ຄວາມປ່ຽນແປງ – ເດັກວັດລາວ https://dekwatlaos.com ພວກເຮົາຢາກແບ່ງປັນສາລະທັມ,ປະສົບການຮຽນຮູ້ສັງຄົມ ແລະ ເຕັກໂນໂລຊີແຫ່ງຍຸກສະໄຫມ Mon, 19 Dec 2022 08:51:00 +0000 en-US hourly 1 https://wordpress.org/?v=6.9.4 https://dekwatlaos.com/wp-content/uploads/2021/11/cropped-Untitled-1-32x32.png ຄວາມປ່ຽນແປງ – ເດັກວັດລາວ https://dekwatlaos.com 32 32 ຈະມີຈັກຄັ້ງທີ່ຈະມີໂອກາດ ໄດ້ນັ່ງຟັງສຽງຄື່ນທະເລ https://dekwatlaos.com/buddhology/jamijuckkhang/1785/ Fri, 16 Dec 2022 13:58:52 +0000 https://dekwatlaos.com/?p=1785 ໂດຍ: ຄວັນສີເທົາ

ເຫັນຄື່ນທະເລຊັດກະທົບຝັ່ງແລ້ວແຕກເປັນຟອງຝອຍ ລະລອກແລ້ວລະລອກເລົ່າ ບາງຄື່ນກະທົບໃສ່ກັບໂງ່ນຫີນຢ່າງຈັງຈົນນ້ຳຟົ້ງກະຈາຍ ແລ້ວໄຫຼລົງສູ່ທະເລອີກຄັ້ງໜຶ່ງ ປູທະເລແລ່ນຫຼິ້ນໄປມາທ່າມກາງເມັດນ້ຳທີ່ຟົ້ງຂຶ້ນເທິງກ້ອນຫີນ ເໝືອນເດັກນ້ອຍກຳລັງແລ່ນຫຼິ້ນທ່າມກາງສາຍຝົນ.

ເຫັນແລ້ວ, ນຶກເຖິງວິຊາໜຶ່ງທີ່ເຄີຍຮຽນໃນສະໄໝມັດທະຍົມ ທີ່ກ່າວວ່າ ໃນໂລກນີ້ປະກອບດ້ວຍສິ່ງທີ່ມີຊີວິດ ແລະ ສິ່ງທີ່ບໍ່ມີຊີວິດ. ທະເລ ແລະ ໂລກທີ່ເຮົາອາໄສຢູ່ນີ້ຈັດຢູ່ໃນກຸ່ມທີສອງຄື ສິ່ງທີ່ບໍ່ມີຊີວິດ ເຊິ່ງເປັນສະຖານທີ່ອາໄສຂອງສິ່ງທີ່ມີຊີວິດທັງຫຼາຍ.

ຄຳຖາມຄື ໂລກເຮົາມີຖານະເປັນພຽງສະຖານທີ່ອາໄສຂອງສິ່ງທີ່ມີຊີວິດທັງຫຼາຍເທົ່ານັ້ນຫວາ? ຫຼືມີຖານະເປັນຫຼາຍກວ່ານັ້ນ?

ຕອນນີ້ ຂ້ອຍກຳລັງນັ່ງຢູ່ເທິງໂງ່ນຫີນໃນເກາະແຫ່ງໜຶ່ງທ່າມກາງທະເລອັນດາມັນ ພວກເຮົາທັງໝົດຫົກຊີວິດຮ່ວມກັນເດີນທາງມາຈາກຈັງຫວັດຂອນແກ່ນດ້ວຍໄລຍະທາງໄປກັບເກືອບສາມພັນກິໂລແມັດ ໂດຍມີຈຸດໝາຍສຸດທ້າຍຂອງທຣິບຄືສະຖານທີ່ແຫ່ງນີ້ ສຳນັກສົງເກາະແກ້ວ ຈັງຫວັດພູເກັດ.

ການມາທະເລຄັ້ງນີ້ເຮັດໃຫ້ຮູ້ສຶກວ່າມີຄວາມໃກ້ຊິດກັບທະເລຫຼາຍຂຶ້ນ ອາດຈະເປັນເພາະບັນຍາກາດ ແລະ ສະພາບແວດລ້ອມທີ່ເຮັດໃຫ້ຮູ້ສຶກແບບນັ້ນ. ຈະວ່າໄປແລ້ວ ການນັ່ງເບິ່ງຄື່ນທະເລໂດຍປ່ອຍໃຈໃຫ້ລ່ອງລອຍໄປກັບແຮງລົມ ແລະ ກຽວຄື່ນ ເຮັດໃຫ້ຮູ້ສຶກໄປຕ່າງໆນານາ ບາງຊ່ວງຮູ້ສຶກວ່າ ທະເລຄືສິ່ງມີຊີວິດຊະນິດໜຶ່ງທີ່ມີວິຖີຊີວິດເປັນຂອງຕົນເອງ ບາງຄັ້ງມັນເຄື່ອນໄຫວຈົນເປັນຕາຢ້ານ ບາງຄັ້ງຢຸດນິ້ງ ແລະ ງຽບສະຫງົບຈົນໜ້າເກງຂາມ ບາງຄັ້ງສົ່ງສຽງກັງວານເໝືອນໄປໂກດແຄ້ນຄົນໃດຄົນໜຶ່ງມາ.

ຄົນຂັບເຮືອເລົ່າໃຫ້ຟັງວ່າ ນ້ຳທະເລມີຈັງຫວະການຂຶ້ນລົງຂອງມັນໃນແຕ່ລະມື້ ຫາກວ່າເຮົາມາຜິດຈັງຫວະ ບາງທີອາດຈະຕິດໃນເກາະແຫ່ງນີ້ເປັນເວລາຫຼາຍຊົ່ວໂມງ ຕາມປົກກະຕິ ນ້ຳທະເລບໍລິເວນນີ້ຈະເລີ່ມຫຼຸດລົງໃນຊ່ວງເວລາປະມານບ່າຍສອງເຖິງບ່າຍສາມໂມງ ຫາກຫຼຸດລົງຫຼາຍ ເຮືອຈະບໍ່ສາມາດແລ່ນອອກຈາກຝັ່ງໄປໄດ້.

ສະນັ້ນ ຄົນທີ່ຈະໄປເກາະແຫ່ງນີ້ຕ້ອງອອກໄປຕັ້ງແຕ່ເຊົ້າ ແລ້ວຟ້າວກັບອອກມາກ່ອນບ່າຍສາມ ເພາະຫາກຊ້າໄປກວ່ານັ້ນ ຕ້ອງລໍກັບໃນເຊົ້າຂອງມື້ຕໍ່ມາ ເຈົ້າຄິດຄືຂ້ອຍບໍ່ວ່າ ທະເລໜ້າຈະມີກົນໄກການເຮັດວຽກໃນຕົວຂອງມັນເອງ ເພື່ອໃຫ້ສາມາດດຳລົງຢູ່ໃນໂລກນີ້ຕໍ່ໄປ.

ເວົ້າເຖິງເລື່ອງນີ້ ນຶກເຖິງທິດສະດີຂອງ ເຈມສ໌ ເລີພລ໊ອກ (James Lovelock) ນັກວິທະຍາສາດຊາວອັງກິດ ທີ່ບອກວ່າ ໂລກສາມາດຈັດການຕົວມັນເອງໃຫ້ມີພາວະສົມດຸນລະຫວ່າງສານຕ່າງໆໃນໂລກໄດ້ ຄ້າຍຄືກັບລະບົບຈັດການໃນຮ່າງກາຍຂອງມະນຸດ.

ທິດສະດີນີ້ເກີດຂຶ້ນຈາກການສຶກສາປຽບທຽບຂໍ້ມູນກ່ຽວກັບອົງປະກອບທາງເຄມີຂອງຊັ້ນບັນຍາກາດລະຫວ່າງໂລກກັບດາວອັງຄານ ຈາກການສຶກສານັ້ນພົບວ່າ:

ດາວອັງຄານບໍ່ມີສິ່ງທີ່ມີຊີວິດຊະນິດໃດອາໄສຢູ່ເລີຍ ສານເຄມີຕ່າງໆ ໃນນັ້ນກໍບໍ່ມີການທຳປະຕິກິລິຍາຕໍ່ກັນ ເພາະມັນມີມີພາວະສົມດຸນທາງເຄມີແລ້ວ ມັນຢຸດນິ້ງຢູ່ກັບທີ່ແບບນັ້ນມາເປັນເວລາດົນນານ ໂດຍບໍ່ມີການເຄື່ອນໄຫວທາງດ້ານປະຕິກິລິຍາເຄມີໃດໆເລີຍ.

ມີຄົນປຽບທຽບວ່າ ຊັ້ນບັນຍາກາດຂອງດາວອັງຄານປຽບເໝືອນງານປາຣ໌ຕີ້ທີ່ຜູ້ຄົນດື່ມກິນຈົນເມົາມາຍ ແລະ ຫຼິ້ນຈົນເມື່ອຍລ້າ ແລ້ວພາກັນນອນຂາກ່າຍຄໍກັນແອ໊ງແມ໊ງ ໝົດເຫື່ອແຮງທີ່ຈະຂັບເຄື່ອນງານລ້ຽງໃຫ້ດຳເນີນຕໍ່ໄປ ງານລ້ຽງຈຶ່ງສະຫງົບ ແລະ ງຽບເຫງົາ ເຊິ່ງແຕກຕ່າງຈາກຊັ້ນບັນຍາກາດຂອງໂລກທີ່ມີການທຳປະຕິກິລິຍາທາງເຄມີກັນຢ່າງຕໍ່ເນື່ອງ ສິ່ງມີຊີວິດໃນໂລກດູດຊຶມເອົາກ໊າດຊະນິດຕ່າງໆມານຳໃຊ້ຕະຫຼອດເວລາ ພືດ ແລະ ຕົ້ນໄມ້ກໍຜະລິດອົກຊີແຊນອອກມາເລື້ອຍໆ ກຸ່ມກ໊າດຊະນິດຕ່າງໆກໍທຳປະຕິກິລິຍາຕໍ່ກັນເອງຢ່າງຄຶກຄັກ ສະແດງໃຫ້ເຫັນວ່າໂລກບໍ່ຢຸດນິ້ງຢູ່ກັບທີ່ ແລະ ບໍ່ມີພາວະສົມດຸນທາງເຄມີເລີຍ.

ດ້ວຍເຫດນີ້, ຈຶ່ງເຮັດໃຫ້ຊັ້ນບັນຍາກາດຂອງໂລກເປັນລະບົບເປີດຄື ມີການຖ່າຍເທສະສານ ແລະ ພະລັງງານກັບລະບົບອື່ນຕະຫຼອດເວລາ ປຽບເໝືອນງານລ້ຽງທີ່ຜູ້ຄົນກຳລັງສະໜຸກສະໜານເຕັມທີ່ ດື່ມກິນ ແລ່ນຫຼິ້ນ ເຕັ້ນຄະໂຍກໂຄກຄອນ ເໝືອນປາຖືກນ້ຳຮ້ອນແລ້ວດິ້ນແດ່ວໆ ຄູບາກະເວົ້າເກີນໄປ!

ຊັ້ນບັນຍາກາດຂອງດາວເຄາະທີ່ມີຊື່ວ່າ “ໂລກ” ແຕກຕ່າງຈາກຊັ້ນບັນຍາກາດດາວອັງຄານເຖິງພຽງນີ້ແຫຼະ. ທີ່ເປັນເຊັ່ນນັ້ນ, ເພາະໂລກມີສິ່ງມີທີ່ຊີວິດອາໄສຢູ່ ແລະ ສິ່ງເຫຼົ່ານີ້ກໍທຳໜ້າທີ່ຂັບເຄື່ອນໂລກໄປຂ້າງໜ້າດ້ວຍການຜະລິດ ແລະ ດູດຊຶມເອົາກ໊າດຕ່າງໆ ມາໃຊ້ ໂລກນີ້ຈຶ່ງຄົງຄວາມສົມດູນໄວ້ໄດ້. ນອກຈກນີ້ ສິ່ງມີຊີວິດໃນໂລກຍັງທຳໜ້າທີ່ຄວບຄຸມປະລິມານຂອງກ໊າດເຫຼົ່ານັ້ນໃຫ້ຢູ່ໃນປະລິມານທີ່ເໝາະສົມ ທີ່ເອື້ອຕໍ່ການດຳລົງຢູ່ຂອງສິ່ງທີ່ມີຊີວິດອີກດ້ວຍ.

