ເຕັກໂນໂລຊີ – ເດັກວັດລາວ https://dekwatlaos.com ພວກເຮົາຢາກແບ່ງປັນສາລະທັມ,ປະສົບການຮຽນຮູ້ສັງຄົມ ແລະ ເຕັກໂນໂລຊີແຫ່ງຍຸກສະໄຫມ Thu, 09 May 2024 04:08:37 +0000 en-US hourly 1 https://wordpress.org/?v=6.9.4 https://dekwatlaos.com/wp-content/uploads/2021/11/cropped-Untitled-1-32x32.png ເຕັກໂນໂລຊີ – ເດັກວັດລາວ https://dekwatlaos.com 32 32 ສະຫຼຸບງານເປີດໂຕ Windows 11 ມີຫຍັງອັບເດດໃໝ່ແດ່? https://dekwatlaos.com/technology/windows-11-the-new-revolution-of-the-microsoft/1226/ Fri, 25 Jun 2021 08:37:16 +0000 https://dekwatlaos.com/?p=1226 ເປີດຕົວຢ່າງເປັນທາງການແລ້ວ Windows 11  ລະບົບປະຕິບັດການໃຫມ່ຫຼ້າສຸດຈາກ Microsoft ເປັນລະບົບປະຕິບັດການທີ່ທັນສະໄໝ ແລະ ເປີດກວ້າງຫຼາຍຂື້ນ ຖືໄດ້ວ່າເປັນລະບົບປະຕິບັດການທີ່ມີການປ່ຽນແປງ ແລະ ພັດທະນາຫຼາຍທີ່ສຸດທີ່ເຄີຍມີມາ ລອງມາເບິ່ງນຳກັນວ່າ ມີຫຍັງອັບເດດໃໝ່ແດ່.

Windows 11 ມີຫຍັງໃໝ່

ສ່ວນການປ່ຽນແປງທີ່ເຫັນໄດ້ຊັດເຈນ ກໍ່ຄື ເຮົາຈະເຫັນວ່າປຸ່ມ Start Windows ແລະ ປຸ່ມທຸກຢ່າງ ໃນແທບ Task bar ຍ້າຍມາຢູ່ກຶ່ງກາງເປັນຄ່າເລີ່ມຕົ້ນ ແລະ ຍັງສາມາດຍ້າຍກັບໄປມຸມຊ້າຍມືແບບເກົ່າໄດ້ ສຳຫຼັບຜູ້ທີ່ບໍ່ມັກແບບໃໝ່.

Snap layout 6 ຮູບແບບ

Windows 11 ໃຫມ່ ທີ່ Microsoft ເອີ້ນວ່າ Snap Desktop ສາມາດແບ່ງ ໜ້າຕ່າງ ໂປແກຮມ ແລະ ແອປທັງໝົດໄດ້ເຖີງ 6 ແບບ ພ້ອມກັນ ເພື່ອການໃຊ້ງານແບບ Multi-task ໄດ້ດີ ແລະ ງ່າຍຂື້ນ.

Windows Widgets ເນື້ອຫາທີ່ເຈົ້າຈັດການໄດ້

Windows Widget ຕິດຕາມຂໍ້ມູນ ຂາວສ່ານ ແລະ ເລື່ອງລາວຕ່າງໆທີ່ເຮົາສາມາດກຳໜົດເອງໄດ້ ໂດຍ AI ຈະເປັນຜູ້ຈັດການ ສາມາດສະແດງຜົນຂ່າວຈາກທ້ອງຖີ່ນຂອງທ່ານໄດ້.

Microsoft Teams ເຊື່ອມຕໍ່ກັນໄດ້ງ່າຍຂື້ນ

Microsoft Teams ເປັນໂປຣແກມໃຫມ່ທີ່ Microsoft ຍົກຍໍຫຼາຍທີ່ສຸດ ດ້ວຍ ຄລິກດ່ຽວ ກໍ່ຈະປະກົດໜ້າຈໍ Quick Chat ທີ່ສາມາດໂທ ແລະ ແຊດໄດ້ຟຣີ ຈາກຄອມພິວເຕີ້ ແລະ ສາມາດສອດຄ້ອງກັບ ແອປທັງ Mobile ແລະ Tablet ຂະໜາດໜ້າຈໍໃດກໍ່ໄດ້.

