ພຣະສົງລາວ – ເດັກວັດລາວ https://dekwatlaos.com ພວກເຮົາຢາກແບ່ງປັນສາລະທັມ,ປະສົບການຮຽນຮູ້ສັງຄົມ ແລະ ເຕັກໂນໂລຊີແຫ່ງຍຸກສະໄຫມ Sun, 22 Aug 2021 17:04:56 +0000 en-US hourly 1 https://wordpress.org/?v=6.9.4 https://dekwatlaos.com/wp-content/uploads/2021/11/cropped-Untitled-1-32x32.png ພຣະສົງລາວ – ເດັກວັດລາວ https://dekwatlaos.com 32 32 ມູນນິທິສົ່ງເສີມການສຶກສາສົງ ຖວາຍເງິນອຸປະຖຳ ໂຄງການເຝິກອົບຮົມຄຣູວິປັດສະນາ https://dekwatlaos.com/blog-daily/buddhist-news/%e0%ba%a1%e0%ba%b9%e0%ba%99%e0%ba%99%e0%ba%b4%e0%ba%97%e0%ba%b4%e0%ba%aa%e0%ba%bb%e0%bb%88%e0%ba%87%e0%bb%80%e0%ba%aa%e0%ba%b5%e0%ba%a1%e0%ba%81%e0%ba%b2%e0%ba%99%e0%ba%aa%e0%ba%b6%e0%ba%81%e0%ba%aa/461/ Thu, 26 Nov 2020 14:37:18 +0000 https://dekwatlaos.com/?p=461

ພຣະຍອດຄຳບຸນທະວີ ປະສິດທິສັກ ຫົວຫນ້າກັມມາທິການສາທາລະນູປະການ ແລະ ຜູ້ເຕົ້າໂຮມ ມູນນິທິສົງເສີມການສຶກສາສົງ ພ້ອມດ້ວຍຄະນະກຳມະການ ແລະ ສັດທາສາທຸຊົນ ຮ່ວມ ມອບຖວາຍເງິນອຸປະຖັມ ໂຄງການ ເຝິກອົບຮົມຄຣູວິປັດສະນາ ຂອງກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ ຈຳນວນ 83,000.0000 ກີບ ທີ່ ຫ້ອງການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ ວັດທາດຫຼວງເຫນືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ໃນພິທີມອບຖວາຍ ພຣະຫຼັກແກ້ວ ມະຫາເຫວດ ມະເສໄນ ຮອງປະທານອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ອົງຊີ້ນຳລວມວຽກງານເຜີຍແຜ່ສີລະທັມ ແລະ ປະຕິບັດກັມມມະຖານ ທົ່ວປະເທດ ພຣະຍອດຄຳສີທົນໄຊຍະວົງສອນ ຫົວຫນ້າກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ພ້ອມດ້ວຍ ຄະນະສົງໃຫ້ການຕ້ອນຮັບ ແລະ ຮ່ວມອະນຸໂມທະນາ.

ພຣະຍອດຄຳບຸນທະວີ ປະສິດທິສັກ ກ່າວໃນຕອນຫນຶ່ງວ່າ “ມູນນິທິນີ້ ສ້າງຕັ້ງຂຶ້ນ ເພື່ອສົ່ງເສີມການສຶກສາໃຫ້ແກ່ພຣະສົງສາມະເນນ ແລະ ເຜີຍແຜ່ສີລະທັມ ວັດທະນະທຳ ປະເພນີຂອງຊາດ ເຊິ່ງໃນປີນີ້ ນອກຈາກກມູນນິທິສົງເສີມການສຶກສາສົງ ໄດ້ຊ່ວຍເຫຼື່ອກິດຈະກຳເຝິກອົບຮົມພະນັກງານສົງ ທີ່ ວັດສີສະເກດໄປແລ້ວຮອບຫນື່ງ ການມອບຖວາຍເງິນໃຫ້ແກ່ໂຄງການນີ້ ເປັນຮອບທີ່ສອງ.

ຫຼັງຈາກນັ້ນ ພຣະຫຼັກແກ້ວ ມະຫາເຫວດ ມະເສໄນ ໄດ້ກ່າວຂອບໃຈ ອະນຸໂມທະນາວ່າ “ຮູ້ສຶກປຶ້ມໃຈ ດິໃຈ ທີ່ມູນນິທິການສຶກສົງ ໂດຍ ການນຳຂອງພຣະຍອດຄຳບຸນທະວີ ປະສິດທິສັກ ໄດ້ນຳເງິນມາມອບຖວາຍ ເພື່ອບູຊາຄຸນຂອງຍາທ່ານໃຫຍ່ ຊາລີ ກັນຕະສີໂລ ແລະ ເພື່ອບູຊາຄຣູ ວິປັດສະນາກັມມະຖານ ຄຣູເປັນຜູ້ມີບົດບາດສຳຄັນ ເປັນຜູ້ພັດທະນາຄົນ ພັດທະນາສັງຄົມ ພັດທະນາໂລກ ການທີ່ມູນນິທິເອົາປັດໄຈ ມາຖວາຍ ຖືວ່າຖືກຫລັກ ຖືກຍອດບຸນ ມາສົ່ງເສີມ ສ້າງບຸກຄະລາກອນ ມາສ້າງຊັບພະຍາກອນຂອງຊາດ. “

ສຸດທ້າຍ ພຣະຍອດຄຳບຸນທະວີ ປະສິດທິສັກ ຍັງໄດ້ກ່າວເຊີນຊວນ ອອກຕົນຍາດໂຍມຜູ້ມີຈິດສັດທາ ຮ່ວມສົມທົບທຶນ ເຂົ້າມູນນິທິການສຶກສາສົງໃຫ້ເຂັ້ມແຂງ ແລະ ທົ່ວເຖິງເຂດຫ່າງໄກ່ຊອກຫລີກ ຍັງມີພຣະສົງສາມະເນນ ທີ່ຂາດເຂີນ ທຶນການສຶກສາ ແລະ ສິ່ງອຳນວຍຄວາມສະດວກອື່ນໆ.

ພາບ-ຂ່າວ ໂດຍ : ກັມມາທິການເຜີຍແຜ່ສີລະທຳ ແລະ ປະຕິບັດກັມມະຖານ ສູນກາງ ອພສ,​ ໜ່ວຍງານສື່ປະຊາສັມພັນ

]]>
ໂຄງການ “ທັມມະກະຖຶກ” ໃນພັນສາ 3 ເດືອນ ປິດລົງຢ່າງຈົບງາມ https://dekwatlaos.com/blog-daily/buddhist-news/%e0%bb%82%e0%ba%84%e0%ba%87%e0%ba%81%e0%ba%b2%e0%ba%99-%e0%ba%97%e0%ba%b1%e0%ba%a1%e0%ba%a1%e0%ba%b0%e0%ba%81%e0%ba%b0%e0%ba%96%e0%ba%b6%e0%ba%81-%e0%bb%83%e0%ba%99%e0%ba%9e%e0%ba%b1/339/ Sun, 11 Oct 2020 12:26:49 +0000 https://dekwatlaos.com/?p=339 ໂຄງການ ທັມມະກະຖຶກ ຫຣື ການເຝິກອົບຮົມພຣະພິກຂຸສົງສາມະເນນໃຫ້ເປັນຜູ້ແສດງທັມ ຕາມຫລັກ ໄຕຣສິກຂາ, ອະຣິຍະສັຈ 4 ຫຣື ປະຕິດຈະສະມຸບບາດ ເຊີ່ງເປັນຫລັກທັມສຳຄັນຂອງພຸດທະສາສະໜາ.

ໂຄງການ ເຝິກອົບຮົມ ພຣະທັມມະກະຖືກ ໃນໄຕຣມາສ ຊ່ວງເຂົ້າພັນສາ ປີ ພສ 2563 ທີ່ ສຳນັກວັດສະຕະສະຫັສສາຣາມ (ວັດສີສະເກດ) ທີ່ບ້ານຊຽງຢືນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ.

ດ້ວຍເລັ່ງເຫັນຄວາມສຳຄັນຂອງວຽກງານເຜີຍແຜ່ສີລະທັມ ເຮັດແນວໃດ່ໃຫ້ພຣະທັມຄຳສອນຂອງພຣະສັມມາສັມພຸດທະເຈົ້າ ໄດ້ເຂົ້າເຖີງປະຊາຊົນ ໄດ້ຊືມຊັບ ໄດ້ເຂົ້າໃຈ ໃຫ້ທ່ອງແທ້ ບໍ່ແມ່ນເລື່ອງຈະເຮັດໄດ້ງ່າຍ. ດັ່ງນັ້ນການເຟິກຫັດພຣະພິກຂຸສົງໃຫ້ເປັນພຣະທັມມະກະຖືກທີ່ດີມີຄວາມຮູ້ ຈິ່ງເປັນວຽກງານອັນສຳຄັນ ທີ່ຈະເຂົ້າມາຊ່ວຍວຽກງານເຜີຍແຜ່ສີລະທັມໃນສັງຄົມເຮົາ.

ນອກຈາກນີ້ ໂຄງການ ຍັງເປັນ ໂອກາດດີ ສຳຫລັບພຣະພິກຂຸສົງທີ່ຈະ ໄດ້ສຶກສາ ພ້ອມປະຕິບັດ ຍົກລະດັບຄວາມສາມາດໃນການສະແດງອອກ ມີໂອກາດໄດ້ຮຽນຮູ້ຫລັກສີລທັມ ເຕັນນິກ ການເທດສະນາ ການບັນຍາຍ ຕາມຫລັກ ວິຊາການ ຈາກຫລາກຫລາຍຄູບາອາຈານ ຜູ້ມີປະສົບການ.

ພຣະພິກຂຸສົງນັ້ນ ຈະເປັນຜູ້ນຳທາງຈິດວິນຍານທີ່ສົມບູນໄດ້ ຈະຕ້ອງໄດ້ຜ່ານການ ສຶກສາ ນຳໄປໃຊ້  ແລະ ບັນລຸມັກຜົນ ຕາມລຳດັບ ບາລີວ່າ ປະຣິຍັດ ປະຕິບັດ ປະຕິເວດ , ແນວໃດ່ກໍ່ດີ ພຣະສົງກໍ່ຍັງຖືວ່າ ເປັນຜູ້ມີຄວາມຮູ້ ມີຈິດໃຈສູງ ມີເມດຕາ ຄ່ອຍຊີ້ນຳທາງຈິດໃຈ ພ້ອມບັນເທົາທຸກ ໃນຍາມທີ່ພຸດທະບໍລິສັດຕົກທຸກ ປະສົບປັນຫາທາງຈິດໃຈ.

