ປຣັດຊະຍາຊີວິດ – ເດັກວັດລາວ https://dekwatlaos.com ພວກເຮົາຢາກແບ່ງປັນສາລະທັມ,ປະສົບການຮຽນຮູ້ສັງຄົມ ແລະ ເຕັກໂນໂລຊີແຫ່ງຍຸກສະໄຫມ Sat, 14 Feb 2026 11:20:58 +0000 en-US hourly 1 https://wordpress.org/?v=6.9.4 https://dekwatlaos.com/wp-content/uploads/2021/11/cropped-Untitled-1-32x32.png ປຣັດຊະຍາຊີວິດ – ເດັກວັດລາວ https://dekwatlaos.com 32 32 ຊີວິດທີ່ບໍ່ໄດ້ເລືອກ https://dekwatlaos.com/buddhology/xi-vit-thi-bor-dai-lueak/1962/ Sun, 22 Sep 2024 11:16:02 +0000 https://dekwatlaos.com/?p=1962 ໂດຍ: ຄວັນສີເທົາ

ຮູບປັ້ນພຣະສີອະຣິຍະເມດໄຕຕັ້ງເດັ່ນສູງທຽມຟ້າທ່າມກາງຫຸບເຂົານູບຣາທີ່ແຫ້ງແລ້ງແລະເໜັບໜາວ ເປັນເໝືອນດັ່ງເທບພຣະເຈົ້າທີ່ຄອຍປົກປ້ອງແລະຮັກສາມວນມະນຸດໃຫ້ລອດພົ້ນຈາກອັນຕະລາຍແລະໄພທຳມະຊາດ ຜູ້ຄົນພາກັນຍ່າງວຽນຮອບອົງພຣະຢ່າງບໍ່ຂາດສາຍ ບາງຄົນມີເຄື່ອງເຊັ່ນໄຫວ້ຢູ່ໃນມື ບາງຄົນຖືກ້ອງໄລຟ໌ສົດ ທ່າມກາງລົມໜາວທີ່ພັດແຮງຂຶ້ນເລື້ອຍໆ ຄະນະພວກເຮົາກຳລັງຢືນຖ່າຍຮູບຢູ່ຕໍ່ໜ້າຮູບປັ້ນພາຍຫຼັງຍ່າງວຽນຄົບສາມຮອບແລ້ວ. ວັດແຫ່ງນີ້ມີຊື່ວ່າ ວັດດິດສະກິດ (Diskit Gompa).

ພຣະພຸດທະຮູບທີ່ຕັ້ງຢູ່ຕໍ່ໜ້າເຮັດໃຫ້ລະລຶກເຖິງຄວາມພາກພຽນ ແລະສັດທາຂອງຜູ້ສ້າງ ແມ້ວ່າຈະຢູ່ຫ່າງໄກຄວາມຈະເລີນ (ທາງວັດຖຸ) ຫຼາຍປານໃດກໍຕາມ ຄວາມຫ່າງໄກເຫຼົ່ານີ້ກໍບໍ່ເປັນອຸປະສັກຂອງເຫຼົ່າສັດທາທັງຫຼາຍເລີຍ. ຄົນທີ່ມີຄວາມມຸ່ງໝັ້ນ ແລະຄວາມພາກພຽນພຽງພໍ ສາມາດຍ້າຍໄດ້ແມ້ກະທັ້ງພູເຂົາທັງໜ່ວຍ ຫີນຜາທີ່ວ່າແຂງແຮງທົນທານກໍຕ້ອງຍອມແພ້ໃຫ້ແກ່ມະນຸດຜູ້ມີຄວາມມຸ່ງໝັ້ນ. ພຣະພຸດທະຮູບອົງນີ້ເປັນຜົນມາຈາກຄວາມພາກພຽນແລະມຸ່ງໝັ້ນທີ່ວ່ານີ້ເອງ ມີສິ່ງປຸກສ້າງຫຼາຍຮ້ອຍຫຼາຍພັນແຫ່ງໃນໂລກທີ່ລົງມືກໍ່ສ້າງ ແຕ່ບໍ່ສໍາເລັດ ເປັນໄປໄດ້ບໍ່ວ່າຄວາມບໍ່ສໍາເລັດນັ້ນສ່ວນໜຶ່ງເປັນເພາະຄວາມມຸ່ງໝັ້ນ ແລະ ຄວາມພາກພຽນຂອງຜູ້ສ້າງມີບໍ່ພຽງພໍ. ອາດຈະເປັນເພາະເຫດນີ້ ມະຫາຊະນົກ (ຊາດທີ່ບຳເພັນວິຣິຍະບາຣະມີ) ຈຶ່ງກ່າວເຕືອນຄົນທີ່ມີຄວາມຝັນທັງຫຼາຍວ່າ “ເກີດເປັນຄົນຄວນພະຍາຍາມເລື້ອຍໄປ ຈົນກວ່າຈະໄດ້ໃນສິ່ງທີ່ຕົນປາຖະໜາ”

ພາຍຫຼັງຖ່າຍຮູບ ແລະ ບັນທຶກວິດີໂອຈົນພໍໃຈແລ້ວ ຄະນະພວກເຮົາຈຶ່ງພາກັນຍ່າງລົງໄປຫາເຂດສັງຄາວາດ. ວັດນີ້ແບ່ງອອກເປັນສອງເຂດຄື ເຂດທີ່ພຣະພຸດທະຮູບຕັ້ງຢູ່ເປັນໂຊນສຳຫຼັບການທ່ອງທ່ຽວແລະສັກກາຣະບູຊາຂອງຄົນທົ່ວໄປ ສ່ວນອີກພື້ນທີ່ໜຶ່ງເປັນທີ່ຢູ່ຂອງພຣະສົງ (ພາສາພຣະເອີ້ນວ່າ ສັງຄາວາດ) ທີ່ຕັ້ງຢູ່ພູເຂົາອີກໜ່ວຍໜຶ່ງໃກ້ໆກັນ ເຂດນີ້ປະກອບມີກຸດຕິ ຫໍບູຊາ ຫໍສູດມົນ ໂຮງຮຽນ ແລະອາຄານອະເນກປະສົງອື່ນໆ. ພວກເຮົາຄ່ອຍໆຍ່າງລົງຈາກພູບ່ອນທີ່ອົງພຣະຕັ້ງຢູ່ ເລາະໄປຕາມເສັ້ນທາງທີ່ລາດຄ້ອຍລົງຈົນຮອດພື້ນພຽງ ຈາກນັ້ນຈຶ່ງຄ່ອຍໆອຽງສູງຂຶ້ນອີກຄັ້ງ ລັກສະນະຄ້າຍຄືກັບລົດລົງຈາກພູໜ່ວຍໜຶ່ງແລ້ວກຽມຢຽບຄັນເລັ່ງເພື່ອທີ່ຈະຂຶ້ນອີກໜ່ວຍໜຶ່ງ. ແນມເບິ່ງຈາກທີ່ໄກ ພູເຂົາທີ່ເປັນເຂດສັງຄາວາດນີ້ມີລັກສະນະຄ້ອຍຊັນສູງຂຶ້ນໄປຕາມລຳດັບ ອາຄານກໍປຸກລຽງລາຍສູງຂຶ້ນໄປຕາມລະດັບຂອງໜ່ວຍພູ ເຫັນແລ້ວຮູ້ສຶກເຖິງຄວາມເຂັ້ມຂັງ ແລະຄວາມສວຍງາມທີ່ກົມກືນກັບທຳມະຊາດ.

ພວກເຮົາຍ່າງໄປໄດ້ປະມານເກືອບສິບນາທີຈຶ່ງຮອດປະຕູທາງເຂົ້າ ຂວາມືມີຮ້ານຂາຍເຄື່ອງທີ່ລະນຶກຢູ່ຮ້ານໜຶ່ງ ຈຶ່ງພາກັນຍ່າງເຂົ້າໄປເບິ່ງ ປາກົດວ່າ ອູ໋..ມີເຄື່ອງໜ້າສົນໃຈຫຼາຍຢ່າງ ຮູບຖ່າຍຂອງພຣະສີອະຣິຍະເມດໄຕຣກັບທິວທັດທຳມະຊາດໂດຍມີພູເຂົາຫິມາລັຍເປັນສາກຫຼັງ ມີແຕ່ຮູບງາມໆ (ຄິດໃນໃຈ ສົງໄສຄືຊິເສຍເງິນຫຼາຍຣູປີຢູ່ດອກ) “ຂໍເບິ່ງຮູບນັ້ນແດ່” ຄູບາອົງໜຶ່ງກ່າວຂຶ້ນ. ໂອ໋..ຮູບນັ້ນກະງາມ “ເອົາມາເບິ່ງແດ່” ຈັບຮູບນັ້ນວາງຮູບນີ້ ຈັບໄປຈັບມາ ຈັບເບິ່ງຈົນຮູບທີ່ວາງໃນແຜງຂາຍຈົນຊິໝົດລະ.

ປ່ະ..ຍ່າງຕໍ່ເຖາະເຮົາ. ເອົາເກັບໄວ້ຊ່ະ ພໍ່ອອກ.

ຫ໊ະ!..ຂໍຕົກໃຈແທນຄົນຂາຍໜ້ອຍໜຶ່ງ ລາວຄືຊິດ່າໃນໃຈຢູ່ດອກ ແຕ່ກໍເຫັນໃຈແດ່ ພຣະມີງົບນ້ອຍ.

ການຍ່າງໃນລະດັບຄວາມສູງສາມພັນແມັດຈາກໜ້ານ້ຳທະເລບໍ່ແມ່ນເລື່ອງໜ້າອະພິລົມພໍປານໃດ ເພາະຍິ່ງສູງອົກຊີແຊນຍິ່ງເບົາບາງເຮັດໃຫ້ເມື່ອຍງ່າຍ ຍ່າງໄປບໍ່ເກີນຮ້ອຍແມັດກໍເຊົ່າຮາບໆແລ້ວ. ພວກເຮົາຍ່າງລັດເລາະໄປຕາມເສັ້ນທາງຄົດໂຄ້ງລະຫວ່າງອາຄານຫຼັງນີ້ຂຶ້ນໄປສູ່ຫຼັງນັ້ນ ບາງຊ່ວງດີແດ່ກໍມີຮາວໃຫ້ຈັບພະຍຸງສັງຂານຂຶ້ນໄປ ຫຼາຍບ່ອນບໍ່ມີກໍອາໄສກຳລັງຂາຕົນເອງລ້ວນໆ. ໃນທີ່ສຸດຈຶ່ງມາຮອດບ່ອນມ້ານັ່ງ ສຽງລົມຫາຍໃຈຂອງແຕ່ຄົນສົ່ງສັນຍານເປັນເອກະສັນ ວ່າ ຄວນພັກກ່ອນ. ພໍແຕ່ຈຸ່ມກົ້ນລົງຈຸພື້ນ ຈົກກວດນ້ຳອອກມາກຳລັງຈະຍົກຂຶ້ນໃສ່ປາກ “ນິມົນ ນິໂມ໊ນ..ຢ່າຟ້າວນັ່ງເທື່ອ ຂຶ້ນມາເທິງກ່ອນ” ອາຈານຮ້ອງມາໃສ່ຈາກດ້ານເທິງ. ຖາມວ່າລຸກຂຶ້ນບໍ່? ຫຶ…ບໍ່ກ້າຂັດດອກ ຄຳສັ່ງຈາກຂັ້ນເທິງເນາະ (ໝາຍເຖິງຂັ້ນໄດ). ເມື່ອພວກເຮົາຍ່າງຂຶ້ນມາຮອດ ອາຈານກຳລັງສົນທະນາກັບລາມະອົງໜຶ່ງ ລາມະອົງນັ້ນເລົ່າວ່າ “ວັດແຫ່ງນີ້ສ້າງຂຶ້ນໃນສະຕະວັດທີ 14 ມາຮອດປັດຈຸມີອາຍຸປະມານ 600 ກວ່າປີແລ້ວ ຖືໄດ້ວ່າເປັນວັດທີ່ເກົ່າແກ່ແລະໃຫຍ່ທີ່ສຸດໃນຫຸບເຂົານູບຣາ. ປັດຈຸບັນມີລາມະຈຳພັນສາຢູ່ປະມານ 50 ອົງ ນອກຈາກນີ້ຍັງມີໂຮງຮຽນປະຖົມເພື່ອໃຫ້ເດັກນ້ອຍໃນເຂດນີ້ໄດ້ຮຽນໜັງສື. ສ່ວນຮູບປັ້ນພຣະສີອະຣິຍະເມດໄຕນັ້ນສ້າງຂຶ້ນເມື່ອປີ 2006 ເປັນພຣະພຸດທະຮູບນັ່ງຢ່ອນພຣະບາດ (ຕີນ) ສູງປະມານ 31 ແມັດ ໃຊ້ເວລາໃນການສ້າງປະມານ 4 ປີຈຶ່ງສຳເລັດ”

ຫຼັງຈາກສົນທະນາກັນພໍສົມຄວນແລ້ວເພິ່ນກໍພາຄະນະພວກເຮົາເຂົ້າໄປຊົມພາຍໃນອາຄານແຕ່ລະບ່ອນ. ພາຍໃນຫໍບູຊາມີພຣະພຸດທະຮູບເກົ່າແກ່ອົງໜຶ່ງຊື່ວ່າ ພຣະໂຈໂວສັກກະຍະມຸນີ ເຊິ່ງຈຳລອງມາຈາກວັດໂຈຄັງໃນທິເບດ ເປັນພຸດທະຮູບທີ່ສັກສິດແລະໄດ້ຮັບຄວາມເຄົາລົບສູງສຸດຈາກຊາວທິເບດເໝືອນທີ່ພຣະບາງເປັນທີ່ເຄົາລົບຂອງຄົນລາວນັ້ນແຫຼະ. ນອກຈາກນີ້ກໍມີຮູບອົງທະໄລລາມະ ແລະບູຣະພາຈານສອງສາມອົງຕັ້ງຮຽງກັນຢູ່ດ້ານໜ້າພຣະໂຈໂວສັກກະຍະມຸນີ ພາຍໃນຫໍບູຊານີ້ມີຂອງໃຊ້ເກົ່າແກ່ຫຼາຍຊະນິດທີ່່ເກັບໄວ້ໃນຕູ້ແກ້ວລຽງກັນໄວ້ຢ່າງເປັນລະບຽບ ຮູບແຕ້ມຜືນຜ້າບາງຮູບມີອາຍຸຫຼາຍຮ້ອຍປີ. ເມື່ອກຣາບພຣະແລະຍ່າງເບິ່ງວັດຖຸບູຮານຈົນເມື່ອຍຂາແລ້ວຈຶ່ງພາກັນມານັ່ງຈິບນ້ຳຊາ.

ໃນຂະນະທີ່ນັ່ງຈິບນ້ຳຊາຢູ່ຫໍບູຊານີ້ເຮັດໃຫ້ນຶກເຖິງເລື່ອງລາວຂອງລາມະອົງໜຶ່ງຊື່ວ່າ ຣັມປາ ເປັນລູກຊາຍຫຼ້າຂອງຄອບຄົວຊົນຊັ້ນສູງຄອບຄົວໜຶ່ງໃນທິເບດ. ຣັມປາໄດ້ຮັບການລ້ຽງດູເຊັ່ນດຽວກັນກັບລູກຄົນລວຍທັງຫຼາຍຄື ຕ້ອງຕັ້ງຢູ່ໃນກົດລະບຽບ ມີຄົນຄອຍດູແລ ຫາກເຮັດຜິດຕ້ອງໄດ້ຮັບການລົງໂທດ ຄົນທົ່ວໄປອາດຈະມອງລູກຄົນລວຍໂດຍສະເພາະຄອບຄົວຣັມປາວ່າໜ້າຈະໄດ້ຮັບຄວາມສະດວກສະບາຍ ບໍ່ຕ້ອງດິ້ນຮົນປາກກັດຕີນທີບເໝືອນຄົນອື່ນ ເຊິ່ງກໍມີສ່ວນຈິງ ແຕ່ອີກດ້ານໜຶ່ງພວກເຂົາໄດ້ຮັບຄວາມກົດດັນຕ່າງໆນານາ ເພື່ອໃຫ້ໄດ້ຮັບການຍອມຮັບວ່າເປັນຜູ້ດີ.

“ຕອບແທນຄວາມດີດ້ວຍຄວາມດີ

ຢ່າດື້ດ້ານຕໍ່ຜູ້ຊົງສີນ

ອ່ານບົດຮຽນແລະທຳຄວາມເຂົ້າໃຈໃຫ້ທ່ອງແທ້

ຊ່ວຍເຫຼືອຄົນອ້ອມຂ້າງ

ເຂັ້ມງວດກວດຂັນກັບຄົນລ້ຳລວຍເພື່ອສອນໃຫ້ຮູ້ຈັກຄວາມມີເຫດຜົນແລະເຫັນອົກເຫັນໃຈເພື່ອນມະນຸດ

ຫຼຸດຢ່ອນຜ່ອນຜັນໃຫ້ແກ່ຄົນຍາກຈົນ ເພື່ອສະແດງຄວາມມີເມດຕາປານີ

ຊຳລະໜີ້ສິນຕາມກຳນົດເວລານັດໝາຍ”

ຂໍ້ຄວາມເຫຼົ່ານີ້ຄືສິ່ງທີ່ຣັມປາແລະເພື່ອນພ້ອງຕ້ອງທ່ອງໃຫ້ຈຳຂຶ້ນໃຈ ບໍ່ແມ່ນຄຳສອນ ແຕ່ມັນຄືກົດບັນຍັດທີ່ຈະຕ້ອງປະບັດຕາມໃຫ້ໄດ້.

ຊີວິດໃນວັຍເຍົາຂອງຣັມປາເຕັມໄປດ້ວຍຄວາມກົດດັນແລະເຄັ່ງຄຽດ ເພາະຕ້ອງຝຶກຄວາມເຂັ້ມແຂງທາງຮ່າງກາຍແລະຈິດໃຈ ວັນຄືນໃນວັຍເຍົາຂອງເຮົານັ້ນເຄັ່ງຄຽດຍິ່ງໜັກ ໃນຊາວສີ່ຊົ່ວໂມງຂອງໜຶ່ງວັນ ເຮົາຈະຕ້ອງຕື່ນຢູ່ເຖິງສິບແປດຊົ່ວໂມງ ຊາວທິເບດຖືກັນວ່າ ເປັນການປະໝາດຢ່າງຍິ່ງທີ່ຈະນອນຫຼັບໃນຂະນະທີ່ຍັງມີແສງສະຫວ່າງ ເພາະວ່າພູດຜີປີສາດຈະສາມາດທຳອັນຕະລາຍໄດ້ ແມ້ແຕ່ເດັກນ້ອຍກໍຈະໄດ້ຮັບການດູແລໃຫ້ຕື່ນຢູ່ສະເໝີເພື່ອບໍ່ໃຫ້ປີສາດເຂົ້າສິງ ຄົນເຈັບປ່ວຍກໍຕ້ອງຕື່ນຢູ່ຕະຫຼອດວັນໂດຍມີລາມະເປັນຜູ້ຄອຍເຝົ້າບໍ່ໃຫ້ຫຼັບໄຫຼ ແມ້ແຕ່ຄົນໃກ້ຈະຕາຍກໍຕ້ອງຖືກປຸກເຕືອນໃຫ້ມີສະຕິຢູ່ສະເໝີເພື່ອທີ່ຈະໄປສູ່ພົບພູມອື່ນໄດ້ໂດຍບໍ່ຫຼົງໄຫຼ ເພາະມີຄວາມເຊື່ອແບບນີ້ຈຶ່ງເຮັດໃຫ້ຊາວທິເບດທັງຫຼາຍໃຊ້ຊີວິດຢູ່ດ້ວຍຄວາມບໍ່ປະໝາດ ພວກເຂົາມັກຈະມີລູກຕຸ້ມຫຼືລູກປະຄຳຕິດຕົວໄວ້ຕະຫຼອດເວລາເພື່ອຝຶກສະຕິ.

ຊາວທິເບດຖືໄດ້ວ່າເປັນຊົນຊາດໜຶ່ງທີ່ມີຄວາມມຸມານະອົດທົນເປັນຢ່າງຍິ່ງ ເນື່ອງດ້ວຍສະພາບພູມິປະເທດເຕັມໄປດ້ວຍພູເຂົາ ມີອາກາດທີ່ແປປວນ ຊ່ວງລະດູຮ້ອນ ກາງເວັນອຸນຫະພູມປະມານ 30 ອົງສາ ແຕ່ພໍຕົກກາງຄືນຈະຫຼຸດລົງຈົນຕິດລົບ 40 ອົງສາ ລະດູໜາວຍິ່ງບໍ່ຕ້ອງເວົ້າເຖິງເມື່ອຕ້ອງຢູ່ກັບສະພາບອາກາດເຊັ່ນນີ້ຈຶ່ງມີຄວາມຈຳເປັນຢ່າງຍິ່ງທີ່ຈະຕ້ອງມີສຸຂະພາບຮ່ງກາຍທີ່ແຂງແຮງ. ເພື່ອຝຶກຄົນໃຫ້ມີຄວາມເຂັ້ມແຂງ ບາງຄອບຄົວເຖິງກັບມີປະເພນີເອົາເດັກນ້ອຍເກີດໃໝ່ຈຸ່ມລົງໃນນ້ຳເຢັນ ຫາກວ່າສາມາດທົນທານໄດ້ກໍສົມຄວນມີຊີວິດຕໍ່ໄປ ຫາກວ່າທົນບໍ່ໄດ້ກໍບໍ່ສົມຄວນທີ່ຈະເຕີບໃຫຍ່ຂຶ້ນມາພົບກັບຄວາມລຳບາກຕ່າງໆທີ່ລໍຢູ່ຂ້າງໜ້ານານັບປະການ.

ຣັມປາໃຊ້ຊີວິດຢູ່ກັບຄອບຄົວເກືອບເຈັດປີ

ເມື່ອວັນເກີດຄົບເຈັດປີກຳລັງຈະມາເຖິງຕາມທຳນຽມທິເບດຈະມີໝໍໂຫນມາທຳນາຍດວງຊະຕາ. ໃນທິເບດ ມີຄວາມເຊື່ອວ່າການກະທຳທຸກຢ່າງຂຶ້ນຢູ່ກັບການກຳນົດຂອງດວງດາວ ນັບຕັ້ງແຕ່ເລື່ອງເລັກນ້ອຍເຊັ່ນ: ການຊື້ງົວໄປຈົນຮອດການຕັດສິນໃຈຍຶດອາຊີບໃດໆກໍຕາມລ້ວນກ່ຽວຂ້ອງກັບດວງຊະຕາທັງນັ້ນ. ຈາກການທຳນາຍຂອງໝໍໂຫນເຮັດຊີວິດຂອງຣັມປາຕ້ອງພັດພາກຈາກພໍ່ແມ່ໄປຕະຫຼອດການ–ນັ້ນຄືການໄປບວດເປັນລາມະເມື່ອອາຍຸຄົບເຈັດປີບໍລິບູນ ຫຼືຈະເວົ້າອີກແບບໜຶ່ງກໍຄືຕັດຫາງປ່ອຍວັດດີໆນີ້ເອງ. ກ່ອນມື້ທີ່ຈະອອກບວດພໍ່ແມ່ຂອງຣັມປາໄດ້ຈັດງານລ້ຽງສົ່ງໂດຍການເຊີນແຂກມາຮ່ວມເປັນຈຳນວນຫຼວງຫຼາຍ ເນື່ອງຈາກພໍ່ແມ່ເປັນຄົນມີໜ້າຕາໃນສັງຄົມ ຜູ້ຄົນຈຶ່ງມາຮ່ວມງານມາກໜ້າຫຼາຍຕາ ງານລ້ຽງໄດ້ເລີ່ມຂຶ້ນຢ່າງເປັນທາງການ ສຽງດົນຕີດັ່ງສະນັ່ນຫວັ່ນໄຫວ ທຸກຄົນດື່ມສັງສັນກັນຢ່າງສະໜຸກສະໜານ ງານດຳເນີນໄປຕັ້ງແຕ່ຊ່ວງເຊົ້າຈົນຮອດຄ້າຍແລງ ເມື່ອງານລ້ຽງດຳເນີນໄປເຖິງຈຸດໜຶ່ງກໍເຂົ້າສູ່ພາວະອີ່ມຕົວຄືທຸກຄົນເມົາມາຍ ນັກດົນຕີເມື່ອຍລ້າ ຄົນໃຊ້ທີ່ເສີບອາຫານກໍອ່ອນແຮງ ພຣະອາທິດທີ່ສ່ອງແສງມາແຕ່ເຊົ້າກໍຊາລົງ ຄວາມຄຶກຄື້ນຄ່ອຍໆຊົບເຊົາລົງ ບັນດາແຂກຄົນຕ່າງກໍອີ່ມໜໍາສຳລານແລະຮູ້ສຶກອືດອາດຂຶ້ນແລ້ວກໍຄ່ອຍທະຍອຍກັນກັບເຮືອນຂອງຕົນເທື່ອລະຄົນສອງຄົນຈົນເຫຼືອພຽງພາບງານລ້ຽງທີ່ວ່າງເປົ່າ.

ໃນຄືນວັນກ່ອນທີ່ຣັມປາຈະອອກບວດພໍ່ຂອງລາວໄດ້ເອີ້ນເຂົ້າໄປຫາເພື່ອບອກລາຄັ້ງສຸດທ້າຍ

ພໍ່ຂອງລາວບອກວ່າ ຕາມປົກກະຕິເມື່ອພຣະສົງຈະຮັບກຸລະບຸດເຂົ້າວັດ ເພິ່ນຈະມີວິທີທົດສອບທີ່ແຕກຕ່າງກັນລະຫວ່າງຄົນທີ່ມີບັນດາສັກກັບຄົນທົ່ວໄປ (ຄອບຄົວຣັມປາຈັດຢູ່ໃນກຸ່ມຄົນທີ່ມີບັນດາສັກ) ຕາມທຳນຽມຂອງທິເບດ ລູກຊາຍຂອງຜູ້ມີບັນດາສັກຈະໄດ້ຮັບການປະຕິບັດຢ່າງເຄັ່ງຄັດ ສ່ວນລູກຂອງຄົນທົ່ວໄປຈະໄດ້ຮັບປະຕິບັດຢ່າງກາຣຸນ ໝາຍຄວາມວ່າຣັມປາຈະຕ້ອງໄດ້ຮັບການທົດສອບຢ່າງໜັກກ່ອນທີ່ຈະໄດ້ເຂົ້າໄປຢູ່ໃນສຳນັກສົງ ລູກພໍ່ ເຈົ້າອາດຈະຄິດວ່າພໍ່ເຂັ້ມງວດກວດຂັນແລະບໍ່ຫ່ວງໃຍເຈົ້າເລີຍ ຄວາມຫ່ວງໃຍຂອງພໍ່ນັ້ນຢູ່ທີ່ຊື່ສຽງຂອງວົງຕະກູນ ພໍ່ຂໍບອກເຈົ້າວ່າ ຖ້າເຈົ້າບໍ່ສາມາດຜ່ານການທົດສອບເຂົ້າໄປໃນສຳນັກສົງໄດ້ແລ້ວ ເຈົ້າບໍ່ຕ້ອງກັບມາໃຫ້ພໍ່ເຫັນໜ້າອີກ ເຈົ້າຈະກາຍເປັນຄົນແປກໜ້າສຳລັບເຮືອນຫຼັງນີ້ທັນທີ ເໝືອນເປັນການເຕືອນໃຫ້ຮູ້ດ້ວຍຫວັງດີ ແຕ່ເຈືອປົນດ້ວຍການບັງຄັບວ່າ ຕ້ອງຜ່ານດ່ານແຕ່ລະດ່ານໃຫ້ໄດ້.

ຄືນນັ້ນຣັມປານອນປີ້ນໄປປີ້ນມາ ນຶກຄິດເຖິງສິ່ງຕ່າງໆໃນອະດີດ ພິກຊ້າຍ ພິກຂວາ ກວ່າຈະຫຼັບລົງໄດ້ກໍຂ້ອນຊິແຈ້ງແລ້ວ. ເມື່ອແສງເງິນແສງທອງເລີ່ມຈັບຂອບຟ້າທຸກຄົນພາຍໃນບ້ານຍັງຄົງຫຼັບໄຫຼເພາະຄວາມອິດເມື່ອຍຕັ້ງແຕ່ມື້ວານ ຄົນໃຊ້ໄດ້ປຸກຣັມປາໃຫ້ຕື່ນຂຶ້ນແລ້ວກໍຍົກຈອກນ້ຳຊາແລະເຂົ້າໜົມມາໃຫ້ ເມື່ອກິນໝົດແລ້ວລາວກໍບອກຣັມປາໃຫ້ຍ່າງອອກໄປຢ່າງງຽບໆເພື່ອບໍ່ໃຫ້ມີສຽງລົບກວນຄົນທີ່ກຳລັງຫຼັບຢູ່. ຣັມປາຍ່າງອອກຈາກເຮືອນມາຍ່າງງຽບໆທ່າມກາງແສງຂະມຸຂະມົວ ລັດເລາະໄປຕາມເຮືອນຊານບ້ານຊ່ອງຈົນໄປຊອດໃສ່ຖະໜົນໃຫຍ່ ແສງໃນຍາມເຊົ້າຄ່ອຍໆຂັບໄລ່ຄວາມມືດໃຫ້ຫາຍໄປ ນີ້ເປັນການຈາກຄອບຄົວຄັ້ງທຳອິດຂອງລາວເຊິ່ງເປັນການລາຈາກທີ່ເປົ່າປ່ຽວ ແລະງຽບເຫງົາ–ບໍ່ມີແມ້ແຕ່ຄົນດຽວຍ່າງມາສົ່ງແລະໄຮ້ຄຳອວຍພອນໃດໆທັງສິ້ນ.

ເມື່ອຍ່າງມາຮອດໜ້າວັດມີເດັກນ້ອຍສອງສາມຄົນຢືນຢູ່ໜ້າປະຕູເຂົ້າວັດນັ້ນກ່ອນແລ້ວ ພວກເຂົາມີຈຸດສົງດຽວກັນກັບຣັມປາ–ນັ້ນຄືການມາຂໍເຂົ້າບວດເປັນລາມະ. ສຳນັກສົງແຫ່ງນີ້ມີຊື່ວ່າ ຈັກໂປຣີ (Chakpori Monasty) ທຳໜ້າທີ່ເໝືອນວິທະຍາລັຍການແພດແຫ່ງທິເບດ. ພວກເຂົາພະຍາຍາມເຄາະປະຕູຢູ່ເຫີງນານ ແຕ່ກໍບໍ່ມີວີ່ແວວວ່າຈະມີຄົນມາເປີດ ເດັກນ້ອຍຄົນໜຶ່ງຈຶ່ງອູ້ມໝາກຫີນທຸບໃສ່ປະຕູຈົນເກີດສຽງດັງ ເຄີງ! ທັນໃດນັ້ນກໍມີລາມະຮ່າງໃຫຍ່ຍັກອົງໜຶ່ງຖືໄມ້ແສ້ເປີດປະຕູອອກມາ ແລ້ວຊາກໃສ່ວ່າ “ໄອ້..ພວກເດັກເປດ! ສູມາເຮັດຫຍັງຢູ່ນີ້?”

“ພວກຂ້ານ້ອຍຈະມາຂໍບວດເພື່ອຮຽນໜັງສື” ຕອບດ້ວຍຄວາມສັ່ນເຊັນ

“ພວກເຈົ້ານີ້ຫວ໋າ ຊິມາຮຽນໜັງສື ໄປລໍຖ້າຢູ່ພຸ້ນກ່ອນໄປ໋ ພຣະຈົວແລ້ວວຽກລະຈັ່ງຊິອອກມາເບິ່ງ”

ວ່າແລ້ວລາມະອົງນັ້ນກໍປິດປະຕູປັງ..ຫາຍເຂົ້າໄປໃນວັດ ປ່ອຍໃຫ້ເດັກນ້ອຍເຫຼົ່ານັ້ນຢືນລໍຖ້າຢູ່ນານສອງນານ ບາງຄົນທົນບໍ່ໄຫວກໍນັ່ງລົງກັບພື້ນ ດຶກກ້ອນຫີນຫຼິ້ນດ້ວຍສາຍຕາທີ່ໄຮ້ຄວາມຫວັງ ໜຶ່ງຊົ່ວໂມງຜ່ານໄປກໍໄຮ້ວີ່ແວວ ສອງ ສາມ ຊົ່ວໂມງຜ່ານໄປທຸກຢ່າງຍັງຄົງງຽບງັນ ເຂົ້າໜົມແລະນ້ຳຊາທີ່ກິນຕັ້ງແຕ່ເຊົ້າຕອນນີ້ຖືກຍ່ອຍສະຫຼາຍໄປໝົດແລ້ວ ທ້ອງກໍຮ້ອງ ນ້ຳລາຍກໍແຫ້ງ ຍິ່ງເມື່ອໄດ້ກິ່ນອາຫານທີ່ລອຍອອກມາຈາກດ້ານໃນກຳແພງວັດກໍຍິ່ງກະຕຸ້ນໃຫ້ເກີດຄວາມຫິວທໍລະມານຍິ່ງຂຶ້ນ. ໃນທີ່ສຸດປະຕູກໍເປີດອອກ ລາມະອົງເດີມປາກົດຂຶ້ນພ້ອມກັບໄມ້ແສ້ ຖາມໃຖ່ເທື່ອລະຄົນໄລ່ລຽງກັນໄປວ່າ ເປັນໃຜ ມາຈາກໃສ ເປັນລູກເຕົ້າເຫຼົ່າຫຼານຜູ້ໃດ ເປັນຫຍັງຈຶ່ງຕ້ອງມາບວດ ຈົນມາຮອດເດັກນ້ອຍຄົນໜຶ່ງຕອບວ່າ

“ຂ້ານ້ອຍເປັນລູກຄົນຂາຍຊີ້ນ”

“ຫ໊ະ..ເຈົ້າວ່າແນວໃດເກາະ ຂາຍຊີ້ນຫວ໋າ ໄອ້ພວກຂ້າສັດຕັດຊີວິດ ພວກລະເມີດຄຳສອນພຸດທະເຈົ້າ ມຶງຍັງກ້າມາສະເໜີໜ້າຢູ່ນີ້ອີກຫວ໋າ ໄປໄກໆໄປ໋ ຖ້າບໍ່ໄປຊິບອກພຣະຈົວມາລຸມກະທືບ” ແລ້ວກໍເງືອດໄມ້ແສ້ຂຶ້ນທໍາທ່າຈະຕີ. ດ້ວຍຄວາມຢ້ານທີ່ເປັນທຶນເດີມຢູ່ແລ້ວ ເດັກນ້ອຍຄົນນັ້ນຈຶ່ງຟ້າວລຸກຂຶ້ນແລ່ນໜີໄປທັນທີ

ທີນີ້ ກໍມາຮອດຄິວຂອງຣັມປາ “ເຈົ້າເດ້! ມາຈາກໃສ? ອໍ້! ລູກຂຸນນາງຫັ້ນຫວ໋າ ໂອໂຫ້! ເຈົ້າຊາຍນ້ອຍທີ່ຢາກມາຖືເພດເປັນສະມະນະ ດ໋ຽວກໍຮູ້ວ່າທາດແທ້ຂອງເຈົ້າເປັນແນວໃດ ຂໍບອກໄວ້ກ່ອນ ວັດແຫ່ງນີ້ບໍ່ແມ່ນສະຖານທີ່ສຳລັບພະເນົ້າພະນໍ້ເອົາໃຈເຈົ້າຊາຍທີ່ພໍ່ແມ່ເຄີຍໂອ໋ມາກ່ອນ ລາມະທັງເວົ້າທັງຕອດຫົວໄປນຳ ແລ້ວບອກວ່າ ຖອຍໄປສີ່ສິບກ້າວ ນັ່ງສະມາທິລໍຖ້າຢູ່ຫັ້ນກ່ອນ ຫ້າມຫຼັບຕາ ຫ້າມເໜັງຕີງ” ເມື່ອສັ່ງແລ້ວກໍຫາຍເຂົ້າໄປໃນວັດອີກຄັ້ງ. ຣັມປາຈັບເອົາຫໍ່ເສື້ອຜ້າແລ້ວກໍຍ່າງຖອຍກັບຫຼັງສີ່ສິບກ້າວ ນັ່ງສະມາທິເອົາມືວາງໄວ້ທີ່ຫົວເຂົ່າທັງສອງໂດຍບໍ່ກ້າເຄື່ອນໄຫວເລີຍແມ້ແຕ່ນ້ອຍ ລາວນັ່ງຢູ່ແບບນັ້ນຈົນກະທັ່ງພຣະອາທິດເລີ່ມຄ້ອຍບ່າຍໄປຈົນຮອດແລງ ພາຍຫຼັງທີ່ກິນເຂົ້າໜົມຕັ້ງແຕ່ເຊົ້າມາຮອດຕອນນີ້ກໍຍັງບໍ່ທັນໄດ້ກິນຫຍັງອີກເລີຍ ຫິວເຂົ້າ ຫິວນ້ຳ ທັງອິດເມື່ອຍແທບຈະເປັນລົມ ລາວຄິດໃນໃຈນີ້ບໍຄືຂອງຂວັນວັນເກີດຄົບອາຍຸເຈັດປີທີ່ພໍ່ແມ່ມອບໃຫ້ ຊ່າງເປັນວັນເກີດທີ່ໜ້າຫົດຫູ່ແລະທໍລະມານ. ຕອນນີ້ພຣະອາທິດລັບຂອບຟ້າໄປແລ້ວ ຄວາມມືດເລີ່ມຄືບຄານເຂົ້າມາພ້ອມກັນກັບລົມໜາວເຢັນພັດມາກະທົບໃບໄມ້ເຮັດໃຫ້ເກີດສຽງທີ່ໜ້າສະພຶງກົວໃນຍາມຄ່ຳຄືນ ສ່ວນຣັມປາເດັກນ້ອຍຜູ້ໜ້າສົງສານບໍ່ກ້າແມ້ກະທັ່ງຂະຍັບຂັບເຄື່ອນຮ່າງກາຍອາດຈະເປັນເພາະຄວາມຢ້ານກົວຫຼືແຂ່ງຂາຂອງລາວແຂງຊາໄປແລ້ວກໍເປັນໄດ້. ໜ້ອຍໜຶ່ງມີສຽງຍ່າງຂອງສິ່ງທີ່ມີຊີວິດກົງມາຫາເຮັດໃຫ້ຍິ່ງເພີ່ມຄວາມຫວາດກົວໄປອີກ ເມື່ອມາຮອດໃກ້ໆລາວຈຶ່ງຮູ້ວ່າເປັນລາມະເຖົ້າອົງໜຶ່ງຖືນ້ຳຊາກັບເຂົ້າໜົມມາໃຫ້ ທຳອິດລາວບໍ່ກ້າຮັບເອົາ ເພາະຢ້ານຜິດກົດທີ່ລາມະອົງກ່ອນສັ່ງໄວ້ ແຕ່ລາມະຜູ້ທີ່ເອົາມາສົ່ງບອກວ່າ

ຮັບເອົາເຖິະ ໃນຍາມຄ່ຳຄືນເຈົ້າສາມາດເຄື່ອນໄຫວໄດ້ລາວຈຶ່ງຟ້າວຈັບເອົາເຂົ້າໜົມກັບນ້ຳຊາມາກິນດ້ວຍຄວາມຫິວໂຫຍ ລາມະອົງນັ້ນບອກວ່າເມື່ອກິນແລ້ວກໍນອນພັກຜ່ອນສາ ຕອນເຊົ້າຕາເວັນຂຶ້ນຟ້າແຈ້ງແລ້ວຄ່ອຍນັ່ງສະມາທິຕໍ່ ຣັມປາເອີ໋ຍ ເຈົ້າຢ່າຄິດວ່າເປັນການທໍລະມານ ນີ້ເປັນພຽງດ່ານທຳອິດເພື່ອຝຶກຝົນຄວາມອົດທົນ ຫາກສາມາດຜ່ານໄປໄດ້ເຈົ້າຈະໄດ້ຮຽນສິ່ງທີ່ສູງຂຶ້ນໄປກວ່ານີ້ ເມື່ອເວົ້າຈົບແລ້ວກໍຈາກໄປ ປ່ອຍຣັມປາໄວ້ໃນຄວາມມືດຢ່າງໂດດດ່ຽວ ທ່າມກາງຄວາມມືດມີພຽງແສງວັບແວມຂອງຕະກຽງນ້ຳມັນເນີຍໄຕ້ລຽງລາຍຢູ່ຕາມກຸດຕິສົງແລະແສງສະຫຼົວຈາກດວງດາວສອງສາມດວງພາຍໃຕ້ທ້ອງຟ້າໃນຍາມຄ່ຳຄືນທີ່ເໜັບໜາວ ເດັກນ້ອຍຄົນໜຶ່ງກຳລັງນອນຄົດຄູ້ຢູ່ໜ້າວັດຢ່າງດຽວດາຍ. ຣັມປາເລົ່າວ່າ ລາວຕ້ອງນັ່ງສະມາທິຢູ່ແບບນີ້ເຖິງສາມວັນສາມຄືນຈຶ່ງສາມາດຜ່ານບົດທົດສອບນີ້ໄດ້.

ເມື່ອເຂົ້າວັດແລ້ວ ອັນດັບທໍາອິດຄືການໄປນະມັດສະການເຈົ້າອາວາດຜູ້ເປັນປະມຸກສູງສຸດໃນວັດແຫ່ງນີ້ ທ່ານມີຊື່ວ່າ ລາມະຊັມປາ-ລາ (Xhampa-la) ເປັນຜູ້ເຄັ່ງຄັດລະບຽບວິນັຍເປັນຢ່າງຍິ່ງ. ພາຍຫຼັງທີ່ສະແດງຄວາມເຄົາລົບແລ້ວກໍພາກັນນັ່ງລົງ ເຈົ້າອາວາດເພັ່ງພິນິດຢູ່ໜ້ອຍໜຶ່ງຈຶ່ງກ່າວຂຶ້ນວ່າ

ຣັມປາ ອາຈານຮູ້ທຸກຢ່າງກ່ຽວກັບເຈົ້າແລ້ວ ລວມເຖິງຄຳພະຍາກອນດວງຊະຕາຂອງເຈົ້າ ເຈົ້າໄດ້ຮັບການທົດສອບເລື່ອງຄວາມທໍລະຫົດອົດທົນຢ່າງໜັກດ້ວຍເຫດຜົນອັນສົມຄວນເຊິ່ງຕໍ່ໄປເຈົ້າຈະຮູ້ເອງ. ໃນບັນດານັກບວດເປັນພັນໆອົງມີພຽງອົງດຽວເທົ່ານັ້ນທີ່ມີຄວາມສາມາດສຳລັບອົງຄວາມຮູ້ຂັ້ນສູງ ນັກບວດສ່ວນໃຫຍ່ພາກັນຈົມຢູ່ກັບຄວາມຮູ້ຂັ້ນພື້ນຖານແລະປະຕິບັດກິດຂອງຕົນໄປວັນໆຕາມຄວາມເຄີຍຊິນ ພວກນີ້ຈະວ່າໄປແລ້ວກໍເປັນພຽງຊ່າງສີມືທີ່ຄອຍໝຸນວົງລໍ້ແຫ່ງບົດສູດມົນເທົ່ານັ້ນໂດຍບໍ່ຮູ້ວ່າເຮັດໄປເພື່ອຫຍັງ ຣັມປາ..ເຈົ້າຈະໄດ້ຮັບການສຶກສາຢ່າງທ່ອງແທ້ເປັນພິເສດ ເຈົ້າຈະໄດ້ຮູ້ຊຶ້ງເຖິງສາດຕ່າງໆ ແຕ່ເສັ້ນທາງຊີວິດຂອງເຈົ້ານັ້ນຈະຍາກລຳບາກແລະໜ້າທໍ້ແທ້ ການປະຕິບັດໃຫ້ເຫັນແຈ້ງນັ້ນເປັນສິ່ງທີ່ຍາກຢ່າງຍິ່ງ

ຣັມປາຄ່ອຍໆຮຽນຮູ້ເລື່ອງກົດລະບຽບແລະໜ້າທີ່ຕ່າງໆພາຍໃນວັດເຊັ່ນ ເວລາໃດຄືເວລາແຫ່ງການສູດມົນ ເວລາແຫ່ງການຮຽນໜັງສື ແລະເວລາແຫ່ງການອອກແຮງງານ ໃນສຳນັກສົງແຫ່ງນີ້ຂຶ້ນຊື່ເລື່ອງຄວາມເຄັ່ງຄັດຂອງກົດລະບຽບ ແມ້ແຕ່ຊື່ວັດເອງກໍບົ່ງບອກແລ້ວວ່າ ຈັກໂປຣີ ແປວ່າ ພູເຂົາເຫຼັກ ດ້ວຍເຫດນີ້ພໍ່ຂອງຣັມປາຈຶ່ງສົ່ງລາວມາທີ່ນີ້ ເພື່ອໃຫ້ໄດ້ຮັບການຝຶກຝົນຢ່າງດີທີ່ສຸດ ເມື່ອໄປເປັນຜູ້ນຳສົງໃນອະນາຄົດຈຶ່ງຈະສາມາດຄວບຄຸມກາຍໃຈຕົນເອງໄດ້ດີ ເພາະລະບຽບວິນັຍຄືສິ່ງທີ່ສ້າງນິໄສຂອງຜູ້ຄົນ.

ກິດຈະວັດປະຈຳວັນໃນຈັກໂປຣີເລີ່ມຕົ້ນຂຶ້ນເມື່ອເວລາທ່ຽງຄືນ ເມື່ອໄດ້ຍິນສຽງສັນຍານແກທີ່ດັງກ້ອງໄປທົ່ວວັດ ທຸກຄົນຕ້ອງຟ້າວລຸກຂຶ້ນແຕ່ງຕົວແລ້ວຍ່າງງົວເງຍໄປທີ່ຫ້ອງສູດມົນ ການສູດມົນໃນຍາມດຶກເປັນສິ່ງທີ່ໜ້າເບື່ອໜ່າຍແລະຫງຸດຫງິດ ໃນວັດແຫ່ງນີ້ຈຶ່ງມີຄະຕິສອນໃຈວ່າ “ການພັກຜ່ອນຈິດໃຈຢ່າງສຸກສະຫງົບນັ້ນ ດີກວ່າການໄປນັ່ງນິ້ງຢູ່ຕໍ່ໜ້າພຣະພຸດທະຮູບເພື່ອສູດມົນລະງັບຄວາມຂຸ່ນເຄືອງ ເວົ້າໃຫ້ເຂົ້າໃຈງ່າຍກໍຄືຢ່າຄິດວ່າການສູດມົນເປັນສິ່ງທີ່ໜ້າເບື່ອໜ່າຍ ແຕ່ມັນຄືການພັກຜ່ອນຈິດໃຈໃຫ້ເກີດຄວາມສຸກສະຫງົບ ຖ້າມານັ່ງສູດມົນດ້ວຍຄວາມຫງຸດຫງິດກໍບໍ່ຕ່າງຫຍັງກັບມານັ່ງໜ້າບູດໃສ່ພຸດທະຮູບເຊິ່ງມັນເສຍເວລາຖິ້ມຊື່ໆ ແນວໃດກໍຕ້ອງສູດຢູ່ແລ້ວກໍສູດດ້ວຍຄວາມເຕັມໃຈໄປເລີຍ.