Microsoft Store ປັບປຸງໃໝ່,ສາມາດລົງ Android App ແບບ Native ໄດ້

Microsoft Store ປັບປຸ່ງໃໝ່ ເພີ່ມແອບ ແລະ ໂປຣແກຣມຕ່າງໆຫຼາຍຂື້ນ ລວມທັງປັບປຸງໜ້າຕາ Design ໃຫມ່ໝົດ ຈຸດເດັ່ນສຳຄັນອັນໜື່ງຄື Windows 11 ສາມາດຕິດຕັ້ງ Android Apps ທີ່ເປັນ Native App ໄດ້ເລີຍ ບໍ່ຕ້ອງຕິດຕັ້ງໂປຣແກຣມຈຳລອງ ຫຼື Emulator ອື່ນໆ. ແຕ່ກ່ອນອື່ນ ຈະຕ້ອງລົງຜ່ານ Amazon AppStore.ທີ່ເປັນພາດເນີ້ກັນກັບ Microsoft.

Gamming ດີຂື້ນ

ສຳຫຼັບ ສາຍ Gaming ເກມດັງໆຫຼິ້ນໄດ້ໝົດ ພ້ອມອັບເດດ DirectX 12 ultimate  ແລະ Auto HDR ເຮັດໃຫ້ປະສົບການຫຼີ້ນເກມທີ່ຊົງພະລັງ ແລະ ພາບ,ສຽງ ຄົມແຈ້ງກວ່າເວີຊັ່ນກ່ອນ.

ສະເປັກຂັ້ນຕ່ຳທີ່ສາມາດລົງ Windows 11 ໄດ້

  • CPU : ຄວາມໄວຂັ້ນຕ່ຳ 1 GHz ຫຼື ມີຊີພີຢູ 2 ຄໍຂື້ນໄປ ທີ່ເປັນແບບ 64-bit ເທົ່ານັ້ນ ຫຼື System on a Chip (SoC)
  • GPU : ຮອງຮັບ DirectX 12 / WDDM 2.x
  • RAM : ຂັ້ນຕ່ຳ 4 GB
  • Storage : 64GB ຂື້ນໄປ
  • Display : ຫຼາຍກວ່າ 9 ນິ້ວ ຄວາມລະອຽດລະດັບ HD (720p) ຂື້ນໄປ
  • System firmware UEFI, Secure Boot capable
  • TPM Trusted Platform Module (TPM) : version 2.0 ຂື້ນໄປ (Chip TPM ເລື່ອງຄວາມປອດໄພທີ່ຢູ່ໃນບອດ)

ສາມາດໃຊ້ໂປຣແກມນີ້ເຊັກວ່າ ເຄື່ອງທີ່ເຮົາໃຊ້ຢູ່ປັດຈຸບັນນີ້ ຮອງຮັບ Windows 11 ໄດ້ຫຼື ບໍ່ ບ່ອນນີ້

ວີດີໂອແນະນຳ Windows 11 ຢ່າງເປັນທາງການ

Wall Street Journal ໄດ້ສຳພາດ ກັບ ຊີອີໂອ Microsoft ເຖີງຄຸນລັກສະນະ ແລະ ຄວາມສາມາດໃຫມ່ຂອງ Windows 11 ກັບຄຳຖາມເຈາະລຶກທີ່ທ່ານອາດສົງໄສ

