ບົດຄວາມທຳມະ – ເດັກວັດລາວ https://dekwatlaos.com ພວກເຮົາຢາກແບ່ງປັນສາລະທັມ,ປະສົບການຮຽນຮູ້ສັງຄົມ ແລະ ເຕັກໂນໂລຊີແຫ່ງຍຸກສະໄຫມ Mon, 02 May 2022 11:41:03 +0000 en-US hourly 1 https://wordpress.org/?v=6.9.4 https://dekwatlaos.com/wp-content/uploads/2021/11/cropped-Untitled-1-32x32.png ບົດຄວາມທຳມະ – ເດັກວັດລາວ https://dekwatlaos.com 32 32 ມີແຕ່ທຸກ ແລ້ວຈະປ່ຽນແປງແນວໃດໃຫ້ຕົວເອງ “ໂຊກດີ”? https://dekwatlaos.com/buddhology/only-suffering-and-change/1684/ Mon, 02 May 2022 11:40:56 +0000 https://dekwatlaos.com/?p=1684 ຄຳວ່າ “ຄວາມປ່ຽນແປງ” ມັນກວ້າງໃຫຍ່ ເປັນສາກົນ ເປັນຄວາມຈິງ ທີ່ຫຼາຍຄົນຮູ້ຢູ່ ແຕ່ຍັງຮັບບໍ່ໄດ້ເມື່ອເຖິງຄາວມັນເກີດກັບຕົວເອງ… ທາງພຸດທະສະໜາ ເອີ້ນຄວາມປ່ຽນແປງນີ້ ວ່າ “ອະນິດຈັງ” (Impermanence) ແປວ່າ ຄວາມບໍ່ທ່ຽງ ຂອງຊົ່ວຄາວ ບໍ່ແນ່ນອນ…

ທີ່ວ່າເປັນທຸກ ຄື ມັນອັນຕະລາຍເຖິງຂັ້ນອາດເຮັດໃຫ້ຜູ້ທີ່ໄດ້ຮັບຜົນກະທົບຂອງຄວາມປ່ຽນແປງນີ້ຮ້ອງໄຫ້ ເຈັບປວດ ທຸກທໍລະມານ ເຊັ່ນ ຕິດພະຍາດຮ້າຍ ຄົນຮັກປ່ຽນໄປ ສູນເສຍສິ່ງຂອງທີ່ຮັກ ບໍ່ໄດ້ດັ່ງໃຈ ເຫຼົ່ານີ້ເປັນຕົ້ນ ແລະ ຄວາມປ່ຽນແປງທີ່ເຊື່ອວ່າຮ້າຍແຮງທີ່ສຸດຂອງຊີວິດນັ້ນກໍຄື ຄວາມຕາຍ ເຊິ່ງເປັນການລົ້ມສະລາຍຂອງຊີວິດໜຶ່ງທີ່ເຖິງຂີດສຸດ.

ຄວາມປ່ຽນແປງບໍ່ແມ່ນເລື່ອງບັງເອີນ ແຕ່ມັນມີເຫດມີປັດໄຈຂອງມັນຢູ່ ມັນເປັນເລື່ອງຂອງກັມ ຄື ການກະທຳຂອງບຸກຄົນວ່າສະເພາະ ແລະ ແຮງກະທຳຂອງມະນຸດວ່າໂດຍລວມ ຢ່າງເຊັ່ນ ເກີດມີໂຣກຮ້າຍກັບຕົວເອງ,ເກີດໂຣກລະບາດທົ່ວໂລກ,ຍາດພີ່ນ້ອງຕາຍ, ເຫດການເຫລົ່ານີ້ ເປັນສະພາວະທັມ ທີ່ມີຖານກຳເນີດ ຄືແຮງກັມ(ການກະທຳ)ຂອງເຮົາເອງ.

ແລ້ວ ເຫດການຮ້າຍຕ່າງໆ ເຊັ່ນ ສົງຄາມ ຫຼື ໂຣກລະບາດ Covid-19 ທີ່ເກີດຢູ່ຂະນະນີ້ ມັນແມ່ນແຮງກະທຳທີ່ເກີດການສະສົມຂອງມະນຸດ ຫຼື ມັນເກີດຂື້ນມາເອງລອຍໆໄດ້. ເຫດການຮ້າຍເຫຼົ່ານີ້ ຂ້ອຍເຊື່ອວ່າ ມັນບໍ່ໄດ້ເກີດມາເອງລອຍໆ ຫຼື ມີເທບພະເຈົ້າອົງໃດບັນດານຂື້ນແນ່ນອນ.

ແຕ່ເພາະຄວາມບໍ່ຮູ້ເຫດເກີດຂອງມັນຢ່າງແຈ່ມແຈ້ງ ບາງຄົນກໍມົ້ວບອກວ່າ ເປັນຜີ ຫຼື ວິນຍານຮ້າຍທີ່ເກີດຂື້ນມາເພື່ອຂ້າມະມຸດ.ແຕ່ຄວາມເປັນຈິງ ໄວຣັສ ບໍ່ແມ່ນຜີ ຫຼື ວິນຍານ ແຕ່ມັນຄືເຊື້ອໂຣກລະດັບອະນຸພາກ ທີ່ເບິ່ງດ້ວຍຕາເນື້ອບໍ່ເຫັນ ໄວຣັສນັ້ນອາດເກີດມາຈາກລະບົບນິເວດທີ່ບໍ່ສະອາດ ຫຼື ຄວາມຜິດພາດທາງຈຸລິນຊີວິທະຍາ.

ແນວໃດກໍ່ຕາມ, ໄວຣັສຈະເກີດຂື້ນເອງບໍ່ໄດ້ ຖ້າປາດສະຈາກການກະທຳຂອງມະນຸດໂລກ ກັບການທຳງານຂອງລະບົບນິເວດທີ່ຜິດປົກກະຕິ.ຖ້າຈະໃຫ້ປຽບທຽບຕາມຄວາມເຂົ້າໃຈ ກໍເຫມືອນຄອມພິວເຕີ້ ຖ້າບໍ່ທຳຄວາມສະອາດ ບໍ່ມີອັບເດດໃຫມ່ ມັນກໍຈະມີໄວຣັສຕົວຮ້າຍຄ່ອຍລົບກວນໄຟລ໌ຂໍ້ມູນດີໆ.

ຫຼາຍໆເຫດການຮ້າຍທີ່ເກີດຂຶ້ນເຮົາບໍ່ສາມາດທີ່ຈະຮູ້ເທົ່າທັນ ແລະ ປ້ອງກັນໄດ້ ນັ້ນບໍ່ແມ່ນຄວາມຜິດຂອງເຮົາ ເພາະເຮົາມັນອ່ອນແອ ເລັກນ້ອຍເກີນໄປທີ່ຈະຕ້ານທານຄວາມຍິ່ງໃຫຍ່ ແລະ ຄວາມຮ້າຍກາດຂອງໂລກໄດ້.ເພາະຄວາມຮູ້ເທົ່າບໍ່ເຖີງການ ເຮົາບໍ່ສາມາດຫ້າມສິ່ງທີ່ຍັງບໍ່ເກີດ ບໍ່ໃຫ້ມັນເກີດຂື້ນໄດ້.ແຕ່ເມື່ອມັນເກີດຂື້ນແລ້ວກໍໄດ້ແຕ່ຍອມຮັບ ເຂົ້າໃຈ ຮູ້ວິທີປ້ອງກັນ ດ້ວຍວິທີທີ່ເຫມາະສົມກັບຕົວເອງ ຫືຼ ດ້ວຍວິທີໃດໆ ທີ່ທາງການແນະນຳ.

ເຖິງເຮົາຈະເປັນສ່ວນເລັກນ້ອຍທີ່ລອງລອຍຢູ່ຕາມຜິວໂລກ ເຮົາ ແລະ ໝູ່ເພື່ອນຈະບໍ່ຮ່ວມກັນສ້າງຄວາມເສຍຫາຍໃຫ້ເກີດກັບໂລກອັນກວ້າງໃຫຍ່ນີ້. ຫວັງວ່າ ທ່ານຈະຄົ້ນພົບວິທີການສ້າງເຫດໃຫ້ເກີດຄວາມປ່ຽນແປງທີ່ດີກັບຕົວເອງ ແລະ ຄອບຄົວ..ໂຊກດີປີໃຫມ່ເດີ…ທຸກຄົນ.

]]>
ຄວາມຮັກ – ຄວາມຮ້າຍ https://dekwatlaos.com/buddhology/what-is-love-2/1519/ Wed, 06 Oct 2021 07:27:16 +0000 https://dekwatlaos.com/?p=1519 ໂດຍ: ລູກນ້ຳພະຍ້ອງ

ທຸກຊີວິດທີ່ເກີດມາໃນໂລກນີ້ ບໍ່ວ່າຍິງຫຼືຊາຍ ເພດໃດ ໄວໃດ ກໍຕ້ອງການຄວາມຮັກກັນທັງນັ້ນ. ບໍ່ວ່າຈະເປັນຄວາມຮັກແບບຄອບຄົວ, ພໍ່ແມ່, ເອື້ອຍ, ອ້າຍ, ນ້ອງ ແລະ ສັງຄົມ. ຄວາມຮັກເປັນທຸກໆ ຢ່າງຂອງຊີວິດ ຖ້າຊີວິດມີຄວາມຮັກແລ້ວ ເຮົາກໍ່ຈະຮູ້ຈັກຄຸນຄ່າຂອງສິ່ງນັ້ນໆ ແຕ່ແລ້ວຄວາມຮັກກໍມີຫຼາຍແບບ ຫຼາຍຄວາມໝາຍ ບາງທີ່ຄວາມຮັກກໍ່ຫອມຫວານ ບາງທີຄວາມຮັກກໍ່ຂົມຂື່ນ.

ບາງທີ ຄວາມຮັກ ກໍ່ປຽບເໝືອນໄຟ ຄວາມຮັກເປັນຄວາມຮ້າຍທີ່ຍິ່ງໃຫຍ່ທີ່ສຸດ ບໍ່ວ່າຈະຮັກເປັນ ຫຼື ບໍ່ເປັນ ມັນກໍມີໂທດຢູ່ສະເໝີນັ້ນເອງ ເໝືອນເຮົາເອົາມືໄປຈັບໄຟ ເຮົາຈະຈັບແບບໃດມັນກໍຮ້ອນຢູ່ທຸກເວລາເພາະມັນມີໄຟເກີດຢູ່.ຄວາມຮັກເກີດຢູ່ທີ່ແຫ່ງໃດ ມັນກໍມີທັງຄຸນ ແລະ ໂທດຢູ່ສະເໝີ. ບາງຄົນສົມຫວັງກັບຄວາມຮັກ ແຕ່ບາງຄົນກໍຜິດຫວັງກັບຄວາມຮັກຢູ່ຕະຫຼອດ ດັ່ງນັ້ນ,ຄວາມຮັກຈຶ່ງມີທັງຄຸນ ແລະ ໂທດ.

ບໍ່ວ່າເຂົາຈະເປັນ ນັກຮົບທີ່ເກັ່ງກ້າກຽງໃກ ແມ່ທັບທີ່ກ້າຫານ ພຣະຣາຊາທີ່ຢູ່ໃນຜາສາດທີ່ຍິ່ງໃຫຍ່ ຍາຈົກທີ່ຍາກຈົນ ແລະ ນັກພົດທີ່ມີພຣະນິບພານເປັນເປົ້າໝາຍ ຖ້າຫາກວ່າເຂົາເຫຼົ່ານັ້ນຖືກຄວາມຮັກຄອບງຳແລ້ວ ຍ່ອມສະຍົບຍອມໃຫ້ແກ່ມັນໄດ້ທັງນັ້ນ.ແມ້ແຕ່ ຂ້າຊີວິດຂອງຄົນໆນັ້ນກໍເປັນໄດ້ເຊັ່ນກັນ.

ແຕ່ຄວາມຮັກໃນພຸດທະສາສະໜາ ຫຼື ສາສະໜາຂອງຜູ້ຮູ້ ເປັນຄວາມຮັກທີ່ຍິ່ງໃຫຍ່ ເໜືອກວ່າຄວາມຮັກແບບຊາວໂລກ ຄື ຄວາມຮັກແບບເພື່ອມະນຸດທຸກຄົນ(ເມດຕາ) ປາດຖະນາໃຫ້ຄົນອື່ນເປັນສຸກ (ກະລຸນາ),ຍິນດີເມື່ອ ຄົນອື່ນໄດ້ດີ(ມຸທິຕາ) ແລະ ຮູ້ຈັກວາງເສຍ (ອຸເປກຂາ). ເຊີ່ງເປັນຄວາມຮັກ ເປັນຫຼັກທັມການດຳລົງຊີວິດຂອງພຣົມ.

ສະຫຼຸບແລ້ວ ຄວາມຮັກຄືຄວາມຮ້າຍທີ່ສຸດໃນໂລກ ມັນຂ້າຄົນໄດ້ໃນໂລກໃບນີ້ມາແລ້ວນັບບໍ່ຖ້ວນ; ເຮັດໃຫ້ຄົນຜິດຫວັງແລ້ວຜິດຫວັງອີກ; ຮ້ອງໄຫ້ແລ້ວຮ້ອງໄຫ້ອີກ ໄປຕະຫຼອດກາລະນານ ແຕ່ຖ້າເຂົ້າໃຈຄວາມຮັກທີ່ມີຄຸນ ແລະ ໂທດຂອງມັນໄດ້ນັ້ນ ເຮົາຈະເບິ່ງມັນ ແລະ ເຢາະເຢີຍມັນຢ່າງມີຄວາມສຸກ ວ່າມັນບໍ່ສາມາດຄອບງຳຊີວິດເຮົາໃຫ້ເດີນໄປຕາມມັນໄດ້ ແລະ ທ້າຍທີ່ສຸດ ຂໍໃຫ້ທຸກຊີວິດຈົ່ງມີຄວາມຮັກແບບພຣະພຸດທະສາສະໜາ ຄື ເມດຕາ ກະລຸນາ ມຸທິຕາ ອຸເປກຂາ ນີ້ຄືຄວາມຮັກທີ່ປະເສີດທີ່ສຸດໃນຊີວິດ ມີແຕ່ຄຸນທີ່ຈະນຳເຮົາໄປສູ່ຄວາມສຳເລັດໄດ້ຕະຫຼອດໄປ.

