ຂ່າວບຸນ – ເດັກວັດລາວ https://dekwatlaos.com ພວກເຮົາຢາກແບ່ງປັນສາລະທັມ,ປະສົບການຮຽນຮູ້ສັງຄົມ ແລະ ເຕັກໂນໂລຊີແຫ່ງຍຸກສະໄຫມ Tue, 18 May 2021 09:24:21 +0000 en-US hourly 1 https://wordpress.org/?v=6.9.4 https://dekwatlaos.com/wp-content/uploads/2021/11/cropped-Untitled-1-32x32.png ຂ່າວບຸນ – ເດັກວັດລາວ https://dekwatlaos.com 32 32 ມູນນິທິສົ່ງເສີມການສຶກສາສົງ ຖວາຍເງິນອຸປະຖຳ ໂຄງການເຝິກອົບຮົມຄຣູວິປັດສະນາ https://dekwatlaos.com/blog-daily/buddhist-news/%e0%ba%a1%e0%ba%b9%e0%ba%99%e0%ba%99%e0%ba%b4%e0%ba%97%e0%ba%b4%e0%ba%aa%e0%ba%bb%e0%bb%88%e0%ba%87%e0%bb%80%e0%ba%aa%e0%ba%b5%e0%ba%a1%e0%ba%81%e0%ba%b2%e0%ba%99%e0%ba%aa%e0%ba%b6%e0%ba%81%e0%ba%aa/461/ Thu, 26 Nov 2020 14:37:18 +0000 https://dekwatlaos.com/?p=461

ພຣະຍອດຄຳບຸນທະວີ ປະສິດທິສັກ ຫົວຫນ້າກັມມາທິການສາທາລະນູປະການ ແລະ ຜູ້ເຕົ້າໂຮມ ມູນນິທິສົງເສີມການສຶກສາສົງ ພ້ອມດ້ວຍຄະນະກຳມະການ ແລະ ສັດທາສາທຸຊົນ ຮ່ວມ ມອບຖວາຍເງິນອຸປະຖັມ ໂຄງການ ເຝິກອົບຮົມຄຣູວິປັດສະນາ ຂອງກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ ຈຳນວນ 83,000.0000 ກີບ ທີ່ ຫ້ອງການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ ວັດທາດຫຼວງເຫນືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ໃນພິທີມອບຖວາຍ ພຣະຫຼັກແກ້ວ ມະຫາເຫວດ ມະເສໄນ ຮອງປະທານອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ອົງຊີ້ນຳລວມວຽກງານເຜີຍແຜ່ສີລະທັມ ແລະ ປະຕິບັດກັມມມະຖານ ທົ່ວປະເທດ ພຣະຍອດຄຳສີທົນໄຊຍະວົງສອນ ຫົວຫນ້າກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ພ້ອມດ້ວຍ ຄະນະສົງໃຫ້ການຕ້ອນຮັບ ແລະ ຮ່ວມອະນຸໂມທະນາ.

ພຣະຍອດຄຳບຸນທະວີ ປະສິດທິສັກ ກ່າວໃນຕອນຫນຶ່ງວ່າ “ມູນນິທິນີ້ ສ້າງຕັ້ງຂຶ້ນ ເພື່ອສົ່ງເສີມການສຶກສາໃຫ້ແກ່ພຣະສົງສາມະເນນ ແລະ ເຜີຍແຜ່ສີລະທັມ ວັດທະນະທຳ ປະເພນີຂອງຊາດ ເຊິ່ງໃນປີນີ້ ນອກຈາກກມູນນິທິສົງເສີມການສຶກສາສົງ ໄດ້ຊ່ວຍເຫຼື່ອກິດຈະກຳເຝິກອົບຮົມພະນັກງານສົງ ທີ່ ວັດສີສະເກດໄປແລ້ວຮອບຫນື່ງ ການມອບຖວາຍເງິນໃຫ້ແກ່ໂຄງການນີ້ ເປັນຮອບທີ່ສອງ.

ຫຼັງຈາກນັ້ນ ພຣະຫຼັກແກ້ວ ມະຫາເຫວດ ມະເສໄນ ໄດ້ກ່າວຂອບໃຈ ອະນຸໂມທະນາວ່າ “ຮູ້ສຶກປຶ້ມໃຈ ດິໃຈ ທີ່ມູນນິທິການສຶກສົງ ໂດຍ ການນຳຂອງພຣະຍອດຄຳບຸນທະວີ ປະສິດທິສັກ ໄດ້ນຳເງິນມາມອບຖວາຍ ເພື່ອບູຊາຄຸນຂອງຍາທ່ານໃຫຍ່ ຊາລີ ກັນຕະສີໂລ ແລະ ເພື່ອບູຊາຄຣູ ວິປັດສະນາກັມມະຖານ ຄຣູເປັນຜູ້ມີບົດບາດສຳຄັນ ເປັນຜູ້ພັດທະນາຄົນ ພັດທະນາສັງຄົມ ພັດທະນາໂລກ ການທີ່ມູນນິທິເອົາປັດໄຈ ມາຖວາຍ ຖືວ່າຖືກຫລັກ ຖືກຍອດບຸນ ມາສົ່ງເສີມ ສ້າງບຸກຄະລາກອນ ມາສ້າງຊັບພະຍາກອນຂອງຊາດ. “

ສຸດທ້າຍ ພຣະຍອດຄຳບຸນທະວີ ປະສິດທິສັກ ຍັງໄດ້ກ່າວເຊີນຊວນ ອອກຕົນຍາດໂຍມຜູ້ມີຈິດສັດທາ ຮ່ວມສົມທົບທຶນ ເຂົ້າມູນນິທິການສຶກສາສົງໃຫ້ເຂັ້ມແຂງ ແລະ ທົ່ວເຖິງເຂດຫ່າງໄກ່ຊອກຫລີກ ຍັງມີພຣະສົງສາມະເນນ ທີ່ຂາດເຂີນ ທຶນການສຶກສາ ແລະ ສິ່ງອຳນວຍຄວາມສະດວກອື່ນໆ.

ພາບ-ຂ່າວ ໂດຍ : ກັມມາທິການເຜີຍແຜ່ສີລະທຳ ແລະ ປະຕິບັດກັມມະຖານ ສູນກາງ ອພສ,​ ໜ່ວຍງານສື່ປະຊາສັມພັນ

]]>
ພຣະຫຼັກແກ້ວວໍລະຍານາທິດີ (ມະຫາເວດ ມະເສໄນ) ເມດຕາ ກ່າວເປີດກອງປະຊຸມ ງານບຸນປະຕິບັດທັມ ປະຈຳປີ ພ.ສ 2563 https://dekwatlaos.com/blog-daily/buddhist-news/%e0%ba%9e%e0%ba%a3%e0%ba%b0%e0%ba%ab%e0%ba%bc%e0%ba%b1%e0%ba%81%e0%bb%81%e0%ba%81%e0%bb%89%e0%ba%a7%e0%ba%aa%e0%ba%b8%e0%bb%80%e0%ba%a1%e0%ba%97%e0%ba%b2%e0%ba%97%e0%ba%b4%e0%ba%9a%e0%bb%8d%e0%ba%94/422/ Wed, 04 Nov 2020 12:52:49 +0000 https://dekwatlaos.com/?p=422 ມື້ນີ້ ກັມມາທິການເຜີຍແຜ່ສີລທັມ ແລະ ປະຕິບັດກັມມະຖານ ສູນກາງ ອົງການພຸດທະສາສະໜາສຳພັນລາວ ຈັດກອງປະຊຸມກຽມງານບຸນປະຕິບັດທັມປະຈຳປີ ພ.ສ 2563 ທີ່ຫ້ອງການເຜີຍແຜ່ສີລະທັັມ ແລະ ປະຕິບັດກັມມະຖານສູນກາງ ອພສ ວັດທາດຫຼວງເຫນືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ຝ່າຍສົງ

