ຄວາມແຕກຕ່າງ – ເດັກວັດລາວ https://dekwatlaos.com ພວກເຮົາຢາກແບ່ງປັນສາລະທັມ,ປະສົບການຮຽນຮູ້ສັງຄົມ ແລະ ເຕັກໂນໂລຊີແຫ່ງຍຸກສະໄຫມ Thu, 27 Oct 2022 14:54:22 +0000 en-US hourly 1 https://wordpress.org/?v=6.9.4 https://dekwatlaos.com/wp-content/uploads/2021/11/cropped-Untitled-1-32x32.png ຄວາມແຕກຕ່າງ – ເດັກວັດລາວ https://dekwatlaos.com 32 32 ການເປີດ ແລະ ປິດໃຈສົ່ງຜົນແນວໃດຕໍ່ຊີວິດ https://dekwatlaos.com/buddhology/kan-pert-lae-pit-jai-song-phon-neo-dai-tor-c-vit/1771/ Thu, 27 Oct 2022 14:53:22 +0000 https://dekwatlaos.com/?p=1771 ໂດຍ: ຄວັນສີເທົາ

ຖ້າສາມາດຈຳແນກມະນຸດໃນໂລກນີ້ອອກເປັນສອງປະເພດ ຜູ້ອ່ານຈະຈຳແນກອອກໃນລັກສະນະໃດ? ເປັນໄປໄດ້ບໍ່ທີ່ເຮົາຈະຈຳແນກມະນຸດອອກເປັນສອງປະເພດ ດັ່ງນີ້: ໜຶ່ງ-ມະນຸດທີ່ມີຈິດໃຈກວ້າງຂວາງ ສອງ-ມະນຸດທີ່ມີຈິດໃຈບໍ່ກວ້າງຂວາງ ຫຼືເວົ້າງ່າຍໆວ່າ ມີຈິດໃຈຄັບແຄບນັ້ນແຫຼະ ມະນຸດທັງສອງປະເພດນີ້ມີຄວາມແຕກຕ່າງກັນແນວໃດ? ເປັນໄປໄດ້ບໍ່ທີ່ຄຸນລັກສະນະທັງສອງແບບນີ້ຈະມີຢູ່ໃນຕົວຄົນຄົນໜຶ່ງໃນຊ່ວງເວລາດຽວກັນ? ແລະ ທີ່ສຳຄັນ ການມີຈິດໃຈເຊັ່ນນັ້ນມີຜົນຕໍ່ການດຳລົງຂອງພວກເຮົາແນວໃດ?

ຄຳຕອບອາດຈະມີຢູ່ໃນຫຍໍ້ໜ້າຖັດໄປ…

ໃນໜັງສື Principles ຂຽນໂດຍ ເຣຍ໌ດາລິໂອ—ເສດຖີ ແລະ ນັກລົງທຶນ ຊາວອາເມຣິກາ ເວົ້າເຖິງເລື່ອງນີ້ໄວ້ວ່າ: ຄົນທີ່ມອງຄວາມຄິດເຫັນຄົນອື່ນທີ່ຕ່າງຈາກຕົນວ່າ ເປັນການໂຈມຕີ ຫຼືເປັນສັດຕູ ແມ້ວ່າຄວາມຄິດນັ້ນຈະມີເຫດຜົນດີກວ່າຕົນກໍຕາມ ພຶດຕິກຳແບບນີ້ ບົ່ງບອກວ່າ ຄົນຄົນນັ້ນເປັນຄົນໃຈແຄບ ການເປັນຄົນໃຈແຄບສາມາດສະແດງອອກຜ່ານພຶດຕິກຳຫຼາຍຢ່າງ ເຊັ່ນ: ບໍ່ສາມາດຍອມຮັບຄວາມຄິດເຫັນຂອງຄົນອື່ນໄດ້ ມອງຄົນທີ່ຄິດຕ່າງວ່າ ເປັນສັດຕູ ເມື່ອມອງຄົນອື່ນເປັນສັດຕູ ສິ່ງທີ່ຈະຕ້ອງເຮັດຕໍ່ໄປຄື ຕ້ອງກຳຈັດບຸກຄົນນັ້ນອອກໄປ ການເປັນຄົນໃຈແຄບມີຜົນຮ້າຍຫຼາຍກວ່າທີ່ເຮົາຄິດ ເຣຍ໌ກ່າວວ່າ ຄົນທີ່ມີຄວາມພູມໃຈໃນຕົນເອງສູງ ຫຼືຄິດວ່າຕົນເອງເກັ່ງ ມັກຈະຮຽນຮູ້ສິ່ງຕ່າງໆໄດ້ນ້ອຍລົງ, ຕັດສິນໃຈຜິດພາດໄດ້ງ່າຍ ແລະ ຈະກາຍເປັນຄົນຂາດສັກກະພາບໄປໃນທີ່ສຸດ  ພຶດຕິກຳແບບນີ້ສາມາດເກີດຂຶ້ນໄດ້ແມ້ກັບຄົນທີ່ເກັ່ງ ແລະ ສະຫຼາດ ຜົນທີ່ຕາມມາຈາກການມີພຶດຕິກຳແບບນີ້ຄື ບຸກຄົນນັ້ນຈະດຳເນີນຊີວິດໄປວັນໆ ໂດຍບໍ່ໄດ້ຮັບການພັດທະນາຕົນເອງໃຫ້ດີຂຶ້ນເລີຍ ເພາະບໍ່ມີໃຜຢາກໃຫ້ຄຳແນະນຳ

ພຶດຕິກຳແບບນີ້ເກີດມາຈາກໃສ?