ສາລາໝ່ອງນັ້ນ

5 ຕູລາ 2021

]]>
ຊີວີດພຣະ ກັບ ຄາລະວາດຕ່າງກັນແນວໃດ https://dekwatlaos.com/blog-daily/what-is-the-different-between-a-monks-life-and-ex-buddhist-monks-life/1510/ Mon, 04 Oct 2021 15:29:41 +0000 https://dekwatlaos.com/?p=1510 ເນື່ອງຈາກ ຂ້າພະເຈົ້າໄດ້ຮັບເຊີນ ຮ່ວມລາຍການສົດ ເຝິກສົນທະນາພາສາອັງກິດ ໃນຫົວຂໍ້ ຊີວິດທິດ-ຊຽງ ຂອງເຟສບຸກເພກ ສິດມີຄູ.ມີຫຼາຍຄຳຖາມທີ່ຫນ້າສົນໃຈ ແຕ່ການສື່ສານພາສາອັງກິດຂອງຂ້າພະເຈົ້າບໍ່ດີ.ຈຶ່ງຂໍອະນຸຍາດນຳມາຂຽນຕອບເປັນແນວຄວາມຄິດສ່ວນຕົວອິງທັມມະ ກັບ ຄຳຖາມທີ່ວ່າ ຊີວິດພຣະກັບຄະລາວາດແຕກຕ່າງກັນແນວໃດ?.

ຊີວິດພຣະກັບຄະລະວາດ ສ່ວນຕົວຄິດວ່າ ບໍ່ມີຄວາມແຕກຕ່າງກັນຫຼາຍ ເພາະ ຄຳວ່າ ຊີວິດ ກໍ່ຄື ຕາມທຳມະຊາດຊີີວິດເມື່ອ ຫິວກໍ່ຕ້ອງກິນ ຢາກນອນ ກໍ່ຕ້ອງນອນ… ເຊີ່ງເປັນກົນໄກຂອງທຳມະຊາດ ນີ້ແມ່ນຊີວິດທີ່ເຫມືອນໆກັນ.ຈະວ່າໄປແລ້ວ ພຣະກັບຄະລາວາດ ກໍ່ຄື ມະນຸດ ເຫມືອນກັນ ເຊີ່ງເປັນສັດທີ່ປະເສີດທີ່ສຸດໃນໂລກ ມະນຸດ ຫຼື ມະນະ ກໍ່ຄືສັດທີ່ມີ ຈິດໃຈ (Thinking mind) ສາມາດພັດທະນາໄປຈົນເຖີງລະດັບສູງສຸດໄດ້ ແຕກຕ່າງກັບສັດຊະນິດອື່ນ ທີ່ສາມາດພັດທະນາຈິດໃຈໄດ້ຈຳກັດ ແລະ ດຳລົງຊີວິດຕາມສັນຊາດຕະຍານເທົ່ານັ້ນ.

ຖ້າເຮົາເປັນສັດມະນຸດເໝືອນກັນ ກິນ,ນອນ ແລະ ມີຮູບຮ່າງເຫມືອນກັນ ແລ້ວແມ່ນຫຍັງ ? ທີ່ຈະບົ່ງບອກຄວາມແຕກຕ່າງ ລະຫວ່າງຄົນກັບຄົນ ຫຼື ພຣະ ກັບ ຄະລາວາດ ການແຕ່ງກາຍຫວາ,ການແຕ່ງກາຍແບບພຣະໃຜກໍ່ແຕ່ງໄດ້ ຜູ້ຊາຍທຸກຄົນບວດໄດ້ ແມ່ນແຕ້ຜູ້ຍິງກໍໍ່ບວດໄດ້ ຫຼື ທີ່ຢູ່ອາໃສ່ຫວາ ຄົນທົ່ວໄປກໍ່ໄປຢູ່ວັດໄດ້ບໍ່ແມ່ນແຕ່ພຣະຢູ່ ນອກຈາກນັ້ນ,ເຖີງແມ່ນວ່າ ທຸກຄົນທີ່ບວດແລ້ວຈະເປັນພຣະປະຕິບັດຕາມພຣະທັມມະວິໄນໝົດ. ດັ່ງທີ່ເຮົາມັກເຫັນໄດ້ ຂ່າວບໍ່ດີກ່ຽວກັບພຣະສົງທີ່ລະເມີດອາບັດ ເຊັ່ນວ່າ ພຣະສົງຍັງກິນຢູ່ແບບຄະລາວາດ,ຍັງແຕ່ງກາຍເໝືອນຄະລາວາດ ຫຼື ແມ້ແຕ່ ເສບກາມແບບຄະລາວາດ ຖ້າແບບນີ້ແລ້ວ ຈະຫາຄວາມແຕກຕ່າງຈາກຄະລະວາດໄດ້ແນວໃດ.

ທີ່ກ່າວມາຂ້າງເທິງນັ້ນ ກະລຸນາຢ່າດ່ວນເຂົ້າໃຈຜິດ ຄິດວ່າຂ້າພະເຈົ້າກ່າວຕູ່ພຣະສົງ ວ່າສິ່ງທີ່ບໍ່ມີມູນຄວາມຈິງວ່າເປັນຄວາມຈິງ ແຕ່ຖ້າຫາກມີຄວາມຈິງຢູ່ແດ່ ກໍຂໍໃຫ້ເຂົ້າໃຈວ່າ ນັ້ນເປັນພຽງຈຸດດາງດຳພຽງສ່ວນນ້ອຍໃນຄວາມຂາວສະອາດ ແລະ ງົດງາມ ຂອງພຣະສົງສ່ວນຫຼາຍ ພາຍໃຕ້ຮົ່ມເງົາໃນພຸດທະສາສະໜາ ທີ່ມີພຣະພຸດ ພຣະທັມ ແລະ ພຣະສົງເປັນທີ່ເພິ່ງ ເປັນທີ່ລະນຶກປະກອບດ້ວຍ ຄວາມມຸ້ງຫມັ້ນຕັ້ງໃຈ (determination) ຫຼື ຄວາມຫມັ້ນສັນຍາ (committment) ທີ່ຈະປະຕິບັດຕາມພຣະທັມວິໄນ ຢ່າງຈິງຈັງ ເມື່ອຊີວິດມີທັມ ແລະ ທັມມະ ນ້ີແຫລະ ຈະເປັນຕົວກຳຫນົດ ພຶດຕິກຳ ແລະ ວິຖີປະຕິບັດທີ່ແຕກຕ່າງລະຫວ່າງພຣະ ກັບ ຄະລາວາດ.

ອີກປະການໜື່ງ ຕາມຄວາມໝາຍດັງເດີມຂອງ ພຣະ ກໍ່ຄື ນັກບວດ ເປັນຊີວິດທີ່ສະຫຼະແລ້ວຈາກໂລກຢ່າງໝົດສິ້ນ ຄື ສະຫຼະຈາກຄວາມມີຊັບສົມບັດ,ຍາດພີ່ນ້ອງ,ເສື້ອຜ້າອາພອນແບບຄະລາວາດ,ການກິນຢູ່ແບບຄະລາວາດ,ການໃຊ້ສອຍແບບຄະລາວາດ,ກິລິຍາອາການແບບຄະລາວາດ ແລະ ລະເລິກຄວາມຮູ້ສຶກນຶກຄິດແບບຄະລາວາດ.ດັ່ງນັ້ນ,ຊີວິດຂອງພຣະຈື່ງເປັນຊີວິດເວັ້ນແລ້ວຈາກວິໄສຂອງຊາວໂລກ ມີຊີວິດຢູ່ຢ່າງປະເສີດ ເພື່ອປະໂຫຍດສຸກ ຂອງເທວະດາ ແລະ ມະນຸດທັງຫຼາຍ ໂດຍມີ ອະຣິຍະມັກມີອົງ 8 ເປັນແນວທາງປະຕິບັດ.  

ສ່ວນຊີວິດຂອງຄະລະວາດ ຄື ຜູ້ຄອງເຮືອນ ມີຄອບຄົວ,ຍາດພີ່ນ້ອງ ທີ່ຕ້ອງຮັບຜິດຊອບ ເປັນຊີວິດທີ່ຄັບແຄບ ມີແຕ່ທາງມາຂອງກິເລດ ວ່າໂດຍລວມ ຄື ຄວາມໂລບ,ໂກທ,ຫຼົງ ຈະມີໂອກາດໄດ້ສຶກສາ ພຣະສັດຈະທັມ ກໍ່ບໍ່ງ່າຍ ດັ່ງນັ້ນ, ບຸກຄົນຜູ້ເຫັນໄພ ຄື ຄວາມເກີດ,ແກ່,ເຈັບ ຕາຍ ຈື່ງຄວນແຖຜົມ ແລະ ໜວດ ຄອງຜ້າກາສາວະພັດ ອອກຈາກເຮືອນ ເປັນຜູ້ບໍ່ມີເຮືອນ ບວດເປັນບັນພະຊິດ…

ສະຫຼຸບແລ້ວ ບໍ່ວ່າ ພຣະ ກັບ ຄະລາວາດ ກໍ່ເປັນມະນຸດເໝືອນກັນ ແຕກຕ່າງທີ່ຈິດໃຈໂດຍມີທັມມະເປັນຕົ້ນຕໍ ກໍ່ໃຫ້ເກີດການກະທຳ ນຳທາງຊີວິດໄປສູ່ຄວາມສູງ ຫຼື ຕຳ່ ດຳ ຫຼື ຂາວ ຈົນເຖີງທີ່ສຸດ ຄື ພຣະນິບພານ… ແຕກຕ່າງກັນໄປ.

]]>
ພຸດທະສຸພາສິດ ອະມະຕະຄຳສອນ ຖືກຕ້ອງຕະຫຼອດການ ແປຈາກບາລີ https://dekwatlaos.com/buddhology/buddhals-proverbs/1355/ Fri, 27 Aug 2021 14:41:17 +0000 https://dekwatlaos.com/?p=1355 ພຸດທະສຸພາສິດ ຫຼື ຕະຖາຄົດພາສິດ ກໍ່ ຄື ຄຳສອນ ຄຳກ່າວໄວ້ດີຂອງພຣະພຸດທະເຈົ້າ ເຊີ່ງສາມາດນຳມາເປັນຄະຕິເຕືອນໃຈ ໃນການດຳເນີນຊີວິດປະຈຳວັນຂອງເຮົາໄດ້.

ສ່ວນຕົວຄິດວ່າ ພຸດທະສຸພາສິດ ບໍ່ແມ່ນ ສຸພາສິດລາວ ຫຼື ຄຳຄົມທົ່ວໄປຂອງຄົນຮຸ່ນຫຼັງ ແຕ່ພຸດທະສຸພາສິດ ເປັນຄຳສອນຂອງພຣະພຸດທະເຈົ້າ ຜູ້ເປັນສັບພັນຍູ ຮູ້ແຈ້ງໂລກ ທຸກຄຳເວົ້າເປັນອະກາລິໂກ ຖຶກຕ້ອງຕະຫຼອດການ ແມ້ຈະຜ່ານມາແລ້ວກວ່າ 25,000 ປີ.

ສ່ວນຄຳສຸພາສິດລາວ ຫຼື ຄຳຄົມຕ່າງໆ ກໍ່ເປັນຄຳສອນທີ່ດີ ທີ່ຖືກຜູກແຕ່ງໄວ້ຢ່າງກະທັດຮັດ ໂດຍອາໃສ ຄວາມຮູ້ ແລະ ປະສົບການຈິງ ເຊີ່ງອາດຈະໃຊ້ໄດ້ໃນໄລຍະເວລາໃດໜື່ງ ເມື່ອເວລາຜ່ານໄປ ອາດຈະໃຊ້ບໍ່ໄດ້.

ແຕ່ແນວໃດກໍ່ຕາມ ສຸພາສິດ ຄຳສອນລາວ ຖ້າມີຄວາມຖືກຕ້ອງສອດຄ້ອງກັບຄຳສອນທາງພຸດທະສາສະໜາກໍ່ຖືວ່າໃຊ້ໄດ້ ເຊັ່ນ ສຸພາສິດລາວ : [ຄວາມພະຍາຍາມຢູ່ບ່ອນໃດ ຄວາມສຳເລັດຢູ່ບ່ອນນັ້ນ.] ສອດຄ້ອງກັບຫຼັກທັມທາງພຸດທະສາສະນາ ໜື່ງໃນຫຼັກ ອິທິບາດ 4 ຄື ສັນທະ,ວິຣິຍະ,ຈິດຕະ,ວິມັງສາ..ເປັນຕົ້ນ.

ເຖີງແມ້ວ່າ ຄຳສອນຂອງພຣະພຸດທະເຈົ້າ ຈະຖືກຕ້ອງຕະຫຼອດການ ເປັນອະກາຣິໂກ ສອດຮັບ ບໍ່ຂັດແຍ້ງກັນ ແຕ່ກໍ່ບໍ່ແມ່ນທຸກຄົນຈະຮູ້ ແລະ ເຂົ້າໃຈໄດ້ຢ່າງແຈ່ມແຈ້ງ ເພາະມະນຸດມີກັມ ແລະ ສູຕຕະ ທີ່ແຕກຕ່າງກັນ.

ພຸດທະພາສິດແປລາວເຫຼົ່ານີ້ ຜູ້ຂຽນໄດ້ມາຈາກ ວັດສຸວັນນະປະດິ ບ້ານນາດີ ຖ້າທ່ານເຄີຍເຂົ້າໄປວັດນີ້ ຈະເຫັນປ້າຍພຸດທະສຸພາສິດເຫຼົ່ານີ້ຕິດຕາມຕົ້ນໄມ້ຕ່າງໆ ຜູ້ຂຽນໄດ້ຖ່າຍເກັບໄວ້ ນຳມາແບ່ງປັນຂ້າງລຸ່ມດັ່ງນີ້.