ຊາວທິເບດເຊື່ອວ່າ ສຽງສູດມົນທີ່ກ້ອງກັງວານນັ້ນມີອຳນາດສັກສິດ ເຊັ່ນດຽວກັບສຽງດົນຕີທີ່ມີຄື່ນຄວາມຖີ່ສາມາດເຮັດໃຫ້ແກ້ວແຕກໄດ້ພິທີສູດມົນຈຶ່ງກາຍເປັນພິທີກັມທີ່ສັກສິດໄປໃນຕົວ. ລາມະທັງຫຼາຍນັ່ງລຽງລາຍກັນເປັນສອງແຖວຫັນໜ້າເຂົ້າກັນ ສຽງສູດມົນຜະສົມສຽງກອງແລະສຽງລະຄັງດັງກັງວານໄປທົ່ວວັດ ຄວັນກຳຍານລອຍອົບອວນໄປທົ່ວຫ້ອງ ທ່າມກາງຄວາມມືດສະຫຼົວນັ້ນຄ້າຍໆກັບວ່າມີສິ່ງສັກສິດກໍາລັງຈັບຈ້ອງເບິ່ງແຕ່ລະຄົນຢູ່. ໂດຍທົ່ວໄປຈະໃຊ້ເວລາສູດປະມານໜຶ່ງຊົ່ວໂມງ ແລ້ວກໍກັບໄປນອນ. ສູດອີກເທື່ອທີສອງຄືເວລາສີ່ໂມງ ຮັບປະທານອາຫານຫ້າໂມງເຊົ້າ ຫົກໂມງເຂົ້າຫ້ອງຮຽນ ເກົ້າໂມງສູດມົນຮອບທີສາມ ສິບໂມງກັບມາເຂົ້າຮຽນວິຊາໃໝ່ຈົນຮອດບ່າຍໜຶ່ງໂມງ ຈາກນັ້ນກໍສູດມົນອີກຄັ້ງກ່ອນຮັບປະທານອາຫານ ບ່າຍສອງເປັນເວລາເຮັດງານໜັກເພື່ອຝຶກຝົນຮ່າງກາຍໃຫ້ມີຄວາມເຂັ້ມແຂງ ບ່າຍສາມເປັນເວລາພັກສະຫງົບ ນອນນິ້ງໆ ຫ້າມລົມກັນ ປ່ອຍໃຫ້ຮ່າງກາຍໄດ້ພັກຜ່ອນ ຈາກນັ້ນສີ່ໂມງແລງກໍກັບເຂົ້າຮຽນອີກຄັ້ງຈົນຮອດເວລາເກົ້າໂມງກາງຄືນຈຶ່ງຈະສາມາດເຂົ້ານອນໄດ້ ຮອດທ່ຽງຄືນກໍລຸກຂຶ້ນສູດມົນອີກຄັ້ງ ກິດຈະວັດຈະວົນວຽນຢູ່ແບບນີ້ເລື້ອຍໄປ.

ທຸກຄົນທີ່ຢູ່ພາຍໃນສຳນັກສົງຈັກໂປຣີແຫ່ງນີ້ ນອກຈາກປະຕິບັດກິດຈະວັດປະຈຳວັນຢ່າງເຄັ່ງຄັດແລ້ວ ຍັງຕ້ອງຍຶດໝັ້ນໃນຄຳສອນຂອງພຣະສັມມາສັມພຸດທະເຈົ້າທີ່ວ່າ ຈົ່ງສະແດງຕົນເປັນຕົວຢ່າງທີ່ດີ ປະຕິບັດຊອບຕໍ່ຜູ້ອື່ນ ແລະງົດເວັ້ນຈາກຄວາມຊົ່ວທັງມວນ” ກິດຈະວັດທີ່ກ່າວໄປແລ້ວນັ້ນເປັນຕົວຊີ້ວັດໄດ້ເປັນຢ່າງດີວ່າຜູ້ໃດມີພຶດຕິກຳແບບໃດ. ແມ້ທຸກອົງຈະປະຕິບັດກິດຈະວັດເໝືອນກັນ ແຕ່ຄວາມຕັ້ງໃຈແລະຄວາມມຸ່ງໝັ້ນແຕກຕ່າງກັນ ເມື່ອເປັນເຊັ່ນນີ້ແນ່ນອນວ່າຜົນທີ່ເກີດຂຶ້ນພາຍໃນໃຈຂອງແຕ່ລະຄົນຍ່ອມແຕກຕ່າງກັນ ເໝືອນນາຍຊ່າງທີ່ພິຖີພິກັບງານສິລະປະກັບຊ່າງທີ່ເຮັດພໍແລ້ວມື ຜົນງານທີ່ອອກມາຍ່ອມຕ່າງກັນ. ສະນັ້ນ ພຽງແຕ່ມີຕາຕະລາງກິດຈະວັດຍັງບໍ່ພໍ ຕ້ອງມີຄວາມໃສ່ໃຈ ຄວາມມຸ່ງໝັ້ນ ແລະຄວາມມຸມານະອົດທົນໃນຂະນະທີ່ເຮັດກິດທັງຫຼາຍເຫຼົ່ານັ້ນພ້ອມ. ແມ້ແຕ່ພຣະພຸດທະເຈົ້າກໍບອກສະເໝີວ່າ ຄົນເຮົາຈະພົ້ນທຸກໄດ້ເພາະຄວາມພາກພຽນພະຍາຍາມ

ຈາກເລື່ອງລາວຂອງຊີວິດຣັມປາຈະເຫັນໄດ້ວ່າ ຊີວິດເຮົາເໝືອນມີບາງສິ່ງບາງຢ່າງທີ່ເບິ່ງບໍ່ເຫັນຄອຍກຳກັບດູແລຢູ່ ສິ່ງທີ່ວ່ານັ້ນເປັນຕົວກຳນົດໃຫ້ເຮົາລ້ຽວຊ້າຍຫຼືຂວາ ເມື່ອລ້ຽວແລ້ວກໍປ່ອຍໃຫ້ເຮົາຜະເຊີນໜ້າກັບຄວາມເປັນຈິງພຽງລຳພັງ ຊາວທິເບດເອີ້ນສິ່ງທີ່ເບິ່ງບໍ່ເຫັນນັ້ນວ່າ ດວງຊະຕາ ອີກມຸມໜຶ່ງເໝືອນກັບວ່າມະນຸດມີອິດສະລະ–ສາມາດກຳນົດຊີວິດຕົນເອງໄດ້. ຂ້ອຍຄິດວ່າຊີວິດມະນຸດເຮົາອາດຈະມີທັງສອງສິ່ງນີ້ຄຽງຄູ່ກັນໄປ ໜຶ່ງ-ດວງຊະຕາ ແລະສອງ-ການເລືອກຢ່າງອິດສະລະຂອງເຮົາເອງ ເມື່ອດວງຊະຕາກຳນົດໃຫ້ເຮົາເປັນແບບນັ້ນແບບນີ້ແລ້ວ ເຮົາຈະເລືອກສູ້ຕໍ່ຫຼືທໍ້ຖອຍ ອັນນີ້ຂຶ້ນກັບເຮົາເອງ ພາຍໃນຂອບເຂດທີ່ດວງຊະຕາກຳນົດໄວ້ໃຫ້ເຮົາສາມາດມີອິດສະລະໄດ້ເຕັມທີ່ ເໝືອນຣັມປາທີ່ຖືກກຳນົດໃຫ້ເປັນລາມະ ແລະລາວກໍພຽນພະຍາຍາມເຕັມທີ່ກັບສິ່ງທີ່ເປັນຢູ່ນັ້ນ ນີ້ຄືອິດສະລະທີ່ລາວເລືອກໄດ້.

ຕອນນີ້ ເວລາເກືອບສີ່ໂມງແລ້ວ ຫຼຽວລົງໄປດ້ານລຸ່ມຍັງຄົງເຫັນຮູບປັ້ນພຣະສີອະຣິຍະເມດໄຕຕັ້ງເດັ່ນເປັນສະຫງ່າ ລົມຫົວກຸດກຳລັງພັດດິນຊາຍຟຸ້ງອົບອວນໄປທ່ົວຫຸບເຂົາ ໃນຂະນະທີ່ພວກເຮົາກຳລັງຍ່າງລົງຈາກວັດ ຊາວບ້ານກຸ່ມໜຶ່ງກຳລັງນັ່ງລ້າງຈານຢູ່ຂ້າງກຸດຕິ ນາຍຊ່າງກຳລັງປັບປຸງອາຄານທີ່ຊຸດໂຊມ ລາມະອົງໜຶ່ງກຳລັງນັບລູກປະຄຳຍ່າງສວນທາງພວກເຮົາຂຶ້ນໄປ ຄົນຂາຍເຄື່ອງກຳລັງຍື່ນຮູບໃຫ້ນັກທ່ອງທ່ຽວເບິ່ງ ຍາມກຳລັງເປີດປະຕູໃຫ້ລົດເຂົ້າ-ອອກ ເປັນໄປໄດ້ບໍ່ວ່າ ພາບທັງຫຼາຍທີ່ປາກົດຢູ່ຕອນນີ້ມີຄວາມກ່ຽວຂ້ອງກັບດວງຊະຕາ. ດວງຊະຕານຳພວກເຂົາໃຫ້ມາຢູ່ຈຸດນີ້ ແລະ ພວກເຂົາກໍເລືອກທີ່ຈະຕໍ່ສູ້ດິ້ນຮົນພາຍໃນຂອບເຂດທີ່ຖືກກຳນົດໄວ້ແລ້ວດ້ວຍຄວາມພາກພຽນພະຍາມທີ່ແຕກຕ່າງກັນອອກໄປ ໂດຍມີຈຸດໝາຍດຽວກັນຄືການຫຼຸດພົ້ນໄປຈາກຄວາມທຸກຕ່າງໆຂອງແຕ່ລະຄົນ. ມະນຸດຕ້ອງມີຄວາມພາກພຽນພະຍາຍາມພຽງໃດ ຈຶ່ງໄດ້ຊື່ວ່າເປັນຜູ້ມີຄວາມມຸ່ງໝັ້ນແລະມານະອົດທົນພຽງພໍຕໍ່ການປະສົບຄວາມສຳເລັດຕາມທີ່ຕົນມຸ່ງຫວັງ.

ຄຳຕອບອາດຈະເປັນວ່າ “ຄວນພະຍາຍາມເລື້ອຍໄປ ຈົນກວ່າຈະໄດ້ໃນສິ່ງທີ່ຕົນປາຖະໜາ”

ພຣະຂາວພັນນາຣາມ

ກາງລະດູຝົນ, ປີ 2024.

]]>
ຄົ້ນຫາຕົວຕົນຜ່ານການເດີນທາງ https://dekwatlaos.com/blog-daily/life-style/khonha-tuaton-phan-kan-dern-thang/1925/ Wed, 26 Jun 2024 00:12:54 +0000 https://dekwatlaos.com/?p=1925 ໂດຍ: ຄວັນສີເທົາ

ທຸກເສັ້ນທາງທີ່ເຮົາກ້າວຜ່ານ

ເປັນດັ່ງແວ່ນແຍງທີ່ສ່ອງສະທ້ອນໃຫ້ເຫັນຕົວຕົນຂອງຕົນເອງ ແລະ ບາງແງ່ມຸມຂອງຊີວິດ

ພາຍຫຼັງໂຊເຟີປິດປະຕູ ລໍ້ລົດກໍເລີ່ມໝູນອອກຈາກທີ່ພັກໃນເມືອງເລຫ໌ທັນທີ

ພວກເຮົາກຳລັງມຸ່ງໜ້າໄປສູ່ວັດດິດສະກິດ (Diskit Gompa) ລ້ຽວຊ້າຍ! ທີ່ຕັ້ງຢູ່ທ່າມກາງຫຸບເຂົານູບຣາ (Nubra Valley) ລ້ຽວຂວາ! ຫ່າງຈາກເມືອງເລຫ໌ປະມານ 115 ກິໂລແມັດ ລ້ຽວຊ້າຍ! ຕາມແຜນການເດີນທາງ ມື້ນີ້ ພວກເຮົາຈະຕ້ອງກັບມານອນຢູ່ເມືອງເລຫ໌ຄືເກົ່າ ນັ້ນໝາຍຄວາມວ່າ ໄລຍະທາງທີ່ຈະຕ້ອງນັ່ງລົດທັງໄປແລະກັບກໍຄື 230 ກມ ນັ່ງຈົນດາກດ້ານກັນໄປຂ້າງໜຶ່ງເລີຍທີດຽວ ລ້ຽວຂວາ! ອາດຈະກ່າວໄດ້ວ່າທຸກໆໜຶ່ງຮ້ອຍແມັດຂອງຖະໜົນເສັ້ນນີ້ຈະຕ້ອງລ້ຽວຊ້າຍ ລ້ຽວຂວາຕະຫຼອດເວລາ ເພາະເປັນຖະໜົນທີ່ຕັດຂຶ້ນພູເຂົາສູງຊັນ ການຈະຕັດເປັນທາງຊື່ຂຶ້ນໄປເລີຍນັ້ນຄົງເປັນໄປໄດ້ຍາກ ຂະໜາດນັກວິຊາການອິນເດຍທີ່ວ່າເກັ່ງຍັງຍົກທຸງຂາວ ຈຳເປັນຕ້ອງສ້າງລຽບໄປຕາມເຈີ້ຍພູ ແລະ ສັນພູ ໂຄ້ງໄປໂຄ້ງມາເໝືອນພະຍານາກເລື້ອຍຂຶ້ນພູແບບໃດແບບນັ້ນເລີຍ ຂຶ້ນວິດຈອມພູໜ່ວຍໜຶ່ງແລ້ວກໍຍັງມີອີກໜ່ວຍໃໝ່ ວິດໜ່ວຍໃໝ່ແລ້ວ ກໍຍັງມີໜ່ວຍໃໝ່ອີກ ຢ່າຖາມວ່າຈັກໜ່ວຍ…ເພາະບໍ່ໄດ້ນັບ.

ຈະວ່າໄປແລ້ວ ການເດີນທາງແບບນີ້ກໍຄ້າຍຄືກັບການໃຊ້ຊີວິດແຫຼະເນາະ ເມື່ອປີນປ່າຍຂຶ້ນໄປເຖິງຈຸດສູງສຸດຂອງພູໜ່ວຍໜຶ່ງແລ້ວ ກໍຍັງມີໜ່ວຍໃໝ່ໃຫ້ປ່າຍປີນຂຶ້ນໄປອີກ ຜ່ານຄວາມຫຍຸ້ງຍາກເທື່ອນີ້ແລ້ວກໍມີຄວາມຫຍຸ້ງຍາກອັນໃໝ່ເຂົ້າມາອີກ ຄ້າຍໆກັບວ່າຊີວິດຈະບໍ່ມີທີ່ສິ້ນສຸດ. ດ້ວຍເຫດນີ້ ຈຶ່ງເຮັດໃຫ້ມະນຸດບໍ່ເຄີຍຢຸດນິ້ງຢູ່ບ່ອນເກົ່າ ພວກເຮົາທຸກຄົນລ້ວນແຕ່ມອງຫາສະຖານທີ່ທີ່ຢູ່ແລ້ວເກີດຄວາມສະບາຍໃຈ ແລະຕ້ອງການສະພາບແວດລ້ອມທີ່ເອື້ອໃຫ້ເກີດຄວາມສະຫງົບສຸກ ແຕ່ການຈະໄດ້ສິ່ງເຫຼົ່ານີ້ມາ ຄົນທີ່ຢູ່ອ້ອມຂ້າງຖືວ່າມີສ່ວນສຳຄັນບໍ່ໜ້ອຍ ຫາກເວົ້າໃນສະເກລທີ່ໃຫຍ່ຂຶ້ນອາດຈະເວົ້າໄດ້ວ່າ ສະພາບແວດລ້ອມທີ່ດີທີ່ເອື້ອໃຫ້ເກີດຄວາມສຸກຈະເກີດຂຶ້ນໄດ້ນັ້ນ ຕ້ອງອາໄສຜູ້ຄົນໃນສັງຄົມຊ່ວຍກັນສ້າງຂຶ້ນ.

ເມື່ອພົ້ນເຂດຊຸມຊົນແລ້ວ ກໍເຫຼືອແຕ່ທາງໂຄ້ງ ພູເຂົາສູງ ອາກາດໜາວ ແລະອົກຊີແຊນທີ່ເບົາບາງ ລະຫວ່າງທາງຈະມີຈຸດຊົມວິວເອີ້ນວ່າ Zero Point ຄືຈຸດໜາວສຸດຂົ້ວ ພວກເຮົາພາກັນລົງໄປຖ່າຍຮູບກັນຢ່າງເມົາມັນ ແລະເມົາຫິມະ ຈາກນັ້ນ ກໍເດີນທາງຕໍ່ດ້ວຍຄວາມຕືື່ນເຕັ້ນທີ່ເພີ່ມຂຶ້ນເລື້ອຍໆ ບາງບ່ອນມີການກໍ່ສ້າງທາງ ບາງບ່ອນມີຫິມະຖະລົ່ມເຮັດໃຫ້ລົດບໍ່ສາມາດສວນທາງກັນໄດ້ ຕ້ອງລໍໃຫ້ລົດອີກຝັ່ງໜຶ່ງມາຈົນໝົດກ່ອນຈຶ່ງຈະສາມາດໄປຕໍ່ໄດ້ ການເດີນທາງໃນອິນເດຍລົດຕິດສາມສີ່ຊົ່ວໂມງຖືວ່າເປັນເລື່ອງປົກກະຕິ ອາດຈະຮູ້ສຶກເບື່ອແດ່ແຕ່ກໍເປັນເລື່ອງທຳມະດາຂອງການເດີນທາງ ສິ່ງໜຶ່ງທີ່ຮູ້ສຶກປະທັບໃຈ+ຕື່ນເຕັ້ນ+ຕາໂຕ ຄື ຄຳຄົມທີ່ຕິດໄວ້ເປັນຍ່ານໆຕະຫຼອດເສັ້ນທາງ ເພື່ອເຕືອນສະຕິແລະໃຫ້ກຳລັງໃຈແກ່ຜູ້ສັັນຈອນ ບາງຄຳອ່ານແລ້ວໄດ້ສະຕິ ບາງຄຳອ່ານແລ້ວໄດ້ກຳລັງໃຈ ບາງຄຳອ່ານແລ້ວສະດຸ້ງ ບາງຄຳອ່ານແລ້ວຮູ້ສຶກໂຣແມນຕິກ ເວົ້າໄປຫຼາຍຈະຫາວ່າໂມ້..ລອງໄປອ່ານນຳກັນເລີຍດີກວ່າ

“Tough time never last, but tough people do” ຊ່ວງເວລາທີ່ຍາກລຳບາກຈະຄົງຢູ່ກັບເຮົາໄດ້ບໍ່ນານ ຄົນເຂັ້ມແຂງເທົ່ານັ້ນຈະເປັນຜູ້ຊະນະ. ແນ່ະ!..ຮູ້ອີກວ່າພຣະເມື່ອຍ ຖືວ່າຮູ້ໃຈກັນ.“Speed is a knife that cuts life” ຄວາມໄວກໍເໝືອນມີດທີ່ສາມາດເອົາຊີວິດເຈົ້າໄດ້ທຸກເມື່ອ. ໂຢ້!..ຢຽບເບຣກແທບບໍ່ທັນ.“Slow and steady complete the journey” ການຮຽນເປັນເລື່ອງຍາກ ແຕ່ຖ້າຄ່ອຍໆຮຽນຮູ້ກັນໄປ ຈັກໜ່ອຍກໍຮັກກັນເອງ ເຮີ໋ຍ! ແປມົ້ວຕີ໋ຄູບາ ໄປຊ້າໆ ແລະ ສະໝໍ່າສະເໝີ ຈັ່ງໃດກໍຮອດແນ່ນອນ. ໄປຕໍ່ “if married divorce speed” ຖ້າແຕ່ງງານມີພັນລະຍາແລ້ວ ກໍເຊັນໃບຢ່າ (ຮ້າງ) ກັບຄວາມໄວຊ່ະ. ເລືອກມາດຽວນີ້..ວ່າຊິເອົາໃຜ? ອີກຈັກອັນເນາະ “Drive with a reason this holiday season” ໃຊ້ເຫດຜົນໃນການຂັບຂີ່ ຂັບລົດດີໆເດີໃນຊ່ວງເທດສະການ (ເປັນຫ່ວງ). ແຖມໃຫ້ອີກອັນໜຶ່ງ “An idle mind is the devil’s workshop” ຖ້າໃຈລອຍໃນຍາມຂັບຂີ່ ອາດຈະຖືກທັກວ່າ ສະບາຍດີ..ຈາກຍົມພິບານ.

ນັ່ງລົດໄປອ່ານຄຳຄົມໄປນຳ ເອີ..ກໍໄດ້ບັນຍາກາດດີ

ຈາກທີ່ຕື່ນເຕັ້ນກັບຫິມະແລະພູມິປະເທດໃນຊ່ວງເລີ່ມຕົ້ນຕອນນີ້ກໍພາກັນເລີ່ມຊົບເຊົາ ບາງຄົນເລີ່ມເຂົ້າສູ່ໂໝດນິດທຣາ ບາງຄົນນັ່ງຊຶມໆ ເອົາມືລູບໜວດເຄົາເບິ່ງຜ່ານແກ້ວປະຕູລົດອອກໄປດ້ານນອກທີ່ມີພູເຂົານ້ຳແຂງໜ່ວຍແລ້ວໜ່ວຍເລົ່າເໝືອນກຳລັງຄິດອິຫຍັງບາງຢ່າງ ໃນລະຫວ່າງນັ້ນ ຄວາມຕື່ນເຕັ້ນຂອງຂ້ອຍກໍຫົດຫາຍໄປເກືອບໝົດແລ້ວ ໃນຕອນເລີ່ມຕົ້ນພູມິປະເທດທີ່ເຫັນເປັນສິ່ງແປກໃໝ່ ເມື່ອເຫັນຫຼາຍຕໍ່ຫຼາຍເທື່ອ ດົນໄປກໍເລີ່ມກາຍເປັນສິ່ງປົກກະຕິ ຈະວ່າໄປແລ້ວກໍເປັນສິ່ງທີ່ໜ້າຖາມຄືກັນວ່າ ເຮົາເດີນທາງໄປເພື່ອຫຍັງ? ຈື່ໄດ້ວ່າເຄີຍຖາມໝູ່ເພື່ອນຫຼາຍຄົນຕອນທີ່ເປັນນັກສຶກສາວ່າ ຄວາມຝັນໃນຊີວິດຂອງເຈົ້າມີຫຍັງແດ່? ແຕ່ລະຄົນມີຄຳຕອບທີ່ຫຼາກຫຼາຍແຕກຕ່າງກັນ ແຕ່ມັກຈະມີຂໍ້ໜຶ່ງທີ່ເໝືອນກັນຄື ການເດີນທາງທ່ອງທ່ຽວໄປທົ່ວໂລກ ເມື່ອຖາມຕໍ່ວ່າ ເຮົາເດີນທາງທ່ອງທ່ຽວໄປເພື່ອຫຍັງ? ມັກຈະໄດ້ຄຳຕອບທີ່ຄຸມເຄືອ

ຫຼືວ່າແທ້ຈິງແລ້ວເຮົາບໍ່ຈຳເປັນຕ້ອງມີເປົ້າໝາຍກໍໄດ້ ເດີນທາງກໍຄືເດີນທາງ ມັນເປັນຈຸດໝາຍໃນຕົວເອງ (End). ແຕ່ຖ້າສັງເກດເບິ່ງຄວາມຮູ້ສຶກໃນການອອກເດີນທາງແຕ່ລະຄັ້ງຄ້າຍກັບວ່າເຮົາກຳລັງສະແຫວງຫາບາງສິ່ງບາງຢ່າງທີ່ຕົວເຮົາເອງກໍບໍ່ຮູ້ວ່າມັນແມ່ນຫຍັງ?

ອາຈານ ເສກສັນ ປະເສີດກຸນ ບອກວ່າ “ແກ່ນແທ້ຂອງການເດີນທາງຄືການພັດພາກຈາກຜູ້ອື່ນ ແລະສິ່ງອື່ນ ເພື່ອນັດພົບກັບຕົນເອງ” ຫາກຄິດໃນແງ່ນີ້ກໍສະແດງວ່າ ເຮົາອອກເດີນທາງເພື່ອຄົ້ນຫາບາງຢ່າງ ພາສາອັງກິດໃຊ້ຄຳວ່າ Soul ຄືຈິດວິນຍານເດີມແທ້ຂອງເຮົານັ້ນເອງ.

ຄຸຣຸທາງວິນຍານບາງຄົນບອກວ່າ ຈິດວິນຍານເດີມແທ້ນັ້ນເປັນສິ່ງບໍລິສຸດ ມີອິດສະລະເສລີ ແຕ່ເພາະອຳນາດກົດເກນຂອງສັງຄົມກົດທັບໄວ້ຈຶ່ງເຮັດໃຫ້ມັນມີຄຸນສົມບັດແຕກຕ່າງອອກໄປ ສັງເກດໄດ້ຕອນເປັນເດັກນ້ອຍເຮົາມີອິດສະລະໃນການຄິດແລະຈິນຕະນາການ ເໝືອນກັບວ່າເຮົາຈະສາມາດເຮັດໄດ້ທຸກຢ່າງຕາມທີ່ຄິດ ແຕ່ພໍເຕີບໃຫຍ່ເປັນໄວລຸ້ນຈຶ່ງຮູ້ວ່າ ບໍ່ແມ່ນທຸກຢ່າງທີ່ຄິດຈະສາມາດເຮັດໄດ້ ເພາະເຮົາຖືກລ້ອມກອບໄວ້ດ້ວຍກົດເກນບາງຢ່າງຂອງສັງຄົມ ນັ້ນກໍເຮັດບໍ່ໄດ້ ນີ້ກໍເຮັດບໍ່ໄດ້ ພຽງເພາະວ່າ ບໍ່ຖືກຮີດຄອງ ບໍ່ສອດຄ່ອງກັບແນວທາງຂອງຜູ້ໃຫຍ່ທີ່ອາບນ້ຳຮ້ອນມາກ່ອນ ຜົນຈາກການເຕີບໃຫຍ່ຂຶ້ນມາຢູ່ໃນກອບບາງຢ່າງນັ້ນເຮັດໃຫ້ເຮົາກາຍເປັນຄົນສະຫງ່ຽມຄ່ຽມຄົມ ກາຍເປັນຄົນດີໃນສາຍຕາຂອງຜູ້ອື່ນ ແຕ່ເລິກໆຂ້າງໃນຂອງເຮົາກັບຮຽກຮ້ອງແລະຖະຫວິນຫາອິດສະລະເສລີອັນເປັນຄຸນສົມບັດເດີມແທ້ຂອງຈິດວິນຍານ ເພາະຈິດໃຈທີ່ຖືກກັກຂັງຈົນກາຍເປັນການເກັບກົດນີ້ເອງ ຈຶ່ງເຮັດໃຫ້ເຮົາປ່ວຍໄຂ້ທາງຈິດວິນຍານ–ຮູ້ສຶກເບື່ອໜ່າຍຊີວິດໂດຍບໍ່ຮູ້ສາເຫດ.

ອາດຈະເປັນເພາະເຫດຜົນນີ້ ຈຶ່ງເຮັດໃຫ້ຜູ້ຄົນສ່ວນໃຫຍ່ຢາກອອກເດີນທາງທ່ອງທ່ຽວ ໜີໄປຈາກພື້ນທີ່ປອດໄພທີ່ເຕັມໄປດ້ວຍກົດເກນຕ່າງໆ ອັນປຽບເໝືອນກົງຂັງທີ່ເຮົາມອງບໍ່ເຫັນ ແລ້ວໄປຜະຈົນໄພກັບໂລກພາຍນອກ ປົດປ່ອຍຈິດວິນຍານເດີມແທ້ຂອງເຮົາໃຫ້ໄດ້ຮັບອິດສະລະເສລີອີກຄັ້ງ ດ້ວຍເຫດນີ້ເມື່ອພົບພໍ້ສິ່ງແປກໃໝ່ຈຶ່ງເຮັດໃຫ້ເຮົາຕື່ນເຕັ້ນໄປກັບມັນທຸກຄັ້ງ ແມ້ຈະພຽງຊົ່ວຄາວແຕ່ມັນຄືອິດສະລະພາບທີ່ຈິດວິນຍານທຸກດວງຖະຫວິນຫາ “ການເດີນທາງອາດຈະເປັນເລື່ອງສະໜຸກທີ່ກະຕຸ້ນໃຫ້ເຮົາໂຫຍຫາທີ່ຈະໃຊ້ຊີວິດ ການເດີນທາງອາດຈະເປັນສະພາວະອ້າງວ້າງທີ່ຫຼາຍຄົນບໍ່ເຄີຍຜ່ານພົບ ແຕ່ເຊື່ອຫຼືບໍ່ວ່າການເດີນທາງສ່ວນໃຫຍ່ສິ່ງທີ່ເຮົາຈະໄດ້ພົບພໍ້ຄື ຕົວຕົນຂອງເຮົາເອງ” ຂ້ອຍຂ້ອນຂ້າງຈະເຫັນດ້ວຍກັບຄຳເວົ້ານີ້ຂອງອາຈານເສກສັນ ການເດີນທາງຊ່ວຍໃຫ້ຊີວິດປອດໂປ່ງ ເຫັນສະພາວະຈິດໃຈຂອງຕົນເອງຫຼາຍຂຶ້ນ ຫຼື ຈະເວົ້າອີກແບບໜຶ່ງວ່າ ການເດີນທາງເປັນການສະແຫວງຫາສັດຈະທັມແຫ່ງຊີວິດກໍໜ້າຈະໄດ້.

ເວົ້າເຖິງເລື່ອງນີ້ເຮັດໃຫ້ນຶກເຖິງວັນນະກຳເລື່ອງໜຶ່ງຊື່ວ່າ “ສິດທາຣະຖະ” ເປັນເລື່ອງລາວຂອງຊາຍໜຸ່ມຄົນໜຶ່ງທີ່ມີໂປຣໄຟລ໌ດີ ມິສະຕິປັນຍາແຫຼມຄົມ ໜ້າຕາຫຼໍ່ເຫຼົາ ແລະທີ່ສຳຄັນຄືເປັນລູກຄົນລວຍ ເວລາຍ່າງໄປຕາມຖະໜົນລ້ວນເປັນເປົ້າສາຍຕາຂອງສາວໆທັງຫຼາຍທີ່ຈັບຈ້ອງດ້ວຍຄວາມສະເໜ່ຫາ ຈະເວົ້າວ່າ ແຈັກສັນຫວັງຫຼົງຍຸກໄປກໍໜ້າຈະພໍໄດ້. ໃນສາຍຕາຂອງຄົນອື່ນສິດທາຣະຖະຄືຄົນທີ່ສົມບູນແບບມີພ້ອມທຸກຢ່າງ ອະນາຄົດຈະສົດໃສ ເສັ້ນທາງຊີວິດລ້ວນໂຮຍດ້ວຍດອກກຸຫຼາບ ແຕ່ເປັນເລື່ອງທຳມະດາຂອງມະນຸດທີ່ມັກຈະບໍ່ຄ່ອຍພໍໃຈໃນຊີວິດຂອງຕົນເອງ ຢ່າງກໍລະນີຂອງສິດທາຣະຖະຄືລາວຮູ້ສຶກວ່າຄວາມຮັກທັງຫຼາຍທີ່ພໍ່ແມ່ແລະຄົນອື່ນໆມອບໃຫ້ນັ້ນບໍ່ອາດຈະເຕີມເຕັມຈິດໃຈຂອງລາວໄດ້ ດັ່ງນັ້ນ ຈຶ່ງໄດ້ອຳລາພໍ່ແມ່ຍາດຕິກາວົງສາແລ້ວອອກເດີນທາງເພື່ອສະແຫວງຫາຄຳຕອບບາງຢ່າງຂອງຊີວິດ.

ສິດທາຣະຖະມີໝູ່ຄົນໜຶ່ງຊື່ວ່າໂຄວິນຖະ ທັງສອງອອກໄປຄົ້ນຫາຄວາມໝາຍຂອງຊີວິດນຳກັນ ເບື້ອງຕົ້ນທັງຄູ່ໄດ້ໄປຢູ່ຮ່ວມກັບກຸ່ມນັກບວດທັງຫຼາຍເພື່ອເຝິກຈິດດ້ວຍວິທີຕ່າງໆ ຈົນມື້ໜຶ່ງໄດ້ມີໂອກາດຟັງທັມມະເທດສະໜາຂອງພຸດທະເຈົ້າເຮັດໃຫ້ໂຄວິນທະຕັດສິນໃຈອອກບວດເປັນພິກສຸໃນພຸດທະສາສະໜາ ສ່ວນສິດທາຣະຖະແມ້ວ່າຈະເລື່ອມໃສແລະຊື່ນຊົມໃນແນວຄິດຂອງພຸດທະເຈົ້າຫຼາຍປານໃດກໍຕາມ ແຕ່ລາວບໍ່ໄດ້ອອກບວດເພາະເຊື່ອວ່າ ຫົນທາງທີ່ຈະເຂົ້າເຖິງສັດຈະທັມໄດ້ນັ້ນບໍ່ໜ້າມາຈາກວິທີການດຽວ ວິທີຂອງພຸດທະເຈົ້າເປັນພຽງໜຶ່ງໃນວິທີການທັງຫຼາຍເທົ່ານັ້ນ ສັດຈະທັມເປັນປະສົບການສ່ວນບຸກຄົນ ບໍ່ມີໃຜເຂົ້າເຖິງສັດຈະທັມໄດ້ພຽງເພາະການຟັງຄຳສອນພຽງຢ່າງດຽວ

ຂ້າພຣະອົງມິເຄີຍມີຂໍ້ສົງໄສໃນຕົວພຣະອົງແມ້ຊົ່ວຂະນະໜຶ່ງເລີຍ ມິເຄີຍສົງໄສເລີຍວ່າພຣະອົງຄືພຣະພຸດທະເຈົ້າ ວ່າພຣະອົງໄດ້ບັນລຸເປົ້າໝາຍແລ້ວ ເປົ້າໝາຍສູງສຸດທີ່ພຣາມແລະບຸດພຣາມຫຼາຍພັນຄົນກຳລັງມຸ່ງໄຂວ່ຄວ້າ ພຣະອົງໄດ້ພົບຫົນທາງຫຼຸດພົ້ນຈາກຄວາມຕາຍ ເປັນສິ່ງທີ່ໄດ້ມາຈາກການສະແຫວງຫາຂອງພຣະອົງເອງ ດ້ວຍວິທີຂອງພຣະອົງເອງ ຜ່ານການຄິດພິຈາລະນາ ຜ່ານສະມາທິ ຜ່ານການໄຕ່ຕອງ ຜ່ານການຕັດສະຮູ້ ບໍ່ແມ່ນໄດ້ມາຈາກການຮຽນການສອນ..ນັ້ນແຫຼະຄືຄວາມຄິດຂອງຂ້າພຣະອົງ ບໍ່ມີໃຜໄປເຖິງນິບພານໄດ້ໂດຍອາໄສພຽງການຟັງຄຳສອນ ພຣະອົງບໍ່ອາດຖ່າຍທອດປະສົບການທີ່ເກີດຂຶ້ນໃນໂມງຍາມແຫ່ງການຕັດສະຮູ້ໃຫ້ຜູ້ໃດຮັບຮູ້ໄດ້ ໂດຍອາໄສພຽງຄຳເວົ້າຫຼືການເທດສະໜາສັ່ງສອນ

ຂໍ້ຄວາມຂ້າງເທິງນີ້ຄືສິ່ງທີ່ສິດທາຣະຖະເວົ້າກັບພຸດທະເຈົ້າ ລາວຄິດວ່າ ປະສົບການຂອງແຕ່ລະຄົນເປັນເລື່ອງສ່ວນຕົວ ບໍ່ມີໃຜສາມາດສອນຫຼືຮຽນຮູ້ຈາກກັນໄດ້ພຽງເພາະຖ້ອຍຄຳ ປະສົບການການຕັດສະຮູ້ຂອງພຣະພຸດທະເຈົ້າກໍເປັນເລື່ອງສ່ວນຕົວຂອງພຣະອົງເອງ ແມ້ເຮົາຈະອ່ານຈາກໜັງສືຫຼືຟັງຈາກການເລົ່າຂອງພຣະອົງເອງ ແຕ່ເຮົາບໍ່ສາມາດໄປຮ່ວມຮູ້ສຶກກັບພຣະອົງໃນຂະນະນັ້ນໆໄດ້ເລີຍເຊັ່ນ: ຄວາມຮູ້ສຶກທຸກທໍລະມານໃນຂະນະທີ່ອົດເຂົ້າອົດນ້ຳ ຄວາມຮູ້ສຶກເປັນສຸກພາຍຫຼັງຕັດສະຮູ້ແລ້ວເປັນຕົ້ນ ເພາະເຊື່ອວ່າສັດຈະທັມຄືປະສົບການສະເພາະຕົວສ່ວນບຸກຄົນ ຈຶ່ງເຮັດໃຫ້ສິດທາຣະຖະຂາບລາພຣະພຣະພຸດທະເຈົ້າ ແລ້ວອອກສະແຫວງສັດຈະທັມດ້ວຍຕົນເອງຕໍ່ໄປ

ຈຸດໝາຍປາຍທາງອາດຈະບໍ່ສຳຄັນເທົ່າກັບການເດີນທາງ ເຊັ່ນດຽວກັນ ຕົວສັດຈະທັມເອງ ກໍອາດຈະບໍ່ສຳຄັນເທົ່າການໄດ້ອອກຄົ້ນຫາສັດຈະທັມ

ເມື່ອຄິດເຊັ່ນນີ້ ສິດທາຣະຖະຈຶ່ງເອົາຕົນເອງໄປປະສົບກັບເຫດການຕ່າງໆ ຈາກຄົນທີ່ສະລະບ້ານເຮືອນໄປສະແຫວງສັດຈະທັມຮ່ວມກັບນັກບວດທັງຫຼາຍແລ້ວກໍກັບໄປເປັນປຸຖຸຊົນອີກຄັ້ງ ໄດ້ພົບຮັກກັບກະມະລາຍິງສາວຄະນິກາຜູ້ງົດງາມຍິ່ງ ໄດ້ແຕ່ງງານ ມີລູກຊາຍ ແລະມີຄວາມສຸກເໝືອນຄົນທົ່ວໄປ. ຈາກນັ້ນ ກໍໄດ້ຮຽນຮູ້ເລື່ອງການເຮັດທຸລະກິດຜ່ານຄວາມສຳເລັດ ລົ້ມເຫຼວ ຖືກຫຼອກລວງແລ້ວກໍສ້າງເນື້ອສ້າງຕົວຂຶ້ນມາໃໝ່ອີກຄັ້ງ ໄດ້ຮຽນຮູ້ແລະເຂົ້າໃຈຄວາມຜິດຫວັງ ຄວາມເສົ້າໂສກເມື່ອສູນເສຍຄົນຮັກໄປ ໄດ້ຮຽນຮູ້ເຖິງໂທດໄພເມື່ອນຳຕົນເອງເຂົ້າສູ່ວົງການພະນັນ ຮູ້ຊຶ້ງເຖິງຄວາມທຸກທໍລະມານທີ່ບໍ່ໄດ້ຮັບຄວາມຮັກຈາກລູກຊາຍຫົວແກ້ວຫົວແຫວນ ແລະ ສຸດທ້າຍ ໄດ້ຫັນຕົວໄປເປັນຄົນພາຍເຮືອຂ້າມຝາກຈົນສາມາດຮຽນຮູ້ສັດຈະທັມຈາກສາຍນ້ຳນັ້ນເອງ ເອີ້ນໄດ້ວ່າ ສິດທາຣະຖະໄດ້ນຳຕົນເອງໄປປະສົບກັບເຫດການທັງດີແລະຮ້າຍຈົນເຮັດໃຫ້ຄວາມເປັນຕົວຕົນທີ່ຖືກບົ່ມເພາະໂດຍສັງຄົມນັ້ນແຫຼກສະລາຍໄປຈົນໝົດສິ້ນ ຈາກນັ້ນ ຈຶ່ງຕື່ນຂຶ້ນມາເປັນສິດທາຣະຖະຄົນໃໝ່.

ໃນບັ້ນປາຍຊີວິດ ລາວໄດ້ພົບກັບໂຄວິນທະອີກຄັ້ງ ຜູ້ເປັນໝູ່ທີ່ເຄີຍອອກຄົ້ນຫາສັດຈະທັມຮ່ວມກັນ ແຕ່ແນວທາງໃນການຄົ້ນຫາສັດຈະທັມຂອງທັງສອງມີຄວາມແຕກຕ່າງກັນຢ່າງສິ້ນເຊີງ-ໂຄວິນທະເລືອກທີ່ຈະອອກບວດແລ້ວປະຕິບັດຕາມຄຳສອນຂອງພຸດທະເຈົ້າຢ່າງເຄັ່ງຄັດ ໃນຂະນະທີ່ສິດທາຣະຖະເລືອກທີ່ຈະສະແຫວງຫາສັດຈະທັມດ້ວຍການຮຽນຮູ້ຈາກປະສົບການຂອງຕົນເອງ. ເມື່ອມາພົບກັນອີກຄັ້ງສິດທາຣະຖະຈຶ່ງກ່າວກັບໂຄວິນທະວ່າ ເພາະທ່ານມົວແຕ່ມຸ່ງສະແຫວງຫາ ຈຶ່ງມິໄດ້ພົບເຫັນ ການສະແຫວງຫາສິ່ງທີ່ຍັງບໍ່ແຈ່ມແຈ້ງເປັນເລື່ອງດີ ແຕ່ຫາກໝົກໝຸ່ນຢູ່ແຕ່ກັບເລື່ອງນັ້ນຫຼາຍຈົນເກີນໄປອາດຈະເຮັດໃຫ້ເສຍໂອກາດໃນການຮຽນຮູ້ເລື່ອງອື່ນອ້ອມຂ້າງກໍເປັນໄດ້ເວລາໃດກໍຕາມທີ່ຄົນກຳລັງສະແຫວງຫາ ມັນເປັນການງ່າຍທີ່ດວງຕາຂອງເຂົາຈະມອງເຫັນແຕ່ສິ່ງສະແຫວງຫາ ຈົນມິອາດພົບສິ່ງອື່ນໃດໄດ້ ມິອາດເປີດທາງໃຫ້ສິ່ງອື່ນໃດເຂົ້າໄປໃນຈິດໃຈ ບໍ່ຄິດເຖິງສິ່ງໃດນອກເໜືອໄປຈາກສິ່ງທີ່ກຳລັງສະແຫວງຫາ ເພາະເຂົາມີເປົ້າໝາຍແລະມຸ່ງຢູ່ກັບເປົ້າໝາຍນັ້ນ ການສະແຫວງຫານັ້ນຄືການມີເປົ້າໝາຍ ແຕ່ການພົບຄືການມີອິດສະລະ ເປີດໃຈກວ້າງ ໄຮ້ເຊິ່ງເປົ້າໝາຍໃດໆ ທັງສິ້ນສະນັ້ນ ເມື່ອການສະແຫວງຫາ ການໄຂວ່າຄວ້າ ແລະຄວາມທະເຍີທະຍານໃນໃຈງຽບສະຫງົບລົງ ເມື່ອນັ້ນ ສ່ວນທີ່ດີທີ່ສຸດຈະຕື່ນຂຶ້ນມາ.

ພ້ອມກັບການຄົ້ນພົບສັດຈະທັມຂອງສິດທາຣະຖະ ຂ້ອຍກໍຕື່ນຂຶ້ນຈາກພະວັງແຫ່ງຫ້ວງຄິດ

ຕອນນີ້ ລົດຂອງພວກເຮົາກຳລັງແລ່ນຜ່ານຜືນຊາຍອັນກວ້າງໃຫຍ່ທີ່ໂອບລ້ອມໄວ້ດ້ວຍພູເຂົາທັງສອງຝາກ ດ້ານເທິງເປັນທ້ອງຟ້າກວ້າງທີ່ເວີ້ງຫວ້າງ ດ້ານໜ້າໄກອອກໄປເປັນພູເຂົາສູງລຽງລາຍສະລັບຊັບຊ້ອນກັນໄປ ບາງໜ່ວຍມີຫິມະປົກຄຸມຍອດ ບາງໜ່ວຍເປັນພູເຂົາຫີນລ້ວນ ຝຸ່ນຄວັນທີ່ເກີດຈາກລົມພັດຊາຍກຳລັງອົບອວນໄປທັ່ວ ບາງຊ່ວງທີ່ລົມພັດແຮງຂຶ້ນຝຸ່ນຍິ່ງຟຸ້ງຂະຈອນຈົນບົດບັງທັດສະນະວິໄສ ເມື່ອຜ່ານຜືນຊາຍມາແລ້ວກໍເຂົ້າສູ່ເຂດພູເຂົາອີກຄັ້ງດ້ວຍເສັ້ນທາງທີ່ຄົດຄ້ຽວແລະຄັບແຄບລຽບໄປຕາມຕີນພູ. ການໄດ້ເດີນທາງຜ່ານພູມິປະເທດທີ່ແປກໃໝ່ ດິນຟ້າອາກາດທີ່ແປປວນ ພົບບັນຫາທີ່ຄາດບໍ່ເຖິງ..ສິ່ງເຫຼົ່ານີ້ ນອກຈາກຈະເຮັດໃຫ້ເກີດຄວາມຕື່ນເຕັ້ນແລ້ວ ຍັງຊ່ວຍສັນສ້າງພື້ນທີ່ໃໝ່ໆໃຫ້ເກີດຂຶ້ນໃນໃຈເຮົາໄດ້ເຊັ່ນກັນ. ຫົວໃຈຂອງນັກເດີນທາງຍ່ອມເປີດກວ້າງ ມີຈິນຕະນາການບໍ່ສິ້ນສຸດ ມອງເຫັນຄວາມຫຼາກຫຼາຍ ຄວາມລຶກລັບ ແລະຄວາມສວຍງາມຂອງໂລກ ເໜືອສິ່ງອື່ນໃດກໍຄືການມອງເຫັນຄວາມປ່ຽນແປງທີ່ເກີດຂຶ້ນພາຍໃນຈິດໃຈຂອງຕົນເອງ

ການເດີນທາງຄືການສ້າງຮອຍຂີດຂ່ວນພາຍໃນໃຈຂອງຕົນເອງທີ່ເອີ້ນວ່າ ປະສົບການ.

ພຣະຂາວພັນນາຣາມ

ຕົ້ນລະດູຝົນ, ປີ 2024.

