ຂ່າວຮ້ອນ – ເດັກວັດລາວ https://dekwatlaos.com ພວກເຮົາຢາກແບ່ງປັນສາລະທັມ,ປະສົບການຮຽນຮູ້ສັງຄົມ ແລະ ເຕັກໂນໂລຊີແຫ່ງຍຸກສະໄຫມ Wed, 15 Sep 2021 15:51:56 +0000 en-US hourly 1 https://wordpress.org/?v=6.9.4 https://dekwatlaos.com/wp-content/uploads/2021/11/cropped-Untitled-1-32x32.png ຂ່າວຮ້ອນ – ເດັກວັດລາວ https://dekwatlaos.com 32 32 ປກສ ເມືອງປາກງື່ມ ເປີດປົມຄະດີ ເມຍຫຼວງຫົດນ້ຳມັນໃສ່ແລ້ວຈູດໄຟເຜົາເມຍນ້ອຍ ເຈັບສາຫັດເກືອບຕາຍ https://dekwatlaos.com/blog-daily/hot-social/%e0%ba%9b%e0%ba%81%e0%ba%aa-%e0%bb%80%e0%ba%a1%e0%ba%b7%e0%ba%ad%e0%ba%87%e0%ba%9b%e0%ba%b2%e0%ba%81%e0%ba%87%e0%ba%b7%e0%bb%88%e0%ba%a1-%e0%bb%80%e0%ba%9b%e0%ba%b5%e0%ba%94%e0%ba%9b%e0%ba%bb%e0%ba%a1/1388/ Wed, 15 Sep 2021 15:49:28 +0000 https://dekwatlaos.com/?p=1388 ຕາມການລາຍງານ ຂອງໜັງສືພິມຄວມສະຫງົບໃຫ້ຮູ້ວ່າ ເຫດການທີ່ແມ່ຍິງສອງຄົນຜິດຖຽງກັນຢູ່ທີ່ບ້ານຖິ່ນທ່ຽງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ເຖິງຂັ້ນທໍາຮ້າຍຮ່າງກາຍຢ່າງຮຸນແຮງ ດ້ວຍການໃຊ້ນໍ້າມັນແອັດຊັງຫົດໃສ່ຄູ່ກໍລະນີ ກ່ອນຂີດໄຟຈູດ ເຮັດໃຫ້ໄດ້ຮັບບາດເຈັບສາຫັດເກືອບຕາຍ ກາຍເປັນກະແສໂດ່ງດັງທາງສື່ສັງຄົມອອນລາຍ ແລະ ມີຫາງສຽງວິພາກວິຈານ ໄປຫຼາຍແງ່ມູມດ້ວຍການບໍລິໂພກຂໍ້ມູນບາງດ້ານທີ່ບໍ່ຖືກຕ້ອງ.

ຕໍ່ກັບບັນຫາດັ່ງກ່າວ, ພັນໂທ ສິງຄໍາ ລໍວັນໄຊ ຮັກສາການຫົວໜ້າກອງບັນຊາການ ປກສ ເມືອງປາກງື່ມ ໄດ້ເປີດເຜີຍຕໍ່ນັກຂ່າວ ໃນວັນທີ 15 ກັນຍາ 2021 ວ່າ: ກ່ຽວກັບເຫດການການເອົານໍ້າມັນສາດໃສ່ຮ່າງກາຍແລ້ວເອົາໄຟຈູດ ຈົນເຮັດໃຫ້ມີຄົນໄດ້ຮັບບາດເຈັບສາຫັດ 1 ຄົນ ແລະ ບາດເຈັບສົມຄວນ 1 ຄົນ; ເຊິ່ງເກີດຂຶ້້ນໃນວັນທີ 8 ກັນຍາ, ເວລາປະມານ 14:00 ໂມງ, ຜູ້ກໍ່ເຫດຊື່ນາງ ດອກຈັນ ອາຍຸ 19 ປີ ບ້ານຖິ່ນທ່ຽງ.

ຜ່ານການສືບສວນ-ສອບສວນ ຜູ້ກໍ່ເຫດ ໃຫ້ການຕໍ່ເຈົ້າໜ້າທີ່ ວ່າ: ໃນປີ 2019 ໄດ້ສ້າງຄອບຄົວກັບ ທ້າວ ສຸວັນທອນ ຫຼື ຕົ້ນ ອາຍຸ 29 ປີຢູ່ບ້ານຖິ່ນທ່ຽງ ຢ່າງຖືກຕ້ອງຕາມລະບຽບກົດໝາຍ ຈົນມີລູກນໍາກັນ 1 ຄົນ ອາຍຸ 10 ເດືອນ ແລະ ກໍາລັງຖືພາລູກຜູ້ທີ 2 ໄດ້ 6 ເດືອນ.ຕະຫຼອດໄລຍະຜ່ານມາ, ພວກກ່ຽວທັງສາມຄົນ ແມ່ນມີເລື່ອງຜິດຖຽງ ແລະ ບໍ່ເຂົ້າໃຈກັນເປັນປະຈໍາ ຍ້ອນຜົວເປັນຄົນອາລົມຮ້ອນ ແລະ ມັກຫຼິ້ນສາວ.ມາຮອດປີ 2020, ຈຶ່ງໄດ້ຮູ້ວ່າ: ທ້າວ ຕົ້ນ (ຜົວ) ໄດ້ມີການພົວພັນ ກັບ ນາງ ພອນສະຫວັນ ຫຼື ເມ ອາຍຸ 19 ປີບ້ານດອນໄຮ່ ແບບຊູ້-ສາວ; ເຊິ່ງໃນໄລຍະຜ່ານມາ, ອໍານາດການປົກຄອງບ້ານ ແລະ ຍາດຕິພີ່ນ້ອງ ຍັງໄດ້ເອີ້ນຜົວ ແລະ ນາງ ເມ ໄປສຶກສາອົບ ຮົມ-ກ່າວເຕືອນ ແຕ່ພວກຜູ້ກ່ຽວຍັງບໍ່ຢຸດເຊົາ ຍັງໄປມາຫາສູ່ກັນຢູ່.

ໃນຕົ້ນເດືອນກັນຍາ 2021, ນາງ ດອກຈັນ (ຜູ້ກໍ່ເຫດ) ໄດ້ໄປຫາ ນາງ ເມ ຢູ່ເຮືອນເພື່ອຕັກເຕືອນໃຫ້ຢຸດເຊົາຕິດຕໍ່ກັບຜົວຕົນເອງມາແລ້ວ.

