ຂ່າວ ອພສ – ເດັກວັດລາວ https://dekwatlaos.com ພວກເຮົາຢາກແບ່ງປັນສາລະທັມ,ປະສົບການຮຽນຮູ້ສັງຄົມ ແລະ ເຕັກໂນໂລຊີແຫ່ງຍຸກສະໄຫມ Sun, 22 Aug 2021 17:04:56 +0000 en-US hourly 1 https://wordpress.org/?v=6.9.4 https://dekwatlaos.com/wp-content/uploads/2021/11/cropped-Untitled-1-32x32.png ຂ່າວ ອພສ – ເດັກວັດລາວ https://dekwatlaos.com 32 32 ຄຳສັ່ງແນະນຳ ເພີ່ມທະວີຄວາມຮັບຜິດຊອບ ໃນການປ້ອງກັນແລະ ສະກັດກັ້ນພະຍາດໂຄວິດ ຂອງ ອພສ. https://dekwatlaos.com/blog-daily/buddhist-news/%e0%ba%ad%e0%ba%bb%e0%ba%87%e0%ba%81%e0%ba%b2%e0%ba%99%e0%ba%9e%e0%ba%b8%e0%ba%94%e0%ba%97%e0%ba%b0%e0%ba%aa%e0%ba%b2%e0%ba%aa%e0%ba%b0%e0%bb%9c%e0%ba%b2/820/ Tue, 04 May 2021 19:38:20 +0000 https://dekwatlaos.com/?p=820 ນ້ອມນະມັດສະການ ມາຍັງ ພຣະຫຼັກແກ້ວ, ພຣະຍອດຄຳ, ພຣະຫຼັກຄຳ, ພຣະມະຫາທັມມາຈານ, ພຣະປຣີຊາ, ພຣະຄຣູ, ພຣະສົງ-ສາມະເນນທັງຫຼາຍ ແລະ ຂໍອຳນວຍພອນມາຍັງ ພໍ່ຂາວ-ແມ່ຂາວ ແລະ ພຸດທະສາສະນິກະຊົນລາວບັນດາເຜົ່າ.

ໃນສະພາວະການປັດຈຸບັນ ສັງຄົມໂລກ ໄດ້ປະສົບກັບພະຍາດຮ້າຍແຮງ ຄືການແຜ່ລະບາດຂອງພະຍາດຈຸລະໂລກອັກເສບປອດສາຍພັນໃໝ່ (COVID 19) ເຊິ່ງເປັນໂລກພະຍາດທີ່ນັບວ່າຮ້າຍແຮງ ເກີດຂຶ້ນໃນສັງຄົມມະນຸດ ຖືເປັນມະຫັນຕະໄພໃຫຍ່ຄຸກຄາມ, ສົ່ງຜົນກະທົບ ແລະ ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ເສດຖະກິດ, ສັງຄົມ, ວິຖີຊີວິດ, ສຸຂະພາບ ແລະ ຊັບສິນ ຂອງປະເທດຕ່າງໆ ແລະ ປະຊາຊົນໃນທົ່ວໂລກ ໂດຍລວມ, ໂດຍສະເພາະ ຢູ່ໃນ ສປປ ລາວ ກໍໄດ້ຮັບໄພອັນຕະຣາຍ ຈາກການແຜ່ລະບາດຂອງພະຍາດດັ່ງກ່າວນີ້ ເໝື່ອນກັນ ເຊິ່ງໃນປັດຈຸບັນ ໃນໄລຍະ 1 ອາທິດທີ່ຜ່ານ ມາການແຜ່ລະບາດ ຂອງພະຍາດໂຄວິດ (COVID 19) ໃນ ສປປ ລາວ ກໍຍັງສືບຕໍ່ສ້າງໄພອັນຕະຣາຍ, ຄວາມຫ່ວງກັງວົນ, ສະພາບຈິດຕົກ ແລະ ຢ້ານກົ່ວ ຕໍ່ພຸດທະສາສະນິກະຊົນ ກໍຄື ປະຊາຊົນລາວບັນດາເຜົ່າຢູ່.

ໃນໄລຍະທີ່ຜ່ານມາຈົນເຖິງປັດຈຸບັນ ທາງອົງການຈັດຕັ້ງພັກ-ລັດ ທຸກຂັ້ນທຸກພາກສ່ວນ ກໍໄດ້ ເອົາໃຈໃສ່ຢ່າງແຂງຂັນ, ອຸດສາຫະພາກພຽນພະຍາຍາມ ຮັບຜິດຊອບສູງ ໃນການສະກັດກັ້ນ, ຄວບຄຸມ, ປ້ອງກັນ, ຮັກສາ, ປິ່ນປົວ ແລະ ແກ້ໄຂ ການລະບາດ ຂອງພະຍາດ (COVID 19) ດັ່ງກ່າວ ພ້ອມກັບທັງ ໄດ້ຄວາມຮ່ວມແຮງຮ່ວມໃຈ ຂອງພຣະສົງ-ສາມະເນນ, ພຸດທະສາສະນິກະຊົນ ແລະ ພີ່ນ້ອງປະຊາຊົນລາວບັນດາເຜົ່າ ໄດ້ຕັ້ງໜ້າສະກັດກັ້ນ, ຄວບຄຸມ, ປ້ອງກັນ ແລະ ແກ້ໄຂ ຈົນເປັນຜົນສຳເລັດຢ່າງດີ, ສາມາດຄວບຄຸບພະຍາດໄດ້ໃນເບື້ອງຕົ້ນ ບໍ່ໃຫ້ແຜ່ລະບາດອອກໄປໃນວົງກວ້າງ ແລະ ແກ້ໄຂກໍລະນີທີ່ຕິດເຊື້ອໄດ້ແຕ່ຕົ້ນ ເຖິງແມ່ນວ່າທາງເສດຖະກິດ, ສັງຄົມ ໄດ້ຮັບຜົນກະທົບຢ່າງຫຼີກລຽງບໍ່ໄດ້ກໍຕາມ ແຕ່ກໍສາມາດຜ່ານພົ້ນໄປໄດ້ດ້ວຍດີ.

