ປະຫວັດພຣະມະຫາເຖຣະລາວ – ເດັກວັດລາວ https://dekwatlaos.com ພວກເຮົາຢາກແບ່ງປັນສາລະທັມ,ປະສົບການຮຽນຮູ້ສັງຄົມ ແລະ ເຕັກໂນໂລຊີແຫ່ງຍຸກສະໄຫມ Sun, 22 Aug 2021 16:58:21 +0000 en-US hourly 1 https://wordpress.org/?v=6.9.4 https://dekwatlaos.com/wp-content/uploads/2021/11/cropped-Untitled-1-32x32.png ປະຫວັດພຣະມະຫາເຖຣະລາວ – ເດັກວັດລາວ https://dekwatlaos.com 32 32 ປະຫວັດຫຍໍ້ ຊາດພູມ ພຣະຄຣູອະນາວິໂຣ ( ບຸນທອງ ວິປຣະໄຊຍ໌, ຊາໂງນ ) https://dekwatlaos.com/buddhology/%e0%ba%9b%e0%ba%b0%e0%ba%ab%e0%ba%a7%e0%ba%b1%e0%ba%94%e0%ba%ab%e0%ba%8d%e0%bb%8d%e0%bb%89-%e0%ba%8a%e0%ba%b2%e0%ba%94%e0%ba%9e%e0%ba%b9%e0%ba%a1-%e0%ba%9e%e0%ba%a3%e0%ba%b0%e0%ba%84%e0%ba%a3%e0%ba%b9/113/ Sat, 29 Aug 2020 14:00:00 +0000 ປະຖົມພູມ

ທ່ານ ເກີດເມື່ອວັນອາທິດ ທີ 14 ກຸມພາ ປີ ຄ.ສ 1940 ທີ່ ບ້ານດອນຊ້າງໄພໂພນກ່າມ, ຕາແສງ ບ້ານ ຫ້ວຍ, ເມືອງ ໂຂງ ແຂວງສີພັນດອນ ( ຈໍາປາສັກ ) ບັນພະຊາເປັນສາມະເນນ ປີ ຄ.ສ 1957 ທີ່ວັດ ຊ້າງແກ້ວກໍາແພງເພັດ ບ້ານດອນຊ້າງໄພໂພນກ່າມ ເມືອງໂຂງແຂວງຈໍາປາສັກ ຈົບການສຶກສາສໍານັກທັມ ຊັ້ນເອກ, ປະໂຫຍກ 3 ແລະ ອະພິທັມ ຊັ້ນຕົ້ນ, ດ້ານການປະຕິບັດ ໄດ້ປະຕິບັດກໍາມະຖານໂດຍກົງຈາກພຣະອາຈານໃຫ່ຍ ຊາຄໍາແດງ ຍານະວຸດໂທ. ທ່ານຄືພຣະຜູ້ປ່ຽມລົ້ນດ້ວຍ ພົມວິຫານທັມ ແລະ ສົງຄຸນອັນປະເສີດ, ຕະຫຼອດຊີວິດຂອງທ່ານໄດ້ທຸ້ມເທແຮງກາຍ, ແຮງໃຈ ຄວາມຄິດ, ສະຕິປັນຍາ, ເມື່ອພຣະພຸດທະ ສາສະຫນາຢ່າງບໍ່ເຫັນແກ່ຄວາມອິດເຫມືອຍ, ຕັ້ງແຕ່ອາດີດຈົນເທິງວາລະສຸດທ້າຍຂອງຊີວິດທ່ານມີສາສະຫນາກິດຢ່າງຫຼວງຫຼາຍເຊັ່ນ:

ດ້ານການ ປົກຄອງ

ທ່ານໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແຫນ່ງ ເປັນເຈົ້າອະທິການ, ເປັນປະທານ ອ.ພ.ສ ເມືອງ ເປັນຮອງປະທານ ອ.ພ,ສ ແຂວງຈໍາປາສັກ ແລະ ກໍາມະການອົງການພຸດທະສາສະຫນາສໍາພັນລາວ, ທ່ານປົກຄອງຄະນະສົງຈົນພຣະພິກຂຸສາມະເນນມີລະບຽບວິໄນເປັນທີ່ຕັ້ງແຫ່ງຄວາມ ເຫຼື້ອມໃສສັດທາ,