ໃນມື້ເກີດເຫດ, ຄືວັນທີ 8 ກັນຍາ 2021, ເວລາປະມານ 14:00 ໂມງ ນາງ ດອກຈັນ ໄດ້ຊວນໝູ່ອີກ 2 ຄົນ ໄປຕັດໄມ້ຢູ່ສວນບ້ານດົງກະລຶມ ເພື່ອມາເຮັດຄອກໄກ່. ແຕ່ບັງເອີນບໍ່ເຫັນພ້າຢູ່ເຮືອນ ຈຶ່ງຄິດວ່າ: ຜົວເອົາພ້າໄປໄວ້ເຮືອນພີ່ນ້ອງ ຊື່ ທ້າວ ໂກເຊ່ ຈາກນັ້ນ, ຈຶ່ງໄດ້ຂີ່ລົດ ຈັກໄປເອົາພ້າຢູ່ເຮືອນຫຼັງດັ່ງກ່າວ (ສະຖານທີ່ເກີດເຫດ).

ພາຍຫຼັງທີ່ໄປຮອດຜູ້ກ່ຽວພົບເຫັນເກີບແມ່ຍິງ ແຕ່ຜູ້ກ່ຽວກໍບໍ່ໄດ້ຄິດຫຍັງ ເພາະຄິດວ່າ ເປັນເກີບຂອງແມ່ບ້ານທີ່ມາເຮັດວຽກອານາໄມຢູ່ນັ້ນ. ຈາກນັ້ນ, ຜູ້ກ່ຽວຈຶ່ງໄດ້ຍ່າງໄປເຄາະປະຕູຫ້ອງນອນ ແມ່ບ້ານ 2-3 ຄັ້ງ ເພື່ອຈະຂໍເອົາພ້າ ແລະ ໃນຂະນະນັ້ນພົບເຫັນ ນາງ ເມ ໄຂປະຕູອອກມາ.

ເມື່ອເຫັນແນວນັ້ນ, ຈຶ່ງໄດ້ມີປາກສຽງຜິດຖຽງກັນ ແລະ ຍັງໄດ້ໃຊ້ມືຖືຖ່າຍຄລິບວິດີໂອໄວ້ ເພື່ອເປັນຫຼັກຖານຢັ້ງຢືນວ່າ: ທ້າວ ສຸວັນທອນ (ຜົວ) ໄດ້ເອົານາງ ເມ ມາເຊື່ອງໄວ້ຢູ່ເຮືອນພີ່ນ້ອງ.

ແຕ່ໃນຂະນະນັ້ນ, ທ້າວ ໂກເຊ່ ແລະ ໝູ່ທີ່ໄປນໍາໄດ້ພາກັນມາຫ້າມເອົາໄວ້ ແຕ່ທັງສອງກໍຍັງສືບຕໍ່ຜິດກັນຢູ່; ນາງ ດອກຈັນ ຈຶ່ງໄດ້ຍ່າງໄປຈັບເອົານໍ້າ ມັນແອັດຊັງຢູ່ບໍລິເວນໃກ້ຄຽງເຊິ່ງບັນຈຸໄວ້ໃນຕຸກນໍ້າດື່ມຫົວເສຶືອ (ຕຸກກາງ) ປະມານເຄິ່ງຕຸກມາສາດໃສ່ຮ່າງກາຍຂອງນາງ ເມ ພ້ອມທັງໄດ້ໄປຈັບເອົາກັບໄຟ ແລະ ທຽນຢູ່ຮ້ານບູຊາ ເພື່ອມາຂີດໄຟໃສ່ທຽນ ແລ້ວເວົ້ານາບຂູ່ວ່າ: ຈະຈູດນາງ ເມ 2-3 ຄັ້ງ ແຕ່ນາງ ເມໄດ້ເອົາຕົວໄປລີ້ຢູ່ດ້ານຫຼັງຂອງ ທ້າວ ໂກເຊ່. ເວລາຕໍ່ມາ, ນາງ ດອກຈັນ ທີ່ໄດ້ຂີດໄຟໃສ່ທຽນຢູ່ແລ້ວໄດ້ທຽນຍືນອອກໄປ ເຮັດໃຫ້ຖືກແຂນນາງ ເມ ຈົນເກີດມີໄຟລຸກໄໝ້ຖ້ວມຕົນຕົວນາງ ເມ ຈົນໄດ້ຮັບບາດເຈັບສາຫັດ, ສ່ວນທ້າວ ໂກເຊ່ ແມ່ນໄດ້ຮັບບາດເຈັບຫຼາຍສົມຄວນ.

ເຈົ້າໜ້າທີ່ຍັງ ໃຫ້ຮູ້ອີກວ່າ: ການກະທໍາຂອງ ນາງ ດອກຈັນ ເປັນການກະທໍາໂດຍເຈດຕະນາ, ເຊິ່ງສະແດງອອກວ່າ: ໄດ້ໃຊ້ນໍ້າມັນແອັດຊັງທີ່ເປັນເຊື້ອເພີງສາດໃສ່ຮ່າງກາຍຂອງຜູ້ອື່ນ ແລ້ວໃຊ້ໄຟຈູດໃສ່ ຈົນເຮັດໃຫ້ຄົນອື່ນໄດ້ຮັບບາດເຈັບສາ ຫັດ, ເຊິ່ງການກະທໍາດັ່ງກ່າວ ແຕະຕ້ອງເຖິງຊີວິດ ແລະ ສຸຂະ ພາບຄົນອື່ນ ເປັນການກະທໍາທີ່ອັນຕະລາຍ ແລະ ສະເທືອນຂວັນໃຫ້ແກ່ສັງຄົມ, ເຊິ່ງຜິດຕໍ່ປະມວນກົດໝາຍອາຍາ ໃນຂໍ້ກ່າວຫາ: ການຄາດຕະກໍາຍ້ອນຖືກກະທົບທາງດ້ານຈິດໃຈ (ຂັ້ນພະຍາຍາມ). ແຕ່ຍ້ອນຜູ້ກ່ຽວມີລູກນ້ອຍ ແລະ ກໍາລັງຖືພາ ເຫັນຕາມາດຕາ 103 ຂໍ້ 2 ຂອງປະມວນ ກົດໝາຍອາຍາ ແຫ່ງ ສປປ ລາວ, ຈຶ່ງໃຫ້ຄອບຄົວຄໍ້າປະກັນດ້ວຍເງິນສົດ ຈໍານວນ 30 ລ້ານກີບ.