ກອງປະຊຸມ ເມດຕາ ເປັນປະທານກ່າວເປີດໂດຍ ພຣະຫຼັກແກ້ວສຸເມທາທິບໍດີ (ມະຫາເວດ ມະເສໄນ), ອົງຊີ້ນຳລວມວຽກກງານເຜີຍແຜ່ສີລທັມ ແລະ ປະຕິບັດກັມມະຖານ ທົ່ວປະເທດ,ຮອງປະທານ ສູນກາງອົງການພຸດທະສາສະໜາສັມພັນແຫ່ງ ສ.ປປ ລາວ ພ້ອມດ້ວຍ ພຣະຍອດຄຳ ສຸນທໍລະຍານ (ສີທົນ ໄຊຍະວົງສອນ),ຫົວໜ້າກຳມາທິການເຜີຍແຜ່ສີລະທຳ ແລະ​ ປະຕິບັດກຳມະຖານ ສູນກາງ​ ອພສ, ພຣະຍອດຄຳ ຄຳວັນ ວໍຣະເດດ ຮອງເຈົ້າຄະນະ ອພສ ນະຄອນຫຼວງ ລວມທັງ ເຈົ້າອາວາດສຳນັກປະຕິບັດທັມ,ພຣະເຖຣານຸເຖຣະ 9 ຕົວເມືອງ ພາຍໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມ

ຝ່າຍຄາລະວາດ

ປະກອບດ້ວຍ ແນວລາວສ້າງຊາດເມືອງ,ເຈົ້າເມືອງ,ນາຍບ້ານ 9 ຕົວເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງໃນນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ອອກຄວາມຄິດເຫັນ ແລະ ລາຍງານ ປັນຫາ ຂໍ້ຄົງຄ້າງໃນປີທີ່ຜ່ານມາ.

ເປັນປະຈຳທຸກປີ ຫຼັງຜ່ານລະດູການອອກພັນສາ ພຣະສົງຮັບ ຖວາຍຜ້າກະຖິນນະທານແລ້ວ ເປັນຊ່ວງເວລາອັນເຫມາະເຈາະ ທີ່ພິກຂຸສົງຈະຫາເວລາປີກວິເວກປະຕິບັດທັມ ທຸດົງໄປໃນທີ່ຕ່າງໆ ຕາມ ພູເຂົາ ລຳເນົາໄພ ຄົ້ນຫາຄູບາອາຈານ ຜູ້ຊີ້ນຳ ທາງການປະຕິບັດອັນຖືກຕ້ອງ ຫຣືບໍ່ ກໍ່ເຂົ້າຮ່ວມປະຕິບັດຕາມສຳນັກປະຕິບັດທັມຕ່າງໆຕາມຄວາມເຫມາະສົມ.

]]>
ສະຫລຸບ ຖະແຫລງຂ່າວ: ການຈັດງານບຸນນະມັດສະການພຣະທາດຫລວງປະຈຳ https://dekwatlaos.com/blog-daily/buddhist-news/%e0%ba%96%e0%ba%b0%e0%bb%81%e0%ba%ab%e0%ba%a5%e0%ba%87%e0%ba%82%e0%bb%88%e0%ba%b2%e0%ba%a7-%e0%ba%81%e0%ba%b2%e0%ba%99%e0%ba%88%e0%ba%b1%e0%ba%94%e0%ba%87%e0%ba%b2%e0%ba%99%e0%ba%9a%e0%ba%b8%e0%ba%99/376/ Thu, 22 Oct 2020 11:05:08 +0000 https://dekwatlaos.com/?p=376 -ອິງຕາມຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫລວງວຽງຈັນ ສະບັບເລກທີ່ 0690/ຈນວດ ລົງວັນທີ່ 13 ກໍລະກົດ 2018 ວ່າດ້ວຍການຄຸ້ມຄອງສະໜາມຫຼວງ, ພຣະທາດຫຼວງ ແລະ ບໍລິເວນອ້ອມຮອບ

-ອິງຕາມແຈ້ງການຫ້ອງວ່າການສູນກາງພັກ ຂອງລັດຖະບານ ສະບັບເລກທີ່ 282/ຫສພ, ລົງວັນທີ່ 15 ຕຸລາ 2020 ເລື່ອງ ການຈັດງານບຸນນະມັດສະການພຣະທາດຫລວງ ປະຈຳປີ 2020 ແລະ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບ ເລກທີ່ 1132/ຫສນຍ, ລົງວັນທີ 15 ຕຸລາ 2020

ດ້ວຍຈຸດປະສົງ ແລະ ຄາດຫມາຍ 4 ປະການ ຄື

  1. ເພື່ອອະນຸລັກ ແລະ ເສີມຂະຫຍາຍມູນເຊື້ອປະເພນີອັນດີງາມຂອງງານບຸນນະມັດສະການພຣະທາດຫລວງຂອງຊາວລາວກໍ່ຄືຊາວນະຄອນຫຼວງວຽງຈັນທີ່ສືບທອດກັນມາແຕ່ບູຮານນະການໃຫ້ຍືນຍົງຕະຫຼອດໄປ.
  2. ເພື່ອເປັນການສ້າງແບບແຜນວິຖີວັດທະນະທຳໃຫມ່ (New Normal) ຕິດພັນການຊຸ້ກຍູ້ສົ່ງເສີມການທ່ອງທ່ຽວພາຍໃນໃຫ້ມີຄວາມເຂັ້ມແຂງ ແລະ ເພື່ອພື້ນພູຜົນກະທົບຈາກໂລກລະບາດ Covid-19
  3. ຖືເອົາໂອກາດບຸນນະມັດສະການພຣະທາດຫລວງ ເຊີ່ງມີປີລະຄັ້ງ ເພື່ອເປັນການສ້າງເງື່ອນໄຂ່ໃຫ້ປະຊາຊົນລາວທັງຊາດທີ່ມີຈິດສັດທາຕໍ່ອົງພຣະທາດຫລວງທີ່ເປັນມໍລະດົກ ເປັນມິ່ງຂວັນຂອງຊາດລາວໄດ້ມາຂາບໄຫວ້ສັກກາລະບູຊາ
  4. ເພື່ອຮັບປະກັນຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍ,ຄວາມສະອາດງາມຕາໃນຂອບເຂດການຈັດງານປະເພນີບຸນນະມັດສະການພຣະທາດຫລວງ.

ເຫັນດີໃຫ້ຈັດງານບຸນນະມັດສະການພຣະທາດຫລວງປະຈຳປີ 2020 ແຕ່ຈະມີຄວາມແຕກຕ່າງຈາກປີທີ່ຜ່ານມາ ຄື ໃຫ້ເນັ້ນໃສ່ທາງດ້ານຮີດຄອງປະເພນີ, ບໍ່ໃຫ້ມີງານຕະຫລາດນັດວາງສະແດງ ແລະ ຈຳຫນ່າຍສິນຄ້າ ເນື່ອງຈາກສະພາບການລະລາດຂອງພະຍາດໂຄວິດ 19.

