ການເຮັດບຸນ – ເດັກວັດລາວ https://dekwatlaos.com ພວກເຮົາຢາກແບ່ງປັນສາລະທັມ,ປະສົບການຮຽນຮູ້ສັງຄົມ ແລະ ເຕັກໂນໂລຊີແຫ່ງຍຸກສະໄຫມ Sat, 02 Oct 2021 13:34:09 +0000 en-US hourly 1 https://wordpress.org/?v=6.9.4 https://dekwatlaos.com/wp-content/uploads/2021/11/cropped-Untitled-1-32x32.png ການເຮັດບຸນ – ເດັກວັດລາວ https://dekwatlaos.com 32 32 ຄົນເຫັນກໍປວດຕາ..ຄົນບູຊາອາດຈະມົວໝອງ https://dekwatlaos.com/buddhology/understanding-the-worshiping-of-the-buddhist-and-learn-what-is-the-suitable-way-to-worship/1323/ Fri, 20 Aug 2021 10:49:17 +0000 https://dekwatlaos.com/?p=1323 01

ຊີວິດຈະເປັນແບບໃດ ຢູ່ທີ່ວ່າເຮົາໃຫ້ຄວາມໝາຍຕໍ່ສິ່ງທີ່ເຮົາພົບເຫັນແນວໃດ

ຄັ້ງໜຶ່ງຜູ້ຂຽນໄດ້ເດີນທາງຈາກນະຄອນຫຼວງວຽງຈັນໄປໄຊຍະບູລີ ຖ້າໃຜເຄີຍໄປຈະຮູ້ວ່າໃນລະຫວ່າງທາງນະຄອນຫຼວງວຽງຈັນ-ໄຊຍະບູລີ ກ່ອນຈະຮອດເມືອງປາກລາຍຈະມີພູໜ່ວຍໜຶ່ງທັງໃຫຍ່ທັງຍາວທັງຂຽວທັງສູງ ເສັ້ນທາງຄົດຄ້ຽວໄປມາຕະຫຼອດທາງ ໃນພູໜ່ວຍນີ້ ໝ່ອງໃດທີ່ເປັນທາງໂຄ້ງ ເຂົາ (ບໍ່ຮູ້ວ່າຜູ້ໃດ) ມັກຈະເອົາສານພຣະພູມໄປວາງໄວ້ ແລ້ວກໍມີການສັກກາຣະບູຊາຕາມຄວາມເຊື່ອດ້ວຍ ຜ້າແດງ ນ້ຳແດງ ເຂົ້າໜົມ ທູບ ທຽນ ດອກໄມ້ ເປັນຕົ້ນ ເບິ່ງແລ້ວຮູ້ສຶກວ່າສັກສິດ ຜູ້ໃດເດີນທາງຜ່ານມາທາງນີ້ ຈະດ້ວຍລົດ ຫຼື ຍ່າງກໍຕາມ ສິ່ງໜຶ່ງທີ່ຂາດບໍ່ໄດ້ກໍຄື ການສັກກາຣະບູຊາ ເປັນການສະແດງອອກເຖິງຄວາມເຄົາລົບຕໍ່ສິ່ງສັກສິດດ້ວຍວິທີການຕ່າງໆ ເຊິ່ງໃນມື້ນັ້ນ ຜູ້ຂຽນໄດ້ນັ່ງລົດຕູ້ຢູ່ເບາະໜ້າໃກ້ໆກັບຄົນຂັບ ເວລາລົດຮອດທາງໂຄ້ງທີ່ມີສານພຣະພູມຕັ້ງຢູ່ ຄົນຂັບມັກຈະບີບແກ ກີດໆ ກີດໆ ຫຼື ບາງໂຄ້ງກໍຈູດກອກຢາແລ້ວໂຍນອອກໄປ ຂ້ອຍສົງໄສວ່າ ເອ໋ ບີບເຮັດຫຍັງ? ຖ້າບີບເຕືອນໃຫ້ລົດອີກຄັ້ນຮູ້ວ່າມີລົດສວນທາງມາອີກຝັ່ງ ກໍໜ້າຈະບີບທຸກໂຄ້ງ ແຕ່ວ່າອັນນີ້ລາວບີບສະເພາະໂຄ້ງທີ່ມີສານພຣະພູມ ຂ້ອຍອົດສົງໄສບໍ່ໄດ້ກໍເລີຍຖາມຂຶ້ນວ່າ

ພໍ່ອອກ..ເປັນຫຍັງຄືຕ້ອງບີບແກເມື່ອຮອດທາງໂຄ້ງທີ່ມີສານພຣະພູມ

ອໍ..ເປັນການສະແດງຄວາມເຄົາລົບຕໍ່ເຈົ້າພໍ່ ລາວຕອບໜ້າຕາເສີຍ

ຖ້າບໍ່ບີບບໍ່ໄດ້ຫວ໋າ ຂ້ອຍຖາມຕໍ່

ໂອ້..ຄູບາບໍ່ຮູ້ຫວ໋າ ສະຖານທີ່ແບບນີ້ເປັນໝ່ອງສັກສິດ ຜູ້ໃດຜ່ານໄປຜ່ານມາແລ້ວບໍ່ສະແດງຄວາມເຄົາລົບ ເຈົ້າພໍ່ຢູ່ນີ້ຖີບຕົກເຫວໄປຫຼາຍຄັນແລ້ວເດ້!

ໂອ້!!!!!!!!!!!! (ເຄື່ອງໝາຍຕົກໃຈເທົ່າກັບຄົນໃນລົດ)..ຂະໜາດນັ້ນເລີຍຫວ໋າ

ແມ່ນແທ໋ ຂ້ານ້ອຍ

ຮວຍ..ອ້າຍໂຊເຟີ ຈັ່ງຊັ້ນເຈົ້າກໍບີບດັງໆແດ່ເດີ ພໍ່ອອກຄົນໜຶ່ງທີ່ນັ່ງຢູ່ເບາະຫຼັງເວົ້າຂຶ້ນ