ແນວໃດຕໍ່ຕຕາມ ຕໍ່ກັບກະດີດັ່ງກ່າວເຈົ້າໜ້າທີ່ຮຽກຂອງມາຍັງພໍ່ແມ່ປະຊາຊົນ ຈົ່ງມີສະຕິໃນການຊົມໃຊ້ສື່ອອນລາຍ ແລະ ບໍລິໂພກຂໍ້ມູນຂ່າວສານ ທີ່ຖືກຕ້ອງຈາກທາງການເທົ່ານັ້ນ.

Sources: ຄວາມສະຫງົບ Lao Security News

]]>
ເກີດເຫດເສົ້າສະຫຼົດໃຈ! ຟ້າຜ່າ 2 ພີ່ນ້ອງ ເສຍຊີວິດຄາທີ່ ທີ່ເມືອງຮ້ຽມ, ແຂວງຫົວພັນ. https://dekwatlaos.com/blog-daily/hot-social/%e0%bb%80%e0%ba%81%e0%ba%b5%e0%ba%94%e0%bb%80%e0%ba%ab%e0%ba%94%e0%bb%80%e0%ba%aa%e0%ba%bb%e0%bb%89%e0%ba%b2%e0%ba%aa%e0%ba%b0%e0%ba%ab%e0%ba%bc%e0%ba%bb%e0%ba%94%e0%bb%83%e0%ba%88-%e0%ba%9f%e0%bb%89/1062/ Tue, 08 Jun 2021 17:20:26 +0000 https://dekwatlaos.com/?p=1062 ເກີດເຫດເສົ້າສະຫຼົດໃຈຟ້າຜ່າຍິງ 2 ພີ່ນ້ອງ ເສຍຊີວິດຄາທີ ທີ່ບ້ານນາກູດ ເມືອງຮ້ຽມ ແຂວງຫົວພັນ ເມື່ອເວລາປະມານ 2.00 ໂມງ ຂອງວັນທີ 5 ມິຖຸນາ 2021​ ຜ່ານມານີ້.

ໂດຍ ທ້າວ ທອນ ອາຍຸ 50 ປີ ປະຊາຊົນຢູ່ບ້ານນາກູດ ເມືອງຮ້ຽມ ແຂວງຫົວພັນ ໄດ້ຢືນຢັນວ່າ ເຫດການຟ້າຜ່າແມ່ນເກີດຂຶ້ນຈິງ ມີຄົນເສຍຊີວິດ 2 ຄົນ ຄື :

ຜູ້ທີ່ 1 ຊື່ ນາງ ບົວນັ້ນ ອາຍຸ 21 ປີ ຜູ້ເປັນລູກໄພ້ ຄອຄົວຜູ້ກ່ຽວ

ຜູ້ທີ່ 2 ຊື່ ນາງ ໂມທອງ ອາຍຸ 17 ປີ ນັກຮຽນ ມ7 ຜູ້ເປັນລູກສາວຄອບຄົວຜູ້ກ່ຽວ

ເຫດເກີດໃນຂະນະຝົນຕົກ ທັງສອງພີ່ນ້ອງ ໄດ້ໄປອາໃສ່ກ້ອງຕົ້ນໄມ້ເພື່ອລົບຝົນ ແຕ່ເກີດເຫດທີ່ບໍ່ຄາດຝັນ ຟ້າຜ່າລົງມາໃສ່ຕົ້ນໄມ້ທີ່ຢູ່ຫາງຈາກພວກເຂົາທັງສອງປະມານ​ 36 ແມັດ. ຕາມການສັນນິຖານວ່າ ມີແສງໄຟຈາກຈຸດທີ່ຟ້າຜ່າມາຝາດເອົາພວກເຂົາທັງສອງຈົນເສຍຊີວິດຄາທີ.

 

ເລື່ອງນີ້ ຖືເປັນຄະຕິເຕືອນໃຈໃຫ້​ທຸກຄົນວ່າ ​ເວລາຝົນຕົກຟ້າຮ້ອງຢ່າໄດ້ໄປຢູ່ກ້ອງຕົ້ນໄມ້ໃຫຍ່.ເພື່ອຫຼີກລ້ຽງເຫດທີ່ບໍ່ຄາດຝັນແບບນີ້.

]]>
ດ່ວນ ຕຳຫຼວດໄທ ອອກຫຼັກຖານ ໝາຍຈັບ ລຸງພົນແລ້ວ https://dekwatlaos.com/blog-daily/hot-social/%e0%ba%94%e0%bb%88%e0%ba%a7%e0%ba%99-%e0%ba%95%e0%ba%b3%e0%ba%ab%e0%ba%bc%e0%ba%a7%e0%ba%94%e0%bb%84%e0%ba%97-%e0%ba%ad%e0%ba%ad%e0%ba%81%e0%ba%ab%e0%ba%bc%e0%ba%b1%e0%ba%81%e0%ba%96%e0%ba%b2%e0%ba%99/985/ Tue, 01 Jun 2021 17:51:29 +0000 https://dekwatlaos.com/?p=985 ໄທລັດອອນລາຍ ລາຍງານວ່າ ຈາກກໍລະນີການເສຍຊີວິດຂອງ ນ້ອງຊົມພູ ເດັກນ້ອຍຍິງ ອາຍຸ 3 ປີ ທີ່ຫາຍຕົວໄປຈາກບ້ານໃນບ້ານກົກກອກ ຕາແສງ ກົກຕູມ ເມືອງ ດົງຫຼວງ ແຂວງ ມຸກດາຫານ ເມື່ອວັນທີ່ 11 ພຶດສະພາ ພສ 2563. ແລ້ວມາພົບວ່ານ້ອງເປັນສົບຢູ່ໃນປ່າເທິງພູເຂົາເຫຼັກໄຟ ຫ່າງຈາກບ້ານ ປະມານ 2 ກມ. ເມື່ອວັນທີ່ 14 ພ.ສ 2653. ເຊີ່ງກ່ອນໜ້ານີ້ ເຈົ້າໜ້າທີ່ໄທກໍ່ໄດ້ຖະແລງຢືນຢັນວ່າ ຈາກການພິສູດຫຼັກຖານທາງຄະດີ, ນ້ອງຊົມພູບໍ່ສາມາດຍ່າງຂື້ນໄປເທິງພູເຂົາເຫຼັກໄຟ ບ່ອນທີ່ພົບສົບ ດ້ວຍຕົວເອງໄດ້ ເຮັດໃຫ້ເຊື່ອວ່າ ຕ້ອງມີຜູ້ພາຂື້ນໄປ ແລະ ເຮັດໃຫ້ເຖີງແກ່ຄວາມຕາຍບໍ່ວ່າຈະທາງກົງ ຫຼື ທາງອ້ອມ.

