ນັກສຶກສາສາວ – ເດັກວັດລາວ https://dekwatlaos.com ພວກເຮົາຢາກແບ່ງປັນສາລະທັມ,ປະສົບການຮຽນຮູ້ສັງຄົມ ແລະ ເຕັກໂນໂລຊີແຫ່ງຍຸກສະໄຫມ Thu, 06 May 2021 06:02:14 +0000 en-US hourly 1 https://wordpress.org/?v=6.9.4 https://dekwatlaos.com/wp-content/uploads/2021/11/cropped-Untitled-1-32x32.png ນັກສຶກສາສາວ – ເດັກວັດລາວ https://dekwatlaos.com 32 32 ສາວນັກສຶກສາໃຈເດັດຂີ່ລົດໄລ່ຕຳໂຈນ ຈົນໄດ້ກະເປົາຄືນ https://dekwatlaos.com/blog-daily/hot-social/%e0%ba%aa%e0%ba%b2%e0%ba%a7%e0%ba%99%e0%ba%b1%e0%ba%81%e0%ba%aa%e0%ba%b6%e0%ba%81%e0%ba%aa%e0%ba%b2%e0%bb%83%e0%ba%88%e0%ba%81%e0%bb%89%e0%ba%b2%e0%ba%82%e0%ba%b5%e0%bb%88%e0%ba%a5%e0%ba%bb%e0%ba%94/396/ Thu, 22 Oct 2020 18:06:21 +0000 https://dekwatlaos.com/?p=396 ເມື່ອຕອນແລງຂອງວັນທີ່ 22 ມີຜູ້ໃຊ້ງານເຟສບຸກລາຍຫນື່ງໂພສວີດີຈາກກ້ອງວົງຈອນປິດ ເປັນສາວນັກສຶກສາ  ເລັ່ງລົດຈັກຕ່ຳໂຈນຜູ້ຮ້າຍ ທີ່ດຶງກະເປົາຂອງລາວໄປ.

ເຊີ່ງເປັນວິນາທີ່ສ່ຽງຊີວິດຂອງສາວໃຈກ້າຜູ້ນີ້  ໂໍໍຊກດີລາວ ສາມາດໄລ່ເວນທັນໂຈນ ແລະ ໄດ້ຮັບການຊ່ວຍເຫລື່ອຈາກຜົນລະເມືອງດີ ເຂົ້າມາຊ່ວຍຈັບມັດໂຈນ ສົ່ງເຈົ້າຫນ້າທີ່ຕຳຫລວດ.

ບົດສົນທະນາຕອນຫນື່ງໃນວີດີໂອຄລີບບອກວ່າ “ເກັ່ງຫລາຍ ສາວນີ້ເກັ່ງຫລາຍ ໂຈນຜູ້ນີ້ດຶງກະເປົາລາວໄປ ແລະ ລາວໄລ່ລົດຕ່ຳເອົາຄືນເລີຍ” “ເກັ່ງແທ້ເກັ່ງວ່າ ປ໊າດ ໃຈລາວເດັດຂະນາດ.”

ເບິ່ງວີດີໂອເຫດການ ໂຊມຫນ້າໂຈນຜູ້ຮ້າຍເພີ່ມເຕີ່ມ ໄດ້ທີ່ Facebook User => Tom Sengpisa Thammavong

ສຳຫລັບອາການຂອງນ້ອງນັກສຶກສາ ໄດ້ຮັບບາດເຈັບເລັກນ້ອຍທີ່ປາຍຄາງ ແລະ ຂາ ຈາກເຫດລົດລົ້ມ ແລະ ປະທະກັບຜູ້ຮ້າຍ.

ຂໍໍໍຊົມເຊຍຄວາມກ້າຫານຂອງນ້ອຍ ແລະ ພໍ່ແມ່ປະຊາຊົນທີ່ຊ່ວຍກັນ ເປັນຫູ ເປັນຕາ ຈັບໂຈນຜູ້ຮ້າຍໃນຄັ້ງນີ້ດ້ວຍ.

ຫລັງຈາກວີດີໂອເປັນໄວລອລ ບໍ່ດົນ ມີຊາວເນັດ ພາກັນອອກຄວາມເຫັນ ຊື່ນຊົມຄວາມກ້າຫານຂອງນ້ອງ ທີ່ກ້າຕັດສິນໃຈເອົາຊີວິດເຂົ້າສ່ຽງໃນຄັ້ງນີ້ ນອກຈາກນີ້ຍັງມີຜູ້ໃຊ້ງານເຟສບຸກຫລາຍໆທ່ານ ສົງສານ ອິດູຕົນນ້ອງ ຊ່ວຍກັນໂອນເງິນເປັນຄ່າຂວັນກຳລັງໃຈ ຄ່າຮັກສາບາດແຜ່ໃຫ້ນ້ອງດ້ວຍ.

]]>