ຂ່າວຊາວພຸດ – ເດັກວັດລາວ https://dekwatlaos.com ພວກເຮົາຢາກແບ່ງປັນສາລະທັມ,ປະສົບການຮຽນຮູ້ສັງຄົມ ແລະ ເຕັກໂນໂລຊີແຫ່ງຍຸກສະໄຫມ Fri, 10 May 2024 04:36:46 +0000 en-US hourly 1 https://wordpress.org/?v=6.9.4 https://dekwatlaos.com/wp-content/uploads/2021/11/cropped-Untitled-1-32x32.png ຂ່າວຊາວພຸດ – ເດັກວັດລາວ https://dekwatlaos.com 32 32 ປະຕິທິນລາວ ປີ ຄສ 2022 https://dekwatlaos.com/sociology/%e0%ba%9b%e0%ba%b0%e0%ba%95%e0%ba%b4%e0%ba%97%e0%ba%b4%e0%ba%99%e0%ba%a5%e0%ba%b2%e0%ba%a7-%e0%ba%9b%e0%ba%b5-%e0%ba%84%e0%ba%aa-2022/1585/ Sun, 21 Nov 2021 02:24:46 +0000 https://dekwatlaos.com/?p=1585
ປະຕິທິນລາວ ຄສ 2020,ວັດປ່າໂພນເພົາ ວະນາຣາມ ນະຄອນ-ຫຼວງພະບາງ ຄຳນວນໂດຍ : ສາທຸ ບຸນທັນ ປຸນຍະກາມະເຖຣະ
ເດືອນ ມັງກອນ-January
ເດືອນ ກຸມພາ-February
ເດືອນ ມີນາ – March
ເດືອນ ເມສາ- April
ເດືອນ ພຶດສະພາ – May
ເດືອນ ມິຖຸນາ – June
ເດືອນ ກໍຣະກົດ July
ເດືອນ ສິງຫາ – August
ເດືອນ ກັນຍາ – September
ເດືອນ ຕຸລາ – October
ເດືອນ ພະຈິກ – November
ເດືອນ ທັນວາ – December
]]>
ພຸດທະສາສະນິກກະຊົນລາວ ໂຮມໃຈ ຕ້ານໄພໂຄວິດ-19 ໃຫ້ວັດຜາໂອ ຫຼາຍກວ່າ 300 ລ້ານກີບ https://dekwatlaos.com/blog-daily/buddhist-news/%e0%ba%9e%e0%ba%b8%e0%ba%94%e0%ba%97%e0%ba%b0%e0%ba%aa%e0%ba%b2%e0%ba%aa%e0%ba%b0%e0%ba%99%e0%ba%b4%e0%ba%81%e0%ba%81%e0%ba%b0%e0%ba%8a%e0%ba%bb%e0%ba%99%e0%ba%a5%e0%ba%b2%e0%ba%a7-%e0%bb%82%e0%ba%ae/1543/ Thu, 21 Oct 2021 08:01:03 +0000 https://dekwatlaos.com/?p=1543 ເມື່ອວັນທີ 18 ຕຸລາ 2021ຜ່ານມານີ້ ທີ່ ສຳນັກງານສູນກາງແນວລາວສ້າງຊາດ ນະຄອນຫລວງວຽງຈັນ ໄດ້ມີພິທີມອບເງິນຈຳນວນ 300 ລ້ານກີບ ຊ່ວຍເຫຼືອ ພຣະສົງ-ສາມະເນນ ວັດປ່າຜາໂອ ນະຄອນຫຼວງພຣະບາງ ໂດຍຜ່ານສູນກາງແນວລາວສ້າງຊາດ ເພື່ອແກ້ໄຂບັນຫາຄວາມຈຳເປັນຂອງຄະນະສົງວັດດັ່ງກ່າວ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19.

ໂດຍການຮ່ວມເປັນສັກຂີພິຍານຈາກທາງຄະນະສົງ ນຳໂດຍ ພຣະຫຼັກແກ້ວ ມະຫາສຸເມທາທິບໍດີ (ບຸນມາ ສິມມາພົມ)ຮັກສາການປະທານສູນກາງ ອ.ພ.ສ , ພຣະອາຈານ ພຸດທະສອນ ອ່ອນອົງສາ ປະທານທີ່ປຶກສາຝ່າຍສົງ ມູນນິທີຊ່ອຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ແລະ ຝ່າຍຄາຣາວາດ ໂດຍ ທ່ານສິລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ ,ແມ່ປ້ານາລີ ສີສຸລິດ ພັນລະຍາປະທານປະເທດ ແຫ່ງ ສປປ ລາວ.

ວັດຜາໂອ ຫຼື ໂຮງຮຽນມັດທະຍົມສົງຕອນຕົ້ນ ບ້ານຜາໂອ ເຂດປາກເຊືອງ ເມືອງຫຼວງພະບາງ ຕາມການລາຍງານທາງເຟສບຸກ ຂອງ ສາທຸໃຫຍ່ ອ່ອນແກ້ວ ກິດຕິພັດໂທ, ເຈົ້າອະທິການ ວັດຜາໂອ ໃຫ້ຮູ້ວ່າມີສະມະເນນ 560 ຄົນ. ແຕ່ເມື່ອມີສະພາບໂຄວິດລະບາດ ໂຮງຮຽນໄດ້ປິດລົງ, ງົດການໄປບິນດະບາດ. ສະມະເນນຈໍານວນໜຶ່ງ ກໍເລີຍຂໍຍ້າຍກັບໄປຢູ່ວັດບ້ານຂອງຕົນ, ຈໍານວນໜຶ່ງກໍລາສິກຂາ ປັດຈຸບັນມີພຣະສົງ-ສະມະເນນ 469 ເປັນສະມະເນນ 447 ຕົນ ພຣະ 22 ອົງ.

ເມື່ອວັນທີ່ 11 ຕຸລາ ທາງຄະນະສະເພາະກິດຂັ້ນນະຄອນຫຼວງພຣະບາງ ໄດ້ອອກແຈ້ງການໃຫ້ວັດປ່າຜາໂອ ເປັນເຂດສີແດງປິດການເຂົ້າ-ອອກ (Lock down) ເມື່ອມີສະມະເນນຕິດເຊື້ອໂຄວິດ. ປັດຈຸບັນ ວັນທີ່ 17 ຕຸລາ ນີ້ ມີສະມະເນນຕິດເຊື້ອໂຄວິດ 18 ຕົນ , ໃນນັ້ນ ມີ ພຣະສົງ 1 ອົງ.  ຍັງນອນຄ້າງຢູ່ທີ່ກັກໂຕ ໂຮງໝໍແຂວງ 3 ຄົນ (ມີພຣະ 1 ອົງ, ຈົວ 2 ຕົນ). ກັກໂຕ ປິ່ນປົວຢູ່ສູນກັກໂຕ ທີ່ວັດຜາໂອ 15 ຕົນ,  ກຸ່ມສ່ຽງດຽວນີ້ຍັງ 46 ຕົນ.

ດັ່ງນັ້ນ, ມູນນິທີຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ.ລາວ ຈຶ່ງໄດ້ຊ່ວຍລະດົມທຶນຜ່ານຊ່ອງທາງສື່ອອອນລາຍ ແລະ ສື່ສານມວນຊົນ ໃຫ້ພຸດທະສາສະນິກກະຊົນຜູ້ໃຈບຸນທັງຫຼາຍຊ່ວຍບໍລິຈາກ ໂດຍການໂອນເງິນຜ່ານບັນຊີຂອງວັດປ່າຜາໂອ ນະຄອນຫລວງພຣະບາງ ໂດຍກົງ.

ສາທຸຊົນຜູ້ໃຈບຸນ ສາມາດຮ່ວມບໍລິຈາກໄດ້ຜ່ານ QR ໂຄດຂ້າງລຸ່ມນີ້ ຫຼື ຕິດຕໍ່ສອບຖາມ 020 56 068 899 ແລະ 020 55 044 419.

