຂ້ອຍ ຂ້ອຍຊູດ (shoot) ພາດໄປ 9,000 ຄັ້ງ ແພ້ໄປເກືອບ 300 ເກມ ມີຢູ່ 26 ຄັ້ງທີ່ຂ້ອຍມີໂອກາດຊູດໃນວິນາທີສຸດທ້າຍເພື່ອໃຫ້ທີມກັບມາແຊງຊະນະ ແຕ່ຂ້ອຍກໍພາດໂອກາດນັ້ນໄປ ຊີວິດນີ້ຂ້ອຍພາດແລ້ວພາດອີກ ຄັ້ງແລ້ວຄັ້ງເລົ່າ ແຕ່ກໍເພາະສິ່ງນັ້ນແຫຼະຄືເຫດຜົນທີ່ເຮັດໃຫ້ຂ້ອຍປະສົບຄວາມສຳເລັດ” ຈາກຄຳເວົ້ານີ້ສະແດງໃຫ້ເຫັນວ່າຄວາມຜິດພາດເປັນເລື່ອງທຳມະດາທີ່ສາມາດເກີດຂຶ້ນໄດ້ກັບມະນຸດທຸກຄົນ ບາງຄົນອາດຈະເຄີຍຜິດພາດຫຼາຍ ບາງຄົນອາດຈະຜິດພາດໜ້ອຍ ຈະໜ້ອຍ ຫຼື ຫຼາຍ ບໍ່ແມ່ນປະເດັນສຳຄັນ..ສິ່ງສຳຄັນຄື ເມື່ອຜິດພາດແລ້ວ ເຮົາມີທັດສະນະຕໍ່ສິ່ງນັ້ນແນວໃດ

ບາງຄົນ ເມື່ອຜິດພາດແລ້ວມັກຈົມຢູ່ກັບເຫດການນັ້ນ ຈົນກາຍເປັນຄວາມທຸກທີ່ທັບຖົມ ບໍ່ໄດ້ໝາຍຄວາມວ່າບໍ່ໃຫ້ມີຄວາມກົງວົນ ຫຼື ເປັນທຸກກັບຄວາມຜິດພາດນັ້ນ ເປັນທຸກໄດ້, ເສຍໃຈໄດ້, ຮ້ອງໄຫ້ໄດ້

ແຕ່ຫຼັງຈາກຮ້ອງໄຫ້ແລ້ວ ລຸກຂຶ້ນມາ ຫາທາງສູ້ຕໍ່ໄປ ຢ່າຈົມດິ່ງຢູ່ກັບບັນຫາດົນເກີນໄປ ຖ້າເຮົາຈົມດິ່ງລົງ ເຮົາຈະຈົມເລິກລົງເລື້ອຍໆຈົນຍາກທີ່ປີນປ່າຍຂຶ້ນມາ ຍິ່ງຈົມລົງເລິກເທົ່າໃດເຮົາກໍທຸກຫຼາຍເທົ່ານັ້ນ ແລະ ການແກ້ໄຂກໍຕ້ອງໃຊ້ເວລານານຂຶ້ນ ຄຳຖາມງ່າຍໆກໍຄື

ມັນຄຸ້ມຄ່າຢູ່ບໍ່ທີ່ຈະເສຍເວລາໄປກັບຄວາມຜິດພາດ ແລ້ວພາເຮົາຈົມດິ່ງໄປສູ່ຄວາມທຸກຊັກໄຊ້?

ຂ້ອຍຄິດວ່າໜ້າຈະເປັນການເສຍເວລາທີ່ຫາປະໂຫຍດບໍ່ໄດ້

ສິ່ງທີ່ຈຳແນກມະນຸດໃນສັງຄົມໃຫ້ແຕກຕ່າງກັນໃນແງ່ທີ່ວ່າ ບາງຄົນມີຄວາມທຸກງ່າຍແຕ່ສຸກຍາກ ບາງຄົນມີທຸກຍາກແຕ່ສຸກງ່າຍ ກໍເພາະການມີທັດສະຄະຕິຕໍ່ເຫດການທີ່ເກີດຂຶ້ນໃນຊີວິດແຕກຕ່າງກັນ ດັ່ງນັ້ນ ການມອງໃນແງ່ທີ່ວ່າຈະພາໃຫ້ເຮົາຈົມດິ່ງລົງເລື້ອຍໆ ເຮົາກໍຮູ້ແລ້ວວ່າມັນຈະນຳພາເຮົາໄປສູ່ສິ່ງໃດ ຖ້າເຮົາກັບມຸມມອງເປັນອີກແບບໃໝ່ ໜ້າຈະເຮັດໃຫ້ເຮົາໃຊ້ຊີວິດໄດ້ງ່າຍຂຶ້ນເນາະ

ມອງແບບໃດລະ ຄູບາ?

ແບບກະຮອກເດ້!! ລົ້ມແລ້ວຈຸກ ເຮີຍ!! ລົ້ມແລ້ວລຸກ ລຸກແລ້ວແລ່ນເລີຍ!

ຂໍໃຫ້ທຸກຄົນມີຄວາມສຸກກັບ ການລົ້ມລຸກ, ລຸກລົ້ມ ແລະ ລົ້ມລຸກ

ເພາະນັ້ນຄື ການມີຄວາມສຸກກັບຊີວິດ

ຕົ້ນລະດູໜາວ, ປີ 2564.

]]>
ຄວາມຈິງ..ສິ່ງທີ່ສະທ້ອນຕົວຕົນ https://dekwatlaos.com/philosophy-of-life/%e0%ba%84%e0%ba%a7%e0%ba%b2%e0%ba%a1/1132/ Tue, 15 Jun 2021 17:40:30 +0000 https://dekwatlaos.com/?p=1132 ເຄີຍເຈີບໍ່…

ຄົນບາງຄົນຊ່ວງຮູ້ຈັກກັນໃໝ່ໆ ອັນໃດກໍຄືວ່າດີໄປໝົດ

ບໍ່ວ່າຈະເປັນຄວາມຄິດ ຄວາມອ່ານ ຄວາມປະພຶດ ຄຳເວົ້າຄຳຈາ ແລະອີກສາລະພັດຢ່າງ ເຮົາຈະຮູ້ສຶກວ່ານີ້ແຫຼະຄືຄົນທີ່ຕາມຫາມາດົນນານ ແຕ່ພໍເວລາຜ່ານໄປໄລຍະໜຶ່ງ (ອາດຈະໜຶ່ງອາທິດ, ໜຶ່ງເດືອນ, ຫຼືໜຶ່ງປີ ແລ້ວກໍລະນີ) ສິ່ງທີ່ບໍ່ໜ້າປາຖະໜາກໍຄ່ອຍໆປາກົດຕົວຂຶ້ນມາ ສິ່ງທີ່ເຮົາບໍ່ເຄີຍຄາດຄິດວ່າຈະອອກມາຈາກບຸກຄົນຄົນນີ້ກໍເລີ່ມສະແດງຕົວອອກມາໃຫ້ເຫັນຫຼາຍຂຶ້ນ ຫຼາຍຂຶ້ນ ແລະຫຼາຍຂຶ້ນ ເວົ້າງ່າຍໆວ່າເປັນອາການທີ່ແປກໄປຈາກເດີມ ສິ່ງເຫຼົ່ານີ້ອາດຈະເປັນດ້ານມືດໃນທັດສະນະຄະຕິຂອງເຮົາ ແຕ່ສຳລັບເຂົາມັນຄືຄວາມຈິງອີກດ້ານໜຶ່ງທີ່ເຂົາຍັງບໍ່ທັນໄດ້ສະແດງອອກມາໃຫ້ເຮົາເຫັນເທົ່ານັ້ນເອງ

ແຕ່ຄົນບາງຄົນ ຊ່ວງຮູ້ຈັກກັນໃໝ່ໆອັນໃດໆກໍຮູ້ສຶກວ່າ ມັນຂັດຫູຂັດຕາໄປໝົດ ແມ່ນແຕ່ຄົນອື່ນຕົດ..ເຮົາຍັງນຶກສົງໄສໄວ້ກ່ອນເລີຍວ່າ

ຕ້ອງເປັນມັນແນ່ນອນ!

