ພຸດທະວິທະຍາ – ເດັກວັດລາວ https://dekwatlaos.com ພວກເຮົາຢາກແບ່ງປັນສາລະທັມ,ປະສົບການຮຽນຮູ້ສັງຄົມ ແລະ ເຕັກໂນໂລຊີແຫ່ງຍຸກສະໄຫມ Sat, 14 Feb 2026 11:20:58 +0000 en-US hourly 1 https://wordpress.org/?v=6.9.4 https://dekwatlaos.com/wp-content/uploads/2021/11/cropped-Untitled-1-32x32.png ພຸດທະວິທະຍາ – ເດັກວັດລາວ https://dekwatlaos.com 32 32 ຊີວິດທີ່ບໍ່ໄດ້ເລືອກ https://dekwatlaos.com/buddhology/xi-vit-thi-bor-dai-lueak/1962/ Sun, 22 Sep 2024 11:16:02 +0000 https://dekwatlaos.com/?p=1962 ໂດຍ: ຄວັນສີເທົາ

ຮູບປັ້ນພຣະສີອະຣິຍະເມດໄຕຕັ້ງເດັ່ນສູງທຽມຟ້າທ່າມກາງຫຸບເຂົານູບຣາທີ່ແຫ້ງແລ້ງແລະເໜັບໜາວ ເປັນເໝືອນດັ່ງເທບພຣະເຈົ້າທີ່ຄອຍປົກປ້ອງແລະຮັກສາມວນມະນຸດໃຫ້ລອດພົ້ນຈາກອັນຕະລາຍແລະໄພທຳມະຊາດ ຜູ້ຄົນພາກັນຍ່າງວຽນຮອບອົງພຣະຢ່າງບໍ່ຂາດສາຍ ບາງຄົນມີເຄື່ອງເຊັ່ນໄຫວ້ຢູ່ໃນມື ບາງຄົນຖືກ້ອງໄລຟ໌ສົດ ທ່າມກາງລົມໜາວທີ່ພັດແຮງຂຶ້ນເລື້ອຍໆ ຄະນະພວກເຮົາກຳລັງຢືນຖ່າຍຮູບຢູ່ຕໍ່ໜ້າຮູບປັ້ນພາຍຫຼັງຍ່າງວຽນຄົບສາມຮອບແລ້ວ. ວັດແຫ່ງນີ້ມີຊື່ວ່າ ວັດດິດສະກິດ (Diskit Gompa).

ພຣະພຸດທະຮູບທີ່ຕັ້ງຢູ່ຕໍ່ໜ້າເຮັດໃຫ້ລະລຶກເຖິງຄວາມພາກພຽນ ແລະສັດທາຂອງຜູ້ສ້າງ ແມ້ວ່າຈະຢູ່ຫ່າງໄກຄວາມຈະເລີນ (ທາງວັດຖຸ) ຫຼາຍປານໃດກໍຕາມ ຄວາມຫ່າງໄກເຫຼົ່ານີ້ກໍບໍ່ເປັນອຸປະສັກຂອງເຫຼົ່າສັດທາທັງຫຼາຍເລີຍ. ຄົນທີ່ມີຄວາມມຸ່ງໝັ້ນ ແລະຄວາມພາກພຽນພຽງພໍ ສາມາດຍ້າຍໄດ້ແມ້ກະທັ້ງພູເຂົາທັງໜ່ວຍ ຫີນຜາທີ່ວ່າແຂງແຮງທົນທານກໍຕ້ອງຍອມແພ້ໃຫ້ແກ່ມະນຸດຜູ້ມີຄວາມມຸ່ງໝັ້ນ. ພຣະພຸດທະຮູບອົງນີ້ເປັນຜົນມາຈາກຄວາມພາກພຽນແລະມຸ່ງໝັ້ນທີ່ວ່ານີ້ເອງ ມີສິ່ງປຸກສ້າງຫຼາຍຮ້ອຍຫຼາຍພັນແຫ່ງໃນໂລກທີ່ລົງມືກໍ່ສ້າງ ແຕ່ບໍ່ສໍາເລັດ ເປັນໄປໄດ້ບໍ່ວ່າຄວາມບໍ່ສໍາເລັດນັ້ນສ່ວນໜຶ່ງເປັນເພາະຄວາມມຸ່ງໝັ້ນ ແລະ ຄວາມພາກພຽນຂອງຜູ້ສ້າງມີບໍ່ພຽງພໍ. ອາດຈະເປັນເພາະເຫດນີ້ ມະຫາຊະນົກ (ຊາດທີ່ບຳເພັນວິຣິຍະບາຣະມີ) ຈຶ່ງກ່າວເຕືອນຄົນທີ່ມີຄວາມຝັນທັງຫຼາຍວ່າ “ເກີດເປັນຄົນຄວນພະຍາຍາມເລື້ອຍໄປ ຈົນກວ່າຈະໄດ້ໃນສິ່ງທີ່ຕົນປາຖະໜາ”

ພາຍຫຼັງຖ່າຍຮູບ ແລະ ບັນທຶກວິດີໂອຈົນພໍໃຈແລ້ວ ຄະນະພວກເຮົາຈຶ່ງພາກັນຍ່າງລົງໄປຫາເຂດສັງຄາວາດ. ວັດນີ້ແບ່ງອອກເປັນສອງເຂດຄື ເຂດທີ່ພຣະພຸດທະຮູບຕັ້ງຢູ່ເປັນໂຊນສຳຫຼັບການທ່ອງທ່ຽວແລະສັກກາຣະບູຊາຂອງຄົນທົ່ວໄປ ສ່ວນອີກພື້ນທີ່ໜຶ່ງເປັນທີ່ຢູ່ຂອງພຣະສົງ (ພາສາພຣະເອີ້ນວ່າ ສັງຄາວາດ) ທີ່ຕັ້ງຢູ່ພູເຂົາອີກໜ່ວຍໜຶ່ງໃກ້ໆກັນ ເຂດນີ້ປະກອບມີກຸດຕິ ຫໍບູຊາ ຫໍສູດມົນ ໂຮງຮຽນ ແລະອາຄານອະເນກປະສົງອື່ນໆ. ພວກເຮົາຄ່ອຍໆຍ່າງລົງຈາກພູບ່ອນທີ່ອົງພຣະຕັ້ງຢູ່ ເລາະໄປຕາມເສັ້ນທາງທີ່ລາດຄ້ອຍລົງຈົນຮອດພື້ນພຽງ ຈາກນັ້ນຈຶ່ງຄ່ອຍໆອຽງສູງຂຶ້ນອີກຄັ້ງ ລັກສະນະຄ້າຍຄືກັບລົດລົງຈາກພູໜ່ວຍໜຶ່ງແລ້ວກຽມຢຽບຄັນເລັ່ງເພື່ອທີ່ຈະຂຶ້ນອີກໜ່ວຍໜຶ່ງ. ແນມເບິ່ງຈາກທີ່ໄກ ພູເຂົາທີ່ເປັນເຂດສັງຄາວາດນີ້ມີລັກສະນະຄ້ອຍຊັນສູງຂຶ້ນໄປຕາມລຳດັບ ອາຄານກໍປຸກລຽງລາຍສູງຂຶ້ນໄປຕາມລະດັບຂອງໜ່ວຍພູ ເຫັນແລ້ວຮູ້ສຶກເຖິງຄວາມເຂັ້ມຂັງ ແລະຄວາມສວຍງາມທີ່ກົມກືນກັບທຳມະຊາດ.

ພວກເຮົາຍ່າງໄປໄດ້ປະມານເກືອບສິບນາທີຈຶ່ງຮອດປະຕູທາງເຂົ້າ ຂວາມືມີຮ້ານຂາຍເຄື່ອງທີ່ລະນຶກຢູ່ຮ້ານໜຶ່ງ ຈຶ່ງພາກັນຍ່າງເຂົ້າໄປເບິ່ງ ປາກົດວ່າ ອູ໋..ມີເຄື່ອງໜ້າສົນໃຈຫຼາຍຢ່າງ ຮູບຖ່າຍຂອງພຣະສີອະຣິຍະເມດໄຕຣກັບທິວທັດທຳມະຊາດໂດຍມີພູເຂົາຫິມາລັຍເປັນສາກຫຼັງ ມີແຕ່ຮູບງາມໆ (ຄິດໃນໃຈ ສົງໄສຄືຊິເສຍເງິນຫຼາຍຣູປີຢູ່ດອກ) “ຂໍເບິ່ງຮູບນັ້ນແດ່” ຄູບາອົງໜຶ່ງກ່າວຂຶ້ນ. ໂອ໋..ຮູບນັ້ນກະງາມ “ເອົາມາເບິ່ງແດ່” ຈັບຮູບນັ້ນວາງຮູບນີ້ ຈັບໄປຈັບມາ ຈັບເບິ່ງຈົນຮູບທີ່ວາງໃນແຜງຂາຍຈົນຊິໝົດລະ.

ປ່ະ..ຍ່າງຕໍ່ເຖາະເຮົາ. ເອົາເກັບໄວ້ຊ່ະ ພໍ່ອອກ.

ຫ໊ະ!..ຂໍຕົກໃຈແທນຄົນຂາຍໜ້ອຍໜຶ່ງ ລາວຄືຊິດ່າໃນໃຈຢູ່ດອກ ແຕ່ກໍເຫັນໃຈແດ່ ພຣະມີງົບນ້ອຍ.

ການຍ່າງໃນລະດັບຄວາມສູງສາມພັນແມັດຈາກໜ້ານ້ຳທະເລບໍ່ແມ່ນເລື່ອງໜ້າອະພິລົມພໍປານໃດ ເພາະຍິ່ງສູງອົກຊີແຊນຍິ່ງເບົາບາງເຮັດໃຫ້ເມື່ອຍງ່າຍ ຍ່າງໄປບໍ່ເກີນຮ້ອຍແມັດກໍເຊົ່າຮາບໆແລ້ວ. ພວກເຮົາຍ່າງລັດເລາະໄປຕາມເສັ້ນທາງຄົດໂຄ້ງລະຫວ່າງອາຄານຫຼັງນີ້ຂຶ້ນໄປສູ່ຫຼັງນັ້ນ ບາງຊ່ວງດີແດ່ກໍມີຮາວໃຫ້ຈັບພະຍຸງສັງຂານຂຶ້ນໄປ ຫຼາຍບ່ອນບໍ່ມີກໍອາໄສກຳລັງຂາຕົນເອງລ້ວນໆ. ໃນທີ່ສຸດຈຶ່ງມາຮອດບ່ອນມ້ານັ່ງ ສຽງລົມຫາຍໃຈຂອງແຕ່ຄົນສົ່ງສັນຍານເປັນເອກະສັນ ວ່າ ຄວນພັກກ່ອນ. ພໍແຕ່ຈຸ່ມກົ້ນລົງຈຸພື້ນ ຈົກກວດນ້ຳອອກມາກຳລັງຈະຍົກຂຶ້ນໃສ່ປາກ “ນິມົນ ນິໂມ໊ນ..ຢ່າຟ້າວນັ່ງເທື່ອ ຂຶ້ນມາເທິງກ່ອນ” ອາຈານຮ້ອງມາໃສ່ຈາກດ້ານເທິງ. ຖາມວ່າລຸກຂຶ້ນບໍ່? ຫຶ…ບໍ່ກ້າຂັດດອກ ຄຳສັ່ງຈາກຂັ້ນເທິງເນາະ (ໝາຍເຖິງຂັ້ນໄດ). ເມື່ອພວກເຮົາຍ່າງຂຶ້ນມາຮອດ ອາຈານກຳລັງສົນທະນາກັບລາມະອົງໜຶ່ງ ລາມະອົງນັ້ນເລົ່າວ່າ “ວັດແຫ່ງນີ້ສ້າງຂຶ້ນໃນສະຕະວັດທີ 14 ມາຮອດປັດຈຸມີອາຍຸປະມານ 600 ກວ່າປີແລ້ວ ຖືໄດ້ວ່າເປັນວັດທີ່ເກົ່າແກ່ແລະໃຫຍ່ທີ່ສຸດໃນຫຸບເຂົານູບຣາ. ປັດຈຸບັນມີລາມະຈຳພັນສາຢູ່ປະມານ 50 ອົງ ນອກຈາກນີ້ຍັງມີໂຮງຮຽນປະຖົມເພື່ອໃຫ້ເດັກນ້ອຍໃນເຂດນີ້ໄດ້ຮຽນໜັງສື. ສ່ວນຮູບປັ້ນພຣະສີອະຣິຍະເມດໄຕນັ້ນສ້າງຂຶ້ນເມື່ອປີ 2006 ເປັນພຣະພຸດທະຮູບນັ່ງຢ່ອນພຣະບາດ (ຕີນ) ສູງປະມານ 31 ແມັດ ໃຊ້ເວລາໃນການສ້າງປະມານ 4 ປີຈຶ່ງສຳເລັດ”

ຫຼັງຈາກສົນທະນາກັນພໍສົມຄວນແລ້ວເພິ່ນກໍພາຄະນະພວກເຮົາເຂົ້າໄປຊົມພາຍໃນອາຄານແຕ່ລະບ່ອນ. ພາຍໃນຫໍບູຊາມີພຣະພຸດທະຮູບເກົ່າແກ່ອົງໜຶ່ງຊື່ວ່າ ພຣະໂຈໂວສັກກະຍະມຸນີ ເຊິ່ງຈຳລອງມາຈາກວັດໂຈຄັງໃນທິເບດ ເປັນພຸດທະຮູບທີ່ສັກສິດແລະໄດ້ຮັບຄວາມເຄົາລົບສູງສຸດຈາກຊາວທິເບດເໝືອນທີ່ພຣະບາງເປັນທີ່ເຄົາລົບຂອງຄົນລາວນັ້ນແຫຼະ. ນອກຈາກນີ້ກໍມີຮູບອົງທະໄລລາມະ ແລະບູຣະພາຈານສອງສາມອົງຕັ້ງຮຽງກັນຢູ່ດ້ານໜ້າພຣະໂຈໂວສັກກະຍະມຸນີ ພາຍໃນຫໍບູຊານີ້ມີຂອງໃຊ້ເກົ່າແກ່ຫຼາຍຊະນິດທີ່່ເກັບໄວ້ໃນຕູ້ແກ້ວລຽງກັນໄວ້ຢ່າງເປັນລະບຽບ ຮູບແຕ້ມຜືນຜ້າບາງຮູບມີອາຍຸຫຼາຍຮ້ອຍປີ. ເມື່ອກຣາບພຣະແລະຍ່າງເບິ່ງວັດຖຸບູຮານຈົນເມື່ອຍຂາແລ້ວຈຶ່ງພາກັນມານັ່ງຈິບນ້ຳຊາ.

ໃນຂະນະທີ່ນັ່ງຈິບນ້ຳຊາຢູ່ຫໍບູຊານີ້ເຮັດໃຫ້ນຶກເຖິງເລື່ອງລາວຂອງລາມະອົງໜຶ່ງຊື່ວ່າ ຣັມປາ ເປັນລູກຊາຍຫຼ້າຂອງຄອບຄົວຊົນຊັ້ນສູງຄອບຄົວໜຶ່ງໃນທິເບດ. ຣັມປາໄດ້ຮັບການລ້ຽງດູເຊັ່ນດຽວກັນກັບລູກຄົນລວຍທັງຫຼາຍຄື ຕ້ອງຕັ້ງຢູ່ໃນກົດລະບຽບ ມີຄົນຄອຍດູແລ ຫາກເຮັດຜິດຕ້ອງໄດ້ຮັບການລົງໂທດ ຄົນທົ່ວໄປອາດຈະມອງລູກຄົນລວຍໂດຍສະເພາະຄອບຄົວຣັມປາວ່າໜ້າຈະໄດ້ຮັບຄວາມສະດວກສະບາຍ ບໍ່ຕ້ອງດິ້ນຮົນປາກກັດຕີນທີບເໝືອນຄົນອື່ນ ເຊິ່ງກໍມີສ່ວນຈິງ ແຕ່ອີກດ້ານໜຶ່ງພວກເຂົາໄດ້ຮັບຄວາມກົດດັນຕ່າງໆນານາ ເພື່ອໃຫ້ໄດ້ຮັບການຍອມຮັບວ່າເປັນຜູ້ດີ.

“ຕອບແທນຄວາມດີດ້ວຍຄວາມດີ

ຢ່າດື້ດ້ານຕໍ່ຜູ້ຊົງສີນ

ອ່ານບົດຮຽນແລະທຳຄວາມເຂົ້າໃຈໃຫ້ທ່ອງແທ້

ຊ່ວຍເຫຼືອຄົນອ້ອມຂ້າງ

ເຂັ້ມງວດກວດຂັນກັບຄົນລ້ຳລວຍເພື່ອສອນໃຫ້ຮູ້ຈັກຄວາມມີເຫດຜົນແລະເຫັນອົກເຫັນໃຈເພື່ອນມະນຸດ

ຫຼຸດຢ່ອນຜ່ອນຜັນໃຫ້ແກ່ຄົນຍາກຈົນ ເພື່ອສະແດງຄວາມມີເມດຕາປານີ

ຊຳລະໜີ້ສິນຕາມກຳນົດເວລານັດໝາຍ”

ຂໍ້ຄວາມເຫຼົ່ານີ້ຄືສິ່ງທີ່ຣັມປາແລະເພື່ອນພ້ອງຕ້ອງທ່ອງໃຫ້ຈຳຂຶ້ນໃຈ ບໍ່ແມ່ນຄຳສອນ ແຕ່ມັນຄືກົດບັນຍັດທີ່ຈະຕ້ອງປະບັດຕາມໃຫ້ໄດ້.

ຊີວິດໃນວັຍເຍົາຂອງຣັມປາເຕັມໄປດ້ວຍຄວາມກົດດັນແລະເຄັ່ງຄຽດ ເພາະຕ້ອງຝຶກຄວາມເຂັ້ມແຂງທາງຮ່າງກາຍແລະຈິດໃຈ ວັນຄືນໃນວັຍເຍົາຂອງເຮົານັ້ນເຄັ່ງຄຽດຍິ່ງໜັກ ໃນຊາວສີ່ຊົ່ວໂມງຂອງໜຶ່ງວັນ ເຮົາຈະຕ້ອງຕື່ນຢູ່ເຖິງສິບແປດຊົ່ວໂມງ ຊາວທິເບດຖືກັນວ່າ ເປັນການປະໝາດຢ່າງຍິ່ງທີ່ຈະນອນຫຼັບໃນຂະນະທີ່ຍັງມີແສງສະຫວ່າງ ເພາະວ່າພູດຜີປີສາດຈະສາມາດທຳອັນຕະລາຍໄດ້ ແມ້ແຕ່ເດັກນ້ອຍກໍຈະໄດ້ຮັບການດູແລໃຫ້ຕື່ນຢູ່ສະເໝີເພື່ອບໍ່ໃຫ້ປີສາດເຂົ້າສິງ ຄົນເຈັບປ່ວຍກໍຕ້ອງຕື່ນຢູ່ຕະຫຼອດວັນໂດຍມີລາມະເປັນຜູ້ຄອຍເຝົ້າບໍ່ໃຫ້ຫຼັບໄຫຼ ແມ້ແຕ່ຄົນໃກ້ຈະຕາຍກໍຕ້ອງຖືກປຸກເຕືອນໃຫ້ມີສະຕິຢູ່ສະເໝີເພື່ອທີ່ຈະໄປສູ່ພົບພູມອື່ນໄດ້ໂດຍບໍ່ຫຼົງໄຫຼ ເພາະມີຄວາມເຊື່ອແບບນີ້ຈຶ່ງເຮັດໃຫ້ຊາວທິເບດທັງຫຼາຍໃຊ້ຊີວິດຢູ່ດ້ວຍຄວາມບໍ່ປະໝາດ ພວກເຂົາມັກຈະມີລູກຕຸ້ມຫຼືລູກປະຄຳຕິດຕົວໄວ້ຕະຫຼອດເວລາເພື່ອຝຶກສະຕິ.

ຊາວທິເບດຖືໄດ້ວ່າເປັນຊົນຊາດໜຶ່ງທີ່ມີຄວາມມຸມານະອົດທົນເປັນຢ່າງຍິ່ງ ເນື່ອງດ້ວຍສະພາບພູມິປະເທດເຕັມໄປດ້ວຍພູເຂົາ ມີອາກາດທີ່ແປປວນ ຊ່ວງລະດູຮ້ອນ ກາງເວັນອຸນຫະພູມປະມານ 30 ອົງສາ ແຕ່ພໍຕົກກາງຄືນຈະຫຼຸດລົງຈົນຕິດລົບ 40 ອົງສາ ລະດູໜາວຍິ່ງບໍ່ຕ້ອງເວົ້າເຖິງເມື່ອຕ້ອງຢູ່ກັບສະພາບອາກາດເຊັ່ນນີ້ຈຶ່ງມີຄວາມຈຳເປັນຢ່າງຍິ່ງທີ່ຈະຕ້ອງມີສຸຂະພາບຮ່ງກາຍທີ່ແຂງແຮງ. ເພື່ອຝຶກຄົນໃຫ້ມີຄວາມເຂັ້ມແຂງ ບາງຄອບຄົວເຖິງກັບມີປະເພນີເອົາເດັກນ້ອຍເກີດໃໝ່ຈຸ່ມລົງໃນນ້ຳເຢັນ ຫາກວ່າສາມາດທົນທານໄດ້ກໍສົມຄວນມີຊີວິດຕໍ່ໄປ ຫາກວ່າທົນບໍ່ໄດ້ກໍບໍ່ສົມຄວນທີ່ຈະເຕີບໃຫຍ່ຂຶ້ນມາພົບກັບຄວາມລຳບາກຕ່າງໆທີ່ລໍຢູ່ຂ້າງໜ້ານານັບປະການ.

ຣັມປາໃຊ້ຊີວິດຢູ່ກັບຄອບຄົວເກືອບເຈັດປີ

ເມື່ອວັນເກີດຄົບເຈັດປີກຳລັງຈະມາເຖິງຕາມທຳນຽມທິເບດຈະມີໝໍໂຫນມາທຳນາຍດວງຊະຕາ. ໃນທິເບດ ມີຄວາມເຊື່ອວ່າການກະທຳທຸກຢ່າງຂຶ້ນຢູ່ກັບການກຳນົດຂອງດວງດາວ ນັບຕັ້ງແຕ່ເລື່ອງເລັກນ້ອຍເຊັ່ນ: ການຊື້ງົວໄປຈົນຮອດການຕັດສິນໃຈຍຶດອາຊີບໃດໆກໍຕາມລ້ວນກ່ຽວຂ້ອງກັບດວງຊະຕາທັງນັ້ນ. ຈາກການທຳນາຍຂອງໝໍໂຫນເຮັດຊີວິດຂອງຣັມປາຕ້ອງພັດພາກຈາກພໍ່ແມ່ໄປຕະຫຼອດການ–ນັ້ນຄືການໄປບວດເປັນລາມະເມື່ອອາຍຸຄົບເຈັດປີບໍລິບູນ ຫຼືຈະເວົ້າອີກແບບໜຶ່ງກໍຄືຕັດຫາງປ່ອຍວັດດີໆນີ້ເອງ. ກ່ອນມື້ທີ່ຈະອອກບວດພໍ່ແມ່ຂອງຣັມປາໄດ້ຈັດງານລ້ຽງສົ່ງໂດຍການເຊີນແຂກມາຮ່ວມເປັນຈຳນວນຫຼວງຫຼາຍ ເນື່ອງຈາກພໍ່ແມ່ເປັນຄົນມີໜ້າຕາໃນສັງຄົມ ຜູ້ຄົນຈຶ່ງມາຮ່ວມງານມາກໜ້າຫຼາຍຕາ ງານລ້ຽງໄດ້ເລີ່ມຂຶ້ນຢ່າງເປັນທາງການ ສຽງດົນຕີດັ່ງສະນັ່ນຫວັ່ນໄຫວ ທຸກຄົນດື່ມສັງສັນກັນຢ່າງສະໜຸກສະໜານ ງານດຳເນີນໄປຕັ້ງແຕ່ຊ່ວງເຊົ້າຈົນຮອດຄ້າຍແລງ ເມື່ອງານລ້ຽງດຳເນີນໄປເຖິງຈຸດໜຶ່ງກໍເຂົ້າສູ່ພາວະອີ່ມຕົວຄືທຸກຄົນເມົາມາຍ ນັກດົນຕີເມື່ອຍລ້າ ຄົນໃຊ້ທີ່ເສີບອາຫານກໍອ່ອນແຮງ ພຣະອາທິດທີ່ສ່ອງແສງມາແຕ່ເຊົ້າກໍຊາລົງ ຄວາມຄຶກຄື້ນຄ່ອຍໆຊົບເຊົາລົງ ບັນດາແຂກຄົນຕ່າງກໍອີ່ມໜໍາສຳລານແລະຮູ້ສຶກອືດອາດຂຶ້ນແລ້ວກໍຄ່ອຍທະຍອຍກັນກັບເຮືອນຂອງຕົນເທື່ອລະຄົນສອງຄົນຈົນເຫຼືອພຽງພາບງານລ້ຽງທີ່ວ່າງເປົ່າ.

ໃນຄືນວັນກ່ອນທີ່ຣັມປາຈະອອກບວດພໍ່ຂອງລາວໄດ້ເອີ້ນເຂົ້າໄປຫາເພື່ອບອກລາຄັ້ງສຸດທ້າຍ

ພໍ່ຂອງລາວບອກວ່າ ຕາມປົກກະຕິເມື່ອພຣະສົງຈະຮັບກຸລະບຸດເຂົ້າວັດ ເພິ່ນຈະມີວິທີທົດສອບທີ່ແຕກຕ່າງກັນລະຫວ່າງຄົນທີ່ມີບັນດາສັກກັບຄົນທົ່ວໄປ (ຄອບຄົວຣັມປາຈັດຢູ່ໃນກຸ່ມຄົນທີ່ມີບັນດາສັກ) ຕາມທຳນຽມຂອງທິເບດ ລູກຊາຍຂອງຜູ້ມີບັນດາສັກຈະໄດ້ຮັບການປະຕິບັດຢ່າງເຄັ່ງຄັດ ສ່ວນລູກຂອງຄົນທົ່ວໄປຈະໄດ້ຮັບປະຕິບັດຢ່າງກາຣຸນ ໝາຍຄວາມວ່າຣັມປາຈະຕ້ອງໄດ້ຮັບການທົດສອບຢ່າງໜັກກ່ອນທີ່ຈະໄດ້ເຂົ້າໄປຢູ່ໃນສຳນັກສົງ ລູກພໍ່ ເຈົ້າອາດຈະຄິດວ່າພໍ່ເຂັ້ມງວດກວດຂັນແລະບໍ່ຫ່ວງໃຍເຈົ້າເລີຍ ຄວາມຫ່ວງໃຍຂອງພໍ່ນັ້ນຢູ່ທີ່ຊື່ສຽງຂອງວົງຕະກູນ ພໍ່ຂໍບອກເຈົ້າວ່າ ຖ້າເຈົ້າບໍ່ສາມາດຜ່ານການທົດສອບເຂົ້າໄປໃນສຳນັກສົງໄດ້ແລ້ວ ເຈົ້າບໍ່ຕ້ອງກັບມາໃຫ້ພໍ່ເຫັນໜ້າອີກ ເຈົ້າຈະກາຍເປັນຄົນແປກໜ້າສຳລັບເຮືອນຫຼັງນີ້ທັນທີ ເໝືອນເປັນການເຕືອນໃຫ້ຮູ້ດ້ວຍຫວັງດີ ແຕ່ເຈືອປົນດ້ວຍການບັງຄັບວ່າ ຕ້ອງຜ່ານດ່ານແຕ່ລະດ່ານໃຫ້ໄດ້.

ຄືນນັ້ນຣັມປານອນປີ້ນໄປປີ້ນມາ ນຶກຄິດເຖິງສິ່ງຕ່າງໆໃນອະດີດ ພິກຊ້າຍ ພິກຂວາ ກວ່າຈະຫຼັບລົງໄດ້ກໍຂ້ອນຊິແຈ້ງແລ້ວ. ເມື່ອແສງເງິນແສງທອງເລີ່ມຈັບຂອບຟ້າທຸກຄົນພາຍໃນບ້ານຍັງຄົງຫຼັບໄຫຼເພາະຄວາມອິດເມື່ອຍຕັ້ງແຕ່ມື້ວານ ຄົນໃຊ້ໄດ້ປຸກຣັມປາໃຫ້ຕື່ນຂຶ້ນແລ້ວກໍຍົກຈອກນ້ຳຊາແລະເຂົ້າໜົມມາໃຫ້ ເມື່ອກິນໝົດແລ້ວລາວກໍບອກຣັມປາໃຫ້ຍ່າງອອກໄປຢ່າງງຽບໆເພື່ອບໍ່ໃຫ້ມີສຽງລົບກວນຄົນທີ່ກຳລັງຫຼັບຢູ່. ຣັມປາຍ່າງອອກຈາກເຮືອນມາຍ່າງງຽບໆທ່າມກາງແສງຂະມຸຂະມົວ ລັດເລາະໄປຕາມເຮືອນຊານບ້ານຊ່ອງຈົນໄປຊອດໃສ່ຖະໜົນໃຫຍ່ ແສງໃນຍາມເຊົ້າຄ່ອຍໆຂັບໄລ່ຄວາມມືດໃຫ້ຫາຍໄປ ນີ້ເປັນການຈາກຄອບຄົວຄັ້ງທຳອິດຂອງລາວເຊິ່ງເປັນການລາຈາກທີ່ເປົ່າປ່ຽວ ແລະງຽບເຫງົາ–ບໍ່ມີແມ້ແຕ່ຄົນດຽວຍ່າງມາສົ່ງແລະໄຮ້ຄຳອວຍພອນໃດໆທັງສິ້ນ.

ເມື່ອຍ່າງມາຮອດໜ້າວັດມີເດັກນ້ອຍສອງສາມຄົນຢືນຢູ່ໜ້າປະຕູເຂົ້າວັດນັ້ນກ່ອນແລ້ວ ພວກເຂົາມີຈຸດສົງດຽວກັນກັບຣັມປາ–ນັ້ນຄືການມາຂໍເຂົ້າບວດເປັນລາມະ. ສຳນັກສົງແຫ່ງນີ້ມີຊື່ວ່າ ຈັກໂປຣີ (Chakpori Monasty) ທຳໜ້າທີ່ເໝືອນວິທະຍາລັຍການແພດແຫ່ງທິເບດ. ພວກເຂົາພະຍາຍາມເຄາະປະຕູຢູ່ເຫີງນານ ແຕ່ກໍບໍ່ມີວີ່ແວວວ່າຈະມີຄົນມາເປີດ ເດັກນ້ອຍຄົນໜຶ່ງຈຶ່ງອູ້ມໝາກຫີນທຸບໃສ່ປະຕູຈົນເກີດສຽງດັງ ເຄີງ! ທັນໃດນັ້ນກໍມີລາມະຮ່າງໃຫຍ່ຍັກອົງໜຶ່ງຖືໄມ້ແສ້ເປີດປະຕູອອກມາ ແລ້ວຊາກໃສ່ວ່າ “ໄອ້..ພວກເດັກເປດ! ສູມາເຮັດຫຍັງຢູ່ນີ້?”

“ພວກຂ້ານ້ອຍຈະມາຂໍບວດເພື່ອຮຽນໜັງສື” ຕອບດ້ວຍຄວາມສັ່ນເຊັນ

“ພວກເຈົ້ານີ້ຫວ໋າ ຊິມາຮຽນໜັງສື ໄປລໍຖ້າຢູ່ພຸ້ນກ່ອນໄປ໋ ພຣະຈົວແລ້ວວຽກລະຈັ່ງຊິອອກມາເບິ່ງ”

ວ່າແລ້ວລາມະອົງນັ້ນກໍປິດປະຕູປັງ..ຫາຍເຂົ້າໄປໃນວັດ ປ່ອຍໃຫ້ເດັກນ້ອຍເຫຼົ່ານັ້ນຢືນລໍຖ້າຢູ່ນານສອງນານ ບາງຄົນທົນບໍ່ໄຫວກໍນັ່ງລົງກັບພື້ນ ດຶກກ້ອນຫີນຫຼິ້ນດ້ວຍສາຍຕາທີ່ໄຮ້ຄວາມຫວັງ ໜຶ່ງຊົ່ວໂມງຜ່ານໄປກໍໄຮ້ວີ່ແວວ ສອງ ສາມ ຊົ່ວໂມງຜ່ານໄປທຸກຢ່າງຍັງຄົງງຽບງັນ ເຂົ້າໜົມແລະນ້ຳຊາທີ່ກິນຕັ້ງແຕ່ເຊົ້າຕອນນີ້ຖືກຍ່ອຍສະຫຼາຍໄປໝົດແລ້ວ ທ້ອງກໍຮ້ອງ ນ້ຳລາຍກໍແຫ້ງ ຍິ່ງເມື່ອໄດ້ກິ່ນອາຫານທີ່ລອຍອອກມາຈາກດ້ານໃນກຳແພງວັດກໍຍິ່ງກະຕຸ້ນໃຫ້ເກີດຄວາມຫິວທໍລະມານຍິ່ງຂຶ້ນ. ໃນທີ່ສຸດປະຕູກໍເປີດອອກ ລາມະອົງເດີມປາກົດຂຶ້ນພ້ອມກັບໄມ້ແສ້ ຖາມໃຖ່ເທື່ອລະຄົນໄລ່ລຽງກັນໄປວ່າ ເປັນໃຜ ມາຈາກໃສ ເປັນລູກເຕົ້າເຫຼົ່າຫຼານຜູ້ໃດ ເປັນຫຍັງຈຶ່ງຕ້ອງມາບວດ ຈົນມາຮອດເດັກນ້ອຍຄົນໜຶ່ງຕອບວ່າ

“ຂ້ານ້ອຍເປັນລູກຄົນຂາຍຊີ້ນ”

“ຫ໊ະ..ເຈົ້າວ່າແນວໃດເກາະ ຂາຍຊີ້ນຫວ໋າ ໄອ້ພວກຂ້າສັດຕັດຊີວິດ ພວກລະເມີດຄຳສອນພຸດທະເຈົ້າ ມຶງຍັງກ້າມາສະເໜີໜ້າຢູ່ນີ້ອີກຫວ໋າ ໄປໄກໆໄປ໋ ຖ້າບໍ່ໄປຊິບອກພຣະຈົວມາລຸມກະທືບ” ແລ້ວກໍເງືອດໄມ້ແສ້ຂຶ້ນທໍາທ່າຈະຕີ. ດ້ວຍຄວາມຢ້ານທີ່ເປັນທຶນເດີມຢູ່ແລ້ວ ເດັກນ້ອຍຄົນນັ້ນຈຶ່ງຟ້າວລຸກຂຶ້ນແລ່ນໜີໄປທັນທີ

ທີນີ້ ກໍມາຮອດຄິວຂອງຣັມປາ “ເຈົ້າເດ້! ມາຈາກໃສ? ອໍ້! ລູກຂຸນນາງຫັ້ນຫວ໋າ ໂອໂຫ້! ເຈົ້າຊາຍນ້ອຍທີ່ຢາກມາຖືເພດເປັນສະມະນະ ດ໋ຽວກໍຮູ້ວ່າທາດແທ້ຂອງເຈົ້າເປັນແນວໃດ ຂໍບອກໄວ້ກ່ອນ ວັດແຫ່ງນີ້ບໍ່ແມ່ນສະຖານທີ່ສຳລັບພະເນົ້າພະນໍ້ເອົາໃຈເຈົ້າຊາຍທີ່ພໍ່ແມ່ເຄີຍໂອ໋ມາກ່ອນ ລາມະທັງເວົ້າທັງຕອດຫົວໄປນຳ ແລ້ວບອກວ່າ ຖອຍໄປສີ່ສິບກ້າວ ນັ່ງສະມາທິລໍຖ້າຢູ່ຫັ້ນກ່ອນ ຫ້າມຫຼັບຕາ ຫ້າມເໜັງຕີງ” ເມື່ອສັ່ງແລ້ວກໍຫາຍເຂົ້າໄປໃນວັດອີກຄັ້ງ. ຣັມປາຈັບເອົາຫໍ່ເສື້ອຜ້າແລ້ວກໍຍ່າງຖອຍກັບຫຼັງສີ່ສິບກ້າວ ນັ່ງສະມາທິເອົາມືວາງໄວ້ທີ່ຫົວເຂົ່າທັງສອງໂດຍບໍ່ກ້າເຄື່ອນໄຫວເລີຍແມ້ແຕ່ນ້ອຍ ລາວນັ່ງຢູ່ແບບນັ້ນຈົນກະທັ່ງພຣະອາທິດເລີ່ມຄ້ອຍບ່າຍໄປຈົນຮອດແລງ ພາຍຫຼັງທີ່ກິນເຂົ້າໜົມຕັ້ງແຕ່ເຊົ້າມາຮອດຕອນນີ້ກໍຍັງບໍ່ທັນໄດ້ກິນຫຍັງອີກເລີຍ ຫິວເຂົ້າ ຫິວນ້ຳ ທັງອິດເມື່ອຍແທບຈະເປັນລົມ ລາວຄິດໃນໃຈນີ້ບໍຄືຂອງຂວັນວັນເກີດຄົບອາຍຸເຈັດປີທີ່ພໍ່ແມ່ມອບໃຫ້ ຊ່າງເປັນວັນເກີດທີ່ໜ້າຫົດຫູ່ແລະທໍລະມານ. ຕອນນີ້ພຣະອາທິດລັບຂອບຟ້າໄປແລ້ວ ຄວາມມືດເລີ່ມຄືບຄານເຂົ້າມາພ້ອມກັນກັບລົມໜາວເຢັນພັດມາກະທົບໃບໄມ້ເຮັດໃຫ້ເກີດສຽງທີ່ໜ້າສະພຶງກົວໃນຍາມຄ່ຳຄືນ ສ່ວນຣັມປາເດັກນ້ອຍຜູ້ໜ້າສົງສານບໍ່ກ້າແມ້ກະທັ່ງຂະຍັບຂັບເຄື່ອນຮ່າງກາຍອາດຈະເປັນເພາະຄວາມຢ້ານກົວຫຼືແຂ່ງຂາຂອງລາວແຂງຊາໄປແລ້ວກໍເປັນໄດ້. ໜ້ອຍໜຶ່ງມີສຽງຍ່າງຂອງສິ່ງທີ່ມີຊີວິດກົງມາຫາເຮັດໃຫ້ຍິ່ງເພີ່ມຄວາມຫວາດກົວໄປອີກ ເມື່ອມາຮອດໃກ້ໆລາວຈຶ່ງຮູ້ວ່າເປັນລາມະເຖົ້າອົງໜຶ່ງຖືນ້ຳຊາກັບເຂົ້າໜົມມາໃຫ້ ທຳອິດລາວບໍ່ກ້າຮັບເອົາ ເພາະຢ້ານຜິດກົດທີ່ລາມະອົງກ່ອນສັ່ງໄວ້ ແຕ່ລາມະຜູ້ທີ່ເອົາມາສົ່ງບອກວ່າ

ຮັບເອົາເຖິະ ໃນຍາມຄ່ຳຄືນເຈົ້າສາມາດເຄື່ອນໄຫວໄດ້ລາວຈຶ່ງຟ້າວຈັບເອົາເຂົ້າໜົມກັບນ້ຳຊາມາກິນດ້ວຍຄວາມຫິວໂຫຍ ລາມະອົງນັ້ນບອກວ່າເມື່ອກິນແລ້ວກໍນອນພັກຜ່ອນສາ ຕອນເຊົ້າຕາເວັນຂຶ້ນຟ້າແຈ້ງແລ້ວຄ່ອຍນັ່ງສະມາທິຕໍ່ ຣັມປາເອີ໋ຍ ເຈົ້າຢ່າຄິດວ່າເປັນການທໍລະມານ ນີ້ເປັນພຽງດ່ານທຳອິດເພື່ອຝຶກຝົນຄວາມອົດທົນ ຫາກສາມາດຜ່ານໄປໄດ້ເຈົ້າຈະໄດ້ຮຽນສິ່ງທີ່ສູງຂຶ້ນໄປກວ່ານີ້ ເມື່ອເວົ້າຈົບແລ້ວກໍຈາກໄປ ປ່ອຍຣັມປາໄວ້ໃນຄວາມມືດຢ່າງໂດດດ່ຽວ ທ່າມກາງຄວາມມືດມີພຽງແສງວັບແວມຂອງຕະກຽງນ້ຳມັນເນີຍໄຕ້ລຽງລາຍຢູ່ຕາມກຸດຕິສົງແລະແສງສະຫຼົວຈາກດວງດາວສອງສາມດວງພາຍໃຕ້ທ້ອງຟ້າໃນຍາມຄ່ຳຄືນທີ່ເໜັບໜາວ ເດັກນ້ອຍຄົນໜຶ່ງກຳລັງນອນຄົດຄູ້ຢູ່ໜ້າວັດຢ່າງດຽວດາຍ. ຣັມປາເລົ່າວ່າ ລາວຕ້ອງນັ່ງສະມາທິຢູ່ແບບນີ້ເຖິງສາມວັນສາມຄືນຈຶ່ງສາມາດຜ່ານບົດທົດສອບນີ້ໄດ້.