]]>
ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ ເປີດແລ້ວ ຢ່າງເປັນທາງການ https://dekwatlaos.com/blog-daily/buddhist-news/%e0%bb%82%e0%ba%ae%e0%ba%87%e0%bb%9d%e0%bb%8d%e0%ba%81%e0%ba%b0%e0%bb%80%e0%ba%aa%e0%ba%a1%e0%ba%a3%e0%ba%b2%e0%ba%94-%e0%ba%ad%e0%ba%b4%e0%ba%99%e0%bb%80%e0%ba%95%e0%ba%b5%e0%ba%a3%e0%bb%8c%e0%bb%80/1317/ Fri, 20 Aug 2021 08:15:41 +0000 https://dekwatlaos.com/?p=1317 ເມື່ອວັນທີ່ 19 ສິງຫາ 2021 ຜ່ານມານີ້ ໂຮງໝໍກະເສມຣາດອິນເຕີຣ໌ເນຊັ່ນແນລ ວຽງຈັນ. ເຊີ່ງຕັ້ງຢູ່ບ້ານ ດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນໄດ້ມີພິທີເປີດ ໃຫ້ບໍລິການແກ່ສາທາລະນະຊົນ ຢ່າງເປັນທາງກນ. ໂດຍການເຂົ້າຮ່ວມຂອງ ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກແຫ່ງ ສປປ ລາວ, ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະລັດຖະທູດແຫ່ງຣາຊະນາຈັກໄທ ປະຈໍາ ສປປ ລາວ, ທ່ານ ສາດສະດາຈານ ດຣ. ສະເຫຼີມ ຫານພານິດ ປະທານ ກໍາມະການ ບໍລິສັດ ບາງກອກເຊນ ຮອທສປີໂທ ຈໍາກັດ, ແລະ ທັງເປັນປະທານ ບໍລິສັດ ບາງກອກເຊນ ອິນເຕີຣ໌ເນຊັນແນວ (ລາວ) ຈຳກັດ ແລະ ທ່ານ ປອ. ນາງ ວາລີ ເວດສະພົງ ຮອງປະທານບໍລິສັດ ບາງກອກເຊນ ອິນເຕີຣ໌ເນຊັ່ນແນວ (ລາວ) ຈໍາກັດ ແລະ ຜູ້ຖືຮຸ້ນຝ່າຍລາວ ພ້ອມດ້ວຍ ສື່ມວນຊົນ ພໍ່ແມ່ປະຊາຊົນລາວເຂົ້າຮ່ວມຢ່າງພ້ອມພຽງ.

ກ່ອນໜ້ານີ້ ທາງບໍລິສັດ ບາງກອກ ເຊນ ຮອທສປິໂທ ລາຍງານວ່າ  ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນວ ວຽງຈັນ  ມີແຜນຈະເປີດໃຫ້ບໍລິການໃນໄລຍະທ້າຍ ປີ 2020 ແຕ່ໂຄງການກໍ່ສ້າງເກີດຄວາມຫຼ້າຊ້າ ແລະ ການລະບາດຂອງໂຄວິດ-19. ໂຮງໝໍກະເສມຣາດ ມີ 254 ຕຽງ ແລະ 38 ຫ້ອງກວດ ໃຫ້ບໍລິການທາງການແພດທີ່ກວ້າງຂວາງ ແລະ ອຸປະກອນທາງການແພດທີ່ລ້ຳສະໄໝ ພ້ອມດ້ວຍທ່ານໝໍຫຼາຍປະສົບການຈະມາຮັກສາປະຊາຊົນທຸກຊັ້ນຄົນໃນ ສປປ.ລາວ.

ທ່ານ ສາດສະດາຈານ ດຣ. ສະເຫຼີມ ຫານພານິດ ໄດ້ກ່າວວ່າ ໂຮງໝໍກະເສມຣາດ ອິນເຕີຣ໌ແນຊັ່ນແນລ ວຽງຈັນ ເປັນໂຮງໝໍເອກກະຊົນແຫ່ງທຳອິດທີ່ໃຫຍ່ທີ່ສຸດໃນ ສປປ.ລາວ ເກີດຂຶ້ນຈາກການຮ່ວມທຶນລະຫວ່າງ ບໍລິສັດບາງກອກເຊນ ຮອັທສປີໂທ ພລັບລິກ ຈຳກັດ ແລະ ບໍລິສັດ ວິເອັສພີ. ໂຮງໝໍພວກເຮົາແມ່ນຕັ້ງຢູ່ຈຸດໃຈກາງຂອງນະຄອນຫຼວງວຽງຈັນ ເພື່ອໃຫ້ບໍລິການທາງດ້ານສຸຂະພາບທີ່ດີໄດ້ມາດຕະຖານ JCI ສຳຫຼັບຊາວຕ່າງຊາດທີ່ເຂົ້າມາລົງທຶນ ແລະ ປະຊາຊົນລາວ. ເມື່ອທ່ານເຂົ້າມາໃຊ້ບໍລິການ ທ່ານຈະບໍ່ມີຄວາມຮູ້ສຶກວ່າ ຢູ່ ໂຮງໝໍ ແຕ່ທ່ານຈະໄດ້ຮັບຄວາມຮູ້ສຶກວ່າ ທ່ານຢູ່ໃນໂຮງແຮມຫ້າດາວ.

ທ່ານ ປອ ນາງ ວາລີ ເວດສະພົງ ໄດ້ກ່າວວ່າ ໂຮງໝໍກະເສມຣາດຂອງພວກເຮົາແມ່ນໄດ້ເລີ່ມວາງສີລາເລີກ ແລະ ວາງເສົາເຂັມກໍ່ສ້າງມາຕັ້ງແຕ່ວັນທີ 25 ພຶດສະພາ 2018 ມາຈົນຮອດປະຈຸບັນນີ້ເປັນເວລາ 3 ປີ, ດ້ວຍສີມືການກໍ່ສ້າງຈາກວິສະວະກອນໄທ ແລະ ລາວ , ການອອກແບບຕົກແຕ່ງພາຍໃນຂອງໂຮງໝໍເພື່ອຕອບຮັບຄອນເຊັບກໍ່ສ້າງໃນການເປັນສູນສຸຂະພາບລະດັບມາດຕະຖານສາກົນໂດຍມີການນໍາໃຊ້ອຸປະກອນລວມເຖິງເຄື່ອງໄມ້ເຄື່ອງມືຕ່າງໆທີ່ໄດ້ມາດຕະຖານ ແລະ ເປັນຍອມຮັບລະດັບສາກົນ.

ທ່ານ ດຣ.ບຸນແຝງ ພູມມະໄລສິດ ຕ່າງໜ້າລັດຖະບານໄດ້ກ່າວວ່າ ລັດຖະບານ ມີຄວາມຍິນດີ ໄດ້ອະນຸຍາດໃຫ້ສ້າງຕັ້ງໂຮງໝໍ ເພື່ອໃຫ້ເປັນໂຮງຫມໍເອກະຊົນທີ່ໄດ້ມາດຕະຖານ ເພື່ອເປັນການຫຼຸດຜ່ອນປະຊາຊົນລາວໄປໃຊ້ບໍລິການປິ່ນປົວຢູ່ຕ່າງປະເທດ.

Sources:

ກັມມາທິການເຜີຍແຜ່ສີລະທັມ

Bangkok Chain Hospital

Facebook Live: Grand Opening Kasemrad International Hospital,Vientiane ເມື່ອວັນທີ່ 19 ສິງຫາ 2021

]]>
ເສັ້ນທາງລົດໄຟລາວ-ຈີນໄກ້ສຳເລັດ 100% ກຽມເປີດບໍລິການ ທີ່ 2 ທັນວາ 2021 ນີ້ https://dekwatlaos.com/travel-lo/%e0%bb%80%e0%ba%aa%e0%ba%b1%e0%bb%89%e0%ba%99%e0%ba%97%e0%ba%b2%e0%ba%87%e0%ba%a5%e0%ba%bb%e0%ba%94%e0%bb%84%e0%ba%9f%e0%ba%a5%e0%ba%b2%e0%ba%a7-%e0%ba%88%e0%ba%b5%e0%ba%99%e0%ba%aa%e0%ba%b3%e0%bb%80/1160/ Wed, 16 Jun 2021 11:28:14 +0000 https://dekwatlaos.com/?p=1160 ອ້າງອິງຈາກ : รถไฟจีน-ลาว ใกล้เสร็จ : Suthichai live 08/06/2564

ລົດໄຟຈີນ-ລາວ ສ້າງໄກ້ສຳເລັດແລ້ວ 100% ກຳລັງກຽມເປີດໃຫ້ບໍລິການຄັ້ງທຳອິດ ໃນວັນທີ່ 2 ທັນວາ 2021 ນີ້ ກົງກັບວັນຊາດລາວ. ຖືວ່າເປັນທາງລົດໄຟຕ່າງປະເທດເສັ້ນທຳອິດທີ່ເຊື່ອມກັບລະບົບລົດໄຟຂອງຈີນ.

ເສັ້ນທາງລົດໄຟຍາວ 422 ກມ ຈາກນະຄອນຫຼວງວຽງຈັນ ໄປ ເຖີງ ສິບສອງປັນນາ ໃຊ້ເວລາ ພຽງ 4 ຊົ່ວໂມງ ກ່ອນຈະເດີນທາງຕໍ່ໄປ ເມືອງຄຸນມິ່ງ ມົນທົນຍູນນານ ດ້ວຍລາຄາປີ້ປະມານ 145.000kip/88¥.

ເສັ້ນທາງລົດໄຟຜ່ານຫຼາຍເມືອງ ເລີ່ມຈາກ ນະຄອນຫຼວງວຽງຈັນ-ວັງວຽງ-ຫຼວງພຣະບາງ-ສິບສອງປັນນາ-ຄຸນມິ່ງ-ຕ້າລີ່-ລີ່ຈຽງ-ແຊງກຣີຫຼ້າ-ຕິເບດ (ຈາກຄຸນມິ່ງເຖີງຕິເບດຄາດວ່າຈະເປີດໃຫ້ບໍລິການປີໜ້າ).