ແຕ່ເຊື່ອບໍ່ວ່າຫຼາຍຄັ້ງຄົນທີ່ສະແດງອອກມາແບບນີ້ໃນຕອນຮູ້ຈັກກັນໃໝ່ໆ ເມື່ອເວລາຜ່ານໄປ ເຮົາຮູ້ຈັກເຂົາຫຼາຍຂຶ້ນ ຄວາມຮູ້ສຶກກັບບອກເຮົາວ່າ ບັກ/ອິນີ້ແຫຼະຄືຄົນທີ່ສະຫວັນສົ່ງມາໃຫ້ເປັນເພື່ອນກູ

ຜູ້ຂຽນເຊື່ອວ່າທຸກທ່ານຕ້ອງເຄີຍເຈີຄົນປະເພດໃດປະເພດໜຶ່ງໃນສອງປະເພດດັ່ງກ່າວຢ່າງແນ່ນອນ ບາງທ່ານອາດຈະເຄີຍເຈີທັງສອງປະເພດດ້ວຍຊ້ຳ ສຳລັບຜູ້ຂຽນຈັກຊິບອກວ່າໂຊກດີຫຼືໂຊກຮ້າຍ ເພາະເຄີຍເຈີມາແລ້ວທັງສອງຄື ບາງຄົນດີເລີ່ມຕົ້ນພໍເວລາຜ່ານມັນກໍສະແດງສັນຊາດຕະຍານຄວາມເປັນສັດ (ໝາຍເຖິງສັດມະນຸດເດີ) ຫຼາຍຂຶ້ນ ແຕ່ບາງຄົນມັນສະແດງຕົວຕົນທີ່ແທ້ຈິງອອກມາກ່ອນ ແລ້ວກໍຄ່ອຍໆສະແດງດ້ານທີ່ອ່ອນໂຍນອອກມາໃຫ້ເຫັນທີຫຼັງ

ຈົນຕອນນີ້ຮູ້ສຶກວ່າ ມັນນີ້ແຫຼະ ຄືໜຶ່ງໃນຄົນທີ່ສະຫວັນສົ່ງມາ

ເຖິງຢ່າງໃດກໍຕາມ ການທີ່ຜູ້ຂຽນໄດ້ຈຳແນກຄົນອອກເປັນສອງພວກດັ່ງກ່າວບໍ່ໄດ້ມີຈຸດປະສົງວ່າ “ພວກໃດດີກວ່າພວກໃດ” ຢາກບອກພຽງວ່າຂໍ້ເທັດຈິງມີຄົນແບບນີ້ໃນສັງຄົມ

ຄົນປະເພດທຳອິດ (ໃນຫຍໍ້ໜ້າທີ່ໜຶ່ງ) ສັງຄົມມັກຈະມອງວ່າພວກນີ້ໜ້າຈະເປັນຄົນບໍ່ດີເພາະ “ກົກຊື່ ແຕ່ປາຍຄົດ” ເລີ່ມຕົ້ນດີແຕ່ທ້າຍໆພັດກາຍເປັນວ່າ ສະແດງອາການທີ່ບໍ່ພຶງປາຖະໜາອອກມາໃຫ້ເຫັນຖີ່ຂຶ້ນ

ສ່ວນຄົນປະເພດທີ່ສອງ ອາດຈະຖືກມອງດ້ວຍສາຍຕາທີ່ຂ້ອນຂ້າງດີໜ້ອຍໜຶ່ງ ເນື່ອງດ້ວຍເລີ່ມຕົ້ນສະແດງອອກແບບຫຍາບໆ ແຕ່ເມື່ອເວລາຜ່ານໄປເຂົາພັດສະແດງຄວາມຈິງອີກດ້ານໜຶ່ງອອກມາຫຼາຍຂຶ້ນ ນັັ້ນຄືດ້ານທີ່ເປັນຄວາມອ່ອນໂຍນ ຄວາມຮັກ ຄວາມເມດຕາ ຄົນຈຶ່ງຮູ້ສຶກວ່າ ເອີ..ມັນກໍມີພັດທະນາການທີ່ດີຂຶ້ນເດ້ເນາະ ສະແດງວ່າກໍມີເຊື້ອແຫ່ງຄວາມດີຢູ່ເຊັ່ນກັນ

ສົມມຸດ ຖ້າມີຄົນມາບັງຄັບຂ້ອຍວ່າ ຄວັນສີເທົາ ທີ່ເຈົ້າເວົ້າມາທັງໝົດຂ້ອຍກໍເຫັນດີນຳຢູ່ດອກວ່າມັນເປັນຂໍ້ເທັດຈິງ ແຕ່ສົມມຸດວ່າ ໃຫ້ເຈົ້າບອກວ່າພວກໃດດີກວ່າພວກໃດ ແລະຖ້າໃຫ້ເຈົ້າເລືອກຄົບເຈົ້າຈະຄົບຄົນປະເພດໃດ?

ເຖິງແມ່ນວ່າຂ້ອຍຈະບໍ່ຢາກຕັດສິນຄົນອື່ນ ໃນແງ່ທີ່ວ່າ “ພວກໃດດີກວ່າພວກໃດ” ແຕ່ພໍຫຼຽວເບິ່ງໜ້າຄົນທີ່ມາຖາມແລ້ວ ລາວຊົງຊິຈິງຈັງພໍສົມຄວນ

ເມື່ອໃດທີ່ເຈົ້າຕັດສິນຄົນອື່ນ ຄົນອື່ນກໍຈະຕັດສິນເຈົ້າເຊັ່ນກັນ

ຄຳຄົມນີ້ຍັງກ້ອງຢູ່ໃນຫົວຂ້ອຍຕະຫຼອດເວລາ

ອືມ..ທຳໃຈລຳບາກ ແຕ່ຈະລອງຕອບເບິ່ງເນາະ..ເພື່ອວ່າໜ້າຄົນທີ່ມາຖາມຈະເບີກບານຂຶ້ນຈັກໜ່ອຍ

ສຳລັບຂ້ອຍ

ບໍ່ໄດ້ມອງວ່າຄົນປະເພດໃດດີກວ່າປະເພດໃດ ເພາະເງື່ອນໄຂໃນຊີວິດຂອງແຕ່ລະຄົນມັນຕ່າງກັນ ຖ້າເຮົາໄປຢືນຢູ່ຈຸດນັ້ນ ຈຸດທີ່ເຂົາຢືນຢູ່ຫຼືເປັນຢູ່ ເຮົາອາດຈະເຮັດຫຼືສະແດງອອກມາຄືເຂົາກໍໄດ້ ການສະແດງອອກໃນທາງທີ່ດີໃນຊ່ວງເລີ່ມຕົ້ນແລະໃນທາງທີ່ບໍ່ດີໃນພາຍຫລັງ ບໍ່ໄດ້ໝາຍຄວາມວ່າ ບຸກຄົນຄົນນັ້ນເປັນຄົນບໍ່ດີ ເຂົາພຽງລຳດັບຄວາມສຳຄັນວ່າຈະສະແດງສິ່ງໃດອອກມາກ່ອນຫຼືຫຼັງເທົ່ານັ້ນເອງ ສ່ວນຄົນປະເພດທີ່ສອງກໍເຊັ່ນກັນ ລຳດັບຄວມສຳຄັນຂອງລາວຄື ຄວາມດີຈະມາທີຫຼັງ

ຄຳຖາມກໍຄືວ່າ ເຮົາສາມາດກ່າວໄດ້ບໍ່ວ່າພວກໃດດີກວ່າພວກໃດ?