ໂຄງການໄດ້ຈັດຂື້ນຕັ້ງແຕ່ ວັນທີ່ 05 ກໍລະກົດ 2020 – 07 ຕຸລາ 2020 ພສ 2563, ມີຈໍານວນຜູ້ເຂົ້າຮ່ວມທັງໝົດ 14 ອົງ ພຣະ​ 7 ອົງ ສາມະເນນ 7 ອົງ.

ຄະນະຮັບຜິດຊອບໂຄງການ ມີດັ່ງນີ້ຄື

  1. ພຣະຫລັກແກ້ວ ມະຫາວໍຣະຍານາທິບໍດີ ມະຫາເຫວດ ມະເສໄນ              ປະທານ.
  2. ພຣະ ອາຈາຣຍ໌ ສີສະຫວັດ ພຸດທະຊິໂຕ                                  ຮອງປະທານ
  3. ພຣະ ອາຈາຣຍ໌ ສົມພາວັນ ຄຸນພັກດີ                                     ຄະນະ
  4. ພຣະ ອາຈາຣຍ໌  ຄຳພັນ ປັນຍາລັດ                                       ຄະນະ
  5. ພຣະ ອາຈາຣຍ໌ ເກີດ ສົມພອນ                                           ຄະນະ
  6. ພຣະອາຈາຣຍ໌ ຜາຍ ແກ້ວພິລາ                                           ຄະນະ
  7. ທ່ານ ອາຈາຣຍ໌ ມະຫາວິຣະວັດ ວິໄລຈັກຣ໌                             ຄະນະ
]]>
ກອງປະຊຸມ ວິທະຍາສາດ ວ່າດ້ວຍຊື່ເອີ້ນນຳຫນ້າ ບຸກຄະລາກອນສົງໃຫມ່ ໃນຄະນະບໍລິຫານງານພຣະສົງ ອພສ https://dekwatlaos.com/blog-daily/buddhist-news/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1-%e0%ba%a7%e0%ba%b4%e0%ba%97%e0%ba%b0%e0%ba%8d%e0%ba%b2%e0%ba%aa%e0%ba%b2%e0%ba%94-%e0%ba%a7%e0%bb%88%e0%ba%b2%e0%ba%94%e0%bb%89/111/ Wed, 02 Sep 2020 03:59:00 +0000 ວັນທີ 01 ກັນຍາ 2020 ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມວິທະຍາສາດ ເພື່ອສ້າງຄວາມເຂົ້າໃຈ ກ່ຽວກັບຊື່ເອີ້ນນຳໜ້າ ຂອງບຸກຄະລາກອນສົງ ໃນຄະນະບໍລິຫານງານພຣະສົງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ແຕ່ລະຂັ້ນ ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ສຳນັກງານສູນກາງແນວລາວສ້າງຊາດ ນະຄອນຫຼວງວຽງຈັນ.

ກອງປະຊຸມດັ່ງກ່າວ ໄດ້ຮັບຄວາມເມດຕາ ເປັນປະທານສົງ ໂດຍ ພຣະຫຼັກແກ້ວມະຫາວໍຣະຍານາທິບໍດີ (ມະຫາເຫວດ ມະເສໄນ) ຮອງປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ແລະ ທ່ານ ຮສ. ດຣ. ສົມອົກ ກິ່ງສະດາ ຮອງປະທານສູນກາງແນວລາວສ້າງຊາດ.

ພ້ອມດ້ວຍບັນດາກະຊວງ ອົງການທຽບເທົ່າກະຊວງ ເຂົ້າຮ່ວມ 18 ພາກສ່ວນ ຄື

  1. ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ
    2. ສູນກາງແນວລາວສ້າງຊາດ
    3. ສຳນັກງານນາຍົກລັດຖະມົນຕີ
    4. ຫ້ອງວ່າການສູນກາງພັກ
    5. ສະພາແຫ່ງຊາດ
    6. ກະຊວງພາຍໃນ
    7.ກະຊວງຍຸຕິທຳ
    8. ກະຊວງປ້ອງກັນຄວາມສະຫງົບ
    9.ກະຊວງສຶກສາທິການ ແລະ ກີລາ
    10.ກະຊວງການເງິນ
    11.ກະຊວງການຕ່າງປະເທດ
    12. ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ
    13. ໂຄສະນາອົບຮົມສູນກາງພັກ
    14. ຄະນະພົວພັນຕ່າງປະເທດ ສູນກາງພັກ
    15. ສະຖາບັນຄົ້ນຄວ້າວິທະຍາສາດສັງຄົມແຫ່ງຊາດ
    16. ສູນກາງສະຫະພັນແມ່ຍິງ
    17. ແນວລາວສ້າງຊາດນະຄອນຫຼວງ
    18. ສື່ມວນຊົນແຕ່ລະພາກສ່ວນ

ກອງປະຊຸມດັ່ງກ່າວ ມີຈຸດປະສົງ ຄື

1. ເພື່ອສ້າງຄວາມເຂົ້າໃຈ ໃນການນຳໃຊ້ຊື່ເອີ້ນນຳໜ້າ ຂອງບຸກຄະລາກອນສົງ ໃນຄະນະບໍລິຫານງານພຣະສົງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ແຕ່ລະຂັ້ນ ຕໍ່ພາກສ່ວນຕ່າງໆ ຄື ພຣະສົງ-ສາມະເນນ ບຸກຄົນ ນິຕິບຸກຄົນ ການຈັດຕັ້ງ ພຸດທະສາສະນິກະຊົນ ແລະ ປະຊາຊົນໂດຍທົ່ວໄປ.
2. ເພື່ອຈະຍົກໃຫ້ເຫັນ ພາຣະບົດບາດ ສິດ ແລະໜ້າທີ່ ຂອງບຸກຄະລາກອນສົງ ໃນຄະນະບໍລິຫານງານພຣະສົງ ແຕ່ລະຂັ້ນ ທາງດ້ານການບໍລິຫານ ການຈັດຕັ້ງ ຄວາມເປັນລະບຽບຮຽບຮ້ອຍ ຂອງພຣະສົງ-ສາມະເນນ ແລະ ພຸດທະສາສະນິກະຊົນລາວບັນດາເຜົ່າ.
3. ເພື່ອຍົກໃຫ້ເຫັນເຖິງພາຣະບົດບາດ ຂອງພຣະສົງລາວ ໃນການເຊື່ອມສຳພັນ ກັບວຽກງານການຕ່າງປະເທດ ທາງດ້ານພຣະພຸດທະສາສະໜາ.
4. ເພື່ອໃຫ້ເຫັນເຖິງຄວາມສຳຄັນ ຂອງພາສາປາລີ-ສັນສະກິດ ອັນເປັນພາສາທີ່ນຳໃຊ້ບັນທຶກ ສືບທອດ ສືບຕໍ່ ຫຼັກທັມຄຳສັ່ງສອນ ຂອງອົງພຣະສັມມາສັມພຸດທະເຈົ້າ.
5. ເພື່ອຮັກສາ ສົ່ງເສີມ ສືບຕໍ່ ຫຼັກພາສາຂອງລາວ ທີ່ມີຄວາມມ່ວນແມ້ງ ອ່ອນໂຍນ ງົດງາມ ທີ່ມີມາ ຕັ້ງແຕ່ບູຮານຫຼາຍຮ້ອຍຫຼາຍພັນປີ ຊຶ່ງໄດ້ກໍ່ເກີດເປັນວັດທະນະທຳ ທາງພາສາການປາກເວົ້າ ຂອງ ສັງຄົມລາວ ມາຈົນເຖິງຍຸກປັດຈຸບັນ.

ເຊິ່ງກອງປະຊຸມແມ່ນໄດ້ຮັບໝາກຜົນ ແລະຜົນສຳເລັດອັນຈົບງາມ ສະຫຼຸບໄດ້ວ່າ ການມີຊື່ເອີ້ນນຳໜ້າ ຂອງບຸກຄະລາກອນສົງ ໃນຄະນະບໍລິຫານງານພຣະສົງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໃນແຕ່ລະຂັ້ນ ແມ່ນມີຜົນດີຫຼາຍປະການ ຄືມີຜົນດີຕໍ່ພຣະພຸດທະສາສະໜາ ການສຶກສາຂອງພຣະສົງ-ສາມະເນນ ມີຜົນດີຕໍ່ລະບົບການບໍລິຫານ ການຈັດຕັ້ງທາງພຣະພຸດທະສາສະໜາ ມີຜົນດີຕໍ່ການສຶກສາ ການສະແຫວງຫາປັນຍາຄວາມຮູ້ຜົນດີຕໍ່ພາສາສາດ ນິຣຸດຕິວິທະຍາ ຜົນດີຕໍ່ວັດທະນະທຳຂອງຊາດ ຈຶ່ງສົມຄວນຮັກສາ ເລື່ອງຊື່ເອີ້ນນຳໜ້າຂອງບຸກຄະລາກອນສົງນີ້ ໄວ້ດ້ວຍດີ ແລະ ຍິ່ງໄປກວ່ານັ້ນ ຄວນໃຫ້ມີການສືບທອດ ສົ່ງເສີມ ເສີມຂະຫຍາຍ ເຜີຍແຜ່ໃຫ້ກວ້າງຂວາງອອກໄປ ໃຫ້ເປັນທີ່ຮັບຮູ້ ເຂົ້າໃຈ ຂອງຊົນທັງຫຼາຍ ທັງພາຍໃນ ແລະຕ່າງປະເທດ.