ດ້ານວຽກງານການສຶກສາ

ທ່ານໄດ້ສົ່ງເສີມລູກຫຼານທີ່ດ້ອຍໂອກາດທາງການສຶກສາໃຫ້ໄດ້ເຂົ້າມາບວດເພື່ອສຶກສາຕໍ່ທາງທັມ ຈົບການສຶກສາໃນລະດັບນັກທັມປາລີເປັນ ມະຫາ ແລະ ອະພິທັມ ກໍຫຼາຍອົງ, ສວນການສຶກສາທາງຝ່າຍໂລກກໍຈົບການສຶກສາ ໃນລະດັບປະຣິນ ຍາຕີ, ປະຣິນຍາໂທ ປະຣິນຍາເອກກໍ່ຫຼາຍອົງສິກອອກມາເຮັດວຽກງານທາງຝ່າຍບ້ານ ເມືອງ ເຊັ່ນ: ເປັນທະຫານ ຕໍາຫຼວດ ພະນັກງານລັດຖະ ກອນ ນັກທຸລະກິດ ໄດ້ດິບໄດ້ດີ ກໍຫຼາຍຄົນກະຈາຍທົ່ວໄປໃນປະເທດ ເປັນການຊ່ວຍສ້າງພັດທະນາບ້ານເມືອງໃຫ້ມີຄວາມຈະເລີນຮຸ່ງເຮືອງ, ຜູ້ທີ່ ຍັງບວດກໍ່ເປັນເຈົ້າອະທິການວັດດ ເປັນຄະນະ ອ.ພ.ສ ເມືອງ ຄະນະ ອ.ພ.ສ ແຂວງ ຄະນະ ອ.ພ.ສ ສູນກາງ ກະຈາຍຢູ່ທົ່ວໄປທັງພາຍໃນ ແລະ ຕ່າງປະເທດກໍຫຼວງຫຼາຍ, 

ດ້ານການຈັດການເຜີຍແຜ່

ທ່ານເທດສະຫນາອົບຮົມສັ່ງສອນ ພຣະພິກຂຸ ສາມະເນນ ອຸປາສົກ ອຸປາສິກາ ຢູ່ເລື້ອຍໆ ແລະ ໄດ້ຮັບອາຣາດທະນາໃຫ້ເປັນຜູ້ສະແດງພຣະທັມມະເທດສະຫນາ ໃນພິທີຕ່າງໆ ຫຼວງຫຼາຍ, ນອກຈາກນີ້ທ່ານຍັງໃຫ້ຄວາມສໍາຄັນກັບການອົບຮົມ ເຍົາວະຊົນ, ຜູ້ເປັນອະນາຄົດຂອງຊາດໃຫ້ເປັນຄົນດີທີສົມບູນ,ທັງຄວາມຮູ້ວິທີການເທັກໂນໂລຊີຕ່າງໆ ແລະ ຄຸນນະທໍາອັນຈະເປັນຫົວໃຈຫຼັກໃນ ການດໍາເນີນຊີວິດເພື່ອໃຫ້ເຂົາເຫຼົ່ານັ້ນເປັນກໍາລັງສໍາຄັນໃນການພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງໃນທຸກໆດ້ານ

ດ້ານການຈັດການສາທາຣະນູປະການ

ທ່ານໄດ້ເປັນປະທານນໍາພາກໍ່ສ້າງວັດຫຼວງຫຼາຍ ທ່ານລົງມືສ້າງຢູ່ບ່ອນໃດກໍປະສົບຜົນສໍາເລັດຢູ່ບ່ອນນັ້ນ ທ່ນເປັນພຣະຜູ້ເວົ້າແລ້ວ ເຮັດຄືເວົ້າແຕ່ຄວາມຈິງ ແລະ ເຮັດແຕ່ຄວາມຈິງສະເຫມີເປັນຜູ້ມີສັດຈະທໍາປະຈໍາໃຈ, ນອກຈາກນັ້ນ ທ່ານໄດ້ຊ່ວຍເຫຼືອພຣະສົງ ສາມະເນນ ແລະ ສັງຄົມຫຼວງຫຼາຍຈົນນັບບໍ່ຖ້ວນພຣະຄຣູ ອະນາວິໂຣ ( ບຸນທອງ ວິປຣະໄຊຍ, ຊາໂງນ ) ຫຼື ອາຈານພໍ່ຂອງບັນດາສິດສານຸສິດທັງຫຼາຍວ່າ ດ້ວຍນ້ໍາໃຈ ແລະ ອັດຖາຍາໄສອັນແທ້ຈິງ ແລ້ວ ພຣະອາຈານເປັນພຣະຜູ້ທີ່ມີເມດຕາທັມອັນສູງສົ່ງ, ມີຄວາມຮັກ ມີຄວາມຫ່ວງໃຍ ໃນເຫຼົ່າສິດສານຸສິດທຸກໆ ຖ້ວນຫນ້າ, ທັງພຣະພິກຂຸສາມະເນນ ແລະ ສິດຄາຣະວາດທີ່ໄດ້ເພິ່ງພາອາໄສປາຣະມີຂອງທ່ານ, ທ່ານເປັນພຣະສົງແທ້ທີ່ບໍ່ຮັກບັງຊັງບ່ຽງ ບໍ່ເລືອກຊັ້ນວັນນະທີ່ຈະປະຕິບັດ, ຂໍພຽງແຕ່ນິມົນແລະຕັ້ງໃຈທ່ານກໍເມດຕາໃຫ້ກັບເຮົາແລ້ວ. ສິດສານຸສິດເຫັນແລ້ວວ່າ ພຣະອາຈານໃຫຍ່ທ່ານມີ ເມດຕາທັມ ມີຄວາມຮັກແພງຫ່ວງໃຍ ໃນສິດຂອງຕົນສະເຫມີຕົ້ນສະເຫມີປາຍໃນການປົກຄອງຂອງທ່ານພຣະອາຈານໃຫຍ່ຈະໃຊ້ຢູ່ 2 ວິທີການ ໃຫຍ່ໆຄື:

1. ຖ້າບອກສອນບໍ່ເຊື່ອຟັງຕ້ອງປາບປາມ ເພື່ອໃຫ້ກັບຈິດກັບໃຈເປັນຄົນດີກັມາ

2. ຖ້າບອກສອນເຊື້ອຟັງປະຕິບັດຕາມກໍຍົກຍ້ອງ ສັນລະເສີນ ( ພາສາພຣະເອີ້ນວ່າ ໃຊ້ພຣະເດດ ແລະ ຟູຣະຄຸນ ຄື: ໃຫ້ຄຸນ ແລະ ໃຫ້ໂທດໄດ້ )

ທັງສອງຂໍ້ນີ້ ທ່ານຈະນໍາໃຊ້ຄວບຄູ່ກັນໄປຖ້າສິດ ຄົນໃດຢູ່ໃຕ້ການປົກຄອງຜູ້ທີ່ເປັນລູກໃນທັມ ( ລູກເຜິ້ງ ລູກທຽນ ) ມີຄວາມດື້ດ້ານບໍ່ເຊື່ອຟັງວ່າຍາກສອນຍາກ ຫຼື ຂັດຕໍ່ຄໍາສັງສອນບໍ່ເຄົາລົບກົດ ລະບຽບວິໄນ ແລະ ກົດຫມາຍບ້ານ ເມືອງ, ຫຼີ້ນການພະນັນ, ຕິດອະບາຍຍະມຸກຕ່າງໆ ທ່ານຈະເອົາບົດຄະຣາວາດສະທັມມາເທດສອນຖ້າສອນ ແລ້ວບໍ່ປະຕິບັດຕາມທ່ານ ທ່ານພຣະອາຈານກໍຈະໃຊ້ວິທີການປາບປາມເພື່ອໃຫ້ຄົນນັ້ນມີຄວາມສໍານຶກໄດ້ພຣະເນນ ຫຼື ຄາຣາວາດ ຜູ້ໃດຢູ່ ໃຕ້ການປົກຄອງປະພຶດປະຕິບັດຖືກຕ້ອງຮູ້ ແລະ ເຂົ້າໃຈໃນຫນ້າທີ່ ທີ່ທ່ານໄດ້ມອບຫມາຍໃຫ້ແລ້ວປະຕິບັດຫນ້າທີ່ນັ້ນ ໃຫ້ສໍາເລັດລຸລ່ວງຮຽບຮ້ອຍ ດ້ວຍດີທ່ານພຣະອາຈານກໍຍົກຍ້ອງສັນລະເສີນ ແລະ ເມດຕາສົງເຄາະ ອະນຸເຄາະດ້ວຍດີ.

ທ່ານ ເປັນພຣະມະຫາເຖຣະອົງຫນຶ່ງຂອງປະເທດລາວທີ່ມີຄວາມຮູ້ແຕກສານໃນພຣະທັມວິໄນຂອງພຣະສັມມາສັມພຸດທະເຈົ້າ, ມີຄວາມສາມາດກ້າຫານ ເສຍສະຫຼະທ່ານໄດ້ອຸທິດຊີວິດເຫື່ອແຮງ ສະຕິປັນຍາ ແລະ ຈິດວິນຍານອັນບໍຣິສຸດຂອງເພີ່ນສ້າງຜົນງານໃນທຸກໆດ້ານ ນ້ອມຖວາຍເປັນພຸດທະ ບູຊາ, ທັມມະບູຊາ ແລະ ສັງຄະບູຊາ, ດ້ວຍພະລັງສັດທາອັນສູງສົ່ງ ເພື່ອສຶບທອດສົ່ງເສີມ ແລະ ພັດທະນາພຸດທະສາສະຫນາ ຕາມຫຼັກພຣະທັມ ວິໄນຢ່າງເຄັ່ງຄັດ ແລະ ມີຫົວຄິດປະດິດສ້າງ ໂດຍປັບປ່ຽນໃຫ້ເປັນໄປຕາມກາລະແລະໂອກາດແລະເງື່ອນໄຂພາວະວິໄສຂອງໂລກແຫ່ງຍຸກໃຫ່ມ ທ່ານເປັນພຣະມະຫາເຖຣະທີ່ຫນ້າຍົກຍ້ອງສັນລະເສີນ ທ່ານເປັນພຣະນັກປະຕິບັດທັມ ແລະ ນັກພັດທະນາທີ່ມີຄວາມຄິດແລະສ້າງສັນພັດທະນາ .. ວັດຖຸ ແລະ ພັດທະນາຈິດໃຈເອື້ອເຟື້ອເພື່ອແຜ່ມີເມດຕາທັມມີຄວາມປາດຖະນາໃຫ້ຜູ້ອື່ນເປັນສຸກທ່ານເປັນຜູ້ທີ່ມີບຸນຍາທິການສູງສົ່ງເປັນທີ່ເພິ່ງ ທາງດ້ານຈິດໃຈຂອງສາທຸຊົນ ແລະ ເປັນຮົມເຮືອນອັນເຢືອກເຢັນໃຫ້ແກ່ລູກຫຼານຕະຫຼອດມາ,

