ສຳນັກວັດປະຕິບັດທັມ – ເດັກວັດລາວ https://dekwatlaos.com ພວກເຮົາຢາກແບ່ງປັນສາລະທັມ,ປະສົບການຮຽນຮູ້ສັງຄົມ ແລະ ເຕັກໂນໂລຊີແຫ່ງຍຸກສະໄຫມ Tue, 18 May 2021 09:10:18 +0000 en-US hourly 1 https://wordpress.org/?v=6.9.4 https://dekwatlaos.com/wp-content/uploads/2021/11/cropped-Untitled-1-32x32.png ສຳນັກວັດປະຕິບັດທັມ – ເດັກວັດລາວ https://dekwatlaos.com 32 32 ແນະນຳ ສຳນັກວັດປະຕິບັດທັມ ໃນນະຄອນຫຼວງວຽງຈັນ https://dekwatlaos.com/buddhology/%e0%ba%aa%e0%ba%b0%e0%ba%96%e0%ba%b2%e0%ba%99%e0%ba%9b%e0%ba%b0%e0%ba%95%e0%ba%b4%e0%ba%9a%e0%ba%b1%e0%ba%94%e0%ba%97%e0%ba%b1%e0%ba%a1/433/ Thu, 05 Nov 2020 10:10:55 +0000 https://dekwatlaos.com/?p=433 ສະຖານທີ່ ຫຼື ສຳນັກວັດປະຕິບັດ ໃນນະຄອນຫຼວງວຽງຈັນມີຫຼາຍແຫ່ງ ທີ່ສັປປາຍະ ເໝາະແກ່ການປະຕິບັດທັມ. ຫຼາຍໆສຳນັກວັດ ມີຈັດໂຄງການປະຕິບັດທັມເປັນປະຈຳທຸກປີຕາມວາລະ ບາງວັດກໍ່ເປັນວັດປະຕິບັດປະຈຳເລີຍ.ຈຸດປະສົງອັນຫນື່ງຂອງການຈັດໂຄງການປະຕິບັດທັມນີ້ ບໍ່ແມ່ນສະເພາະ ພຣະສົງສາມະເນນເທົ່ານັ້ນ ທີ່ຕ້ອງສຶກສາ ປະຕິບັດ ແຕ່ສຳຫລັບ ພຸດທະສາສະນິກກະຊົນທົ່ວໄປ, ຢ່າຄິດວ່າ ທັມມະ ເປັນເລື່ອງຂອງພຣະສົງເທົ່ານັ້ນ ບໍ່ກ່ຽວກັບຄາລະວາດ.

ການປະຕິບັດທັມມະ, ທັມມະນັ້ນ ບໍ່ແມ່ນທິດສະດີ,ບໍໍ່ແມ່ນຄວາມຄິດ,ບໍໍ່ແມ່ນຈິດຕະວິທະຍາ,ບໍ່ແມ່ນປັດຊະຍາ ທີ່ທ່ານເຄີຍອ່ານ,ບໍ່ແມ່ນປະເພນີທີ່ເຮັດຕາມໆກັນມາ ແຕ່ ການປະຕິບັດ ຄືການພັດທະນາ ໃຫ້ຮູ້ ໃຫ້ເຫັນສິ່ງທັງຫຼາຍທີ່ເກີດຂື້ນຕາມຄວາມເປັນຈິງ ຕາມລັກສະນະ 3 ປະການ ຄື ອະນິດຈັງ ທຸກຂັງ ອະນັດຕາ  ແລ້ວ ສິ່ງທັງຫລາຍຕາມຄວາມເປັນຈິງນີ້ ຈະບໍ່ກ່ຽວກັບທຸກຄົນແນວໃດ? ເປັນຫຍັງເຮົາມີແກ່ ມີເຈັບ ມີຕາຍ ມີດີໃຈ ເສຍໃຈ ມີຍາມສຸກ ຍາມທຸກ ຈະເຫັນໄດ້ວ່າ ມັນເປັນເລື່ອງກ່ຽວກັບເຮົາ ຈິດໃຈຂອງເຮົາ ປັນຫາຂອງເຮົາ ແລ້ວເຮົາຈະມີວິທີການໃດ່ ໃນການຈັດການກັບສິ່ງເຫລົ່ານີ້ ການປະຕິບັດທັມ ຫຣື ພັດທະນາຈິດໃຈ ໃຫ້ຮູ້ເທົ່າທັນ ສະພາວະທັມ ຄົງຈະເປັນຄຳຕອບທີ່ດີທີສຸດ.