[ມະນຸດຜູ້ເຫັນແກ່ປະໂຫຍດຕົນ ເປັນຄົນບໍ່ສະອາດທາງໃຈ]

[ເມື່ອຄວາມຕາຍ ມາເຖີງ ແມ່ນແຕ່ຊັບສິນ ອັນດ່ຽວກໍ່ເອົາໄປນຳບໍ່ໄດ້]

[ຜູ້ໃຫ້ສິ່ງທີ່ຊອບໃຈ ຍ່ອມໄດ້ຂອງທີ່ຊອບໃຈ]

[ຜົນສຳເລັດ ຍ່ອມເກີດຂື້ນໄດ້ ດ້ວຍການກະທຳຂອງຕົນ]

[ຊັບສົມບັດເກີດຂື້ນ ບໍ່ແມ່ນຍ້ອນພຽງແຕ່ການຄິດ]

[ເອົາຊະນະຄວາມໂກດ ດ້ວຍຄວາວມບໍ່ໂກດ]

[ຈິດທີ່ເຝິກດີແລ້ວ ຍ່ອມນຳຄວາວມສຸກມາໃຫ້]

[ວັນຄືນ ລ່ວງໄປໆ ບັດນີ້ເຮົາກຳລັງເຮັດຫຍັງຢູ່]

[ຜູ້ໃຫ້ອາຫານ ຊື່ວ່າໃຫ້ກຳລັງ]

[ຕົນນັ້ນແລ ເປັນທີ່ເພີ່ງຂອງຕົນ]

[ດຸໝັ່ນທຸກເວລາ ເຖີງເວລາຍ່ອມຫາຊັບໄດ້]

[ອ່ອນເກີນໄປ ກໍ່ຖືກເຂົາເອົາປຽບ]

[ແຂງເກີນໄປ ກໍ່ຖືກເຂົາຊັງ]

[ຜູ້ປະໝາດ ເໝືອນຄົນຕາຍແລ້ວ]

[ຄວນຍົກຍ້ອງ ຄົນທີ່ຄວນຍົກຍ້ອງ ຄວນສັນລະເສີນ ຄົນທີ່ຄວນສັນລະເສີນ]

[ເມື່ອຜູ້ອື່ນ ເປັນຜູ້ຫເວົ້າຍາກ ເຮົາຈະເປັນຜູ້ເວົ້າງ່າຍ]

[ເມື່ອຜູ້ອື່ນເປັນຜູ້ມີມານຍາ ເຮົາຈະເປັນຜູ້ບໍ່ມີມານຍາ]

[ເມື່ອຜູ້ອື່ນເປັນຄົນຂີ້ຖີ່ ເຮົາຈະເປັນຄົນບໍ່ຂີ້ນຖີ່]

[ເມື່ອຜູ້ອື່ນເປັນຜູ້ມັກໂກດ ເຮົາຈະເປັນຜູ້ບໍ່ມັກໂກດ]

[ຜູ້ມີສິນ ເຖີງມີຊີວິດຢູ່ແຕ່ພຽງມື້ດ່ຽວ ກໍ່ປະເສີດກວ່າ]

[ເຖີງວ່າ ບາບເກີດຂື້ນຈາກອາຣົມໃດ ກໍ່ຄວນຫ້າມໃຈຈາກອາຣົມນັ້ນ]

[ຂ້າຄວາມໂກດໄດ້ ຍ່ອມຢູ່ເປັນສຸກ]

[ຄວາມຊົ່ວຄົນດີເຮັດໄດ້ຍາກ ]

[ຄວາມດີຄົນຊົ່ວເຮັດໄດ້ຍາກ]

[ຜູ້ທີ່ໄກຈາກກິເລດ ມີຄວາມສຸກແລ]

[ຜູ້ຊະນະຕົ້ນນັ້ນແລ ເປັນຄົນດີ]

[ຜູ້ເຄົາລົບຜູ້ອື່ນ ຍ່ອມມີຄົນເຄົາລົບຕອບ]

[ເອົາຊະນະຄວາວມຂີ້ຖີ່ດ້ວຍການໃຫ້]

[ທ່ານທັງຫຼາຍຈ່ົງຍິນດີໃນຄວາມບໍ່ປະມາດເຖີດ]

[ຜູ້ຊັງທັມ ເປັນຜູ້ໄປທາງເສື່ອມ]

[ຜູ້ປະພຶດຕາມອຳນາດຈິດ ຍ່ອມຢູ່ລຳບາກ]

[ສິນເປັນສິ່ງທີ່ປະເສີດທີ່ສຸດໃນໂລກ]

[ຜູ້ບໍ່ຖືກນິນທາບໍ່ມີໃນໂລກ]

[ຜູ້ມີລູກ ກໍ່ຍ່ອມເສົ້າເເພາະລູກ

ຜູ້ມີງົວ ມີຄວາຍກໍ່ຍ່ອມໂສກເສົ້າ ເພາະງົວຄວາຍ

ນໍລະຊົນ ໂສກເສົ້າເພາະອຸປາທິ

ຜູ້ໃດບໍ່ມີອຸປະທິ ຜູ້ນັ້ນ ຍ່ອມບໍ່ໂສກເສົ້າເລີຍ]

[ສິນເປັນກຳລັງທີ່ແຮງທີ່ສຸດ

ເປັນອາວຸດທີ່ດີທີ່ສຸດ

ເປັນເຄື່ອງປະດັບທີ່ເລີດທີ່ສຸດ

ເປັນເກາະກຳບັງທີ່ອັດສະຈັນທີ່ສຸດ]

[ຄວາມລັບຂອງຜູ້ກະທຳບາບກັມນັ້ນບໍ່ມີໃນໂລກ]

[ການກູ້ໜີ້ເປັນທຸກຂອງຄົນໃນໂລກ]

[ຄວາມສຸກອື່ນທີ່ດີກວ່າຄວາມສະຫງົບບໍ່ມີ]

[ຄວນຍົກຍ້ອງຄົນທີ່ຄວນຍົກຍ້ອງ

ຄວນສັນລະເສີນຄົນທີ່ຄວນສັນລະເສີນ]

[ຖ້າບອກສອນຄົນອື່ນຢ່າງໃດ ຕົນກໍ່ຄວນກະທຳຢ່າງນັ້ນ]

[ເມື່ອຜູ້ອື່ນເປັນຜູ້ບຽດບຽນ ເຮົາຈະບໍ່ເປັນຜູ້ບຽດບຽນ]

[ຄົນລວຍ ຫຼື ຄົນທຸກຈົນ ລ້ວນແຕ່ມີຄວາມຕາຍເປັນທີ່ໄປໃນເບື້ອງໜ້າ]

[ຫິຣິ  ແລະ ໂອຕັບປະ ຍ່ອມຮັກສາໂລກໄວ້ເປັນຢ່າງດີ]

[ຄົນເປັນນັກເລງຍິງ ນັກເລງສຸຣາ ນັກເລງການພະນັນ ຍ່ອມລ້າງຜານຊັບ ທີ່ຕົນຫາມາໄດ້ ຂໍ້ນີ້ເປັນເຫດແຫ່ງຄວາມເຊື່ອມ]

[ເຮັດດີໄດ້ຮັບຜົນຂອງຄວາມດີ ເຮັດຊົ່ວໄດ້ຮັບຜົນຂອງຄວາມຊົ່ວ]

[ເອົາຊະນະຄວາມບໍດີ ດ້ວຍຄວາມດີ]

[ຄວາມອິດສາເປັນເຫດເຮັດໃຫ້ໂລກຈິບຫາຍ]

]]>
ເປັນຫຍັງ ເສລີພາບ ຫຼື ພາວະທີ່ບໍລິສຸດ ແທ້ໆ ຈື່ງຫາໄດ້ຍາກບໍ່ວ່າຈະສົງຄົມ ຫລື ບ້ານເມື່ອງໃດໆ. https://dekwatlaos.com/buddhology/%e0%bb%80%e0%ba%9b%e0%ba%b1%e0%ba%99%e0%ba%ab%e0%ba%8d%e0%ba%b1%e0%ba%87-%e0%bb%80%e0%ba%aa%e0%ba%a5%e0%ba%b5%e0%ba%9e%e0%ba%b2%e0%ba%9a-%e0%ba%ab%e0%ba%bc%e0%ba%b7-%e0%ba%9e%e0%ba%b2%e0%ba%a7/949/ Wed, 26 May 2021 17:21:04 +0000 https://dekwatlaos.com/?p=949 ເຖີງເຂົາຈະກ່າວວ່າປະເທດຂອງຕົນ ເປັນປະເທດແຫ່ງເສລີພາບ ທຸກຄົນສະເຫມີພາບກັນ ບໍ່ມີລຳອຽງ ຫຼື ໃຫ້ຄວາມສຳຄັນກັບບຸກຄົນຂອງຂ້ອຍຂອງເຈົ້າຫຼາຍກວ່າ ແຕ່ໃນທາງຄວາມຄິດ ຈົນໄປເຖີງການປະຕິບັດຈິງ ກໍ່ຍັງມີຄວາມບໍ່ສະເໝີຢູ່ນັ້ນແລະ ເລື່ອງນີ້ແບບນີ້ ຂ້ອຍກໍຫ້າວຄິດໄປເນາະ ຮູ້ຢູ່ດອກມັນເປັນເລື່ອງໃຫຍ່ ເລື່ອງກວ້າງໆ ຈະວ່າໄປມັນກໍ່ເປັນເລື່ອງທີ່ມີຢູ່ປະຈຳໂລກນັ້ນແຫລະ ເລື່ອງແບບນີ້ກໍ່ເຄິຍເກີດຂື້ນແລ້ວໃນສະໄຫມພຸດທະການ ການແບ່ງແຍກ ຊົນຊັ້ນ ວັນນະ ກໍ່ເພາະວ່າ ເມື່ອໃດທີ່ມະນຸດຍັງມີໂລພະ ໂທສະ ແລະ ໂມຫະ ແລະ ມີກັມທີ່ແຕກຕ່າງກັນຢູ່ ເສລີພາບອັນບໍລິສຸດແທ້ຈື່ງຫາໄດ້ຍາກ ຄົງຈະແກ້ໄດ້ດ້ວຍເມດຕາພາວະນາຂັ້ນສູງ (friendliness practice) ຄືມີຄວາມເມດຕາມະຫາກຸລນາຕໍ່ທຸກຄົນສະເໝີເທົ່າກັນ.ພຣະພຸດທະເຈົ້າຖືວ່າເປັນບຸກຄົນຕົ້ນແບບ ທີ່ມີເມດຕາ ມະຫາກະລຸນາສູ່ງສົ່ງ ເຫັນຄວາມເທົ່າທຽມຂອງມະນຸດ ຕາມຄວາມເປັນຈິງ ດ້ວຍກັມຂອງແຕ່ລະບຸກຄົນຈະເປັນຕົວແຍກແຍະ ແລະ ກຳໜົດຄວາມແຕກຕ່າງນີ້ ທຸກຄົນຈະດີຈະຮ້າຍ ກໍ່ເພາະອາໃສ່ກັມ ຄືການກະທຳຂອງຕົນ.


ອີກປະການຫນື່ງ ພຸດທະອົງບອກວ່າ ສັດທັງຫຼາຍ ທັງປວງ ມີກັມເປັນຂອງຕົນ ມີກັມເປັນແດ່ນເກີດ ມີກັມເປັນເຜົ່າພັນ ມີກັມເປັນຜູ້ນຳໄປ ແລະ ອື່ນໆ…..ອິດທິພົນຂອງກັມຍິ່ງໃຫຍ່ ຫາທີສຸດ ຫາປະມານບໍ່ໄດ້.

ຄຳວ່າມີກັມ “ເປັນເຜົ່າພັນ” ນັ້ນ ກໍ່ອາດໝາຍເຖີງ ກຸ່ມຄົນໜື່ງ ປະຕິບັດກັມຕໍ່ ກຸ່ມຄົນໜື່ງ ແຕກຕ່າງກັນໄປ ນັ້ນເອງ.ກຸ່ມຄົນທີ່ວ່ານີ້ ອາດຈະເລີ່ມຕົ້ນດ້ວຍກຸ່ມຄົນນ້ອຍໆ ຫາ ກຸ່ມຄົນໃຫຍ່ໆ ໄປຈົນເຖີງການປະຕິບັດທີ່ແຕກຕ່າງ ລະດັບລະຫວ່າງປະເທດ. ທ່ານອາດຈະຍັງບໍ່ເຫັນພາບ ສະນັ້ນ ລອງມາສັງເກດຈາກຕົວທ່ານເອງເບິ່ງວ່າ

ເປັນຫຍັງເມື່ອເຮົາເຈີຄົນໃນຄອບຄົວ ຈື່ງໃຫ້ຄວາມສຳຄັນກວ່າຄົນອື່ນ ແລະ ເປັນມິດກວ່າຄົນອື່ນ.
ເຈີຄົນໃນບ້ານດ່ຽວກັນ ໃຫ້ຄວາມສຳຄັນກວ່າ ແລະ ເປັນມິດກວ່າຄົນບ້ານອື່ນ.
ເຈີຄົນໃນປະເທດດ່ຽວກັນ (ເມື່ອຢູ່ຕ່າງປະເທດ) ຈື່ງສຳຄັນກວ່າ ແລະ ເປັນມິດກວ່າຄົນປະເທດອື່ນ.

ຈາກເຫດການສົມມຸດຂ້າງເທິງນັ້ນ ທ່ານຈະເຫັນວ່າ ມະນຸດ ມີການປະຕິບັດທີ່ບໍ່ສະເໝີພາບກັນ ຕັ້ງແຕ່ລະດັບບຸກຄົນ,ຄອບຄົວ ແລະ ລະດັບປະເທດຊາດ

ເມື່ອຄົນເຮົາປະຕິບັດຕ່າງກັນ,ຢູ່ໃນຄອບຄົວທີ່ຕ່າງກັນ,ຢູ່ໃນສະພາບແວດລ້ອມທີ່ຕ່າງກັນ,ມີພາສາທີ່ຕ່າງກັນ ມີຄວາມຢາກບໍ່ເທົ່າທຽມກັນ ຫຼື ໂລພະ,ໂທສະ ໂມຫະຢູ່ ນັ້ນແລ ເສລີພາບທາງສັງຄົມ ຈື່ງຫາໄດ້ຍາກຍິ່ງ.