ເມື່ອເຂົ້າວັດແລ້ວ ອັນດັບທໍາອິດຄືການໄປນະມັດສະການເຈົ້າອາວາດຜູ້ເປັນປະມຸກສູງສຸດໃນວັດແຫ່ງນີ້ ທ່ານມີຊື່ວ່າ ລາມະຊັມປາ-ລາ (Xhampa-la) ເປັນຜູ້ເຄັ່ງຄັດລະບຽບວິນັຍເປັນຢ່າງຍິ່ງ. ພາຍຫຼັງທີ່ສະແດງຄວາມເຄົາລົບແລ້ວກໍພາກັນນັ່ງລົງ ເຈົ້າອາວາດເພັ່ງພິນິດຢູ່ໜ້ອຍໜຶ່ງຈຶ່ງກ່າວຂຶ້ນວ່າ

ຣັມປາ ອາຈານຮູ້ທຸກຢ່າງກ່ຽວກັບເຈົ້າແລ້ວ ລວມເຖິງຄຳພະຍາກອນດວງຊະຕາຂອງເຈົ້າ ເຈົ້າໄດ້ຮັບການທົດສອບເລື່ອງຄວາມທໍລະຫົດອົດທົນຢ່າງໜັກດ້ວຍເຫດຜົນອັນສົມຄວນເຊິ່ງຕໍ່ໄປເຈົ້າຈະຮູ້ເອງ. ໃນບັນດານັກບວດເປັນພັນໆອົງມີພຽງອົງດຽວເທົ່ານັ້ນທີ່ມີຄວາມສາມາດສຳລັບອົງຄວາມຮູ້ຂັ້ນສູງ ນັກບວດສ່ວນໃຫຍ່ພາກັນຈົມຢູ່ກັບຄວາມຮູ້ຂັ້ນພື້ນຖານແລະປະຕິບັດກິດຂອງຕົນໄປວັນໆຕາມຄວາມເຄີຍຊິນ ພວກນີ້ຈະວ່າໄປແລ້ວກໍເປັນພຽງຊ່າງສີມືທີ່ຄອຍໝຸນວົງລໍ້ແຫ່ງບົດສູດມົນເທົ່ານັ້ນໂດຍບໍ່ຮູ້ວ່າເຮັດໄປເພື່ອຫຍັງ ຣັມປາ..ເຈົ້າຈະໄດ້ຮັບການສຶກສາຢ່າງທ່ອງແທ້ເປັນພິເສດ ເຈົ້າຈະໄດ້ຮູ້ຊຶ້ງເຖິງສາດຕ່າງໆ ແຕ່ເສັ້ນທາງຊີວິດຂອງເຈົ້ານັ້ນຈະຍາກລຳບາກແລະໜ້າທໍ້ແທ້ ການປະຕິບັດໃຫ້ເຫັນແຈ້ງນັ້ນເປັນສິ່ງທີ່ຍາກຢ່າງຍິ່ງ

ຣັມປາຄ່ອຍໆຮຽນຮູ້ເລື່ອງກົດລະບຽບແລະໜ້າທີ່ຕ່າງໆພາຍໃນວັດເຊັ່ນ ເວລາໃດຄືເວລາແຫ່ງການສູດມົນ ເວລາແຫ່ງການຮຽນໜັງສື ແລະເວລາແຫ່ງການອອກແຮງງານ ໃນສຳນັກສົງແຫ່ງນີ້ຂຶ້ນຊື່ເລື່ອງຄວາມເຄັ່ງຄັດຂອງກົດລະບຽບ ແມ້ແຕ່ຊື່ວັດເອງກໍບົ່ງບອກແລ້ວວ່າ ຈັກໂປຣີ ແປວ່າ ພູເຂົາເຫຼັກ ດ້ວຍເຫດນີ້ພໍ່ຂອງຣັມປາຈຶ່ງສົ່ງລາວມາທີ່ນີ້ ເພື່ອໃຫ້ໄດ້ຮັບການຝຶກຝົນຢ່າງດີທີ່ສຸດ ເມື່ອໄປເປັນຜູ້ນຳສົງໃນອະນາຄົດຈຶ່ງຈະສາມາດຄວບຄຸມກາຍໃຈຕົນເອງໄດ້ດີ ເພາະລະບຽບວິນັຍຄືສິ່ງທີ່ສ້າງນິໄສຂອງຜູ້ຄົນ.

ກິດຈະວັດປະຈຳວັນໃນຈັກໂປຣີເລີ່ມຕົ້ນຂຶ້ນເມື່ອເວລາທ່ຽງຄືນ ເມື່ອໄດ້ຍິນສຽງສັນຍານແກທີ່ດັງກ້ອງໄປທົ່ວວັດ ທຸກຄົນຕ້ອງຟ້າວລຸກຂຶ້ນແຕ່ງຕົວແລ້ວຍ່າງງົວເງຍໄປທີ່ຫ້ອງສູດມົນ ການສູດມົນໃນຍາມດຶກເປັນສິ່ງທີ່ໜ້າເບື່ອໜ່າຍແລະຫງຸດຫງິດ ໃນວັດແຫ່ງນີ້ຈຶ່ງມີຄະຕິສອນໃຈວ່າ “ການພັກຜ່ອນຈິດໃຈຢ່າງສຸກສະຫງົບນັ້ນ ດີກວ່າການໄປນັ່ງນິ້ງຢູ່ຕໍ່ໜ້າພຣະພຸດທະຮູບເພື່ອສູດມົນລະງັບຄວາມຂຸ່ນເຄືອງ ເວົ້າໃຫ້ເຂົ້າໃຈງ່າຍກໍຄືຢ່າຄິດວ່າການສູດມົນເປັນສິ່ງທີ່ໜ້າເບື່ອໜ່າຍ ແຕ່ມັນຄືການພັກຜ່ອນຈິດໃຈໃຫ້ເກີດຄວາມສຸກສະຫງົບ ຖ້າມານັ່ງສູດມົນດ້ວຍຄວາມຫງຸດຫງິດກໍບໍ່ຕ່າງຫຍັງກັບມານັ່ງໜ້າບູດໃສ່ພຸດທະຮູບເຊິ່ງມັນເສຍເວລາຖິ້ມຊື່ໆ ແນວໃດກໍຕ້ອງສູດຢູ່ແລ້ວກໍສູດດ້ວຍຄວາມເຕັມໃຈໄປເລີຍ.

ຊາວທິເບດເຊື່ອວ່າ ສຽງສູດມົນທີ່ກ້ອງກັງວານນັ້ນມີອຳນາດສັກສິດ ເຊັ່ນດຽວກັບສຽງດົນຕີທີ່ມີຄື່ນຄວາມຖີ່ສາມາດເຮັດໃຫ້ແກ້ວແຕກໄດ້ພິທີສູດມົນຈຶ່ງກາຍເປັນພິທີກັມທີ່ສັກສິດໄປໃນຕົວ. ລາມະທັງຫຼາຍນັ່ງລຽງລາຍກັນເປັນສອງແຖວຫັນໜ້າເຂົ້າກັນ ສຽງສູດມົນຜະສົມສຽງກອງແລະສຽງລະຄັງດັງກັງວານໄປທົ່ວວັດ ຄວັນກຳຍານລອຍອົບອວນໄປທົ່ວຫ້ອງ ທ່າມກາງຄວາມມືດສະຫຼົວນັ້ນຄ້າຍໆກັບວ່າມີສິ່ງສັກສິດກໍາລັງຈັບຈ້ອງເບິ່ງແຕ່ລະຄົນຢູ່. ໂດຍທົ່ວໄປຈະໃຊ້ເວລາສູດປະມານໜຶ່ງຊົ່ວໂມງ ແລ້ວກໍກັບໄປນອນ. ສູດອີກເທື່ອທີສອງຄືເວລາສີ່ໂມງ ຮັບປະທານອາຫານຫ້າໂມງເຊົ້າ ຫົກໂມງເຂົ້າຫ້ອງຮຽນ ເກົ້າໂມງສູດມົນຮອບທີສາມ ສິບໂມງກັບມາເຂົ້າຮຽນວິຊາໃໝ່ຈົນຮອດບ່າຍໜຶ່ງໂມງ ຈາກນັ້ນກໍສູດມົນອີກຄັ້ງກ່ອນຮັບປະທານອາຫານ ບ່າຍສອງເປັນເວລາເຮັດງານໜັກເພື່ອຝຶກຝົນຮ່າງກາຍໃຫ້ມີຄວາມເຂັ້ມແຂງ ບ່າຍສາມເປັນເວລາພັກສະຫງົບ ນອນນິ້ງໆ ຫ້າມລົມກັນ ປ່ອຍໃຫ້ຮ່າງກາຍໄດ້ພັກຜ່ອນ ຈາກນັ້ນສີ່ໂມງແລງກໍກັບເຂົ້າຮຽນອີກຄັ້ງຈົນຮອດເວລາເກົ້າໂມງກາງຄືນຈຶ່ງຈະສາມາດເຂົ້ານອນໄດ້ ຮອດທ່ຽງຄືນກໍລຸກຂຶ້ນສູດມົນອີກຄັ້ງ ກິດຈະວັດຈະວົນວຽນຢູ່ແບບນີ້ເລື້ອຍໄປ.

ທຸກຄົນທີ່ຢູ່ພາຍໃນສຳນັກສົງຈັກໂປຣີແຫ່ງນີ້ ນອກຈາກປະຕິບັດກິດຈະວັດປະຈຳວັນຢ່າງເຄັ່ງຄັດແລ້ວ ຍັງຕ້ອງຍຶດໝັ້ນໃນຄຳສອນຂອງພຣະສັມມາສັມພຸດທະເຈົ້າທີ່ວ່າ ຈົ່ງສະແດງຕົນເປັນຕົວຢ່າງທີ່ດີ ປະຕິບັດຊອບຕໍ່ຜູ້ອື່ນ ແລະງົດເວັ້ນຈາກຄວາມຊົ່ວທັງມວນ” ກິດຈະວັດທີ່ກ່າວໄປແລ້ວນັ້ນເປັນຕົວຊີ້ວັດໄດ້ເປັນຢ່າງດີວ່າຜູ້ໃດມີພຶດຕິກຳແບບໃດ. ແມ້ທຸກອົງຈະປະຕິບັດກິດຈະວັດເໝືອນກັນ ແຕ່ຄວາມຕັ້ງໃຈແລະຄວາມມຸ່ງໝັ້ນແຕກຕ່າງກັນ ເມື່ອເປັນເຊັ່ນນີ້ແນ່ນອນວ່າຜົນທີ່ເກີດຂຶ້ນພາຍໃນໃຈຂອງແຕ່ລະຄົນຍ່ອມແຕກຕ່າງກັນ ເໝືອນນາຍຊ່າງທີ່ພິຖີພິກັບງານສິລະປະກັບຊ່າງທີ່ເຮັດພໍແລ້ວມື ຜົນງານທີ່ອອກມາຍ່ອມຕ່າງກັນ. ສະນັ້ນ ພຽງແຕ່ມີຕາຕະລາງກິດຈະວັດຍັງບໍ່ພໍ ຕ້ອງມີຄວາມໃສ່ໃຈ ຄວາມມຸ່ງໝັ້ນ ແລະຄວາມມຸມານະອົດທົນໃນຂະນະທີ່ເຮັດກິດທັງຫຼາຍເຫຼົ່ານັ້ນພ້ອມ. ແມ້ແຕ່ພຣະພຸດທະເຈົ້າກໍບອກສະເໝີວ່າ ຄົນເຮົາຈະພົ້ນທຸກໄດ້ເພາະຄວາມພາກພຽນພະຍາຍາມ

ຈາກເລື່ອງລາວຂອງຊີວິດຣັມປາຈະເຫັນໄດ້ວ່າ ຊີວິດເຮົາເໝືອນມີບາງສິ່ງບາງຢ່າງທີ່ເບິ່ງບໍ່ເຫັນຄອຍກຳກັບດູແລຢູ່ ສິ່ງທີ່ວ່ານັ້ນເປັນຕົວກຳນົດໃຫ້ເຮົາລ້ຽວຊ້າຍຫຼືຂວາ ເມື່ອລ້ຽວແລ້ວກໍປ່ອຍໃຫ້ເຮົາຜະເຊີນໜ້າກັບຄວາມເປັນຈິງພຽງລຳພັງ ຊາວທິເບດເອີ້ນສິ່ງທີ່ເບິ່ງບໍ່ເຫັນນັ້ນວ່າ ດວງຊະຕາ ອີກມຸມໜຶ່ງເໝືອນກັບວ່າມະນຸດມີອິດສະລະ–ສາມາດກຳນົດຊີວິດຕົນເອງໄດ້. ຂ້ອຍຄິດວ່າຊີວິດມະນຸດເຮົາອາດຈະມີທັງສອງສິ່ງນີ້ຄຽງຄູ່ກັນໄປ ໜຶ່ງ-ດວງຊະຕາ ແລະສອງ-ການເລືອກຢ່າງອິດສະລະຂອງເຮົາເອງ ເມື່ອດວງຊະຕາກຳນົດໃຫ້ເຮົາເປັນແບບນັ້ນແບບນີ້ແລ້ວ ເຮົາຈະເລືອກສູ້ຕໍ່ຫຼືທໍ້ຖອຍ ອັນນີ້ຂຶ້ນກັບເຮົາເອງ ພາຍໃນຂອບເຂດທີ່ດວງຊະຕາກຳນົດໄວ້ໃຫ້ເຮົາສາມາດມີອິດສະລະໄດ້ເຕັມທີ່ ເໝືອນຣັມປາທີ່ຖືກກຳນົດໃຫ້ເປັນລາມະ ແລະລາວກໍພຽນພະຍາຍາມເຕັມທີ່ກັບສິ່ງທີ່ເປັນຢູ່ນັ້ນ ນີ້ຄືອິດສະລະທີ່ລາວເລືອກໄດ້.

ຕອນນີ້ ເວລາເກືອບສີ່ໂມງແລ້ວ ຫຼຽວລົງໄປດ້ານລຸ່ມຍັງຄົງເຫັນຮູບປັ້ນພຣະສີອະຣິຍະເມດໄຕຕັ້ງເດັ່ນເປັນສະຫງ່າ ລົມຫົວກຸດກຳລັງພັດດິນຊາຍຟຸ້ງອົບອວນໄປທ່ົວຫຸບເຂົາ ໃນຂະນະທີ່ພວກເຮົາກຳລັງຍ່າງລົງຈາກວັດ ຊາວບ້ານກຸ່ມໜຶ່ງກຳລັງນັ່ງລ້າງຈານຢູ່ຂ້າງກຸດຕິ ນາຍຊ່າງກຳລັງປັບປຸງອາຄານທີ່ຊຸດໂຊມ ລາມະອົງໜຶ່ງກຳລັງນັບລູກປະຄຳຍ່າງສວນທາງພວກເຮົາຂຶ້ນໄປ ຄົນຂາຍເຄື່ອງກຳລັງຍື່ນຮູບໃຫ້ນັກທ່ອງທ່ຽວເບິ່ງ ຍາມກຳລັງເປີດປະຕູໃຫ້ລົດເຂົ້າ-ອອກ ເປັນໄປໄດ້ບໍ່ວ່າ ພາບທັງຫຼາຍທີ່ປາກົດຢູ່ຕອນນີ້ມີຄວາມກ່ຽວຂ້ອງກັບດວງຊະຕາ. ດວງຊະຕານຳພວກເຂົາໃຫ້ມາຢູ່ຈຸດນີ້ ແລະ ພວກເຂົາກໍເລືອກທີ່ຈະຕໍ່ສູ້ດິ້ນຮົນພາຍໃນຂອບເຂດທີ່ຖືກກຳນົດໄວ້ແລ້ວດ້ວຍຄວາມພາກພຽນພະຍາມທີ່ແຕກຕ່າງກັນອອກໄປ ໂດຍມີຈຸດໝາຍດຽວກັນຄືການຫຼຸດພົ້ນໄປຈາກຄວາມທຸກຕ່າງໆຂອງແຕ່ລະຄົນ. ມະນຸດຕ້ອງມີຄວາມພາກພຽນພະຍາຍາມພຽງໃດ ຈຶ່ງໄດ້ຊື່ວ່າເປັນຜູ້ມີຄວາມມຸ່ງໝັ້ນແລະມານະອົດທົນພຽງພໍຕໍ່ການປະສົບຄວາມສຳເລັດຕາມທີ່ຕົນມຸ່ງຫວັງ.

ຄຳຕອບອາດຈະເປັນວ່າ “ຄວນພະຍາຍາມເລື້ອຍໄປ ຈົນກວ່າຈະໄດ້ໃນສິ່ງທີ່ຕົນປາຖະໜາ”

ພຣະຂາວພັນນາຣາມ

ກາງລະດູຝົນ, ປີ 2024.

]]>
ທັມມະຈັກກັປປະວັຕຕະນະສູຕຣ໌ https://dekwatlaos.com/buddhology/buddhist-mantra/%e0%ba%97%e0%ba%b1%e0%ba%a1%e0%ba%a1%e0%ba%b0%e0%ba%88%e0%ba%b1%e0%ba%81%e0%ba%81%e0%ba%b1%e0%ba%9b%e0%ba%9b%e0%ba%b0%e0%ba%a7%e0%ba%b1%e0%ba%95%e0%ba%95%e0%ba%b0%e0%ba%99%e0%ba%b0%e0%ba%aa%e0%ba%b9/1959/ Thu, 22 Aug 2024 23:46:02 +0000 https://dekwatlaos.com/?p=1959 ເອວັມເມ ສຸຕັງ, ເອກັງ ສະມະຍັງ ພະຄະວາ ພາຣານະສິຍັງ ວິຫະຣະຕິ ອິສິປະຕະເນ ມິຄະທາເຍ. ຕັຕະຣະ ໂຂ ພະຄະວາ ປັນຈະວັຄຄິເຍ ພິກຂູ ອາມັນເຕສິ.

(ທາງສຸດໂຕ່ງສອງສາຍທີ່ບໍ່ຄວນປະຕິບັດ)

ທະເວເມ ພິກຂະເວ ອັນຕາ ປັພພະຊິເຕນະ ນະ ເສວິຕັພພາ ໂຍ ຈາຍັງ ກາເມສຸ ກາມະສຸຂັລລິການຸໂຍໂຄ ຫີໂນ ຄັມໂມ ໂປຖຸຊຊະນິໂກ ອະນະຣິໂຍ ອະນັຕຖະສັນຫິໂຕ ໂຍ ຈາຍັງ ອັຕຕະກິລະມະຖານຸໂຍໂຄ ທຸກໂຂ ອະນະຣິໂຍ ອະນັຕຖະສັນຫິໂຕ.

ເອເຕ ເຕ ພິກຂະເວ ອຸໂພ ອັນເຕ ອະນຸປະຄັມມະ ມັຊຊິມາ ປະຕິປະທາ ຕະຖາຄະເຕນະ ອະພິສັມພຸທທາ ຈັກຂຸກະຣະນີ ຍານະກະຣະນີ ອຸປະສະມາຍະ ອະພິນຍາຍະ ສັມໂພທາຍະ ນິພພານາຍະ ສັງວັຕຕະຕິ.

ກະຕະມາ ຈະ ສາ ພິກຂະເວ ມັຊຊິມາ ປະຕິປະທາຕະຖາຄະເຕນະ ອະພິສັມພຸທທາ ຈັກຂຸກະຣະນີ ຍານະກະຣະນີ ອຸປະສະມາຍະ ອະພິນຍາຍະ ສັມໂພທາຍະ ນິພພານາຍະ ສັງວັຕຕະຕິ.

(ທາງສາຍກາງເປັນທາງແຫ່ງຄວາມພົ້ນທຸກຄື ມັກມີອົງແປດ)

ອະຍະເມວະ ອະຣິໂຍ ອັຕຖັງຄິໂກ, ມັຄໂຄ. ເສຍຍະຖີທັງ, ສັມມາທິຕຖິ ສັມມາສັງກັປໂປ ສັມມາວາຈາ ສັມມາກັມມັນໂຕ ສັມມາອາຊີໂວ ສັມມາວາຍາໂມ ສັມມາສະຕິ ສັມມາສະມາທິ.

ອະຍັງ ໂຂ ສາ ພິກຂະເວ ມັຊຊິມາ ປະຕິປະທາ ຕະຖາຄະເຕນະ ອະພິສັມພຸທທາ ຈັກຂຸກະຣະນີ ຍານະກະຣະນີ ອຸປະສະມາຍະ ອະພິນຍາຍະ ສັມໂພທາຍະ ນິພພານາຍະ ສັງວັຕຕະຕິ.

(ອະຣິຍະສັດສີ່: ທຸກຂ໌)

ອິທັງ ໂຂ ປະນະ ພິກຂະເວ ທຸກຂັງ ອະຣິຍະສັຈຈັງ. ຊາຕິປິ ທຸກຂາ ຊະຣາປີ ທຸກຂາ ມະຣະນັມປິ ທຸກຂັງ ໂສກະປະຣິເທວະທຸກຂະໂທມະນັສສຸປາຍາສາປິ ທຸກຂາ ອັບປິເຍຫິ ສັມປະໂຍໂຄ ທຸກໂຂ ປິເຍຫິ ວິປປະໂຍໂຄ ທຸກໂຂ ຍັມປິຈສັງ ນະ ລະພະຕິ ຕັມປິ ທຸກຂັງ ສັງຂິຕເຕນະ ປັນຈຸປປາທານັກຂັນທາ ທຸກຂາ.

(ສະມຸທັຍ: ສາເຫດໃຫ້ເກີດທຸກຂ໌)

ອິທັງ ໂຂ ປະນະ ພິກຂະເວ ທຸກຂະສະມຸທະໂຍ ອະຣິຍະສັຈຈັງ. ຍາຍັງ ຕັນຫາ ໂປໂນບພະວິກາ ນັນທິຣາຄະສະຫະຄະຕາ ຕັຕະຣະ ຕັຕະຣາພິນັນທິນີ.  ເສຍຍະຖີທັງ, ກາມະຕັນຫາ ພະວະຕັນຫາ ວິພະວະຕັນຫາ.

(ນິໂຣດ: ຄວາມດັບທຸກຂ໌)

ອິທັງ ໂຂ ປະນະ ພິກຂະເວ ທຸກຂະນິໂຣໂທ ອະຣິຍະສັຈຈັງ. ໂຍ ຕັສສາເຍວະຕັນຫາຍະ ອະເສສະວິຣາຄະນິໂຣໂທ ຈາໂຄ ປະຕິນິສສັຄໂຄ ມຸຕຕິ ອະນາລະໂຍ. ອິທັງ ໂຂ ປະນະ ພິກຂະເວ ທຸກຂະນິໂຣທະຄາມິນີ ປະຕິປະທາ ອະຣິຍະສັຈຈັງ.

(ມັກຄ໌: ທາງແຫ່ງຄວາມພົ້ນທຸກຂ໌)

ອະຍະເມວະ ອະຣິໂຍ ອັຕຖັງຄິໂກ ມັຄໂຄ. ເສຍຍະຖີທັງ, ສັມມາທິຕຖິ ມາສັງກັບໂປ ສັມມາວາຈາ ສັມມາກັມມັນໂຕ ສັມມາອາຊີໂວ ສັມມາວາຍາໂມ ສັມມາສະຕິ ສັມມາສະມາທິ.

(ຍານໃນອະຣິຍະສັດສີ່, ຍານຮູ້ວ່າ ນີ້ຄືທຸກຂ໌ ຄວນກຳນົດຮູ້)

ອິທັງ ທຸກຂັງ ອະຣິຍະສັຈຈັນຕິ ເມ ພິກຂະເວ ປຸພເພ ອະນະນຸສສຸເຕສຸ ທັມເມສຸ ຈັກຂຸງ ອຸທະປາທິ ຍານັງ ອຸທະປາທິ ປັນຍາ ອຸທະປາທິ ວິຊຊາ ອຸທະປາທິ ອາໂລໂກ ອຸທະປາທິ.

ຕັງ ໂຂ ປະນິທັງ ທຸກຂັງ ອະຣິຍະສັຈຈັງ ປະຣິນເຍຍຍັນຕິ ເມ ພິກຂະເວ ປຸພເພ ອະນະນຸສສຸເຕສຸ ທັມເມສຸ ຈັກຂຸງ ອຸທະປາທິ ຍານັງ ອຸທະປາທິ ປັນຍາ ອຸທະປາທິ ວິຊຊາ ອຸທະປາທິ ອາໂລໂກ ອຸທະປາທິ.

ຕັງ ໂຂ ປະນິທັງ ທຸກຂັງ ອະຣິຍະສັຈຈັງ ປະຣິນຍາຕັນຕິ ເມ ພິກຂະເວ ປຸພເພ ອະນະນຸສສຸເຕສຸ ທັມເມສຸ ຈັກຂຸງ ອຸທະປາທິ ຍານັງ ອຸທະປາທິ ປັນຍາ ອຸທະປາທິ ວິຊຊາ ອຸທະປາທິ ອາໂລໂກ ອຸທະປາທິ.

(ຍານຮູ້ວ່າ ນີ້ຄືສາເຫດແຫ່ງທຸກຂ໌ ຄວນລະຖິ້ມ)

ອິທັງ ທຸກຂະສະມຸທະໂຍ ອະຣິຍະສັຈຈັນຕິ ເມ ພິກຂະເວ ປຸພເພ ອະນະ ນຸສສຸເຕສຸ ທັມເມສຸ ຈັກຂຸງ ອຸທະປາທິ ຍານັງ ອຸທະປາທິ ປັນຍາ ອຸທະປາທິ ວິຊຊາ ອຸທະປາທິ ອາໂລໂກ ອຸທະປາທິ.

ຕັງ ໂຂ ປະນິທັງ ທຸກຂະສະມຸທະໂຍ ອະຣິຍະສັຈຈັງ ປະຫາຕັພພັນຕິ ເມ ພິກຂະເວ ປຸພເພ ອະນະນຸສສຸເຕສຸ ທັມເມສຸ ຈັກຂຸງ ອຸທະປາທິ ຍານັງ ອຸທະປາທິ ປັນຍາ ອຸທະປາທິ ວິຊຊາ ອຸທະປາທິ ອາໂລໂກ ອຸທະປາທິ.

ຕັງ ໂຂ  ປະນິທັງ  ທຸກຂະສະມຸທະໂຍ  ອະຣິຍະສັຈຈັງ  ປະຫີນັນຕິ  ເມ  ພິກຂະເວ  ປຸພເພ ອະນະນຸສສຸເຕສຸ ທັມເມສຸ  ຈັກຂຸງ ອຸທະປາທິ ຍານັງ ອຸທະປາທິ  ປັນຍາ  ອຸທະປາທິ  ວິຊຊາ ອຸທະປາທິ  ອາໂລໂກ  ອຸທະປາທິ.

(ຍານຮູ້ວ່າ ນີ້ຄືຄວາມດັບທຸກຂ໌ ຄວນຮຽນຮູ້ໃຫ້ແຈ່ມແຈ້ງ)

ອິທັງ ທຸກຂະນິໂຣໂທ ອະຣິຍະສັຈຈັນຕິ ເມ ພິກຂະເວ ປຸພເພ ອະນະນຸສສຸເຕສຸ ທັມເມສຸ ຈັກຂຸງ ອຸທະປາທິ ຍານັງ ອຸທະປາທິ ປັນຍາ ອຸທະປາທິ ວິຊຊາ ອຸທະ ປາທິ ອາໂລໂກ ອຸທະປາທິ.

ຕັງ ໂຂ ປະນິທັງ ທຸກຂະນິໂຣໂທ ອະຣິຍະສັຈຈັງ ສັຈສິກາຕັພພັນຕິ ເມ ພິກຂະເວ ປຸພເພ ອະນະນຸສສຸເຕສຸ ທັມເມສຸ ຈັກຂຸງ ອຸທະປາທິ ຍານັງ ອຸທະປາທິ ປັນຍາ ອຸທະປາທິ ວິຊຊາ ອຸທະປາທິ ອາໂລໂກ ອຸທະປາທິ.

ຕັງ ໂຂ ປະນິທັງ ທຸກຂະນິໂຣໂທ ອະຣິຍະສັຈຈັງ ສັຈສິກະຕັນຕິ ເມ ພິກຂະເວ ປຸພເພ ອະນະນຸສສຸເຕສຸ ທັມເມສຸ ຈັກຂຸງ ອຸທະປາທິ ຍານັງ ອຸທະປາທິ ປັນຍາ ອຸທະປາທິ ວິຊຊາ ອຸທະປາທິ ອາໂລໂກ ອຸທະປາທິ.

(ຍານຮູ້ວ່າ ນີ້ຄືຫົນທາງດັບທຸກຂ໌ ຄວນປະພຶດປະຕິບັດເລື້ອຍໆ)

ອິທັງ ທຸກຂະນິໂຣທະຄາມິນີ ປະຕິປະທາ ອະຣິຍະສັຈຈັນຕິ ເມ ພິກຂະເວ ປຸພເພ ອະນະນຸສສຸເຕສຸ ທັມເມສຸ ຈັກຂຸງ ອຸທະປາທິ ຍານັງ ອຸທະປາທິ ປັນຍາອຸທະປາທິວິຊຊາ ອຸທະປາທິ ອາໂລໂກ ອຸທະປາທິ.

ຕັງ ໂຂ ປະນິທັງ ທຸກຂະນິໂຣທະຄາມິນີ ປະຕິປະທາ ອະຣິຍະສັຈຈັງ ພາເວຕັພພັນຕິ ເມ ພິກຂະເວ ປຸພເພ ອະນະນຸສສຸເຕສຸ ທັມເມສຸ ຈັກຂຸງ ອຸທະປາທິ ຍານັງ ອຸທະປາທິ ປັນຍາ ອຸທະປາທິ ວິຊຊາ ອຸທະປາທິ ອາໂລໂກ ອຸທະປາທິ.

ຕັງ ໂຂ ປະນິທັງ ທຸກຂະນິໂຣທະຄາມິນີ ປະຕິປະທາ ອະຣິຍະສັຈຈັງ ພາວິຕັນຕິ ເມ ພິກຂະເວ ປຸພເພ ອະນະນຸສສຸເຕສຸ ທັມເມສຸ ຈັກຂຸງ ອຸທະປາທິ ຍານັງ ອຸທະປາທິ ປັນຍາ ອຸທະປາທິ ວິຊຊາ ອຸທະປາທິ ອາໂລໂກ ອຸທະປາທິ.

ຍາວະກີວັນຈະ ເມ ພິກຂະເວ ອິເມສຸ ຈະຕູສຸ ອະຣິຍະສັຈເຈສຸ ເອວັນຕິປະຣິວັຕຕັງ ທະວາທະສາກາຣັງ ຍະຖາພູຕັງ ຍານະທັສສະນັງ ນະ ສຸວິສຸທທັງ ອະໂຫສິ.

ເນວະ ຕາວາຫັງ ພິກຂະເວ ສະເທວະເກ ໂລເກ ສະມາຣະເກ ສະພຣັມະເກ ສັສສະມະນະພຣາມະນິຍາ ປະຊາຍະ ສະເທວະມະນຸສສາຍະ ອະນຸຕຕະຣັງ ສັມມາສັມໂພທິງ ອະພິສັມພຸທໂທ ປັຈຈັນຍາສິງ.

ຍະໂຕ ຈະ ໂຂ ເມ ພິກຂະເວ ອິເມສຸ ຈະຕູສຸ ອະຣິຍະສັຈເຈ ເອວັນຕິປະຣິວັຕຕັງ ທະວາທະສາກາຣັງ ຍະຖາພູຕັງ ຍານະທັສສະນັງ ສຸວິສຸທທັງ ອະໂຫສິ.

ອະຖາຫັງ ພິກຂະເວ ສະເທວະເກ ໂລເກ ສະມາຣະເກ ສະພຣັມມະເກ ສັສສະມະນະ ພຣາມະນິຍາ ປະຊາຍະ ສະເທວະມະນຸສສາຍະ ອະນຸຕຕະຣັງ ສັມມາສັມໂພທິງ ອະພິສັມພຸທໂທ ປັຈຈັນຍາສິງ.

ຍານັນຈະ ປະນະ ເມ ທັສສະນັງ ອຸທະປາທິ ອະກຸປປາ ເມ ວິມຸຕຕິ ອະຍະ ມັນຕິມາ ຊາຕິ ນັຕຖິທານິ ປຸນັບພະໂວຕິ.

(ພຣະອັນຍາໂກນທັນຍະບັນລຸໂສດາບັນ)

ອິທະມະໂວຈະ ພະຄະວາ ອັຕຕະມະນາ ປັນຈະວັຄຄິຍາ ພິກຂູ ພະຄະວະໂຕ ພາສິຕັງ ອະພິນັນທຸງ. ອິມັສມິນຈະ ປະນະ ເວຍຍາກະຣະນັສມິງ ພັນຍະມາເນ ອາຍັສມະໂຕ ໂກນທັນຍັສສະ ວິຣະຊັງ ວີຕະມະລັງ ທັມມະຈັກຂຸງ ອຸທະປາທິ ຍັງກິນຈິ ສະມຸທະຍະທັມມັງ ສັພພັນຕັງ ນິໂຣທະທັມມັນຕິ.

(ສຽງແຊ່ຊ້ອງການສະແດງທັມຂອງພຣະພຸດທະເຈົ້າບັນລືລັ່ນໄປຮອດສະຫວັນຫົກຊັ້ນ ແລະ ພົມສິບຫົກຊັ້ນ)

ປະວັຕຕິເຕ ຈະ ພະຄະວະຕາ ທັມມະຈັກເກ ພຸມມາ ເທວາ ສັທທະມະນຸສສາເວສຸງ ເອຕັມພະຄະວະຕາ ພາຣານະສິຍັງ ອິສິປະຕະເນ, ມີຄະທາເຍ ອະນຸຕຕະຣັງ ທັມມະຈັກກັງ ປະວັຕຕິຕັງ ອັປປະຕິວັຕຕິຍັງ ສະມະເນນະ ວາ ພຣາມະເນນະ ວາ ເທເວ ນະ ວາ ມາເຣນະ ວາ ພຣັມຸນາ ວາ ເກນະຈິ ວາ ໂລກັສະມິນຕິ.

ພຸມມານັງ ເທວານັງ ສັທທັງ ສຸຕະວາ ຈາຕຸມມະຫາຣາຊິກາ ເທວາ ສັທທະມະນຸສສາເວສຸງ.

ຈາຕຸມມະຫາຣາຊິການັງ ເທວານັງ ສັທທັງ ສຸຕະວາ ຕາວະຕິງສາ ເທວາ ສັທທະມະນຸສສນາເວສຸງ.

ຕາວະຕິງສານັງ ເທວານັງ ສັທທັງ ສຸຕະວາ ຍາມາ ເທວາ ສັທທະມະນຸສສາເວສຸງ.

ຍາມານັງ ເທວານັງ ສັທທັງ ສຸຕະວາ ຕຸສິຕາ ເທວາ ສັທທະມະນຸສສາເວສຸງ.

ຕຸສິຕານັງ ເທວານັງ ສັທທັງ ສຸຕະວາ ນິມມານະຣະຕີ ເທວາ ສັທທະມະນຸສສາເວສຸງ.

ນິມມານະຣະຕີນັງ ເທວານັງ ສັທທັງ ສຸຕະວາ ປະຣະນິມມິຕະວະສະວັຕຕີ ເທວາ ສັທທະມະນຸສສາເວສຸງ.

ປະຣະນິມມິຕະວະສະວັຕຕີນັງ ເທວານັງ ສັທທັງ ສຸຕະວາ ພຣັມະປາຣິສັຊຊາ ເທວາ ສັທທະມະນຸສສາເວສຸງ.

ພຣັມະປາຣິສັຊຊານັງ ເທວານັງ ສັທທັງ ສຸຕະວາ ພຣັມະປະໂຣຫິຕາ ເທວາ ສັທທະມະນຸສສາສເວສຸງ.

ພຣັມະປະໂຣຫິຕານັງ ເທວານັງ ສັທທັງ ສຸຕະວາ ມະຫາພຣັມາ ເທວາ ສັທທະມະນຸສສາເວສຸງ.

ມະຫາພຣັມານັງ ເທວານັງ ສັທທັງ ສຸຕະວາ ປະຣິຕຕາພາ ເທວາ ສັທທະມະນຸສສາເວສຸງ.

ປະຣິຕຕາພານັງ ເທວານັງ ສັທທັງ ສຸຕະວາ ອັປປະມານາພາ ເທວາ ສັທທະມະນຸສສາເວສຸງ.

ອັປປະມານາພານັງ ເທວານັງ ສັທທັງ ສຸຕະວາ ອາພັສສະຣາ ເທວາ ສັທທະມະນຸສສາເວສຸງ.

ອາພັສສະຣານັງ ເທວານັງ ສັທທັງ ສຸຕະວາ ປະຣິຕຕະສຸພາ ເທວາ ສັທທະມະນຸສສາເວສຸງ.

ປະຣິຕຕະສຸພານັງ ເທວານັງ ສັທທັງ ສຸຕະວາ ອັປປະມານະສຸພາ ເທວາ ສັທທະມະນຸສສາເວສຸງ.

ອັປປະມານະສຸພານັງ ເທວານັງ ສັທທັງ ສຸຕະວາ ສຸພະກິນຫະກາ ເທວາ ສັທທະມະນຸສສາເວສຸງ.

ສຸພະກິນຫະການັງ ເທວານັງ ສັທທັງ ສຸຕະວາ ເວຫັປຜະລາ ເທວາ ສັທທະມະນຸສສາເວສຸງ.    

ເວຫັປຜະລານັງ ເທວານັງ ສັທທັງ ສຸຕະວາ ອະວິຫາ ເທວາ ສັທທະມະນຸສສາເວສຸງ.

ອະວິຫານັງ ເທວານັງ ສັທທັງ ສຸຕະວາ ອະຕັປປາ ເທວາ ສັທທະມະນຸສສາເວສຸງ.