ໃນໜັງສືເຫຼັ້ມດຽວກັນນັ້ນ ເຣຍ໌ດາລິໂອ ອະທິບາຍວ່າ ຄວາມໃຈແຄບເກີດມາຈາກຄວາມຂັດແຍ້ງກັນເອງຂອງສະໝອງສອງສ່ວນຄື ສະໝອງທີ່ເຮັດໜ້າທີ່ຄວບຄຸມດ້ານເຫດຜົນ (Prefrontal cortex) ແລະ ສະໝອງທີ່ເຮັດໜ້າທີ່ຄວບຄຸມດ້ານອາລົມ (Amygdala). ເມື່ອພວກເຮົາຈະຕັດສິນໃຈເຮັດສິ່ງໃດສິ່ງໜຶ່ງ ສະໝອງສອງສ່ວນນີ້ຈະຕີກັນແທບທຸກຄັ້ງ ສົມມຸດວ່າ ຊ່ວງນີ້ ເຈົ້າກຳລັງຄວບຄຸມນ້ຳໜັກຂອງຕົນເອງ ມື້ໜຶ່ງ ພາຍຫຼັງທີ່ກັບມາຈາກການເຮັດວຽກ ກຳລັງຫິວຢ່າງແຮງ ເຈົ້າຍ່າງໄປເປີດຕູ້ເຢັນ ປາກົດວ່າມີເຄັກວາງໄວ້ຢູ່ໃນນັ້ນໜຶ່ງກ້ອນກັບບ່ວງໜຶ່ງອັນ (ຂະໜາດເລົ່າເອງຍັງຫິວເລີຍ) ເຊິ່ງເຈົ້າສາມາດຕັກກິນເຄັກນັ້ນໄດ້ຕະຫຼອດເວລາ ໃນຂະນະທີ່ເຈົ້າກຳລັງຄິດວ່າ ຈະກິນຫຼືບໍ່ກິນດີ ສະໝອງສອງສ່ວນນີ້ຈະຕີກັນໃນຫົວຂອງເຈົ້າກ່ອນ ຖ້າສະໝອງສ່ວນໃດຊະນະ ສະແດງວ່າເຈົ້າຈະຕັດສິນໃຈເຮັດສິ່ງນັ້ນ ຖ້າສະໝອງສ່ວນທີ່ເຮັດໜ້າທີ່ຄວບຄຸມດ້ານອາລົມເປັນຝ່າຍຊະນະ ໝາຍຄວາມວ່າ ເຄັກກ້ອນນັ້ນຈະຫາຍໄປທັນທີ ແຕ່ຖ້າເຄັກກ້ອນນັ້ນຍັງຄົງເດີມຢູ່ຄືເກົ່າ ສະແດງສະໝອງທີ່ເຮັດໜ້າທີ່ຄວບຄຸມດ້ານເຫດຜົນເປັນຝ່າຍຊະນະ. ທີນີ້ ໃນຊີວິດປະຈຳວັນ ກ່ອນທີ່ຈະຕັດສິນໃຈເຮັດສິ່ງໃດສະໝອງສອງສ່ວນນີ້ຈະຕີກັນກ່ອນ ຖ້າຝ່າຍໃດຊະນະກໍສະແດງວ່າ ເຮົາຈະເຮັດຕາມສະໝອງສ່ວນນັ້ນສັ່ງການ.

 ຈາກການສຶກສານີ້ສະແດງໃຫ້ເຮົາເຫັນວ່າ ສິ່ງທີ່ເຮັດໃຫ້ມະນຸດມີຈິດໃຈຄັບແຄບເກີດມາຈາກສະໝອງທີ່ເຮັດໜ້າທີ່ຄວບຄຸມດ້ານອາລົມເປັນຝ່າຍຊະນະ ເມື່ອຊະນະແລ້ວ ມັນຈະເປັນຝ່າຍຄວບຄຸມສະໝອງສ່ວນອື່ນໆຄື ກົດສະໝອງສ່ວນອື່ນໄວ້ບໍ່ໃຫ້ສະແດງຕົວອອກມາ ຮ້າຍຍິ່ງໄປກວ່ານັ້ນ ມັນຈະແຜ່ລາມໄປຫາຄົນອື່ນທີ່ຢູ່ອ້ອມຂ້າງນຳ ໂດຍສະເພາະຄົນທີ່ບໍ່ເຫັນດ້ວຍກັບຄວາມຄິດຂອງມັນ ພວກເຮົາມັກເອີ້ນຄົນຜູ້ທີ່ຖືກສະໝອງສ່ວນນີ້ຄວບຄຸມວ່າ “ຄົນເອົາແຕ່ໃຈຕົນເອງ” ການເປັນຄົນເອົາແຕ່ໃຈຕົນເອງນີ້ ມັກເຮັດໃຫ້ເສຍໂອກາດໃນການພັດທະນາ ເພາະການປິດໃຈຄືການປິດກັ້ນຕົນເອງຈາກຄຳວິພາກວິຈາກທີ່ສ້າງສັນ ບາງຄັ້ງ ເຖິງຂັ້ນເປັນອັນຕະລາຍຕໍ່ຊີວິດ ເລື່ອງແບບນີ້ມີໃຫ້ເຮົາເຫັນໄດ້ຕະຫຼອດປະຫວັດສາດທີ່ຜ່ານມາ ໂດຍສະເພາະຈາກຜູ້ນຳຜະເດັດການທັງຫຼາຍ.

ເຮົາຈະສັງເກດເຫັນວ່າ ໃນສັງຄົມທີ່ເຮົາອາໄສຢູ່ ຖ້າມີຄົນປະເພດນີ້ຢູ່ນຳ ຈະເຮັດໃຫ້ບັນຍາກາດໃນການເຮັດວຽກ ຫຼືການຮຽນໜັງສືໜ້າອຶດອັດໄປໝົດ ຍິ່ງຖ້າບຸກຄົນຄົນນັ້ນເປັນຜູ້ທີ່ມີອຳນາດດ້ວຍແລ້ວລະກໍ ຍິ່ງໜ້າອຶດອັດໄປໃຫຍ່ ລອງຈິນຕະນາການເບິ່ງ ເວລາຍ່າງໄປໃສ ຫຼືເວລາຢູ່ໃນທີ່ປະຊຸມໂດຍມີຄົນແບບນີ້ເປັນປະທານ ເຫຼືອບຕາໄປທາງໃດ ລູກນ້ອງຈະຫຼົບສາຍຕາປຸ໊ບປັບ ເພາະລັງສີອຳມະຫິດແຜ່ຊ່ານອອກມາ ຖ້າຜູ້ໃດຢູ່ໃຕ້ບັງຄັບບັນຊາຄົນແບບນີ້ຄົງເວົ້າໄດ້ພຽງຄຳດຽວວ່າ “ຮູ້ສຶກປົງກັບຊີວິດ”

ຄຳຖາມຄື ທ່ານຢາກຈະເປັນຄົນແບບນັ້ນບໍ? ຄົນເອົາແຕ່ໃຈຕົນເອງ

ເມື່ອເປັນແນວນີ້ແລ້ວ ເຮົາຈະມີວິທີແກ້ໄຂແນວໃດ?