ຂ້ອຍກໍໄດ້ແຕ່ນັ່ງຍິ້ມຢູ່ໃນໃຈ..ເລື່ອງນີ້ຈົບເທົ່ານີ້ ເອວັງ ກໍມີດ້ວຍປະກາຣະ ສະນີ້ ຯ

02

ຈະວ່າໄປ ເມື່ອເວົ້າເຖິງ “ການສັກກາຣະ, ການບູຊາ, ການຂາບໄຫວ້” ຊາວພຸດເຮົາໜ້າຈະຄຸ້ນເຄີຍກັບຄຳເຫຼົ່ານີ້ດີ ໂດຍສະເພາະຊາວພຸດລາວທີ່ມີວິຖີຊີວິດຄຸກຄີຢູ່ກັບເລື່ອງແບບນີ້ຕັ້ງແຕ່ເກີດຈົນຕາຍ ເຊິ່ງການບູຊາຂອງແຕ່ລະຄົນກໍມີຈຸດໝາຍທີ່ແຕກຕ່າງກັນໄປ ບາງຄົນບູຊາເພື່ອປາຖະໜາໃຫ້ໄດ້ສິ່ງນັ້ນສິ່ງນີ້ ບາງຄົນບູຊາເພື່ອໃຫ້ເກີດຄວາມເປັນສິຣິມຸງຄຸນແກ່ຊີວິດ ບາງຄົນຂາບໄຫວ້ບູຊາເພື່ອໃຫ້ສິ່ງສັກສິດປົກປ້ອງຄຸ້ມຄອງໃຫ້ຢູ່ລອດປອດໄພ ບາງຄົນຂາບໄຫວ້ບູຊາເພື່ອຂໍຫວຍຂໍເບີ “ອັນນີ້ກໍບໍ່ວ່າກັນ ຕາບໃດທີ່ການຂໍຮ້ອງອ້ອນວອນນັ້ນຍັງຕັ້ງຢູ່ບົນພື້ນຖານຂອງຄວາມເປັນໄປໄດ້” ໃນມະຫາປະຣິນິບພານະສູດໄດ້ກ່າວເຖິງວິທີການບູຊາໄວ້ 2 ຢ່າງຄື ໜຶ່ງ-ອາມິດສະບູຊາ ໝາຍເຖິງ ການບູຊາດ້ວຍວັດຖຸ ສິ່ງຂອງ ເຊັ່ນ ດອກໄມ້ ທູບ ທຽນ ຂອງຫອມຕ່າງໆ ສອງ-ປະຕິບັດບູຊາ ໝາຍເຖິງ ການບູຊາດ້ວຍການນຳຫຼັກຈະຣິຍະທັມມາປະຕິບັດເພື່ອຍົກລະດັບຄຸນນະພາບຂອງຈິດໃຈໃຫ້ສູງຂຶ້ນ

ການບູຊາທັງສອງຢ່າງນີ້ຖ້າເຮົາສາມາດນຳມາປະຕິບັດໃນຊີວິດປະຈຳວັນໄດ້ຢ່າງຖືກຕ້ອງກໍຈະເປັນປະໂຫຍດຕໍ່ການພັດທະນາຊີວິດຢ່າງຍິ່ງ ໂດຍສະເພາະການບູຊາແບບທີໜຶ່ງ ຊາວພຸດເຮົາມັກຈະນຳມາປະຕິບັດຜິດແຜກອອກໄປຈາກວັດຖຸປະສົງທີ່ແທ້ຈິງ ການສັກກາຣະ, ຂາບໄຫວ້, ບູຊາ (ທັງສາມຄຳນີ້ສາມາດໃຊ້ແທນກັນໄດ້) ຈະເກີດຄວາມເປັນສິຣິມຸງຄຸນແກ່ຊີວິດນັ້ນຈຳເປັນຕ້ອງເຮັດໃຫ້ຖືກຕ້ອງ

ໃນມຸງຄຸນສູດ ໄດ້ກ່າວເຖິງວ່າ ການບູຊາທີ່ຖືກຕ້ອງ ຫຼື ການບູຊາຜູ້ທີ່ຄວນບູຊາ ວ່າ ເປັນມຸງຄຸນອັນສູງສຸດຢ່າງໜຶ່ງ ການກ່າວເຊັ່ນນີ້ ສະແດງໃຫ້ເຫັນວ່າ ມີການບູຊາທີ່ບໍ່ຖືກຕ້ອງ ໝາຍຄວາມວ່າ ເມື່ອມີການບູຊາທີ່ຖືກຕ້ອງ ໃນທາງກົງກັນຂ້າມຕ້ອງມີການບູຊາທີ່ບໍ່ຖືກຕ້ອງ ຖາມວ່າຊິຮູ້ໄດ້ແນວໃດວ່າການບູຊາທີ່ເຮົາກຳລັງເຮັດຢູ່ນີ້ເປັນການບູຊາທີ່ຖືກຕ້ອງຫຼືບໍ່ ໃນມຸງຄຸນສູດໄດ້ກ່າວວ່າ “ການບູຊາໃດກໍແລ້ວແຕ່ ເມື່ອກະທຳລົງໄປແລ້ວ ນຳຊີວິດໄປສູ່ຄວາມຈະເລີນກ້າວໜ້າ ທັງທາງດ້ານຮ່າງກາຍ ແລະ ຈິດໃຈ ການບູຊານັ້ນເປັນການບູຊາທີ່ຖືກຕ້ອງ ໃນທາງກົງກັນຂ້າມຖ້າການບູຊາໃດບໍ່ນຳຊີວິດໄປສູ່ຄວາມຈະເລີນສະແດງວ່າການບູຊານັ້ນບໍ່ຖືກຕ້ອງ”

03

ຄຳຖາມກໍຄືວ່າ ການບູຊາໃນລັກສະນະທີ່ໂຊເຟີລົດສະແດງອອກດ້ວຍການບີບແກກໍດີ ຫຼື ຈູດກອກຢາແລ້ວໂຍນອອກໄປກໍດີ ການບູຊາແບບນີ້ເປັນການບູຊາທີ່ນຳຊີວິດພາໄປສູ່ຄວາມຈະເລີນບໍ່?

ຖ້າໃຫ້ ຄວັນສີເທົາ ຕອບ ລາວຄົງບອກວ່າ

ຂໍແຍກອອກເປັນສອງປະເດັນ ໜຶ່ງ- ອາການຂອງຜູ້ບູຊາ ແລະ ສອງ- ຄຸນສົມບັດຜູ້ຖືກບູຊາ

ປະເດັ່ນທີໜຶ່ງ ຖ້າສົມມຸດຂ້ອຍເປັນເຈົ້າພໍ່ ກຳລັງຈຳສີນຢູ່ດີໆແລ້ວມີຄົນມາສະແດງຄວາມເຄົາລົບດ້ວຍການບີບແກໃສ່ ຫຼື ຈູດກອກຢາແລ້ວໂຍນອອກໄປ ຖ້າມີປືນຂ້ອຍຈະຍິງສວນມາທັນທີ ໂທດຖານທີ່ມາລົບກວນສະມາທິ ອາການສະແດງອອກແບບນີ້ມັນສື່ເຖິງຄວາມເຄົາລົບນອບນ້ອມໝ່ອງໃດ ເວົ້າງ່າຍໆວ່າ ອາການຂອງບຸກຄົນທີ່ຕ້ອງການຂາບໄຫວ້ບູຊາ ຍັງສະແດງອອກຢ່າງບໍ່ເຄົາລົບນອບນ້ອມແລ້ວ ເຮົາຊິກ່າວວ່າເປັນການບູຊາໄດ້ແນວໃດ