ແລະ ຫຼ້າສຸດ ເມື່ອວັນທີ 1 ມິຖຸນາ ຕຳຫຼວດລວບລວມຫຼັກຖານຂໍໍສານອະນຸມັດອອກໝາຍຈັບ ທ້າວ ໄຊພົນ ວິພາ ຫຼື ລຸງພົນ ອາຍຸ 44 ປີ ລຸງເຂີຍ ຂອງນ້ອງຊົມພູ ໃນຖານຄວາມຜິດ 3 ຂໍ້ຫາ “ພາກເດັກອາຍຸບໍ່ເກີນ ສິບຫ້າ ປີ ໄປຈາກບິດາມານມານດາ ໂດຍ ປາດສະຈາກເຫດອັນຄວນ,ຖອດຖີ້ມເດັກອາຍຸບໍ່ເກີນ 5 ປີ ເພື່ອໃຫ້ເດັກນັ້ນພົ້ນໄປຈາກຕົນ ໂດຍການເຮັດໃຫ້ເດັກນັ້ນປາດສະຈາກຜູ້ດູແລ ເປັນເຫດໃຫ້ເດັດເຖີງແກ່ຄວາມຕາຍ ແລະ ກະທຳການໃດ່ໆ ແກ່ສົບ ຫຼື ສະພາບແວດລ້ອມໃນບໍລິເວນທີ່ພົບສົບ ກ່ອນການສັນລະສູດພິກສົບຈົບກ່ອນ ໃນການທີ່ອາດຈະເຮັດໃຫ້ການສັນລະສູດພິກສົບຫຼືຜົນທາງຄະດີປ່ຽນແປງໄປ”.  

ໂດຍ ລາຍງານລະບຸວ່າ ຕຳຫລວດມີຫຼັກຖານທາງນິຕິວິທະຍາສາດຈາກເສັ້ນຜົມນ້ອງຊົມພູ່ ທີ່ຖືກຕັດຈຳນວນຫຼາຍເສັ້ນ ວັດຖຸພະຍານດັ່ງກ່າວກາຍເປັນຫຼັກຖານສຳຄັນທັນທີ ທີ່ພົບຢູ່ໃນລົດຂອງທ້າວໄຊພົນ  ເຊີ່ງພິສູດໄດ້ວ່າ ລຸງພົນເປັນຄົນພາຫຼານຂື້ນພູເຂົາໄປ ຈົນເສຍຊີວິດ ໃຊ້ເວລາລວບລວມຫຼັກຖານດົນເປັນປີ ກວ່າຈະສາມາດປິດຄະດີ ຂໍສານອະນຸມັດໝາຍຈັບໄດ້.

ເຊີ່ງ ຫຼັງຈາກຕຳຫລວດອອກໝາຍຈັບລຸງພຸນ ເຮັດໃຫ້ ແຮສແທັກ #ลุงพล #น้องชมพุ่ ຂື້ນເປັນເປັນເລື່ອງນິຍົມຕິດອັນດັບ 1 ໃນ ທະວິດເຕີ້ປະເທດ ຢ່າງໄວວາ.ພ້ອມທັງມີຄົນໄປພິພາກວິຈານ.ເຖີງປະເດັ່ນດັ່ງກ່າວ.

]]>
ປກສ ເມືອງຈຳປາສັກ ຊີ້ແຈ້ງ ກໍລະນີ ທ້າວ ຕຸ້ຍ ອາລະວາດຢູ່ຈຸດກວດກາ ໂອຄວິດ-19 https://dekwatlaos.com/blog-daily/hot-social/%e0%ba%9b%e0%ba%81%e0%ba%aa-%e0%bb%80%e0%ba%a1%e0%ba%b7%e0%ba%ad%e0%ba%87%e0%ba%88%e0%ba%b3%e0%ba%9b%e0%ba%b2%e0%ba%aa%e0%ba%b1%e0%ba%81-%e0%ba%8a%e0%ba%b5%e0%bb%89%e0%bb%81%e0%ba%88%e0%bb%89%e0%ba%87/898/ Tue, 18 May 2021 03:11:11 +0000 https://dekwatlaos.com/?p=898 ໃນຕອນບ່າຍ 17 ພຶດສະພາ ນີ້,​ ພັນໂທ ຄຳແດງ ວົງຄຳສອນ ຄະນະຮັບຜິດຊອບຕ້ານພະຍາດໂຄວິດ-19 ເມືອງຈຳປາສັກ ຖະແຫຼງຊີ້ແຈງເຫດການ ທ້າວ ຄຳໄພ ກໍ່ອາລະວາດໂວຍວາຍ ຢູ່ຈຸດກວດກາຕ້ານພະຍາດໂດວິດ-19 ບ້ານດອນຕະລາດ ເມືອງຈຳປາສັກ ມີລາຍລະອຽດດັ່ງນີ້:

ເວລາ 16:00 ໂມງ ວັນທີ 14 ພຶດສະພາ 2021 ທ້າວ ຄຳໄພ ເອື້ອອາລີ ຫຼື ຕຸ້ຍ ອາຍຸ 37 ປີ ຢູ່ບ້ານທາງຄົບ ເມືອງຈໍາປາສັກ ແຂວງຈຳປາສັກ ຂີ່ລົດຈັກຍີ່ຫໍ້ຢິນຊິງ ສີແດງ ບໍ່ມີປ້າຍທະບຽນ, ພ້ອມຖືພ້າຍາວ 1 ດວງ ບໍ່ໃສ່ຜ້າອັດປາກ-ດັງ ມາອາລະວາດ ຢູ່ຈຸດກວດກາຕ້ານໂຄວິດ-19 ຄຸ້ມແສນສຸກ ບ້ານດອນຕະລາດ ເມືອງຈໍາປາສັກ ຈຸດກວດໜ້າໂຮງຮຽນ ມສ ດອນຕະລາດ ໂດຍໄດ້ຂີ່ລົດຈັກຜ່ານເຊືອກກັ້ນທາງຈຸດກວດກາໄປປະມານ 10 ແມັດ ແລ້ວກັບຄືນເອົາພ້າ ມາຟັນໃສ່ໂຕະ ຂອງເຈົ້າໜ້າທີ່ ຈຳນວນ 3 ບາດ ຈາກນັ້ນຜູ້ກ່ຽວກໍໄດ້ຂີ່ລົດຈັກມຸ້ງໜ້າເມືອບ້ານທາງຄົບ ຮອດເວລາປະມານ 16:15 ໂມງ ຜູ້ກ່ຽວໄປຮອດຈຸດກວດກາຕ້ານໂຄວິດ-19 ເປັນຈຸດກວດກາວັດແທກ ອຸນຫະພູມຂອງເມືອງ ແລະ ໄດ້ຂີ່ຜ່າເຊືອກກັ້ນຈຸດກວດກາ ເອົາພ້າຟັນລົດຕົນເອງ ໃຊ້ທ່າທີ່ໂວຍວາຍກັບເຈົ້າໜ້າທີ່ ກວດກາຢູ່ຈຸດດັ່ງກ່າວ ຈາກນັ້ນເຈົ້າໜ້າທີ່ ຈຶ່ງໄດ້ກັກຕົວຜູ້ກ່ຽວມາດຳເນີນການສອບສວນ.