ມາໃນປັດຈຸບັນ ສະພາບການແຜ່ລະບາດ ຂອງພະຍາດ ຍັງບໍ່ສະຫງົບລະງັບລົງຂາດຕົວ ກັບມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ໃນຂອບເຂດທົ່ວໂລກ ແລະ ປະເທດທີ່ໃກ້ຄຽງ, ຢູ່ ສປປ ລາວ ກໍຍັງມີຄວາມສຸ່ມສ່ຽງໃນຫຼາຍດ້ານ ໂດຍໃນ ເດືອນເມສາ 2021 ນີ້ ໄດ້ເກີດກໍລະນີການນໍາເຂົ້າເຊື້ອພະຍາດ ແລະ ກໍລະນີຕົວການແຜ່ກະຈາຍເຊື້ອ ເຊິ່ງເຮັດໃຫ້ມີຜູ້ຕິດເຊື້ອເພີ່ມທະວີຂຶ້ນຫຼາຍ ພາຍໃນບໍ່ເທົ່າໃດມື້ ຈົນອົງການຈັດຕັ້ງພັກ-ລັດ ຕ້ອງໄດ້ປະກາດປິດນະຄອນຫຼວງວຽງຈັນ ກໍຄືບັນດາແຂວງ ຈຳນວນໜຶ່ງ.

ຕໍ່ສະພາບການດັ່ງກ່າວນີ້ ໄດ້ສ້າງຄວາມວິຕົກກັງວົນ ແລະ ຄວາມເປັນຫ່ວງເປັນໃຍ ຕໍ່ສະຖຽນລະພາບ ດ້ານເສດຖະກິດ, ສັງຄົມ ຂອງອົງການຈັດຕັ້ງພັກ-ລັດ ແລະ ຄວາມຕົກໃຈຢ້ານກົວ ຂອງສັງຄົມ, ປະຊາຊົນລາວບັນດາເຜົ່າ ກໍຄືພຸດທະສາສະນິກະຊົນທັງຫຼາຍ ບົນພື້ນຖານນີ້ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຈຶ່ງອອກຄຳສັ່ງແນະນຳມາຍັງ ຄະນະບໍລິຫານງານ ອົງການພຸດທະສາສະໜາ ສັມພັນ ແຫ່ງ ສປປ ລາວ ທຸກຂັ້ນ, ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ, ພຸດທະສາສະນິກະຊົນລາວ ບັນດາເຜົ່າ ດັ່ງນີ້:

  1. ໃຫ້ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ ແລະ ພຸດທະສາສະນິກະຊົນລາວບັນດາເຜົ່າ ເອົາໃຈໃສ່ຈັດຕັ້ງປະຕິບັດ ຕາມຄຳສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີມາດຕະການ ສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ 19 (COVID 19) ສະບັບເລກທີ 15/ນຍ, ຄັ້ງວັນທີ 21 ເມສາ 2021 ຢ່າງເຄັ່ງຄັດ,
  2. ໃຫ້ຄະນະບໍລິຫານງານ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໃນແຕ່ລະຂັ້ນ ເອົາໃຈໃສ່ເປັນເຈົ້າການ ໃນການສະກັດກັ້ນ, ຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ 19 (COVID 19) ເປັນຫຼັກສໍາຄັນ ອີກອັນໜຶ່ງ,
  3. ໃຫ້ຄະນະບໍລິຫານງານ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໃນແຕ່ລະຂັ້ນ ສືບຕໍ່, ຕິດຕາມ ແລະ ປະເມີດສະຖານະການ ການແຜ່ລະບາດ ຂອງພະຍາດໂຄວິດ 19 (COVID 19) ຢ່າງໃກ້ຊິດ ເພື່ອສືບຕໍ່ຈັດຕັ້ງປະຕິບັດຄຳສັ່ງ, ແຈ້ງການ ຂອງການຈັດຕັ້ງ ພັກ-ລັດ ທີ່ວາງອອກ ໃຫ້ເຂັ້ມງວດ ແລະ ມີປະສິດທິຜົນສູງ. ພ້ອມກັນນັ້ນ ກໍໃຫ້ຄົ້ນຄວ້າ, ວາງມາດຕະການຮັບມື, ແກ້ໄຂ ແລະ ຟື້ນຟູຜົນກະທົບໂດຍກົງ ຕໍ່ການດຳລົງຊີວິດປະຈຳວັນ ກໍຄືການເຄື່ອນໄຫວວຽກງານ ຂອງບຸກຄະລາກອນສົງ, ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ ແລະ ພຸດທະສາສະນິກະຊົນລາວບັນດາເຜົ່າ,
  4. ໃຫ້ຄະນະບໍລິຫານງານ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໃນແຕ່ລະຂັ້ນ, ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ, ພຸດທະສາສະນິກະຊົນລາວບັນດາເຜົ່າ ໄດ້ເອົາໃຈໃສ່ປະກອບສ່ວນ ອຸປະຖັມທາງດ້ານເຄື່ອງມື, ສິ່ງອຳນວຍຄວາມສະດວກ ໃຫ້ແກ່ການປະຕິບັດໜ້າທີ່ພະນັກງານ, ແພດໝໍ ແລະ ບຸກຄະລາກອນອື່ນໆ ຂອງອົງການຈັດຕັ້ງັກ-ລັດ ທີ່ມີໜ້າທີ່ໂດຍກົງ ກັບການສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ 19 (COVID 19) ໂດຍການຊ່ວຍເຫຼືອທາງດ້ານວັດຖຸ ແລະ ການໃຫ້ກໍາລັງໃຈ ຕາມສະພາບເງື່ອນໄຂ, ກໍາລັງສັດທາ ທີ່ເໝາະສົມ,
  5. ໃຫ້ ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ ແຕ່ລະວັດ ໃນຂອບເຂດທົ່ວປະເທດ ໄດ້ເອົາໃຈໃສ່ເພີ່ມຕື່ມ ໃນການສູດມົນຈະເຣີນພາວະນາ ໂດຍ ສູດຣະຕະນະສູດ, ເມຕຕາສູດ, ທະຊັຄຄະສູດ ໃນແຕ່ລະວັນ ພ້ອມກັນນັ້ນ ກໍໃຫ້ສູດ ອາຕານາຕິຍະສູດ, ມະຫາສະມະຍະສູດ, ທັມມະຈັກກັປປະວັຕຕະນະສູດ ເປັນຕົ້ນ ຕາມແຕ່ກໍລະນີ ເພື່ອນ້ອມນໍາເອົາ ພຸທທານຸພາບ, ທັມມານຸພາບ, ສັງຄານຸພາບ ແລະ ອານຸພາບແຫ່ງພຣະປະຣິດທັງຫຼາຍ ໄດ້ຊ່ວຍເປັນເຄື່ອງຮັກສາ, ຄຸ້ມຄອງປ້ອງກັນ ປະເທດຊາດບ້ານເມືອງ, ປະຊາຊົນ ໃນປະເທດ ໃນໂລກ, ຊ່ວຍຂະຈັດ ສັບພະທຸກ, ສັບພະໂສກ, ສັບພະໂຣກໄພພະຍາດທັງຫຼາຍ ໃຫ້ອັນຕະຣະທານໝົດສ້ຽງໄປ,
  1. ການຈັດກິດຈະກັມ ງານວັນສຳຄັນທາງພຣະພຸດທະສາສະໜາ, ງານບຸນ, ງານປະເພນີຕ່າງໆ ທີ່ລວມມວນຊົນຈຳນວນຫຼາຍ ຂອງວັດຕ່າງໆ ຂໍໃຫ້ໂຈະໄວ້ກ່ອນ ຈົນກວ່າສະຖານະການ ການແຜ່ລະບາດພະຍາດໂຄວິດ 19 (COVID 19) ສະຫງົບລະງັບໄປ, ສັງຄົມກັບຄືນສູ່ສະພາບປົກກະຕິ ຈຶ່ງໃຫ້ຈັດຕັ້ງປະຕິບັດ ຕາມທີ່ໄດ້ເຄີຍປະຕິບັດມາ. ສຳລັບການອອກບິນທະບາດ ຕາມອະຣິຍະປະເພນີ ຂອງພຣະສົງ-ສາມະເນນ ກໍໃຫ້ຂຶ້ນກັບເງື່ອນໄຂຂອງແຕ່ລະວັດ, ວັດໃດຢູ່ໃນເງື່ອນໄຂບໍ່ສາມາດອອກບິນທະບາດ (ເຂດທີ່ມີຄວາມສຸ່ມສ່ຽງ ການແຜ່ລະບາດ ຂອງພະຍາດ) ໄດ້ ກໍບໍ່ຄວນອອກບິນທະບາດ, ວັດໃດມີເງື່ອນໄຂ (ເຂດທີ່ປອດໄພຈາກການແຜ່ລະບາດ ຂອງພະຍາດ, ເຂດທີ່ບໍ່ມີຊຸມຊົນແອອັດ, ເຂດຊົນນະບົດ) ອອກບິນທະບາດໄດ້ ກໍປະຕິບັດຕາມອະຣິຍະປະເພນີນັ້ນ ແລະ ການອອກບິນທະບາດ ກໍໃຫ້ຈັດຕັ້ງປະຕິບັດ ຕາມມາດຕະການການສະກັດກັ້ນ, ປ້ອງກັນ, ຄວບຄຸມ ຂອງການຈັດຕັ້ງພັກ-ລັດ ທີ່ວາງອອກ ຄືການໃຊ້ແມດອັດປາກອັດດັງ, ການຮັກສາໄລຍະຫ່າງ ແລະ ການລ້າງມື ເປັນຕົ້ນ,
  2. ໃຫ້ຄະນະບໍລິຫານງານ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໃນແຕ່ລະຂັ້ນ ຊີ້ນຳເອົາໃຈໃສ່ບັນຫາ ໂຄສະນາ, ສຶກສາອົບຮົມ, ສ້າງຄວາມຮັບຮູ້ເຂົ້າໃຈ ແລະ ປະຕິບັດຖືກຕ້ອງ ວິທີປ້ອງກັນພະຍາດ, ເຮັດເປັນປະຈໍາໃນການດໍາລົງຊີວິດປະຈໍາວັນຢູ່ ໃນສັງຄົມຊຸມຊົນ ຄື ອັດປາກອັດດັງ, ລ້າງມື, ຮັກສາໄລຍະຫ່າງ ໂດຍ ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ ເປັນແບບຢ່າງນໍາໜ້າ ແລະ ເປັນເຈົ້າການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂພະຍາດ ພ້ອມກັນນັ້ນ ກໍໃຫ້ເທສະໜາອົບຮົມສັ່ງສອນ ພຸດທະສາສະນິກະຊົນ ແລະ ປະຊາຊົນລາວບັນດາເຜົ່າ ໂດຍນຳເອົາຫຼັກທັມຄໍາສັ່ງສອນ ຂອງພຣະສັມມາສັມພຸດທະເຈົ້າ ເຊັ່ນ ຫຼັກອັປປະມາທະທັມ, ຫຼັກກັລະຍານະມິຕຕະທັມ, ຫຼັກປັນຈະສີລ, ຫຼັກປັນຈະກັນລະຍານະທັມ, ຫຼັກອະຣິຍະວຸທທິທັມ 5 ປະການ, ຫຼັກອາຍຸສສະທັມ 5 ປະການ ເປັນຕົ້ນ ໃຫ້ນໍາໄປປະພຶດປະຕິບັດ ເພື່ອເກີດໝາກເກີດຜົນ ຜ່ານພົ້ນສະພາບການພະຍາດນີ້ໄປໄດ້ ເກີດຄວາມສຸກສະຖານພອນ.
]]>
ມູນນິທິສົ່ງເສີມການສຶກສາສົງ ຖວາຍເງິນອຸປະຖຳ ໂຄງການເຝິກອົບຮົມຄຣູວິປັດສະນາ https://dekwatlaos.com/blog-daily/buddhist-news/%e0%ba%a1%e0%ba%b9%e0%ba%99%e0%ba%99%e0%ba%b4%e0%ba%97%e0%ba%b4%e0%ba%aa%e0%ba%bb%e0%bb%88%e0%ba%87%e0%bb%80%e0%ba%aa%e0%ba%b5%e0%ba%a1%e0%ba%81%e0%ba%b2%e0%ba%99%e0%ba%aa%e0%ba%b6%e0%ba%81%e0%ba%aa/461/ Thu, 26 Nov 2020 14:37:18 +0000 https://dekwatlaos.com/?p=461