ຖ້າຢາກແກ້ໄຂບັນຫານີ້ ສິ່ງທຳອິດທີ່ຈະຕ້ອງເຮັດຄື ຍອມຮັບໃຫ້ໄດ້ວ່າ ບໍ່ມີຫຍັງສົມບູນແບບ (Nothing is perfect) ລວມທັງຕົວເຮົາເອງນຳ ຕົວເຮົາເອງຍ່ອມມີຈຸດບອດ ຫຼືຂໍບົກພ່ອງຢ່າງໃດຢ່າງໜຶ່ງຢ່າງແນ່ນອນ. ເມື່ອຍອມຮັບກົດຂໍ້ນີ້ແລ້ວ ເຮົາຈະຫັນກັບມາພິຈາລະນາຕົນເອງຫຼາຍຂຶ້ນ ເມື່ອໃດກໍຕາມທີ່ຍອມຮັບວ່າ ຕົນເອງມີຈຸດບອດ ເມື່ອນັ້ນ ເຮົາຈະຄ່ອຍໆເປີດໃຈໃຫ້ກວ້າງ ກ້າຍອມຮັບຄວາມແຕກຕ່າງ ແລະ ງ່ຽງຫູຮັບຟັງຄວາມຄິດເຫັນຂອງຄົນອື່ນດ້ວຍຄວາມເຕັມໃຈ ເຣຍ໌ດາລິໂອ ບອກວ່າ: ການເປີດຮັບມຸມມອງຂອງຄົນອື່ນບໍ່ແມ່ນການປິດກັ້ນອິດສະລະທາງຄວາມຄິດຂອງຕົນ ເຮົາຍັງສາມາດຕັດສິນໃຈດ້ວຍຕົນເອງໄດ້ຄືເກົ່າ ພຽງແຕ່ມີໄອເດຍໃໝ່ໆເພີ່ມຂຶ້ນມາເທົ່ານັ້ນເອງ

ການເປີດໃຈຍອມຮັບຟັງຄວາມຄິດເຫັນຂອງຄົນອື່ນ ບໍ່ໄດ້ໝາຍຄວາມວ່າ ເຮົາສູນເສຍຈຸດຢືນຂອງຕົນເອງ ຫຼືເຮົາຕ້ອງເຫັນດ້ວຍກັບບຸກຄົນນັ້ນສະເໝີໄປ ແຕ່ຄືການເປີດໃຈໃຫ້ເຮົາພິຈາລະນາເຫດຜົນຂອງຄົນອື່ນ ແທນທີ່ຈະດື້ດ້ານ ແລະ ຍຶດໝັ້ນໃນແນວຄິດຂອງຕົນເອງຢ່າງໄຮ້ເຫດຜົນ ເຜື່ອໃຈໄວ້ວ່າ ຄວາມຄິດຂອງເຮົາອາດຈະຜິດກໍເປັນໄດ້ ມັນບໍ່ງ່າຍທີ່ຄຳຕອບທີ່ດີທີ່ສຸດຈະມາຈາກຄວາມຄິດຂອງຄົນພຽງຄົນດຽວ ເຣຍ໌ດາລິໂອ ກ່າວໄວ້ເຊັ່ນນັ້ນ. ສະນັ້ນ ເຮົາຄວນໝັ່ນຮັບຟັງຄວາມຄິດເຫັນຂອງຄົນອື່ນໃຫ້ຫຼາຍຂຶ້ນ ໂດຍສະເພາະຄຳວິພາກວິຈານທີ່ບໍ່ເຫັນດ້ວຍກັບຄວາມຄິດຂອງຕົນ. ແນ່ນອນ ມະນຸດມັກຮັບຟັງຄຳຊົມຫຼາຍກວ່າຄຳຕິ ຄຳຊົມອາດຈະເຮັດໃຫ້ເຮົາອາລົມດີ ແຕ່ຄຳຕິຈະຊ່ວຍໃຫ້ການຕັດສິນໃຈຂອງເຮົາມີປະສິດທິພາບຫຼາຍຂຶ້ນ ແລະ ເມື່ອເຮົາໄດ້ຍິນຄຳຕິ ຫຼືຄຳວິພາກວິຈານຈາກຄົນອື່ນຫຼາຍຂຶ້ນ ໝາຍຄວາມວ່າ ເຮົາໜ້າຈະມີຈຸດບົກພ່ອງຢ່າງໃດຢ່າງໜຶ່ງແນ່ນອນ. ພຸດທະເຈົ້າຕັດວ່າ ໃຫ້ມອງຄົນວິພາກວິຈານຫຼືຕຳນິເໝືອນກັບເປັນຜູ້ທີ່ຊີ້ຂຸມຊັບໃຫ້ ເພາະນັ້ນຄືຈຸດເລີ່ມຕົ້ນຂອງການພັດທະນາ.