ດັ່ງນັ້ນ ເຮົາທ່ານ ຜູ້ຍັງອ່ອນປະສົບການ ຈະປະຕິດບັດດ້ວຍຕົວເອງ ກໍໍ່ບໍ່ແມ່ນຈະເຮັດໄດ້ງ່າຍ ແຖມສະຖານທີ່ບ້ານເຮືອນ ກໍ່ບໍ່ຄ່ອຍອຳນວຍ ການມີສະຖານປະຕິບັດ ສັປປາຍະ ທີ່ຢູ່ອາໄສເຫມາະສົມ ອາຫານການກິນພໍດີ ເປັນທີ່ຢູ່ຂອງເຫລົ່າຜູ້ຊົງຄຸນນະທັມ ສະພາບດິນຟ້າອາກາດທີ່ເຫມາະສົມ ຈື່ງເປັນສິ່ງທີ່ສົມຄວນ.

ປີນີ້ ໃນນະຄອນຫຼວງວຽງຈັນ ມີຫຼາຍສຳນັກປະຕິບັດທັມ ກຽມຈັດໂຄງການປະຕິບັດທັມ ປະຈຳປີ ດັ່ງນີ້   

ລ/ດຊື່ສຳນັກວັດປະຕິບັດທັມວັນເວລາເປີດ-ປິດແຜ່ນທີນຳທາງ
1ວັດປ່າອະນັນທະສີຈັນທາຣາມ (ວັດຕາດທອງ)1-8 ພະຈິກ 2020ນຳທາງໄປ
2ວັດປ່ານາຂາມ 8-22 ພະຈິກ 2020ນຳທາງໄປ
3ວັດດົງສະຫວາດເທພນາຣີ20-27 ພະຈິກ 2020
4ວັດປ່າພຣະບາດພູເຂົາຄວາຍ20-29 ທັນວາ 2020ນຳທາງໄປ
5ວັດຊຳປາກແຮດ21-27 ທັນວາ 2020
6ວັດນາຫອຍ 05-09 ມັງກອນ 2021
7ວັດສະໄກ12-16 ມັງກອນ 2021
8ວັດປ່າດວງຕາ 06-14 ກຸມພາ 2021
9ວັດພຣະບາດໂພນຄ້ອງ 23-29 ກຸມພາ 2021
10ວັດປ່ານາທົມ
11ວັດສຸວັນນະປະດິດ (ວັດນາດີ)

]]>
ເປີດໂຄງການເຝິກອົບຮົມ ຄຣູວິປັສສະນາກັມມະຖານ https://dekwatlaos.com/blog-daily/buddhist-news/%e0%bb%80%e0%ba%9b%e0%ba%b5%e0%ba%94%e0%bb%82%e0%ba%84%e0%ba%87%e0%ba%81%e0%ba%b2%e0%ba%99%e0%bb%80%e0%ba%9d%e0%ba%b4%e0%ba%81%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1-%e0%ba%84%e0%ba%a3/122/ Tue, 14 Jul 2020 13:25:00 +0000 ພິທີເປີດໂຄງການເຝິກອົບຮົມ ” ຄູຣວິປັດສະນາ ” ໃນຕອນບ່າຍຂອງວັນທີ 14 ກໍລະກົດ 2020 ທີ່ສຳນັກວິປັສສະນາກັມມະຖານ ວັດປ່ານາຄູນນ້ອຍ
ມດຕາເປັນປະທານຝ່າຍສົງໂດຍ:
ພຣະຫຼັກແກ້ວມະຫາວໍຣະຍານາທິບໍດີ (ມະຫາເຫວດ ມະເສໄນ)ຮອງປະທານສູນກາງ ອພສ ອົງຊີ້ນຳວຽກງານຂອງກັມມາທິການເຜີຍແຜ່ສີລະທັມແລະປະຕິບັດກັມມະຖານ ສູນກາງ.
ປະທານຝ່າຍຄາລະວາດ
1.ທ່ານ ສົມບູນ ຄຳພູແສງ ຮອງຫົວໜ້າກົມຊົນເຜົ່າແລະສາສະໜາ ກກະຊວງພາຍໃນ