ຊ່ວງວາລະສຸດທ້າຍ

ທ່ານໄດ້ລະສັງຂານ ໃນວັນທີ 15/10/2012 ກົງກັບວັນດັບ 15 ຄ່ໍາ ເດືອນ 10 ພສ 2555 ປີມະໂລງ ເວລາ 6:00 ຕອນເຊົ້າ ລວມອາຍຸໄດ້ 72 ປີ 52 ພັນສາ

 

ຄັດຈາກ ຫນັງສື ອາໄລຫາ… ຈາຣຶກຄຸນ ຂຽນໂດຍ: ພຣະມະຫາດຣ. ບຸນທະວີ ວິໄລຈັກຣ

 

ຂອບໃຈ ຂໍ້ມູນຈາກເວັບໄຊຕ໌

http://phousalao.epizy.com/

http://www.pvs999.com/newscontent/%E0%BA%9E%E0%BA%A3%E0%BA%B0%E0%BA%84%E0%BA%A3%E0%BA%B9%20%E0%BA%AD%E0%BA%B0%E0%BA%99%E0%BA%B2%E0%BA%A7%E0%BA%B4%E0%BB%82%E0%BA%A3%20%E0%BA%9A%E0%BA%B8%E0%BA%99%E0%BA%97%E0%BA%AD%E0%BA%87%20%E0%BA%A7%E0%BA%B4%E0%BA%9B%E0%BA%B0%E0%BB%84%E0%BA%8A%20(%E0%BA%8A%E0%BA%B2%E0%BB%82%E0%BA%87%E0%BB%88%E0%BA%99)

]]>
ໍຊີວະປະຫວັດ ແລະ ວຽກງານພຣະອາຈານໃຫຍ່ ຊາລີ ກັນຕະສີໂລ https://dekwatlaos.com/buddhology/%e0%bb%8d%e0%ba%8a%e0%ba%b5%e0%ba%a7%e0%ba%b0%e0%ba%9b%e0%ba%b0%e0%ba%ab%e0%ba%a7%e0%ba%b1%e0%ba%94-%e0%bb%81%e0%ba%a5%e0%ba%b0-%e0%ba%a7%e0%ba%bd%e0%ba%81%e0%ba%87%e0%ba%b2%e0%ba%99%e0%ba%9e%e0%ba%a3/114/ Tue, 25 Aug 2020 12:26:00 +0000 ຍາທ່ານ ຊາລີ ກັນຕະຊີໂລ ມີຊື່ເດີມວ່າ  “ຊາລີ” ນາມສະກຸນ “ສີຫຼ້າ” ເກີດ 17 ມີນາ ພ.ສ 2475 (1933) ທີ່ບ້ານສິງ ຕາແສງສິງ ເທດສະບານ ແຂວງຍະໂສທອນ ບັນພະບຸລຸດເປັນເຊື້ອສາຍວຽງຈັນ ພໍ່ຊື່ “ຍົງ” ແມ່ຊື່ “ຕາ” ນາມສະກຸນ “ສີຫຼ້າ” ອ້າຍເອື້ອຍນ້ອງ ຮ່ວມກັນ 4 ຄົນ ແລະນ້ອງຕ່າງແມ່ອີກ 4

ພ.ສ 2483 (1940) – ເຂົ້າຮຽນຊັ້ນປະຖົມທີ່ໂຮງຮຽນບ້ານສິງ

ພ.ສ 2496 (1953) – ອາຍຸ 20 ບໍຣິບູນ ອຸປະສົມບົດເປັນພຣະພິກຂຸສົງ ທີ່ພັດທະສີມາ ວັດທາດ ບ້ານສິງ ຊື່ພຣະ ຊາລີ ສາຍາ “ກັນຕະສີໂລ” ມີພຣະຄຣູສຸວັນ ສິງຫະເຂດ ເປັນອຸປັດຊາ ພຣະອາຈານເສົາ ຊະນະປຸນໂຍ ເປັນກັມມະວາຈາກັ້ມຂວາ ພຣະອາຈານສັງວອນ ຖາວະໂຣ ກັມມະວາຈາກັ້ມຊ້າຍ ຈຳພັນສາທຳອິດທີ່ບ້ານເກີດ ວັດຈຳປານາຄໍາ