ການຄົ້ນຫາມຸມມອງທີ່ແຕກຕ່າງເພື່ອຕັດສິນໃຈສົ່ງຜົນຕໍ່ຊີວິດຂອງເຮົາມະຫາສານ

ເຣຍ໌ດາລິໂອເລົ່າເຖິງເຫດການທີ່ເກີດຂຶ້ນກັບລາວຄັ້ງໜຶ່ງວ່າ: ປີ 2013 ລາວໄປກວດສຸຂະພາບປະຈຳປີກັບໝໍຄົນໜຶ່ງ ຜົນກວດອອກມາວ່າ ລາວມີໂອກາດສູງເຖິງ 15% ທີ່ຈະເປັນມະເລັງໃນຫຼອດອາຫານ ຖ້າບໍ່ຮີບຮັກສາລາວຈະຕາຍດ້ວຍໂຣກຊະນິດນີ້ໃນອີກສາມເຖິງຫ້າປີຂ້າງໜ້າ ການຮັກສາໂດຍທົ່ວໄປຄື ຕ້ອງຕັດຫຼອດອາຫານອອກ ແຕ່ບັນຫາຄື ເຣຍ໌ບໍ່ຢາກເຮັດແບບນັ້ນ ເພາະເຫດຜົນສ່ວນຕົວບາງຢ່າງ ສິ່ງທີ່ລາວເຮັດໄດ້ຕອນນັ້ນຄື ທຳໃຈ ແລະ ລໍວັນຕາຍ.

ໃນຫ້ວງເວລາທີ່ກຳລັງສິ້ນຫວັງ ໃຈໜຶ່ງກໍຍັງມີແຮງຮຶດສູ້ເພື່ອໃຫ້ມີຊີວິດລອດ ສິ່ງທີ່ລາວເຮັດຕໍ່ຈາກນັ້ນຄື ການໄປກວດກັບໝໍຄົນອື່ນໆທີ່ຊຳນານດ້ານນີ້ເຊິ່ງມີມຸມມອງຕ່າງກັນ ໝໍຄົນໜຶ່ງບອກວ່າ ໂຣກທີ່ລາວເປັນຢູ່ສາມາດແພ່ລາມໄດ້ຢ່າງໄວວາ ແລະ ຮັກສາໄດ້ຍາກຢ່າງຍິ່ງ ຖ້າຜ່າຕັດມີໂອກາດເສຍຊີວິດທັນທີ 10% ແລະ ມີໂອກາດ 70% ທີ່ຈະບໍ່ກັບມາເປັນປົກກະຕິ. ໝໍອີກຄົນໜຶ່ງບອກວ່າ ໂຣກມະເລັງທີ່ລາວເປັນຢູ່ນີ້ບໍ່ໜ້າເປັນຫ່ວງປານໃດ ພຽງແຕ່ເຝົ້າຕິດຕາມອາການ ແລະ ສ່ອງກ້ອງເປັນປະຈຳທຸກສາມເດືອນກໍພຽງພໍແລ້ວ ຖ້າວ່າກ້ອນເນື້ອໃຫຍ່ຂຶ້ນ ກໍພຽງແຕ່ໄປຕັດອອກແລ້ວຈະສາມາດໃຊ້ຊີວິດໄດ້ເປັນປົກກະຕິ ຈາກນັ້ນ ລາວກໍໄປຫາໝໍທີ່ຊຳນານດ້ານນີ້ອີກສອງທ່ານເຊິ່ງຄຳແນະນຳຂອງພວກເຂົາມີທັງເໝືອນ ແລະ ຕ່າງກັນຈາກໝໍຄົນທີ່ຜ່ານມາ.

ເລື່ອງດຽວກັນ ແຕ່ເມື່ອໃຫ້ຜູ້ຊ່ຽວຊານຫຼາຍຄົນໃຫ້ຄຳຕອບ ແຕ່ລະຄົນຕ່າງກໍມີຄຳແນະນຳແຕກຕ່າງກັນໄປ ບາງຄົນແນະນຳໃຫ້ຜ່າຕັດ ບາງຄົນແນະນຳໃຫ້ເຝົ້າເບິ່ງອາການ ບາງຄົນບອກວ່າເປັນໂຣກທີ່ອັນຕະລາຍຢ່າງຍິ່ງ ບາງຄົນບອກວ່າເປັນໂຣກທີ່ບໍ່ຮ້າຍແຮງເຖິງຂັ້ນຊີວິດ ສິ່ງທີ່ເກີດຂຶ້ນແກ່ເຣຍ໌ດາລິໂອໃນຕອນນັ້ນຄື ແລ້ວກູຈະເຊື່ອໃຜດີຫວ່ະ! ອາລົມໜ້າຈະປະມານແຫຼະ.

ເນື່ອງຈາກວ່າເຣຍ໌ເປັນຄົນທີ່ເປີດໃຈ ຢາກຮູ້ມຸມມອງທີ່ແຕກຕ່າງກັນຂອງຫຼາຍຄົນ ເມື່ອຜົນວິນິດໄສຂອງຜູ້ຊ່ຽວຊານທັງສີ່ມີຄວາມແຕກຕ່າງກັນ ລາວຈຶ່ງຈັບຜູ້ຊ່ຽວຊານທັງຫຼາຍນັ້ນມາລົມກັນ ເພື່ອໃຫ້ທຸກຄົນໄດ້ສະແດງຄວາມຄິດເຫັນຕໍ່ມຸມມອງຂອງອີກຝ່າຍວ່າມີຄວາມເປັນໄປໄດ້ໜ້ອຍຫຼາຍພຽງໃດ ໃຫ້ມັນຮູ້ດຳຮູ້ແດງໄປເລີຍ ແລ້ວລາວຈະເປັນຜູ້ນັ່ງຟັງ ເຣຍ໌ເອີ້ນວິທີການແບບນີ້ວ່າ ການເປີດຕາ (Eye Opening) ຕອນທີ່ລາວເຂົ້າໄປຫາໝໍເປັນການສ່ວນຕົວ ພວກເຂົາແນະນຳວິທີຮັກສາແຕກຕ່າງຫຼາຍ ແຕ່ເມື່ອໃຫ້ພວກເຂົາທັງສີ່ມາລົມກັນ ຕ່າງຄົນຕ່າງກໍພະຍາຍາມຫຼີກລ່ຽງຂໍ້ທີ່ຂັດແຍ້ງກັນ ຖົກຖຽງກັນດ້ວຍຄວາມສຸພາບ ຈົນໄດ້ຄຳຕອບທີ່ດີທີ່ສຸດ. ການຖົກຖຽງ (ບໍ່ແມ່ນການໂຕ້ຖຽງ) ກັນແບບນີ້ ເປັນພຽງການຄົ້ນຫາແບບເປີດກວ້າງວ່າສິ່ງໃດເປັນສິ່ງທີ່ຖືກຕ້ອງ ແລ້ວຫາຂໍ້ສະຫຼຸບຮ່ວມກັນ.