ຜ່ານການສອບສວນ ຜູ້ກ່ຽວສາລະພາບວ່າ: ເວລາປະມານ 9:00 ໂມງ ມື້ເກີດເຫດຕົນຂັບຂີ່ລົດຈັກອອກຈາກເຮືອນມຸ້ງໜ້າໄປບ້ານດອນຕະລາດ ໄດ້ແວ່ຫາໝູ່ ຊື່ ທ້າວ ໄພມະນີ ແລະ ໄດ້ເອົາ ເງິນໃຫ້ ທ້າວ ໄພມະນີ 20.000 ກີບ ເພື່ອໄປຊື້ຢາບ້າ 2 ເມັດມາເສບນຳກັນ ພາຍຫຼັງເສບຢາບ້າແລ້ວ ໄດ້ໄປຫາພໍ່ກູນ ຢູ່ຄຸ້ມໂຄກອີໂຕນ ບ້ານດອນຕະລາດ ທີ່ເປັນຊ່າງຕີພ້າ ໄດ້ຂໍເງິນນຳພໍ່ກູນ 10.000 ກີບ ແລະ ພໍ່ກຸນ ໄດ້ບອກຕົນວ່າ ຖ້າຢາກໄດ້ເງິນເພີ່ມ ແມ່ນໃຫ້ເອົາພ້າ ໄປສົ່ງໃຫ້ ນາງ ວັນໄຊ ຢູ່ຄຸ້ມໜອງ ດອນຕະລາດ ແຕ່ເມື່ອໄປຮອດ ກໍ່ບໍ່ພົບ ນາງ ວັນໄຊ ແລ້ວໄດ້ຂີ່ລົດມາເຮືອນ ພໍ່ບົວລີ ຢູ່ຄຸ້ມໜອງຂີ້ເຫຼັກ ບ້ານດອນຕະລາດ ໄດ້ດື່ມເຫຼົ້າ 1 ແກ້ວ (ແກ້ວM150) ແລະ ອີກ 1 ຈອກ ແລ້ວຂໍເງິນນໍາ ພໍ່ບົວລີ 20.000 ກີບ ຈາກນັ້ນຂີ່ລົດລົງເມືອທາງຄຸ້ມໂຄກອີໂດນ ໄດ້ແວ່ໃສ່ນໍ້າມັນ ພາຍຫຼັງໃສ່ນໍ້າມັນລົດແລ້ວ ນໍ້າມັນຍ້ອຍ ຍ້ອນກະບິວລົດມີບັນຫາ ຜູ້ກ່ຽວຈຶ່ງໄດ້ຂີ່ລົດ ພ້ອມທັງເອົາພ້າ ຟັນຫົວລົດຈັກ ພ້ອມຮ້ອງໂວຍວາຍໄປນໍາທາງ ຈົນຮອດຈຸດກວດກາ ຄຸ້ມແສນສຸກ ບ້ານດອນຕະລາດ ໜ້າໂຮງຮຽນ ມສ ດອນຕະລາດ ຜູ້ກ່ຽວໄດ້ຜ່ານຈຸດກວດກາ ໄປປະມານ 10 ແມັດ ໃຊ້ພ້າຟັນລົດຈັກຂອງໂຕເອງ ພ້ອມທັງຮ້ອງໂວຍວາຍ ແລ້ວຂີ່ລົດກັບຄືນມາ ໃນເວລານັ້ນ ຜູ້ກ່ຽວ ໄດ້ເອົາພ້າ ຟັນໂຕະບ່ອນເຮັດວຽກຂອງເຈົ້າໜ້າທີ່ 3 ບາດ ແລ້ວຜູ້ກ່ຽວ ກໍຂີ່ລົດມຸ້ງໜ້າໄປຮອດຈຸດກວດກາວັດແທກອຸນຫະພູມຂອງເມືອງ ຂີ່ລົດຜ່ານຈຸດກວດກາ ພ້ອມເອົາພ້າຟັນຫົວລົດ ຂີ່ກາຍໄປໄດ້ໄລຍະໜຶ່ງ ກໍຂີ່ກັບຄືນມາຈຸດກວດກາອີກ ເຈົ້າໜ້າທີ່ ຈຶ່ງໄດ້ສະກັດກັ້ນ ຍາດເອົາພ້າ ອອກຈາກມື ແລະ ໃຫ້ມອດຈັກລົດ ແຕ່ຜູ້ກ່ຽວບໍ່ມອດ ໂດຍໃຫ້ເຫດຜົນວ່າ ມອດບໍ່ໄດ້ ເຈົ້າໜ້າທີ່ ປກສ ກຸ່ມ ຈຶ່ງດຶງສາຍໄຟຫົວທຽນລົດອອກ ເຮັດໃຫ້ລົດມອດ ແລ້ວໃຊ້ມືຕົບຫົວ 1 ບາດ ພ້ອມທັງເວົ້າວ່າ ເປັນຫຍັງຊິມອດບໍ່ໄດ້ ເຊິ່ງຄູ່ກໍລະນີທັງສອງຄົນແມ່ນຮູ້ຈັກກັນດີ ຫຼັງຈາກນັ້ນ ທ້າວ ຄໍາໄພ ຈຶ່ງໄດ້ໂວຍວາຍຂຶ້ນອີກ ພ້ອມທັງເອົາກຳປັ້ນທຸບລົດຈັກຕົນເອງ ເຈົ້າໜ້າທີ່ ຈຶ່ງໄດ້ສະກັດກັ້ນຄຸມຕົວ ແລະ ກັກຕົວຜູ້ກ່ຽວ.