ເລີພລ໊ອກຄົ້ນພົບຂໍ້ເທັດຈິງອີກຢ່າງໜຶ່ງທີ່ໜ້າອັດສະຈັນໃຈຢ່າງຍິ່ງ ນັ້ນຄື ສັດສ່ວນຂອງອົກຊີແຊນໃນຊັ້ນບັນຍາກາດຂອງໂລກ ຄົງທີ່ຢູ່ໃນລະດັບທີ່ສິ່ງມີຊີວິດສາມາດຢູ່ໄດ້ຕະຫຼອດສາມຮ້ອຍລ້ານປີທີ່ຜ່ານມາ ຄຳຖາມຄື ເປັນໄປໄດ້ແນວໃດທີ່ໂລກສາມາດປັບຄວາມສົມດູນໃຫ້ຄົງທີ່ຢູ່ໄດ້ແບບນັ້ນເລື້ອຍມາ ທັງໆທີ່ສິ່ງຕ່າງໆໃນໂລກປ່ຽນແປງໄປແທບທຸກວິນາທີ. ເປັນໄປໄດ້ບໍ່ວ່າ ທີ່ເປັນແບບນັ້ນ ເພາະດາວເຄາະດວງນີ້ກໍເປັນສິ່ງໜຶ່ງທີ່ມີຊີວິດເຊັ່ນດຽວກັບສິ່ງທີ່ມີຊີວິດທັງຫຼາຍ.

ເຊັ່ນນີ້ແລ້ວ ເຮົາສາມາດກ່າວໄດ້ບໍ່ວ່າ ໂລກກໍມີຊີວິດໃນແບບຂອງມັນເອງ ທະເລກໍມີຊີວິດໃນແບບຂອງມັນເອງ ແຜ່ນດິນກໍມີຊີວິດໃນແບບຂອງມັນເອງ ຫຼື ທຸກຢ່າງໃນໂລກນີ້ມີຊີວິດເປັນຂອງຕົນເອງ ໂດຍບໍ່ໄດ້ຈຳແນກວ່າ ນີ້ຄືສິ່ງມີຊີວິດ ນັ່ນຄືສິ່ງທີ່ບໍ່ມີຊີວິດ ເພາະແທ້ທີ່ຈິງແລ້ວ ທຸກຢ່າງມີຊີວິດ ແລະ ລະບົບການຄວບຄຸມໃນແບບຂອງຕົນເອງ.

ທິດສະດີທີ່ກ່າວມາຂ້າງເທິງນັ້ນ ມີຊື່ວ່າ Gaia (ອ່ານວ່າ “ກາຍ່າ” ບໍ່ແມ່ນ “ໄກອາ”) ຫາກອ່ານຊ້າໆອາດຈະອອກສຽງເປັນ ໄກອາ ແຕ່ຄວາມຈິງແລ້ວເຂົາໃຫ້ອ່ານອອກສຽງໄວໆ ສຽງສຸດທ້າຍທີ່ເຮົາໄດ້ຈຶ່ງເປັນ “ກາຍ່າ” (Gaia Theory).

ຊາວເກຣັກບູຮານ ມີຄວາມເຊື່ອວ່າໂລກນີ້ມີທຳມະຊາດຢ່າງໜຶ່ງເຊິ່ງເປັນຜູ້ໃຫ້ຊີວິດ ຄວບຄຸມ ດູແລ ແລະ ຫຼໍ່ລ້ຽງສັບພະສິ່ງໃຫ້ດຳເນີນໄປຕາມທາງທີ່ຄວນຈະເປັນ ພວກເຂົາເອີ້ນສິ່ງນັ້ນວ່າ ກາຍ່າ ຫຼື ຈິດວິນຍານຂອງໂລກ.

ຫາກປຽບທຽບກັບວັດທະນະທຳຕາເວັນອອກ ຜູ້ທີ່ທຳໜ້າທີ່ແບບນີ້ໄດ້ກໍຄື ແມ່ທໍລະນີນັ້ນເອງ ເຮົາເຊື່ອວ່າແມ່ທໍລະນີຄືມານດາແຫ່ງແຜ່ນດິນ ເປັນທີ່ກໍ່ກຳເນີດ ດູແລ ແລະ ຫຼໍ່ລ້ຽງສັບພະສິ່ງໃຫ້ໄດ້ຮັບຄວາມອຸດົມສົມບູນ ໃນແງ່ທີ່ວ່າທຸກສິ່ງເກີດມາຈາກດິນ ໃນຄວາມເຊື່ອທາງພຣະພຸດທະສາສະໜາບອກວ່າ ເພາະມີແມ່ທໍລະນີ ຈຶ່ງເຮັດໃຫ້ເຈົ້າຊາຍສິດທັດຖະສາມາດເອົາຊະນະພະຍາມານໄດ້ໃນວັນຕັດສະຮູ້ເປັນພຣະສັມມາສັມພຸດທະເຈົ້າ ນີ້ຄືລະບົບກາຍ່າ ຫຼື ແມ່ທໍລະນີ ຫຼື ຈິດວິນຍານຂອງໂລກໃນຮູບແບບຂອງຄວາມເຊື່ອ.

ແລ້ວຄຳວ່າ ກາຍ່າ ກາຍມາເປັນຊື່ທິດສະດີທາງວິທະຍາສາດໄດ້ແນວໃດ?

ຄວາມຈິງຊື່ນີ້ ເລີພລ໊ອກບໍ່ໄດ້ຕັ້ງເອງ ແຕ່ເປັນນັກຟີສິກຄົນໜຶ່ງທີ່ມີຊື່ວ່າ ວິລລ່ຽມ ໂກລດິງ ເປັນຄົນແນະນຳວ່າ ເຮ! ທິດສະດີຂອງຍູຄວນໃຫ້ຊື່ວ່າ “ກາຍ່າ” ເພາະມີການອະທິບາຍສິ່ງຕ່າງໆ ວ່າມີຄວາມກ່ຽວໂຍງເຖິງກັນແລະກັນເໝືອນຄວາມເຊື່ອຂອງຊາວເກຣັກບູຮານ ເລີພລ໊ອກ ຈຶ່ງຕອບກັບໄປວ່າ Yes ຕາມນັ້ນເລີຍ.

ທິດສະດີກາຍ່າ (Gaia Theory) ເປັນທິດສະດີທີ່ອະທິບາຍລະບົບການຄວບຄຸມຕົນເອງຂອງໂລກ ເຊິ່ງໃນເບື້ອງຕົ້ນທິດສະດີນີ້ ເລີພລ໊ອກເອງກໍບໍ່ສາມາດອະທິບາຍໄດ້ແຈ່ມແຈ້ງວ່າ ສິ່ງຕ່າງໆໃນໂລກມີຄວາມສຳພັນກັນແນວໃດ ຈຶ່ງເຮັດໃຫ້ໂລກມີຄວາມສາມາດໃນການຈັດການຕົວມັນເອງໄດ້ແບບນີ້ ຮູ້ພຽງວ່າ ສິ່ງຕ່າງໆໃນໂລກຕ້ອງມີການກ່ຽວໂຍງລະຫວ່າງກັນບໍ່ທາງໃດກໍທາງໜຶ່ງ. ຕໍ່ມາ ມີນັກຈຸລະຊີວະວິທະຍາຄົນທີ່ສົນໃຈສຶກສາເລື່ອງ “ການຜະລິດ ແລະ ດູດຊຶມກ໊າດຊະນິດຕ່າງໆຂອງສິ່ງມີຊີວິດ” ນາງມີຊື່ວ່າ ລິນນ໌ ມາຣ໌ກູລິສ (Lynn Margulis).

ເມື່ອນັກວິທະຍາສາດທີ່ມີຄວາມຊ່ຽວຊານຄົນລະດ້ານມາພົບກັນ (ເລີພລ໊ອກຊ່ຽວຊານດ້ານເຄມີ ມາຣ໌ກູລິສຊ່ຽວຊານດ້ານຊີວະວິທະຍາ) ການອະທິບາຍເລື່ອງລະບົບຄວບຄຸມຕົນເອງຂອງໂລກຈຶ່ງເກີດຂຶ້ນ ດັ່ງນີ້:

ການປະທຸຂຶ້ນຂອງພູເຂົາໄຟຕ່າງໆໃນໂລກ ເຮັດໃຫ້ຊັ້ນບັນຍາກາດໂລກມີປະລິມານຂອງກ໊າດກາກບອນດີອົກຊີເພີ່ມຫຼາຍຂຶ້ນ ຈົນເຮັດໃຫ້ເກີດພາວະເຮືອນແກ້ວ ເຊິ່ງເປັນສາເຫດຫຼັກເຮັດໃຫ້ໂລກຮ້ອນຂຶ້ນ ລະບົບກາຍ່າຈຶ່ງຕ້ອງສ້າງກົນໄກການຫຼຸດປະລິມານກາກບອນດີອົກຊີໃຫ້ຢູ່ໃນພາວະທີ່ເອື້ອຕໍ່ສິ່ງມີຊີວິດ ເຊິ່ງກົນໄກດັ່ງກ່າວສາມາດອະທິບາຍຜ່ານຂະບວນການພຸພັງ ແລະ ຍ່ອຍສະຫຼາຍຂອງຫີນ.

ໃນຂະບວນການຍ່ອຍສະຫຼາຍຂອງຫີນນັ້ນ, ຫີນ ແລະ ນ້ຳຝົນ ຈະທຳປະຕິກິລິຍາກັບກາກບອນດີອົກຊີ ແລ້ວເກີດສານເຄມີຊະນິດໃໝ່ຂຶ້ນທີ່ເອີ້ນວ່າ ຄາຣ໌ບໍເນັດ (Carbonate). ເມື່ອຫີນແຕກສະຫຼາຍ ຄາຣ໌ບໍເນັດ ຖືກຊະລ້າງໄຫຼລົງສູ່ທະເລເຊິ່ງມີພືດທະເລຂະໜາດນ້ອຍຢູ່ເປັນຈຳນວນຫຼວງຫຼາຍລໍຖ້າດູດເອົາສານຄາຣ໌ບໍເນັດນີ້ໄປໃຊ້ໃນການສ້າງເປືອກຂອງຕົນເອງ ເຊັ່ນ: ອອງປູທະເລ ເປືອກຫອຍກາບ ຫອຍນາງລົມ ໝຶກທີ່ມີອອງ ເປືອກແຂງໆທັງຫຼາຍຂອງພວກມັນສ້າງຂຶ້ນຈາກການຕົກຕະກອນຂອງສານຄາຣ໌ບໍເນັດນີ້ເອງ.

ເມື່ອສັດທະເລເຫຼົ່ານີ້ຕາຍ ສານຄາຣ໌ບໍເນັດບາງສ່ວນທີ່ປະກອບຂຶ້ນເປັນຮ່າງກາຍຂອງພວກມັນກໍຈະຈົມລົງສູ່ກົ້ນມະຫາສະໝຸດ ທັບຖົມກັນເປັນຕະກອນຫີນປູນ ຈາກນັ້ນ ກໍຈົມດິ່ງລົງໄປເຖິງຂົ້ວໂລກ ແລ້ວຫຼອມລະລາຍອີກຄັ້ງໜຶ່ງ ເຊິ່ງສານເຫຼົ່ານີ້ມີສ່ວນເຮັດໃຫ້ເກີດການໄຫວຕົວຂອງແຜ່ນດິນ ຈົນເກີດການກົດທັບບຽດອັດກັນຫຼາຍຂຶ້ນ ຜ່ານຂະບວນການຕ່າງໆເປັນເວລາຫຼາຍລ້ານປີ ຈຶ່ງລະເບີດອອກເປັນພູເຂົາໄຟກາຍເປັນພູເຂົາຫີນອີກຄັ້ງໜຶ່ງ.

ຈະເຫັນໄດ້ວ່າ ວົງຈອນສະທ້ອນກັບ (feedback loop) ແບບນີ້ ມີຜົນຕໍ່ອຸນຫະພູມຂອງໂລກໃຫ້ຮ້ອນຂຶ້ນ ຫຼື ເຢັນລົງໄດ້ ເມື່ອພູເຂົາໄຟລະເບີດໂລກເຕັມໄປດ້ວຍກ໊າດກາກບອນດີອົກຊີ ໂລກຈະຮ້ອນຂຶ້ນ ແລ້ວຂະບວນການຜຸພັງ ແລະ ຍ່ອຍສະຫຼາຍຂອງຫີນຈະເກີດຂຶ້ນ ຂະບວນການນີ້ຈະດຶງເອົາກ໊າດກາກບອນດີອົກຊີມາໃຊ້ ເຮັດໃຫ້ກ໊າດຊະນິດນີ້ເຫຼືອໜ້ອຍ ເມື່ອນັ້ນໂລກຈະເຢັນລົງອີກຄັ້ງ ຂະບວນການຂອງສິ່ງທັງຫຼາຍວິວັດທະນາການເປັນວົງຈອນສະທ້ອນກັບ ວົກໄປວົນມາຢູ່ແບບນີ້.