]]>
ທີ່ໃດມີຄວາມເສົ້າ https://dekwatlaos.com/buddhology/t-dai-mi-khuam-sao/1882/ Tue, 23 Apr 2024 04:16:56 +0000 https://dekwatlaos.com/?p=1882 ໂດຍ: ຄວັນສີເທົາ

ອາຄານເກົ່າແກ່ແລະຊຸດໂຊມທີ່ປາກົດຢູ່ດ້ານໜ້າ ເຮັດໃຫ້ເກີດຄວາມຮູ້ສຶກບາງສິ່ງບາງຢ່າງຂຶ້ນພາຍໃນໃຈ ທ້ອງຟ້າຂອງເຊົ້ານີ້ບໍ່ໄດ້ເປັນສີຟ້າເໝືອນວັນທີ່ຜ່ານໆມາ ຍາມທີ່ທ້ອງຟ້າໄຮ້ແສງຕາເວັນມັກຈະກໍ່ໃຫ້ເກີດຄວາມອຶມຄຶ້ມ ໝົ່ນເທົາ ແລະ ໝອງເສົ້າ ເຊັ່ນດຽວກັນກັບໃຈເຮົາທີ່ບາງຄັ້ງເກີດຄວາມຮູ້ສຶກບາງຢ່າງຂຶ້ນໂດຍທີ່ຕົນເອງກໍອະທິບາຍບໍ່ຖືກ–ໝົ່ນເສົ້າ ເຫງົາຊຶມ ແລະ ໂດດດ່ຽວ.

ຕອນນີ້ ຄະນະພວກເຮົາມາຢືນຢູ່ໜ້າອາຄານຂອງວັດແຫ່ງໜຶ່ງໃນເມືອງເລຫ໌ ລາດັກ ເປັນອາຄານເກົ່າແກ່ທີ່ຜ່ານຮ້ອນຜ່ານໜາວມາເປັນເວລານານ ຜ່ານການສ້ອມແຊມແລະແຕ່ງເຕີມມາບໍ່ຮູ້ວ່າຈັກຄັ້ງ ເພື່ອໃຫ້ອາຄານຍັງທົນຕໍ່ການໃຊ້ງານຕໍ່ໄປໄດ້. ອາດຈະເປັນເພາະສະພາບແວດລ້ອມພາໄປຫຼືເທບພະເຈົ້າອົງໃດບັນດານກໍບໍ່ຮູ້ ເມື່ອມາຢືນຢູ່ທ່າມກາງອາຄານໃນວັດແຫ່ງນີ້ແລ້ວຮູ້ສຶກບາງຢ່າງທີ່ອະທິບາຍບໍ່ຖືກ ຈະບອກວ່າ ເປັນຄວາມເສົ້າໂສກເສຍໃຈ ກໍເວົ້າບໍ່ໄດ້ເຕັມປາກ ເປັນຄວາມຮູ້ສຶກໝົ່ນເສົ້າເໝືອນເວລາທີ່ເຮົາຢູ່ຄົນດຽວໃນວັນຝົນຕົກ ແລ້ວມອງຜ່ານແກ້ວປ່ອງຢ້ຽມ–ອາລົມແບບໃດແບບນັ້ນເລີຍ.

ເວົ້າເຖິງຄວາມເສົ້າເຮັດໃຫ້ນຶກເຖິງຄົນໆໜຶ່ງທີ່ກ່າວເຖິງເລື່ອງນີ້ຜ່ານເລື່ອງລາວຊີວິດຂອງເຂົາເອງໄດ້ຢ່າງເຖິງແກ່ນທີ່ສຸດ ຈາກຄົນທີ່ເຄີຍເດັ່ນດັງ ປຽບດັ່ງດວງດາວຂອງສັງຄົມ ແຕ່ດ້ວຍເຫດການບາງຢ່າງເຮັດໃຫ້ຊີວິດຜົກຜັນກາຍມາເປັນນັກໂທດທີ່ສັງຄົມລັງກຽດ ເພາະຄວາມຜິດບາງຢ່າງທີ່ຕົວເຂົາເອງບໍ່ເຫັນດ້ວຍເລີຍວ່າມັນເປັນຄວາມຜິດ–ນັ້ນຄືການຮັກຮ່ວມເພດ. ຄົນທີ່ຜູ້ຂຽນກຳລັງກ່າວເຖິງນີ້ຊື່ວ່າ ອອດສະກ້າ ໄວດ໌ (Oscar wilde)–ນັກຂຽນ ນັກກະວີຊາວໄອຣິດທີ່ປະສົບຄວາມສຳເລັດ ແລະ ມີຊື່ສຽງທີ່ສຸດຄົນໜຶ່ງໃນຍຸກວິກຕໍເຣຍ (Victorian era).

ຊີວິດຂອງໄວດ໌ເລີ່ມຂຶ້ນຕົ້ນເມື່ອປີ ຄ.ສ 1854 ໃນຄອບຄົວຂອງປັນຍາຊົນທີ່ມັ່ງຄັ່ງແລະເປັນທີ່ນັບໜ້າຖືຕາຂອງຄົນໃນສັງຄົມ. ໄວດ໌ໄດ້ກໍເໝືອນເດັກນ້ອຍທີ່ຢູ່ໃນຄອບຄົວຮັ່ງມີທົ່ວໄປທີ່ໄດ້ຮັບການສຶກສາແລະອົບຮົມຕົນເປັນຢ່າງດີ ໄດ້ຮຽນຮູ້ພາສາເຢຍລະມັນ ແລະ ຝຣັ່ງຕັ້ງແຕ່ຍັງນ້ອຍຈາກຄູທີ່ພໍ່ແມ່ຈ້າງມາສອນພິເສດ ກ່ອນທີ່ຈະໄດ້ເຂົ້າໂຮງຮຽນເມື່ອອາຍຸເກົ້າປີແລະເລີ່ມສົນໃຈງານຄລາສສິກແລະພາສາເກຣັກໄປພ້ອມໆກັນ. ຕໍ່ມາ ຈຶ່ງໄດ້ເຂົ້າຮຽນໃນລະດັບວິທະຍາລັຍທີ່ບ້ານເກີດ–ດັບລິນ ເພາະມີຜົນການຮຽນດີຈຶ່ງໄດ້ຮັບທຶນໄປສຶກສາຕໍ່ທີ່ວິທະຍາລັຍໃນເມືອງອ໊ອກຟອຣ໌ດ (Oxford) ໄລຍະທີ່ກຳລັງສຶກສາຢູ່ໃນວິທະຍາລັຍແຫ່ງນີ້ໄວດ໌ໄດ້ພິສູດໃຫ້ເຫັນວ່າ ເຂົາເປັນນັກຮຽນທີ່ມີຄວາມສາມາດທາງພາສາ ແລະ ງານປະພັນຢ່າງແທ້ຈິງ.

ຊ່ວງທີ່ຮຽນຢູ່ອ໊ອກຟອຣ໌ດນີ້ເອງທີ່ໄວດ໌ຫັນມາສົນໃຈງານທາງປັດຊະຍາ ໂດຍສະເພາະແນວຄິດເລື່ອງສຸນທະຣີຍະນິຍົມ (Aestheticism) ດ້ວຍຄວາມທີ່ໄວລດ໌ເປັນຄົນຮຽນເກັ່ງເປັນທຶນເດີມຢູ່ແລ້ວ ເມື່ອມາສຶກສາປັດຊະຍາຈຶ່ງກາຍເປັນຜູ້ທີ່ມີຊື່ສຽງທາງດ້ານນີ້ ເລື່ອງນີ້ສະແດງອອກຜ່ານການທີ່ລາວໄດ້ຮັບຄັດເລືອກໃຫ້ເປັນໜຶ່ງໃນຕົວແທນຂອງແນວຄິດສຸນທະຣີຍະນິຍົມໃຫ້ໄປບັນຍາຍໃນອົງກອນແລະມະຫາວິທະຍາລັຍຕ່າງໆໃນສະຫະລັດອາເມຣິກາແລະການາດາຕະຫຼອດເວລາໜຶ່ງປີເຕັມ ຈາກນັ້ນຈຶ່ງກັບມາທີ່ກຸງລອນດອນແລະກ້າວເຂົ້າສູ່ສັງຄົມທີ່ທັນສະໄໝທີ່ສຸດໃນເວລານັ້ນ.

ຊີວິດຈິງຂອງໄວລດ໌…ໄດ້ເລີ່ມຂຶ້ນແລ້ວ

ດ້ວຍແນວຄິດຂອງລັດທິສຸນທະຣີຍະນິຍົມທີ່ເຊື່ອວ່າເປົ້າໝາຍຂອງສິລະປະຄືການປຸກເລົ້າອາລົມສຸນທະຣີຍະທາງຜັດສະເທົ່ານັ້ນເຊັ່ນ: ຄວາມປີຕິ ຄວາມເພີດເພີນທີ່ເກີດຂຶ້ນຈາກການເສບງານສິລະປະ ເພາະສິລະປະເປັນສິ່ງມີຄຸນຄ່າໃນຕົນເອງ ບໍ່ໄດ້ຂຶ້ນຢູ່ກັບແນວຄິດທາງສີລະທັມ ສັງຄົມ ຫຼື ການເມືອງໃດໆ ທັງສິ້ນ. ອາລົມສຸນທະຣີຍະທີ່ເກີດຂຶ້ນຈາກງານສິລະປະນັ້ນເປັນສິ່ງທີ່ມີຄຸນຄ່າທີ່ສຸດທີ່ມະນຸດຈະພຶງມີໄດ້. ເປົ້າໝາຍຂອງສິລະປະຈຶ່ງບໍ່ມີສ່ວນໃນການຫຼໍ່ຫຼອມຫຼືທຳລາຍສີລະທັມ ດັ່ງທີ່ໄວລດ໌ກ່າວໄວ້ໃນຄຳນໍາຂອງນະວະນິຍາຍເລື່ອງໜຶ່ງວ່າ “ໂລກນີ້ບໍ່ມີໜັງສືທີ່ມີສີລະທັມຫຼືໄຮ້ສີລະທັມ ມີແຕ່ໜັງສືທີ່ຂຽນໄດ້ດີກັບຂຽນໄດ້ບໍ່ດີເທົ່ານັ້ນເອງ” ແນວຄິດນີ້ບໍ່ໄດ້ຈຳກັດຢູ່ສະເພາະໃນແວດວົງສິລະປະເທົ່ານັ້ນ ແຕ່ນັກສຸນທະຣີຍະນິຍົມທັງຫຼາຍຍັງໄດ້ຍຶດຖືເປັນແນວທາງດໍາເນີນຊີວິດດ້ວຍ ເພາະພວກເຂົາຢາກໃຫ້ຊີວິດເປັນດັ່ງງານສິລະປະຊິ້ນໜຶ່ງ ໂດຍສະເພາະໃນກໍລະນີຂອງໄວລດ໌ ແນວຄິດດັ່ງກ່າວນີ້ສະແດງອອກຜ່ານງານຂຽນແລະຊີວິດສ່ວນຕົວຂອງເຂົາເອງ.

ໄວລດ໌ຂຽນງານຫຼາກຫຼາຍປະເພດບໍ່ວ່າຈະເປັນກະວີນິພົນ ບົດຄວາມ ບົດວິຈານ ແລະ ບົດລະຄອນ ເນື້ອໃນຂອງງານຂຽນຂອງເຂົາສ່ວນຫຼາຍເປັນການວິພາກວິຈານແລະສຽດສີສັງຄົມຊັ້ນສູງໃນສະໄໝນັ້ນທີ່ມີແຕ່ຄວາມຫຼອກລວງແລະໄຮ້ແກ່ນສານ ເຮັດໃຫ້ໄວດ໌ເປັນທີ່ນິຍົມຂອງຜູ້ຄົນຢ່າງກວ້າງຂວາງ. ປີ 1980 ໄວລດ໌ໄດ້ຂຽນນະວະນິຍາຍເຫຼັ້ມໜຶ່ງຊື່ວ່າ The Picture of Dorian Gray ເມື່ອໜັງສືເຫຼັ້ມນີ້ໄດ້ເຜີຍແຜ່ອອກສູ່ສາທາລະນະຊົນ ໄດ້ກໍ່ໃຫ້ເກີດການວິພາກວິຈານກັນຢ່າງໜັກ ເພາະມີເນື້ອຫາບາງສ່ວນມີນັຍບົ່ງເຖິງການຮັກຮ່ວມເພດ ດ້ວຍເຫດນີ້ ຊື່ສຽງຂອງເຂົາຈຶ່ງທະຍານຂຶ້ນສູ່ຈຸດສູງສຸດ ແທບຈະບໍ່ມີຜູ້ໃດໃນລອນດອນທີ່ບໍ່ຮູ້ຈັກນັກຂຽນນາມວ່າ ອອດສະກ້າຣ໌ ໄວລດ໌. ລາວໄດ້ກາຍເປັນພາບລັກຂອງປັນຍາຊົນໜຸ່ມເຈົ້າສຳອາງໃນເຄື່ອງແຕ່ງກາຍທີ່ສະດຸດຕາ ແລະ ບົດສົນທະນາອັນເຕັມໄປດ້ວຍໄຫວພິບປະຕິພານ.

ແຕ່ກໍຢ່າງວ່າລະ ຊີວິດກໍເໝືອນເສັ້ນກຣາບໃນຕະຫຼາດຮຸ້ນທັງຫຼາຍນັ້ນແຫຼະ ມັນບໍ່ສາມາດເດີນໄປເປັນເສັ້ນກົງໄດ້ເລີຍ

ຊີວິດຂອງໄວລດ໌ກໍຕົກຢູ່ໃນກົດເກນຂໍ້ນີ້ ເມື່ອທະຍານຂຶ້ນເຖິງຈຸດສູງສຸດໄດ້ ກໍສາມາດຕົກລົງມາສູ່ຈຸດຕ່ຳສຸດໄດ້ເຊັ່ນກັນ. ໄວລດ໌ກໍເໝືອນກັບວີຣະບູຣຸດໃນງານໂສກະນາຕະກັມທັງຫຼາຍທີ່ຊະຕາກັມນຳພາຊີວິດໄປປະສົບກັບຫາຍະນະຕ່າງໆອັນເກີດຈາກການຕັດສິນໃຈຜິດພາດເລັກໆນ້ອຍໆ ຊະຕາກັມທີ່ວ່ານັ້ນເກີດມາຈາກການກະທຳຂອງເຂົາເອງ ດັ່ງຄຳກ່າວຂອງລາວເອງໃນຈົດໝາຍສະບັບໜຶ່ງວ່າ “ຂ້າພະເຈົ້າເປັນຜູ້ທຳລາຍຕົນເອງ ເພາະບໍ່ມີໃຜຖືກທຳລາຍໄດ້ ຍົກເວັ້ນຈາກນ້ຳມືຂອງຕົນເອງ ທຸກການກະທຳອັນເລັກນ້ອຍໃນແຕ່ລະວັນຄືສິ່ງທີ່ສ້າງແລະທຳລາຍຕົວຕົນຂອງເຮົາເອງ” ການກະທໍາທີ່ທໍາລາຍຊີວິດຂອງໄວລດ໌ກໍຄືການມີຄວາມສຳພັນທາງເພດທີ່ສັງຄົມອັງກິດໃນສະໄໝນັ້ນບໍ່ອະນຸຍາດໃຫ້ມີໄດ້.

ຍິ່ງຫ້າມກໍຍິ່ງກະຕຸ້ນຄວາມຢາກຮູ້

ປີ 1884 ໄວລດ໌ໄດ້ແຕ່ງງານກັບຍິງສາວຄົນໜຶ່ງທີ່ມີຖານະມັ່ງຄັ່ງທັດທຽມກັບຕົວເອງ (ຕໍ່ມາມີລູກນຳກັນສອງຄົນ) ແຕ່ໃນຂະນະດຽວກັບໄວລດ໌ກໍມີຄວາມສຳພັນລັບກັບຜູ້ຊາຍອີກຄົນໜຶ່ງດ້ວຍ ຍັງບໍ່ພໍເທົ່ານັ້ນຕໍ່ມາໄວລດ໌ໄດ້ພົບກັບໜຸ່ມຮູບງາມຄົນໜຶ່ງຊື່ວ່າ ດັກລາສ ເປັນໜຸ່ມທີ່ມີສະເໜ່ໜ້າຫຼົງໄຫຼຈົນເຮັດໃຫ້ໄວລດ໌ບໍ່ສາມາດທົນຕໍ່ແຮງດຶງດູດຂອງຜູ້ຊາຍຄົນນີ້ໄດ້ ເຊັ່ນດຽວກັນດັກລາສກໍປາບປື້ມໃຈທີ່ມີຄົນດັງລະດັບອັດສະຣິຍະດ້ານວັນນະກັມຂອງຍຸກສະໄໝມາໃຫ້ຄວາມສົນໃຈ ຕ່າງຄົນຕ່າງຫຼົງໄຫຼໃນກັນແລະກັນ ທັງສອງຈຶ່ງມີຄວາມສຳພັນກັນເຊີງຊູ້ສາວ. ຄວາມສຳພັນຂອງພວກເຂົາດຳເນີນໄປຢ່າງລາບລື່ນ ໄວລດ໌ໄດ້ໃຫ້ຄຳແນະນຳແກ່ດັກລາສທີ່ຕັ້ງເປົ້າໝາຍວ່າຈະເປັນນັກກະວີ ທັງຄູ່ເປັນທັງມິດສະຫາຍແລະຊູ້ຮັກໃນເວລາດຽວກັນ ໄວລດ໌ປົນເປີດັກລາສທຸກຢ່າງທີ່ເຂົາຕ້ອງການ–ໃຫ້ທັງວັດຖຸສິ່ງຂອງ ຊັບສິນສະລິງຄານ ໃຫ້ທັງເງິນຕາ ເວລາ ແລະຄວາມຮັກ.

ເມື່ອອາລົມສຸນທະຣີຍະເກີດຂຶ້ນຈົນຖ້ວມທົ້ນ ຈົນບົດບັງເສັ້ນທາງຊີວິດຂອງຄົນໆໜຶ່ງໃຫ້ເຫຼືອພຽງຄວາມມືດມິດທີ່ວ່າງເປົ່າ ເນື່ອງຈາກດັກລາສເປັນໜຸ່ມເຈົ້າສຳລານ ເຂົາຈຶ່ງນຳພາໄວລດ໌ເຂົ້າສູ່ໂລກແຫ່ງການພະນັນ ແລະ ຊ່ອງໂສເພນີຊາຍໃຕ້ດິນ. ແລະແລ້ວຊີວິດຂອງໄວລດ໌ທີ່ເດັ່ນດັງແລະເປັ່ງແສງສະຫວ່າງປຽບດັ່ງດວງດາວເທິງທ້ອງຟ້າກໍຄ່ອຍໆມ້ອຍແສງລົງຈົນມືດມິດ ເພາະຈົດໝາຍສະບັບໜຶ່ງທີ່ໄວດ໌ຂຽນເຖິງດັກລາສໄດ້ຖືກເຜີຍແຜ່ອອກສູ່ສາຍຕາຂອງສາທາລະຊົນ ເຮັດໃຫ້ຊື່ສຽງຂອງໄວລດ໌ກາຍເປັນປະເດັນອື້ສາວຂຶ້ນໃນສັງຄົມລອນດອນທັນທີ. ບິດາຂອງດັກລາສຜູ້ບໍ່ເຫັນດ້ວຍກັບຄວາມສຳພັນຂອງທັງສອງມາແຕ່ຕົ້ນຢູ່ແລ້ວຈຶ່ງຖືໂອກາດນີ້ລວບລວມຫຼັກຖານກ່ຽວກັບລົດສະນິຍົມແລະພຶດຕິກັມທາງເພດຂອງໄວລດ໌ ແລ້ວສົ່ງຟ້ອງຕໍ່ສານເຮັດໃຫ້ໄວລດ໌ຖືຕັດສິນວ່າມີຄວາມຜິດໃນຖານະທີ່ກະທຳລາມົກອະນາຈານ (Gross Indecency) ມີໂທດຈຳຄຸກເປັນເວລາສອງປີ.

ຕະຫຼອດໄລຍະເວລາທີ່ຢູ່ໃນຄຸກນັ້ນ ໄວລດ໌ໄດ້ຮັບຄວາມທຸກຂະເວທະນາທັງກາຍແລະໃຈ ສຸຂະພາບເສື່ອມໂຊມ ກຳລັງໃຈທີ່ເຄີຍມີກໍທົດຖອຍ ຄວາມເສົ້າຍິ່ງເພີ່ມຂຶ້ນເປັນຫຼາຍເທົ່າເມື່ອຂາດການຕິດຕໍ່ກັບຄົນຮັກຢ່າງສິ້ນເຊີງ–ດັກລາສ. ໄວລດ໌ໄດ້ບັນຍາຍເຖິງອາລົມໃນຊ່ວງນັ້ນໄວ້ວ່າ ຄວາມທຸກຄືຂະນະໜຶ່ງດຽວອັນຍາວນານ ເຮົາບໍ່ສາມາດແບ່ງແຍກມັນອອກເປັນລະດູການ ເຮົາເຮັດໄດ້ພຽງບັນທຶກຫ້ວງແຫ່ງອາລົມແລະຈົດຈຳການກັບມາຂອງອາລົມເຫຼົ່ານັ້ນ. ສຳລັບພວກເຮົາແລ້ວ ເວລາບໍ່ໄດ້ເດີນໄປຂ້າງໜ້າ ມັນໂຄຈອນເປັນວັດຕະຈັກທີ່ໝຸນວົນອ້ອມຮອບແກນກາງແຫ່ງຄວາມເຈັບປວດ ໃນຫ້ວງຍາມທີ່ປະສົບກັບຄວາມລຳບາກຄ້າຍກັບວ່າເວລາເດີນໄປຢ່າງເຊື່ອງຊ້າ ແລະ ຍາວນານ ຍິ່ງຖ້າຄວາມທຸກນັ້ນເກີດຂຶ້ນໃນຄຸກທີ່ວິຖີຊີວິດເຕັມໄປດ້ວຍກົດເກນຕ່າງໆເໝືອນທີ່ໄວລດ໌ກຳລັງປະສົບຢູ່ຕອນນີ້ດ້ວຍແລ້ວ ຄວາມທຸກກໍຍິ່ງທະວີຄູນເປັນຫຼາຍເທົ່າ ຄ້າຍໆກັບວ່າທຸກສິ່ງຢຸດນິ້ງ ແລະ ເປັນອຳມະພາດໄປທັງໝົດ.

ໃນຄວາມນິ້ງງັນປຽບດັ່ງຊີວິດເປັນອຳມພາດ ທຸກໆເຫດການຖືກກຳນົດດ້ວຍຮູບແບບທີ່ບໍ່ອາດປ່ຽນແປງໄດ້. ດ້ວຍເຫດນີ້ ເຮົາຈຶ່ງດື່ມກິນ ແລະລົ້ມລົງເພື່ອສູດມົນຂໍພອນ ຫຼືບໍ່ກໍຄຸເຂົ່າລົງເພື່ອອະທິຖານຕາມກົດເຫຼັກຂອງຫຼັກເກນອັນຕາຍຕົວ ຄວາມເປັນອຳມະພາດນີ້ເຮັດໃຫ້ວັນທີ່ໂຫດຮ້າຍແຕ່ລະວັນເໝືອນກັນໄປໝົດ ມັນໄດ້ຖ່າຍທອດຕົນເອງອອກມາເພື່ອເນັ້ນຢ້ຳຄວາມແຕກຕ່າງຂອງມັນກັບໂລກພາຍນອກທີ່ມີແກ່ນສານຄືຄວາມປ່ຽນແປງຢ່າງບໍ່ຮູ້ຈັກຈົບສິ້ນ  

ດ້ວຍຄວາມທຸກແສນສາຫັດທີ່ໄວລດ໌ກໍາລັງປະສົບຢູ່ນັ້ນເຮັດໃຫ້ລາວມອງທຸກຢ່າງເປັນດັ່ງເຊື້ອໄຟແຫ່ງຄວາມເສົ້າ ແມ້ແຕ່ແສງແຫ່ງພຣະອາທິດທີ່ກຳລັງຈະລັບຂອບຟ້າ ຄົນທົ່ວໄປອາດຈະມອງວ່າເປັນຄວາມສວຍງາມຂອງໂມງຍາມ ແຕ່ສຳລັບໄວລດ໌ໃນຕອນນີ້ແລ້ວ ທຸກຢ່າງຄືຄວາມເສົ້າ ແມ້ແຕ່ລະດູການກໍມີພຽງໜຶ່ງດຽວ–ນັ້ນຄືລະດູການແຫ່ງຄວາມເສົ້າ.

ທ້ອງຟ້າພາຍນອກອາດຈະເປັນສີຟ້າແລະສີເຫຼືອງທອງ ແຕ່ແສງສະຫວ່າງທີ່ສາດສ່ອງຜ່ານແກ້ວປ່ອງຢ້ຽມອັນໜາທຶບເຂົ້າມາຍັງທີ່ທີ່ພວກເຮົານັ່ງຢູ່ນັ້ນເປັນສີເທົາແລະມືດສະຫຼົວ ຫ້ອງຂັງຈຶ່ງເປັນຍາມສົນທະຍາຢູ່ສະເໝີ ເຊັ່ນດຽວກັນກັບພາຍໃນໃຈຂອງຂ້າພະເຈົ້າທີ່ມີແຕ່ຍາມມົວໝອງຢູ່ຕະຫຼອດເວລາ

ເມື່ອອ່ານຈົດໝາຍຂອງໄວລດ໌ມາຮອດນີ້ ເຮັດໃຫ້ນຶກເຖິງຄໍາເວົ້າຂອງພຸດທະເຈົ້າທີ່ວ່າ ພຣະອະຣະຫັນ (ຜູ້ທີ່ມີຈິດຜ່ອງໃສ) ຢູ່ສະຖານທີ່ໃດ ສະຖານທີ່ແຫ່ງນັ້ນຍ່ອມເປັນສະຖານທີ່ຮົ່ມເຢັນສະເໝີ ຈາກຄໍາກ່າວນີ້ ເປັນໄປໄດ້ບໍ່ວ່າສະຖານທີ່ທີ່ເຮົາອາໄສຢູ່ຈະມີບັນຍາກາດແບບໃດ ຂຶ້ນຢູ່ກັບວ່າ ສະພາບຈິດໃຈເຮົາໃນຂະນະນັ້ນເປັນແນວໃດ–ເສົ້າໂສກ ເສຍໃຈ ຫຼື ຊື່ນເບີນ ສຳລານໃຈ. ໃນກໍລະນີຂອງໄວລດ໌ ແນ່ນອນວ່າສະພາບຈິດໃຈຂອງເຂົາເຕັມໄປດ້ວຍຄວາມໂດດດ່ຽວ ແລະ ປ່ຽວເຫງົາ ສະນັ້ນ ສິ່ງແວດລ້ອມທີ່ເຂົາປະສົບຢູ່ຈຶ່ງເສົ້າຊ້ອຍໄປຕາມໆກັນ.

ແຕ່ກໍຢ່າງວ່າແຫຼະ…ທຸກສິ່ງສາມາດມອງໄດ້ຫຼາຍກວ່າໜຶ່ງດ້ານສະເໝີ.

ຄວາມເສົ້າກໍເຊັ່ນກັນ ໄວລດ໌ນອກຈາກຈະມີຄວາມສາມາດໃນດ້ານການປະພັນ ແລະ ໄຫວພິບປະຕິພານແລ້ວ ສິ່ງໜຶ່ງທີ່ລາວໄດ້ຮຽນຮູ້ໃນໄລຍະທີ່ຢູ່ໃນຫ້ອງຂັງນັ້ນຄື ການມີມູມມອງຕໍ່ຄວາມເສົ້າໃນມິຕິທີ່ຕ່າງອອກໄປ ລາວພົບວ່າຄວາມເສົ້າກໍມີປະໂຫຍດຂອງມັນເອງ ເຮົາສາມາດປ່ຽນຄວາມທຸກ ແລະ ຄວາມເສົ້າໂສກໃຫ້ເປັນປະສົບການທາງຈິດວິນຍານໄດ້. ໄວດ໌ຂຽນໄວ້ວ່າ “ທີ່ໃດມີຄວາມເສົ້າ ທີ່ນັ້ນມີສະຖານທີ່ສັກສິດ ອາດຈະເປັນຄວາມຈິງທີ່ວ່າ ເມື່ອມີຄວາມເສົ້າ ຈິດໃຈເຮົາມັກຈະລະອຽດອ່ອນເປັນພິເສດ ເຮົາຈະມອງເຫັນລາຍລະອຽດຂອງສິ່ງຕ່າງໆໄດ້ດີຂຶ້ນ ທ່າມກາງຄວາມເສົ້າທີ່ໄວດ໌ຕ້ອງຜະເຊີນນັ້ນ ເຮັດໃຫ້ລາວມອງເຫັນທໍາມະຊາດຢ່າງໜຶ່ງທີ່ເຊື່ອງຊ້ອນຢູ່ໃນຕົນເອງ–ນັ້ນຄືການຮູ້ຈັກຖ່ອມຕົນ.

ຄວາມຖ່ອມຕົນຫຼືຄວາມນອບນ້ອມຄືສິ່ງທີ່ແປກປະຫຼາດທີ່ສຸດໃນບັນດາທຸກສັບພະສິ່ງ ເຮົາຈະໄດ້ມາກໍຕໍ່ເມື່ອຍອມສະລະທຸກສິ່ງທີ່ມີ ເມື່ອເຮົາສູນເສຍທຸກສິ່ງໄປແລ້ວເທົ່ານັ້ນ ເຮົາຈຶ່ງຈະຮູ້ວ່າມີມັນຢູ່ໃນຄອບຄອງ”

ນີ້ຄືໜຶ່ງໃນບົດຮຽນທາງຈິດວິນຍານທີ່ມີຄຸນຄ່າທີ່ສຸດທີ່ໄວລດ໌ໄດ້ຮັບ ມັນຄົງຈະເກີດຂຶ້ນບໍ່ໄດ້ຫາກລາວຍັງຄົງໃຊ້ຊີວິດເປັນດາວເດັ່ນໃນສັງຄົມເໝືອນເດີມ ສະນັ້ນ ຈຶ່ງສາມາດກ່າວໄດ້ວ່າ ຄວາມເສົ້າເຮັດໃຫ້ເຮົາຮູ້ຈັກຕົນເອງດີຂຶ້ນ ແລະ ການຮູ້ຈັກຕົນເອງເປັນບໍ່ເກີດແຫ່ງພູມປັນຍາທັງປວງ ໂສເຄຣຕີສ–ນັກປັດຊະຍາຊາວເກຣັກກໍເຫັນດ້ວຍກັບຄຳເວົ້ານີ້ເຊັ່ນກັນ. ຜ່ານການປະສົບການແຫ່ງຄວາມທຸກ ແລະ ຄວາມໂສກເສົ້າ ເຮັດໃຫ້ໄວລດ໌ເຂົ້າໃຈຊີວິດຂອງຕົນເອງໄດ້ເປັນຢ່າງດີ ເບື້ອງຫຼັງຄວາມສຸກສັນແລະສຽງຫົວເລາະອາດມີອາລົມອັນຫຍາບກະດ້າງ ເມີນເສີຍ ແລະ ເຢັນຊາ ແຕ່ເບື້ອງຫຼັງຄວາມເສົ້າມີຄວາມເສົ້າຢູ່ສະເໝີ ຄວາມເຈັບປວດນັ້ນຕ່າງຈາກຄວາມສໍາລານເພາະມັນບໍ່ສວມໃສ່ໜ້າກາກ

ຈາກຄຳເວົ້ານີ້ເຮັດໃຫ້ເຮົາເຂົ້າໃຈປະໂຫຍກທີ່ກ່າວມາຂ້າງເທິງນັ້ນໄດ້ດີຂຶ້ນ–ທີ່ໃດມີຄວາມເສົ້າ ທີ່ນັ້ນມີສະຖານທີ່ສັກສິດ ສະຖານທີ່ສັກສິດທີ່ວ່ານີ້ຄືສະຖານທີ່ທີ່ມີໄວ້ສຳລັບເຝິກຝົນຈິດວິນຍານຂອງຕົນເອງໃຫ້ລະອຽດອ່ອນຈົນສາມາດເຂົ້າເຖິງພາວະທີ່ເປັນບໍຣົມມະສຸກໄດ້ ດັ່ງທີ່ດັນເຕ້ (Dante)–ນັກກະວີຄົນສຳຄັນຂອງຟໍເຣນຊ໌ເຄີຍກ່າວໄວ້ວ່າ “ຄວາມເສົ້າເຮັດໃຫ້ເຮົາກັບໄປເປັນໜຶ່ງດຽວກັບພຣະຜູ້ເປັນເຈົ້າ” ເຊັ່ນດຽວກັບເກີເທ່ (Goethe)–ນັກຂຽນຊາວເຢຍລະມັນກໍກ່າວເຖິງຄວາມເສົ້າໄວ້ຄ້າຍໆກັນນີ້ວ່າ “ຜູ້ໃດບໍ່ເຄີຍກິນເຂົ້າໜົມປັງໃນຄວາມເສົ້າ ຜູ້ໃດບໍ່ເຄີຍໃຊ້ໂມງຍາມແຫ່ງຄ່ຳຄືນສະອື້ນໄຫ້ແລະເຝົ້າລໍຟ້າສາງ ຜູ້ນັ້ນບໍ່ຮູ້ຈັກທ່ານ–ອໍານາດແຫ່ງສະຫວັນ” ເຮົາອາດຈະກ່າວໄດ້ວ່າ ຄວາມເສົ້ານັ້ນແຫຼະຄືຄວາມຈິງຂອງຊີວິດ ເພາະມັນຊ່ວຍຂັດເກົາຈິດໃຈໃຫ້ຮູ້ຈັກຄວາມອ່ອນໂຍນ ຄວາມອ່ອນນ້ອມຖ່ອມຕົວ ແລະ ມີເມດຕາຕໍ່ເພື່ອນມະນຸດຫຼາຍຂຶ້ນ.

ດັ່ງທີ່ໄວລດ໌ກ່າວໄວ້ວ່າ

ສຳລັບຜູ້ຕ້ອງຂັງ ນ້ຳຕາເປັນສ່ວນໜຶ່ງຂອງຊີວິດປະຈຳວັັນ ເມື່ອຢູ່ໃນຄຸກ ວັນທີ່ເຮົາບໍ່ໄດ້ຫຼັ່ງນ້ຳຕາຄືວັນທີ່ຫົວໃຈເຮົາແຂງກະດ້າງ ບໍ່ແມ່ນວັນທີ່ຫົວໃຈເຮົາເປັນສຸກ

ໃນໄລຍະສອງປີທີ່ໄວລດ໌ຢູ່ໃນຫ້ອງຂັງນັ້ນ ລາວໃຊ້ເວລາສ່ວນໜຶ່ງໄປກັບການອ່ານແລະຂຽນງານເທົ່າທີ່ສາມາດເຮັດໄດ້ ກ່ອນໄດ້ຮັບປ່ອຍຕົວສາມເດືອນ ໄວດ໌ໄດ້ຂຽນຈົດໝາຍຂະໜາດຍາວສະບັບໜຶ່ງ ຕໍ່ມາພິມເປັນໜັງສືຊື່ວ່າ De Profundis ເຊິ່ງກໍຄືເຫຼັ້ມທີ່ຜູ້ຂຽນກໍາລັງກ່າວເຖິງນີ້ເອງ. ຈົດໝາຍສະບັບນີ້ມີເນື້ອໃນສ່ວນໜຶ່ງກ່າວເຖິງຄວາມສຳພັນລະຫວ່າງໄວດ໌ກັບດັກລາສ (ເມື່ອພິມເປັນເຫຼັ້ມເນື້ອຫາສ່ວນນີ້ຖືກຕັດອອກໄປ) ສ່ວນທີ່ສອງກ່າວເຖິງເຄາະກັມທີ່ໄວດ໌ປະສົບແລະບົດຮຽນທີ່ໄດ້ຮັບຈາກເຄາະກັມນັ້ນ. ໄວດ໌ພົ້ນໂທດໃນປີ ຄ.ສ 1897 ແມ້ຈະໄດ້ຮັບອິດສະຫຼະພາບແລ້ວ ແຕ່ສັງຄົມລອນດອນທີ່ຄັ້ງໜຶ່ງເຄີຍເຊີດຊູບູຊາເຂົາເໝືອນດັ່ງເທບພະເຈົ້າທາງວັນນະກັມກັບບໍ່ອ້າແຂນຍອມຮັບເຂົາອີກຕໍ່ໄປ ໄວລດ໌ຈຶ່ງຍ້າຍໄປຢູ່ປາຣີສກັບດັກລາສທີ່ລໍຄອຍຢູ່ທີ່ນັ້ນກ່ອນແລ້ວ ເໝືອນເຄາະກັມກັບຜູ້ຊາຍຄົນນີ້ຍັງບໍ່ທັນຈົບສິ້ນ ທັງສອງຢູ່ນຳກັນໄດ້ບໍ່ດົນ ດັກລາສກໍຖິ້ມລາວໄປອີກຄັ້ງ. ໄວລດ໌ໃຊ້ເວລາ ແລະ ເງິນທີ່ເຫຼືອຢູ່ສ່ວນໜຶ່ງນັ້ນໄປກັບການດື່ມເຫຼົ້າ ເດີນຊັດເຊພະເນຈອນໄປໃນກຸງປາຣີສ. ຊີວິດທີ່ໄຮ້ແສງໄຟຄອຍສອດສ່ອງ ສິ້ນຍາດຂາດມິດ ອາດຈະງຽບເຫງົາ ແຕ່ກໍເຮັດໃຫ້ລາວໄດ້ຢູ່ກັບຕົນເອງແລະເຂົ້າໃຈຄວາມຈິງຂອງຊີວິຫຼາຍຂຶ້ນ. ວັນທີ 30 ພະຈິກ 1900 ນັກຂຽນ ນັກກະວີຜູ້ທີ່ຄັ້ງໜຶ່ງເຄີຍປະສົບຄວາມສຳເລັດ ແລະ ມີຊື່ສຽງທີ່ສຸດຄົນໜຶ່ງໃນຍຸກວິກຕໍເຣຍກໍໄດ້ຈາກພວກເຮົາໄປ ເຫຼືອໄວ້ພຽງຄວາມຄວາມຊົງຈຳທີ່ຂົມຂື່ນ.

ແມ່ນຫຼືບໍ່ວ່າ ພວກເຮົາຕ່າງກໍມີຄວາມເສົ້າເປັນຂອງຕົນເອງ ເພາະຄວາມເສົ້າເປັນສ່ວນໜຶ່ງຂອງຊີວິດ ເຮົາເສົ້າເມື່ອສູນເສຍສິ່ງອັນເປັນທີ່ຮັກ ຫຼືບໍ່ໄດ້ດັ່ງໃຈໃນສິ່ງທີ່ມຸ່ງຫວັງ ແນ່ນອນ ບໍ່ມີໃຜມັກພາວະໂສກເສົ້າ ແຕ່ເຮົາກໍດຳລົງຢູ່ຢ່າງປາສະຈາກມັນບໍ່ໄດ້ ດັ່ງນັ້ນ ເຮົາຈຶ່ງພະຍາຍາມພັກໄສໄລ່ສົ່ງຄວາມເສົ້າໃຫ້ຫ່າງໄກອອກໄປຈາກຊີວິດ. ຫຼາຍຄົນອາດຈະຄິດວ່າເມື່ອຜ່ານມໍລະສຸມຊີວິດຄັ້ງນີ້ໄປແລ້ວຈະໄດ້ພົບວັນໃໝ່ທີ່ດີກວ່າເດີມ ແຕ່ຊີວິດກໍມັກໂຍນມໍລະສຸມລະລອກໃໝ່ມາໃຫ້ເຮົາຢູ່ສະເໝີ ສິ່ງທີ່ສາມາດເຮັດໄດ້ກໍຄືຍອມຮັບເພື່ອຮຽນຮູ້ ແລະ ພ້ອມທີ່ຈະປ່ຽນພາວະມໍລະສຸມທັງຫຼາຍໃຫ້ກາຍເປັນປະສົບການທາງຈິດວິນຍານ ດັ່ງທີ່ໄວລດ໌ໄດ້ເຮັດເປັນຕົວຢ່າງມາແລ້ວນັ້ນ ໄວລດ໌ໄດ້ສູນເສຍທຸກສິ່ງທຸກຢ່າງທັງຮ່າງກາຍແລະຈິດໃຈ ແຕ່ການສູນເສຍທີ່ວ່ານັ້ນກັບເຮັດໃຫ້ລາວຄົ້ນພົບບາງຢ່າງໃນເວລາດຽວກັນ.

ເຊັ່ນດຽວກັບການຈາກໄປຂອງໄວລດ໌ ຄະນະພວກເຮົາກໍກຳລັງຈະຈາກໄປເຊັ່ນກັນ

ພາຍຫຼັງທີ່ເກັບພາບອາຄານ ຮູບແຕ້ມ ແລະ ບັນຍາກາດພາຍໃນວັດແລ້ວ ພວກເຮົາກໍອຳລາວັດແຫ່ງນີ້. ໃນຂະນະທີ່ກຳລັງຍ່າງກ້າວອອກຈາກປະຕູວັດກໍເຫຼືອບຕາໄປເຫັນທາງເດີນເສັ້ນໜຶ່ງເຊິ່ງຄົງຈະນານໆທີຈະມີຄົນສັນຈອນຜ່ານມາເທື່ອໜຶ່ງ ຫີນທີ່ລຽງລາຍເປັນແຖວຍາວຢຽດຕາມຮິມທາງຖືກປົກຄຸມໄປດ້ວຍຝຸ່ນທີ່ໜາເຕິະ ໃບໄມ້ແຫ້ງລ່ວງຫຼົ່ນເລ່ຍລາດກະຈາຍໄປທົ່ວພື້ນດິນບໍລິເວນນັ້ນ ດ້ານຊ້າຍມີອາຄານເກົ່າແກ່ຫຼັງໜຶ່ງທີ່ຝຸ່ນເກາະກຸມຈົນໝອງໝົ່ນພໍໆກັນກອງຫີນ ທ້ອງຟ້າໃນຍາມນີ້ກໍຍັງຄົງອຶ້ມຄຶ້ມ ແລະ ໝົ່ນເທົາເໝືອນຕອນທີ່ພວກເຮົາມາຮອດ. ບໍ່ຮູ້ວ່າ ເປັນເພາະສະພາບແວດລ້ອມເຮັດໃຫ້ເກີດຄວາມເສົ້າ ຫຼື ຈິດໃຈໝົ່ນເທົາຈຶ່ງມອງເຫັນທຸກຢ່າງເປັນສິ່ງເສົ້າໝອງ ຫຼື ທັງສອງຕ່າງໝົ່ນເທົາ ເມື່ອມາຜະສົມກັນ ຈຶ່ງກາຍເປັນອາລົມເສົ້າຢ່າງສົມບູນ.

ເສົ້າເຖີດ…ເພື່ອໃຫ້ເຮົາໄດ້ຢູ່ກັບຕົນເອງຫຼາຍຂຶ້ນ.

ວັດພຣະຂາວພັນນາຣາມ

ທ້າຍລະດູແລ້ງ

23 ເມສາ 2024

ເອກະສານອ້າງອິງ

ຂໍ້ຄວາມທີ່ເປັນຕົວອຽງທັງໝົດມາຈາກໜັງສືຊື່ De Profundis ຂຽນໂດຍ ອອດສະກ້າຣ໌ ໄວລດ໌ ແປໂດຍ ຣະຕິພອນ ຊັຍປິຍະພອນ, ສໍານັກພິມພາຣາກຣາບ. 2565.

]]>
ເຮົາຕ່າງມີຊີວິດເພື່ອພົບນະຄອນໃນຝັນ https://dekwatlaos.com/travel-lo/hao-tang-me-c-vit-pheua-phob-nakon-nai-fun/1872/ Sat, 30 Mar 2024 13:16:59 +0000 https://dekwatlaos.com/?p=1872 ໂດຍ: ຄວັນສີເທົາ

ແຜນທີ່ໂລກທີ່ປາສະຈາກນະຄອນໃນຝັນ

ກໍໄຮ້ຄ່າແກ່ການເຫຼືອບຕາມອງ

ເພາະເປັນໂລກທີ່ລະເລີຍດິນແດນທີ່ມະນຸດໃຝ່ຝັນຈະໄປເຖິງ– Oscar Wilde

ເມື່ອລົດຂອງພວກເຮົາຄ່ອຍເຄື່ອນຕົວອອກຈາກຜູ້ຄົນໃນຕົວເມືອງກາຣ໌ກິລ ຍິ່ງຫ່າງໄກກໍຍິ່ງຮູ້ສຶກສຳຜັດໄດ້ເຖິງຄວາມງຽບທີ່ຄ່ອຍໆແຜ່ຊ່ານເຂົ້າມາ ວິວສອງຂ້າງທາງແຖວນີ້ແຕກຕ່າງຢ່າງສິ້ນເຊີງກັບເສັ້ນທາງທີ່ພວກເຮົາຜ່ານມາມື້ວານ ເພາະແຖວນີ້ພູມິປະເທດເຕັມໄປດ້ວຍພູຫົວໂລ້ນ (ຢ່າແມ້ແຕ່ຄິດທີ່ຈະປຽບທຽບກັບຫົວຄູບາ) ແຜ່ນດິນແຫ້ງແລງ ເວລາມີລົມພັດເບົາໆ ຈະເຫັນກ້ອນຫີນນ້ອຍໆກິ້ງໄປມາຕາມແຮງລົມ ບາງບ່ອນມີລົມຫົວກຸດນ້ອຍໆປັ່ນເອົາຝຸ່ນຂຶ້ນໜ້ອຍໜຶ່ງແລ້ວກໍຫາຍໄປ ບັນຍາກາດໃນຍາມນີ້ເໝືອນກັບວ່າຫຼຸດເຂົ້າໄປອີກໂລກໜຶ່ງເຊິ່ງໃຫ້ຄວາມຮູ້ສຶກວັງເວງ ແຕ່ໃນຂະນະດຽວກັນກໍຮູ້ສຶກອີ່ມອົກອີ່ມໃຈຢ່າງບອກບໍ່ຖືກ ໂລກມະນຸດກໍແບບນີ້ແຫຼະ–ເຕັມໄປດ້ວຍສະຖານທີ່ທີ່ແປກປະຫຼາດ ລີ້ລັບ ແລະ ຊັບຊ້ອນ ການທີ່ຈະເຂົ້າໃຈໂລກໄດ້ດີ ບາງຄັ້ງຈຶ່ງຈຳເປັນຕ້ອງໃຊ້ຄວາມຮູ້ສຶກສຳຜັດເຖິງຈະເຂົ້າໃຈຖ່ອງແທ້.