ເວົ້າເຖິງເລື່ອງນີ້ ໃນມື້ຕັກບາດວັນເຂົ້າພັນສາ ຫຼາຍຄົນອາດຈະເຫັນພາບໆໜຶ່ງທີ່ມີຄົນເອົາດອກໄມ້ ທູບ ທຽນ ກະຕຸກນ້ຳ ເຂົ້າໜົມ ໄປວາງໄວ້ກ້ອງຕົ້ນໂພ ໂດຍສ່ວນຕົວຜູ້ຂຽນບໍ່ຮູ້ວ່າວັດຖຸປະສົງຂອງການເອົາສິ່ງເຫຼົ່ານີ້ໄປວາງໄວ້ນັ້ນ ແມ່ນຫຍັງແທ້ ຈະວ່າເປັນການບູຊາກໍເວົ້າໄດ້ບໍ່ເຕັມປາກ ເພາະວ່າພາບທີ່ເຫັນເໝືອນເປັນກອງຂີ້ເຫຍື້ອຫຼາຍກວ່າການບູຊາ ບາງຄົນອາດຈະແຍ້ງວ່າ ຄວັນສີເທົາ ເຈົ້າຄືເບິ່ງໂລກໃນແງ່ຮ້າຍແທ້ ການເອົາດອກໄມ້ຂອງຫອມຕ່າງໆ ໄປວາງໄວ້ແບບນັ້ນເປັນການບູຊາອີກແບບໜຶ່ງ ແຕ່ເປັນການບູຊາເທວະດາ, ຜີບັນພະບຸລຸດ, ຜີໄຮ້ຍາດຂາດມິດ ຫຼື ບູຊາຕົ້ນໂພອັນເປັນສັນຍະລັກວ່າຄັ້ງໜຶ່ງເຈົ້າຊາຍສິດທັດຖະເຄີຍອາໄສຮົ່ມເງົາຕົ້ນໄມ້ຊະນິດນີ້ແລ້ວເຮັດໃຫ້ພຣະອົງຕັດສະຮູ້ເປັນພຣະພຸດທະເຈົ້າ ຂ້ອຍເຂົ້າໃຈຢູ່ວ່າ ການເຮັດແບບນີ້ເປັນປະເພນີທີ່ເກົ່າແກ່ຂອງຊາວພຸດລາວຢ່າງໜຶ່ງ ແຕ່ສິ່ງທີ່ຂ້ອຍສົນໃຈກໍຄື ຮູບແບບຂອງການສະແດງອອກເຖິງຄວາມເຄົາລົບແບບນີ້ ບໍ່ຄ່ອຍເໝາະສົມ ໃນຍຸກເລີ່ມຕົ້ນຂອງອານາຈັກລາວລ້ານຊ້າງກໍມີການບູຊາຜີບັນພະບູລຸດຕ່າງໆແບບນີ້ແຫຼະ ແຕ່ຂ້ອຍຄິດວ່າຄົນສະໄໝນັ້ນ ເຂົາໜ້າຈະຈັດເຄື່ອງບູຊາໃຫ້ເປັນລະບຽບຮຽບຮ້ອຍກວ່ານີ້ ບໍ່ແມ່ນວາງກະຈັດກະຈາຍ ຢາກວາງໃສ່ຕົ້ນໄມ້ຕົ້ນໃດກໍວາງ ເບິ່ງແລ້ວແທນທີ່ຊິເກີດຄວາມປີຕິຍິນດີ ກັບກາຍເປັນວ່າຮູ້ສຶກເສົ້າສະຫຼົດໃຈ ຂ້ອຍເຊື່ອວ່າຄົນທີ່ເອົາເຄື່ອງບູຊາໄປວາງໄວ້ຕາມຕົ້ນໄມ້ຕ່າງໆ ເຂົາກໍເຮັດດ້ວຍໃຈທີ່ບໍລິສຸດໃຈ ເໝືອນກັບການບູຊາພຣະພຸດທະຮູບ ແຕ່ວ່າລືມຄິດໃນແງ່ຂອງຄວາມສະອາດ ຄວາມເໝາະສົມ ຂອງຮູບແບບໃນການສະແດງອອກ. ດັ່ງນັ້ນ ຈຶ່ງຢາກເຊີນຊວນຜູ້ອ່ານວ່າເຮົາບູຊາຮູບແບບໃໝ່ດີບໍ່ ແບບໃດກໍໄດ້ທີ່ເບິ່ງແລ້ວເຮັດໃຫ້ເກີດຄວາມຮູ້ສຶກເປັນສຸກໃຈ ຄົນເຫັນກໍສະບາຍຕາ ຄົນບູຊາກໍສະບາຍໃຈ ເລື່ອງນີ້ ຝາກໃຫ້ຜູ້ອ່ານຊ່ວຍກັນຄິດຫາວິທີແກ້ໄຂຮ່ວມກັນເນາະ

ສ່ວນປະເດັນທີສອງ ເວົ້າເຖິງຄຸນສົມບັດຂອງ ສິ່ງ ຫຼື ບຸກຄົນທີ່ເຮົາບູຊາ ໂດຍທົ່ວໄປແລ້ວສິ່ງໃດກໍຕາມທີ່ສົມຄວນໄດ້ຮັບການຂາບໄຫວ້ບູຊານັ້ນ ຕ້ອງເປັນສິ່ງທີ່ດີ ມີຄວາມເມດຕາ ມີຄວາມກະລຸນາ ເຊັ່ນ ພຣະພຸດ ພຣະທັມ ພຣະສົງ ພໍ່ແມ່ ຄູອາຈານ ແລະ ຜູ້ທີ່ມີພຣະຄຸນເປັນຕົ້ນ ສິ່ງ ຫຼື ບຸກຄົນເຫຼົ່ານີ້ ເປັນສິ່ງທີ່ເຮົາຄວນບູຊາເພາະທ່ານເຫຼົ່ານີ້ເປັນຜູ້ທີ່ມີພົມວິຫານສີ່ ເຊິ່ງຖ້າປຽບທຽບກັບເຈົ້າພໍ່ທີ່ກ່າວເຖິງຂ້າງຕົ້ນ ຂ້ອຍວ່າຍັງຫ່າງໄກກັນຫຼາຍ ເພາະວ່າເຈົ້າພໍ່ຕ້ອງການໃຫ້ຄົນມາເຄົາລົບ ຖ້າຜູ້ໃດບໍ່ສະແດງຄວາມເຄົາລົບກໍຖີບໄສໄລ່ສົ່ງ ຕົກເຫວໄປກໍຫຼາຍຄັນແລ້ວ ອັນນີ້ຄວັນສີເທົາບໍ່ມີວັນເຄົາລົບແນ່ນອນ ອີກຢ່າງໜຶ່ງ ຂ້ອຍຢາກຖາມເຈົ້າພໍ່ທີ່ເຝົ້າສານພຣະພູມວ່າ ມີສິດຫຍັງມາຖີບລົດຄົນນັ້ນຄົນນີ້ໃຫ້ຕົກເຫວ ເຮັດໃຫ້ຄົນອື່ນລົ້ມຕາຍ ບໍ່ຢ້ານຕົກນະຮົກຫວ໋າ?

04

ຈາກສອງປະເດັນທີ່ກ່າວມາ ຈະເຫັນໄດ້ວ່າ ການບູຊາແບບໂຊເຟີລົດ ກໍດີ ການເອົາເຄື່ອງສັກກາຣະໄປວາງໄວ້ຕາມຕົ້ນໄມ້ ກໍດີ ເປັນການບູຊາທີ່ເຫັນແລ້ວເຮັດໃຫ້ເກີດຄວາມເສົ້້າໃຈຫຼາຍກວ່າຄວາມສະບາຍໃຈ ເມື່ອເກີດຄວາມເສົ້າໃຈແລ້ວ ຈະເປັນການກະທຳທີ່ນຳຊີວິດໄປສູ່ຄວາມຈະເລີນໄດ້ແນວໃດ ສະນັ້ນ ການທີ່ເຮົາຈະບູຊາສິ່ງໃດກໍ່ແລ້ວແຕ່ ສິ່ງທີ່ເຮົາຄວນຄຳນຶງກໍຄື ອາການທີ່ເຮົາສະແດງອອກວ່າເໝາະສົມແລ້ວຫຼືຍັງ ແລະ ຄຸນສົມບັດຂອງ ສິ່ງ ຫຼື ບຸກຄົນທີ່ເຮົາບູຊານັ້ນ ເປັນສິ່ງທີ່ສົມຄວນໄດ້ຮັບການຂາບໄຫວ້ບູຊາຫຼືບໍ່ ຂໍໃຫ້ຜູ້ອ່ານຄິດຊ່ວຍກັນເນາະ

ການບູຊາທີ່ຈະນຳພາຊີວິດໄປສູ່ຄວາມຈະເລີນ ຄືການບູຊາທີ່ສະແດງອອກຢ່າງເຄົາລົບນອບນ້ອມ ແລະ ຕັ້ງຢູ່ເທິງພື້ນຖານຂອງຄວາມເຊື່ອທີ່ປະກອບດ້ວຍເຫດຜົນ

ຂໍໃຫ້ທຸກທ່ານສົມຫວັງຕາມທີ່ຕົນປາຖະໜາ..ເອວັງ ຯ

ຄວັນສີເທົາ ຂຽນ

ລະດູຝົນ, ປີ 2564.