ອະຕັປປານັງ ເທວານັງ ສັທທັງ ສຸຕະວາ ສຸທັສສາ ເທວາ ສັທທະມະນຸສສາເວສຸງ.

ສຸທັສສານັງ ເທວານັງ ສັທທັງ ສຸຕະວາ ສຸທັສສີ ເທວາ ສັທທະມະນຸສສາເວສຸງ.

ສຸທັສສີນັງ ເທວານັງ ສັທທັງ ສຸຕະວາ ອະກະນິຕຖະກາ ເທວາ ສັທທະມະນຸສສາເວສຸງ.

ເອຕັມພະຄະວະຕາ ພາຣານະສິຍັງ ອິສິປະຕະເນ ມິຄະທາເຍ ອະນຸຕຕະຣັງ ທັມມະຈັກກັງ ປະວັຕຕິຕັງ ອັປປະຕິວັຕຕິຍັງ ສະມະເນນະ ວາ ພຣາມະເນນະ ວາ ເທເວນະ ວາ ມາເຣນະ ວາ ພຣັມຸນາ ວາ ເກນະຈິ ວາ ໂລກັສະມິນຕິ.

(ພຣະພຸດທະເຈົ້າກ່າວຮັບຮອງການບັນລຸທັມຂອງພຣະອັນຍາໂກນທັນຍະ)

ອິຕິຫະ ເຕນະ ຂະເນນະ ເຕນະ ມຸຫຸຕເຕນະ ຍາວະ ພຣັມະໂລກາ ສັທໂທ ອັພພຸຄຄັນສິ.

ອະຍັນຈະ ທະສະສະຫັສສີ ໂລກະທາຕຸ ສັງກັມປີ ສັມປະກັມປີ ສັມປະເວທິ. ອັບປະມາໂນ ຈະ ໂອຣາໂຣ ໂອພາໂສ ໂລເກ ປາຕຸຣະໂຫສິ ອະຕິກກັມເມວະ ເທວານັງ ເທວາ ນຸພາວັງ.

ອະຖະໂຂ ພະຄະວາ ອຸທານັງ ອຸທາເນສິ ອັນຍາສິ ວະຕະ ໂພ ໂກນດັນໂຍ ອັນຍາສິ ວະຕະໂພ ໂກນທັນໂຍຕິ.

ອິຕິຫິທັງ ອາຍັສມະໂຕ ໂກນທັນຍັສສະ ອັນຍາໂກນທັນໂຍຕະເວວະ ນາມັງ ອະໂຫສີຕິ.

(ຈົບບົດສູດທັມມະຈັກ)

]]>
ທີ່ໃດມີຄວາມເສົ້າ https://dekwatlaos.com/buddhology/t-dai-mi-khuam-sao/1882/ Tue, 23 Apr 2024 04:16:56 +0000 https://dekwatlaos.com/?p=1882 ໂດຍ: ຄວັນສີເທົາ

ອາຄານເກົ່າແກ່ແລະຊຸດໂຊມທີ່ປາກົດຢູ່ດ້ານໜ້າ ເຮັດໃຫ້ເກີດຄວາມຮູ້ສຶກບາງສິ່ງບາງຢ່າງຂຶ້ນພາຍໃນໃຈ ທ້ອງຟ້າຂອງເຊົ້ານີ້ບໍ່ໄດ້ເປັນສີຟ້າເໝືອນວັນທີ່ຜ່ານໆມາ ຍາມທີ່ທ້ອງຟ້າໄຮ້ແສງຕາເວັນມັກຈະກໍ່ໃຫ້ເກີດຄວາມອຶມຄຶ້ມ ໝົ່ນເທົາ ແລະ ໝອງເສົ້າ ເຊັ່ນດຽວກັນກັບໃຈເຮົາທີ່ບາງຄັ້ງເກີດຄວາມຮູ້ສຶກບາງຢ່າງຂຶ້ນໂດຍທີ່ຕົນເອງກໍອະທິບາຍບໍ່ຖືກ–ໝົ່ນເສົ້າ ເຫງົາຊຶມ ແລະ ໂດດດ່ຽວ.

ຕອນນີ້ ຄະນະພວກເຮົາມາຢືນຢູ່ໜ້າອາຄານຂອງວັດແຫ່ງໜຶ່ງໃນເມືອງເລຫ໌ ລາດັກ ເປັນອາຄານເກົ່າແກ່ທີ່ຜ່ານຮ້ອນຜ່ານໜາວມາເປັນເວລານານ ຜ່ານການສ້ອມແຊມແລະແຕ່ງເຕີມມາບໍ່ຮູ້ວ່າຈັກຄັ້ງ ເພື່ອໃຫ້ອາຄານຍັງທົນຕໍ່ການໃຊ້ງານຕໍ່ໄປໄດ້. ອາດຈະເປັນເພາະສະພາບແວດລ້ອມພາໄປຫຼືເທບພະເຈົ້າອົງໃດບັນດານກໍບໍ່ຮູ້ ເມື່ອມາຢືນຢູ່ທ່າມກາງອາຄານໃນວັດແຫ່ງນີ້ແລ້ວຮູ້ສຶກບາງຢ່າງທີ່ອະທິບາຍບໍ່ຖືກ ຈະບອກວ່າ ເປັນຄວາມເສົ້າໂສກເສຍໃຈ ກໍເວົ້າບໍ່ໄດ້ເຕັມປາກ ເປັນຄວາມຮູ້ສຶກໝົ່ນເສົ້າເໝືອນເວລາທີ່ເຮົາຢູ່ຄົນດຽວໃນວັນຝົນຕົກ ແລ້ວມອງຜ່ານແກ້ວປ່ອງຢ້ຽມ–ອາລົມແບບໃດແບບນັ້ນເລີຍ.

ເວົ້າເຖິງຄວາມເສົ້າເຮັດໃຫ້ນຶກເຖິງຄົນໆໜຶ່ງທີ່ກ່າວເຖິງເລື່ອງນີ້ຜ່ານເລື່ອງລາວຊີວິດຂອງເຂົາເອງໄດ້ຢ່າງເຖິງແກ່ນທີ່ສຸດ ຈາກຄົນທີ່ເຄີຍເດັ່ນດັງ ປຽບດັ່ງດວງດາວຂອງສັງຄົມ ແຕ່ດ້ວຍເຫດການບາງຢ່າງເຮັດໃຫ້ຊີວິດຜົກຜັນກາຍມາເປັນນັກໂທດທີ່ສັງຄົມລັງກຽດ ເພາະຄວາມຜິດບາງຢ່າງທີ່ຕົວເຂົາເອງບໍ່ເຫັນດ້ວຍເລີຍວ່າມັນເປັນຄວາມຜິດ–ນັ້ນຄືການຮັກຮ່ວມເພດ. ຄົນທີ່ຜູ້ຂຽນກຳລັງກ່າວເຖິງນີ້ຊື່ວ່າ ອອດສະກ້າ ໄວດ໌ (Oscar wilde)–ນັກຂຽນ ນັກກະວີຊາວໄອຣິດທີ່ປະສົບຄວາມສຳເລັດ ແລະ ມີຊື່ສຽງທີ່ສຸດຄົນໜຶ່ງໃນຍຸກວິກຕໍເຣຍ (Victorian era).

ຊີວິດຂອງໄວດ໌ເລີ່ມຂຶ້ນຕົ້ນເມື່ອປີ ຄ.ສ 1854 ໃນຄອບຄົວຂອງປັນຍາຊົນທີ່ມັ່ງຄັ່ງແລະເປັນທີ່ນັບໜ້າຖືຕາຂອງຄົນໃນສັງຄົມ. ໄວດ໌ໄດ້ກໍເໝືອນເດັກນ້ອຍທີ່ຢູ່ໃນຄອບຄົວຮັ່ງມີທົ່ວໄປທີ່ໄດ້ຮັບການສຶກສາແລະອົບຮົມຕົນເປັນຢ່າງດີ ໄດ້ຮຽນຮູ້ພາສາເຢຍລະມັນ ແລະ ຝຣັ່ງຕັ້ງແຕ່ຍັງນ້ອຍຈາກຄູທີ່ພໍ່ແມ່ຈ້າງມາສອນພິເສດ ກ່ອນທີ່ຈະໄດ້ເຂົ້າໂຮງຮຽນເມື່ອອາຍຸເກົ້າປີແລະເລີ່ມສົນໃຈງານຄລາສສິກແລະພາສາເກຣັກໄປພ້ອມໆກັນ. ຕໍ່ມາ ຈຶ່ງໄດ້ເຂົ້າຮຽນໃນລະດັບວິທະຍາລັຍທີ່ບ້ານເກີດ–ດັບລິນ ເພາະມີຜົນການຮຽນດີຈຶ່ງໄດ້ຮັບທຶນໄປສຶກສາຕໍ່ທີ່ວິທະຍາລັຍໃນເມືອງອ໊ອກຟອຣ໌ດ (Oxford) ໄລຍະທີ່ກຳລັງສຶກສາຢູ່ໃນວິທະຍາລັຍແຫ່ງນີ້ໄວດ໌ໄດ້ພິສູດໃຫ້ເຫັນວ່າ ເຂົາເປັນນັກຮຽນທີ່ມີຄວາມສາມາດທາງພາສາ ແລະ ງານປະພັນຢ່າງແທ້ຈິງ.

ຊ່ວງທີ່ຮຽນຢູ່ອ໊ອກຟອຣ໌ດນີ້ເອງທີ່ໄວດ໌ຫັນມາສົນໃຈງານທາງປັດຊະຍາ ໂດຍສະເພາະແນວຄິດເລື່ອງສຸນທະຣີຍະນິຍົມ (Aestheticism) ດ້ວຍຄວາມທີ່ໄວລດ໌ເປັນຄົນຮຽນເກັ່ງເປັນທຶນເດີມຢູ່ແລ້ວ ເມື່ອມາສຶກສາປັດຊະຍາຈຶ່ງກາຍເປັນຜູ້ທີ່ມີຊື່ສຽງທາງດ້ານນີ້ ເລື່ອງນີ້ສະແດງອອກຜ່ານການທີ່ລາວໄດ້ຮັບຄັດເລືອກໃຫ້ເປັນໜຶ່ງໃນຕົວແທນຂອງແນວຄິດສຸນທະຣີຍະນິຍົມໃຫ້ໄປບັນຍາຍໃນອົງກອນແລະມະຫາວິທະຍາລັຍຕ່າງໆໃນສະຫະລັດອາເມຣິກາແລະການາດາຕະຫຼອດເວລາໜຶ່ງປີເຕັມ ຈາກນັ້ນຈຶ່ງກັບມາທີ່ກຸງລອນດອນແລະກ້າວເຂົ້າສູ່ສັງຄົມທີ່ທັນສະໄໝທີ່ສຸດໃນເວລານັ້ນ.

ຊີວິດຈິງຂອງໄວລດ໌…ໄດ້ເລີ່ມຂຶ້ນແລ້ວ

ດ້ວຍແນວຄິດຂອງລັດທິສຸນທະຣີຍະນິຍົມທີ່ເຊື່ອວ່າເປົ້າໝາຍຂອງສິລະປະຄືການປຸກເລົ້າອາລົມສຸນທະຣີຍະທາງຜັດສະເທົ່ານັ້ນເຊັ່ນ: ຄວາມປີຕິ ຄວາມເພີດເພີນທີ່ເກີດຂຶ້ນຈາກການເສບງານສິລະປະ ເພາະສິລະປະເປັນສິ່ງມີຄຸນຄ່າໃນຕົນເອງ ບໍ່ໄດ້ຂຶ້ນຢູ່ກັບແນວຄິດທາງສີລະທັມ ສັງຄົມ ຫຼື ການເມືອງໃດໆ ທັງສິ້ນ. ອາລົມສຸນທະຣີຍະທີ່ເກີດຂຶ້ນຈາກງານສິລະປະນັ້ນເປັນສິ່ງທີ່ມີຄຸນຄ່າທີ່ສຸດທີ່ມະນຸດຈະພຶງມີໄດ້. ເປົ້າໝາຍຂອງສິລະປະຈຶ່ງບໍ່ມີສ່ວນໃນການຫຼໍ່ຫຼອມຫຼືທຳລາຍສີລະທັມ ດັ່ງທີ່ໄວລດ໌ກ່າວໄວ້ໃນຄຳນໍາຂອງນະວະນິຍາຍເລື່ອງໜຶ່ງວ່າ “ໂລກນີ້ບໍ່ມີໜັງສືທີ່ມີສີລະທັມຫຼືໄຮ້ສີລະທັມ ມີແຕ່ໜັງສືທີ່ຂຽນໄດ້ດີກັບຂຽນໄດ້ບໍ່ດີເທົ່ານັ້ນເອງ” ແນວຄິດນີ້ບໍ່ໄດ້ຈຳກັດຢູ່ສະເພາະໃນແວດວົງສິລະປະເທົ່ານັ້ນ ແຕ່ນັກສຸນທະຣີຍະນິຍົມທັງຫຼາຍຍັງໄດ້ຍຶດຖືເປັນແນວທາງດໍາເນີນຊີວິດດ້ວຍ ເພາະພວກເຂົາຢາກໃຫ້ຊີວິດເປັນດັ່ງງານສິລະປະຊິ້ນໜຶ່ງ ໂດຍສະເພາະໃນກໍລະນີຂອງໄວລດ໌ ແນວຄິດດັ່ງກ່າວນີ້ສະແດງອອກຜ່ານງານຂຽນແລະຊີວິດສ່ວນຕົວຂອງເຂົາເອງ.

ໄວລດ໌ຂຽນງານຫຼາກຫຼາຍປະເພດບໍ່ວ່າຈະເປັນກະວີນິພົນ ບົດຄວາມ ບົດວິຈານ ແລະ ບົດລະຄອນ ເນື້ອໃນຂອງງານຂຽນຂອງເຂົາສ່ວນຫຼາຍເປັນການວິພາກວິຈານແລະສຽດສີສັງຄົມຊັ້ນສູງໃນສະໄໝນັ້ນທີ່ມີແຕ່ຄວາມຫຼອກລວງແລະໄຮ້ແກ່ນສານ ເຮັດໃຫ້ໄວດ໌ເປັນທີ່ນິຍົມຂອງຜູ້ຄົນຢ່າງກວ້າງຂວາງ. ປີ 1980 ໄວລດ໌ໄດ້ຂຽນນະວະນິຍາຍເຫຼັ້ມໜຶ່ງຊື່ວ່າ The Picture of Dorian Gray ເມື່ອໜັງສືເຫຼັ້ມນີ້ໄດ້ເຜີຍແຜ່ອອກສູ່ສາທາລະນະຊົນ ໄດ້ກໍ່ໃຫ້ເກີດການວິພາກວິຈານກັນຢ່າງໜັກ ເພາະມີເນື້ອຫາບາງສ່ວນມີນັຍບົ່ງເຖິງການຮັກຮ່ວມເພດ ດ້ວຍເຫດນີ້ ຊື່ສຽງຂອງເຂົາຈຶ່ງທະຍານຂຶ້ນສູ່ຈຸດສູງສຸດ ແທບຈະບໍ່ມີຜູ້ໃດໃນລອນດອນທີ່ບໍ່ຮູ້ຈັກນັກຂຽນນາມວ່າ ອອດສະກ້າຣ໌ ໄວລດ໌. ລາວໄດ້ກາຍເປັນພາບລັກຂອງປັນຍາຊົນໜຸ່ມເຈົ້າສຳອາງໃນເຄື່ອງແຕ່ງກາຍທີ່ສະດຸດຕາ ແລະ ບົດສົນທະນາອັນເຕັມໄປດ້ວຍໄຫວພິບປະຕິພານ.

ແຕ່ກໍຢ່າງວ່າລະ ຊີວິດກໍເໝືອນເສັ້ນກຣາບໃນຕະຫຼາດຮຸ້ນທັງຫຼາຍນັ້ນແຫຼະ ມັນບໍ່ສາມາດເດີນໄປເປັນເສັ້ນກົງໄດ້ເລີຍ

ຊີວິດຂອງໄວລດ໌ກໍຕົກຢູ່ໃນກົດເກນຂໍ້ນີ້ ເມື່ອທະຍານຂຶ້ນເຖິງຈຸດສູງສຸດໄດ້ ກໍສາມາດຕົກລົງມາສູ່ຈຸດຕ່ຳສຸດໄດ້ເຊັ່ນກັນ. ໄວລດ໌ກໍເໝືອນກັບວີຣະບູຣຸດໃນງານໂສກະນາຕະກັມທັງຫຼາຍທີ່ຊະຕາກັມນຳພາຊີວິດໄປປະສົບກັບຫາຍະນະຕ່າງໆອັນເກີດຈາກການຕັດສິນໃຈຜິດພາດເລັກໆນ້ອຍໆ ຊະຕາກັມທີ່ວ່ານັ້ນເກີດມາຈາກການກະທຳຂອງເຂົາເອງ ດັ່ງຄຳກ່າວຂອງລາວເອງໃນຈົດໝາຍສະບັບໜຶ່ງວ່າ “ຂ້າພະເຈົ້າເປັນຜູ້ທຳລາຍຕົນເອງ ເພາະບໍ່ມີໃຜຖືກທຳລາຍໄດ້ ຍົກເວັ້ນຈາກນ້ຳມືຂອງຕົນເອງ ທຸກການກະທຳອັນເລັກນ້ອຍໃນແຕ່ລະວັນຄືສິ່ງທີ່ສ້າງແລະທຳລາຍຕົວຕົນຂອງເຮົາເອງ” ການກະທໍາທີ່ທໍາລາຍຊີວິດຂອງໄວລດ໌ກໍຄືການມີຄວາມສຳພັນທາງເພດທີ່ສັງຄົມອັງກິດໃນສະໄໝນັ້ນບໍ່ອະນຸຍາດໃຫ້ມີໄດ້.

ຍິ່ງຫ້າມກໍຍິ່ງກະຕຸ້ນຄວາມຢາກຮູ້

ປີ 1884 ໄວລດ໌ໄດ້ແຕ່ງງານກັບຍິງສາວຄົນໜຶ່ງທີ່ມີຖານະມັ່ງຄັ່ງທັດທຽມກັບຕົວເອງ (ຕໍ່ມາມີລູກນຳກັນສອງຄົນ) ແຕ່ໃນຂະນະດຽວກັບໄວລດ໌ກໍມີຄວາມສຳພັນລັບກັບຜູ້ຊາຍອີກຄົນໜຶ່ງດ້ວຍ ຍັງບໍ່ພໍເທົ່ານັ້ນຕໍ່ມາໄວລດ໌ໄດ້ພົບກັບໜຸ່ມຮູບງາມຄົນໜຶ່ງຊື່ວ່າ ດັກລາສ ເປັນໜຸ່ມທີ່ມີສະເໜ່ໜ້າຫຼົງໄຫຼຈົນເຮັດໃຫ້ໄວລດ໌ບໍ່ສາມາດທົນຕໍ່ແຮງດຶງດູດຂອງຜູ້ຊາຍຄົນນີ້ໄດ້ ເຊັ່ນດຽວກັນດັກລາສກໍປາບປື້ມໃຈທີ່ມີຄົນດັງລະດັບອັດສະຣິຍະດ້ານວັນນະກັມຂອງຍຸກສະໄໝມາໃຫ້ຄວາມສົນໃຈ ຕ່າງຄົນຕ່າງຫຼົງໄຫຼໃນກັນແລະກັນ ທັງສອງຈຶ່ງມີຄວາມສຳພັນກັນເຊີງຊູ້ສາວ. ຄວາມສຳພັນຂອງພວກເຂົາດຳເນີນໄປຢ່າງລາບລື່ນ ໄວລດ໌ໄດ້ໃຫ້ຄຳແນະນຳແກ່ດັກລາສທີ່ຕັ້ງເປົ້າໝາຍວ່າຈະເປັນນັກກະວີ ທັງຄູ່ເປັນທັງມິດສະຫາຍແລະຊູ້ຮັກໃນເວລາດຽວກັນ ໄວລດ໌ປົນເປີດັກລາສທຸກຢ່າງທີ່ເຂົາຕ້ອງການ–ໃຫ້ທັງວັດຖຸສິ່ງຂອງ ຊັບສິນສະລິງຄານ ໃຫ້ທັງເງິນຕາ ເວລາ ແລະຄວາມຮັກ.

ເມື່ອອາລົມສຸນທະຣີຍະເກີດຂຶ້ນຈົນຖ້ວມທົ້ນ ຈົນບົດບັງເສັ້ນທາງຊີວິດຂອງຄົນໆໜຶ່ງໃຫ້ເຫຼືອພຽງຄວາມມືດມິດທີ່ວ່າງເປົ່າ ເນື່ອງຈາກດັກລາສເປັນໜຸ່ມເຈົ້າສຳລານ ເຂົາຈຶ່ງນຳພາໄວລດ໌ເຂົ້າສູ່ໂລກແຫ່ງການພະນັນ ແລະ ຊ່ອງໂສເພນີຊາຍໃຕ້ດິນ. ແລະແລ້ວຊີວິດຂອງໄວລດ໌ທີ່ເດັ່ນດັງແລະເປັ່ງແສງສະຫວ່າງປຽບດັ່ງດວງດາວເທິງທ້ອງຟ້າກໍຄ່ອຍໆມ້ອຍແສງລົງຈົນມືດມິດ ເພາະຈົດໝາຍສະບັບໜຶ່ງທີ່ໄວດ໌ຂຽນເຖິງດັກລາສໄດ້ຖືກເຜີຍແຜ່ອອກສູ່ສາຍຕາຂອງສາທາລະຊົນ ເຮັດໃຫ້ຊື່ສຽງຂອງໄວລດ໌ກາຍເປັນປະເດັນອື້ສາວຂຶ້ນໃນສັງຄົມລອນດອນທັນທີ. ບິດາຂອງດັກລາສຜູ້ບໍ່ເຫັນດ້ວຍກັບຄວາມສຳພັນຂອງທັງສອງມາແຕ່ຕົ້ນຢູ່ແລ້ວຈຶ່ງຖືໂອກາດນີ້ລວບລວມຫຼັກຖານກ່ຽວກັບລົດສະນິຍົມແລະພຶດຕິກັມທາງເພດຂອງໄວລດ໌ ແລ້ວສົ່ງຟ້ອງຕໍ່ສານເຮັດໃຫ້ໄວລດ໌ຖືຕັດສິນວ່າມີຄວາມຜິດໃນຖານະທີ່ກະທຳລາມົກອະນາຈານ (Gross Indecency) ມີໂທດຈຳຄຸກເປັນເວລາສອງປີ.

ຕະຫຼອດໄລຍະເວລາທີ່ຢູ່ໃນຄຸກນັ້ນ ໄວລດ໌ໄດ້ຮັບຄວາມທຸກຂະເວທະນາທັງກາຍແລະໃຈ ສຸຂະພາບເສື່ອມໂຊມ ກຳລັງໃຈທີ່ເຄີຍມີກໍທົດຖອຍ ຄວາມເສົ້າຍິ່ງເພີ່ມຂຶ້ນເປັນຫຼາຍເທົ່າເມື່ອຂາດການຕິດຕໍ່ກັບຄົນຮັກຢ່າງສິ້ນເຊີງ–ດັກລາສ. ໄວລດ໌ໄດ້ບັນຍາຍເຖິງອາລົມໃນຊ່ວງນັ້ນໄວ້ວ່າ ຄວາມທຸກຄືຂະນະໜຶ່ງດຽວອັນຍາວນານ ເຮົາບໍ່ສາມາດແບ່ງແຍກມັນອອກເປັນລະດູການ ເຮົາເຮັດໄດ້ພຽງບັນທຶກຫ້ວງແຫ່ງອາລົມແລະຈົດຈຳການກັບມາຂອງອາລົມເຫຼົ່ານັ້ນ. ສຳລັບພວກເຮົາແລ້ວ ເວລາບໍ່ໄດ້ເດີນໄປຂ້າງໜ້າ ມັນໂຄຈອນເປັນວັດຕະຈັກທີ່ໝຸນວົນອ້ອມຮອບແກນກາງແຫ່ງຄວາມເຈັບປວດ ໃນຫ້ວງຍາມທີ່ປະສົບກັບຄວາມລຳບາກຄ້າຍກັບວ່າເວລາເດີນໄປຢ່າງເຊື່ອງຊ້າ ແລະ ຍາວນານ ຍິ່ງຖ້າຄວາມທຸກນັ້ນເກີດຂຶ້ນໃນຄຸກທີ່ວິຖີຊີວິດເຕັມໄປດ້ວຍກົດເກນຕ່າງໆເໝືອນທີ່ໄວລດ໌ກຳລັງປະສົບຢູ່ຕອນນີ້ດ້ວຍແລ້ວ ຄວາມທຸກກໍຍິ່ງທະວີຄູນເປັນຫຼາຍເທົ່າ ຄ້າຍໆກັບວ່າທຸກສິ່ງຢຸດນິ້ງ ແລະ ເປັນອຳມະພາດໄປທັງໝົດ.

ໃນຄວາມນິ້ງງັນປຽບດັ່ງຊີວິດເປັນອຳມພາດ ທຸກໆເຫດການຖືກກຳນົດດ້ວຍຮູບແບບທີ່ບໍ່ອາດປ່ຽນແປງໄດ້. ດ້ວຍເຫດນີ້ ເຮົາຈຶ່ງດື່ມກິນ ແລະລົ້ມລົງເພື່ອສູດມົນຂໍພອນ ຫຼືບໍ່ກໍຄຸເຂົ່າລົງເພື່ອອະທິຖານຕາມກົດເຫຼັກຂອງຫຼັກເກນອັນຕາຍຕົວ ຄວາມເປັນອຳມະພາດນີ້ເຮັດໃຫ້ວັນທີ່ໂຫດຮ້າຍແຕ່ລະວັນເໝືອນກັນໄປໝົດ ມັນໄດ້ຖ່າຍທອດຕົນເອງອອກມາເພື່ອເນັ້ນຢ້ຳຄວາມແຕກຕ່າງຂອງມັນກັບໂລກພາຍນອກທີ່ມີແກ່ນສານຄືຄວາມປ່ຽນແປງຢ່າງບໍ່ຮູ້ຈັກຈົບສິ້ນ  

ດ້ວຍຄວາມທຸກແສນສາຫັດທີ່ໄວລດ໌ກໍາລັງປະສົບຢູ່ນັ້ນເຮັດໃຫ້ລາວມອງທຸກຢ່າງເປັນດັ່ງເຊື້ອໄຟແຫ່ງຄວາມເສົ້າ ແມ້ແຕ່ແສງແຫ່ງພຣະອາທິດທີ່ກຳລັງຈະລັບຂອບຟ້າ ຄົນທົ່ວໄປອາດຈະມອງວ່າເປັນຄວາມສວຍງາມຂອງໂມງຍາມ ແຕ່ສຳລັບໄວລດ໌ໃນຕອນນີ້ແລ້ວ ທຸກຢ່າງຄືຄວາມເສົ້າ ແມ້ແຕ່ລະດູການກໍມີພຽງໜຶ່ງດຽວ–ນັ້ນຄືລະດູການແຫ່ງຄວາມເສົ້າ.

ທ້ອງຟ້າພາຍນອກອາດຈະເປັນສີຟ້າແລະສີເຫຼືອງທອງ ແຕ່ແສງສະຫວ່າງທີ່ສາດສ່ອງຜ່ານແກ້ວປ່ອງຢ້ຽມອັນໜາທຶບເຂົ້າມາຍັງທີ່ທີ່ພວກເຮົານັ່ງຢູ່ນັ້ນເປັນສີເທົາແລະມືດສະຫຼົວ ຫ້ອງຂັງຈຶ່ງເປັນຍາມສົນທະຍາຢູ່ສະເໝີ ເຊັ່ນດຽວກັນກັບພາຍໃນໃຈຂອງຂ້າພະເຈົ້າທີ່ມີແຕ່ຍາມມົວໝອງຢູ່ຕະຫຼອດເວລາ

ເມື່ອອ່ານຈົດໝາຍຂອງໄວລດ໌ມາຮອດນີ້ ເຮັດໃຫ້ນຶກເຖິງຄໍາເວົ້າຂອງພຸດທະເຈົ້າທີ່ວ່າ ພຣະອະຣະຫັນ (ຜູ້ທີ່ມີຈິດຜ່ອງໃສ) ຢູ່ສະຖານທີ່ໃດ ສະຖານທີ່ແຫ່ງນັ້ນຍ່ອມເປັນສະຖານທີ່ຮົ່ມເຢັນສະເໝີ ຈາກຄໍາກ່າວນີ້ ເປັນໄປໄດ້ບໍ່ວ່າສະຖານທີ່ທີ່ເຮົາອາໄສຢູ່ຈະມີບັນຍາກາດແບບໃດ ຂຶ້ນຢູ່ກັບວ່າ ສະພາບຈິດໃຈເຮົາໃນຂະນະນັ້ນເປັນແນວໃດ–ເສົ້າໂສກ ເສຍໃຈ ຫຼື ຊື່ນເບີນ ສຳລານໃຈ. ໃນກໍລະນີຂອງໄວລດ໌ ແນ່ນອນວ່າສະພາບຈິດໃຈຂອງເຂົາເຕັມໄປດ້ວຍຄວາມໂດດດ່ຽວ ແລະ ປ່ຽວເຫງົາ ສະນັ້ນ ສິ່ງແວດລ້ອມທີ່ເຂົາປະສົບຢູ່ຈຶ່ງເສົ້າຊ້ອຍໄປຕາມໆກັນ.

ແຕ່ກໍຢ່າງວ່າແຫຼະ…ທຸກສິ່ງສາມາດມອງໄດ້ຫຼາຍກວ່າໜຶ່ງດ້ານສະເໝີ.

ຄວາມເສົ້າກໍເຊັ່ນກັນ ໄວລດ໌ນອກຈາກຈະມີຄວາມສາມາດໃນດ້ານການປະພັນ ແລະ ໄຫວພິບປະຕິພານແລ້ວ ສິ່ງໜຶ່ງທີ່ລາວໄດ້ຮຽນຮູ້ໃນໄລຍະທີ່ຢູ່ໃນຫ້ອງຂັງນັ້ນຄື ການມີມູມມອງຕໍ່ຄວາມເສົ້າໃນມິຕິທີ່ຕ່າງອອກໄປ ລາວພົບວ່າຄວາມເສົ້າກໍມີປະໂຫຍດຂອງມັນເອງ ເຮົາສາມາດປ່ຽນຄວາມທຸກ ແລະ ຄວາມເສົ້າໂສກໃຫ້ເປັນປະສົບການທາງຈິດວິນຍານໄດ້. ໄວດ໌ຂຽນໄວ້ວ່າ “ທີ່ໃດມີຄວາມເສົ້າ ທີ່ນັ້ນມີສະຖານທີ່ສັກສິດ ອາດຈະເປັນຄວາມຈິງທີ່ວ່າ ເມື່ອມີຄວາມເສົ້າ ຈິດໃຈເຮົາມັກຈະລະອຽດອ່ອນເປັນພິເສດ ເຮົາຈະມອງເຫັນລາຍລະອຽດຂອງສິ່ງຕ່າງໆໄດ້ດີຂຶ້ນ ທ່າມກາງຄວາມເສົ້າທີ່ໄວດ໌ຕ້ອງຜະເຊີນນັ້ນ ເຮັດໃຫ້ລາວມອງເຫັນທໍາມະຊາດຢ່າງໜຶ່ງທີ່ເຊື່ອງຊ້ອນຢູ່ໃນຕົນເອງ–ນັ້ນຄືການຮູ້ຈັກຖ່ອມຕົນ.

ຄວາມຖ່ອມຕົນຫຼືຄວາມນອບນ້ອມຄືສິ່ງທີ່ແປກປະຫຼາດທີ່ສຸດໃນບັນດາທຸກສັບພະສິ່ງ ເຮົາຈະໄດ້ມາກໍຕໍ່ເມື່ອຍອມສະລະທຸກສິ່ງທີ່ມີ ເມື່ອເຮົາສູນເສຍທຸກສິ່ງໄປແລ້ວເທົ່ານັ້ນ ເຮົາຈຶ່ງຈະຮູ້ວ່າມີມັນຢູ່ໃນຄອບຄອງ”

ນີ້ຄືໜຶ່ງໃນບົດຮຽນທາງຈິດວິນຍານທີ່ມີຄຸນຄ່າທີ່ສຸດທີ່ໄວລດ໌ໄດ້ຮັບ ມັນຄົງຈະເກີດຂຶ້ນບໍ່ໄດ້ຫາກລາວຍັງຄົງໃຊ້ຊີວິດເປັນດາວເດັ່ນໃນສັງຄົມເໝືອນເດີມ ສະນັ້ນ ຈຶ່ງສາມາດກ່າວໄດ້ວ່າ ຄວາມເສົ້າເຮັດໃຫ້ເຮົາຮູ້ຈັກຕົນເອງດີຂຶ້ນ ແລະ ການຮູ້ຈັກຕົນເອງເປັນບໍ່ເກີດແຫ່ງພູມປັນຍາທັງປວງ ໂສເຄຣຕີສ–ນັກປັດຊະຍາຊາວເກຣັກກໍເຫັນດ້ວຍກັບຄຳເວົ້ານີ້ເຊັ່ນກັນ. ຜ່ານການປະສົບການແຫ່ງຄວາມທຸກ ແລະ ຄວາມໂສກເສົ້າ ເຮັດໃຫ້ໄວລດ໌ເຂົ້າໃຈຊີວິດຂອງຕົນເອງໄດ້ເປັນຢ່າງດີ ເບື້ອງຫຼັງຄວາມສຸກສັນແລະສຽງຫົວເລາະອາດມີອາລົມອັນຫຍາບກະດ້າງ ເມີນເສີຍ ແລະ ເຢັນຊາ ແຕ່ເບື້ອງຫຼັງຄວາມເສົ້າມີຄວາມເສົ້າຢູ່ສະເໝີ ຄວາມເຈັບປວດນັ້ນຕ່າງຈາກຄວາມສໍາລານເພາະມັນບໍ່ສວມໃສ່ໜ້າກາກ

ຈາກຄຳເວົ້ານີ້ເຮັດໃຫ້ເຮົາເຂົ້າໃຈປະໂຫຍກທີ່ກ່າວມາຂ້າງເທິງນັ້ນໄດ້ດີຂຶ້ນ–ທີ່ໃດມີຄວາມເສົ້າ ທີ່ນັ້ນມີສະຖານທີ່ສັກສິດ ສະຖານທີ່ສັກສິດທີ່ວ່ານີ້ຄືສະຖານທີ່ທີ່ມີໄວ້ສຳລັບເຝິກຝົນຈິດວິນຍານຂອງຕົນເອງໃຫ້ລະອຽດອ່ອນຈົນສາມາດເຂົ້າເຖິງພາວະທີ່ເປັນບໍຣົມມະສຸກໄດ້ ດັ່ງທີ່ດັນເຕ້ (Dante)–ນັກກະວີຄົນສຳຄັນຂອງຟໍເຣນຊ໌ເຄີຍກ່າວໄວ້ວ່າ “ຄວາມເສົ້າເຮັດໃຫ້ເຮົາກັບໄປເປັນໜຶ່ງດຽວກັບພຣະຜູ້ເປັນເຈົ້າ” ເຊັ່ນດຽວກັບເກີເທ່ (Goethe)–ນັກຂຽນຊາວເຢຍລະມັນກໍກ່າວເຖິງຄວາມເສົ້າໄວ້ຄ້າຍໆກັນນີ້ວ່າ “ຜູ້ໃດບໍ່ເຄີຍກິນເຂົ້າໜົມປັງໃນຄວາມເສົ້າ ຜູ້ໃດບໍ່ເຄີຍໃຊ້ໂມງຍາມແຫ່ງຄ່ຳຄືນສະອື້ນໄຫ້ແລະເຝົ້າລໍຟ້າສາງ ຜູ້ນັ້ນບໍ່ຮູ້ຈັກທ່ານ–ອໍານາດແຫ່ງສະຫວັນ” ເຮົາອາດຈະກ່າວໄດ້ວ່າ ຄວາມເສົ້ານັ້ນແຫຼະຄືຄວາມຈິງຂອງຊີວິດ ເພາະມັນຊ່ວຍຂັດເກົາຈິດໃຈໃຫ້ຮູ້ຈັກຄວາມອ່ອນໂຍນ ຄວາມອ່ອນນ້ອມຖ່ອມຕົວ ແລະ ມີເມດຕາຕໍ່ເພື່ອນມະນຸດຫຼາຍຂຶ້ນ.

ດັ່ງທີ່ໄວລດ໌ກ່າວໄວ້ວ່າ

ສຳລັບຜູ້ຕ້ອງຂັງ ນ້ຳຕາເປັນສ່ວນໜຶ່ງຂອງຊີວິດປະຈຳວັັນ ເມື່ອຢູ່ໃນຄຸກ ວັນທີ່ເຮົາບໍ່ໄດ້ຫຼັ່ງນ້ຳຕາຄືວັນທີ່ຫົວໃຈເຮົາແຂງກະດ້າງ ບໍ່ແມ່ນວັນທີ່ຫົວໃຈເຮົາເປັນສຸກ

ໃນໄລຍະສອງປີທີ່ໄວລດ໌ຢູ່ໃນຫ້ອງຂັງນັ້ນ ລາວໃຊ້ເວລາສ່ວນໜຶ່ງໄປກັບການອ່ານແລະຂຽນງານເທົ່າທີ່ສາມາດເຮັດໄດ້ ກ່ອນໄດ້ຮັບປ່ອຍຕົວສາມເດືອນ ໄວດ໌ໄດ້ຂຽນຈົດໝາຍຂະໜາດຍາວສະບັບໜຶ່ງ ຕໍ່ມາພິມເປັນໜັງສືຊື່ວ່າ De Profundis ເຊິ່ງກໍຄືເຫຼັ້ມທີ່ຜູ້ຂຽນກໍາລັງກ່າວເຖິງນີ້ເອງ. ຈົດໝາຍສະບັບນີ້ມີເນື້ອໃນສ່ວນໜຶ່ງກ່າວເຖິງຄວາມສຳພັນລະຫວ່າງໄວດ໌ກັບດັກລາສ (ເມື່ອພິມເປັນເຫຼັ້ມເນື້ອຫາສ່ວນນີ້ຖືກຕັດອອກໄປ) ສ່ວນທີ່ສອງກ່າວເຖິງເຄາະກັມທີ່ໄວດ໌ປະສົບແລະບົດຮຽນທີ່ໄດ້ຮັບຈາກເຄາະກັມນັ້ນ. ໄວດ໌ພົ້ນໂທດໃນປີ ຄ.ສ 1897 ແມ້ຈະໄດ້ຮັບອິດສະຫຼະພາບແລ້ວ ແຕ່ສັງຄົມລອນດອນທີ່ຄັ້ງໜຶ່ງເຄີຍເຊີດຊູບູຊາເຂົາເໝືອນດັ່ງເທບພະເຈົ້າທາງວັນນະກັມກັບບໍ່ອ້າແຂນຍອມຮັບເຂົາອີກຕໍ່ໄປ ໄວລດ໌ຈຶ່ງຍ້າຍໄປຢູ່ປາຣີສກັບດັກລາສທີ່ລໍຄອຍຢູ່ທີ່ນັ້ນກ່ອນແລ້ວ ເໝືອນເຄາະກັມກັບຜູ້ຊາຍຄົນນີ້ຍັງບໍ່ທັນຈົບສິ້ນ ທັງສອງຢູ່ນຳກັນໄດ້ບໍ່ດົນ ດັກລາສກໍຖິ້ມລາວໄປອີກຄັ້ງ. ໄວລດ໌ໃຊ້ເວລາ ແລະ ເງິນທີ່ເຫຼືອຢູ່ສ່ວນໜຶ່ງນັ້ນໄປກັບການດື່ມເຫຼົ້າ ເດີນຊັດເຊພະເນຈອນໄປໃນກຸງປາຣີສ. ຊີວິດທີ່ໄຮ້ແສງໄຟຄອຍສອດສ່ອງ ສິ້ນຍາດຂາດມິດ ອາດຈະງຽບເຫງົາ ແຕ່ກໍເຮັດໃຫ້ລາວໄດ້ຢູ່ກັບຕົນເອງແລະເຂົ້າໃຈຄວາມຈິງຂອງຊີວິຫຼາຍຂຶ້ນ. ວັນທີ 30 ພະຈິກ 1900 ນັກຂຽນ ນັກກະວີຜູ້ທີ່ຄັ້ງໜຶ່ງເຄີຍປະສົບຄວາມສຳເລັດ ແລະ ມີຊື່ສຽງທີ່ສຸດຄົນໜຶ່ງໃນຍຸກວິກຕໍເຣຍກໍໄດ້ຈາກພວກເຮົາໄປ ເຫຼືອໄວ້ພຽງຄວາມຄວາມຊົງຈຳທີ່ຂົມຂື່ນ.

