ກິດຈະກຳການກຸສົນ – ເດັກວັດລາວ https://dekwatlaos.com ພວກເຮົາຢາກແບ່ງປັນສາລະທັມ,ປະສົບການຮຽນຮູ້ສັງຄົມ ແລະ ເຕັກໂນໂລຊີແຫ່ງຍຸກສະໄຫມ Tue, 18 May 2021 09:17:30 +0000 en-US hourly 1 https://wordpress.org/?v=6.9.4 https://dekwatlaos.com/wp-content/uploads/2021/11/cropped-Untitled-1-32x32.png ກິດຈະກຳການກຸສົນ – ເດັກວັດລາວ https://dekwatlaos.com 32 32 ເຊີນຮ່ວມຟັງ ເສວະນາທັມ ເລື່ອງ “ພາສາສາດ ເພື່ອການສຶກສາພຣະພຸດທະສາສະໜາ” https://dekwatlaos.com/blog-daily/buddhist-news/%e0%bb%80%e0%ba%8a%e0%ba%b5%e0%ba%99%e0%ba%ae%e0%bb%88%e0%ba%a7%e0%ba%a1%e0%ba%9f%e0%ba%b1%e0%ba%87-%e0%bb%80%e0%ba%aa%e0%ba%a7%e0%ba%b0%e0%ba%99%e0%ba%b2%e0%ba%97%e0%ba%b1%e0%ba%a1-%e0%bb%80%e0%ba%a5/270/ Sun, 04 Oct 2020 15:10:24 +0000 https://dekwatlaos.com/?p=270 ເນື່ອງໃນການສະເຫຼີມສະຫຼອງວັນຄູແຫ່ງຊາດ ທີ 7 ຕຸລາ ປະຈຳປີ 2020 ທີ່ຈະມາເຖີງນີ້ ອັນເປັນວັນລະນຶກເຖິງວິຣະກຳແລະ ຄຸນູປະການຂອງບັນດາຄູອາຈານຜູ້ເປັນແມ່ພິມ ຂອງຊາດ ຜູ້ເປັນກຳລັງສຳຄັນໃນການສ້າງມັນສະໝອງຂອງຊາດ ກໍຄືເຍົາວະຊົນຜູ້ເປັນຊັບພະຍາກອນໃນການສ້າງສາພັດທະນາແລະປົກປັກຮັກສາປະເທດຊາດ

ວິທະຍາໄລສົງອົງຕື້ ຈຶ່ງຈະໄດ້ຈັດກິດຈະກຳຂຶ້ນ ໂດຍມີການນ້ອມນຶກເຖິງຄູອາຈານຜູ້ເປັນບູລະພາຈານຂອງວິທະຍາໄລສົງອົງຕື້ ພ້ອມກັນນັ້ນ ກໍຈັດກິດຈະກຳເສວະນາ ຫົວຂໍ້ “ພາສາສາດ ເພື່ອການສຶກສາພຣະພຸດທະສາສະໜາ” ເຊີ່ງກິດຈະກັມນີ້ຈະມີຂື້ນ ໃນວັນທີ 06/10/2020 ເວລາ 13:00 ນ. ເປັນຕົ້ນໄປ

*ຈຸດປະສົງຂອງການຈັດເສວະນາທັມຄັ້ງນີ້ ຄື
-ເພື່ອໃຫ້ເຫັນຄວາມສຳຄັນຂອງການສຶກສາພາສາບາລີ ສູ່ການຄົ້ນຄວ້າພຣະໄຕປິດົກ
-ເພື່ອການຄວາມເຂົ້າໃຈຢ່າງຖືກຕ້ອງຕໍ່ການຕີຄວາມແລະເຜີຍແຜ່ພຣະພຸດທະສາສະໜາ

ດັ່ງນັ້ນ ຈຶ່ງຂໍເຊີນຄູອາຈານ ນັກສຶກສາ ແລະຜູ້ສົນໃຈທົ່ວໄປ ເຂົ້າຮ່ວມກິດຈະກຳແລະຮັບຟັງການເສວະນາ ໃນໂອກາດນີ້ດ້ວຍ.

ເນື້ອໃນເສວະນາເບື້ງຕົ້ນປະກອບດ້ວຍ
– ການສຶກສາພາສາບາລີເພື່ອເຂົ້າເຖິງພຣະໄຕປິດົກ
– ການຕີຄວາມຄຳສອນພຣະພຸດທຸສາສະໜາໃຫ້ຖືກຕ້ອງແລະເຜີຍແຜ່ໃຫ້ເຂົ້າກັບຍຸກສະໄໝ
-ພຣະໄຕປິດົກ ກໍ່ຄື ຄຳສອນ ຂອງພຣະພຸດທະສາສະໜາ ເປັນຫລັກສາກົນຂອງໂລກ

ພຣະອາຈານຜູ້ຮ່ວມເສວະນາໃນຄັ້ງນີ້ ຄື

1,ພຣະອາຈານ ມະຫາອຸດອນ ອະນຸດຕະໂຣ ປະຮຽນທັມ 7 ປະໂຫຍກ ເຈົ້າອາວາດ ວັດສຸວັນນະປະດິດ

2,ພຣະອາຈານ ມະຫາສິງຫາ ໄຂ່ອຳພອນ ປະຮຽນທັມ 9 ປະໂຫຍກ

3.ພຣະອາຈານ ປອ.ບຸນຈັນ ຈັນທະລິດ ຮອງຜູ້ອຳນວຍການ ວິທະຍາໄລສົງອົງຕື້ ຝ່າຍກິດຈະການ

ຂໍຂອບໃຈຂ່າວບຸນຈາກ FB User Singha Khai Amphone

]]>