ສຳຫລັບວັນເວລາ ບຸນນະມັດສະການພຣະທາດຫຼວງປະຈຳປີ 2020 ກຳຫນົດໃຫ້ເວລາພຽງ 3 ວັນ ຄື ນັບແຕ່ວັນທີ່ 29-31 ຕຸລາ 2020 ກົງກັບມື້ຂື້ນ 13-15 ຄ່ຳ ເດືອນ 12 ເພັງ ພສ 2563

-29 ຕຸລາ 2020 ກົງກັບ ມື້ຂຶ້ນ 13 ຄໍ່າ ເດືອນ 12 ລາວ ພສ 2563:

ຕອນເຊົ້າ 08 ໂມງ ເປັນຕົ້ນໄປ ຫ້າງຫາກະກຽມຕົກແຕ່ງ ສະຖານທີ່ດ້ານນອກ ແລະ ໃນກົມມະລຽນພຣະທາດຫລວງ ແລະ ພິທີຄອບໄຄວ່ ຢູ່ 3 ຈຸດ ຈຸດທີ່ 1 ເອີ້ນວ່າດ່ານເຂົ້າເມືອງ ຢູ່ຫນອງບອນ ແປະຫ້ອງການບ້ານຫນອງບອນ ຈຸດທີ່ 2 ຫໍນາງສີດາ ຈຸດທີ່ 3 ຈຸດສຳຄັນທີ່ສຸດ ຄອບໄຄ່ວ ຫໍປູຕາ

ຕອນແລງ 16 ໂມງ ພິທີສູດປະລິຕະມຸງຄຸນ ເປີດປະຕູພຣະທາດຫຼວງ

ຕອນແລງ 20 ໂມງ ແຫ່ຜາສາດເຜິ້ງ,ວຽນທຽນ ແລະ ຄົບງັນຕາມປະເພນີ.

-30 ຕຸລາ 2020 ກົງກັບມື້ຂຶ້ນ 14 ຄໍ່າ ເດືອນ 12 ລາວ ພສ 2563:

ເວລາ 13 ໂມງ ເຕົ້າໂຮມຜາສາດເຜີ້ງຈາກ 4 ຕົວເມືອງ ຢູ່ຫນ້າວັດຫນອງບອນ

ເວລາ 13:30 – 18:00 ເຄື່ອນຂະບວນ ພິທີແຫ່ຜາສາດເຜີ້ງ ສູ່ກົມມະລຽນພຣະທາດຫລວງ,ທັງຂະບວນແຫ່ທັງບັ້ງ,ດົນຕຣີພື້ນເມືອງ, ຫລັງຈາກນັ້ນ ຟັງທັມມະເທດສະນາ 1 ກັນ ແລ້ວ ຄົບງັນຕາມປະເພນີ.

-31 ຕຸລາ 2020 ກົງກັບມື້ຂຶ້ນ 15 ຄໍ່າ ເດືອນ 12 ລາວ ພສ 2563 :

ເວລາ 7 ໂມງ – 8 ໂມງ ພິທີໄຫວ້ພຣະຮັບສິນ, ຟັງທັມມະເທດສະໜາ,ຖວາຍສັງຄະທານ ຍາດນ້ຳ ແລະ ພິທີຕັກບາດຂອງພຣະສົງສາມເນນ ສ່ວນຮູບແບບການຕັກບາດໃນຕອນເຊົ້າ ແມ່ນໃຫ້ຈໍາກັດ ແລະ ໂດຍກໍາກັບການວາງບາດຄູບາໃຫ້ມີໄລຍະຫ່າງທີ່ເໝາະສົມ.

ເວລາ 12 ໂມງ ເຕົ້າໂຮມນັກກິລາຕີຄີຢູ່ວັດທາດຫລວງໃຕ້

ເວລາ 12:30 ພິທີອັງເຊີນລູກຄີຢູ່ຫໍເຈົ້າໄຊຍະເສດຖາທິລາດ ເຂົ້າສູ່ພຣະທາດຫລວງ ແລ້ວໆ ແຫ່ຂະລວນລູກຄີສູ່ສະຫນາມຫລວງ ແລະ ເປີດການແຂ່ງຂັນຕີຄີ

ເວລາ 19 ໂມງ ພິທີວຽນທຽນຢູ່ກົມມະລຽນພຣະທາດຫລວງ,ຈູດບັ້ງໄຟບູຊາອົງພຣະທາດ

ນອກຈາກປະເພນີຢູ່ເດີນພຣະທາດຫລວງແລ້ວຍັງມີປະເພນີທີ່ກ່ຽວຂ້ອງກັບງານບຸນພຣະທາດຫລວງ ຢູ່ສະຖານທີ່ວັດອື່ນໆ ເຊັ່ນ ວັດສີເມືອງ,ວັດອົງຕື້ ແລະ ວັດອິນແປງ

ປີນ້ີເປັນປີທີ່ພິເສດ ເປັນບາງບຸນໃຫຍ່ ແນ່ນອນມີຊຸມຊົນແອ່ອັດ ຄົນຫລາຍທ້ອງຖິ່ນ ແລະ ເນື່ອງຈາກວ່າ ພະຍາດໂຄວິດ 19 ກຳລັງແຜ່ລະບາດຢູ່ ສຳຄັນທີ່ສຸດແມ່ນພໍ່ແມ່ປະຊາຊົນຕ້ອງເປັນເຈົ້າການນຳກັນ ໃນຮັກສາ ປ້ອງກັນຕົນເອງ ກ່ອນອອກຈາກບ້ານເຮືອນໃຫ້ໃສ່ຜ້າຜິດປາກ ເມື່ອຮູ້ສຶກບໍ່ສະບາຍໃຫ້ບໍ່ຄວນອອກຈາກບ້ານ ແລະ ມີສະຕິລະວັງຕົວໃນການຫລີ້ນບຸນນະມັດສະການພຣະທາດຫລວງປີນີ້.

ສຳຫລັບປີນີ້ ໃນບໍລິເວນສະຫນາມຫລວງ ເພີ່ນບໍ່ອະນຸຍາດໃຫ້ມີຮ້ານຂາຍເຄື່ອງເພີ່ມເຕີ່ມໄປອີກ ແຕ່ຈະໃຫ້ເປັນບ່ອນຝາກລົດ ໃຫ້ພໍ່ແມ່ປະຊາຊົນໄດ້ມີບ່ອນຝາກລົດຢ່າງກວ້າງຂວາງແທນ

ຄ່າຝາກລົດ

 ລົດໃຫຍ່ 20,000 ກີບ

ສາມຫລໍ້ 15,000 ກີບ

ລົດຈັກ 10,000 ກີບ

ດາວໂຫລດອ່ານເອກກະສານຖະແຫລ່ງຂ່າວເຕັ້ມໆ

]]>
ໂຄງການ “ທັມມະກະຖຶກ” ໃນພັນສາ 3 ເດືອນ ປິດລົງຢ່າງຈົບງາມ https://dekwatlaos.com/blog-daily/buddhist-news/%e0%bb%82%e0%ba%84%e0%ba%87%e0%ba%81%e0%ba%b2%e0%ba%99-%e0%ba%97%e0%ba%b1%e0%ba%a1%e0%ba%a1%e0%ba%b0%e0%ba%81%e0%ba%b0%e0%ba%96%e0%ba%b6%e0%ba%81-%e0%bb%83%e0%ba%99%e0%ba%9e%e0%ba%b1/339/ Sun, 11 Oct 2020 12:26:49 +0000 https://dekwatlaos.com/?p=339 ໂຄງການ ທັມມະກະຖຶກ ຫຣື ການເຝິກອົບຮົມພຣະພິກຂຸສົງສາມະເນນໃຫ້ເປັນຜູ້ແສດງທັມ ຕາມຫລັກ ໄຕຣສິກຂາ, ອະຣິຍະສັຈ 4 ຫຣື ປະຕິດຈະສະມຸບບາດ ເຊີ່ງເປັນຫລັກທັມສຳຄັນຂອງພຸດທະສາສະໜາ.