ແມ່ນຫຼືບໍ່ວ່າ ພວກເຮົາຕ່າງກໍມີຄວາມເສົ້າເປັນຂອງຕົນເອງ ເພາະຄວາມເສົ້າເປັນສ່ວນໜຶ່ງຂອງຊີວິດ ເຮົາເສົ້າເມື່ອສູນເສຍສິ່ງອັນເປັນທີ່ຮັກ ຫຼືບໍ່ໄດ້ດັ່ງໃຈໃນສິ່ງທີ່ມຸ່ງຫວັງ ແນ່ນອນ ບໍ່ມີໃຜມັກພາວະໂສກເສົ້າ ແຕ່ເຮົາກໍດຳລົງຢູ່ຢ່າງປາສະຈາກມັນບໍ່ໄດ້ ດັ່ງນັ້ນ ເຮົາຈຶ່ງພະຍາຍາມພັກໄສໄລ່ສົ່ງຄວາມເສົ້າໃຫ້ຫ່າງໄກອອກໄປຈາກຊີວິດ. ຫຼາຍຄົນອາດຈະຄິດວ່າເມື່ອຜ່ານມໍລະສຸມຊີວິດຄັ້ງນີ້ໄປແລ້ວຈະໄດ້ພົບວັນໃໝ່ທີ່ດີກວ່າເດີມ ແຕ່ຊີວິດກໍມັກໂຍນມໍລະສຸມລະລອກໃໝ່ມາໃຫ້ເຮົາຢູ່ສະເໝີ ສິ່ງທີ່ສາມາດເຮັດໄດ້ກໍຄືຍອມຮັບເພື່ອຮຽນຮູ້ ແລະ ພ້ອມທີ່ຈະປ່ຽນພາວະມໍລະສຸມທັງຫຼາຍໃຫ້ກາຍເປັນປະສົບການທາງຈິດວິນຍານ ດັ່ງທີ່ໄວລດ໌ໄດ້ເຮັດເປັນຕົວຢ່າງມາແລ້ວນັ້ນ ໄວລດ໌ໄດ້ສູນເສຍທຸກສິ່ງທຸກຢ່າງທັງຮ່າງກາຍແລະຈິດໃຈ ແຕ່ການສູນເສຍທີ່ວ່ານັ້ນກັບເຮັດໃຫ້ລາວຄົ້ນພົບບາງຢ່າງໃນເວລາດຽວກັນ.

ເຊັ່ນດຽວກັບການຈາກໄປຂອງໄວລດ໌ ຄະນະພວກເຮົາກໍກຳລັງຈະຈາກໄປເຊັ່ນກັນ

ພາຍຫຼັງທີ່ເກັບພາບອາຄານ ຮູບແຕ້ມ ແລະ ບັນຍາກາດພາຍໃນວັດແລ້ວ ພວກເຮົາກໍອຳລາວັດແຫ່ງນີ້. ໃນຂະນະທີ່ກຳລັງຍ່າງກ້າວອອກຈາກປະຕູວັດກໍເຫຼືອບຕາໄປເຫັນທາງເດີນເສັ້ນໜຶ່ງເຊິ່ງຄົງຈະນານໆທີຈະມີຄົນສັນຈອນຜ່ານມາເທື່ອໜຶ່ງ ຫີນທີ່ລຽງລາຍເປັນແຖວຍາວຢຽດຕາມຮິມທາງຖືກປົກຄຸມໄປດ້ວຍຝຸ່ນທີ່ໜາເຕິະ ໃບໄມ້ແຫ້ງລ່ວງຫຼົ່ນເລ່ຍລາດກະຈາຍໄປທົ່ວພື້ນດິນບໍລິເວນນັ້ນ ດ້ານຊ້າຍມີອາຄານເກົ່າແກ່ຫຼັງໜຶ່ງທີ່ຝຸ່ນເກາະກຸມຈົນໝອງໝົ່ນພໍໆກັນກອງຫີນ ທ້ອງຟ້າໃນຍາມນີ້ກໍຍັງຄົງອຶ້ມຄຶ້ມ ແລະ ໝົ່ນເທົາເໝືອນຕອນທີ່ພວກເຮົາມາຮອດ. ບໍ່ຮູ້ວ່າ ເປັນເພາະສະພາບແວດລ້ອມເຮັດໃຫ້ເກີດຄວາມເສົ້າ ຫຼື ຈິດໃຈໝົ່ນເທົາຈຶ່ງມອງເຫັນທຸກຢ່າງເປັນສິ່ງເສົ້າໝອງ ຫຼື ທັງສອງຕ່າງໝົ່ນເທົາ ເມື່ອມາຜະສົມກັນ ຈຶ່ງກາຍເປັນອາລົມເສົ້າຢ່າງສົມບູນ.

ເສົ້າເຖີດ…ເພື່ອໃຫ້ເຮົາໄດ້ຢູ່ກັບຕົນເອງຫຼາຍຂຶ້ນ.

ວັດພຣະຂາວພັນນາຣາມ

ທ້າຍລະດູແລ້ງ

23 ເມສາ 2024

ເອກະສານອ້າງອິງ

ຂໍ້ຄວາມທີ່ເປັນຕົວອຽງທັງໝົດມາຈາກໜັງສືຊື່ De Profundis ຂຽນໂດຍ ອອດສະກ້າຣ໌ ໄວລດ໌ ແປໂດຍ ຣະຕິພອນ ຊັຍປິຍະພອນ, ສໍານັກພິມພາຣາກຣາບ. 2565.

]]>
ຮ່ອງຮອຍແຫ່ງການເວລາ https://dekwatlaos.com/buddhology/%e0%ba%ae%e0%bb%88%e0%ba%ad%e0%ba%87%e0%ba%ae%e0%ba%ad%e0%ba%8d%e0%bb%81%e0%ba%ab%e0%bb%88%e0%ba%87%e0%ba%81%e0%ba%b2%e0%ba%99%e0%bb%80%e0%ba%a7%e0%ba%a5%e0%ba%b2/1866/ Tue, 16 Jan 2024 14:11:23 +0000 https://dekwatlaos.com/?p=1866 ໂດຍ: ຄວັນສີເທົາ

ປັ໋ງ!…ບໍ່ຕ້ອງຕື່ນຕົກໃຈ ສຽງນີ້ບໍ່ໄດ້ດັງມາຈາກປະເທດອິດສະເອລແນ່ນອນ

ອັນຕະລາຍມີຢູ່ຮອບຕົວ ຫາກບໍ່ລະວັງ ເຮົາຈະກາຍເປັນເຫຍື່ອຂອງສິ່ງເຫຼົ່ານັ້ນກໍເປັນໄດ້

ກ່ອນອອກເດີນທາງໄປເລຫ໌ລາດັກມື້ນີ້ ພວກເຮົາມີພາຣະກິດຢ່າງໜຶ່ງຄື ການໄປໄຫວ້ພຣະສີອະຣິຍະເມດໄຕຣ (ບ້ານເຮົາມັກເອີ້ນວ່າ ພຣະສີອານນັ້ນແຫຼະ ອົງດຽວກັນເດີ) ທີ່ຕັ້ງຢູ່ຫ່າງຈາກຕົວເມືອງກາຣ໌ກິລປະມານສິບຫົກກິໂລແມັດ ແຕ່ໃນການໄປຄັ້ງນີ້ຈະບໍ່ໄດ້ໃຊ້ລົດຄັນທີ່ນັ່ງມາຈາກສີນາກາຣ໌ ເພາະກົດໝາຍທ້ອງຖິ່ນຂອງທີ່ນີ້ບັງຄັບໃຫ້ນັກທ່ອງທ່ຽວຕ້ອງເໝົາລົດໃນເມືອງນີ້ເທົ່ານັ້ນ ລົດຈາກເມືອງອື່ນສາມາດພານັກທ່ອງທ່ຽວໄປໄດ້ສະເພາະເສັ້ນທາງຫຼັກ (National High Way) ຫາກຝ່າຝືນຕ້ອງຖືກປັບໃໝ. ສະນັ້ນ ໂຊເຟີລົດຂອງພວກເຮົາຈຶ່ງນອນຫົວຫົດຢູ່ໃນໂຮງແຮມ ເພາະຄວາມໜາວ. ຕອນນີ້ເວລາຫ້າໂມງເຄິ່ງ ພວກເຮົາພາກັນຟ້າວຍັດຕົນເອງເຂົ້າໄປໃນລົດຕູ້ນ້ອຍໆຄັນໜຶ່ງ ເບິ່ງຈັ່ງໃດ໋ກໍບໍ່ຄືລົດຕູ້ ຄ້າຍຄືລົດຕຸ໊ກຕຸກບ້ານເຮົານີ້ແຫຼະ ຕ່າງແຕ່ມີປະຕູປິດເທົ່ານັ້ນເອງ ມີເບາະຢູ່ສາມຈຸດຄື ເບາະໜ້າສຸດ ອາຈານນັ່ງກັບຄົນຂັບ ເບາະຖັດມາເປັນເບາະທີ່ປິ່ນໜ້າກັບຫຼັງ (ນັ່ງແລ້ວຮູ້ວິງວຽນຄ້າຍຈະເປັນລົມ) ເບາະສຸດທ້າຍຄືເບາະຫຼັງສຸດ ແຕ່ລະເບາະນັ່ງໄດ້ສອງຄົນແບບບຽດໆ ເມື່ອຍັດຕົວໄປຮຽບຮ້ອຍໂຊເຟີປິດປະຕູ ປັ໋ງ! ໂອ້! ມາຍກ໊ອດ ຂ້ອຍຖົກຂາເກືອບບໍ່ທັນ (ສຽງດັງທີ່ຢູ່ແຖວທໍາອິດເກີດຈາກການປິດປະຕູນີ້ແຫຼະ)

ພວກເຮົາມຸ່ງໜ້າໄປສູ່ໝູ່ບ້ານຊື່ວ່າ ກາຣ໌ເຊກ້າຣ໌ (Karchey Khar) ອັນເປັນສະຖານທີ່ຕັ້ງຂອງພຣະສີອະຣິຍະເມດໄຕຣ ສອງຂ້າງທາງໂອບລ້ອມໄປດ້ວຍສາຍພູ ຝັ່ງຊ້າຍເປັນພູຫົວໂລ້ນ ຝັ່ງຂວາມີຕົ້ນໄມ້ຂຶ້ນເປັນບາງຍ່ານ ໜ້າຈະເປັນບ່ອນເຮັດການເພາະປູກຂອງປະຊາຊົນເປັນສ່ວນຫຼາຍ ເຄິ່ງກາງລະຫວ່າງສອງຝາກຄືແມ່ນ້ຳທີ່ເປັນເສັ້ນເລືອດຄອຍຫຼໍ່ລ້ຽງຜູ້ຄົນທີ່ອາໄສຢູ່ໃນແຖບນີ້ ເບິ່ງອອກໄປຂ້າງໜ້າໄກໆເຫັນຈອມພູທີ່ປົກຄຸມດ້ວຍຫິມະ ພວກເຮົາໃຊ້ເວລາປະມານໜຶ່ງຊົ່ວໂມງກໍມາຮອດບ້ານກາຣ໌ເຊກ້າຣ໌ ພໍແຕ່ກ້າວຂາລົງຈາກລົດເທົ່ານັ້ນແຫຼະ ຄວາມເຢັນຍະເຍືອກກໍເຂົ້າມາປະທະໃບໜ້າ ລາມໄປເຖິງແຂນຂາແລະທຸກສ່ວນຂອງຮ່າງກາຍ ອຸນຫະພູມຕອນນີ້ປະມານລົບຫ້າອົງສາ ພວກເຮົາພາກັນອູ້ມກ້ອງຖ່າຍຮູບແລະວິດີໂອ ແລ່ນ (ນ້ອຍ) ຕາມຫຼັງພຣະອາຈານລົງໄປຫາພຣະພຸດທະຮູບເຊິ່ງຫ່າງອອກໄປອີກປະມານຮ້ອຍກວ່າແມັດ ເລາະລຽບຕາມຄອງນໍ້າໄປເລື້ອຍໆ ຈົນໃນທີ່ສຸດກໍໄດ້ຂ້າມຄອງນໍ້າ ແລ້ວຫັນຫຼັງກັບມາ ໂອ່..ມາຍບຸດດາ ຕັ້ງຢູ່ນີ້ນີ້ເອງ.

ພຣະພຸດທະຮູບອົງນີ້ຖືກແກະສະລັກໄວ້ທີ່ໜ້າຜາ ມີຄວາມສູງປະມານແປດແມັດເຄິ່ງ ເປັນພຣະພຸດທະຮູບຊົງເຄື່ອງປະດັບປະດາໄປດ້ວຍສາຍຄໍ ສາຍແຂນ ຕຸ້ມຫູ ແລະ ສາຍແອວ ພຣະສຽນ (ຫົວ) ໃສ່ໝວກທີ່ປະດັບລວດລາຍເໝືອນໝວກພຣະຖັງຊຳຈັ໋ງໃນຊີຣີ່ໄຊອິ໋ວ ມືຊ້າຍຖືໝໍ້ນໍ້າ ມືຂວາຍົກຂຶ້ນພຽງໜ້າເອິກເປັນສັນຍາລັກແຫ່ງການໃຫ້ພອນ ດ້ານຂວາມືຂອງພຸດທະຮູບມີທຸງມົນຕຣາທິເບດເນັ່ງເປັນສາຍລະໂຍງລະຍາງເຫັນແລ້ວຮູ້ສຶກເຖິງຄວາມເຂັ້ມຂັງ ແລະ ສັກສິດ. ດ້ານໜ້າພຣະພຸດທະຮູບໄກອອກໄປມີສາຍນໍ້າທີ່ໄຫຼຄົດຄຽວໄປຕາມລ້ອງຫີນ ມີທົ່ງຫຍ້າຂຽວຊະອຸ່ມ ແລະ ມີພູເຂົາທີ່ປົກຄຸມໄປດ້ວຍຫິມະຍາວຢຽດສຸດລູກຫູລູກຕາ. ທ່າມກາງທໍາມະຊາດທີ່ສວຍງາມຜະສົມຜະສານກັບມົນຂັງແຫ່ງອາຣະຍະທັມທີ່ເກົ່າແກ່ ການໄດ້ມາຢືນຢູ່ທ່າມກາງຂອງສິ່ງເຫຼົ່ານີ້ ຮູ້ສຶກວ່າຕົນເອງຕົວລີບລົງທັນທີ ເບື້ອງໜ້າເປັນພຸດທະຮູບທີ່ຍິ່ງໃຫຍ່ອະລັງການເຊິ່ງເກີດຈາກສີມືຂອງມະນຸດ ດ້ານຫຼັງເປັນພູເຂົາໂອບອ້ອມເຊິ່ງເປັນສີມືຂອງທໍາມະຊາດ.

ເວົ້າເຖິງເລື່ອງນີ້ເຮັດໃຫ້ນຶກເຖິງການເກີດຂຶ້ນຂອງສາສະໜາແນວເທວະນິຍົມ (ສາສະໜາທີ່ບູຊາພຣະເຈົ້າ) ໃນຍຸກເລີ່ມຕົ້ນມະນຸດອາໄສຢູ່ຕາມຖ້ຳຕາມປ່າ ເມື່ອເກີດຟ້າຮ້ອງ ຟ້າຜ່າ ແຜ່ນດິນໄຫວ ແລະ ພູເຂົາໄຟລະເບີດ ກໍເຮັດໃຫ້ເຮົາເກີດຄວາມຢ້ານກົວຕໍ່ປາກົດການເຫຼົ່ານີ້ ເມື່ອເກີດຂຶ້ນເລື້ອຍໆ ກໍຍິ່ງເພີ່ມຄວາມຢ້ານກົວແກ່ມະນຸດຫຼາຍຂຶ້ນ ພວກເຮົາຈຶ່ງເຊື່ອວ່າເບື້ອງຫຼັງຂອງປາກົດການເຫຼົ່ານີ້ຕ້ອງມີສິ່ງຫຼືຜູ້ມີອຳນາດເປັນຜູ້ບັນດານແນ່ນອນ ສະນັ້ນ ຈຶ່ງຄິດຫາວິທີແກ້ໄຂດ້ວຍການເອົາອົກເອົາໃຈທຳມະຊາດມີການເຊັ່ນໄຫວ້ ສັກກາຣະບູຊາ ອ້ອນວອນເປັນຕົ້ນ ເພື່ອໃຫ້ສິ່ງມີອຳນາດນັ້ນພໍໃຈ ການເຮັດແບບນີ້ບາງຄັ້ງກໍໄດ້ຜົນ ບາງຄັ້ງກໍໄຮ້ຜົນ ຖ້າບູຊາແລ້ວໄດ້ຜົນກໍຖືວ່າເປັນການບູຊາທີ່ຖືກຕ້ອງ ຖ້າໄຮ້ຜົນກໍຖືວ່າຜິດວິທີ ດ້ວຍເຫດນີ້ ເຮົາຈຶ່ງມີພິທີກັມຕ່າງໆ ຈາກພິທີກັມເຫຼົ່ານັ້ນຈຶ່ງກາຍມາເປັນສາສະໜາໃນທີ່ສຸດ. ຄົນທີ່ອາໄສຢູ່ໃນແຖບນີ້ ພວກເຂົາຢູ່ຮ່ວມກັບທຳມະຊາດຢ່າງໃກ້ຊິດ ຈະວ່າໂຫດຮ້າຍກໍໜ້າຈະພໍເວົ້າໄດ້ ຂະໜາດພວກເຮົາມາຊ່ວງລະດູຮ້ອນ (ເດືອນມິຖຸນາ) ອາກາດຍັງໜາວເຖິງພຽງນີ້ ມິຕ້ອງກ່າວໃຍໄປເຖິງລະດູໜາວອຸນຫະພູມຕິດລົບຊາວເຖິງສາມສິບອົງສາ ພູມິປະເທດກໍເຕັມໄປດ້ວຍຜູ້ຜາທີ່ສູງໃຫຍ່ ເບິ່ງແລ້ວໜ້າເກງຂາມ ມະນຸດຕົວນ້ອຍໆຈະອາດຫານໄປທຽບກັບທຳມະຊາດເຫຼົ່ານີ້ໄດ້ແນວໃດ ສະນັ້ນ ສິ່ງໜຶ່ງທີ່ເປັນເຄື່ອງຫຼໍ່ລ້ຽງຈິດວິນຍານຂອງພວກເຂົາກໍຄື ຄວາມເຊື່ອທາງສາສະໜາ ເຊິ່ງເປັນທີ່ເພິ່ງທາງໃຈສຳຄັນຍິ່ງ ເມື່ອເກີດປາກົດການທາງທຳມະຊາດແບບດັ່ງກ່າວຜູ້ຄົນຕ່າງກໍຫັນໜ້າເຂົ້າຫາຄວາມເຊື່ອທາງສາສະໜາ ອາດຈະເປັນພຣະເຈົ້າ ເທບເທວາ ເຈົ້າແມ່ ຫຼັກທັມ ຫຼື ສິ່ງອື່ນໆ ຕາມຄວາມເຊື່ອຂອງຕົນເອງ.

ຜູ້ຂຽນເຊື່ອວ່າ ພຣະສີອະຣິຍະເມດໄຕຣທີ່ຕັ້ງຢູ່ເບື້ອງຂອງພວກເຮົາໃນຕອນນີ້ກໍເປັນໜຶ່ງໃນຜົນງານທີ່ເກີດຈາກຄວາມຕ້ອງການທີ່ເພິ່ງທາງໃຈຂອງຊາວພຸດໃນຍຸກນັ້ນ ເຊິ່ງສ້າງຂຶ້ນໃນຊ່ວງຣາຊະວົງກຸສານະ ປະມານ ພ.ສ 500-700 (ກ່ອນ ຄ.ສ 1) ຣາຊະວົງນີ້ເປັນຣາຊະວົງທີ່ມີເຊື້ອສາຍມາຈາກຊົນເຜົ່າມົງໂກ ເດີມທີອາໄສຢູ່ແຖບອາຊີກາງ ຕໍ່ມາຖືກຊາວຮັ່ນຮຸກຮານຈຶ່ງອົບພະຍົບມາຄອບຄອງດິນແດນໃນອິນເດຍທາງຕາເວັນຕົກສ່ຽງເໜືອ ແລ້ວແຜ່ອານາເຂດອອກໄປຈົນກາຍເປັນອານາຈັກທີ່ຍິ່ງໃຫຍ່ ເບື້ອງຕົ້ນຕັ້ງເມືອງຫຼວງຢູ່ທີ່ເປຊະວາ (ປາກີສະຖານໃນປັດຈຸບັນ) ຕໍ່ມາຈຶ່ງຍ້າຍລົງມາຕັ້ງຢູ່ເມືອງມະຖຸຣາ (ຫ່າງຈາກກຸງນິວເດລີລົງໄປປະມານ 137 ກມ).

ຫາກທ່ານໃດສົນໃຈສິລະປະໜ້າຈະເຄີຍໄດ້ຍິນຄໍາວ່າ ສິລະປະແບບມະຖຸຣາ ເຊິ່ງເປັນໜຶ່ງໃນຍຸກສະໄໝສິລະປະຂອງອິນເດຍທີ່ມີຄວາມສວຍງາມ ແລະ ມີເອກະລັກສະເພາະຕົນ (ຮູບແບບສິລະປະອິນເດຍແບ່ງອອກເປັນ 5 ຍຸກຄື ແບບສານຈີ, ແບບຄັນທາຣະ, ແບບມະຖຸຣາ, ແບບອະມະຣາວະດີ ແລະ ແບບຄຸບຕະ) ກະສັດທີ່ມີຊື່ສຽງ ແລະ ຍິ່ງໃຫຍ່ທີ່ສຸດອົງໜຶ່ງຂອງອິນເດຍກໍຢູ່ໃນຣາຊະວົງກຸສານະນີ້ເອງ ພຣະອົງມີນາມວ່າ ພຣະເຈົ້າກະນິດສະກະມະຫາຣາດ ຊົງມີສັດທາໃນພຣະພຸດທະສາສະໜາຢ່າງແຮງກ້າ ສ້າງວັດວາອາຮາມ ແລະ ສະຖູບເປັນຈໍານວນຫຼາຍ ຊົງທໍານຸບໍາລຸງພຸດທະສາສະໜາເປັນຢ່າງດີ ທັງເປັນອົງອຸປະຖໍາການສັງຄາຍະນາຄັ້ງທີສີ່ຂອງຝ່າຍມະຫາຍານ. ຈາກນັ້ນ ກໍໄດ້ສົ່ງສະມະນະທູດອອກໄປປະກາດພຣະພຸດທະສາສະໜາໃນອາຊີກາງ ເຮັດໃຫ້ພຸດທະສາສະໜາຝ່າຍມະຫາຍານແຜ່ກວ້າງອອກໄປຍັງປະເທດຈີນ ເກົາຫຼີ ຍີ່ປຸ່ນ ແລະ ມົງໂກເລຍ ຈົນຮອດທຸກວັນນີ້. ຣາຊະວົງນີ້ເດີນທາງມາໄດ້ປະມານ 200 ປີກວ່າໆ ກໍເລີ່ມເສື່ອມອໍານາດລົງຈົນໃນທີ່ສຸດກໍສູນສິ້ນຣາຊະວົງ ເມື່ອ ປີ ພ.ສ 700 ເຫຼືອໄວ້ພຽງຮ່ອງຮອຍ ແລະ ບູຮານສະຖານໃຫ້ຄົນຮຸ່ນຫຼັງໄດ້ສຶກສາວ່າຄັ້ງໜຶ່ງດິນແດນແຖບນີ້ເຄີຍຈະເລີນຮຸ່ງເຮືອງພຽງໃດ.

ພຣະພຸດທະຮູບແກະສະລັກທີ່ພວກເຮົາກໍາລັງຂາບໄຫວ້ຢູ່ຕອນນີ້ ກໍເປັນໜຶ່ງໃນຮ່ອງຮອຍທີ່ຜູ້ຄົນໃນຍຸກນັ້ນໄດ້ປະໄວ້ໃຫ້. ພວກເຂົາໃຊ້ເວລາປະມານສອງຮ້ອຍປີໃນການກໍ່ສ້າງເອກະລັກ ແລະ ວັດທະນະທໍາຂອງຕົນເອງຂຶ້ນ ຈົນຈະເລີນຮຸ່ງເຮືອງເຖິງຂັ້ນໃດຂັ້ນໜຶ່ງ ແລະແລ້ວເມື່ອຄວາມເສື່ອມຖອຍມາເຖິງກໍຕ້ອງປ່ອຍໄປຕາມເລື່ອງລາວ ພຸດທະສາສະໜາສອນວ່າ ການທີ່ສິ່ງໃດສິ່ງໜຶ່ງຈະເລີນຂຶ້ນຫຼືເສື່ອມລົງນັ້ນ ສ່ວນໜຶ່ງເປັນເພາະພຶດຕິກໍາຂອງມະນຸດ ເຮົາຈະສັງເກດເຫັນຈາກພັດທະນາການຂອງສັງຄົມ ເມື່ອໃດທີ່ມະນຸດມີຄວາມເຂັ້ມແຂງ ມີຄວາມພຽນ ໃຝ່ໃຈໃນການຮຽນຮູ້ ແລະ ມີແນວຄິດສ້າງສັນ ສັງຄົມໃນເມື່ອນັ້ນກໍຈະເລີນຮຸ່ງເຮືອງ ແຕ່ເມື່ອໃດຫາກມະນຸດມີພຶດຕິກໍາໃນທາງກົງກັນຂ້າມ ແລະ ຫຼົງມົວເມົາໃນການເສບບໍລິໂພກ ເມື່ອນັ້ນສັງຄົມກໍເສື່ອມລົງ[1] ອານາຈັກທີ່ຍິ່ງໃຫຍ່ຂອງຣາຊະວົງກຸສານະທີ່ເສື່ອມຖອຍລົງໄປນັ້ນ ສ່ວນໜຶ່ງອາດເປັນເພາະພຶດຕິກໍາຂອງຄົນໃນຍຸກນັ້ນກໍເປັນໄດ້. ແຕ່ກໍຢ່າງວ່າລະເນາະ ເໝືອນທີ່ພຣະເພິ່ນວ່າ ຍົດ ຊັບ ອໍານາດ ລ້ວນເປັນສິ່ງຫອມຫວານ ຜູ້ຄົນຕ່າງກໍພະຍາຍາມໄຂວ່ຄວ້າຫາມັນມາຄອບຄອງ ເມື່ອໄດ້ຄອບຄອງສົມດັ່ງໃຈແລ້ວ ສິ່ງເຫຼົ່ານີ້ (ຍົດ ຊັບ ອໍານາດ) ບາງທີ ກໍເຮັດໃຫ້ຄົນຍິ່ງໃຫຍ່ໄດ້ ແຕ່ບາງທີກໍທໍາລາຍຄົນບາງຄົນໃຫ້ຕ້ອຍຕໍ່າຈົນຈົມດິນ ເພາະເມື່ອເຂົາໄດ້ມັນມາແລ້ວກໍຫຼົງໄຫຼຈົນລືມເຫັນຫົວຄົນອື່ນ ບາງຄົນອາດຈະມອງເຫັນຄົນອື່ນເປັນຂ້ອຍຂ້າມ້າໃຊ້ໂດຍບໍ່ຄຳນຶງເຖິງຄວາມຮູ້ສຶກ ແລະ ລືມຄວາມເປັນຄົນຂອງຜູ້ອື່ນເລີຍກໍເປັນໄດ້. ພຶດຕິກໍາເຫຼົ່ານີ້ຫາກດໍາເນີນໄປດົນເຂົ້າ ຜູ້ຂຽນເຊື່ອວ່າ ວັນໜຶ່ງສັງຄົມຈະມີວິທີໃນການຈັດການຕົວມັນເອງ.

ຄວາມຈິງແລ້ວ ຄວາມຈະເລີນ ແລະ ຄວາມເສື່ອມລ້ວນເປັນເລື່ອງທໍາມະດາຂອງໂລກ ບໍ່ວ່າຈະເປັນສິ່ງຕ່າງໆ ຫຼື ຕົວເຮົາເອງ ຄົນດີ ຄົນຊົ່ວ ມິດສະຫາຍ ຍາດພີ່ນ້ອງ ຫຼື ແມ້ກະທັ່ງສັດຕູ ວັນໜຶ່ງກໍຕ້ອງຖິ້ມຮ່ອງຮອຍບາງຢ່າງໄວ້ໃນໂລກ ແຕ່ສິ່ງສໍາຄັນຄືຮ່ອງຮອຍຂອງເຮົາທີ່ວ່ານັ້ນຄືສິ່ງໃດຕ່າງຫາກ. ຫາກຄິດເຊັ່ນນີ້ແລ້ວ ບໍ່ຮູ້ວ່າຊາວໂລກຈະຕໍ່ສູ້ ຍາດແຍ່ງ ຊິງດີ ຊິງເດັ່ນກັນໄປເພື່ອຫຍັງ ເພາະທ້າຍທີ່ສຸດແລ້ວພວກເຮົາຕ່າງກໍມຸ່ງໜ້າໄປສູ່ຄວາມສິ້ນສະຫຼາຍກັນທັງນັ້ນ.

ສິ້ນສຸດສຽງກ້ອງ..ຊ໋ອດສຸດທ້າຍ

ຄະນະພວກເຮົາພາກັນຍັດຕົວເຂົ້າໄປໃນລົດຄັນເດີມ ເພື່ອກັບເຂົ້າໄປເມືອງກາຣ໌ກິລອີກຄັ້ງ ຕົວເມືອງໃນຍາມນີ້ຜູ້ຄົນຂວັກໄຂວ່ໄປມາ ພໍ່ຄ້າກຳລັງຮຽກເອີ້ນໃຫ້ຄົນເຂົ້າຮ້ານ ນັກຮຽນກຳລັງຍ່າງໄປໂຮງຮຽນ ບາງຄົນກຳລັງຫາຊື້ອາຫານເຊົ້າ ໃນຂະນະທີ່ພວກເຮົາກໍາລັງຈະອອກເດີນທາງ ປ່ອຍໃຫ້ພຣະພຸດທະຮູບ ພູເຂົາຫິມະ ທຸງມົນຕຣາທີ່ສັກສິດ ແລະ ບັນຍາກາດໃນເມືອງກາຣ໌ກິລໄວ້ຂ້າງຫຼັງ ເກັບຄວາມຊົງຈຳໃສ່ກະເປົ໋າ ມຸ່ງໜ້າໄປສູ່ເລຫ໌ລາດັກຕໍ່ໄປ.

ວັດພຣະຂາວພັນນາຣາມ

ຕົ້ນລະດູໜາວ

16 ມັງກອນ 2024


[1] ສົມເດັດພຸດທະໂຄສາຈານ (ປ.ອ.ປະຍຸດໂຕ), ຈາຣິກບຸນ ຈາລຶກທັມ, (ກຸງເທບ ຯ: ສໍານັກພິມຜະລິທັມ, 2561), ໜ້າ 375.

]]>
Tomorrow is tomorrow https://dekwatlaos.com/buddhology/tomorrow-is-tomorrow/1829/ Thu, 20 Jul 2023 15:22:52 +0000 https://dekwatlaos.com/?p=1829 ໂດຍ: ຄວັນສີເທົາ

ຂໍຢືມໄທມ໌ແມັກຊີນ (Time Machine) ຂອງໂດເຣມ່ອນແປບໜຶ່ງ ເພື່ອຍ້ອນເວລາກັບໄປ ເລົ່າເຖິງເຫດການທີ່ເກີດຂຶ້ນມື້ວານນີ້ເພີ່ມເຕີມ. ໃນຂະນະທີ່ພວກເຮົາກຳລັງຊື້ຊິມມືຖືຢູ່ດ້ານນອກສະໜາມບິນເມືອງສີນາກາຣ໌ຢູ່ນັ້ນ ຂ້ອຍເຫຼືອບໄປເຫັນທະຫານໃນຊຸດເຄື່ອງແບບຢືນຖືປືນຍ່າງໄປຍ່າງມາຢູ່ບໍລິເວນອາຄານຫຼັງໜຶ່ງ ແຫງນໜ້າຂຶ້ນເທິງດາດຟ້າ ຮັ່ນແນ…ຢືນຢູ່ຫັ້ນອີກຄົນໜຶ່ງ ຄິດໃນໃຈ ປືນລັ່ນໃສ່ພຣະຊ່ະໜໍ! ພາຍຫຼັງທີ່ພວກເຮົາຂຶ້ນລົດມາແລ້ວ ໄດ້ທັກທາຍສະບາຍດີກັບໂຊເຟີລົດ Hello, how are you? I’m fine. Thank you and you ເປັນຕົ້ນ. ໂຊເຟີລົດຄົນນີ້ຈະເປັນຜູ້ນຳພາພວກເຮົາໄປສະຖານທີ່ຕ່າງໆຕະຫຼອດສິບສອງວັນແຫ່ງການເດີນທາງຄັ້ງນີ້. ລາວມີຊື່ວ່າ ອັດຊະຣາບ (Ashraf) ອາຍຸ 65 ປີ ອາຊີບເປັນຄົນຂັບລົດ. ສອງຂ້າງທາງທີ່ພວກເຮົານັ່ງລົດຜ່ານມີທະຫານຢືນຖືປືນຢູ່ເປັນຈຸດໆ ອາຈານຖາມອັດຊະຣາບວ່າ

“ມື້ອື່ນພວກເຮົາຈະສາມາດເດີນທາງໄປເມືອງກາຣ໌ກິລໄດ້ບໍ່?”

(ຖະໜົນຈາກສີນາກາຣ໌ໄປກາຣ໌ກິລຈະປິດເປັນບາງຊ່ວງ ເນື່ອງຈາກວ່າບາງຄັ້ງມີຫິມະເຈື່ອນທັບຫົນທາງ ຫຼືຖະໜົນເປ່ເພ)

“ຂ້ອຍກໍບໍ່ໝັ້ນໃຈຄືກັນ”

ອາຈານຄິດວ່າລາວໜ້າຈະບໍ່ເຂົ້າໃຈຄຳຖາມດີ ກໍເລີຍຖາມຢ້ຳຄຳເດີມອີກເທື່ອໜຶ່ງ ຄຳຕອບຄື “ຂ້ອຍກໍບໍ່ໝັ້ນໃຈຄືກັນ” ນ້ຳສຽງໜັກແໜ້ນກວ່າເກົ່າ. ຮວຍ! ພໍ່ໃຫຍ່ນີ້ຄືເວົ້າແນວນີ້. “ແລ້ວເຮົາຈະເດີນທາງໄປຕາມໂປຣແກຣມທີ່ວາງໄວ້ໄດ້ແນວໃດ ຊັ້ນນາ?” ອາຈານຖາມຕໍ່.

“ບໍ່ຕ້ອງກັງວົນດອກ ມື້ອື່ນກໍຄືມື້ອື່ນ ບໍ່ມີໃຜຮູ້ຄືວ່າ ຫົນທາງຈະເປີດຫຼືບໍ່. ມື້ອື່ນເຊົ້າ ຂ້ອຍຈະໂທໄປຫາເຈົ້າໜ້າທີ່ທີ່ປະຈຳການຢູ່ຕາມຈຸດຕ່າງໆ ຕອນນັ້ນ ຂ້ອຍຈຶ່ງຊິໃຫ້ຄຳຕອບໄດ້”

ໂອເຄ, ແລ້ວແຕ່ໂຊກຊະຕາລະຊັ້ນ!

ຫຼັງຈາກທີ່ສົ່ງພວກເຮົາເຂົ້າທີ່ພັກແລ້ວ ລາວກໍກັບໄປນອນເຮືອນກັບຄອບຄົວຢ່າງສະບາຍອາລົມ ປ່ອຍໃຫ້ພວກເຮົາກັງວົນກັບຄວາມບໍ່ແນ່ນອນຂອງຄຳເວົ້າທີ່ວ່າ “ຂ້ອຍກໍບໍ່ໝັ້ນໃຈ” ຖ້າວ່າມື້ອື່ນຖະໜົນປິດ ໝາຍຄວາມວ່າ ເຮົາຕ້ອງເສຍເວລາໄປອີກມື້ໜຶ່ງ (ມື້ທຳອິດຄືເຄື່ອງດີເລຍ໌) ຫາກວ່າມື້ຮືກໍຍັງປິດອີກ ແລ້ວຈະເຮັດແນວໃດຕໍ່? ອ່າ..ວ່າຈະບໍ່ຄິດແລ້ວເດ້ ແຕ່ກໍອົດບໍ່ໄດ້ ເຄີຍເປັນບໍ່ ຍິ່ງເຮົາພະຍາຍາມບໍ່ຄິດເຖິງເລື່ອງໃດ ຈິດໃຈເຮົາກັບຍິ່ງຄຸ່ນຄິດຢູ່ກັບເລື່ອງນັ້ນຫຼາຍຂຶ້ນ.

ບາງທີການເດີນທາງພ້ອມກັບແຜນການທີ່ຊັດເຈນ ກໍເຮັດໃຫ້ເຮົາກັງວົນກັບອະນາຄົດໄດ້ບໍ່ໜ້ອຍເລີຍ

ເວົ້າເຖິງເລື່ອງນີ້ຄິດເຖິງກົດຂອງຮ໊ອບສະຕັດເຕີຣ໌ (Hofstadter) ທີ່ວ່າ “ພາລະກິດໃດກໍຕາມທີ່ເຈົ້າວາງແຜນໄວ້ວ່າຈະເຮັດ ມັກຈະໃຊ້ເວລາດົນກວ່າເຈົ້າຄາດການໄວ້ສະເໝີ” ເຮົາມັກຈະເຫັນເຫດການແບບນີ້ເກີດຂຶ້ນກັບໂຄງການໃຫຍ່ໆໃນໂລກ ເຊິ່ງຕົວຢ່າງທີ່ຊັດເຈນຄື ການສ້າງໂອເປຣາ ເຮົ້າສ໌ (Opera House) ທີ່ເມືອງຊິດນີ່ ປະເທດອົດສະຕາລີ ລັດຖະບານຮູ້ດີວ່າ ໂຄງການໃຫຍ່ແບບນີ້ມັກຈະສຳເລັດຊ້າກວ່າປົກກະຕິ ຈຶ່ງວາງແຜນໄວ້ຢ່າງຮອບຄອບ ທັງໆທີ່ເຜື່ອເວລາໄວ້ແລ້ວວ່າ ຈະເຮັດໃຫ້ສຳເລັດພາຍໃນເວລາສີ່ປີ ແຕ່ຄວາມຈິງຄືໃຊ້ເວລາໃນການກໍ່ສ້າງເຖິງສິບສີ່ປີ ໃຊ້ງົບປະມານເກີນກວ່າທີ່ຕັ້ງໄວ້ເຖິງໜຶ່ງພັນສີ່ຮ້ອຍເປີຣ໌ເຊັນ.

