ມຸງຄຸນຊີວິດ 38 – ເດັກວັດລາວ https://dekwatlaos.com ພວກເຮົາຢາກແບ່ງປັນສາລະທັມ,ປະສົບການຮຽນຮູ້ສັງຄົມ ແລະ ເຕັກໂນໂລຊີແຫ່ງຍຸກສະໄຫມ Tue, 18 May 2021 09:34:16 +0000 en-US hourly 1 https://wordpress.org/?v=6.9.4 https://dekwatlaos.com/wp-content/uploads/2021/11/cropped-Untitled-1-32x32.png ມຸງຄຸນຊີວິດ 38 – ເດັກວັດລາວ https://dekwatlaos.com 32 32 ມຸງຄຸນຊີວິດ 38 ເພື່ອຄວາມຈະເລີນຮຸ່ງເຮື່ອງຂອງຊີວິດ https://dekwatlaos.com/buddhology/%e0%ba%a1%e0%ba%b8%e0%ba%87%e0%ba%84%e0%ba%b8%e0%ba%99%e0%ba%8a%e0%ba%b5%e0%ba%a7%e0%ba%b4%e0%ba%94-38-%e0%bb%80%e0%ba%9e%e0%ba%b7%e0%bb%88%e0%ba%ad%e0%ba%84%e0%ba%a7%e0%ba%b2%e0%ba%a1%e0%ba%88/714/ Wed, 21 Apr 2021 04:59:23 +0000 https://dekwatlaos.com/?p=714 ມຸງຄຸນຊີວິດ 38 ເພື່ອຄວາມເປັນສິຣິມຸງຄຸນ ແດ່ທ່ານທັງຫລາຍ ຜູ້ໃຝ່ໃນຄວາມຜາສຸກ ແລະ ຄວາມຈະເລີນທາງໂລກ ແລະ ທາງທັມ.ບຸກຄົນໃດປະພຶດບໍາເພັນ ມຸງຄຸນ38 ປະການ ໃຫ້ມີໃນຕົນແລ້ວ, ຈະເປັນຜູ້ບໍ່ປະຣາໄຊໃນທີ່ທັງປວງ ແລະ ຍ່ອມເຖິງຄວາມສະຫວັດດີໃນທີ່ທຸກສະຖານ.

ມຸງຄຸນ ຄືເຫດແຫ່ງຄວາມສຸກ ຄວາມກ້າວຫນ້າໃນການດຳເນີນຊີວິດ ເຊີ່ງພຣະພຸດທະເຈົ້າໄດ້ຊົງສະແດງໄວ້ໃຫ້ພູດທະສາສະນິກກະຊົນໄດ້ປະຕິບັດ ນຳມາຈາກມຸງຄຸນສູດທີ່ພຣະພຸດທະເຈົ້າຕັດຕອບປັນຫາເທວະດາຕົນໜຶ່ງ ໄດ້ຂາບທູນຖາມພຣະຜູ້ມີພຣະພາຄເຈົ້າວ່າ ໝູ່ເທວະດາ ແລະ ມະນຸສ ທັງຫລາຍ ມຸ່ງຫມາຍຄວາມຈະເລີນກ້າວໜ້າ, ໄດ້ຄິດເຖິງເລື່ອງມຸງຄຸນແລ້ວ, ຂໍພຣະອົງຈົ່ງບອກທາງ ມຸງຄຸນອັນສູງສຸດເທີ້ນ ສົມເດັດພຣະຜູ້ມີພຣະພາຄເຈົ້າ ຈຶ່ງຕຣັດຕອບດັ່ງນີ້ວ່າ:

1.ການບໍ່ຄົບຄົນພາລ 2.ການຄົບບັນດິຕ 3.ການບູຊາຕໍ່ບຸຄຄົລທີ່ຄວນບູຊາ, ຢ່າງນີ້ເປັນມຸງຄຸນອັນສູງສຸດ

4.ການຢູ່ໃນປະເທດອັນສົມຄວນ 5.ການເປັນຜູ້ມີບຸນຍ໌ໄດ້ທໍາໄວ້ກ່ອນແລ້ວ 6. ການຕັ້ງຕົນໄວ້ ຖືກຕ້ອງ, ຢ່າງນີ້ເປັນມຸງຄຸນອັນສູງສຸດ