ໂຄງການ ເຝິກອົບຮົມ ພຣະທັມມະກະຖືກ ໃນໄຕຣມາສ ຊ່ວງເຂົ້າພັນສາ ປີ ພສ 2563 ທີ່ ສຳນັກວັດສະຕະສະຫັສສາຣາມ (ວັດສີສະເກດ) ທີ່ບ້ານຊຽງຢືນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ.

ດ້ວຍເລັ່ງເຫັນຄວາມສຳຄັນຂອງວຽກງານເຜີຍແຜ່ສີລະທັມ ເຮັດແນວໃດ່ໃຫ້ພຣະທັມຄຳສອນຂອງພຣະສັມມາສັມພຸດທະເຈົ້າ ໄດ້ເຂົ້າເຖີງປະຊາຊົນ ໄດ້ຊືມຊັບ ໄດ້ເຂົ້າໃຈ ໃຫ້ທ່ອງແທ້ ບໍ່ແມ່ນເລື່ອງຈະເຮັດໄດ້ງ່າຍ. ດັ່ງນັ້ນການເຟິກຫັດພຣະພິກຂຸສົງໃຫ້ເປັນພຣະທັມມະກະຖືກທີ່ດີມີຄວາມຮູ້ ຈິ່ງເປັນວຽກງານອັນສຳຄັນ ທີ່ຈະເຂົ້າມາຊ່ວຍວຽກງານເຜີຍແຜ່ສີລະທັມໃນສັງຄົມເຮົາ.

ນອກຈາກນີ້ ໂຄງການ ຍັງເປັນ ໂອກາດດີ ສຳຫລັບພຣະພິກຂຸສົງທີ່ຈະ ໄດ້ສຶກສາ ພ້ອມປະຕິບັດ ຍົກລະດັບຄວາມສາມາດໃນການສະແດງອອກ ມີໂອກາດໄດ້ຮຽນຮູ້ຫລັກສີລທັມ ເຕັນນິກ ການເທດສະນາ ການບັນຍາຍ ຕາມຫລັກ ວິຊາການ ຈາກຫລາກຫລາຍຄູບາອາຈານ ຜູ້ມີປະສົບການ.

ພຣະພິກຂຸສົງນັ້ນ ຈະເປັນຜູ້ນຳທາງຈິດວິນຍານທີ່ສົມບູນໄດ້ ຈະຕ້ອງໄດ້ຜ່ານການ ສຶກສາ ນຳໄປໃຊ້  ແລະ ບັນລຸມັກຜົນ ຕາມລຳດັບ ບາລີວ່າ ປະຣິຍັດ ປະຕິບັດ ປະຕິເວດ , ແນວໃດ່ກໍ່ດີ ພຣະສົງກໍ່ຍັງຖືວ່າ ເປັນຜູ້ມີຄວາມຮູ້ ມີຈິດໃຈສູງ ມີເມດຕາ ຄ່ອຍຊີ້ນຳທາງຈິດໃຈ ພ້ອມບັນເທົາທຸກ ໃນຍາມທີ່ພຸດທະບໍລິສັດຕົກທຸກ ປະສົບປັນຫາທາງຈິດໃຈ.

ໂຄງການໄດ້ຈັດຂື້ນຕັ້ງແຕ່ ວັນທີ່ 05 ກໍລະກົດ 2020 – 07 ຕຸລາ 2020 ພສ 2563, ມີຈໍານວນຜູ້ເຂົ້າຮ່ວມທັງໝົດ 14 ອົງ ພຣະ​ 7 ອົງ ສາມະເນນ 7 ອົງ.

ຄະນະຮັບຜິດຊອບໂຄງການ ມີດັ່ງນີ້ຄື

  1. ພຣະຫລັກແກ້ວ ມະຫາວໍຣະຍານາທິບໍດີ ມະຫາເຫວດ ມະເສໄນ              ປະທານ.
  2. ພຣະ ອາຈາຣຍ໌ ສີສະຫວັດ ພຸດທະຊິໂຕ                                  ຮອງປະທານ
  3. ພຣະ ອາຈາຣຍ໌ ສົມພາວັນ ຄຸນພັກດີ                                     ຄະນະ
  4. ພຣະ ອາຈາຣຍ໌  ຄຳພັນ ປັນຍາລັດ                                       ຄະນະ
  5. ພຣະ ອາຈາຣຍ໌ ເກີດ ສົມພອນ                                           ຄະນະ
  6. ພຣະອາຈາຣຍ໌ ຜາຍ ແກ້ວພິລາ                                           ຄະນະ
  7. ທ່ານ ອາຈາຣຍ໌ ມະຫາວິຣະວັດ ວິໄລຈັກຣ໌                             ຄະນະ
]]>
ເຊີນຮ່ວມຟັງ ເສວະນາທັມ ເລື່ອງ “ພາສາສາດ ເພື່ອການສຶກສາພຣະພຸດທະສາສະໜາ” https://dekwatlaos.com/blog-daily/buddhist-news/%e0%bb%80%e0%ba%8a%e0%ba%b5%e0%ba%99%e0%ba%ae%e0%bb%88%e0%ba%a7%e0%ba%a1%e0%ba%9f%e0%ba%b1%e0%ba%87-%e0%bb%80%e0%ba%aa%e0%ba%a7%e0%ba%b0%e0%ba%99%e0%ba%b2%e0%ba%97%e0%ba%b1%e0%ba%a1-%e0%bb%80%e0%ba%a5/270/ Sun, 04 Oct 2020 15:10:24 +0000 https://dekwatlaos.com/?p=270 ເນື່ອງໃນການສະເຫຼີມສະຫຼອງວັນຄູແຫ່ງຊາດ ທີ 7 ຕຸລາ ປະຈຳປີ 2020 ທີ່ຈະມາເຖີງນີ້ ອັນເປັນວັນລະນຶກເຖິງວິຣະກຳແລະ ຄຸນູປະການຂອງບັນດາຄູອາຈານຜູ້ເປັນແມ່ພິມ ຂອງຊາດ ຜູ້ເປັນກຳລັງສຳຄັນໃນການສ້າງມັນສະໝອງຂອງຊາດ ກໍຄືເຍົາວະຊົນຜູ້ເປັນຊັບພະຍາກອນໃນການສ້າງສາພັດທະນາແລະປົກປັກຮັກສາປະເທດຊາດ