  1. ທ່ານ ບຸນທະວີ ພອນທະສິນ ຮອງຫົວຫນ້າກົມສາສະໜາ ສູນກາງ ແນວ ລາວສ້າງຊາດ
    3.ທ່ານ ຖະໜອມ ທຳທອງ ປະທານແນວລາວສ້າງຊາດນະຄອນຫລວງວຽງຈັນ.
    ຫນ້າທີ່ອັນສຳຄັນຂອງພຣະສົງສາມະເນນຜູ້ທີ່ບວດເຂົ້າມາແລ້ວເພີ່ງກະທຳ ມີ 2 ປະການ ຄື 1.ຄັນທະທຸລະ ຄື ການສຶກສາຮ່ຳຮຽນ ທັມມະວິໄນ ຕາມຄຳພີດີກາ ມີພຣະໄຕຣປິດົກ ເປັນຕົ້ນ ລວມທັງ ການເທດສະນາສັງສອນ ແລະ ສ້າງວັດວາອາຣາມ.2.ວິປັດສະນາທຸລະ ຄືການປະຕິບັດ ພັດທະນາຈິດໃຈ ໃຫ້ຫລຸດພົ້ນຈາກກິເລດຕັນຫາ
    ໃນສ່ວນຂອງ ວິປັດສະນາທຸລະ, ໂດຍສະເພາະແນວທາງການປະຕິບັດວິປັດສະນາກັມມະຖານແມ່ນເຫັນວ່າຍັງບໍ່ເປັນເອກກະພາບກັນເທົ່າທີ່ຄວນ.
    ດັ່ງນັ້ນທາງສຳນັກປະຕິບັດວິປັດສະນາກັມມະຖານແຫ່ງວັດປ່ານາຄູນນ້ອຍ ໄດ້ເລັງເຫັນຄວາມສຳຄັນຂອງວິປັດສະນາກັມມະຖານຈິ່ງໄດ້ຈັດຕັ້ງໂຄງການເຝິກອົບຮົມຄຣູວິປັດສະນາຂື້ນເພື່ອສະໜັບສະໜູນ ແລະ ສົ່ງເສີມໃຫ້ພຣະສົງສາມະເນນແມ່ຂາວ ແລະ ຄາລະວາດໄດ້ມາສຶກສາ ປະຕິບັດຢ່າງຈິງຈັງ ແລະ ຕໍ່ເນື່ອງ ເພື່ອປະໂຫຍດສ່ວນຕົນ ແລະ ຄົນອື່ນ ສົມດັ່ງ ທີ່ພຣະພຸດທະອົງໄດ້ຕຣັສໄວ້ໃນທີຂະນິກາຍມະຫາວັກວ່າ “ດູລາພິກຂຸທັງຫລາຍທ່ານທັງຫລາຍຈົ່ງທ່ຽວຈາລິກໄປເພື່ອອະນຸເຄາະ ເພືື່ອປະໂຫຍດ ແລະ ຄວາມສຸກແກ່ຫມູ່ມະຫາຊົນ ແລະທວຍເທບເຖີ້ດ”
    ເປັນໂອກາດທີແລ້ວ ທີ່ພຣະສົງສາມະເນນ,ແມ່ຂາວ ແລະ ອຸປາສົກ ອຸປາສິກາ ຜູ້ໄຝ່ສຶກສາ ພັດທະນາຈິດໃຈ,ສ້າງຄວາມເຂົ້າໃຈໃນແນວທາງປະຕິບັດວິປັດສະນາກກັມມະະຖານຕາມຫລັກສະຕິປັດຖານສີ່ ພ້ອມທັງກຽມຄວາມພ້ອມເຮັດຫນ້າທີ່ຄຣູວິປັດສະນາກັມມຖານໃນອະນາຄົດ.
    ຫລັກສະນະການເຝິກອົບຮົມ ມີ ພາກທິດສະດີ,ພາກປະຕິບັດ ແລະ ທັດສະນະສຶກສາສະຖານທີ່ສຳຄັນ ແລະ ຈະໃຊ້ເວລາອົບຮົມທັງຫມົດ 9 ເດືອນ (ພາກທິດສະດີ 3 ເດືອນ ພາກປະຕິບັດ 6 ເດືອນ) ເລີ່ມແຕ່ວັນທີ່ 6 ກໍລະກົດ 2020 ຫາທີ່ 6 ເມສາ 2021
    ວິທະຍາກອນເຝິກອົບຮົມ
    1.ຈາກອົງການພຸດທະສາສະນາສຳພັນແຫ່ງ ສປປ ລາວ (ກັມມາທິການເຜີຍແຜ່ສີລທັມ ແລະ ປະຕິບັດກັມມະຖານ)
    2.ໂຄງການພຸດທະສາສະນາເພື່ອການພັດທະນາ (ຄພພ)
    3.ອົງການຈັດຕັ້ງພັກລັດ ແລະ ເອກກະຊົນທີ່ກ່ຽວຂ້ອງ
    4.ສຳນັກວັດປ່ານາຄູນນ້ອຍ
    ສະຖານທີ່ເຝິກອົບຮົມ
    ໂຄງການເຝິກອົບຮົມຄຣູວິປັດສະນາຈະໄດ້ຈັດຂື້ນທີ່ສຳຫນັກປະຕິບັດວິປັດສະນາກັມມະຖານວັດປ່ານາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ.
]]>