]]>
ສາຍບຸນຈາກນະຄອນຫຼວງວຽງຈັນ-ໄຊຍະບູລີ 3 ວັນ 2 ຄືນ https://dekwatlaos.com/travel-lo/%e0%ba%aa%e0%ba%b2%e0%ba%8d%e0%ba%9a%e0%ba%b8%e0%ba%99%e0%ba%88%e0%ba%b2%e0%ba%81%e0%ba%99%e0%ba%b0%e0%ba%84%e0%ba%ad%e0%ba%99%e0%ba%ab%e0%ba%bc%e0%ba%a7%e0%ba%87%e0%ba%a7%e0%ba%bd%e0%ba%87%e0%ba%88/495/ Tue, 08 Dec 2020 13:23:34 +0000 https://dekwatlaos.com/?p=495 ຜ້າປ່າສາມັກຄີຈາກນະຄອນຫຼວງວຽງຈັນ ຖອດຖວາຍທີີວັດໂພສີສະຫວ່າງ ບ້ານນຳ້ພຸ ເມືອງບໍແຕນ ແຂວງໄຊຍະບູລີ ລະຫວ່າງວັນທີ່ 4-6/12/2020 ນຳໂດຍ ພຣະອາຈານ ແກ້ວພຣະຈັນ ຍົດປັນຍາ ເຈົ້າອະທິການວັດປ່າສະຫວັນພຣົມດົງໝາກຄາຍ.

ເຊົ້າວັນທີ 4 ເວລາ ປະມານ 8 ໂມງ ຄະນະເລີ່ມອອກເດີນຈາກນະຄອນຫລວງວຽງຈັນ ດ້ວຍຂະບວນລົດຕູ້ 29 ຄັນ ລົດເມ 1 ຄັນ ລວມຄະນະເດີນທາງໃນຄັ້ງນີ້ ຫຼາຍກວ່າ 50 ຄົນ.

10 ຊົ່ວໂມງຜ່ານໄປ ຄະນະເດີນທາງມາເຖີງທີ່ບ້ານເປົ້າຫມາຍກໍ່ພໍດີຄ່ຳ. ແຕ່ກໍ່ຍັງມີພີ່ນ້ອງຊາວບ້ານ ນ້ອງໆນັກຮຽນມາຢືນຕ້ອນຮັບຄະນະ ແລະ ຮ່ວມແຫ່ກອງຜ້າປ່າເຂົ້າບ້ານນຳກັນ.

ເຊົ້າວັນທີ 5 ຫຼັງຈາກພຣະສົງສັນພັດຕາຫານເຊົ້າ ຍາດໂຍມ ເສສັງ ມັງຄະລາຍາມິ ແລ້ວ ພຣະອາຈານ ໄດ້ຈັດທຣີບ ທ່ອງທ່ຽວທຳມະຊາດ ມີ ນ້ຳຕົກຕາດ ແກ້ງທຽນ ແລະ ສາຍແດນ ລາວ ໄທ ໃຫ້ຄະນະໃນຄັ້ງນີ້ດ້ວຍ. ໃຫ້ສາຍບຸນໄດ້ ຍ໊າວວ! ໄປ.

ນ້ຳຕົກຕາດຮຳ
ສາຍແດນລາວ ໄທ

ທ່ຽວເກືອບວ່າຫມົດມື້ ຈົນຮອດເວລາ ປະມານ 3 ໂມງກວ່າໆ ຄະນະຈື່ງໄດ້ພາກັນກັບ ໄປກຽມແຫ່ ກອງຜ້າປ່າກັນຕໍ່ ການແຫ່ເທື່ອນີ້ ຫຼາຍກວ່າມື້ມາຮອດ ເພາະຊາວບ້ານທຸກຄົນ ແລະ ບ້ານໄກ້ຄຽງ ໄດ້ມາລວມກັນ ໄປຕັ້ງຂະບວນແຫ່ທີ່ ໂຮງຮຽນບ້ານ ມາສູ່ວັດ. ຍ໊າວ!!! ກັນໄປ ອີກຮອບ

ໃນຊ່ວງຄ່ຳ ເປັນພິທີທາງສາສະໜາ ພຣະສົງສູດພຣະປະຣິດຕະມຸງຄຸນ ຟັງທັງມະເທສະນາຈາກພຣະອາຈານແລ້ວ ຜູ້ນູ່ງຂາວຫົ່ມຂາວ ຍາດຕິທັມ ລວມສູດມົນແລງໄປຈົນຮອດ ເວລາ 10 ໂມງ ຈຶ່ງໄດ້ເວລາພັກຜ່ອນ.

ເຊົ້າ ວັນທີ 6 ເປັນພິທີເຮັດບຸນຕັັກບາດໃຫຍ່ຂອງຄະນະ ຮ່ວມກັບຊາວບ້ານ ແລະ ຊາວບ້ານໄກ້ເຮືອນຄຽງ.ແລ້ວໆ  ທຸກຄົນກໍ່ມາເຕົ້າໂຮມກັນອີກເທື່ອຫນື່ງ ເພື່ອຮ່ວມອະນຸໂມທະນາຖວາຍກອງຜ້າປ່າໃຫ້ຄະນະສົງ ເປັນຜູ້ບໍລິຫານຈັດການ ກອງຜ້າປ່ານີ້ ໃນການສ້າງສາພັດທະນາວັດ ອັນເປັນການສຶບຖອດອາຍຸພຣະພຸດທະສາສະໜາສຶບຕໍ່ໄປ.

ຫຼັງຈາກສຳເລັດພິທີທາງສະນາ ສັດທາ ສາທຸຊົນ ຮັບປະທານອາຫານທີ່ຊາວບ້ານໄດ້ເຮັດຕ້ອນຮັບໄວ້ແລ້ວ ກໍ່ໄດ້ເວລາເດີນທາງກັບຂອງຄະນະ.