ສຳລັບຂ້ອຍ ຄຳຕອບຄື No! ( No ບໍ່ແມ່ນຕົວຫຍໍ້ຂອງ Number ແຕ່ມັນຄື “ບໍ່”)

ສ່ວນທີ່ວ່າ ແລ້ວເຈົ້າຈະເລືອກຄົບຄົນປະເພດໃດ?

ຂ້ອຍຄົບໄດ້ທັງສອງ ແຕ່ອາດຈະຕ່າງກັນໃນແງ່ຂອງຄວາມຍາວນານ

ສ່ວນຜູ້ອ່ານຈະຄົບຄົນປະເພດໃດ..ຂໍໃຫ້ເລືອກເອງຊະເນາະ!

ຄວັນສີເທົາ ຂຽນ

ຕົ້ນລະດູຝົນ, ປີ 2564.

]]>
ຊີວິດທີ່ບໍ່ມີວັນຕາຍ https://dekwatlaos.com/buddhology/%e0%ba%8a%e0%ba%b5%e0%ba%a7%e0%ba%b4%e0%ba%94%e0%ba%97%e0%ba%b5%e0%bb%88%e0%ba%9a%e0%bb%8d%e0%bb%88%e0%ba%a1%e0%ba%b5%e0%ba%a7%e0%ba%b1%e0%ba%99%e0%ba%95%e0%ba%b2%e0%ba%8d/722/ Wed, 21 Apr 2021 07:05:21 +0000 https://dekwatlaos.com/?p=722 ອະນັດຕາ ຫຼື ຄວາມບໍ່ມີຕົວຕົນ ເປັນຫນື່ງໃນໄຕລັກສະນະ ເປັນຫຼັກທັມມະຂັ້ນສູງ ແລະ ເຂົ້າໃຈຍາກທີ່ສຸດ ພຣະພຸດທະເຈົ້າ ຖືເປັນບຸກຄົນຕົ້ນແບບທີ່ເຂົ້າເຖີງຄວາມຈິງຂໍ້ນີ້ ຄື ເຂົ້າເຖີງຄວາມບໍ່ມີວັນຕາຍ ບໍ່ມີການເກີດໃຫມ່ອີກ.

ທ່ານເຄີຍສົງໃສ່ບໍ່ວ່າ ຊີວິດນີ້ຕາຍແລ້ວໄປໃສ່ ທຸກຄົນເກີດມາແລ້ວ ຈະຕ້ອງຕາຍ ມະນຸດທີເກີດມາແລ້ວ ບໍ່ຕາຍ ບໍ່ມີ ຈະຕ້ອງເປັນເຫມືອນກັນຫມົົດ ຄືດັບຫາຍໄປຈາກການທີ່ເຮົາເປັນຢູ່ນີ້ ສິ່ງທີ່ຫາຍໄປຈາກທີ່ຫນື່ງ ແລ້ວ ໄປປາກົດອີກບ່ອນຫນື່ງ ເຂົາເອີ້ນວ່າຕາຍຫຼືແນວໃດ?. ຫຼື ຄວາມຈິງແລ້ວ ບໍ່ແມ່ນຄວາມຕາຍ ແຕ່ມັນຄືການປ່ຽນແປງຄັ້ງຍິ່ງໃຫຍ່ຂອງຊີວິດ ຈາກບ່ອນຫນື່ງໄປບ່ອນໜື່ງ ຈາກລັກສະນະຫນື່ງໄປເປັນລັກສະນະຫນື່ງ ເຊີ່ງເກີດຂື້ນຢ່າງວອງໄວ.ຕໍ່ໄປນີ້ຂ້າພະເຈົ້າຈະພະຍາມບອກວ່າ ຊີວິດນີ້ ເປັນພຽງທາດທຳມະຊາດ ແລະ ບໍ່ມີວັນຕາຍໄດ້ແນວໃດ…

1.ວິທະຍາສາດບອກວ່າ ຮ່າງກາຍນີ້ ຄືພະລັງງານ ພຣະພຸດທະເຈົ້າກໍ່ຍັງບອກວ່າ ຮ່າງກາຍນີ້ ຄື ທີ່ປະຊຸມກັນຂອງທາດທັງ 4 ດິນ,ນ້ຳ,ລົມ,ໄຟ ເຊີ່ງດິນກໍ່ມີຢູ່ແບບນັ້ນ ນ້ຳມັນກໍ່ໄຫຼຢູ່ແບບນັ້ນ ລົມກໍ່ມີຢູ່ແບບນັ້ນ ໄຟກໍ່ມີຢູ່ແບບນັ້ນ ເປັນທາດທີ່ມີຢູ່ປະຈຳໂລກ.ບໍ່ແມ່ນຕົວ ບໍ່ແມ່ນຕົນ.ບໍ່ແມ່ນເຮົາ ບໍ່ແມ່ນເຂົາ.

2.ຮ່າງກາຍນີ້ບໍ່ແມ່ນຊິວິດ ຮ່າງກາຍນີ້ເຫມືອນບ້ານຊົ່ວຄາວ, ເໝືອນກ້ອນດິນທິ່ປັ້ນແຕ່ງໄວ້ຊົ່ວຄາວ, ເຫມືອນບໍນ້ຳ, ເໝືອນຊ່ອງຜ່ານລົມ, ເໜືອນບ່ອນກັກເກັບອຸ່ນຫະພູມ.

3.ຮ່າງກາຍ ຫຼື ສິ່ງທີ່ເປັນຢູ່ທັງຫຼາຍ ບໍ່ແມ່ນຊິວິດ ເປັນພຽງການອາໃສ່ກັນຂອງທາດ ທັງ 4 ຈຶ່ງຕັ້ງຢູ່ໄດ້ ຄົນເມື່ອຂາດນ້ຳ ກໍ່ປຽນໄປ ດົນໄປກໍ່ຂາດລົມ, ເມື່ອຂາດດິນ(ອາຫານ) ກໍ່ຂາດກຳລັງ ຂາດໄຟ. ປ່ຽນໄປ ຈົນເຖີງທີ່ສຸດ ຍຸດການເຮັດວຽກສຳພັນກັນຂອງທາດ ແລ້ວຄົນເຂົາກໍ່ສົມຫມຸດພາສາວ່າ ຕາຍ.

4.ຮ່າງກາຍນີ້ ຄືການປະຊຸມກັນຂອງພະລັງງານ. ພະລັງງານນີ້ ບໍ່ມີວັນຕາຍ ພະລັງງານດິນບໍ່ມີວັນຕາຍ,ພະລັງງານນ້ຳບໍ່ມີວັນຕາຍ,ພະລັງງານລົມບໍ່ມີວັນຕາຍ ແລະ ພະລັງງານໄຟກໍ່ບໍ່ມີວັນຕາຍ.ແຕ່ຄືຄວາມປ່ຽນແປ່ງຈາກທີ່ຫນື່ງໄປສູ່ທີ່ຫນື່ງ.ຈາກພາວະຫນື່ງໄປສູ່ພາວະຫນື່ງເທົ່ານັ້ນ.

ຊີວິດຮ່າງກາຍນີ້ ວ່າໂດຍພາວະ ມີ ແຕ່ ຮູບ ກັບ ນາມ ແລະ ລັກສະນະຂອງພາວະນີ້ ມີພຽງ 3 ຄື ອະນິດຈັງ ທຸກຂັງ ອະນັດຕາ ທຸກຊີວາ ທຸກສັບພະສິ່ງ ປະເຊີນຢູ່ ເປັນທຳມະດາ ເປັນກົດຂອງທຳມະຊາດບັງຄັບບັນຊາບໍ່ໄດ້.