ເສັ້ນທາງລົດໄຟລາວຈີນ-ລາວ ດ້ວຍໄລຍະທາງລວມ 422 ກມ ປະກອບໄປດ້ວຍອຸໂມງ 75 ແຫ່ງ, ຂົວ ຄວາມຍາວລວມ 62 ກມ ແລະ ລົດໄຟຈະແລ່ນດ້ວຍຄວາມໄວ 160 ກມ/ຊມ.

ສະຖານີທີ່ໃຫຍ່ທີ່ສຸດຂອງເສັ້ນທາງລົດໄຟຄື ສະຖານີນະຄອນຫຼວງວຽງຈັນ ຄວບຄຸ້ມພື້ນທີ່ 14,543 ຕາລາງກິໂລແມດ ສາມາດຮອງຮັບຜູ້ໂດຍສານໄດ້ເຖີງ 2,500 ຄົນ ກໍ່ສ້າງໂດຍ ບໍລິສັດໄຊນ່າ ເຣລເວຍ໌ ຄອນສະຕຣັກຊັ່ນ ກຣຸ໋ບ (CRCG).

ການກໍ່ສ້າງເລີ່ມຕັ້ງແຕ່ເດືອນ ທັນວາ 2016 ເຊີ່ງຈີນເປັນຜູ້ສະນັບສະນູນມູນຄ່າການລົງທຶນ 70% ລວມທັງເທັກໂນໂລຍີ ແລະ ອຸປະກອນຕ່າງໆ.

ເສັ້ນທາງລົດໄຟໄດ້ຕັດຜ່ານພູຜາປ່າໄມ້ ແຜ່ນການກໍ່ສ້າງຖືກປັບປ່ຽນຫຼາຍເທື່ອ ເພື່ອຫຼຸດຜົນກະທົບຕໍ່ທຳມະຊາດ ສິ່ງແວດລ້ອມ ແລະ ວິທີຊີວິດສັດປ່າ.

ເສັ້ນທາງລົດໄຟ ເປັນສ່ວນໜື່ງຂອງໂຄງການເສັ້ນທາງສາຍໄໝໃໝ່ຂອງຈີນ ມີຈຸດໝາຍສ້າງເຄື່ອຄ່າຍການຄ້າ ການລົງທຶນ ແລະ ໂຄງສ້າງພື້ນຖານ.

ຫຼັງຈາກເປີດເສັ້ນເສັ້ນທາງລົດໄຟຈີນ-ລາວ ແລ້ວ ຄາດວ່າຈະມີນັກທ່ອງທ່ຽວ ຫຼັງໄຫຼ່ເຂົ້າມາປະເທດລາວເປັນຈຳນວນຫຼາຍ ແລະ ເສັ້ນທາງໃນຝັນຂອງນັກທ່ອງທ່ຽວ ນະຄອນຫຼວງວຽງຈັນ-ວັງວຽງ-ຫຼວງພະບາງ-ສິບສອງປັນນາ-ຄຸນໝິງ – ຕ້າຫຼີ-ລີຈ່ຽງ-ແຊງເກີລີລ່າ- ທິເບດໃກ້ຈະເຂົ້າສູ່ຄວາມເປັນຈິງແລ້ວ.

ທີ່ມາຂ່າວ:

สิบสองปันนา หลวงพระบาง

China Report ASEAN – Thailand

รถไฟจีน-ลาว ใกล้เสร็จ : Suthichai live 08/06/2564

China Xinhua News

]]>
ພິທີມອບປັດໃຈແລະເຄື່ອງປ້ອງກັນໂຄວິກ19 ລວມເປັນມູນຄ່າທັງຫມົດ 156.000.000ກີບ https://dekwatlaos.com/blog-daily/buddhist-news/%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%ba%a1%e0%ba%ad%e0%ba%9a%e0%ba%9b%e0%ba%b1%e0%ba%94%e0%bb%83%e0%ba%88%e0%bb%81%e0%ba%a5%e0%ba%b0%e0%bb%80%e0%ba%84%e0%ba%b7%e0%bb%88%e0%ba%ad%e0%ba%87%e0%ba%9b/954/ Sat, 29 May 2021 09:18:05 +0000 https://dekwatlaos.com/?p=954 ທ່ານ ປອ. ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ອາລູນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ,ພຣະອາຈານໃຫຍ່ ບຸນທະວີ ປະສິດທິສັກ ຄະນະບໍລິຫານງານປະຈຳສູນກາງອົງການພຸດທະສາສນາສຳພັນແຫ່ງ ສປປລາວ ຫົວຫນ້າກຳທະທິການສາທາລະນູປະການ,ພຣະອາຈານພົງສະຫວັນ ອານຸສິນ ຄະນະບໍລິຫານງານສູນກາງອົງການພຸດທະສາສນາ ສຳພັນແຫ່ງ ສປປລາວ,ກຳມະທິການສາທາບະນູປະການ.

ຫົວຫນ້າຫນ່ວຍງານສັງຄົມສົງເຄາະ,ປະທານມູນນິທິຊ່ວຍເຫລືອຄົນທຸກຍາກສາຂານະຄອນຫລວງວຽງຈັນ,ຄະນະທີ່ປຶກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ແລະ ຄະນະທີ່ປຶກສາວຽກງານສາສນາຂອງສູນກາງແນວລາວສ້າງຊາດ ແລະ ທ່ານ ນາງພອນວິໄລ ແສນປະເສີດ ຄະນະທີ່ປຶກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ແລະ ຄະນະທີ່ປຶກສາວຽກງານສາສນາ ຂອງສູນກາງແນວລາວສ້າງຊາດ ແລະ ພຣະສົງຈາດວັດ ມະຫາພຸດທະວົງສາປ່າຫລວງພ້ອມດ້ວຍທ່ານ ໄຊບັນດິດ ຣາຊະພົນ ປະທານສະມາຄົມຕັດຫຍິບ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງແຂວງຈຳປາສັກພ້ອມດ້ວຍທ່ານ ພິມມະສອນ ອາມິນທະລາດ,ທ່ານ ບຸນພະມິດ ໂສມວິຈິດ ແລະ ຕ່າງຫນ້າ ທ່ານ ຕັນ ພິມພິສານ ໄດ້ນຳເອົາປັດໃຈຈຳນວນ 145.000.000ກີບ ແລະ ເຄື່ອງປ້ອງກັນໄວລັດມູນຄ່າ 11.000.000ກີບລວມທັງຫມົດເປັນມູນຄ່າ 156.000.000ກີບມາມອບໃຫ້ທ່ານປະທານ ສູນກາງແນວລາວສ້າງຊາດ ໂດຍມີທ່ານ ເຢເກີຢ່າ ນໍຈໍຈົງຕົວ ຮອງປະທານ ແລະ ຄະນະກົມຫົວຫນ້າຫ້ອງການເຂົ້າຮ່ວມເປັນສັກຂີພະຍານພິທີຮັບຄັ້ງນີ້.

]]>
ຄຳສັ່ງແນະນຳ ເພີ່ມທະວີຄວາມຮັບຜິດຊອບ ໃນການປ້ອງກັນແລະ ສະກັດກັ້ນພະຍາດໂຄວິດ ຂອງ ອພສ. https://dekwatlaos.com/blog-daily/buddhist-news/%e0%ba%ad%e0%ba%bb%e0%ba%87%e0%ba%81%e0%ba%b2%e0%ba%99%e0%ba%9e%e0%ba%b8%e0%ba%94%e0%ba%97%e0%ba%b0%e0%ba%aa%e0%ba%b2%e0%ba%aa%e0%ba%b0%e0%bb%9c%e0%ba%b2/820/ Tue, 04 May 2021 19:38:20 +0000 https://dekwatlaos.com/?p=820 ນ້ອມນະມັດສະການ ມາຍັງ ພຣະຫຼັກແກ້ວ, ພຣະຍອດຄຳ, ພຣະຫຼັກຄຳ, ພຣະມະຫາທັມມາຈານ, ພຣະປຣີຊາ, ພຣະຄຣູ, ພຣະສົງ-ສາມະເນນທັງຫຼາຍ ແລະ ຂໍອຳນວຍພອນມາຍັງ ພໍ່ຂາວ-ແມ່ຂາວ ແລະ ພຸດທະສາສະນິກະຊົນລາວບັນດາເຜົ່າ.