ພຣະຍອດຄຳບຸນທະວີ ປະສິດທິສັກ ຫົວຫນ້າກັມມາທິການສາທາລະນູປະການ ແລະ ຜູ້ເຕົ້າໂຮມ ມູນນິທິສົງເສີມການສຶກສາສົງ ພ້ອມດ້ວຍຄະນະກຳມະການ ແລະ ສັດທາສາທຸຊົນ ຮ່ວມ ມອບຖວາຍເງິນອຸປະຖັມ ໂຄງການ ເຝິກອົບຮົມຄຣູວິປັດສະນາ ຂອງກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ ຈຳນວນ 83,000.0000 ກີບ ທີ່ ຫ້ອງການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ ວັດທາດຫຼວງເຫນືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ໃນພິທີມອບຖວາຍ ພຣະຫຼັກແກ້ວ ມະຫາເຫວດ ມະເສໄນ ຮອງປະທານອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ອົງຊີ້ນຳລວມວຽກງານເຜີຍແຜ່ສີລະທັມ ແລະ ປະຕິບັດກັມມມະຖານ ທົ່ວປະເທດ ພຣະຍອດຄຳສີທົນໄຊຍະວົງສອນ ຫົວຫນ້າກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ພ້ອມດ້ວຍ ຄະນະສົງໃຫ້ການຕ້ອນຮັບ ແລະ ຮ່ວມອະນຸໂມທະນາ.

ພຣະຍອດຄຳບຸນທະວີ ປະສິດທິສັກ ກ່າວໃນຕອນຫນຶ່ງວ່າ “ມູນນິທິນີ້ ສ້າງຕັ້ງຂຶ້ນ ເພື່ອສົ່ງເສີມການສຶກສາໃຫ້ແກ່ພຣະສົງສາມະເນນ ແລະ ເຜີຍແຜ່ສີລະທັມ ວັດທະນະທຳ ປະເພນີຂອງຊາດ ເຊິ່ງໃນປີນີ້ ນອກຈາກກມູນນິທິສົງເສີມການສຶກສາສົງ ໄດ້ຊ່ວຍເຫຼື່ອກິດຈະກຳເຝິກອົບຮົມພະນັກງານສົງ ທີ່ ວັດສີສະເກດໄປແລ້ວຮອບຫນື່ງ ການມອບຖວາຍເງິນໃຫ້ແກ່ໂຄງການນີ້ ເປັນຮອບທີ່ສອງ.

ຫຼັງຈາກນັ້ນ ພຣະຫຼັກແກ້ວ ມະຫາເຫວດ ມະເສໄນ ໄດ້ກ່າວຂອບໃຈ ອະນຸໂມທະນາວ່າ “ຮູ້ສຶກປຶ້ມໃຈ ດິໃຈ ທີ່ມູນນິທິການສຶກສົງ ໂດຍ ການນຳຂອງພຣະຍອດຄຳບຸນທະວີ ປະສິດທິສັກ ໄດ້ນຳເງິນມາມອບຖວາຍ ເພື່ອບູຊາຄຸນຂອງຍາທ່ານໃຫຍ່ ຊາລີ ກັນຕະສີໂລ ແລະ ເພື່ອບູຊາຄຣູ ວິປັດສະນາກັມມະຖານ ຄຣູເປັນຜູ້ມີບົດບາດສຳຄັນ ເປັນຜູ້ພັດທະນາຄົນ ພັດທະນາສັງຄົມ ພັດທະນາໂລກ ການທີ່ມູນນິທິເອົາປັດໄຈ ມາຖວາຍ ຖືວ່າຖືກຫລັກ ຖືກຍອດບຸນ ມາສົ່ງເສີມ ສ້າງບຸກຄະລາກອນ ມາສ້າງຊັບພະຍາກອນຂອງຊາດ. “

ສຸດທ້າຍ ພຣະຍອດຄຳບຸນທະວີ ປະສິດທິສັກ ຍັງໄດ້ກ່າວເຊີນຊວນ ອອກຕົນຍາດໂຍມຜູ້ມີຈິດສັດທາ ຮ່ວມສົມທົບທຶນ ເຂົ້າມູນນິທິການສຶກສາສົງໃຫ້ເຂັ້ມແຂງ ແລະ ທົ່ວເຖິງເຂດຫ່າງໄກ່ຊອກຫລີກ ຍັງມີພຣະສົງສາມະເນນ ທີ່ຂາດເຂີນ ທຶນການສຶກສາ ແລະ ສິ່ງອຳນວຍຄວາມສະດວກອື່ນໆ.

ພາບ-ຂ່າວ ໂດຍ : ກັມມາທິການເຜີຍແຜ່ສີລະທຳ ແລະ ປະຕິບັດກັມມະຖານ ສູນກາງ ອພສ,​ ໜ່ວຍງານສື່ປະຊາສັມພັນ

]]>
ພຣະຫຼັກແກ້ວວໍລະຍານາທິດີ (ມະຫາເວດ ມະເສໄນ) ເມດຕາ ກ່າວເປີດກອງປະຊຸມ ງານບຸນປະຕິບັດທັມ ປະຈຳປີ ພ.ສ 2563 https://dekwatlaos.com/blog-daily/buddhist-news/%e0%ba%9e%e0%ba%a3%e0%ba%b0%e0%ba%ab%e0%ba%bc%e0%ba%b1%e0%ba%81%e0%bb%81%e0%ba%81%e0%bb%89%e0%ba%a7%e0%ba%aa%e0%ba%b8%e0%bb%80%e0%ba%a1%e0%ba%97%e0%ba%b2%e0%ba%97%e0%ba%b4%e0%ba%9a%e0%bb%8d%e0%ba%94/422/ Wed, 04 Nov 2020 12:52:49 +0000 https://dekwatlaos.com/?p=422 ມື້ນີ້ ກັມມາທິການເຜີຍແຜ່ສີລທັມ ແລະ ປະຕິບັດກັມມະຖານ ສູນກາງ ອົງການພຸດທະສາສະໜາສຳພັນລາວ ຈັດກອງປະຊຸມກຽມງານບຸນປະຕິບັດທັມປະຈຳປີ ພ.ສ 2563 ທີ່ຫ້ອງການເຜີຍແຜ່ສີລະທັັມ ແລະ ປະຕິບັດກັມມະຖານສູນກາງ ອພສ ວັດທາດຫຼວງເຫນືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ຝ່າຍສົງ