ພ.ສ 2497 (1954) – ເດີນທາງສູ່ແຂວງ ຫນອງຄາຍ ກັບພຣະມະຫາເແສນ ຊູຣັດ ຈຳພັນສາທີ່ວັດໂພໄຊ

ພ.ສ 2498 (1955) – ເດືອນມັງກອນ ຫຼັງຈາກເສັງໄດ້ນນັກທັມຕີ ພຣະມະຫາແສນ ພາໄປຝາກຮຽນວິປັສສນາກັມມະຖານ ກັບພຣະອາຈານມະຫາປານ ອານັນໂທ ເພີ່ນໄດ້ ພາເຂົ້າມາລາວ ເຂົ້າຝຶກອົບຮົມວິປັສສນາ ຄັ້ງທຳອິດທີ່ ວັດສ້າງເຫວີຍ 3 ມື້ ຕໍ່ມາວັດພຸດທະວົງສາປ່າຫຼວງ (ວັດໂສກປ່າຫຼວງ) 5 ມື້ ວັດໂພນໂຮງ 5 ມື້ ຈາກນັ້ນໄດ້ຂໍກັມມະຖານ ເຂົ້າຫ້ອງປະຕິບັດຈາກອາຈານມະຫາປານ ຈົນຮອດໄລຍະເຂົ້າພັນສາ ໄດ້ຍ້າຍມາທີ່ ວັດຊຽງແວ່ ຮຽນອະພິທັມເບື້ອງຕົ້ນ

ພ.ສ 2499 (1956) – ເຂົ້າຈຳພັນສາທີ່ວັດໂສກປ່າຫຼວງ ເລີ່ມຕົ້ນຊ່ວຍງານພຣະອາຈາຣຍ໌ມະຫາປານ ໃນການເຝິກອົບຮົມຜູ້ມາປະຕິບັດວິປັສສນາກັມມະຖານ

ພ.ສ 2500 (1957)- ເດີນທາງໄປຮຽນອະພິທັມປິດົກ ທີ່ວັດຣະຄັງໂຄສິຕາຣາມ ກຸງເທບ 6 ເດືອນ

ພ.ສ 2501 (1958) – ກັບມາເລີ່ມຕົ້ນຊ່ວຍວຽກສອນອະພິທັມ ໃນລະດັບຈຸລະຕຣີ ແລະ ສອບໄດ້ນັກທັມໂທ

ພ.ສ 2501-2508 (1958-1965) – ທ້າຍປີ ໄດ້ກັບມາຮຽນຕໍ່ອະພິທັມທີ່ ວັດຣະຄັງໂຄສິຕາຣາມ ຈົນຈົບ ມະຫາອະພິທັມເອກ ໂດຍມີ ພຣະອາຈານໂຊຕິກະ (ສັທທັມມະກະ ທັມມາຈະຮິຍະ) ຈາກສົມເດັດພຸດທະໂຄສາຈານ (ຍາໂນທະ ໂຍ) ວັດສະເກດ ໄລຍ ນັ້ນຍັງສອບເສັງໄດ້ນັກທັມເອກ

ພ.ສ 2509-2511(1996-1968)- ເດີນທາງກັບວັດປ່າໂສກປ່າຫຼວງ ພຣະອາຈານຍ໌ມະຫາປານ ໄດ້ມອບຫມາຍໃຫ້ສອນອະພິທັມ ແລະວິປັສສນາກັມມະຖານ ໂດຍ ສ້າງໂຮງຮຽນພຣະອະພິທັມ 3 ຊັ້ນຂຶ້ນ ແລະ ຂະຫຍາຍວຽກງານເຜີຍແຜ່ອອກໄປຍັງຕ່າງແຂວງຢ່າງກວ້າງຂວງ.

ພ.ສ 2511 (1968) – ພຣະອາຈາຣຍ໌ມະຫາປານ ອານັນໂທ ມໍຣະນະພາບລົງໄດ້ສືບທອດງານເຜີຍແຜ່ວິປັສສນາກັມມະຖານ ແລະ ການສອນອະພິທັມ ທີ່ວັດໂສກປ່າຫຼວງ ໃນຂະນະທີ່ລູກສິດລູກຫາທ່ານອື່ນທີ່ເຄີຍເປັນຫຼັກເລີ່ມທົດຖອຍຫາຍໄປ.

ພ.ສ 2516 (1973) – ຈັດຕັງລັດຖະບານປະສົມຂອງລາວ ເຮັດໃຫ້ ການສອນວິປັສສນາກັມມະຖານ ແລະ ອະພິທັມຕ້ອງຢຸດຊົ່ວຄາວ ແຕ່ຍັງມີການສອນສີລະທັມສັມພັນກັບການເມືອງ ແລະ ປັບການຮຽນປະຣິຍັດຕິທັມສົງມາເປັນສາຍສາມັນ ຄື ເອົາວິຊາຂອງສາມັນ ຂອງກະຊວງສຶກສາມາຮຽນໂດຍກົງ.

ພ.ສ 2517 (1974) – ຈັດງານຊາປະນະກິດສົບ ພຣະອາຈາຣຍ໌ມະຫາປານ ແລະ ໄດ້ຮັບຄັດເລືອກເປັນເຈົ້າອະທິການວັດພຸທວົງສາປ່າຫຼວງ ສືບຕໍ່ຈາກພຣະອາຈາຣຍ໌ ມະຫາປານ ອານັນໂທ.