ເມື່ອເປັນເຊັ່ນນັ້ນ, ເຮົາຈະກ້າປະຕິເສດບໍ່ວ່າ ປູທີ່ກຳລັງແລ່ນຫຼິ້ນກັບກ້ອນຫີນທີ່ຕັ້ງຕະຫງ່ານຢູ່ນັ້ນບໍ່ແມ່ນສິ່ງດຽວກັນ ປູກໍເຄີຍເປັນຫີນມາກ່ອນ ກ້ອນຫີນກໍເຄີຍເປັນປູມາກ່ອນ ພຽງແຕ່ຕອນນີ້ ພວກມັນກຳລັງຢູ່ໃນວົງຈອນສະທ້ອນກັບ. ສິ່ງມີຊີວິດ ແລະ ສິ່ງແວດລ້ອມລ້ວນເປັນສ່ວນດຽວກັນໃນການດຳລົງຢູ່ ບໍ່ມີສິ່ງໃດເປັນສະພາບແວດລ້ອມຂອງສິ່ງໃດ ເໝືອນເລືອດໃນຮ່າງກາຍ ເລືອດບໍ່ແມ່ນສິ່ງແວດລ້ອມຂອງຫົວໃຈ ແຕ່ເປັນສ່ວນໜຶ່ງຂອງຊີວິດ. ແຕ່ລະຢ່າງກຳລັງປ່ຽນແປງໄປສູ່ຄວາມເປັນໄປໄດ້ຖັດໄປເຊິ່ງເປັນສ່ວນໜຶ່ງຂອງໂລກໃບນີ້ ສະນັ້ນ ແຕ່ລະຢ່າງຈຶ່ງມີຜົນຕໍ່ກັນແລະກັນ. ບໍ່ແນ່, ໃນຂະນະທີ່ມະນຸດກຳລັງທຳລາຍຊັບພະຍາກອນທຳມະຊາດຈົນເຮັດໃຫ້ໂລກຮ້ອນຂຶ້ນ ສັດຊະນິດອື່ນໆ ກຸ້ງ ຫອຍ ປູ ປາ ອາດຈະກຳລັງຜະລິດກ໊າດບາງຊະນິດ ເພື່ອໃຫ້ໂລກນີ້ເຢັນລົງກໍເປັນໄດ້.

ໃນໜັງສື Animate Earth: Science, Intuition, And Gaia ຂອງສະເຕຟານ ຮາຣ໌ດິງ ເລົ່າໄວ້ວ່າ:

ໃນປ່າເຂດໜາວແຫ່ງໜຶ່ງທີ່ປະເທດໄອແລນ ເມື່ອພື້ນທີ່ນັ້ນມີຫິມະຫຼາຍຂຶ້ນ ຝູງໝາປ່າຈະລວມຕົວກັນເປັນນັກລ່າຝູງໃຫຍ່ຈົນສາມາດລົ້ມກວາງມູສໄດ້ ເມື່ອລ່າກວາງໄດ້ຫຼາຍ ຕົ້ນສົນເຊິ່ງຕາມປົກກະຕິຈະຖືກກວາງກັດກິນຕັ້ງແຕ່ຍັງເປັນເບ້ຍນ້ອຍ ຈຶ່ງມີໂອກາດຈະເລີນເຕີບໂຕ ເມື່ອຕົ້ນສົນຕຶບໜາກໍເຮັດໃຫ້ອຸນຫະພູມອຸ່ນຂຶ້ນ ແລ້ວຫິມະກໍຕົກໜ້ອຍລົງ ເມື່ອຫິມະຕົກໜ້ອຍ ຝູງໝາປ່າກໍຂ້າກວາງມູສໄດ້ຍາກກວ່າເດີມ ກວາງຈຶ່ງເພີ່ມຈຳນວນຫຼາຍຂຶ້ນ ແລ້ວຕົ້ນສົນກໍເລີ່ມຫຼຸດລົງເພາະຖືກກວາງກັດກິນ ເມື່ອນັ້ນປ່າຈະກັບເຂົ້າສູ່ຄວາມເໜັບໜາວອີກຄັ້ງ ເຮັດໃຫ້ໝາປ່າລ່າກວາງໄດ້ງ່າຍຂຶ້ນ…ວົງຈອນແບບນີ້ເກີດຂຶ້ນເປັນວັດຕະຈັກ.

ເຫດສະນີ້, ເຮົາສາມາດກ່າວໄດ້ບໍ່ວ່າ ກວາງ ໝາປ່າ ແລະ ຕົ້ນສົນ ຕ່າງກໍມີອິດທິພົນຕໍ່ອຸນຫະພູມຂອງໂລກ. ແຕ່ລະຢ່າງຕ່າງກໍມີອິດທະພົນຕໍ່ກັນແລະກັນ ທຸກການເຄື່ອນໄຫວທີ່ກ່າວມາລ້ວນສົ່ງຜົນຕໍ່ລະບົບກາຍ່າ ຫຼື ມານດາຂອງໂລກໃຫ້ສາມາດຄວບຄຸມຕົນເອງ ແລະ ຮັກສາພາວະສົມດູນລະຫວ່າງສິ່ງຕ່າງໆທີ່ເອື້ອຕໍ່ການດຳລົງຢູ່ຂອງສິ່ງມີຊີວິດທັງມວນ. ພວກເຮົາຕ່າງກໍເປັນສ່ວນໜຶ່ງຂອງກັນ ແລະ ກັນ ຊ່ວຍກັນທຳໜ້າທີ່ຂອງຕົນເອງເພື່ອຂັບເຄື່ອນໂລກນີ້ໄປຂ້າງໜ້າ ແມ້ວ່າຈະຮູ້ຕົວຫຼືບໍ່ຮູ້ກໍຕາມ.

ເມື່ອເຮົາເປັນສ່ວນໜຶ່ງຂອງກັນ ແລະ ກັນ ການເໜັງຕີງຂອງສິ່ງໜຶ່ງອາດຈະສົ່ງຜົນຕໍ່ສິ່ງໜຶ່ງຢ່າງຫຼີກລ້ຽງບໍ່ໄດ້ ພຽງແຕ່ເຮົາບໍ່ຮູ້ວ່າ ເຫດການທີ່ເກີດຂຶ້ນຕໍ່ໜ້ານີ້ມີສາເຫດມາຈາກຫຍັງ ເພາະແຕ່ລະຢ່າງປ່ຽນແປງໄປເລື້ອຍໆ ຈາກສິ່ງນ້ອຍໆລະດັບອະນຸພາກທີ່ເບິ່ງດ້ວຍຕາເປົ່າບໍ່ເຫັນກໍສາມາດປ່ຽນເປັນສິ່ງທີ່ຍິ່ງໃຫຍ່ທີ່ສາມາດຈັບຕ້ອງໄດ້ ຈາກເມັດຊາຍກາຍເປັນຫີນຜາ ຈາກກຸ້ງ ຫອຍ ປູ ປາ ກາຍເປັນປ່າໄມ້ສົນຂະໜາດໃຫຍ່ ສະນັ້ນ ເຮົາຈຶ່ງບໍ່ມີວັນຮູ້ເລີຍວ່າແຕ່ລະຢ່າງທີ່ເກີດຂຶ້ນໃນຊີວິດມີສາເຫດມາຈາກສິ່ງໃດກັນແທ້.

ການລ່າເຫຍື່ອຂອງໝາປ່າຢູ່ໄອແລນອາດຈະສົ່ງຜົນໃຫ້ເກີດສຶນາມິຢູ່ຍີ່ປຸ່ນ ການລະເບີດຫີນຢູ່ອາຟຣິກາອາດຈະເຮັດໃຫ້ແຜ່ນດິນໄຫວຢູ່ອິນໂດນີເຊຍ ການຖິ້ມຂີ້ເຫຍື້ອຢູ່ສະໜາມກີລາຊຽງຂວາງອາດຈະເຮັດໃຫ້ໄຟໄໝ້ປ່າຢູ່ອົດສະຕາລີ…ມັນມີຄວາມເປັນໄປໄດ້ທັງນັ້ນແຫຼະ!

ຕອນນີ້ ເວລາປະມານສິບເອັດໂມງເຄິ່ງ ລົມທະເລພັດແຮງຂຶ້ນເລື້ອຍໆ ເຮືອທີ່ຈອດຢູ່ທຽບທ່າຖືກລົມພັດໂຍກໄປມາຢູ່ບໍ່ເຊົາ ພວກເຮົາກຳລັງຈະອອກຈາກເກາະແຫ່ງນີ້ ໃນຂະນະທີ່ ປູທະເລກຳລັງແລ່ນຫຼິ້ນຢ່າງສະໜຸກສະໜານ ນົກໂຕໜຶ່ງບັງເອີນບິນຜ່ານມາແຖວນັ້ນ ຂະນະທີ່ຂ້ອຍກຳລັງກ້າວຂາຂຶ້ນເຮືອເພື່ອກັບຄືນໄປສູ່ຝັ່ງອີກຄັ້ງ ເມັດນ້ຳຈາກຄື່ນທະເລເມັດໜຶ່ງກະເດັນຂຶ້ນມາກະທົບໃບໜ້າ

ມີໃຜຮູ້ບໍ່ວ່າ ຄື່ນທະເລລູກນີ້ເປັນຜົນມາຈາກສິ່ງໃດ?

ມຈຣ. ຂອນແກ່ນ

ຕົ້ນລະດູໜາວ, ປີ 2022

—–

ແຫຼ່ງທີ່ມາ: http://www.sookjai.com/index.php?topic=2988.0;wap2

]]>
ຈັງຫວະຂອງຊີວິດ https://dekwatlaos.com/travel-lo/jang-wa-khong-c-vit/1577/ Wed, 17 Nov 2021 12:56:11 +0000 https://dekwatlaos.com/?p=1577 ໂດຍ: ຄວັນສີເທົາ

01

ເຫັນກ້ອນເມກທີ່ລ່ອງລອຍຢູ່ດ້ານນອກປ່ອງຢ້ຽມ ເຮັດໃຫ້ຫວນລະລຶກເຖິງຊີວິດທີ່ຜ່ານມາ ແລະ ກັງວົນກັບອະນາຄົດ ພວກເຮົາປຽບເໝືອນດາວດວງໜຶ່ງທີ່ກຳລັງຫຼົງທາງທ່າມກາງທ້ອງຟ້າທີ່ມືດມົນ ແລະ ເວີ້ງວ້າງ ບໍ່ມີໃຜຮູ້ເສັ້ນທາງທີ່ແນ່ນອນຂອງຊີວິດ ຍິ່ງໃນຊ່ວງວັຍຂອງຄວາມເປັນໜຸ່ມສາວ ເຮົາບໍ່ມີທາງຮູ້ເລີຍວ່າ ຫົນທາງເສັ້ນໃດຄືທາງທີ່ດີທີ່ສຸດສຳລັບຕົນເອງ ເຮົາຕ່າງອອກເດີນທາງດ້ວຍຄວາມມຶນງົງ ຢູ່ໃນໂລກທີ່ເຕັມໄປດ້ວຍຄວາມບໍ່ແນ່ນອນ