ກອງປະຊຸມ ເມດຕາ ເປັນປະທານກ່າວເປີດໂດຍ ພຣະຫຼັກແກ້ວສຸເມທາທິບໍດີ (ມະຫາເວດ ມະເສໄນ), ອົງຊີ້ນຳລວມວຽກກງານເຜີຍແຜ່ສີລທັມ ແລະ ປະຕິບັດກັມມະຖານ ທົ່ວປະເທດ,ຮອງປະທານ ສູນກາງອົງການພຸດທະສາສະໜາສັມພັນແຫ່ງ ສ.ປປ ລາວ ພ້ອມດ້ວຍ ພຣະຍອດຄຳ ສຸນທໍລະຍານ (ສີທົນ ໄຊຍະວົງສອນ),ຫົວໜ້າກຳມາທິການເຜີຍແຜ່ສີລະທຳ ແລະ​ ປະຕິບັດກຳມະຖານ ສູນກາງ​ ອພສ, ພຣະຍອດຄຳ ຄຳວັນ ວໍຣະເດດ ຮອງເຈົ້າຄະນະ ອພສ ນະຄອນຫຼວງ ລວມທັງ ເຈົ້າອາວາດສຳນັກປະຕິບັດທັມ,ພຣະເຖຣານຸເຖຣະ 9 ຕົວເມືອງ ພາຍໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມ

ຝ່າຍຄາລະວາດ

ປະກອບດ້ວຍ ແນວລາວສ້າງຊາດເມືອງ,ເຈົ້າເມືອງ,ນາຍບ້ານ 9 ຕົວເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງໃນນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ອອກຄວາມຄິດເຫັນ ແລະ ລາຍງານ ປັນຫາ ຂໍ້ຄົງຄ້າງໃນປີທີ່ຜ່ານມາ.

ເປັນປະຈຳທຸກປີ ຫຼັງຜ່ານລະດູການອອກພັນສາ ພຣະສົງຮັບ ຖວາຍຜ້າກະຖິນນະທານແລ້ວ ເປັນຊ່ວງເວລາອັນເຫມາະເຈາະ ທີ່ພິກຂຸສົງຈະຫາເວລາປີກວິເວກປະຕິບັດທັມ ທຸດົງໄປໃນທີ່ຕ່າງໆ ຕາມ ພູເຂົາ ລຳເນົາໄພ ຄົ້ນຫາຄູບາອາຈານ ຜູ້ຊີ້ນຳ ທາງການປະຕິບັດອັນຖືກຕ້ອງ ຫຣືບໍ່ ກໍ່ເຂົ້າຮ່ວມປະຕິບັດຕາມສຳນັກປະຕິບັດທັມຕ່າງໆຕາມຄວາມເຫມາະສົມ.

]]>
ກອງປະຊຸມ ວິທະຍາສາດ ວ່າດ້ວຍຊື່ເອີ້ນນຳຫນ້າ ບຸກຄະລາກອນສົງໃຫມ່ ໃນຄະນະບໍລິຫານງານພຣະສົງ ອພສ https://dekwatlaos.com/blog-daily/buddhist-news/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1-%e0%ba%a7%e0%ba%b4%e0%ba%97%e0%ba%b0%e0%ba%8d%e0%ba%b2%e0%ba%aa%e0%ba%b2%e0%ba%94-%e0%ba%a7%e0%bb%88%e0%ba%b2%e0%ba%94%e0%bb%89/111/ Wed, 02 Sep 2020 03:59:00 +0000 ວັນທີ 01 ກັນຍາ 2020 ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມວິທະຍາສາດ ເພື່ອສ້າງຄວາມເຂົ້າໃຈ ກ່ຽວກັບຊື່ເອີ້ນນຳໜ້າ ຂອງບຸກຄະລາກອນສົງ ໃນຄະນະບໍລິຫານງານພຣະສົງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ແຕ່ລະຂັ້ນ ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ສຳນັກງານສູນກາງແນວລາວສ້າງຊາດ ນະຄອນຫຼວງວຽງຈັນ.

ກອງປະຊຸມດັ່ງກ່າວ ໄດ້ຮັບຄວາມເມດຕາ ເປັນປະທານສົງ ໂດຍ ພຣະຫຼັກແກ້ວມະຫາວໍຣະຍານາທິບໍດີ (ມະຫາເຫວດ ມະເສໄນ) ຮອງປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ແລະ ທ່ານ ຮສ. ດຣ. ສົມອົກ ກິ່ງສະດາ ຮອງປະທານສູນກາງແນວລາວສ້າງຊາດ.

ພ້ອມດ້ວຍບັນດາກະຊວງ ອົງການທຽບເທົ່າກະຊວງ ເຂົ້າຮ່ວມ 18 ພາກສ່ວນ ຄື

  1. ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ
    2. ສູນກາງແນວລາວສ້າງຊາດ
    3. ສຳນັກງານນາຍົກລັດຖະມົນຕີ
    4. ຫ້ອງວ່າການສູນກາງພັກ
    5. ສະພາແຫ່ງຊາດ
    6. ກະຊວງພາຍໃນ
    7.ກະຊວງຍຸຕິທຳ
    8. ກະຊວງປ້ອງກັນຄວາມສະຫງົບ
    9.ກະຊວງສຶກສາທິການ ແລະ ກີລາ
    10.ກະຊວງການເງິນ
    11.ກະຊວງການຕ່າງປະເທດ
    12. ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ
    13. ໂຄສະນາອົບຮົມສູນກາງພັກ
    14. ຄະນະພົວພັນຕ່າງປະເທດ ສູນກາງພັກ
    15. ສະຖາບັນຄົ້ນຄວ້າວິທະຍາສາດສັງຄົມແຫ່ງຊາດ
    16. ສູນກາງສະຫະພັນແມ່ຍິງ
    17. ແນວລາວສ້າງຊາດນະຄອນຫຼວງ
    18. ສື່ມວນຊົນແຕ່ລະພາກສ່ວນ