ຜູ້ກ່ຽວຍັງສາລະພາບອີກວ່າ: ໄດ້ເສຍຢາເສບ ຕິດ (ຢາບ້າ) ມານັບແຕ່ປີ 2019 ເປັນຕົ້ນມາ ແລະ ດື່ມເຫຼົ້າ ເປັນປະຈຳ ຜ່ານການກວດນໍ້າປັດສະວະແມ່ນມີສີມ້ວງ ຕໍ່ກັບການກະທຳຂອງ ທ້າວ ຄຳໄພ ເອື້ອອາລີ ເຈົ້າໜ້າທີ່ພວມສືບຕໍ່ສອບສວນ ປະກອບຂໍ້ມູນ ແລະ ຫຼັກຖານ.

ສ່ວນ ປກສ ກຸ່ມ ຈະໄດ້ຄົ້ນຄວ້າ ນຳສະເໜີຂັ້ນເທິງ ເພື່ອພິຈາລະນາ ໃນຂັ້ນຕໍ່ໄປ.

ໂອກາດນີ້ ພັທ ຄຳແດງ ວົງຄຳສອນ ໄດ້ຮຽກຮ້ອງມາຍັງທົ່ວສັງຄົມ ຈົ່ງມີສະຕິໃນການເສບຂ່າວ ເພື່ອຫຼີກລ່ຽງການເສບ ຂ່າວທີ່ບໍ່ມີມູນຄວາມຈິງ ທີ່ເປັນການປັ່ນປ່ວນ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ບໍ່ມີຄວາມເປັນລະບຽບຮຽບຮ້ອຍ.

ທີ່ມາ: ຄວາມສະຫງົບ Lao Security News

]]>
ນັກກົດໝາຍໜຸ່ມອອກຄວາມເຫັນເຖີງຄວາມເປັນໄປໄດ້ ກໍລະນີ 59 ກັບ ພວກ ຈະມີຄວາມຜິດທາງກົດໝາຍຫຼືບໍ່ https://dekwatlaos.com/blog-daily/hot-social/%e0%ba%99%e0%ba%b1%e0%ba%81%e0%ba%81%e0%ba%bb%e0%ba%94%e0%bb%9d%e0%ba%b2%e0%ba%8d%e0%bb%9c%e0%ba%b8%e0%bb%88%e0%ba%a1%e0%ba%ad%e0%ba%ad%e0%ba%81%e0%ba%84%e0%ba%a7%e0%ba%b2%e0%ba%a1%e0%bb%80%e0%ba%ab/828/ Wed, 05 May 2021 11:10:17 +0000 https://dekwatlaos.com/?p=828 ໃນໂພສນີ້ ເຮົາລອງມາອ່ານເບິ່ງຄວາມຄິດເຫັນ ແລະ ການວິເຄາະຄວາມເປັນໄປໄດ້ ກໍ່ລະນີ 59 ກັບພວກທີ່ກ່ຽວຂ້ອງໃນລາຍລະອຽດ ໂດຍມີໜື່ງໃນນັກກົດໝາຍໜຸ່ມເຈົ້າຂອງເຟສບຸກເພຈ Grandeur Law House – ທີມງານກົດໝາຍເພື່ອປະຊາຊົນ ໄດ້ໂພສໃນເພຈວ່າ   

ຈາກບັນຫາທີ່ສັງຄົມໄດ້ຕັ້ງຂໍ້ສົງໄສວ່າ ຜູ້ຕິດເຊື້ອໂຄວິດ ກໍລະນີ 59, ເອື້ອຍຮັກຂອງຜູ້ກ່ຽວ ແລະ ຜູ້ຊາຍຄົນໄທທັງສອງນັ້ນຈະມີຄວາມຜິດທາງດ້ານກົດໝາຍຕາມມາດຕາ 199 ຫລື ບໍ່ ?

ອິງຕາມມາດຕາ 199 ໄດ້ກຳນົດໄວ້ວ່າ: ຜູ້ຕິດເຊື້ອພະຍາດທີ່ຮ້າຍແຮງ ຫາກນຳເອົາເຊື້ອພະຍາດນັ້ນໄປແພ່ຂະຫຍາຍໃສ່ຜູ້ອຶ່ນໂດຍເຈດຕະນາ ຈະຖືກລົງໂທດ ແຕ່ 2 ປີ ຫາ 5 ປີ ແລະ ຈະຖືກປັບໃໝແຕ່ 10 ລ້ານ ຫາ 50 ລ້ານກີບ. ແລະ ບຸກຄົນໃດ ໂດຍເຈດຕະນາ ຫາກນຳເອົາເຊື້ອພະຍາດທີ່ຮ້າຍແຮງ ໄປແພ່ຂະຫຍາຍໃສ່ບຸກຄົນອຶ່ນ ຈະຖືກລົງໂທດຕັດອິດສະລະພາບແຕ່ 5 ປີ ຫາ 10 ປີ ແລະ ຈະຖືກປັບໃໝ 30 ລ້ານ ຫາ 70 ລ້ານກີບ.

ແຕ່ກ່ອນອຶ່ນຫມົດພວກເຮົາຕ້ອງໄດ້ທຳຄວາມເຂົ້າໃຈຄຳວ່າ “ໂດຍເຈດຕະນາ“ ເສຍກ່ອນ.

ນິຍາມຄຳວ່າ “ໂດຍເຈດຕະນາ“ ແມ່ນເປັນການກະທຳ ຫລື ເມີນເສີຍ ຊຶ່ງຜູ້ກະທຳຜິດຮູ້ວ່າການກະທຳ ຫລື ການເມີນເສີຍຂອງຕົນເປັນອັນຕະລາຍຕໍ່ສັງຄົມ ແລະ ກໍຄາດຄະເນໄດ້ເຖິງຜົນສະທ້ອນຂອງມັນ ແຕ່ຈົງໃຈເຮັດ ຫລື ປະປ່ອຍໃຫ້ເກີດຂື້ນ, ອິງຕາມມາດຕາ 14 ຂອງ ປະມວນກົດໝາຍອາຍາ.