ໃນສະພາວະການປັດຈຸບັນ ສັງຄົມໂລກ ໄດ້ປະສົບກັບພະຍາດຮ້າຍແຮງ ຄືການແຜ່ລະບາດຂອງພະຍາດຈຸລະໂລກອັກເສບປອດສາຍພັນໃໝ່ (COVID 19) ເຊິ່ງເປັນໂລກພະຍາດທີ່ນັບວ່າຮ້າຍແຮງ ເກີດຂຶ້ນໃນສັງຄົມມະນຸດ ຖືເປັນມະຫັນຕະໄພໃຫຍ່ຄຸກຄາມ, ສົ່ງຜົນກະທົບ ແລະ ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ເສດຖະກິດ, ສັງຄົມ, ວິຖີຊີວິດ, ສຸຂະພາບ ແລະ ຊັບສິນ ຂອງປະເທດຕ່າງໆ ແລະ ປະຊາຊົນໃນທົ່ວໂລກ ໂດຍລວມ, ໂດຍສະເພາະ ຢູ່ໃນ ສປປ ລາວ ກໍໄດ້ຮັບໄພອັນຕະຣາຍ ຈາກການແຜ່ລະບາດຂອງພະຍາດດັ່ງກ່າວນີ້ ເໝື່ອນກັນ ເຊິ່ງໃນປັດຈຸບັນ ໃນໄລຍະ 1 ອາທິດທີ່ຜ່ານ ມາການແຜ່ລະບາດ ຂອງພະຍາດໂຄວິດ (COVID 19) ໃນ ສປປ ລາວ ກໍຍັງສືບຕໍ່ສ້າງໄພອັນຕະຣາຍ, ຄວາມຫ່ວງກັງວົນ, ສະພາບຈິດຕົກ ແລະ ຢ້ານກົ່ວ ຕໍ່ພຸດທະສາສະນິກະຊົນ ກໍຄື ປະຊາຊົນລາວບັນດາເຜົ່າຢູ່.

ໃນໄລຍະທີ່ຜ່ານມາຈົນເຖິງປັດຈຸບັນ ທາງອົງການຈັດຕັ້ງພັກ-ລັດ ທຸກຂັ້ນທຸກພາກສ່ວນ ກໍໄດ້ ເອົາໃຈໃສ່ຢ່າງແຂງຂັນ, ອຸດສາຫະພາກພຽນພະຍາຍາມ ຮັບຜິດຊອບສູງ ໃນການສະກັດກັ້ນ, ຄວບຄຸມ, ປ້ອງກັນ, ຮັກສາ, ປິ່ນປົວ ແລະ ແກ້ໄຂ ການລະບາດ ຂອງພະຍາດ (COVID 19) ດັ່ງກ່າວ ພ້ອມກັບທັງ ໄດ້ຄວາມຮ່ວມແຮງຮ່ວມໃຈ ຂອງພຣະສົງ-ສາມະເນນ, ພຸດທະສາສະນິກະຊົນ ແລະ ພີ່ນ້ອງປະຊາຊົນລາວບັນດາເຜົ່າ ໄດ້ຕັ້ງໜ້າສະກັດກັ້ນ, ຄວບຄຸມ, ປ້ອງກັນ ແລະ ແກ້ໄຂ ຈົນເປັນຜົນສຳເລັດຢ່າງດີ, ສາມາດຄວບຄຸບພະຍາດໄດ້ໃນເບື້ອງຕົ້ນ ບໍ່ໃຫ້ແຜ່ລະບາດອອກໄປໃນວົງກວ້າງ ແລະ ແກ້ໄຂກໍລະນີທີ່ຕິດເຊື້ອໄດ້ແຕ່ຕົ້ນ ເຖິງແມ່ນວ່າທາງເສດຖະກິດ, ສັງຄົມ ໄດ້ຮັບຜົນກະທົບຢ່າງຫຼີກລຽງບໍ່ໄດ້ກໍຕາມ ແຕ່ກໍສາມາດຜ່ານພົ້ນໄປໄດ້ດ້ວຍດີ.

ມາໃນປັດຈຸບັນ ສະພາບການແຜ່ລະບາດ ຂອງພະຍາດ ຍັງບໍ່ສະຫງົບລະງັບລົງຂາດຕົວ ກັບມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ໃນຂອບເຂດທົ່ວໂລກ ແລະ ປະເທດທີ່ໃກ້ຄຽງ, ຢູ່ ສປປ ລາວ ກໍຍັງມີຄວາມສຸ່ມສ່ຽງໃນຫຼາຍດ້ານ ໂດຍໃນ ເດືອນເມສາ 2021 ນີ້ ໄດ້ເກີດກໍລະນີການນໍາເຂົ້າເຊື້ອພະຍາດ ແລະ ກໍລະນີຕົວການແຜ່ກະຈາຍເຊື້ອ ເຊິ່ງເຮັດໃຫ້ມີຜູ້ຕິດເຊື້ອເພີ່ມທະວີຂຶ້ນຫຼາຍ ພາຍໃນບໍ່ເທົ່າໃດມື້ ຈົນອົງການຈັດຕັ້ງພັກ-ລັດ ຕ້ອງໄດ້ປະກາດປິດນະຄອນຫຼວງວຽງຈັນ ກໍຄືບັນດາແຂວງ ຈຳນວນໜຶ່ງ.

ຕໍ່ສະພາບການດັ່ງກ່າວນີ້ ໄດ້ສ້າງຄວາມວິຕົກກັງວົນ ແລະ ຄວາມເປັນຫ່ວງເປັນໃຍ ຕໍ່ສະຖຽນລະພາບ ດ້ານເສດຖະກິດ, ສັງຄົມ ຂອງອົງການຈັດຕັ້ງພັກ-ລັດ ແລະ ຄວາມຕົກໃຈຢ້ານກົວ ຂອງສັງຄົມ, ປະຊາຊົນລາວບັນດາເຜົ່າ ກໍຄືພຸດທະສາສະນິກະຊົນທັງຫຼາຍ ບົນພື້ນຖານນີ້ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຈຶ່ງອອກຄຳສັ່ງແນະນຳມາຍັງ ຄະນະບໍລິຫານງານ ອົງການພຸດທະສາສະໜາ ສັມພັນ ແຫ່ງ ສປປ ລາວ ທຸກຂັ້ນ, ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ, ພຸດທະສາສະນິກະຊົນລາວ ບັນດາເຜົ່າ ດັ່ງນີ້:

  1. ໃຫ້ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ ແລະ ພຸດທະສາສະນິກະຊົນລາວບັນດາເຜົ່າ ເອົາໃຈໃສ່ຈັດຕັ້ງປະຕິບັດ ຕາມຄຳສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີມາດຕະການ ສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ 19 (COVID 19) ສະບັບເລກທີ 15/ນຍ, ຄັ້ງວັນທີ 21 ເມສາ 2021 ຢ່າງເຄັ່ງຄັດ,
  2. ໃຫ້ຄະນະບໍລິຫານງານ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໃນແຕ່ລະຂັ້ນ ເອົາໃຈໃສ່ເປັນເຈົ້າການ ໃນການສະກັດກັ້ນ, ຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ 19 (COVID 19) ເປັນຫຼັກສໍາຄັນ ອີກອັນໜຶ່ງ,
  3. ໃຫ້ຄະນະບໍລິຫານງານ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໃນແຕ່ລະຂັ້ນ ສືບຕໍ່, ຕິດຕາມ ແລະ ປະເມີດສະຖານະການ ການແຜ່ລະບາດ ຂອງພະຍາດໂຄວິດ 19 (COVID 19) ຢ່າງໃກ້ຊິດ ເພື່ອສືບຕໍ່ຈັດຕັ້ງປະຕິບັດຄຳສັ່ງ, ແຈ້ງການ ຂອງການຈັດຕັ້ງ ພັກ-ລັດ ທີ່ວາງອອກ ໃຫ້ເຂັ້ມງວດ ແລະ ມີປະສິດທິຜົນສູງ. ພ້ອມກັນນັ້ນ ກໍໃຫ້ຄົ້ນຄວ້າ, ວາງມາດຕະການຮັບມື, ແກ້ໄຂ ແລະ ຟື້ນຟູຜົນກະທົບໂດຍກົງ ຕໍ່ການດຳລົງຊີວິດປະຈຳວັນ ກໍຄືການເຄື່ອນໄຫວວຽກງານ ຂອງບຸກຄະລາກອນສົງ, ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ ແລະ ພຸດທະສາສະນິກະຊົນລາວບັນດາເຜົ່າ,
  4. ໃຫ້ຄະນະບໍລິຫານງານ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໃນແຕ່ລະຂັ້ນ, ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ, ພຸດທະສາສະນິກະຊົນລາວບັນດາເຜົ່າ ໄດ້ເອົາໃຈໃສ່ປະກອບສ່ວນ ອຸປະຖັມທາງດ້ານເຄື່ອງມື, ສິ່ງອຳນວຍຄວາມສະດວກ ໃຫ້ແກ່ການປະຕິບັດໜ້າທີ່ພະນັກງານ, ແພດໝໍ ແລະ ບຸກຄະລາກອນອື່ນໆ ຂອງອົງການຈັດຕັ້ງັກ-ລັດ ທີ່ມີໜ້າທີ່ໂດຍກົງ ກັບການສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ 19 (COVID 19) ໂດຍການຊ່ວຍເຫຼືອທາງດ້ານວັດຖຸ ແລະ ການໃຫ້ກໍາລັງໃຈ ຕາມສະພາບເງື່ອນໄຂ, ກໍາລັງສັດທາ ທີ່ເໝາະສົມ,
  5. ໃຫ້ ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ ແຕ່ລະວັດ ໃນຂອບເຂດທົ່ວປະເທດ ໄດ້ເອົາໃຈໃສ່ເພີ່ມຕື່ມ ໃນການສູດມົນຈະເຣີນພາວະນາ ໂດຍ ສູດຣະຕະນະສູດ, ເມຕຕາສູດ, ທະຊັຄຄະສູດ ໃນແຕ່ລະວັນ ພ້ອມກັນນັ້ນ ກໍໃຫ້ສູດ ອາຕານາຕິຍະສູດ, ມະຫາສະມະຍະສູດ, ທັມມະຈັກກັປປະວັຕຕະນະສູດ ເປັນຕົ້ນ ຕາມແຕ່ກໍລະນີ ເພື່ອນ້ອມນໍາເອົາ ພຸທທານຸພາບ, ທັມມານຸພາບ, ສັງຄານຸພາບ ແລະ ອານຸພາບແຫ່ງພຣະປະຣິດທັງຫຼາຍ ໄດ້ຊ່ວຍເປັນເຄື່ອງຮັກສາ, ຄຸ້ມຄອງປ້ອງກັນ ປະເທດຊາດບ້ານເມືອງ, ປະຊາຊົນ ໃນປະເທດ ໃນໂລກ, ຊ່ວຍຂະຈັດ ສັບພະທຸກ, ສັບພະໂສກ, ສັບພະໂຣກໄພພະຍາດທັງຫຼາຍ ໃຫ້ອັນຕະຣະທານໝົດສ້ຽງໄປ,
  1. ການຈັດກິດຈະກັມ ງານວັນສຳຄັນທາງພຣະພຸດທະສາສະໜາ, ງານບຸນ, ງານປະເພນີຕ່າງໆ ທີ່ລວມມວນຊົນຈຳນວນຫຼາຍ ຂອງວັດຕ່າງໆ ຂໍໃຫ້ໂຈະໄວ້ກ່ອນ ຈົນກວ່າສະຖານະການ ການແຜ່ລະບາດພະຍາດໂຄວິດ 19 (COVID 19) ສະຫງົບລະງັບໄປ, ສັງຄົມກັບຄືນສູ່ສະພາບປົກກະຕິ ຈຶ່ງໃຫ້ຈັດຕັ້ງປະຕິບັດ ຕາມທີ່ໄດ້ເຄີຍປະຕິບັດມາ. ສຳລັບການອອກບິນທະບາດ ຕາມອະຣິຍະປະເພນີ ຂອງພຣະສົງ-ສາມະເນນ ກໍໃຫ້ຂຶ້ນກັບເງື່ອນໄຂຂອງແຕ່ລະວັດ, ວັດໃດຢູ່ໃນເງື່ອນໄຂບໍ່ສາມາດອອກບິນທະບາດ (ເຂດທີ່ມີຄວາມສຸ່ມສ່ຽງ ການແຜ່ລະບາດ ຂອງພະຍາດ) ໄດ້ ກໍບໍ່ຄວນອອກບິນທະບາດ, ວັດໃດມີເງື່ອນໄຂ (ເຂດທີ່ປອດໄພຈາກການແຜ່ລະບາດ ຂອງພະຍາດ, ເຂດທີ່ບໍ່ມີຊຸມຊົນແອອັດ, ເຂດຊົນນະບົດ) ອອກບິນທະບາດໄດ້ ກໍປະຕິບັດຕາມອະຣິຍະປະເພນີນັ້ນ ແລະ ການອອກບິນທະບາດ ກໍໃຫ້ຈັດຕັ້ງປະຕິບັດ ຕາມມາດຕະການການສະກັດກັ້ນ, ປ້ອງກັນ, ຄວບຄຸມ ຂອງການຈັດຕັ້ງພັກ-ລັດ ທີ່ວາງອອກ ຄືການໃຊ້ແມດອັດປາກອັດດັງ, ການຮັກສາໄລຍະຫ່າງ ແລະ ການລ້າງມື ເປັນຕົ້ນ,
  2. ໃຫ້ຄະນະບໍລິຫານງານ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ໃນແຕ່ລະຂັ້ນ ຊີ້ນຳເອົາໃຈໃສ່ບັນຫາ ໂຄສະນາ, ສຶກສາອົບຮົມ, ສ້າງຄວາມຮັບຮູ້ເຂົ້າໃຈ ແລະ ປະຕິບັດຖືກຕ້ອງ ວິທີປ້ອງກັນພະຍາດ, ເຮັດເປັນປະຈໍາໃນການດໍາລົງຊີວິດປະຈໍາວັນຢູ່ ໃນສັງຄົມຊຸມຊົນ ຄື ອັດປາກອັດດັງ, ລ້າງມື, ຮັກສາໄລຍະຫ່າງ ໂດຍ ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ ເປັນແບບຢ່າງນໍາໜ້າ ແລະ ເປັນເຈົ້າການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂພະຍາດ ພ້ອມກັນນັ້ນ ກໍໃຫ້ເທສະໜາອົບຮົມສັ່ງສອນ ພຸດທະສາສະນິກະຊົນ ແລະ ປະຊາຊົນລາວບັນດາເຜົ່າ ໂດຍນຳເອົາຫຼັກທັມຄໍາສັ່ງສອນ ຂອງພຣະສັມມາສັມພຸດທະເຈົ້າ ເຊັ່ນ ຫຼັກອັປປະມາທະທັມ, ຫຼັກກັລະຍານະມິຕຕະທັມ, ຫຼັກປັນຈະສີລ, ຫຼັກປັນຈະກັນລະຍານະທັມ, ຫຼັກອະຣິຍະວຸທທິທັມ 5 ປະການ, ຫຼັກອາຍຸສສະທັມ 5 ປະການ ເປັນຕົ້ນ ໃຫ້ນໍາໄປປະພຶດປະຕິບັດ ເພື່ອເກີດໝາກເກີດຜົນ ຜ່ານພົ້ນສະພາບການພະຍາດນີ້ໄປໄດ້ ເກີດຄວາມສຸກສະຖານພອນ.
]]>
ເຄັກ,ເຂົ້າໜົມ ວັດຖຸມຸງຄຸນກິນໄດ້. https://dekwatlaos.com/blog-daily/hot-social/%e0%bb%80%e0%ba%84%e0%ba%b1%e0%ba%81%e0%bb%80%e0%ba%82%e0%ba%bb%e0%bb%89%e0%ba%b2%e0%bb%9c%e0%ba%bb%e0%ba%a1-%e0%ba%a7%e0%ba%b1%e0%ba%94%e0%ba%96%e0%ba%b8%e0%ba%a1%e0%ba%b8%e0%ba%87%e0%ba%84%e0%ba%b8/767/ Fri, 30 Apr 2021 11:11:32 +0000 https://dekwatlaos.com/?p=767 ກຳລັງເປັນທີ່ໂດງດັ່ງ ເມື່ອເຈົ້າຂອງຮ້ານເຂົ້າຫນົມໄທແຫ່ງໜື່ງ ເກີດໄອເດຍ ເຮັດເຂົ້າຫນົມອາລົວ  ເຮັດອອກມາເປັນຮູບພຣະເຄື່ອງ ຫຼາຍແບບ ຮູບພຣະສົມເດັດກໍ່ມີ ຈົນຄົນສັ່ງຊື້ຫຼາຍ ເຮັດຈົນບໍ່ທັນ.ງົດຮັບອໍເດີ້ຊົ່ວຄາວ.

ແຕ່ເລື່ອງນີ້ ອາດຈະກາຍເປັນອີກເລື່ອງຫນື່ງໄປເລີຍ ເມື່ອ ສຳນັກງານພຣະພຸດທະສາສະໜາແຫ່ງຊາດ (ປະເທດໄທ) ທ່ານ ນະລົງ ຊົງອາລົມ ບອກວ່າ ເປັນສິ່ງທີ່ບໍ່ເຫມາະສົມ ບໍ່ຄວນເຮັດ  ເພາະຮູບພຣະເຄື່ອງ ຖືເປັນວັດຖຸມົງຄຸນ ເຄື່ອງສັກກາລະບູຊາຂອງພຸດທະສາສະໜາ.

ອີກທ່ານຫນື່ງ ໂຄສົກ ທ່ານ ສິດບໍ່ວອນ ເມື່ອມັນເປັນເລື່ອງຂອງພຸດທະສາສະໜາ ຕ້ອງບອກວ່າຄວາມຈິງແລ້ວມັນກໍ່ບໍ່ເຫມາະ ແຕ່ມັນກໍ່ບໍ່ໄດ້ມີຂໍ້ບັນຍັດຊັດເຈນ ວ່າເຈົ້າຜິດແນວນັ້ນ ແນວນີ້ ແຕ່ມັນເປັນເລື່ອງລະອຽດອ່ອນ ຈະໃຫ້ໄປເຈາະຈົງວ່າເຂົາຜິດແນວນັ້ນ ແນວນີ້ມັນບໍ່ແມ່ນ  ແຕ່ເລື່ອງນີ້ມັນເປັນເລື່ອງຄວາມເຫມາະສົມ ແລະ ບໍ່ເຫມາະສົມ.