ໃນເມື່ອເລື່ອງແບບນີ້ມີໃຫ້ເຮົາເຫັນເປັນປະຈຳ ຈະບໍ່ໃຫ້ເຮົາຄິດກັງວົນໄດ້ແນວໃດເນາະ!

ແຜນການເດີນທາງທີ່ຂຽນໄວ້ຄືສາເຫດໜຶ່ງທີ່ເຮັດໃຫ້ເກີດຄວາມກັງວົນຕະຫຼອດເວລາ ກັງວົນວ່າ ຝົນຈະຕົກ ລົດຈະຕິດ ດິນຈະຖະຫຼົ່ມ ລົດຈະເກີດອຸບັດຕິເຫດ ຖະໜົນຈະຂາດ ດິນຈະສະໄລຊ໌ ກັງວົນໄປສາລະພັດຢ່າງ–ເພາະຫາກສິ່ງເຫຼົ່ານີ້ເກີດຂຶ້ນ ນັ້ນໝາຍຄວາມວ່າເຮົາຈະບໍ່ສາມາດໄປຮອດຈຸດໝາຍປາຍທາງຕາມເວລາທີ່ກຳນົດໄວ້.

ໂອລິເວີຣ໌ ເບີຣ໌ກແມນ ຜູ້ຂຽນໜັງສື “ຊີວິດເຮົາມີພຽງສີ່ພັນສັບດາ” ບອກວ່າ “ບັນຫາຂອງການທຸ້ມເທຈິດໃຈໃຫ້ກັບການວາງແຜນອະນາຄົດຫຼາຍຈົນເກີນໄປຄື ແມ້ບາງຄັ້ງມັນຈະສາມາດປ້ອງກັນຫາຍະນະໄດ້ ແຕ່ສ່ວນໃຫຍ່ມັນມັກຈະກໍ່ໃຫ້ເກີດຄວາມວິຕົກກັງວົນຫຼາຍຂຶ້ນກວ່າເກົ່າ” ນັກວາງແຜນທັງຫຼາຍມັກຄິດວ່າ ຕົນເອງສາມາດຄວບຄຸມອະນາຄົດໄດ້ດ້ວຍແຜນການ ແຕ່ຄວາມຈິງຄື ໂລກນີ້ມີສິ່ງຊັບຊ້ອນຫຼາຍກວ່ານັ້ນ ມີຫຼາຍປັດໄຈທີ່ຈະເຂົ້າມາປ່ຽນແຜນຂອງເຮົາໃຫ້ເປັນໄປອີກແບບໜຶ່ງ ຈະໝັ້ນໃຈໄດ້ແນວໃດວ່າ ເຈົ້າຈະບໍ່ຕົກເຄື່ອງບິນ ແມ້ຈະເດີນທາງໄປຮອດສະໜາມກ່ອນເວລາເຖິງສີ່ຫ້າຊົ່ວໂມງ ບາງທີ ເຄື່ອງບິນໃກ້ຈະອອກ ເມຍເຈົ້າອາດຈະປ່ວຍ ລູກອາດຈະເກີດອຸບັດເຫດ ຫຼືຖ້ຽວບິນອາດຈະຖືກຍົກເລີກ–ບໍ່ມີຫຍັງກາຣັນຕີໄດ້ເລີຍ.

ເຮົາຈະສັງເກດເຫັນວ່າ

ມະນຸດສ່ວນຫຼາຍລ້ວນແຕ່ມີຊີວິດເພື່ອວັນຂ້າງໜ້າທັງນັ້ນ ພວກເຮົາໃຊ້ຊີວິດເໝືອນກັບວ່າ ມື້ນີ້ມີຄຸນຄ່າເປັນພຽງຮາກຖານຂອງສິ່ງອື່ນເທົ່ານັ້ນ ພວກເຮົາໄດ້ຮັບການສັ່ງສອນໃຫ້ຕັ້ງໃຈຮຽນໜັງສື ຈະໄດ້ມີງານດີໆເຮັດ ຫຼືຈະໄດ້ເປັນເຈົ້າເປັນນາຍໃນອະນາຄົດ ອົດອອມເງິນໃນມື້ນີ້ ເພື່ອອະນາຄົດທີ່ດີໃນວັນໜ້າ. ພໍ່ແມ່ ແລະ ຄົນອ້ອມຂ້າງລ້ວນບອກສອນເຮົາໃຫ້ມອງເຫັນອະນາຄົດວ່າເປັນສິ່ງສຳຄັນ ໂດຍລືມຄິດໄປວ່າ ຊີວິດໃນມື້ນີ້ກໍຄືຊີວິດເຊັ່ນກັນ ໂອລິເວີຣ໌ ເບີຣ໌ກແມນ ບອກວ່າ “ຄົນທີ່ປະສົບຜົນສຳເລັດໃນລະບົບເສດຖະກິດແບບທຶນນິຍົມ ມັກປະພຶດຕົນເໝືອນກັບວ່າ ຊີວິດທີ່ມີຢູ່ໃນປັດຈຸບັນເປັນພຽງພາຫະນະທີ່ມີໄວ້ເພື່ອເດີນໄປສູ່ພາວະທີ່ມີຄວາມສຸກໃນອະນາຄົດ ຜົນທີ່ຕາມມາກໍຄື ວັນເວລາໃນແຕ່ລະມື້ຂອງພວກເຂົາຄ່ອຍໆຫຼຸດທອນຄວາມໝາຍລົງ ແມ້ວ່າຕົວເລກໃນບັນຊີຂອງພວກເຂົາຈະເພີ່ມຂຶ້ນກໍຕາມ”  ການໃຊ້ຊີວິດທີ່ຄອຍກັງວົນເຖິງແຕ່ອະນາຄົດຫຼາຍຈົນເກີນໄປ ບາງທີ ກໍເຮັດໃຫ້ສິ່ງຕ່າງໆທີ່ເຮົາປະສົບຢູ່ໃນປັດຈຸບັນມີຄວາມໝາຍນ້ອຍລົງ ເຮົາຈະໝັ້ນໃຈໄດ້ແນວໃດວ່າ ຈະໄດ້ສຳຜັດກັບຄຸນຄ່າທີ່ແທ້ຈິງໃນອະນາຄົດຕາມທີ່ເຮົາວາດຝັນໄວ້ ບາງທີ ອະນາຄົດທີ່ວ່ານັ້ນອາດຈະບໍ່ມີຈິງກໍເປັນໄດ້.

ເຮົາເວົ້າໄດ້ບໍ່ວ່າ “ທຸກການກະທຳຄວນເປັນລາງວັນໃນຕົວມັນເອງ”

ອະລັນ ວັດຕ໌ (Alan Watts) ນັກປັດຊະຍາຊາວອັງກິດເຄີຍກ່າວເຖິງລະບົບການສຶກສາວ່າ “ຕອນຍັງນ້ອຍເຮົາຖືກສົ່ງໄປເນີຣ໌ດເຊີຣີ່ (Nursery School) ເພື່ອກຽມຄວາມພ້ອມສຳລັບການເປັນນັກຮຽນອະນຸບານ ຈາກນັ້ນ ກໍເຂົ້າຮຽນ ປ.1.2.3…ແລ້ວພໍເຮົາຂຶ້ນຊັ້ນມັດທະຍົມ ເຂົາກໍບອກວ່ານີ້ຄືການກະກຽມສຳລັບເຂົ້າມະຫາວິທະຍາລັຍ ພໍເຂົ້າມະຫາວິທະຍາລັຍແລ້ວ ກໍບອກໃຫ້ເຮົາກຽມພ້ອມສຳລັບໂລກແຫ່ງການເຮັດງານ ມະນຸດເໝືອນກັບລາທີ່ມີໄມ້ຍື່ນອອກມາຈາກປອກຄໍ ປາຍໄມ້ມີແຄລ໋ອດຫ້ອຍຕ່ອງແຕ່ງໃຫ້ມັນໄລ່ງັບຢູ່ເລື້ອຍໄປ ມັນບໍ່ເຄີຍຢູ່ບ່ອນນີ້ ແລະບໍ່ເຄີຍໄປຮອດບ່ອນນັ້ນ ຊ່າງໄຮ້ເຊິ່ງຊີວິດຊີວາຢ່າງແທ້ຈິງ” ພວກເຮົາໄຂວ່ຄວ້າຫາແຕ່ອະນາຄົດຕະຫຼອດເວລາ ເມື່ອທຸກຢ່າງບໍ່ເປັນໄປຕາມແຜນການ ເຮົາກໍເກີດຄວາມເດືອດຮ້ອນກັງວົນໃຈໄດ້ງ່າຍໆ ເປັນໄປໄດ້ວ່າ ສິ່ງທີ່ພວກເຮົາກັງວົນຢູ່ໃນຕອນນີ້ຄື ຜົນກະທົບທີ່ເກີດຈາກລະບົບສັງຄົມທີ່ເຮົາຢູ່ (ລະບົບທຶນນິຍົມ ແລະລະບົບການຮຽນທີ່ພວກເຮົາໄດ້ຮັບມາ) ຫຼືຜູ້ອ່ານຄິດວ່າແນວໃດ?

ຕື່ນເຊົ້າມື້ຕໍ່ມາ ພາຍຫຼັງທຳທຸລະສ່ວນຕົວຮຽບຮ້ອຍແລ້ວ ຄະນະພວກເຮົາຈຶ່ງພາກັນລາກກະເປົ໋າລົງມາທີ່ໜ້າຄາວເຕີຣ໌ (ຈັກຊິໄດ້ເດີນທາງຕໍ່ຫຼືບໍ່ “ບໍ່ຮູ້” ແຕ່ກຽມໄວ້ກ່ອນ) ເວລາປະມານຫົກໂມງເຊົ້າ ພວກເຮົາຍ່າງອອກໄປຫາຮ້ານຊາ (ອິນເດຍເອີ້ນວ່າ ມາຊາລາ ຈາຍ) ຖະໜົນໃນເມືອງສີນາກາຣ໌ຍາມນີ້ຂ້ອນຂ້າງວ່າງເປົ່າ ເໝືອນມີພຽງພວກເຮົາກັບໝາຈອນຈັດສາມສີ່ຕົວເທົ່ານັ້ນທີ່ເຄື່ອນໄຫວໄປມາ ຊາວເມືອງຍັງບໍ່ທັນຕື່ນນອນ ຍ່າງອອກມາຈາກໂຮງແຮມປະມານຮ້ອຍແມັດກໍເຫັນຮ້ານນ້ຳຊາ ເມື່ອກ້າວຂາເຂົ້າໄປຮູ້ສຶກໄດ້ທັນທີເລີຍວ່າ ອ່າ..ອາກາດອຸ່ນຂຶ້ນເປັນກອງເລີຍ. ພາຍໃນຮ້ານມີຄົນນັ່ງຢູ່ຫັ້ນກ່ອນແລ້ວສາມສີ່ຄົນ ອາຍຄວັນທີ່ເກີດຈາກຈອກນ້ຳຊາລອຍຄຸ້ງອົບອວນໄປທົ່ວຫ້ອງ ແສງທີ່ສາດສ່ອງເຂົ້າມາຜ່ານທາງປ່ອງຢ້ຽມ ເຮັດໃຫ້ບັນຍາກາດພາຍໃນຮ້ານຄລາສສິກໄປອີກແບບໜຶ່ງ ພະນັກງານຍ່າງກັບໄປກັບມາເພື່ອເຊີຣ໌ບອາຫານ ແລະນ້ຳຊາແກ່ພວກເຮົາ

ສຳລັບອາຫານເຊົ້າມື້ນີ້ ມີສາມຢ່າງຄື ໜຶ່ງ-ປາຣະຖາ (Paratha) ເປັນອາຫານຊະນິດໜຶ່ງທີ່ເຮັດດ້ວຍແປ້ງທາເກືອກັບນ້ຳມັນມີເຄື່ອງເທດຜະສົມຢູ່ໜ້ອຍໜຶ່ງ ເຮັດເປັນແຜ່ນບາງໆເໝືອນເຂົ້າຫູຊ້າງບ້ານເຮົາ ແລ້ວນຳໄປຂາງໄຟໃຫ້ສຸກ ສອງ-ດານ (Dal) ເປັນແກງຊະນິດໜຶ່ງທີ່ເຮັດຈາກໝາກຖົ່ວ ຂີ້ມິ້ນ ແລະເຄື່ອງເທດ ສາມ-ຊາອິນເດຍ (Masala jai) ຄືຊານົມທີ່ຜະສົມກັບເຄື່ອງເທດ ເມື່ອສັ່ງມາເສັດຊັບຮຽບຮ້ອຍກໍລົງມືທັນທີ ກິນໄປໄດ້ສອງສາມຄຳ ອາຈານຄືຊິຮູ້ວ່າອາຫານບໍ່ຄ່ອຍຖືກປາກພວກເຮົາປານໃດ ກໍເລີຍເວົ້າຂຶ້ນວ່າ ກິນລົງໄປໂລດ ບໍ່ຕ້ອງຖາມຫາຄວາມແຊບ ຄິດສາວ່າ ກິນເພື່ອໃຫ້ຮ່າງກາຍມີພະລັງງານກໍພໍ. ແມ້ວ່າຫຼາຍຄົນຈະບໍ່ສະແດງອາການ ແຕ່ສີໜ້າແຕ່ລະຄົນມີມະຕິເປັນເອກະສັນເລີຍວ່າ “ບໍ່ແຊບ” ໂດຍສະເພາະດານ ເມື່ອກິນເຂົ້າໄປແລ້ວບອກໄດ້ຄຳດຽວເລີຍວ່າ “ລ່ຽນ” ຮູ້ສຶກພະອຶດພະອົມ ຈະຄາຍຖິ້ມກະເສຍດາຍເງິນ ຈະກືນລົງໄປ ຮ່າງກາຍກໍບໍ່ຄ່ອຍ welcome ປານໃດ

ຄົນອື່ນຍັງພໍໄຫວ ແຕ່ຄວັນສີເທົາເລີ່ມບໍ່ໄຫວແລ້ວ

ຮູ້ໄດ້ແນວໃດວ່າຊິບໍ່ໄຫວ ເພາະຖິ້ມຫຼັກຖານໄວ້ເຕັມຈານເລີຍ ປາຣະຖາໝົດໄປບໍ່ພໍເຄິ່ງ ຄິດໃນໃຈ ຊວຍລະງານນິ! ອາຈານກໍຢໍ້າອີກວ່າ ເອົາໃຫ້ໝົດໃດ໋ ເສຍດາຍເງິນ. ເວົ້າເຖິງຂະໜາດນີ້ແລ້ວ ກໍຕ້ອງສະແດງຄວາມຮັບຜິດຊອບດ້ວຍການກິນໃຫ້ໝົດ. ບາງຄົນອາດຈະຄິດວ່າ ຄືບໍ່ແບ່ງໃຫ້ຄົນອື່ນຊັ້ນ? ຢ່າຄິດແບ່ງເລີຍ ເພາະຕອນນີ້ຄືຊິບໍ່ມີໃຜຮັບນ້ຳໃຈຈາກກັນດອກ. ຂ້ອຍປະເມີນແລ້ວວ່າ ຈັ່ງໃດກໍກິນບໍ່ໝົດແນ່ນອນ ແຕ່ກໍຕ້ອງຮັບຜິດຊອບໃນສ່ວນຂອງຕົນເອງ

 “ຫໍ່” ຄຳສັ້ນໆ ທີ່ຊ່ວຍກອບກູ້ສະຖານະການ.

ພວກເຮົາຍ່າງອອກຈາກຮ້ານຊາພ້ອມກັບທ້ອງໄສ້ທີ່ບໍ່ຄຸ້ນເຄີຍກັບອາຫານເຊົ້າແບບນີ້ ແຕ່ກໍຍັງດີກວ່າບໍ່ມີຫຍັງໃຫ້ກະເພາະຍ່ອຍໃນຍາມທີ່ມັນຮ້ອງຖາມຫາ. ຄວາມຈິງແລ້ວ, ເມື່ອອອກເດີນທາງຫົວໃຈເຮົາຈະເປີດກວ້າງກວ່າເກົ່າ ເພື່ອໂອບກອດເອົາທຸກສິ່ງທີ່ລະຫວ່າງທາງຢິບຍື່ນໃຫ້ ທັນທີທີ່ກ້າວຂາອອກຈາກເຮືອນຫຼືສະຖານທີ່ຄຸ້ນເຄີຍ ເຮົາມັກເຜື່ອໃຈໄວ້ເຈີກັບສະຖານະການທີ່ບໍ່ຄາດຄິດສະເໝີ ໂດຍສະເພາະການເດີນທາງໃນອິນເດຍພາກເໜືອ ທຸກກ້າວຍ່າງຄືການຜະຈົນໄພ ແຕ່ກໍເພາະສິ່ງນີ້ແຫຼະທີ່ເຮັດໃຫ້ການເດີນທາງມີຊີວິດຊີວາ. ພວກເຮົາຍ່າງກັບມາຮອດໜ້າໂຮງແຮມເຫັນອັດຊະຣາບຈອດລົດລໍຖ້າຢູ່ຫັ້ນແລ້ວ ພໍແຕ່ເຫັນລົດ ຄວາມກັງວົນເກົ່າກໍເລີ່ມຜຸດຂຶ້ນອີກຄັ້ງ ຄວາມກັງວົນເດີມໆມັກເກີດຂຶ້ນ ເມື່ອມີເຫດປັດໄຈທີ່ສາມາດເຊື່ອມໂຍງໄປຫາຄວາມກັງວົນນັ້ນອີກຄັ້ງ ແມ້ບາງເລື່ອງເຮົາອາດຈະລືມມັນໄປແລ້ວກໍຕາມ ຕອນນີ້ ເໝືອນກັບວ່າຄວາມຜິດຫວັງກັບຄວາມສົມຫວັງ ເປັນສອງສິ່ງທີ່ມີພຽງເສັ້ນບາງໆຂວາງກັ້ນໄວ້ເທົ່ານັ້ນ ຈະໄດ້ເດີນທາງຕໍ່ຫຼືຈະຕ້ອງລໍຖ້າອີກໜຶ່ງມື້ ຂຶ້ນກັບວ່າອັດຊະຣາບຈະໃຫ້ຄຳຕອບແນວໃດ.

ເບິ່ງຄືວ່າ ຄວາມກັງວົນຂອງພວກເຮົາໃນຄັ້ງນີ້ມີສາເຫດມາຈາກການຂຽນແຜນການເດີນທາງທີ່ແນ່ນອນວ່າ ມື້ນີ້ຕ້ອງໄປບ່ອນນັ້ນ ມື້ອື່ນຕ້ອງໄປໃຫ້ເຖິງອີກທີ່ໜຶ່ງ ການເວົ້າແບບນີ້ບໍ່ໄດ້ໝາຍຄວາມວ່າ ການເດີນທາງບໍ່ຄວນມີແຜນການ ຂ້ອຍຄິດວ່າ ແຜນການຈຳເປັນຈະຕ້ອງມີ ແຕ່ເປັນແຜນການທີ່ສາມາດຢືດຢຸ່ນໄດ້ (Flexibility) ຕາມສະຖານະການ. ການຟິກ (fix) ສິ່ງໃດສິ່ງໜຶ່ງໄວ້ໂດຍບໍ່ສາມາດໂອນອ່ອນຜ່ອນຕາມໄດ້ເລີຍນັ້ນ ຄືສາເຫດທີ່ແທ້ຈິງຂອງຄວາມກັງວົນ. ຄວາມຈິງ ບໍ່ສະເພາະແຕ່ແຜນການເດີນທາງດອກທີ່ຫາກຟິກໄວ້ແລ້ວກໍ່ໃຫ້ເກີດຄວາມກັງວົນຕາມມາ ແຕ່ຄືທຸກຢ່າງໃນຊີວິດ ວັດທະນະທຳ ຄວາມເຊື່ອ ສາສະໜາ ການສຶກສາ ການເມືອງເປັນຕົ້ນ. ຫາກເຮົາຍຶດຖືສິ່ງເຫຼົ່ານີ້ຈົນບໍ່ເຫຼືອພື້ນທີ່ໄວ້ໃຫ້ສິ່ງທີ່ແຕກຕ່າງເລີຍ–ນັ້ນຄືທີ່ມາຂອງຄວາມກັງວົນ ສັບສົນ ແລະທຸກໃຈທີ່ແທ້ຈິງ.

ໂດຍທົ່ວໄປແລ້ວ ຄວາມກັງວົນຈະຫາຍໄປເມື່ອເຮົາໄດ້ຄຳຕອບທີ່ຊັດເຈນ (ບໍ່ວ່າຄຳຕອບນັ້ນຈະເປັນໄປຕາມທີ່ເຮົາຫວັງຫຼືບໍ່ກໍຕາມ) ຄຳສອນທາງພຸດທະສາສະໜາບອກວ່າ ຄວາມຄິດເໝືອນນ້ຳໃນໜອງຍິ່ງກວນກໍຍິ່ງຂຸ່ນ ຂະນະທີ່ເຮົາວິຕົກກັງວົນຄືພາວະທີ່ຈິດໃຈກຳລັງຂຸ່ນມົວ ຍິ່ງຂຸ່ນເຮົາຍິ່ງມີໂອກາດທຸກໃຈຫຼາຍຂຶ້ນ ສະນັ້ນ ພຣະຈຶ່ງຢ້ຳເຕືອນຢູ່ສະເໝີວ່າ ຈົ່ງມີສະຕິຢູ່ກັບປັດຈຸບັນ ໂອບກອດທຸກຊ່ວງເວລາຂອງຊີວິດໄວ້ ຊຶມຊັບເອົາເຫດການທີ່ກຳລັງເກີດຂຶ້ນເໝືອນກັບວ່າມັນຈະເກີດຂຶ້ນມາພຽງຄັ້ງດຽວ ທຸກຊ່ວງເວລາລ້ວນມີຄຸນຄ່າໃນຕົວມັນເອງ ສະນັ້ນ ຢ່າວິຕົກກັງວົນເຖິງອະນາຄົດຫຼາຍຈົນເກີນໄປ ເພາະແນວໃດໆ ມື້ອື່ນກໍຈະມີສິ່ງໃຫ້ວິຕົກກັງວົນໃນຕົວມັນເອງຢູ່ແລ້ວ. ໃນຂະນະທີ່ພວກເຮົາກຳລັງກ້າວຍ່າງໄປຫາອັດຊະຣາບ ຂ້ອຍເຫຼືອບໄປເຫັນກະເປົ໋າເດີນທາງທີ່ຈັດວາງໄວ້ຢ່າງເປັນລະບຽບຢູ່ເທິງຫຼັງຄາລົດ–ນັ້ນຄືເຄື່ອງໝາຍທີ່ບົ່ງບອກວ່າ “ມື້ນີ້ຖະໜົນເປີດ”

ພຣະຂາວພັນນາຣາມ, ນະຄອນຫຼວງວຽງຈັນ

20 ກໍລະກົດ 2023

ເອກະສານອ້າງອິງ:

ຊີວິດເຮົາມີພຽງສີ່ພັນສັບປະດາ Four Thousand Weeks: Time Management for Mortals

Oliver Burkeman      ຂຽນ

ວາດຝັນ ຄຸນາວົງ           ແປ

ສຳນັກພິມອະມະຣິນຮາວທູ

]]>
ຈະມີຈັກຄັ້ງທີ່ຈະມີໂອກາດ ໄດ້ນັ່ງຟັງສຽງຄື່ນທະເລ https://dekwatlaos.com/buddhology/jamijuckkhang/1785/ Fri, 16 Dec 2022 13:58:52 +0000 https://dekwatlaos.com/?p=1785 ໂດຍ: ຄວັນສີເທົາ

ເຫັນຄື່ນທະເລຊັດກະທົບຝັ່ງແລ້ວແຕກເປັນຟອງຝອຍ ລະລອກແລ້ວລະລອກເລົ່າ ບາງຄື່ນກະທົບໃສ່ກັບໂງ່ນຫີນຢ່າງຈັງຈົນນ້ຳຟົ້ງກະຈາຍ ແລ້ວໄຫຼລົງສູ່ທະເລອີກຄັ້ງໜຶ່ງ ປູທະເລແລ່ນຫຼິ້ນໄປມາທ່າມກາງເມັດນ້ຳທີ່ຟົ້ງຂຶ້ນເທິງກ້ອນຫີນ ເໝືອນເດັກນ້ອຍກຳລັງແລ່ນຫຼິ້ນທ່າມກາງສາຍຝົນ.

ເຫັນແລ້ວ, ນຶກເຖິງວິຊາໜຶ່ງທີ່ເຄີຍຮຽນໃນສະໄໝມັດທະຍົມ ທີ່ກ່າວວ່າ ໃນໂລກນີ້ປະກອບດ້ວຍສິ່ງທີ່ມີຊີວິດ ແລະ ສິ່ງທີ່ບໍ່ມີຊີວິດ. ທະເລ ແລະ ໂລກທີ່ເຮົາອາໄສຢູ່ນີ້ຈັດຢູ່ໃນກຸ່ມທີສອງຄື ສິ່ງທີ່ບໍ່ມີຊີວິດ ເຊິ່ງເປັນສະຖານທີ່ອາໄສຂອງສິ່ງທີ່ມີຊີວິດທັງຫຼາຍ.

ຄຳຖາມຄື ໂລກເຮົາມີຖານະເປັນພຽງສະຖານທີ່ອາໄສຂອງສິ່ງທີ່ມີຊີວິດທັງຫຼາຍເທົ່ານັ້ນຫວາ? ຫຼືມີຖານະເປັນຫຼາຍກວ່ານັ້ນ?

ຕອນນີ້ ຂ້ອຍກຳລັງນັ່ງຢູ່ເທິງໂງ່ນຫີນໃນເກາະແຫ່ງໜຶ່ງທ່າມກາງທະເລອັນດາມັນ ພວກເຮົາທັງໝົດຫົກຊີວິດຮ່ວມກັນເດີນທາງມາຈາກຈັງຫວັດຂອນແກ່ນດ້ວຍໄລຍະທາງໄປກັບເກືອບສາມພັນກິໂລແມັດ ໂດຍມີຈຸດໝາຍສຸດທ້າຍຂອງທຣິບຄືສະຖານທີ່ແຫ່ງນີ້ ສຳນັກສົງເກາະແກ້ວ ຈັງຫວັດພູເກັດ.

ການມາທະເລຄັ້ງນີ້ເຮັດໃຫ້ຮູ້ສຶກວ່າມີຄວາມໃກ້ຊິດກັບທະເລຫຼາຍຂຶ້ນ ອາດຈະເປັນເພາະບັນຍາກາດ ແລະ ສະພາບແວດລ້ອມທີ່ເຮັດໃຫ້ຮູ້ສຶກແບບນັ້ນ. ຈະວ່າໄປແລ້ວ ການນັ່ງເບິ່ງຄື່ນທະເລໂດຍປ່ອຍໃຈໃຫ້ລ່ອງລອຍໄປກັບແຮງລົມ ແລະ ກຽວຄື່ນ ເຮັດໃຫ້ຮູ້ສຶກໄປຕ່າງໆນານາ ບາງຊ່ວງຮູ້ສຶກວ່າ ທະເລຄືສິ່ງມີຊີວິດຊະນິດໜຶ່ງທີ່ມີວິຖີຊີວິດເປັນຂອງຕົນເອງ ບາງຄັ້ງມັນເຄື່ອນໄຫວຈົນເປັນຕາຢ້ານ ບາງຄັ້ງຢຸດນິ້ງ ແລະ ງຽບສະຫງົບຈົນໜ້າເກງຂາມ ບາງຄັ້ງສົ່ງສຽງກັງວານເໝືອນໄປໂກດແຄ້ນຄົນໃດຄົນໜຶ່ງມາ.

ຄົນຂັບເຮືອເລົ່າໃຫ້ຟັງວ່າ ນ້ຳທະເລມີຈັງຫວະການຂຶ້ນລົງຂອງມັນໃນແຕ່ລະມື້ ຫາກວ່າເຮົາມາຜິດຈັງຫວະ ບາງທີອາດຈະຕິດໃນເກາະແຫ່ງນີ້ເປັນເວລາຫຼາຍຊົ່ວໂມງ ຕາມປົກກະຕິ ນ້ຳທະເລບໍລິເວນນີ້ຈະເລີ່ມຫຼຸດລົງໃນຊ່ວງເວລາປະມານບ່າຍສອງເຖິງບ່າຍສາມໂມງ ຫາກຫຼຸດລົງຫຼາຍ ເຮືອຈະບໍ່ສາມາດແລ່ນອອກຈາກຝັ່ງໄປໄດ້.

ສະນັ້ນ ຄົນທີ່ຈະໄປເກາະແຫ່ງນີ້ຕ້ອງອອກໄປຕັ້ງແຕ່ເຊົ້າ ແລ້ວຟ້າວກັບອອກມາກ່ອນບ່າຍສາມ ເພາະຫາກຊ້າໄປກວ່ານັ້ນ ຕ້ອງລໍກັບໃນເຊົ້າຂອງມື້ຕໍ່ມາ ເຈົ້າຄິດຄືຂ້ອຍບໍ່ວ່າ ທະເລໜ້າຈະມີກົນໄກການເຮັດວຽກໃນຕົວຂອງມັນເອງ ເພື່ອໃຫ້ສາມາດດຳລົງຢູ່ໃນໂລກນີ້ຕໍ່ໄປ.

ເວົ້າເຖິງເລື່ອງນີ້ ນຶກເຖິງທິດສະດີຂອງ ເຈມສ໌ ເລີພລ໊ອກ (James Lovelock) ນັກວິທະຍາສາດຊາວອັງກິດ ທີ່ບອກວ່າ ໂລກສາມາດຈັດການຕົວມັນເອງໃຫ້ມີພາວະສົມດຸນລະຫວ່າງສານຕ່າງໆໃນໂລກໄດ້ ຄ້າຍຄືກັບລະບົບຈັດການໃນຮ່າງກາຍຂອງມະນຸດ.

ທິດສະດີນີ້ເກີດຂຶ້ນຈາກການສຶກສາປຽບທຽບຂໍ້ມູນກ່ຽວກັບອົງປະກອບທາງເຄມີຂອງຊັ້ນບັນຍາກາດລະຫວ່າງໂລກກັບດາວອັງຄານ ຈາກການສຶກສານັ້ນພົບວ່າ:

ດາວອັງຄານບໍ່ມີສິ່ງທີ່ມີຊີວິດຊະນິດໃດອາໄສຢູ່ເລີຍ ສານເຄມີຕ່າງໆ ໃນນັ້ນກໍບໍ່ມີການທຳປະຕິກິລິຍາຕໍ່ກັນ ເພາະມັນມີມີພາວະສົມດຸນທາງເຄມີແລ້ວ ມັນຢຸດນິ້ງຢູ່ກັບທີ່ແບບນັ້ນມາເປັນເວລາດົນນານ ໂດຍບໍ່ມີການເຄື່ອນໄຫວທາງດ້ານປະຕິກິລິຍາເຄມີໃດໆເລີຍ.

ມີຄົນປຽບທຽບວ່າ ຊັ້ນບັນຍາກາດຂອງດາວອັງຄານປຽບເໝືອນງານປາຣ໌ຕີ້ທີ່ຜູ້ຄົນດື່ມກິນຈົນເມົາມາຍ ແລະ ຫຼິ້ນຈົນເມື່ອຍລ້າ ແລ້ວພາກັນນອນຂາກ່າຍຄໍກັນແອ໊ງແມ໊ງ ໝົດເຫື່ອແຮງທີ່ຈະຂັບເຄື່ອນງານລ້ຽງໃຫ້ດຳເນີນຕໍ່ໄປ ງານລ້ຽງຈຶ່ງສະຫງົບ ແລະ ງຽບເຫງົາ ເຊິ່ງແຕກຕ່າງຈາກຊັ້ນບັນຍາກາດຂອງໂລກທີ່ມີການທຳປະຕິກິລິຍາທາງເຄມີກັນຢ່າງຕໍ່ເນື່ອງ ສິ່ງມີຊີວິດໃນໂລກດູດຊຶມເອົາກ໊າດຊະນິດຕ່າງໆມານຳໃຊ້ຕະຫຼອດເວລາ ພືດ ແລະ ຕົ້ນໄມ້ກໍຜະລິດອົກຊີແຊນອອກມາເລື້ອຍໆ ກຸ່ມກ໊າດຊະນິດຕ່າງໆກໍທຳປະຕິກິລິຍາຕໍ່ກັນເອງຢ່າງຄຶກຄັກ ສະແດງໃຫ້ເຫັນວ່າໂລກບໍ່ຢຸດນິ້ງຢູ່ກັບທີ່ ແລະ ບໍ່ມີພາວະສົມດຸນທາງເຄມີເລີຍ.

ດ້ວຍເຫດນີ້, ຈຶ່ງເຮັດໃຫ້ຊັ້ນບັນຍາກາດຂອງໂລກເປັນລະບົບເປີດຄື ມີການຖ່າຍເທສະສານ ແລະ ພະລັງງານກັບລະບົບອື່ນຕະຫຼອດເວລາ ປຽບເໝືອນງານລ້ຽງທີ່ຜູ້ຄົນກຳລັງສະໜຸກສະໜານເຕັມທີ່ ດື່ມກິນ ແລ່ນຫຼິ້ນ ເຕັ້ນຄະໂຍກໂຄກຄອນ ເໝືອນປາຖືກນ້ຳຮ້ອນແລ້ວດິ້ນແດ່ວໆ ຄູບາກະເວົ້າເກີນໄປ!

ຊັ້ນບັນຍາກາດຂອງດາວເຄາະທີ່ມີຊື່ວ່າ “ໂລກ” ແຕກຕ່າງຈາກຊັ້ນບັນຍາກາດດາວອັງຄານເຖິງພຽງນີ້ແຫຼະ. ທີ່ເປັນເຊັ່ນນັ້ນ, ເພາະໂລກມີສິ່ງມີທີ່ຊີວິດອາໄສຢູ່ ແລະ ສິ່ງເຫຼົ່ານີ້ກໍທຳໜ້າທີ່ຂັບເຄື່ອນໂລກໄປຂ້າງໜ້າດ້ວຍການຜະລິດ ແລະ ດູດຊຶມເອົາກ໊າດຕ່າງໆ ມາໃຊ້ ໂລກນີ້ຈຶ່ງຄົງຄວາມສົມດູນໄວ້ໄດ້. ນອກຈກນີ້ ສິ່ງມີຊີວິດໃນໂລກຍັງທຳໜ້າທີ່ຄວບຄຸມປະລິມານຂອງກ໊າດເຫຼົ່ານັ້ນໃຫ້ຢູ່ໃນປະລິມານທີ່ເໝາະສົມ ທີ່ເອື້ອຕໍ່ການດຳລົງຢູ່ຂອງສິ່ງທີ່ມີຊີວິດອີກດ້ວຍ.

ເລີພລ໊ອກຄົ້ນພົບຂໍ້ເທັດຈິງອີກຢ່າງໜຶ່ງທີ່ໜ້າອັດສະຈັນໃຈຢ່າງຍິ່ງ ນັ້ນຄື ສັດສ່ວນຂອງອົກຊີແຊນໃນຊັ້ນບັນຍາກາດຂອງໂລກ ຄົງທີ່ຢູ່ໃນລະດັບທີ່ສິ່ງມີຊີວິດສາມາດຢູ່ໄດ້ຕະຫຼອດສາມຮ້ອຍລ້ານປີທີ່ຜ່ານມາ ຄຳຖາມຄື ເປັນໄປໄດ້ແນວໃດທີ່ໂລກສາມາດປັບຄວາມສົມດູນໃຫ້ຄົງທີ່ຢູ່ໄດ້ແບບນັ້ນເລື້ອຍມາ ທັງໆທີ່ສິ່ງຕ່າງໆໃນໂລກປ່ຽນແປງໄປແທບທຸກວິນາທີ. ເປັນໄປໄດ້ບໍ່ວ່າ ທີ່ເປັນແບບນັ້ນ ເພາະດາວເຄາະດວງນີ້ກໍເປັນສິ່ງໜຶ່ງທີ່ມີຊີວິດເຊັ່ນດຽວກັບສິ່ງທີ່ມີຊີວິດທັງຫຼາຍ.

ເຊັ່ນນີ້ແລ້ວ ເຮົາສາມາດກ່າວໄດ້ບໍ່ວ່າ ໂລກກໍມີຊີວິດໃນແບບຂອງມັນເອງ ທະເລກໍມີຊີວິດໃນແບບຂອງມັນເອງ ແຜ່ນດິນກໍມີຊີວິດໃນແບບຂອງມັນເອງ ຫຼື ທຸກຢ່າງໃນໂລກນີ້ມີຊີວິດເປັນຂອງຕົນເອງ ໂດຍບໍ່ໄດ້ຈຳແນກວ່າ ນີ້ຄືສິ່ງມີຊີວິດ ນັ່ນຄືສິ່ງທີ່ບໍ່ມີຊີວິດ ເພາະແທ້ທີ່ຈິງແລ້ວ ທຸກຢ່າງມີຊີວິດ ແລະ ລະບົບການຄວບຄຸມໃນແບບຂອງຕົນເອງ.

ທິດສະດີທີ່ກ່າວມາຂ້າງເທິງນັ້ນ ມີຊື່ວ່າ Gaia (ອ່ານວ່າ “ກາຍ່າ” ບໍ່ແມ່ນ “ໄກອາ”) ຫາກອ່ານຊ້າໆອາດຈະອອກສຽງເປັນ ໄກອາ ແຕ່ຄວາມຈິງແລ້ວເຂົາໃຫ້ອ່ານອອກສຽງໄວໆ ສຽງສຸດທ້າຍທີ່ເຮົາໄດ້ຈຶ່ງເປັນ “ກາຍ່າ” (Gaia Theory).

ຊາວເກຣັກບູຮານ ມີຄວາມເຊື່ອວ່າໂລກນີ້ມີທຳມະຊາດຢ່າງໜຶ່ງເຊິ່ງເປັນຜູ້ໃຫ້ຊີວິດ ຄວບຄຸມ ດູແລ ແລະ ຫຼໍ່ລ້ຽງສັບພະສິ່ງໃຫ້ດຳເນີນໄປຕາມທາງທີ່ຄວນຈະເປັນ ພວກເຂົາເອີ້ນສິ່ງນັ້ນວ່າ ກາຍ່າ ຫຼື ຈິດວິນຍານຂອງໂລກ.