ວິທະຍາໄລສົງອົງຕື້ ຈຶ່ງຈະໄດ້ຈັດກິດຈະກຳຂຶ້ນ ໂດຍມີການນ້ອມນຶກເຖິງຄູອາຈານຜູ້ເປັນບູລະພາຈານຂອງວິທະຍາໄລສົງອົງຕື້ ພ້ອມກັນນັ້ນ ກໍຈັດກິດຈະກຳເສວະນາ ຫົວຂໍ້ “ພາສາສາດ ເພື່ອການສຶກສາພຣະພຸດທະສາສະໜາ” ເຊີ່ງກິດຈະກັມນີ້ຈະມີຂື້ນ ໃນວັນທີ 06/10/2020 ເວລາ 13:00 ນ. ເປັນຕົ້ນໄປ

*ຈຸດປະສົງຂອງການຈັດເສວະນາທັມຄັ້ງນີ້ ຄື
-ເພື່ອໃຫ້ເຫັນຄວາມສຳຄັນຂອງການສຶກສາພາສາບາລີ ສູ່ການຄົ້ນຄວ້າພຣະໄຕປິດົກ
-ເພື່ອການຄວາມເຂົ້າໃຈຢ່າງຖືກຕ້ອງຕໍ່ການຕີຄວາມແລະເຜີຍແຜ່ພຣະພຸດທະສາສະໜາ

ດັ່ງນັ້ນ ຈຶ່ງຂໍເຊີນຄູອາຈານ ນັກສຶກສາ ແລະຜູ້ສົນໃຈທົ່ວໄປ ເຂົ້າຮ່ວມກິດຈະກຳແລະຮັບຟັງການເສວະນາ ໃນໂອກາດນີ້ດ້ວຍ.

ເນື້ອໃນເສວະນາເບື້ງຕົ້ນປະກອບດ້ວຍ
– ການສຶກສາພາສາບາລີເພື່ອເຂົ້າເຖິງພຣະໄຕປິດົກ
– ການຕີຄວາມຄຳສອນພຣະພຸດທຸສາສະໜາໃຫ້ຖືກຕ້ອງແລະເຜີຍແຜ່ໃຫ້ເຂົ້າກັບຍຸກສະໄໝ
-ພຣະໄຕປິດົກ ກໍ່ຄື ຄຳສອນ ຂອງພຣະພຸດທະສາສະໜາ ເປັນຫລັກສາກົນຂອງໂລກ

ພຣະອາຈານຜູ້ຮ່ວມເສວະນາໃນຄັ້ງນີ້ ຄື

1,ພຣະອາຈານ ມະຫາອຸດອນ ອະນຸດຕະໂຣ ປະຮຽນທັມ 7 ປະໂຫຍກ ເຈົ້າອາວາດ ວັດສຸວັນນະປະດິດ

2,ພຣະອາຈານ ມະຫາສິງຫາ ໄຂ່ອຳພອນ ປະຮຽນທັມ 9 ປະໂຫຍກ

3.ພຣະອາຈານ ປອ.ບຸນຈັນ ຈັນທະລິດ ຮອງຜູ້ອຳນວຍການ ວິທະຍາໄລສົງອົງຕື້ ຝ່າຍກິດຈະການ

ຂໍຂອບໃຈຂ່າວບຸນຈາກ FB User Singha Khai Amphone

]]>
ແຊຣ໌ ປະສົບການ ຮ່ວມກອງຖ່າຍຫນັງຄັ້ງທຳອິດໃນລາວ. https://dekwatlaos.com/reviews-lo/%e0%bb%81%e0%ba%8a%e0%ba%a3%e0%bb%8c-%e0%ba%9b%e0%ba%b0%e0%ba%aa%e0%ba%bb%e0%ba%9a%e0%ba%81%e0%ba%b2%e0%ba%99-%e0%ba%ae%e0%bb%88%e0%ba%a7%e0%ba%a1%e0%ba%81%e0%ba%ad%e0%ba%87%e0%ba%96%e0%bb%88%e0%ba%b2/44/ Thu, 01 Oct 2020 08:25:52 +0000 https://dekwatlaos.com/?p=44 ສະບາຍດີທຸກຄົນ  ມື້ນີ້ ບໍ່ມີຫຍັງຫລາຍ ຈະມາແຊຣ໌ປະສົບການເລັກນ້ອຍ ທີ່ໄດ້ໄປຮ່ວມຖ່າຍຫນັງສັ້ນ ກັບທີມງານຮູບເງົາທັມ ຂອງກັມມາທິການເຜີຍແຜ່ສີລະທັມ ຮ່ວມ ກັບນ້ອງໆທີມງານ ມິດຕະພາບ ໂພຣດັກຊັ່ນ ມີແຕ່ຜູ້ທີ່ມັກຮັກ ຫລົງໄຫລ່ ວຽກງານຖ່າຍຮູບ ຖ່າຍຫນັງ ເປັນຊີວິດຈິດໃຈ ພ້ອມອາສາຊ່ວຍ.

ເມື່ອກ່ອນ ຂ້ອຍແຫລະ ຄົນຫນື່ງທີ່ຄິດວ່າ ເປັນຫຍັງບ້ານເຮົາຄືບໍ່ມີ ຫນັງ ຫລື ເອັມວີ ເພັງດີໆຄືບ້ານເຂົາແດ່ ເບິ່ງໂທລະທັດລາວ ກໍ່ບໍ່ຄ່ອຍຈະມີຫນັງລາວ ສ່ວນຫລາຍກໍ່ເປັນຫນັງຈີນ ທີ່ຄົນລາວເອົາມາພາກ ຫລື ເອັມວີເພັງກໍ່ເຮັດບໍ່ໄດ້ດີ ບໍ່ຊື້ງກິນໃຈ ບໍ່ມີເລື່ອງລາວ ດີໆ ຄື ບ້ານເພີ່ນ. ຈື່ງບໍ່ເປັນເລື່ອງແປກໃຈເນາະ ທີ່ຄົນລາວເຮົາຈະຫັ່ນໄປເບິ່ງຫນັງໄທ ຟັງເພັງໄທ ທຳອິດອາດຈະບໍ່ຊິນກັບພາສາປານໄດ່ ແຕ່ຟັງໄປ ດົນໄປ ກໍ່ຊິນ ທຳຄວາມເຂົ້າໃຈໄດ້ງ່າຍ ເພາະພາສາຄ້າຍໆກັນ.

  ເຂົ້າໃຈແລ້ວວ່າ ການສ້າງຫນັງດີໆ ສັກເລື່ອງຫນື່ງ ບໍ່ແມ່ນເລື່ອງງ່າຍໆ ເບື້ອງຕົ້ນເລີຍ ບ້ານເຮົາກໍ່ຕ້ອງມີນັກຄິດນັກຂຽນ ນັກແຕ່ງບົດ ນັກເລົ່າເລື່ອງດີໆກ່ອນ ຈະເຫັນໄດ້ວ່າ ບ້ານເຮົາຍັງຂາດບຸກຄະລາກອນດ້ານນີ້ຢູ່ຫລາຍ ຕໍ່ມາກໍ່ຄືຕ້ອງເປັນບໍລິສັດທີ່ມີເງິນທຶນຫລາຍສາມາດຈັດຫາຈັດຈ້າງບຸກຄະລາກອນມືອາຊີບມາເຮັດ ຫຣື ບໍ່ກໍ່ຕ້ອງອາໄສ ບໍລິສັດ ຮ້າງຮ້ານ ໃຫຍ່ໆ ສະໜັບສະໜູນ ເພື່ອແລກກັບໂຄສະນາໃຫ້ ແລະ ທີ່ຂາດບໍ່ໄດ້ເລີຍກໍ່ຄື ຕ້ອງມີທີມງານຄຸນນະພາບ ລວມເຖີງນັກສະແດງ ຜູ້ມີປະສົບການການສາມາດທີ່ຈະສື່ເລື່ອງລາວ ຄວາມຮູ້ສຶກອອກມາໄດ້ດີ.  