          ນີ້ຄືການເດີນທາງດ້ວຍເຄື່ອງບິນຄັ້ງທຳອິດຂອງຂ້ອຍ

ພວກເຮົາຂຶ້ນເຄື່ອງຢູ່ສະໜາມບິນສຸວັນນະພູມ ເພື່ອມຸ່ງໜ້າໄປສູ່ປະເທດອິນເດຍ ເປັນຄວາມຈິງທີ່ວ່າ ປະສົບການຄັ້ງທຳອິດລ້ວນແລ້ວແຕ່ໃຫ້ຄວາມຕື່ນເຕັ້ນແກ່ຜູ້ປະສົບສະເໝີ ໃນຂະນະທີ່ເຄື່ອງບິນກຳລັງເຄື່ອນຕົວໄປຂ້າງໜ້າ ແລ້ວຄ່ອຍໆຍົກຕົນເອງຂຶ້ນສູ່ທ້ອງຟ້ານັ້ນ ກໍເກີດອາການກະຕຸກ ແລະ ສັ່ນໄຫວ ເໝືອນຂຶ້ນໄປໄດ້ໄລຍະໜຶ່ງແລ້ວກໍຢຸດ ຂຶ້ນແລ້ວກໍຢຸດ ເປັນຢູ່ແບບນີ້ເກືອບຫ້ານາທີ ຈິດໃຈຂ້ອຍທີ່ຕື່ນເຕັ້ນຢູ່ແລ້ວຍິ່ງທະວີຄວາມຕື່ນເຕັ້ນຫຼາຍກວ່າເກົ່າຈົນກາຍເປັນຄວາມຕົກໃຈ ບາງຄັ້ງຫົວໃຈແທບຫຼ່ວງຫຼົ່ນລົງໄປຢູ່ປາຍຕີນ ຂ້ອຍຮູ້ສຶກຜ່ອນຄາຍຂຶ້ນມາໜ້ອຍໜຶ່ງ ເມື່ອເຄື່ອງບິນບິນຂຶ້ນໄປຈົນເຖິງລະດັບທີ່ເຂົາກຳໜົດໄວ້ແລ້ວ ເຄື່ອນຕົວໄປຂ້າງໜ້າດ້ວຍອາການປົກກະຕິ

ອາການຕື່ນເຕັ້ນຄ່ອຍໆຫາຍໄປຕາມຄວາມສັ່ນໄຫວຂອງເຄື່ອງບິນທີ່ຄ່ອຍໆຫຼຸດລົງ ຂ້ອຍເບິ່ງອອກໄປນອກປ່ອງຢ້ຽມ ເຫັນກ້ອນເມກຂາວລອຍຜ່ານໄປ ກ້ອນແລ້ວກ້ອນເລົ່າ ບາງກ້ອນໃຫຍ່ ບາງກ້ອນນ້ອຍ ບາງກ້ອນສີຂາວ ບາງກ້ອນສີເທົາ ທ້ອງຟ້າໃນຍາມນີ້ຮູ້ສຶກວ່າມັນກວ້າງໃຫຍ່ສຸດລູກຫູລູກຕາເໝືອນຈະບໍ່ມີທີ່ສິ້ນສຸດ ບໍ່ຮູ້ວ່າເຄື່ອງບິນລຳນີ້ຈະພາພວກເຮົາໄປຜະເຊີນໜ້າກັບຫຍັງແດ່ ບໍ່ແນ່ ທາງຂ້າງໜ້າພວກເຮົາອາດຈະເຈີອາກາດທີ່ແປປວນ ຫຼື ພາຍຸຮ້າຍແຮງ ຈົນເຮັດໃຫ້ເຄື່ອງບິນຝ່າໄປດ້ວຍຄວາມຍາກລຳບາກ

02

ຫຼັງຈາກເດີນທາງມາເປັນເວລາສີ່ຊົ່ວໂມງ ສຸດທ້າຍພວກເຮົາກໍມາເຖິງສະໜາມບິນສາກົນອິນທິຣາຄານທີ ກຸງນິວເດລີ ປະເທດອິນເດຍ ສະຖານທີ່ແຫ່ງນີ້ຄືຈຸດເລີ່ມຕົ້ນການເດີນທາງໃນອິນເດຍຂອງພວກເຮົາ

ອາຈານໂທຫາລົດທີ່ນັດກັນໄວ້ ປາຍສາຍບອກມາວ່າອີກປະມານສີ່ສິບນາທີຈະຮອດສະໜາມບິນ ພວກເຮົາຈຶ່ງຍ່າງເລາະເບິ່ງໜັງສືໃນຮ້ານໜັງສືແຫ່ງໜຶ່ງ ຍ່າງໄປຍ່າງມາເກືອບຊາວນາທີ ຂ້ອຍເຫຼືອບໄປສະດຸດຕາໜັງສືເຫຼັ້ມໜຶ່ງ ເຊິ່ງວາງຢູ່ເທິງຊັ້ນ ໃນຂະນະທີ່ກຳລັງຢື້ມືໄປຈັບໜັງສືເຫຼັ້ມດັ່ງກ່າວ ປາກົດວ່າມີມືທີ່ຢູ່ອີກຝາກໜຶ່ງ ຄວ້າມາຈັບໜັງສືເຫຼັ້ມນັ້ນ ຂ້ອຍຖົກມືກັບທັນທີ ພ້ອມກັບຍ່າງອ້ອມໄປອີກທາງໜຶ່ງຂອງຊັ້ນໜັງສື ພາບທີ່ປາກົດຕໍ່ສາຍຕາ ຄື ຜູ້ຍິງຄົນໜຶ່ງສູງປະມານ 160 ຊມ. ໃສ່ຊຸດຊາຫຼີສີຟ້າຜະສົມສີຊົມພູ ອາຍຸໜ້າຈະປະມານຊາວປີກຳລັງຈັບໜັງສືຍ່າງອອກໄປອີກຝັ່ງໜຶ່ງ ຂ້ອຍໄດ້ແຕ່ຄິດກິນແໜງໃຈ ຮູ້ແນວນີ້ໜ້າຈະຟ້າວຈັບເອົາໜັງສືເຫຼັ້ມນັ້ນກ່ອນລະກະແລ້ວໜາ!

ແຕ່ກໍຢ່າງວ່າລະເນາະ ບາງເຫດການໃນຊີວິດບໍ່ໄດ້ມີເວລາໃຫ້ເຮົາຄິດຫຼາຍຂະໜາດນັ້ນ ຫຼາຍຄັ້ງທີ່ເຮົາຕັດສິນໃຈໄປຕາມສັນຊາດຕະຍານ ຫຼື ຕາມເຫດການທີ່ມັນເກີດຂຶ້ນ ຂ້ອຍບໍ່ໄດ້ເສຍດາຍທີ່ບໍ່ໄດ້ໜັງສືເຫຼັ້ມນັ້ນ ແຕ່ຖ້າໄດ້ເຫັນໜ້າຄົນທີ່ຈັບມັນໄປຄົງຮູ້ສຶກດີໃຈບໍ່ໜ້ອຍ ຢ່າງໜ້ອຍກໍໄດ້ຮູ້ວ່າຄົນທີ່ສົນໃຈໃນໜັງສືເຫຼັ້ມດຽວກັນ ມີໜ້າຕາເປັນແບບໃດ ແຕ່ທຳມະຊາດກໍບໍ່ອະນຸຍາດໃຫ້ເລື່ອງແບບນີ້ເກີດຂຶ້ນ ບາງທີ ທຳມະຊາດອາດຈະມີກົດເກນໃຫ້ມະນຸດຮູ້ຈັກກັນພຽງບາງຄົນ ແລະ ລາວບໍ່ແມ່ນ “ບາງຄົນ” ສຳລັບຂ້ອຍ ສ່ວນຂ້ອຍກໍບໍ່ແມ່ນ “ບາງຄົນ” ສຳລັບລາວ ພຽງແຕ່ທາງເດີນຂອງພວກເຮົາບັງເອີນຜ່ານມາຕັດກັນເທົ່ານັ້ນ ແລ້ວຕ່າງຄົນກໍມຸ່ງໜ້າໄປຕາມທິດທາງຂອງຕົນ

03

“ມາເດີ! ລົດມາຮອດແລ້ວ” ອາຈານຮ້ອງມາໃສ່. ພວກເຮົາຈຶ່ງພາກັນລາກກະເປົ໋າຂຶ້ນລົດ ກຸງນິວເດລີຍາມນີ້ອາກາດຂ້ອນຂ້າງຮ້ອນອົບເອົ້າ ອຸນຫະພູມປະມານ 39 ອົງສາ ຕົວເມືອງເຕັມໄປດ້ວຍຝຸ່ນຄວັນ ສຽງແກລົດດັງກີດກາດໆ ລົດແທບທຸກຄັນມີຮອຍຂີດຂວ່ານ ແລະ ບຸບບຸ້ມອັນເກີດມາຈາກການຊ່ຽວຊົນ ແຕ່ຜູ້ຄົນໃນປະເທດນີ້ເຂົາຖືວ່າເປັນເລື່ອງປົກກະຕິ ຖ້າລົດຕຳກັນບໍ່ເຖິງຂັ້ນເລືອດຕົກຢາງອອກ ເຂົາເຈົ້າຈະບໍ່ເອົາເລື່ອງກັນ ເຖິງແມ້ວ່າລົດຈະຖືກຂີດຂວ່ານ ຫຼື ບຸບບຸ້ມຫຼາຍປານໃດກໍຕາມ. ນອກຈາກອາກາດຮ້ອນແລ້ວ ສິ່ງໜຶ່ງທີ່ລົບກວນປະສາດຫູທີ່ສຸດຄື ສຽງແກລົດ ດັງສະນັ່ນຫວັ່ນໄຫວ ຂ້ອຍອົດບໍ່ລົນທົນບໍ່ໄດ້ກໍເລີຍຖາມຄົນຂັບວ່າ ຄືມັກບີບແກກັນແທ້? ນີ້ຄືຄຳຕອບຂອງລາວ:

“ຖ້າລົດຕຳກັນແລ້ວຕຳຫຼວດເອີ້ນໄປສອບສວນ ຄຳຖາມທຳອິດທີ່ຈະໄດ້ຍິນກໍຄື ເຈົ້າໄດ້ບີບແກບໍ່? ຖ້າຕອບວ່າ “ບໍ່” ມີໂອກາດສູງທີ່ເຈົ້າຈະເປັນຝ່າຍຜິດ ສະນັ້ນ ບີບໄວ້ກ່ອນໄດ້ປຽບ” ຂ້ອຍຄິດໃນໃຈ ເອີ..ຄັນຊັ້ນກະເອົາທີ່ສະບາຍໃຈຊຸມເຈົ້າຊ່ະ! ກີດໆ ກີດໆ ກີດໆ!!!

ກວ່າພວກເຮົາຈະຝ່າຝຸ່ນຄວັນ ແລະ ການຈະລາຈອນທີ່ແອອັດອອກມາໄດ້ ກໍປາເຂົ້າໄປເກຶອບຊົ່ວໂມງເຄິ່ງ ມາຮອດທີ່ພັກປະມານບ່າຍສອງໂມງ ພວກເຮົາມາພັກຢູ່ມະຫາວິທະຍາລັຍເຄົາຕັມ (Gautam Buddha University) ເຊິ່ງເປັນມະຫາລັຍທາງພຣະພຸດທະສາສະໜາ ຕັ້ງຢູ່ເມືອງນອຍດ້າ ລັດອຸດຕະຣະປະເທດ ຕອນທີ່ພວກເຮົາໄປມີພຣະສົງລາວກຳລັງສຶກສາຢູ່ມະຫາວິທະຍາລັຍແຫ່ງນີ້ສອງອົງຄື ພຣະຕຸ້ຍ ກັບ ພຣະນິລັນດອນ ພວກເພິ່ນຕ້ອນຮັບຄະນະພວກເຮົາເປັນຢ່າງດີ ຖ້າໃຜເຄີຍອອກນອກບ້ານໄປຢູ່ຕ່າງຖິ່ນ ຈະຕ່າງບ້ານ ຫຼື ຕ່າງປະເທດກໍຕາມ ຈະຮູ້ວ່າຄວາມຮູ້ສຶກຂອງຄົນທີ່ຈາກບ້ານມາເປັນແນວໃດ?