ຫາກປຽບທຽບກັບວັດທະນະທຳຕາເວັນອອກ ຜູ້ທີ່ທຳໜ້າທີ່ແບບນີ້ໄດ້ກໍຄື ແມ່ທໍລະນີນັ້ນເອງ ເຮົາເຊື່ອວ່າແມ່ທໍລະນີຄືມານດາແຫ່ງແຜ່ນດິນ ເປັນທີ່ກໍ່ກຳເນີດ ດູແລ ແລະ ຫຼໍ່ລ້ຽງສັບພະສິ່ງໃຫ້ໄດ້ຮັບຄວາມອຸດົມສົມບູນ ໃນແງ່ທີ່ວ່າທຸກສິ່ງເກີດມາຈາກດິນ ໃນຄວາມເຊື່ອທາງພຣະພຸດທະສາສະໜາບອກວ່າ ເພາະມີແມ່ທໍລະນີ ຈຶ່ງເຮັດໃຫ້ເຈົ້າຊາຍສິດທັດຖະສາມາດເອົາຊະນະພະຍາມານໄດ້ໃນວັນຕັດສະຮູ້ເປັນພຣະສັມມາສັມພຸດທະເຈົ້າ ນີ້ຄືລະບົບກາຍ່າ ຫຼື ແມ່ທໍລະນີ ຫຼື ຈິດວິນຍານຂອງໂລກໃນຮູບແບບຂອງຄວາມເຊື່ອ.

ແລ້ວຄຳວ່າ ກາຍ່າ ກາຍມາເປັນຊື່ທິດສະດີທາງວິທະຍາສາດໄດ້ແນວໃດ?

ຄວາມຈິງຊື່ນີ້ ເລີພລ໊ອກບໍ່ໄດ້ຕັ້ງເອງ ແຕ່ເປັນນັກຟີສິກຄົນໜຶ່ງທີ່ມີຊື່ວ່າ ວິລລ່ຽມ ໂກລດິງ ເປັນຄົນແນະນຳວ່າ ເຮ! ທິດສະດີຂອງຍູຄວນໃຫ້ຊື່ວ່າ “ກາຍ່າ” ເພາະມີການອະທິບາຍສິ່ງຕ່າງໆ ວ່າມີຄວາມກ່ຽວໂຍງເຖິງກັນແລະກັນເໝືອນຄວາມເຊື່ອຂອງຊາວເກຣັກບູຮານ ເລີພລ໊ອກ ຈຶ່ງຕອບກັບໄປວ່າ Yes ຕາມນັ້ນເລີຍ.

ທິດສະດີກາຍ່າ (Gaia Theory) ເປັນທິດສະດີທີ່ອະທິບາຍລະບົບການຄວບຄຸມຕົນເອງຂອງໂລກ ເຊິ່ງໃນເບື້ອງຕົ້ນທິດສະດີນີ້ ເລີພລ໊ອກເອງກໍບໍ່ສາມາດອະທິບາຍໄດ້ແຈ່ມແຈ້ງວ່າ ສິ່ງຕ່າງໆໃນໂລກມີຄວາມສຳພັນກັນແນວໃດ ຈຶ່ງເຮັດໃຫ້ໂລກມີຄວາມສາມາດໃນການຈັດການຕົວມັນເອງໄດ້ແບບນີ້ ຮູ້ພຽງວ່າ ສິ່ງຕ່າງໆໃນໂລກຕ້ອງມີການກ່ຽວໂຍງລະຫວ່າງກັນບໍ່ທາງໃດກໍທາງໜຶ່ງ. ຕໍ່ມາ ມີນັກຈຸລະຊີວະວິທະຍາຄົນທີ່ສົນໃຈສຶກສາເລື່ອງ “ການຜະລິດ ແລະ ດູດຊຶມກ໊າດຊະນິດຕ່າງໆຂອງສິ່ງມີຊີວິດ” ນາງມີຊື່ວ່າ ລິນນ໌ ມາຣ໌ກູລິສ (Lynn Margulis).

ເມື່ອນັກວິທະຍາສາດທີ່ມີຄວາມຊ່ຽວຊານຄົນລະດ້ານມາພົບກັນ (ເລີພລ໊ອກຊ່ຽວຊານດ້ານເຄມີ ມາຣ໌ກູລິສຊ່ຽວຊານດ້ານຊີວະວິທະຍາ) ການອະທິບາຍເລື່ອງລະບົບຄວບຄຸມຕົນເອງຂອງໂລກຈຶ່ງເກີດຂຶ້ນ ດັ່ງນີ້:

ການປະທຸຂຶ້ນຂອງພູເຂົາໄຟຕ່າງໆໃນໂລກ ເຮັດໃຫ້ຊັ້ນບັນຍາກາດໂລກມີປະລິມານຂອງກ໊າດກາກບອນດີອົກຊີເພີ່ມຫຼາຍຂຶ້ນ ຈົນເຮັດໃຫ້ເກີດພາວະເຮືອນແກ້ວ ເຊິ່ງເປັນສາເຫດຫຼັກເຮັດໃຫ້ໂລກຮ້ອນຂຶ້ນ ລະບົບກາຍ່າຈຶ່ງຕ້ອງສ້າງກົນໄກການຫຼຸດປະລິມານກາກບອນດີອົກຊີໃຫ້ຢູ່ໃນພາວະທີ່ເອື້ອຕໍ່ສິ່ງມີຊີວິດ ເຊິ່ງກົນໄກດັ່ງກ່າວສາມາດອະທິບາຍຜ່ານຂະບວນການພຸພັງ ແລະ ຍ່ອຍສະຫຼາຍຂອງຫີນ.

ໃນຂະບວນການຍ່ອຍສະຫຼາຍຂອງຫີນນັ້ນ, ຫີນ ແລະ ນ້ຳຝົນ ຈະທຳປະຕິກິລິຍາກັບກາກບອນດີອົກຊີ ແລ້ວເກີດສານເຄມີຊະນິດໃໝ່ຂຶ້ນທີ່ເອີ້ນວ່າ ຄາຣ໌ບໍເນັດ (Carbonate). ເມື່ອຫີນແຕກສະຫຼາຍ ຄາຣ໌ບໍເນັດ ຖືກຊະລ້າງໄຫຼລົງສູ່ທະເລເຊິ່ງມີພືດທະເລຂະໜາດນ້ອຍຢູ່ເປັນຈຳນວນຫຼວງຫຼາຍລໍຖ້າດູດເອົາສານຄາຣ໌ບໍເນັດນີ້ໄປໃຊ້ໃນການສ້າງເປືອກຂອງຕົນເອງ ເຊັ່ນ: ອອງປູທະເລ ເປືອກຫອຍກາບ ຫອຍນາງລົມ ໝຶກທີ່ມີອອງ ເປືອກແຂງໆທັງຫຼາຍຂອງພວກມັນສ້າງຂຶ້ນຈາກການຕົກຕະກອນຂອງສານຄາຣ໌ບໍເນັດນີ້ເອງ.

ເມື່ອສັດທະເລເຫຼົ່ານີ້ຕາຍ ສານຄາຣ໌ບໍເນັດບາງສ່ວນທີ່ປະກອບຂຶ້ນເປັນຮ່າງກາຍຂອງພວກມັນກໍຈະຈົມລົງສູ່ກົ້ນມະຫາສະໝຸດ ທັບຖົມກັນເປັນຕະກອນຫີນປູນ ຈາກນັ້ນ ກໍຈົມດິ່ງລົງໄປເຖິງຂົ້ວໂລກ ແລ້ວຫຼອມລະລາຍອີກຄັ້ງໜຶ່ງ ເຊິ່ງສານເຫຼົ່ານີ້ມີສ່ວນເຮັດໃຫ້ເກີດການໄຫວຕົວຂອງແຜ່ນດິນ ຈົນເກີດການກົດທັບບຽດອັດກັນຫຼາຍຂຶ້ນ ຜ່ານຂະບວນການຕ່າງໆເປັນເວລາຫຼາຍລ້ານປີ ຈຶ່ງລະເບີດອອກເປັນພູເຂົາໄຟກາຍເປັນພູເຂົາຫີນອີກຄັ້ງໜຶ່ງ.

ຈະເຫັນໄດ້ວ່າ ວົງຈອນສະທ້ອນກັບ (feedback loop) ແບບນີ້ ມີຜົນຕໍ່ອຸນຫະພູມຂອງໂລກໃຫ້ຮ້ອນຂຶ້ນ ຫຼື ເຢັນລົງໄດ້ ເມື່ອພູເຂົາໄຟລະເບີດໂລກເຕັມໄປດ້ວຍກ໊າດກາກບອນດີອົກຊີ ໂລກຈະຮ້ອນຂຶ້ນ ແລ້ວຂະບວນການຜຸພັງ ແລະ ຍ່ອຍສະຫຼາຍຂອງຫີນຈະເກີດຂຶ້ນ ຂະບວນການນີ້ຈະດຶງເອົາກ໊າດກາກບອນດີອົກຊີມາໃຊ້ ເຮັດໃຫ້ກ໊າດຊະນິດນີ້ເຫຼືອໜ້ອຍ ເມື່ອນັ້ນໂລກຈະເຢັນລົງອີກຄັ້ງ ຂະບວນການຂອງສິ່ງທັງຫຼາຍວິວັດທະນາການເປັນວົງຈອນສະທ້ອນກັບ ວົກໄປວົນມາຢູ່ແບບນີ້.

ເມື່ອເປັນເຊັ່ນນັ້ນ, ເຮົາຈະກ້າປະຕິເສດບໍ່ວ່າ ປູທີ່ກຳລັງແລ່ນຫຼິ້ນກັບກ້ອນຫີນທີ່ຕັ້ງຕະຫງ່ານຢູ່ນັ້ນບໍ່ແມ່ນສິ່ງດຽວກັນ ປູກໍເຄີຍເປັນຫີນມາກ່ອນ ກ້ອນຫີນກໍເຄີຍເປັນປູມາກ່ອນ ພຽງແຕ່ຕອນນີ້ ພວກມັນກຳລັງຢູ່ໃນວົງຈອນສະທ້ອນກັບ. ສິ່ງມີຊີວິດ ແລະ ສິ່ງແວດລ້ອມລ້ວນເປັນສ່ວນດຽວກັນໃນການດຳລົງຢູ່ ບໍ່ມີສິ່ງໃດເປັນສະພາບແວດລ້ອມຂອງສິ່ງໃດ ເໝືອນເລືອດໃນຮ່າງກາຍ ເລືອດບໍ່ແມ່ນສິ່ງແວດລ້ອມຂອງຫົວໃຈ ແຕ່ເປັນສ່ວນໜຶ່ງຂອງຊີວິດ. ແຕ່ລະຢ່າງກຳລັງປ່ຽນແປງໄປສູ່ຄວາມເປັນໄປໄດ້ຖັດໄປເຊິ່ງເປັນສ່ວນໜຶ່ງຂອງໂລກໃບນີ້ ສະນັ້ນ ແຕ່ລະຢ່າງຈຶ່ງມີຜົນຕໍ່ກັນແລະກັນ. ບໍ່ແນ່, ໃນຂະນະທີ່ມະນຸດກຳລັງທຳລາຍຊັບພະຍາກອນທຳມະຊາດຈົນເຮັດໃຫ້ໂລກຮ້ອນຂຶ້ນ ສັດຊະນິດອື່ນໆ ກຸ້ງ ຫອຍ ປູ ປາ ອາດຈະກຳລັງຜະລິດກ໊າດບາງຊະນິດ ເພື່ອໃຫ້ໂລກນີ້ເຢັນລົງກໍເປັນໄດ້.

ໃນໜັງສື Animate Earth: Science, Intuition, And Gaia ຂອງສະເຕຟານ ຮາຣ໌ດິງ ເລົ່າໄວ້ວ່າ:

ໃນປ່າເຂດໜາວແຫ່ງໜຶ່ງທີ່ປະເທດໄອແລນ ເມື່ອພື້ນທີ່ນັ້ນມີຫິມະຫຼາຍຂຶ້ນ ຝູງໝາປ່າຈະລວມຕົວກັນເປັນນັກລ່າຝູງໃຫຍ່ຈົນສາມາດລົ້ມກວາງມູສໄດ້ ເມື່ອລ່າກວາງໄດ້ຫຼາຍ ຕົ້ນສົນເຊິ່ງຕາມປົກກະຕິຈະຖືກກວາງກັດກິນຕັ້ງແຕ່ຍັງເປັນເບ້ຍນ້ອຍ ຈຶ່ງມີໂອກາດຈະເລີນເຕີບໂຕ ເມື່ອຕົ້ນສົນຕຶບໜາກໍເຮັດໃຫ້ອຸນຫະພູມອຸ່ນຂຶ້ນ ແລ້ວຫິມະກໍຕົກໜ້ອຍລົງ ເມື່ອຫິມະຕົກໜ້ອຍ ຝູງໝາປ່າກໍຂ້າກວາງມູສໄດ້ຍາກກວ່າເດີມ ກວາງຈຶ່ງເພີ່ມຈຳນວນຫຼາຍຂຶ້ນ ແລ້ວຕົ້ນສົນກໍເລີ່ມຫຼຸດລົງເພາະຖືກກວາງກັດກິນ ເມື່ອນັ້ນປ່າຈະກັບເຂົ້າສູ່ຄວາມເໜັບໜາວອີກຄັ້ງ ເຮັດໃຫ້ໝາປ່າລ່າກວາງໄດ້ງ່າຍຂຶ້ນ…ວົງຈອນແບບນີ້ເກີດຂຶ້ນເປັນວັດຕະຈັກ.

ເຫດສະນີ້, ເຮົາສາມາດກ່າວໄດ້ບໍ່ວ່າ ກວາງ ໝາປ່າ ແລະ ຕົ້ນສົນ ຕ່າງກໍມີອິດທິພົນຕໍ່ອຸນຫະພູມຂອງໂລກ. ແຕ່ລະຢ່າງຕ່າງກໍມີອິດທະພົນຕໍ່ກັນແລະກັນ ທຸກການເຄື່ອນໄຫວທີ່ກ່າວມາລ້ວນສົ່ງຜົນຕໍ່ລະບົບກາຍ່າ ຫຼື ມານດາຂອງໂລກໃຫ້ສາມາດຄວບຄຸມຕົນເອງ ແລະ ຮັກສາພາວະສົມດູນລະຫວ່າງສິ່ງຕ່າງໆທີ່ເອື້ອຕໍ່ການດຳລົງຢູ່ຂອງສິ່ງມີຊີວິດທັງມວນ. ພວກເຮົາຕ່າງກໍເປັນສ່ວນໜຶ່ງຂອງກັນ ແລະ ກັນ ຊ່ວຍກັນທຳໜ້າທີ່ຂອງຕົນເອງເພື່ອຂັບເຄື່ອນໂລກນີ້ໄປຂ້າງໜ້າ ແມ້ວ່າຈະຮູ້ຕົວຫຼືບໍ່ຮູ້ກໍຕາມ.

ເມື່ອເຮົາເປັນສ່ວນໜຶ່ງຂອງກັນ ແລະ ກັນ ການເໜັງຕີງຂອງສິ່ງໜຶ່ງອາດຈະສົ່ງຜົນຕໍ່ສິ່ງໜຶ່ງຢ່າງຫຼີກລ້ຽງບໍ່ໄດ້ ພຽງແຕ່ເຮົາບໍ່ຮູ້ວ່າ ເຫດການທີ່ເກີດຂຶ້ນຕໍ່ໜ້ານີ້ມີສາເຫດມາຈາກຫຍັງ ເພາະແຕ່ລະຢ່າງປ່ຽນແປງໄປເລື້ອຍໆ ຈາກສິ່ງນ້ອຍໆລະດັບອະນຸພາກທີ່ເບິ່ງດ້ວຍຕາເປົ່າບໍ່ເຫັນກໍສາມາດປ່ຽນເປັນສິ່ງທີ່ຍິ່ງໃຫຍ່ທີ່ສາມາດຈັບຕ້ອງໄດ້ ຈາກເມັດຊາຍກາຍເປັນຫີນຜາ ຈາກກຸ້ງ ຫອຍ ປູ ປາ ກາຍເປັນປ່າໄມ້ສົນຂະໜາດໃຫຍ່ ສະນັ້ນ ເຮົາຈຶ່ງບໍ່ມີວັນຮູ້ເລີຍວ່າແຕ່ລະຢ່າງທີ່ເກີດຂຶ້ນໃນຊີວິດມີສາເຫດມາຈາກສິ່ງໃດກັນແທ້.

ການລ່າເຫຍື່ອຂອງໝາປ່າຢູ່ໄອແລນອາດຈະສົ່ງຜົນໃຫ້ເກີດສຶນາມິຢູ່ຍີ່ປຸ່ນ ການລະເບີດຫີນຢູ່ອາຟຣິກາອາດຈະເຮັດໃຫ້ແຜ່ນດິນໄຫວຢູ່ອິນໂດນີເຊຍ ການຖິ້ມຂີ້ເຫຍື້ອຢູ່ສະໜາມກີລາຊຽງຂວາງອາດຈະເຮັດໃຫ້ໄຟໄໝ້ປ່າຢູ່ອົດສະຕາລີ…ມັນມີຄວາມເປັນໄປໄດ້ທັງນັ້ນແຫຼະ!

ຕອນນີ້ ເວລາປະມານສິບເອັດໂມງເຄິ່ງ ລົມທະເລພັດແຮງຂຶ້ນເລື້ອຍໆ ເຮືອທີ່ຈອດຢູ່ທຽບທ່າຖືກລົມພັດໂຍກໄປມາຢູ່ບໍ່ເຊົາ ພວກເຮົາກຳລັງຈະອອກຈາກເກາະແຫ່ງນີ້ ໃນຂະນະທີ່ ປູທະເລກຳລັງແລ່ນຫຼິ້ນຢ່າງສະໜຸກສະໜານ ນົກໂຕໜຶ່ງບັງເອີນບິນຜ່ານມາແຖວນັ້ນ ຂະນະທີ່ຂ້ອຍກຳລັງກ້າວຂາຂຶ້ນເຮືອເພື່ອກັບຄືນໄປສູ່ຝັ່ງອີກຄັ້ງ ເມັດນ້ຳຈາກຄື່ນທະເລເມັດໜຶ່ງກະເດັນຂຶ້ນມາກະທົບໃບໜ້າ

ມີໃຜຮູ້ບໍ່ວ່າ ຄື່ນທະເລລູກນີ້ເປັນຜົນມາຈາກສິ່ງໃດ?

ມຈຣ. ຂອນແກ່ນ

ຕົ້ນລະດູໜາວ, ປີ 2022

—–

ແຫຼ່ງທີ່ມາ: http://www.sookjai.com/index.php?topic=2988.0;wap2

]]>
ທາງເດີນທີ່ບໍ່ແນ່ນອນ https://dekwatlaos.com/travel-lo/thang-dern-t-bor-nae-non/1778/ Wed, 30 Nov 2022 14:40:22 +0000 https://dekwatlaos.com/?p=1778 (ຂອບໃຈພາບຕົ້ນສະບັບຈາກເຟດບຸ໊ກອາຈານສົມພານ ພົມທາ)

ໂດຍ: ຄວັນສີເທົາ

ທາງເສັ້ນນີ້ກຳລັງນຳພາອາຕະມາເຂົ້າສູ່ໂໝດແຫ່ງການຈາຣິກສະແຫວງບຸນອີກຄັ້ງໜຶ່ງ

ພວກເຮົາກຳລັງເດີນທາງມຸ່ງໜ້າໄປສູ່ວັດແຫ່ງໜຶ່ງທີ່ມີຊື່ວ່າ ວັດທ່າຊ້າງ ຫ່າງຈາກຕົວນະຄອນຫຼວງວຽງຈັນປະມານ 74 ກິໂລແມັດ ຕອນນີ້ ລົດກຳລັງແລ່ນຢູ່ຖະໜົນ 13 ໃຕ້ ດ້ວຍຄວາມໄວເທົ່າໃດກິໂລແມັດຕໍ່ຊົ່ວໂມງ ອັນນີ້ບໍ່ຮູ້ ຜ່ານສະໜາມກີລາຫຼັກສິບຫົກ ທ້ອງຖະໜົນອົບອວນໄປດ້ວຍຝຸ່ນ ແລະ ຄວັນລົດ ບາງບ່ອນ ມີຜູ້ຄົນຫຸ້ມກັນຊື້ເຄື່ອງຢູ່ຮ້ານຄ້າທີ່ແຈກຢາຍຢູ່ຕາມສອງຂ້າງທາງ ເຫັນແລ້ວກໍຮູ້ສຶກວ່າ ເອີ..ຖະໜົນເສັ້ນນີ້ມີຂຸມຫຼາຍພໍສົມຄວນເນາະ!

“ຕ໊າຍ!..ປ້ຳນີ້ກາຊວນໝົດ” ແມ່ອອກຄົນຂັບລົດອຸທານຂຶ້ນ ດຽວໄປເບິ່ງປ້ຳໜ້າເນາະ.

“ຊ່ວງປົດປ່ອຍໃໝ່ໆ ແມ່ອອກຢູ່ວຽງຈັນນີ້ຫວາ?” ຄູບາຖາມຂຶ້ນເພື່ອທຳລາຍຄວາມງຽບພາຍໃນລົດ.

“ແມ່ນແລ້ວອາຈານ, ຊ່ວງປົດປ່ອຍໃໝ່ໆ ບ້ານເມືອງບາງບ່ອນຍັງມີລະເບີດແຕກບຶມໆບຳໆຢູ່ ພວກຂ້ານ້ອຍຕ້ອງພາກັນໄປລີ້ຢູ່ສິມວັດ”

“ເອົ້າ! ປ້ຳນີ້ກໍໝົດອີກແລ້ວ” ແມ່ອອກຄົນຂັບລົດອຸທານຂຶ້ນອີກຄັ້ງ ເບິ່ງຄືວ່າລາວກຳລັງໃຈຈົດໃຈຈໍ່ຢູ່ກັບປ້ຳນ້ຳມັນຢ່າງບໍ່ຫຼຸດລະ ເພາະສັນຍານໃນໜ້າຈໍແຈ້ງວ່າ ນ້ຳມັນໃນຖັງລົດຂອງເຮົາມີພຽງສອງຂີດ ເຊິ່ງບໍ່ພຽງພໍຕໍ່ໄລຍະທາງທີ່ພວກເຮົາຈະໄປໃນມື້ນີ້ ຕາມແຜນການ ພວກເຮົາຈະໄປໄຫວ້ພຣະຢູ່ວັດທ່າຊ້າງກ່ອນ ແລ້ວຈຶ່ງຈະໄປໄຫວ້ຢູ່ຖ້ຳພຣະວັງຊ້າງ ສະຖານທີ່ສອງແຫ່ງນີ້ຫ່າງກັນຫຼາຍສິບກິໂລແມັດ ໃຊ້ເວລາເດີນທາງປະມານຊົ່ວໂມງກວ່າໆ ພວກເຮົາລົມກັນວ່າ ຈະໃຊ້ເວລາໃນວັດທ່າຊ້າງປະມານ 30 ນາທີ ແລ້ວຈະມຸ່ງໜ້າໄປສູ່ຖ້ຳພຣະວັງຊ້າງດ້ວຍຄວາມຮີບຟ້າວ ເພາະຈະໄປໃຫ້ທັນສັນເພນຢູ່ທີ່ນັ້ນພໍດີ ນີ້ຄືແຜນການເດີນທາງຂອງພວກເຮົາ.

ເວລາປະມານເກືອບສິບໂມງເຊົ້າ ພວກເຮົາເດີນທາງມາຮອດວັດທ່າຊ້າງ ວັດແຫ່ງນີ້ຕັ້ງຢູ່ແຄມນ້ຳງື່ມ ພາຍໃນວັດ ມີຕົ້ນໄມ້ໃຫຍ່ຫຼາກຫຼາຍຊະນິດ ມີທັງຕົ້ນໄມ້ກິນໝາກ ແລະ ຕົ້ນໄມ້ທົ່ວໄປ ໂຊນດ້ານໃນແຄມແມ່ນ້ຳມີກຸດຕິນ້ອຍຫຼາຍຫຼັງແຈກຢາຍຢູ່ຕາມພື້ນທີ່ປ່າ ເບິ່ງແລ້ວເຮັດໃຫ້ຮັບຮູ້ເຖິງການຢູ່ຮ່ວມກັນຢ່າງກົມກືນກັນລະຫວ່າງພຣະສົງກັບທຳມະຊາດ ອີກໂຊນໜຶ່ງເປັນພື້ນທີ່ກໍ່ສ້າງເຊິ່ງປະກອບມີພຣະພຸດທະຮູບໃຫຍ່ສີ່ຫ້າອົງ ພຣະເຈດີໜຶ່ງອົງ ສິມໜຶ່ງຫຼັງ ເບິ່ງແລ້ວຮູ້ສຶກວ່າງາມຕາ ຕາມແບບສະບັບສິລະປະທີ່ມະນຸດແຕ່ງແຕ້ມຂຶ້ນ. ຕາມການໃຫ້ຂໍ້ມູນຂອງຍາພໍ່ອົງໜຶ່ງເລົ່າໃຫ້ຟັງວ່າ ວັດແຫ່ງນີ້ສ້າງຂຶ້ນເມື່ອປີ 2006 ແລ້ວຄ່ອຍໆ ໄດ້ຮັບການພັດທະນາມາຕາມລຳດັບ ມີເນື້ອທີ່ທັງໝົດ 4 ແຮັກຕາ. ພຣະພຸດທະຮູບທີ່ໃຫຍ່ທີ່ສຸດໃນວັດແຫ່ງນີ້ມີຄວາມສູງ 49 ແມັດ ກວ້າງ 30 ແມັດ ໃຊ້ງົບປະມານໃນການສ້າງປະມານ 4 ຕື້ກີບ.

ເມື່ອຄະນະພວກເຮົາວຽນທຽນ ແລະ ສັກກາຣະບູຊາແລ້ວ ກໍພາກັນຖ່າຍຮູບຄົນລະທ່າສອງທ່າ ແອ໊ກໄປແອ໊ກມາ ອ້າວ ເຮີ໋ຍ! .ໃກ້ຊິເລີຍເວລາສັນເພນແລ້ວໃດ໋. ໂຊເຟີຈຶ່ງພາກັນຍ່າງໄປຫາລົດເພື່ອຊິຂັບໂຄ້ງມາຈອດຢູ່ໜ້າພຣະພຸດທະຮູບໃຫຍ່ ເພາະພວກເຮົາຈະສັນເພນຢູ່ເດີ່ນນີ້ເລີຍ.

ເວລາຜ່ານໄປເກືອບສິບຫ້ານາທີຍັງບໍ່ເຫັນແມ້ແຕ່ເງົາລົດເລີຍ ອາຕະມາຈຶ່ງຍ່າງໄປເບິ່ງບ່ອນຈອດລົດ ພາບທີ່ປາກົດຢູ່ຕໍ່ໜ້າຄື ປະຕູລົດຝັ່ງຊ້າຍເປີດອ່າຊ່າ ໂຊເຟີກຳລັງນັ່ງຢູ່ເບາະລົດ ມືຊ້າຍຈັບພວງມາໄລ ມືຂວາກົດປຸ່ມສະຕາຣ໌ດ ຕີນຊ້າຍຢຽບເບຣກ ເໝືອນກຳລັງພະຍາຍາມເຮັດສິ່ງໃດສິ່ງໜຶ່ງດ້ວຍຄວາມໃຈຈົດໃຈຈໍ່ ເມື່ອຍ່າງເຂົ້າໄປໃກ້ໆ ລາວຈຶ່ງເອີ່ຍປາກຂຶ້ນວ່າ “ອາຈານ ລົດສະຕາຣ໌ດບໍ່ຕິດ ບໍ່ຮູ້ວ່າເປັນເພາະຫຍັງ ລົດຂ້ານ້ອຍບໍ່ເຄີຍເປັນແບບນີ້ຈັກເທື່ອ” ຂໍອຸທານເປັນພາສາພຣະຈັກໜ່ອຍ ໂອ້..ອະນິດຈັງ! ແຕ່ຖ້າເປັນໂຍມຄົງອຸທານວ່າ ເວນກຳລ່ະ!

ພວກເຮົາພະຍາຍາມຫາທຸກວິທີເພື່ອໃຫ້ລົດສະຕາຣ໌ດຕິດ ເພາະຕອນນີ້ໃກ້ຈະທ່ຽງເຕັມທີແລ້ວ ພຣະກໍຕ້ອງຟ້າວສັນເພນ ຫຼັງຈາກສັນເພນກໍຕ້ອງຟ້າວເດີນທາງຕໍ່..ໂທຫາຄົນທີ່ຮູ້ຈັກເລື່ອງລົດ ເອົາສາຍພ່ວງມາຕໍ່ຈາກລົດຄັນໜຶ່ງມາໃສ່ອີກຄັນ ເປີດຄູ່ມືການໃຊ້ງານ ເບິ່ງຄລິບໃນຍູທູບ ເຮັດຕາມໝົດແລ້ວ ແຕ່ບໍ່ໄດ້ຜົນ “ຄັນຊັ້ນ ນິມົນອາຈານໄປສັນເພນກ່ອນເລີຍ ຂ້ານ້ອຍ ດ໋ຽວຊິເລີຍເວລາ. ອ໋ອຍ!! ພໍຢາກຮ້ອງຢາກໄຫ້” ແມ່ອອກເວົ້າຂຶ້ນພ້ອມທັງເຊັດເຫື່ອ.

ອາຕະມາຍ່າງມາເດີ່ນພຣະໃຫຍ່ອີກຄັ້ງ

ເຫັນແມ່ອອກສອງຄົນພາກັນກະກຽມອາຫານເພນ ພວກເຮົາປູສາດສັນເພນກັນທ່າມກາງເງົາໄມ້ ແລະ ປ່າຫຍ້າ ຢູ່ຕໍ່ໜ້າພຣະພຸດທະຮູບໃຫຍ່ “ພຣະປັນຍາປາລະມີທັມມະຣາຊາສາມສິບທັດ” ແມ່ນແລ້ວ, ນີ້ຄືຊື່ຂອງພຣະພຸດທະຮູບອົງດັ່ງກ່າວ. ພາຍຫຼັງສັນເພນແລ້ວ ກາຍພ້ອມ ໃຈພ້ອມ ແຕ່ລົດບໍ່ພ້ອມ ພວກເຮົາພະຍາຍາມສະຕາຣ໌ດລົດຢູ່ນັ້ນເປັນຊົ່ວໂມງ ໂທຫາຊ່າງກໍແລ້ວ ຊິຍູ້ກໍຍູ້ບໍ່ໄດ້ເພາະເປັນລົດເກຍອໍໂຕ້ ສຸດທ້າຍ ພວກເຮົາກໍຕ້ອງຍອມ..ຍອມໃຫ້ລົດມາຍົກເອົາໄປເຂົ້າສູນ.

ຊີວິດກໍແບບນີ້ແຫຼະ ເມື່ອພະຍາຍາມເຖິງທີ່ສຸດແລ້ວ ບາງຄັ້ງກໍຕ້ອງຍອມຈຳນົນຕໍ່ສິ່ງທີ່ຢູ່ເໜືອຄວາມສາມາດຂອງເຮົາ ຍອມເຮັດໃນສິ່ງແມ້ໃຈບໍ່ຢາກເຮັດ ຍອມຖອຍແມ້ໃຈຍັງຢາກສູ້ ຍອມແພ້ແມ້ເລິກໆໃນໃຈຍັງບໍ່ຢາກພ່າຍແພ້ ເພາະຫາກບໍ່ຍອມຕອນນີ້ ພວກເຮົາຄົງຕ້ອງຕິດຄ້າງຢູ່ທີ່ວັດແຫ່ງນີ້ໄປອີກຫຼາຍຊົ່ວໂມງ ແຕ່ຈະແນວໃດໄດ້ ຊີວິດຕ້ອງກ້າວໄປຂ້າງໜ້າ ຈະມົວເສຍເວລາຢູ່ກັບສິ່ງທີ່ຢູ່ເໜືອການຄວບຄຸມເຮົາໄດ້ແນວໃດ. ເຊັ່ນດຽວກັນ ທຣິບນີ້ກໍມີອີກສະຖານທີ່ໜຶ່ງທີ່ພວກເຮົາຕ້ອງໄປໃຫ້ໄດ້ ນັ້ນຄື ຖ້ຳພຣະວັງຊ້າງ ເມືອງໂພນໂຮງ ແຂວງວຽງຈັນ.

ພວກເຮົາແກ້ບັນຫາດ້ວຍການໃຫ້ລົດອີກຄັນມາຮັບ ແລ້ວກໍອອກເດີນທາງຕໍ່ ອາຕະມາຈັບມືຖືຂຶ້ນມາ ໂມງໃນໜ້າຈໍນັ້ນບອກວ່າ 15:48 ນາທີ ຫາກວ່າບໍ່ມີຫຍັງຂັດຂ້ອງພວກເຮົາຈະຮອດເປົ້າໝາຍໃນເວລາບໍ່ເກີນຫ້າໂມງຊາວນາທີ ເຊິ່ງຍັງພໍມີແສງສະຫວ່າງໃຫ້ໄຫວ້ພຣະ ຖ່າຍຮູບ ແລະ ບັນທຶກວິດີໂອ ແຕ່ກໍຢ່າງວ່າແຫຼະເນາະ! ຊີວິດບໍ່ມີຫຍັງແນ່ນອນ ບໍ່ໃຜມີກ້າຢືນຢັນໄດ້ວ່າ ການເດີນທາງຄັ້ງນີ້ຈະສາມາດດຳເນີນໄປຕາມແຜນຮ້ອຍເປີຣ໌ເຊັນ ເຖິງແມ້ຈະບໍ່ແນ່ໃຈແຕ່ພວກເຮົາກໍຕ້ອງລອງ ເພາະຫາກສົງໄສແລ້ວຢຸດຢູ່ກັບທີ່ ຄວາມສົງໄສນັ້ນຈະບໍ່ມີວັນຫາຍໄປຈາກຈິດໃຈເລີຍ. ຫາກຄິດໃນແງ່ໜຶ່ງ ການກ້າວໄປຂ້າງໜ້າແມ້ຍັງສົງໄສ ນີ້ຄືໂອກາດທີ່ເຮົາຈະໄດ້ກວດສອບແນວຄິດຂອງຕົນເອງ.

ຈະວ່າໄປແລ້ວ ຊີວິດກໍປຽບເໝືອນການອອກຜະຈົນໄພ ເຊິ່ງຈະຕ້ອງພົບກັບຄວາມເມື່ອຍລ້າ ຄວາມລຳບາກ ແລະ ອັນຕະລາຍຕ່າງໆ ແຕ່ຫາກຕ້ອງການຄວາມຕື່ນເຕັ້ນກໍຕ້ອງກ້າປະເຊີນໜ້າຕໍ່ສິ່ງເຫຼົ່ານີ້ໃຫ້ໄດ້ ອີກແງ່ໜຶ່ງ ການອອກຜະຈົນໄພຄືໂອກາດທີ່ເຮົາຈະໄດ້ຮຽນຮູ້ສິ່ງຕ່າງໆຫຼາຍຂຶ້ນ ກ້າເຮັດໃນສິ່ງທ້າທາຍ ແລະ ໄດ້ເປີດໂລກະທັດໃຫ້ກວ້າງຂວາງຍິ່ງຂຶ້ນ

ເຫດຜົນໜຶ່ງທີ່ເຮັດໃຫ້ຄົນມັກການເດີນທາງກໍເພາະແບບນີ້ແຫຼະ!

ໜຶ່ງ-ບໍ່ມີຫຍັງແນ່ນອນ ສອງ-ໄດ້ຮຽນຮູ້ສິ່ງໃໝ່ ແລະ ສາມ-ໄດ້ຮູ້ຈັກຈິດໃຈຕົນເອງຫຼາຍຂຶ້ນ

ຫຼວງພໍ່ໄພສານ ວິສາໂລ ເຄີຍກ່າວໄວ້ວ່າ ແທ້ຈິງແລ້ວ ການເດີນທາງໄກນັ້ນ ບໍ່ແມ່ນແຕ່ການເດີນໄປໃນໂລກກວ້າງ ແລະ ຢ້ຽມຢາມສະຖານທີ່ແປກໃໝ່ເທົ່ານັ້ນ ຫາກຍັງເປັນການເດີນທາງດ້ານໃນ ເພື່ອຄົ້ນພົບຕົນເອງໃນມຸມໃໝ່ໆອີກດ້ວຍ ເປັນໄປໄດ້ບໍ່ວ່າ ການເດີນທາງແຕ່ລະຄັ້ງ ຄືການລອກຄາບຕົນເອງເປັນຄົນໃໝ່ອີກຂັ້ນ ແຕ່ທັງນີ້ທັງນັ້ນ ເຮົາຕ້ອງຫອບຈິດໃຈທີ່ພ້ອມຈະຮຽນຮູ້ໄປນຳ ພ້ອມທີ່ຈະຜະເຊີນໜ້າກັບອຸປະສັກນານັບປະການ ແລ້ວລຸຍແຫຼກໄປກັບບັນຫານັ້ນດ້ວຍຄວາມເຕັມໃຈ–ນັ້ນໜ້າຈະເຮັດໃຫ້ການເດີນທາງຂອງເຮົາສະໜຸກຂຶ້ນເປັນກອງເລີຍແຫຼະ ອາຕະມາເຊື່ອເຊັ່ນນັ້ນ.

ອຸປະສັກທີ່ຂວາງກັ້ນພວກເຮົາກັບຖ້ຳພຣະວັງຊ້າງ

ຄະນະພວກເຮົາອອກຈາກວັດທ່າຊ້າງດ້ວຍຄວາມຮີບຟ້າວ ພວກເຮົາກຳລັງເດີນທາງແຂ່ງຂັນກັບແສງຕາເວັນ ຫາກໄປຮອດຕາມກຳນົດເວລາຄືຫ້າໂມງແລງ ໜ້າຈະຍັງພໍມີແສງຕາເວັນໄດ້ຖ່າຍຮູບ ແລະ ຂາບໄຫວ້ພຣະໄດ້ສະດວກ ແຕ່ຫາກຮອດເກີນນີ້ກໍຄົງຕ້ອງຕີລົດກັບ ພ້ອມກັບຫາບຄວາມຜິດຫວັງມາເຕັມຄັນລົດ–ນັ້ນຄືສິ່ງທີ່ບໍ່ມີໃຜຢາກໃຫ້ເກີດຂຶ້ນ.

ເມື່ອພວກເຮົາຂ້າມຂົວນ້ຳງື່ມມາແລ້ວ ຂັບມາອີກພໍສົມຄວນກໍຫັກພວງມາໄລລ້ຽວຊ້າຍບ່ອນທາງສາມແຍກ ມຸ່ງໜ້າໄປສູ່ບ້ານເກິນ ເມືອງທຸລະຄົມ ແຂວງວຽງຈັນ ຕະຫຼອດສອງຂ້າງທາງຂອງຖະໜົນສາຍນີ້ເຕັມໄປດ້ວຍປ່າໄມ້ ສາຍພູ ແລະ ທົ່ງຫຍ້າ ດ້ານຊ້າຍເປັນທົ່ງພຽງ ໄຮ່ນາ ແລະສາຍນ້ຳ ດ້ານຂວາເປັນສາຍພູເຂົາຄວາຍ ທົ່ງນາ ແລະ ບ້ານເຮືອນ ແຈກຢາຍຢູ່ຕາມແຕ່ລະຈຸດ ບາງບ່ອນມີວັດຕັ້ງຢູ່ແຄມໜອງທີ່ທອດຕົວຍາວອອກໄປຈອດກັບພູເຂົາ. ຕອນນີ້ ແສງສີເຫຼືອງທອງກຳລັງສາດສ່ອງມາກະທົບກັບແກ້ວລົດ ທະລຸມາໃສ່ໃບໜ້າ ເຮັດໃຫ້ຮູ້ສຶກເຄີບເຄີ້ມໄປກັບບັນຍາກາດທີ່ເປັນສຸນທະຣີຍະພາບ ແສງສີເຫຼືອງອົມແດງອ່ອນໆນີ້ຄືສັນຍານເຕືອນໃຫ້ຮູ້ວ່າ ທິວາວັນກຳລັງຈະສິ້ນສຸດລົງໃນອີກບໍ່ອຶດໃຈຂ້າງໜ້າ.