ພວກເຮົາເດີນທາງມາໄດ້ປະມານສີ່ສິບກິໂລແມັດກໍມາຮອດສະຖານທີ່ສັກສິດແຫ່ງທີ່ສອງອັນເປັນທີ່ຕັ້ງຂອງພຣະພຸດທະຮູບແກະສະລັກອີກອົງໜຶ່ງເຊິ່ງສ້າງໃນຍຸກດຽວກັນກັບອົງທີ່ພວກໄປຂາບທີ່ເມືອງກາຣ໌ກິລປະມານ ພ.ສ 600 ຍຸກຣາຊະວົງກຸສານະຈະເລີນຮຸ່ງເຮືອງ. ພຣະພຸດທະຮູບອົງນີ້ຕັ້ງຢູ່ແຄມທາງສ້າງຂຶ້ນຈາກການແກະພູເຂົາຫິນສູງປະມານສິບກວ່າແມັດ ເບິ່ງລົງໄປຈາກຫົນທາງຈະເຫັນສະເພາະຫົວຂອງອົງພຣະແລະລຳຕົວບາງສ່ວນ ເພາະດ້ານໜ້າພຸດທະຮູບມີອາຄານຫຼັງໜຶ່ງເຊິ່ງເປັນວັດທິເບດຕັ້ງຢູ່ ວັດນີ້ສ້າງຂຶ້ນພາຍຫຼັງການສ້າງພຸດທະຮູບເມື່ອປະມານ ພ.ສ 1800 ພໍແຕ່ກ້າວຂາເຂົ້າໄປໃນບໍລິເວນວັດຮູ້ສຶກໄດ້ເຖິງກິ່ນກໍາຍານ (ມີຄວັນ ແລະ ກິ່ນຄ້າຍຄືທູບບ້ານເຮົານີ້ແຫຼະ) ແລະຄວັນອົບອວນໄປທົ່ວບໍລິເວນ ກ່ອນຈະເຂົ້າໄປດ້ານໃນຈະມີຜ້າກັ້ງຂັ້ນໄວ້ ທຸກຄົນທີ່ຈະເຂົ້າໄປຕ້ອງຜ່ານຜ້າກັ້ງນີ້ກ່ອນ ຜູ້ຄົນສະລັບກັນເຂົ້າ-ອອກ ຜູ້ຂຽນເປີດຜ້າກັ້ງກຳລັງຈະກ້າວຂາເຂົ້າໄປ..ຈ໊ະເອ໋..ກັບຜູ້ຍິງຄົນໜຶ່ງ ຄິດໃນໃຈໜ້າຈະເຄີຍມີບ່າວສາວມາຈ໊ະເອ໋ກັນຢູ່ນີ້ຫຼາຍເທື່ອ ແຕ່ຈະ Fall in Love with each other ຫຼືບໍ່ນັ້ນ ອັນນີ້ຄວັນສີເທົາບໍ່ຮູ້ນຳ (ສະຖານທີ່ສັກສິດນະເທີ໋ຍ!) ເມື່ອເຂົ້າມາດ້ານໃນຕົງກາງເປັນພື້ນທີ່ວ່າງສຳລັບໃຫ້ຄົນບູຊາອົງພຣະ ດ້ານຂ້າງທັງສອງເປັນບ່ອນຢູ່ ແລະ ບ່ອນສູດມົນຂອງລາມະ ຮູບຊົງຂອງວັດນີ້ຄ້າຍຄືກັບຕົວເຈົ້າ (U).

ຢູ່ພາຍໃນນີ້ຈະເຫັນພຣະທັງອົງ ເປັນພຸດທະຮູບຢືນຊົງເຄື່ອງ ສູງປະມານເກົ້າແມັດ ປະດັບປະດາໄປດ້ວຍສາຍຄໍ ສາຍແຂນ ຕຸ້ມຫູ ສາຍແອວ ແລະ ສ້ອຍສັງວານ ມີທັງໝົດສີ່ແຂນ ແຕ່ລະແຂນຈະເຮັດທ່າທາງແຕກຕ່າງກັນອອກໄປ ດ້ານຊ້າຍ ມືເບື້ອງໜຶ່ງຖືໝໍ້ນ້ຳຢ່ອນລົງມາພຽງຫົວເຂົ່າ ອີກມືໜຶ່ງຍົກຂຶ້ນພຽງບ່າໄຫຼ່ເໝືອນກຳລັງຖືດອກໄມ້ ສ່ວນຝັ່ງຂວາ ມືໜຶ່ງຢ່ອນລົງລຸ່ມຜາຍມືອອກ ອີກມືໜຶ່ງຈັບພວງມາລາຍົກຂຶ້ນເໜືອບ່າໄຫຼ່ ພຣະສຽນ (ຫົວ) ປະດັບດ້ວຍເຄື່ອງປະດັບຕ່າງໆຢ່າງສວຍງາມ ດ້ານໜ້າອົງພຣະມີເຄື່ອງເຊັ່ນໄຫວ້ບູຊາຫຼາຍຢ່າງ ມີທັງນ້ຳສົ້ມ ນ້ຳຫວານ ນ້ຳແດງ ແລະ ສະໄປຣ ມີທຸງມົນຕຣາທິເບດຫ້ອຍລຽງລາຍເຕັມໄປທົ່ວ ຫຼາກຫຼາຍສີສັນ–ຂາວ ເຫຼືອງ ແດງ ມີທັງແສດ ສິ້ວ ສົ້ມ ເຫັນແລ້ວຮູ້ສຶກເຖິງຄວາມເຂັ້ມຂັງ ແລະ ສັກສິດ. ຕອນທີ່ພວກເຮົາເຂົ້າໄປ ມີລາມະກຳລັງນັ່ງສູດມົນຢູ່ອົງໜຶ່ງ ຄວັນກຳຍານອົບອວນໄປທົ່ວຫ້ອງ ພວກເຮົາຈຶ່ງອະນຸຍາດຂຶ້ນໄປດ້ານເທິງເພື່ອຊົມພຸດທະຮູບໃນໄລຍະເຜົາຜົນ ລາມະບອກວ່າຂຶ້ນໄປໄດ້ສະເພາະຄູບາເດີ ສ່ວນຍາດໂຍມບໍ່ອະນຸຍາດ.

ເວົ້າເຖິງພຣະສີອະຣິຍະເມດໄຕຣ ຢາກພາທຸກທ່ານໄປທຳຄວາມຮູ້ຈັກກັບພຣະອົງນີ້ຫຼາຍຂຶ້ນກວ່ານີ້ ເພາະເປັນພຣະໂພທິສັດອົງດຽວທີ່ຊາວພຸດທຸກນິກາຍທົ່ວໂລກໃຫ້ຄວາມເຄົາຣົບນັບຖື ແລະ ເປັນພຣະໂພທິສັດທີ່ຈະມາຕັດສະຮູ້ເປັນພຣະສັມມາສັມພຸດທະເຈົ້າໃນອະນາຄົດ. ພຣະພຸດທະສາສະໜາມີຄວາມເຊື່ອວ່າ ໃນພັດທະກັບ (ຊ່ວງອາຍຸຂອງໂລກ) ນີ້ມີພຣະພຸດທະເຈົ້າທັງໝົດຫ້າພຣະອົງ ແຕ່ລະອົງມີຊື່ວ່າດັ່ງນີ້: ກະກຸສັນໂທ, ໂກນາຄະມະໂນ, ກັດສະໂປ, ໂຄຕະໂມ ແລະ ອະຣິຍະເມດໄຕໂຍ ມາຮອດຕອນນີ້ມີພຣະພຸດທະເຈົ້າເກີດຂຶ້ນແລ້ວສີ່ພຣະອົງຕາມລຳດັບ ພຸດທະສາສະໜາທີ່ເຮົານັບຖືຢູ່ໃນເວລານີ້ເປັນສາສະໜາທີ່ເປັນຜົນມາຈາກການຕັດສະຮູ້ຂອງພຣະພຸດທະເຈົ້າອົງທີສີ່ນາມວ່າ ໂຄຕະໂມ (ໂຄດົມ) ຫຼືສາກະຍະມຸນີ. ເມື່ອພຸດທະສາສະໜາຂອງພຣະໂຄດົມ (ພຸດທະເຈົ້າອົງປັດຈຸບັນ) ສູນສິ້ນໄປ ຈະມີພຸດທະເຈົ້າອົງໃໝ່ເກີດຂຶ້ນມາ ພຣະພຸດທະເຈົ້າອົງນັ້ນຈະມີພຣະນາມວ່າ ພຣະສີອະຣິຍະເມດໄຕຣ ຫຼື ທີ່ຊາວອິນເດຍມັກເອີ້ນວ່າ ພຣະພຸດທະເຈົ້າໃນອະນາຄົດ (Future Buddha).

ຕອນນີ້ ພຣະສີອະຣິຍະເມດໄຕຣຍັງເປັນພຣະໂພທິສັດຢູ່ເທິງສະຫວັນຊັ້ນດຸສິດ ລໍເວລາທີ່ຈະລົງມາຕັດສະຮູ້ໃນອະນາຄົດ. ໃນຈັກກະວັດຕິສູດ ພຸດທະເຈົ້າໄດ້ເວົ້າເຖິງການເກີດຂຶ້ນຂອງພຣະສີອະຣິຍະເມດໄຕຣໄວ້ວ່າ ເມື່ອມະນຸດເສື່ອມຈາກສີລະທັມຈະເຮັດໃຫ້ອາຍຸໄຂຄ່ອຍໆຫຼຸດລົງຈົນຮອດສິບປີ ເມື່ອນັ້ນຈະເກີດຄວາມວຸ້ນວາຍຂຶ້ນໃນໂລກມະນຸດ ຜູ້ຄົນທີ່ມີຈິດໃຈໂຫດຮ້າຍຈະເຂັ່ນຂ້າກັນເອງຈົນລົ້ມຕາຍໄປທົ່ວ ຈະມີຄົນພຽງເລັກນ້ອຍຜູ້ມີສີລະທັມເທົ່ານັ້ນທີ່ສາມາດຢູ່ລອດໄດ້. ຄົນກຸ່ມນີ້ຈະຫຼີກໜີໄປປະພຶດທັມຕາມປ່າເຂົາລຳເນົາໄພ ເມື່ອຄົນທີ່ເສື່ອມສີລະທັມລົ້ມຕາຍກັນໄປໝົດແລ້ວ ພວກທີ່ຢູ່ໃນປ່າກໍຈະອອກມາສືບຕໍ່ສ້າງບ້ານແປງເຮືອນ ຊ່ວຍກັນໃນການປະກອບຄຸນງາມຄວາມດີ ເມື່ອນັ້ນອາຍຸສະເລ່ຍຂອງມະນຸດຈຶ່ງຈະຄ່ອຍໆເພີ່ມຂຶ້ນຈາກສິບປີໄປຈົນຮອດ ຮ້ອຍປີ ພັນປີ ໝື່ນປີ ເມື່ອອາຍຸໄຂສະເລ່ຍຂອງມະນຸດເພີ່ມຂຶ້ນຈົນຮອດແປດໝື່ນປີ ເມື່ອນັ້ນພຣະສີອະຣິຍະເມດໄຕຣຈະລົງມາເກີດ.

ຊາວພຸດເຊື່ອວ່າສັງຄົມໃນຍຸກພຣະສີອະຣິຍະເມດໄຕຣຈະເປັນສັງຄົມທີ່ເຕັມໄປດ້ວຍຄວາມເທົ່າທຽມ ປາສະຈາກຄວາມເຫຼື່ອມລ້ຳ ທຸກຄົນມີຄວາມສຸກສະເໝີເໝືອນກັນ ເປັນສັງຄົມທີ່ມີຄວາມຍຸຕິທັມ ຈະເຫັນໄດ້ວ່າພາບສັງຄົມໃນຍຸກພຣະສີອະຣິຍະເມດໄຕຣຈະແຕກຕ່າງກັນກັບຍຸກປັດຈຸບັນຢ່າງສິ້ນເຊີງ ເພາະຍຸກປັດຈຸບັນສັງຄົມມີຄວາມເຫຼື່ອມລ້ຳກັນຢ່າງຮຸນແຮງໂດຍສະເພາະທາງດ້ານເສດຖະກິດ ຜູ້ລວຍກໍລວຍຈົນລົນຟ້າ ໃນຂະນະທີ່ຜູ້ທຸກຍາກກໍທຸກຍາກຈົນຈົມດິນ. ສະນັ້ນ ເມື່ອໃດກໍຕາມທີ່ສັງຄົມເກີດຄວາມວຸ້ນວາຍ ຜູ້ຄົນຖືກກົດຂີ່ຂຸດຮີດ ເກີດຄວາມເຫຼື່ອມລ້ຳຢ່າງຮຸນແຮງ ເມື່ອນັ້ນ ມັກຈະມີຄົນອອກມາອ້າງຕົນວ່າເປັນພຣະສີອະຣິຍະເມດໄຕຣ ຫຼືບ້ານເຮົາເອີ້ນວ່າ ພຣະສີອານ ເຊິ່ງຈະມາທຳໜ້າທີ່ປົດປ່ອຍຜູ້ຄົນໃຫ້ເປັນອິດສະລະ.

ປະເທດລາວເຮົາໃນຍຸກທີ່ຝຣັ່ງປົກຄອງ ປະຊາຊົນລາວຖືກກົດຂີ່ຂຸດຮີດດ້ານຕ່າງໆຢ່າງໜັກໜ່ວງຈຶ່ງກໍ່ໃຫ້ເກີດຂະບວນການຕໍ່ສູ້ຂຶ້ນຕັ້ງແຕ່ເໜືອຮອດໃຕ້. ໜຶ່ງໃນຂະບວນການຕໍ່ສູ້ຕ້ານຝຣັ່ງທີ່ສໍາຄັນໃນສະໄໝນັ້ນຄື ຂະບວນການຕໍ່ສູ້ຂອງອົງແກ້ວ ມີນັກວິຊາການຕ່າງປະເທດບາງຄົນກ່າວວ່າຂະບວນການນີ້ເປັນຂະບວນການທີ່ໃຊ້ຄວາມເຊື່ອທາງສາສະໜາເປັນເຄື່ອງຈູງໃຈ ຄືປະຊາຊົນເຊື່ອວ່າອົງແກ້ວເປັນຜູ້ມີບຸນ (ຄ້າຍກັບວ່າເປັນພຣະສີອະຣິຍະເມດໄຕຣ) ມາທຳໜ້າທີ່ປົດປ່ອຍປະຊາຊົນລາວໃຫ້ເປັນອິດສະລະຈາກການປົກຄອງຂອງຝຣັ່ງ ການທີ່ອົງແກ້ວແລະຄະນະໄດ້ນຳເອົາຄວາມເຊື່ອທາງສາສະໜາມາເປັນເຄື່ອງກະຕຸ້ນໃຫ້ປະຊາຊົນຕໍ່ສູ້ກັບຄວາມອະຍຸຕິທັມທີ່ເກີດຂຶ້ນໃນສັງຄົມນັ້ນ ເປັນຜົນເຮັດໃຫ້ມີທະຫານຈຳນວນໜຶ່ງມາເຂົ້າຮ່ວມແລະກາຍເປັນຂະບວນການຄື່ນທຳອິດຂອງປະຊາຊົນລາວທີ່ລຸກຮືຂຶ້ນຕໍ່ສູ້ກັບຝຣັ່ງ ເຖິງແມ້ວ່າທ້າຍທີ່ສຸດຂະບວນການທີ່ວ່ານີ້ຈະບໍ່ໄດ້ຮັບໄຊຊະນະ ແຕ່ເຮົາກໍປະຕິເສດບໍ່ໄດ້ວ່າ ຂະບວນການນີ້ໄດ້ກາຍເປັນສ່ວນໜຶ່ງທີ່ຈຸດປະກາຍໃຫ້ເກີດການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງໃນເວລາຕໍ່ມາ.

ຄວາມຈິງບໍ່ສະເພາະແຕ່ໃນພຸດທະສາສະໜາເທົ່ານັ້ນທີ່ມີຄວາມເຊື່ອເລື່ອງຈະມີຜູ້ມີບຸນມາໂຜດຜາຍມະນຸດໃນອະນາຄົດ ໃນສາສະໜາພຣາມ-ຮິນດູກໍມີຄວາມເຊື່ອຄ້າຍໆກັນນີ້ ໂດຍເຊື່ອວ່າໃນອະນາຄົດເມື່ອໂລກເກີດຄວາມວຸ້ນວາຍຈົນກາຍເປັນກະລີຍຸກ ໂລກຈະເຕັມໄປດ້ວຍຄົນຊົ່ວນານັບປະການ ເມື່ອນັ້ນເຫຼົ່າເທວະດາຈະພາກັນໄປເຂົ້າເຝົ້າພຣະວິດສະນຸທີ່ວິມານໄວກູນເພື່ອຂໍໃຫ້ພຣະອົງຊ່ວຍໂລກໄວ້ ພຣະວິດສະນຸຈະອະວະຕານ (ແປງຮ່າງ) ລົງມາຊ່ວຍໂລກ ໂດຍການຂີ່ມ້າຂາວລົງມາຕໍ່ສູ້ກັບຄົນຊົ່ວທັງຫຼາຍ ສຸດທ້າຍພຣະອົງຈະເປັນຜູ້ຊະນະແລ້ວນຳໂລກກັບໄປສູ່ຄວາມຮົ່ມເຢັນອີກຄັ້ງ ເຊິ່ງເທບທີ່ພຣະວິດສະນຸອະວະຕານລົງມາໃນຄັ້ງນີ້ຈະມີຊື່ວ່າ ກັນກີ ເປັນເທບທີ່ຈະມີຂຶ້ນໃນອະນາຄົດເພື່ອຊ່ວຍເຫຼືອມະນຸດໃຫ້ພົ້ນຈາກກະລີຍຸກ. ນອກຈາກນີ້ ໃນສາສະໜາອິດສະລາມກໍມີຄວາມເຊື່ອວ່າໂລກເຮົາຈະມີສົງຄາມໃຫຍ່ໆເກີດຂຶ້ນສາມຄັ້ງ ແລະ ຄັ້ງສຸດທ້າຍຈະມີບຸລຸດຜູ້ໜຶ່ງຊື່ວ່າ ອິໝ່າມມະຮະດີ ຈະມາທຳໜ້າທີ່ນຳພາຜູ້ຄົນກຳຈັດຄວາມຊົ່ວຮ້າຍທັງຫຼາຍ ແລ້ວນຳສັນຕິສຸກມາສູ່ໂລກອີກຄັ້ງ.

ຈະສັງເກດເຫັນວ່າ ສາສະໜາທັງສາມຄື ພຸດ ອິດສະລາມ ພຣາມ-ຮິນດູ ມີຄວາມເຊື່ອໃກ້ຄຽງກັນກ່ຽວກັບຜູ້ມີບຸນຈະມາເກີດໃນອະນາຄົດ ເຮົາບໍ່ຮູ້ວ່າຄວາມເຊື່ອທັງສາມນີ້ມາຈາກແຫຼ່ງດຽວກັນຫຼືບໍ່ ແຕ່ນັ້ນກໍບໍ່ແມ່ນສາລະສໍາຄັນ. ສິ່ງທີ່ໜ້າສົນໃຈຄື ດ້ວຍເຫດໃດສາສະໜາທັງຫຼາຍຈຶ່ງເຊື່ອວ່າໃນອະນາຄົດຈະມີຜູ້ມີບຸນມາທຳໜ້າທີ່ກຳຈັດໄພອັນຕະລາຍ ແລ້ວຊ່ວຍເຫຼືອມະນຸດໃຫ້ຢູ່ດີມີສຸກອີກຄັ້ງ?

ເປັນໄປໄດ້ບໍ່ວ່າ ໂດຍທຳມະຊາດແລ້ວເຜົ່າພັນຂອງມະນຸດເປັນສິ່ງທີ່ມີຊີວິດທີ່ຢູ່ໄດ້ດ້ວຍຄວາມຫວັງ ຫາກປາສະຈາກຄວາມຫວັງຊີວິດຈະຫ່ຽວແຫ້ງແລະລົ້ມຕາຍໄປໃນທີ່ສຸດ ສະນັ້ນ ຖ້າເຊື່ອວ່າໃນອະນາຄົດຈະມີສັງຄົມທີ່ດີກວ່າ ພວກເຮົາຈະມີແຮງພັກດັນຄອຍຫຼໍ່ລ້ຽງໃຫ້ສາມາດດຳລົງຊີວິດຢູ່ຕໍ່ໄປໄດ້ ຊາຣ໌ລ ຣິຊາຣ໌ດ ຣິກ ສະໄນເດີ (Charles Richard Rick Snyder)–ຜູ້ຄົ້ນຄິດທິດສະດີຄວາມຫວັງ (Hope Theory) ບອກວ່າ ຄົນທີ່ມີຄວາມຫວັງໃນຊີວິດມັກຈະປະສົບຄວາມສຳເລັດ ແລະ ມີສຸຂະພາບກາຍ-ໃຈດີກວ່າຄົນທີ່ຈົມຢູ່ກັບຄວາມສິ້ນຫວັງໃນບັນຫາຕ່າງໆທີ່ເກີດຂຶ້ນໃນສັງຄົມ. ທິດສະດີນີ້ບອກວ່າ ຄວາມຫວັງນັ້ນຕ້ອງມີອົງປະກອບສາມຢ່າງຄື ເປົ້າໝາຍ (Goals), ເສັ້ນທາງ (Pathways) ແລະ ຄວາມເຊື່ອໝັ້ນ (Agency).

ແນ່ນອນວ່າ ຫາກເຮົາມີເປົ້າໝາຍອິຫຍັງຈັກຢ່າງໃນຊີວິດ ບໍ່ວ່າຈະເປັນເປົ້າໝາຍນ້ອຍຫຼືໃຫຍ່ຍ່ອມກໍ່ໃຫ້ເກີດຄວາມຫວັງບາງຢ່າງຂຶ້ນໃນໃຈເຮົາຢ່າງຫຼີກລ້ຽງບໍ່ໄດ້ ທິດສະດີນີ້ແນະນຳວ່າ ເປົ້າໝາຍຄວນເປັນສິ່ງທີ່ມີຄຸນຄ່າຕໍ່ຈິດໃຈເຮົາຢ່າງແທ້ຈິງ ເພາະຫຼາຍຄົນມີເປົ້າໝາຍເພື່ອຄົນອື່ນເຊັ່ນ: ການສ້າງເຮືອນໃຫ້ພໍ່ແມ່ ການທ້ອນເງິນໄວ້ໃຫ້ລູກຮຽນໜັງສືເປັນຕົ້ນ ການມີເປົ້າໝາຍເພື່ອຜູ້ອື່ນເປັນເລື່ອງດີ ແຕ່ອາດຈະເຮັດໃຫ້ເຮົາທໍ້ຖອຍໄດ້ງ່າຍເມື່ອພົບກັບອຸປະສັກຕ່າງໆ. ສະນັ້ນ ເປົ້າໝາຍທີ່ດີຄວນເປັນສິ່ງທີ່ສອດຄ້ອງກັບຄຸນຄ່າທີ່ເຮົາຍຶດຖື ເຊັ່ນ: ບາງຄົນຕັ້ງເປົ້າໄວ້ວ່າ ປີນີ້ຈະພັດທະນາພາສາອັງກິດໃຫ້ດີຂຶ້ນ, ຈະຂຽນບົດຄວາມດີໆໃຫ້ຄົນໄດ້ອ່ານ, ຈະຜະລິດງານທາງສິລະປະໃຫ້ຄົນໄດ້ຊື່ນຊົມເປັນຕົ້ນ.

ສ່ວນເສັ້ນທາງຫຼືຈະເວົ້າອີກແບບໜຶ່ງຄືວິທີການທີ່ຈະນຳໄປສູ່ເປົ້າໝາຍນັ້ນ ບາງຄົນອາດຈະມີວິທີການທີ່ງ່າຍໆ ບາງຄົນອາດຈະຊັບຊ້ອນ ວິທີການຂອງແຕ່ລະຄົນອາດຈະເໝືອນຫຼືແຕກຕ່າງກັນ ແຕ່ເໜືອສິ່ງອື່ນໃດການລົງມືເຮັດທັນທີຖືເປັນເລື່ອງສຳຄັນ.ຍິ່ງໄປກວ່ານັ້ນຖ້າສາມາດເຮັດໄດ້ຢ່າງຕໍ່ເນື່ອງ (Consistency) ຍິ່ງເປັນການດີ ເພາະຄວາມຕໍ່ເນື່ອງຄືກຸນແຈສຳຄັນຂອງການບັນລຸເປົ້າໝາຍ ຫຼື ຢ່າງໜ້ອຍທີ່ສຸດຂໍໃຫ້ໄດ້ລົງມືເຮັດອິຫຍັງຈັກຢ່າງທີ່ສົ່ງຜົນບວກຕໍ່ເປົ້າໝາຍທີ່ເຮົາຕັ້ງໄວ້ກໍຖືວ່າໄດ້ເລີ່ມຕົ້ນແລ້ວ. ແນ່ນອນ ຈຸດເລີ່ມຕົ້ນຂອງການເຮັດສິ່ງໃດສິ່ງໜຶ່ງເປັນເລື່ອງຍາກແຕ່ຖ້າໄດ້ເລີ່ມລົງມືແລ້ວ ດ໋ຽວຫົນທາງຈະເປີດອອກເອງ ແລະ ອົງປະກອບສຸດທ້າຍຂອງທິດສະນີ້ຄື ຄວາມເຊື່ອໝັ້ນໃນຕົນເອງ ຫາກເຊື່ອວ່າເຮົາເຮັດໄດ້ ຄວາມພາກພຽນພະຍາຍາມຈະເກີດຂຶ້ນໂດຍອັດຕະໂນມັດ ເຄີຍໄດ້ຍິນຄຳເວົ້າຂອງນັກປັດຊະຍາຄົນໜຶ່ງທີ່ວ່າ “ຈົ່ງເຊື່ອກ່ອນ ແລ້ວຄວາມເຂົ້າໃຈຈະຕາມມາ” ຄຳວ່າ ເຊື່ອ ໃນທີ່ນີ້ອາດຈະມີຄວາມໝາຍກວມເອົາເຖິງຄຳວ່າຄວາມເຊື່ອໝັ້ນໃນສິ່ງໃດສິ່ງໜຶ່ງ ຫຼື ແມ້ກະທັ່ງຄວາມເຊື່ອໝັ້ນໃນຕົນເອງວ່າມີຄວາມສາມາດພຽງພໍທີ່ຈະເຮັດສິ່ງໃດສິ່ງໜຶ່ງໄດ້. ຖ້າເປັນເຊັ່ນນັ້ນ ມີຄວາມເປັນໄປໄດ້ວ່າ ຄວາມເຊື່ອກໍດີ ຄວາມເຊື່ອໝັ້ນໃນສິ່ງໃດສິ່ງໜຶ່ງກໍດີ ຄວາມເຊື່ອໝັ້ນໃນຕົນເອງກໍດີ ເປັນສິ່ງເຄື່ອງຫຼໍ່ລ້ຽງຈິດໃຈຂອງເຮົາໃຫ້ໝັ້ນຄົງໃນເສັ້ນທາງການຕໍ່ສູ້ເພື່ອໄປເຖິງຈຸດໝາຍໃດໜຶ່ງໄດ້ເປັນຢ່າງດີ.

ສະນັ້ນ ຄົງບໍ່ເປັນຄຳເວົ້າທີ່ເກີນເລີຍຄວາມເປັນຈິງທີ່ສະໄນເດີ–ຜູ້ຄົ້ນຄິດທິດສະດີຄວາມຫວັງ (Hope Theory) ບອກວ່າ ຄົນທີ່ມີຄວາມຫວັງ (ທິດສະດີຄວາມຫວັງມີອົງປະກອບສາມຢ່າງຄື ເປົ້າໝາຍ, ເສັ້ນທາງ ແລະ ຄວາມເຊື່ອໝັ້ນ) ໃນຊີວິດມັກຈະປະສົບຄວາມສຳເລັດ ແລະ ມີສຸຂະພາບກາຍ-ໃຈທີ່ດີກວ່າຄົນທີ່ຈົມຢູ່ກັບຄວາມສິ້ນຫວັງຂອງບັນຫາຕ່າງໆທີ່ເກີດຂຶ້ນໃນສັງຄົມ.

ຕອນນີ້ ຄະນະພວກເຮົາກໍກຳລັງເດີນຢູ່ໃນເສັ້ນທາງແຫ່ງຄວາມຫວັງເຊັ່ນກັນ ເພາະຄວາມເຊື່ອກ່ຽວກັບພຸດທະເຈົ້າໃນອະນາຄົດຍັງຄົງແຜ່ປົກຄຸມໄປທົ່ວຫຸບເຂົາຕ່າງໆໃນອິນເດຍພາກເໜືອ ວັດທຸກແຫ່ງທີ່ພວກເຮົາໄປຂາບໄຫວ້ລ້ວນມີຮູບເຄົາລົບຂອງພຣະສີອະຣິຍະເມດໄຕຣທັງສິ້ນ ແມ້ວ່າປັດຈຸບັນດິນແດນແຫ່ງນີ້ຈະມີສາສະໜາອື່ນເຂົ້າມາແທນທີ່ພຸດທະສາສະໜາ ແຕ່ສາສະໜາທີ່ເຂົ້າມາທີຫຼັງນີ້ກໍມີຄວາມເຊື່ອເລື່ອງຜູ້ປົດປ່ອຍທີ່ຈະມາໃນອະນາຄົດເຊັ່ນດຽວກັນ ສະແດງໃຫ້ເຫັນວ່າ ຄວາມເຊື່ອທາງສາສະໜາມີອິດທິພົນຢ່າງສູງຕໍ່ຜູ້ຄົນໃນດິນແດນແຖບນີ້ ພວກເຂົາກໍເໝືອນມະນຸດທຸກຄົນທີ່ຕ່າງກໍຫວັງວ່າຈະມີຊີວິດໃນວັນຂ້າງໜ້າທີ່ດີກວ່າເດີມ. ພວກເຮົານັ່ງລົດຜ່ານພູເຂົາມາໜ່ວຍແລ້ວໜ່ວຍເລົ່າທັ້ງທີ່ເປັນພູເຂົາຫິມະແລະພູເຂົາຫົວໂລ້ນ ຍິ່ງລໍ້ລົດໝຸນໄວເທົ່າໃດກໍຍິ່ງເຮັດໃຫ້ພວກເຮົາເຂົ້າໃກ້ຈຸດໝາຍໄປທຸກທີ ເມື່ອລົດຄືບຄານເຂົ້າສູ່ເຂດເລຫ໌ ລາດັກ ເຈດີ ແລະ ວັດແບບທິເບດທີ່ເກົ່າແກ່ກໍຄ່ອຍໆປາກົດຕົວໃຫ້ເຫັນຖີ່ຂຶ້ນເລື້ອຍໆ ພ້ອມດຽວກັນນັ້ນ ພຣະອາທິດທີ່ສ່ອງສະຫວ່າງມາຕັ້ງແຕ່ເຊົ້າ ກໍຄ່ອຍໆມ້ອຍແສງລົງຈົນທ້ອງຟ້າກາຍເປັນສີເຫຼືອງແດງອ່ອນໆ ແລະແລ້ວຄວາມມືດດຳທີ່ວ່າງເປົ່າໃນອີກຝາກຟ້າໜຶ່ງກໍເຂົ້າມາແທນທີ່ຢ່າງສົມບູນ.

ລະດູການ ແລະ ວັນເວລາ ມີໝູນວຽນປ່ຽນຜ່ານເປັນເລື່ອງປົກກະຕິ ທ່າມກາງບັນຫາຫຼາຍຢ່າງໃນສັງຄົມຍຸກປັດຈຸບັນ ບໍ່ວ່າຈະເປັນເສດຖະກິດຝືດເຄືອງ ຄ່າຄອງຊີບສູງຂຶ້ນ ເຮົາປະຕິເສດບໍ່ໄດ້ວ່າສິ່ງເຫຼົ່ານີ້ສົ່ງຜົນກະທົບຕໍ່ຜູ້ຄົນຢ່າງກວ້າງຂວາງ ທ່າມກາງຄວາມສິ້ນຫວັງ ແລະ ເສື່ອມສັດທາ ຫວັງໄດ້ພຽງວ່າ ລະດູການ ແລະ ວັນເວລາ ຈະຍັງຄົງທຳໜ້າທີ່ຂອງມັນເໝືອນເດີມ–ໝູນວຽນປ່ຽນຜ່ານ.

ວັດພຣະຂາວພັນນາຣາມ

ທ້າຍລະດູແລ້ງ

30 ມີນາ 2024

]]>
ຮ່ອງຮອຍແຫ່ງການເວລາ https://dekwatlaos.com/buddhology/%e0%ba%ae%e0%bb%88%e0%ba%ad%e0%ba%87%e0%ba%ae%e0%ba%ad%e0%ba%8d%e0%bb%81%e0%ba%ab%e0%bb%88%e0%ba%87%e0%ba%81%e0%ba%b2%e0%ba%99%e0%bb%80%e0%ba%a7%e0%ba%a5%e0%ba%b2/1866/ Tue, 16 Jan 2024 14:11:23 +0000 https://dekwatlaos.com/?p=1866 ໂດຍ: ຄວັນສີເທົາ

ປັ໋ງ!…ບໍ່ຕ້ອງຕື່ນຕົກໃຈ ສຽງນີ້ບໍ່ໄດ້ດັງມາຈາກປະເທດອິດສະເອລແນ່ນອນ

ອັນຕະລາຍມີຢູ່ຮອບຕົວ ຫາກບໍ່ລະວັງ ເຮົາຈະກາຍເປັນເຫຍື່ອຂອງສິ່ງເຫຼົ່ານັ້ນກໍເປັນໄດ້

ກ່ອນອອກເດີນທາງໄປເລຫ໌ລາດັກມື້ນີ້ ພວກເຮົາມີພາຣະກິດຢ່າງໜຶ່ງຄື ການໄປໄຫວ້ພຣະສີອະຣິຍະເມດໄຕຣ (ບ້ານເຮົາມັກເອີ້ນວ່າ ພຣະສີອານນັ້ນແຫຼະ ອົງດຽວກັນເດີ) ທີ່ຕັ້ງຢູ່ຫ່າງຈາກຕົວເມືອງກາຣ໌ກິລປະມານສິບຫົກກິໂລແມັດ ແຕ່ໃນການໄປຄັ້ງນີ້ຈະບໍ່ໄດ້ໃຊ້ລົດຄັນທີ່ນັ່ງມາຈາກສີນາກາຣ໌ ເພາະກົດໝາຍທ້ອງຖິ່ນຂອງທີ່ນີ້ບັງຄັບໃຫ້ນັກທ່ອງທ່ຽວຕ້ອງເໝົາລົດໃນເມືອງນີ້ເທົ່ານັ້ນ ລົດຈາກເມືອງອື່ນສາມາດພານັກທ່ອງທ່ຽວໄປໄດ້ສະເພາະເສັ້ນທາງຫຼັກ (National High Way) ຫາກຝ່າຝືນຕ້ອງຖືກປັບໃໝ. ສະນັ້ນ ໂຊເຟີລົດຂອງພວກເຮົາຈຶ່ງນອນຫົວຫົດຢູ່ໃນໂຮງແຮມ ເພາະຄວາມໜາວ. ຕອນນີ້ເວລາຫ້າໂມງເຄິ່ງ ພວກເຮົາພາກັນຟ້າວຍັດຕົນເອງເຂົ້າໄປໃນລົດຕູ້ນ້ອຍໆຄັນໜຶ່ງ ເບິ່ງຈັ່ງໃດ໋ກໍບໍ່ຄືລົດຕູ້ ຄ້າຍຄືລົດຕຸ໊ກຕຸກບ້ານເຮົານີ້ແຫຼະ ຕ່າງແຕ່ມີປະຕູປິດເທົ່ານັ້ນເອງ ມີເບາະຢູ່ສາມຈຸດຄື ເບາະໜ້າສຸດ ອາຈານນັ່ງກັບຄົນຂັບ ເບາະຖັດມາເປັນເບາະທີ່ປິ່ນໜ້າກັບຫຼັງ (ນັ່ງແລ້ວຮູ້ວິງວຽນຄ້າຍຈະເປັນລົມ) ເບາະສຸດທ້າຍຄືເບາະຫຼັງສຸດ ແຕ່ລະເບາະນັ່ງໄດ້ສອງຄົນແບບບຽດໆ ເມື່ອຍັດຕົວໄປຮຽບຮ້ອຍໂຊເຟີປິດປະຕູ ປັ໋ງ! ໂອ້! ມາຍກ໊ອດ ຂ້ອຍຖົກຂາເກືອບບໍ່ທັນ (ສຽງດັງທີ່ຢູ່ແຖວທໍາອິດເກີດຈາກການປິດປະຕູນີ້ແຫຼະ)

ພວກເຮົາມຸ່ງໜ້າໄປສູ່ໝູ່ບ້ານຊື່ວ່າ ກາຣ໌ເຊກ້າຣ໌ (Karchey Khar) ອັນເປັນສະຖານທີ່ຕັ້ງຂອງພຣະສີອະຣິຍະເມດໄຕຣ ສອງຂ້າງທາງໂອບລ້ອມໄປດ້ວຍສາຍພູ ຝັ່ງຊ້າຍເປັນພູຫົວໂລ້ນ ຝັ່ງຂວາມີຕົ້ນໄມ້ຂຶ້ນເປັນບາງຍ່ານ ໜ້າຈະເປັນບ່ອນເຮັດການເພາະປູກຂອງປະຊາຊົນເປັນສ່ວນຫຼາຍ ເຄິ່ງກາງລະຫວ່າງສອງຝາກຄືແມ່ນ້ຳທີ່ເປັນເສັ້ນເລືອດຄອຍຫຼໍ່ລ້ຽງຜູ້ຄົນທີ່ອາໄສຢູ່ໃນແຖບນີ້ ເບິ່ງອອກໄປຂ້າງໜ້າໄກໆເຫັນຈອມພູທີ່ປົກຄຸມດ້ວຍຫິມະ ພວກເຮົາໃຊ້ເວລາປະມານໜຶ່ງຊົ່ວໂມງກໍມາຮອດບ້ານກາຣ໌ເຊກ້າຣ໌ ພໍແຕ່ກ້າວຂາລົງຈາກລົດເທົ່ານັ້ນແຫຼະ ຄວາມເຢັນຍະເຍືອກກໍເຂົ້າມາປະທະໃບໜ້າ ລາມໄປເຖິງແຂນຂາແລະທຸກສ່ວນຂອງຮ່າງກາຍ ອຸນຫະພູມຕອນນີ້ປະມານລົບຫ້າອົງສາ ພວກເຮົາພາກັນອູ້ມກ້ອງຖ່າຍຮູບແລະວິດີໂອ ແລ່ນ (ນ້ອຍ) ຕາມຫຼັງພຣະອາຈານລົງໄປຫາພຣະພຸດທະຮູບເຊິ່ງຫ່າງອອກໄປອີກປະມານຮ້ອຍກວ່າແມັດ ເລາະລຽບຕາມຄອງນໍ້າໄປເລື້ອຍໆ ຈົນໃນທີ່ສຸດກໍໄດ້ຂ້າມຄອງນໍ້າ ແລ້ວຫັນຫຼັງກັບມາ ໂອ່..ມາຍບຸດດາ ຕັ້ງຢູ່ນີ້ນີ້ເອງ.

ພຣະພຸດທະຮູບອົງນີ້ຖືກແກະສະລັກໄວ້ທີ່ໜ້າຜາ ມີຄວາມສູງປະມານແປດແມັດເຄິ່ງ ເປັນພຣະພຸດທະຮູບຊົງເຄື່ອງປະດັບປະດາໄປດ້ວຍສາຍຄໍ ສາຍແຂນ ຕຸ້ມຫູ ແລະ ສາຍແອວ ພຣະສຽນ (ຫົວ) ໃສ່ໝວກທີ່ປະດັບລວດລາຍເໝືອນໝວກພຣະຖັງຊຳຈັ໋ງໃນຊີຣີ່ໄຊອິ໋ວ ມືຊ້າຍຖືໝໍ້ນໍ້າ ມືຂວາຍົກຂຶ້ນພຽງໜ້າເອິກເປັນສັນຍາລັກແຫ່ງການໃຫ້ພອນ ດ້ານຂວາມືຂອງພຸດທະຮູບມີທຸງມົນຕຣາທິເບດເນັ່ງເປັນສາຍລະໂຍງລະຍາງເຫັນແລ້ວຮູ້ສຶກເຖິງຄວາມເຂັ້ມຂັງ ແລະ ສັກສິດ. ດ້ານໜ້າພຣະພຸດທະຮູບໄກອອກໄປມີສາຍນໍ້າທີ່ໄຫຼຄົດຄຽວໄປຕາມລ້ອງຫີນ ມີທົ່ງຫຍ້າຂຽວຊະອຸ່ມ ແລະ ມີພູເຂົາທີ່ປົກຄຸມໄປດ້ວຍຫິມະຍາວຢຽດສຸດລູກຫູລູກຕາ. ທ່າມກາງທໍາມະຊາດທີ່ສວຍງາມຜະສົມຜະສານກັບມົນຂັງແຫ່ງອາຣະຍະທັມທີ່ເກົ່າແກ່ ການໄດ້ມາຢືນຢູ່ທ່າມກາງຂອງສິ່ງເຫຼົ່ານີ້ ຮູ້ສຶກວ່າຕົນເອງຕົວລີບລົງທັນທີ ເບື້ອງໜ້າເປັນພຸດທະຮູບທີ່ຍິ່ງໃຫຍ່ອະລັງການເຊິ່ງເກີດຈາກສີມືຂອງມະນຸດ ດ້ານຫຼັງເປັນພູເຂົາໂອບອ້ອມເຊິ່ງເປັນສີມືຂອງທໍາມະຊາດ.

ເວົ້າເຖິງເລື່ອງນີ້ເຮັດໃຫ້ນຶກເຖິງການເກີດຂຶ້ນຂອງສາສະໜາແນວເທວະນິຍົມ (ສາສະໜາທີ່ບູຊາພຣະເຈົ້າ) ໃນຍຸກເລີ່ມຕົ້ນມະນຸດອາໄສຢູ່ຕາມຖ້ຳຕາມປ່າ ເມື່ອເກີດຟ້າຮ້ອງ ຟ້າຜ່າ ແຜ່ນດິນໄຫວ ແລະ ພູເຂົາໄຟລະເບີດ ກໍເຮັດໃຫ້ເຮົາເກີດຄວາມຢ້ານກົວຕໍ່ປາກົດການເຫຼົ່ານີ້ ເມື່ອເກີດຂຶ້ນເລື້ອຍໆ ກໍຍິ່ງເພີ່ມຄວາມຢ້ານກົວແກ່ມະນຸດຫຼາຍຂຶ້ນ ພວກເຮົາຈຶ່ງເຊື່ອວ່າເບື້ອງຫຼັງຂອງປາກົດການເຫຼົ່ານີ້ຕ້ອງມີສິ່ງຫຼືຜູ້ມີອຳນາດເປັນຜູ້ບັນດານແນ່ນອນ ສະນັ້ນ ຈຶ່ງຄິດຫາວິທີແກ້ໄຂດ້ວຍການເອົາອົກເອົາໃຈທຳມະຊາດມີການເຊັ່ນໄຫວ້ ສັກກາຣະບູຊາ ອ້ອນວອນເປັນຕົ້ນ ເພື່ອໃຫ້ສິ່ງມີອຳນາດນັ້ນພໍໃຈ ການເຮັດແບບນີ້ບາງຄັ້ງກໍໄດ້ຜົນ ບາງຄັ້ງກໍໄຮ້ຜົນ ຖ້າບູຊາແລ້ວໄດ້ຜົນກໍຖືວ່າເປັນການບູຊາທີ່ຖືກຕ້ອງ ຖ້າໄຮ້ຜົນກໍຖືວ່າຜິດວິທີ ດ້ວຍເຫດນີ້ ເຮົາຈຶ່ງມີພິທີກັມຕ່າງໆ ຈາກພິທີກັມເຫຼົ່ານັ້ນຈຶ່ງກາຍມາເປັນສາສະໜາໃນທີ່ສຸດ. ຄົນທີ່ອາໄສຢູ່ໃນແຖບນີ້ ພວກເຂົາຢູ່ຮ່ວມກັບທຳມະຊາດຢ່າງໃກ້ຊິດ ຈະວ່າໂຫດຮ້າຍກໍໜ້າຈະພໍເວົ້າໄດ້ ຂະໜາດພວກເຮົາມາຊ່ວງລະດູຮ້ອນ (ເດືອນມິຖຸນາ) ອາກາດຍັງໜາວເຖິງພຽງນີ້ ມິຕ້ອງກ່າວໃຍໄປເຖິງລະດູໜາວອຸນຫະພູມຕິດລົບຊາວເຖິງສາມສິບອົງສາ ພູມິປະເທດກໍເຕັມໄປດ້ວຍຜູ້ຜາທີ່ສູງໃຫຍ່ ເບິ່ງແລ້ວໜ້າເກງຂາມ ມະນຸດຕົວນ້ອຍໆຈະອາດຫານໄປທຽບກັບທຳມະຊາດເຫຼົ່ານີ້ໄດ້ແນວໃດ ສະນັ້ນ ສິ່ງໜຶ່ງທີ່ເປັນເຄື່ອງຫຼໍ່ລ້ຽງຈິດວິນຍານຂອງພວກເຂົາກໍຄື ຄວາມເຊື່ອທາງສາສະໜາ ເຊິ່ງເປັນທີ່ເພິ່ງທາງໃຈສຳຄັນຍິ່ງ ເມື່ອເກີດປາກົດການທາງທຳມະຊາດແບບດັ່ງກ່າວຜູ້ຄົນຕ່າງກໍຫັນໜ້າເຂົ້າຫາຄວາມເຊື່ອທາງສາສະໜາ ອາດຈະເປັນພຣະເຈົ້າ ເທບເທວາ ເຈົ້າແມ່ ຫຼັກທັມ ຫຼື ສິ່ງອື່ນໆ ຕາມຄວາມເຊື່ອຂອງຕົນເອງ.

ຜູ້ຂຽນເຊື່ອວ່າ ພຣະສີອະຣິຍະເມດໄຕຣທີ່ຕັ້ງຢູ່ເບື້ອງຂອງພວກເຮົາໃນຕອນນີ້ກໍເປັນໜຶ່ງໃນຜົນງານທີ່ເກີດຈາກຄວາມຕ້ອງການທີ່ເພິ່ງທາງໃຈຂອງຊາວພຸດໃນຍຸກນັ້ນ ເຊິ່ງສ້າງຂຶ້ນໃນຊ່ວງຣາຊະວົງກຸສານະ ປະມານ ພ.ສ 500-700 (ກ່ອນ ຄ.ສ 1) ຣາຊະວົງນີ້ເປັນຣາຊະວົງທີ່ມີເຊື້ອສາຍມາຈາກຊົນເຜົ່າມົງໂກ ເດີມທີອາໄສຢູ່ແຖບອາຊີກາງ ຕໍ່ມາຖືກຊາວຮັ່ນຮຸກຮານຈຶ່ງອົບພະຍົບມາຄອບຄອງດິນແດນໃນອິນເດຍທາງຕາເວັນຕົກສ່ຽງເໜືອ ແລ້ວແຜ່ອານາເຂດອອກໄປຈົນກາຍເປັນອານາຈັກທີ່ຍິ່ງໃຫຍ່ ເບື້ອງຕົ້ນຕັ້ງເມືອງຫຼວງຢູ່ທີ່ເປຊະວາ (ປາກີສະຖານໃນປັດຈຸບັນ) ຕໍ່ມາຈຶ່ງຍ້າຍລົງມາຕັ້ງຢູ່ເມືອງມະຖຸຣາ (ຫ່າງຈາກກຸງນິວເດລີລົງໄປປະມານ 137 ກມ).