ດ້ວຍວິທີແບບນີ້ເຮັດໃຫ້ເຣຍ໌ເຫັນຄວາມຈິງ ແລະ ເຂົ້າໃຈກ່ຽວກັບໂຣກທີ່ເປັນຢູ່ຫຼາຍຂຶ້ນ ໃນທີ່ສຸດ ລາວຈຶ່ງໄດ້ຄຳຕອບວ່າ: “ໃນຊ່ວງ 48 ຊົ່ວໂມງທີ່ຜ່ານມາ ຂ້າພະເຈົ້າເໝືອນລອດພົ້ນຈາກການຖືກປະຫານຊີວິດທີ່ຕ້ອງຄວ້ານໄສ້ ແລະ ພຸງອອກ ທ້າຍທີ່ສຸດຂ້າພະເຈົ້າກໍພົບວິທີທີ່ງ່າຍກວ່າ ນັ້ນຄື ການເຝົ້າລະວັງ ແລະ ຕັດເຊື້ອທີ່ມັນຂະຫຍາຍຕົວອອກ ກ່ອນທີ່ມັນຈະລຸກລາມໄປສູ່ຈຸດອື່ນ”  ຈາກນັ້ນ ລາວກັບ ດຣ.ເກຣເຊີຣ໌ເຊິ່ງເປັນໝໍປະຈຳຕົວ ກໍໄປພົບແພດຜູ້ຊ່ຽວຊານລະດັບໂລກອີກສອງທ່ານ ພວກເຂົາໃຫ້ຄຳແນະນຳທີ່ກົງກັນວ່າ ການສ່ອງກ້ອງແລ້ວຕັດເອົາເນື້ອເຍື່ອໄປໃຫ້ຫ້ອງທົດລອງວິນິດໄສເປັນວິທີຮັກສາທີ່ດີທີ່ສຸດ. ໜຶ່ງອາທິດຕໍ່ມາ ຜົນກວດອອກມາວ່າ ລາວບໍ່ມີເຊື້ອມະເລັງທີ່ມີຄວາມສ່ຽງສູງເໝືອນໝໍຄົນທີ່ຜ່ານມາບອກເລີຍ.

ຄຳຖາມຄື ວິທີທີ່ໝໍແນະນຳໃນເບື້ອງຕົ້ນນັ້ນເປັນວິທີທີ່ຜິດຫວາ?

ຜູ້ອ່ານຄິດວ່າແນວໃດ?

ຜູ້ອ່ານທັງຫຼາຍ ທີ່ຜູ້ຂຽນຍົກເລື່ອງນີ້ຂຶ້ນມາ ຢາກຊີ້ໃຫ້ເຫັນພຽງວ່າ ບາງຄັ້ງ ຜູ້ຊ່ຽວຊານກໍອາດຈະມີຄວາມຜິດພາດໄດ້ເຊັ່ນກັນ ການເປີດໃຈຮັບຟັງຄວາມຄິດເຫັນຂອງຄົນອື່ນໃນມຸມມອງຕ່າງໆຈຶ່ງເປັນເລື່ອງທີ່ດີ ແລະ ຄວນເຮັດຢ່າງຍິ່ງ. ທ່ານລອງຄິດເບິ່ງວ່າ ຖ້າເຣຍ໌ບໍ່ຍອມຮັບຟັງຄວາມເຫັນຂອງໝໍຫຼາຍໆຄົນໃນຕອນນັ້ນ ບໍ່ຮູ້ວ່າຕອນນີ້ຊີວິດຂອງລາວຈະເປັນແນວໃດ ດັ່ງນັ້ນ ຈຶ່ງຄວນເປີດໃຈຮັບຟັງຄວາມເຫັນທີ່ແຕກຕ່າງ ເພາະມັນມີຜົນຢ່າງຍິ່ງຕໍ່ການຕັດສິນໃຈ ແລະ ການໃຊ້ຊີວິດຂອງເຮົາ. ຄົນທີ່ເປີດໃຈມັກຈະເຊື່ອວ່າ ບໍ່ມີສິ່ງໃດຖືກຫຼືຜິດຮ້ອຍເປີຣ໌ເຊັນ ທຸກຢ່າງມີໂອກາດຖືກຕ້ອງຫຼືຜິດພາດໄດ້ສະເໝີ ພວກເຂົາຈຶ່ງມັກຟັງຫຼາຍກວ່າເວົ້າ ແລ້ວນຳເອົາຄວາມເຫັນທີ່ຂັດແຍ້ງນັ້ນມາໄຕ່ຕອງເຖິງຂໍ້ດີຂໍ້ເສຍ ເພື່ອໃຫ້ໄດ້ສິ່ງທີ່ດີທີ່ສຸດ. ອ່ານມາຮອດບັນທັດນີ້ ທຸກທ່ານຕອບຕົນເອງໄດ້ຫຼືຍັງວ່າ:  