]]>
ເຮັດບຸນໃຫ້ທານແນວໃດ່ ແລະ ກັບໃຜ ໄດ້ອະນິສົງຫລາຍທີ່ສຸດ https://dekwatlaos.com/buddhology/%e0%bb%80%e0%ba%ae%e0%ba%b1%e0%ba%94%e0%ba%9a%e0%ba%b8%e0%ba%99%e0%bb%83%e0%ba%ab%e0%bb%89%e0%ba%97%e0%ba%b2%e0%ba%99%e0%bb%81%e0%ba%99%e0%ba%a7%e0%bb%83%e0%ba%94%e0%bb%88-%e0%bb%81%e0%ba%a5%e0%ba%b0/110/ Wed, 09 Sep 2020 09:53:00 +0000 ພຣະພຸດທະເຈົ້າຕັດວ່າ ພຣະພິກຂຸສົງນັ້ນ ເປັນເນື້ອນາບຸນຂອງໂລກ (ປຸນຍະເຂຕຕັງ ໂລກັສສາຕິ) ບໍ່ມີນາບຸນອື່ນໃດ່ຍິ່ງກວ່າ, ຄຸນນະສົມບັດຂອງພຣະພິກຂຸສົງເປັນແນວໃດ່ ພຣະພຸດທະເຈົ້າຈື່ງບອກວ່າເປັນເນື້ອນາບຸນຂອງໂລກ ເຮົາຈະຮູ້ໄດ້ແນວໃດ່ ແລ້ວເຮັດບຸນກັບໃຜ ເຮັດບຸນປະເພດໃດ ຈື່ງຈະໄດ້ບຸນອະນິສົງຫລາຍ.

ຫລັກໆແລ້ວການເຮັດບຸນໃນພຸດທະສາສະໜາ ມີ 3 ຂັ້ນ ການເຮັດບຸນແຕ່ລະຂັ້ນຍ່ອມມີອະນິສົງບໍ່ສະເຫມີກັນ ແຕ່ວ່າ ພຸດທະບໍລິສັດຕ້ອງເຮັດບຸນທັງ ປະເພດນີ້ຄວບຄູ່ກັນໄປ ຄື 

ທານະມັຍ ເຮັດບຸນດ້ວຍການໃຫ້ທານ 

ສີລະມັຍ ເຮັດບຸນດ້ວຍການຮັກສາສີລ 

ພາວະນາມັຍ ເຮັດບຸນ ດ້ວຍການ ຈະເລີນ ຈິດຕະພາວະນາ

ໃນບົດນີ້ ຈະກ່າວເຖີງສະເພາະ ທານະມັຍ ຄືການເຮັດບຸນດ້ວຍການໃຫ້ທານ ການແບ່ງປັນ ການເສຍສະຫລະ ວັດຖຸ ສິ່ງຂອງ ວັດຖຸທານນີ້ກໍ່ມີຫລາຍປະເພດ ກ່າວກວ້າງໆກໍ່ ປັດໄຈ 4 ຄື ຈີວອນລວມເຖີງຜ້າ ເຄື່ອງຫນຸ່ມຫົ່ມ ບິນທະບາດ ລວມເຖີງເຄື່ອງບໍລິໂພກທຸກຢ່າງ ເສນາສະນະ ທີ່ຢູ່ອາໄສ ແລະ ຄິລານະເພຊັດ ຄືຍາຮັກສາໂຣກ

ທານະ ຫຼື ການໃຫ້ນີ້ ຍັງລວມເຖີງການໃຫ້ ຕັ້ງແຕ່ສັດເດລະສານນ້ອຍໃຫຍ່ ~ ບຸກຄົນທຳມະດາສາມັນ ຈົນເຖີີງ ໃຫ້ທານ ແກ່ ພຣະພຸດທະເຈົ້າ. ສຳຫລັບອະນິສົງຂອງການໃຫ້ແຕ່ລະບຸກຄົນ ຍ່ອມບໍ່ສະເຫມີກັນ

ໃຫ້ຜູ້ມີສິນນ້ອຍກໍ່ໄດ້ອະນິສົງນ້ອຍ ໃຫ້ຜູ້ມີສີນຫລາຍກໍ່ຈະໄດ້ອະນິສົງຫລາຍ

ການຖວາຍທານແກ່ສົງທີ່ເອີ້ນວ່າ ສັງຄະທານ ນັ້ນ ຄຳວ່າ ສົງ ເພີ່ນມຸ່ງເຖີງ ພຣະອະຣິຍະສົງ ຄື ພຣະໂສດາປະຕິມັກ ພຣະໂສດາປະຕິຜົນ ພຣະສະກະທາຄາມີມັກ ພຣະສະກະທາຄາມີຜົນ ພຣະອານາຄາມີມັກ ພຣະອານາຄາມີຜົນ ພຣະອະຣະຫັນຕະມັກ ພຣະອະຣະຫັນຕະຜົນ ລວມເປັນ 4 ຄູ່ 8 ບຸກຄົນ ບໍ່ໄດ້ຫມາຍເຖີງສົມມຸດຕິສົງ ເພາະວ່າພຣະອະຣິຍະສົງນັ້ນເປັນສາວົກຂອງພຣະພຸດທະເຈົ້າ ຜູ້ ສຸປະຕິປັນໂນ ຄື ປະຕິບັດດີ ອຸຊຸປະຕິປັນໂນ ປະຕິບັດຕົງ ຍາຍະປະຕິປັນໂນ ປະຕິບັດແລ້ວເພື່ອຍາຍະທັມ(ຄວາມຖືກຕ້ອງ,ຄວາມຈິງ) ສາມີຈິປະຕິປັນໂນ ປະຕິບັດຊອບ ພຣະອະຣິຍະສົງເຫລົ່ານັ້ນຍັງເປັນ ອາຫຸເນີຍໂຍ ເປັນຜູ້ຄວນແກ່ຂອງທີ່ເຂົານຳມາບູຊາ ປາຫຸເນີຍໂຍ ເປັນຜູ້ຄວນແກ່ຂອງທີ່ເຂົານຳມາຕ້ອນຮັບ ທັກຂິເນີຍໂຍ ເປັນຜູ້ຄວນແກ່ໄທຍະທັມທີ່່ນຳມາຖວາຍດ້ວຍສັດທາ ອັນຊະລີກະລະນີໂຍ ເປັນຜູ້ຄວນແກ່ການກະທຳອັນຊະລີ (ການໄຫວ້) ອະນຸດຕະລັງ ປຸນຍັກເຂດຕັງ ໂລກັດສາຕິ ເປັນນາບຸນຂອງໂລກ ບໍ່ມີນາບຸນອື່ນໄດ່ຍິ່ງກວ່າ

ພຣະພຸດທະເຈົ້າໄດ້ປຽບເຫມືອນການຫວ່ານພຶດລົງໃນນາທີ່ປະກອບດ້ວຍລັກສະນະ 8 ຢ່າງ ຍ່ອມໃຫ້ຜົນຫຼາຍ ໃຫ້ຄວາມພໍໃຈຫຼາຍ ໃຫ້ກຳໄລຫຼາຍ ປະກອບດ້ວຍລັກສະນະ 8 ຢ່າງ ຄື

ນາໃນກໍລະນີ ເປັນພື້ນທີ່ບໍ່ເປັນຂຸມ ເປັນດອນ ບໍ່ມີກ້ອນຫີນ ກ້ອນຊາຍ ດິນບໍ່ເຄັມ ໄຖໃຫ້ເລິກໄດ້ ມີທາງນ້ຳເຂົ້າ ມີທາງນ້ຳອອກ ມີເຫມືອງ ມີຫົວຄັນນາ ແບບນີ້

ກໍ່ເຫມືອນກກັນ ທານທີ່ບຸກຄົນໃຫ້ໃນສາມະນະພາມ ທີ່ປະກອບດ້ວຍລັກສະນະ 8 ຢ່າງເຫລົ່ານີ້ ເປັນທານມີຜົນຫລາຍ ມີອານິສົງຫລາຍ ມີຄວາມຮຸ່ງເຮື່ອງຫລາຍ ແຜ່ໄພສານຫລາຍ ປະກອບດ້ວຍ 8 ຢ່າງ ແບບນີ້ ຄື 

ສຳມະນະພາມໃນກໍລະນີນີ້ ເປັນຜູ້ມີສັມມາທິດຖິ ມີສັມມາສັງກັບປະ ມີສັມມາວາຈາ ມີສັມມາກັມມັນຕະ ມີສັມມາອາຊີວະ ມີສັມມາວາຍາມະ ມີສັມມາສະຕິ ມີສັມມາສະມາທິ ປະກອບດ້ວຍ ອົງ 8 ຢ່າງນີ້ແລ ເປັນທານ  ມີຜົນຫລາຍ ມີອານິສົງຫລາຍ ມີຄວາມຮຸ່ງເຮື່ອງຫລາຍ ແຜ່ໄພສານຫລາຍ.