ຜົນສຳເລັດ ຂອງກອງປະຊຸມດັ່ງກ່າວ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໄດ້ມອບໃຫ້ບັນດາທ່ານ ທຸກພາກສ່ວນ ໄດ້ຊ່ວຍອົງການພຸດທະສາສະໜາ ໃນການເຜີຍແຜ່ສ້າງຄວາມເຂົ້າໃຈ ວ່າດ້ວຍຊື່ເອີ້ນນຳໜ້າຂອງບຸກຄະລາກອນສົງ ໃນຄະນະບໍລິຫານງານພຣະສົງ ອົງການພຸດທະສາສະໜາ ນີ້ ໃຫ້ແກ່ພາກສ່ວນຕ່າງໆ ຂອງການຈັດຕັ້ງ ແລະສັງຄົມ ແລະໂດຍສະເພາະຈະເຣີນພອນມາຍັງກົມໂຄສະນາອົບຮົມສູນກາງພັກ, ກົມໂຄສະນາອົບຮົມ ສູນກາງແນວລາວສ້າງຊາດ ໄດ້ເປັນຫຼັກ ໃນການຊ່ວຍເຜີຍແຜ່ ສ້າງຄວາມເຂົ້າໃຈກ່ຽວກັບຊື່ເອີ້ນນຳໜ້າດັ່ງກ່າວ ໃຫ້ກັບທຸກພາກສ່ວນ ຊ່ວຍອົງການພຸດທະສາສະໜາ ເພື່ອໃຫ້ທຸກໆ ພາກສ່ວນ ທັງການຈັດຕັ້ງ ແລະ ສັງຄົມ ໄດ້ເຂົ້າໃຈ ຕາມເຫດຜົນ ຈຸດມຸ່ງໝາຍ ຂອງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ກໍ່ຄື ຄູບາອາຈານ.

]]>
ປະຫວັດຫຍໍ້ ຊາດພູມ ພຣະຄຣູອະນາວິໂຣ ( ບຸນທອງ ວິປຣະໄຊຍ໌, ຊາໂງນ ) https://dekwatlaos.com/buddhology/%e0%ba%9b%e0%ba%b0%e0%ba%ab%e0%ba%a7%e0%ba%b1%e0%ba%94%e0%ba%ab%e0%ba%8d%e0%bb%8d%e0%bb%89-%e0%ba%8a%e0%ba%b2%e0%ba%94%e0%ba%9e%e0%ba%b9%e0%ba%a1-%e0%ba%9e%e0%ba%a3%e0%ba%b0%e0%ba%84%e0%ba%a3%e0%ba%b9/113/ Sat, 29 Aug 2020 14:00:00 +0000 ປະຖົມພູມ

ທ່ານ ເກີດເມື່ອວັນອາທິດ ທີ 14 ກຸມພາ ປີ ຄ.ສ 1940 ທີ່ ບ້ານດອນຊ້າງໄພໂພນກ່າມ, ຕາແສງ ບ້ານ ຫ້ວຍ, ເມືອງ ໂຂງ ແຂວງສີພັນດອນ ( ຈໍາປາສັກ ) ບັນພະຊາເປັນສາມະເນນ ປີ ຄ.ສ 1957 ທີ່ວັດ ຊ້າງແກ້ວກໍາແພງເພັດ ບ້ານດອນຊ້າງໄພໂພນກ່າມ ເມືອງໂຂງແຂວງຈໍາປາສັກ ຈົບການສຶກສາສໍານັກທັມ ຊັ້ນເອກ, ປະໂຫຍກ 3 ແລະ ອະພິທັມ ຊັ້ນຕົ້ນ, ດ້ານການປະຕິບັດ ໄດ້ປະຕິບັດກໍາມະຖານໂດຍກົງຈາກພຣະອາຈານໃຫ່ຍ ຊາຄໍາແດງ ຍານະວຸດໂທ. ທ່ານຄືພຣະຜູ້ປ່ຽມລົ້ນດ້ວຍ ພົມວິຫານທັມ ແລະ ສົງຄຸນອັນປະເສີດ, ຕະຫຼອດຊີວິດຂອງທ່ານໄດ້ທຸ້ມເທແຮງກາຍ, ແຮງໃຈ ຄວາມຄິດ, ສະຕິປັນຍາ, ເມື່ອພຣະພຸດທະ ສາສະຫນາຢ່າງບໍ່ເຫັນແກ່ຄວາມອິດເຫມືອຍ, ຕັ້ງແຕ່ອາດີດຈົນເທິງວາລະສຸດທ້າຍຂອງຊີວິດທ່ານມີສາສະຫນາກິດຢ່າງຫຼວງຫຼາຍເຊັ່ນ:

ດ້ານການ ປົກຄອງ

ທ່ານໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແຫນ່ງ ເປັນເຈົ້າອະທິການ, ເປັນປະທານ ອ.ພ.ສ ເມືອງ ເປັນຮອງປະທານ ອ.ພ,ສ ແຂວງຈໍາປາສັກ ແລະ ກໍາມະການອົງການພຸດທະສາສະຫນາສໍາພັນລາວ, ທ່ານປົກຄອງຄະນະສົງຈົນພຣະພິກຂຸສາມະເນນມີລະບຽບວິໄນເປັນທີ່ຕັ້ງແຫ່ງຄວາມ ເຫຼື້ອມໃສສັດທາ,

ດ້ານວຽກງານການສຶກສາ

ທ່ານໄດ້ສົ່ງເສີມລູກຫຼານທີ່ດ້ອຍໂອກາດທາງການສຶກສາໃຫ້ໄດ້ເຂົ້າມາບວດເພື່ອສຶກສາຕໍ່ທາງທັມ ຈົບການສຶກສາໃນລະດັບນັກທັມປາລີເປັນ ມະຫາ ແລະ ອະພິທັມ ກໍຫຼາຍອົງ, ສວນການສຶກສາທາງຝ່າຍໂລກກໍຈົບການສຶກສາ ໃນລະດັບປະຣິນ ຍາຕີ, ປະຣິນຍາໂທ ປະຣິນຍາເອກກໍ່ຫຼາຍອົງສິກອອກມາເຮັດວຽກງານທາງຝ່າຍບ້ານ ເມືອງ ເຊັ່ນ: ເປັນທະຫານ ຕໍາຫຼວດ ພະນັກງານລັດຖະ ກອນ ນັກທຸລະກິດ ໄດ້ດິບໄດ້ດີ ກໍຫຼາຍຄົນກະຈາຍທົ່ວໄປໃນປະເທດ ເປັນການຊ່ວຍສ້າງພັດທະນາບ້ານເມືອງໃຫ້ມີຄວາມຈະເລີນຮຸ່ງເຮືອງ, ຜູ້ທີ່ ຍັງບວດກໍ່ເປັນເຈົ້າອະທິການວັດດ ເປັນຄະນະ ອ.ພ.ສ ເມືອງ ຄະນະ ອ.ພ.ສ ແຂວງ ຄະນະ ອ.ພ.ສ ສູນກາງ ກະຈາຍຢູ່ທົ່ວໄປທັງພາຍໃນ ແລະ ຕ່າງປະເທດກໍຫຼວງຫຼາຍ, 

ດ້ານການຈັດການເຜີຍແຜ່

ທ່ານເທດສະຫນາອົບຮົມສັ່ງສອນ ພຣະພິກຂຸ ສາມະເນນ ອຸປາສົກ ອຸປາສິກາ ຢູ່ເລື້ອຍໆ ແລະ ໄດ້ຮັບອາຣາດທະນາໃຫ້ເປັນຜູ້ສະແດງພຣະທັມມະເທດສະຫນາ ໃນພິທີຕ່າງໆ ຫຼວງຫຼາຍ, ນອກຈາກນີ້ທ່ານຍັງໃຫ້ຄວາມສໍາຄັນກັບການອົບຮົມ ເຍົາວະຊົນ, ຜູ້ເປັນອະນາຄົດຂອງຊາດໃຫ້ເປັນຄົນດີທີສົມບູນ,ທັງຄວາມຮູ້ວິທີການເທັກໂນໂລຊີຕ່າງໆ ແລະ ຄຸນນະທໍາອັນຈະເປັນຫົວໃຈຫຼັກໃນ ການດໍາເນີນຊີວິດເພື່ອໃຫ້ເຂົາເຫຼົ່ານັ້ນເປັນກໍາລັງສໍາຄັນໃນການພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງໃນທຸກໆດ້ານ

ດ້ານການຈັດການສາທາຣະນູປະການ

ທ່ານໄດ້ເປັນປະທານນໍາພາກໍ່ສ້າງວັດຫຼວງຫຼາຍ ທ່ານລົງມືສ້າງຢູ່ບ່ອນໃດກໍປະສົບຜົນສໍາເລັດຢູ່ບ່ອນນັ້ນ ທ່ນເປັນພຣະຜູ້ເວົ້າແລ້ວ ເຮັດຄືເວົ້າແຕ່ຄວາມຈິງ ແລະ ເຮັດແຕ່ຄວາມຈິງສະເຫມີເປັນຜູ້ມີສັດຈະທໍາປະຈໍາໃຈ, ນອກຈາກນັ້ນ ທ່ານໄດ້ຊ່ວຍເຫຼືອພຣະສົງ ສາມະເນນ ແລະ ສັງຄົມຫຼວງຫຼາຍຈົນນັບບໍ່ຖ້ວນພຣະຄຣູ ອະນາວິໂຣ ( ບຸນທອງ ວິປຣະໄຊຍ, ຊາໂງນ ) ຫຼື ອາຈານພໍ່ຂອງບັນດາສິດສານຸສິດທັງຫຼາຍວ່າ ດ້ວຍນ້ໍາໃຈ ແລະ ອັດຖາຍາໄສອັນແທ້ຈິງ ແລ້ວ ພຣະອາຈານເປັນພຣະຜູ້ທີ່ມີເມດຕາທັມອັນສູງສົ່ງ, ມີຄວາມຮັກ ມີຄວາມຫ່ວງໃຍ ໃນເຫຼົ່າສິດສານຸສິດທຸກໆ ຖ້ວນຫນ້າ, ທັງພຣະພິກຂຸສາມະເນນ ແລະ ສິດຄາຣະວາດທີ່ໄດ້ເພິ່ງພາອາໄສປາຣະມີຂອງທ່ານ, ທ່ານເປັນພຣະສົງແທ້ທີ່ບໍ່ຮັກບັງຊັງບ່ຽງ ບໍ່ເລືອກຊັ້ນວັນນະທີ່ຈະປະຕິບັດ, ຂໍພຽງແຕ່ນິມົນແລະຕັ້ງໃຈທ່ານກໍເມດຕາໃຫ້ກັບເຮົາແລ້ວ. ສິດສານຸສິດເຫັນແລ້ວວ່າ ພຣະອາຈານໃຫຍ່ທ່ານມີ ເມດຕາທັມ ມີຄວາມຮັກແພງຫ່ວງໃຍ ໃນສິດຂອງຕົນສະເຫມີຕົ້ນສະເຫມີປາຍໃນການປົກຄອງຂອງທ່ານພຣະອາຈານໃຫຍ່ຈະໃຊ້ຢູ່ 2 ວິທີການ ໃຫຍ່ໆຄື:

1. ຖ້າບອກສອນບໍ່ເຊື່ອຟັງຕ້ອງປາບປາມ ເພື່ອໃຫ້ກັບຈິດກັບໃຈເປັນຄົນດີກັມາ

2. ຖ້າບອກສອນເຊື້ອຟັງປະຕິບັດຕາມກໍຍົກຍ້ອງ ສັນລະເສີນ ( ພາສາພຣະເອີ້ນວ່າ ໃຊ້ພຣະເດດ ແລະ ຟູຣະຄຸນ ຄື: ໃຫ້ຄຸນ ແລະ ໃຫ້ໂທດໄດ້ )

ທັງສອງຂໍ້ນີ້ ທ່ານຈະນໍາໃຊ້ຄວບຄູ່ກັນໄປຖ້າສິດ ຄົນໃດຢູ່ໃຕ້ການປົກຄອງຜູ້ທີ່ເປັນລູກໃນທັມ ( ລູກເຜິ້ງ ລູກທຽນ ) ມີຄວາມດື້ດ້ານບໍ່ເຊື່ອຟັງວ່າຍາກສອນຍາກ ຫຼື ຂັດຕໍ່ຄໍາສັງສອນບໍ່ເຄົາລົບກົດ ລະບຽບວິໄນ ແລະ ກົດຫມາຍບ້ານ ເມືອງ, ຫຼີ້ນການພະນັນ, ຕິດອະບາຍຍະມຸກຕ່າງໆ ທ່ານຈະເອົາບົດຄະຣາວາດສະທັມມາເທດສອນຖ້າສອນ ແລ້ວບໍ່ປະຕິບັດຕາມທ່ານ ທ່ານພຣະອາຈານກໍຈະໃຊ້ວິທີການປາບປາມເພື່ອໃຫ້ຄົນນັ້ນມີຄວາມສໍານຶກໄດ້ພຣະເນນ ຫຼື ຄາຣາວາດ ຜູ້ໃດຢູ່ ໃຕ້ການປົກຄອງປະພຶດປະຕິບັດຖືກຕ້ອງຮູ້ ແລະ ເຂົ້າໃຈໃນຫນ້າທີ່ ທີ່ທ່ານໄດ້ມອບຫມາຍໃຫ້ແລ້ວປະຕິບັດຫນ້າທີ່ນັ້ນ ໃຫ້ສໍາເລັດລຸລ່ວງຮຽບຮ້ອຍ ດ້ວຍດີທ່ານພຣະອາຈານກໍຍົກຍ້ອງສັນລະເສີນ ແລະ ເມດຕາສົງເຄາະ ອະນຸເຄາະດ້ວຍດີ.

ທ່ານ ເປັນພຣະມະຫາເຖຣະອົງຫນຶ່ງຂອງປະເທດລາວທີ່ມີຄວາມຮູ້ແຕກສານໃນພຣະທັມວິໄນຂອງພຣະສັມມາສັມພຸດທະເຈົ້າ, ມີຄວາມສາມາດກ້າຫານ ເສຍສະຫຼະທ່ານໄດ້ອຸທິດຊີວິດເຫື່ອແຮງ ສະຕິປັນຍາ ແລະ ຈິດວິນຍານອັນບໍຣິສຸດຂອງເພີ່ນສ້າງຜົນງານໃນທຸກໆດ້ານ ນ້ອມຖວາຍເປັນພຸດທະ ບູຊາ, ທັມມະບູຊາ ແລະ ສັງຄະບູຊາ, ດ້ວຍພະລັງສັດທາອັນສູງສົ່ງ ເພື່ອສຶບທອດສົ່ງເສີມ ແລະ ພັດທະນາພຸດທະສາສະຫນາ ຕາມຫຼັກພຣະທັມ ວິໄນຢ່າງເຄັ່ງຄັດ ແລະ ມີຫົວຄິດປະດິດສ້າງ ໂດຍປັບປ່ຽນໃຫ້ເປັນໄປຕາມກາລະແລະໂອກາດແລະເງື່ອນໄຂພາວະວິໄສຂອງໂລກແຫ່ງຍຸກໃຫ່ມ ທ່ານເປັນພຣະມະຫາເຖຣະທີ່ຫນ້າຍົກຍ້ອງສັນລະເສີນ ທ່ານເປັນພຣະນັກປະຕິບັດທັມ ແລະ ນັກພັດທະນາທີ່ມີຄວາມຄິດແລະສ້າງສັນພັດທະນາ .. ວັດຖຸ ແລະ ພັດທະນາຈິດໃຈເອື້ອເຟື້ອເພື່ອແຜ່ມີເມດຕາທັມມີຄວາມປາດຖະນາໃຫ້ຜູ້ອື່ນເປັນສຸກທ່ານເປັນຜູ້ທີ່ມີບຸນຍາທິການສູງສົ່ງເປັນທີ່ເພິ່ງ ທາງດ້ານຈິດໃຈຂອງສາທຸຊົນ ແລະ ເປັນຮົມເຮືອນອັນເຢືອກເຢັນໃຫ້ແກ່ລູກຫຼານຕະຫຼອດມາ,

ຊ່ວງວາລະສຸດທ້າຍ

ທ່ານໄດ້ລະສັງຂານ ໃນວັນທີ 15/10/2012 ກົງກັບວັນດັບ 15 ຄ່ໍາ ເດືອນ 10 ພສ 2555 ປີມະໂລງ ເວລາ 6:00 ຕອນເຊົ້າ ລວມອາຍຸໄດ້ 72 ປີ 52 ພັນສາ

 

ຄັດຈາກ ຫນັງສື ອາໄລຫາ… ຈາຣຶກຄຸນ ຂຽນໂດຍ: ພຣະມະຫາດຣ. ບຸນທະວີ ວິໄລຈັກຣ

 

ຂອບໃຈ ຂໍ້ມູນຈາກເວັບໄຊຕ໌

http://phousalao.epizy.com/

http://www.pvs999.com/newscontent/%E0%BA%9E%E0%BA%A3%E0%BA%B0%E0%BA%84%E0%BA%A3%E0%BA%B9%20%E0%BA%AD%E0%BA%B0%E0%BA%99%E0%BA%B2%E0%BA%A7%E0%BA%B4%E0%BB%82%E0%BA%A3%20%E0%BA%9A%E0%BA%B8%E0%BA%99%E0%BA%97%E0%BA%AD%E0%BA%87%20%E0%BA%A7%E0%BA%B4%E0%BA%9B%E0%BA%B0%E0%BB%84%E0%BA%8A%20(%E0%BA%8A%E0%BA%B2%E0%BB%82%E0%BA%87%E0%BB%88%E0%BA%99)

]]>
ໍຊີວະປະຫວັດ ແລະ ວຽກງານພຣະອາຈານໃຫຍ່ ຊາລີ ກັນຕະສີໂລ https://dekwatlaos.com/buddhology/%e0%bb%8d%e0%ba%8a%e0%ba%b5%e0%ba%a7%e0%ba%b0%e0%ba%9b%e0%ba%b0%e0%ba%ab%e0%ba%a7%e0%ba%b1%e0%ba%94-%e0%bb%81%e0%ba%a5%e0%ba%b0-%e0%ba%a7%e0%ba%bd%e0%ba%81%e0%ba%87%e0%ba%b2%e0%ba%99%e0%ba%9e%e0%ba%a3/114/ Tue, 25 Aug 2020 12:26:00 +0000 ຍາທ່ານ ຊາລີ ກັນຕະຊີໂລ ມີຊື່ເດີມວ່າ  “ຊາລີ” ນາມສະກຸນ “ສີຫຼ້າ” ເກີດ 17 ມີນາ ພ.ສ 2475 (1933) ທີ່ບ້ານສິງ ຕາແສງສິງ ເທດສະບານ ແຂວງຍະໂສທອນ ບັນພະບຸລຸດເປັນເຊື້ອສາຍວຽງຈັນ ພໍ່ຊື່ “ຍົງ” ແມ່ຊື່ “ຕາ” ນາມສະກຸນ “ສີຫຼ້າ” ອ້າຍເອື້ອຍນ້ອງ ຮ່ວມກັນ 4 ຄົນ ແລະນ້ອງຕ່າງແມ່ອີກ 4

ພ.ສ 2483 (1940) – ເຂົ້າຮຽນຊັ້ນປະຖົມທີ່ໂຮງຮຽນບ້ານສິງ

ພ.ສ 2496 (1953) – ອາຍຸ 20 ບໍຣິບູນ ອຸປະສົມບົດເປັນພຣະພິກຂຸສົງ ທີ່ພັດທະສີມາ ວັດທາດ ບ້ານສິງ ຊື່ພຣະ ຊາລີ ສາຍາ “ກັນຕະສີໂລ” ມີພຣະຄຣູສຸວັນ ສິງຫະເຂດ ເປັນອຸປັດຊາ ພຣະອາຈານເສົາ ຊະນະປຸນໂຍ ເປັນກັມມະວາຈາກັ້ມຂວາ ພຣະອາຈານສັງວອນ ຖາວະໂຣ ກັມມະວາຈາກັ້ມຊ້າຍ ຈຳພັນສາທຳອິດທີ່ບ້ານເກີດ ວັດຈຳປານາຄໍາ