ການເປີດ ແລະ ປິດໃຈສົ່ງຜົນແນວໃດຕໍ່ຊີວິດ

ນະຄອນຫຼວງວຽງຈັນ, 27 ຕຸລາ 2022

]]>
Discrimination https://dekwatlaos.com/buddhology/discrimination/1296/ Mon, 16 Aug 2021 13:26:39 +0000 https://dekwatlaos.com/?p=1296 ຂ້ອຍໄດ້ຍິນຄຳຄຳນີ້ມາຈາກວິດີໂອສັ້ນໆ ທີ່ໝູ່ຄົນໜຶ່ງໃນຫ້ອງຮຽນພາສາອັງກິດສົ່ງມາໃຫ້ ໃນວິດີໂອນັ້ນ ເຂົາກ່າວເຖິງຊີວິດຂອງຄົນຜິວສີວ່າເປັນຄົນທີ່ຖືກຄົນອື່ນເອົາປຽບແທບທຸກຢ່າງ ຖືກດູຖູກ ດູໝິ່ນ ເຮັດໃຫ້ຄົນຜິວສີມີຊີວິດທີ່ລຳບາກທ່າມກາງສັງຄົມໂລກ ເຂົາບອກວ່າ ໂດຍທົ່ວໄປແລ້ວມະນຸດມັກຊື່ນຊອບຄົນຜິວຂາວເພາະມັນສະແດງອອກເຖິງຄວາມບໍລິສຸດ ຜ່ອງໃສ ຂະນະດຽວກັນເຮົາກໍບໍ່ມັກຜິວດຳເພາະເບິ່ງແລ້ວບໍ່ງາມຕາ ສະນັ້ນ ຜູ້ຄົນຈຶ່ງສ້າງຄ່ານິຍົມນີ້ຂຶ້ນໃນສັງຄົມ ຜົນທີ່ຕາມມາກໍຄືຕ່າງຄົນກໍຕ່າງຢາກມີຜິວຂາວ ຜູ້ຂາວຢູ່ແລ້ວກໍພະຍາຍາມຮັກສາໃຫ້ມັນຂາວຕະຫຼອດໄປ ສ່ວນຜູ້ທີ່ບໍ່ຂາວກໍຫາທຸກວິທີເພື່ອປັບຜິວໃຫ້ກະຈ່າງໃສຂຶ້ນ ຈາກຄ່ານິຍົມນີ້ ຈຶ່ງເຮັດໃຫ້ບໍລິສັດເຄື່ອງສຳອາງເກີດຂຶ້ນມາກມາຍໃນໂລກ ແລະ ບໍລິສັດປະເພດນີ້ນີ້ເອງ ທີ່ເປັນສິ່ງທີ່ກະຕຸ້ນໃຫ້ຜູ້ຄົນທີ່ມີຄວາມຢາກຢູ່ແລ້ວ ຢາກຍິ່ງຂຶ້ນໄປອີກ ໃນຊ່ວງທ້າຍຂອງວິດີໂອ ເຂົາສະຫຼຸບວ່າ ບໍ່ວ່າໂລກຈະປ່ຽນແປງໄປຫຼາຍສ່ຳໃດ ການດູຖູກດູໝິ່ນຄົນຜິວສີ ຈະຍັງຄົງຢູ່ຄູ່ກັບສັງຄົມໂລກຕໍ່ໄປ

ຄວາມຈິງ ບໍ່ແມ່ນສະເພາະແຕ່ເລື່ອງຜິວພັນດອກທີ່ມະນຸດເຮົາເລືອກປະຕິບັດຕໍ່ກັນ ມັນຍັງລວມໄປເຖິງ ເພດ ເຜົ່າພັນ ເຊື້ອຊາດ ສາສະໜາ ແລະ ວັດທະນະທຳ ຄວາມແຕກຕ່າງເຫຼົ່ານີ້ເຮັດໃຫ້ມະນຸດຂ້າຟັນກັນຈົນລົ້ມຕາຍໄປແລ້ວບໍ່ຮູ້ວ່າຈັກລ້ານຄົນ ໃນສະໄໝສົງຄາມໂລກຄັ້ງທີ 2 ມີເຫດການໜຶ່ງທີ່ໂລກບໍ່ມີວັນລືມ ມັນເປັນເຫດການທີ່ເສົ້າສະຫຼົດ ບໍ່ໜ້າເຊື່ອວ່າການກະທຳແບບນີ້ຈະອອກມາຈາກຈິດໃຈຂອງມະນຸດທີ່ເຮົາເຊື່ອວ່າເປັນຜູ້ທີ່ມີມະນຸດສະຍະທັມ ເຫດການດັັ່ງກ່າວເປັນເຫດການສັງຫານໝູ່ຊາວຍິວຂອງພັກນາຊີເຢຍລະມັນ (The Holocaust) ໜຶ່ງໃນສາເຫດຂອງການຂ້າລ້າງເຜົ່າພັນຄັ້ງນີ້ແມ່ນ ຄວາມແຕກຕ່າງເລື່ອງຊາດເຊື້ອ ແລະ ເຜົ່າພັນ ອະດ໊ອບ ຮິດເລີ ຜູ້ນຳນາຊີໃນສະໄໝນັ້ນ ເຊື່ອວ່າ ເຜົ່າພັນຂອງຕົນ (ອາຣະຍັນ) ເທົ່ານັ້ນ ທີ່ສູງສົ່ງ ແລະ ສົມຄວນຢູ່ໃນໂລກຕໍ່ໄປ ສ່ວນເຜົ່າພັນອື່ນສົມຄວນຖືກລົບລ້າງອອກໄປ ດ້ວຍຄວາມເຊື່ອເຊັ່ນນີ້ ຈຶ່ງເຮັດໃຫ້ລາວສັ່ງຂ້າຄົນຍິວ ແລະ ສະເລີຍເສິກ ປະມານ 6 ລ້ານຄົນ ລອງຄິດເບິ່ງວ່າຫົກລ້ານຄົນຫຼາຍສ່ຳໃດ ເກືອບເທົ່າກັບຄົນລາວທັງປະເທດໃນປັດຈຸບັນນີ້ (ປັດຈຸບັນລາວມີປະກອນປະມານ 7 ລ້ານຄົນ) ເຫດການແບບນີ້ຈະບໍ່ເກີດຂຶ້ນເລີຍຖ້າເຮົາຍອມຮັບຄວາມແຕກຕ່າງຂອງກັນ ແລະ ກັນໄດ້ ຍອມຮັບວ່າ ເຮົາກໍບໍ່ຄືຄົນອື່ນ ຄົນອື່ນກໍບໍ່ຄືເຮົາ ແຕ່ເຮົາຈຳເປັນຕ້ອງຢູ່ຮ່ວມກັນໃນໂລກ