ໃຫ້ທານແນວໃດ່ມີຜົນອານິສົງຫລາຍ

1,ໃຫ້ທານໂດຍເຄົາລົບ ຄືໃຫ້ໂດຍຄວາມເຕັ້ມໃຈ ບໍ່ໃຫ້ດ້ວຍຄວາມຢ້ານກົວ ຫຼື ຈຳໃຈໃຫ້ ເວລາໃຫ້ກໍ່ໃຫ້ດ້ວຍກິຣິຍາທີ່ນອບນ້ອມຍິ້ມແຍ້ມແຈ່ມໃສ່

2,ໃຫ້ທານໂດຍກັ່ນກອງດີ ຄືເຄົາລົບໃນທານຂອງຕົນ ແລະ ເຄົາລົບໃນຜູ້ຮັບ ເລືອກໃຫ້ແຕ່ຂອງດີ ຂອງມີປະໂຫຍດ ຂອງສະອາດມີຣົດດີ ເປັນຕົ້ນ 

ອີກປະການຫນື່ງ ຜູ້ທີ່ໃຫ້ຂອງທີ່ພໍໃຈ ຍ່ອມໄດ້ຂອງທີ່ພໍໃຈ ຜູ້ທີໃຫ້ຂອງທີ່ເລີດ ຍ່ອມໄດ້ຂອອງທີ່ເລີດ ຜູ້ທີ່ໃຫ້ຂອງທີດີ ຍ່ອມໄດ້ຂອງດີ ຜູ້ທີ່ໃຫ້ຂອງທີ່ປະເສີດ ຍ່ອມເຂົ້າເຖີງສະຖານທີ່ປະເສີດ ນໍລະຊົນໃດ່ ໃຫ້ຂອງທີ່ເລີດ ໃຫ້ຂອງທີ່ດີ ໃຫ້ຂອງທີ່ປະເສີດ ນໍລະຊົນນັ້ຈະບັງເກີດໃນທີ່ໃດ່ໆ ຍ່ອມມີອາຍຸຢືນ ມີຍົດ ນີ້ເປັນພຣະດຳລັດຂອງພຣະຜູ້ມີພຣະພາກເຈົ້າ

ການເລືອກຜູ້ຮັບທີ່ສົມຄວນແກ່ຂອງ ແລະ ເລືອກຜູ້ຮັບເປັນຜູ້ມີສີນ ມີຄຸນນະທັມ ເອີ້ນວ່າ ເຄົາລົບໃນຜູ້ຮັບ ອັນນີ້ບໍ່ໄດ້ຫມາຍເຖີງວ່າ ຖ້າຜູ້ຮັບເປັນສັດເດລະສານ ຫລື ເປັນຜູ້ບໍ່ມີສີນແລ້ວ ບໍ່ຕ້ອງໃຫ້ ຄວນໃຫ້ຫມົດແລະ ແຕ່ຂອງທີ່ດີ ຂອງທີ່ປານີດ ຂອງທີ່ສະອາດ ມີຣົດເລີດ ຍ່ອມສົມຄວນແກ່ຜູ້ຮັບທີ່ເລີດ ຄືຜູ້ປະພຶດທັມ ຜູ້ມີສີລຍິ່ງກວ່າຜູ້ອື່ນ ຍິ່ງໃຫ້ແກ່ຜູ້ມີສີລຈຳນວນຫລາຍເປັນປະໂຫຍດສຸກແກ່ຜູ້ມີສີລຈຳນວນຫລາຍ ທີ່ເອີ້ນວ່າ ສັງຄະທານ ຍິ່ງມີຜົນຈົນປະມານບໍ່ໄດ້ວ່າເທົ່ານັ້ນເທົ່ານີ້

3,ໃຫ້ດ້ວຍມືຂອງຕົນ ຂໍ້ນີ້ ຫມາຍຄວາມວ່າ ເວລານີ້ເຮົາເປັນມະນຸດ ມີມື ມີຕີນ ມີອາໄວຍະວະຄົບບໍລິບູນເຮົາຈຶ່ງສົມຄວນເຮັດທານນັ້ນດ້ວຍມືຂອງຕົນ ບໍ່ຄວນໃຊ້ຜູ້ອື່ນເຮັດແທນຕະຫລອດ ຖ້າຈະໃຫ້ກໍ່ເປັນບາງເທື່ອ ໃນເວລາຈຳເປັນ ນອກຈາກນັ້ນແລ້ວ ຄວນເຮັດທານດ້ວຍມືຂອງຕົນເອງ ເພາະນອກຈາກຈະເຮັດໃຫ້ເກີດເຈດຕະນາທີ່ເປັນບຸນໃນຂະນະກຳລັງໃຫ້ແລ້ວ ໃນວັດຕະອັນດົນນານນີ້ ເຮົາບໍ່ອາດຮູ້ໄດ້ວ່າ ເຮົາຈະເກີດເປັນຄົນທີ່ມີອະໄວຍະວະທີ່ສົມບູນບໍ່ ຖ້າເຮົາເກີດເປັນຄົນມືຂາດ ແລ້ວຂອງທີ່ເຮົາຢາກໃຫ້ທານດ້ວຍມືຂອງຕົນ ເຮົາຈະໃຫ້ໄດ້ແນວໃດ່.

4,ໃຫ້ເປັນປະຈຳ ຂໍ້ນີ້ຫມາຍເຖີງ ບໍ່ແມ່ນແຕ່ຢາກໃຫ້ຕາມໆຄົນອື່ນ ບໍ່ແມ່ນຕາມປະເພນີນິຍົມ ຫຼືໃຫ້ແບບຂວາງຖີ້ມ

5,ເຫັນຜົນໃນອະນາຄົດຈື່ງໃຫ້ ຫມາຍເຖີງ ໃຫ້ເພາະເຊື່ອວ່າ ທານມີຈິງ ຜົນຂອງທານມີຈິງ ທານເຮັດໃຫ້ເກີດໃນສະຫວັນໄດ້ຈິງ ເຖີງເກີດເປັນມະນຸດກໍ່ເປັນຜູ້ຮັ່ງມີ ບໍລິບູນດ້ວຍຊັບສິນ ຫລື ເຊື່ອວ່າ ທານເປັນການຂັດເກົ່າຄວາມຂີ້ຖີ່ ຄວາມຍືດຫມັ້ນຖືຫມັ້ນໃນຕົວຕົນ ເປັນແນວທາງກ້າວເຂົ້າໄປສູ່ສະຫວັນມັກຜົນ ນິບພານໄດ້.  

ສະຫລຸບແລ້ວ ການໃຫ້ທານທີ່ເປັນສັງຄະທານ ບໍ່ສະເພາະເຈາະຈົງແກ່ຮູບໃດ່ຮູບຫນື່ງ ໃຫ້ທານທີ່ເປັນກາລະທານ ຖືກທີ່ຖືກເວລາ ແລະໃຫ້ທານກັບຜູ້ມີສີນ ມີຜົນ ຜູ້ປະຕິບັດທັມ.ປະກອບດ້ວຍ ສັດທາ ໃນພຣະພຸດ,ພຣະທັມ ແລະ ພຣະສົງ ຈະມີຜົນອະນິສົງດີຫນັກແລ.