ກອງປະຊຸມດັ່ງກ່າວ ມີຈຸດປະສົງ ຄື

1. ເພື່ອສ້າງຄວາມເຂົ້າໃຈ ໃນການນຳໃຊ້ຊື່ເອີ້ນນຳໜ້າ ຂອງບຸກຄະລາກອນສົງ ໃນຄະນະບໍລິຫານງານພຣະສົງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ແຕ່ລະຂັ້ນ ຕໍ່ພາກສ່ວນຕ່າງໆ ຄື ພຣະສົງ-ສາມະເນນ ບຸກຄົນ ນິຕິບຸກຄົນ ການຈັດຕັ້ງ ພຸດທະສາສະນິກະຊົນ ແລະ ປະຊາຊົນໂດຍທົ່ວໄປ.
2. ເພື່ອຈະຍົກໃຫ້ເຫັນ ພາຣະບົດບາດ ສິດ ແລະໜ້າທີ່ ຂອງບຸກຄະລາກອນສົງ ໃນຄະນະບໍລິຫານງານພຣະສົງ ແຕ່ລະຂັ້ນ ທາງດ້ານການບໍລິຫານ ການຈັດຕັ້ງ ຄວາມເປັນລະບຽບຮຽບຮ້ອຍ ຂອງພຣະສົງ-ສາມະເນນ ແລະ ພຸດທະສາສະນິກະຊົນລາວບັນດາເຜົ່າ.
3. ເພື່ອຍົກໃຫ້ເຫັນເຖິງພາຣະບົດບາດ ຂອງພຣະສົງລາວ ໃນການເຊື່ອມສຳພັນ ກັບວຽກງານການຕ່າງປະເທດ ທາງດ້ານພຣະພຸດທະສາສະໜາ.
4. ເພື່ອໃຫ້ເຫັນເຖິງຄວາມສຳຄັນ ຂອງພາສາປາລີ-ສັນສະກິດ ອັນເປັນພາສາທີ່ນຳໃຊ້ບັນທຶກ ສືບທອດ ສືບຕໍ່ ຫຼັກທັມຄຳສັ່ງສອນ ຂອງອົງພຣະສັມມາສັມພຸດທະເຈົ້າ.
5. ເພື່ອຮັກສາ ສົ່ງເສີມ ສືບຕໍ່ ຫຼັກພາສາຂອງລາວ ທີ່ມີຄວາມມ່ວນແມ້ງ ອ່ອນໂຍນ ງົດງາມ ທີ່ມີມາ ຕັ້ງແຕ່ບູຮານຫຼາຍຮ້ອຍຫຼາຍພັນປີ ຊຶ່ງໄດ້ກໍ່ເກີດເປັນວັດທະນະທຳ ທາງພາສາການປາກເວົ້າ ຂອງ ສັງຄົມລາວ ມາຈົນເຖິງຍຸກປັດຈຸບັນ.

ເຊິ່ງກອງປະຊຸມແມ່ນໄດ້ຮັບໝາກຜົນ ແລະຜົນສຳເລັດອັນຈົບງາມ ສະຫຼຸບໄດ້ວ່າ ການມີຊື່ເອີ້ນນຳໜ້າ ຂອງບຸກຄະລາກອນສົງ ໃນຄະນະບໍລິຫານງານພຣະສົງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໃນແຕ່ລະຂັ້ນ ແມ່ນມີຜົນດີຫຼາຍປະການ ຄືມີຜົນດີຕໍ່ພຣະພຸດທະສາສະໜາ ການສຶກສາຂອງພຣະສົງ-ສາມະເນນ ມີຜົນດີຕໍ່ລະບົບການບໍລິຫານ ການຈັດຕັ້ງທາງພຣະພຸດທະສາສະໜາ ມີຜົນດີຕໍ່ການສຶກສາ ການສະແຫວງຫາປັນຍາຄວາມຮູ້ຜົນດີຕໍ່ພາສາສາດ ນິຣຸດຕິວິທະຍາ ຜົນດີຕໍ່ວັດທະນະທຳຂອງຊາດ ຈຶ່ງສົມຄວນຮັກສາ ເລື່ອງຊື່ເອີ້ນນຳໜ້າຂອງບຸກຄະລາກອນສົງນີ້ ໄວ້ດ້ວຍດີ ແລະ ຍິ່ງໄປກວ່ານັ້ນ ຄວນໃຫ້ມີການສືບທອດ ສົ່ງເສີມ ເສີມຂະຫຍາຍ ເຜີຍແຜ່ໃຫ້ກວ້າງຂວາງອອກໄປ ໃຫ້ເປັນທີ່ຮັບຮູ້ ເຂົ້າໃຈ ຂອງຊົນທັງຫຼາຍ ທັງພາຍໃນ ແລະຕ່າງປະເທດ.

ຜົນສຳເລັດ ຂອງກອງປະຊຸມດັ່ງກ່າວ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໄດ້ມອບໃຫ້ບັນດາທ່ານ ທຸກພາກສ່ວນ ໄດ້ຊ່ວຍອົງການພຸດທະສາສະໜາ ໃນການເຜີຍແຜ່ສ້າງຄວາມເຂົ້າໃຈ ວ່າດ້ວຍຊື່ເອີ້ນນຳໜ້າຂອງບຸກຄະລາກອນສົງ ໃນຄະນະບໍລິຫານງານພຣະສົງ ອົງການພຸດທະສາສະໜາ ນີ້ ໃຫ້ແກ່ພາກສ່ວນຕ່າງໆ ຂອງການຈັດຕັ້ງ ແລະສັງຄົມ ແລະໂດຍສະເພາະຈະເຣີນພອນມາຍັງກົມໂຄສະນາອົບຮົມສູນກາງພັກ, ກົມໂຄສະນາອົບຮົມ ສູນກາງແນວລາວສ້າງຊາດ ໄດ້ເປັນຫຼັກ ໃນການຊ່ວຍເຜີຍແຜ່ ສ້າງຄວາມເຂົ້າໃຈກ່ຽວກັບຊື່ເອີ້ນນຳໜ້າດັ່ງກ່າວ ໃຫ້ກັບທຸກພາກສ່ວນ ຊ່ວຍອົງການພຸດທະສາສະໜາ ເພື່ອໃຫ້ທຸກໆ ພາກສ່ວນ ທັງການຈັດຕັ້ງ ແລະ ສັງຄົມ ໄດ້ເຂົ້າໃຈ ຕາມເຫດຜົນ ຈຸດມຸ່ງໝາຍ ຂອງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ກໍ່ຄື ຄູບາອາຈານ.