ໃນລະຫວ່າງເດີນທາງກັບ ແຕ່ລະຄົນເບິ່ງຄືບໍ່ໄດ້ເມື່ອຍຫລ້າ ແຕ່ກັບເວົ້າຈາພາເພີນກັນໄປລະຫວ່າງທາງ ໃຜມີຫຍັງ ໄດ້ປະສົບກັບເຫດການອັນໄດ່ ຈາກຄົນນັ້ນ ຄົນນີ້ ຈາກລູກໄພ້ ລູກເຂີຍ ຄົນນັ້ນຄົນນີ້ ກໍ່ມາເລົ່າສູ່ກັນຟັງ. ຢ່າງບົດສົນທະນາຕອນຫນື່ງຂອງເພີ່ນວ່າ.. ມີລູກເຂີຍຂອງນ້ອງແມ່ ທີ່ຮຽນຈົບ ດຣ.  ທີ່ເຫັນແມ່ໄປວັດທຸກມື້ໆຖາມວ່າ “ແມ່ໄປວັດແລ້ວໄດ້ຫຍັງ”  ແມ່ເພີ່ນຕອບວ່າ ແມ່ບໍ່ຮູ້ວ່າໄດ້ຫຍັງ ແຕ່ມັນເປັນຄວາມສຸກຂອງແມ່ ຄົນເຮົາສຸກບໍ່ຄົງທີ່ ທຸກບໍ່ຄົງທົນດອກລູກ ຊີວິດເຮົາຢູ່ບໍ່ດົນ.

ສາຍບຸນຄົງຮູ້ດີ ວ່າເຮົາໄປວັດແລ້ວໄດ້ຫຍັງ ມັນກໍ່ເປັນເລື່ອງຂອງເຮົາບໍ່ລະ  ແຕ່ສິ່ງຫນື່ງ ທີ່ເຮົາບໍ່ຄວນມີ ຄື ຢ່າໃຫ້ຄຳວ່າ “ເສັ້ນສາຍ” ມາບັງຄັບເຮົາ ອາດຈະດ້ວຍຄວາມເກງໃຈຂອງຜູ້ໃຫຍ່ ຫຣື ຄວາມຄຸ້ນເຄີຍກໍ່ແລ້ວແຕ່ ເຮົາຄວນມີອິດສະຫຼະ ໃນການຕັດສິນໃຈ ໄປດ້ວຍຄວາມຕັ້ງໃຈຢາກໄປ ໃຫ້ດ້ວຍຄວມຕັ້ງໃຈຢາກໃຫ້ ອິຫຼີ  ບໍ່ໄດ້ໃຫ້ເພື່ອອວດ ບໍ່ໄດ້ໄປເພື່ອຍໍ.

ຈາກດັ້ງເດີມ ຜ້າປ່າ ຄືການເອົາຜ້າໄປວ່າງ ພາດໄວ້ ຖອດໄວ້ ຕາມກິ່ງໄມ້ ເຫມືອນກັບຜ້າທີ່ຖີ້ມແລ້ວ ເພື່ອໃຫ້ພຣະສົງມາຊັກເອົາໄປເອງໂດຍທີ່ບໍ່ຕ້ອງກ່າວຄຳຖວາຍ ເຫມືອນການຖວາຍຂອງທົ່ວໄປ. ຜ້າປ່າສາມັກຄີ ໃນປັດຈຸບັນນີ້ ງ່າຍໆກໍ່ຄື ການຮ່ວມກັນຖວາຍຜ້າພ້ອມເຄື່ອງບໍລິວານ ຂະຫຍາຍ ເປັນເງິນ ຫຼື ສິ່ງຂອງທີ່ບໍລິຈາກເພື່ອສາທາລະນະປະໂຫຍດ. ປັດຈຸບັນພົບວ່າ ພິທີການຖອດຖວາຍ ຜ້າປ່າ ນັ້ນ ບໍ່ຈຳເປັນຕ້ອງນຳຜ້າໄປວາງຖີ້ມ ຫຼື ຖອດໄວ້ໃນປ່າອີກແລ້ວ ເພາະປັບໃຫ້ເຂົ້າກັບສັງຄົມສະໄໝໂດຍຖືເອົາຄວາມສະດວກຂອງສາທຸຊົນຜູ້ມາຮ່ວມປະກອບພິທີຖວາຍຜ້າປ່າ ເຊີ່ງຖືວ່າໄດ້ອຸປະໂລກເປັນຜ້າປ່າສຳເລັດແລ້ວ.

]]>
ໄຫວ້ພຣະຢູ່ໃສ່ດີ ? https://dekwatlaos.com/buddhology/%e0%bb%84%e0%ba%ab%e0%ba%a7%e0%bb%89%e0%ba%9e%e0%ba%a3%e0%ba%b0%e0%ba%a2%e0%ba%b9%e0%bb%88%e0%bb%83%e0%ba%aa%e0%bb%88%e0%ba%94%e0%ba%b5/47/ Thu, 07 May 2020 18:23:00 +0000
ໃນບົດຄວາມນີ້ຜູ້ຂຽນຫມາຍເຖີງ ການໄຫວ້ ຫຼື ການເຮັດອັນໃດ່ກໍ່ຕາມທີ່ເປັນການສະແດງຄວາມເຄົບລົບຕໍ່ ບໍ່ວ່າຈະເປັນ ພຣະພຸດທະຮູບ, ຮູບຖ່າຍ,ຮູບເຫມືອນ ຫລື ສິ່ງຂອງ ທີ່ກ່ຽວກັບພຣະພຸດທະເຈົ້າ ເຊັ່ນ ໃບໂພແຫ້ງ ຫລື ຕົ້ນໂພທຽມ ທີ່ທ່ານ ອາດຈະມີໄວ້ຢູ່ໃນບ້ານເຮືອນ. ກັບການເດີນທາງອອກຈາກເຮືອນໄປກາບໄຫວ້ພຣະພຸດທະຮູບ ຫລື ຕົ້ນສີມະຫາໂພ ທີ່ຢູ່ຫ່າງໄກບ້ານ ຜົນທີ່ອາດຈະໄດ້ຮັບແຕກຕ່າງ ຫຼື ເຫມືອນກັນແນວໃດ່?

ພຣະພຸດທະຮູບທຸກຮູບ ທຸກລັກສະນະ ບໍ່ວ່າຈະຢູ່ໃສ່ ປະເທດໃດ່ ກໍ່ເປັນການສ້າງສະແດງແທນເຖີງ (Attribute) ພຣະເຈົ້າອົງດ່ຽວກັນ ຄື ໂຄຕະມະພຸດທະເຈົ້າ, ແນ່ນອນວ່າພຣະພຸດທະຮູບໃນແຕ່ລະປະເທດມີລັກສະນະທີ່ແຕກຕ່າງກັນຢູ່ ເພາະຝີມືສີລະປະຂອງແຕ່ລະບຸກຄົນມີບໍ່ເທົ່າກັນ ແຕ່ກໍ່ເຊື່ອວ່ານັກສີລະປະ ໄດ້ພະຍາຍາມສ້າງຕາມແບບຂອງ ມະຫາບຸຣິສະລັກສະນະ 32 ປະການ ທີ່ມີມາໃນພຣະໄຕຣປິດົກ.