ແຕ່ແນວໃດ່ກໍ່ດີ ທຸກມື້ນີ້ບ້ານເຮົາກໍ່ເລີ່ມຟົດຟື້ນຂື້ນຫລາຍແລ້ວ ເລີ່ມເຫັນມີຫນັງ ມີລະຄອນສັ້ນ ປ່ອຍຕາມສື່ສັ້ງຄົມອອນໄລນ໌ ກ່ອນນຫນ້ານີ້ກໍ່ຫາກມີ ຫນັງລາວ  ດົນໆເຮົາມັກຈະໄດ້ຍິນເທື່ອຫນື່ງ ຫນັງລາວປ່ອຍສາຍໃນໂຮງຫນັງໃຫຍ່ ສ່ວນຫລາຍກໍ່ຈະເປັນຫນັງທີ່ຜະລິດຮ່ວມກັບນັກວິຊາການປະເທດເພື່ອນບ້ານ ຫຣື ຕ່າງປະເທດມາຊ່ວຍ. ທີ່ສຳຄັນຕອນນ້ີສື່ສັງຄົມອອນໄລນ໌ມີອິດພົນຫລາຍຕໍ່ສັງຄົມ ໄວຫນຸ່ມລາວເສບສື່ອອນໄລນ໌ຫລາຍຂື້ນ ບໍລິສັດຮ້າງຮ້ານຕ່າງໆ ກໍ່ຫັ່ນມາເຮັດການຕະຫລາດອອອນໄລນ໌ ບໍ່ວ່າຈະໂຄສະນາຜ່ານເວັບໄຊຕ໌ ເຟສບຸກ ຫຣື ແຟຣທຟອມຕ່າງໆເບິ່ງກໍ່ຄືຈະມີຜົນດີກວ່າ.   

ສັງຄົມອອນລາຍກຳລັງມີບົດບາດຫລາຍຂື້ນ ໃນຂະນະດ່ຽວກັນ ສັງຄົມເຮົາກໍ່ຕ້ອງການຄົນທີ່ສ້າງສັນຜົນງານດີໆ ອອກສູ່ສັງຄົມ ກໍ່ຄືວ່າແຫລະເນາະ ບ້ານເຮົາກຳລັງພັດທະນາ ຫລາຍໆດ້ານຊ່ວຍກັນ ສະນັບສະນູນກັນ ທຸກຢ່າງ ທຸກພາກສ່ວນມີສ່ວນຊ່ວຍກັນຫມົດໃຫ້ສັງຄົມບ້ານເຮົາດີຂື້ນ ໃນອະນາຄົດຕໍ່ຫນ້າຫວັງວ່າ ຊາວຫນຸ່ມລາວ ກໍ່ຄື ຊັບພະຍາກອນຂອງຊາດຈະຊ່ວຍກັນສ້າງສັນຜົນງານດີໆ ເປັນປະໂຫຍດຕໍ່ສັງຄົມ ເປັນຫນ້າເປັນຕາໃຫ້ສົງຄົມເຮົາຕໍ່ໄປ.   ສຳຫລັບທ່ານໃດ່ຍັງບໍ່ທັນໄດ້ເບິ່ງຫນ້ງສັ້ນດ້ວຍທີມງານນີ້ ຫນັງມີຊື່ເລື່ອງວ່າ “ແມ່ຂ້ອຍ” ສາມາດ ກົດເຂົ້າເບິ່ງໄດ້ເລີຍ => ແມ່ຂ້ອຍ ທາງ Youtube ຫຣື  ຮັບຊົມໄດ້ຂ້າງລ່າງນີ້  

]]>
ທີມງານ ຮູບເງົາທັມ ເປີດກອງຖ່າຍຢ່າງເປັນທາງການ ກັບ ຮູບເງົາສັ້ນ ເລື່ອງ ທຳອິດ https://dekwatlaos.com/blog-daily/buddhist-news/%e0%ba%97%e0%ba%b5%e0%ba%a1%e0%ba%87%e0%ba%b2%e0%ba%99-%e0%ba%ae%e0%ba%b9%e0%ba%9a%e0%bb%80%e0%ba%87%e0%ba%bb%e0%ba%b2%e0%ba%97%e0%ba%b1%e0%ba%a1-%e0%bb%80%e0%ba%9b%e0%ba%b5%e0%ba%94%e0%ba%81%e0%ba%ad/116/ Mon, 17 Aug 2020 11:44:00 +0000 ມື້ນີ້ໄດ້ເລີກງາມຍາມດີ ນຳໂດຍ ພຣະອາຈານ ສີສຸກ ສະເຫຼີມຄຸນ ຫົວຫນ້າຫນ່ວຍງານສື່ແລະ ປະຊາສັມພັນຂອງກັມມາທິການເຜີຍແຜ່ ສີລະທັມ ແລະ ປະຕິບັດກັມມະຖານສູນກາງ (ອພສ),ຜູ້ອຳນວຍການສ້າງ,ທີມງານການຜະລິດ ແລະ ນັກສະແດງ ຮ່ວມພິທີເປີດກອງຖ່າຍ ຮູບເງົາສັ້ນ ເລື່ອງ “ແມ່ຂ້ອຍ “ ທີ່ ຫ້ອງການເຜີຍແຜ່ສີລະທັມແລະປະຕິບັດກັມມະຖານສູນກາງ.

ໃນພິທີ ທີມງານ ແລະ ນັກສະແດງ ຮ່ວມຟັງສູດພຣະປະຣິດຕະມຸງຄຸນ ຮັບພອນ,ສູ່ຂວັນ ຈາກ ພຣະອາຈານ ມະຫາເຫວດ ມະເສໄນ ຮອງປະທານອົງການພຸດທະສາສະໜາສຳພັນລາວ  ເມດຕາຮັບນິມົນ ເປັນປະທານໃນພິທີ ເພື່ອຄວາມສຸກ ຄວາມຈະເລີນຮຸ່ງເຮື່ອງ ຂອງຜູ້ກຳກັບ,ຜູ້ອຳນວຍການສ້າງ ແລະ ນັກສະແດງ ແລະ ເພື່ອຄວາມສຳເລັດ ປາດສະຈາກອຸປະສັກໃນການຜະລິດ.