 

⇋⇋⇋⇋⇋⇋⇋⇋⇋⇋⇋⇋⇋⇋⇋⇋⇋⇋⇋

Grateful to these sources

ພຣະໄຕປິດົກສະບັບຫລວງ (ภาษาไทย) ເຫລັ່ມທີ່ 14 ສຸຕຕັນຕະປິດົກ ມັດຊິມະນິກາຍ ອຸປະຣິປັນນາດ ທັນຕະພູມສູດ ຫນ້າ 212

https://84000.org/tipitaka/book/bookpn01.html#3

http://www.manomayitthi.com/articles/42342184/%E0%B8%97%E0%B8%B2%E0%B8%99%E0%B8%A1%E0%B8%B1%E0%B8%A2%20%E0%B8%AA%E0%B8%B5%E0%B8%A5%E0%B8%A1%E0%B8%B1%E0%B8%A2%20%E0%B8%A0%E0%B8%B2%E0%B8%A7%E0%B8%99%E0%B8%B2%E0%B8%A1%E0%B8%B1%E0%B8%A2.html

]]>
ຄົນມີບາລະມີຈະມີລັກສະນະນິໄສແບບນີ້ https://dekwatlaos.com/buddhology/%e0%ba%84%e0%ba%bb%e0%ba%99%e0%ba%a1%e0%ba%b5%e0%ba%9a%e0%ba%b2%e0%ba%a5%e0%ba%b0%e0%ba%a1%e0%ba%b5%e0%ba%88%e0%ba%b0%e0%ba%a1%e0%ba%b5%e0%ba%a5%e0%ba%b1%e0%ba%81%e0%ba%aa%e0%ba%b0%e0%ba%99%e0%ba%b0/125/ Wed, 03 Jun 2020 15:55:00 +0000 ເລື່ອງ: ປາຣະມີທັມຂອງຄົນຕ່າງກັນ ໂດຍ ພຣະອາຈານ ໄຊຍະເດດ ວົງໂສພາ

ຄຳວ່າ ປາຣະມີ ໃນທີ່ນີ້ ໝາຍເຖິງພະລັງບຸນ, ຄວາມເຕັມປ່ຽມ, ຄວາມພຽບພ້ອມ, ພະລັງຂອງ ທານ, ສີນ, ເນກຂັມມະ, ປັນຍາ, ວິຣິຍະ, ຂັນຕິ, ສັດຈະ, ອະທິດຖານ, ເມດຕາ, ແລະອຸເປກຂາ ທີ່ສັ່ງສົມມາແຕ່ອະດີດຊາດຈົນຮອດປັດຈຸບັນ. ແຕ່ລະຄົນມີພະລັງປາຣະມີໜ້ອຍຫຼາຍແຕກຕ່າງກັນໄປ ຈະໃຫ້ມີຄວາມສະເໝີກັນເປັນໄປບໍ່ໄດ້, ຄວາມເປັນມະນຸດ ອາດຈະສະເໝີກັນ ແຕ່ຈິດໃຈມະນຸດ ບາບບຸນທີ່ເກີດຈາກກັມຂອງແຕ່ລະຄົນ ບໍ່ຄືກັນເດັດຂາດ.

ເມື່ອເວົ້າເຖິງປາຣະມີແລ້ວ ຖ້າເຮົາເວົ້າເຖິງຊີວິດ ແລະການຕັດສິນໃຈຂອງໃຜຜູ້ໜຶ່ງ ທີ່ຈະເລືອກເສັ້ນທາງເດີນ ວ່າຈະໜັກໄປທາງໂລກຸດຕະຣະ ຫຼືໂລກີຍະໄດ້ ກໍຈະຂຶ້ນຢູ່ກັບອຳນາດບຸນປາຣະມີທີ່ສະສົມມາແຕ່ອະດີດ. ຖ້າຫາກຄວາມເຕັມປ່ຽມແຫ່ງບຸນປາຣະມີຫາກມີໃນຈິດໃຈຂອງບຸກຄົນໃດແລ້ວ ຄົນນັ້ນ ກໍຈະມີຄວາມພ້ອມທີ່ຈະເດີນຕາມເສັ້ນທາງສາຍຕົງ ມຸ້ງສູ່ການຫຼຸດພົ້ນ, ຈະເລືອກຫົນທາງແຫ່ງການປະຕິບັດ ເພື່ອໃຫ້ເຖິງທາງພົ້ນທຸກ ຫຼາຍກວ່າທີ່ຈະເນັ້ນໄປໃນຝ່າຍສ້າງສົມບຸນປາຣະມີຕື່ມອີກ ເຊັ່ນ: ການສ້າງສາພັດທະນາຖາວອນວັດຖຸ, ການສ້າງບໍລິວານ, ການຊ່ວຍເຫຼືອສັງຄົມເປັນຕົ້ນ.

ຜູ້ມີບຸນປາຣະມີສະສົມມາດີແລ້ວນັ້ນ ຈະບໍ່ຄ່ອຍສົນໃຈໃນເລື່ອງຄວາມຈະເລີນທາງໂລກ ແຕ່ກົງກັນຂ້າມ ຈະມຸ້ງພັດທະນາຄວາມຈະເລີນທາງຈິດຫຼາຍກວ່າ. ສ່ວນຄົນທີ່ຍັງມຸ້ງຫວັງໃນການສ້າງສາພັດທະນາວັດວາສາສນາ, ຫວັງບໍລິວານ, ຫວັງເຈົ້າສັດທາ, ຫວັງລາບສັກກາຣະ ຄົນນັ້ນຍັງຢູ່ໃນລະຫວ່າງການສ້າງປາຣະມີ ຫຼືຖ້າບວດຢູ່ ບາງທີກໍເລືອກທີ່ຈະສິກອອກໄປ ຖ້າຫາກເຖິງເວລາ ເໝືອນພຣະໂພທິສັດໃຊ້ຊາດ ບາງຊາດບວດເປັນລືສີ ເຖິງຄາວສິກໄປຄອງບ້ານເມືອງກໍລາເພດພົມມະຈັນອອກໄປ. ແຕ່ມີບາງກໍລະນີ ຫາກບຸກຄົນນັ້ນເກີດຄວາມແໜງໜ່າຍໃນຊີວິດ ເຫັນສັດຈະທັມຕາມຄວາມເປັນຈິງ ເຖິງແມ່ນວ່າປາຣະມີບໍ່ເຕັມປ່ຽມ ກໍຈະອະທິດຖານຈິດ ເພື່ອທີ່ຈະປະຕິບັດໃຫ້ເຂົ້າເຖິງຄວາມສິ້ນໄປແຫ່ງທຸກໃນປັດຈຸບັນຊາດ ຫຼືອະນາຄົດຊາດທີ່ບໍ່ຍາວນານ ຈະວາງພັນທະນາການໄວ້ໝົດ ແລ້ວກຽມຕົວຕັດອາໄລນຳໂລກ.

ສະລຸບໄດ້ວ່າ ຄົນເຮົາມີບຸນປາຣະມີແຕກຕ່າງກັນ ຈິ່ງເລືອກເສັ້ນທາງຊີວິດຕ່າງກັນ, ອຳນາດບຸນປາຣະມີທີ່ເຕັມປ່ຽມແລ້ວ ມັກຈະເຮັດໃຫ້ບຸກຄົນນັ້ນ ເບື່ອໜ່າຍໃນໂລກ, ຈິດໃຈຈະອີ່ມພໍໃນວັດຕະສົງສານ ແລ້ວຈະປະຕິບັດເພື່ອຫາທາງຫຼຸດພົ້ນ ຫຼາຍກວ່າທີ່ຈະມຸ້ງໄປໃນທາງໂລກ ແລະເຖິງແມ່ນວ່າບຸນປາຣະມີບໍ່ພ້ອມ ແຕ່ຫາກໃຈພ້ອມທີ່ຈະພໍແລ້ວກັບການເກີດມາຫຼາຍພົບຫຼາຍຊາດນີ້ ກໍຍ່ອມຈະສາມາດຕັດສິນໃຈ ມຸ້ງໝັ້ນສູ່ການປະຕິບັດໃຫ້ເຖິງຄວາມດັບທຸກໄດ້.