]]>
ການບູຊາທີ່ດີ ແລະ ການສູດມົນແນວໃດ່ໃຫ້ໄດ້ອະນິສົງ https://dekwatlaos.com/buddhology/%e0%ba%81%e0%ba%b2%e0%ba%99%e0%ba%9a%e0%ba%b9%e0%ba%8a%e0%ba%b2%e0%ba%97%e0%ba%b5%e0%bb%88%e0%ba%94%e0%ba%b5-%e0%bb%81%e0%ba%a5%e0%ba%b0-%e0%ba%81%e0%ba%b2%e0%ba%99%e0%ba%aa%e0%ba%b9%e0%ba%94%e0%ba%a1/883/ Fri, 14 May 2021 17:18:20 +0000 https://dekwatlaos.com/?p=883 ຄັ້ງຫນຶ່ງມີພຣະສາວົກຮູບຫນຶ່ງຂອງພຣະພຸດທະເຈົ້ານາມວ່າ ວັກກະລີ ແຕ່ລະມື້ຈະໄປນັ່ງເບິ່ງພຣະພຸດທະເຈົ້າ ເພິ່ນໄປໃສ່ ລາວກໍ່ຈະຕິດຕາມໄປ ຈົນບໍ່ກິນເຂົ້າ ກິນນ້ຳ ເພື່ອໃຫ້ໄດ້ໄກ້ສິດ ແບບວ່ານັ່ງເບິ່ງຢ່າງດ່ຽວກໍ່ມີຄວາມສຸກແລ້ວ ຈົນມີມື້ຫນຶ່ງພຣະພຸດທະເຈົ້າຖາມວ່າ ວັກກະລີ ເຈົ້າມາເຮັດຫຍັງຢູ່ນີ້ ? ວັກກະລີ ຕອບ ຂ້າແຕ່ພຣະພຸດທະເຈົ້າ ເມື່ອຂ້າພະເຈົ້າເຫັນຮູບຮ່າງ ຜິວພັນຣາສີຂອງພຣະອົງຂ້າພຣະເຈົ້າໄດ້ຮັບປິຕິຍ່າງຍິ່ງ ແລ້ວພຣະພຸດທະເຈົ້າກ່າວກັບລາວວ່າ ຮ່າງກາຍຂອງເຮົານີ້ໄຮ້ປະໂຫຍດ ຫາສາຣະບໍ່ມີ ບໍ່ສະອາດ ເປັນຂອງບໍ່ທ່ຽງ ຜູ້ທີ່ເຫັນເຮົາ ຄືຜູ້ເຫັນທັມ (ໂຍ ໂຄ ທັມມັງ ປັສສຕິ ໂສ ມັງ ປັສສຕິ) ຜູ້ເຫັນທັມໃນທີ່ນີ້ ຫມາຍເຖີງ ຜູ້ເຂົ້າໃຈທັມມະຂອງພຣະອົງເຈົ້າ ກ່ອນການປະລິນິບພານຂອງພຣະພຸດທະເຈົ້າ ຜູ້ຕິດຕາມ ຫລື ພຸດທະສາສະນິກກະຊົນ ນຳດອກໄມ້ຂອງຫອມ ເພື່ອທີ່ຈະເຂົ້າໄປສັກກາລະບູຊາພຣະພຸດທະເຈົ້າເປັນຄັ້ງສຸດທ້າຍ ໃນຕອນຫນື່ງພຸດທະເຈົ້າກ່າວວ່າ ຖ້າຫາກຢາກບູຊາເຮົາແທ້ໆ ຈົ່ງນຳທັມມະທີ່ພຣະອົງສອນແມ່ນພຽງຂໍ້ດ່ຽວໄປປະຕິບັດ ຍັງດີກວ່າ. ນີ້ກໍ່ສະແດງໃຫ້ເຫັນວ່າ ການບູຊາດ້ວຍ ເຄື່ອງບັນນາການ ດອກໄມ້ ຂອງຫອມ ເປັນສິ່ງທີ່ພຣະພຸດທະເຈົ້າ ບໍ່ໄດ້ສະນັບສະນູນ ເທົ່າກັບການນຳຫຼັກທັມທີ່ພຣະອົງສອນໄປປະຕິບັດ ຄືການ ປະຕິບັດບູຊາ.

ຈາກເລື່ອງດັ່ງກ່າວສາມາດເຫັນໄດ້ວ່າ ພຣະພຸດທະເຈົ້າບໍ່ໄດ້ສົນໃຈພິເສດຫຍັງກ່ຽວກັບຮ່າງກາຍ ຫລື ສະນັບສະນູນໃຫ້ມີການສ້າງພຸດທະຮູບຕັ້ງແຕ່ທຳອິດ ແຕ່ດ້ວຍແຮງສັດທາຂອງຊາວພຸດໃນພາຍຫຼັງ ຈຶ່ງມີການສ້າງພຣະພຸດທະຮູບ,ຮູບເຫມືອນຕ່າງໆ ຕາມແຕ່ຈີນຕະນາການຂອງສີລະປະກອນ ອິ່ງຕາມການສຶກສາຄົ້ນຄວ້າຂອງນັກປະຫວັດສາດພຣະພຸດທະຮູບ(image) ໄດ້ຮັບການປັ້ນແຕ່ງຂຶ້ນ 500 ປີ ຫລັງຈາກພຸດທະເຈົ້າປະລິນິບພານແລ້ວ ເມື່ອສະໄໝອິນເດຍເປັນເມືອງຂຶ້ນຂອງຊາວກຣີກກັບໄຊຊະນະຂອງພຣະເຈົ້າອະເລັກຊັນເດີ ດັ່ງນັ້ນພຣະພຸດທະຮູບໃນຊ່ວງກ່ອນ ຈະມີລັກສະນະເຫມືອນຊາວກຣີກ ຕາມຈິນຕະນາການຂອງນັກສີລປະ ແລະ ຂະຍາຍອິດທິພົນໄປທົ່ວໂລກ.

ຊື່ງພຣະພຸດທະຮູບຂອງແຕ່ລະປະເທດຈະບໍ່ເຫມືອນກັນ ຫລາຍແບບ ຫລາຍປາງ ແຕກຕ່າງກັນໄປ ພຣະພຸດທະຮູບໃນ ຈີນ, ພະມ້າ, ໄທ, ມີລັກສະນະຕ່າງກັນ ການໄຫວ້ ຄື ການສະແດງຄວາມເຄົາລົບນັບຖື (respect) ເຊັ່ນທີ່ມີມາໃນສະໄຫມພຸດທະການ ພຣະຜູ້ບວດທີ່ຫລັງ ຈະຕ້ອງໄຫວ້ ຜູ້ບວດກ່ອນ, ພຣະສາລີບຸດ ເມື່ອຮູ້ວ່າ ພຣະອັດສະສິ ຢູ່ທາງທິດໃດ່ ຈະນອນວາຍຫົວໄປທາງນັ້ນ ເພື່ອສະແດງຄວາມເຄົາລົບ ຄວາມຮູ້ບຸນຄຸນຕໍ່ຜູ້ເປັນອາຈານ ທີ່ບອກຄາຖາຄັ້ງທຳອິດ ແລະ ເຮັດໃຫ້ທ່ານໄດ້ເຂົ້າເຖີງກະແສ່ທັມຂອງພຣະພຸດທະເຈົ້າ.

ການໄຫວ້ ຖືວ່າເປັນປະເພນີວັດທະນະທຳຂອງຄົນລາວມາແຕ່ດົນນານ ເຊັ່ນ ການໄຫວ້ພໍ່ແມ່ ຜູ້ເຖົ້າຜູ້ແກ່ ເພື່ອສະແດງຄວາມເຄົາລົບ ຄວາມອ່ອນນ້ອມຖ່ອມຕົວ ແນວໃດ່ກໍ່ຕາມການໄຫວ້ເພື່ອສະແດງຄວາມເຄົາລົບນັ້ນ ບໍ່ຈຳເປັນຈະຕ້ອງຢູ່ຕໍ່ຫນ້າຄົນໆນັ້ນ ເຊັ່ນ ຜູ້ເປັນລູກ ສາມາດທີ່ຈະເຊື່ອຝັງຄຳສອນ ຊື່ສັດສຸດຈະຫລິດ ຕໍ່ພໍ່ແມ່ ເປັນການສະແດງເຖີງຄວາມເຄົາລົບ. ໃນແງ່ດ່ຽວກັນ ບາງຄົນສາມາດທີ່ຈະປະຕິບັດທັມໄດ້ໂດຍທີ່ບໍ່ຈຳເປັນຕ້ອງມີພຸດທະຮູບ ເພາະການປະຕິບັດທັມນັ້ນ ສາມາດປະຕິບັດໄດ້ທຸກທີ່ ທຸກເວລາ ບໍ່ວ່າຈະເປັນ ໃນປ່າ,ໃນເຮືອນ,ໃນວັດ ແຕ່ບາງຄົນຕ້ອງມີພຣະພຸດທະຮູບ ເພື່ອເປັນເຄື່ອງລະນຶກ ເພື່ອເຕືອນສະຕິ (ພຸທທານຸສຕິ) ເພື່ອສ້າງສັດທາ ຄວາມຫມັ້ນໃຈກ່ອນ ຈຶ່ງຈະສະມາດປະຕິບັດທັມ ບາງເທື່ອຂໍພຽງໄດ້ໄຫວ້ ກໍ່ມີຄວາມມັ້ນໃຈ ປາດສະຈາກຄວາມຢ້ານກົວ ບາງຄົນຂະນາດຕ້ອງມີພຸດທະຮູບນ້ອຍຕິດຕົວຕະຫລອດເວລາ ເຮົາຕ້ອງເຂົ້າໃຈວ່າທີ່ເຮົາເຄົາລົບກາບໄຫ້ວນີ້ບໍ່ແມ່ນທີ່ຮູບບັ້ນອັນໃດ່ ຮູບປັ້ນນັ້ນໃຊ້ເພື່ອເປັນເຄື່ອງຍຶດຫນຽ່ວ (Object) ເພື່ອລະນຶກເຖີງຄຸນງາມຄວາມດີຂອງພຸດທະເຈົ້າເທົ່ານັ້ນ.

ການໄຫວ້ (worshiping) ໃນສາດສະໜາ ຄຣິດ ຫິນດູ … ກັບການໄຫວ້ພຣະ ໃນສາດສະນາພຸດແນວຄິດແຕ່ກຕ່າງກັນ ໃນສາດສະນາ ຄຣິດ ຫີນດູ ເຂົາໄຫວ້ພຣະເຈົ້າ (god) ອ້ອນວອນຢ່າງດ່ຽວ ໃຫ້ຕົນພົ້ນທຸກ ເພື່ອລ້າງບາບ ເພື່ອໃຫ້ໄດ້ໄປສະຫວັນ.

ຄຳວ່າ “ສູດມົນຕ໌” ມາຈາກພາສາ ບາລີສັນ ສະກຣິດ 2 ຄຳ ຄື ສຸຕຣ ເຊັ່ນ ທັມມຈັກກັປປວັຕຕນສຸຕຣ ກັບ ມັນຕຣ ມີຄວາມຫມາຍຄ້າຍກັນ ຄື ເປັນບົດສູດ ຄຳເວົ້າ ພະຍາງ ຫລື ສຽງທີ່ສັກສິດ ມີພະລັງອຳນາດ ຕາມຄວາມເຊື່ອຂອງສາດສະນາພຣາມຫິນດູ. ຄວາມຈິງແລ້ວ ສູດມົນ ຫມາຍເຖິງ ການສາທະຍາຍບົດຄຳສອນ,ຄຳເວົ້າຂອງພຣະພຸດທະເຈົ້າ ທີ່ຮຽບຮຽງຂຶ້ນພາຍຫລັງໂດຍອັດຖະກະຖາຈານ ຫລື ອາຈານຜູ້ຊ່ຽວຊານບາລີ ຜູ້ທີ່ບໍ່ເຄີຍຮຽນພາສາບາລີມາກໍ່ຈະບໍ່ເຂົ້າໃຈຄວາມຫມາຍ.

ບົດສູດບາງບົດເປັນພຽງສ່ວນຫນຶ່ງທີ່ຍົກມາຈາກພຣະສູດ ຕົວຢ່າງບົດສູດ ອິຕິ ປິ ໂສ……ເປັນພຽງ ຄຸນ 9 ປະການຂອງພຣະພຸດທະເຈົ້າທີ່ມີກລ່າວໄວ້ທັ້ງຫມົດໃນ ມະຫາສີຫະນາທສູຕຣ ການສາທະຍາຍບົດສູດມົນກໍ່ເຫມືອນການອ່ານອອສຽງ ໃຫ້ດີແທ້ ຜູ້ສູດຈະຕ້ອງມີຄວາມເຂົ້າໃຈຄວາມຫມາຍນຳ ເພາະທຸກບົດສູດເປັນຄຳສອນຂອງພຣະພຸດເຈົ້າ ເພື່ອເຮົາຈະໄດ້ຄິດ ພິດຈາລະນາທັມໄປພ້ອມໆກັນ ຫລືຖ້າເຮົາບໍ່ຮູ້ພາສາບາລີໃຫ້ໃຊ້ຫນັງສືບົດສູດມົນທີ່ມີຄຳແປລາວກຳກັບ.