ພ.ສ 2497 (1954) – ເດີນທາງສູ່ແຂວງ ຫນອງຄາຍ ກັບພຣະມະຫາເແສນ ຊູຣັດ ຈຳພັນສາທີ່ວັດໂພໄຊ

ພ.ສ 2498 (1955) – ເດືອນມັງກອນ ຫຼັງຈາກເສັງໄດ້ນນັກທັມຕີ ພຣະມະຫາແສນ ພາໄປຝາກຮຽນວິປັສສນາກັມມະຖານ ກັບພຣະອາຈານມະຫາປານ ອານັນໂທ ເພີ່ນໄດ້ ພາເຂົ້າມາລາວ ເຂົ້າຝຶກອົບຮົມວິປັສສນາ ຄັ້ງທຳອິດທີ່ ວັດສ້າງເຫວີຍ 3 ມື້ ຕໍ່ມາວັດພຸດທະວົງສາປ່າຫຼວງ (ວັດໂສກປ່າຫຼວງ) 5 ມື້ ວັດໂພນໂຮງ 5 ມື້ ຈາກນັ້ນໄດ້ຂໍກັມມະຖານ ເຂົ້າຫ້ອງປະຕິບັດຈາກອາຈານມະຫາປານ ຈົນຮອດໄລຍະເຂົ້າພັນສາ ໄດ້ຍ້າຍມາທີ່ ວັດຊຽງແວ່ ຮຽນອະພິທັມເບື້ອງຕົ້ນ

ພ.ສ 2499 (1956) – ເຂົ້າຈຳພັນສາທີ່ວັດໂສກປ່າຫຼວງ ເລີ່ມຕົ້ນຊ່ວຍງານພຣະອາຈາຣຍ໌ມະຫາປານ ໃນການເຝິກອົບຮົມຜູ້ມາປະຕິບັດວິປັສສນາກັມມະຖານ

ພ.ສ 2500 (1957)- ເດີນທາງໄປຮຽນອະພິທັມປິດົກ ທີ່ວັດຣະຄັງໂຄສິຕາຣາມ ກຸງເທບ 6 ເດືອນ

ພ.ສ 2501 (1958) – ກັບມາເລີ່ມຕົ້ນຊ່ວຍວຽກສອນອະພິທັມ ໃນລະດັບຈຸລະຕຣີ ແລະ ສອບໄດ້ນັກທັມໂທ

ພ.ສ 2501-2508 (1958-1965) – ທ້າຍປີ ໄດ້ກັບມາຮຽນຕໍ່ອະພິທັມທີ່ ວັດຣະຄັງໂຄສິຕາຣາມ ຈົນຈົບ ມະຫາອະພິທັມເອກ ໂດຍມີ ພຣະອາຈານໂຊຕິກະ (ສັທທັມມະກະ ທັມມາຈະຮິຍະ) ຈາກສົມເດັດພຸດທະໂຄສາຈານ (ຍາໂນທະ ໂຍ) ວັດສະເກດ ໄລຍ ນັ້ນຍັງສອບເສັງໄດ້ນັກທັມເອກ

ພ.ສ 2509-2511(1996-1968)- ເດີນທາງກັບວັດປ່າໂສກປ່າຫຼວງ ພຣະອາຈານຍ໌ມະຫາປານ ໄດ້ມອບຫມາຍໃຫ້ສອນອະພິທັມ ແລະວິປັສສນາກັມມະຖານ ໂດຍ ສ້າງໂຮງຮຽນພຣະອະພິທັມ 3 ຊັ້ນຂຶ້ນ ແລະ ຂະຫຍາຍວຽກງານເຜີຍແຜ່ອອກໄປຍັງຕ່າງແຂວງຢ່າງກວ້າງຂວງ.

ພ.ສ 2511 (1968) – ພຣະອາຈາຣຍ໌ມະຫາປານ ອານັນໂທ ມໍຣະນະພາບລົງໄດ້ສືບທອດງານເຜີຍແຜ່ວິປັສສນາກັມມະຖານ ແລະ ການສອນອະພິທັມ ທີ່ວັດໂສກປ່າຫຼວງ ໃນຂະນະທີ່ລູກສິດລູກຫາທ່ານອື່ນທີ່ເຄີຍເປັນຫຼັກເລີ່ມທົດຖອຍຫາຍໄປ.

ພ.ສ 2516 (1973) – ຈັດຕັງລັດຖະບານປະສົມຂອງລາວ ເຮັດໃຫ້ ການສອນວິປັສສນາກັມມະຖານ ແລະ ອະພິທັມຕ້ອງຢຸດຊົ່ວຄາວ ແຕ່ຍັງມີການສອນສີລະທັມສັມພັນກັບການເມືອງ ແລະ ປັບການຮຽນປະຣິຍັດຕິທັມສົງມາເປັນສາຍສາມັນ ຄື ເອົາວິຊາຂອງສາມັນ ຂອງກະຊວງສຶກສາມາຮຽນໂດຍກົງ.

ພ.ສ 2517 (1974) – ຈັດງານຊາປະນະກິດສົບ ພຣະອາຈາຣຍ໌ມະຫາປານ ແລະ ໄດ້ຮັບຄັດເລືອກເປັນເຈົ້າອະທິການວັດພຸທວົງສາປ່າຫຼວງ ສືບຕໍ່ຈາກພຣະອາຈາຣຍ໌ ມະຫາປານ ອານັນໂທ.

ພ.ສ 2519 (1976) – ໄດ້ເຂົ້າຮ່ວມຮຽນແນວຄິດທິດສະດີສັງຄົມນິຍົມຮ່ວມກັບ ທາງຄະນະສົງ ແລະແນວລາວ ໂດຍມີທ່ານພູມີວົງວິຈິດ ຕາໍແຫນ່ງລັດຖະມົນຕີກະຊວງສຶກສາ ເປັນຜູ້ນຳໃນການຄົ້ນຄວ້າໃຊ້ເວລາຢູ່ 3 ເດືອນ ໄດ້ຮັບການແຕ່ງຕັ້ງເປັນຮອງເຈົ້າຄະນະຕາແສງທາດຂາວ

ພ.ສ 2519-2520 (1976-1977) – ເດີນທາງໄປຢາມພໍ່ລຸງທີ່ບ້ານເກີດ ຍະໂສທອນ (ພຣະອາຈາຣຍ໌ເສົາ ຊະນະປຸນໂຍ ອ້າຍຂອງແມ່) ຈົນພໍ່ລຸງມໍຣະນພາບ ໄດ້ຢູ່ຊ່ວຍ ຈັດງານສົບ ເຊິ່ງໄລຍະນັ້ນຖືກທາງການໄທສອບສວນ ແລະຕິດຕາມໃນຖານະ “ພຣະຄອມມິວນິດ”

ພ.ສ 2521 (1978) – ໄດ້ຮ່ວມປະຊຸມ ທີ່ໂຊວຽດ ອົງການ ABCP ຫຼືອົງການພຸດທະສາສະຫນາສັມພັນອາຊີເພື່ອສັນຕິພາບ ເປັນການຮວມຕົວຂອງອົງການທາງສາສະຫນາຂອງທາງຝ່າຍ ສັງຄົມນິຍົມ

ພ.ສ 2525 (1982)- 10 ປີ ຫຼັງງົດການສອນທັມມະວິໄນ ອະພິທັມ ແລະ ປະຕິບັດກັມມະຖານ ທ່ານພູມີວົງວິຈິດ ໄດ້ປຶກສາຫາລືກັບທາງຄະນະສົງ ແລະອະນຸມັດທາງວາວາ ໃຫ້ຟື້ນຟູການສອນພຣະທັມວິໄນ ແລະວິປັສສນາກັມມະຖານ ໂດຍໄດ້ເລີ່ມກັບເຂົ້າໄປສອນໃນໂຮງຮຽນປະຣິຍັດຕິສາມັນ

ພ.ສ 2552 (1989) – ຮວບຮວມຄະນະ ແລະ ເລີ່ມຟື້ນຄືນວຽກງານອົບຮົມວິປັສສນາອີກຄັ້ງ ໂດຍຂັດຂື້ນທີ່ວັດສວນວັດທະນະ 7 ມື້  ຕາມດ້ວຍວັດສ້າງເຫວີຍ 5 ມື້ ແລະ ປີດຽວກັນນັ້ນ ໄດ້ຟື້ນຟູວິປັສສນາພູມ ທີ່ວັດໂສກປ່າຫຼວງ ເຊີນວິປັສສນາຈານທັງສົງ ແລະ ຄະຣາວາດ ມາເຂົ້າຮ່ວມເຝິກ 20 ມື້

ພ.ສ 2537-2538 (1994-1995) – ຈັດອົບຮົມທັມມະ 7 ເດືອນ ທີ່ວັດໂສກປ່າຫຼວງ ເລີ່ມຈາກເຂົ້າພັນສາ ຮຽນທິດສະດີ ພຣະສູດ, ພຣະວິໄນ, ແລະ ພຣະອະພິທັມ ພຸດທະປະຫວັດ, ສາສະຫນາພາມ ອິດສະລາມ ແລະ ວິຊາພັດທະນາບ້ານເມືອງ

ພ.ສ 2538 (1995) – ເລີ່ມຕົ້ນງານພຸດທະສາສະຫນາ ຊ່ວຍເຫຼືອສັງຄົມ ເນື່ອງຈາ ເລີ່ມເກີດບັນຫາທາງສັງຄົມ ເຊັ່ນບັນຫາໂຣກເອດສ໌ ບັນຫາຢາເສບຕິດ

ພ.ສ 2543 (2000) – ຍ້າຍຈາກວັດໂສກປ່າຫຼວງ ໄປປະຈໍາຢູ່ທີ່ວັດປ່ານາຄູນນ້ອຍ ມຸ່ງຫວັງໃຫ້ເປັນສູນວິປັສນາກັມມະຖານ ແລະ ຮຽນອະພິທັມໃຫ້ຜູ້ສົນໃຈມາສຶກສາປະຕິບັດໄດ້ຕໍ່ເນື່ອງ

ພ.ສ 2544 (2001) – ຂະຫຍາຍວຽກງານພຸດທະສາສະຫນາເພື່ອສັງຄົມ ໃຫ້ມີການ ລົງສອນສີລະທັມໃນໂຮງຮຽນ ຮຽກວ່າທັມມະສັນຈອນ ເປັນການເຮັດວຽກແກ້ໄຂບັນຫາທີ່ ຕົ້ນເຫດ _ ພ.ສ 2546 (2003) – ກໍ່ຕັ້ງໂຄງການພຸດທະສາສະຫນາ ເພື່ອການພັດທະນາ (ຄ.ພ.ພ.) ໂດຍ 5 ຫນ່ວຍງານ ທີ່ສືບເນື່ອງມາຮອດປັດຈຸບັນ