04

ຂ້ອຍມາພັກກັບພຣະຕຸ້ຍ ເມື່ອກ້າວຂາເຂົ້າໄປໃນຫ້ອງຮູ້ສຶກໄດ້ທັນທີເລີຍວ່າ ຫ້ອງນີ້ຖືກໃຊ້ມາເປັນເວລາຍາວນານ ທັງຝາ ປະຕູ ເພດານ ປ່ອງຢ້ຽມ ແລະ ພື້ນຫ້ອງ ບົ່ງບອກວ່າ ມີຄົນໄດ້ຍ່າງຜ່ານວົນວຽນຢູ່ໃນນີ້ບໍ່ຕ່ຳກວ່າຊາວປີມາແລ້ວ ຄົນນີ້ອອກໄປ ຄົນໃໝ່ເຂົ້າມາ ວົນວຽນກັນຢູ່ແບບນີ້ ສິ່ງທີ່ຕ້ອງຕາຂ້ອຍທີ່ສຸດຄືໂຄມໄຟອ່ານໜັງສື ທີ່ຕັ້ງຢູ່ເທິງໂຕ໊ະໃກ້ໆກັບຫົວບ່ອນນອນ ຖັດຈາກນັ້ນໄປແມ່ນປ່ອງຢ້ຽມທີ່ສາມາດເບິ່ງອອກໄປຂ້າງນອກໄດ້ຢ່າງຊັດເຈນ ຍາມເມື່ອຍລ້າຈາກອ່ານໜັງສື ວິວຈາກປ່ອງຢ້ຽມນີ້ໜ້າຈະເປັນສິ່ງທີ່ໃຫ້ຄວາມເພີດເພີນໃຈໄດ້ເປັນຢ່າງດີ

ພຣະຕຸ້ຍເລົ່າໃຫ້ຟັງວ່າ “ການມາຮຽນຢູ່ນີ້ບໍ່ຄ່ອຍລຳບາກປານໃດ ອາດຈະເປັນເພາະຊີວິດເຄີຍຜ່ານຄວາມລຳບາກມາຫຼາຍ ແຕ່ກໍບໍ່ໄດ້ໝາຍວ່າຈະເປັນຢູ່ແບບສະບາຍໆ ຕອນມາໃໝ່ອາດຈະລຳບາກໜ້ອຍໜຶ່ງ ທັງເລື່ອງການຮຽນ ການເງິນ ແລະ ການປັບຕົວ ທັງນີ້ຂຶ້ນກັບແຕ່ລະຄົນນຳ ບາງຄົນບໍ່ສາມາດປັບຕົວເຂົ້າກັບສະພາບແວດລ້ອມໃໝ່ໄດ້ ກໍກັບບ້ານໄປຕັ້ງແຕ່ຍັງບໍ່ທັນໄດ້ເລີ່ມຮຽນກໍມີ”

05

ເວົ້າເຖິງເລື່ອງນີ້ເຮັດໃຫ້ນຶກເຖິງເລື່ອງລາວການສູນພັນຂອງສັດຊະນິດໜຶ່ງ ເຊິ່ງກ່ອນທີ່ມະນຸດຈະເປັນຜູ້ຄອບຄອງໂລກເໝືອນປັດຈຸບັນນີ້ ໄດໂນເສົາເປັນຜູ້ຄອບຄອງມາກ່ອນ ເປັນເວລາຍາວນານເຖິງ 160 ລ້ານປີ ແຕ່ດ້ວຍເຫດການບາງຢ່າງເຮັດໃຫ້ໄດໂນເສົາສູນພັນໄປ ເມື່ອ 66 ລ້ານປີທີ່ແລ້ວ. ມີສອງທິດສະດີຫຼັກໆ ທີ່ອະທິບາຍເຖິງເລື່ອງນີ້ໄວ້ວ່າ:

ໜຶ່ງ-ເກີດຈາກການລະເບີດຄັ້ງໃຫຍ່ຂອງພູເຂົາໄຟເດັກກັນແທຣບ (Deccan Traps) ເຊິ່ງຕັ້ງຢູ່ປະເທດອິນເດຍໃນປັດຈຸບັນ ຜົນຈາກການລະເບີດຄັ້ງນີ້ເຮັດໃຫ້ທ້ອງຟ້າເຕັມໄປດ້ວຍກ໊າສກາກບອນດີອົກຊີ ແລະ ກ໊າສຊະນິດອື່ນໆ ກ໊າສເຫຼົ່ານີ້ໄດ້ເຮັດໃຫ້ສະພາບພູມອາກາດເປັນພິດ ແລະ ສະພາບແວດລ້ອມປ່ຽນແປງໄປ

ສອງ-ຫຼັງຈາກພູເຂົາໄຟລະເບີດແລ້ວ ຕໍ່ມາອີກ 150,000 ປີ ມີອຸກກາບາດຂະໜາດໃຫຍ່ຕົກມາໃສ່ໂລກ ໃກ້ໆກັບແຄມຝັ່ງຂອງປະເທດແມັກຊິໂກ ຂະໜາດຂອງມັນໃຫຍ່ເທົ່າກັບສະໜາມເຕະບານ 12,000 ແຫ່ງມາລວມກັນ ເຮັດໃຫ້ເກີດຝຸ່ນລະອອງ ແລະ ຄວັນ ໂລກຕົກຢູ່ສະພາບມືດມົນຢ່າງຍາວນານ ເພາະຝຸ່ນ ແລະ ຄວັນບົດບັງແສງອາທິດ ສິ່ງທີ່ມີຊີວິດຈຶ່ງຄ່ອຍໆລົ້ມຕາຍໄປ

ບັນດານັກວິທະຍາສາດຕ່າງກໍຖົກຖຽງກັນເຖິງສາເຫດທີ່ແທ້ຈິງຂອງການສູນພັນຂອງໄດໂນເສົາໃນລະຫວ່າງສອງເຫດການນັ້ນ ເຖິງຢ່າງໃດກໍຕາມ ເມື່ອບໍ່ດົນມານີ້ ໄດ້ມີຜູ້ຊ່ຽວຊານດ້ານທໍລະນີວິທະຍາຈາກມະຫາວິທະຍາລັຍຟລໍຣິດ້າ ແລະ ຜູ້ຊ່ຽວຊານດ້ານສະພາບອາກາດຍຸກບູຮານຈາກມະຫາວິທະຍາລັຍມິຊິແກນ ເປີດເຜີຍວ່າ ທິດສະດີກ່ຽວກັບຜົນກະທົບຂອງພູເຂົາໄຟລະເບີດ ແລະ ອຸກກາບາດຕົກມາໃສ່ໂລກຖືກທັງສອງທິດສະດີ ຈາກການສຶກສາເຖິງອຸນຫະພູມໃນເປືອກຫອຍໃນຍຸກທີ່ໄດໂນເສົາໃກ້ຈະສູນພັນພົບວ່າ ເມື່ອສອງເຫດການ (ພູເຂົາໄຟລະເບີດກັບອຸກກາບາດຕົກໃສ່ໂລກ) ນັ້ນເກີດຂຶ້ນເຮັດໃຫ້ໂລກຮ້ອນຂຶ້ນເຖິງສອງເທົ່າ ເອີ້ນວ່າ ພາວະໂລກຮ້ອນໃນຍຸກບູຮານ

Andrea Dutton ຜູ້ຊ່ຽວຊານດ້ານທໍລະນີວິທະຍາຈາກມະຫາວິທະຍາລັຍຟລໍຣິດ້າ ອະທິບາຍວ່າ “ສັດ ແລະ ພືດເຄີຍປະສົບກັບສະພາບທີ່ອຸນຫະພູມຮ້ອນຂຶ້ນມາກ່ອນໜ້ານີ້ໃນຍຸກຄຣີເທຊຽດ (ຍຸກສຸດທ້າຍຂອງໄດໂນເສົາ) ແຕ່ຫຼັງຈາກອຸກກາບາດຕົກມາໃສ່ໂລກອຸນຫະພູມຂອງໂລກກໍເພີ່ມຂຶ້ນຢ່າງໄວວາຈົນພືດ ແລະ ສັດ ປັບຕົວນຳບໍ່ທັນ”

ຈາກທິດສະດີທີ່ກ່າວມາສະແດງໃຫ້ເຫັນວ່າ ໄດໂນເສົາບໍ່ສາມາດປັບຕົວເຂົ້າກັບສະພາບແວດລ້ອມຂອງໂລກທີ່ປ່ຽນແປງໄປ ສະນັ້ນ ພວກມັນຈຶ່ງເຫຼືອໄວ້ພຽງແຕ່ຊື່ ແລະ ຊາກຟອດຊິວ ເຊິ່ງໃນຍຸກດຽວກັນນັ້ນ ມີສັດບາງຊະນິດເຊັ່ນ: ແມງສາບ ແມງດາທະເລ ແລະ ປາບາງຊະນິດ ສາມາດປັບຕົວໄດ້ ແລະ ພວກມັນຍັງຄົງສືບເຊື້ອສາຍຕໍ່ກັນມາຈົນຮອດຍຸກປັດຈຸບັນ

06

ຫັນມາເບິ່ງມະນຸດເຮົາ  

ຖ້າບໍ່ສາມາດປັບຕົວເຂົ້າກັບສະພາບແວດລ້ອມ ແລະ ສັງຄົມທີ່ກຳລັງປ່ຽນໄປມີໂອກາດຫຼາຍທີ່ເຮົາຈະຖືກທອດຖິ້ມໄວ້ຂ້າງຫຼັງ ຫຼາຍອາຊີບ ຫຼາຍອົງກອນ ຫຼາຍກິດຈະການຕ້ອງລົ້ມເລີກໄປເພາະປັບຕົວເຂົ້າກັບຍຸກສະໄໝໃໝ່ບໍ່ໄດ້ ຮໍຣ໌ ໜຶ່ງໃນຕົວລະຄອນຂອງໜັງສື ໃຜເອົາເນີຍແຂງຂອງຂ້ອຍໄປ (Who move my cheese) ກ່າວໄວ້ວ່າ: “ການສັງເກດຄວາມປ່ຽນແປງເລັກນ້ອຍແຕ່ເນິ່ນໆ ຈະເຮັດໃຫ້ປັບຕົວເຂົ້າກັບການປ່ຽນແປງຂະໜານໃຫຍ່ໄດ້ ” ຍິ່ງໃນຍຸກປັດຈຸບັນທີ່ເຮົາເອີ້ນວ່າ ຍຸກນິວນໍຣ໌ມອລ (New Normal) ຄວາມສາມາດດ້ານການປັບຕົວຍິ່ງເປັນສິ່ງສຳຄັນ ຜູ້ມີຫົວໃຈທີ່ບໍ່ຍອມແພ້ຈະບໍ່ປ່ອຍໃຫ້ຕົນເອງທໍ້ແທ້ ແມ້ວ່າຈະພົບບັນຫາຕ່າງໆນານາ ເຂົາຈະຮູ້ວ່າ ຄວນຈະປັບຕົວແນວໃດໃນສະຖານະການນັ້ນໆ ໂດຍມຸ່ງຄວາມສົນໃຈໄປທີ່ຄວາມເປັນໄປໄດ້ ບໍ່ກັງວົນກັບສິ່ງທີ່ຢູ່ເໜືອອຳນາດການຄວບຄຸມຂອງຕົນເອງ

ຂ້ອຍຖາມພຣະຕຸ້ຍວ່າ ຕອນມາຢູ່ນີ້ໃໝ່ໆ ຄູບາ ເຄີຍຄິດກັງວົນ ຫຼື ຄິດວ່າຈະຮຽນບໍ່ຈົບແນ່ບໍ່? “ຄູບາເອີຍ! ຂ້ານ້ອຍກໍມະນຸດທຳມະດາຄົນໜຶ່ງ ປາກສະຈາກບໍ່ໄດ້ຢູ່ແລ້ວເລື່ອງຄວາມກັງວົນ ແຕ່ເມື່ອໄດ້ມາແລ້ວກໍຕ້ອງສູ້ຕໍ່ໄປ ບາງຢ່າງ ຈະຍຶດຖືຕາມແບບສະບັບຂອງເຮົາຮ້ອຍເປີເຊັນມັນບໍ່ໄດ້ດອກ ມາຢູ່ບ້ານເພິ່ນກໍຕ້ອງປັບຕົວໃຫ້ເຂົ້າກັບວັດທະນະທຳປະເພນີຂອງເຂົາ ປັບໃຈຢູ່ກັບຄວາມປ່ຽນແປງໃຫ້ໄດ້ ເພາະຖ້າບໍ່ປັບ ກໍໄປບໍ່ລອດ”