ຫາກທ່ານໃດສົນໃຈສິລະປະໜ້າຈະເຄີຍໄດ້ຍິນຄໍາວ່າ ສິລະປະແບບມະຖຸຣາ ເຊິ່ງເປັນໜຶ່ງໃນຍຸກສະໄໝສິລະປະຂອງອິນເດຍທີ່ມີຄວາມສວຍງາມ ແລະ ມີເອກະລັກສະເພາະຕົນ (ຮູບແບບສິລະປະອິນເດຍແບ່ງອອກເປັນ 5 ຍຸກຄື ແບບສານຈີ, ແບບຄັນທາຣະ, ແບບມະຖຸຣາ, ແບບອະມະຣາວະດີ ແລະ ແບບຄຸບຕະ) ກະສັດທີ່ມີຊື່ສຽງ ແລະ ຍິ່ງໃຫຍ່ທີ່ສຸດອົງໜຶ່ງຂອງອິນເດຍກໍຢູ່ໃນຣາຊະວົງກຸສານະນີ້ເອງ ພຣະອົງມີນາມວ່າ ພຣະເຈົ້າກະນິດສະກະມະຫາຣາດ ຊົງມີສັດທາໃນພຣະພຸດທະສາສະໜາຢ່າງແຮງກ້າ ສ້າງວັດວາອາຮາມ ແລະ ສະຖູບເປັນຈໍານວນຫຼາຍ ຊົງທໍານຸບໍາລຸງພຸດທະສາສະໜາເປັນຢ່າງດີ ທັງເປັນອົງອຸປະຖໍາການສັງຄາຍະນາຄັ້ງທີສີ່ຂອງຝ່າຍມະຫາຍານ. ຈາກນັ້ນ ກໍໄດ້ສົ່ງສະມະນະທູດອອກໄປປະກາດພຣະພຸດທະສາສະໜາໃນອາຊີກາງ ເຮັດໃຫ້ພຸດທະສາສະໜາຝ່າຍມະຫາຍານແຜ່ກວ້າງອອກໄປຍັງປະເທດຈີນ ເກົາຫຼີ ຍີ່ປຸ່ນ ແລະ ມົງໂກເລຍ ຈົນຮອດທຸກວັນນີ້. ຣາຊະວົງນີ້ເດີນທາງມາໄດ້ປະມານ 200 ປີກວ່າໆ ກໍເລີ່ມເສື່ອມອໍານາດລົງຈົນໃນທີ່ສຸດກໍສູນສິ້ນຣາຊະວົງ ເມື່ອ ປີ ພ.ສ 700 ເຫຼືອໄວ້ພຽງຮ່ອງຮອຍ ແລະ ບູຮານສະຖານໃຫ້ຄົນຮຸ່ນຫຼັງໄດ້ສຶກສາວ່າຄັ້ງໜຶ່ງດິນແດນແຖບນີ້ເຄີຍຈະເລີນຮຸ່ງເຮືອງພຽງໃດ.

ພຣະພຸດທະຮູບແກະສະລັກທີ່ພວກເຮົາກໍາລັງຂາບໄຫວ້ຢູ່ຕອນນີ້ ກໍເປັນໜຶ່ງໃນຮ່ອງຮອຍທີ່ຜູ້ຄົນໃນຍຸກນັ້ນໄດ້ປະໄວ້ໃຫ້. ພວກເຂົາໃຊ້ເວລາປະມານສອງຮ້ອຍປີໃນການກໍ່ສ້າງເອກະລັກ ແລະ ວັດທະນະທໍາຂອງຕົນເອງຂຶ້ນ ຈົນຈະເລີນຮຸ່ງເຮືອງເຖິງຂັ້ນໃດຂັ້ນໜຶ່ງ ແລະແລ້ວເມື່ອຄວາມເສື່ອມຖອຍມາເຖິງກໍຕ້ອງປ່ອຍໄປຕາມເລື່ອງລາວ ພຸດທະສາສະໜາສອນວ່າ ການທີ່ສິ່ງໃດສິ່ງໜຶ່ງຈະເລີນຂຶ້ນຫຼືເສື່ອມລົງນັ້ນ ສ່ວນໜຶ່ງເປັນເພາະພຶດຕິກໍາຂອງມະນຸດ ເຮົາຈະສັງເກດເຫັນຈາກພັດທະນາການຂອງສັງຄົມ ເມື່ອໃດທີ່ມະນຸດມີຄວາມເຂັ້ມແຂງ ມີຄວາມພຽນ ໃຝ່ໃຈໃນການຮຽນຮູ້ ແລະ ມີແນວຄິດສ້າງສັນ ສັງຄົມໃນເມື່ອນັ້ນກໍຈະເລີນຮຸ່ງເຮືອງ ແຕ່ເມື່ອໃດຫາກມະນຸດມີພຶດຕິກໍາໃນທາງກົງກັນຂ້າມ ແລະ ຫຼົງມົວເມົາໃນການເສບບໍລິໂພກ ເມື່ອນັ້ນສັງຄົມກໍເສື່ອມລົງ[1] ອານາຈັກທີ່ຍິ່ງໃຫຍ່ຂອງຣາຊະວົງກຸສານະທີ່ເສື່ອມຖອຍລົງໄປນັ້ນ ສ່ວນໜຶ່ງອາດເປັນເພາະພຶດຕິກໍາຂອງຄົນໃນຍຸກນັ້ນກໍເປັນໄດ້. ແຕ່ກໍຢ່າງວ່າລະເນາະ ເໝືອນທີ່ພຣະເພິ່ນວ່າ ຍົດ ຊັບ ອໍານາດ ລ້ວນເປັນສິ່ງຫອມຫວານ ຜູ້ຄົນຕ່າງກໍພະຍາຍາມໄຂວ່ຄວ້າຫາມັນມາຄອບຄອງ ເມື່ອໄດ້ຄອບຄອງສົມດັ່ງໃຈແລ້ວ ສິ່ງເຫຼົ່ານີ້ (ຍົດ ຊັບ ອໍານາດ) ບາງທີ ກໍເຮັດໃຫ້ຄົນຍິ່ງໃຫຍ່ໄດ້ ແຕ່ບາງທີກໍທໍາລາຍຄົນບາງຄົນໃຫ້ຕ້ອຍຕໍ່າຈົນຈົມດິນ ເພາະເມື່ອເຂົາໄດ້ມັນມາແລ້ວກໍຫຼົງໄຫຼຈົນລືມເຫັນຫົວຄົນອື່ນ ບາງຄົນອາດຈະມອງເຫັນຄົນອື່ນເປັນຂ້ອຍຂ້າມ້າໃຊ້ໂດຍບໍ່ຄຳນຶງເຖິງຄວາມຮູ້ສຶກ ແລະ ລືມຄວາມເປັນຄົນຂອງຜູ້ອື່ນເລີຍກໍເປັນໄດ້. ພຶດຕິກໍາເຫຼົ່ານີ້ຫາກດໍາເນີນໄປດົນເຂົ້າ ຜູ້ຂຽນເຊື່ອວ່າ ວັນໜຶ່ງສັງຄົມຈະມີວິທີໃນການຈັດການຕົວມັນເອງ.

ຄວາມຈິງແລ້ວ ຄວາມຈະເລີນ ແລະ ຄວາມເສື່ອມລ້ວນເປັນເລື່ອງທໍາມະດາຂອງໂລກ ບໍ່ວ່າຈະເປັນສິ່ງຕ່າງໆ ຫຼື ຕົວເຮົາເອງ ຄົນດີ ຄົນຊົ່ວ ມິດສະຫາຍ ຍາດພີ່ນ້ອງ ຫຼື ແມ້ກະທັ່ງສັດຕູ ວັນໜຶ່ງກໍຕ້ອງຖິ້ມຮ່ອງຮອຍບາງຢ່າງໄວ້ໃນໂລກ ແຕ່ສິ່ງສໍາຄັນຄືຮ່ອງຮອຍຂອງເຮົາທີ່ວ່ານັ້ນຄືສິ່ງໃດຕ່າງຫາກ. ຫາກຄິດເຊັ່ນນີ້ແລ້ວ ບໍ່ຮູ້ວ່າຊາວໂລກຈະຕໍ່ສູ້ ຍາດແຍ່ງ ຊິງດີ ຊິງເດັ່ນກັນໄປເພື່ອຫຍັງ ເພາະທ້າຍທີ່ສຸດແລ້ວພວກເຮົາຕ່າງກໍມຸ່ງໜ້າໄປສູ່ຄວາມສິ້ນສະຫຼາຍກັນທັງນັ້ນ.

ສິ້ນສຸດສຽງກ້ອງ..ຊ໋ອດສຸດທ້າຍ

ຄະນະພວກເຮົາພາກັນຍັດຕົວເຂົ້າໄປໃນລົດຄັນເດີມ ເພື່ອກັບເຂົ້າໄປເມືອງກາຣ໌ກິລອີກຄັ້ງ ຕົວເມືອງໃນຍາມນີ້ຜູ້ຄົນຂວັກໄຂວ່ໄປມາ ພໍ່ຄ້າກຳລັງຮຽກເອີ້ນໃຫ້ຄົນເຂົ້າຮ້ານ ນັກຮຽນກຳລັງຍ່າງໄປໂຮງຮຽນ ບາງຄົນກຳລັງຫາຊື້ອາຫານເຊົ້າ ໃນຂະນະທີ່ພວກເຮົາກໍາລັງຈະອອກເດີນທາງ ປ່ອຍໃຫ້ພຣະພຸດທະຮູບ ພູເຂົາຫິມະ ທຸງມົນຕຣາທີ່ສັກສິດ ແລະ ບັນຍາກາດໃນເມືອງກາຣ໌ກິລໄວ້ຂ້າງຫຼັງ ເກັບຄວາມຊົງຈຳໃສ່ກະເປົ໋າ ມຸ່ງໜ້າໄປສູ່ເລຫ໌ລາດັກຕໍ່ໄປ.

ວັດພຣະຂາວພັນນາຣາມ

ຕົ້ນລະດູໜາວ

16 ມັງກອນ 2024


[1] ສົມເດັດພຸດທະໂຄສາຈານ (ປ.ອ.ປະຍຸດໂຕ), ຈາຣິກບຸນ ຈາລຶກທັມ, (ກຸງເທບ ຯ: ສໍານັກພິມຜະລິທັມ, 2561), ໜ້າ 375.

]]>
ບາງຄຳຖາມຜ່ານເຂົ້າມາເພື່ອບອກກັບເຮົາວ່າ https://dekwatlaos.com/blog-daily/life-style/banh-khamtham-phan-khao-ma-pheu-bork-kup-hao-va/1846/ Sun, 15 Oct 2023 15:47:09 +0000 https://dekwatlaos.com/?p=1846 ໂດຍ: ຄວັນສີເທົາ

ຫຼາຍຄັ້ງທີ່ເຮົານຳຕົນເອງອອກໄປຜະເຊີນກັບສະຖານທີ່ແປກໃໝ່ ຜູ້ຄົນທີ່ແປກໜ້າ ແລະສະພາບແວດລ້ອມທີ່ເຮົາບໍ່ຄຸ້ນເຄີຍ ຊີວິດກໍມັກໂຍນແງ່ຄິດບາງຢ່າງມາໃຫ້ໂດຍທີ່ເຮົາບໍ່ທັນໄດ້ຕັ້ງຕົວ ບາງຄັ້ງແງ່ຄິດທີ່ວ່ານັ້ນຄືຈຸດເລີ່ມຕົ້ນຂອງການດຳເນີນຊີວິດໃນແບບທີ່ເຮົາຕ້ອງການ ມີໃຜເຄີຍເປັນບໍ່ ໃນລະຫວ່າງການເດີນທາງໄປສະຖານທີ່ໃດໜຶ່ງ ມັກຈະມີແນວຄິດບາງຢ່າງແລ່ນເຂົ້າມາໃນຫົວ ທັງໆທີ່ເຮົາກໍບໍ່ຄ່ອຍໄດ້ຄິດເຖິງເລື່ອງນັ້ນມາກ່ອນ ເຫດການແບບນີ້ເກີດຂຶ້ນກັບຜູ້ຂຽນ ໃນຂະນະທີ່ລົດກຳລັງແລ່ນອອກຈາກເມືອງສີນາກາຣ໌ມຸ່ງໜ້າໄປສູ່ເມືອງກາຣ໌ກິລ ທາງພາກເໜືອຂອງປະເທດອິນເດຍ

ເໝືອນກັບວ່າບ້ານເຮືອນຄ່ອຍໆໄຫຼຜ່ານພວກເຮົາໄປເທື່ອລະຫຼັງສອງຫຼັງ ສາມ ສີ່ ຫ້າ ຈົນຕອນນີ້ນັບບໍ່ຖ້ວນເລີຍວ່າຜ່ານໄປຈຳນວນເທົ່າໃດແລ້ວ ຜູ້ຄົນທີ່ຍ່າງຕາມຖະໜົນກໍໄຫຼຜ່ານພວກເຮົາໄປ ຄົນແລ້ວຄົນເຫຼົ່າ “ໂອ້! ພໍ່ໃຫຍ່ນີ້ບໍ່ມີແຂນ” ໜຶ່ງໃນຄະນະພວກເຮົາອຸທານຂຶ້ນ. ອີກຄົນຕອບກັບໄປທັນຄວັນວ່າ “ບໍ່ແມ່ນ, ເຂົາໜາວຊື່ໆ” ດ້ວຍສະພາບອາກາດທີ່ເໜັບໜາວຜູ້ຄົນເຂດນີ້ຈຶ່ງຕ້ອງໃສ່ເສື້ອແຂນຍາວແທບຕະຫຼອດເວລາ ບາງຄົນເຫັນແຕ່ແຂນເສື້ອຫ້ອຍຕ່ອງແຕ່ງແກວ່ງໄປແກວ່ງມາ ສ່ວນແຂນຄົນເຊື່ອງໄວ້ດ້ານໃນເພື່ອກອດຄວາມອົບອຸ່ນໄວ້ໃຫ້ຮ່າງກາຍໄດ້ໃຊ້ງານ ທ່າມກາງໝອກຈາກທຳມະຊາດ ແລະຄວັນລົດຈາກທໍ່ໄອເສຍ ພວກເຮົາເຄື່ອນຕົວອອກຈາກຕົວເມືອງໄປເລື້ອຍໆຈົນຮອດຈຸດໜຶ່ງ ໂຊເຟີຈຶ່ງຈອດລົດຢູ່ຕໍ່ໜ້າຜູ້ຊາຍສອງສາມຄົນທີ່ກຳລັງໂບກໄມ້ໂບກມືຢູ່ກາງຖະໜົນ ເໝືອນຈະເປັນເຈົ້າໜ້າທີ່ ແຕ່ທ່າທາງຄິດວ່າຄ້າຍຄືເຈົ້າພໍ່ຫຼາຍກວ່າ ຄົນໜຶ່ງປາກຍັງຄາບກອກຢາ ພົ່ນຄວັນອອກເປັນໄລຍະໆ ໜວດເຄົາດຳທະມຶນທຶນ ມືໜຶ່ງຈັບເງິນ ຍ່າງມຸ່ງຕົງມາທີ່ລົດຂອງພວກເຮົາ ໂຊເຟີຈຶ່ງເລື່ອນແກ້ວລົດລົງພ້ອມກັບຍື່ນເງິນໃຫ້ ຄິດວ່າໜ້າຈະເປັນຄ່າຜ່ານທາງ ແລ້ວໂຊເຟີຂອງພວກເຮົາກໍຢື້ມືໄປຈັບເອົາກອກຢາທີ່ຊາຍຄົນນັ້ນຄາບຢູ່ເຊິ່ງເຫຼືອປະມານໜຶ່ງຂໍ້ມື ແລ້ວເອົາມາຮີດຕໍ່ໃນລົດ ຂ້ອຍຮູ້ສຶກຕົກໃຈເລັກໜ້ອຍຈົນອຸທານຂຶ້ນໃນໃຈວ່າ “ພໍ່ໃຫຍ່!…ເຈົ້າຄືເຮັດແນວນັ້ນ! ເກີດລາວຢາກຮ້າຍຂຶ້ນມາ ແລ້ວພາໝູ່ອີກສອງຄົນມາກະທືບພຣະໄສ້ແຕກ ເຈົ້າຊິເຮັດໃດ” ລາວເຮັດໜ້າເໝືອນກັບວ່າ “ມັນເປັນເລື່ອງປົກກະຕິ ຄູບາ ຢ່າໄປຊີຣຽດກັບຊີວິດ”  

ເມື່ອຜ່ານດ່ານມາແລ້ວ ພວກເຮົາກໍທະລຸເຖິງທົ່ງພຽງທີ່ໂອບລ້ອມດ້ວຍພູເຂົາທັງສອງຂ້າງ ເທິງພູແຕ່ລະໜ່ວຍປົກຄຸມໄປດ້ວຍຫິມະ ແລະອາຍໝອກ ບາງບ່ອນເສັ້ນທາງເລາະລຽບໄປຕາມແຄມພູທີ່ເຕັມໄປດ້ວຍຕົ້ນໄມ້ນານາຊະນິດ ໃນຂະນະທີ່ອີກຝັ່ງເປັນຫ້ວຍນ້ຳແລະໂຂດຫີນ ໄຫຼເປັນສາຍຍາວຄົດໂຄ້ງໄປຕາມໜ່ວຍພູ ຕອນນີ້ ຫົນທາງເລີ່ມຄ້ອຍຊັນຂຶ້ນເລື້ອຍໆ ການນັ່ງລົດຊົມທິວທັດພູມິປະເທດແບບນີ້ໃຫ້ອາລົມຄ້າຍກັບວ່າ ກຳລັງທ່ອງທ່ຽວຢູ່ໃນປະເທດແຖບສະແກນດິເນເວຍທີ່ຢູ່ທາງພາກເໜືອຂອງເອີຣົບ ແຕ່ດ໋ຽວ!..ເຍ້ໂຕຊິດຕີ້ ຮຳນາຮີ ໂຕເຣງເກ້…ໂຕເຣງເກ້ ເພງອິຫຍັງຂອງເຈົ້າ ພໍ່ໃຫຍ່!

ພວກເຮົາຜ່ານພູເຂົາມາຈັກໜ່ວຍບໍ່ຮູ້ ຮູ້ພຽງວ່າຕອນນີ້ລົດຕິດ ຕິດ ແລະຕິດ ຍາວເປັນສອງສາມກິໂລ ເກີດມາຫາກໍເຄີຍເຫັນລົດຕິດເທິງພູເຂົາທີ່ອ້ອມຮອບດ້ວຍຫິມະ ຫຼຽວອອກໄປດ້ານນອກເຫັນແຕ່ໂຊເຟີລົດຄັນອື່ນໆພາກັນນັ່ງດຶກກ້ອນຫີນຫຼິ້ນແກ້ເຊັງ ພວກເຮົາຢູ່ໃນລົດຮູ້ສຶກເຊັງໆ ກໍເລີຍພາກັນຍ່າງອອກມາ ຢຽດແຂ່ງຢຽດແຂນ ບິດຕົນບິດໂຕ ຂັບໄລ່ຄວາມຂີ້ຄ້ານອອກໄປແລ້ວຖ່າຍຮູບກັນຄົນລະທ່າສອງທ່າ. ໜ່ອຍໜຶ່ງໂຊເຟີຮ້ອງມາໃສ່ come on ຂຶ້ນລົດໄວໆ ພໍແຕ່ສິ້ນສຽງການປິດປະຕູດັງ ປັງ! ລາວກໍຟ້າວຢຽບຄັນເລັ່ງແຊງຄັນອື່ນໆປະມານສິບກວ່າຄັນ ແຕ່ເຄື່ອນມາໄດ້ບໍ່ພໍສາມສີ່ຮ້ອຍແມັດ ກໍມາຕິດແງັກຢູ່ທາງໜ້າຄືເກົ່າ ອິຫຍັງວ່ະ?

ເວົ້າເຖິງເລື່ອງນີ້ນຶກເຖິງເລື່ອງລາວຂອງຜູ້ຊາຍຄົນໜຶ່ງທີ່ປະສົບຊະຕາກຳຄືພວກເຮົານີ້ແຫຼະ ລາວມີຊື່ວ່າ ຈອຫ໌ນລາວເປັນຄົນທີ່ຈິງຈັງກັບຊີວິດຕັ້ງແຕ່ນ້ອຍ ຕັ້ງໃຈຮຽນໜັງສືຈົນຈົບປະລິນຍາ ແລະໄດ້ເຮັດວຽກໃນບໍລິສັດແຫ່ງໜຶ່ງສົມຄວາມປາຖະໜາ ເພາະເປັນຄົນຂະຫຍັນຂັນແຂງຈຶ່ງໄດ້ຮັບຄວາມໄວ້ວາງໃຈໃຫ້ຕຳແໜ່ງທີ່ສູງຂຶ້ນຕາມລຳດັບ ຕຳແໜ່ງທີ່ສູງຂຶ້ນກໍມາພ້ອມກັບຄວາມຮັບຜິດຊອບທີ່ຫຼາຍຂຶ້ນ ບໍ່ວ່າຈະຂະຫຍັນພຽງໃດກໍຕາມ ຄົນເຮົາກໍມີມື້ເມື່ອຍແລະຂີ້ຄ້ານໄດ້ເຊັ່ນກັນລາວຮູ້ສຶກເມື່ອຍລ້າກັບຊີວິດທີ່ຊ້ຳຊາກວົນລູ໊ບບໍ່ຮູ້ວ່າຈະໄປຈົບສິ້ນຍາມໃດ. ຕື່ນຂຶ້ນມາຍາມເຊົ້າກິນເຂົ້າແລ້ວກໍອອກໄປເຮັດງານ ນັ່ງຢູ່ໃນຫ້ອງສີ່ຫຼ່ຽມເປັນເວລາສິບເຖິງສິບສອງຊົ່ວໂມງຕໍ່ວັນ ເລີກງານແລ້ວກໍຂັບລົດຝ່າຈະລາຈອນທີ່ແສນວຸ້ນວາຍມີທັງຝຸ່ນຄວັນ ແລະລົດຕິດ ກວ່າຈະຮອດເຮືອນກໍມືດພໍດີ ກິນເຂົ້າແລງແລ້ວກໍຟ້າວພັກຜ່ອນເອົາແຮງ ເພື່ອທີ່ຈະຕື່ນຂຶ້ນມາ ແລ້ວອອກໄປເຮັດງານຄືເກົ່າ ວົນວຽນຢູ່ແບບນີ້.

ສະພາວະແບບນີ້ເກີດຂຶ້ນມາຈາກໃສ?

ນັກປັດຊະຍາທີ່ຊື່ວ່າ ຄາຣ໌ລ ມາຣ໌ກ ເອີ້ນສະພາວະແບບນີ້ວ່າ ຄວາມແປກແຍກ (Alienation) ເປັນພາວະທີ່ມະນຸດແຍກອອກຫ່າງຈາກຄວາມເປັນທຳມະຊາດຂອງສິ່ງທັງປວງທີ່ມີຄວາມສຳພັນກັບຊີວິດມະນຸດ ຜົນທີ່ຕາມມາຈາກພາວະແບບນີ້ຄື ເຮົາຖືກຫຼຸດຄຸນຄ່າຂອງຄວາມເປັນມະນຸດລົງ ຮູ້ສຶກວ່າຊີວິດໄຮ້ຄວາມໝາຍ ຫງຸດງິດງ່າຍ ເປັນຕົ້ນ ມາຣ໌ກ ບອກວ່າ ພາວະແບບນີ້ເກີດມາຈາກລະບົບເສດຖະກິດທີ່ເນັ້ນຜົນຜະລິດ ແລ້ວກະຕຸ້ນໃຫ້ເກີດການບໍລິໂພກໃຫ້ຫຼາຍຂຶ້ນ ເຊັ່ນ: ໃນເມື່ອກ່ອນ ເຮົາເຮັດໂຕ໊ະໄດ້ມື້ລະໜຶ່ງໜ່ວຍ ເລີ່ມຕັ້ງແຕ່ການຫາໄມ້ມາເລື່ອຍ ກົບ ວັດແທກສັດສ່ວນ ແລະປະກອບເປັນໂຕ໊ະໜຶ່ງໜ່ວຍ ເມື່ອເຮັດສຳເລັດແລ້ວ ເຮົາຈະຮູ້ສຶກພູມໃຈ ຮູ້ສຶກຜູກພັນກັບໂຕ໊ະໜ່ວຍນີ້ ເພາະເຮົາຮູ້ກະບວນການທັງໝົດຂອງໂຕ໊ະໜ່ວຍນີ້ ຕໍ່ມາດ້ວຍການພັດທະນາທາງການຜະລິດເຮັດໃຫ້ເຮົາເຮັດໂຕ໊ະໄດ້ຫຼາຍຂຶ້ນພາຍໃນເວລາໜຶ່ງມື້ເທົ່າກັນ ແຕ່ກະບວນການຜະລິດປ່ຽນໄປ ຄົນໜຶ່ງເປັນຜູ້ຫາໄມ້ ອີກຄົນເປັນຜູ້ເລື່ອຍ ຄົນອື່ນໆເປັນຜູ້ວັດແທກສັດສ່ວນ ເວົ້າງ່າຍໆວ່າ ແຍກກັນເຮັດ ກະບວນການຜະລິດແບບນີ້ເຮັດໃຫ້ເຮົາຜະລິດສິນຄ້າໄດ້ໄວຂຶ້ນກໍຈິງ ແຕ່ເຮົາຈະບໍ່ຮູ້ສຶກຜູກພັນກັບຜົນຜະລິດທີ່ເກີດຈາກແຮງງານນັ້ນ ເຮົາມີຄວາມຊ່ຽວຊານໃນສ່ວນທີ່ຮັບຜິດຊອບຢູ່ກໍຈິງ ແຕ່ເມື່ອເຮົາເຮັດໄປດົນໆ ຄວາມຊິນຊາ ຫຼືເອີ້ນອີກແບບໜຶ່ງວ່າ ພາວະຕາຍດ້ານ ຈະເກີດຂຶ້ນໃນຈິດໃຈ ຈົນກໍ່ໃຫ້ເກີດຄວາມແປກແຍກ (Alienation) ສ່ວນໜຶ່ງເປັນເພາະເມື່ອຜະລິດແລ້ວ ເຮົາບໍ່ໄດ້ຄອບຄອງ ແຕ່ເປັນນາຍທຶນ ຫຼືເຈົ້າຂອງໂຮງງານເປັນຜູ້ຄອບຄອງແທນ ກາຍເປັນວ່າເຮົາເປັນພຽງຟັນເຟືອງໜຶ່ງຂອງກະບວນຜະລິດເທົ່ານັ້ນ ຫາກເຮົາຕາຍ ນາຍທຶນກໍຫາຟັນເຟືອງຕົວໃໝ່ມາແທນທີ່ ເໝືອນຄຳເວົ້າທີ່ວ່າ ເງິນເດືອນຄືຢາເສບຕິດທີ່ເຈົ້ານາຍມອບໃຫ້ ເພື່ອໃຫ້ເຈົ້າລືມຄວາມຝັນຂອງຕົນເອງ

ສະນັ້ນ ຄາຣ໌ລ ມາຣ໌ກ ຈຶ່ງບອກວ່າ ລະບົບເສດຖະກິດທຶນນິຍົມເຮັດໃຫ້ເກີດຄວາມແປກແຍກ ເຊິ່ງຜົນທີ່ຕາມມາຄື ມະນຸດຮູ້ສຶກວ່າຕົນເອງບໍ່ມີຄຸນຄ່າ ເມື່ອລ້າກັບຊີວິດ ສັງຄົມ ແລະວັດທະນະທຳທີ່ຕົນອາໄສຢູ່ ຜູ້ຊາຍທີ່ຊື່ວ່າ ຈອຫ໌ນ ທີ່ເຮົາກ່າວເຖິງຂ້າງເທິງນັ້ນກຳລັງປະສົບພາວະແບບນີ້ແຫຼະ (ຫຼາຍຄົນໃນສັງຄົມຍຸກໃໝ່ອາດຈະກຳລັງສົບພາວະແບບນີ້ຢູ່ກໍເປັນໄດ້)

ເມື່ອເກີດພາວະເມື່ອລ້າຈາກການເຮັດງານ ຈອຫ໌ນຈຶ່ງຕັ້ງໃຈຈະລາງານໜຶ່ງອາທິດເພື່ອໄປພັກຜ່ອນ “ສາກແບດເຕີຣີ່” ກ່ອນອອກເດີນທາງ ລາວໄດ້ວາງແຜນໄວ້ເປັນຢ່າງດີວ່າຈະໄປສະຖານທີ່ໃດແດ່ ເມື່ອຮອດມື້ຈຶ່ງຂັບລົດອອກໄປຕາມຖະໜົນສາຍຫຼັກຈາກແຂວງໜຶ່ງໄປສູ່ອີກແຂວງໜຶ່ງ ລາວຂັບໄປເລື້ອຍໆຈົນຮອດຈຸດໜຶ່ງແລ້ວພົບວ່າລົດເລີ່ມຕິດຂຶ້ນເລື້ອຍໆ ຍາວຢຽດເປັນສອງສາມກິໂລຈົນໃນທີ່ສຸດລົດທຸກຄັນກໍຢຸດນິ້ງຢູ່ກັບທີ່ເປັນເວລາຫຼາຍຊົ່ວໂມງ ທຸກຄົນບົນທ້ອງຖະໜົນຕ່າງກໍຈົ່ມບຸມບາມໆ ບາງຄົນເຖິງກັບຮ້ອງໂວກເວກໂວຍວາຍ ຈອຫ໌ນອົດບໍ່ໄຫວຈຶ່ງຕັດສິນໃຈລ້ຽວລົດກັບ ຈາກເບື້ອງຕົ້ນວາງແຜນຈະລົງໄປທາງໃຕ້ ຕອນນີ້ ແຜນການນັ້ນລົ້ມເຫຼວໂດຍສິ້ນເຊີງ ລາວຂັບໄປເລື້ອຍໆໂດຍບໍ່ມີຈຸດໝາຍປາຍທາງ ຈາກທີ່ຂັບຢູ່ຖະໜົນສາຍຫຼັກກໍລ້ຽວເຂົ້າຊອກຊອຍເຊິ່ງເປັນຫົນທາງທີ່ລາວບໍ່ຄຸ້ນເຄີຍ ແລະຫ່າງໄກຄວາມຈະເລີນ ບໍ່ຮູ້ວ່າເວລາຜ່ານມານານເທົ່າໃດແລ້ວ ມາຮູ້ເມື່ອຄີງອີກທີກໍພົບວ່າ ຕົນເອງໄດ້ຫຼົງທາງເປັນທີ່ຮຽບຮ້ອຍ

ລາວຮູ້ສຶກປວດແຂ່ງ ປວດຂາ ແລະອິດເມື່ອຍໄປທັງຕົວ ເຂົ້າເມັດໜຶ່ງກໍບໍ່ທັນໄດ້ຕົກເຖິງທ້ອງຕັ້ງແຕ່ເຊົ້າ ຊ້ຳຮ້າຍໄປກວ່ານັ້ນຄື ນ້ຳມັນລົດໃກ້ຈະໝົດລົງເຕັມທີແລ້ວ ຕາເວັນຈາກທີ່ເປັນສີຂາວສ່ອງສະຫວ່າງຍາມບ່າຍກໍຄ່ອຍໆກາຍເປັນສີສົ້ມເຂັ້ມເຊິ່ງເປັນສັນຍານວ່າ ມັນໃກ້ຈະລັບຂອບຟ້າໄປແລ້ວ ແສງໃກ້ຈະໝົດ ຄວາມມືດກຳລັງຄືບຄານເຂົ້າມາ ສັດສາວາສິ່ງກຳລັງກັບຮວງຮັງ ຈອຫ໌ນໄດ້ແຕ່ຂັບລົດໄປເລື້ອຍໆ ຫວັງເປັນຢ່າງຍິ່ງວ່າ ເມື່ອລ້ຽວເຂົ້າຊອຍນີ້ແລ້ວຈະໄດ້ພົບປ້ຳນ້ຳມັນແລະຮ້ານອາຫານ ແຕ່ຄວາມຫວັງຂອງລາວກໍເລືອນລາງແລະມືດມິດເຕັມທີ ເພາະຍິ່ງຂັບໄປເສັ້ນທາງຍິ່ງປ່ຽວ ຕອນນີ້ ນ້ຳມັນຫຼ່ອຍຫຼໍລົງເລື້ອຍໆຈົນເຂັມວັດລະດັບຕົກລົງມາຢູ່ກ້ອງຂີດແດງ ລາວຄິດໃນໃຈຄືນນີ້ຄົງຈະໄດ້ນອນກາງປ່າເປັນແນ່ແທ້ ຕອນນີ້ ເວລາປະມານເກົ້າໂມງແລງ ຫຼຽວໄປທາງໃດກໍມີແຕ່ຄວາມມືດມິດ ໃນຂະນະທີ່ກຳລັງຈະຈອດລົດນັ້ນ ສາຍຕາຂອງລາວບັງເອີນເຫຼືອບໄປເຫັນແສງໄຟວິບວັບໜ້ອຍໜຶ່ງ ລາວຄິດໃນໃຈໜ້າຈະມີບ້ານເຮືອນຄົນຢູ່ແຖວນີ້ ຈຶ່ງມຸ່ງຕົງໄປຫາແສງນັ້ນ ເມື່ອໄປຮອດປາກົດວ່າ ເປັນພຽງແສງຈາກເສົາໄຟຫົນທາງເທົ່ານັ້ນ ແຕ່ລາວກໍຕ້ອງປະຫຼາດໃຈເພາະຫ່າງຈາກນັ້ນບໍ່ໄກມີອາຄານສີຂາວສີ່ຫຼ່ຽມຫຼັງໜຶ່ງຕັ້ງຢູ່ຢ່າງໂດດດ່ຽວ ລາວຈຶ່ງຟ້າວລ້ຽວລົດເຂົ້າໄປຈອດຢູ່ໜ້າອາຄານທັນທີ ເທິງອາຄານມີປ້າຍທີ່ເຮັດຈາກຫຼອດໄຟນີອອນຂຽນໄວ້ວ່າ “The why are you here café” ຄາເຟ່ສຳລັບຄົນຫຼົງທາງ.

ເມື່ອກ້າວຂາເຂົ້າໄປໃນຮ້ານ ລາວກໍແປກໃຈອີກຄັ້ງເພາະມີລູກຄ້ານັ່ງຢູ່ໃນນັ້ນແລ້ວສອງສາມຄົນ ລາວຄິດວ່າພວກເຂົາກໍໜ້າຈະຫຼົງທາງມາເຊັ່ນດຽວກັນ ເພາະຕະຫຼອດເສັ້ນທາງທີ່ຜ່ານມາບໍ່ເຫັນມີລົດແຊງໜ້າມາຈັກຄັນເລີຍ ດ້ວຍຄວາມຫິວລາວຈຶ່ງຍົກມືຂໍເມນູຈາກພະນັກງານເສີຣ໌ບ ແລ້ວສັ່ງອາຫານສາມສີ່ຢ່າງ ແລະແລ້ວຄວາມປະຫຼາດໃຈກໍເກີດຂຶ້ນກັບລາວອີກຄັ້ງເມື່ອເປີດເບິ່ງດ້ານຫຼັງເມນູມີຄຳຖາມປາກົດຢູ່ໃນນັ້ນຈຳນວນໜຶ່ງ ພາຍຫຼັງ ການສົນທະນາກັນລະຫວ່າງຈອຫ໌ນກັບພະນັກງານເສີຣ໌ບທີ່ມີຊື່ວ່າ ເຄຊີຍ໌ ເຮັດໃຫ້ການຫຼົງທາງຂອງຈອຫ໌ນໃນຄັ້ງນີ້ເປັນຈຸດປ່ຽນໜຶ່ງໃນການເດີນທາງໄກຂອງຊີວິດ

ດ້ວຍເຫດໃດຈຶ່ງມາທີ່ນີ້? ນີ້ຄືຄຳຖາມຂໍ້ທີໜຶ່ງ

ດ້ວຍຄວາມສົງໄສ ຈອຫ໌ນຈຶ່ງຖາມເຄຊີຍ໌ວ່າ “ຄຳຖາມນີ້ໝາຍຄວາມວ່າແນວໃດ”

“ແຕ່ຄົນລະຄົນຕີຄວາມຄຳຖາມນີ້ແຕກຕ່າງກັນໄປ” ເຄຊີຍ໌ກ່າວ ບາງຄົນ ອ່ານແລ້ວກໍເຂົ້າໃຈຕາມຕົວອັກສອນໂດຍບໍ່ໄດ້ຄິດຫຍັງຫຼາຍ ແຕ່ບາງຄົນຄິດເລິກເຊິ່ງໄປກວ່ານັ້ນ ບາງຄົນເຖິງຂັ້ນຄິດເຊື່ອມໂຍງກັບຊີວິດວ່າປຽບເໝືອນການເດີນທາງເພື່ອມຸ່ງໄປຫາຈຸດໝາຍບາງຢ່າງທີ່ແມ້ແຕ່ເຮົາເອງກໍຍັງບໍ່ຮູ້ ແຕ່ເມື່ອຮອດຈຸດໃດຈຸດໜຶ່ງແລ້ວ ຊີວິດມັກຈະມີຄຳຖາມບາງຢ່າງປາກົດຂຶ້ນໃນໃຈເຊັ່ນ: ເຫດໃດເຮົາຈຶ່ງມາຢູ່ຈຸດນີ້ ເຮົາມີຊີວິດໄປເພື່ອຫຍັງ ແມ່ນຫຍັງຄືຄວາມໝາຍຂອງການມີຊີວິດຢູ່ ເຄຊີຍ໌ກ່າວຕໍ່ວ່າ ຄຳຖາມນີ້ມີຄວາມໝາຍເລິກເຊິ່ງຍິ່ງໄປກວ່າການຕີຄວາມຕາມຕົວອັກສອນ ທັງນີ້ ຢູ່ທີ່ວ່າໃຜຈະຕີຄວາມແບບໃດ ແມ້ທຸກຄົນຈະອ່ານຄຳຖາມດຽວກັນ ແຕ່ຄຳຕອບທີ່ໄດ້ມີຄວາມແຕກຕ່າງກັນອອກໄປ ເຄຊີຍ໌ບອກວ່າ ຄວາມໝາຍທີ່ຈິງຂອງຄຳຖາມນີ້ຄື

ເຮົາມີຊີວິດໄປເພື່ອຫຍັງ?

ຄຳຖາມທີ່ດີຈະຊ່ວຍກະຕຸ້ນຈິດໃຈຂອງຄົນຄົນໜຶ່ງໃຫ້ຄົ້ນຫາຄຳຕອບທີ່ເຂົາໂຫຍຫາມານານ ເຄຊີຍ໌ກ່າວວ່າ “ເມື່ອຄົນໃດຄົນໜຶ່ງຄົ້ນຫາຄຳຕອບ ພະລັງອັນມະຫາສານຈະກໍ່ກຳເນີດຂຶ້ນ ເມື່ອຄົນໃດຄົນໜຶ່ງຮູ້ວ່າດ້ວຍເຫດໃດເຂົາຈຶ່ງມາທີ່ນີ້ ເຫດໃດເຂົາຈຶ່ງມີຕົວຕົນ ຮູ້ເຫດຜົນຂອງການມີຊີວິດຢູ່ ເຂົາຈະຢາກຕອບສະໜອງຕໍ່ເຫດຜົນນັ້ນ” ການຮູ້ເຫດຜົນຂອງການມີຊີວິດຢູ່ຈະເຮັດໃຫ້ເຮົາມີໄຟຕໍ່ສູ້ກັບອຸປະສັກຕ່າງໆໄດ້ເປັນຢ່າງດີ ແມ້ຈະເມື່ອຍແຕ່ກໍຮູ້ວ່າເຮົາເມື່ອຍເພື່ອສິ່ງໃດ ປຽບເໝືອນການກາງແຜນທີ່ລ່າສົມບັດອອກມາ ແລ້ວຮູ້ວ່າ ຈຸດໃດຄືຈຸດທີ່ສົມບັດຖືກຝັງຢູ່ ເຮົາຈະມີພະລັງ ແລະຄວາມຕື່ນເຕັ້ນຢາກຈະເດີນທາງໄປຫາສົມບັດນັ້ນໄວເທົ່າທີ່ຈະໄວໄດ້

ໃນຊີວິດຂອງເຮົາກໍເຊັ່ນດຽວກັນ ຫາກເຮົາຮູ້ວ່າ ຮຽນໄປເພື່ອຫຍັງ? ເຮັດວຽກໄປເພື່ອຫຍັງ? ຫຼືສິ່ງອື່ນໆທີ່ເຮົາເຮັດຢູ່ໃນປັດຈຸບັນນີ້ ຖ້າຮູ້ວ່າເຮົາເຮັດໄປເພື່ອຫຍັງ? ພາວະທີ່ວ່າໝົດໄຟໃນການເຮັດງານ (Burnout) ຈະບໍ່ເກີດຂຶ້ນເລີຍ ເປັນໄປໄດ້ບໍ່ວ່າ ການທີ່ເຮົາໝົດໄຟສ່ວນໜຶ່ງເປັນເພາະເຮົາລືມຖາມຄຳຖາມນີ້ກັບຕົນເອງ ການໝັ່ນຖາມຕົນເອງດ້ວຍຄຳຖາມນີ້ໜ້າຈະຊ່ວຍໃຫ້ເຮົາມີແຮງຮຶດສູ້ຊີວິດໄດ້ຫຼາຍຂຶ້ນ ຢ່າງໜ້ອຍກໍຮູ້ວ່າ ເຮົາເມື່ອຍໄປເພື່ອຫຍັງ.

ຕອນນີ້ ລົດຂອງຄະນະພວກເຮົາມາຈອດຢູ່ທ່າມກາງພູເຂົາທີ່ຫ້ອມລ້ອມໄປດ້ວຍຫິມະ ມອງໄປຂ້າງໜ້າເຫັນທາງຍາວຄົດໂຄ້ງໄປຕາມສາຍພູ ທາງແດງຜະສົມນ້ຳທີ່ລະລາຍມາຈາກຫິມະກາຍເປັນທາງຕົມທີ່ມີສີສັນຕັດກັບຫິມະຂາວອອກລອກ ບໍ່ຮູ້ວ່າຈະຂ້າມພູເຂົາໄປອີກຈັກໜ່ວຍ ຈະພົບກັບລົດຕິດໄປອີກຈັກບ່ອນ ພວກເຮົາຈຶ່ງຈະເຖິງຈຸດໝາຍປາຍທາງ ໃນຂະນະທີ່ລົດກຳລັງເຄື່ອນຍ້າຍໄປໄດ້ເທື່ອລະແມັດສອງແມັດ ຄະນະພວກເຮົາກໍອິດເມື່ອຍກັບການເດີນທາງເຕັມທີ ຫຼາຍຄົນຜ້ອຍຫຼັບໄປແລ້ວ ບາງຄົນສັບປະຫງົກເປັນຄັ້ງຄາວຕາມຄວາມຖີ່ຂອງຂຸມບົນພື້ນຖະໜົນ ບາງບ່ອນເປັນເຫວສູງ ຫາກວ່າພາດພັ້ງຕົກລົງໄປອາດຈະໃຊ້ເວລາເປັນເດືອນກວ່າຈະເກັບຊາກລົດ ແລະສົບຄົນຂຶ້ນມາໄດ້ ການເດີນທາງແບບນີ້ກໍເໝືອນການອອກຜະຈົນໄພ ຊີວິດເຄິ່ງໜຶ່ງຝາກໄວ້ກັບໂຊເຟີ ອີກເຄິ່ງໜຶ່ງຕັ້ງຢູ່ເຄິ່ງກາງລະຫວ່າງຄວາມເປັນ ແລະຄວາມຕາຍ ເພາະຫາກລົດພາດທ່າເສຍທາງເກີດອຸບັດຕິເຫດຕົກເຫວ ໂອກາດລອດຄົງມີບໍ່ພໍເທົ່າໃດເປີເຊັນ ຈະວ່າໄປແລ້ວ ໃນບົດສົນທະນາລະຫວ່າງຈອຫ໌ນກັບເຄຊີຍ໌ ຄຳຖາມທີສອງທີ່ພວກເຂົາລົມກັນກໍຄື

ເຈົ້າຢ້ານຕາຍບໍ່?

“ແນ່ນອນ” ຫາກໃຫ້ຜູ້ຂຽນຕອບຄົງໃຊ້ຄຳນີ້ແຫຼະ ບໍ່ມີໃຜທີ່ຢາກຕາຍ ແມ້ແຕ່ຄົນທີ່ເຮັດບຸນທຸກມື້ ແລະໝັ້ນໃຈວ່າມີບຸນຫຼາຍກວ່າບາບກໍຄົງບໍ່ຢາກຕາຍ ເພາະໃນໂລກນີ້ມີຫຼາຍສິ່ງທີ່ເຮົາຢາກເຮັດ ທີ່ຈິງແລ້ວ, ເຮົາຮູ້ເລິກໆໃນໃຈວ່າ ບໍ່ມື້ໃດກໍມື້ໜຶ່ງຈະຕ້ອງຕາຍຢ່າງແນ່ນອນ ວັນເວລາທີ່ຜ່ານໄປ ໂອກາດທີ່ຈະໄດ້ເຮັດໃນສິ່ງທີ່ເຮົາຕ້ອງການກໍເຫຼືອນ້ອຍລົງທຸກທີ ນີ້ຄືເຫດຜົນວ່າເປັນຫຍັງຄົນສ່ວນໃຫຍ່ຈຶ່ງຢ້ານຕາຍ ເພາະຍັງບໍ່ໄດ້ເຮັດໃນສິ່ງທີ່ເຮົາຕ້ອງການຢ່າງແທ້ຈິງ ຜູ້ອ່ານໜ້າຈະເຄີຍໄດ້ຍິນຄຳເວົ້າທີ່ວ່າ “ຖ້າໄດ້ເຮັດສິ່ງນີ້ແລ້ວ ກໍນອນຕາຍຕາຫຼັບ” ຄຳເວົ້ານີ້ກຳລັງບອກວ່າ ຫາກໄດ້ເຮັດໃນສິ່ງທີ່ຢາກເຮັດຢ່າງແທ້ຈິງແລ້ວ ຄວາມຕາຍຈະບໍ່ແມ່ນສິ່ງທີ່ໜ້າຢ້ານກົວອີກຕໍ່ໄປ ແລະຄຳຖາມຂໍ້ສຸດທ້າຍທີ່ພວກເຂົາລົມກັນກໍຄື

ຕອນນີ້ເຈົ້າພໍໃຈກັບຊີວິດແລ້ວຫຼືຍັງ?