ພ.ສ 2552 (2009) -ເລີ່ມຕົ້ນໂຄງການ ແປພຣະໄຕປິດົກສະບັບອັກສອນບາລີລາວ ແລະ ແປເປັນພາສາລາວ

ພ.ສ 2553 (2010) – ຈັດສະຫຼອງການດໍາເນີນໂຄງການແປພຣະໄຕປິດົກສະບັບ ຕົວອັກສອນບາລີ ລາວສໍາເລັດ ພ້ອມກັບການສະຫຼອງວຽງຈັນເປັນນະຄອນຫຼວງ ຄົບຮອບ 450 ປີ

2011 ດຳລົງຕໍາແຫນ່ງ ຮອງປະທານອົງການພຸດທະສາສະຫນາສັມພັນລາວ ຫົວຫນ້າກັມມາທິການເຜີຍແຜ່ສີລທັມ ແລະ ປະຕິບັດກັມມະຖານ ສູນກາງ ທັງເປັນປະທານໂຄງການພຸດທະສາສະໜາເພື່ອການພັດທະນາ (ຄ.ພ.ພ)

ມໍຣະນະ ວັນທີ 11 ກັນຍາ 2013 ທີ່ວັດປ່ານາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ອ່ານ ເພີ່ມເຕີມ ຫນັງສື 80 ປີ ຊີວິດທັມ ພຣະອາຈານໃຫຍ່ ຊາລີ ກັນຕະສີໂລ

]]>
ຍາທ່ານ ມະຫາ ຊາລີ ກັນຕະສີໂລ ບຸກຄົນສຳຄັນແຫ່ງຍຸກ ຜູ້ອຸທິດຕົນເພື່ອປະໂຫຍດສຸກຂອງສັງຄົມ https://dekwatlaos.com/blog-daily/buddhist-news/%e0%ba%8d%e0%ba%b2%e0%ba%97%e0%bb%88%e0%ba%b2%e0%ba%99-%e0%ba%a1%e0%ba%b0%e0%ba%ab%e0%ba%b2-%e0%ba%8a%e0%ba%b2%e0%ba%a5%e0%ba%b5-%e0%ba%81%e0%ba%b1%e0%ba%99%e0%ba%95%e0%ba%b0%e0%ba%aa%e0%ba%b5/115/ Tue, 25 Aug 2020 08:17:00 +0000 ຍ່າທ່ານ ຊາລີ ກັນຕະສີໂລ ຖືວ່າເປັນບຸກຄົນສໍາຄັນແຫ່ງຍຸກ ຂອງວັດປ່ານາຄູນນ້ອຍ ບຸກຄົນທີ່ມີບົດບາດສໍາຄັນຫຼາຍຕໍ່ກັບການສ້າງສາພັດທະນາວັດປ່ານາຄູນນ້ອຍໃຫ້ເປັນທີ່ຮູ້ຈັກເຫຼື້ອມໃສສັດທາພຣະທັມຄຳສັ່ງສອນ ແລະ ການປະຕິບັດວິປັດສະນາກັມມະຖານ ໃນໝູ່ຂອງພຸດທະສາສະນິກະຊົນໃນວົງກວ້າງທັງພາຍໃນ ແລະ ຕ່າງປະເທດ.

ຍາທ່ານ ໄດ້ນໍາໃຊ້ພື້ນທີ່ວັດປ່ານາຄູນນ້ອຍເຂົ້າໃນການຈັດກິດຈະກໍາທາງສາສະໜາ ແລະ ກິດຈະກໍາທາງສັງຄົມ ໂດຍສະເພາະແມ່ນ ການຈັດໂຄງການປະຕິບັດທັມ,ການປຸກລະດົມໃຫ້ປະຊາຊົນຮູ້ຈັກການນໍາເອົາຫຼັກທໍາຄໍາສອນພຸດທະສາສະໜາເຂົ້າໄປໝູນໃຊ້ໃນການດໍາລົງຊີວິດປະຈໍາວັນນອກຈາກນີ້ ຍາທ່ານ ຍັງເປັນບຸກຄົນທີ່ມີບົດບາດສໍາຄັນໃນການລິເລີ່ມເອົາວິຊາວິປັດສະນາກໍາມະຖານເຂົ້າມາເຜີຍແຜ່ ແລະ ປະຕິບັດຢູ່ພາຍໃນວັດປ່ານາຄູນນ້ອຍ ໂດຍທໍາອິດແມ່ນ ຊາວບ້ານນາຄູນບາງກຸ່ມຄົນ ໄດ້ໃຫ້ຄວາມສົນໃຈເຂົ້າມາຮ່ວມປະຕິບັດທໍານໍາເພີ່ນ ຕໍ່ຈາກນັ້ນກໍໄດ້ ຂະຫຍາຍເປັນວົງກວ້າງອອກ ຈົນເຮັດໃຫ້ປະຊາຊົນມີຄວາມເຫຼື້ອມໃສໃນພຸດທະສາສະໜາ ແລະ ເຂົ້າໃຈທັມມະ ຫຼາຍຂຶ້ນ.

ສິ່ງທີ່ສໍາຄັນອີກປະການໜຶ່ງກໍຄື ຍາທ່ານຍັງເຮັດໃຫ້ວັດກາຍເປັນສະຖານທີ່ແຫ່ງການສຶກສາໃນວິຊາທາງທັມ ແລະ ທາງໂລກ ເປັນອີກບຸກຄົນໜຶ່ງທີ່ເປັນແບບຢ່າງທີ່ດີໃນການສ້າງປະໂຫຍດໃຫ້ແກ່ຊຸມຊົນ ແລະ ສັງຄົມດ້ວຍຄວາມເສຍສະຫຼະສູງເຮັດແທ້ທໍາຈິງໂດຍບໍ່ຫວັງສິ່ງຕອບແທນອັນໃດຈຶ່ງເຮັດໃຫ້ປະຊາຊົນຈໍານວນຫຼວງຫຼາຍ ລວມທັງການນໍາຂັ້ນສູງເຂົ້າມາອຸປະຖໍາຄໍ້າຊູໃນວຽກງານຕ່າງໆ ທີ່ເພີ່ນໄດ້ນໍາພາຈັດຕັ້ງຂຶ້ນເພື່ອສັງຄົມ ຈົນໄດ້ເຮັດໃຫ້ວັດປ່ານາຄູນນ້ອຍເປັນທີ່ຮູ້ຈັກກັນເປັນວົງກວ້າງໃນທົ່ວສັງຄົມບໍ່ວ່າຈະເປັນພຸດທະສາສະນິກະຊົນທັງພາຍໃນ ແລະ ຕ່າງປະເທດ.

ຫລາຍກວ່ານັ້ນ ຍາທ່ານຍັງໄດ້ຊ່ວຍເຫຼືອສັງຄົມທີ່ເຫັນໄດ້ຊັດເຈນກໍຄື ການລະດົມທຶນນໍາພາສ້າງໂຮງໝໍເມືອງນາຊາຍທອງຊ່ວຍເຫຼືອໂຮງຮຽນຊ່ວຍເຫຼືອຜູ້ດ້ອຍໂອກາດນໍາພາສ້າງຖະໜົນຫົນທາງ. ຜູ້ລິເລີ່ມກໍ່ຕັ້ງໂຄງການພຸດທະສາສະໜາເພື່ອການພັດທະນາ (ຄ.ພ.ພໃນປີ 2003 ແລະ ຍັງເຄີຍໄດ້ຮັບການແຕ່ງຕັ້ງໃຫ້ເປັນຮອງປະທານອົງການພຸດທະສາສະໜາສໍາພັນລາວ ຫົວຫນ້າກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ ທັງເປັນປະທານໂຄງການ ພຸດທະສາສະໜາເພື່ອການພັດທະນາ (ຄພພ) ທີ່ເພິ່ນໄດ້ຈັດຕັ້ງຂຶ້ນມາ.

ຄວາມບອກເລົ່າບ່າງສ່ວນຈາກຄົນໄກ້ສິດເພີ່ນ

 

ພຣະອາຈານ ສີທົນ ກ່າວວ່າ “ພຣະອາຈານໃຫຍ່ ຊາລີ ກັນຕະສີໂລ ເປັນພຣະມະຫາເຖຣະທີ່ມີຈະຣິຍະວັດງົດງາມ ຕະຫລອດຊີວິດຂອງເພີ່ນແມ່ນໄດ້ທຸ້ມເທ ໃຫ້ກັບການເຜີຍແຜ່ພຸດທະສາສນາ ການ ປະຕິບັດວິປັດສະນາກັມມະຖານ”

ແມ່ຂາວແກ້ວ ກ່າວ “ອາຈານ ຊາລີ ກັນຕະສີໂລ ເປັນຄົນທີ່ຫນັກແຫນ້ນ ບໍ່ຄ້ອນແຄ້ນໃນອາລົມ ປະທັບໃຈຍ້ອນວ່າເພີ່ນເປັນນັກປະຕິບັດແທ້ ບໍ່ກ່ຽວທາງໂລກ,ບໍ່ເຈືອທາງໂລກ ເຮັດຫຍັງເຮັດແທ້ທຳຈິງ

ເບິ່ງວີດີໂອເຕັມ👇

ຊີວະປະຫວັດ ແລະ ວຽກງານໂດຍຫຍໍ້ ພຣະອາຈານໃຫຍ່ ຊາລີ ກັນຕະສີໂລ

ປະຫວັດໂດຍຫຍໍ້ ຊາດພູມ ພຣະຄຣູອະນາວິໂຣ ( ບຸນທອງ ວິປຣະໄຊຍ໌, ຊາໂງນ )