ອ້າງອິງ : Microsoft, Microsoft Windows Event, Wall Street Journal

]]>
ການສັງເກດການຫຼອກລວງ ແບບ phishing ຂອງແຮັເກີ້ ແລະ ວິທີປ້ອງກັນຕົວເອງ https://dekwatlaos.com/technology/scam-and-how-to-protect-yourself/1036/ Sat, 05 Jun 2021 12:40:58 +0000 https://dekwatlaos.com/?p=1036 ເຊື່ອວ່າຫຼາຍທ່ານຄົງເຄີຍເຈີມາແລ້ວ ກັບພວກຫຼອກລວງທາງອອນລາຍ ທີ່ມັກໃຊ້ ອີເມລ ຫຼື ຂໍ້ຄວາມປະກອບລິງຄ໌ ເພື່ອຫຼອກລໍ້ໃຫ້ທ່ານເຮັດແບບສຳຫຼວດ ແລ້ວໃຫ້ໃສ່ຂໍ້ມູນສ່ວນຕົວຂອງທ່ານ.ກັບປັນຫານີ້ ເຮົາຈະສາມາດປ້ອງການຕົວແນວໃດ່ ແລ້ວຖ້າທ່ານໄດ້ຫຼົງກົດເຂົ້າໄປຫຼີ້ນຕາມຄຳແນະນຳຂອງເຂົາຈະເປັນຫຍັງບໍ່?.

ການສັງເກດການຫຼອກລວງ

ພວກຫຼອກລວງນີ້ ອາດຈະໃຊ້ ອີເມວ ຂໍູ້ຄວາມ ບອກເລົ່າເລື່ອງລາວດີໆ ຫຼອກໃຫ້ເຮົາກົດເຂົ້າໄປ ເພື່ອທີ່ຈະຫຼອກເອົາຂໍ້ມູນສ່ວນຕົວ,ລະຫັດ,ເລກບັນຊີ ຫຼື ລະຫັດຄວາມປອດໄພຂອງບັນຊີໂຊເຊວມີເດຍຕ່າງໆ. ເມື່ອເຂົາໄດ້ແລ້ວ ເຂົາກໍ່ຈະສາມາດເຂົ້າເຖີງຂໍ້ມູນເຮົາ ຄວບຄຸມອີເມວຂອງເຮົາ,ເຂົ້າເຖີງຂໍ້ມູນທະນາຄານ ແລະ ກໍ່ບັນຊີອອນລາຍອື່ນໆ.

ການປ້ອງກັນຕົວທີ່ດີ ຄື ເຮົາຕ້ອງມີສະຕິ ຮູ້ຈັກສັງເກດ ບໍ່ວ່າຈະເປັນຊື່ຂອງເວັບໄຊຕ໌ ຫຼື ໃນສ່ວນຂອງຄຳຄິດເຫັນຂອງຜູ້ມີສ່ວນຮ່ວມວ່າມັນສົມຈິງແມ່ນແທ້ບໍ່.ພວກນີ້ມັກຈະມີກົດລະຍຸດໃໝ່ໆຕະຫອດ ແຕ່ສ່ວນຫຼາຍກໍ່ເປັນແບບວ່າ ມາຈາກ ບໍລິສັດໃຫຍ່ໆທີເຮົາຄຸ້ນເຄີຍ ແລະ ເຊື່ອຖື ເຊັ່ນ ຈາກທະນາຄານ,ແອບຈ່າຍເງິນ ຫຼື ຮ້ານຄ້າອອນລາຍໃດ່ໜື່ງ.ທີ່ບອກວ່າ ມີກິດຈະກັມດີີໆ ທີ່ພະຍາຍາມບອກເລົ່າເລື່ອງລາວດີໆໃຫ້ເຮົາຫຼົງເຊື່ອກົດເຂົ້າໄປ ຫລີ້ນເກມ,ຕອບຄຳຖາມ ສຳຫຼວດ ຮັບລາງວັນແນວນັ້ນແນວນີ້.

ທຸກຢ່າງເຂົາເຮັດຄືໝົດ ທັງໜ້າຕາເວັບໄຊຕ໌,ໂລໂກ້. ຄືຕົວຢ່າງນີ້ ຈາກທີ່ເຂົາເຮັດມາຫຼອກ ວ່າມາຈາກ ບໍລິສັດໂຄຄາ-ໂຄລາ.