________
#ໝາຍເຫດ: ທັມມະນອກຕຳຣາ ຂຽນຂຶ້ນມາ ເພື່ອພິຈາຣະນາຊ່ວຍກັນ

]]>
ການສູດມົນຕ໌ແນວໃດ່ໃຫ້ໄດ້ບຸນ https://dekwatlaos.com/buddhology/%e0%ba%aa%e0%ba%b9%e0%ba%94%e0%ba%a1%e0%ba%bb%e0%ba%99%e0%ba%95%e0%bb%8c%e0%bb%81%e0%ba%99%e0%ba%a7%e0%bb%83%e0%ba%94%e0%bb%88%e0%bb%83%e0%ba%ab%e0%bb%89%e0%bb%84%e0%ba%94%e0%bb%89%e0%ba%9a%e0%ba%b8/50/ Sun, 26 Apr 2020 15:50:00 +0000 ຄັ້ງຫນຶ່ງມີພຣະສາວົກຮູບຫນຶ່ງຂອງພຣະພຸດທະເຈົ້ານາມວ່າ ວັກກະລີ ແຕ່ລະມື້ຈະໄປນັ່ງເບິ່ງພຣະພຸດທະເຈົ້າ ເພິ່ນໄປໃສ່ ລາວກໍ່ຈະຕິດຕາມໄປ ຈົນບໍ່ກິນເຂົ້າ ກິນນ້ຳ ເພື່ອໃຫ້ໄດ້ໄກ້ສິດ ແບບວ່ານັ່ງເບິ່ງຢ່າງດ່ຽວກໍ່ມີຄວາມສຸກແລ້ວ ຈົນມີມື້ຫນຶ່ງພຣະພຸດທະເຈົ້າຖາມວ່າ ວັກກະລີ ເຈົ້າມາເຮັດຫຍັງຢູ່ນີ້ ? ວັກກະລີ ຕອບ ຂ້າແຕ່ພຣະພຸດທະເຈົ້າ ເມື່ອຂ້າພະເຈົ້າເຫັນຮູບຮ່າງ ຜິວພັນຣາສີຂອງພຣະອົງຂ້າພຣະເຈົ້າໄດ້ຮັບປິຕິຍ່າງຍິ່ງ ແລ້ວພຣະພຸດທະເຈົ້າກ່າວກັບລາວວ່າ ຮ່າງກາຍຂອງເຮົານີ້ໄຮ້ປະໂຫຍດ ຫາສາຣະບໍ່ມີ ບໍ່ສະອາດ ເປັນຂອງບໍ່ທ່ຽງ ຜູ້ທີ່ເຫັນເຮົາ ຄືຜູ້ເຫັນທັມ (ໂຍ ໂຄ ທັມມັງ ປັສສຕິ ໂສ ມັງ ປັສສຕິ) ຜູ້ເຫັນທັມໃນທີ່ນີ້ ຫມາຍເຖີງ ຜູ້ເຂົ້າໃຈທັມມະຂອງພຣະອົງເຈົ້າ ກ່ອນການປະລິນິບພານຂອງພຣະພຸດທະເຈົ້າ ຜູ້ຕິດຕາມ ຫລື ພຸດທະສາສະນິກກະຊົນ ນຳດອກໄມ້ຂອງຫອມ ເພື່ອທີ່ຈະເຂົ້າໄປສັກກາລະບູຊາພຣະພຸດທະເຈົ້າເປັນຄັ້ງສຸດທ້າຍ ໃນຕອນຫນື່ງພຸດທະເຈົ້າກ່າວວ່າ ຖ້າຫາກຢາກບູຊາເຮົາແທ້ໆ ຈົ່ງນຳທັມມະທີ່ພຣະອົງສອນແມ່ນພຽງຂໍ້ດ່ຽວໄປປະຕິບັດ ຍັງດີກວ່າ. ນີ້ກໍ່ສະແດງໃຫ້ເຫັນວ່າ ການບູຊາດ້ວຍ ເຄື່ອງບັນນາການ ດອກໄມ້ ຂອງຫອມ ເປັນສິ່ງທີ່ພຣະພຸດທະເຈົ້າ ບໍ່ໄດ້ສະນັບສະນູນ ເທົ່າກັບການນຳຫຼັກທັມທີ່ພຣະອົງສອນໄປປະຕິບັດ ຄືການ ປະຕິບັດບູຊາ.

ຈາກເລື່ອງດັ່ງກ່າວສາມາດເຫັນໄດ້ວ່າ ພຣະພຸດທະເຈົ້າບໍ່ໄດ້ສົນໃຈພິເສດຫຍັງກ່ຽວກັບຮ່າງກາຍ ຫລື ສະນັບສະນູນໃຫ້ມີການສ້າງພຸດທະຮູບຕັ້ງແຕ່ທຳອິດ ແຕ່ດ້ວຍແຮງສັດທາຂອງຊາວພຸດໃນພາຍຫຼັງ ຈຶ່ງມີການສ້າງພຣະພຸດທະຮູບ,ຮູບເຫມືອນຕ່າງໆ ຕາມແຕ່ຈີນຕະນາການຂອງສີລະປະກອນ ອິ່ງຕາມການສຶກສາຄົ້ນຄວ້າຂອງນັກປະຫວັດສາດພຣະພຸດທະຮູບ(image) ໄດ້ຮັບການປັ້ນແຕ່ງຂຶ້ນ 500 ປີ ຫລັງຈາກພຸດທະເຈົ້າປະລິນິບພານແລ້ວ ເມື່ອສະໄໝອິນເດຍເປັນເມືອງຂຶ້ນຂອງຊາວກຣີກກັບໄຊຊະນະຂອງພຣະເຈົ້າອະເລັກຊັນເດີ ດັ່ງນັ້ນພຣະພຸດທະຮູບໃນຊ່ວງກ່ອນ ຈະມີລັກສະນະເຫມືອນຊາວກຣີກ ຕາມຈິນຕະນາການຂອງນັກສີລປະ ແລະ ຂະຍາຍອິດທິພົນໄປທົ່ວໂລກ.

ຊື່ງພຣະພຸດທະຮູບຂອງແຕ່ລະປະເທດຈະບໍ່ເຫມືອນກັນ ຫລາຍແບບ ຫລາຍປາງ ແຕກຕ່າງກັນໄປ ພຣະພຸດທະຮູບໃນ ຈີນ, ພະມ້າ, ໄທ, ມີລັກສະນະຕ່າງກັນ ການໄຫວ້ ຄື ການສະແດງຄວາມເຄົາລົບນັບຖື (respect) ເຊັ່ນທີ່ມີມາໃນສະໄຫມພຸດທະການ ພຣະຜູ້ບວດທີ່ຫລັງ ຈະຕ້ອງໄຫວ້ ຜູ້ບວດກ່ອນ, ພຣະສາລີບຸດ ເມື່ອຮູ້ວ່າ ພຣະອັດສະສິ ຢູ່ທາງທິດໃດ່ ຈະນອນວາຍຫົວໄປທາງນັ້ນ ເພື່ອສະແດງຄວາມເຄົາລົບ ຄວາມຮູ້ບຸນຄຸນຕໍ່ຜູ້ເປັນອາຈານ ທີ່ບອກຄາຖາຄັ້ງທຳອິດ ແລະ ເຮັດໃຫ້ທ່ານໄດ້ເຂົ້າເຖີງກະແສ່ທັມຂອງພຣະພຸດທະເຈົ້າ.