ໂລກມະນຸດມີໄພອັນຕະລາຍຫຼາຍຢ່າງ ຖ້າແບ່ງແບບກວ້າງໆກໍມີ 2 ຢ່າງຄື ໜຶ່ງ-ໄພຈາກທຳມະຊາດ ເຊັ່ນ ນ້ຳຖ້ວມ ແຜ່ນດິນໄຫວ ພູເຂົາໄຟລະເບີດ ໂຣຄາພະຍາດຕ່າງໆ ເປັນຕົ້ນ ສອງ-ໄພຈາກມະນຸດດ້ວຍກັນ ເຊັ່ນ ສົງຄາມ ການດູໝິ່ນຖິ່ນແຄນກັນ ເປັນຕົ້ນ ຖ້າໃຜຕິດຕາມຂ່າວຈະຮູ້ວ່າປັດຈຸບັນນີ້ເກີດຄວາມຂັດແຍ້ງກັນຂຶ້ນໃນໂລກຫຼາຍແຫ່ງ ເຊິ່ງໜຶ່ງໃນນັ້ນກໍຄື ເລື່ອງທະເລຈີນໃຕ້ ຫຼາຍປະເທດກໍອ້າງວ່າເປັນເຂດແດນຂອງຕົນ ເມື່ອບໍ່ມີໃຜຍອມໃຜ ກໍຕ້ອງສະແດງກຳລັງເຂົ້າໃສ່ກັນ ຕອນນີ້ ກຳລັງ ຫຶ່ມໆ ກັນຢູ່ ບໍ່ຮູ້ວ່າໃນອະນາຄົດຊິລົງເອີຍກັນແນວໃດ ຖ້າໜັກໄປອາດຈະລຸກລາມໄປເປັນສົງຄາມໂລກກໍເປັນໄດ້ ນີ້ຄືໄພທີ່ມະນຸດດ້ວຍກັນສ້າງຂຶ້ນ ຜູ້ຂຽນມອງວ່າ ໄພຢ່າງທີສອງນີ້ ເປັນໄພທີ່ບໍ່ຈຳເປັນເລີຍທີ່ເຮົາຈະສ້າງມັນຂຶ້ນ ລຳພັງແຕ່ໄພຈາກທຳມະຊາດເຊັ່ນ ໂຣກໂຄວິດ-19 ເຮົາກໍຍັງຊິຮັບມືບໍ່ໄຫວແລ້ວ ອັນນີ້ເຮົາຍັງມາຕໍ່ສູ້ກັນເອງອີກ ຂ້ອຍຄິດວ່າເປັນການກະທຳທີ່ບໍ່ສະຫຼາດເລີຍ

ເວົ້າໃຫ້ແຄບເຂົ້າມາອີກໃນສັງຄົມລາວເຮົາ ກໍຍັງມີຄວາມຂັດແຍ້ງຫຼາຍຢ່າງ ແຕ່ເປັນຄວາມຂັດແຍ້ງທີ່ຍັງບໍ່ແຜ່ອອກເປັນວົງກວ້າງ ຄັ້ງໜຶ່ງ ໝູ່ຮຸ່ນອ້າຍໄດ້ເລົ່າໃຫ້ຂ້ອຍຟັງວ່າ ຕອນທີ່ລາວກຳລັງສຶກສາຢູ່ມະໄລແຫ່ງຊາດ ມີນັກສຶກສາທີ່ນັບຖືສາສະໜາແຕກຕ່າງກັນມາຮຽນໃນຫ້ອງດຽວກັນ ເວລາວ່າງພວກເຂົາມັກຈະລົມກັນຫຼິ້ນຕາມພາສາຂອງໝູ່ເພື່ອນ ແຕ່ໃນຂະນະດຽວກັນກໍມີນັກສຶກສາບາງຄົນທີ່ພະຍາຍາມຊັກຊວນເພື່ອນໃນຫ້ອງວ່າ ພວກເຈົ້ານີ້ກຳລັງຖືກໄຟໄໝ້ຢູ່ເດີ ຖ້າວ່າບໍ່ຟ້າວປ່ຽນສາສະໜາຕໍ່ໄປຊິເຮັດໃຫ້ເປັນທຸກຫຼາຍຢ່າງຕາມມາ, ອີກເຫດການໜຶ່ງ ຂ້ອຍໄດ້ຍິນມາຈາກໝູ່ຂ້ອຍເອງ ລາວເລົ່າວ່າ ໃນໝູ່ບ້ານຂອງລາວ ແຕ່ກ່ອນມີບ້ານເຮືອນກະແຈກກະຈາຍຢູ່ ແຕ່ລະໝ່ອງກໍມີຄວາມເຊື່ອທີ່ແຕກຕ່າງກັນ ຢູ່ມາມື້ໜຶ່ງພວກເຂົາຈຶ່ງໄດ້ມາລວມຕົວກັນສ້າງເປັນໝູ່ບ້ານດຽວ ແລະ ຄວາມເຊື່ອທີ່ແຕກຕ່າງກັນຢ່າງຫຼາກຫຼາຍນັ້ນກໍຄ່ອຍໆ ຫຼອມລວມເປັນອັນໜຶ່ງອັນດຽວກັນ ຈົນມາຮອດມື້ໜຶ່ງ ປາກົດວ່າມີບາງຄອບຄົວ (ປະມານ 4-5 ຄອບຄົວ) ໄປຮັບເອົາຄວາມເຊື່ອອີກແບບໜຶ່ງເຂົ້າມາ ເຮັດໃຫ້ຄົນພາຍໃນໝູ່ບ້ານນັ້ນຂັບໄລ່ 4-5 ຄອບຄົວນັ້ນອອກຈາກໝູ່ບ້ານໄປ