ຊົມເຊີຍ ໂຄຄາ-ໂຄລາ ສະເຫຼີມສະຫຼອງຄົບຮອບ 20 ປີ ມື້​ນີ້, 5  ມິຖຸນາ, 2021, ທ່ານໂຊກດີຫຼາຍທີ່ໄດ້ຮັບການຄັດເລືອກ ສຳລັບການ ສຳຫຼວດຂອງພວກເຮົາ. ໃນເວລາພຽງ ໜຶ່ງ ນາທີ, ທ່ານຈະໄດ້ຮັບລາງວັນອັນປະເສີດ! ພວກເຮົາໄດ້ກະກຽມລາງວັນບາງຢ່າງ ສຳ ລັບຜູ້ທີ່ເຂົ້າຮ່ວມໃນການ ສຳ ຫຼວດ.

ຖ້າທ່ານໄດ້ຮັບລິງຄ໌ແບບນີ້ນີ້ ກ່ອນອື່ນໃຫ້ສັງເກດເບິ່ງຊື່ເວັບໄຊຕ໌ວ່າແມ່ນບໍ່ລິສັດດັ່ງກ່າວຫຼືບໍ່ ເວັບໄຊຕ໌ມີ ມີ ສັນຍະລັກ SSLບໍ່ ຖ້າບໍ່ແມ່ນຢ່າເຮັດຕາມຄຳແນະນຳຂອງເຂົາເດັດຂາດ ລົບຖີ້ມໂລດ ຫຼື ບໍ່ຕ້ອງກົົດເຂົ້າໄປຫຼິ້ນມັນຄືການຫຼອກລວງເຍື່ອ ໂດຍບອກວ່າ ທ່ານຈະໄດ້ຮັບວ່າງວັນ ເປັນເງິນ ຫຼື ອິຫຍັງກໍ່ແລ້ວແຕ່. ຫຼືອາດຈະນຳທ່່ານເຂົ້າໄປຫາກົດລິງຄ໌໌ສິ້ນຄ້າທີ່ບໍ່ຕ້ອງການແບບອັດຕະໂນມັດ.

ຈະເຫັນວ່າ ຊື່ເວັບ ບໍ່ແມ່ນ ໂຄຄາ-ໂຄລາ

ຈະເຮັດແນວໃດ່ຖ້າທ່ານໄດ້ມີສ່ວນຮ່ວມແລ້ວ

ກ່ອນອື່ນເລີຍ ເມື່ອທ່ານຮູ້ວ່າຖືກຫຼອກ ໃຫ້ຮີບປ່ຽນລະຫັດບັນຊີທີ່ທ່ານໄດ້ໃສ່ເຂົ້າໄປ.ຫຼື ຖ້າທ່ານໄດ້ເປີດເອກສານ ແລະ ຊັອບແວຣ໌ທີ່ບໍ່ປອດໄພ ໃຫ້ອັບເດດຊັອບແວຣ໌ແອນຕິໄວຣັສ ຈາກນັ້ນ ສະແກນ ເຄື່ອງຄອມ ຫຼື ໂທລະສັບທັນທີ. ປັດຈຸບັນປະເທດລາວເຮົາຍັງບໍ່ຮູ້ວ່າມີໜ່ວຍງານໄດ່ຮັບແກ້ປັນຫານີ້ຫຼືບໍ່.

]]>
Microsoft ກຽມເປີດໂຕ Windows ໂສມໃໝ່ ໃນຮອບຫຼາຍປີ https://dekwatlaos.com/technology/the-next-version-of-windows-is-comming/1022/ Thu, 03 Jun 2021 16:42:14 +0000 https://dekwatlaos.com/?p=1022 ຫຼັງຈາກທີມີຂ່າວລືຫຼິ້ນໆກ່ຽວກັບ Windows ລຸ້ນຕໍ່ໄປໃນລະຫວ່າງການພັດທະນາອາທິດກ່ອນໜ້ານີ້

Microsoft ກໍ່ໄດ້ອອກມາປະກາດຢ່າງເປັນທາງການວ່າຈະມີງານເປີດໂຕລະບົບປະຕິບັດການ Windows ໂສມໃໝ່ ໃນມື້ວັນທີ່ 24 ມິຖຸຸນາ ເວລາ ປະມານ 10 ໂມງແລງຕາມເວລາໃນປະເທດລາວ. ແລະ ບໍລິສັດ Microsoft ເຜີຍວ່າ ໄດ້ເລີ່ມສົ່ງຄຳເຊີນ ເຖີງສື່ມວນຊົນຕ່າງໆຮ່ວມງານແລ້ວ.