“ຖາມໂງ່ໆ ຖ້າຂ້ອຍມີຄວາມສຸກກັບຊີວິດ ຂ້ອຍຄົງບໍ່ຂັບລົດ ແລ້ວຫຼົງທາງມານີ້ດອກ” ຈອຫ໌ນບໍ່ໄດ້ເວົ້າແບບນີ້ ຄວັນສີເທົາເວົ້າເອງ! ຄວາມຈິງຈອຫ໌ນຕອບວ່າ “ຕາບໃດທີ່ຍັງບໍ່ຮູ້ວ່າມີຊີວິດໄປເພື່ອຫຍັງ ແລະຍັງບໍ່ທັນໄດ້ເຮັດສິ່ງນັ້ນເທື່ອ ຂ້ອຍກໍຍັງບໍ່ທັນພໍໃຈກັບຊີວິດເທື່ອດອກ” ຜູ້ຂຽນຄິດວ່າ ເຮົາໜ້າຈະໂຍນຄຳຖາມນີ້ໃສ່ຕົນເອງເປັນໄລຍະໆ ເພື່ອກວດສອບຄວາມຮູ້ສຶກຕົນເອງໃນຂະນະນັ້ນວ່າ ເຮົາມີຄວາມພໍໃຈກັບຊີວິດຕອນນີ້ແລ້ວຫຼືຍັງ? ຫາກວ່າຍັງ ແມ່ນຫຍັງຄືສິ່ງທີ່ຄິດວ່າເມື່ອໄດ້ເຮັດແລ້ວຈະຊ່ວຍໃຫ້ເຮົາຮູ້ສຶກດີຂຶ້ນ ບາງຄົນຄືການໄດ້ເຮັດໂຄງການໃດໜຶ່ງໃຫ້ສຳເລັດຕາມໃບສັນຍາ ຫຼືບາງຄົນອາດຈະເປັນການໄດ້ເຮັດລາຍການ (List) ທີ່ຂຽນໄວ້ແຕ່ລະມື້ໃຫ້ສຳເລັດກໍຮູ້ສຶກດີແລ້ວ ຜູ້ຂຽນເຊື່ອວ່າ ຄວາມເມື່ອຍລ້າຈາກການເຮັດງານ ຫຼືທີ່ເຮົາເອີ້ນວ່າ ພາວະໝົດໄຟ (Burnout) ຈະຫາຍໄປ ຫາກວ່າເຮົາໄດ້ເຮັດໃນສິ່ງທີ່ເຮົາຢາກເຮັດຢ່າງແທ້ຈິງໄປແລ້ວ ຫຼືກຳລັງເຮັດຢູ່ທຸກມື້ ເພາະຖ້າເຮົາກຳລັງເຮັດໃນສິ່ງທີ່ຢາກເຮັດທຸກເມື່ອເຊື່ອວັນ ການເຮັດວຽກນັ້ນຄືການສາກແບດໄປໃນຕົວ

ແຕ່ຖ້າວ່າເຮົາບໍ່ແມ່ນຄົນໂຊກດີເຖິງຂັ້ນໄດ້ເຮັດວຽກທີ່ເຮົາມັກເໝືອນທີ່ກ່າວມາ ຜູ້ຂຽນຄິດວ່າ ການລາງານສາມສີ່ມື້ ແລ້ວນຳຕົນເອງອອກໄປຜະເຊີນກັບສະຖານທີ່ແປກໃໝ່ ຜູ້ຄົນທີ່ແປກໜ້າ ແລະສະພາບແວດລ້ອມທີ່ເຮົາບໍ່ຄຸ້ນເຄີຍໜ້າຈະເປັນທາງເລືອກທີ່ເໝາະສົມ ບາງທີການລາງານໃນຄັ້ງນັ້ນອາດຈະເປັນຈຸດປ່ຽນທີ່ສຳຄັນທີ່ສຸດຂອງຊີວິດກໍເປັນໄດ້ ເມື່ອນຳເອົາຕົນເອງອອກຈາກສະຖານທີ່ທີ່ເຮົາຄຸ້ນເຄີຍແລ້ວ ໂລກມັກຈະໂຍນບົດຮຽນບາງຢ່າງທີ່ສາມາດຊະລ້າງສະໜິມທີ່ເກາະຢູ່ໃນໃຈອອກໄດ້ ແລະການເດີນທາງຂອງຄະນະພວກເຮົາໃນຄັ້ງນີ້ ສ່ວນໜຶ່ງເປັນເພາະເຫດຜົນດຽວກັນນີ້ແຫຼະ

ໄລຍະທາງຈາກສີນາກາຣ໌ຮອດກາຣ໌ກິລ ຍາວປະມານ 200 ກິໂລແມັດ ຖ້າຂັບຕາມຫົນທາງປົກກະຕິຈະໃຊ້ເວລາປະມານສີ່ເຖິງຫ້າຊົ່ວໂມງ ແຕ່ມື້ນີ້ພວກເຮົາໃຊ້ເວລາຕັ້ງສິບສອງຊົ່ວໂມງກວ່າຈະຮອດຈຸດໝາຍ ສາເຫດໜຶ່ງເປັນເພາະສະພາບການສັນຈອນທີ່ບໍ່ຄ່ອຍເອື້ອອຳນວຍ ແລະປັດໄຈອື່ນໆ ແຕ່ຫາກຄິດວ່າ ນີ້ແຫຼະຄືບົດຮຽນໜຶ່ງທີ່ໂລກໂຍນມາໃຫ້ ເມື່ອອອກເດີນທາງຈະມີອຸປະສັກຫຼາຍຢ່າງຕາມມາ ແຕ່ນັ້ນກໍທຽບບໍ່ໄດ້ກັບພາວະໝົດໄຟທີ່ເຮົາຕ້ອງທົນທຸກໃນການຢ່ຳຢູ່ກັບທີ່ ສະພາບແວດລ້ອມເດີມໆ ວົນລູບໄປມາ ແລ້ວປ່ອຍໃຫ້ຈິດໃຈຫ່ຽວແຫ້ງໄປເທື່ອລະໜ້ອຍ ທີ່ເຮົາເອີ້ນວ່າ ຕາຍອອກມາຈາກຂ້າງໃນ (Dead inside)

ຄະນະພວກເຮົາມາຮອດເມືອງກາຣ໌ກິລເວລາປະມານແປດໂມງແລງ ກາຣ໌ກິລເປັນເມືອງທີ່ຕັ້ງຢູ່ທ່າມກາງພູເຂົາຊື່ວ່າ ຫຸບເຂົາສຸຣຸ ມີແມ່ນ້ຳໄຫຼຜ່ານກາງ ປະຊາກອນສ່ວນໃຫຍ່ເປັນຊາວມຸດສະລິມ ຮອງລົງມາຄືຮິນດູ ແລະຊາວພຸດ ຕອນທີ່ພວກເຮົາມາຮອດຜູ້ຄົນກຳລັງຍ່າງຂວັກໄຂວ່ໄປມາ ຈັບຈ່າຍຊື້ຂາຍຕ້ອງທ້ອງຖະໜົນ ສຽງແກລົດດັງກີ໊ກໆ ກ໊າກໆ ເມື່ອຜ່ານເຂດວຸ້ນວາຍມາແລ້ວ ກໍທະລຸຮອດທາງໂຄ້ງບ່ອນໜຶ່ງດ້ານຂວາເປັນເນີນພູທີ່ມີບ້ານເຮືອນຂອງປະຊາຊົນ ດ້ານຊາຍເປັນແມ່ນ້ຳມີຮົ້ວກັ້ນລະຫວ່າງທາງກັບແມ່ນ້ຳ ທີ່ຮົ້ວນັ້ນມີເສົາໄຟທີ່ໃຫ້ແສງສະຫວ່າງພໍໃຫ້ຄົນແນມເຫັນຫົນທາງແບບສະຫຼົວໆ ຂະນະນັ້ນ ຂ້ອຍເຫຼືອບໄປເຫັນຜູ້ຊາຍຄົນໜຶ່ງກຳລັງຍ່າງມາດ້ວຍຄວາມເຊື່ອງຊ້າ ທ່າທາງເໝືອນກຳລັງອິດເມື່ອຍ ແລະສິ້ນຫວັງກັບສິ່ງໃດສິ່ງໜຶ່ງໃນຊີວິດ ອາຍຄວັນທີ່ພຸ່ງອອກຈາກປາກຂອງລາວບົ່ງບອກວ່າອາກາດຂ້າງນອກນັ້ນເໜັບໜາວພຽງໃດ

ໃນຮອບໜຶ່ງວັນທີ່ຜ່ານມາ ມີໃຜຮູ້ບໍ່ວ່າ ຊີວິດຂອງຜູ້ຊາຍຄົນນີ້ໄດ້ຜ່ານສິ່ງໃດມາແດ່?

ພຣະຂາວພັນນາຣາມ

ທ້າຍລະດູຝົນ, ປີ 2023

ເອກະສານອ້າງອິງ

ເລື່ອງເລົ່າຂອງຈອຫ໌ນ ແລະຄຳຖາມໄດ້ມາຈາກ “The why café” ຄາເຟ່ສຳລັບຄົນຫຼົງທາງ ຂຽນໂດຍ: John Strelexcky

]]>
Tomorrow is tomorrow https://dekwatlaos.com/buddhology/tomorrow-is-tomorrow/1829/ Thu, 20 Jul 2023 15:22:52 +0000 https://dekwatlaos.com/?p=1829 ໂດຍ: ຄວັນສີເທົາ

ຂໍຢືມໄທມ໌ແມັກຊີນ (Time Machine) ຂອງໂດເຣມ່ອນແປບໜຶ່ງ ເພື່ອຍ້ອນເວລາກັບໄປ ເລົ່າເຖິງເຫດການທີ່ເກີດຂຶ້ນມື້ວານນີ້ເພີ່ມເຕີມ. ໃນຂະນະທີ່ພວກເຮົາກຳລັງຊື້ຊິມມືຖືຢູ່ດ້ານນອກສະໜາມບິນເມືອງສີນາກາຣ໌ຢູ່ນັ້ນ ຂ້ອຍເຫຼືອບໄປເຫັນທະຫານໃນຊຸດເຄື່ອງແບບຢືນຖືປືນຍ່າງໄປຍ່າງມາຢູ່ບໍລິເວນອາຄານຫຼັງໜຶ່ງ ແຫງນໜ້າຂຶ້ນເທິງດາດຟ້າ ຮັ່ນແນ…ຢືນຢູ່ຫັ້ນອີກຄົນໜຶ່ງ ຄິດໃນໃຈ ປືນລັ່ນໃສ່ພຣະຊ່ະໜໍ! ພາຍຫຼັງທີ່ພວກເຮົາຂຶ້ນລົດມາແລ້ວ ໄດ້ທັກທາຍສະບາຍດີກັບໂຊເຟີລົດ Hello, how are you? I’m fine. Thank you and you ເປັນຕົ້ນ. ໂຊເຟີລົດຄົນນີ້ຈະເປັນຜູ້ນຳພາພວກເຮົາໄປສະຖານທີ່ຕ່າງໆຕະຫຼອດສິບສອງວັນແຫ່ງການເດີນທາງຄັ້ງນີ້. ລາວມີຊື່ວ່າ ອັດຊະຣາບ (Ashraf) ອາຍຸ 65 ປີ ອາຊີບເປັນຄົນຂັບລົດ. ສອງຂ້າງທາງທີ່ພວກເຮົານັ່ງລົດຜ່ານມີທະຫານຢືນຖືປືນຢູ່ເປັນຈຸດໆ ອາຈານຖາມອັດຊະຣາບວ່າ

“ມື້ອື່ນພວກເຮົາຈະສາມາດເດີນທາງໄປເມືອງກາຣ໌ກິລໄດ້ບໍ່?”

(ຖະໜົນຈາກສີນາກາຣ໌ໄປກາຣ໌ກິລຈະປິດເປັນບາງຊ່ວງ ເນື່ອງຈາກວ່າບາງຄັ້ງມີຫິມະເຈື່ອນທັບຫົນທາງ ຫຼືຖະໜົນເປ່ເພ)

“ຂ້ອຍກໍບໍ່ໝັ້ນໃຈຄືກັນ”

ອາຈານຄິດວ່າລາວໜ້າຈະບໍ່ເຂົ້າໃຈຄຳຖາມດີ ກໍເລີຍຖາມຢ້ຳຄຳເດີມອີກເທື່ອໜຶ່ງ ຄຳຕອບຄື “ຂ້ອຍກໍບໍ່ໝັ້ນໃຈຄືກັນ” ນ້ຳສຽງໜັກແໜ້ນກວ່າເກົ່າ. ຮວຍ! ພໍ່ໃຫຍ່ນີ້ຄືເວົ້າແນວນີ້. “ແລ້ວເຮົາຈະເດີນທາງໄປຕາມໂປຣແກຣມທີ່ວາງໄວ້ໄດ້ແນວໃດ ຊັ້ນນາ?” ອາຈານຖາມຕໍ່.

“ບໍ່ຕ້ອງກັງວົນດອກ ມື້ອື່ນກໍຄືມື້ອື່ນ ບໍ່ມີໃຜຮູ້ຄືວ່າ ຫົນທາງຈະເປີດຫຼືບໍ່. ມື້ອື່ນເຊົ້າ ຂ້ອຍຈະໂທໄປຫາເຈົ້າໜ້າທີ່ທີ່ປະຈຳການຢູ່ຕາມຈຸດຕ່າງໆ ຕອນນັ້ນ ຂ້ອຍຈຶ່ງຊິໃຫ້ຄຳຕອບໄດ້”

ໂອເຄ, ແລ້ວແຕ່ໂຊກຊະຕາລະຊັ້ນ!

ຫຼັງຈາກທີ່ສົ່ງພວກເຮົາເຂົ້າທີ່ພັກແລ້ວ ລາວກໍກັບໄປນອນເຮືອນກັບຄອບຄົວຢ່າງສະບາຍອາລົມ ປ່ອຍໃຫ້ພວກເຮົາກັງວົນກັບຄວາມບໍ່ແນ່ນອນຂອງຄຳເວົ້າທີ່ວ່າ “ຂ້ອຍກໍບໍ່ໝັ້ນໃຈ” ຖ້າວ່າມື້ອື່ນຖະໜົນປິດ ໝາຍຄວາມວ່າ ເຮົາຕ້ອງເສຍເວລາໄປອີກມື້ໜຶ່ງ (ມື້ທຳອິດຄືເຄື່ອງດີເລຍ໌) ຫາກວ່າມື້ຮືກໍຍັງປິດອີກ ແລ້ວຈະເຮັດແນວໃດຕໍ່? ອ່າ..ວ່າຈະບໍ່ຄິດແລ້ວເດ້ ແຕ່ກໍອົດບໍ່ໄດ້ ເຄີຍເປັນບໍ່ ຍິ່ງເຮົາພະຍາຍາມບໍ່ຄິດເຖິງເລື່ອງໃດ ຈິດໃຈເຮົາກັບຍິ່ງຄຸ່ນຄິດຢູ່ກັບເລື່ອງນັ້ນຫຼາຍຂຶ້ນ.

ບາງທີການເດີນທາງພ້ອມກັບແຜນການທີ່ຊັດເຈນ ກໍເຮັດໃຫ້ເຮົາກັງວົນກັບອະນາຄົດໄດ້ບໍ່ໜ້ອຍເລີຍ

ເວົ້າເຖິງເລື່ອງນີ້ຄິດເຖິງກົດຂອງຮ໊ອບສະຕັດເຕີຣ໌ (Hofstadter) ທີ່ວ່າ “ພາລະກິດໃດກໍຕາມທີ່ເຈົ້າວາງແຜນໄວ້ວ່າຈະເຮັດ ມັກຈະໃຊ້ເວລາດົນກວ່າເຈົ້າຄາດການໄວ້ສະເໝີ” ເຮົາມັກຈະເຫັນເຫດການແບບນີ້ເກີດຂຶ້ນກັບໂຄງການໃຫຍ່ໆໃນໂລກ ເຊິ່ງຕົວຢ່າງທີ່ຊັດເຈນຄື ການສ້າງໂອເປຣາ ເຮົ້າສ໌ (Opera House) ທີ່ເມືອງຊິດນີ່ ປະເທດອົດສະຕາລີ ລັດຖະບານຮູ້ດີວ່າ ໂຄງການໃຫຍ່ແບບນີ້ມັກຈະສຳເລັດຊ້າກວ່າປົກກະຕິ ຈຶ່ງວາງແຜນໄວ້ຢ່າງຮອບຄອບ ທັງໆທີ່ເຜື່ອເວລາໄວ້ແລ້ວວ່າ ຈະເຮັດໃຫ້ສຳເລັດພາຍໃນເວລາສີ່ປີ ແຕ່ຄວາມຈິງຄືໃຊ້ເວລາໃນການກໍ່ສ້າງເຖິງສິບສີ່ປີ ໃຊ້ງົບປະມານເກີນກວ່າທີ່ຕັ້ງໄວ້ເຖິງໜຶ່ງພັນສີ່ຮ້ອຍເປີຣ໌ເຊັນ.

ໃນເມື່ອເລື່ອງແບບນີ້ມີໃຫ້ເຮົາເຫັນເປັນປະຈຳ ຈະບໍ່ໃຫ້ເຮົາຄິດກັງວົນໄດ້ແນວໃດເນາະ!

ແຜນການເດີນທາງທີ່ຂຽນໄວ້ຄືສາເຫດໜຶ່ງທີ່ເຮັດໃຫ້ເກີດຄວາມກັງວົນຕະຫຼອດເວລາ ກັງວົນວ່າ ຝົນຈະຕົກ ລົດຈະຕິດ ດິນຈະຖະຫຼົ່ມ ລົດຈະເກີດອຸບັດຕິເຫດ ຖະໜົນຈະຂາດ ດິນຈະສະໄລຊ໌ ກັງວົນໄປສາລະພັດຢ່າງ–ເພາະຫາກສິ່ງເຫຼົ່ານີ້ເກີດຂຶ້ນ ນັ້ນໝາຍຄວາມວ່າເຮົາຈະບໍ່ສາມາດໄປຮອດຈຸດໝາຍປາຍທາງຕາມເວລາທີ່ກຳນົດໄວ້.

ໂອລິເວີຣ໌ ເບີຣ໌ກແມນ ຜູ້ຂຽນໜັງສື “ຊີວິດເຮົາມີພຽງສີ່ພັນສັບດາ” ບອກວ່າ “ບັນຫາຂອງການທຸ້ມເທຈິດໃຈໃຫ້ກັບການວາງແຜນອະນາຄົດຫຼາຍຈົນເກີນໄປຄື ແມ້ບາງຄັ້ງມັນຈະສາມາດປ້ອງກັນຫາຍະນະໄດ້ ແຕ່ສ່ວນໃຫຍ່ມັນມັກຈະກໍ່ໃຫ້ເກີດຄວາມວິຕົກກັງວົນຫຼາຍຂຶ້ນກວ່າເກົ່າ” ນັກວາງແຜນທັງຫຼາຍມັກຄິດວ່າ ຕົນເອງສາມາດຄວບຄຸມອະນາຄົດໄດ້ດ້ວຍແຜນການ ແຕ່ຄວາມຈິງຄື ໂລກນີ້ມີສິ່ງຊັບຊ້ອນຫຼາຍກວ່ານັ້ນ ມີຫຼາຍປັດໄຈທີ່ຈະເຂົ້າມາປ່ຽນແຜນຂອງເຮົາໃຫ້ເປັນໄປອີກແບບໜຶ່ງ ຈະໝັ້ນໃຈໄດ້ແນວໃດວ່າ ເຈົ້າຈະບໍ່ຕົກເຄື່ອງບິນ ແມ້ຈະເດີນທາງໄປຮອດສະໜາມກ່ອນເວລາເຖິງສີ່ຫ້າຊົ່ວໂມງ ບາງທີ ເຄື່ອງບິນໃກ້ຈະອອກ ເມຍເຈົ້າອາດຈະປ່ວຍ ລູກອາດຈະເກີດອຸບັດເຫດ ຫຼືຖ້ຽວບິນອາດຈະຖືກຍົກເລີກ–ບໍ່ມີຫຍັງກາຣັນຕີໄດ້ເລີຍ.

ເຮົາຈະສັງເກດເຫັນວ່າ

ມະນຸດສ່ວນຫຼາຍລ້ວນແຕ່ມີຊີວິດເພື່ອວັນຂ້າງໜ້າທັງນັ້ນ ພວກເຮົາໃຊ້ຊີວິດເໝືອນກັບວ່າ ມື້ນີ້ມີຄຸນຄ່າເປັນພຽງຮາກຖານຂອງສິ່ງອື່ນເທົ່ານັ້ນ ພວກເຮົາໄດ້ຮັບການສັ່ງສອນໃຫ້ຕັ້ງໃຈຮຽນໜັງສື ຈະໄດ້ມີງານດີໆເຮັດ ຫຼືຈະໄດ້ເປັນເຈົ້າເປັນນາຍໃນອະນາຄົດ ອົດອອມເງິນໃນມື້ນີ້ ເພື່ອອະນາຄົດທີ່ດີໃນວັນໜ້າ. ພໍ່ແມ່ ແລະ ຄົນອ້ອມຂ້າງລ້ວນບອກສອນເຮົາໃຫ້ມອງເຫັນອະນາຄົດວ່າເປັນສິ່ງສຳຄັນ ໂດຍລືມຄິດໄປວ່າ ຊີວິດໃນມື້ນີ້ກໍຄືຊີວິດເຊັ່ນກັນ ໂອລິເວີຣ໌ ເບີຣ໌ກແມນ ບອກວ່າ “ຄົນທີ່ປະສົບຜົນສຳເລັດໃນລະບົບເສດຖະກິດແບບທຶນນິຍົມ ມັກປະພຶດຕົນເໝືອນກັບວ່າ ຊີວິດທີ່ມີຢູ່ໃນປັດຈຸບັນເປັນພຽງພາຫະນະທີ່ມີໄວ້ເພື່ອເດີນໄປສູ່ພາວະທີ່ມີຄວາມສຸກໃນອະນາຄົດ ຜົນທີ່ຕາມມາກໍຄື ວັນເວລາໃນແຕ່ລະມື້ຂອງພວກເຂົາຄ່ອຍໆຫຼຸດທອນຄວາມໝາຍລົງ ແມ້ວ່າຕົວເລກໃນບັນຊີຂອງພວກເຂົາຈະເພີ່ມຂຶ້ນກໍຕາມ”  ການໃຊ້ຊີວິດທີ່ຄອຍກັງວົນເຖິງແຕ່ອະນາຄົດຫຼາຍຈົນເກີນໄປ ບາງທີ ກໍເຮັດໃຫ້ສິ່ງຕ່າງໆທີ່ເຮົາປະສົບຢູ່ໃນປັດຈຸບັນມີຄວາມໝາຍນ້ອຍລົງ ເຮົາຈະໝັ້ນໃຈໄດ້ແນວໃດວ່າ ຈະໄດ້ສຳຜັດກັບຄຸນຄ່າທີ່ແທ້ຈິງໃນອະນາຄົດຕາມທີ່ເຮົາວາດຝັນໄວ້ ບາງທີ ອະນາຄົດທີ່ວ່ານັ້ນອາດຈະບໍ່ມີຈິງກໍເປັນໄດ້.

ເຮົາເວົ້າໄດ້ບໍ່ວ່າ “ທຸກການກະທຳຄວນເປັນລາງວັນໃນຕົວມັນເອງ”

ອະລັນ ວັດຕ໌ (Alan Watts) ນັກປັດຊະຍາຊາວອັງກິດເຄີຍກ່າວເຖິງລະບົບການສຶກສາວ່າ “ຕອນຍັງນ້ອຍເຮົາຖືກສົ່ງໄປເນີຣ໌ດເຊີຣີ່ (Nursery School) ເພື່ອກຽມຄວາມພ້ອມສຳລັບການເປັນນັກຮຽນອະນຸບານ ຈາກນັ້ນ ກໍເຂົ້າຮຽນ ປ.1.2.3…ແລ້ວພໍເຮົາຂຶ້ນຊັ້ນມັດທະຍົມ ເຂົາກໍບອກວ່ານີ້ຄືການກະກຽມສຳລັບເຂົ້າມະຫາວິທະຍາລັຍ ພໍເຂົ້າມະຫາວິທະຍາລັຍແລ້ວ ກໍບອກໃຫ້ເຮົາກຽມພ້ອມສຳລັບໂລກແຫ່ງການເຮັດງານ ມະນຸດເໝືອນກັບລາທີ່ມີໄມ້ຍື່ນອອກມາຈາກປອກຄໍ ປາຍໄມ້ມີແຄລ໋ອດຫ້ອຍຕ່ອງແຕ່ງໃຫ້ມັນໄລ່ງັບຢູ່ເລື້ອຍໄປ ມັນບໍ່ເຄີຍຢູ່ບ່ອນນີ້ ແລະບໍ່ເຄີຍໄປຮອດບ່ອນນັ້ນ ຊ່າງໄຮ້ເຊິ່ງຊີວິດຊີວາຢ່າງແທ້ຈິງ” ພວກເຮົາໄຂວ່ຄວ້າຫາແຕ່ອະນາຄົດຕະຫຼອດເວລາ ເມື່ອທຸກຢ່າງບໍ່ເປັນໄປຕາມແຜນການ ເຮົາກໍເກີດຄວາມເດືອດຮ້ອນກັງວົນໃຈໄດ້ງ່າຍໆ ເປັນໄປໄດ້ວ່າ ສິ່ງທີ່ພວກເຮົາກັງວົນຢູ່ໃນຕອນນີ້ຄື ຜົນກະທົບທີ່ເກີດຈາກລະບົບສັງຄົມທີ່ເຮົາຢູ່ (ລະບົບທຶນນິຍົມ ແລະລະບົບການຮຽນທີ່ພວກເຮົາໄດ້ຮັບມາ) ຫຼືຜູ້ອ່ານຄິດວ່າແນວໃດ?

ຕື່ນເຊົ້າມື້ຕໍ່ມາ ພາຍຫຼັງທຳທຸລະສ່ວນຕົວຮຽບຮ້ອຍແລ້ວ ຄະນະພວກເຮົາຈຶ່ງພາກັນລາກກະເປົ໋າລົງມາທີ່ໜ້າຄາວເຕີຣ໌ (ຈັກຊິໄດ້ເດີນທາງຕໍ່ຫຼືບໍ່ “ບໍ່ຮູ້” ແຕ່ກຽມໄວ້ກ່ອນ) ເວລາປະມານຫົກໂມງເຊົ້າ ພວກເຮົາຍ່າງອອກໄປຫາຮ້ານຊາ (ອິນເດຍເອີ້ນວ່າ ມາຊາລາ ຈາຍ) ຖະໜົນໃນເມືອງສີນາກາຣ໌ຍາມນີ້ຂ້ອນຂ້າງວ່າງເປົ່າ ເໝືອນມີພຽງພວກເຮົາກັບໝາຈອນຈັດສາມສີ່ຕົວເທົ່ານັ້ນທີ່ເຄື່ອນໄຫວໄປມາ ຊາວເມືອງຍັງບໍ່ທັນຕື່ນນອນ ຍ່າງອອກມາຈາກໂຮງແຮມປະມານຮ້ອຍແມັດກໍເຫັນຮ້ານນ້ຳຊາ ເມື່ອກ້າວຂາເຂົ້າໄປຮູ້ສຶກໄດ້ທັນທີເລີຍວ່າ ອ່າ..ອາກາດອຸ່ນຂຶ້ນເປັນກອງເລີຍ. ພາຍໃນຮ້ານມີຄົນນັ່ງຢູ່ຫັ້ນກ່ອນແລ້ວສາມສີ່ຄົນ ອາຍຄວັນທີ່ເກີດຈາກຈອກນ້ຳຊາລອຍຄຸ້ງອົບອວນໄປທົ່ວຫ້ອງ ແສງທີ່ສາດສ່ອງເຂົ້າມາຜ່ານທາງປ່ອງຢ້ຽມ ເຮັດໃຫ້ບັນຍາກາດພາຍໃນຮ້ານຄລາສສິກໄປອີກແບບໜຶ່ງ ພະນັກງານຍ່າງກັບໄປກັບມາເພື່ອເຊີຣ໌ບອາຫານ ແລະນ້ຳຊາແກ່ພວກເຮົາ

ສຳລັບອາຫານເຊົ້າມື້ນີ້ ມີສາມຢ່າງຄື ໜຶ່ງ-ປາຣະຖາ (Paratha) ເປັນອາຫານຊະນິດໜຶ່ງທີ່ເຮັດດ້ວຍແປ້ງທາເກືອກັບນ້ຳມັນມີເຄື່ອງເທດຜະສົມຢູ່ໜ້ອຍໜຶ່ງ ເຮັດເປັນແຜ່ນບາງໆເໝືອນເຂົ້າຫູຊ້າງບ້ານເຮົາ ແລ້ວນຳໄປຂາງໄຟໃຫ້ສຸກ ສອງ-ດານ (Dal) ເປັນແກງຊະນິດໜຶ່ງທີ່ເຮັດຈາກໝາກຖົ່ວ ຂີ້ມິ້ນ ແລະເຄື່ອງເທດ ສາມ-ຊາອິນເດຍ (Masala jai) ຄືຊານົມທີ່ຜະສົມກັບເຄື່ອງເທດ ເມື່ອສັ່ງມາເສັດຊັບຮຽບຮ້ອຍກໍລົງມືທັນທີ ກິນໄປໄດ້ສອງສາມຄຳ ອາຈານຄືຊິຮູ້ວ່າອາຫານບໍ່ຄ່ອຍຖືກປາກພວກເຮົາປານໃດ ກໍເລີຍເວົ້າຂຶ້ນວ່າ ກິນລົງໄປໂລດ ບໍ່ຕ້ອງຖາມຫາຄວາມແຊບ ຄິດສາວ່າ ກິນເພື່ອໃຫ້ຮ່າງກາຍມີພະລັງງານກໍພໍ. ແມ້ວ່າຫຼາຍຄົນຈະບໍ່ສະແດງອາການ ແຕ່ສີໜ້າແຕ່ລະຄົນມີມະຕິເປັນເອກະສັນເລີຍວ່າ “ບໍ່ແຊບ” ໂດຍສະເພາະດານ ເມື່ອກິນເຂົ້າໄປແລ້ວບອກໄດ້ຄຳດຽວເລີຍວ່າ “ລ່ຽນ” ຮູ້ສຶກພະອຶດພະອົມ ຈະຄາຍຖິ້ມກະເສຍດາຍເງິນ ຈະກືນລົງໄປ ຮ່າງກາຍກໍບໍ່ຄ່ອຍ welcome ປານໃດ

ຄົນອື່ນຍັງພໍໄຫວ ແຕ່ຄວັນສີເທົາເລີ່ມບໍ່ໄຫວແລ້ວ

ຮູ້ໄດ້ແນວໃດວ່າຊິບໍ່ໄຫວ ເພາະຖິ້ມຫຼັກຖານໄວ້ເຕັມຈານເລີຍ ປາຣະຖາໝົດໄປບໍ່ພໍເຄິ່ງ ຄິດໃນໃຈ ຊວຍລະງານນິ! ອາຈານກໍຢໍ້າອີກວ່າ ເອົາໃຫ້ໝົດໃດ໋ ເສຍດາຍເງິນ. ເວົ້າເຖິງຂະໜາດນີ້ແລ້ວ ກໍຕ້ອງສະແດງຄວາມຮັບຜິດຊອບດ້ວຍການກິນໃຫ້ໝົດ. ບາງຄົນອາດຈະຄິດວ່າ ຄືບໍ່ແບ່ງໃຫ້ຄົນອື່ນຊັ້ນ? ຢ່າຄິດແບ່ງເລີຍ ເພາະຕອນນີ້ຄືຊິບໍ່ມີໃຜຮັບນ້ຳໃຈຈາກກັນດອກ. ຂ້ອຍປະເມີນແລ້ວວ່າ ຈັ່ງໃດກໍກິນບໍ່ໝົດແນ່ນອນ ແຕ່ກໍຕ້ອງຮັບຜິດຊອບໃນສ່ວນຂອງຕົນເອງ

 “ຫໍ່” ຄຳສັ້ນໆ ທີ່ຊ່ວຍກອບກູ້ສະຖານະການ.

ພວກເຮົາຍ່າງອອກຈາກຮ້ານຊາພ້ອມກັບທ້ອງໄສ້ທີ່ບໍ່ຄຸ້ນເຄີຍກັບອາຫານເຊົ້າແບບນີ້ ແຕ່ກໍຍັງດີກວ່າບໍ່ມີຫຍັງໃຫ້ກະເພາະຍ່ອຍໃນຍາມທີ່ມັນຮ້ອງຖາມຫາ. ຄວາມຈິງແລ້ວ, ເມື່ອອອກເດີນທາງຫົວໃຈເຮົາຈະເປີດກວ້າງກວ່າເກົ່າ ເພື່ອໂອບກອດເອົາທຸກສິ່ງທີ່ລະຫວ່າງທາງຢິບຍື່ນໃຫ້ ທັນທີທີ່ກ້າວຂາອອກຈາກເຮືອນຫຼືສະຖານທີ່ຄຸ້ນເຄີຍ ເຮົາມັກເຜື່ອໃຈໄວ້ເຈີກັບສະຖານະການທີ່ບໍ່ຄາດຄິດສະເໝີ ໂດຍສະເພາະການເດີນທາງໃນອິນເດຍພາກເໜືອ ທຸກກ້າວຍ່າງຄືການຜະຈົນໄພ ແຕ່ກໍເພາະສິ່ງນີ້ແຫຼະທີ່ເຮັດໃຫ້ການເດີນທາງມີຊີວິດຊີວາ. ພວກເຮົາຍ່າງກັບມາຮອດໜ້າໂຮງແຮມເຫັນອັດຊະຣາບຈອດລົດລໍຖ້າຢູ່ຫັ້ນແລ້ວ ພໍແຕ່ເຫັນລົດ ຄວາມກັງວົນເກົ່າກໍເລີ່ມຜຸດຂຶ້ນອີກຄັ້ງ ຄວາມກັງວົນເດີມໆມັກເກີດຂຶ້ນ ເມື່ອມີເຫດປັດໄຈທີ່ສາມາດເຊື່ອມໂຍງໄປຫາຄວາມກັງວົນນັ້ນອີກຄັ້ງ ແມ້ບາງເລື່ອງເຮົາອາດຈະລືມມັນໄປແລ້ວກໍຕາມ ຕອນນີ້ ເໝືອນກັບວ່າຄວາມຜິດຫວັງກັບຄວາມສົມຫວັງ ເປັນສອງສິ່ງທີ່ມີພຽງເສັ້ນບາງໆຂວາງກັ້ນໄວ້ເທົ່ານັ້ນ ຈະໄດ້ເດີນທາງຕໍ່ຫຼືຈະຕ້ອງລໍຖ້າອີກໜຶ່ງມື້ ຂຶ້ນກັບວ່າອັດຊະຣາບຈະໃຫ້ຄຳຕອບແນວໃດ.

ເບິ່ງຄືວ່າ ຄວາມກັງວົນຂອງພວກເຮົາໃນຄັ້ງນີ້ມີສາເຫດມາຈາກການຂຽນແຜນການເດີນທາງທີ່ແນ່ນອນວ່າ ມື້ນີ້ຕ້ອງໄປບ່ອນນັ້ນ ມື້ອື່ນຕ້ອງໄປໃຫ້ເຖິງອີກທີ່ໜຶ່ງ ການເວົ້າແບບນີ້ບໍ່ໄດ້ໝາຍຄວາມວ່າ ການເດີນທາງບໍ່ຄວນມີແຜນການ ຂ້ອຍຄິດວ່າ ແຜນການຈຳເປັນຈະຕ້ອງມີ ແຕ່ເປັນແຜນການທີ່ສາມາດຢືດຢຸ່ນໄດ້ (Flexibility) ຕາມສະຖານະການ. ການຟິກ (fix) ສິ່ງໃດສິ່ງໜຶ່ງໄວ້ໂດຍບໍ່ສາມາດໂອນອ່ອນຜ່ອນຕາມໄດ້ເລີຍນັ້ນ ຄືສາເຫດທີ່ແທ້ຈິງຂອງຄວາມກັງວົນ. ຄວາມຈິງ ບໍ່ສະເພາະແຕ່ແຜນການເດີນທາງດອກທີ່ຫາກຟິກໄວ້ແລ້ວກໍ່ໃຫ້ເກີດຄວາມກັງວົນຕາມມາ ແຕ່ຄືທຸກຢ່າງໃນຊີວິດ ວັດທະນະທຳ ຄວາມເຊື່ອ ສາສະໜາ ການສຶກສາ ການເມືອງເປັນຕົ້ນ. ຫາກເຮົາຍຶດຖືສິ່ງເຫຼົ່ານີ້ຈົນບໍ່ເຫຼືອພື້ນທີ່ໄວ້ໃຫ້ສິ່ງທີ່ແຕກຕ່າງເລີຍ–ນັ້ນຄືທີ່ມາຂອງຄວາມກັງວົນ ສັບສົນ ແລະທຸກໃຈທີ່ແທ້ຈິງ.

ໂດຍທົ່ວໄປແລ້ວ ຄວາມກັງວົນຈະຫາຍໄປເມື່ອເຮົາໄດ້ຄຳຕອບທີ່ຊັດເຈນ (ບໍ່ວ່າຄຳຕອບນັ້ນຈະເປັນໄປຕາມທີ່ເຮົາຫວັງຫຼືບໍ່ກໍຕາມ) ຄຳສອນທາງພຸດທະສາສະໜາບອກວ່າ ຄວາມຄິດເໝືອນນ້ຳໃນໜອງຍິ່ງກວນກໍຍິ່ງຂຸ່ນ ຂະນະທີ່ເຮົາວິຕົກກັງວົນຄືພາວະທີ່ຈິດໃຈກຳລັງຂຸ່ນມົວ ຍິ່ງຂຸ່ນເຮົາຍິ່ງມີໂອກາດທຸກໃຈຫຼາຍຂຶ້ນ ສະນັ້ນ ພຣະຈຶ່ງຢ້ຳເຕືອນຢູ່ສະເໝີວ່າ ຈົ່ງມີສະຕິຢູ່ກັບປັດຈຸບັນ ໂອບກອດທຸກຊ່ວງເວລາຂອງຊີວິດໄວ້ ຊຶມຊັບເອົາເຫດການທີ່ກຳລັງເກີດຂຶ້ນເໝືອນກັບວ່າມັນຈະເກີດຂຶ້ນມາພຽງຄັ້ງດຽວ ທຸກຊ່ວງເວລາລ້ວນມີຄຸນຄ່າໃນຕົວມັນເອງ ສະນັ້ນ ຢ່າວິຕົກກັງວົນເຖິງອະນາຄົດຫຼາຍຈົນເກີນໄປ ເພາະແນວໃດໆ ມື້ອື່ນກໍຈະມີສິ່ງໃຫ້ວິຕົກກັງວົນໃນຕົວມັນເອງຢູ່ແລ້ວ. ໃນຂະນະທີ່ພວກເຮົາກຳລັງກ້າວຍ່າງໄປຫາອັດຊະຣາບ ຂ້ອຍເຫຼືອບໄປເຫັນກະເປົ໋າເດີນທາງທີ່ຈັດວາງໄວ້ຢ່າງເປັນລະບຽບຢູ່ເທິງຫຼັງຄາລົດ–ນັ້ນຄືເຄື່ອງໝາຍທີ່ບົ່ງບອກວ່າ “ມື້ນີ້ຖະໜົນເປີດ”

ພຣະຂາວພັນນາຣາມ, ນະຄອນຫຼວງວຽງຈັນ

20 ກໍລະກົດ 2023

ເອກະສານອ້າງອິງ:

ຊີວິດເຮົາມີພຽງສີ່ພັນສັບປະດາ Four Thousand Weeks: Time Management for Mortals

Oliver Burkeman      ຂຽນ

ວາດຝັນ ຄຸນາວົງ           ແປ

ສຳນັກພິມອະມະຣິນຮາວທູ

]]>
Delayed Gratification: ລໍໃຫ້ມັນໄດ້ຫຍັງຂຶ້ນມາ https://dekwatlaos.com/travel-lo/delayed-gratification-lor-hai-man-dai-y-khuen-ma/1825/ Mon, 19 Jun 2023 14:54:45 +0000 https://dekwatlaos.com/?p=1825 ໂດຍ: ຄວັນສີເທົາ

ຢູ່ລານຈອດລົດແຫ່ງໜຶ່ງ ຜູ້ຊາຍສີ່ຫ້າຄົນກຳລັງຍົກກະເປົ໋າເດີນທາງລົງຈາກທ້າຍລົດ ຄົນໜຶ່ງຮູດຊິບກະເປົ໋າອອກແລ້ວຟ້າວຍັດເຄື່ອງທີ່ວາງຢູ່ທ້າຍລົດເຂົ້າໄປ ເບິ່ງຄືວ່າກຳລັງຂຸ້ນຂ້ຽວເພື່ອໃຫ້ທັນເວລາກັບອີກເຫດການໜຶ່ງທີ່ຈະເກີດຂຶ້ນໃນອີກບໍ່ດົນຂ້າງໜ້າ ເຫດການນີ້ເກີດຂຶ້ນຄ້າຍຄືກັບສາກເລີ່ມຕົ້ນຂອງໜັງສາຍລັບແລະໂຈລະກັມ ທີ່ມີຄົນກຸ່ມໜຶ່ງເໝືອນກຳລັງເຮັດພາລະກິດສຳຄັນບາງຢ່າງ ໂດຍທີ່ພວກເຮົາ (ຜູ້ເບິ່ງ) ບໍ່ຮູ້ມາກ່ອນວ່າ ພວກເຂົາກຳລັງເຮັດຫຍັງຢູ່ ພວກເຂົາແມ່ນໃຜ ມາຈາກໃສ ກຳລັງຈະໄປໃສ ແລະເປັນຫຍັງຕ້ອງມາຢູ່ບ່ອນນີ້ ຈາກນັ້ນ ໜັງຈຶ່ງຍ້ອນກັບໄປເລົ່າເຖິງຈຸດເລີ່ມຕົ້ນຂອງເລື່ອງລາວທັງໝົດອີກຄັ້ງໜຶ່ງ

ຂ້ອຍຢາກເລີ່ມຕົ້ນເລື່ອງລາວຂອງພວກເຮົາໃນລັກສະນະດຽວກັນນີ້ແຫຼະ! ແຕ່ບໍ່ໄດ້ເຖິງຂັ້ນກັບວ່າ ໄປຈີ້ເຄື່ອງບິນ ປຸ້ນຜູ້ໂດຍສານ ແລະບັງຄັບກັບຕັນໃຫ້ໄປລົງຈອດຢູ່ບ່ອນໃດບ່ອນໜຶ່ງ ແລ້ວໃຫ້ລັດຖະບານເອົາເງິນຫຼາຍໝື່ນລ້ານໄປໄຖ່ຕົວເອົາເທື່ອລະຄົນສອງຄົນ ບໍ່ໄດ້ໂຫດຮ້າຍຂະໜາດນ໊ານນນ…ພວກເຮົາພຽງແຕ່ອອກເດີນທາງໄປຄົ້ນຫາບາງຢ່າງຂອງຊີວິດ ໂດຍມີຈຸດໝາຍຢູ່ທີ່ພາກເໜືອຂອງປະເທດອິນເດຍ. “ຄວັນສີເທົາ” ຈະສົມມຸດຕົນເອງເປັນຜູ້ທຳໜ້າທີ່ເລົ່າເລື່ອງລາວທີ່ເກີດຂຶ້ນຕະຫຼອດສິບສອງວັນແກ່ທຸກທ່ານ…ພ້ອມທີ່ຈະເກັບເສື້ອຜ້າໃສ່ກະເປົ໋າອອກເດີນທາງໄປກັບພວກເຮົາແລ້ວຫຼືຍັງ?

ພວກເຮົາອອກເດີນທາງຈາກຈັງຫວັດຂອນແກ່ນປະມານບ່າຍສາມໂມງແລງ. ເວລາ 3:50 ນາທີ ຫຼາຍຄົນອາດຈະຄິດວ່ານີ້ຄືເວລາທີ່ພວກເຮົາມາຮອດສະໜາມບິນສຸວັນນະພູມ ແຕ່ຜິດເດີ ນີ້ຄືເວລາທີ່ເຄື່ອງບິນເທັກອ໊ອຟ (Take off) ພວກເຮົາມາຮອດສະໝາມບິນສຸວັນນະພູມປະມານສິບໂມງປາຍ ຍ່າງໄປຖາມຢູ່ຄາວເຕີ້ ໄດ້ຄວາມວ່າ ຖ້ຽວບິນຂອງພວກເຮົາຈະສາມາດເຊັກອິນໄດ້ໃນເວລາຕີໜຶ່ງເຄິ່ງ ເພາະຕອນນີ້ຍັງບໍ່ທັນເປີດ ນັ້ນໝາຍຄວາມວ່າພວກເຮົາຕ້ອງນັ່ງລໍເຊັກອິນປະມານສາມເຖິງສີ່ຊົ່ວໂມງ ພວກເຮົານັ່ງ ນັ່ງ ແລະກໍນັ່ງ (ບໍ່ມີບ່ອນນອນ) ຈົນຮອດຕີໜຶ່ງ ຍ່າງໄປຖາມອີກຄັ້ງ ເຂົາບອກວ່າເຄື່ອງບິນດີເລຍ໌ (Delay) ເລື່ອນໄປເປັນແປດໂມງສີ່ສິບຫ້າ ໂອ້! ມາຍກ໊ອດ..ອາຈານເຫັນວ່າຈະຕ້ອງລໍໄປຈົນຮອດຕອນເຊົ້າກໍເລີຍພາພວກເຮົາໄປພັກຢູ່ຫ້ອງຮັບຮອງພຣະສົງທີ່ຢູ່ອີກຊັ້ນໜຶ່ງຂອງສະໝາມບິນ ໄປຮອດ ປາກົດວ່າມີພຣະນັ່ງຢູ່ໃນນັ້ນກ່ອນແລ້ວໜຶ່ງອົງ ໃນຫ້ອງຮັບຮອງນີ້ບໍ່ມີບ່ອນນອນ ແຕ່ນີ້ບໍ່ເປັນບັນຫາສຳລັບພວກເຮົາ ໄດ້ໝອນຄົນລະໜ່ວຍແລ້ວກໍເຂົ້າສູ່ໂໝດນິດທາ

ຕອນເຊົ້າ ພາຍຫຼັງທີ່ກິນເຂົ້າແລ້ວໄປເຊັກເບິ່ງຖ້ຽວບິນອີກຄັ້ງ ປາກົດວ່າມັນເລື່ອນໄປອີກເປັນ 9:50 ນາທີ ສາລະພາບຕົງໆເລີຍວ່າຮູ້ສຶກເຊັງບໍ່ໜ້ອຍເພາະດີເລຍ໌ມາຫົກຊົ່ວໂມງແລ້ວ (ບໍ່ລວມເວລາທີ່ພວກເຮົາມານັ່ງລໍຖ້າເຊັກອິນ) ພວກເຮົາເຂົ້າໄປລໍຢູ່ພາຍໃນເທີມິນໍ ບໍ່ມີຫຍັງເຮັດ ເລີຍພາກັນຍ່າງໄປຍ່າງມາ ຍ່າງມາແລ້ວກໍຍ່າງໄປ ດ໋ຽວນັ່ງ ດ໋ຽວລຸກ, ດ໋ຽວລຸກ ດ໋ຽວນັ່ງ ວົນວຽນຢູ່ຫຼາຍຮອບ ລະຫວ່າງທາງໄປຫ້ອງນ້ຳມີຈໍບອກເວລາທີ່ເຄື່ອງບິນຈະອອກຢູ່ໃນນັ້ນ ໃຫ້ເດົາວ່າມັນຈະໜ້າດ້ານເລື່ອນອີກຫຼືບໍ? ຕາມນັ້ນແຫຼະ! ມັນເລື່ອນອີກ. ອາລົມໃນຕອນນັ້ນປະມານວ່າ ມຶງຢາກເລື່ອນກໍເລື່ອນໄປ ກູເຮັດຫຍັງບໍ່ໄດ້ ກູກໍຈະລໍຕໍ່ໄປ! ຈັ່ງໃດກໍລໍມາຕັ້ງຫົກຊົ່ວໂມງແລ້ວ ລໍອີກຈັກໜ່ອຍບໍ່ໜ້າຈະເປັນຫຍັງດອກ. ເຄື່ອງບິນທະຍານຂຶ້ນສູ່ທ້ອງຟ້າອິຫຼີຄືເວລາ 12 ໂມງພໍດີ ສະຫຼຸບຄືພວກເຮົາໃຊ້ຊີວິດຢູ່ສະໜາມບິນນີ້ເປັນເວລາສິບສາມຊົ່ວໂມງ ດົນທີ່ສຸດໃນຊີວິດຂອງຂ້ອຍ. ບາງຄັ້ງຊີວິດກໍໂຍນບົດຮຽນບົດຍາກໆມາໃຫ້ ເພື່ອພິສູດຄວາມອົດທົນຂອງເຮົາ ຜູ້ໃດອ່ອນແອກໍແພ້ໄປ ການລໍຄອຍເປັນສິ່ງທີ່ທໍລະມານເລື່ອງນີ້ໃຜກໍຮູ້ ແຕ່ມີຄົນບອກວ່າຜົນຂອງມັນຫອມຫວານ ແລະສົດຊື່ນ ເຈົ້າເຫັນດ້ວຍກັບຄຳເວົ້ານີ້ບໍ? “ອົດສົ້ມໄວ້ກິນຫວານ”

ມີການທົດສອບຄັ້ງໜຶ່ງໃນລະຫວ່າງປີ 1960 ເຖິງ 1970 ໂດຍສາສະດາຈານ ວອລເຕີ ມິສເຊລ (Walter Mischel) ຈາກມະຫາວິທະຍາລັຍສະແຕນຟອຣ໌ດ (Stanford University) ເຂົາເອີ້ນວິທີການທົດສອບໃນຄັ້ງນີ້ວ່າ The Marshmallow Test ວິທີການທົດສອບກໍຄື ໃຫ້ເດັກນ້ອຍຈຳນວນ 600 ຄົນ ທີ່ມີອາຍຸລະຫວ່າງ 4-6 ປີ ເລືອກເອົາເຂົ້າໜົມທີ່ຕົນເອງມັກເຊັ່ນ: ມາຣ໌ຊະມໍໂລ, ຄຸກກີ້ ແລະເຂົ້າໜົມເຄັກເປັນຕົ້ນ ແລ້ວໃຫ້ໄປນັ່ງຢູ່ໃນຫ້ອງຄົນດຽວພ້ອມກັບເຂົ້າໜົມທີ່ຕົນເອງເລືອກມາໜຶ່ງກ້ອນ ໂດຍຜູ້ທົດສອບໄດ້ບອກກັບເດັກນ້ອຍວ່າ ພາຍຫຼັງທີ່ລາວຍ່າງອອກຈາກຫ້ອງແລ້ວເດັກນ້ອຍສາມາດກິນເຂົ້າໜົມໄດ້ທຸກເມື່ອ ແຕ່ຫາກວ່າເດັກນ້ອຍຄົນນັ້ນລໍຄອຍໄດ້ຈົນເເຖິງ 15 ນາທີ ຜູ້ທົດສອບຈະເອົາເຂົ້າໜົມມາໃຫ້ເພີ່ມອີກໜຶ່ງກ້ອນ. ເມື່ອໃຫ້ເດັກນ້ອຍຢູ່ຕາມລຳພັງກັບເຂົ້າໜົມທີ່ຕົນເອງມັກ ຜູ້ທົດສອບທັງຫຼາຍກໍພາກັນສັງເກດການຢູ່ນອກຫ້ອງຜ່ານແກ້ວ ແລະອັດວິດີໂອໄວ້.