]]>
ຄະນະສົງກວ່າ 38 ຮູບ ຮ່ວມເປີດຫໍມູນເຊື້ອທີ່ສູນກາງແນວລາວສ້າງຊາດ https://dekwatlaos.com/blog-daily/buddhist-news/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%ba%aa%e0%ba%bb%e0%ba%87%e0%ba%81%e0%ba%a7%e0%bb%88%e0%ba%b2-38-%e0%ba%ae%e0%ba%b9%e0%ba%9a-%e0%ba%ae%e0%bb%88%e0%ba%a7%e0%ba%a1%e0%bb%80%e0%ba%9b%e0%ba%b5/119/ Wed, 29 Jul 2020 06:11:00 +0000
ພຣະຫລັກແກ້ວມະວໍຣະຍານາທິບໍດີ (ຍາທ່ານໃຫຍ່ ມະຫາເຫວດ ມະເສໄນ) ຮອງປະທານ ສູນກາງ ອົງການພຸດທະສາສະໜາສຳພັນລາວ ພ້ອມດ້ວຍພຣະສົງຈຳນວນກວ່າ 38 ຮູບ ເມດຕາ ຮ່ວມເດີນທາງ ໄປຢ້ຽມຊົມ  ການຈັດວາງ ສະແດງຮູບພາບ ແລະ ຮັບຊົມສາລະຄະດີລຳລຶກປະຫວັດສາດ ທີ່ຫໍມູນເຊື້ອ ສູນກາງແນວລາວສ້າງຊາດ.
ທັນທີທີ່ຄະນະສົງເດີນທາງເຖີງຫໍມູນເຊື້ອ ເຈົ້າພະນັກງານກໍ່ເຮັດຫນ້າທີຕ້ອນຮັບຄະນະສົງເປັນຢ່າງດີ ພ້ອມມັກຄຸເທດນຳທາງຢ້ຽມຊົມທັດສະນະສຶກສາແຕ່ລະລາຍການ ການຈັດວາງສະແດງ ທັງຊັ້ນຫນື່ງ ແລະ ຊັ້ນສອງ ພ້ອມການຮັບຊົມສາລະຄະດີລຳລຶກປະຫວັດສາດປະມານເຄີ່ງຊົ່ວໂມງ.
ຖືເປັນຄັ້ງປະຫວັດສາດທໍາອິດຂອງແນວລາວສ້າງຊາດ ທີ່ໄດ້ມີຫໍມູນເຊື້ອເພື່ອວາງສະແດງຮູບພາບ, ຂໍ້ມູນ, ນິຕິກໍາ ວັດຖຸພັນ, ເພື່ອສ້າງໃຫ້ເປັນບ່ອນທັດສະນະສຶກສາອົບຮົມ ລູກຫຼານເຍົາວະຊົນຊາວຫນຸ່ມ ນັກຮຽນນັກສຶກສາ,  ພະນັກງານ-ລັດຖະກອນ, ປະຊາຊົນລາວບັນດາເຜົ່າ ແລະ ຄົນເຊື້ອສາຍລາວທີ່ອາໄສຢູ່ຕ່າງປະເທດ. 
 

 

]]>
ນິມົນ/ເຊີນ ພຣະສົງສຳມະເນນ ແລະ ບຸກຄົນທົ່ວໄປ ຮ່ວມໂຄງການ ວາທະສິນ ວາທະທຳ https://dekwatlaos.com/buddhology/%e0%ba%99%e0%ba%b4%e0%ba%a1%e0%ba%bb%e0%ba%99-%e0%bb%80%e0%ba%8a%e0%ba%b5%e0%ba%99-%e0%ba%9e%e0%ba%a3%e0%ba%b0%e0%ba%aa%e0%ba%bb%e0%ba%87%e0%ba%aa%e0%ba%b3%e0%ba%a1%e0%ba%b0%e0%bb%80%e0%ba%99%e0%ba%99/123/ Fri, 10 Jul 2020 04:06:00 +0000
ຖ້າຫາກທ່ານເປັນຄົນຫນື່ງ ທີ່ມີຄວາມຮູ້ ຄວາມຄິດ ແຕ່ບໍ່ກ້າສະແດງອອກ ຂາດທັກສະການເວົ້າ  ການຖ່າຍທອດຕໍ່ຫນ້າມະຫາຊົນ ຫລື ເວົ້າໃສ່ໄມໂຄຣໂຟນ ໂຄງການນີ້ອາດເຫມາະກັບທ່ານ.
ໂຄງງານ ວາທະສິນ ວາທະທຳ ເປັນໂປຣແກຮມເສີມທັກສະການເວົ້າ,ການສະແດງອອກ ທີ່ເຫມາະແກ່ພຣະສົງ ແລະ ຫນຸ່ມສາວ ລຸ້ນໃຫມ່ໄຟແຮງ ທີ່ຢາກຈະປັບຕົວເຂົ້າກັບຍຸກສະໄຫມ ກໍ່ຄືຍຸກທີ່ໂລກອ່ອນໄລນ໌ມີອິດທິພົນໃນຊີວິດເຮົາ ຫຣື ທ່ານໃດ່ທີ່ຢາກຈະສ້າງຕົວຕົນໃນໂລກອອນໄລນ໌ໃຫ້ເປັນທີ່ຮູ້ຈັກ ຜ່ານເທັກນິກວິທີການ ນຳສະເຫນີ ໂດຍການເວົ້າ ການສ້າງເນື້ອຫາທີ່ມີຜົນກະທົບທາງບວກກັບສັງຄົມ.
ໂຄງການນີ້ທ່ານຈະໄດ້ພົບກັບທ່ານ ຜູ້ຊົງຄຸນນະວຸດທີ່ແກ່ປະສົບການ ຕັ້ງແຕ່ພຣະຜູ້ໃຫຍ່ ລວມທັງ ຜູ້ມີຊື່ສຽງໃນໂລກອອນໄລນ໌ຂະນະນີ້.
ແຂກຜູ້ຊົງຄຸນນະວຸດ ແລະ ພິທີກອນ ຮ່ວມໂຄງການ ດັ່ງນີ້:
1.ຍາທ່ານ ມະຫາເຫວດ ມະເສໄນ ເປັນອົງເປີດປະຖົມນິເທດ ວາທະສິນ ວາທະທຳ (ຜູ້ເປີດໂຄງການ) 11/07/20
2.ພຣະອາຈານ ປອ.ພວງປະເສີດ ພູມມະວົງ ບັນຍາຍ ເລື່ອງ ການເຜີ່ຍແຜ່ແບບບູລະນາການ 12/07/20
3.ພຣະອາຈານ ປອ.ດຳລົງ ພິມມະຈັກ ບັນຍາຍ ເລື່ອງ ການພັດທະນາຕົນເອງໃຫ້ເປັນນັກປາດ 29/08/20
4.ພຣະອາຈານ ອະທິປະໄຕ ໄມຕີຈິດ ບັນຍາຍ ເລື່ອງ ການເຜີ່ຍແຜ່ໃນຫມູ່ໄວລຸ້ນ 01/08/20
5.ພຣະອາຈານ ບຸນທະວີ ປະສິດທິສັກ ບັນຍາຍ ເລື່ອງ ປະຕິພານ ໃນການ ບັນຍາຍທຳ 23/08/20
6.ພຣະອາຈານ ສີສຸກ ສະເຫຼີມຄຸນ ບັນຍາຍ ເລື່ອງ ທຳມະກັບໂລກອອນໄລນ໌ 25/07/20
7.ພຣະອາຈານ ປອ. ຫົງສາ ບໍລິບູນ ຮ່ວມກັບ ພຣະອາຈານ ປອ.ດາວສະເດັດ ເລີດມະນີ ແລະ ພຣະອາຈານ ປອ. ບຸນຈັນ ຈັນທະລິດ ບັນຍາຍ ເລື່ອງ ເສວະນາ ການເປັນໂຄສົກພິທີກອນ 16/08/20
8.ພຣະອາຈານ ໄຊຍະເດັດ ວົງໂຊພາ ບັນຍາຍ ເລື່ອງ ອຸດົມການເຜີຍແຜ່ຂອງພຣະພຸດທະເຈົ້າ  18/07/20
9.ພຣະອາຈານ ໄພວັນ ມາລາວັນ ບັນຍາຍ ເລື່ອງ ວາທະສິນ ໃນບົດ ວັນນະກຳ 15/08/20
10.ພຣະອາຈານ ກໍ ວິເສດ ບັນຍາຍ ເລື່ອງ ການໃຊ້ສຽງຖ່າຍທອດທຳມະ 02/08/20
11.ພຣະອາຈານ ບຸນມາ ຫອມສົມບັດ ບັນຍາຍ ເລື່ອງ ການສ້າງ ສາສະນະທາຍາດ 22/08/20
12.ອາຈານທອງດີ ພົມມະວົງສາ ບັນຍາຍ ເລື່ອງ ການກ້າສະແດງອອກ 26/07/20
13 ສັກໄຊ ແສງອາລຸນ ບັນຍາຍ ເລື່ອງ ປັດຍາຊີວິດ 01/08/20
14.DJ ກັນທີ ໂພທິສານ ບັນຍາຍ ເລື່ອງ ປະສົບການຈັດລາຍວິທະຍຸ
ພິທີກອນ ດຳເນີນ ການ ມະຫາສິງຫາ ໄຂ່ອຳພອນ ພຣະມະຫາດຳ ພົມມະສານ
ເຂົ່າຮ່ວມໂຄງການໄດ້ທີ່ ວັດອົງຕື້ ມະຫາວິຫານ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ ສະເພາະວັນເສົາ-ອາທິດ ເວລາ 13.30-16.30 ໂມງ. ເລີ່ມເປີດໂຄງການວັນທີ່ 11 ກໍລະກົດ 2020 ນີ້
]]>
ຕົ້ນໂພທີ່ນຳມາປູກຈາກພຸດທະຄະຍາ ປະເທດອິນເດຍ ອອກໃບດົກໜາ ສວຍງາມ ໜ້າອັດສະຈັນ https://dekwatlaos.com/travel-lo/%e0%ba%95%e0%ba%bb%e0%bb%89%e0%ba%99%e0%bb%82%e0%ba%9e%e0%ba%97%e0%ba%b5%e0%bb%88%e0%ba%99%e0%ba%b3%e0%ba%a1%e0%ba%b2%e0%ba%9b%e0%ba%b9%e0%ba%81%e0%ba%88%e0%ba%b2%e0%ba%81%e0%ba%9e%e0%ba%b8%e0%ba%94/46/ https://dekwatlaos.com/travel-lo/%e0%ba%95%e0%ba%bb%e0%bb%89%e0%ba%99%e0%bb%82%e0%ba%9e%e0%ba%97%e0%ba%b5%e0%bb%88%e0%ba%99%e0%ba%b3%e0%ba%a1%e0%ba%b2%e0%ba%9b%e0%ba%b9%e0%ba%81%e0%ba%88%e0%ba%b2%e0%ba%81%e0%ba%9e%e0%ba%b8%e0%ba%94/46/#comments Wed, 13 May 2020 09:29:00 +0000
ຕົ້ນພຣະສີມະຫາໂພ (ບາລີ: ໂພທິຣຸກຂະ) ເປັນຕົ້ນໂພທີ່ພຣະໂຄດົມພຸດທະເຈົ້າເຄີຍປະທັບນັ່ງ ແລະ ຕັດສະຮູ້ ອະນຸຕະຣະສັມມາສັມໂພທິຍານ ດັ່ງທີ່ປະກົດໃນຄັມພີທາງພຸດທະສາສະໜາວ່າ  ຕົ້ນໂພນັ້ນປຽບເຫມືອນກັບເຈດີຢ່າງຫນື່ງໃນພຸດທະສາສະໜາ ເຮັດໃຫ້ຕົ້ນໂພກາຍເປັນພັນໄມ້ທີ່ເປັນທີ່ເຄົາລົບນັບຖືຂອງຊາວພຸດສະເຫມີມານັບແຕ່ສະໄຫມພຸດທະການ ຕົ້ນໂພໃນພຸດທະປະຫວັດສອງຕົ້ນ ຄື  ຕົ້ນພຣະສີມະຫາໂພ ທີ່ ພຸດທະຄະຍາ ສະຖານທີ່ຕັດສະຮູ້ ແລະ ອະນັນທະໂພ ທີ່ ວັດເຊດຕະວັນມະຫາວິຫານ ເຊີ່ງຍັງຄົງຢືນຕົ້ນຢູ່ມາຈົນເຖີງປັດຈຸບັນ.ຄຳວ່າຕົ້ນສີມະຫາໂພນັ້ນ ອາດຈະໝາຍເຖີງຕົ້ນທີ່ຢູ່ພຸດທະຄະຍາ,ຕົ້ນໂພທີ່ສືບມາຈາກເບັຍ (ຫນໍ)ຕັດສະຮູ້ທີ່ພຸດທະຄະຍາ ຫຼື ອາດຈະເປັນຕົ້ນໂພທີ່ເຮົາເຫັນຕາມວັດຕ່າງໆກໍ່ໄດ້.