ທີສຳນັກງານ ທ່ານ Satya Nadella,CEO ກ່າວວ່າ ລາວໄດ້ທຳການທົດສອບລະບົບປະຕິບັດການໃຫມ່ນີ້ 2-3 ເດືອນກ່ອນແລ້ວ.ລາວຍັງເວົ້າອີກວ່າ ລາວຈະສ້າງໂອກາດໃຫມ່ໆສຳຫຼັບນັກພັດທະນາ Windows ທຸກຄົນໃນປັດຈຸບັນ ແລະ ຍິນດີຕ້ອນຮັບນັກພັດທະນາທຸກທ່ານຜູ້ທີ່ກຳລັງຊອກຫາ ນະວັດຕະກຳທີ່ສຸດຍອດ,ທັດສະໄໝ ທີ່ເປັນ ແພດຟອມເປີດ ໃຫ້ສ້າງ ແລະ ແຈກຈ່າຍ ແລະ ສ້າງລາຍໄດ້ຈາກແອບ. ອັນນີ້ອາດຈະ ໝາຍເຖີງ ຈະມີການດັບເດດ ໃໝ່ໆ ໃນ Windows Store ອາດຈະເປັນເລື່ອງດີສຳຫຼັບນັກພັດທະນາແອບອອກສູ່ຜູ້ໃຊ້ງານງ່າຍຂຶ້ນ.

ກໍ່ຕ້ອງຕິດຕາມກັນຕໍ່ໄປວ່າ  Windows ໃຫມ່ນີ້ຈະມີຫຍັງປ່ຽນແປງແດ່ ໂລໂກ້ຄືອອອກແບບໃຫມ່ນຳ ເໝືອນປະຕູຂື້ນໄປອີກ ແລະ ຈະມີການປ່ຽນຊື່ Windows ຫຼື ບໍ່ ອັນນີ້ກໍ່ໜ້າສົນໃຈ ເພາະ Windows 10 ນີ້ກໍ່ອອກມາໄດ້ 6 ປີແລ້ວ ຖືວ່າເປັນເວລາ ຍາວນານທີ່ ບໍ່ໄດ້ປ່ຽນຊື່,ປ່ຽນ UI ຫຍັງຫຼາຍ,ແຕ່ຄວາມຈິງ  Windows 10 ກໍ່ໄດ້ປ່ອຍຊຸດອັບເດດໃໝ່ໆອອກມາເປັນໄລຍະໆຢູ່ແລ້ວ.

ງານເປີດໂຕ ການປ່ຽນແປງເທື່ອນີ້ ອາດຈະກະທົບຜູ້ໃຊ້ຄອມລະບົບປະຕິບັດການ Windows 10 ທົ່ວໂລກ ໂດຍສະເພາະ ບໍລິສັດ,ຮ້າງຮ້ານ ແລະ ບຸກຄົນ ເປັນລູກຄ້າ Windows ໄລເຊັນຂອງແທ້. ແຕ່ກໍ່ບໍ່ຕ້ອງຫ່ວງ ເພາະສ່ວນຫຼາຍມັກຈະເປັນຂ່າວດີ ທີ່ບໍລິສັດເປີດໃຫ້ສາມາດອັບເກຣດຟຣີ Windows ເວີຊັ່ນໃໝ່ໄດ້.ລໍຖ້າເບິ່ງການປ່ຽນແປງຄັ້ງສຳຄັນນີ້ໄດ້ໃນວັນທີ່ 24 ມິຖູນາ 2021 ນີ້.ໄດ້ ທີ້ນີ້

]]>