ຈາກການທົດສອບນີ້ເຮັດໃຫ້ພວກເຂົາຮູ້ວ່າ ເດັກນ້ອຍບາງຄົນເລືອກປິດຕາໄວ້ເພື່ອບໍ່ໃຫ້ເຫັນເຂົ້າໜົມທີ່ວາງຢູ່ຂ້າງໜ້າຕົນເອງ ບາງຄົນນັ່ງເບິ່ງຊື່ໆ ບາງຄົນເອົາມືຈິ້ມຫຼິ້ນ ບາງຄົນຈັບມາທຳທ່າຈະໂມ່ມໃສ່ປາກແລ້ວເອົາວາງໄວ້ຄືເກົ່າ ບາງຄົນເຕະໂຕ໊ເຕະຕັ່ງ ບາງຄົນເອົາລິ້ນເລຍຫຼິ້ນ ບາງຄົນຜ່ານໄປສອງສາມນາທີທົນບໍ່ໄດ້ກໍຈັບເຂົ້າໜົມມາກິນ ບາງຄົນເລືອກທີ່ຈະກິນທັນທີພາຍຫຼັງຜູ້ທົດສອບຍ່າງອອກຈາກຫ້ອງ ມີເດັກນ້ອຍພຽງໜຶ່ງໃນສາມເທົ່ານັ້ນທີ່ສາມາດລໍຄອຍໄດ້ຈົນຄົບ 15 ນາທີ ໂດຍທີ່ບໍ່ກິນເຂົ້າໜົມນັ້ນກ່ອນ.

ຜ່ານມາ 10 ປີ ໄດ້ມີການສຶກສາຕິດຕາມ (Follow-up Study) ຊີວິດຂອງເດັກນ້ອຍເຫຼົ່ານັ້ນໃນປີ 1988 ພົບວ່າ ກຸ່ມເດັກນ້ອຍທີ່ມີຄວາມສາມາດອົດທົນລໍຄອຍໄດ້ນັ້ນ ກາຍເປັນຄົນທີ່ມີຄວາມສາມາດທົ່ວໄປສູ່ງກວ່າອີກກຸ່ມ ແລະໄດ້ມີການສຶກສາຕິດຕາມຄັ້ງທີສອງໃນປີ 1990 ພົບວ່າ ເດັກນ້ອຍກຸ່ມທີ່ສາມາດລໍຄອຍໄດ້ນັ້ນມີຄະແນນເສັງເຂົ້າມະຫາວິທະຍາລັຍສູງກວ່າອີກກຸ່ມ ແລະໄດ້ມີການສຶກສາຕິດຕາມອີກຫຼາຍຄັ້ງຕໍ່ມາເຊິ່ງພົບວ່າ ເດັກນ້ອຍກຸ່ມທີ່ສາມາດລໍຄອຍໄດ້ນັ້ນລ້ວນໄດ້ຜົນໃນທາງບວກເມື່ອທຽບກັບອີກກຸ່ມ ເມື່ອບໍ່ດົນມານີ້ໄດ້ມີນັກສຶກສາລາວຄົນໜຶ່ງທີ່ສຶກສາຄົ້ນຄວ້າກ່ຽວກັບຄວາມອົດທົນລໍຄອຍກັບການເຮັດທຸລະກິດມີຄວາມເຊື່ອໂຍງກັນແນວໃດ ຜົນການສຶກສາພົບວ່າ ຄົນທີ່ມີຄວາມອົດທົນລໍຄອຍ “ຕ່ຳ” ມີແນວໂນ້ມທີ່ຈະລາອອກຈາກງານແລ້ວມາປະກອບທຸລະກິດຂອງຕົນເອງ ແຕ່ຄົນທີ່ມີຄວາມອົດທົນລໍຄອຍ “ສູງ” ມີແນວໂນ້ມປະສົບຜົນສຳເລັດໃນການປະກອບທຸລະກິດຂອງຕົນເອງຫຼາຍກວ່າຄົນທີ່ມີຄວາມອົດທົນລໍຄອຍຕ່ຳ.

ການທົດລອງນີ້ຊີ້ໃຫ້ເຫັນວ່າ ເດັກນ້ອຍທີ່ບໍ່ຫຸນຫັນພັນແລ່ນ ຮູ້ຈັກອົດທົນລໍຄອຍເປັນ ອົດທົນຕໍ່ສິ່ງລໍ່ຕາລໍ່ໃຈໃນປັດຈຸບັນໄດ້ຄືຄົນທີ່ມີຄຸນລັກສະນະນິໄສທີ່ນຳໄປສູ່ສິ່ງດີໆ ເມື່ອເຕີບໃຫຍ່ຂຶ້ນ. ເວົ້າງ່າຍໆວ່າ ໃຜອົດສົ້ມໄວ້ກິນຫວານໄດ້ນັ້ນ ເປັນສິ່ງທີ່ດີ.

ໃນທີ່ສຸດພວກເຮົາກໍເດີນທາງມາຮອດສະໜາມບິນນານາຊາດອິນທິຣາຄານທີ (Indira Gandhi International Airport) ພາຍຫຼັງທີ່ໄປຮັບກະເປົ໋າເດີນທາງແລ້ວກໍໄປເຊັກອິນເພື່ອທີ່ຈະບິນໄປຕໍ່ທີ່ເມືອງສີນາກາຣ໌ (Srinagar) ເຊິ່ງເປັນເມືອງຫຼວງຂອງລັດຈຳມູ ແລະແຄັດສະເມຍ ເຊັກອິນແລ້ວນັ່ງລໍຖ້າອີກສີ່ຊົ່ວໂມງ ໃນຂະນະທີ່ລໍເຄື່ອງບິນ ມີສິ່ງໜຶ່ງທີ່ຕ້ອງເຮັດຄື ຊອກຫາລູກສິດອາຈານອີກຄົນໜຶ່ງທີ່ເປັນຄົນອິນເດຍ ຜູ້ທີ່ຈະຮ່ວມເດີນທາງໄປກັບພວກເຮົາ ອາຈານໃຫ້ມາລໍຖ້າຢູ່ສະໜາມບິນນີ້ແລ້ວ ແຕ່ບັນຫາຄືພວກເຮົາຍັງບໍ່ທັນໄດ້ພົບກັນ ບັນຫາໃຫຍ່ໄປກວ່ານັ້ນຄືພວກເຮົາຕິດຕໍ່ກັນບໍ່ໄດ້ ເພາະບໍ່ມີອິນເຕີເນັດ ບໍ່ຮູ້ວ່າຈະໄປຊອກຫາຫາຢູ່ໃສ ພວກເຮົາກໍເລີຍເລືອກທີ່ຈະນັ່ງລໍ. ຖ້າຢູ່ປະມານສິບກວ່ານາທີບັງເອີນວ່າລາວຍ່າງມາພໍ້ພວກເຮົາພໍດີ ເປັນໄປໄດ້ບໍ່ວ່າ ບາງຄັ້ງການລໍຄອຍກໍເປັນການຕາມຫາອີກຮູບແບບໜຶ່ງ ຫຼືເວົ້າອີກຢ່າງໜຶ່ງວ່າ ການຮູ້ຈັກອົດທົນລໍຄອຍໃຫ້ເປັນໃນປັດຈຸບັນ ຈະກໍ່ໃຫ້ເກີດລາງວັນທີ່ດີງາມໃນອະນາຄົດ ເໝືອນກັບເດັກນ້ອຍທີ່ສາມາດອົດທົນລໍຄອຍບໍ່ກິນເຂົ້າໜົມກ່ອນເວລາ ພວກເຂົາຈຶ່ງໄດ້ຮັບລາງວັນຢ່າງງາມໃນເວລາຕໍ່ມາ

ແຕ່ຜູ້ອ່ານທັງຫຼາຍຢ່າຟ້າວເຄີບເຄີ້ມໄປກັບງານສຶກສາວິຈັຍເຫຼົ່ານີ້ຈົນລືມຕັ້ງຂໍ້ສັງເກດ. ແນ່ນອນ, ການທົດສອບທີ່ກ່າວເຖິງນັ້ນມີທັງຄົນເຫັນດ້ວຍ ແລະເຫັນຕ່າງ ໂດຍກຸ່ມທີ່ເຫັນຕ່າງກໍພະຍາຍາມທຳການທົດສອບໃນແບບດຽວກັນ ແຕ່ໃຊ້ກຸ່ມຕົວຢ່າງທີ່ໃຫຍ່ຂຶ້ນ ແລະມີພູມຫຼັງທາງສັງຄົມທີ່ຫຼາກຫຼາຍກວ່າ ຜົນຂອງການທົດສອບຂອງຄົນກຸ່ມນີ້ພົບວ່າ ຄວາມກ່ຽວຂ້ອງກັນລະຫວ່າງການຮູ້ຈັກອົດທົນລໍຄອຍບໍ່ໄດ້ສຳພັນກັນໂດຍຕົງຕໍ່ຄວາມສຳເລັດໃນອະນາຄົດ (ກະລຸນາອ່ານປະໂຫຍກຕົວເອນນີ້ອີກຄັ້ງ) ໂດຍໃຫ້ເຫດຜົນວ່າ ເຮົາບໍ່ສາມາດນຳເອົາຜົນການທົດສອບເລື່ອງຄວາມອົດທົນລໍຄອຍນີ້ມາຕັດສິນຊີ້ຂາດອະນາຄົດຂອງຜູ້ໃດຜູ້ໜຶ່ງໄດ້ ແມ້ແຕ່ວິທີການທົດສອບຂອງຄະນະນັກວິຈັຍລຸ້ນກ່ອນກໍຖືກຄົນກຸ່ມຫຼັງນີ້ວິຈານວ່າ ກຸ່ມຕົວຢ່າງ (ເດັກນ້ອຍທີ່ນຳມາທົດສອບ) ທີ່ຄະນະນັກວິຈັຍລຸ້ນກ່ອນນຳມານັ້ນລ້ວນມາຈາກລູກຫຼານຂອງຊົນຊັ້ນກາງທີ່ມີການສຶກສາສູງຢູ່ແລ້ວ ແລະຄຸນສົມບັດເລື່ອງຄວາມອົດທົນກໍດີ ການຢັບຢັ້ງຊັ່ງໃຈກໍດີ ເປັນຄຸນນະທັມພື້ນຖານຂອງຄົນຊົນຊັ້ນກາງ ແລະຄົນທີ່ມີຖານະດີ ເພາະພວກເຂົາເຕີບໂຕມາໃນຄອບຄົວທີ່ອົບອຸ່ນ ມີການສຶກສາດີ ຍ່ອມໄດ້ຮັບການປູກຝັງໃຫ້ຮູ້ຈັກອົດທົນລໍຄອຍໄດ້ ຫາກວ່າເອົາຄົນທີ່ມີພື້ນຖານມາຈາກຄົນຫຼາກຫຼາຍກຸ່ມເຊັ່ນ ຄົນຍາກຈົນ ຄົນຈອນຈັດເປັນຕົ້ນ ມາເປັນກຸ່ມຕົວຢ່າງ ບາງທີ ເຂົ້າໜົມທີ່ວາງຢູ່ຂ້າງໜ້າອາດຈະເປັນຄວາມສຸກທັງໝົດຂອງພວກເຂົາໃນຕອນນັ້ນກໍເປັນໄດ້ ດັ່ງນັ້ນ ກໍໂມ່ມເຂົ້າປາກເສຍເລີຍດີກວ່າ. ຫຼືອີກແງ່ໜຶ່ງ ເຮົາສາມາດສົງໄສໄດ້ວ່າ ທີ່ເດັກນ້ອຍຄົນນັ້ນບໍ່ກິນເຂົ້າໜົມທີ່ວາງຢູ່ຕໍ່ໜ້າທັນທີເພາະລາວອາດຈະບໍ່ມັກເຂົ້າໜົມຫວານກໍເປັນໄດ້.

ເມື່ອເປັນເຊັ່ນນີ້ແລ້ວ ຄຸນນະທັມເລື່ອງຄວາມອົດທົນລໍຄອຍອາດຈະບໍ່ແມ່ນຕົວຊີ້ວັດໜຶ່ງດຽວໃນການບົ່ງບອກຄວາມສຳເລັດໃນອະນາຄົດຂອງຜູ້ໃດຜູ້ໜຶ່ງ.

ທີນີ້ ອາດຈະເກີດຄຳຖາມຂຶ້ນວ່າ ສະຫຼຸບແລ້ວ ຈະໃຫ້ອົດທົນລໍຄອຍຫຼືບໍ່ຕ້ອງອົດທົນລໍຄອຍ?

ຈະຕອບຄຳຖາມນີ້ໄດ້ ຜູ້ຂຽນມອງວ່າ ເຮົາຄວນແຍກເປັນເລື່ອງໆໄປ ເຮົາຈະເໝົາເອົາຄຸນນະທັມເລື່ອງຄວາມອົດທົນລໍຄອຍມາໃຊ້ກັບທຸກເລື່ອງໃນຊີວິດບໍ່ໄດ້ ເມື່ອເຕີບໃຫຍ່ຂຶ້ນຫຼາຍຄົນອາດຈະສົງໄສວ່າ ການອົດທົນລໍຄອຍຈະນຳໄປສູ່ສິ່ງທີ່ດີໄດ້ແທ້ຈິງຫຼືບໍ່? ບາງຄັ້ງການຈະບອກວ່າ ຄວນອົດທົນລໍຄອຍ ຫຼືວ່າເຮັດທັນທີ ຕ້ອງມີຄຸນນະທັມຫຼາຍຢ່າງມາເປັນສ່ວນປະກອບໃນການຕັດສິນໃຈ ຈະອາໄສພຽງຄຸນນະທັມຂໍ້ໃດຂໍ້ໜຶ່ງອາດຈະກໍ່ໃຫ້ເກີດຄວາມຜິດພາດໄດ້ງ່າຍ ເຮົາສາມາດຖາມໄດ້ວ່າ ຕ້ອງລໍໄປຮອດມື້ໃດຈຶ່ງຈະມີຄົນເອົາເຂົ້າໜົມມາເພີ່ມໃຫ້ອີກກ້ອນ ບາງເລື່ອງການອົດທົນລໍຄອຍກັບການເລື່ອນມື້ເລື່ອນເວັນກໍເປັນສອງສິ່ງທີ່ມີເສັ້ນບາງໆຂັ້ນກາງ ເພາະຕອນນີ້ເຮົາບໍ່ແມ່ນເດັກນ້ອຍທີ່ຕ້ອງລໍຖ້າໃຫ້ຜູ້ໃຫຍ່ເອົາເຂົ້າໜົມມາໃຫ້ອີກແລ້ວ

ສະນັ້ນ ການທີ່ຈະຕັດສິນໃຈໄດ້ວ່າເຮົາຄວນຈະເຮັດທັນທີ ຫຼື ຄວນລໍຕໍ່ໄປ ຂຶ້ນກັບວ່າເຮົາມອງເລື່ອງນັ້ນໃນມຸມມອງແບບໃດຕ່າງຫາກ

ຜູ້ຂຽນມອງວ່າ ເລື່ອງໃດກໍຕາມທີ່ຢູ່ເໜືອການຄວບຄຸມຂອງເຮົາ (Out of our control) ກໍຄວນອົດທົນລໍຄອຍໃຫ້ໄດ້ເຊັ່ນ: ການປູກຕົ້ນໄມ້ແລ້ວລໍໃຫ້ມັນອອກຜົນ ການລໍເຄື່ອງບິນທີ່ດີເລຍ໌ເພາະເຮົາບໍ່ສາມາດຄວບຄຸມດິນຟ້າອາກາດໄດ້ເປັນຕົ້ນ ສ່ວນເລື່ອງໃດທີ່ເຮົາຄວບຄຸມໄດ້ຄວນລົງມືເຮັດທັນທີເຊັ່ນ: ເຮົາບໍ່ມັກນິໄສຕົນເອງທີ່ເປັນຢູ່ໃນຕອນນີ້ ກໍຄວນຫາວິທີປ່ຽນແປງ ຫາກປ່ອຍໃຫ້ຕົນເອງຈົມຢູ່ກັບເລື່ອງນັ້ນດົນຈົນເກີນໄປ ເຮົາອາດຈະເສຍປະໂຫຍດທີ່ຄວນຈະໄດ້ ຈະມີ ແລະຈະເປັນໃນອະນາຄົດກໍເປັນໄດ້.

ເວົ້າມາຮອດນີ້ ຢາກຖາມທຸກທ່ານອີກຄັ້ງວ່າ ຄິດແນວໃດຕໍ່ຄຳສຸພາສິດທີ່ວ່າ “ອົດສົ້ມໄວ້ກິນຫວານ”?

ຕອນນີ້ ເຄື່ອງບິນຈາກກຸງເດລີສູ່ສີນາກາຣ໌ກຳລັງຈະລົງຈອດ (Landing) ຂ້ອຍຈັບມືຖືຂຶ້ນມາເບິ່ງ ຕົວເລກໃນໜ້າຈໍບອກວ່າ ຕອນນີ້ເວລາແປດໂມງແລງ ພໍແຕ່ຍ່າງຜ່ານພົ້ນຈາກປະຕູເຄື່ອງບິນ ໃບໜ້າກໍກະທົບເຂົ້າກັບອາກາດຢ່າງຈັງ…ໜາວຈີ໊ດດດ ອຸນຫະພູມປະມານສິບກວ່າອົງສາ ພວກເຮົາຍ່າງອອກຈາກສະໜາມບິນເພື່ອຊອກຫາຄົນຂັບລົດທີ່ນັດໝາຍກັນໄວ້ ແຕ່ຍັງຄົງມີບັນຫາເດີມຄື ຕິດຕໍ່ກັນບໍ່ໄດ້ ກໍເລີຍຕ້ອງຍ່າງສາລະວົນຊອກຫາກັນຢູ່ດົນພໍສົມຄວນ ທ້າຍທີ່ສຸດ ພວກເຮົາກໍພໍ້ກັນດ້ວຍວິທີປັນຍາປະດິດຂອງອິນເດຍ ຄືເຂົາຈະຂຽນຊື່ຫົວໜ້າຄະນະພວກເຮົາໃສ່ເຈ້ຍແກັດແລ້ວຍ່າງຕາມຫາ ພວກເຮົາກໍຍ່າງຕາມຫາລາວ ສຸດທ້າຍພຣະເຈົ້າກໍຈັບພວກເຮົາມາເຈີກັນຈົນໄດ້ “ເຮົາຈະເຫັນໃນສິ່ງທີ່ເຮົາຕາມຫາ”

ລໍ້ລົດທັງສີ່ລໍ້ຄ່ອຍໆໝຸນອອກຈາກສະໜາມບິນສີນາກາຣ໌ ນຳພາຜູ້ໂດຍສານທັງຫ້າຊີວິດມຸ່ງໜ້າໄປສູ່ໂຮງແຮມທີ່ຈະພັກໃນຄ່ຳຄືນນີ້ ຍິ່ງລໍ້ລົດໝຸນໄວເທົ່າໃດສະໜາມບິນກໍຄ່ອຍໆເລືອນຫາຍອອກຈາກສາຍຕາພວກເຮົາຫຼາຍເທົ່ານັ້ນຈົນມັນຄ່ອຍໆກົມກືນໄປກັບຄວາມມືດ ພວກເຮົາມາຮອດໂຮງແຮມສະເຕີຣ໌ລິງ (Sterling Hotel) ດ້ວຍຄວາມຮູ້ສຶກໜາວໆ ຫຼັງຈາກໄດ້ກະແຈຫ້ອງນອນຄົບແລ້ວ ອາຈານຫັນໄປຖາມພະນັກງານໜ້າເຄົາວ໌ເຕີຣ໌ວ່າ ມື້ອື່ນມີອາຫານເຊົ້າບໍ່? No dinner, No breakfast, No anything! ນີ້ຄືຄຳຕອບທີ່ພວກເຮົາໄດ້ຮັບ (ຄຳສຸດທ້າຍນີ້ຄວັນສີເທົາເຕີມເອງເດີ) ກໍເໝາະສົມກັບຄຳສຸດທ້າຍນີ້ດີ ເພາະໃນຫ້ອງມີພຽງຕຽງນອນ ຜ້າເຊັດຕົວ ໝອນກັບຜ້າຫົ່ມ ນ້ຳດື່ມກໍບໍ່ມີ ຢ່າຖາມຫາກາເຟກັບໝໍ້ນ້ຳ ເພາະຫ້ອງຈະຫັນມາຖາມວ່າ ມັນຄືຫຍັງ ກູບໍ່ຮູ້ໂວ໊ຍ!

ອາບນ້ຳເສັດຊັບຮຽບຮ້ອຍ ຊຸກຕົວເຂົ້າໄປຜ້າຫົ່ມ ໄອ້ຢ໋າ!! (ຂໍຕົກໃຈສອງທີເພາະມີຢູ່ນຳກັນສອງຄົນ) ຜ້າຫົ່ມມີແຕ່ຂຸຍ ຄິດໃນໃຈນີ້ຄືໂຮງແຮມ ຫຼືເລົ້າໄກ່ຫວ່ະນິ. ຈະເລົ້າໄກ່ຫຼືໂຮງແຮມບໍ່ເປັນບັນຫາ ສຳລັບນັກເດີນທາງ ຂໍພຽງມີບ່ອນຊຸກຫົວນອນໃນຍາມຄ່ຳຄືນ–ນັ້ນໜ້າຈະພຽງພໍແລ້ວ. ເຮົາອອກເດີນທາງເພື່ອສະແຫວງຫາບາງຢ່າງໃນໂລກກວ້າງ ແຕ່ແປກ ຍິ່ງໄດ້ເຫັນໂລກກວ້າງຫຼາຍເທົ່າໃດ ເຮົາຍິ່ງໄດ້ຮຽນຮູ້ຈິດໃຈຂອງຕົນເອງຫຼາຍຂຶ້ນເທົ່ານັ້ນ ຮູ້ວ່າຈະຄວບຄຸມຕົນເອງໄດ້ແນວໃດເມື່ອຫຼາຍສິ່ງບໍ່ເປັນໄປຕາມແຜນການ ເຮົາສາມາດລະເບີດອາລົມໃສ່ຄົນອ້ອມຂ້າງໄດ້ທຸກເມື່ອເພາະການລໍຄອຍທີ່ແສນຍາວນານແລະໜ້າເບື່ອໜ່າຍ–ແຕ່ສິ່ງນີ້ກໍບໍ່ໄດ້ເກີດຂຶ້ນກັບພວກເຮົາ ເປັນໄປໄດ້ບໍ່ວ່າ ການເດີນທາງແຕ່ລະຄັ້ງ ຄືການເຄາະເປືອກເກົ່າຂອງເຮົາອອກໄປ ແລ້ວສ້າງຕົວຕົນໃໝ່ຂຶ້ນມາແທນ.

ພຣະຂາວພັນນາຣາມ, ນະຄອນຫຼວງວຽງຈັນ

19 ມິຖຸນາ 2023

ເອກະສານອ້າງອິງ:

https://thematter.co/social/patience-vs-impatience/68544

https://www.thairath.co.th/content/318249

https://www.emerald.com/insight/content/doi/10.1108/JEEE-10-2018-0104/full/html

]]>
ບາງຄົນມີເວລາຫຼາຍກວ່າຄົນອື່ນ https://dekwatlaos.com/blog-daily/bang-khon-mee-vela-lai-kuakhoneun/1803/ Sat, 25 Feb 2023 10:27:46 +0000 https://dekwatlaos.com/?p=1803 ໂດຍ: ຄວັນສີເທົາ

ຊີວິດຈະມີຄຸນຄ່າ ຂຶ້ນກັບວ່າເຮົາເອົາເວລາທີ່ມີຢູ່ໄປໃຊ້ກັບເລື່ອງໃດ

ປັດຈຸບັນ ມະນຸດມີອາຍຸສະເລ່ຍປະມານ 75 ປີ ຖ້ານັບເປັນວັນຄື 27,375 ວັນ ພວກເຮົາມີເວລາຫຼາຍຂະໜາດນີ້ກໍຈິງ ແຕ່ເວລາເປັນສິ່ງທີ່ແປກປະຫຼາດ ເມື່ອທຳມະຊາດໄດ້ມອບໃຫ້ແກ່ເຮົາແລ້ວ ແມ້ວ່າຈະໃຊ້ຫຼືບໍ່ໃຊ້ກໍຕາມ ເວລານັ້ນຈະໝົດໄປເອງ ສິ່ງນີ້ສະແດງໃຫ້ເຫັນວ່າເວລາຂອງແຕ່ລະຄົນເປັນສິ່ງທີ່ມີຈຳກັດ ພາຍໃນເວລາທີ່ມີຈຳກັດນີ້ ບາງຄົນໃຊ້ມັນຢ່າງຄຸ້ມຄ່າຈົນປະສົບຜົນສຳເລັດສູງສຸດໃນຊີວິດ ແຕ່ບາງຄົນໃຊ້ມັນຢ່າງຟຸ່ມເຟືອຍຈົນຫາປະໂຫຍດຫຍັງບໍ່ໄດ້ ເຮັດໃຫ້ຊີວິດໄຮ້ຄຸນຄ່າ ໄຮ້ຄວາມໝາຍ ມີຊີວິດຢູ່ພຽງເພື່ອລໍວັນຕາຍເທົ່ານັ້ນ. ສະນັ້ນ ເຮົາຈຶ່ງສາມາດກ່າວໄດ້ວ່າ ການໃຊ້ເວລາ ຫຼື ເອີ້ນອີກຢ່າງວ່າ ການບໍລິຫານເວລາ ຂອງແຕ່ລະຄົນສາມາດກຳນົດຊະຕາຊີວິດຂອງບຸກຄົນຄົນນັ້ນໄດ້ເລີຍກໍວ່າໄດ້ ເມື່ອເຮົາຮູ້ວ່າການໃຊ້ເວລາມີຄວາມສຳຄັນເຖິງພຽງນີ້ ເຮົາຈະມີວິທີໃນການບໍລິຫານເວລາແບບໃດ ເພື່ອໃຫ້ເກີດປະໂຫຍດຫຼາຍທີ່ສຸດໃນຖານະທີ່ເຮົາເກີດມາເປັນມະນຸດຄົນໜຶ່ງ ປ່ະ! ລອງໄປຄົ້ນຫາວິທີນຳກັນ.

ເວລາເປັນສິ່ງທີ່ມະນຸດສົມມຸດຂຶ້ນ ເພື່ອສະດວກໃນການກຳນົດຊ່ວງຍາມຂອງເຫດການໃດໜຶ່ງ ເພາະມີເວລາຈຶ່ງເຮັດໃຫ້ມະນຸດສາມາດໃຊ້ຊິວິດໄດ້ງ່າຍຂຶ້ນ ລອງຈິນຕະນາການເບິ່ງ ຫາກໂລກນີ້ບໍ່ມີການສົມມຸດເລື່ອງເວລາຂຶ້ນມາໃຊ້ ພວກເຮົາຈະດຳລົງຊີວິດຢູ່ດ້ວຍຄວາມຍາກລຳບາກພຽງໃດ ນັດໝູ່ເພື່ອນໄປກິນເຂົ້າ ແຕ່ບໍ່ໄດ້ກຳນົດເລື່ອງເວລາ ມີໂອກາດສູງທີ່ເຮົາຈະໄດ້ນັ່ງກິນເຂົ້າຄົນດຽວ ນີ້ຄືເຫດຜົນທີ່ວ່າ ເປັນຫຍັງເວລາຈຶ່ງເປັນສິ່ງສຳຄັນ. ສິ່ງສຳຄັນຍິ່ງໄປກວ່ານັ້ນຄື ການບໍລິຫານເວລາຂອງເຮົາເພື່ອເຮັດສິ່ງຕ່າງໆໃນຊີວິດປະຈຳວັນ.

ໃນບາງວັດທະນະທຳໃຫ້ຄວາມສຳຄັນເລື່ອງເວລາມາເປັນທີ່ໜຶ່ງ ໂດຍສະເພາະວັດທະນະທຳຕາເວັນຕົກ ຖ້າມີນັດກັບໝູ່ເພື່ອນແລ້ວເຮົາໄປຊ້າພຽງ 5-10 ນາທີ ຄົນອັງກິດຈະຖືວ່າເຮົາບໍ່ມີມາລະຍາດ ເປັນການບໍ່ໃຫ້ກຽດຄົນອື່ນຢ່າງຍິ່ງ. ເບັນຈະມິນ ແຟຣງກລິນ ໜຶ່ງໃນບິດາຜູ້ສ້າງຊາດອາເມຣິກາ ເຖິງກັບກ່າວໄວ້ວ່າ Time is money ເວລາເປັນສິ່ງທີ່ມີຄ່າແພງທີ່ສຸດເໝືອນດັ່ງເງິນຄຳ ການສູນເສຍເວລາຄືການເສຍລາຍໄດ້ ສົມມຸດວ່າ ເຮົາສາມາດຫາເງິນໄດ້ສະເລ່ຍເງິນເດືອນລະ 3,000,000 ກີບ ຖ້າເຮົາເຮັດວຽກເຕັມ 30 ມື້ຕໍ່ເດືອນ ນັ້ນໝາຍຄວາມວ່າເຮົາມີລາຍໄດ້ມື້ລະ 100,000 ກີບ ຄິດຍ່ອຍລົງໄປອີກ ເຮົາເຮັດວຽກມື້ລະແປດຊົ່ວໂມງ ເອົາໜຶ່ງແສນຫານແປດ ສະແດງວ່າ ເຮົາຈະມີລາຍໄດ້ຊົ່ວໂມງລະ 12,500 ກີບ.

ທີນີ້ ຖ້າໃນໜຶ່ງວັນເຮົາສູນເສຍເວລາໄປກັບສິ່ງທີ່ໄຮ້ປະໂຫຍດໜຶ່ງຊົ່ວໂມງ ເຮົາຈະສູນເສຍເງິນຈຳນວນ 12,500 ກີບ ເບິ່ງຄືວ່າເປັນຈຳນວນເງິນທີ່ໜ້ອຍແຮງ ແຕ່ຢ່າລືມວ່າໃນແຕ່ລະມື້ເຮົາສູນເສຍເວລາໄປຈັກຊົ່ວໂມງ ຫາກຄິດແນວນີ້ ການໄປເຮັດການຊ້າຫຼືໄວ ຫ້ານາທີ ສິບນາທີ ລ້ວນແລ້ວແຕ່ສົ່ງຜົນດີຫຼືຜົນເສຍຕໍ່ການຈະເລີນເຕີບໂຕຂອງເສດຖະກິດແຫ່ງຊາດ ດ້ວຍເຫດນີ້ ປະເທດທີ່ເຂົາຄິດວ່າ ເວລາເປັນເງິນເປັນຄຳ ເຂົາຈຶ່ງລວຍເອົ໋າລວຍເອົາ.

ຫັນມາເບິ່ງວັດທະນະທຳລາວເຮົາ

ວັນທີ 3 ທັນວາ 2021 ທີ່ຜ່ານມາ ລາວເຮົາມີເຫດການປະຫວັດສາດເກີດຂຶ້ນໜຶ່ງເຫດການ ກໍ່ໃຫ້ເກີດຄວາມຕື່ນເຕັ້ນໄປທົ່ວສັງຄົມລາວ ນັ້ນຄືການເປີດໃຫ້ບໍລິການລົດໄຟລາວ-ຈີນຂະບວນທຳອິດ ຈາກສະຖານີ້ວຽງຈັນໄປສູ່ຄຸນເໝິງ ເຮັດໃຫ້ຄົນແຫ່ໄປຊື້ປີ້ເພື່ອໃຫ້ໄດ້ນັ່ງລົດໄຟຂະບວນປະຫວັດສາດນີ້ ໜຶ່ງໃນກຸ່ມຜູ້ໂດຍທັງຫຼາຍນັ້ນ ມີພຣະສົງກຸ່ມໜຶ່ງທີ່ຮ່ວມເດີນທາງຄັ້ງນີ້ (ມີໂຍມສັດທາຢາກໃຫ້ພຣະສົງຮ່ວມເດີນທາງໄປເພື່ອຄວາມເປັນສິລິມຸງຄຸນ) ເມື່ອໄປຮອດສະຖານີປາຍທາງຂອງລາວຄືບໍ່ເຕັນ ຜູ້ໂດຍສານຄົນລາວຕ້ອງລົງ ເພາະຊ່ວງນັ້ນຈີນຍັງບໍ່ອະນຸຍາດໃຫ້ຄົນຕ່າງຊາດເຂົ້າປະເທດເນື່ອງດ້ວຍການລະບາດຂອງເຊື້ອໂຄວິດ-19 ເມື່ອລົງຈາກລົດແລ້ວຄະນະພຣະສົງສາມະເນນກຸ່ມນີ້ກໍພາກັນຍ່າງຫຼິ້ນທ່ຽວຊົມພື້ນທີ່ແຖວນັ້ນ ໂດຍມີນັດໝາຍກັນມາຂຶ້ນລົດໄຟກ່ອນເວລາ 12 ໂມງ ເພື່ອເດີນທາງກັບນະຄອນຫຼວງວຽງຈັນ. ຜູ້ອ່ານທັງຫຼາຍເຊື່ອບໍ່ວ່າ ມີພຣະກຸ່ມໜຶ່ງຕົກລົດ!!! ຢາກຈະຫົວອອກມາເປັນພາສາຈີນດັງໆວ່າ ຈູ໋ໜີຫາວຢວິ໋ນ! ໂຊກດີເດີຄູບາ ນິມົນເດີນທຸດົງກັບວັດ ຂ້ານ້ອຍ.

ເລື່ອງນີ້ສະທ້ອນເຖິງຫຍັງ?

ນີ້ຄືການລະເລີຍ ຫຼື ບໍ່ໃຫ້ຄວາມສຳຄັນເລື່ອງເວລາ ພຣະຄົງຄິດວ່າມາຊ້າພຽງຫ້ານາທີລົດໄຟຄືຊິຈອດລໍ ແຕ່ຄວາມຈິງຄື ບໍ່ ລົດໄຟເຂົາອອກຕາມເວລາ. ນີ້ເປັນພຽງໜຶ່ງໃນລ້ານໆເຫດການທີ່ກ່ຽວຂ້ອງກັບເວລາທີ່ເກີດຂຶ້ນໃນບ້ານເຮົາ ຄົນລາວຍັງຂາດວິໄນດ້ານຄວາມຕົງຕໍ່ເວລາຢູ່ບໍ່ໜ້ອຍ ແມ້ຈະມີການລົນນະລົງເພື່ອສ້າງວິໄນດ້ານນີ້ຢູ່ເປັນໄລຍະກໍຕາມ  ນີ້ຄືບັນທັດທຳອິດຂອງບົດຄວາມວ່າດ້ວຍມາລະຍາດທາງທຸລະກິດ ແລະ ວັດທະນະທຳ ປະເມີນໂດຍສູນພັດທະນາການຄ້າ ແລະ ທຸລະກິດໄທໃນອາຊຽນ. ຄວາມຈິງແມ້ຄົນອື່ນບໍ່ເວົ້າ ເຮົາກໍປະເມີນຕົນເອງອອກວ່າຄົນລາວໃຫ້ຄວາມສຳຄັນເລື່ອງເວລາໜ້ອຍຫຼາຍສ່ຳໃດ ເມື່ອໃຫ້ຄວາມສຳຄັນໜ້ອຍເຮົາຈຶ່ງມັກໃຊ້ເວລາຢ່າງໄຮ້ຄຸນຄ່າ ເປັນການເອົາເວລາໄປຖິ້ມໂດຍບໍ່ເກີດປະໂຫຍດຫຍັງເລີຍ. ການເວົ້າແບບນີ້ບໍ່ໄດ້ໝາຍຄວາມວ່າ ຄົນລາວເປັນແບບນີ້ທຸກຄົນ ແຕ່ເຮົາກຳລັງເວົ້າເຖິງພາບລວມແຫ່ງລັກສະນະ ແລະ ອຸປະນິໄສຂອງຄົນລາວເມື່ອທຽບກັບຄົນປະເທດອື່ນ ໂດຍສະເພາະປະເທດແຖບຕາເວັນຕົກ. ທີນີ້ ລອງມາເບິ່ງວ່າຄົນລາວມັກເສຍເວລາໄປກັບເລື່ອງໃດແດ່.

ໜຶ່ງງານລ້ຽງສັງສັນ ການເວົ້າວ່າ ງານລ້ຽງສັງສັນ ຟັງແລ້ວຮູ້ສຶກວ່າເປັນງານລ້ຽງເພື່ອສ້າງມິດຕະພາບ ຫຼື ຄົນທີ່ເປັນໝູ່ກັນຢູ່ແລ້ວກໍເພື່ອຮັກສາມິດຕະພາບໃຫ້ຍືນຍາວ ແຕ່ການເວົ້າແບບນີ້ເໝືອນວ່າເຮົາກຳລັງອະທິບາຍໃຫ້ຕົນເອງດູດີເກີນໄປ ລອງສັງເກດເບິ່ງກໍໄດ້ໃນງານລ້ຽງມີຫຍັງແດ່. ແນ່ນອນ, ສິ່ງໜຶ່ງທີ່ຂາດບໍ່ໄດ້ຄືເຫຼົ້າເບຍ ຫຼືມີໃຜເຄີຍເຫັນງານກິນລ້ຽງທີ່ມີແຕ່ກາເຟແຈກກັນທັງງານບໍ? ບໍ່ມີດອກ! ອັນນັ້ນມັນງານຜ້າປ່າ. ສະນັ້ນ ການເວົ້າວ່າ ງານລ້ຽງສັງສັນ ຖ້າເວົ້າເຖິງເນື້ອແທ້ແບບບໍ່ເກງໃຈກໍຄື ການຊຸມເຫຼົ້າຢາປາປິ້ງກັນດີໆນີ້ແຫຼະ! ການເອົາເວລາໄປໃຊ້ກັບສິ່ງເຫຼົ່ານີ້ຫຼາຍເກີນໄປຈະເຮັດໃຫ້ເຮົາສູນເສຍຫຼາຍຢ່າງ ເສຍສຸຂະພາບ ເສຍເງິນ ເສຍເວລາ ບາງທີອາດຈະເສຍທັງມິດຕະພາບທີ່ດີ ເພາະເມົາແລ້ວໄປຕີຂຸມຕາຄົນອື່ນ.

ສອງການໝົກໝຸ້ນຢູ່ກັບສັງຄົມອອນໄລນ໌ ປັດຈຸບັນຄົນລາວຫັນມາໃຊ້ເທັກໂນໂລຊີເຂົ້າໃນການເຮັດກິດຈະກຳຕ່າງໆຫຼາຍຂຶ້ນເຊັ່ນ: ດ້ານການສຶກສາ ການຂົນສົ່ງ ດົນຕີ ກີລາ ຄວາມບັນເທີງເປັນຕົ້ນ ການນຳໃຊ້ເທັກໂນໂລຊີກັບເລື່ອງເຫຼົ່ານີ້ຖືວ່າເປັນສິ່ງທີ່ດີ ໃນແງ່ທີ່ເກີດປະໂຫຍດ ແຕ່ຜູ້ອ່ານເຊື່ອບໍ່ວ່າ ຄົນລາວສ່ວນຫຼາຍໃຊ້ເທັກໂນໂລຊີເພື່ອຄວາມບັນເທີງເປັນສ່ວນໃຫຍ່ໂດຍສະເພາະເດັກນ້ອຍໄວ້ລຸ້ນ. ຈາກງານວິໄຈຂອງມະຫາວິທະຍາໄລຂອນແກ່ນທີ່ໄດ້ສຶກສາກ່ຽວກັບພຶດຕິກຳການໃຊ້ສື່ສັງຄົມອອນໄລນ໌ຂອງນັກຮຽນມັດທະຍົມສຶກສາລາວໃນນະຄອນຫຼວງວຽງຈັນ ຜົນການວິໄຈພົບວ່າ: ໂດຍສະເລ່ຍແລ້ວນັກຮຽນລາວໃຊ້ສື່ສັງຄົມອອນໄລນ໌ເພື່ອຕິດຕໍ່ໝູ່ເພື່ອນ ແລະ ເພື່ອຄວາມບັນເທີງຫຼາຍທີ່ສຸດຜົນທີ່ຕາມມາຈາກພຶດຕິກຳເຫຼົ່ານີ້ຄື ເຮັດໃຫ້ຄວາມສຳພັນອັນດີກັບໝູ່ເພື່ອນເສື່ອມຖອຍ ເກີດຄວາມວິຕົກກັງວົນຫຼາຍຂຶ້ນ ຜົນການຮຽນຫຼຸດລົງ ຮູ້ສຶກຫງຸດຫງິດງ່າຍເມື່ອບໍ່ມີອິນເຕີເນັດ ສູນເສຍສຸຂະພາບ ແລະ ເສຍເວລາຫຼາຍທີ່ສຸດ.

ສາມການທ່ຽວຫຼິ້ນກິນດື່ມໃນຍາມຄ່ຳຄືນ ເຮົາຈະສັງເກດເຫັນວ່າ ໃນຍຸກນີ້ການທ່ຽວຫຼິ້ນຕາມເທັກ ບາຣ໌ ແລະ ສະຖານບັນເທີງ ໄດ້ກາຍເປັນເລື່ອງປົກກະຕິຂອງສັງຄົມເມືອງໄປແລ້ວ. ບາງຄົນ ບໍ່ໄດ້ດື່ມສະເພາະເຫຼົ້າເບຍ ແຕ່ແຜ່ລາມໄປເຖິງຢາເສບຕິດຊະນິດຕ່າງໆ. ເມື່ອບໍ່ດົນມານີ້ ມີສິ່ງໜຶ່ງໄດ້ກາຍເປັນທີ່ນິຍົມຂອງໄວລຸ້ນລາວ ນັ້ນຄື ການສູບປູມເປົ້າ (Laughing Balloon) ເປັນການນຳເອົາແກສເຄມີຊະນິດໜຶ່ງທີ່ມີຊື່ວ່າ ໄນຕຣັສອັອກຊາຍ ອັດເຂົ້າໃນປູມເປົ້າແລ້ວນຳມາສູບເຂົ້າປາກຜ່ານໄປສູ່ປອດ ແກສຊະນິດນີ້ຖ້າເສບເປັນປະຈຳ ມັນຈະທຳລາຍລະບົບປະສາດ ເຮັດໃຫ້ເຊວສະໝອງຂາດອັອກຊີເຈນແບບກະທັນຫັນ ແລະ ເຮັດໃຫ້ຜູ້ທີ່ສູບໝົດສະຕິໄດ້ງ່າຍໆ ສິ່ງເຫຼົ່ານີ້ກຳລັງເປັນທີ່ນິຍົມ (Trend) ໃນກຸ່ມໄວລຸ້ນຢູ່ບ້ານເຮົາ ແທນທີ່ຈະເອົາເວລາຍາມຄ່ຳຄືນມາທົບທວນຊີວິດ ວາງແຜນງານໃນມື້ຕໍ່ໄປ ຫຼືອ່ານໜັງສືເພື່ອພັດທະນາທັກສະດ້ານຕ່າງໆ ເຮົາກັບເອົາໄປໃຊ້ທ່ຽວຫຼິ້ນແບບນີ້ ເຫັນແລ້ວກໍເກີດຄວາມອະນາດໃຈ.