ເບິ່ງເອົາເທີດທ່ານຜູ້ອ່ານ ມະນຸດເຮົາກຽດຊັງກັນໄດ້ ພຽງເພາະເຂົາເຊື່ອບໍ່ຄືກັບເຮົາ ມີຄວາມຄິດທີ່ແຕກຕ່າງຈາກເຮົາ ມີອຸດົມການທາງການເມືອງທີ່ແຕກຕ່າງໄປຈາກເຮົາ ນັບຖືສາສະໜາແຕກຕ່າງໄປຈາກເຮົາ ມີລົດສະນິຍົມທີ່ແຕກຕ່າງໄປຈາກເຮົາ ຄຳຖາມກໍຄືວ່າ ມັນສົມຄວນແລ້ວບໍ່ທີ່ເຮົາຈະກຽດຊັງກັນພຽງເພາະຄວາມແຕກຕ່າງເຫຼົ່ານີ້ ສົມມຸດວ່າ ມື້ໜຶ່ງ ທ່ານຜູ້ອ່ານເດີນທາງໄປສູ່ສະຖານທີ່ໃດໜຶ່ງດ້ວຍເຮືອ ໃນເຮືອລຳນັ້ນມີຄົນທີ່ນັບຖືສາສະໜາຕ່າງໆຮ່ວມເດີນທາງໄປນຳກັນ ເມື່ອອອກເດີນທາງໄປຮອດກາງທະເລ ທ່ານຮູ້ສຶກເບື່ອໆກັບການນັ່ງດົນໆ ຈຶ່ງອອກມາຢືນຊົມວິວທາງດາດຟ້າ ແຕ່ດ້ວຍເຫດບັງເອີນບາງຢ່າງເຮັດໃຫ້ທ່ານພະລາດຕົກລົງໄປໃນທະເລ ທ່ານກຳລັງລອຍຄໍຢູ່ໃນນັ້ນ ຊິຈົມບໍ່ຈົມແລ

ຄຳຖາມງ່າຍໆທີ່ຜູ້ຂຽນຢາກຈະຖາມກໍຄື ໃນຊ່ວງເວລາເຊັ່ນນີ້ ທ່ານຍັງຈະຕ້ອງແບ່ງແຍກຢູ່ບໍ່ວ່າ ຕ້ອງການໃຫ້ໃຜມາຊ່ວຍ ລະຫວ່າງຄົນ ຄຣິດ ພຸດ ມຸດສະລິມ ຮິນດູ ຊາຍ ຍິງ ເກຍ໌ ເລດສະບຽນ ຜິວດຳ ຜິວຂາວ ປະຊາທິປະໄຕ ຫຼື ຄອມມູນິດ ຜູ້ຂຽນມອງວ່າ ໃນຊ່ວງເວລາເຊັ່ນນີ້ ຄວາມແຕກຕ່າງທັງຫຼາຍທີ່ກ່າວມານັ້ນ ລ້ວນແລ້ວແຕ່ເປັນເລື່ອງຮອງໄປທັງສິ້ນ ໃນເວລານີ້ຄົນກໍຄືຄົນ ໃຜກໍໄດ້ທີ່ສາມາດຍົກເຮົາຂຶ້ນຈາກຫ້ວງນ້ຳນັ້ນ ຈະຄິດຄືກັນກັບເຮົາ ຫຼື ບໍ່ ບໍ່ແມ່ນເລື່ອງສຳຄັນເລີຍ ສິ່ງສຳຄັນຄືບຸກຄົນຜູ້ນັ້ນເປັນຜູ້ທີ່ມີມະນຸດສະຍະທັມ ເປັນຜູ້ມີຈິດໃຈສູງສົ່ງ ເຫັນອົກເຫັນໃຈເພື່ອນມະນຸດດ້ວຍກັນ ໂດຍບໍ່ຄຳນຶງເຖິງຄວາມແຕກຕ່າງທີ່ກ່າວມານັ້ນທັງສິ້ນ ຄົນແບບນີ້ແຫຼະຄືຄົນທີ່ໂລກເຮົາຕ້ອງການ ຖ້າເຮົາຊ່ວຍເຫຼືອກັນໃນຍາມຕົກທຸກໄດ້ຍາກ ແນ່ນອນ ທຸກຄົນຍ່ອມຈະໄປເຖິງຈຸດໝາຍປາຍທາງໄດ້ຢ່າງປອດໄພ

ເຮົາມາຢູ່ໃນໂລກນີ້ກໍເໝືອນການລົງເຮືອລຳດຽວກັນເພື່ອເດີນທາງໄປສູ່ຈຸດໝາຍໃດໜຶ່ງ ຄົນໃນໂລກມີຕັ້ງ 7 ພັນລ້ານຄົນ ຈະໃຫ້ຄິດ ແລະ ເຊື່ອ ຄືກັນທັງໝົດເປັນໄປບໍ່ໄດ້ດອກ ຄວາມແຕກຕ່າງທັງຫຼາຍທີ່ກ່າວມານັ້ນ ເປັນພຽງເປືອກນອກ ແກ່ນແທ້ຄືສະພາວະແຫ່ງຄວາມເປັນຄົນ ການລົງເຮືອລຳດຽວກັນ ເພື່ອມຸ່ງໜ້າໄປສູ່ຈຸດໝາຍຂອງຕົນໂດຍບໍ່ສົນໃຈຄວາມແຕກຕ່າງທາງເຊື້ອຊາດ ສາສະໜາ ແລະ ເຜົ່າພັນ ກໍສາມາດນຳເຮົາໄປເຖິງຈຸດໝາຍປາຍທາງໄດ້ເຊັ່ນກັນ ຖ້າເຮົາຄິດແບບນີ້ ໂລກນີ້ຈະບໍ່ມີເຫດການຂ້າລ້າງເຜົ່າພັນ ບໍ່ມີການດູໝິ່ນກັນພຽງເພາະສີຜິວ ບໍ່ມີສົງຄາມໃນນາມສາສະໜາ ຈະບໍ່ມີຄຳເວົ້າທີ່ວ່າ ພວກເຈົ້ານີ້ກຳລັງຖືກໄຟໄໝ້ຢູ່ເດີ ແລະ ຈະບໍ່ມີເຫດການຂັບໄລ່ຄົນທີ່ຄິດຕ່າງອອກໄປຈາກສັງຄົມ

ທັງນີ້ ມະນຸດຕ້ອງເປີດໃຈຍອມຮັບຄວາມແຕກຕ່າງ

ແລ້ວເຮົາຈະເດີນທາງໄປສູ່ຈຸດໝາຍຂອງຕົນຢ່າງມີຄວາມສຸກ

ຄວັນສີເທົາ ຂຽນ

ລະດູຝົນ, ປີ 2564

]]>