ອີທານ ຫນື່ງ ສຳນັກງານວັດທະນະທຳຈັງຫວັດສະຫມຸດສົງຄາມ ທ່ານ ນາງສຸຊາດາ ຫິຣັນພຣັດທຣານັນ ບອກວ່າການນຳສິ່ງທີ່ເຄົາລົບຂອງຊາວພຸດ ໄປເຮັດເປັນຮູບອາຫານ ແນວໃດ່ກໍ່ບໍ່ເຫມາະສົມ ແມ່ນຢູ່ເລື່ອງການປະກອບອາຊີບ ເປັນເລື່ອງທີ່ຄວນໃຫ້ການສະນັບສະນູນ ແຕ່ກໍ່ຄວນເຮັດ.ຄວນຈະເຮັດສິ່ງທີ່ເປັນອັດຕະລັກຂອງແຂວງເຊັ່ນ ຮູບກຸງ ຮູບຫອຍ ຮູບປາ ກໍ່ຮຸ່ງເຮື່ອງໄດ້ເຊັ່ນກັນ.ວັດຖຸມຸງຄຸນມັນເປັນຄວາມຮູ້ສຶກທາງຈິດໃຈ ທີ່ເອົາຂອງສູງມາເຮັດເປັນອາຫານ ຢ້ານວ່າມື້ຫນື່ງເຂົ້າຫນົມມັນບູດ ແລ້ວ ມີຄົນເອົາໄປຖີ້ມ ແລ້ວມີ ແມວ ມີມາ ມາກິນ ມັນກໍ່ບໍ່ເຫມາະສົມ.

ສ່ວນພຮະພະຍອມກໍ່ໄດ້ອອກຄວາມຄິດເຫັນວ່າ ຂອງທີ່ຄົນເຂົາເຄົາລົບນັບຖື ແລ້ວເອົາມາກິນຫລີ້ນ ຫລີ້ນອິຫຍັງກໍ່ຫລີ້ນໄດ້ ແຕ່ຢ່າເອົາຂອງທີ່ເຂົາເຄົາລົບນັບຖື ມາຫລີ້ນ ມັນມີຄົນເຊື່ອຖື ຈະເຮັດຫຍັງກໍ່ຢ່າໃຫ້ສະເທືອນຈິດໃຈ ຄົນທີ່ເຂົານັບຖື ຈະດີທີ່ສຸດ.

ສ່ວນໃນມູມຕ່າງຂອງ ພຣະມະຫາໄພວັນ ພຣະວັດສອຍທອງ ແຂວງນົນທະບູລີ ສະແດງຄວາມຄິດເຫັນວ່າ ອັດຕະມາບໍ່ເຫັນວ່າມັນສິເປັນເລື່ອງລົບຫລູອິຫລັງ ເຮົາມັກຈະຮັບບໍ່ໄດ້ກັບເລື່ອງລັກສະນະນີ້ ແຕ່ເຮົາພັດຮັບໄດ້ ຖ້າພຣະເຄື່ອງເຫຼົ່ານີ້ຈະຖືກປ້ັມອອກມາວາງຂາຍເປັນກອງໆ ຕາມຂ້າງທາງ ອົງລະ 5 ບາດ 10 ບາດ ເຮົາຮັບບໍ່ໄດ້ທີ່ພຣະເຄື່ອງຈະກາຍເປັນເຂົ້າຫນົມ ແຕ່ຮັບໄດ້ຖ້າພຣະເຄື່ອງຈະກາຍເປັນສິນຄ້າມີລາຄາ ເຊີ່ງຄົນຈະຊື້ຂາຍກັນເຫມືອນເພັດພອຍໃນລາຄາລາຍສິບລ້ານ.

ຢາກໃຫ້ຊີເຣສເວລາຄົນເອົາພຣະພຸດທະເຈົ້າໄປເຮັດເປັນຂອງຄັງ ໄປເຮັດເປັນເລື່ອງໄຊຍະສາດອວດອ້າງສັພພະຄຸນ ໄປເຮັດເປັນຂອງຄ້າຂາຍຫຼອກຫຼວງຄົນກັນເອງ. ຖ້າທານກິນບໍ່ລົງກໍ່ຊື້ໄປເກັບບູຊາກໍ່ໄດ້. ຢ່າງນ້ອຍຄົນເຮັດກໍ່ກ້າຄິດກ້າເຮັດ.ໃນຊ່ວງໂຄວິດແບບນີ້ ຖືວ່າເຂົາເຂົ້າໃຈວິທີການຫາລູກຄ້າ.

ໃນມູມຂອງເຈົ້າຂອງຮ້ານ ມາດາບຊຸບ ຂຽນລົງເຟສບຸກເພຈວ່າ ການເຮັດຂະນົມເຮັດໄປດ້ວຍຄວາມຈິງໃຈ ໃສ່ໃຈ ຊື່ສັດກັບຄົນຊື້ ມັນເປັນຄວາມສຸກ ບໍ່ໄດ້ຫວັງກະແສ ແລະ ຍັງບອກອີກວ່ ບໍ່ຄິດເລີຍວ່າມັນຈະກາຍເປັນເລື່ອງດຣາມ້າ ມີຫຼາຍຄົນເວົ້າເຖີງຫຼາຍຂະນາດນີ້ ລາວຍັງບອກອີກວ່າຄວາມຈິງແລ້ວລາວເຄີຍເຫັນໄອເດຍເຂົ້າຫນົມທີ່ເຮັດເປັນຮູບພຣະເຄື່ອງມາກ່ອນແລ້ວ ຄົນບາງສ່ວນອາດຈະເບີ່ງວ່າບໍ່ເຫມາະສົມເປັນການດູມິ່ນສິ່ງທີ່ເຄົາລົບບູຊາ ແຕ່ສ່ວນຕົວລາວບອກວ່າ ບໍ່ໄດ້ຍຶດຕິດກັບວັດຖຸມຸງຄຸນ ສິ່ງທີ່ລາວຍຶດຖື ຄືແນວທາງຄຳສອນຫຼາຍກວ່າ.

ທາງເຟສບຸກເພສ ສະໂລໄລອິນເຈແປນ ຍັງເອົາຮູບເຂົ້າຫນົມໃນຢີ່ປຸ່ນມາໃຫ້ເບິ່ງ ເປັນຮູບເຂົ້າຂອງວັດໄດບຸຊື້ ເມືອງພຣະໃຫຍ່ ເຮັດອອກມາເປັນເຂົ້າຫນົມສອງແບບ ໄທຍາກິ ກັບ ເຂົ້າຫນົມເຄລບ ເເປັນຫນ້າພຣະພຸດທະເຈົ້າເລີຍ. ຄົນໂພສກໍ່ປຽບທຽບກັນ ເຂົ້າຫນົມ ອາລົວຂອງໄທ ເຮັດເປັນຮູບພຣະເຄືາ່ອງ ກັບຂອງຢີ່ປຸນມັນຕ່າງກັນບ່ອນໃດ່.

ນອກຈາກເຂົ້າໜົມອາລົວ ຮູບພຣະເຄື່ອງແລ້ວ ກໍ່ຍັງມີຮູບແບບເປັນເຄັກ,ຄຸກກີ້ ແລະ ຂອງຫວານຊະນິດຕ່າງທີ່ມີປະກົດໃຫ້ເຫັນທັງໃນໄທ ແລະ ຕ່າງປະເທດອີກດ້ວຍ.