ໂດຍ..ແມ່ນແລ້ວ ຂ້ານ້ອຍ. “ຖ້າບໍ່ປັບ ກໍໄປບໍ່ລອດ

07

ຈະວ່າໄປແລ້ວ ຊີວິດກໍເໝືອນການເດີນທາງໄລຍະຍາວ ພວກເຮົາຕ່າງກໍເດີນໄປໃນສັງຄົມທີ່ກວ້າງໃຫຍ່ໂດຍບໍ່ມີໃຜຮູ້ເລີຍວ່າຈະໄດ້ພົບສິ່ງໃດແດ່ ພວກເຮົາພຽງແຕ່ເດີນໄປຂ້າງໜ້າ ແລະ ຫວັງຢ່າງຍິ່ງວ່າຈະພົບຊີວິດທີ່ດີກວ່າເດີມ ບາງຄົນ ອາດຈະວາງແຜນຊີວິດໄວ້ເປັນຢ່າງດີ ແຕ່ກໍບໍ່ວາຍທີ່ຈະເຈີມໍລະສຸມທີ່ຖາໂຖມເຂົ້າມາໃນມື້ໜຶ່ງ ທຸກຄົນຈະຕ້ອງໄດ້ພົບຊ່ວງທີ່ຍາກລຳບາກຢ່າງແນ່ນອນ ຊີວິດທີ່ຜ່ານມາຕ່າງກໍສອນໃຫ້ເຮົາຮູ້ວ່າ ພວກເຮົາຈະຕ້ອງຜະເຊີນໜ້າກັບສິ່ງທີ່ບໍ່ຄາດຝັນ ເຊິ່ງບາງເລື່ອງກໍເຮັດໃຫ້ເຈັບປວດ ເສົ້າໂສກ ແລະ ທໍລະມານ ແຕ່ບາງເລື່ອງກໍເຮັດໃຫ້ສະໜຸກສະໜານ ທັງນີ້ ທຸກປະສົບການທີ່ເຮົາໄດ້ເດີນຜ່ານມານັ້ນ ທັງດີແລະຮ້າຍ ມັນຈະຫຼອມລວມແລ້ວກາຍມາເປັນຕົວເຮົາໃນມື້ນີ້

ຕາບໃດທີ່ເຮົາຍັງມີລົມຫາຍໃຈ ຂ້ອຍເຊື່ອວ່າ ເຮົາຈະໄດ້ພົບກັບສິ່ງໃໝ່ໆທີ່ຄາດບໍ່ເຖິງສະເໝີ ມະນຸດພຽງແຕ່ໃຊ້ຊິວິດ ແລະ ປັບຕົວໄປຕາມເຫດການທີ່ເກີດຂຶ້ນ ບໍ່ມີໃຜສາມາດວາງແຜນໄດ້ຢ່າງຊັດເຈນ ແລະ ແນ່ນອນ ເພາະຕະຫຼອດເສັ້ນທາງທີ່ກ້າວເດີນລ້ວນມີເຫດປັດໄຈເຂົ້າມາແຊກຊ້ອນຕະຫຼອດເວລາ

ເຈົ້າເຊື່ອບໍ່ວ່າ

ພວກເຮົາຕ່າງກໍເຕັ້ນລຳ ໄປຕາມຈັງຫວະຂອງຊີວິດ.

ຕົ້ນລະດູໜາວ, ປີ 2564.

ເອກສານອ້າງອິງ

https://www.voathai.com/a/dinosaur-one-two-punch-tk/3455172.html

https://ngthai.com/science/34758/dinosaurextinct/

https://ngthai.com/science/34758/dinosaurextinct/

https://www.bbc.com/thai/features-41378126

]]>
ແລ້ວເຮົາຈະຈາກໄປ..ແມງໄມ້ຈະຍັງຄົງສົ່ງສຽງ https://dekwatlaos.com/buddhology/leohaojajakpai/1289/ Sun, 08 Aug 2021 22:33:11 +0000 https://dekwatlaos.com/?p=1289 01

ຄວາມຜູກພັນມັກເຮັດໃຫ້ເຮົາຮູ້ສຶກດີ

ແຕ່ບາງທີ ກໍນຳມາເຊິ່ງຄວາມເສົ້າໄດ້ເຊັ່ນກັນ

ການກັກຕົວເປັນມາດຕະການທີ່ລັດຖະບານລາວໄດ້ບັງຄັບໃຊ້ຢ່າງເຄັ່ງຄັດ ໃນຊ່ວງໂຄວິດ-19 ກຳລັງແຜ່ລະບາດຢ່າງຮຸນແຮງ ເພື່ອບໍ່ໃຫ້ຄົນທີ່ກັບມາຈາກຕ່າງປະເທດນຳເຊື້ອພະຍາດມາສູ່ຄົນພາຍໃນປະເທດຂອງຕົນ ຂ້ອຍເປັນໜຶ່ງໃນຜູ້ຄົນທີ່ກັບມາຈາກປະເທດເພື່ອນບ້ານ ແລະ ກໍຕ້ອງປະຕິບັດຕາມມາດຕະການນີ້ຢ່າງເຄັ່ງຄັດ ໃນຊ່ວງທີ່ກັກຕົວນີ້ ພະນັກງານທີ່ດູແລສູນ ກໍໃຫ້ຄວາມສະດວກຫຼາຍຢ່າງ

ຄວາມຈິງກ່ອນທີ່ຈະມາຢູ່ທີ່ນີ້ ຂ້ອຍໄດ້ສອບຖາມຂໍ້ມູນນຳໝູ່ທີ່ມາຢູ່ກ່ອນວ່າສະພາບການເປັນແນວໃດ ເຂົາບອກວ່າ ສະຖານທີ່ຂ້ອນຂ້າງໂອເຄ ສ່ວນເລື່ອງອາຫານຈະມີຄົນມາສົ່ງສາມຄາບຕໍ່ມື້ ແຕ່ວ່າ ບາງມື້ ຂ້ອນຂ້າງຈະຊ້າຈັກໜ້ອຍ ແຕ່ເຂົາກໍມາສົ່ງບໍ່ເຄີຍຂາດ ເມື່ອຂ້ອຍມາເຈີສະຖານະການຈິງ ຈຶ່ງຮູ້ວ່າ ເອີ ແມ່ນຄວາມໝູ່ອິຫຼີ ແຕ່ທີ່ໝູ່ມັນເວົ້າຜິດໄປກໍຄືບໍ່ແມ່ນ ບາງມື້ ທີ່ເຂົາມາສົ່ງຊ້າ ຫຼາຍມື້ເລີຍແຫຼະ! ຂ້ອຍເປັນໂຣກກົດໄຫຼຢ້ອນ ຖ້າໃຜເຄີຍເປັນໂຣກນີ້ຈະຮູ້ເລີຍວ່າ ເຮົາຕ້ອງກິນເຂົ້າເປັນເວລາ ຖ້າຮອດຍາມກິນນ້ຳຍ່ອຍມັນຈະເລີ່ມອອກມາ ແຕ່ວ່າເມື່ອບໍ່ມີອາຫານໃຫ້ຍ່ອຍມັນຈະຍ່ອຍກະເພາະເຮົາ ສະນັ້ນ ຖ້າຜິດເວລາກໍຕຽມຍາໄວ້ເລີຍ ເພາະວ່າມັນແສບທ້ອງ ຂ້ອຍຈຶ່ງໄດ້ກຽມເຂົ້າໜົມໄວ້ເພື່ອໃຫ້ນ້ຳຍ່ອຍມັນໄດ້ທຳໜ້າທີ່ຕາມເວລາ ຖ້າຈະລໍພະນັກງານຄົງມີຫວັງກະເພາະຈະກາຍເປັນອາຫານຂອງຂ້ອຍເອງເປັນແນ່ແທ້

ກໍຢ່າງວ່າແຫຼະເນາະ ໃນໂລກນີ້ບໍ່ໃຜສາມາດເຮັດຖືກໃຈເຮົາໄດ້ຈະຫຼອດເວລາ ເຊັ່ນດຽວກັນເຮົາກໍບໍ່ສາມາດເຮັດໃຫ້ຄົນອື່ນຖືກໃຈໄປເສຍທຸກຢ່າງ ສະນັ້ນ ກໍຕ້ອງເຂົ້າໃຈຄວາມຈິງຂໍ້ນີ້ນຳ ຖ້າເຮົາມອງຂໍ້ເທັດຈິງທີ່ວ່າ ໃນສະຖານທີ່ກັກຕົວແຫ່ງນີ້ ມີຄົນເປັນຮ້ອຍ ຫຼາຍຮ້ອຍຄົນເລີຍແຫຼະ ຈະໃຫ້ພະນັກງານມາດູແລເຮົາໃຫ້ກິນອີ່ມນຸ່ງອຸ່ນຄືກັບຢູ່ບ້ານຕົນເອງ ກໍເປັນໄປບໍ່ໄດ້ດອກ ລຳພັງແຕ່ຊຸດທີ່ພະນັກງານໃສ່ເຫັນແລ້ວກໍໜ້າເຫັນໃຈ ຈະຍ່າງກໍລຳບາກ ຈະເວົ້າກໍລຳບາກ ຮ້ອນກໍຮ້ອນ ຫາຍໃຈກໍຄົງລຳບາກບໍ່ໜ້ອຍ ສະນັ້ນ ແທນທີ່ເຮົາສະຈົ່ມນັ້ນຈົ່ມນີ້ ເຮົາຄວນຈະເຫັນໃຈເຊິ່ງກັນ ແລະ ກັນ ໃນຍາມລຳບາກເຊັ່ນນີ້ ບໍ່ແມ່ນຍາມທີ່ຈະມາຈົ່ມມາດ່າຄົນນັ້ນຄົນນີ້ ແຕ່ເປັນເວລາທີ່ເຮົາຈະຕ້ອງສາມັກຄີກັນເພື່ອຊິຜ່ານວິກິດນີ້ໄປໃຫ້ໄດ້ ອາຫານອາດຈະຊ້າແນ່ ສະຖານທີ່ອາດຈະບໍ່ສະດວກປານໃດ ກໍຄວນເຂົ້າໃຈນຳກັນເນາະວ່າ ມັນບໍ່ແມ່ນສະຖານະການປົກກະຕິ

02

ຫ້ອງເບີສິບສອງມາເອົານ້ຳເດີ! ນ້ຳທີ່ສັ່ງໄວ້ໄດ້ແລ້ວ

ໃຜຊິຊື້ເລກມາຊື້ໄດ້ເດີ! ສຽງແມ່ຄ້າຄົນໜຶ່ງດັງມາຈາກຫົວຂັ້ນໄດຝັ່ງທາງທິດຕາເວັນຕົກ ລາວມັກເອົາເຄື່ອງດື່ມມາສົ່ງຄົນທີ່ກັກຕົວເປັນປະຈຳ ມື້ລະຫຼາຍເທື່ອ

ລົມໜາວມາເຢືອນປາຍເດືອນຕຸລາ

ເຮັດໃຫ້ຫົວໃຈອ້າຍສັ່ນໄຫວ

ຄິດຮອດຄວາມຮັກປາຍເດືອນເມສາ

ທີ່ນ້ອງແກ້ວຕາລືມຖິ່ນໄປ

ວົນວຽນມາບັນຈົບ..ຄົນທີ່ຄົບມາປ່ຽນໃຈ

ແລະເພງອື່ນໆກໍດັງຂຶ້ນສະລັບໄປສະລັບມາ ບໍ່ໄດ້ຕັ້ງໃຈຟັງດອກແຕ່ສຽງກໍທະລຸປະຕູ ຜ່ານເຂົ້າມາສູ່ໂສຕະປະສາດເອງ (ຫູ) ຟັງມາຫຼາຍມື້ຈົນເກືອບຊິຮ້ອງຕາມໄດ້ແລ້ວ

ນີ້ຄືບັນຍາກາດຊ່ວງກັກຕົວ ບາງທີ ກໍມີສຽງອຶກກະທຶກຄຶກໂຄມເໝືອນກັບໄປຍ່າງເລາະຊື້ເຄື່ອງຢູ່ຕະຫຼາດສົດ ບາງທີ ກໍເໝືອນໄປເດີນຕາມຫ້າງຮ້ານທີ່ຂາຍລຳໂພງ ຟັງໄປຟັງມາ ເອີ ກໍໄດ້ບັນຍາກາດໄປອີກແບບໜຶ່ງ

ຂ້ອຍກັກຕົວຢູ່ນີ້ 14 ມື້ ມາຮອດມື້ທຳອິດກໍຮູ້ສຶກແປກໜ້າກັບສະຖານທີ່ ຮູ້ສຶກກັງວົນ ແລະ ສັບສົນກັບຫຼາຍຢ່າງ ປະຕູ, ເພດານ, ປ່ອງຢ້ຽມ, ຫ້ອງນ້ຳ, ຫ້ອງນອນ ລ້ວນແລ້ວແຕ່ເປັນສິ່ງແປກໜ້າສຳລັບຜູ້ມາໃໝ່ ແຕ່ແລ້ວຄວາມແປກໜ້າກໍຄ່ອຍໆຫາຍໄປ ແລະ ກໍ່ສ້າງຄວາມຮູ້ສຶກໃໝ່ຂຶ້ນມາແທນ ເປັນຄວາມຮູ້ສຶກທີ່ຄຸ້ນເຄີຍກັບສິ່ງເຫຼົ່ານີ້ ປະຕູບານເກົ່າທີ່ທຽວເຂົ້າ-ອອກທຸກມື້, ເພດານອັນເກົ່າທີ່ມອງເຫັນທຸກເຊົ້າ-ແລງ, ປ້ອງຢ້ຽມບານເກົ່າທີ່ມັກໄປຢືນເບິ່ງຍາມຕາເວັນກຳລັງຈະຕົກດິນ ມື້ໃດຝົນຕົກຈະມີເມັດນ້ຳຄ້າງຕິດຢູ່ຕາມແກ້ວປ່ອງຢ້ຽມ ເຮັດໃຫ້ບໍ່ສາມາດມອງຜ່ານອອກໄປຂ້າງນອກໄດ້ຢ່າງຊັດເຈນ ແຕ່ກໍບໍ່ເຖິງຂັ້ນວ່າມືດມິດ ຄວາມບໍ່ຊັດເຈນບາງຄັ້ງກໍນຳມາເຊິ່ງຄວາມງົດງາມ  ເບິ່ງແລ້ວຮູ້ສຶກເຄວ້ງຄວ້າງ ວ່າງເປົ່າ ແຕ່ຂະນະດຽວກັນກໍເຮັດໃຫ້ສຸກໃຈບໍ່ໜ້ອຍ