ຈາກບັນຫາທີ່ກ່າວມາທັງສາມຂໍ້ນັ້ນ ເຮົາຈະເຫັນໄດ້ວ່າຄົນລາວສ່ວນໃຫຍ່ຍັງບໍ່ທັນໄດ້ໃຫ້ຄວາມສຳຄັນເລື່ອງເວລາເທົ່າທີ່ຄວນ ຈຶ່ງເຮັດໃຫ້ເຮົາໃຊ້ເວລາໄປກັບສິ່ງໄຮ້ສາລະຈົນກໍ່ໃຫ້ເກີດຜົນເສຍຕາມມາຫຼາຍຢ່າງ ສະນັ້ນ ເພື່ອແກ້ໄຂບັນຫາທີ່ເຮົາກຳລັງປະສົບຢູ່ ແລະ ປ້ອງກັນບໍ່ໃຫ້ເຍົາວະຊົນທີ່ກຳລັງເຕີບໃຫຍ່ມາພາຍຫຼັງປະສົບບັນຫາແບບນີ້ອີກ. ເຮົາຈະຕ້ອງສອນໃຫ້ຄົນພາຍໃນຊາດເຫັນຄຸນຄ່າຂອງເວລາໃຫ້ຫຼາຍຂຶ້ນ ເລີ່ມຕັ້ງແຕ່ຕົວບຸກຄົນໄປຈົນຮອດລະດັບສັງຄົມ ທຸກຄົນຕ້ອງຊ່ວຍກັນ ເລີ່ມຕັ້ງແຕ່ພໍ່ແມ່ໄປຈົນຮອດກຸ່ມຄົນທີ່ມີອິດທິພົນດ້ານການຊີ້ທິດເຍືອງທາງແກ່ສັງຄົມເຊັ່ນ: ນັກການເມືອງ ນັກເວົ້າ ນັກຂຽນ ຄູອາຈານ ນັກບວດເປັນຕົ້ນ. ເຮັດແນວໃດຈະໃຫ້ຄົນເຫັນວ່າ ເວລາຄືເງິນຄຳ (Time is money) ການສູນເສຍເວລາຄືການສູນເສຍສິ່ງທີ່ມີຄຸນຄ່າທີ່ສຸດໃນຊີວິດ.

ຜູ້ຂຽນຄິດວ່າ ໃນເບື້ອງຕົ້ນເຮົາຄວນຕະໜັກເຖິງວັນເວລາທີ່ຜ່ານໄປໃນແຕ່ລະມື້ວ່າ ມື້ໜຶ່ງໆ ເຮົາເອົາເວລາໄປເຮັດຫຍັງແດ່ ເມື່ອຄົນໃຊ້ເວລາຂອງຕົນຢ່າງມີຄຸນນະພາບ ສັງຄົມເຮົາຈະຄ່ອຍໆເຫັນຄວາມສຳຄັນຂອງມັນຂຶ້ນມາ. ໃນໜັງສື Eat that frog! ຂຽນໂດຍ ໄບຣອັນ ເທຣຊີ ໄດ້ແນະນຳການໃຊ້ເວລາໃນແຕ່ລະມື້ໃຫ້ເກີດຄຸນຄ່າ ແລະ ເກີດປະໂຫຍດໄວ້ຫຼາຍວິທີ ໂດຍລາວເລີ່ມຈາກການບອກວ່າ ເຮົາບໍ່ມີເວລາຫຼາຍພໍທີ່ຈະເຮັດທຸກຢ່າງຕາມທີ່ເຮົາຕ້ອງການ ເພາະຊີວິດເຮົາຖ້ວມທົ້ນໄປດ້ວຍການງານ ແລະ ພາລະກິດສ່ວນຕົວ ມີໜັງສືຫຼາຍເຫຼັ້ມທີ່ເຮົາຕັ້ງໃຈຈະອ່ານໃນຍາມວ່າງ ແຕ່ຄວາມຈິງຄື ເຮົາບໍ່ເຄີຍມີເວລາວ່າງເລີຍ. ສະນັ້ນ ເພື່ອໃຫ້ງານຂອງເຮົາສຳເລັດລຸລ່ວງໄປດ້ວຍດີໃນແຕ່ລະມື້ ເທຣຊີ ມີຄຳແນະນຳ ດັງນີ້:

ໜຶ່ງວາງແຜນໄວ້ລ່ວງໜ້າທຸກເຊົ້າ ໂດຍລາວແນະນຳໃຫ້ເສຍສະລະເວລາຫ້າເຖິງສິບນາທີຂຽນເປັນລາຍການ (Make a list) ອອກມາວ່າໃນມື້ນັ້ນມີງານຫຍັງແດ່ທີ່ເຮົາຈະຕ້ອງເຮັດ ງານໃດສຳຄັນທີ່ສຸດ ລຽງລຳດັບຄວາມສຳຄັນຂອງງານແຕ່ລະຢ່າງໃຫ້ດີແລ້ວລົງມືເຮັດງານນັ້ນໄດ້ເລີຍ ເພາະບໍ່ມີປະໂຫຍດທີ່ຈະນັ່ງທອດອາໄລເບິ່ງມັນໄປເລື້ອຍໆ ສຸດທ້າຍ ເວລາກໍຜ່ານໄປໂດຍທີ່ເຮົາບໍ່ໄດ້ລົງມືເຮັດຫຍັງເລີຍ.

ສອງຈັດການເວລາໃຫ້ສຳພັນກັບເປົ້າໝາຍ ເທຣຊີ ບອກວ່າ ເຫດຜົນໜຶ່ງທີ່ເຮົາມັກໃຊ້ເວລາໄປຢ່າງໄຮ້ຄຸນຄ່າ ເພາະວ່າ ເຮົາມີເປົ້າໝາຍບໍ່ຊັດເຈນ ຫຼາຍຄັ້ງເຮົາພຽງແຕ່ຈັບມືຖືຂຶ້ນມາແລ້ວເຂ່ຍໜ້າຈໍໄປເລື້ອຍເປື່ອຍ ຈຶ່ງເຮັດໃຫ້ເຮົາເສຍເວລາໄປຫຼາຍຊົ່ວໂມງ ດັ່ງນັ້ນ ກ່ອນຈະເຮັດສິ່ງໃດຄວນມີເປົ້າໝາຍ ແລ້ວກຳນົດເສັ້ນຕາຍ (Death line) ໃຫ້ກັບຕົນເອງວ່າ ງານຊິ້ນນີ້ຈະເຮັດໃຫ້ແລ້ວພາຍໃນຈັກຊົ່ວໂມງ ເຊັ່ນ: ຖ້າຢາກຂຽນບົດຄວາມບົດໜຶ່ງ ເປົ້າໝາຍຄືການຂຽນບົດຄວາມ ເມື່ອເປີດໂນ໊ດບຸກຂຶ້ນມາກຳນົດໄວ້ເລີຍວ່າ ງານຊິ້ນນີ້ຈະຂຽນໃຫ້ແລ້ວພາຍໃນຈັກຊົ່ວໂມງ. ເທຣຊີ ບອກວ່າ ເປົ້າໝາຍທີ່ປາສະຈາກການກຳນົດເສັ້ນຕາຍ ເຮົາຈະບໍ່ມີຄວາມກະຕືລືລົ້ນ ເພາະມັນຫາຈຸດເລີ່ມຕົ້ນ ແລະ ຈຸດຈົບບໍ່ໄດ້. ສະນັ້ນ ກຳນົດເປົ້າໝາຍຂອງກິດຈະກຳຕ່າງໆ ແລ້ວວາງເສັ້ນຕາຍໃຫ້ມັນຊ່ະ! ຕ້ອງແລ້ວພາຍໃນຊົ່ວໂມງນີ້ເທົ່ານັ້ນ.

ສາມໃຊ້ກົດ 80/20 ກົດມີຊື່ອີກຢ່າງໜຶ່ງວ່າ ຫຼັກການພາເຣໂຕ (Pareto principle) ຫຼັກການນີ້ເກີດຂຶ້ນຈາກການສັງເກດການຂອງນັກເສດຖະສາດຊາວອີຕາລີຄົນໜຶ່ງນາມວ່າ ວິລເຟຣໂດ ພາເຣໂຕ ເຊິ່ງພົບວ່າ ລາຍໄດ້ 80% ຂອງປະເທດອີຕາລີມາຈາກຄົນກຸ່ມນ້ອຍໆພຽງ 20% ເທົ່ານັ້ນ. ຕໍ່ມາ ຄົນພົບວ່າຫຼັກການນີ້ສາມາດປະຍຸກໃຊ້ກັບການບໍລິຫານເວລາໃນຊີວິດປະຈຳວັນຂອງເຮົາໄດ້ເຊັ່ນກັນ. ຫຼັກການນີ້ເປັນສິ່ງທີ່ຊ່ວຍໃຫ້ເຮົາມອງເຫັນ ແລະ ຈົດຈໍ່ກັບງານ ຈຳນວນນ້ອຍແຕ່ເປັນງານສຳຄັນຢ່າງແທ້ຈິງ ຕົວຢ່າງ: ເຮົາມີສິ່ງທີ່ຈະຕ້ອງເຮັດສິບຢ່າງພາຍໃນໜຶ່ງວັນ ໃນສິບຢ່າງນັ້ນຈະຕ້ອງມີງານທີ່ສຳຄັນ ແລະ ມີຄຸນຄ່າທີ່ສຸດໜຶ່ງຫຼືສອງງານ. ເທຣຊີ ບອກວ່າ ຫຼາຍຄັ້ງ ງານໜຶ່ງຊິ້ນໃນງານສິບຢ່າງນັ້ນ ມີຄ່າຫຼາຍກວ່າງານເກົ້າຢ່າງທີ່ເຫຼືອລວມກັນເສຍອີກ. ສິ່ງນີ້ກຳລັງບອກເຮົາວ່າໃຫ້ເຮົາເລືອກເຮັດງານທີ່ສຳຄັນທີ່ສຸດກ່ອນ ເຊິ່ງເປັນສ່ວນ 20% ເທົ່ານັ້ນ ແຕ່ເປັນສ່ວນທີ່ຈະໃຫ້ຜົນຮັບທີ່ຍິ່ງໃຫຍ່ ຄວາມສາມາດໃນການເລືອກລະຫວ່າງງານທີ່ສຳຄັນກັບງານທີ່ບໍ່ສຳຄັນຄືເຄື່ອງຕັດສິນຄວາມສຳເລັດໃນຊີວິດ ແລະ ໃນໜ້າທີ່ການງານຂອງເຮົາ ໄບຣອັນ ເທຣຊີ ກ່າວໄວ້ເຊັ່ນນັ້ນ. ສະນັ້ນ ໃຊ້ກົດ 80/20 ສາ! ແລ້ວຈະຮູ້ວ່າຊີວິດມີເວລາເພີ່ມຫຼາຍຂຶ້ນ.

ການບໍລິຫານເວລາຄືການບໍລິຫານຊີວິດ ເປັນການຈັດລຳດັບຄວາມສຳຄັນຂອງເຫດການຕ່າງໆ ວ່າອັນໃດຄວນມາກ່ອນອັນໃດຄວນເຮັດທີຫຼັງ ນີ້ຄືເຫດຜົນວ່າເປັນຫຍັງ ບາງຄົນຈຶ່ງປະສົບຜົນສຳເລັດໃນຊີວິດ ເພາະເຂົາໃຊ້ເວລາໄດ້ຢ່າງຄຸ້ມຄ່າ ເຂົາຮູ້ວ່າແຕ່ລະເຊົ້າຈະຕື່ນຂຶ້ນມາເຮັດຫຍັງ ໂດຍມີເປົ້າໝາຍຂອງງານນັ້ນຊັດເຈນ ມອງເຫັນຕົນເອງໃນອີກຫ້າປີ ຫຼື ສິບປີຂ້າງໜ້າວ່າ ຈະຢືນຢູ່ຈຸດໃດ. ຢ່າລືມວ່າ ຄືນວັນແລະເວລາບໍ່ເຄີຍລໍຖ້າຜູ້ໃດ ເໝືອນລົດໄຟລາວ-ຈີນທີ່ບໍ່ລໍຖ້າຄູບາກຸ່ມນັ້ນ ການວາງແຜນໃນໄລຍະຍາວຈະຊ່ວຍໃຫ້ເຮົາບໍລິຫານເວລາໄດ້ດີຂຶ້ນ. ພຣະພຸດທະເຈົ້າຊົງສອນວ່າ ເວລາແຕ່ລະມື້ຢ່າປ່ອຍໃຫ້ຜ່ານໄປໂດຍເປົ່າປະໂຫຍດ ຈະນ້ອຍຫຼືຫຼາຍຂໍໃຫ້ໄດ້ຫຍັງຈັກຢ່າງ  ເວລາມີຄ່າເໝືອນເງິນຄຳກໍຈິງ ແຕ່ເວລາແຕກຕ່າງຈາກເງິນຄຳບ່ອນວ່າ ມັນມີຈຳກັດ ເງິນຄຳທີ່ເສຍໄປແລ້ວຍັງຫາໃໝ່ໄດ້ ແຕ່ເວລາທີ່ເສຍໄປ ເຮົາບໍ່ສາມາດເອົາກັບຄືນມາໃໝ່ໄດ້ເລີຍ. ການໃຊ້ເວລາຄືການວັດຄຸນຄ່າຂອງຄົນ ຊີວິດຈະມີຄຸນຄ່າ ຈະມີລາຄາຢູ່ທີ່ວ່າ ເຮົາເອົາເວລາທີ່ມີຢູ່ໄປໃຊ້ກັບເລື່ອງໃດ ຂໍໃຫ້ທຸກຄົນໃຊ້ມັນຢ່າງຄຸ້ມຄ່າ ເພາະເວລາເປັນສິ່ງທີ່ມີຈຳກັດ.

ວັດພຣະຂາວພັນນາຣາມ

ຕົ້ນລະດູຮ້ອນ, ປີ 2023

ເອກະສານອ້າງອິງ

1. Eat that frog!, Brian Tracy (ຂຽນ), ວັນທະນາ ວົງຊັດ (ແປ).

2. https://so01.tci-thaijo.org/index.php/HUSO/article/view/207219/164965

3. https://www.facebook.com/infolaopdr/photos/a.106315237646528/113434936934558/

4. https://th.hrnote.asia/orgdevelopment/8020rule-paretoprinciple-01182021/

5. http://cks.ditp.go.th/KM_Document/df40dfd5-e2f3-44f6-ab0e-abe9a694c16b_มารยาททางธุรกิจและวัฒนธรรม.pdf

]]>
ຈະມີຈັກຄັ້ງທີ່ຈະມີໂອກາດ ໄດ້ນັ່ງຟັງສຽງຄື່ນທະເລ https://dekwatlaos.com/buddhology/jamijuckkhang/1785/ Fri, 16 Dec 2022 13:58:52 +0000 https://dekwatlaos.com/?p=1785 ໂດຍ: ຄວັນສີເທົາ

ເຫັນຄື່ນທະເລຊັດກະທົບຝັ່ງແລ້ວແຕກເປັນຟອງຝອຍ ລະລອກແລ້ວລະລອກເລົ່າ ບາງຄື່ນກະທົບໃສ່ກັບໂງ່ນຫີນຢ່າງຈັງຈົນນ້ຳຟົ້ງກະຈາຍ ແລ້ວໄຫຼລົງສູ່ທະເລອີກຄັ້ງໜຶ່ງ ປູທະເລແລ່ນຫຼິ້ນໄປມາທ່າມກາງເມັດນ້ຳທີ່ຟົ້ງຂຶ້ນເທິງກ້ອນຫີນ ເໝືອນເດັກນ້ອຍກຳລັງແລ່ນຫຼິ້ນທ່າມກາງສາຍຝົນ.

ເຫັນແລ້ວ, ນຶກເຖິງວິຊາໜຶ່ງທີ່ເຄີຍຮຽນໃນສະໄໝມັດທະຍົມ ທີ່ກ່າວວ່າ ໃນໂລກນີ້ປະກອບດ້ວຍສິ່ງທີ່ມີຊີວິດ ແລະ ສິ່ງທີ່ບໍ່ມີຊີວິດ. ທະເລ ແລະ ໂລກທີ່ເຮົາອາໄສຢູ່ນີ້ຈັດຢູ່ໃນກຸ່ມທີສອງຄື ສິ່ງທີ່ບໍ່ມີຊີວິດ ເຊິ່ງເປັນສະຖານທີ່ອາໄສຂອງສິ່ງທີ່ມີຊີວິດທັງຫຼາຍ.

ຄຳຖາມຄື ໂລກເຮົາມີຖານະເປັນພຽງສະຖານທີ່ອາໄສຂອງສິ່ງທີ່ມີຊີວິດທັງຫຼາຍເທົ່ານັ້ນຫວາ? ຫຼືມີຖານະເປັນຫຼາຍກວ່ານັ້ນ?

ຕອນນີ້ ຂ້ອຍກຳລັງນັ່ງຢູ່ເທິງໂງ່ນຫີນໃນເກາະແຫ່ງໜຶ່ງທ່າມກາງທະເລອັນດາມັນ ພວກເຮົາທັງໝົດຫົກຊີວິດຮ່ວມກັນເດີນທາງມາຈາກຈັງຫວັດຂອນແກ່ນດ້ວຍໄລຍະທາງໄປກັບເກືອບສາມພັນກິໂລແມັດ ໂດຍມີຈຸດໝາຍສຸດທ້າຍຂອງທຣິບຄືສະຖານທີ່ແຫ່ງນີ້ ສຳນັກສົງເກາະແກ້ວ ຈັງຫວັດພູເກັດ.

ການມາທະເລຄັ້ງນີ້ເຮັດໃຫ້ຮູ້ສຶກວ່າມີຄວາມໃກ້ຊິດກັບທະເລຫຼາຍຂຶ້ນ ອາດຈະເປັນເພາະບັນຍາກາດ ແລະ ສະພາບແວດລ້ອມທີ່ເຮັດໃຫ້ຮູ້ສຶກແບບນັ້ນ. ຈະວ່າໄປແລ້ວ ການນັ່ງເບິ່ງຄື່ນທະເລໂດຍປ່ອຍໃຈໃຫ້ລ່ອງລອຍໄປກັບແຮງລົມ ແລະ ກຽວຄື່ນ ເຮັດໃຫ້ຮູ້ສຶກໄປຕ່າງໆນານາ ບາງຊ່ວງຮູ້ສຶກວ່າ ທະເລຄືສິ່ງມີຊີວິດຊະນິດໜຶ່ງທີ່ມີວິຖີຊີວິດເປັນຂອງຕົນເອງ ບາງຄັ້ງມັນເຄື່ອນໄຫວຈົນເປັນຕາຢ້ານ ບາງຄັ້ງຢຸດນິ້ງ ແລະ ງຽບສະຫງົບຈົນໜ້າເກງຂາມ ບາງຄັ້ງສົ່ງສຽງກັງວານເໝືອນໄປໂກດແຄ້ນຄົນໃດຄົນໜຶ່ງມາ.

ຄົນຂັບເຮືອເລົ່າໃຫ້ຟັງວ່າ ນ້ຳທະເລມີຈັງຫວະການຂຶ້ນລົງຂອງມັນໃນແຕ່ລະມື້ ຫາກວ່າເຮົາມາຜິດຈັງຫວະ ບາງທີອາດຈະຕິດໃນເກາະແຫ່ງນີ້ເປັນເວລາຫຼາຍຊົ່ວໂມງ ຕາມປົກກະຕິ ນ້ຳທະເລບໍລິເວນນີ້ຈະເລີ່ມຫຼຸດລົງໃນຊ່ວງເວລາປະມານບ່າຍສອງເຖິງບ່າຍສາມໂມງ ຫາກຫຼຸດລົງຫຼາຍ ເຮືອຈະບໍ່ສາມາດແລ່ນອອກຈາກຝັ່ງໄປໄດ້.

ສະນັ້ນ ຄົນທີ່ຈະໄປເກາະແຫ່ງນີ້ຕ້ອງອອກໄປຕັ້ງແຕ່ເຊົ້າ ແລ້ວຟ້າວກັບອອກມາກ່ອນບ່າຍສາມ ເພາະຫາກຊ້າໄປກວ່ານັ້ນ ຕ້ອງລໍກັບໃນເຊົ້າຂອງມື້ຕໍ່ມາ ເຈົ້າຄິດຄືຂ້ອຍບໍ່ວ່າ ທະເລໜ້າຈະມີກົນໄກການເຮັດວຽກໃນຕົວຂອງມັນເອງ ເພື່ອໃຫ້ສາມາດດຳລົງຢູ່ໃນໂລກນີ້ຕໍ່ໄປ.

ເວົ້າເຖິງເລື່ອງນີ້ ນຶກເຖິງທິດສະດີຂອງ ເຈມສ໌ ເລີພລ໊ອກ (James Lovelock) ນັກວິທະຍາສາດຊາວອັງກິດ ທີ່ບອກວ່າ ໂລກສາມາດຈັດການຕົວມັນເອງໃຫ້ມີພາວະສົມດຸນລະຫວ່າງສານຕ່າງໆໃນໂລກໄດ້ ຄ້າຍຄືກັບລະບົບຈັດການໃນຮ່າງກາຍຂອງມະນຸດ.

ທິດສະດີນີ້ເກີດຂຶ້ນຈາກການສຶກສາປຽບທຽບຂໍ້ມູນກ່ຽວກັບອົງປະກອບທາງເຄມີຂອງຊັ້ນບັນຍາກາດລະຫວ່າງໂລກກັບດາວອັງຄານ ຈາກການສຶກສານັ້ນພົບວ່າ:

ດາວອັງຄານບໍ່ມີສິ່ງທີ່ມີຊີວິດຊະນິດໃດອາໄສຢູ່ເລີຍ ສານເຄມີຕ່າງໆ ໃນນັ້ນກໍບໍ່ມີການທຳປະຕິກິລິຍາຕໍ່ກັນ ເພາະມັນມີມີພາວະສົມດຸນທາງເຄມີແລ້ວ ມັນຢຸດນິ້ງຢູ່ກັບທີ່ແບບນັ້ນມາເປັນເວລາດົນນານ ໂດຍບໍ່ມີການເຄື່ອນໄຫວທາງດ້ານປະຕິກິລິຍາເຄມີໃດໆເລີຍ.

ມີຄົນປຽບທຽບວ່າ ຊັ້ນບັນຍາກາດຂອງດາວອັງຄານປຽບເໝືອນງານປາຣ໌ຕີ້ທີ່ຜູ້ຄົນດື່ມກິນຈົນເມົາມາຍ ແລະ ຫຼິ້ນຈົນເມື່ອຍລ້າ ແລ້ວພາກັນນອນຂາກ່າຍຄໍກັນແອ໊ງແມ໊ງ ໝົດເຫື່ອແຮງທີ່ຈະຂັບເຄື່ອນງານລ້ຽງໃຫ້ດຳເນີນຕໍ່ໄປ ງານລ້ຽງຈຶ່ງສະຫງົບ ແລະ ງຽບເຫງົາ ເຊິ່ງແຕກຕ່າງຈາກຊັ້ນບັນຍາກາດຂອງໂລກທີ່ມີການທຳປະຕິກິລິຍາທາງເຄມີກັນຢ່າງຕໍ່ເນື່ອງ ສິ່ງມີຊີວິດໃນໂລກດູດຊຶມເອົາກ໊າດຊະນິດຕ່າງໆມານຳໃຊ້ຕະຫຼອດເວລາ ພືດ ແລະ ຕົ້ນໄມ້ກໍຜະລິດອົກຊີແຊນອອກມາເລື້ອຍໆ ກຸ່ມກ໊າດຊະນິດຕ່າງໆກໍທຳປະຕິກິລິຍາຕໍ່ກັນເອງຢ່າງຄຶກຄັກ ສະແດງໃຫ້ເຫັນວ່າໂລກບໍ່ຢຸດນິ້ງຢູ່ກັບທີ່ ແລະ ບໍ່ມີພາວະສົມດຸນທາງເຄມີເລີຍ.

ດ້ວຍເຫດນີ້, ຈຶ່ງເຮັດໃຫ້ຊັ້ນບັນຍາກາດຂອງໂລກເປັນລະບົບເປີດຄື ມີການຖ່າຍເທສະສານ ແລະ ພະລັງງານກັບລະບົບອື່ນຕະຫຼອດເວລາ ປຽບເໝືອນງານລ້ຽງທີ່ຜູ້ຄົນກຳລັງສະໜຸກສະໜານເຕັມທີ່ ດື່ມກິນ ແລ່ນຫຼິ້ນ ເຕັ້ນຄະໂຍກໂຄກຄອນ ເໝືອນປາຖືກນ້ຳຮ້ອນແລ້ວດິ້ນແດ່ວໆ ຄູບາກະເວົ້າເກີນໄປ!

ຊັ້ນບັນຍາກາດຂອງດາວເຄາະທີ່ມີຊື່ວ່າ “ໂລກ” ແຕກຕ່າງຈາກຊັ້ນບັນຍາກາດດາວອັງຄານເຖິງພຽງນີ້ແຫຼະ. ທີ່ເປັນເຊັ່ນນັ້ນ, ເພາະໂລກມີສິ່ງມີທີ່ຊີວິດອາໄສຢູ່ ແລະ ສິ່ງເຫຼົ່ານີ້ກໍທຳໜ້າທີ່ຂັບເຄື່ອນໂລກໄປຂ້າງໜ້າດ້ວຍການຜະລິດ ແລະ ດູດຊຶມເອົາກ໊າດຕ່າງໆ ມາໃຊ້ ໂລກນີ້ຈຶ່ງຄົງຄວາມສົມດູນໄວ້ໄດ້. ນອກຈກນີ້ ສິ່ງມີຊີວິດໃນໂລກຍັງທຳໜ້າທີ່ຄວບຄຸມປະລິມານຂອງກ໊າດເຫຼົ່ານັ້ນໃຫ້ຢູ່ໃນປະລິມານທີ່ເໝາະສົມ ທີ່ເອື້ອຕໍ່ການດຳລົງຢູ່ຂອງສິ່ງທີ່ມີຊີວິດອີກດ້ວຍ.

ເລີພລ໊ອກຄົ້ນພົບຂໍ້ເທັດຈິງອີກຢ່າງໜຶ່ງທີ່ໜ້າອັດສະຈັນໃຈຢ່າງຍິ່ງ ນັ້ນຄື ສັດສ່ວນຂອງອົກຊີແຊນໃນຊັ້ນບັນຍາກາດຂອງໂລກ ຄົງທີ່ຢູ່ໃນລະດັບທີ່ສິ່ງມີຊີວິດສາມາດຢູ່ໄດ້ຕະຫຼອດສາມຮ້ອຍລ້ານປີທີ່ຜ່ານມາ ຄຳຖາມຄື ເປັນໄປໄດ້ແນວໃດທີ່ໂລກສາມາດປັບຄວາມສົມດູນໃຫ້ຄົງທີ່ຢູ່ໄດ້ແບບນັ້ນເລື້ອຍມາ ທັງໆທີ່ສິ່ງຕ່າງໆໃນໂລກປ່ຽນແປງໄປແທບທຸກວິນາທີ. ເປັນໄປໄດ້ບໍ່ວ່າ ທີ່ເປັນແບບນັ້ນ ເພາະດາວເຄາະດວງນີ້ກໍເປັນສິ່ງໜຶ່ງທີ່ມີຊີວິດເຊັ່ນດຽວກັບສິ່ງທີ່ມີຊີວິດທັງຫຼາຍ.

ເຊັ່ນນີ້ແລ້ວ ເຮົາສາມາດກ່າວໄດ້ບໍ່ວ່າ ໂລກກໍມີຊີວິດໃນແບບຂອງມັນເອງ ທະເລກໍມີຊີວິດໃນແບບຂອງມັນເອງ ແຜ່ນດິນກໍມີຊີວິດໃນແບບຂອງມັນເອງ ຫຼື ທຸກຢ່າງໃນໂລກນີ້ມີຊີວິດເປັນຂອງຕົນເອງ ໂດຍບໍ່ໄດ້ຈຳແນກວ່າ ນີ້ຄືສິ່ງມີຊີວິດ ນັ່ນຄືສິ່ງທີ່ບໍ່ມີຊີວິດ ເພາະແທ້ທີ່ຈິງແລ້ວ ທຸກຢ່າງມີຊີວິດ ແລະ ລະບົບການຄວບຄຸມໃນແບບຂອງຕົນເອງ.

ທິດສະດີທີ່ກ່າວມາຂ້າງເທິງນັ້ນ ມີຊື່ວ່າ Gaia (ອ່ານວ່າ “ກາຍ່າ” ບໍ່ແມ່ນ “ໄກອາ”) ຫາກອ່ານຊ້າໆອາດຈະອອກສຽງເປັນ ໄກອາ ແຕ່ຄວາມຈິງແລ້ວເຂົາໃຫ້ອ່ານອອກສຽງໄວໆ ສຽງສຸດທ້າຍທີ່ເຮົາໄດ້ຈຶ່ງເປັນ “ກາຍ່າ” (Gaia Theory).

ຊາວເກຣັກບູຮານ ມີຄວາມເຊື່ອວ່າໂລກນີ້ມີທຳມະຊາດຢ່າງໜຶ່ງເຊິ່ງເປັນຜູ້ໃຫ້ຊີວິດ ຄວບຄຸມ ດູແລ ແລະ ຫຼໍ່ລ້ຽງສັບພະສິ່ງໃຫ້ດຳເນີນໄປຕາມທາງທີ່ຄວນຈະເປັນ ພວກເຂົາເອີ້ນສິ່ງນັ້ນວ່າ ກາຍ່າ ຫຼື ຈິດວິນຍານຂອງໂລກ.

ຫາກປຽບທຽບກັບວັດທະນະທຳຕາເວັນອອກ ຜູ້ທີ່ທຳໜ້າທີ່ແບບນີ້ໄດ້ກໍຄື ແມ່ທໍລະນີນັ້ນເອງ ເຮົາເຊື່ອວ່າແມ່ທໍລະນີຄືມານດາແຫ່ງແຜ່ນດິນ ເປັນທີ່ກໍ່ກຳເນີດ ດູແລ ແລະ ຫຼໍ່ລ້ຽງສັບພະສິ່ງໃຫ້ໄດ້ຮັບຄວາມອຸດົມສົມບູນ ໃນແງ່ທີ່ວ່າທຸກສິ່ງເກີດມາຈາກດິນ ໃນຄວາມເຊື່ອທາງພຣະພຸດທະສາສະໜາບອກວ່າ ເພາະມີແມ່ທໍລະນີ ຈຶ່ງເຮັດໃຫ້ເຈົ້າຊາຍສິດທັດຖະສາມາດເອົາຊະນະພະຍາມານໄດ້ໃນວັນຕັດສະຮູ້ເປັນພຣະສັມມາສັມພຸດທະເຈົ້າ ນີ້ຄືລະບົບກາຍ່າ ຫຼື ແມ່ທໍລະນີ ຫຼື ຈິດວິນຍານຂອງໂລກໃນຮູບແບບຂອງຄວາມເຊື່ອ.

ແລ້ວຄຳວ່າ ກາຍ່າ ກາຍມາເປັນຊື່ທິດສະດີທາງວິທະຍາສາດໄດ້ແນວໃດ?

ຄວາມຈິງຊື່ນີ້ ເລີພລ໊ອກບໍ່ໄດ້ຕັ້ງເອງ ແຕ່ເປັນນັກຟີສິກຄົນໜຶ່ງທີ່ມີຊື່ວ່າ ວິລລ່ຽມ ໂກລດິງ ເປັນຄົນແນະນຳວ່າ ເຮ! ທິດສະດີຂອງຍູຄວນໃຫ້ຊື່ວ່າ “ກາຍ່າ” ເພາະມີການອະທິບາຍສິ່ງຕ່າງໆ ວ່າມີຄວາມກ່ຽວໂຍງເຖິງກັນແລະກັນເໝືອນຄວາມເຊື່ອຂອງຊາວເກຣັກບູຮານ ເລີພລ໊ອກ ຈຶ່ງຕອບກັບໄປວ່າ Yes ຕາມນັ້ນເລີຍ.

ທິດສະດີກາຍ່າ (Gaia Theory) ເປັນທິດສະດີທີ່ອະທິບາຍລະບົບການຄວບຄຸມຕົນເອງຂອງໂລກ ເຊິ່ງໃນເບື້ອງຕົ້ນທິດສະດີນີ້ ເລີພລ໊ອກເອງກໍບໍ່ສາມາດອະທິບາຍໄດ້ແຈ່ມແຈ້ງວ່າ ສິ່ງຕ່າງໆໃນໂລກມີຄວາມສຳພັນກັນແນວໃດ ຈຶ່ງເຮັດໃຫ້ໂລກມີຄວາມສາມາດໃນການຈັດການຕົວມັນເອງໄດ້ແບບນີ້ ຮູ້ພຽງວ່າ ສິ່ງຕ່າງໆໃນໂລກຕ້ອງມີການກ່ຽວໂຍງລະຫວ່າງກັນບໍ່ທາງໃດກໍທາງໜຶ່ງ. ຕໍ່ມາ ມີນັກຈຸລະຊີວະວິທະຍາຄົນທີ່ສົນໃຈສຶກສາເລື່ອງ “ການຜະລິດ ແລະ ດູດຊຶມກ໊າດຊະນິດຕ່າງໆຂອງສິ່ງມີຊີວິດ” ນາງມີຊື່ວ່າ ລິນນ໌ ມາຣ໌ກູລິສ (Lynn Margulis).

ເມື່ອນັກວິທະຍາສາດທີ່ມີຄວາມຊ່ຽວຊານຄົນລະດ້ານມາພົບກັນ (ເລີພລ໊ອກຊ່ຽວຊານດ້ານເຄມີ ມາຣ໌ກູລິສຊ່ຽວຊານດ້ານຊີວະວິທະຍາ) ການອະທິບາຍເລື່ອງລະບົບຄວບຄຸມຕົນເອງຂອງໂລກຈຶ່ງເກີດຂຶ້ນ ດັ່ງນີ້:

ການປະທຸຂຶ້ນຂອງພູເຂົາໄຟຕ່າງໆໃນໂລກ ເຮັດໃຫ້ຊັ້ນບັນຍາກາດໂລກມີປະລິມານຂອງກ໊າດກາກບອນດີອົກຊີເພີ່ມຫຼາຍຂຶ້ນ ຈົນເຮັດໃຫ້ເກີດພາວະເຮືອນແກ້ວ ເຊິ່ງເປັນສາເຫດຫຼັກເຮັດໃຫ້ໂລກຮ້ອນຂຶ້ນ ລະບົບກາຍ່າຈຶ່ງຕ້ອງສ້າງກົນໄກການຫຼຸດປະລິມານກາກບອນດີອົກຊີໃຫ້ຢູ່ໃນພາວະທີ່ເອື້ອຕໍ່ສິ່ງມີຊີວິດ ເຊິ່ງກົນໄກດັ່ງກ່າວສາມາດອະທິບາຍຜ່ານຂະບວນການພຸພັງ ແລະ ຍ່ອຍສະຫຼາຍຂອງຫີນ.

ໃນຂະບວນການຍ່ອຍສະຫຼາຍຂອງຫີນນັ້ນ, ຫີນ ແລະ ນ້ຳຝົນ ຈະທຳປະຕິກິລິຍາກັບກາກບອນດີອົກຊີ ແລ້ວເກີດສານເຄມີຊະນິດໃໝ່ຂຶ້ນທີ່ເອີ້ນວ່າ ຄາຣ໌ບໍເນັດ (Carbonate). ເມື່ອຫີນແຕກສະຫຼາຍ ຄາຣ໌ບໍເນັດ ຖືກຊະລ້າງໄຫຼລົງສູ່ທະເລເຊິ່ງມີພືດທະເລຂະໜາດນ້ອຍຢູ່ເປັນຈຳນວນຫຼວງຫຼາຍລໍຖ້າດູດເອົາສານຄາຣ໌ບໍເນັດນີ້ໄປໃຊ້ໃນການສ້າງເປືອກຂອງຕົນເອງ ເຊັ່ນ: ອອງປູທະເລ ເປືອກຫອຍກາບ ຫອຍນາງລົມ ໝຶກທີ່ມີອອງ ເປືອກແຂງໆທັງຫຼາຍຂອງພວກມັນສ້າງຂຶ້ນຈາກການຕົກຕະກອນຂອງສານຄາຣ໌ບໍເນັດນີ້ເອງ.

ເມື່ອສັດທະເລເຫຼົ່ານີ້ຕາຍ ສານຄາຣ໌ບໍເນັດບາງສ່ວນທີ່ປະກອບຂຶ້ນເປັນຮ່າງກາຍຂອງພວກມັນກໍຈະຈົມລົງສູ່ກົ້ນມະຫາສະໝຸດ ທັບຖົມກັນເປັນຕະກອນຫີນປູນ ຈາກນັ້ນ ກໍຈົມດິ່ງລົງໄປເຖິງຂົ້ວໂລກ ແລ້ວຫຼອມລະລາຍອີກຄັ້ງໜຶ່ງ ເຊິ່ງສານເຫຼົ່ານີ້ມີສ່ວນເຮັດໃຫ້ເກີດການໄຫວຕົວຂອງແຜ່ນດິນ ຈົນເກີດການກົດທັບບຽດອັດກັນຫຼາຍຂຶ້ນ ຜ່ານຂະບວນການຕ່າງໆເປັນເວລາຫຼາຍລ້ານປີ ຈຶ່ງລະເບີດອອກເປັນພູເຂົາໄຟກາຍເປັນພູເຂົາຫີນອີກຄັ້ງໜຶ່ງ.

ຈະເຫັນໄດ້ວ່າ ວົງຈອນສະທ້ອນກັບ (feedback loop) ແບບນີ້ ມີຜົນຕໍ່ອຸນຫະພູມຂອງໂລກໃຫ້ຮ້ອນຂຶ້ນ ຫຼື ເຢັນລົງໄດ້ ເມື່ອພູເຂົາໄຟລະເບີດໂລກເຕັມໄປດ້ວຍກ໊າດກາກບອນດີອົກຊີ ໂລກຈະຮ້ອນຂຶ້ນ ແລ້ວຂະບວນການຜຸພັງ ແລະ ຍ່ອຍສະຫຼາຍຂອງຫີນຈະເກີດຂຶ້ນ ຂະບວນການນີ້ຈະດຶງເອົາກ໊າດກາກບອນດີອົກຊີມາໃຊ້ ເຮັດໃຫ້ກ໊າດຊະນິດນີ້ເຫຼືອໜ້ອຍ ເມື່ອນັ້ນໂລກຈະເຢັນລົງອີກຄັ້ງ ຂະບວນການຂອງສິ່ງທັງຫຼາຍວິວັດທະນາການເປັນວົງຈອນສະທ້ອນກັບ ວົກໄປວົນມາຢູ່ແບບນີ້.

ເມື່ອເປັນເຊັ່ນນັ້ນ, ເຮົາຈະກ້າປະຕິເສດບໍ່ວ່າ ປູທີ່ກຳລັງແລ່ນຫຼິ້ນກັບກ້ອນຫີນທີ່ຕັ້ງຕະຫງ່ານຢູ່ນັ້ນບໍ່ແມ່ນສິ່ງດຽວກັນ ປູກໍເຄີຍເປັນຫີນມາກ່ອນ ກ້ອນຫີນກໍເຄີຍເປັນປູມາກ່ອນ ພຽງແຕ່ຕອນນີ້ ພວກມັນກຳລັງຢູ່ໃນວົງຈອນສະທ້ອນກັບ. ສິ່ງມີຊີວິດ ແລະ ສິ່ງແວດລ້ອມລ້ວນເປັນສ່ວນດຽວກັນໃນການດຳລົງຢູ່ ບໍ່ມີສິ່ງໃດເປັນສະພາບແວດລ້ອມຂອງສິ່ງໃດ ເໝືອນເລືອດໃນຮ່າງກາຍ ເລືອດບໍ່ແມ່ນສິ່ງແວດລ້ອມຂອງຫົວໃຈ ແຕ່ເປັນສ່ວນໜຶ່ງຂອງຊີວິດ. ແຕ່ລະຢ່າງກຳລັງປ່ຽນແປງໄປສູ່ຄວາມເປັນໄປໄດ້ຖັດໄປເຊິ່ງເປັນສ່ວນໜຶ່ງຂອງໂລກໃບນີ້ ສະນັ້ນ ແຕ່ລະຢ່າງຈຶ່ງມີຜົນຕໍ່ກັນແລະກັນ. ບໍ່ແນ່, ໃນຂະນະທີ່ມະນຸດກຳລັງທຳລາຍຊັບພະຍາກອນທຳມະຊາດຈົນເຮັດໃຫ້ໂລກຮ້ອນຂຶ້ນ ສັດຊະນິດອື່ນໆ ກຸ້ງ ຫອຍ ປູ ປາ ອາດຈະກຳລັງຜະລິດກ໊າດບາງຊະນິດ ເພື່ອໃຫ້ໂລກນີ້ເຢັນລົງກໍເປັນໄດ້.

ໃນໜັງສື Animate Earth: Science, Intuition, And Gaia ຂອງສະເຕຟານ ຮາຣ໌ດິງ ເລົ່າໄວ້ວ່າ:

ໃນປ່າເຂດໜາວແຫ່ງໜຶ່ງທີ່ປະເທດໄອແລນ ເມື່ອພື້ນທີ່ນັ້ນມີຫິມະຫຼາຍຂຶ້ນ ຝູງໝາປ່າຈະລວມຕົວກັນເປັນນັກລ່າຝູງໃຫຍ່ຈົນສາມາດລົ້ມກວາງມູສໄດ້ ເມື່ອລ່າກວາງໄດ້ຫຼາຍ ຕົ້ນສົນເຊິ່ງຕາມປົກກະຕິຈະຖືກກວາງກັດກິນຕັ້ງແຕ່ຍັງເປັນເບ້ຍນ້ອຍ ຈຶ່ງມີໂອກາດຈະເລີນເຕີບໂຕ ເມື່ອຕົ້ນສົນຕຶບໜາກໍເຮັດໃຫ້ອຸນຫະພູມອຸ່ນຂຶ້ນ ແລ້ວຫິມະກໍຕົກໜ້ອຍລົງ ເມື່ອຫິມະຕົກໜ້ອຍ ຝູງໝາປ່າກໍຂ້າກວາງມູສໄດ້ຍາກກວ່າເດີມ ກວາງຈຶ່ງເພີ່ມຈຳນວນຫຼາຍຂຶ້ນ ແລ້ວຕົ້ນສົນກໍເລີ່ມຫຼຸດລົງເພາະຖືກກວາງກັດກິນ ເມື່ອນັ້ນປ່າຈະກັບເຂົ້າສູ່ຄວາມເໜັບໜາວອີກຄັ້ງ ເຮັດໃຫ້ໝາປ່າລ່າກວາງໄດ້ງ່າຍຂຶ້ນ…ວົງຈອນແບບນີ້ເກີດຂຶ້ນເປັນວັດຕະຈັກ.

ເຫດສະນີ້, ເຮົາສາມາດກ່າວໄດ້ບໍ່ວ່າ ກວາງ ໝາປ່າ ແລະ ຕົ້ນສົນ ຕ່າງກໍມີອິດທິພົນຕໍ່ອຸນຫະພູມຂອງໂລກ. ແຕ່ລະຢ່າງຕ່າງກໍມີອິດທະພົນຕໍ່ກັນແລະກັນ ທຸກການເຄື່ອນໄຫວທີ່ກ່າວມາລ້ວນສົ່ງຜົນຕໍ່ລະບົບກາຍ່າ ຫຼື ມານດາຂອງໂລກໃຫ້ສາມາດຄວບຄຸມຕົນເອງ ແລະ ຮັກສາພາວະສົມດູນລະຫວ່າງສິ່ງຕ່າງໆທີ່ເອື້ອຕໍ່ການດຳລົງຢູ່ຂອງສິ່ງມີຊີວິດທັງມວນ. ພວກເຮົາຕ່າງກໍເປັນສ່ວນໜຶ່ງຂອງກັນ ແລະ ກັນ ຊ່ວຍກັນທຳໜ້າທີ່ຂອງຕົນເອງເພື່ອຂັບເຄື່ອນໂລກນີ້ໄປຂ້າງໜ້າ ແມ້ວ່າຈະຮູ້ຕົວຫຼືບໍ່ຮູ້ກໍຕາມ.

ເມື່ອເຮົາເປັນສ່ວນໜຶ່ງຂອງກັນ ແລະ ກັນ ການເໜັງຕີງຂອງສິ່ງໜຶ່ງອາດຈະສົ່ງຜົນຕໍ່ສິ່ງໜຶ່ງຢ່າງຫຼີກລ້ຽງບໍ່ໄດ້ ພຽງແຕ່ເຮົາບໍ່ຮູ້ວ່າ ເຫດການທີ່ເກີດຂຶ້ນຕໍ່ໜ້ານີ້ມີສາເຫດມາຈາກຫຍັງ ເພາະແຕ່ລະຢ່າງປ່ຽນແປງໄປເລື້ອຍໆ ຈາກສິ່ງນ້ອຍໆລະດັບອະນຸພາກທີ່ເບິ່ງດ້ວຍຕາເປົ່າບໍ່ເຫັນກໍສາມາດປ່ຽນເປັນສິ່ງທີ່ຍິ່ງໃຫຍ່ທີ່ສາມາດຈັບຕ້ອງໄດ້ ຈາກເມັດຊາຍກາຍເປັນຫີນຜາ ຈາກກຸ້ງ ຫອຍ ປູ ປາ ກາຍເປັນປ່າໄມ້ສົນຂະໜາດໃຫຍ່ ສະນັ້ນ ເຮົາຈຶ່ງບໍ່ມີວັນຮູ້ເລີຍວ່າແຕ່ລະຢ່າງທີ່ເກີດຂຶ້ນໃນຊີວິດມີສາເຫດມາຈາກສິ່ງໃດກັນແທ້.

ການລ່າເຫຍື່ອຂອງໝາປ່າຢູ່ໄອແລນອາດຈະສົ່ງຜົນໃຫ້ເກີດສຶນາມິຢູ່ຍີ່ປຸ່ນ ການລະເບີດຫີນຢູ່ອາຟຣິກາອາດຈະເຮັດໃຫ້ແຜ່ນດິນໄຫວຢູ່ອິນໂດນີເຊຍ ການຖິ້ມຂີ້ເຫຍື້ອຢູ່ສະໜາມກີລາຊຽງຂວາງອາດຈະເຮັດໃຫ້ໄຟໄໝ້ປ່າຢູ່ອົດສະຕາລີ…ມັນມີຄວາມເປັນໄປໄດ້ທັງນັ້ນແຫຼະ!

ຕອນນີ້ ເວລາປະມານສິບເອັດໂມງເຄິ່ງ ລົມທະເລພັດແຮງຂຶ້ນເລື້ອຍໆ ເຮືອທີ່ຈອດຢູ່ທຽບທ່າຖືກລົມພັດໂຍກໄປມາຢູ່ບໍ່ເຊົາ ພວກເຮົາກຳລັງຈະອອກຈາກເກາະແຫ່ງນີ້ ໃນຂະນະທີ່ ປູທະເລກຳລັງແລ່ນຫຼິ້ນຢ່າງສະໜຸກສະໜານ ນົກໂຕໜຶ່ງບັງເອີນບິນຜ່ານມາແຖວນັ້ນ ຂະນະທີ່ຂ້ອຍກຳລັງກ້າວຂາຂຶ້ນເຮືອເພື່ອກັບຄືນໄປສູ່ຝັ່ງອີກຄັ້ງ ເມັດນ້ຳຈາກຄື່ນທະເລເມັດໜຶ່ງກະເດັນຂຶ້ນມາກະທົບໃບໜ້າ

ມີໃຜຮູ້ບໍ່ວ່າ ຄື່ນທະເລລູກນີ້ເປັນຜົນມາຈາກສິ່ງໃດ?

ມຈຣ. ຂອນແກ່ນ

ຕົ້ນລະດູໜາວ, ປີ 2022

—–

ແຫຼ່ງທີ່ມາ: http://www.sookjai.com/index.php?topic=2988.0;wap2

]]>