ພ.ສ 2519 (1976) – ໄດ້ເຂົ້າຮ່ວມຮຽນແນວຄິດທິດສະດີສັງຄົມນິຍົມຮ່ວມກັບ ທາງຄະນະສົງ ແລະແນວລາວ ໂດຍມີທ່ານພູມີວົງວິຈິດ ຕາໍແຫນ່ງລັດຖະມົນຕີກະຊວງສຶກສາ ເປັນຜູ້ນຳໃນການຄົ້ນຄວ້າໃຊ້ເວລາຢູ່ 3 ເດືອນ ໄດ້ຮັບການແຕ່ງຕັ້ງເປັນຮອງເຈົ້າຄະນະຕາແສງທາດຂາວ

ພ.ສ 2519-2520 (1976-1977) – ເດີນທາງໄປຢາມພໍ່ລຸງທີ່ບ້ານເກີດ ຍະໂສທອນ (ພຣະອາຈາຣຍ໌ເສົາ ຊະນະປຸນໂຍ ອ້າຍຂອງແມ່) ຈົນພໍ່ລຸງມໍຣະນພາບ ໄດ້ຢູ່ຊ່ວຍ ຈັດງານສົບ ເຊິ່ງໄລຍະນັ້ນຖືກທາງການໄທສອບສວນ ແລະຕິດຕາມໃນຖານະ “ພຣະຄອມມິວນິດ”

ພ.ສ 2521 (1978) – ໄດ້ຮ່ວມປະຊຸມ ທີ່ໂຊວຽດ ອົງການ ABCP ຫຼືອົງການພຸດທະສາສະຫນາສັມພັນອາຊີເພື່ອສັນຕິພາບ ເປັນການຮວມຕົວຂອງອົງການທາງສາສະຫນາຂອງທາງຝ່າຍ ສັງຄົມນິຍົມ

ພ.ສ 2525 (1982)- 10 ປີ ຫຼັງງົດການສອນທັມມະວິໄນ ອະພິທັມ ແລະ ປະຕິບັດກັມມະຖານ ທ່ານພູມີວົງວິຈິດ ໄດ້ປຶກສາຫາລືກັບທາງຄະນະສົງ ແລະອະນຸມັດທາງວາວາ ໃຫ້ຟື້ນຟູການສອນພຣະທັມວິໄນ ແລະວິປັສສນາກັມມະຖານ ໂດຍໄດ້ເລີ່ມກັບເຂົ້າໄປສອນໃນໂຮງຮຽນປະຣິຍັດຕິສາມັນ

ພ.ສ 2552 (1989) – ຮວບຮວມຄະນະ ແລະ ເລີ່ມຟື້ນຄືນວຽກງານອົບຮົມວິປັສສນາອີກຄັ້ງ ໂດຍຂັດຂື້ນທີ່ວັດສວນວັດທະນະ 7 ມື້  ຕາມດ້ວຍວັດສ້າງເຫວີຍ 5 ມື້ ແລະ ປີດຽວກັນນັ້ນ ໄດ້ຟື້ນຟູວິປັສສນາພູມ ທີ່ວັດໂສກປ່າຫຼວງ ເຊີນວິປັສສນາຈານທັງສົງ ແລະ ຄະຣາວາດ ມາເຂົ້າຮ່ວມເຝິກ 20 ມື້

ພ.ສ 2537-2538 (1994-1995) – ຈັດອົບຮົມທັມມະ 7 ເດືອນ ທີ່ວັດໂສກປ່າຫຼວງ ເລີ່ມຈາກເຂົ້າພັນສາ ຮຽນທິດສະດີ ພຣະສູດ, ພຣະວິໄນ, ແລະ ພຣະອະພິທັມ ພຸດທະປະຫວັດ, ສາສະຫນາພາມ ອິດສະລາມ ແລະ ວິຊາພັດທະນາບ້ານເມືອງ

ພ.ສ 2538 (1995) – ເລີ່ມຕົ້ນງານພຸດທະສາສະຫນາ ຊ່ວຍເຫຼືອສັງຄົມ ເນື່ອງຈາ ເລີ່ມເກີດບັນຫາທາງສັງຄົມ ເຊັ່ນບັນຫາໂຣກເອດສ໌ ບັນຫາຢາເສບຕິດ

ພ.ສ 2543 (2000) – ຍ້າຍຈາກວັດໂສກປ່າຫຼວງ ໄປປະຈໍາຢູ່ທີ່ວັດປ່ານາຄູນນ້ອຍ ມຸ່ງຫວັງໃຫ້ເປັນສູນວິປັສນາກັມມະຖານ ແລະ ຮຽນອະພິທັມໃຫ້ຜູ້ສົນໃຈມາສຶກສາປະຕິບັດໄດ້ຕໍ່ເນື່ອງ

ພ.ສ 2544 (2001) – ຂະຫຍາຍວຽກງານພຸດທະສາສະຫນາເພື່ອສັງຄົມ ໃຫ້ມີການ ລົງສອນສີລະທັມໃນໂຮງຮຽນ ຮຽກວ່າທັມມະສັນຈອນ ເປັນການເຮັດວຽກແກ້ໄຂບັນຫາທີ່ ຕົ້ນເຫດ _ ພ.ສ 2546 (2003) – ກໍ່ຕັ້ງໂຄງການພຸດທະສາສະຫນາ ເພື່ອການພັດທະນາ (ຄ.ພ.ພ.) ໂດຍ 5 ຫນ່ວຍງານ ທີ່ສືບເນື່ອງມາຮອດປັດຈຸບັນ