Photo by: ຄວັນສີເທົາ

03

ເດິກສະຫງັດຄືນໜຶ່ງ

ພາຍຫຼັງທີ່ສຽງອຶກກະທຶກຄຶກໂຄມຈາກແມ່ຄ້າ ແລະ ລຳໂພງ ງຽບສະຫງົບລົງແລ້ວ ຈະມີແດ່ກໍແຕ່ສຽງແມງໄມ້ ທີ່ຮ້ອງລະງົມໄປທົ່ວບໍລິເວນ ຄືນນີ້ ຂ້ອຍນອນບໍ່ຄ່ອຍຫຼັບເພາະລິດກາເຟ (ຊົດໄປຫຼາຍຈອກ) ກໍເລີຍລຸກຂຶ້ນມານັ່ງຟັງສຽງແມງໄມ້ເຫຼົ່ານັ້ນ ເປັນຄວາມຈິງທີ່ຫຼວງພໍ່ພຸດທະທາດເຄີຍກ່າວວ່າ ສັດໂລກທີ່ນອນຫຼາຍທີ່ສຸດຄືສັດມະນຸດ ຍິ່ງເດິກແມງໄມ້ກໍຍິ່ງຄົງສົ່ງສຽງ ບໍ່ມີທີທ່າວ່າຈະເຊົາ ສ່ວນມະນຸດສ່ວນຫຼາຍກຳລັງຫຼັບໄຫຼ ເຖິງແມ່ນວ່າຈະມີສຽງລະງົມ ແຕ່ບັນຍາກາດກໍແຕກຕ່າງຈາກສຽງອຶກກະທຶກຄຶກໂຄມຍາມກາງເວັນ ອາດຈະເປັນເພາະສຽງແມງໄມ້ບໍ່ແມ່ນສຽງທີ່ຈະເຮັດໃຫ້ໃຈມະນຸດຕື່ນເຕັ້ນ ຫວື໋ຫວ໋າ ຫຼື ຫຶກເຫີມ ເໝືອນກັບສຽງດົນຕີ ຈຶ່ງເຮັດໃຫ້ຮູ້ສຶກໄດ້ເຖິງຄວາມສະຫງົບທີ່ເກີດຂຶ້ນພາຍໃນໃຈ ບາງທີ ຄວາມງຽບກໍເຮັດໃຫ້ເຮົາຄິດເຖິງເລື່ອງລາວຕ່າງໆນານາ ບໍ່ຄິດຮອດອະດີດ ກໍກົງວົນເຖິງອະນາຄົດ ຄິດໄປສາລະພັດຢ່າງ ຈາກຈິດໃຈທີ່ສະຫງົບກໍຄ່ອຍໆຟຸ້ງຊ່ານ ຫຼາຍຄົນອາດຈະເຄີຍມີປະສົບການແບບນີ້ ເວລາຢູ່ຄົນດຽວຢ່າງງຽບໆ ປາກສະຈາກເຄື່ອງມືສື່ສານໃດໆ ມັກຈະມີຄຳຖາມເກີດຂຶ້ນພາຍໃນໃຈ ຫຼາຍຄຳຖາມເຮົາກໍບໍ່ສາມາດຕອບຕົນເອງໄດ້ ເຊິ່ງແຕ່ລະຄົນກໍມີຄຳຖາມທີ່ແຕກຕ່າງກັນ ແລ້ວແຕ່ບຸກນັ້ນສົນໃຈເລື່ອງໃດໃນຊ່ວງເວລານັ້ນໆ ສຳລັບຜູ້ຂຽນ ເນື່ອງຈາກວ່າຊ່ວງນີ້ຄຸກຄີຢູ່ກັບໜັງສືແນວປັດຊະຍາ ດັ່ງນັ້ນ ຄຳຖາມທີ່ຜຸດຂຶ້ນມາຈຶ່ງເປັນຄຳຖາມແນວນີ້

ເປັນຫຍັງເຮົາຈຶ່ງຕ້ອງເກີດມາໃນໂລກນີ້? 

ເຮົາຕັ້ງໃຈມາເອງ ຫຼືວ່າ ມີຄົນໂຍນເຮົາເຂົ້າມາ?

ເມື່ອມາຢູ່ໃນໂລກນີ້ແລ້ວເຮົາມີອິດສະລະທີ່ຈະໃຊ້ຊີວິດຕາມທີ່ເຮົາຕ້ອງການຫຼືບໍ່ ຫຼືວ່າເຮົາພຽງແຕ່ດຳເນີນຊີວິດໄປຕາມບົດທີ່ໃຜກໍບໍ່ຮູ້ຂຽນໄວ້ໃຫ້ ແລະ ສຸດທ້າຍເຮົາກໍຕາຍໄປຕາມບົດທີ່ເຂົາຂຽນນັ້ນ

ມະນຸດເກີດຂຶ້ນມາແລ້ວລ້ວນດິ້ນຮົນທຸກວິທີທາງ ເພື່ອໃຫ້ມີຊີວິດລອດ ແຕ່ສຸດທ້າຍເຮົາກໍບໍ່ລອດ ຈະຕ້ອງພ່າຍແພ້ຕໍ່ຄວາມຕາຍ ແລະ ເມື່ອຕາຍແລ້ວຊິໄປໃສຕໍ່ ເຮົາມາເຮັດຫຍັງຢູ່ໃນໂລກນີ້..

ຕົກລົງແລ້ວ ຊີວິດຄືຫຍັງ? ຄຳຖາມຕ່າງໆເຫຼົ່ານີ້ມັກຈະເກີດຂຶ້ນຍາມຢູ່ ພຽງລຳພັງຢ່າງງຽບໆ ຍິ່ງຄິດກໍຍິ່ງເຈີແຕ່ຄຳຖາມ ບາງຄົນ ອາດຈະຄັນປາກຢາກຖາມຂຶ້ນເຊັ່ນກັນວ່າ ຄວັນສີເທົາ ຕົກລົງວ່າ ທີ່ເຈົ້າຖາມມາທັງໝັດນັ້ນເຈົ້າຕອບໄດ້ຈັກຂໍ້ບໍ່ນິ ອັນນີ້ກໍຕ້ອງສາລະພາບຕົງໆວ່າ ຂ້ອຍກໍຫາຄຳຕອບບໍ່ເຈີເຊັ່ນກັນ

ແຕ່ຖ້າຈະໃຫ້ຂ້ອຍຕອບຈັກໜຶ່ງຂໍ້ ຂ້ອຍຄົງເລືອກຂໍ້ສຸດທ້າຍທີ່ວ່າ

ຊີວິດຄືຫຍັງ?

ເຮົາຈະສັງເກດເຫັນວ່າ ຊີວິດມະນຸດລ້ວນກ່ຽວຂ້ອງກັບຄວາມປ່ຽນແປງຕະຫຼອດເວລາ ປ່ຽນຈາກເດັກນ້ອຍໄປເປັນຜູ້ໃຫຍ່ ຈາກຜູ້ໃຫຍ່ໄປເປັນຜູ້ເຖົ້າ ຈາກຜູ້ເຖົ້າໄປເປັນເຖົ້າຖ່ານ ຫຼື ຖ້າມອງໃນແງ່ພັດທະນາການທາງດ້ານຈິດໃຈ ອາດຈະມອງໄດ້ວ່າ ປ່ຽນຈາກຄົນທີ່ບໍ່ເຄີຍມີປະສົບການໄປເປັນຄົນມີປະສົບການ ປ່ຽນຈາກຄົນທີ່ບໍ່ຮູ້ຫຍັງໄປເປັນຄົນທີ່ໄດ້ຮູ້ຕົນເອງ ແລະ ຮູ້ໂລກຫຼາຍຂຶ້ນ ປ່ຽນວິທີການມອງໂລກແບບໜຶ່ງໄປເປັນອີກແບບໜຶ່ງ ສະຫຼຸບແລ້ວ ຊີວິດລ້ວນແລ້ວແຕ່ຄຸກຄີຢູ່ກັບຄວາມປ່ຽນແປງຕະຫຼອດເວລາ ສະນັ້ນ ຖ້າຈະບອກວ່າ ຊີວິດຄືການປ່ຽນແປງ ກໍບໍ່ໜ້າຈະຜິດ

ຖ້າເຮົາຍອມຮັບວ່າຊີວິດຄືການປ່ຽນແປງເຮົາຈະບໍ່ເປັນທຸກກັບຫຼາຍຢ່າງທີ່ກຳລັງຈະປ່ຽນໄປ ເພາະທ້າຍທີ່ສຸດເຮົາກໍຮູ້ຢູ່ວ່າ ໂລກກໍເປັນໄປແບບນີ້ ມະນຸດຈະຍິນດີ ຫຼື ບໍ່ຍິນດີ ຈະມີຄວາມສຸກ ຫຼື ຈະເຈັບປວດພຽງໃດ ໂລກຈະຍັງຄົງໝຸນ ແລະ ດຳເນີນໄປເປັນປົກກະຕິ

ຄົນທີ່ກັກຕົວໃນສະຖານທີ່ແຫ່ງນີ້ເມື່ອຮອດເວລາກໍຕ້ອງຈາກໄປ ຂ້ອຍເອງກໍກຳລັງຈະຈາກສະຖານທີ່ແຫ່ງນີ້ໄປ ໃນອີກບໍ່ດົນເຊັ່ນກັນ

ສຸດທ້າຍ ບໍ່ວ່າເຮົາຈະຢູ່ຫຼືຈະໄປ ແມງໄມ້ຈະຍັງຄົງສົ່ງສຽງ ແມ່ຄ້າຈະຍັງຄົງຂາຍເຄື່ອງ ດົນຕີຈະຍັງຄົງດັງ ຕໍ່ໄປ

ໂລກ ແລະ ຊີວິດ ກໍດຳເນີນໄປແບບນີ້ແຫຼະ

ຄວັນສີເທົາ ຂຽນ

ນະຄອນຫຼວງວຽງຈັນ, ປີ 2564.