ຂໍຍອມຮັບໂດຍດີວ່າ ຈິດໃຈກະວົນກະວາຍຢ່າງຍິ່ງຕອນນີ້ ເພາະຢ້ານໄປຮອດທີ່ໝາຍບໍ່ທັນ ແຕ່ສຸດທ້າຍ ພວກເຮົາກໍມາຮອດຕົວເມືອງໂພນໂຮງໃນເວລາຫ້າໂມງແລງພໍດີ ໂລ່ງໃຈໄປອຶດໜຶ່ງ “ມາຮອດສະຖານທີ່ແລ້ວ ຈີພີເອສບອກວ່າແນວນັ້ນ. ແຕ່ຍັງຫາທາງເຂົ້າບໍ່ເຫັນ ຖາມຊາວບ້ານແຖວນັ້ນບອກວ່າ “ອາຈານລ້ຽວຜິດທາງ ຕ້ອງກັບໄປເຂົ້າອີກທາງໜຶ່ງ” ພວກເຮົາຕ້ອງຢ້ອນກັບໄປທາງໃຫຍ່ອີກຄັ້ງ ພະຍາຍາມຖາມທາງໄປເລື້ອຍ (ຕອນນີ້ ຈີພີເອສມັນກະງົງພໍມັນ)

ໂທຫາພຣະທີ່ເຄີຍມາກ່ອນໜ້ານີ້ ປາຍສາຍບອກມາວ່າ ໃຫ້ຂີ່ໄປຕາມຖະໜົນສາຍໃຫຍ່ແລ້ວຈະເຫັນປ້າຍບອກວ່າ “ຖ້ຳພຣະວັງຊ້າງ” ພວກເຮົາຂີ່ອອກນອກຕົວເມືອງມາເລື້ອຍໆ ຈົນມາເຫັນປ້າຍຂຽນວ່າ “ຣີສອດຖ້ຳພຣະວັງຊ້າງ” ນີ້ລະຫວ໋າຄືຊິໃກ້ຄຽງທີ່ສຸດລະ ລົງໄປຖາມຄົນແຖວນັ້ນ ຄຳຕອບທີ່ໄດ້ຄື “ທາງນີ້ເຂົາປິດ ເຂົ້າບໍ່ໄດ້ ຕ້ອງຢ້ອນກັບໄປເຂົ້າຊອຍໃນບ້ານ” ເວລາລ່ວງເລີຍໄປເລື້ອຍໆ ຕາເວັນລັບປາຍໄມ້ໄປດົນແລ້ວ ແຕ່ພວກເຮົາຍັງຫາທາງເຂົ້າບໍ່ເຈີ. ພວກເຮົາລ້ຽວເຂົ້າຊອຍກາງໝູ່ບ້ານຂີ່ທະລຸຜ່ານເຂົ້າສູ່ເຂດປ່າອີກຄັ້ງ ເວລານີ້ ຍັງພໍມີແສງຢູ່ໜ້ອຍໜຶ່ງ (ພໍມີຫວັງ) ຖ້າຮອດໄວກໍຄົງໄດ້ໄຫວ້ພຣະ ຖ່າຍຮູບ ແລະ ບັນທຶກວິດີໂອຕາມທີ່ຕ້ອງການ.

ຂ້າງໜ້າມີທາງແຍກ “ລ້ຽວຊ້າຍຫຼືຂວາ?” ໂຊເຟີຖາມ. “ຂວາ!” ອາຕະມາຕອບໄປໂດຍບໍ່ໄດ້ຄິດແມ້ແຕ່ສ້ຽວວິນາທີ.

“ໝັ້ນໃຈຫວ໋າ?” ອາຈານຖາມຂຶ້ນ. “ເດົາລ້ວນໆ ຂ້ານ້ອຍ” ສຸດທ້າຍ ພວກເຮົາກໍມາສຸດທາງຈົນໄດ້.

ແຕ່ ເອ໊..ບໍ່ແມ່ນຖ້ຳພຣະວັງຊ້າງນ໋າ

ມັນຄືໂງ່ນຫີນໂງ່ນໜຶ່ງທີ່ລົດເຮົາບໍ່ໜ້າຈະຜ່ານໄປໄດ້ສະດວກ ຕອນນີ້ ຮູ້ແລ້ວວ່າທາງຊ້າຍຄືທາງທີ່ຈະນຳພາໄປສູ່ເປົ້າໝາຍທີ່ພວກເຮົາຕ້ອງການ ຈຶ່ງພາກັນຟ້າວລ້ຽວລົດກັບ ເມື່ອມາຮອດທາງແຍກບ່ອນເກົ່າ ພວກເຮົາຈອດລົດຊັ່ງຊາໃຈຢູ່ແປບໜຶ່ງ. “ມື້ໃໝ່ຄ່ອຍມາເປັນຫຍັງ ສົມປອນ?” ອາຈານເວົ້າຂຶ້ນດ້ວຍສຽງອ່ອນໆ ໂດຍສາຍຕາຍັງຈ້ອງໄປທີ່ເສັ້ນທາງນັ້ນຢູ່ ເໝືອນກັບວ່າ ໃຈໜຶ່ງກໍຄິດເສຍດາຍ ອີກໃຈໜຶ່ງກໍໝົດສັດທາໄປແລ້ວ. “ຕາມນັ້ນເລີຍ ອາຈານ” ນີ້ຄືຄຳຕອບຂອງອາຕະມາ.

ຊີວິດກໍແບບນີ້ແຫຼະເນາະ! ບໍ່ມີຫຍັງແນ່ນອນ ບໍ່ໄດ້ດັ່ງໃຈປາຖະໜາທຸກຢ່າງ ຄາດເດົາບໍ່ໄດ້ ຄວບຄຸມໃຫ້ເປັນໄປຕາມທີ່ເຮົາຕ້ອງການໄດ້ຍາກ. ໂລກ ແລະຊີວິດເປັນເລື່ອງຂອງຄວາມຊັບຊ້ອນ ແລະ ວົກວົນ ມະນຸດຕ້ອງອາໄສຫຼາຍຢ່າງເພື່ອຮຽນຮູ້ແລະທຳຄວາມເຂົ້າໃຈ ດັ່ງຄຳເວົ້າຂອງ ພຣະມະຫາສົມພານ ພຣົມທາ ທີ່ເຄີຍຂຽນໄວ້ວ່າ “ຊີວິດຄືກະແສທຳມະຊາດທີ່ຄົດຄ້ຽວຍາວໄກ ການສຶກສາໃຫ້ເຂົ້າໃຈແຈ່ມແຈ້ງເຖິງຄວາມຊັບຊ້ອນ ແລະ ວົກວຽນຂອງມັນ ຍ່ອມຕ້ອງໃຊ້ເວລາ ແລະ ຄວາມພະຍາຍາມບໍ່ໜ້ອຍເລີຍ” ເປັນໄປໄດ້ບໍ່ວ່າ ການເດີນທາງແຕ່ລະຄັ້ງຈະເຮັດໃຫ້ເຮົາເຂົ້າໃຈທາງເດີນຂອງຊີວິດຫຼາຍຂຶ້ນ ເພາະເຮົາຕ້ອງຜ່ານຜ່າຄວາມຜິດພາດ ຫຼົງທາງ ສິ້ນຫວັງ ແລະ ຕື່ນເຕັ້ນ ຊີວິດທີ່ງົດງາມຄືຊີວິດທີ່ຜ່ານຜ່າສິ່ງເຫຼົ່ານີ້ມາໄດ້ ນິ້ວກົມບອກວ່າ “ຊີວິດເປັນດັ່ງສິ່ງເກົ່າແກ່ບູຮານ ຄວາມງາມທັງຫຼາຍລ້ວນເກີດຈາກຮ່ອງຮອຍ”

“ໂອເຄ ລ້ຽວເຂົ້າຮ່ອມນີ້ເລີຍ”

ຜິດຮ່ອມອີກແລ້ວ ອາຈານນນ!!! ນີ້ແຫຼະຊີວິດຈິງ ຈົວນ້ອຍເອີ໋ຍ….

ຕົ້ນລະດູໜາວ, ປີ 2022.

ວັດພຣະຂາວພັນນາຣາມ

]]>
ການເປີດ ແລະ ປິດໃຈສົ່ງຜົນແນວໃດຕໍ່ຊີວິດ https://dekwatlaos.com/buddhology/kan-pert-lae-pit-jai-song-phon-neo-dai-tor-c-vit/1771/ Thu, 27 Oct 2022 14:53:22 +0000 https://dekwatlaos.com/?p=1771 ໂດຍ: ຄວັນສີເທົາ

ຖ້າສາມາດຈຳແນກມະນຸດໃນໂລກນີ້ອອກເປັນສອງປະເພດ ຜູ້ອ່ານຈະຈຳແນກອອກໃນລັກສະນະໃດ? ເປັນໄປໄດ້ບໍ່ທີ່ເຮົາຈະຈຳແນກມະນຸດອອກເປັນສອງປະເພດ ດັ່ງນີ້: ໜຶ່ງ-ມະນຸດທີ່ມີຈິດໃຈກວ້າງຂວາງ ສອງ-ມະນຸດທີ່ມີຈິດໃຈບໍ່ກວ້າງຂວາງ ຫຼືເວົ້າງ່າຍໆວ່າ ມີຈິດໃຈຄັບແຄບນັ້ນແຫຼະ ມະນຸດທັງສອງປະເພດນີ້ມີຄວາມແຕກຕ່າງກັນແນວໃດ? ເປັນໄປໄດ້ບໍ່ທີ່ຄຸນລັກສະນະທັງສອງແບບນີ້ຈະມີຢູ່ໃນຕົວຄົນຄົນໜຶ່ງໃນຊ່ວງເວລາດຽວກັນ? ແລະ ທີ່ສຳຄັນ ການມີຈິດໃຈເຊັ່ນນັ້ນມີຜົນຕໍ່ການດຳລົງຂອງພວກເຮົາແນວໃດ?

ຄຳຕອບອາດຈະມີຢູ່ໃນຫຍໍ້ໜ້າຖັດໄປ…

ໃນໜັງສື Principles ຂຽນໂດຍ ເຣຍ໌ດາລິໂອ—ເສດຖີ ແລະ ນັກລົງທຶນ ຊາວອາເມຣິກາ ເວົ້າເຖິງເລື່ອງນີ້ໄວ້ວ່າ: ຄົນທີ່ມອງຄວາມຄິດເຫັນຄົນອື່ນທີ່ຕ່າງຈາກຕົນວ່າ ເປັນການໂຈມຕີ ຫຼືເປັນສັດຕູ ແມ້ວ່າຄວາມຄິດນັ້ນຈະມີເຫດຜົນດີກວ່າຕົນກໍຕາມ ພຶດຕິກຳແບບນີ້ ບົ່ງບອກວ່າ ຄົນຄົນນັ້ນເປັນຄົນໃຈແຄບ ການເປັນຄົນໃຈແຄບສາມາດສະແດງອອກຜ່ານພຶດຕິກຳຫຼາຍຢ່າງ ເຊັ່ນ: ບໍ່ສາມາດຍອມຮັບຄວາມຄິດເຫັນຂອງຄົນອື່ນໄດ້ ມອງຄົນທີ່ຄິດຕ່າງວ່າ ເປັນສັດຕູ ເມື່ອມອງຄົນອື່ນເປັນສັດຕູ ສິ່ງທີ່ຈະຕ້ອງເຮັດຕໍ່ໄປຄື ຕ້ອງກຳຈັດບຸກຄົນນັ້ນອອກໄປ ການເປັນຄົນໃຈແຄບມີຜົນຮ້າຍຫຼາຍກວ່າທີ່ເຮົາຄິດ ເຣຍ໌ກ່າວວ່າ ຄົນທີ່ມີຄວາມພູມໃຈໃນຕົນເອງສູງ ຫຼືຄິດວ່າຕົນເອງເກັ່ງ ມັກຈະຮຽນຮູ້ສິ່ງຕ່າງໆໄດ້ນ້ອຍລົງ, ຕັດສິນໃຈຜິດພາດໄດ້ງ່າຍ ແລະ ຈະກາຍເປັນຄົນຂາດສັກກະພາບໄປໃນທີ່ສຸດ  ພຶດຕິກຳແບບນີ້ສາມາດເກີດຂຶ້ນໄດ້ແມ້ກັບຄົນທີ່ເກັ່ງ ແລະ ສະຫຼາດ ຜົນທີ່ຕາມມາຈາກການມີພຶດຕິກຳແບບນີ້ຄື ບຸກຄົນນັ້ນຈະດຳເນີນຊີວິດໄປວັນໆ ໂດຍບໍ່ໄດ້ຮັບການພັດທະນາຕົນເອງໃຫ້ດີຂຶ້ນເລີຍ ເພາະບໍ່ມີໃຜຢາກໃຫ້ຄຳແນະນຳ

ພຶດຕິກຳແບບນີ້ເກີດມາຈາກໃສ?

ໃນໜັງສືເຫຼັ້ມດຽວກັນນັ້ນ ເຣຍ໌ດາລິໂອ ອະທິບາຍວ່າ ຄວາມໃຈແຄບເກີດມາຈາກຄວາມຂັດແຍ້ງກັນເອງຂອງສະໝອງສອງສ່ວນຄື ສະໝອງທີ່ເຮັດໜ້າທີ່ຄວບຄຸມດ້ານເຫດຜົນ (Prefrontal cortex) ແລະ ສະໝອງທີ່ເຮັດໜ້າທີ່ຄວບຄຸມດ້ານອາລົມ (Amygdala). ເມື່ອພວກເຮົາຈະຕັດສິນໃຈເຮັດສິ່ງໃດສິ່ງໜຶ່ງ ສະໝອງສອງສ່ວນນີ້ຈະຕີກັນແທບທຸກຄັ້ງ ສົມມຸດວ່າ ຊ່ວງນີ້ ເຈົ້າກຳລັງຄວບຄຸມນ້ຳໜັກຂອງຕົນເອງ ມື້ໜຶ່ງ ພາຍຫຼັງທີ່ກັບມາຈາກການເຮັດວຽກ ກຳລັງຫິວຢ່າງແຮງ ເຈົ້າຍ່າງໄປເປີດຕູ້ເຢັນ ປາກົດວ່າມີເຄັກວາງໄວ້ຢູ່ໃນນັ້ນໜຶ່ງກ້ອນກັບບ່ວງໜຶ່ງອັນ (ຂະໜາດເລົ່າເອງຍັງຫິວເລີຍ) ເຊິ່ງເຈົ້າສາມາດຕັກກິນເຄັກນັ້ນໄດ້ຕະຫຼອດເວລາ ໃນຂະນະທີ່ເຈົ້າກຳລັງຄິດວ່າ ຈະກິນຫຼືບໍ່ກິນດີ ສະໝອງສອງສ່ວນນີ້ຈະຕີກັນໃນຫົວຂອງເຈົ້າກ່ອນ ຖ້າສະໝອງສ່ວນໃດຊະນະ ສະແດງວ່າເຈົ້າຈະຕັດສິນໃຈເຮັດສິ່ງນັ້ນ ຖ້າສະໝອງສ່ວນທີ່ເຮັດໜ້າທີ່ຄວບຄຸມດ້ານອາລົມເປັນຝ່າຍຊະນະ ໝາຍຄວາມວ່າ ເຄັກກ້ອນນັ້ນຈະຫາຍໄປທັນທີ ແຕ່ຖ້າເຄັກກ້ອນນັ້ນຍັງຄົງເດີມຢູ່ຄືເກົ່າ ສະແດງສະໝອງທີ່ເຮັດໜ້າທີ່ຄວບຄຸມດ້ານເຫດຜົນເປັນຝ່າຍຊະນະ. ທີນີ້ ໃນຊີວິດປະຈຳວັນ ກ່ອນທີ່ຈະຕັດສິນໃຈເຮັດສິ່ງໃດສະໝອງສອງສ່ວນນີ້ຈະຕີກັນກ່ອນ ຖ້າຝ່າຍໃດຊະນະກໍສະແດງວ່າ ເຮົາຈະເຮັດຕາມສະໝອງສ່ວນນັ້ນສັ່ງການ.

 ຈາກການສຶກສານີ້ສະແດງໃຫ້ເຮົາເຫັນວ່າ ສິ່ງທີ່ເຮັດໃຫ້ມະນຸດມີຈິດໃຈຄັບແຄບເກີດມາຈາກສະໝອງທີ່ເຮັດໜ້າທີ່ຄວບຄຸມດ້ານອາລົມເປັນຝ່າຍຊະນະ ເມື່ອຊະນະແລ້ວ ມັນຈະເປັນຝ່າຍຄວບຄຸມສະໝອງສ່ວນອື່ນໆຄື ກົດສະໝອງສ່ວນອື່ນໄວ້ບໍ່ໃຫ້ສະແດງຕົວອອກມາ ຮ້າຍຍິ່ງໄປກວ່ານັ້ນ ມັນຈະແຜ່ລາມໄປຫາຄົນອື່ນທີ່ຢູ່ອ້ອມຂ້າງນຳ ໂດຍສະເພາະຄົນທີ່ບໍ່ເຫັນດ້ວຍກັບຄວາມຄິດຂອງມັນ ພວກເຮົາມັກເອີ້ນຄົນຜູ້ທີ່ຖືກສະໝອງສ່ວນນີ້ຄວບຄຸມວ່າ “ຄົນເອົາແຕ່ໃຈຕົນເອງ” ການເປັນຄົນເອົາແຕ່ໃຈຕົນເອງນີ້ ມັກເຮັດໃຫ້ເສຍໂອກາດໃນການພັດທະນາ ເພາະການປິດໃຈຄືການປິດກັ້ນຕົນເອງຈາກຄຳວິພາກວິຈາກທີ່ສ້າງສັນ ບາງຄັ້ງ ເຖິງຂັ້ນເປັນອັນຕະລາຍຕໍ່ຊີວິດ ເລື່ອງແບບນີ້ມີໃຫ້ເຮົາເຫັນໄດ້ຕະຫຼອດປະຫວັດສາດທີ່ຜ່ານມາ ໂດຍສະເພາະຈາກຜູ້ນຳຜະເດັດການທັງຫຼາຍ.

ເຮົາຈະສັງເກດເຫັນວ່າ ໃນສັງຄົມທີ່ເຮົາອາໄສຢູ່ ຖ້າມີຄົນປະເພດນີ້ຢູ່ນຳ ຈະເຮັດໃຫ້ບັນຍາກາດໃນການເຮັດວຽກ ຫຼືການຮຽນໜັງສືໜ້າອຶດອັດໄປໝົດ ຍິ່ງຖ້າບຸກຄົນຄົນນັ້ນເປັນຜູ້ທີ່ມີອຳນາດດ້ວຍແລ້ວລະກໍ ຍິ່ງໜ້າອຶດອັດໄປໃຫຍ່ ລອງຈິນຕະນາການເບິ່ງ ເວລາຍ່າງໄປໃສ ຫຼືເວລາຢູ່ໃນທີ່ປະຊຸມໂດຍມີຄົນແບບນີ້ເປັນປະທານ ເຫຼືອບຕາໄປທາງໃດ ລູກນ້ອງຈະຫຼົບສາຍຕາປຸ໊ບປັບ ເພາະລັງສີອຳມະຫິດແຜ່ຊ່ານອອກມາ ຖ້າຜູ້ໃດຢູ່ໃຕ້ບັງຄັບບັນຊາຄົນແບບນີ້ຄົງເວົ້າໄດ້ພຽງຄຳດຽວວ່າ “ຮູ້ສຶກປົງກັບຊີວິດ”

ຄຳຖາມຄື ທ່ານຢາກຈະເປັນຄົນແບບນັ້ນບໍ? ຄົນເອົາແຕ່ໃຈຕົນເອງ

ເມື່ອເປັນແນວນີ້ແລ້ວ ເຮົາຈະມີວິທີແກ້ໄຂແນວໃດ?

ຖ້າຢາກແກ້ໄຂບັນຫານີ້ ສິ່ງທຳອິດທີ່ຈະຕ້ອງເຮັດຄື ຍອມຮັບໃຫ້ໄດ້ວ່າ ບໍ່ມີຫຍັງສົມບູນແບບ (Nothing is perfect) ລວມທັງຕົວເຮົາເອງນຳ ຕົວເຮົາເອງຍ່ອມມີຈຸດບອດ ຫຼືຂໍບົກພ່ອງຢ່າງໃດຢ່າງໜຶ່ງຢ່າງແນ່ນອນ. ເມື່ອຍອມຮັບກົດຂໍ້ນີ້ແລ້ວ ເຮົາຈະຫັນກັບມາພິຈາລະນາຕົນເອງຫຼາຍຂຶ້ນ ເມື່ອໃດກໍຕາມທີ່ຍອມຮັບວ່າ ຕົນເອງມີຈຸດບອດ ເມື່ອນັ້ນ ເຮົາຈະຄ່ອຍໆເປີດໃຈໃຫ້ກວ້າງ ກ້າຍອມຮັບຄວາມແຕກຕ່າງ ແລະ ງ່ຽງຫູຮັບຟັງຄວາມຄິດເຫັນຂອງຄົນອື່ນດ້ວຍຄວາມເຕັມໃຈ ເຣຍ໌ດາລິໂອ ບອກວ່າ: ການເປີດຮັບມຸມມອງຂອງຄົນອື່ນບໍ່ແມ່ນການປິດກັ້ນອິດສະລະທາງຄວາມຄິດຂອງຕົນ ເຮົາຍັງສາມາດຕັດສິນໃຈດ້ວຍຕົນເອງໄດ້ຄືເກົ່າ ພຽງແຕ່ມີໄອເດຍໃໝ່ໆເພີ່ມຂຶ້ນມາເທົ່ານັ້ນເອງ

ການເປີດໃຈຍອມຮັບຟັງຄວາມຄິດເຫັນຂອງຄົນອື່ນ ບໍ່ໄດ້ໝາຍຄວາມວ່າ ເຮົາສູນເສຍຈຸດຢືນຂອງຕົນເອງ ຫຼືເຮົາຕ້ອງເຫັນດ້ວຍກັບບຸກຄົນນັ້ນສະເໝີໄປ ແຕ່ຄືການເປີດໃຈໃຫ້ເຮົາພິຈາລະນາເຫດຜົນຂອງຄົນອື່ນ ແທນທີ່ຈະດື້ດ້ານ ແລະ ຍຶດໝັ້ນໃນແນວຄິດຂອງຕົນເອງຢ່າງໄຮ້ເຫດຜົນ ເຜື່ອໃຈໄວ້ວ່າ ຄວາມຄິດຂອງເຮົາອາດຈະຜິດກໍເປັນໄດ້ ມັນບໍ່ງ່າຍທີ່ຄຳຕອບທີ່ດີທີ່ສຸດຈະມາຈາກຄວາມຄິດຂອງຄົນພຽງຄົນດຽວ ເຣຍ໌ດາລິໂອ ກ່າວໄວ້ເຊັ່ນນັ້ນ. ສະນັ້ນ ເຮົາຄວນໝັ່ນຮັບຟັງຄວາມຄິດເຫັນຂອງຄົນອື່ນໃຫ້ຫຼາຍຂຶ້ນ ໂດຍສະເພາະຄຳວິພາກວິຈານທີ່ບໍ່ເຫັນດ້ວຍກັບຄວາມຄິດຂອງຕົນ. ແນ່ນອນ ມະນຸດມັກຮັບຟັງຄຳຊົມຫຼາຍກວ່າຄຳຕິ ຄຳຊົມອາດຈະເຮັດໃຫ້ເຮົາອາລົມດີ ແຕ່ຄຳຕິຈະຊ່ວຍໃຫ້ການຕັດສິນໃຈຂອງເຮົາມີປະສິດທິພາບຫຼາຍຂຶ້ນ ແລະ ເມື່ອເຮົາໄດ້ຍິນຄຳຕິ ຫຼືຄຳວິພາກວິຈານຈາກຄົນອື່ນຫຼາຍຂຶ້ນ ໝາຍຄວາມວ່າ ເຮົາໜ້າຈະມີຈຸດບົກພ່ອງຢ່າງໃດຢ່າງໜຶ່ງແນ່ນອນ. ພຸດທະເຈົ້າຕັດວ່າ ໃຫ້ມອງຄົນວິພາກວິຈານຫຼືຕຳນິເໝືອນກັບເປັນຜູ້ທີ່ຊີ້ຂຸມຊັບໃຫ້ ເພາະນັ້ນຄືຈຸດເລີ່ມຕົ້ນຂອງການພັດທະນາ.

ການຄົ້ນຫາມຸມມອງທີ່ແຕກຕ່າງເພື່ອຕັດສິນໃຈສົ່ງຜົນຕໍ່ຊີວິດຂອງເຮົາມະຫາສານ

ເຣຍ໌ດາລິໂອເລົ່າເຖິງເຫດການທີ່ເກີດຂຶ້ນກັບລາວຄັ້ງໜຶ່ງວ່າ: ປີ 2013 ລາວໄປກວດສຸຂະພາບປະຈຳປີກັບໝໍຄົນໜຶ່ງ ຜົນກວດອອກມາວ່າ ລາວມີໂອກາດສູງເຖິງ 15% ທີ່ຈະເປັນມະເລັງໃນຫຼອດອາຫານ ຖ້າບໍ່ຮີບຮັກສາລາວຈະຕາຍດ້ວຍໂຣກຊະນິດນີ້ໃນອີກສາມເຖິງຫ້າປີຂ້າງໜ້າ ການຮັກສາໂດຍທົ່ວໄປຄື ຕ້ອງຕັດຫຼອດອາຫານອອກ ແຕ່ບັນຫາຄື ເຣຍ໌ບໍ່ຢາກເຮັດແບບນັ້ນ ເພາະເຫດຜົນສ່ວນຕົວບາງຢ່າງ ສິ່ງທີ່ລາວເຮັດໄດ້ຕອນນັ້ນຄື ທຳໃຈ ແລະ ລໍວັນຕາຍ.

ໃນຫ້ວງເວລາທີ່ກຳລັງສິ້ນຫວັງ ໃຈໜຶ່ງກໍຍັງມີແຮງຮຶດສູ້ເພື່ອໃຫ້ມີຊີວິດລອດ ສິ່ງທີ່ລາວເຮັດຕໍ່ຈາກນັ້ນຄື ການໄປກວດກັບໝໍຄົນອື່ນໆທີ່ຊຳນານດ້ານນີ້ເຊິ່ງມີມຸມມອງຕ່າງກັນ ໝໍຄົນໜຶ່ງບອກວ່າ ໂຣກທີ່ລາວເປັນຢູ່ສາມາດແພ່ລາມໄດ້ຢ່າງໄວວາ ແລະ ຮັກສາໄດ້ຍາກຢ່າງຍິ່ງ ຖ້າຜ່າຕັດມີໂອກາດເສຍຊີວິດທັນທີ 10% ແລະ ມີໂອກາດ 70% ທີ່ຈະບໍ່ກັບມາເປັນປົກກະຕິ. ໝໍອີກຄົນໜຶ່ງບອກວ່າ ໂຣກມະເລັງທີ່ລາວເປັນຢູ່ນີ້ບໍ່ໜ້າເປັນຫ່ວງປານໃດ ພຽງແຕ່ເຝົ້າຕິດຕາມອາການ ແລະ ສ່ອງກ້ອງເປັນປະຈຳທຸກສາມເດືອນກໍພຽງພໍແລ້ວ ຖ້າວ່າກ້ອນເນື້ອໃຫຍ່ຂຶ້ນ ກໍພຽງແຕ່ໄປຕັດອອກແລ້ວຈະສາມາດໃຊ້ຊີວິດໄດ້ເປັນປົກກະຕິ ຈາກນັ້ນ ລາວກໍໄປຫາໝໍທີ່ຊຳນານດ້ານນີ້ອີກສອງທ່ານເຊິ່ງຄຳແນະນຳຂອງພວກເຂົາມີທັງເໝືອນ ແລະ ຕ່າງກັນຈາກໝໍຄົນທີ່ຜ່ານມາ.

ເລື່ອງດຽວກັນ ແຕ່ເມື່ອໃຫ້ຜູ້ຊ່ຽວຊານຫຼາຍຄົນໃຫ້ຄຳຕອບ ແຕ່ລະຄົນຕ່າງກໍມີຄຳແນະນຳແຕກຕ່າງກັນໄປ ບາງຄົນແນະນຳໃຫ້ຜ່າຕັດ ບາງຄົນແນະນຳໃຫ້ເຝົ້າເບິ່ງອາການ ບາງຄົນບອກວ່າເປັນໂຣກທີ່ອັນຕະລາຍຢ່າງຍິ່ງ ບາງຄົນບອກວ່າເປັນໂຣກທີ່ບໍ່ຮ້າຍແຮງເຖິງຂັ້ນຊີວິດ ສິ່ງທີ່ເກີດຂຶ້ນແກ່ເຣຍ໌ດາລິໂອໃນຕອນນັ້ນຄື ແລ້ວກູຈະເຊື່ອໃຜດີຫວ່ະ! ອາລົມໜ້າຈະປະມານແຫຼະ.

ເນື່ອງຈາກວ່າເຣຍ໌ເປັນຄົນທີ່ເປີດໃຈ ຢາກຮູ້ມຸມມອງທີ່ແຕກຕ່າງກັນຂອງຫຼາຍຄົນ ເມື່ອຜົນວິນິດໄສຂອງຜູ້ຊ່ຽວຊານທັງສີ່ມີຄວາມແຕກຕ່າງກັນ ລາວຈຶ່ງຈັບຜູ້ຊ່ຽວຊານທັງຫຼາຍນັ້ນມາລົມກັນ ເພື່ອໃຫ້ທຸກຄົນໄດ້ສະແດງຄວາມຄິດເຫັນຕໍ່ມຸມມອງຂອງອີກຝ່າຍວ່າມີຄວາມເປັນໄປໄດ້ໜ້ອຍຫຼາຍພຽງໃດ ໃຫ້ມັນຮູ້ດຳຮູ້ແດງໄປເລີຍ ແລ້ວລາວຈະເປັນຜູ້ນັ່ງຟັງ ເຣຍ໌ເອີ້ນວິທີການແບບນີ້ວ່າ ການເປີດຕາ (Eye Opening) ຕອນທີ່ລາວເຂົ້າໄປຫາໝໍເປັນການສ່ວນຕົວ ພວກເຂົາແນະນຳວິທີຮັກສາແຕກຕ່າງຫຼາຍ ແຕ່ເມື່ອໃຫ້ພວກເຂົາທັງສີ່ມາລົມກັນ ຕ່າງຄົນຕ່າງກໍພະຍາຍາມຫຼີກລ່ຽງຂໍ້ທີ່ຂັດແຍ້ງກັນ ຖົກຖຽງກັນດ້ວຍຄວາມສຸພາບ ຈົນໄດ້ຄຳຕອບທີ່ດີທີ່ສຸດ. ການຖົກຖຽງ (ບໍ່ແມ່ນການໂຕ້ຖຽງ) ກັນແບບນີ້ ເປັນພຽງການຄົ້ນຫາແບບເປີດກວ້າງວ່າສິ່ງໃດເປັນສິ່ງທີ່ຖືກຕ້ອງ ແລ້ວຫາຂໍ້ສະຫຼຸບຮ່ວມກັນ.

ດ້ວຍວິທີແບບນີ້ເຮັດໃຫ້ເຣຍ໌ເຫັນຄວາມຈິງ ແລະ ເຂົ້າໃຈກ່ຽວກັບໂຣກທີ່ເປັນຢູ່ຫຼາຍຂຶ້ນ ໃນທີ່ສຸດ ລາວຈຶ່ງໄດ້ຄຳຕອບວ່າ: “ໃນຊ່ວງ 48 ຊົ່ວໂມງທີ່ຜ່ານມາ ຂ້າພະເຈົ້າເໝືອນລອດພົ້ນຈາກການຖືກປະຫານຊີວິດທີ່ຕ້ອງຄວ້ານໄສ້ ແລະ ພຸງອອກ ທ້າຍທີ່ສຸດຂ້າພະເຈົ້າກໍພົບວິທີທີ່ງ່າຍກວ່າ ນັ້ນຄື ການເຝົ້າລະວັງ ແລະ ຕັດເຊື້ອທີ່ມັນຂະຫຍາຍຕົວອອກ ກ່ອນທີ່ມັນຈະລຸກລາມໄປສູ່ຈຸດອື່ນ”  ຈາກນັ້ນ ລາວກັບ ດຣ.ເກຣເຊີຣ໌ເຊິ່ງເປັນໝໍປະຈຳຕົວ ກໍໄປພົບແພດຜູ້ຊ່ຽວຊານລະດັບໂລກອີກສອງທ່ານ ພວກເຂົາໃຫ້ຄຳແນະນຳທີ່ກົງກັນວ່າ ການສ່ອງກ້ອງແລ້ວຕັດເອົາເນື້ອເຍື່ອໄປໃຫ້ຫ້ອງທົດລອງວິນິດໄສເປັນວິທີຮັກສາທີ່ດີທີ່ສຸດ. ໜຶ່ງອາທິດຕໍ່ມາ ຜົນກວດອອກມາວ່າ ລາວບໍ່ມີເຊື້ອມະເລັງທີ່ມີຄວາມສ່ຽງສູງເໝືອນໝໍຄົນທີ່ຜ່ານມາບອກເລີຍ.

ຄຳຖາມຄື ວິທີທີ່ໝໍແນະນຳໃນເບື້ອງຕົ້ນນັ້ນເປັນວິທີທີ່ຜິດຫວາ?

ຜູ້ອ່ານຄິດວ່າແນວໃດ?

ຜູ້ອ່ານທັງຫຼາຍ ທີ່ຜູ້ຂຽນຍົກເລື່ອງນີ້ຂຶ້ນມາ ຢາກຊີ້ໃຫ້ເຫັນພຽງວ່າ ບາງຄັ້ງ ຜູ້ຊ່ຽວຊານກໍອາດຈະມີຄວາມຜິດພາດໄດ້ເຊັ່ນກັນ ການເປີດໃຈຮັບຟັງຄວາມຄິດເຫັນຂອງຄົນອື່ນໃນມຸມມອງຕ່າງໆຈຶ່ງເປັນເລື່ອງທີ່ດີ ແລະ ຄວນເຮັດຢ່າງຍິ່ງ. ທ່ານລອງຄິດເບິ່ງວ່າ ຖ້າເຣຍ໌ບໍ່ຍອມຮັບຟັງຄວາມເຫັນຂອງໝໍຫຼາຍໆຄົນໃນຕອນນັ້ນ ບໍ່ຮູ້ວ່າຕອນນີ້ຊີວິດຂອງລາວຈະເປັນແນວໃດ ດັ່ງນັ້ນ ຈຶ່ງຄວນເປີດໃຈຮັບຟັງຄວາມເຫັນທີ່ແຕກຕ່າງ ເພາະມັນມີຜົນຢ່າງຍິ່ງຕໍ່ການຕັດສິນໃຈ ແລະ ການໃຊ້ຊີວິດຂອງເຮົາ. ຄົນທີ່ເປີດໃຈມັກຈະເຊື່ອວ່າ ບໍ່ມີສິ່ງໃດຖືກຫຼືຜິດຮ້ອຍເປີຣ໌ເຊັນ ທຸກຢ່າງມີໂອກາດຖືກຕ້ອງຫຼືຜິດພາດໄດ້ສະເໝີ ພວກເຂົາຈຶ່ງມັກຟັງຫຼາຍກວ່າເວົ້າ ແລ້ວນຳເອົາຄວາມເຫັນທີ່ຂັດແຍ້ງນັ້ນມາໄຕ່ຕອງເຖິງຂໍ້ດີຂໍ້ເສຍ ເພື່ອໃຫ້ໄດ້ສິ່ງທີ່ດີທີ່ສຸດ. ອ່ານມາຮອດບັນທັດນີ້ ທຸກທ່ານຕອບຕົນເອງໄດ້ຫຼືຍັງວ່າ:  

ການເປີດ ແລະ ປິດໃຈສົ່ງຜົນແນວໃດຕໍ່ຊີວິດ

ນະຄອນຫຼວງວຽງຈັນ, 27 ຕຸລາ 2022

]]>
ຄວາມຍຶດຖື ຄືຄວາມເຈັບປວດ https://dekwatlaos.com/buddhology/khuam-yued-thue-khue-khuam-jeb-puad/1762/ Tue, 30 Aug 2022 03:04:47 +0000 https://dekwatlaos.com/?p=1762 ໂດຍ: ຄວັນສີເທົາ

ໃນຍຸກປັດຈຸບັນ ການງານຫຼາຍຢ່າງໄດ້ປ່ຽນໄປ ເທັກໂນໂລຊີໃໝ່ໆເກີດຂຶ້ນແທບຈະຕະຫຼອດເວລາ ທັກສະທີ່ເຄີຍໃຊ້ໄດ້ຜົນດີໃນອະດີດອາດຈະຫຼ້າສະໄໝໄປແລ້ວ ການເຝິກທັກສະໃໝ່ໆຈຶ່ງກາຍເປັນເລື່ອງຈຳເປັນແລະກຳລັງຈະກາຍເປັນເລື່ອງປົກກະຕິ ເພື່ອປັບຕົວໃຫ້ເຂົ້າກັບສະພາບສັງຄົມທີ່ປ່ຽນແປງຢູ່ຕະຫຼອດເວລາ ໃຜກໍຮູ້ວ່າການເຝິກທັກສະໃໝ່ໆເປັນສິ່ງທີ່ຍາກ ແຕ່ນ້ອຍຄົນທີ່ຈະຮູ້ວ່າການລະຖິ້ມທັກສະທີ່ເຝິກໄດ້ແລ້ວນັ້ນ ເປັນສິ່ງທີ່ຍາກຍິ່ງກວ່າບໍ່ສະເພາະແຕ່ທັກສະບາງຢ່າງທີ່ເຮົາບໍ່ສາມາດລະຖິ້ມໄປໄດ້ ແຕ່ຍັງລວມເຖິງຄວາມຄິດ ຄວາມເຊື່ອ ຄວາມຮູ້ ຫຼື ຄວາມຈິງທີ່ເຮົາຍຶດຖືຢູ່ ເຮົາບໍ່ສາມາດທີ່ຈະລະຖິ້ມໄປໄດ້ງ່າຍໆ

ສິ່ງນີ້ເປັນເພາະຫຍັງ?