7.ການເປັນຜູ້ໄດ້ຍິນໄດ້ຟັງຫລາຍ 8.ການມີສີລະປະວິທະຍາ 9.ວິນັຍທີ່ສຶກສາດີແລ້ວ 10.ວາຈາທີ່ເປັນສຸພາສິຕ  ຢ່າງນີ້ເປັນມຸງຄຸນອັນສູງສຸດ;

11.ການບໍາລຸງລ້ຽງມານດາບິດາ 12.ການສົງເຄາະບຸຕ 13. ການສົງເຄາະພັນຣະຍາ (ການສົງເຄາະບຸຕ ແລະພັນຣະຍາ) 14.ການງານບໍ່ຄ້າງຄາສັບສົນ ຢ່າງນີ້ເປັນມຸງຄຸນອັນສູງສຸດ;

15.ການບໍາເພັນທານ 16.ການປະພຶດທັມ 17.ການສົງເຄາະຫມູ່ຍາຕ 18.ການງານອັນປາສະຈາກໂທສ ຢ່າງນີ້ເປັນມຸງຄຸນອັນສູງສຸດ

19.ການງົດເວັ້ນຈາກບາບກັມ 20. ການງົດເວັ້ນຈາກການດື່ມນໍ້າເມົາ 21. ການບໍ່ປະມາທໃນທັມທັງຫລາຍ ຢ່າງນີ້ເປັນມຸງຄຸນອັນສູງສຸດ

22.ຄວາມເຄົາຣົບອ່ອນນ້ອມ 23.ຄວາມຖ່ອມຕົນບໍ່ໂອ້ອວດ 24. ຄວາມສັນໂດດຍິນດີໃນຂອງທີ່ມີຢູ່ 25.ຄວາມເປັນຄົນກະຕັນຍູ 26.ການຟັງທັມຕາມກາລ ຢ່າງນີ້ເປັນມຸງຄຸນອັນສູງສຸດ

27.ຄວາມອົດທົນ 28.ຄວາມເປັນຄົນວ່າງ່າຍສອນງ່າຍ 29.ການພົບເຫັນສະມະນະຜູ້ສະງົບຈາກກິເລສ30.ການສົນທະນາທັມຕາມກາລ ຢ່າງນີ້ເປັນມຸງຄຸນອັນສູງສຸດ

31.ຄວາມພຽນເຜົາກິເລສ 32.ການປະພຶດພຣົມມະຈັນ 33.ການເຫັນອະຣິຍະສັຈ 34.ການເຮັດພຣະນິພພານໃຫ້ແຈ້ງ ຢ່າງນີ້ເປັນມຸງຄຸນອັນສູງສຸດ;

35.ມີຈິຕບໍ່ຫວັ່ນໄຫວ່ໃນໂລກະທັມທັງຫລາຍ 36.ຈິຕບໍ່ເສົ້າໂສກ 37.ຈິຕໄຮ້ທຸຣີກິເລສ 38.ຈິຕອັນກະເສມ, ຢ່າງນີ້ເປັນມຸງຄຸນອັນສູງສຸດ.

ຫມູ່ເທວະດາ ແລະ ມະນຸສທັງຫລາຍ ໄດ້ບໍາເພັນມຸງຄຸນເຫລົ່ານີ້ ໃຫ້ມີໃນຕົນແລ້ວ, ຈຶ່ງເປັນຜູ້ບໍ່ປະຣາໄຊໃນທີ່ທັງປວງ, ຍ່ອມເຖິງຄວາມສະຫວັດດີໃນທີ່ທຸກສະຖານ, ທັງໝົດນີ້ເປັນມຸງຄຸນ ອັນສູງສຸດ ຂອງຊົນເຫລົ່ານັ້ນ, ດັ່ງນີ້.