]]>
ໄວໜຸ່ມສາວ https://dekwatlaos.com/buddhology/vainoumsao/1281/ Thu, 05 Aug 2021 22:39:18 +0000 https://dekwatlaos.com/?p=1281 ບໍ່ຮູ້ວ່າໄວໜຸ່ມສາວເລີ່ມຂຶ້ນເມື່ອໃດ ຮູ້ພຽງວ່າ ເປັນໄວທີ່ສວຍງາມ ແຕ່ໃນຂະນະດຽວກັນກໍມັກນຳມາເຊິ່ງຄວາມເຈັບປວດ

ໄວໜຸ່ມສາວເປັນໄວທີ່ກຳລັງສະແຫວງຫາ, ໃຂວ່ຄວ້າ ແລະ ໃຝ່ຝັນ, ເປັນໄວທີ່ຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ເຮົາບໍ່ຮູ້ວ່າທາງຂ້າງໜ້າຈະເປັນແນວໃດ ຈະມີຂວາກໜາມ ຫຼື ອຸປະສັກໜ້ອຍຫຼາຍສ່ຳໃດ ເພາະຄວາມບໍ່ຮູ້ ຈຶ່ງເຮັດໃຫ້ເຮົາຮູ້ສຶກ ເຄວ້ງຄວ້າງ, ທໍລະມານໃຈ, ຫວັ່ນໄຫວ, ວ້າວຸ້ນ, ວ່າງເປົ່າ, ປ່ຽວເຫງົາ ແລະ ໂດດດ່ຽວ ອາການເຫຼົ່ານີ້ລ້ວນເກີດຂຶ້ນກັບໜຸ່ມສາວທຸກຍຸກທຸກສະໄໝ

ຄຳຖາມຄື..ແລ້ວເຮົາຊິເຮັດແນວໃດເພື່ອໃຫ້ສາມາດຢູ່ກັບຄວາມຮູ້ສຶກເຫຼົ່ານີ້ໄດ້ ແລະ ກ້າວຜ່ານມັນໄປສູ່ໄວອື່ນດ້ວຍໃຈທີ່ຊຸ່ມຊື່ນ

ບາງຄົນກ້າວຜ່ານໄວນີ້ໄປໄດ້ດ້ວຍຄວາມຍາກລຳບາກ, ບາງຄົນເບິ່ງຄືວ່າຜ່ານໄປໄດ້ຢ່າງງ່າຍດາຍ, ບາງຄົນຜ່ານໄປດ້ວຍຄວາມມຶນງົງ..ຊິວິດໃນຊ່ວງໄວນີ້ ເຖິິງແມ່ນວ່າບາງຄົນຈະມີເປົ້າໝາຍຢ່າງຊັດເຈນ ແຕ່ກໍບໍ່ວາຍທີ່ຈະກັງວົນກັບເສັ້ນທາງທີ່ຈະກ້າວເດີນ ເພາະໃນລະຫວ່າງທາງມີປັດໄຈຫຼາຍຢ່າງແຊກຊ້ອນເຂົ້າມາ ບາງຢ່າງເຮົາສາມາດຄວບຄຸມໄດ້ ແຕ່ຫຼາຍຢ່າງບໍ່ສາມາດຄວບຄຸມໄດ້ເລີຍ ສະນັ້ນ ຈຶ່ງເປັນເລື່ອງທຳມະດາທີ່ເຮົາຈະກັງວົນ ເຖິງຢ່າງໃດກໍຕາມ ການຄວບຄຸມໄດ້ ຫຼື ບໍ່ໄດ້ບໍ່ແມ່ນເລື່ອງສຳຄັນ ສິ່ງໃດທີ່ເຮົາສາມາດຄວບຄຸມໄດ້ເຮົາກໍຄວບຄຸມ ແລະ ບັງຄັບມັນໃຫ້ເປັນໄປຕາມທີ່ໃຈເຮົາຕ້ອງການ ສິ່ງໃດທີ່ຄວບຄຸມບໍ່ໄດ້ ກໍພຽງປ່ອຍມັນໄປຕາມເລື່ອງລາວຂອງມັນ

ແຕ່ເຈົ້າເຊື່ອບໍ່ວ່າ ໜຸ່ມສາວຫຼາຍຄົນບໍ່ໄດ້ດຳເນີນຊີວິດໄປຕາມກົດທຳມະຊາດຂໍ້ນີ້ ເພາະເຂົາເຊື່ອໝັ້ນໃນຕົນເອງຈົນເກີນໄປ ຈົນເລີຍເທີດໄປເຖິງການພະຍາຍາມຄວບຄຸມສິ່ງທີ່ບໍ່ສາມາດຄວບຄຸມໄດ້ ຜົນທີ່ເກີດຂຶ້ນກໍຄື ເຂົາຈະຮູ້ສຶກເຈັບປວດ ແລະ ທໍລະມານປາງຕາຍ ເມື່ອບໍ່ສາມາດຄວບຄຸມສິ່ງນັ້ນໄດ້ ເຊັ່ນ ຄົນທີ່ຮັກເດີນຈາກໄປ ລູກຕາຍເສຍ ເມຍຕາຍຈາກ ພໍ່ແມ່ມີອັນພັດພາກຈາກກັນ ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນສິ່ງທີ່ຢູ່ເໜືອການຄວບຄຸມຂອງເຮົາທັງນັ້ນ ສະນັ້ນ ການເປັນຢູ່ຢ່າງຮູ້ເທົ່າທັນຄວາມເປັນຈິງຂອງໂລກຈຶ່ງເປັນສິ່ງຈຳເປັນ ຖາມວ່າ ຄວາມເປັນຈິງຂອງໂລກ ໝາຍຄວາມວ່າແນວໃດ?

ຄວາມຈິງຄື ໂລກບໍ່ເຄີຍຢຸດຢູ່ກັບທີ່ ມີການປ່ຽນແປງຕະຫຼອດເວລາ ສິ່ງທີ່ຕາມມາຈາກຄວາມຈິງຂໍ້ນີ້ກໍຄື ເມື່ອໂລກມີການປ່ຽນແປງຕະຫຼອດເວລາ ການສະແຫວງຫາຄວາມສົມບູນແບບຈຶ່ງເປັນສິ່ງທີ່ຂັດກັບຄວາມເປັນຈິງ ເພາະຄຳວ່າສົມບູນແບບ ໝາຍເຖິງ ສິ່ງນັ້ນບໍ່ສາມາດປ່ຽນແປງໄປເປັນສິ່ງອື່ນໄດ້ແລ້ວ (Absolute)

ໄວໜຸ່ມສາວເປັນໄວທີ່ເຮົາພະຍາຍາມສະແຫວງຫາຊີວິດທີ່ສົມບູນແບບ ເຊັ່ນ ເລື່ອງການຮຽນກໍຢາກໄດ້ເກດສະເລ່ຍດີໆ ຢາກໄດ້ໃບປະກາດແດງ ເຂົ້າໃຈຢູ່ວ່າ ຖ້າເກດສະເລ່ຍໃນລະດັບດີຈະເຮັດໃກ້ເຮົາມີໂອກາດໃນເຮັດວຽກຫຼາຍກວ່າຄົນອື່ນ ແຕ່ບາງຄົນຍອມລະເລີຍຕໍ່ໜ້າທີ່ອື່ນເພື່ອສຸມທັງແຮງ ແລະ ເວລາ ເພື່ອໃຫ້ໄດ້ສິ່ງນັ້ນ ຖາມວ່າ ໄດ້ໃບປະກາດແດງມາ ແຕ່ວ່າຄວາມສາມາດດ້ານອື່ນເຮົາຂາດຫາຍໄປ ເຊັ່ນ ເລື່ອງຄວາມສຳພັນກັບເພື່ອນ, ແຟນ, ພໍ່ແມ່ ແລະ ຄົນອ້ອມຂ້າງ ໃບປະກາດແດງມີຄວາມໝາຍຫຍັງ?

ການພະຍາຍາມສະແຫວງຫາສົມບູນແບບຈຶ່ງເປັນການສະແຫວງຫາສິ່ງທີ່ບໍ່ມີຢູ່ຈິງ ເຊັ່ນດຽວກັນ ການສະແຫວງຫາຊີວິດທີ່ສົມບູນແບບ, ການຮຽນທີ່ສົມບູນແບບ, ຄວາມຮັກທີ່ສົມບູນແບບ, ຄູ່ຄອງທີ່ພຽບພ້ອມທຸກຢ່າງ ລ້ວນແລ້ວແຕ່ເປັນການສະແຫວງຫາຄວາມວ່າງເປົ່າ

ເມື່ອເປັນເຊັ່ນນີ້ແລ້ວ ເຮົາຄວນໃຊ້ຊີວິດແນວໃດ?

ນັກຂຽນຊາວອະເມຣິກັນຄົນໜຶ່ງເຄີຍກ່າວໄວ້ວ່າ:

“Dance like no one is watching, sing like no one is listening, love like you never been hurt, and live like it is heaven on earth.”

Mark Twain

“ຈົ່ງເຕັ້ນລຳເໝືອນກັບບໍ່ມີໃຜຈ້ອງມອງ, ຈົ່ງຂັບຮ້ອງເໝືອນບໍ່ມີໃຜງ່ຽງຫູຟັງ, ຈົ່ງຮັກເໝືອນກັບບໍ່ເຄີຍເຈັບປວດມາກ່ອນ ແລະ ຈົ່ງໃຊ້ຊີວິດເໝືອນໂລກນີ້ຄືສວງສະຫວັນ”

ຜູ້ຂຽນຄິດວ່າ ສິ່ງທີ່ເຮົາຄວນເຮັດໃນໄວໜຸ່ມສາວຄື ກ້າໃຊ້ຊີວິດໃຫ້ຫຼາຍຂຶ້ນບົນພື້ນຖານຂອງຄວາມເຂົ້າໃຈຕໍ່ສິ່ງຕ່າງໆ ໄລ່ລ່າຄວາມຝັນຕາມທີ່ຫົວໃຈຮຽກຮ້ອງ ກ້າວໄປຂ້າງໜ້າດ້ວຍຫົວໃຈທີ່ເປີດກວ້າງ  ກ້າຍອມຮັບຄວາມປ່ຽນແປງ ຍອມຮັບຄວາມຫຼາກຫຼາຍທາງວັດທະນະທຳ ຍອມຮັບຄວາມແຕກຕ່າງ ພຽງແຕ່ກ້າເປີດໃຈ ເຮົາຈະໄດ້ຮຽນຮູ້ສິ່ງໃໝ່ໆຫຼາຍຂຶ້ນ ຄວາມກ້າຈະນຳເຮົາໄປສູ່ການປ່ຽນແປງ ແຕ່ການປ່ຽນແປງບໍ່ໄດ້ກາຣັນຕີວ່າຈະນຳໄປສູ່ຄວາມສຸກສະເໝີໄປ ຫຼາຍຄັ້ງ ການປ່ຽນແປງມັກນຳເຮົາໄປສູ່ຄວາມເຈັບປວດ ເສົ້າໂສກ ຜິດຫວັງ ແລະ ຄວາມທຸກຕ່າງໆນານາ ແຕ່ກໍເພາະມີການປ່ຽນແປງ ເຮົາຈຶ່ງສາມາດກ້າວຜ່ານຄວາມເຈັບປວດເຫຼົ່ານັ້ນມາໄດ້ ທີ່ສຳຄັນການປ່ຽນແປງເຮັດໃຫ້ໂລກນີ້ມີຊີວິດຊີວາ ເຮັດໃຫ້ສັງຄົມມະນຸດບໍ່ໜ້າເບື່ອ

ສະນັ້ນ ຈົ່ງມີຊີວິດທີີ່ພ້ອມຍອມຮັບຄວາມປ່ຽນແປງຢູ່ສະເໝີແລ້ວໂລກນີ້ຈະກາຍເປັນເໝືອນສວງສະຫວັນ ເຖິງແມ່ນວ່າມັນຈະເຕັມໄປດ້ວຍຄວາມເຈັບປວດກໍຕາມ ບົດຮຽນຂອງຊີວິດ ມີຢູ່ທຸກທີ່ ທຸກສັງຄົມ ທຸກເຊື້ອຊາດ ສາສະໜາ ແລະ ວັດທະນະທຳ ການກ້າເປີດໃຈຍອມຮັບສິ່ງເຫຼົ່ານີ້ ເຮົາຈະສາມາດຮຽນຮູ້ໄດ້ຢ່າງບໍ່ມີວັນຈົບສິ້ນ ເຮົາບໍ່ມີເຫດຜົນທີ່ເຮົາຈະຕ້ອງມົວຢ້ານນັ້ນ ກົວນີ້ ຢ້ານຫຼົ້ມເຫຼວ ຢ້ານຄົນອື່ນບໍ່ມັກ ຢ້ານສັງຄົມວິຈານ ຢ້ານສາລະພັດຢ່າງ ທຸກກ້າວຍ່າງຂອງຊີວິດລ້ວນແລ້ວແຕ່ມີຄວາມສ່ຽງ ແມ່ນແຕ່ການຍ່າງຂ້າມຖະໜົນກໍຍັງມີຄວາມສ່ຽງ ແຕ່ຫາກເຈົ້າຕ້ອງການກ້າວໄປຂ້າງໜ້າ ກໍຕ້ອງກ້າທີ່ຈະສ່ຽງ ມີຄວາມຝັນຫຍັງ ຢາກໃຫ້ຊີວິດດຳເນີນໄປແນວໃດ ພາບຝັນໃນບັ້ນປາຍຊີວິດເປັນແນວໃດ ເລີ່ມລົງມືເຮັດມື້ນີ້ເລີຍ!..

ເຮົາຈະເດີນຜ່ານໄວໜຸ່ມສາວ

ແລ້ວກ້າວໄປສູ່ໄວອື່ນ ດ້ວຍໃຈທີ່ເປີດກວ້າງ

ຄວັນສີເທົາ ຂຽນ

ລະດູຝົນ ປີ 2564.

]]>