]]>
ພິທີເຊັນບົດບັນທຶກຄວາມເຂົາໃຈ (MOU) ລະຫວ່າງ ສູນກາງ ອພສ ກັບ ບໍລິສັດ NewPay https://dekwatlaos.com/blog-daily/buddhist-news/%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%bb%80%e0%ba%8a%e0%ba%b1%e0%ba%99%e0%ba%9a%e0%ba%bb%e0%ba%94%e0%ba%9a%e0%ba%b1%e0%ba%99%e0%ba%97%e0%ba%b6%e0%ba%81%e0%ba%84%e0%ba%a7%e0%ba%b2%e0%ba%a1%e0%bb%80/112/ Mon, 31 Aug 2020 06:43:00 +0000 ໃນວັນສຸກ ວັນທີ 28 ສິງຫາ 2020​ ທີ່​ ນະຄອນຫຼວງວຽງຈັນ. ພິທີເຊັນບົດບັນທຶກຄວາມເຂົາໃຈ (MOU)ໄດ້ຖືກສ້າງຂື້ນ ລະຫວ່າງ ”ສູນກາງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ. ລາວ ແລະ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈຳກັດ” ກ່ຽວກັບການຮ່ວມມືສ້າງ ແລະ ພັດທະນາແອັບພລິເຄຊັ່ນ ຫມວດ ທັມມະ,ພຸດທະສາສະໜາ,​ ຮີດຄອງປະເພນີ ເພື່ອປະກອບໃສ່ໜ້າຫຼັກຂອງ ແອັບພລິເຄຊັ່ນ New Pay.

ບໍລິສັດ ລາວນິວເພ ເທັກໂນໂລຢີ ຈຳກັດ ເປັນບໍລິສັດ ພັດທະນາແອບຊຳລະເງິນອອນໄລນ໌ ຂອງ ນັກພັດທະນາຈີນ ຮ່ວມກັບ ນັກວິຊາການລາວ. ຈຸດປະສົງຂອງການຮ່ວມມືຄັ້ງນີ້ ແມ່ນ ເພື່ອ ພັດທະນາ ແອບ ຫມວດພຣະພຸດທະສາສະໜາ ໃຫ້ເປັນຊ່ອງທາງເຜີຍແຜ່ຂໍ້ມູນພຸດທະສາສະໜາ ຂອງ ສປປ ລາວ ໃຫ້ຊ່າວຫນຸ່ມເຍົາວະຊົນ ແລະ ສ້າງຄວາມສະດວກໃຫ້ແກ່ພຸດທະສາສະນິກກະຊົນລາວບັນດາເຜ່ົາ ແລະ ຜູ້ທີ່ສົນໃຈໄດ້ເຂົ້າເຖີງພຸດທະສາສະໜາ.

ເມດຕາ ເປັນປະທານ ຝ່າຍ ສູນກາງ ອພສ ພຣະຍອດຄຳພັດທະຣະເກສີ (ປອ. ດຳຣົງ ພິມມະຈັກ) ຄະນະບໍລິຫານງານປະຈຳການ ສູນກາງ ອພສ. ຫົວໜ້າຫ້ອງການບໍລິຫານງານ, ຫົວໜ້າກັມມາທິການ ການຕ່າງປະເທດ ສູນກາງ ອົງການພຸດທະສະສາະໜາສຳພັນລາວ ພ້ອມດ້ວຍພຣະຍອດຄຳ,ພຣະຫລັກຄຳ ແລະ ຄະນະ ເມດຕາເຂົ້າຮ່ວມເປັນສັກຂີພະຍານ.

ໃຫ້ກຽດເປັນປະທານຝ່າຍ ບໍລິສັດ ລາວນິວເພ ຈຳກັດ. ທ່ານ ສົມພັນ ທັນນະວົງ ປະທານ ບໍລິສັດ ລາວນິວເພ ຈຳກັດ ແລະ  ທ່ານ ບຸນທະວີ ພອນທະສິນ ຮອງຫົວໜ້າກົມສາສະໜາ ສູນກາງ ແນວລາວສ້າງຊາດໃຫ້ເກດ ເຂົ້າຮ່ວມເປັນສັກຂີພະຍານຂອງ ພ້ອມດ້ວຍ ພະນັກງານ ພາກສ່ວນທີ່ກ່ຽວຂ້ອງຈາກບໍລິສັດ ລາວນິວເພ ຈຳກັດ ເຂົ້າຮ່ວມ.

]]>
ເຈົ້າພາບຖວາຍທີ່ດິນ 30 ເຮັດຕາ ໃຫ້ ອພສ https://dekwatlaos.com/blog-daily/buddhist-news/%e0%bb%80%e0%ba%88%e0%ba%bb%e0%bb%89%e0%ba%b2%e0%ba%9e%e0%ba%b2%e0%ba%9a%e0%ba%96%e0%ba%a7%e0%ba%b2%e0%ba%8d%e0%ba%97%e0%ba%b5%e0%bb%88%e0%ba%94%e0%ba%b4%e0%ba%99-30-%e0%bb%80%e0%ba%ae%e0%ba%b1/124/ Wed, 08 Jul 2020 09:19:00 +0000 ທ່ານຄຳພອນ ພົນເສນາ ພ້ອມດ້ວຍຄອບຄົວ ເຊີ່ງ ທ່ານ ເປັນນັກທຸລະກິດ ປະຈຳຢູ່ບ້ານຊຽຍືນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ມີສັດທາ ຖວາຍດິນ 30 ເຮັກຕາທີ່ຕັ້ງຢູ່ລະຫວ່າງກາງ ບ້ານສາມສະອາດ-ບ້ານນາຊັບ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ແດ່ອົງການພຸດທະສາສະນາສຳພັນແຫ່ງ ສປປ ລາວ.

ອົງການພຸດທະສະນາສຳພັນແຫ່ງ ສປປລາວ ໄດ້ຕົກລົງມອບສິດຫນ້າທີ່ ໃນການດຳເນີນການສ້າງວັດ ແລະ ສະຖານການສຶກສາສົງໃຫ້ພຣະຍອດຄຳ ວໍຣະທຳມຸນີ (ປອ ພວງປະເສີດ ພູມມະວົງ) ຄະນະບໍລິຫານງານ ປະຈຳການ ສູນກາງອົງການພຸດທະສາສະນາສຳພັນແຫ່ງ ສປປ ລາວ ເປັນຜູ້ດຳເນີນການສ້າງສາ ພັດທະນາ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ໃຫ້ເປັນໄປຕາມວັດຖຸປະສົງຂອງການຖວາຍທີ່ດິນນີ້.