ມາເຖີງບ່ອນນີ້ ຜູ້ອ່ານຫນ້າຈະພໍເຂົ້າໃຈວ່າ ສູດມົນແນວໃດໃຫ້ໄດ້ບຸນ ຄືເຮັດແນວໃດກໍ່ໄດ້ໃຫ້ຈິດໃຈເຮົາພັດທະນາສູງຂື້ນ,ເຂົ້າໃຈຄຳສອນພຣະພຸດທະເຈົ້າໃນບົດສູດມົນຫຼາຍຂື້ນ ບຸນ ນີ້ ຈະຕ້ອງເກີດຈາກການພັດທະນາຂອງເຮົາເອງ ບຸນບໍ່ສາມາດເກີດຂື້ນໄດ້ ໂດຍການຂໍ ການອ້ອນວອນ ຫຼື ພຽງແຕ່ປາດຖະນາຢ່າງດ່ຽວ.ແນວໃດ່ກໍ່ຕາມໃນພຸດທະສາສະໜາ ມີວິທີການສ້າງບຸນກຸສົນຫລາຍຮູບແບບ ຫລັກໆ ຄື ໃຫ້ທານ, ຮັກສາສີລ,ພາວະນາ ແລະການສູດມົນນີ້ກໍ່ຖືວ່າເປັນກິດຈະກຳການກຸສົນ ເປັນໂອກາດດີທີ່ເຮົາຈະໄດ້ ພິຈາລະນາຄຳສອນພຸດທະເຈົ້າ ໄດ້ເຝີກສະມາທິ ເຝີກຄວາມອົດທນ ເພື່ອສ້າງອຸປະນິສັຍທີ່ດີຕໍ່ໄປ.

ພາບໂດຍ BM News

Reference:
Dictionary of Pali Proper Names” by G P Malalasekera
https://www.youtube.com/watch?v=Tz0deK0de94
Mahasihanada Sutta
Mahaparinibbana Sutta
Itivuttaka (P.T.S.).

]]>
ເຮັດບຸນໃຫ້ທານແນວໃດ່ ແລະ ກັບໃຜ ໄດ້ອະນິສົງຫລາຍທີ່ສຸດ https://dekwatlaos.com/buddhology/%e0%bb%80%e0%ba%ae%e0%ba%b1%e0%ba%94%e0%ba%9a%e0%ba%b8%e0%ba%99%e0%bb%83%e0%ba%ab%e0%bb%89%e0%ba%97%e0%ba%b2%e0%ba%99%e0%bb%81%e0%ba%99%e0%ba%a7%e0%bb%83%e0%ba%94%e0%bb%88-%e0%bb%81%e0%ba%a5%e0%ba%b0/110/ Wed, 09 Sep 2020 09:53:00 +0000 ພຣະພຸດທະເຈົ້າຕັດວ່າ ພຣະພິກຂຸສົງນັ້ນ ເປັນເນື້ອນາບຸນຂອງໂລກ (ປຸນຍະເຂຕຕັງ ໂລກັສສາຕິ) ບໍ່ມີນາບຸນອື່ນໃດ່ຍິ່ງກວ່າ, ຄຸນນະສົມບັດຂອງພຣະພິກຂຸສົງເປັນແນວໃດ່ ພຣະພຸດທະເຈົ້າຈື່ງບອກວ່າເປັນເນື້ອນາບຸນຂອງໂລກ ເຮົາຈະຮູ້ໄດ້ແນວໃດ່ ແລ້ວເຮັດບຸນກັບໃຜ ເຮັດບຸນປະເພດໃດ ຈື່ງຈະໄດ້ບຸນອະນິສົງຫລາຍ.

ຫລັກໆແລ້ວການເຮັດບຸນໃນພຸດທະສາສະໜາ ມີ 3 ຂັ້ນ ການເຮັດບຸນແຕ່ລະຂັ້ນຍ່ອມມີອະນິສົງບໍ່ສະເຫມີກັນ ແຕ່ວ່າ ພຸດທະບໍລິສັດຕ້ອງເຮັດບຸນທັງ ປະເພດນີ້ຄວບຄູ່ກັນໄປ ຄື 

ທານະມັຍ ເຮັດບຸນດ້ວຍການໃຫ້ທານ 

ສີລະມັຍ ເຮັດບຸນດ້ວຍການຮັກສາສີລ 

ພາວະນາມັຍ ເຮັດບຸນ ດ້ວຍການ ຈະເລີນ ຈິດຕະພາວະນາ

ໃນບົດນີ້ ຈະກ່າວເຖີງສະເພາະ ທານະມັຍ ຄືການເຮັດບຸນດ້ວຍການໃຫ້ທານ ການແບ່ງປັນ ການເສຍສະຫລະ ວັດຖຸ ສິ່ງຂອງ ວັດຖຸທານນີ້ກໍ່ມີຫລາຍປະເພດ ກ່າວກວ້າງໆກໍ່ ປັດໄຈ 4 ຄື ຈີວອນລວມເຖີງຜ້າ ເຄື່ອງຫນຸ່ມຫົ່ມ ບິນທະບາດ ລວມເຖີງເຄື່ອງບໍລິໂພກທຸກຢ່າງ ເສນາສະນະ ທີ່ຢູ່ອາໄສ ແລະ ຄິລານະເພຊັດ ຄືຍາຮັກສາໂຣກ

ທານະ ຫຼື ການໃຫ້ນີ້ ຍັງລວມເຖີງການໃຫ້ ຕັ້ງແຕ່ສັດເດລະສານນ້ອຍໃຫຍ່ ~ ບຸກຄົນທຳມະດາສາມັນ ຈົນເຖີີງ ໃຫ້ທານ ແກ່ ພຣະພຸດທະເຈົ້າ. ສຳຫລັບອະນິສົງຂອງການໃຫ້ແຕ່ລະບຸກຄົນ ຍ່ອມບໍ່ສະເຫມີກັນ

ໃຫ້ຜູ້ມີສິນນ້ອຍກໍ່ໄດ້ອະນິສົງນ້ອຍ ໃຫ້ຜູ້ມີສີນຫລາຍກໍ່ຈະໄດ້ອະນິສົງຫລາຍ

ການຖວາຍທານແກ່ສົງທີ່ເອີ້ນວ່າ ສັງຄະທານ ນັ້ນ ຄຳວ່າ ສົງ ເພີ່ນມຸ່ງເຖີງ ພຣະອະຣິຍະສົງ ຄື ພຣະໂສດາປະຕິມັກ ພຣະໂສດາປະຕິຜົນ ພຣະສະກະທາຄາມີມັກ ພຣະສະກະທາຄາມີຜົນ ພຣະອານາຄາມີມັກ ພຣະອານາຄາມີຜົນ ພຣະອະຣະຫັນຕະມັກ ພຣະອະຣະຫັນຕະຜົນ ລວມເປັນ 4 ຄູ່ 8 ບຸກຄົນ ບໍ່ໄດ້ຫມາຍເຖີງສົມມຸດຕິສົງ ເພາະວ່າພຣະອະຣິຍະສົງນັ້ນເປັນສາວົກຂອງພຣະພຸດທະເຈົ້າ ຜູ້ ສຸປະຕິປັນໂນ ຄື ປະຕິບັດດີ ອຸຊຸປະຕິປັນໂນ ປະຕິບັດຕົງ ຍາຍະປະຕິປັນໂນ ປະຕິບັດແລ້ວເພື່ອຍາຍະທັມ(ຄວາມຖືກຕ້ອງ,ຄວາມຈິງ) ສາມີຈິປະຕິປັນໂນ ປະຕິບັດຊອບ ພຣະອະຣິຍະສົງເຫລົ່ານັ້ນຍັງເປັນ ອາຫຸເນີຍໂຍ ເປັນຜູ້ຄວນແກ່ຂອງທີ່ເຂົານຳມາບູຊາ ປາຫຸເນີຍໂຍ ເປັນຜູ້ຄວນແກ່ຂອງທີ່ເຂົານຳມາຕ້ອນຮັບ ທັກຂິເນີຍໂຍ ເປັນຜູ້ຄວນແກ່ໄທຍະທັມທີ່່ນຳມາຖວາຍດ້ວຍສັດທາ ອັນຊະລີກະລະນີໂຍ ເປັນຜູ້ຄວນແກ່ການກະທຳອັນຊະລີ (ການໄຫວ້) ອະນຸດຕະລັງ ປຸນຍັກເຂດຕັງ ໂລກັດສາຕິ ເປັນນາບຸນຂອງໂລກ ບໍ່ມີນາບຸນອື່ນໄດ່ຍິ່ງກວ່າ

ພຣະພຸດທະເຈົ້າໄດ້ປຽບເຫມືອນການຫວ່ານພຶດລົງໃນນາທີ່ປະກອບດ້ວຍລັກສະນະ 8 ຢ່າງ ຍ່ອມໃຫ້ຜົນຫຼາຍ ໃຫ້ຄວາມພໍໃຈຫຼາຍ ໃຫ້ກຳໄລຫຼາຍ ປະກອບດ້ວຍລັກສະນະ 8 ຢ່າງ ຄື

ນາໃນກໍລະນີ ເປັນພື້ນທີ່ບໍ່ເປັນຂຸມ ເປັນດອນ ບໍ່ມີກ້ອນຫີນ ກ້ອນຊາຍ ດິນບໍ່ເຄັມ ໄຖໃຫ້ເລິກໄດ້ ມີທາງນ້ຳເຂົ້າ ມີທາງນ້ຳອອກ ມີເຫມືອງ ມີຫົວຄັນນາ ແບບນີ້

ກໍ່ເຫມືອນກກັນ ທານທີ່ບຸກຄົນໃຫ້ໃນສາມະນະພາມ ທີ່ປະກອບດ້ວຍລັກສະນະ 8 ຢ່າງເຫລົ່ານີ້ ເປັນທານມີຜົນຫລາຍ ມີອານິສົງຫລາຍ ມີຄວາມຮຸ່ງເຮື່ອງຫລາຍ ແຜ່ໄພສານຫລາຍ ປະກອບດ້ວຍ 8 ຢ່າງ ແບບນີ້ ຄື 

ສຳມະນະພາມໃນກໍລະນີນີ້ ເປັນຜູ້ມີສັມມາທິດຖິ ມີສັມມາສັງກັບປະ ມີສັມມາວາຈາ ມີສັມມາກັມມັນຕະ ມີສັມມາອາຊີວະ ມີສັມມາວາຍາມະ ມີສັມມາສະຕິ ມີສັມມາສະມາທິ ປະກອບດ້ວຍ ອົງ 8 ຢ່າງນີ້ແລ ເປັນທານ  ມີຜົນຫລາຍ ມີອານິສົງຫລາຍ ມີຄວາມຮຸ່ງເຮື່ອງຫລາຍ ແຜ່ໄພສານຫລາຍ.

ໃຫ້ທານແນວໃດ່ມີຜົນອານິສົງຫລາຍ

1,ໃຫ້ທານໂດຍເຄົາລົບ ຄືໃຫ້ໂດຍຄວາມເຕັ້ມໃຈ ບໍ່ໃຫ້ດ້ວຍຄວາມຢ້ານກົວ ຫຼື ຈຳໃຈໃຫ້ ເວລາໃຫ້ກໍ່ໃຫ້ດ້ວຍກິຣິຍາທີ່ນອບນ້ອມຍິ້ມແຍ້ມແຈ່ມໃສ່

2,ໃຫ້ທານໂດຍກັ່ນກອງດີ ຄືເຄົາລົບໃນທານຂອງຕົນ ແລະ ເຄົາລົບໃນຜູ້ຮັບ ເລືອກໃຫ້ແຕ່ຂອງດີ ຂອງມີປະໂຫຍດ ຂອງສະອາດມີຣົດດີ ເປັນຕົ້ນ 

ອີກປະການຫນື່ງ ຜູ້ທີ່ໃຫ້ຂອງທີ່ພໍໃຈ ຍ່ອມໄດ້ຂອງທີ່ພໍໃຈ ຜູ້ທີໃຫ້ຂອງທີ່ເລີດ ຍ່ອມໄດ້ຂອອງທີ່ເລີດ ຜູ້ທີ່ໃຫ້ຂອງທີດີ ຍ່ອມໄດ້ຂອງດີ ຜູ້ທີ່ໃຫ້ຂອງທີ່ປະເສີດ ຍ່ອມເຂົ້າເຖີງສະຖານທີ່ປະເສີດ ນໍລະຊົນໃດ່ ໃຫ້ຂອງທີ່ເລີດ ໃຫ້ຂອງທີ່ດີ ໃຫ້ຂອງທີ່ປະເສີດ ນໍລະຊົນນັ້ຈະບັງເກີດໃນທີ່ໃດ່ໆ ຍ່ອມມີອາຍຸຢືນ ມີຍົດ ນີ້ເປັນພຣະດຳລັດຂອງພຣະຜູ້ມີພຣະພາກເຈົ້າ

ການເລືອກຜູ້ຮັບທີ່ສົມຄວນແກ່ຂອງ ແລະ ເລືອກຜູ້ຮັບເປັນຜູ້ມີສີນ ມີຄຸນນະທັມ ເອີ້ນວ່າ ເຄົາລົບໃນຜູ້ຮັບ ອັນນີ້ບໍ່ໄດ້ຫມາຍເຖີງວ່າ ຖ້າຜູ້ຮັບເປັນສັດເດລະສານ ຫລື ເປັນຜູ້ບໍ່ມີສີນແລ້ວ ບໍ່ຕ້ອງໃຫ້ ຄວນໃຫ້ຫມົດແລະ ແຕ່ຂອງທີ່ດີ ຂອງທີ່ປານີດ ຂອງທີ່ສະອາດ ມີຣົດເລີດ ຍ່ອມສົມຄວນແກ່ຜູ້ຮັບທີ່ເລີດ ຄືຜູ້ປະພຶດທັມ ຜູ້ມີສີລຍິ່ງກວ່າຜູ້ອື່ນ ຍິ່ງໃຫ້ແກ່ຜູ້ມີສີລຈຳນວນຫລາຍເປັນປະໂຫຍດສຸກແກ່ຜູ້ມີສີລຈຳນວນຫລາຍ ທີ່ເອີ້ນວ່າ ສັງຄະທານ ຍິ່ງມີຜົນຈົນປະມານບໍ່ໄດ້ວ່າເທົ່ານັ້ນເທົ່ານີ້

3,ໃຫ້ດ້ວຍມືຂອງຕົນ ຂໍ້ນີ້ ຫມາຍຄວາມວ່າ ເວລານີ້ເຮົາເປັນມະນຸດ ມີມື ມີຕີນ ມີອາໄວຍະວະຄົບບໍລິບູນເຮົາຈຶ່ງສົມຄວນເຮັດທານນັ້ນດ້ວຍມືຂອງຕົນ ບໍ່ຄວນໃຊ້ຜູ້ອື່ນເຮັດແທນຕະຫລອດ ຖ້າຈະໃຫ້ກໍ່ເປັນບາງເທື່ອ ໃນເວລາຈຳເປັນ ນອກຈາກນັ້ນແລ້ວ ຄວນເຮັດທານດ້ວຍມືຂອງຕົນເອງ ເພາະນອກຈາກຈະເຮັດໃຫ້ເກີດເຈດຕະນາທີ່ເປັນບຸນໃນຂະນະກຳລັງໃຫ້ແລ້ວ ໃນວັດຕະອັນດົນນານນີ້ ເຮົາບໍ່ອາດຮູ້ໄດ້ວ່າ ເຮົາຈະເກີດເປັນຄົນທີ່ມີອະໄວຍະວະທີ່ສົມບູນບໍ່ ຖ້າເຮົາເກີດເປັນຄົນມືຂາດ ແລ້ວຂອງທີ່ເຮົາຢາກໃຫ້ທານດ້ວຍມືຂອງຕົນ ເຮົາຈະໃຫ້ໄດ້ແນວໃດ່.