Sources:

shorturl.at/hOTUW

shorturl.at/mxBGK

https://www.facebook.com/paivan01

]]>
ເຊີນຮ່ວມຟັງ ເສວະນາທັມ ເລື່ອງ “ພາສາສາດ ເພື່ອການສຶກສາພຣະພຸດທະສາສະໜາ” https://dekwatlaos.com/blog-daily/buddhist-news/%e0%bb%80%e0%ba%8a%e0%ba%b5%e0%ba%99%e0%ba%ae%e0%bb%88%e0%ba%a7%e0%ba%a1%e0%ba%9f%e0%ba%b1%e0%ba%87-%e0%bb%80%e0%ba%aa%e0%ba%a7%e0%ba%b0%e0%ba%99%e0%ba%b2%e0%ba%97%e0%ba%b1%e0%ba%a1-%e0%bb%80%e0%ba%a5/270/ Sun, 04 Oct 2020 15:10:24 +0000 https://dekwatlaos.com/?p=270 ເນື່ອງໃນການສະເຫຼີມສະຫຼອງວັນຄູແຫ່ງຊາດ ທີ 7 ຕຸລາ ປະຈຳປີ 2020 ທີ່ຈະມາເຖີງນີ້ ອັນເປັນວັນລະນຶກເຖິງວິຣະກຳແລະ ຄຸນູປະການຂອງບັນດາຄູອາຈານຜູ້ເປັນແມ່ພິມ ຂອງຊາດ ຜູ້ເປັນກຳລັງສຳຄັນໃນການສ້າງມັນສະໝອງຂອງຊາດ ກໍຄືເຍົາວະຊົນຜູ້ເປັນຊັບພະຍາກອນໃນການສ້າງສາພັດທະນາແລະປົກປັກຮັກສາປະເທດຊາດ

ວິທະຍາໄລສົງອົງຕື້ ຈຶ່ງຈະໄດ້ຈັດກິດຈະກຳຂຶ້ນ ໂດຍມີການນ້ອມນຶກເຖິງຄູອາຈານຜູ້ເປັນບູລະພາຈານຂອງວິທະຍາໄລສົງອົງຕື້ ພ້ອມກັນນັ້ນ ກໍຈັດກິດຈະກຳເສວະນາ ຫົວຂໍ້ “ພາສາສາດ ເພື່ອການສຶກສາພຣະພຸດທະສາສະໜາ” ເຊີ່ງກິດຈະກັມນີ້ຈະມີຂື້ນ ໃນວັນທີ 06/10/2020 ເວລາ 13:00 ນ. ເປັນຕົ້ນໄປ

*ຈຸດປະສົງຂອງການຈັດເສວະນາທັມຄັ້ງນີ້ ຄື
-ເພື່ອໃຫ້ເຫັນຄວາມສຳຄັນຂອງການສຶກສາພາສາບາລີ ສູ່ການຄົ້ນຄວ້າພຣະໄຕປິດົກ
-ເພື່ອການຄວາມເຂົ້າໃຈຢ່າງຖືກຕ້ອງຕໍ່ການຕີຄວາມແລະເຜີຍແຜ່ພຣະພຸດທະສາສະໜາ

ດັ່ງນັ້ນ ຈຶ່ງຂໍເຊີນຄູອາຈານ ນັກສຶກສາ ແລະຜູ້ສົນໃຈທົ່ວໄປ ເຂົ້າຮ່ວມກິດຈະກຳແລະຮັບຟັງການເສວະນາ ໃນໂອກາດນີ້ດ້ວຍ.

ເນື້ອໃນເສວະນາເບື້ງຕົ້ນປະກອບດ້ວຍ
– ການສຶກສາພາສາບາລີເພື່ອເຂົ້າເຖິງພຣະໄຕປິດົກ
– ການຕີຄວາມຄຳສອນພຣະພຸດທຸສາສະໜາໃຫ້ຖືກຕ້ອງແລະເຜີຍແຜ່ໃຫ້ເຂົ້າກັບຍຸກສະໄໝ
-ພຣະໄຕປິດົກ ກໍ່ຄື ຄຳສອນ ຂອງພຣະພຸດທະສາສະໜາ ເປັນຫລັກສາກົນຂອງໂລກ

ພຣະອາຈານຜູ້ຮ່ວມເສວະນາໃນຄັ້ງນີ້ ຄື

1,ພຣະອາຈານ ມະຫາອຸດອນ ອະນຸດຕະໂຣ ປະຮຽນທັມ 7 ປະໂຫຍກ ເຈົ້າອາວາດ ວັດສຸວັນນະປະດິດ

2,ພຣະອາຈານ ມະຫາສິງຫາ ໄຂ່ອຳພອນ ປະຮຽນທັມ 9 ປະໂຫຍກ

3.ພຣະອາຈານ ປອ.ບຸນຈັນ ຈັນທະລິດ ຮອງຜູ້ອຳນວຍການ ວິທະຍາໄລສົງອົງຕື້ ຝ່າຍກິດຈະການ

ຂໍຂອບໃຈຂ່າວບຸນຈາກ FB User Singha Khai Amphone

]]>
ແຊຣ໌ ປະສົບການ ຮ່ວມກອງຖ່າຍຫນັງຄັ້ງທຳອິດໃນລາວ. https://dekwatlaos.com/reviews-lo/%e0%bb%81%e0%ba%8a%e0%ba%a3%e0%bb%8c-%e0%ba%9b%e0%ba%b0%e0%ba%aa%e0%ba%bb%e0%ba%9a%e0%ba%81%e0%ba%b2%e0%ba%99-%e0%ba%ae%e0%bb%88%e0%ba%a7%e0%ba%a1%e0%ba%81%e0%ba%ad%e0%ba%87%e0%ba%96%e0%bb%88%e0%ba%b2/44/ Thu, 01 Oct 2020 08:25:52 +0000 https://dekwatlaos.com/?p=44 ສະບາຍດີທຸກຄົນ  ມື້ນີ້ ບໍ່ມີຫຍັງຫລາຍ ຈະມາແຊຣ໌ປະສົບການເລັກນ້ອຍ ທີ່ໄດ້ໄປຮ່ວມຖ່າຍຫນັງສັ້ນ ກັບທີມງານຮູບເງົາທັມ ຂອງກັມມາທິການເຜີຍແຜ່ສີລະທັມ ຮ່ວມ ກັບນ້ອງໆທີມງານ ມິດຕະພາບ ໂພຣດັກຊັ່ນ ມີແຕ່ຜູ້ທີ່ມັກຮັກ ຫລົງໄຫລ່ ວຽກງານຖ່າຍຮູບ ຖ່າຍຫນັງ ເປັນຊີວິດຈິດໃຈ ພ້ອມອາສາຊ່ວຍ.

ເມື່ອກ່ອນ ຂ້ອຍແຫລະ ຄົນຫນື່ງທີ່ຄິດວ່າ ເປັນຫຍັງບ້ານເຮົາຄືບໍ່ມີ ຫນັງ ຫລື ເອັມວີ ເພັງດີໆຄືບ້ານເຂົາແດ່ ເບິ່ງໂທລະທັດລາວ ກໍ່ບໍ່ຄ່ອຍຈະມີຫນັງລາວ ສ່ວນຫລາຍກໍ່ເປັນຫນັງຈີນ ທີ່ຄົນລາວເອົາມາພາກ ຫລື ເອັມວີເພັງກໍ່ເຮັດບໍ່ໄດ້ດີ ບໍ່ຊື້ງກິນໃຈ ບໍ່ມີເລື່ອງລາວ ດີໆ ຄື ບ້ານເພີ່ນ. ຈື່ງບໍ່ເປັນເລື່ອງແປກໃຈເນາະ ທີ່ຄົນລາວເຮົາຈະຫັ່ນໄປເບິ່ງຫນັງໄທ ຟັງເພັງໄທ ທຳອິດອາດຈະບໍ່ຊິນກັບພາສາປານໄດ່ ແຕ່ຟັງໄປ ດົນໄປ ກໍ່ຊິນ ທຳຄວາມເຂົ້າໃຈໄດ້ງ່າຍ ເພາະພາສາຄ້າຍໆກັນ.

  ເຂົ້າໃຈແລ້ວວ່າ ການສ້າງຫນັງດີໆ ສັກເລື່ອງຫນື່ງ ບໍ່ແມ່ນເລື່ອງງ່າຍໆ ເບື້ອງຕົ້ນເລີຍ ບ້ານເຮົາກໍ່ຕ້ອງມີນັກຄິດນັກຂຽນ ນັກແຕ່ງບົດ ນັກເລົ່າເລື່ອງດີໆກ່ອນ ຈະເຫັນໄດ້ວ່າ ບ້ານເຮົາຍັງຂາດບຸກຄະລາກອນດ້ານນີ້ຢູ່ຫລາຍ ຕໍ່ມາກໍ່ຄືຕ້ອງເປັນບໍລິສັດທີ່ມີເງິນທຶນຫລາຍສາມາດຈັດຫາຈັດຈ້າງບຸກຄະລາກອນມືອາຊີບມາເຮັດ ຫຣື ບໍ່ກໍ່ຕ້ອງອາໄສ ບໍລິສັດ ຮ້າງຮ້ານ ໃຫຍ່ໆ ສະໜັບສະໜູນ ເພື່ອແລກກັບໂຄສະນາໃຫ້ ແລະ ທີ່ຂາດບໍ່ໄດ້ເລີຍກໍ່ຄື ຕ້ອງມີທີມງານຄຸນນະພາບ ລວມເຖີງນັກສະແດງ ຜູ້ມີປະສົບການການສາມາດທີ່ຈະສື່ເລື່ອງລາວ ຄວາມຮູ້ສຶກອອກມາໄດ້ດີ.  