ດັ່ງນັ້ນ ການໄຫວ້ພຣະພຸດທະຮູບ ຖ້າມາເບິ່ງ ວັດຖຸປະສົງດັ້ງເດີມຂອງການໄຫວ້ພຣະ ບໍ່ວ່າຈະໄຫວ້ຢູ່ເຮືອນ,ຢູ່ວັດ ຫຼື ສາສະນະສະຖານທີ່ໃດ່ໆ ກໍ່ບໍ່ມີຄວາມແຕກຕ່າງກັນ ແຕ່ທີ່ສຳຄັນ ຕ້ອງເປັນສະຖານທີ່ສະຫງົບ ບໍ່ມີສຽງລົບກວນ ແລ້ວ ຕັ້ງຈິດ ນ້ອມລະນຶກເຖີງ ພຣະພຸດທະຄຸນ ຂາບເທື່ອທີ່ 1, ລະນຶກເຖີງ ພຣະທັມມະຄຸນ ຂາບເທື່ອທີ່ ແລະ ລະນຶກເຖີງ ພຣະສັງຄະຄຸນ ຂາບເທື່ອທີ່ 3 ຈາກນັ້ນ ຕັ້ງໃຈ ສາທະຍາຍບົດສູດ ຖ້າເປັນຄະລະວາດ ບໍ່ສາມາດທ່ອງບົດສູດໄດ້ ເຮົາກໍ່ສາມາດອ່ານຕາມແບບຕຳລາບົດສູດມົນຕ໌ ເຊົ້າ-ແລງ  ມີທັງແບບ ບາລີ ແລະ ບາລີ ແປ ລາວ.

ສຳຫຼັບຜູ້ເລີ່ມຕົ້ນ ຄິດວ່າຕົນຍັງອ່ານພາສາບາລີ ຫຼື ສູດຍັງບໍ່ຖືກຕ້ອງຕາມອັກຂະລະ ອາດຈະເຂົ້າໄປສູດໃນວັດລວມຫມູ່ກັບພຣະສົງ ໃນເບື້ອງຕົ້ນເຮົາອາດຈະພະຍາຍາມຟັງ ແລ້ວ ອ່ານຕາມ. 

ການສາທະຍາຍບົດສູດມົນຕ໌ກໍ່ເຫມືອນການທົບທວນຄຳສອນຂອງພຣະພຸດທະເຈົ້າ ດັ່ງນັ້ນ ຖ້າເຮົາສູດພ້ອມເຂົ້າໃຈຄວາມຫມາຍຂອງພາສາກໍ່ຈະດີຫຼາຍ.ຖ້າພຽງແຕ່ໄປນັ່ງນົບມື ຟັງພາສາບາລີທີ່ບໍ່ເຂົ້າໃຈຄວາມຫມາຍແລ້ວ ຈິດໃຈຍັງຟຸ້ງຊ່ານໄປທາງອື່ນອີກ ອາດຈະບໍ່ເກີດປະໂຫຍດອັນໃດ່ເທົ່າທີ່ຄວນ.

ບາງຄົນມີຄວາມເຊື່ອວ່າ ການກາບໄຫວ້ພຣະພຸດທະຮູບອົງໃຫຍ່ກວ່າ ຈະໄດ້ບຸນຫຼາຍກວ່າພຣະກາບພຣະພຸດທະຮູບອົງນ້ອຍ ຫຼື ເດີນທາງໄປກາບພຣະໃຫ້ໄດ້ເກົ້າວັດ ຊີວິດຈະໄດ້ຈະເລີນກ້າວຫນ້າ ຄວາມເຊື່ອແບບນີ້ ຟັງເຫມືອນບໍ່ຄ່ອຍຈະຖືກຕ້ອງ ດັ່ງຄຳເວົ້າຂອງນັກປັດຊະຍາທ່ານຫນື່ງກ່າວວ່າ “ສາສະໜາພຸດ ເນັ້ນຄວາມຈະເລີນທາງຈິດໃຈ ທີ່ສ້າງພຣະພຸດທະຮູບອົງໃຫຍ່ ຫລື ສາສະນະສະຖານ ອະລັງການ ກໍ່ເພື່ອດຶງດູດສັດທາເທົ່ານັ້ນ.”  ແນ່ນອນວ່າ ສິ່ງທີ່ທ່ານຈະໄດ້ ກໍ່ຄື ຄວາມອັດສະຈັນໃຈ ທີ່ໄດ້ເຫັນພຣະພຸດທະຮູບອົງໃຫຍ່ ຫລື ໄດ້ພົບກັນລະຍານະມິດຕະຫລອດເສັ້ນທາງການເດີນທາງ ດີແດ່ ຄື ໄດ້ໃຫ້ທານ ຮັກສາ ສີນ ພາວະນາ.

ພຣະພຸດທະເຈົ້າກໍ່ເຫມືອນພໍ່ແມ່ແຫ່ງທັມ ຜູ້ທີ່ນຳຄວາມສຸກ ຄວາມສະຫງົບ ຄວາມຈະເລີນກ້າວໜ້າທາງຈິດໃຈມາສູ່ມະນຸດທຸກຄົນ ຈະໃຫ້ ຜູ້ຂຽນບັນຍາຍຄຸນຂອງພຣະພຸດທະເຈົ້າ ພຣະທັມມະເຈົ້າ ແລະ ພຣະສັງຄະເຈົ້າຄົງຊິບໍ່ຫມົດ. ຂໍບັນຍາຍຄຸນຂອງພໍ່ແມ່ປຽບທຽບໃນທີ່ນີ້ວ່າ ພໍ່ແມ່ ມີຄຸນຕໍ່ບຸດທິດາ ຄື ໃຫ້ກຳເນີດ ບຳລຸງ ລ້ຽງເຂົ້າຫນົມ ນົມເນີຍ ຈົນເຕີບໃຫຍ່ ຮູ້ຄວາມ ຖ້າເຮົາຮູ້ຄຸນຂອງພໍ່ແມ່ປານນັ້ນ ກໍ່ຄວນຈະໃຫ້ຄວາມເຄົາລົບບູຊາ ພໍ່ແມ່ ເຫມືອນພຣະ ໃນບ້ານ ເມື່ອທ່ານຈາກໄປ ກໍ່ເຮັດບຸນອຸທິດຫາ ຫລື ອາດຈະມີ ຮູບປັ້ນ ຮູບຖ່າຍເກັບໄວ້ ເປັນທີ່ລະນຶກ ຄິດເຖີງ ຄຸນງາມຄວາມດີຂອງເພີ່ນ ແລະ ແບບຢ່າງທີ່ດີທີ່ເພີ່ນໄດ້ປະຕິບັດຕໍ່ເຮົາ. 

ສະຫລຸບວ່າ ການໄຫວ້ພຣະພຸດທະຮູບ ອົງນ້ອຍ ຫຼື ອົງໃຫຍ່ ຢູ່ໄກ້ ຫຼື ໄກ ຢູ່ບ້ານໃຕ້ ຫລື ບ້ານເຫນືອ ກໍ່ມີວັດຖຸປະສົງອັນດ່ຽວກັນ ຄື ລະນຶກ ແລະ ບູຊາຄຸນ ຂອງພຣະສາສະດາສັມມາສັມພຸດທະເຈົ້າ ພ້ອມນຳຫລັກທັມທີ່ເພີ່ນສອນມາປະຕິບັດ.