4,ໃຫ້ເປັນປະຈຳ ຂໍ້ນີ້ຫມາຍເຖີງ ບໍ່ແມ່ນແຕ່ຢາກໃຫ້ຕາມໆຄົນອື່ນ ບໍ່ແມ່ນຕາມປະເພນີນິຍົມ ຫຼືໃຫ້ແບບຂວາງຖີ້ມ

5,ເຫັນຜົນໃນອະນາຄົດຈື່ງໃຫ້ ຫມາຍເຖີງ ໃຫ້ເພາະເຊື່ອວ່າ ທານມີຈິງ ຜົນຂອງທານມີຈິງ ທານເຮັດໃຫ້ເກີດໃນສະຫວັນໄດ້ຈິງ ເຖີງເກີດເປັນມະນຸດກໍ່ເປັນຜູ້ຮັ່ງມີ ບໍລິບູນດ້ວຍຊັບສິນ ຫລື ເຊື່ອວ່າ ທານເປັນການຂັດເກົ່າຄວາມຂີ້ຖີ່ ຄວາມຍືດຫມັ້ນຖືຫມັ້ນໃນຕົວຕົນ ເປັນແນວທາງກ້າວເຂົ້າໄປສູ່ສະຫວັນມັກຜົນ ນິບພານໄດ້.  

ສະຫລຸບແລ້ວ ການໃຫ້ທານທີ່ເປັນສັງຄະທານ ບໍ່ສະເພາະເຈາະຈົງແກ່ຮູບໃດ່ຮູບຫນື່ງ ໃຫ້ທານທີ່ເປັນກາລະທານ ຖືກທີ່ຖືກເວລາ ແລະໃຫ້ທານກັບຜູ້ມີສີນ ມີຜົນ ຜູ້ປະຕິບັດທັມ.ປະກອບດ້ວຍ ສັດທາ ໃນພຣະພຸດ,ພຣະທັມ ແລະ ພຣະສົງ ຈະມີຜົນອະນິສົງດີຫນັກແລ.

 

⇋⇋⇋⇋⇋⇋⇋⇋⇋⇋⇋⇋⇋⇋⇋⇋⇋⇋⇋

Grateful to these sources

ພຣະໄຕປິດົກສະບັບຫລວງ (ภาษาไทย) ເຫລັ່ມທີ່ 14 ສຸຕຕັນຕະປິດົກ ມັດຊິມະນິກາຍ ອຸປະຣິປັນນາດ ທັນຕະພູມສູດ ຫນ້າ 212

https://84000.org/tipitaka/book/bookpn01.html#3

http://www.manomayitthi.com/articles/42342184/%E0%B8%97%E0%B8%B2%E0%B8%99%E0%B8%A1%E0%B8%B1%E0%B8%A2%20%E0%B8%AA%E0%B8%B5%E0%B8%A5%E0%B8%A1%E0%B8%B1%E0%B8%A2%20%E0%B8%A0%E0%B8%B2%E0%B8%A7%E0%B8%99%E0%B8%B2%E0%B8%A1%E0%B8%B1%E0%B8%A2.html

]]>
ປະຫວັດຫຍໍ້ ຊາດພູມ ພຣະຄຣູອະນາວິໂຣ ( ບຸນທອງ ວິປຣະໄຊຍ໌, ຊາໂງນ ) https://dekwatlaos.com/buddhology/%e0%ba%9b%e0%ba%b0%e0%ba%ab%e0%ba%a7%e0%ba%b1%e0%ba%94%e0%ba%ab%e0%ba%8d%e0%bb%8d%e0%bb%89-%e0%ba%8a%e0%ba%b2%e0%ba%94%e0%ba%9e%e0%ba%b9%e0%ba%a1-%e0%ba%9e%e0%ba%a3%e0%ba%b0%e0%ba%84%e0%ba%a3%e0%ba%b9/113/ Sat, 29 Aug 2020 14:00:00 +0000 ປະຖົມພູມ

ທ່ານ ເກີດເມື່ອວັນອາທິດ ທີ 14 ກຸມພາ ປີ ຄ.ສ 1940 ທີ່ ບ້ານດອນຊ້າງໄພໂພນກ່າມ, ຕາແສງ ບ້ານ ຫ້ວຍ, ເມືອງ ໂຂງ ແຂວງສີພັນດອນ ( ຈໍາປາສັກ ) ບັນພະຊາເປັນສາມະເນນ ປີ ຄ.ສ 1957 ທີ່ວັດ ຊ້າງແກ້ວກໍາແພງເພັດ ບ້ານດອນຊ້າງໄພໂພນກ່າມ ເມືອງໂຂງແຂວງຈໍາປາສັກ ຈົບການສຶກສາສໍານັກທັມ ຊັ້ນເອກ, ປະໂຫຍກ 3 ແລະ ອະພິທັມ ຊັ້ນຕົ້ນ, ດ້ານການປະຕິບັດ ໄດ້ປະຕິບັດກໍາມະຖານໂດຍກົງຈາກພຣະອາຈານໃຫ່ຍ ຊາຄໍາແດງ ຍານະວຸດໂທ. ທ່ານຄືພຣະຜູ້ປ່ຽມລົ້ນດ້ວຍ ພົມວິຫານທັມ ແລະ ສົງຄຸນອັນປະເສີດ, ຕະຫຼອດຊີວິດຂອງທ່ານໄດ້ທຸ້ມເທແຮງກາຍ, ແຮງໃຈ ຄວາມຄິດ, ສະຕິປັນຍາ, ເມື່ອພຣະພຸດທະ ສາສະຫນາຢ່າງບໍ່ເຫັນແກ່ຄວາມອິດເຫມືອຍ, ຕັ້ງແຕ່ອາດີດຈົນເທິງວາລະສຸດທ້າຍຂອງຊີວິດທ່ານມີສາສະຫນາກິດຢ່າງຫຼວງຫຼາຍເຊັ່ນ:

ດ້ານການ ປົກຄອງ

ທ່ານໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແຫນ່ງ ເປັນເຈົ້າອະທິການ, ເປັນປະທານ ອ.ພ.ສ ເມືອງ ເປັນຮອງປະທານ ອ.ພ,ສ ແຂວງຈໍາປາສັກ ແລະ ກໍາມະການອົງການພຸດທະສາສະຫນາສໍາພັນລາວ, ທ່ານປົກຄອງຄະນະສົງຈົນພຣະພິກຂຸສາມະເນນມີລະບຽບວິໄນເປັນທີ່ຕັ້ງແຫ່ງຄວາມ ເຫຼື້ອມໃສສັດທາ,

ດ້ານວຽກງານການສຶກສາ

ທ່ານໄດ້ສົ່ງເສີມລູກຫຼານທີ່ດ້ອຍໂອກາດທາງການສຶກສາໃຫ້ໄດ້ເຂົ້າມາບວດເພື່ອສຶກສາຕໍ່ທາງທັມ ຈົບການສຶກສາໃນລະດັບນັກທັມປາລີເປັນ ມະຫາ ແລະ ອະພິທັມ ກໍຫຼາຍອົງ, ສວນການສຶກສາທາງຝ່າຍໂລກກໍຈົບການສຶກສາ ໃນລະດັບປະຣິນ ຍາຕີ, ປະຣິນຍາໂທ ປະຣິນຍາເອກກໍ່ຫຼາຍອົງສິກອອກມາເຮັດວຽກງານທາງຝ່າຍບ້ານ ເມືອງ ເຊັ່ນ: ເປັນທະຫານ ຕໍາຫຼວດ ພະນັກງານລັດຖະ ກອນ ນັກທຸລະກິດ ໄດ້ດິບໄດ້ດີ ກໍຫຼາຍຄົນກະຈາຍທົ່ວໄປໃນປະເທດ ເປັນການຊ່ວຍສ້າງພັດທະນາບ້ານເມືອງໃຫ້ມີຄວາມຈະເລີນຮຸ່ງເຮືອງ, ຜູ້ທີ່ ຍັງບວດກໍ່ເປັນເຈົ້າອະທິການວັດດ ເປັນຄະນະ ອ.ພ.ສ ເມືອງ ຄະນະ ອ.ພ.ສ ແຂວງ ຄະນະ ອ.ພ.ສ ສູນກາງ ກະຈາຍຢູ່ທົ່ວໄປທັງພາຍໃນ ແລະ ຕ່າງປະເທດກໍຫຼວງຫຼາຍ, 

ດ້ານການຈັດການເຜີຍແຜ່

ທ່ານເທດສະຫນາອົບຮົມສັ່ງສອນ ພຣະພິກຂຸ ສາມະເນນ ອຸປາສົກ ອຸປາສິກາ ຢູ່ເລື້ອຍໆ ແລະ ໄດ້ຮັບອາຣາດທະນາໃຫ້ເປັນຜູ້ສະແດງພຣະທັມມະເທດສະຫນາ ໃນພິທີຕ່າງໆ ຫຼວງຫຼາຍ, ນອກຈາກນີ້ທ່ານຍັງໃຫ້ຄວາມສໍາຄັນກັບການອົບຮົມ ເຍົາວະຊົນ, ຜູ້ເປັນອະນາຄົດຂອງຊາດໃຫ້ເປັນຄົນດີທີສົມບູນ,ທັງຄວາມຮູ້ວິທີການເທັກໂນໂລຊີຕ່າງໆ ແລະ ຄຸນນະທໍາອັນຈະເປັນຫົວໃຈຫຼັກໃນ ການດໍາເນີນຊີວິດເພື່ອໃຫ້ເຂົາເຫຼົ່ານັ້ນເປັນກໍາລັງສໍາຄັນໃນການພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງໃນທຸກໆດ້ານ

ດ້ານການຈັດການສາທາຣະນູປະການ

ທ່ານໄດ້ເປັນປະທານນໍາພາກໍ່ສ້າງວັດຫຼວງຫຼາຍ ທ່ານລົງມືສ້າງຢູ່ບ່ອນໃດກໍປະສົບຜົນສໍາເລັດຢູ່ບ່ອນນັ້ນ ທ່ນເປັນພຣະຜູ້ເວົ້າແລ້ວ ເຮັດຄືເວົ້າແຕ່ຄວາມຈິງ ແລະ ເຮັດແຕ່ຄວາມຈິງສະເຫມີເປັນຜູ້ມີສັດຈະທໍາປະຈໍາໃຈ, ນອກຈາກນັ້ນ ທ່ານໄດ້ຊ່ວຍເຫຼືອພຣະສົງ ສາມະເນນ ແລະ ສັງຄົມຫຼວງຫຼາຍຈົນນັບບໍ່ຖ້ວນພຣະຄຣູ ອະນາວິໂຣ ( ບຸນທອງ ວິປຣະໄຊຍ, ຊາໂງນ ) ຫຼື ອາຈານພໍ່ຂອງບັນດາສິດສານຸສິດທັງຫຼາຍວ່າ ດ້ວຍນ້ໍາໃຈ ແລະ ອັດຖາຍາໄສອັນແທ້ຈິງ ແລ້ວ ພຣະອາຈານເປັນພຣະຜູ້ທີ່ມີເມດຕາທັມອັນສູງສົ່ງ, ມີຄວາມຮັກ ມີຄວາມຫ່ວງໃຍ ໃນເຫຼົ່າສິດສານຸສິດທຸກໆ ຖ້ວນຫນ້າ, ທັງພຣະພິກຂຸສາມະເນນ ແລະ ສິດຄາຣະວາດທີ່ໄດ້ເພິ່ງພາອາໄສປາຣະມີຂອງທ່ານ, ທ່ານເປັນພຣະສົງແທ້ທີ່ບໍ່ຮັກບັງຊັງບ່ຽງ ບໍ່ເລືອກຊັ້ນວັນນະທີ່ຈະປະຕິບັດ, ຂໍພຽງແຕ່ນິມົນແລະຕັ້ງໃຈທ່ານກໍເມດຕາໃຫ້ກັບເຮົາແລ້ວ. ສິດສານຸສິດເຫັນແລ້ວວ່າ ພຣະອາຈານໃຫຍ່ທ່ານມີ ເມດຕາທັມ ມີຄວາມຮັກແພງຫ່ວງໃຍ ໃນສິດຂອງຕົນສະເຫມີຕົ້ນສະເຫມີປາຍໃນການປົກຄອງຂອງທ່ານພຣະອາຈານໃຫຍ່ຈະໃຊ້ຢູ່ 2 ວິທີການ ໃຫຍ່ໆຄື:

1. ຖ້າບອກສອນບໍ່ເຊື່ອຟັງຕ້ອງປາບປາມ ເພື່ອໃຫ້ກັບຈິດກັບໃຈເປັນຄົນດີກັມາ

2. ຖ້າບອກສອນເຊື້ອຟັງປະຕິບັດຕາມກໍຍົກຍ້ອງ ສັນລະເສີນ ( ພາສາພຣະເອີ້ນວ່າ ໃຊ້ພຣະເດດ ແລະ ຟູຣະຄຸນ ຄື: ໃຫ້ຄຸນ ແລະ ໃຫ້ໂທດໄດ້ )