ຈາກບົດບັນຍັດຂອງກົດໝາຍທັງສອງມາດຕາທີ່ກ່າວມາຂ້າງເທິງນີ້, ທາງເຮົາຈະຂໍສະແດງຄຳຄິດເຫັນທາງດ້ານກົດໝາຍອອກເປັນກໍລະນີດັ່ງນີ້:

ກໍລະນີ 59

ສຳລັບກໍລະນີ 59 ຖ້າຫາກຜູ້ກ່ຽວໄດ້ຖືກເອື້ອຍຮັກຕົວະຄືຕາມຜູ້ກ່ຽວເຄີຍອອກມາກ່າວຕໍ່ສັງຄົມນັ້ນ ຜູ້ກ່ຽວອາດອາດຈະບໍ່ເຂົ້າຄ່າຍກະທຳຜິດໂດຍເຈດຕະນາ. ແຕ່ຖ້າຫາກຜູ້ກ່ຽວຫາກບໍ່ໄດ້ຖືກຕົວະ ຫລື ຫາກຜູ້ກ່ຽວຫາກຮູ້ມາກ່ອນແລ້ວວ່າເອື້ອຍຮັກ ແລະ ຄົນໄທລັກຂ້າມມາ ແລະ ບໍ່ໄດ້ຜ່ານການກວດໂຄວິດນັ້ນ ແລະ ກໍ່ສາມາດຄາດຄະເນໄດ້ວ່າຄົນທີ່ມາຈາກປະເທດທີ່ພະຍາດລະບາດນັ້ນມີຄວາມສ່ຽງສູງທີ່ຈະມີພະຍາດຕິດມາ ແຕ່ຜູ້ກ່ຽວຍັງພາພວກທີ່ລັກຂ້າມມາເລາະທ່ຽວ ກໍລະນີນີ້ຜູ້ກ່ຽວກໍອາດຈະເຂົ້າຄ່າຍກະທຳຜິດໂດຍເຈດຕະນາຕາມນີຍາມຂ້າງເທິງ.

ສຳລັບການຈະພິສູດບັນຫານີ້ແມ່ນຄົງບໍ່ຍາກພໍເທົ່າໃດ ເຈົ້າຫນ້າທີ່ສາມາດກວດສອບການສື່ສານຂອງຜູ້ກ່ຽວກັບເອື້ອຍຮັກຈາກການແຊັດລົມກັນກໍໄດ້.

ເອື້ອຍຮັກ ແລະ ຄົນໄທ

ສຳລັບກໍລະນີເອື້ອຍຮັກ ແລະ ຄົນໄທທັງສອງນັ້ນ ເຮົາສາມາດສັງເກດໃນເບື້ອງຕົ້ນໄດ້ວ່າພວກກ່ຽວໄດ້ກະທຳໂດຍເຈດຕະນາ ຊຶ່ງພວກກ່ຽວຮູ້ວ່າການກະທຳ ຫລື ການເມີນເສີຍຂອງຕົນນັ້ນເປັນອັນຕະລາຍຕໍ່ສັງຄົມເນື່ອງຈາກພະຍາດລະບາດ ແຕ່ກໍລັກຂ້າມມາໂດຍບໍ່ຖືກຕ້ອງ ຫລື ໂດຍເຈດຕະນາທີ່ບໍ່ດີ ແລະ ກໍຄາດຄະເນໄດ້ເຖິງຜົນສະທ້ອນຂອງມັນ ແຕ່ຈົງໃຈເຮັດ ຫລື ປະປ່ອຍໃຫ້ເກີດຂື້ນ. ດັ່ງນັ້ນຜູ້ເອື້ອຍຮັກ ແລະ ຄົນໄທຈຶ່ງເຂົ້າຄ່າຍການກະທຳຜິດຢ່າງຈະແຈ້ງ.

ແຕ່ຫລາຍຄົນອາດຈະຖາມວ່າແລ້ວຄົນໄທທີ່ຢູ່ປະເທດໄທນັ້ນເຮົາຈະດຳເນີນຄະດີແນວໃດ, ອິງຕາມສົນທິສັນຍາການສົ່ງຜູ້ຮ້າຍຂ້າມແດນນັ້ນ ປະເທດເຮົາສາມາດຮ້ອງຂໍໃຫ້ທາງການໄທສົ່ງຕົວພວກກ່ຽວມາດຳເນີນຄະດີໄດ້.

ແນວໃດກໍຕາມ ນີ້ເປັນພຽງຄຳຄິດເຫັນທາງດ້ານກົດໝາຍໃນເບື້ອງຕົ້ນຈາກພວກເຮົາ, ຈະເປັນແນວໃດນັ້ນ ເຮົາກໍຕ້ອງລໍຖ້າໃຫ້ເຈົ້າຫນ້າທີ່ສືບສວນສອບສວນໃຫ້ລະອຽດ ຖ້າຄົບອົງປະກອບການກະທຳຜິດ ເຈົ້າຫນ້າທີ່ກໍ່ຈະສົ່ງໃຫ້ໄອຍະການສັງຟ້ອງໃຫ້ສານຕັດສິນຕາມລະບຽບກົດໝາຍ.

]]>
ຕຳຫຼວດຢືນຢັນ ກໍລະນີ 59 ຈະຖືກດຳເນີນການທາງກົດໝາຍອາຍາ https://dekwatlaos.com/blog-daily/hot-social/%e0%ba%95%e0%ba%b3%e0%ba%ab%e0%ba%bc%e0%ba%a7%e0%ba%94%e0%ba%a2%e0%ba%b7%e0%ba%99%e0%ba%a2%e0%ba%b1%e0%ba%99-%e0%ba%81%e0%bb%8d%e0%ba%a5%e0%ba%b0%e0%ba%99%e0%ba%b5-59-%e0%ba%88%e0%ba%b0%e0%ba%96/823/ Wed, 05 May 2021 09:03:00 +0000 https://dekwatlaos.com/?p=823 ຈາກກໍລະນີ 59 ຫຼື ນາງ ມອມມີນາ (ຕີນ່າ) ທີ່ສັງຄົມໃຫ້ຄວາມສົນໃຈຫຼາຍເປັນພິເສດ ເຊີ່ງເປັນຜູ້ທີ່ພາເອື້ອຍຮັກ ແລະ ຜູ້ຊາຍໄທສອງຄົນ ໄປທ່ຽວສະຖານທີ່ສາທາລະນະຕ່າງໆ ທີ່ພາໃຫ້ເກີດການລະບາດພະຍາດໂຄວິດ 19 ຮອບສອງຢ່າງຮ້າຍແຮງ ສ້າງຜົນກະທົບຕໍ່ເສດຖະກິດ ແລະ ສົງຄົມ ຂອງ ສປປ ລາວ. ຕໍ່ການກະທຳດັ່ງກ່າວ ເຫັນວ່າເປັນການກະທຳທີ່ແຕະຕ້ອງເຖີງກົດໝາຍ ມາດຕາ 199 ຂອງປະມວນກົດຫມາຍອາຍາ ແຫ່ງ ສປປ ລາວ.