 

]]>
ການສູດມົນຕ໌ແນວໃດ່ໃຫ້ໄດ້ບຸນ https://dekwatlaos.com/buddhology/%e0%ba%aa%e0%ba%b9%e0%ba%94%e0%ba%a1%e0%ba%bb%e0%ba%99%e0%ba%95%e0%bb%8c%e0%bb%81%e0%ba%99%e0%ba%a7%e0%bb%83%e0%ba%94%e0%bb%88%e0%bb%83%e0%ba%ab%e0%bb%89%e0%bb%84%e0%ba%94%e0%bb%89%e0%ba%9a%e0%ba%b8/50/ Sun, 26 Apr 2020 15:50:00 +0000 ຄັ້ງຫນຶ່ງມີພຣະສາວົກຮູບຫນຶ່ງຂອງພຣະພຸດທະເຈົ້ານາມວ່າ ວັກກະລີ ແຕ່ລະມື້ຈະໄປນັ່ງເບິ່ງພຣະພຸດທະເຈົ້າ ເພິ່ນໄປໃສ່ ລາວກໍ່ຈະຕິດຕາມໄປ ຈົນບໍ່ກິນເຂົ້າ ກິນນ້ຳ ເພື່ອໃຫ້ໄດ້ໄກ້ສິດ ແບບວ່ານັ່ງເບິ່ງຢ່າງດ່ຽວກໍ່ມີຄວາມສຸກແລ້ວ ຈົນມີມື້ຫນຶ່ງພຣະພຸດທະເຈົ້າຖາມວ່າ ວັກກະລີ ເຈົ້າມາເຮັດຫຍັງຢູ່ນີ້ ? ວັກກະລີ ຕອບ ຂ້າແຕ່ພຣະພຸດທະເຈົ້າ ເມື່ອຂ້າພະເຈົ້າເຫັນຮູບຮ່າງ ຜິວພັນຣາສີຂອງພຣະອົງຂ້າພຣະເຈົ້າໄດ້ຮັບປິຕິຍ່າງຍິ່ງ ແລ້ວພຣະພຸດທະເຈົ້າກ່າວກັບລາວວ່າ ຮ່າງກາຍຂອງເຮົານີ້ໄຮ້ປະໂຫຍດ ຫາສາຣະບໍ່ມີ ບໍ່ສະອາດ ເປັນຂອງບໍ່ທ່ຽງ ຜູ້ທີ່ເຫັນເຮົາ ຄືຜູ້ເຫັນທັມ (ໂຍ ໂຄ ທັມມັງ ປັສສຕິ ໂສ ມັງ ປັສສຕິ) ຜູ້ເຫັນທັມໃນທີ່ນີ້ ຫມາຍເຖີງ ຜູ້ເຂົ້າໃຈທັມມະຂອງພຣະອົງເຈົ້າ ກ່ອນການປະລິນິບພານຂອງພຣະພຸດທະເຈົ້າ ຜູ້ຕິດຕາມ ຫລື ພຸດທະສາສະນິກກະຊົນ ນຳດອກໄມ້ຂອງຫອມ ເພື່ອທີ່ຈະເຂົ້າໄປສັກກາລະບູຊາພຣະພຸດທະເຈົ້າເປັນຄັ້ງສຸດທ້າຍ ໃນຕອນຫນື່ງພຸດທະເຈົ້າກ່າວວ່າ ຖ້າຫາກຢາກບູຊາເຮົາແທ້ໆ ຈົ່ງນຳທັມມະທີ່ພຣະອົງສອນແມ່ນພຽງຂໍ້ດ່ຽວໄປປະຕິບັດ ຍັງດີກວ່າ. ນີ້ກໍ່ສະແດງໃຫ້ເຫັນວ່າ ການບູຊາດ້ວຍ ເຄື່ອງບັນນາການ ດອກໄມ້ ຂອງຫອມ ເປັນສິ່ງທີ່ພຣະພຸດທະເຈົ້າ ບໍ່ໄດ້ສະນັບສະນູນ ເທົ່າກັບການນຳຫຼັກທັມທີ່ພຣະອົງສອນໄປປະຕິບັດ ຄືການ ປະຕິບັດບູຊາ.

ຈາກເລື່ອງດັ່ງກ່າວສາມາດເຫັນໄດ້ວ່າ ພຣະພຸດທະເຈົ້າບໍ່ໄດ້ສົນໃຈພິເສດຫຍັງກ່ຽວກັບຮ່າງກາຍ ຫລື ສະນັບສະນູນໃຫ້ມີການສ້າງພຸດທະຮູບຕັ້ງແຕ່ທຳອິດ ແຕ່ດ້ວຍແຮງສັດທາຂອງຊາວພຸດໃນພາຍຫຼັງ ຈຶ່ງມີການສ້າງພຣະພຸດທະຮູບ,ຮູບເຫມືອນຕ່າງໆ ຕາມແຕ່ຈີນຕະນາການຂອງສີລະປະກອນ ອິ່ງຕາມການສຶກສາຄົ້ນຄວ້າຂອງນັກປະຫວັດສາດພຣະພຸດທະຮູບ(image) ໄດ້ຮັບການປັ້ນແຕ່ງຂຶ້ນ 500 ປີ ຫລັງຈາກພຸດທະເຈົ້າປະລິນິບພານແລ້ວ ເມື່ອສະໄໝອິນເດຍເປັນເມືອງຂຶ້ນຂອງຊາວກຣີກກັບໄຊຊະນະຂອງພຣະເຈົ້າອະເລັກຊັນເດີ ດັ່ງນັ້ນພຣະພຸດທະຮູບໃນຊ່ວງກ່ອນ ຈະມີລັກສະນະເຫມືອນຊາວກຣີກ ຕາມຈິນຕະນາການຂອງນັກສີລປະ ແລະ ຂະຍາຍອິດທິພົນໄປທົ່ວໂລກ.

ຊື່ງພຣະພຸດທະຮູບຂອງແຕ່ລະປະເທດຈະບໍ່ເຫມືອນກັນ ຫລາຍແບບ ຫລາຍປາງ ແຕກຕ່າງກັນໄປ ພຣະພຸດທະຮູບໃນ ຈີນ, ພະມ້າ, ໄທ, ມີລັກສະນະຕ່າງກັນ ການໄຫວ້ ຄື ການສະແດງຄວາມເຄົາລົບນັບຖື (respect) ເຊັ່ນທີ່ມີມາໃນສະໄຫມພຸດທະການ ພຣະຜູ້ບວດທີ່ຫລັງ ຈະຕ້ອງໄຫວ້ ຜູ້ບວດກ່ອນ, ພຣະສາລີບຸດ ເມື່ອຮູ້ວ່າ ພຣະອັດສະສິ ຢູ່ທາງທິດໃດ່ ຈະນອນວາຍຫົວໄປທາງນັ້ນ ເພື່ອສະແດງຄວາມເຄົາລົບ ຄວາມຮູ້ບຸນຄຸນຕໍ່ຜູ້ເປັນອາຈານ ທີ່ບອກຄາຖາຄັ້ງທຳອິດ ແລະ ເຮັດໃຫ້ທ່ານໄດ້ເຂົ້າເຖີງກະແສ່ທັມຂອງພຣະພຸດທະເຈົ້າ.