ພ.ສ 2552 (2009) -ເລີ່ມຕົ້ນໂຄງການ ແປພຣະໄຕປິດົກສະບັບອັກສອນບາລີລາວ ແລະ ແປເປັນພາສາລາວ

ພ.ສ 2553 (2010) – ຈັດສະຫຼອງການດໍາເນີນໂຄງການແປພຣະໄຕປິດົກສະບັບ ຕົວອັກສອນບາລີ ລາວສໍາເລັດ ພ້ອມກັບການສະຫຼອງວຽງຈັນເປັນນະຄອນຫຼວງ ຄົບຮອບ 450 ປີ

2011 ດຳລົງຕໍາແຫນ່ງ ຮອງປະທານອົງການພຸດທະສາສະຫນາສັມພັນລາວ ຫົວຫນ້າກັມມາທິການເຜີຍແຜ່ສີລທັມ ແລະ ປະຕິບັດກັມມະຖານ ສູນກາງ ທັງເປັນປະທານໂຄງການພຸດທະສາສະໜາເພື່ອການພັດທະນາ (ຄ.ພ.ພ)

ມໍຣະນະ ວັນທີ 11 ກັນຍາ 2013 ທີ່ວັດປ່ານາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ອ່ານ ເພີ່ມເຕີມ ຫນັງສື 80 ປີ ຊີວິດທັມ ພຣະອາຈານໃຫຍ່ ຊາລີ ກັນຕະສີໂລ

]]>
ຍາທ່ານ ມະຫາ ຊາລີ ກັນຕະສີໂລ ບຸກຄົນສຳຄັນແຫ່ງຍຸກ ຜູ້ອຸທິດຕົນເພື່ອປະໂຫຍດສຸກຂອງສັງຄົມ https://dekwatlaos.com/blog-daily/buddhist-news/%e0%ba%8d%e0%ba%b2%e0%ba%97%e0%bb%88%e0%ba%b2%e0%ba%99-%e0%ba%a1%e0%ba%b0%e0%ba%ab%e0%ba%b2-%e0%ba%8a%e0%ba%b2%e0%ba%a5%e0%ba%b5-%e0%ba%81%e0%ba%b1%e0%ba%99%e0%ba%95%e0%ba%b0%e0%ba%aa%e0%ba%b5/115/ Tue, 25 Aug 2020 08:17:00 +0000 ຍ່າທ່ານ ຊາລີ ກັນຕະສີໂລ ຖືວ່າເປັນບຸກຄົນສໍາຄັນແຫ່ງຍຸກ ຂອງວັດປ່ານາຄູນນ້ອຍ ບຸກຄົນທີ່ມີບົດບາດສໍາຄັນຫຼາຍຕໍ່ກັບການສ້າງສາພັດທະນາວັດປ່ານາຄູນນ້ອຍໃຫ້ເປັນທີ່ຮູ້ຈັກເຫຼື້ອມໃສສັດທາພຣະທັມຄຳສັ່ງສອນ ແລະ ການປະຕິບັດວິປັດສະນາກັມມະຖານ ໃນໝູ່ຂອງພຸດທະສາສະນິກະຊົນໃນວົງກວ້າງທັງພາຍໃນ ແລະ ຕ່າງປະເທດ.

ຍາທ່ານ ໄດ້ນໍາໃຊ້ພື້ນທີ່ວັດປ່ານາຄູນນ້ອຍເຂົ້າໃນການຈັດກິດຈະກໍາທາງສາສະໜາ ແລະ ກິດຈະກໍາທາງສັງຄົມ ໂດຍສະເພາະແມ່ນ ການຈັດໂຄງການປະຕິບັດທັມ,ການປຸກລະດົມໃຫ້ປະຊາຊົນຮູ້ຈັກການນໍາເອົາຫຼັກທໍາຄໍາສອນພຸດທະສາສະໜາເຂົ້າໄປໝູນໃຊ້ໃນການດໍາລົງຊີວິດປະຈໍາວັນນອກຈາກນີ້ ຍາທ່ານ ຍັງເປັນບຸກຄົນທີ່ມີບົດບາດສໍາຄັນໃນການລິເລີ່ມເອົາວິຊາວິປັດສະນາກໍາມະຖານເຂົ້າມາເຜີຍແຜ່ ແລະ ປະຕິບັດຢູ່ພາຍໃນວັດປ່ານາຄູນນ້ອຍ ໂດຍທໍາອິດແມ່ນ ຊາວບ້ານນາຄູນບາງກຸ່ມຄົນ ໄດ້ໃຫ້ຄວາມສົນໃຈເຂົ້າມາຮ່ວມປະຕິບັດທໍານໍາເພີ່ນ ຕໍ່ຈາກນັ້ນກໍໄດ້ ຂະຫຍາຍເປັນວົງກວ້າງອອກ ຈົນເຮັດໃຫ້ປະຊາຊົນມີຄວາມເຫຼື້ອມໃສໃນພຸດທະສາສະໜາ ແລະ ເຂົ້າໃຈທັມມະ ຫຼາຍຂຶ້ນ.