ເມື່ອວັນທີ່ 3 ພຶດສະາ ຕຳຫຼວດໄດ້ອອກມາຖະແຫລ່ງຢືນຢັນວ່າ ນາງສາວ ຕີນ່າ  ແມ່ນໄດ້ຖືກຄວບຄຸມໄປ ຫຼັງຈາກອອກ ໂຮງໝໍ ພາຍຫຼັງປິ່ນປົວຫາຍດີແລ້ວ

ທ່ານ ພັນໂທ ວິລະພົນ ໄພບູນ ຫົວໜ້າພະແນກຕຳຫຼວດຄຸ້ມຄອງຄົນຕ່າງປະເທດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຄະນະກອງເລຂາ ຄະນະສະເພາະກິດ ເພື່ອປ້ອງການ ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ 19 ຂັ້ນນະຄອນຫຼວງວຽງຈັນ. ໄດ້ຖະແຫຼ່ງຕໍ່ໄປອີກວ່າ

ຜ່ານການປິ່ນປົວຂອງແພດຫມໍດີແລ້ວ ແຕ່ຕ້ອງໄດ້ສຶບຕໍ່ເຝົ້າລະວັງຕິດຕາມອາການຜູ້ກ່ຽວ ເຈົ້າຫນ້າທີ່ ຈື່ງໄດ້ດຳເນີນການຄວບຄຸມແຍກປ່ຽວອີກ ເປັນເວລາ 14 ວັນ ເພື່ອຕິດຕາມອາການຕໍ່ໄປ.

ຫຼັງຈາກນັ້ນ ເຈົ້າໜ້າທີ່ ປກສ ຈະໄດ້ດດຳເນີນສຶບຕໍ່ສຶບສວນ ສອບສວນ ຜູ້ກ່ຽວ ແລະ ພັກພວກເພື່ອສະຫຼຸບສຳນວນຄະດີ ສົ່ງໃຫ້ອະໄອຍະຖະແຫລງການຕັດສິນຕາມຂັ້ນຕອນລະບຽບກົດໝາຍຂອງ ສປປ ລາວ ຕໍ່ໄປ.

]]>
ສາວນັກສຶກສາໃຈເດັດຂີ່ລົດໄລ່ຕຳໂຈນ ຈົນໄດ້ກະເປົາຄືນ https://dekwatlaos.com/blog-daily/hot-social/%e0%ba%aa%e0%ba%b2%e0%ba%a7%e0%ba%99%e0%ba%b1%e0%ba%81%e0%ba%aa%e0%ba%b6%e0%ba%81%e0%ba%aa%e0%ba%b2%e0%bb%83%e0%ba%88%e0%ba%81%e0%bb%89%e0%ba%b2%e0%ba%82%e0%ba%b5%e0%bb%88%e0%ba%a5%e0%ba%bb%e0%ba%94/396/ Thu, 22 Oct 2020 18:06:21 +0000 https://dekwatlaos.com/?p=396 ເມື່ອຕອນແລງຂອງວັນທີ່ 22 ມີຜູ້ໃຊ້ງານເຟສບຸກລາຍຫນື່ງໂພສວີດີຈາກກ້ອງວົງຈອນປິດ ເປັນສາວນັກສຶກສາ  ເລັ່ງລົດຈັກຕ່ຳໂຈນຜູ້ຮ້າຍ ທີ່ດຶງກະເປົາຂອງລາວໄປ.

ເຊີ່ງເປັນວິນາທີ່ສ່ຽງຊີວິດຂອງສາວໃຈກ້າຜູ້ນີ້  ໂໍໍຊກດີລາວ ສາມາດໄລ່ເວນທັນໂຈນ ແລະ ໄດ້ຮັບການຊ່ວຍເຫລື່ອຈາກຜົນລະເມືອງດີ ເຂົ້າມາຊ່ວຍຈັບມັດໂຈນ ສົ່ງເຈົ້າຫນ້າທີ່ຕຳຫລວດ.

ບົດສົນທະນາຕອນຫນື່ງໃນວີດີໂອຄລີບບອກວ່າ “ເກັ່ງຫລາຍ ສາວນີ້ເກັ່ງຫລາຍ ໂຈນຜູ້ນີ້ດຶງກະເປົາລາວໄປ ແລະ ລາວໄລ່ລົດຕ່ຳເອົາຄືນເລີຍ” “ເກັ່ງແທ້ເກັ່ງວ່າ ປ໊າດ ໃຈລາວເດັດຂະນາດ.”

ເບິ່ງວີດີໂອເຫດການ ໂຊມຫນ້າໂຈນຜູ້ຮ້າຍເພີ່ມເຕີ່ມ ໄດ້ທີ່ Facebook User => Tom Sengpisa Thammavong

ສຳຫລັບອາການຂອງນ້ອງນັກສຶກສາ ໄດ້ຮັບບາດເຈັບເລັກນ້ອຍທີ່ປາຍຄາງ ແລະ ຂາ ຈາກເຫດລົດລົ້ມ ແລະ ປະທະກັບຜູ້ຮ້າຍ.

ຂໍໍໍຊົມເຊຍຄວາມກ້າຫານຂອງນ້ອຍ ແລະ ພໍ່ແມ່ປະຊາຊົນທີ່ຊ່ວຍກັນ ເປັນຫູ ເປັນຕາ ຈັບໂຈນຜູ້ຮ້າຍໃນຄັ້ງນີ້ດ້ວຍ.

ຫລັງຈາກວີດີໂອເປັນໄວລອລ ບໍ່ດົນ ມີຊາວເນັດ ພາກັນອອກຄວາມເຫັນ ຊື່ນຊົມຄວາມກ້າຫານຂອງນ້ອງ ທີ່ກ້າຕັດສິນໃຈເອົາຊີວິດເຂົ້າສ່ຽງໃນຄັ້ງນີ້ ນອກຈາກນີ້ຍັງມີຜູ້ໃຊ້ງານເຟສບຸກຫລາຍໆທ່ານ ສົງສານ ອິດູຕົນນ້ອງ ຊ່ວຍກັນໂອນເງິນເປັນຄ່າຂວັນກຳລັງໃຈ ຄ່າຮັກສາບາດແຜ່ໃຫ້ນ້ອງດ້ວຍ.

]]>