ແຕ່ແນວໃດ່ກໍ່ດີ ທຸກມື້ນີ້ບ້ານເຮົາກໍ່ເລີ່ມຟົດຟື້ນຂື້ນຫລາຍແລ້ວ ເລີ່ມເຫັນມີຫນັງ ມີລະຄອນສັ້ນ ປ່ອຍຕາມສື່ສັ້ງຄົມອອນໄລນ໌ ກ່ອນນຫນ້ານີ້ກໍ່ຫາກມີ ຫນັງລາວ  ດົນໆເຮົາມັກຈະໄດ້ຍິນເທື່ອຫນື່ງ ຫນັງລາວປ່ອຍສາຍໃນໂຮງຫນັງໃຫຍ່ ສ່ວນຫລາຍກໍ່ຈະເປັນຫນັງທີ່ຜະລິດຮ່ວມກັບນັກວິຊາການປະເທດເພື່ອນບ້ານ ຫຣື ຕ່າງປະເທດມາຊ່ວຍ. ທີ່ສຳຄັນຕອນນ້ີສື່ສັງຄົມອອນໄລນ໌ມີອິດພົນຫລາຍຕໍ່ສັງຄົມ ໄວຫນຸ່ມລາວເສບສື່ອອນໄລນ໌ຫລາຍຂື້ນ ບໍລິສັດຮ້າງຮ້ານຕ່າງໆ ກໍ່ຫັ່ນມາເຮັດການຕະຫລາດອອອນໄລນ໌ ບໍ່ວ່າຈະໂຄສະນາຜ່ານເວັບໄຊຕ໌ ເຟສບຸກ ຫຣື ແຟຣທຟອມຕ່າງໆເບິ່ງກໍ່ຄືຈະມີຜົນດີກວ່າ.   

ສັງຄົມອອນລາຍກຳລັງມີບົດບາດຫລາຍຂື້ນ ໃນຂະນະດ່ຽວກັນ ສັງຄົມເຮົາກໍ່ຕ້ອງການຄົນທີ່ສ້າງສັນຜົນງານດີໆ ອອກສູ່ສັງຄົມ ກໍ່ຄືວ່າແຫລະເນາະ ບ້ານເຮົາກຳລັງພັດທະນາ ຫລາຍໆດ້ານຊ່ວຍກັນ ສະນັບສະນູນກັນ ທຸກຢ່າງ ທຸກພາກສ່ວນມີສ່ວນຊ່ວຍກັນຫມົດໃຫ້ສັງຄົມບ້ານເຮົາດີຂື້ນ ໃນອະນາຄົດຕໍ່ຫນ້າຫວັງວ່າ ຊາວຫນຸ່ມລາວ ກໍ່ຄື ຊັບພະຍາກອນຂອງຊາດຈະຊ່ວຍກັນສ້າງສັນຜົນງານດີໆ ເປັນປະໂຫຍດຕໍ່ສັງຄົມ ເປັນຫນ້າເປັນຕາໃຫ້ສົງຄົມເຮົາຕໍ່ໄປ.   ສຳຫລັບທ່ານໃດ່ຍັງບໍ່ທັນໄດ້ເບິ່ງຫນ້ງສັ້ນດ້ວຍທີມງານນີ້ ຫນັງມີຊື່ເລື່ອງວ່າ “ແມ່ຂ້ອຍ” ສາມາດ ກົດເຂົ້າເບິ່ງໄດ້ເລີຍ => ແມ່ຂ້ອຍ ທາງ Youtube ຫຣື  ຮັບຊົມໄດ້ຂ້າງລ່າງນີ້  

]]>
ທີມງານ ຮູບເງົາທັມ ເປີດກອງຖ່າຍຢ່າງເປັນທາງການ ກັບ ຮູບເງົາສັ້ນ ເລື່ອງ ທຳອິດ https://dekwatlaos.com/blog-daily/buddhist-news/%e0%ba%97%e0%ba%b5%e0%ba%a1%e0%ba%87%e0%ba%b2%e0%ba%99-%e0%ba%ae%e0%ba%b9%e0%ba%9a%e0%bb%80%e0%ba%87%e0%ba%bb%e0%ba%b2%e0%ba%97%e0%ba%b1%e0%ba%a1-%e0%bb%80%e0%ba%9b%e0%ba%b5%e0%ba%94%e0%ba%81%e0%ba%ad/116/ Mon, 17 Aug 2020 11:44:00 +0000 ມື້ນີ້ໄດ້ເລີກງາມຍາມດີ ນຳໂດຍ ພຣະອາຈານ ສີສຸກ ສະເຫຼີມຄຸນ ຫົວຫນ້າຫນ່ວຍງານສື່ແລະ ປະຊາສັມພັນຂອງກັມມາທິການເຜີຍແຜ່ ສີລະທັມ ແລະ ປະຕິບັດກັມມະຖານສູນກາງ (ອພສ),ຜູ້ອຳນວຍການສ້າງ,ທີມງານການຜະລິດ ແລະ ນັກສະແດງ ຮ່ວມພິທີເປີດກອງຖ່າຍ ຮູບເງົາສັ້ນ ເລື່ອງ “ແມ່ຂ້ອຍ “ ທີ່ ຫ້ອງການເຜີຍແຜ່ສີລະທັມແລະປະຕິບັດກັມມະຖານສູນກາງ.

ໃນພິທີ ທີມງານ ແລະ ນັກສະແດງ ຮ່ວມຟັງສູດພຣະປະຣິດຕະມຸງຄຸນ ຮັບພອນ,ສູ່ຂວັນ ຈາກ ພຣະອາຈານ ມະຫາເຫວດ ມະເສໄນ ຮອງປະທານອົງການພຸດທະສາສະໜາສຳພັນລາວ  ເມດຕາຮັບນິມົນ ເປັນປະທານໃນພິທີ ເພື່ອຄວາມສຸກ ຄວາມຈະເລີນຮຸ່ງເຮື່ອງ ຂອງຜູ້ກຳກັບ,ຜູ້ອຳນວຍການສ້າງ ແລະ ນັກສະແດງ ແລະ ເພື່ອຄວາມສຳເລັດ ປາດສະຈາກອຸປະສັກໃນການຜະລິດ.

ການສ້າງຮູບເຫງົາ ຖືເປັນພາລະບົດບາດ,ສິດ ແລະ ຫນ້າທີ່ 1 ຂອງຫນ່ວຍງານສື່ ແລະ ປະຊາສຳພັນ ຂອງ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ, ດັ່ງທີ່ພຣະອາຈານໃຫຍ່ ສີທົນໄຊຍະວົງສອນ ຫົວຫນ້າກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ ໃຫ້ສຳພາດ ກັບ ທຊລ ຊ່ອງ 1 ເນື່ອງໃນວັນ ຄົບຮອບ ສື່ມວນຊົນ ແລະ ສື່ສິ່ງພິມລາວ ຄົບຮອບ 70 ປີ ຕອນຫນື່ງວ່າ

ຫນ້າທີ ທີ່ 1 ຜະລິດສື່ທັມມະ ອອກສູ່ລາຍການ ວິທະຍຸ ແລະ ໂທລະພາບ ລວມທັງສື່ອອນໄລນ໌ ເວັບໄຊຕ໌ຕ່າງໆ

ຫນ້າທີ ທີ່ 2 ຈັດພິມປື້ມ ແລະ ວາລະສານ ທັມມະຂອງກັມມາທິການ

ຫນ້າທີ ທີ່ 3 ນຳສະເຫນີ ຜົນງານການເຄືອນໄຫວຂອງກັມມາທິການ ໃນແຕ່ລະວຽກງານ

ຮູບເງົາສັ້ນ ເລື່ອງ “ແມ່ຂ້ອຍ” ເປັນຮູບເງົາອິງທັມມະ ສົ່ງເສີມຄຸນນະທັມ ບອກເລົ່າເລື່ອງລາວ ຂອງ ປານ້ອຍ ແລະ ຄວາມຮັກຂອງຜູ້ເປັນແມ່ ທີ່ຢາກໃຫ້ລູກເປັນຄົນດີ. ແນວໃດ່ກໍ່ຕາມ ຮູບເງົາສັ້ນ ເລື່ອງນີ້ ຈະເປັນເລື່ອງທຳອິດຂອງກັມມາທິການເຜີຍແຜ່ສີລະທັມ…  ຮ່ວມກັບ ນ້ອງໆ ທີມງານ ມິດຕະພາບ ທີ່ມີຄວາມຫລົງໄຫລສາຍການຜະຫລິດ ແລະ ສີລະປະການອອກແບບ ເຊັ່ນ :

1.Thop Topsale ເຈົ້າຂອງເພຈ ຢາກໃຫ້ເບິ່ງ-yarkhaibueng  ມີຜູ້ຕິດຫລາຍກວ່າ 1,40,000 Folllowers

2.Seesouk Souvannaphongsay ເຈົ້າຂອງເພຈ Seesouk Picture ຜູ້ຕິດຕາມກວ່າ 27.000 followers

3.ແລະ ໄດ້ ແມ່ຄຳ (ຄຳພູວັນ ວັນນະຈັກ) ນັກສະແດງອາວຸໂສ ມາສະແດງ ເປັນແມ່

ແມ່ຄຳ ເຄີຍສະແດງຫນັງລາວຫລາຍເລື່ອງທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ ຮັກມະຍ່ອມມະແຍ່ມ, ບາງບົດ,Redemption ສູ່ໂລກພະທຳ ເປັນຕົ້ນ.

]]>