ການໄຫວ້ ຖືວ່າເປັນປະເພນີວັດທະນະທຳຂອງຄົນລາວມາແຕ່ດົນນານ ເຊັ່ນ ການໄຫວ້ພໍ່ແມ່ ຜູ້ເຖົ້າຜູ້ແກ່ ເພື່ອສະແດງຄວາມເຄົາລົບ ຄວາມອ່ອນນ້ອມຖ່ອມຕົວ ແນວໃດ່ກໍ່ຕາມການໄຫວ້ເພື່ອສະແດງຄວາມເຄົາລົບນັ້ນ ບໍ່ຈຳເປັນຈະຕ້ອງຢູ່ຕໍ່ຫນ້າຄົນໆນັ້ນ ເຊັ່ນ ຜູ້ເປັນລູກ ສາມາດທີ່ຈະເຊື່ອຝັງຄຳສອນ ຊື່ສັດສຸດຈະຫລິດ ຕໍ່ພໍ່ແມ່ ເປັນການສະແດງເຖີງຄວາມເຄົາລົບ. ໃນແງ່ດ່ຽວກັນ ບາງຄົນສາມາດທີ່ຈະປະຕິບັດທັມໄດ້ໂດຍທີ່ບໍ່ຈຳເປັນຕ້ອງມີພຸດທະຮູບ ເພາະການປະຕິບັດທັມນັ້ນ ສາມາດປະຕິບັດໄດ້ທຸກທີ່ ທຸກເວລາ ບໍ່ວ່າຈະເປັນ ໃນປ່າ,ໃນເຮືອນ,ໃນວັດ ແຕ່ບາງຄົນຕ້ອງມີພຣະພຸດທະຮູບ ເພື່ອເປັນເຄື່ອງລະນຶກ ເພື່ອເຕືອນສະຕິ (ພຸທທານຸສຕິ) ເພື່ອສ້າງສັດທາ ຄວາມຫມັ້ນໃຈກ່ອນ ຈຶ່ງຈະສະມາດປະຕິບັດທັມ ບາງເທື່ອຂໍພຽງໄດ້ໄຫວ້ ກໍ່ມີຄວາມມັ້ນໃຈ ປາດສະຈາກຄວາມຢ້ານກົວ ບາງຄົນຂະນາດຕ້ອງມີພຸດທະຮູບນ້ອຍຕິດຕົວຕະຫລອດເວລາ ເຮົາຕ້ອງເຂົ້າໃຈວ່າທີ່ເຮົາເຄົາລົບກາບໄຫ້ວນີ້ບໍ່ແມ່ນທີ່ຮູບບັ້ນອັນໃດ່ ຮູບປັ້ນນັ້ນໃຊ້ເພື່ອເປັນເຄື່ອງຍຶດຫນຽ່ວ (Object) ເພື່ອລະນຶກເຖີງຄຸນງາມຄວາມດີຂອງພຸດທະເຈົ້າເທົ່ານັ້ນ.

ການໄຫວ້ (worshiping) ໃນສາດສະໜາ ຄຣິດ ຫິນດູ … ກັບການໄຫວ້ພຣະ ໃນສາດສະນາພຸດແນວຄິດແຕ່ກຕ່າງກັນ ໃນສາດສະນາ ຄຣິດ ຫີນດູ ເຂົາໄຫວ້ພຣະເຈົ້າ (god) ອ້ອນວອນຢ່າງດ່ຽວ ໃຫ້ຕົນພົ້ນທຸກ ເພື່ອລ້າງບາບ ເພື່ອໃຫ້ໄດ້ໄປສະຫວັນ.

ຄຳວ່າ “ສູດມົນຕ໌” ມາຈາກພາສາ ບາລີສັນ ສະກຣິດ 2 ຄຳ ຄື ສຸຕຣ ເຊັ່ນ ທັມມຈັກກັປປວັຕຕນສຸຕຣ ກັບ ມັນຕຣ ມີຄວາມຫມາຍຄ້າຍກັນ ຄື ເປັນບົດສູດ ຄຳເວົ້າ ພະຍາງ ຫລື ສຽງທີ່ສັກສິດ ມີພະລັງອຳນາດ ຕາມຄວາມເຊື່ອຂອງສາດສະນາພຣາມຫິນດູ. ຄວາມຈິງແລ້ວ ສູດມົນ ຫມາຍເຖິງ ການສາທະຍາຍບົດຄຳສອນ,ຄຳເວົ້າຂອງພຣະພຸດທະເຈົ້າ ທີ່ຮຽບຮຽງຂຶ້ນພາຍຫລັງໂດຍອັດຖະກະຖາຈານ ຫລື ອາຈານຜູ້ຊ່ຽວຊານບາລີ ຜູ້ທີ່ບໍ່ເຄີຍຮຽນພາສາບາລີມາກໍ່ຈະບໍ່ເຂົ້າໃຈຄວາມຫມາຍ.

ບົດສູດບາງບົດເປັນພຽງສ່ວນຫນຶ່ງທີ່ຍົກມາຈາກພຣະສູດ ຕົວຢ່າງບົດສູດ ອິຕິ ປິ ໂສ……ເປັນພຽງ ຄຸນ 9 ປະການຂອງພຣະພຸດທະເຈົ້າທີ່ມີກລ່າວໄວ້ທັ້ງຫມົດໃນ ມະຫາສີຫະນາທສູຕຣ ການສາທະຍາຍບົດສູດມົນກໍ່ເຫມືອນການອ່ານອອສຽງ  ໃຫ້ດີແທ້ ຜູ້ສູດຈະຕ້ອງມີຄວາມເຂົ້າໃຈຄວາມຫມາຍນຳ ເພາະທຸກບົດສູດເປັນຄຳສອນຂອງພຣະພຸດເຈົ້າ ເພື່ອເຮົາຈະໄດ້ຄິດ ພິດຈາລະນາທັມໄປພ້ອມໆກັນ ຫລືຖ້າເຮົາບໍ່ຮູ້ພາສາບາລີໃຫ້ໃຊ້ຫນັງສືບົດສູດມົນທີ່ມີຄຳແປລາວກຳກັບ.

ມາເຖີງບ່ອນນີ້ ຜູ້ອ່ານຫນ້າຈະພໍເຂົ້າໃຈວ່າ ສູດມົນແນວໃດໃຫ້ໄດ້ບຸນ ຄືເຮັດແນວໃດກໍ່ໄດ້ໃຫ້ຈິດໃຈເຮົາພັດທະນາສູງຂື້ນ,ເຂົ້າໃຈຄຳສອນພຣະພຸດທະເຈົ້າໃນບົດສູດມົນຫຼາຍຂື້ນ ບຸນ ນີ້ ຈະຕ້ອງເກີດຈາກການພັດທະນາຂອງເຮົາເອງ ບຸນບໍ່ສາມາດເກີດຂື້ນໄດ້ ໂດຍການຂໍ ການອ້ອນວອນ ຫຼື ພຽງແຕ່ປາດຖະນາຢ່າງດ່ຽວ.ແນວໃດ່ກໍ່ຕາມໃນພຸດທະສາສະໜາ ມີວິທີການສ້າງບຸນກຸສົນຫລາຍຮູບແບບ ຫລັກໆ ຄື ໃຫ້ທານ, ຮັກສາສີລ,ພາວະນາ ແລະການສູດມົນນີ້ກໍ່ຖືວ່າເປັນກິດຈະກຳການກຸສົນ ເປັນໂອກາດດີທີ່ເຮົາຈະໄດ້ ພິຈາລະນາຄຳສອນພຸດທະເຈົ້າ ໄດ້ເຝີກສະມາທິ ເຝີກຄວາມອົດທນ ເພື່ອສ້າງອຸປະນິສັຍທີ່ດີຕໍ່ໄປ.

Reference:
Dictionary of Pali Proper Names” by G P Malalasekera
https://www.youtube.com/watch?v=Tz0deK0de94
Mahasihanada Sutta
Mahaparinibbana Sutta
Itivuttaka (P.T.S.).

]]>