——————————————–

ໝາຍເຫດ:

* ໃນພຣະໄຕປິດົກ ສະບັບຫລວງ ເຫລັ້ມ 25 ໜ້າ 3-5 ຂໍ້ 5-6: ຈະລວມ “ການສົງເຄາະບຸຕ” ແລະ “ການສົງເຄາະພັນຣະຍາ” ເຂົ້າເປັນຂໍ້ດຽວກັນ ຄື “ການສົງເຄາະບຸຕແລະພັນຣະຍາ”

* ແຕ່ໃນສະບັບມະຫາຈຸລາ(1) ເຫລັ້ມ 25 ໜ້າ 6 ຂໍ້ 1: ແມ່ນແຍກ “ການສົງເຄາະບຸຕແລະພັນຣະຍາ” ເປັນສອງຂໍ້ ຄື: “ການສົງເຄາະບຸຕ” ແລະ “ການສົງເຄາະພັນຣະຍາ”

]]>
ມຸງຄຸນຊີວິດ 38 https://dekwatlaos.com/buddhology/%e0%ba%a1%e0%ba%b8%e0%ba%87%e0%ba%84%e0%ba%b8%e0%ba%99%e0%ba%8a%e0%ba%b5%e0%ba%a7%e0%ba%b4%e0%ba%94-38/127/ Sun, 03 May 2020 08:11:00 +0000
ມຸງຄຸນ 38 ປະການ 

ມຸງຄຸນ ຄືເຫດແຫ່ງຄວາມສຸກ ຄວາມກ້າວຫນ້າໃນການດຳເນີນຊີວິດ ເຊີ່ງພຣະພຸດທະເຈົ້າໄດ້ຊົງສະແດງໄວ້ໃຫ້ພູດທະສາສະນິກກະຊົນໄດ້ປະຕິບັດ ນຳມາຈາກມຸງຄຸນສູດທີ່ພຣະພຸດທະເຈົ້າຕັດຕອບປັນຫາເທວະດາທີ່ຖາມວ່າ ຄຸນນະທັມອັນໃດ່ທີ່ເຮັດໃຫ້ຊີວິດປະສົບຄວາມຈະເລີນ ຫຼື ມີ “ມຸງຄຸນຊີວິດ”
ເຊີ່ງມີ 38 ປະການ ຄື:
1.ການບໍ່ຄົບຄົນພານ
2.ການຄົບບັນດິດ
3.ການບູຊາບຸກຄົນທີ່ຄວນບູຊາ
4.ການຢູ່ໃນຖິ່ນທີ່ສົມຄວນ
5.ເຄີຍເຮັດບຸນມາກ່ອນ
6.ການຕັ້ງຕົນໄວ້ດີ
7.ຄວາມເປັນພະຫຸສູດ
8.ການຮອບຮູ້ໃນສີລະປະ
9.ມີວິນັຍທີ່ດີ
10.ກ່າວວາຈາອັນເປັນສຸພາສິດ 
11.ການບຳລຸງມານດາບິດາ
12.ການສົງເຄາະບຸດ
13.ການສົງເຄາະພັນຍາ
14.ເຮັດວຽກບໍ່ໃຫ້ຄ້າງ
15.ການໃຫ້ທານ
16.ການປະພຶດທັມ
17.ການສົງເຄາະຍາດ
18.ເຮັດວຽກທີ່ບໍ່ມີໂທດ
19.ລະເວັ້ນຈາກບາບ
20.ສຳລວມຈາກການດື່ມນ້ຳເມົາ
21.ບໍ່ປະມາດໃນທັມທັງຫລາຍ
22.ມີຄວາມເຄົາລົບ
23.ມີຄວາມຖ່ອມຕົນ
24.ມີຄວາມສັນໂດດ
25.ມີຄວາມກະຕັນຍູ
26.ການຟັງທັມຕາມກາລ
27.ມີຄວາມອົດທົນ
28.ເປັນຜູ້ວ່າງ່າຍ
29.ການໄດ້ເຫັນສະມະນະ
30.ການສົນທະນາທັມຕາມກາລ
31.ການບຳເພັນຕະບະ
32.ການປະພຶດພົມມະຈັນ
33..ການເຫັນອະຣິຍະສັຈ
34.ການເຮັດໃຫ້ແຈ້ງເຊີ່ງພຣະນິພານ
35.ມີຈິດບໍ່ຫວັ່ນໄຫວໃນໂລກກະທັມ
36.ມີຈິດບໍ່ເສົ້າໂສກ
37.ມີຈິດປາດສະຈາກກິເລດ
38.ມີຈິດກະເສມ
 
]]>