ການສ້າງຮູບເຫງົາ ຖືເປັນພາລະບົດບາດ,ສິດ ແລະ ຫນ້າທີ່ 1 ຂອງຫນ່ວຍງານສື່ ແລະ ປະຊາສຳພັນ ຂອງ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ, ດັ່ງທີ່ພຣະອາຈານໃຫຍ່ ສີທົນໄຊຍະວົງສອນ ຫົວຫນ້າກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ ໃຫ້ສຳພາດ ກັບ ທຊລ ຊ່ອງ 1 ເນື່ອງໃນວັນ ຄົບຮອບ ສື່ມວນຊົນ ແລະ ສື່ສິ່ງພິມລາວ ຄົບຮອບ 70 ປີ ຕອນຫນື່ງວ່າ

ຫນ້າທີ ທີ່ 1 ຜະລິດສື່ທັມມະ ອອກສູ່ລາຍການ ວິທະຍຸ ແລະ ໂທລະພາບ ລວມທັງສື່ອອນໄລນ໌ ເວັບໄຊຕ໌ຕ່າງໆ

ຫນ້າທີ ທີ່ 2 ຈັດພິມປື້ມ ແລະ ວາລະສານ ທັມມະຂອງກັມມາທິການ

ຫນ້າທີ ທີ່ 3 ນຳສະເຫນີ ຜົນງານການເຄືອນໄຫວຂອງກັມມາທິການ ໃນແຕ່ລະວຽກງານ

ຮູບເງົາສັ້ນ ເລື່ອງ “ແມ່ຂ້ອຍ” ເປັນຮູບເງົາອິງທັມມະ ສົ່ງເສີມຄຸນນະທັມ ບອກເລົ່າເລື່ອງລາວ ຂອງ ປານ້ອຍ ແລະ ຄວາມຮັກຂອງຜູ້ເປັນແມ່ ທີ່ຢາກໃຫ້ລູກເປັນຄົນດີ. ແນວໃດ່ກໍ່ຕາມ ຮູບເງົາສັ້ນ ເລື່ອງນີ້ ຈະເປັນເລື່ອງທຳອິດຂອງກັມມາທິການເຜີຍແຜ່ສີລະທັມ…  ຮ່ວມກັບ ນ້ອງໆ ທີມງານ ມິດຕະພາບ ທີ່ມີຄວາມຫລົງໄຫລສາຍການຜະຫລິດ ແລະ ສີລະປະການອອກແບບ ເຊັ່ນ :

1.Thop Topsale ເຈົ້າຂອງເພຈ ຢາກໃຫ້ເບິ່ງ-yarkhaibueng  ມີຜູ້ຕິດຫລາຍກວ່າ 1,40,000 Folllowers

2.Seesouk Souvannaphongsay ເຈົ້າຂອງເພຈ Seesouk Picture ຜູ້ຕິດຕາມກວ່າ 27.000 followers

3.ແລະ ໄດ້ ແມ່ຄຳ (ຄຳພູວັນ ວັນນະຈັກ) ນັກສະແດງອາວຸໂສ ມາສະແດງ ເປັນແມ່

ແມ່ຄຳ ເຄີຍສະແດງຫນັງລາວຫລາຍເລື່ອງທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ ຮັກມະຍ່ອມມະແຍ່ມ, ບາງບົດ,Redemption ສູ່ໂລກພະທຳ ເປັນຕົ້ນ.

]]>
ນິມົນ/ເຊີນ ພຣະສົງສຳມະເນນ ແລະ ບຸກຄົນທົ່ວໄປ ຮ່ວມໂຄງການ ວາທະສິນ ວາທະທຳ https://dekwatlaos.com/buddhology/%e0%ba%99%e0%ba%b4%e0%ba%a1%e0%ba%bb%e0%ba%99-%e0%bb%80%e0%ba%8a%e0%ba%b5%e0%ba%99-%e0%ba%9e%e0%ba%a3%e0%ba%b0%e0%ba%aa%e0%ba%bb%e0%ba%87%e0%ba%aa%e0%ba%b3%e0%ba%a1%e0%ba%b0%e0%bb%80%e0%ba%99%e0%ba%99/123/ Fri, 10 Jul 2020 04:06:00 +0000
ຖ້າຫາກທ່ານເປັນຄົນຫນື່ງ ທີ່ມີຄວາມຮູ້ ຄວາມຄິດ ແຕ່ບໍ່ກ້າສະແດງອອກ ຂາດທັກສະການເວົ້າ  ການຖ່າຍທອດຕໍ່ຫນ້າມະຫາຊົນ ຫລື ເວົ້າໃສ່ໄມໂຄຣໂຟນ ໂຄງການນີ້ອາດເຫມາະກັບທ່ານ.
ໂຄງງານ ວາທະສິນ ວາທະທຳ ເປັນໂປຣແກຮມເສີມທັກສະການເວົ້າ,ການສະແດງອອກ ທີ່ເຫມາະແກ່ພຣະສົງ ແລະ ຫນຸ່ມສາວ ລຸ້ນໃຫມ່ໄຟແຮງ ທີ່ຢາກຈະປັບຕົວເຂົ້າກັບຍຸກສະໄຫມ ກໍ່ຄືຍຸກທີ່ໂລກອ່ອນໄລນ໌ມີອິດທິພົນໃນຊີວິດເຮົາ ຫຣື ທ່ານໃດ່ທີ່ຢາກຈະສ້າງຕົວຕົນໃນໂລກອອນໄລນ໌ໃຫ້ເປັນທີ່ຮູ້ຈັກ ຜ່ານເທັກນິກວິທີການ ນຳສະເຫນີ ໂດຍການເວົ້າ ການສ້າງເນື້ອຫາທີ່ມີຜົນກະທົບທາງບວກກັບສັງຄົມ.
ໂຄງການນີ້ທ່ານຈະໄດ້ພົບກັບທ່ານ ຜູ້ຊົງຄຸນນະວຸດທີ່ແກ່ປະສົບການ ຕັ້ງແຕ່ພຣະຜູ້ໃຫຍ່ ລວມທັງ ຜູ້ມີຊື່ສຽງໃນໂລກອອນໄລນ໌ຂະນະນີ້.
ແຂກຜູ້ຊົງຄຸນນະວຸດ ແລະ ພິທີກອນ ຮ່ວມໂຄງການ ດັ່ງນີ້:
1.ຍາທ່ານ ມະຫາເຫວດ ມະເສໄນ ເປັນອົງເປີດປະຖົມນິເທດ ວາທະສິນ ວາທະທຳ (ຜູ້ເປີດໂຄງການ) 11/07/20
2.ພຣະອາຈານ ປອ.ພວງປະເສີດ ພູມມະວົງ ບັນຍາຍ ເລື່ອງ ການເຜີ່ຍແຜ່ແບບບູລະນາການ 12/07/20
3.ພຣະອາຈານ ປອ.ດຳລົງ ພິມມະຈັກ ບັນຍາຍ ເລື່ອງ ການພັດທະນາຕົນເອງໃຫ້ເປັນນັກປາດ 29/08/20
4.ພຣະອາຈານ ອະທິປະໄຕ ໄມຕີຈິດ ບັນຍາຍ ເລື່ອງ ການເຜີ່ຍແຜ່ໃນຫມູ່ໄວລຸ້ນ 01/08/20
5.ພຣະອາຈານ ບຸນທະວີ ປະສິດທິສັກ ບັນຍາຍ ເລື່ອງ ປະຕິພານ ໃນການ ບັນຍາຍທຳ 23/08/20
6.ພຣະອາຈານ ສີສຸກ ສະເຫຼີມຄຸນ ບັນຍາຍ ເລື່ອງ ທຳມະກັບໂລກອອນໄລນ໌ 25/07/20
7.ພຣະອາຈານ ປອ. ຫົງສາ ບໍລິບູນ ຮ່ວມກັບ ພຣະອາຈານ ປອ.ດາວສະເດັດ ເລີດມະນີ ແລະ ພຣະອາຈານ ປອ. ບຸນຈັນ ຈັນທະລິດ ບັນຍາຍ ເລື່ອງ ເສວະນາ ການເປັນໂຄສົກພິທີກອນ 16/08/20
8.ພຣະອາຈານ ໄຊຍະເດັດ ວົງໂຊພາ ບັນຍາຍ ເລື່ອງ ອຸດົມການເຜີຍແຜ່ຂອງພຣະພຸດທະເຈົ້າ  18/07/20
9.ພຣະອາຈານ ໄພວັນ ມາລາວັນ ບັນຍາຍ ເລື່ອງ ວາທະສິນ ໃນບົດ ວັນນະກຳ 15/08/20
10.ພຣະອາຈານ ກໍ ວິເສດ ບັນຍາຍ ເລື່ອງ ການໃຊ້ສຽງຖ່າຍທອດທຳມະ 02/08/20
11.ພຣະອາຈານ ບຸນມາ ຫອມສົມບັດ ບັນຍາຍ ເລື່ອງ ການສ້າງ ສາສະນະທາຍາດ 22/08/20
12.ອາຈານທອງດີ ພົມມະວົງສາ ບັນຍາຍ ເລື່ອງ ການກ້າສະແດງອອກ 26/07/20
13 ສັກໄຊ ແສງອາລຸນ ບັນຍາຍ ເລື່ອງ ປັດຍາຊີວິດ 01/08/20
14.DJ ກັນທີ ໂພທິສານ ບັນຍາຍ ເລື່ອງ ປະສົບການຈັດລາຍວິທະຍຸ
ພິທີກອນ ດຳເນີນ ການ ມະຫາສິງຫາ ໄຂ່ອຳພອນ ພຣະມະຫາດຳ ພົມມະສານ
ເຂົ່າຮ່ວມໂຄງການໄດ້ທີ່ ວັດອົງຕື້ ມະຫາວິຫານ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ ສະເພາະວັນເສົາ-ອາທິດ ເວລາ 13.30-16.30 ໂມງ. ເລີ່ມເປີດໂຄງການວັນທີ່ 11 ກໍລະກົດ 2020 ນີ້
]]>
ເຈົ້າພາບຖວາຍທີ່ດິນ 30 ເຮັດຕາ ໃຫ້ ອພສ https://dekwatlaos.com/blog-daily/buddhist-news/%e0%bb%80%e0%ba%88%e0%ba%bb%e0%bb%89%e0%ba%b2%e0%ba%9e%e0%ba%b2%e0%ba%9a%e0%ba%96%e0%ba%a7%e0%ba%b2%e0%ba%8d%e0%ba%97%e0%ba%b5%e0%bb%88%e0%ba%94%e0%ba%b4%e0%ba%99-30-%e0%bb%80%e0%ba%ae%e0%ba%b1/124/ Wed, 08 Jul 2020 09:19:00 +0000 ທ່ານຄຳພອນ ພົນເສນາ ພ້ອມດ້ວຍຄອບຄົວ ເຊີ່ງ ທ່ານ ເປັນນັກທຸລະກິດ ປະຈຳຢູ່ບ້ານຊຽຍືນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ມີສັດທາ ຖວາຍດິນ 30 ເຮັກຕາທີ່ຕັ້ງຢູ່ລະຫວ່າງກາງ ບ້ານສາມສະອາດ-ບ້ານນາຊັບ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ແດ່ອົງການພຸດທະສາສະນາສຳພັນແຫ່ງ ສປປ ລາວ.