ການໄຫວ້ ຖືວ່າເປັນປະເພນີວັດທະນະທຳຂອງຄົນລາວມາແຕ່ດົນນານ ເຊັ່ນ ການໄຫວ້ພໍ່ແມ່ ຜູ້ເຖົ້າຜູ້ແກ່ ເພື່ອສະແດງຄວາມເຄົາລົບ ຄວາມອ່ອນນ້ອມຖ່ອມຕົວ ແນວໃດ່ກໍ່ຕາມການໄຫວ້ເພື່ອສະແດງຄວາມເຄົາລົບນັ້ນ ບໍ່ຈຳເປັນຈະຕ້ອງຢູ່ຕໍ່ຫນ້າຄົນໆນັ້ນ ເຊັ່ນ ຜູ້ເປັນລູກ ສາມາດທີ່ຈະເຊື່ອຝັງຄຳສອນ ຊື່ສັດສຸດຈະຫລິດ ຕໍ່ພໍ່ແມ່ ເປັນການສະແດງເຖີງຄວາມເຄົາລົບ. ໃນແງ່ດ່ຽວກັນ ບາງຄົນສາມາດທີ່ຈະປະຕິບັດທັມໄດ້ໂດຍທີ່ບໍ່ຈຳເປັນຕ້ອງມີພຸດທະຮູບ ເພາະການປະຕິບັດທັມນັ້ນ ສາມາດປະຕິບັດໄດ້ທຸກທີ່ ທຸກເວລາ ບໍ່ວ່າຈະເປັນ ໃນປ່າ,ໃນເຮືອນ,ໃນວັດ ແຕ່ບາງຄົນຕ້ອງມີພຣະພຸດທະຮູບ ເພື່ອເປັນເຄື່ອງລະນຶກ ເພື່ອເຕືອນສະຕິ (ພຸທທານຸສຕິ) ເພື່ອສ້າງສັດທາ ຄວາມຫມັ້ນໃຈກ່ອນ ຈຶ່ງຈະສະມາດປະຕິບັດທັມ ບາງເທື່ອຂໍພຽງໄດ້ໄຫວ້ ກໍ່ມີຄວາມມັ້ນໃຈ ປາດສະຈາກຄວາມຢ້ານກົວ ບາງຄົນຂະນາດຕ້ອງມີພຸດທະຮູບນ້ອຍຕິດຕົວຕະຫລອດເວລາ ເຮົາຕ້ອງເຂົ້າໃຈວ່າທີ່ເຮົາເຄົາລົບກາບໄຫ້ວນີ້ບໍ່ແມ່ນທີ່ຮູບບັ້ນອັນໃດ່ ຮູບປັ້ນນັ້ນໃຊ້ເພື່ອເປັນເຄື່ອງຍຶດຫນຽ່ວ (Object) ເພື່ອລະນຶກເຖີງຄຸນງາມຄວາມດີຂອງພຸດທະເຈົ້າເທົ່ານັ້ນ.

ການໄຫວ້ (worshiping) ໃນສາດສະໜາ ຄຣິດ ຫິນດູ … ກັບການໄຫວ້ພຣະ ໃນສາດສະນາພຸດແນວຄິດແຕ່ກຕ່າງກັນ ໃນສາດສະນາ ຄຣິດ ຫີນດູ ເຂົາໄຫວ້ພຣະເຈົ້າ (god) ອ້ອນວອນຢ່າງດ່ຽວ ໃຫ້ຕົນພົ້ນທຸກ ເພື່ອລ້າງບາບ ເພື່ອໃຫ້ໄດ້ໄປສະຫວັນ.

ຄຳວ່າ “ສູດມົນຕ໌” ມາຈາກພາສາ ບາລີສັນ ສະກຣິດ 2 ຄຳ ຄື ສຸຕຣ ເຊັ່ນ ທັມມຈັກກັປປວັຕຕນສຸຕຣ ກັບ ມັນຕຣ ມີຄວາມຫມາຍຄ້າຍກັນ ຄື ເປັນບົດສູດ ຄຳເວົ້າ ພະຍາງ ຫລື ສຽງທີ່ສັກສິດ ມີພະລັງອຳນາດ ຕາມຄວາມເຊື່ອຂອງສາດສະນາພຣາມຫິນດູ. ຄວາມຈິງແລ້ວ ສູດມົນ ຫມາຍເຖິງ ການສາທະຍາຍບົດຄຳສອນ,ຄຳເວົ້າຂອງພຣະພຸດທະເຈົ້າ ທີ່ຮຽບຮຽງຂຶ້ນພາຍຫລັງໂດຍອັດຖະກະຖາຈານ ຫລື ອາຈານຜູ້ຊ່ຽວຊານບາລີ ຜູ້ທີ່ບໍ່ເຄີຍຮຽນພາສາບາລີມາກໍ່ຈະບໍ່ເຂົ້າໃຈຄວາມຫມາຍ.

ບົດສູດບາງບົດເປັນພຽງສ່ວນຫນຶ່ງທີ່ຍົກມາຈາກພຣະສູດ ຕົວຢ່າງບົດສູດ ອິຕິ ປິ ໂສ……ເປັນພຽງ ຄຸນ 9 ປະການຂອງພຣະພຸດທະເຈົ້າທີ່ມີກລ່າວໄວ້ທັ້ງຫມົດໃນ ມະຫາສີຫະນາທສູຕຣ ການສາທະຍາຍບົດສູດມົນກໍ່ເຫມືອນການອ່ານອອສຽງ  ໃຫ້ດີແທ້ ຜູ້ສູດຈະຕ້ອງມີຄວາມເຂົ້າໃຈຄວາມຫມາຍນຳ ເພາະທຸກບົດສູດເປັນຄຳສອນຂອງພຣະພຸດເຈົ້າ ເພື່ອເຮົາຈະໄດ້ຄິດ ພິດຈາລະນາທັມໄປພ້ອມໆກັນ ຫລືຖ້າເຮົາບໍ່ຮູ້ພາສາບາລີໃຫ້ໃຊ້ຫນັງສືບົດສູດມົນທີ່ມີຄຳແປລາວກຳກັບ.

ມາເຖີງບ່ອນນີ້ ຜູ້ອ່ານຫນ້າຈະພໍເຂົ້າໃຈວ່າ ສູດມົນແນວໃດໃຫ້ໄດ້ບຸນ ຄືເຮັດແນວໃດກໍ່ໄດ້ໃຫ້ຈິດໃຈເຮົາພັດທະນາສູງຂື້ນ,ເຂົ້າໃຈຄຳສອນພຣະພຸດທະເຈົ້າໃນບົດສູດມົນຫຼາຍຂື້ນ ບຸນ ນີ້ ຈະຕ້ອງເກີດຈາກການພັດທະນາຂອງເຮົາເອງ ບຸນບໍ່ສາມາດເກີດຂື້ນໄດ້ ໂດຍການຂໍ ການອ້ອນວອນ ຫຼື ພຽງແຕ່ປາດຖະນາຢ່າງດ່ຽວ.ແນວໃດ່ກໍ່ຕາມໃນພຸດທະສາສະໜາ ມີວິທີການສ້າງບຸນກຸສົນຫລາຍຮູບແບບ ຫລັກໆ ຄື ໃຫ້ທານ, ຮັກສາສີລ,ພາວະນາ ແລະການສູດມົນນີ້ກໍ່ຖືວ່າເປັນກິດຈະກຳການກຸສົນ ເປັນໂອກາດດີທີ່ເຮົາຈະໄດ້ ພິຈາລະນາຄຳສອນພຸດທະເຈົ້າ ໄດ້ເຝີກສະມາທິ ເຝີກຄວາມອົດທນ ເພື່ອສ້າງອຸປະນິສັຍທີ່ດີຕໍ່ໄປ.

Reference:
Dictionary of Pali Proper Names” by G P Malalasekera
https://www.youtube.com/watch?v=Tz0deK0de94
Mahasihanada Sutta
Mahaparinibbana Sutta
Itivuttaka (P.T.S.).

]]>