ສິ່ງທີ່ສໍາຄັນອີກປະການໜຶ່ງກໍຄື ຍາທ່ານຍັງເຮັດໃຫ້ວັດກາຍເປັນສະຖານທີ່ແຫ່ງການສຶກສາໃນວິຊາທາງທັມ ແລະ ທາງໂລກ ເປັນອີກບຸກຄົນໜຶ່ງທີ່ເປັນແບບຢ່າງທີ່ດີໃນການສ້າງປະໂຫຍດໃຫ້ແກ່ຊຸມຊົນ ແລະ ສັງຄົມດ້ວຍຄວາມເສຍສະຫຼະສູງເຮັດແທ້ທໍາຈິງໂດຍບໍ່ຫວັງສິ່ງຕອບແທນອັນໃດຈຶ່ງເຮັດໃຫ້ປະຊາຊົນຈໍານວນຫຼວງຫຼາຍ ລວມທັງການນໍາຂັ້ນສູງເຂົ້າມາອຸປະຖໍາຄໍ້າຊູໃນວຽກງານຕ່າງໆ ທີ່ເພີ່ນໄດ້ນໍາພາຈັດຕັ້ງຂຶ້ນເພື່ອສັງຄົມ ຈົນໄດ້ເຮັດໃຫ້ວັດປ່ານາຄູນນ້ອຍເປັນທີ່ຮູ້ຈັກກັນເປັນວົງກວ້າງໃນທົ່ວສັງຄົມບໍ່ວ່າຈະເປັນພຸດທະສາສະນິກະຊົນທັງພາຍໃນ ແລະ ຕ່າງປະເທດ.

ຫລາຍກວ່ານັ້ນ ຍາທ່ານຍັງໄດ້ຊ່ວຍເຫຼືອສັງຄົມທີ່ເຫັນໄດ້ຊັດເຈນກໍຄື ການລະດົມທຶນນໍາພາສ້າງໂຮງໝໍເມືອງນາຊາຍທອງຊ່ວຍເຫຼືອໂຮງຮຽນຊ່ວຍເຫຼືອຜູ້ດ້ອຍໂອກາດນໍາພາສ້າງຖະໜົນຫົນທາງ. ຜູ້ລິເລີ່ມກໍ່ຕັ້ງໂຄງການພຸດທະສາສະໜາເພື່ອການພັດທະນາ (ຄ.ພ.ພໃນປີ 2003 ແລະ ຍັງເຄີຍໄດ້ຮັບການແຕ່ງຕັ້ງໃຫ້ເປັນຮອງປະທານອົງການພຸດທະສາສະໜາສໍາພັນລາວ ຫົວຫນ້າກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ ທັງເປັນປະທານໂຄງການ ພຸດທະສາສະໜາເພື່ອການພັດທະນາ (ຄພພ) ທີ່ເພິ່ນໄດ້ຈັດຕັ້ງຂຶ້ນມາ.

ຄວາມບອກເລົ່າບ່າງສ່ວນຈາກຄົນໄກ້ສິດເພີ່ນ

 

ພຣະອາຈານ ສີທົນ ກ່າວວ່າ “ພຣະອາຈານໃຫຍ່ ຊາລີ ກັນຕະສີໂລ ເປັນພຣະມະຫາເຖຣະທີ່ມີຈະຣິຍະວັດງົດງາມ ຕະຫລອດຊີວິດຂອງເພີ່ນແມ່ນໄດ້ທຸ້ມເທ ໃຫ້ກັບການເຜີຍແຜ່ພຸດທະສາສນາ ການ ປະຕິບັດວິປັດສະນາກັມມະຖານ”

ແມ່ຂາວແກ້ວ ກ່າວ “ອາຈານ ຊາລີ ກັນຕະສີໂລ ເປັນຄົນທີ່ຫນັກແຫນ້ນ ບໍ່ຄ້ອນແຄ້ນໃນອາລົມ ປະທັບໃຈຍ້ອນວ່າເພີ່ນເປັນນັກປະຕິບັດແທ້ ບໍ່ກ່ຽວທາງໂລກ,ບໍ່ເຈືອທາງໂລກ ເຮັດຫຍັງເຮັດແທ້ທຳຈິງ

ເບິ່ງວີດີໂອເຕັມ👇

ຊີວະປະຫວັດ ແລະ ວຽກງານໂດຍຫຍໍ້ ພຣະອາຈານໃຫຍ່ ຊາລີ ກັນຕະສີໂລ

ປະຫວັດໂດຍຫຍໍ້ ຊາດພູມ ພຣະຄຣູອະນາວິໂຣ ( ບຸນທອງ ວິປຣະໄຊຍ໌, ຊາໂງນ )

]]>