ໃນປະເທດລາວ ມີຕົ້ນສີມະຫາໂພ ຕາມວັດຕ່າງໆເກືອບຈະທຸກວັດ ແຕ່ມີບໍ່ເທົ່າໄດ່ວັດທີ່ເຮົາຈະຮູ້ແທ້ວ່າ ຕົ້ນສີມະຫາໂພນັ້ນມີທີ່ມາທີໄປແນວໃດ່.ແຕ່ແນ່ນອນວ່າ ການເກີດຂື້ນຂອງຕົ້ນໂພໃນປະເທດລາວຕາມວັດຕ່າງໆ ຈະຕ້ອງມີຄົນນຳເບັຍຈາກພຸດທະຄະຍາ ຫຼື ລັງກາ ມາປູກໄວ້ໃນຍຸກທີ່ພຣະພຸດທະສາສະນາເລີ່ມເຂົ້າມາໃນລາວຢ່າງແນ່ນອນ.

ໃນປະເທດລາວ ຕົ້ນໂພ ເປັນທີ່ເຄົາລົບບູຊາ ແລະ ຖືເປັນຕົ້ນໄມ້ສັກສິດ ຂະນາດຖ້າຈຳເປັນຕ້ອງຕັດຕົ້ນໂພ ກໍ່ວ່າເປັນບາບ. ດັ່ງນັ້ນ ໃນບາງພື້ນທີ່ ເມື່ອ ຍາມຈຳເປັນທີ່ຈະຕ້ອງຕັດຕົ້ນໂພ ຈື່ງຕ້ອງ ແຕ່ງຂັນ 5 ຫຣື ຈູດທູບທຽນ ໄຫວ້ພຣະ ລະນຶກເຖີງພຣະຣັດຕະນະໄຕຣ  ຄາລະວະ ແລະ ບອກເຫດຜົນທີ່ເຮົາຈະຕ້ອງຕັດຕົ້ນໂພກ່ອນ.ອີກຢ່າງຫນື່ງ ເພາະຊາວພຸດເຊື່ອວ່າ ຕົ້ນໄມ້ໃຫຍ່ ມີເທວະດາອາໃສ່ຢູ່. ແຕ່ຖ້າເປັນຕົ້ນໂພນ້ອຍ ທີ່ເກີດຕາມບ້ານເຮືອນ ທີ່ຍັງບໍ່ໄດ້ເຮັດພິທີກັມອຸປະໂລກຂື້ນວ່າເປັນຂອງຜູ້ໃດ່ ເຮົາກໍ່ສາມາດຖອນຖີ້ມໄດ້ ຫຼື ນຳໄປປູກໄວ້ຕາມສະຖານທີ່ ທີ່ເຫມາະສົມ.

ນອກຈາກນີ້ ຕົ້ນໂພ ສຳຫລັບຊາວລ້ານນາ ໃນອະດີດ ຫລື ໄຕລື້ ຕາມພາກເຫນືອຂອງປະເທດລາວໃນປັດຈຸບັນ  ກໍ່ຍັງຖືວ່າຕົ້ນໂພເປັນຕົ້ນໄມ້ສັກສິດສາມາດຊ່ວຍກຳຈັດປັດເປົ່າຄວາມທຸກໄດ້ ຈື່ງມີປະເພນີຄ້ຳໂພ ແລະ ເຄື່ອງປະກອບພິທີກຳຕ່າງໆ ເຊີ່ງຜູກຄະຕິເລື່ອງຄວາມເຊື່ອສິ່ງສັກສິດ ເຊີ່ງບໍ່ແມ່ນຄວາມໝາຍເດີມຂອງການບູຊາຕົ້ນສີມະຫາໂພໃນພຸດທະສາສະໜາ. 

ເມື່ອວັນທີ່ 6 ພຶດສະພາ ພ.ສ 2563 ກົງກັບວັນວິສາຂະບູຊາ. ຜູ້ຂຽນ ໄດ້ຮ່ວມເດີນທາງໄປກາບສັກກາລະ ຕົ້ນສີມະຫາໂພ ທີ່ວັດນາກາງ ເມືອງທຸລະຄົມ ແຂວງວຽງຈັນ ເຊີ່ງເປັນຕົ້ນໂພທີ່ ອະດີດຍາທ່ານໃຫຍ່ ຄຳຕັນ ວໍຣະຣາຊ ໄດ້ນຳເບັຍ ຈາກພຸດທະຄະຍາ ປະເທດອິນເດຍ ມາປູກໄວ້ ເມື່ອປີ ຄ.ສ 1976. ທຸກໆປີ ເມື່ອເຖີງເດືອນ 6 ເພັງ ອະດີດ ຍາທ່ານໃຫຍ່ ຄຳຕັນ ວໍຣະຣາຊ  ໄດ້ນຳສິດສານຸສິດ ມາຂາບໄຫວ້ສັກກາຣະທຸກປີ ເພື່ອເປັນການນ້ອມລະນຶກເຖີງພຣະຜູ້ມີພຣະພາກອະຣະຫັນຕະສັມມາສັມພຸດທະເຈົ້າ.

ຕາມການບອກເລົ່າ ຂອງ ພຣະ ອາຈານ ພັນທອງ ໂພມີໄຊ ຫນື່ງໃນລູກສິດຂອງອະດີດຍາທ່ານໃຫຍ່ຄຳຕັນ ວໍຣະຣາຊ ປະຈຸບັນ ເປັນເຈົ້າ ອະທິການວັດ ຈັນທະປ່າລານ (ດົງປ່າລານ)  ບອກວ່າ ໃນໄລຍະຫນື່ງຕົ້ນໂພໄດ້ຕາຍໄປ ແຕ່ດ້ວຍຄວາມອັດສະຈັນຂອງຕົ້ນໂພ ມັນຈື່ງເກີດຂື້ນມາໃຫມ່ ແຕກກິ່ງກ້ານສາຂາ ອອກເປັນຫ້າຫນໍ ມີໃບດົກຫນາສວຍງາມ ໜ້າອັດສະຈັນ.

ຮັບຊົມວີດີໂອ ພຣະອາຈານ ພັນທອງ ບອກເລົ່າ
ຄວາມເປັນມາ ແລະ ຄວາມສຳຄັນຂອງຕົ້ນສີມະຫາໂພ
 

ທຸກໆປີ ສິດສານຸສິດ ອະດີດ ຍາທ່ານໃຫຍ່ ຄຳຕັນ  ວໍຣະຣາຊ ນຳໂດຍພຣະອາຈານ ພັນທອງ ໂພມີໄຊ ຈະນຳພາໄປກາບສັກກາລະ ຕົ້ນສີມະຫາໂພແຫ່ງນີ້ ເປັນປະຈຳທຸກປີ ໃນ ວັນວິສາຂະບູຊາ ເດືອນ 6 ເພັງ ທ່ານສາມາດຮ່ວມເດີນທາງໄປນຳຄະນະສົງວັດຈັນທະປາລານໄດ້ ໃນວັນວິສາຂະບູຊາຂອງທຸກໆປີ ເລີ່ມອອກເດີນທາງ 8 ໂມງເຊົ້າຈາກນະຄອນວຽງຈັນ.

Reference:
https://th.wikipedia.org/wiki/ต้นพระศรีมหาโพธิ์

]]>
https://dekwatlaos.com/travel-lo/%e0%ba%95%e0%ba%bb%e0%bb%89%e0%ba%99%e0%bb%82%e0%ba%9e%e0%ba%97%e0%ba%b5%e0%bb%88%e0%ba%99%e0%ba%b3%e0%ba%a1%e0%ba%b2%e0%ba%9b%e0%ba%b9%e0%ba%81%e0%ba%88%e0%ba%b2%e0%ba%81%e0%ba%9e%e0%ba%b8%e0%ba%94/46/feed/ 1