ເຊີ່ງພິທີມອບໃບຕາດິນ ໃຫ້ເປັນສິດຂອງ ອພສ ໄດ້ມີຂື້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ່ 8 ກໍລະກົດ 2020 ໂດຍການເປັນປະທານຝ່າຍສົງມີ ພຣະຫລັກແກ້ວມະຫາບຸນມາ ສິມມາພົມ ຮັກສາການປະທານ ສູນກາງ​ອພສ, ພຣະຫລັກແກ້ວ ມະຫາເຫວດ ມະເສໄນ ຮອງປະທານ ສູນກາງ ອພສ ພ້ອມດ້ວຍພຣະຍອດຄຳ ພຣະຫລັກຄຳ ພຣະເຖຣານຸເຖຣະ

ຝ່າຍຄາລະວາດ ມີ​ ທ່ານສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາກົມການເມືອງສູນກາງພັກ,​ ທ່ານ ຄຳໃບ ດຳລັດ ຮອງປະທານສູນກາງແນວລາວສ້າງຊາດ,​ ທ່ານ ຮສ. ປອ. ສົມອົກ ກິ່ງສະດາ ຮອງປະທານສູນກາງແນວລາວສ້າງຊາດ.​ ຄອບຄົວການນຳ ພໍ່ແມ່ປະຊາຊົນ ແລະ ຊາວບ້ານທ້ອງຖິ່ນເຂົ້າຮ່ວມເປັນສັກຂີພະຍານຢ່າງຫລວງຫລາຍ.

ເຈົ້າພາບ ທ່ານຄຳພອນ ພົນເສນາ ໃຫ້ສຳພາດຕອນຫນື່ງວ່າ “ຂ້າພະເຈົ້າມີສັດທາໃນພຸດທະສາສນາ ຖວາຍທີ່ດິນນີ້ ໃຫ້ສ້າງເປັນວັດ ເປັນສະຖານສຶກສາ ທັມມະ-ບາລີ, ໃຫ້ພຣະສົງສຳມະເນນ ມີສະຖານສຶກສາສົງ, ເພາະປັດຈຸບັນນີ້ ເຫັນພຣະສົງລາວສ່ວນຫຼາຍ ໄປສົນໃຈສຶກສາ ສາຍວິຊາທາງໂລກ ເມື່ອຈົບແລ້ວ ກໍ່ສິກຂາອອກໄປ ແລະ ທ່ານຍັງໃຫ້ເຈດຈຳນົງເພີ່ມຕື່ມວ່າ ໃຫ້ເຂດສະຖານທີ່ແຫ່ງນີ້ ເປັນບ່ອນສັກສິດ ເປັນບ່ອນສັກກາລະບູຊາ ເປັນບ່ອນສ້າງຄົນໃຫ້ມີຄວາມຮູ້ ຄວາມສາມາດໃນອະນາຄົດ ແລະ ຕໍ່ໆໄປ.”

ທາງອົງການພຸດທະສາສະໜາສຳພັນແຫ່ງ ສປປລາວ ຂໍອະນຸໂມທະນາ ໃນກຸສົນສັມປະທາຈິດ ອັນປະເສີດຂອງທ່ານ ແລະ ຄອບຄົວຢ່າງສຸດໃຈ.

]]>
ຄະນະ​ບໍລິຫານ​​ ສູນກາງ​ ອພສ ຮ່ວມໄວ້ອາໄລແດ່ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ https://dekwatlaos.com/blog-daily/buddhist-news/%e0%ba%84%e0%ba%b0%e0%ba%99%e0%ba%b0%e2%80%8b%e0%ba%9a%e0%bb%8d%e0%ba%a5%e0%ba%b4%e0%ba%ab%e0%ba%b2%e0%ba%99%e2%80%8b%e2%80%8b-%e0%ba%aa%e0%ba%b9%e0%ba%99%e0%ba%81%e0%ba%b2%e0%ba%87%e2%80%8b-%e0%ba%ad/126/ Thu, 14 May 2020 04:11:00 +0000 ວັນທີ​ 14​ ພຶດສະພາ​ 2020
ຄະນະ​ບໍລິຫານ​ງານ​ ປະຈຳການ​ສູນກາງ​ ອພສ. ເຊີ່ງໄດ້ຮັບຄວາມເມດຕານຳພາຄະນະ ໂດຍ ພຣະຫຼັກແກ້ວ​ມະຫາສຸເມທາທິບໍດີ(ມະຫາບຸນມາ ສິມມາພົມ) ຮັກສາການ ປະທານ​ ສູນກາງ​ອົງການ​ພຸດ​ທະ​ສາສະໜາສຳພັນ ແຫ່ງ ສປປ ລາວ,ພຣະຫຼັກແກ້ວ ມະຫາວໍຣະຍານນາທິບໍດີ (ມະຫາເຫວດ ມະເສໄນ) ຮອງປະທານ ສູນກາງ ອພສ, ພຣະຫຼັກແກ້ວມະຫາໂພທິວົງສາທິບໍດີ (ມະຫາຄຳມາ ປັນຍາວິຈິດ) ຮອງປະທານສູນກາງ ອພສ ອົງທີ່ສອງ  ພ້ອມຄະນະ.​ ໄດ້ຮ່ວມໄວ້ອາໄລ ຢ່າງສຸດຊື້ງຕໍ່ການຈາກໄປ ຂອງ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດກໍາມະການສູນກາງພັກສະໄໝທີ I, II, III, IV, V, VI, VII ແລະ VIII, ອະດີດເລຂາທິ ການສູນກາງພັກ ສະໄໝທີ III, IV, ອະດີດກໍາມະການກົມການເມືອງສູນກາງພັກ ສະໄໝທີ IV, VI, VII ແລະ VIII, ອະດີດນາຍົກລັດຖະມົນຕີ, ອະດີດຮອງປະທານປະເທດ,ອະດີດປະທານສູນກາງແນວລາວສ້າງຊາດ, ອະດີດຫົວໜ້າເສນາທິການໃຫຍ່ກອງທັບປົດປ່ອຍປະຊາຊົນລາວ, ອະດີດລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ອະດີດເລຂາຄະນະພັກ, ປະທານຄະນະກໍາມະການປົກຄອງກໍາເເພງນະຄອນວຽງຈັນ, ອະດີດລັດຖະມົນຕີກະ ຊວງກະສິກໍາ ແລະ ປ່າໄມ້ ແລະ ອະດີດປະທານຄະນະຂົນຂວາຍສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ
ທີ່ ສະໂມສອນກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ,

ຂ່າວ ແລະ ພາບ ໂດຍ: ກຳມາທິການເຜີຍແຜ່ ສີລະທັມ ແລະ ປະຕິບັດກຳມະຖານສູນກາງ.

]]>