ທັງສອງຂໍ້ນີ້ ທ່ານຈະນໍາໃຊ້ຄວບຄູ່ກັນໄປຖ້າສິດ ຄົນໃດຢູ່ໃຕ້ການປົກຄອງຜູ້ທີ່ເປັນລູກໃນທັມ ( ລູກເຜິ້ງ ລູກທຽນ ) ມີຄວາມດື້ດ້ານບໍ່ເຊື່ອຟັງວ່າຍາກສອນຍາກ ຫຼື ຂັດຕໍ່ຄໍາສັງສອນບໍ່ເຄົາລົບກົດ ລະບຽບວິໄນ ແລະ ກົດຫມາຍບ້ານ ເມືອງ, ຫຼີ້ນການພະນັນ, ຕິດອະບາຍຍະມຸກຕ່າງໆ ທ່ານຈະເອົາບົດຄະຣາວາດສະທັມມາເທດສອນຖ້າສອນ ແລ້ວບໍ່ປະຕິບັດຕາມທ່ານ ທ່ານພຣະອາຈານກໍຈະໃຊ້ວິທີການປາບປາມເພື່ອໃຫ້ຄົນນັ້ນມີຄວາມສໍານຶກໄດ້ພຣະເນນ ຫຼື ຄາຣາວາດ ຜູ້ໃດຢູ່ ໃຕ້ການປົກຄອງປະພຶດປະຕິບັດຖືກຕ້ອງຮູ້ ແລະ ເຂົ້າໃຈໃນຫນ້າທີ່ ທີ່ທ່ານໄດ້ມອບຫມາຍໃຫ້ແລ້ວປະຕິບັດຫນ້າທີ່ນັ້ນ ໃຫ້ສໍາເລັດລຸລ່ວງຮຽບຮ້ອຍ ດ້ວຍດີທ່ານພຣະອາຈານກໍຍົກຍ້ອງສັນລະເສີນ ແລະ ເມດຕາສົງເຄາະ ອະນຸເຄາະດ້ວຍດີ.

ທ່ານ ເປັນພຣະມະຫາເຖຣະອົງຫນຶ່ງຂອງປະເທດລາວທີ່ມີຄວາມຮູ້ແຕກສານໃນພຣະທັມວິໄນຂອງພຣະສັມມາສັມພຸດທະເຈົ້າ, ມີຄວາມສາມາດກ້າຫານ ເສຍສະຫຼະທ່ານໄດ້ອຸທິດຊີວິດເຫື່ອແຮງ ສະຕິປັນຍາ ແລະ ຈິດວິນຍານອັນບໍຣິສຸດຂອງເພີ່ນສ້າງຜົນງານໃນທຸກໆດ້ານ ນ້ອມຖວາຍເປັນພຸດທະ ບູຊາ, ທັມມະບູຊາ ແລະ ສັງຄະບູຊາ, ດ້ວຍພະລັງສັດທາອັນສູງສົ່ງ ເພື່ອສຶບທອດສົ່ງເສີມ ແລະ ພັດທະນາພຸດທະສາສະຫນາ ຕາມຫຼັກພຣະທັມ ວິໄນຢ່າງເຄັ່ງຄັດ ແລະ ມີຫົວຄິດປະດິດສ້າງ ໂດຍປັບປ່ຽນໃຫ້ເປັນໄປຕາມກາລະແລະໂອກາດແລະເງື່ອນໄຂພາວະວິໄສຂອງໂລກແຫ່ງຍຸກໃຫ່ມ ທ່ານເປັນພຣະມະຫາເຖຣະທີ່ຫນ້າຍົກຍ້ອງສັນລະເສີນ ທ່ານເປັນພຣະນັກປະຕິບັດທັມ ແລະ ນັກພັດທະນາທີ່ມີຄວາມຄິດແລະສ້າງສັນພັດທະນາ .. ວັດຖຸ ແລະ ພັດທະນາຈິດໃຈເອື້ອເຟື້ອເພື່ອແຜ່ມີເມດຕາທັມມີຄວາມປາດຖະນາໃຫ້ຜູ້ອື່ນເປັນສຸກທ່ານເປັນຜູ້ທີ່ມີບຸນຍາທິການສູງສົ່ງເປັນທີ່ເພິ່ງ ທາງດ້ານຈິດໃຈຂອງສາທຸຊົນ ແລະ ເປັນຮົມເຮືອນອັນເຢືອກເຢັນໃຫ້ແກ່ລູກຫຼານຕະຫຼອດມາ,

ຊ່ວງວາລະສຸດທ້າຍ

ທ່ານໄດ້ລະສັງຂານ ໃນວັນທີ 15/10/2012 ກົງກັບວັນດັບ 15 ຄ່ໍາ ເດືອນ 10 ພສ 2555 ປີມະໂລງ ເວລາ 6:00 ຕອນເຊົ້າ ລວມອາຍຸໄດ້ 72 ປີ 52 ພັນສາ

 

ຄັດຈາກ ຫນັງສື ອາໄລຫາ… ຈາຣຶກຄຸນ ຂຽນໂດຍ: ພຣະມະຫາດຣ. ບຸນທະວີ ວິໄລຈັກຣ

 

ຂອບໃຈ ຂໍ້ມູນຈາກເວັບໄຊຕ໌

http://phousalao.epizy.com/

http://www.pvs999.com/newscontent/%E0%BA%9E%E0%BA%A3%E0%BA%B0%E0%BA%84%E0%BA%A3%E0%BA%B9%20%E0%BA%AD%E0%BA%B0%E0%BA%99%E0%BA%B2%E0%BA%A7%E0%BA%B4%E0%BB%82%E0%BA%A3%20%E0%BA%9A%E0%BA%B8%E0%BA%99%E0%BA%97%E0%BA%AD%E0%BA%87%20%E0%BA%A7%E0%BA%B4%E0%BA%9B%E0%BA%B0%E0%BB%84%E0%BA%8A%20(%E0%BA%8A%E0%BA%B2%E0%BB%82%E0%BA%87%E0%BB%88%E0%BA%99)

]]>
ໍຊີວະປະຫວັດ ແລະ ວຽກງານພຣະອາຈານໃຫຍ່ ຊາລີ ກັນຕະສີໂລ https://dekwatlaos.com/buddhology/%e0%bb%8d%e0%ba%8a%e0%ba%b5%e0%ba%a7%e0%ba%b0%e0%ba%9b%e0%ba%b0%e0%ba%ab%e0%ba%a7%e0%ba%b1%e0%ba%94-%e0%bb%81%e0%ba%a5%e0%ba%b0-%e0%ba%a7%e0%ba%bd%e0%ba%81%e0%ba%87%e0%ba%b2%e0%ba%99%e0%ba%9e%e0%ba%a3/114/ Tue, 25 Aug 2020 12:26:00 +0000 ຍາທ່ານ ຊາລີ ກັນຕະຊີໂລ ມີຊື່ເດີມວ່າ  “ຊາລີ” ນາມສະກຸນ “ສີຫຼ້າ” ເກີດ 17 ມີນາ ພ.ສ 2475 (1933) ທີ່ບ້ານສິງ ຕາແສງສິງ ເທດສະບານ ແຂວງຍະໂສທອນ ບັນພະບຸລຸດເປັນເຊື້ອສາຍວຽງຈັນ ພໍ່ຊື່ “ຍົງ” ແມ່ຊື່ “ຕາ” ນາມສະກຸນ “ສີຫຼ້າ” ອ້າຍເອື້ອຍນ້ອງ ຮ່ວມກັນ 4 ຄົນ ແລະນ້ອງຕ່າງແມ່ອີກ 4

ພ.ສ 2483 (1940) – ເຂົ້າຮຽນຊັ້ນປະຖົມທີ່ໂຮງຮຽນບ້ານສິງ

ພ.ສ 2496 (1953) – ອາຍຸ 20 ບໍຣິບູນ ອຸປະສົມບົດເປັນພຣະພິກຂຸສົງ ທີ່ພັດທະສີມາ ວັດທາດ ບ້ານສິງ ຊື່ພຣະ ຊາລີ ສາຍາ “ກັນຕະສີໂລ” ມີພຣະຄຣູສຸວັນ ສິງຫະເຂດ ເປັນອຸປັດຊາ ພຣະອາຈານເສົາ ຊະນະປຸນໂຍ ເປັນກັມມະວາຈາກັ້ມຂວາ ພຣະອາຈານສັງວອນ ຖາວະໂຣ ກັມມະວາຈາກັ້ມຊ້າຍ ຈຳພັນສາທຳອິດທີ່ບ້ານເກີດ ວັດຈຳປານາຄໍາ

ພ.ສ 2497 (1954) – ເດີນທາງສູ່ແຂວງ ຫນອງຄາຍ ກັບພຣະມະຫາເແສນ ຊູຣັດ ຈຳພັນສາທີ່ວັດໂພໄຊ

ພ.ສ 2498 (1955) – ເດືອນມັງກອນ ຫຼັງຈາກເສັງໄດ້ນນັກທັມຕີ ພຣະມະຫາແສນ ພາໄປຝາກຮຽນວິປັສສນາກັມມະຖານ ກັບພຣະອາຈານມະຫາປານ ອານັນໂທ ເພີ່ນໄດ້ ພາເຂົ້າມາລາວ ເຂົ້າຝຶກອົບຮົມວິປັສສນາ ຄັ້ງທຳອິດທີ່ ວັດສ້າງເຫວີຍ 3 ມື້ ຕໍ່ມາວັດພຸດທະວົງສາປ່າຫຼວງ (ວັດໂສກປ່າຫຼວງ) 5 ມື້ ວັດໂພນໂຮງ 5 ມື້ ຈາກນັ້ນໄດ້ຂໍກັມມະຖານ ເຂົ້າຫ້ອງປະຕິບັດຈາກອາຈານມະຫາປານ ຈົນຮອດໄລຍະເຂົ້າພັນສາ ໄດ້ຍ້າຍມາທີ່ ວັດຊຽງແວ່ ຮຽນອະພິທັມເບື້ອງຕົ້ນ

ພ.ສ 2499 (1956) – ເຂົ້າຈຳພັນສາທີ່ວັດໂສກປ່າຫຼວງ ເລີ່ມຕົ້ນຊ່ວຍງານພຣະອາຈາຣຍ໌ມະຫາປານ ໃນການເຝິກອົບຮົມຜູ້ມາປະຕິບັດວິປັສສນາກັມມະຖານ

ພ.ສ 2500 (1957)- ເດີນທາງໄປຮຽນອະພິທັມປິດົກ ທີ່ວັດຣະຄັງໂຄສິຕາຣາມ ກຸງເທບ 6 ເດືອນ

ພ.ສ 2501 (1958) – ກັບມາເລີ່ມຕົ້ນຊ່ວຍວຽກສອນອະພິທັມ ໃນລະດັບຈຸລະຕຣີ ແລະ ສອບໄດ້ນັກທັມໂທ

ພ.ສ 2501-2508 (1958-1965) – ທ້າຍປີ ໄດ້ກັບມາຮຽນຕໍ່ອະພິທັມທີ່ ວັດຣະຄັງໂຄສິຕາຣາມ ຈົນຈົບ ມະຫາອະພິທັມເອກ ໂດຍມີ ພຣະອາຈານໂຊຕິກະ (ສັທທັມມະກະ ທັມມາຈະຮິຍະ) ຈາກສົມເດັດພຸດທະໂຄສາຈານ (ຍາໂນທະ ໂຍ) ວັດສະເກດ ໄລຍ ນັ້ນຍັງສອບເສັງໄດ້ນັກທັມເອກ

ພ.ສ 2509-2511(1996-1968)- ເດີນທາງກັບວັດປ່າໂສກປ່າຫຼວງ ພຣະອາຈານຍ໌ມະຫາປານ ໄດ້ມອບຫມາຍໃຫ້ສອນອະພິທັມ ແລະວິປັສສນາກັມມະຖານ ໂດຍ ສ້າງໂຮງຮຽນພຣະອະພິທັມ 3 ຊັ້ນຂຶ້ນ ແລະ ຂະຫຍາຍວຽກງານເຜີຍແຜ່ອອກໄປຍັງຕ່າງແຂວງຢ່າງກວ້າງຂວງ.

ພ.ສ 2511 (1968) – ພຣະອາຈາຣຍ໌ມະຫາປານ ອານັນໂທ ມໍຣະນະພາບລົງໄດ້ສືບທອດງານເຜີຍແຜ່ວິປັສສນາກັມມະຖານ ແລະ ການສອນອະພິທັມ ທີ່ວັດໂສກປ່າຫຼວງ ໃນຂະນະທີ່ລູກສິດລູກຫາທ່ານອື່ນທີ່ເຄີຍເປັນຫຼັກເລີ່ມທົດຖອຍຫາຍໄປ.

ພ.ສ 2516 (1973) – ຈັດຕັງລັດຖະບານປະສົມຂອງລາວ ເຮັດໃຫ້ ການສອນວິປັສສນາກັມມະຖານ ແລະ ອະພິທັມຕ້ອງຢຸດຊົ່ວຄາວ ແຕ່ຍັງມີການສອນສີລະທັມສັມພັນກັບການເມືອງ ແລະ ປັບການຮຽນປະຣິຍັດຕິທັມສົງມາເປັນສາຍສາມັນ ຄື ເອົາວິຊາຂອງສາມັນ ຂອງກະຊວງສຶກສາມາຮຽນໂດຍກົງ.

ພ.ສ 2517 (1974) – ຈັດງານຊາປະນະກິດສົບ ພຣະອາຈາຣຍ໌ມະຫາປານ ແລະ ໄດ້ຮັບຄັດເລືອກເປັນເຈົ້າອະທິການວັດພຸທວົງສາປ່າຫຼວງ ສືບຕໍ່ຈາກພຣະອາຈາຣຍ໌ ມະຫາປານ ອານັນໂທ.