ອົງການພຸດທະສະນາສຳພັນແຫ່ງ ສປປລາວ ໄດ້ຕົກລົງມອບສິດຫນ້າທີ່ ໃນການດຳເນີນການສ້າງວັດ ແລະ ສະຖານການສຶກສາສົງໃຫ້ພຣະຍອດຄຳ ວໍຣະທຳມຸນີ (ປອ ພວງປະເສີດ ພູມມະວົງ) ຄະນະບໍລິຫານງານ ປະຈຳການ ສູນກາງອົງການພຸດທະສາສະນາສຳພັນແຫ່ງ ສປປ ລາວ ເປັນຜູ້ດຳເນີນການສ້າງສາ ພັດທະນາ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ໃຫ້ເປັນໄປຕາມວັດຖຸປະສົງຂອງການຖວາຍທີ່ດິນນີ້.

ເຊີ່ງພິທີມອບໃບຕາດິນ ໃຫ້ເປັນສິດຂອງ ອພສ ໄດ້ມີຂື້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ່ 8 ກໍລະກົດ 2020 ໂດຍການເປັນປະທານຝ່າຍສົງມີ ພຣະຫລັກແກ້ວມະຫາບຸນມາ ສິມມາພົມ ຮັກສາການປະທານ ສູນກາງ​ອພສ, ພຣະຫລັກແກ້ວ ມະຫາເຫວດ ມະເສໄນ ຮອງປະທານ ສູນກາງ ອພສ ພ້ອມດ້ວຍພຣະຍອດຄຳ ພຣະຫລັກຄຳ ພຣະເຖຣານຸເຖຣະ

ຝ່າຍຄາລະວາດ ມີ​ ທ່ານສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາກົມການເມືອງສູນກາງພັກ,​ ທ່ານ ຄຳໃບ ດຳລັດ ຮອງປະທານສູນກາງແນວລາວສ້າງຊາດ,​ ທ່ານ ຮສ. ປອ. ສົມອົກ ກິ່ງສະດາ ຮອງປະທານສູນກາງແນວລາວສ້າງຊາດ.​ ຄອບຄົວການນຳ ພໍ່ແມ່ປະຊາຊົນ ແລະ ຊາວບ້ານທ້ອງຖິ່ນເຂົ້າຮ່ວມເປັນສັກຂີພະຍານຢ່າງຫລວງຫລາຍ.

ເຈົ້າພາບ ທ່ານຄຳພອນ ພົນເສນາ ໃຫ້ສຳພາດຕອນຫນື່ງວ່າ “ຂ້າພະເຈົ້າມີສັດທາໃນພຸດທະສາສນາ ຖວາຍທີ່ດິນນີ້ ໃຫ້ສ້າງເປັນວັດ ເປັນສະຖານສຶກສາ ທັມມະ-ບາລີ, ໃຫ້ພຣະສົງສຳມະເນນ ມີສະຖານສຶກສາສົງ, ເພາະປັດຈຸບັນນີ້ ເຫັນພຣະສົງລາວສ່ວນຫຼາຍ ໄປສົນໃຈສຶກສາ ສາຍວິຊາທາງໂລກ ເມື່ອຈົບແລ້ວ ກໍ່ສິກຂາອອກໄປ ແລະ ທ່ານຍັງໃຫ້ເຈດຈຳນົງເພີ່ມຕື່ມວ່າ ໃຫ້ເຂດສະຖານທີ່ແຫ່ງນີ້ ເປັນບ່ອນສັກສິດ ເປັນບ່ອນສັກກາລະບູຊາ ເປັນບ່ອນສ້າງຄົນໃຫ້ມີຄວາມຮູ້ ຄວາມສາມາດໃນອະນາຄົດ ແລະ ຕໍ່ໆໄປ.”

ທາງອົງການພຸດທະສາສະໜາສຳພັນແຫ່ງ ສປປລາວ ຂໍອະນຸໂມທະນາ ໃນກຸສົນສັມປະທາຈິດ ອັນປະເສີດຂອງທ່ານ ແລະ ຄອບຄົວຢ່າງສຸດໃຈ.

]]>