ພ.ສ 2519 (1976) – ໄດ້ເຂົ້າຮ່ວມຮຽນແນວຄິດທິດສະດີສັງຄົມນິຍົມຮ່ວມກັບ ທາງຄະນະສົງ ແລະແນວລາວ ໂດຍມີທ່ານພູມີວົງວິຈິດ ຕາໍແຫນ່ງລັດຖະມົນຕີກະຊວງສຶກສາ ເປັນຜູ້ນຳໃນການຄົ້ນຄວ້າໃຊ້ເວລາຢູ່ 3 ເດືອນ ໄດ້ຮັບການແຕ່ງຕັ້ງເປັນຮອງເຈົ້າຄະນະຕາແສງທາດຂາວ

ພ.ສ 2519-2520 (1976-1977) – ເດີນທາງໄປຢາມພໍ່ລຸງທີ່ບ້ານເກີດ ຍະໂສທອນ (ພຣະອາຈາຣຍ໌ເສົາ ຊະນະປຸນໂຍ ອ້າຍຂອງແມ່) ຈົນພໍ່ລຸງມໍຣະນພາບ ໄດ້ຢູ່ຊ່ວຍ ຈັດງານສົບ ເຊິ່ງໄລຍະນັ້ນຖືກທາງການໄທສອບສວນ ແລະຕິດຕາມໃນຖານະ “ພຣະຄອມມິວນິດ”

ພ.ສ 2521 (1978) – ໄດ້ຮ່ວມປະຊຸມ ທີ່ໂຊວຽດ ອົງການ ABCP ຫຼືອົງການພຸດທະສາສະຫນາສັມພັນອາຊີເພື່ອສັນຕິພາບ ເປັນການຮວມຕົວຂອງອົງການທາງສາສະຫນາຂອງທາງຝ່າຍ ສັງຄົມນິຍົມ

ພ.ສ 2525 (1982)- 10 ປີ ຫຼັງງົດການສອນທັມມະວິໄນ ອະພິທັມ ແລະ ປະຕິບັດກັມມະຖານ ທ່ານພູມີວົງວິຈິດ ໄດ້ປຶກສາຫາລືກັບທາງຄະນະສົງ ແລະອະນຸມັດທາງວາວາ ໃຫ້ຟື້ນຟູການສອນພຣະທັມວິໄນ ແລະວິປັສສນາກັມມະຖານ ໂດຍໄດ້ເລີ່ມກັບເຂົ້າໄປສອນໃນໂຮງຮຽນປະຣິຍັດຕິສາມັນ

ພ.ສ 2552 (1989) – ຮວບຮວມຄະນະ ແລະ ເລີ່ມຟື້ນຄືນວຽກງານອົບຮົມວິປັສສນາອີກຄັ້ງ ໂດຍຂັດຂື້ນທີ່ວັດສວນວັດທະນະ 7 ມື້  ຕາມດ້ວຍວັດສ້າງເຫວີຍ 5 ມື້ ແລະ ປີດຽວກັນນັ້ນ ໄດ້ຟື້ນຟູວິປັສສນາພູມ ທີ່ວັດໂສກປ່າຫຼວງ ເຊີນວິປັສສນາຈານທັງສົງ ແລະ ຄະຣາວາດ ມາເຂົ້າຮ່ວມເຝິກ 20 ມື້

ພ.ສ 2537-2538 (1994-1995) – ຈັດອົບຮົມທັມມະ 7 ເດືອນ ທີ່ວັດໂສກປ່າຫຼວງ ເລີ່ມຈາກເຂົ້າພັນສາ ຮຽນທິດສະດີ ພຣະສູດ, ພຣະວິໄນ, ແລະ ພຣະອະພິທັມ ພຸດທະປະຫວັດ, ສາສະຫນາພາມ ອິດສະລາມ ແລະ ວິຊາພັດທະນາບ້ານເມືອງ

ພ.ສ 2538 (1995) – ເລີ່ມຕົ້ນງານພຸດທະສາສະຫນາ ຊ່ວຍເຫຼືອສັງຄົມ ເນື່ອງຈາ ເລີ່ມເກີດບັນຫາທາງສັງຄົມ ເຊັ່ນບັນຫາໂຣກເອດສ໌ ບັນຫາຢາເສບຕິດ

ພ.ສ 2543 (2000) – ຍ້າຍຈາກວັດໂສກປ່າຫຼວງ ໄປປະຈໍາຢູ່ທີ່ວັດປ່ານາຄູນນ້ອຍ ມຸ່ງຫວັງໃຫ້ເປັນສູນວິປັສນາກັມມະຖານ ແລະ ຮຽນອະພິທັມໃຫ້ຜູ້ສົນໃຈມາສຶກສາປະຕິບັດໄດ້ຕໍ່ເນື່ອງ

ພ.ສ 2544 (2001) – ຂະຫຍາຍວຽກງານພຸດທະສາສະຫນາເພື່ອສັງຄົມ ໃຫ້ມີການ ລົງສອນສີລະທັມໃນໂຮງຮຽນ ຮຽກວ່າທັມມະສັນຈອນ ເປັນການເຮັດວຽກແກ້ໄຂບັນຫາທີ່ ຕົ້ນເຫດ _ ພ.ສ 2546 (2003) – ກໍ່ຕັ້ງໂຄງການພຸດທະສາສະຫນາ ເພື່ອການພັດທະນາ (ຄ.ພ.ພ.) ໂດຍ 5 ຫນ່ວຍງານ ທີ່ສືບເນື່ອງມາຮອດປັດຈຸບັນ

ພ.ສ 2552 (2009) -ເລີ່ມຕົ້ນໂຄງການ ແປພຣະໄຕປິດົກສະບັບອັກສອນບາລີລາວ ແລະ ແປເປັນພາສາລາວ

ພ.ສ 2553 (2010) – ຈັດສະຫຼອງການດໍາເນີນໂຄງການແປພຣະໄຕປິດົກສະບັບ ຕົວອັກສອນບາລີ ລາວສໍາເລັດ ພ້ອມກັບການສະຫຼອງວຽງຈັນເປັນນະຄອນຫຼວງ ຄົບຮອບ 450 ປີ

2011 ດຳລົງຕໍາແຫນ່ງ ຮອງປະທານອົງການພຸດທະສາສະຫນາສັມພັນລາວ ຫົວຫນ້າກັມມາທິການເຜີຍແຜ່ສີລທັມ ແລະ ປະຕິບັດກັມມະຖານ ສູນກາງ ທັງເປັນປະທານໂຄງການພຸດທະສາສະໜາເພື່ອການພັດທະນາ (ຄ.ພ.ພ)

ມໍຣະນະ ວັນທີ 11 ກັນຍາ 2013 ທີ່ວັດປ່ານາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ອ່ານ ເພີ່ມເຕີມ ຫນັງສື 80 ປີ ຊີວິດທັມ ພຣະອາຈານໃຫຍ່ ຊາລີ ກັນຕະສີໂລ

]]>
ຄົນມີບາລະມີຈະມີລັກສະນະນິໄສແບບນີ້ https://dekwatlaos.com/buddhology/%e0%ba%84%e0%ba%bb%e0%ba%99%e0%ba%a1%e0%ba%b5%e0%ba%9a%e0%ba%b2%e0%ba%a5%e0%ba%b0%e0%ba%a1%e0%ba%b5%e0%ba%88%e0%ba%b0%e0%ba%a1%e0%ba%b5%e0%ba%a5%e0%ba%b1%e0%ba%81%e0%ba%aa%e0%ba%b0%e0%ba%99%e0%ba%b0/125/ Wed, 03 Jun 2020 15:55:00 +0000 ເລື່ອງ: ປາຣະມີທັມຂອງຄົນຕ່າງກັນ ໂດຍ ພຣະອາຈານ ໄຊຍະເດດ ວົງໂສພາ

ຄຳວ່າ ປາຣະມີ ໃນທີ່ນີ້ ໝາຍເຖິງພະລັງບຸນ, ຄວາມເຕັມປ່ຽມ, ຄວາມພຽບພ້ອມ, ພະລັງຂອງ ທານ, ສີນ, ເນກຂັມມະ, ປັນຍາ, ວິຣິຍະ, ຂັນຕິ, ສັດຈະ, ອະທິດຖານ, ເມດຕາ, ແລະອຸເປກຂາ ທີ່ສັ່ງສົມມາແຕ່ອະດີດຊາດຈົນຮອດປັດຈຸບັນ. ແຕ່ລະຄົນມີພະລັງປາຣະມີໜ້ອຍຫຼາຍແຕກຕ່າງກັນໄປ ຈະໃຫ້ມີຄວາມສະເໝີກັນເປັນໄປບໍ່ໄດ້, ຄວາມເປັນມະນຸດ ອາດຈະສະເໝີກັນ ແຕ່ຈິດໃຈມະນຸດ ບາບບຸນທີ່ເກີດຈາກກັມຂອງແຕ່ລະຄົນ ບໍ່ຄືກັນເດັດຂາດ.

ເມື່ອເວົ້າເຖິງປາຣະມີແລ້ວ ຖ້າເຮົາເວົ້າເຖິງຊີວິດ ແລະການຕັດສິນໃຈຂອງໃຜຜູ້ໜຶ່ງ ທີ່ຈະເລືອກເສັ້ນທາງເດີນ ວ່າຈະໜັກໄປທາງໂລກຸດຕະຣະ ຫຼືໂລກີຍະໄດ້ ກໍຈະຂຶ້ນຢູ່ກັບອຳນາດບຸນປາຣະມີທີ່ສະສົມມາແຕ່ອະດີດ. ຖ້າຫາກຄວາມເຕັມປ່ຽມແຫ່ງບຸນປາຣະມີຫາກມີໃນຈິດໃຈຂອງບຸກຄົນໃດແລ້ວ ຄົນນັ້ນ ກໍຈະມີຄວາມພ້ອມທີ່ຈະເດີນຕາມເສັ້ນທາງສາຍຕົງ ມຸ້ງສູ່ການຫຼຸດພົ້ນ, ຈະເລືອກຫົນທາງແຫ່ງການປະຕິບັດ ເພື່ອໃຫ້ເຖິງທາງພົ້ນທຸກ ຫຼາຍກວ່າທີ່ຈະເນັ້ນໄປໃນຝ່າຍສ້າງສົມບຸນປາຣະມີຕື່ມອີກ ເຊັ່ນ: ການສ້າງສາພັດທະນາຖາວອນວັດຖຸ, ການສ້າງບໍລິວານ, ການຊ່ວຍເຫຼືອສັງຄົມເປັນຕົ້ນ.

ຜູ້ມີບຸນປາຣະມີສະສົມມາດີແລ້ວນັ້ນ ຈະບໍ່ຄ່ອຍສົນໃຈໃນເລື່ອງຄວາມຈະເລີນທາງໂລກ ແຕ່ກົງກັນຂ້າມ ຈະມຸ້ງພັດທະນາຄວາມຈະເລີນທາງຈິດຫຼາຍກວ່າ. ສ່ວນຄົນທີ່ຍັງມຸ້ງຫວັງໃນການສ້າງສາພັດທະນາວັດວາສາສນາ, ຫວັງບໍລິວານ, ຫວັງເຈົ້າສັດທາ, ຫວັງລາບສັກກາຣະ ຄົນນັ້ນຍັງຢູ່ໃນລະຫວ່າງການສ້າງປາຣະມີ ຫຼືຖ້າບວດຢູ່ ບາງທີກໍເລືອກທີ່ຈະສິກອອກໄປ ຖ້າຫາກເຖິງເວລາ ເໝືອນພຣະໂພທິສັດໃຊ້ຊາດ ບາງຊາດບວດເປັນລືສີ ເຖິງຄາວສິກໄປຄອງບ້ານເມືອງກໍລາເພດພົມມະຈັນອອກໄປ. ແຕ່ມີບາງກໍລະນີ ຫາກບຸກຄົນນັ້ນເກີດຄວາມແໜງໜ່າຍໃນຊີວິດ ເຫັນສັດຈະທັມຕາມຄວາມເປັນຈິງ ເຖິງແມ່ນວ່າປາຣະມີບໍ່ເຕັມປ່ຽມ ກໍຈະອະທິດຖານຈິດ ເພື່ອທີ່ຈະປະຕິບັດໃຫ້ເຂົ້າເຖິງຄວາມສິ້ນໄປແຫ່ງທຸກໃນປັດຈຸບັນຊາດ ຫຼືອະນາຄົດຊາດທີ່ບໍ່ຍາວນານ ຈະວາງພັນທະນາການໄວ້ໝົດ ແລ້ວກຽມຕົວຕັດອາໄລນຳໂລກ.

ສະລຸບໄດ້ວ່າ ຄົນເຮົາມີບຸນປາຣະມີແຕກຕ່າງກັນ ຈິ່ງເລືອກເສັ້ນທາງຊີວິດຕ່າງກັນ, ອຳນາດບຸນປາຣະມີທີ່ເຕັມປ່ຽມແລ້ວ ມັກຈະເຮັດໃຫ້ບຸກຄົນນັ້ນ ເບື່ອໜ່າຍໃນໂລກ, ຈິດໃຈຈະອີ່ມພໍໃນວັດຕະສົງສານ ແລ້ວຈະປະຕິບັດເພື່ອຫາທາງຫຼຸດພົ້ນ ຫຼາຍກວ່າທີ່ຈະມຸ້ງໄປໃນທາງໂລກ ແລະເຖິງແມ່ນວ່າບຸນປາຣະມີບໍ່ພ້ອມ ແຕ່ຫາກໃຈພ້ອມທີ່ຈະພໍແລ້ວກັບການເກີດມາຫຼາຍພົບຫຼາຍຊາດນີ້ ກໍຍ່ອມຈະສາມາດຕັດສິນໃຈ ມຸ້ງໝັ້ນສູ່ການປະຕິບັດໃຫ້ເຖິງຄວາມດັບທຸກໄດ້.

________
#ໝາຍເຫດ: ທັມມະນອກຕຳຣາ ຂຽນຂຶ້ນມາ ເພື່ອພິຈາຣະນາຊ່ວຍກັນ

]]>