ຣອບ ໂດເບລລີ ເວົ້າເຖິງເລື່ອງນີ້ໄວ້ໃນປຶ້ມທີ່ຊື່ວ່າ The Art of Thinking Clearly ວ່າ

ຄົນເຮົາມັກຄິດວ່າຄວາມຄິດ ແລະ ຄວາມເຊື່ອຂອງຕົນເອງເປັນສິ່ງທີ່ໜ້າເຊື່ອຖືທີ່ສຸດ ແຕ່ການເຊື່ອໝັ້ນໃນຄວາມຄິດຂອງຕົນເອງຢ່າງແຮງກ້າແລະຍາວນານເກີນໄປ ຈະເຮັດໃຫ້ເຮົາມອງເຫັນຄວາມຈິງໄດ້ຍາກຂຶ້ນ  

ໂດເບລລີ ໄດ້ຍົກເອົາການທົດລອງຂອງນັກຈິດຕະວິທະຍາຄົນໜຶ່ງມາຊື່ວ່າ ໂຍຮັນສ໌ສັນ ມາອະທິບາຍວ່າ ລາວໃຫ້ຜູ້ເຂົ້າຮ່ວມການທົດລອງ ເບິ່ງຮູບສອງຮູບພຽງແວ໊ບດຽວ ແລ້ວໃຫ້ບອກວ່າຮູບໃດງາມກວ່າກັນ ຈາກນັ້ນ ກໍເອົາຮູບທີ່ຄົນໆນັ້ນບອກວ່າງາມນັ້ນມາໃຫ້ເບິ່ງໃກ້ໆ ພ້ອມກັບໃຫ້ອະທິບາຍວ່າດ້ວຍເຫດໃດຈຶ່ງຄິດວ່າຮູບນີ້ງາມກວ່າອີກຮູບໜຶ່ງ ຜູ້ເຂົ້າຮ່ວມກໍອະທິບາຍຢ່າງລະອຽດເລີຍວ່າ ເພາະຈັ່ງຊັ້ນ ເພາະຈັ່ງຊີ້ ຮູບນີ້ຈຶ່ງງາມກວ່າຮູບນັ້ນ

ແຕ່ສິ່ງທີ່ເຊີໄພຣສ໌ (Surprise) ກໍຄື ໃນຂະນະທີ່ໂຍຮັນສ໌ສັນເອົາຮູບມາໃຫ້ຜູ້ເຂົ້າຮ່ວມເບິ່ງໃກ້ໆ ລາວໄດ້ລັກປ່ຽນຮູບໂດຍທີ່ຜູ້ເຂົ້າຮ່ວມບໍ່ທັນໄດ້ສັງເກດ ປະເດັນຄືຜູ້ເຂົ້າຮ່ວມອະທິບາຍຮູບນັ້ນໄດ້ຢ່າງລະອຽດ ທັງໆທີ່ບໍ່ແມ່ນຮູບທີ່ຕົນເອງເລືອກເລີຍ.

ການທົດລອງນີ້ສະແດງໃຫເຮົາເຫັນວ່າ ເມື່ອເຮົາໄດ້ຄິດຫຼືເຊື່ອສິ່ງໃດແລ້ວ ເຮົາຈະປັກໃຈເຊື່ອສິ່ງນັ້ນ ແລ້ວຫາເຫດຜົນມາອະທິບາຍ ໂດຍຄິດວ່າຕົນເອງຄິດທົບທວນດີແລ້ວ ເຊິ່ງແທ້ຈິງ ເປັນພຽງການເຊື່ອມໂຍງຂໍ້ມູນໃສ່ກັນເທົ່ານັ້ນ ເວົ້າງ່າຍໆ ວ່າ ບໍ່ແມ່ນການຄິດທົບທວນຢ່າງແທ້ຈິງ ພາສາທາງພຸດທະສາສະໜາເອີ້ນວ່າ ອະໂຍນິໂສມະນະສິການ ຄື ການຄິດແບບລວກໆ ພິຈາລະນາບໍ່ຖີ່ຖ້ວນ ຖຸ້ຍ! ຍິ່ງອະທິບາຍຍິ່ງງົງ ເອົາເປັນວ່າ ເຮົາທົບທວນບໍ່ຖີ່ຖ້ວນ ແຕ່ຄິດວ່າຕົນເອງທົບທວນຖີ່ຖ້ວນດີແລ້ວ ແລະ ເຮົາກໍເສືອກຄິດວ່າ ນີ້ແຫຼະຄືສິ່ງທີ່ຖືກຕ້ອງທີ່ສຸດ

ເມື່ອເຮົາເຊື່ອໝັ້ນໃນຄວາມຄິດ ແລະ ຄວາມເຊື່ອຂອງຕົນເອງຫຼາຍຈົນເກີນໄປ ເວລາໄປເຈີຄົນທີ່ຄິດແຕກຕ່າງກັນ ໂດເບລລີ ບອກວ່າມັກຈະເກີດປະຕິກິຣິຍາຂຶ້ນສາມຢ່າງຄື

ໜຶ່ງການຄິດວ່າອີກຝ່າຍບໍ່ມີຄວາມຮູ້ ຄວາມຄິດແບບນີ້ມັກເກີດຂຶ້ນກັບນັກເຄື່ອນໄຫວທາງການເມືອງທັງຫຼາຍພວກເຂົາຈຶ່ງເຊື່ອວ່າ ຕົນເອງສາມາດໂນ້ມນ້າວຄົນອື່ນດ້ວຍການສອນແລະອະທິບາຍໃຫ້ເຂົ້າໃຈ ເພາະຖ້າຄົນອື່ນໄດ້ຮູ້ຂໍ້ມູນເໝືອນທີ່ຕົນເອງໄດ້ຮູ້ມາ ອີກຝ່າຍກໍຈະຄິດແບບດຽວກັບຕົນ.

ສອງການຄິດວ່າອີກຝ່າຍໂງ່ ຄວາມຄິດແບບນີ້ມັກເກີດຂຶ້ນກັບພວກຫົວບູຮານທັງຫຼາຍ ພວກເຂົາເຊື່ອວ່າ ກໍອ່ານຂໍ້ມູນຄືກັນກັບຕົນນັ້ນແຫຼະ ແຕ່ບໍ່ສາມາດສະຫຼຸບ ຫຼືຈັບປະເດັນໄດ້ ເພາະຄິດວ່າອີກຝ່າຍປຶກຈົນເກີນໄປ ເຊິ່ງເປັນການດູຖູກສະຕິປັນຍາຄົນອື່ນ.

ສາມການຄິດວ່າອີກຝ່າຍມີເຈຕະນາບໍ່ດີ ຄວາມຄິດແບບນີ້ມັກເກີດຂຶ້ນກັບສາວົກຂອງສາສະໜາທັງຫຼາຍ ໂດຍພວກເຂົາມັກມອງວ່າ ຄົນອື່ນອາດຈະຮູ້ແລະເຂົ້າໃຈທຸກຢ່າງ ແຕ່ຈົງໃຈເປັນປະຕິປັກຕໍກັນ ໂດຍສະເພາະມັກມອງຄົນທີ່ບໍ່ສັດທາວ່າ ເປັນຜີຫ່າຊາຕານ.

ບໍ່ໜ້າເຊື່ອວ່າ ການຍຶດຕິດໃນຄວາມຄິດແລະຄວາມເຊື່ອຂອງຕົນຫຼາຍຈົນເກີນໄປຈະເຮັດໃຫ້ເຮົາມອງຄົນທີ່ຄິດແຕກຕ່າງໄດ້ເຖິງພຽງນີ້ ຜູ້ອ່ານທັງຫຼາຍ ຊີວິດມະນຸດເປັນເລື່ອງຕະຫຼົກ ທີ່ຂຳບໍ່ຄ່ອຍອອກ ເພາະເຮົາຍຶດໝັ້ນໃນຄວາມຄິດແລະຄວາມເຊື່ອຂອງຕົນເອງຫຼາຍຈົນເກີນໄປ ບາງຄັ້ງ ເຖິງຂັ້ນຍອມຮັບໃນຄວາມບໍ່ຮູ້ຂອງຕົນເອງບໍ່ໄດ້ ປະໂຫຍກນີ້ ອາຕະມາບໍ່ໄດ້ເວົ້າລອຍໆ

ຜູ້ຊາຍຄົນໜຶ່ງນອນໝົດສະຕິຢູ່ເທິງເຮືອນ ເພາະເລືອດອອກຫຼາຍ ອັນສືບເນື່ອງມາຈາກການໃຊ້ມີດປາດມືຕົນເອງ ໂຊກດີທີ່ມີຄົນມາເຫັນແລ້ວເອົາໄປສົ່ງຢູ່ໂຮງໝໍ ເຊົ້າມື້ຕໍ່ມາລາວໄດ້ຮັບການຮັກສາດ້ວຍການເຈາະລະບາຍເລືອດອອກຫ້າຈຸດ ຈຸດທີໜຶ່ງແລະສອງເລືອດອອກປົກກະຕິ ແຕ່ຈຸດທີສາມສີ່ຫ້າເລືອດບໍ່ຄ່ອຍໄຫຼ ໝໍຈຶ່ງນຳຖ້ວຍແກ້ວຮ້ອນມາງວມໄວ້ເພື່ອດູດເລືອດອອກ ຜູ້ຊາຍຄົນນີ້ນອນແຜ່ຊັ້ນນອກຢູ່ເທິງຕຽງ ຫາຍໃຈພະງາບພະງາບ ຈະຕາຍບໍ່ຕາຍແລ ຈາກນັ້ນ ໝໍກໍເອົາປີງມາວາງໄວ້ປາກບາດແຜ ເມື່ອຕົວໃດດູດກິນເລືອດຈົນອີ່ມແລ້ວກໍຈັບອອກໄປ ແລ້ວເອົາຕົວໃໝ່ມາວາງໄວ້ແທນ ຜູ້ຊາຍຄົນນີ້ຈະໄດ້ຮັບອະນຸຍາດໃຫ້ອອກໂຮງໝໍໃນອີກສາມເດືອນຂ້າງໜ້າ ຖ້າລາວບໍ່ຕາຍຫ່າໄປເສຍກ່ອນ ອັນນີ້ເວົ້າແບບຫຍາບຄາຍ

ເວົ້າແບບສຸພາບຄື ຖ້າວ່າລາວຍັງມີຊີວິດລອດຕໍ່ໄປ

ໜຶ່ງໃນຄວາມເຊື່ອທີ່ຕະຫຼົກ ແລະ ແສນເຈັບປວດຂອງມວນມະນຸດສະຍະຊາດຄື ທິດສະດີການຮັກສາຄົນໄຂ້ແບບນີ້ແຫຼະ ເຊິ່ງເປັນທິດສະດີໄດ້ຮັບການປະຕິບັດກັນມາເປັນເວລາເກືອບສອງພັນປີ ໂດຍທິດສະດີນີ້ໄດ້ຮັບການຂະໜານນາມວ່າ ²ຂອງແຫຼວສີ່ຢ່າງ² ໄດ້ແກ່: ນ້ຳເຫຼືອງ ນ້ຳບີ ເສມຫະ ແລະເລືອດ ໂດຍເຊື່ອວ່າໂຣກໄພທຸກຊະນິດເກີດມາຈາກການບໍ່ສົມດຸນຂອງຂອງແຫຼວສີ່ຢ່າງນີ້

ສະນັ້ນ ວິທີຮັກສາຄືການເຮັດໃຫ້ຂອງແຫຼວເຫຼົ່ານີ້ສົມດຸນກັນ

ເພາະຄວາມເຊື່ອແບບນີ້ ເຮັດປະເທດຝຣັ່ງນຳເຂົ້າປີງ ຈຳນວນ 40 ລ້ານຕົວ ໃນປີ 1830 ຕົວເລກນີ້ສະແດງໃຫ້ເຫັນວ່າ ວິທີການຮັກສາແບບດູດເລືອດອອກ ໄດ້ຮັບຄວາມນິຍົມ ແລະ ມີອິດທິພົນຕໍ່ວົງການແພດຫຼາຍພຽງໃດ ແຕ່ຕະຫຼົກຍິ່ງໄປກວ່ານັ້ນຄື ວິທີການຮັກສາແບບນີ້ບໍ່ເຄີຍມີທິດສະດີທາງວິທະຍາດສາດໃດຮອງຮັບເລີຍແມ້ແຕ່ນ້ອຍ ຄວາມຈິງການເຈັບປ່ວຍໃນລັກສະນະນີ້ສາມາດຮັກສາໃຫ້ດີຂຶ້ນໄດ້ໂດຍບໍ່ຕ້ອງເຈາະເລືອດ ແລະ ຄົນສ່ວນໃຫຍ່ຈະດີຂຶ້ນພາຍໃນສອງສາມວັນ

ແຕ່ດ້ວຍເຫດໃດວົງການແພດໃນສະໄໝນັ້ນຈຶ່ງຍັງໃຊ້ທິດສະການການຮັກສາແບບ ຂອງແຫຼວສີ່ຢ່າງ? ຄຳຕອບງ່າຍໆຄື ເພາະເຮົາຍຶດໝັ້ນໃນທິດສະດີຫຼາຍຈົນເກີນໄປ

ເພາະເຫດໃດຈຶ່ງຍຶດໝັ້ນ?

ຢາກໃຫ້ອ່ານປະໂຫຍກນີ້ອີກຄັ້ງ ເພາະເຮົາຍອມຮັບໃນຄວາມບໍ່ຮູ້ຂອງຕົນເອງບໍ່ໄດ້

ຣອບ ໂດເລລີ ບອກວ່າ: ເພາະມະນຸດເຮົາຈະຍອມຖິ້ມຄວາມເຊື່ອຜິດໆ ໄດ້ ກໍຕໍ່ເມື່ອເຮົາມີທິດສະດີໃໝ່ທີ່ດີກວ່າເທົ່ານັ້ນ  ໂທມັສ ຄູນ­­–ນັກປັດຊະຍາ ແລະ ນັກປະຫວັດສາດຊາວອະເມຣິກາ ກໍກ່າວໄວ້ເຊັ່ນກັນວ່າ: “ທິດສະດີທັງຫຼາຍບໍ່ໄດ້ຖືກຫັກລ້າງ ເພາະມີຂໍ້ບົກພ່ອງ ແຕ່ເພາະມີທິດສະດີໃໝ່ທີ່ດີກວ່າເກີດຂຶ້ນຕ່າງຫາກ” ຄວາມຈິງ ເລື່ອງແບບນີ້ບໍ່ໄດ້ເກີດຂຶ້ນສະເພາະແຕ່ວົງການແພດດອກ ວົງການການວິທະຍາສາດ ສາສະໜາ ປັດຊະຍາ ການເມືອງ ການສຶກສາ ແລະ ວົງການອື່ນໆ ກໍມັກມີການຍຶດຕິດຢູ່ກັບແນວຄິດຫຼືຄວາມເຊື່ອໃດໜຶ່ງເຊັ່ນກັນ ໂດຍບໍ່ຍອມປ່ອຍຖິ້ມຄວາມຄິດເດີມ ເຊິ່ງບາງຄັ້ງ ແມ້ຈະມີເຫດຜົນທີ່ຄວນປ່ອຍຖິ້ມໄດ້ແລ້ວ ແຕ່ພວກເຂົາກໍຍັງຍຶດຕິດຢູ່ກັບຄວາມເຊື່ອນັ້ນໆ

ວົງການສຶກສາພາສາບາລີໃນຣາຊະອານາຈັກໄທ ເປັນອີກໜຶ່ງຕົວຢ່າງທີ່ຜູ້ຂຽນຄິດວ່າ ໜ້າຈະເປັນສິ່ງທີ່ອະທິບາຍປະເດັນທີ່ພວກເຮົາກຳລັງພິຈາລະນາກັນຢູ່ນີ້ໄດ້ເປັນຢ່າງດີ ຕາມປົກກະຕິ ການສອບເສັງພາສາບາລີຈະຈັດຂຶ້ນປີລະໜຶ່ງຄັ້ງ ຖ້າເສັງຕົກກໍຄື ຕ້ອງກັບໄປຮຽນໃໝ່ ແລ້ວຈະໄດ້ເສັງອີກທີຄື ປີໜ້າ ແລະ ຮູບແບບໃນການຮຽນຄື ຜູ້ສອນບໍ່ໄດ້ອອກຂໍ້ສອບ ຜູ້ອອກຂໍ້ສອບບໍ່ໄດ້ສອນ ແລະ ຜູ້ກວດຂໍ້ສອບກໍເປັນອີກກຸ່ມໜຶ່ງ

ດ້ວຍການຮຽນການໃນລັກສະນະນີ້ ມີຄົນລຸ້ນໃໝ່ຫຼາຍຄົນພະຍາຍາມຂໍໃຫ້ພາກສ່ວນທີ່ກ່ຽວຂ້ອງປັບປ່ຽນຮູບແບບການຮຽນການສອນໃຫ້ທັນສະໄໝຂຶ້ນ ຜູ້ຂຽນເຄີຍໄດ້ຍິນອາຈານທ່ານໜຶ່ງເລົ່າວ່າ ເພິ່ນເຄີຍໄປຂໍໃຫ້ແມ່ກອງບາລີສະໜາມຫຼວງສະເໜີຕໍ່ຄະນະກຳມະການເພື່ອປັບປຸງຫຼັກສູດການຮຽນການສອນພາສາບາລີ ຄຳຕອບທີ່ໄດ້ຄື “ ການປັບປຸງເປັນເລື່ອງທີ່ດີ ແຕ່ຂໍໃຫ້ຂ້ານ້ອຍຕາຍໄປເສຍກ່ອນ” ນີ້ຄືຕົວຢ່າງຂອງການຍຶດຕິດໃນທິດສະດີຫຼາຍຈົນເກີນໄປ ຜົນທີ່ໄດ້ຄືມີຄົນສົນໃຈໃນການບາລີຫຼຸດນ້ອຍຖອຍລົງ ຖ້າທຽບໃສ່ກັບສະໄໝກ່ອນ. ເຮົາໃນຖານະຄົນລຸ້ນໃໝ່ເຂົ້າໃຈໄດ້ວ່າ ການຈັດການຮຽນການສອນໃນລັກສະນະເກົ່າກໍຍັງໄດ້ຜົນດີ ແຕ່ກໍມີຄວາມເປັນໄປໄດ້ບໍ່ແມ່ນຕິ

ຖ້າເຮົາປັບປຸງໃໝ່ແລ້ວ ມັນຈະໄດ້ຜົນດີກວ່າເດີມ

ສະນັ້ນ ເພື່ອຫຼີກເວັ້ນຄວາມເຊື່ອໝັ້ນໃນທັກສະ ຄວາມຄິດ ຄວາມເຊື່ອ ຄວາມຮູ້ ປະເພນີ ສາສະໜາ ຄວາມຈິງ ແລະ ສິ່ງອື່ນໆ ທີ່ເຮົາຍຶດຖືຢູ່ຫຼາຍຈົນເກີນໄປ ເຮົາຈຶ່ງຄວນທົບທວນສິ່ງເຫຼົ່ານັ້ນຢູ່ເລື້ອຍໆ ໂດເບລລີ ແນະນຳວ່າ “ຍິ່ງເຊື່ອໃນສິ່ງໃດສິ່ງໜຶ່ງຫຼາຍເທົ່າໃດ ເຮົາຍິ່ງຕ້ອງພະຍາຍາມໂຕ້ແຍ້ງຄວາມເຊື່ອຂອງຕົນເອງໃຫ້ຫຼາຍຂຶ້ນເທົ່ານັ້ນ” ການກ້າຕັ້ງຄຳຖາມກັບຄວາມຄິດຄວາມເຊື່ອທີ່ຕົນເອງຍຶດຖືຢູ່ຈະຊ່ວຍໃຫ້ເຮົາໄດ້ຄຳຕອບຫຼາຍຂຶ້ນ ບາງທີ ຄຳຕອບໃນແຕ່ລະຊ່ວງວັຍອາດຈະແຕກຕ່າງກັນ

ທັງນີ້ເຮົາຕ້ອງໝັ່ນສົງໄສໃນສິ່ງທີ່ຕົນຍຶດຖືຢູ່

ຖ້າເຮົາຢຸດຕັ້ງຄຳຖາມໃນສິ່ງທີ່ເຮົາເຊື່ອ ຄົນອື່ນກໍຈະຕັ້ງຄຳຖາມຕໍ່ຄວາມຄິດ ຫຼືຄວາມເຊື່ອນັ້ນ ບັນຫາກໍຄື ເວລາທີ່ຄວາມເຊື່ອທີ່ເຮົາຍຶດຖືຢ່າງໜຽວແໜ້ນຖືກຕັ້ງຄຳຖາມ ເຮົາມັກຈະປິດກັ້ນແທນທີ່ຈະເປີດໃຈ ເພາະມະນຸດສ່ວນໃຫຍ່ມັກຈະມີຈຸດບອດໃນຄວາມຮູ້ແລະຄວາມຄິດຂອງຕົນເອງ ແລະຈຸດບອດເຫຼົ່ານີ້ມັກເຮັດໃຫ້ເຮົາເບິ່ງບໍ່ເຫັນຈຸດບອດຂອງຕົນເອງ (ຍິ່ງເວົ້າຍິ່ງງົງເນາະ) ມັນເປັນເໝືອນຈຸດບອດຊ້ອນຈຸດບອດ ຍິ່ງໄປກວ່ານັ້ນເພາະຈຸດບອດນີ້ເອງທີ່ຂວາງກັ້ນການຄິດທົບທວນ

ການທີ່ຈະຄິດທົບທວນໄດ້ ກໍດ້ວຍອາໄສການຮູ້ເຖິງຄຸນປະໂຫຍດຂອງມັນເສຍກ່ອນ

ການຄິດທົບທວນຈະຊ່ວຍໃຫ້ເຮົາໄດ້ຮຽນຮູ້ຫຼາຍຂຶ້ນ ມີຄວາມສຸກກັບການໃຊ້ຊີວິດຫຼາຍຂຶ້ນ ປ່ອຍວາງສິ່ງທີ່ຄວນປ່ອຍວາງ ເມື່ອຮູ້ວ່າ ສິ່ງນັ້ນບໍ່ເປັນປະໂຫຍດຕໍ່ຊີວິດ ແຕ່ຈະຮູ້ວ່າ ສິ່ງນັ້ນເປັນປະໂຫຍດຫຼືບໍ່ເປັນ ກໍຕ້ອງອາໄສການພິນິດພິຈາລະນາ ເວົ້າໄປເວົ້າມາ ກໍວົນກັບມາຫາຄຳເດີມນັ້ນແຫຼະເນາະ ການຄິດທົບທວນ

ອາດາມ ແກຣນ ບອກວ່າ:  

ການຄິດທົບທວນຊ່ວຍໃຫ້ເຮົາສ້າງທາງອອກແບບໃໝ່ສຳລັບບັນຫາເດີມ ແລະວົກກັບໄປທີ່ທາງອອກເດີມເມື່ອເຈີບັນຫາໃໝ່ ມັນຄືການຮຽນຮູ້ຈາກຄົນອ້ອມຕົວຫຼາຍຂຶ້ນ ແລະ ດຳເນີນຊີວິດດ້ວຍຄວາມເສຍໃຈນ້ອຍລົງ ເຄື່ອງໝາຍແຫ່ງປັນຍາຄືການຮູ້ວ່າ ຄວນຖິ້ມເຄື່ອງມືບາງຢ່າງທີ່ເຮົາຫວງແຫນທີ່ສຸດຕອນໃດ ແລະ ຄວນຖິ້ມຕົວຕົນບາງສ່ວນທີ່ເຮົາເຊີດຊູບູຊາທີ່ສຸດຕອນໃດ

ເຮົາມາຊ່ວຍກັນທົບທວນ ທັກສະ ຄວາມຄິດ ຄວາມເຊື່ອ ຄວາມຮູ້ ປະເພນີ ສາສະໜາ ຄວາມຈິງ ແລະ ສິ່ງອື່ນໆ ທີ່ເຮົາຍຶດຖືຢູ່ກັນເຖາະ!

ບາງທີ ເຮົາອາດຈະເຈີສິ່ງທີ່ດີກວ່າເດີມກໍເປັນໄດ້

Who knows?

ນະຄອນຫຼວງວຽງຈັນ,

18 ສິງຫາ 2022

]]>
ເຫດຜົນຂອງຄົນຈະສູດມົນ https://dekwatlaos.com/buddhology/hetphon-khongkon-jasoodmon/1758/ Mon, 29 Aug 2022 13:31:28 +0000 https://dekwatlaos.com/?p=1758 ໂດຍ: ຄວັນສີເທົາ

ໂໝ່ງ.. ໂໝ່ງ.. ໂໝ່ງ.. ໂໝ່ງ.. ໂໝ່ງ.. ໂໝ່ງ.. ໂໝ່ງ.. ໂໝ່ງ.. ໂໝ່ງ..

ພາຍຫຼັງສິ້ນສຸດສຽງຄ້ອງບາດທີເກົ້າ ພຣະສົງ-ສາມະເນນກໍທະຍອຍກັນຍ່າງອອກມາຈາກຫ້ອງ ບາງອົງມີແກ້ວນ້ຳຢາດຢູ່ໃນມື ບາງອົງຖືພວງກຸນແຈມານຳ ບາງອົງຈັບມືຖືຂຶ້ນມາເຂ່ຍໃນຂະນະທີ່ຍ່າງມຸ່ງໜ້າໄປສູ່ສິມ ເພື່ອຮ່ວມກັນໄຫວ້ພຣະສູດມົນ.

ການສູດມົນ ຫຼື ເອີ້ນອີກຢ່າງໜຶ່ງວ່າ ການສາທະຍາຍມົນ ເປັນໜຶ່ງໃນກິດຈະວັດທີ່ສຳຄັນຂອງພຣະສົງ-ສາມະເນນ ຕະຫຼອດເຖິງອຸບາສົກ ອຸບາສິກາໃນພຣະພຸດທະສາສະໜາ ສະໄໝກ່ອນການສາທະຍາຍມົນຖືວ່າເປັນໜຶ່ງໃນວິທີທີ່ດີທີ່ສຸດໃນການສືບທອດອາຍຸພຣະພຸດທະສາສະໜາ ການສູດມົນມີມາຕັ້ງແຕ່ສະໄໝພຸດທະການ ພຣະສົງ-ສາມະເນນ ຮຽນຮູ້ພຣະທັມວິນັຍດ້ວຍການທ່ອງປາກຕໍ່ປາກ ທີ່ເອີ້ນວ່າ ມຸຂະປາຖະ ເມື່ອທ່ອງໄດ້ແລ້ວກໍຕ້ອງສູດ ຫຼື ສາທະຍາຍເປັນປະຈຳທຸກເຊົ້າ-ແລງ ເພື່ອບໍ່ໃຫ້ຫຼົງລືມບົດສູດນັ້ນໆ.

ການສັງຄາຍະນາຄັ້ງທີໜຶ່ງ ເຊິ່ງເປັນການວາງຮາກຖານໃນການຈັດລະບຽບຫຼັກທັມຄຳສັ່ງສອນຂອງພຣະສັມມາສັມພຸດທະເຈົ້າ ພຣະພິກສຸສົງກໍອາໄສການສາທະຍາຍທັມຮ່ວມກັນຈຶ່ງເຮັດໃຫ້ການສັງຄາຍະນາຄັ້ງນັ້ນສຳເລັດລຸລ່ວງໄປໄດ້ດ້ວຍດີ ຖ້າບໍ່ມີການສັງຄາຍະນາຄັ້ງນັ້ນ ບໍ່ແນ່ ພຣະພຸດທະສາສະໜາອາດຈະບໍ່ສາມາດດຳລົງຢູ່ໄດ້ມາຮອດທຸກມື້ນີ້ກໍເປັນໄດ້

ສະນັ້ນ ເຮົາຈຶ່ງສາມາດກ່າວໄດ້ວ່າ ເພາະມີການສາທະຍາຍທັມ ຫຼື ສູດມົນ ຈຶ່ງເຮັດໃຫ້ພຣະພຸດທະສາສະໜາຄົງຢູ່ມາຈົນຮອດຍຸກພວກເຮົານີ້ໄດ້. ການສູດມົນນອກຈາກຈະມີຄວາມສຳຄັນດ້ານການສືບທອດອາຍຸພຣະພຸດທະສາສະໜາແລ້ວ ກໍຍັງມີຄວາມສຳຄັນອີກ 3 ປະການຄື:

         1. ເພື່ອເຝິກຈິດໃຫ້ສະຫງົບ ການເຝິກຈິດໃຈເປັນໜ້າທີ່ຫຼັກຂອງຊາວພຸດ ໂດຍສະເພາະຜູ້ທີ່ຕ້ອງການຍົກຈິດໃຈຂອງຕົນເອງໃຫ້ສູງຂຶ້ນ ພຣະພຸດທະເຈົ້າຕັດໄວ້ວ່າ “ຈິດທີ່ເຝິກດີແລ້ວຍ່ອມນຳມາເຊິ່ງຄວາມສຸກ” ການເຝິກຈິດມີຫຼາຍວິທີ ກ່າວໂດຍສະຫຼຸບມີ 2 ວິທີຫຼັກຄື:

ໜຶ່ງ-ສະມະຖະກັມມະຖານຄືອຸບາຍໃນການທຳຈິດໃຈໃຫ້ເກີດຄວາມສະຫງົບ ດ້ວຍການນ້ອມຈິດໃຫ້ໄປຢູ່ໃນອາລົມດຽວຢ່າງຕໍ່ເນື່ອງ.

ສອງ-ວິປັດສະນາກັມມະຖານຄືອຸບາຍໃນການເຝິກຈິດໃຫ້ເຫັນແຈ້ງໃນອາລົມ ເມື່ອກຳລັງຄິດສິ່ງໃດກໍໃຫ້ມີສະຕິຮູ້ເທົ່າທັນໃນອາລົມນັ້ນໆ ການສູດມົນຈັດຢູ່ໃນວິທີທີ່ໜຶ່ງຄືສະມະຖະກັມມະຖານ ເຮົາຈະສັງເກດເຫັນວ່າເວລາສູດມົນຈິດໃຈເຮົາຈະຄ່ອຍໆນ້ອມເຂົ້າໄປສູ່ຄວາມສະຫງົບໂດຍລຳດັບ ທັງນີ້ຜູ້ສູດຈະຕ້ອງຈົດຈໍ່ຢູ່ກັບບົດສູດຢ່າງແທ້ຈິງ.

         2. ເພື່ອລະລຶກເຖິງຄຸນພຣະຣັດຕະນະໄຕຣ ຄຳວ່າ ພຣະຣັດຕະນະໄຕຣຄືແກ້ວສາມປະການ ກ່າວຄື ພຣະພຸດ ພຣະທັມ ແລະ ພຣະສົງ ເຊິ່ງແຕ່ລະຢ່າງກໍມີຄຸນສົມບັດແຕກຕ່າງກັນ ເຊັ່ນ ພຣະພຸດທະເຈົ້າມີຄຸນ 9 ປະການ, ພຣະທັມມີຄຸນ 6 ປະການ ແລະ ພຣະສົງມີຄຸນ 9 ປະການ ການລະລຶກເຖິງຄຸນພຣະຣັດຕະນະໄຕຣເປັນການນຶກເຖິງສິ່ງທີ່ມີຄຸນຄ່າ ສິ່ງທີ່ດີງາມ ອັນຈະພາໃຫ້ຈິດໃຈເກີດກຸສົນ ແລະ ເຂົ້າເຖິງຄວາມສະຫງົບໄດ້ງ່າຍ.

         3. ເພື່ອປ້ອງກັນໄພອັນຕະລາຍຕ່າງໆ ນອກຈາກສອງປະການທີ່ກ່າວມານັ້ນ ການສູດມົນຍັງເປັນອຸບາຍໃນການເຮັດໃຫ້ຈິດໃຈຮູ້ສຶກວ່າມີທີ່ເພິ່ງເມື່ອເກີດໄພອັນຕະລາຍຕ່າງໆ ຊາວພຸດມັກຈະສູດມົນເພື່ອໃຫ້ຕົນເອງປອດໄພຈາກອັນຕະລາຍເຫຼົ່ານັ້ນ ຄວາມຈິງ ຄວາມເຊື່ອນີ້ກໍບໍ່ແມ່ນສິ່ງທີ່ເກີດຂຶ້ນລອຍໆ ແຕ່ມີທີ່ມາຈາກຄຳພີທັມມະບົດ ເລື່ອງມີຢູ່ວ່າ ສະໄໝໜຶ່ງ ໃນເມືອງເວສາລີມີໂຣກເກີດຂຶ້ນ 3 ຊະນິດຄື: 

ໜຶ່ງ-ທຸບພິກຂະໄພ ເຂົ້າຍາກໝາກແພງ ຖ້າທຽບໃສ່ຍຸກນີ້ກໍຄື ເສດຖະກິດຕົກຕ່ຳ ເງິນເຟີ້ຢ່າງໜັກ ເຄື່ອງຂອງແພງຂຶ້ນ ແຕ່ຄ່າແຮງຄືລາຍໄດ້ຂອງຜູ້ຄົນຍັງທໍ່ເກົ່າ ຖ້າໜັກໄປກວ່ານັ້ນ ຄືຜູ້ຄົນອົດຢາກຫິວໂຫຍ.

ສອງ-ໂຣຄະໄພ ໂຣກຫ່າລະບາດຢ່າງໜັກ ເຊິ່ງເປັນໂຣກທີ່ເຮັດໃຫ້ຄົນລົ້ມຕາຍເປັນຈຳນວນຫຼວງຫຼາຍ ໃນຄຳພີເລົ່າໄວ້ວ່າ ສົບກອງເລ່ຍລາຍໄປທົ່ວຕົວເມືອງ ໂຄວິດ-19 ໜ້າຈະຈັດຢູ່ໃນໂຣກທີ່ຄຳພີທາງພຸດທະສາສະໜາເອີ້ນວ່າ ໂຣກຫ່າ.

ສາມ-ອະມະນຸດສະໄພ ເມື່ອມີຊາກສົບເປັນຈຳນວນຫຼາຍ ຈຶ່ງເຮັດໃຫ້ພວກອະມະນຸດ ຫຼືພວກພູດຜີປີສາດເຂົ້າມາກິນຊາກສົບ ທັງລົບກວນ ແລະ ທຳຮ້າຍຊາວເມືອງຈົນຜູ້ລົ້ມຕາຍເປັນຈຳນວນຫຼາຍຂຶ້ນ.

ເຈົ້າລິດສະວີຜູ້ປົກຄອງນະຄອນເວສາລີເຫັນເຫດການແບບນີ້ ຈຶ່ງໄດ້ນິມົນພຣະພຸດທະເຈົ້າ ແລະ ຄະນະສົງມາສູດມຸງຄຸນ ເມື່ອສູດແລ້ວພຣະອົງຈຶ່ງໃຫ້ພຣະອານົນໄປປະພົມນ້ຳພຸດທະມົນທົ່ວພຣະນະຄອນ ຝົນຫ່າໃຫຍ່ຕົກລົງມາ ເກັບກວາດເອົາຊາກສົບ ແລະ ສິ່ງເປິເປື້ອນໄປກັບສາຍນ້ຳ ໂຣກໄພທັງຫຼາຍກໍຄ່ອຍໆມະລາຍຫາຍໄປຈົນໝົດສິ້ນ.

ດ້ວຍເຫດຜົນທີ່ກ່າວມາຂ້າງເທິງນັ້ນ ຊາວພຸດບາງສ່ວນຈຶ່ງເຊື່ອວ່າການສູດມົນສາມາດກຳຈັດປັດເປົ່າສິ່ງທີ່ບໍ່ດີອອກໄປຈາກຊີວິດໄດ້ ເຮົາຈະເຫັນໄດ້ວ່າ ເມື່ອເຖິງເທດສະການສົງການ ຊາວພຸດລາວມັກຈະນິມົນພຣະພິກສຸສົງໄປຈະເລີນພຸດທະມົນຢູ່ຕາມເຮືອນຊານບ້ານຊ່ອງ ເພື່ອກຳຈັດປັດເປົ່າສິ່ງທີ່ບໍ່ດີອອກໄປ ໃຫ້ເຫຼືອໄວ້ແຕ່ຄວາມເປັນສິຣິມຸງຄຸນ ປະເພນີນີ້ເກີດມາຈາກຄວາມເຊື່ອທີ່ວ່າ ການສູດມົນ ສາມາດກຳຈັດປັດເປົ່າ ແລະ ປ້ອງກັນໄພອັນຕະລາຍຕ່າງໆໄດ້.

ເຖິງແມ່ນວ່າ ປະໂຫຍດຂອງການສູດມົນຂໍ້ອື່ນໆເປັນຕົ້ນວ່າ  ສູດເພື່ອສືບທອດພຣະສາສະໜາ ສູດເພື່ອລະລຶກເຖິງຄຸນພຣະຣັດຕະນະໄຕຣ ແລະ ສູດເພື່ອປ້ອງກັນໄພອັນຕະລາຍຕ່າງໆ ທີ່ກ່າວມາແລ້ວນັ້ນ ຈະເປັນນາມະທັມຈົນເກີນໄປ ແລະ ພິສູດໃຫ້ເຫັນເປັນປະຈັກໄດ້ຍາກ ແຕ່ເຫດຜົນທີ່ວ່າ ການສູດມົນເປັນອຸບາຍໃນການຝຶກໃຈໃຫ້ສະຫງົບ 

ຜູ້ຂຽນຄິດວ່າ ເຮົາສາມາດພິສູດໄດ້ດ້ວຍຕົນເອງ 

ບໍ່ເຊື່ອ ລອງສູດເບິ່ງ! 

ອະຣະຫັງ ສັມມາສັມພຸດໂທ ພະຄະວາ ພຸດທັງ ພະຄະວັນຕັງ ອະພິວາເທມິ (ຂາບ)

ຢ່າງໃດກໍຕາມ ແມ້ພວກເຮົາຈະຮູ້ວ່າ ການສູດມົນມີອານິສົງ ຫຼື ມີປະໂຫຍດຫຼາຍຢ່າງ ແຕ່ເມື່ອຮອດຍາມລົງມືປະຕິບັດຈິງ ຫຼາຍຄົນມັກຮູ້ສຶກອືດອາດຍືດຍາດ ບິດຂີ້ຄ້ານແລ້ວ ບິດອີກ ບາງຄົນສູດໄປນຳເຫງົານອນໄປນຳ (ຫຼືຊິຖຽງ?)  ບາງຄົນ ເບິ່ງຄືວ່າເບື່ອໂລກເຕັມທົນ (ໂດຍສະເພາະຕອນເຊົ້າ) ຫງ່ອມ ເຫງົາ ເສົ້າ ຊຶມ ແລະ ແສນທີ່ຈະເຊັງເປັດ (ບໍ່ຮູ້ດອກວ່າ ແທ້ທີ່ຈິງແລ້ວພາຍໃນຂອງແຕ່ລະຄົນຮູ້ສຶກແບບໃດ ແຕ່ກິຣິຍາສະແດງອອກມາແບບນັ້ນ) ສິ່ງເຫຼົ່ານີ້ ສະແດງໃຫ້ເຫັນວ່າ

ບາງທີ ການສູດມົນ ກໍໜ້າເບື່ອບໍ່ໜ້ອຍເລີຍ.

ຈາກປະສົບການທີ່ພໍມີ ອາຕະມາເຫັນວ່າ ທີ່ເປັນເຊັ່ນນັ້ນ ເພາະເກີດຈາກຄວາມບໍ່ມີສັດທາຕໍ່ສິ່ງທີ່ເຮົາກຳລັງຂາບໄຫວ້ແລະ ເບິ່ງບໍ່ເຫັນຄຸນຄ່າທີ່ແທ້ງຈິງຂອງການສູດມົນ ຈາກການສັງເກດຕົນເອງມາເປັນເວລາຫຼາຍປີ ໂດຍສ່ວນຕົວເຫັນວ່າ ການສູດມົນເປັນເຄື່ອງມືໃນການຝຶກຈິດໃຫ້ສະຫງົບໄດ້ເປັນຢ່າງດີ ການສູດມົນຍິ່ງສູດດົນເທົ່າໃດຈິດໃຈຍິ່ງສະຫງົບເທົ່ານັ້ນ ເຊິ່ງແຕກຕ່າງຈາກການນັ່ງສະມາທິ ຍິ່ງນັ່ງດົນຍິ່ງຟຸ້ງຊ່ານ ໂດຍສະເພາະຄົນທີ່ຝຶກນັ່ງໃໝ່ໆ ຮ່າງກາຍຢູ່ບ່ອນໜຶ່ງ ແຕ່ໃຈລ່ອງລອຍໄປໃສກໍບໍ່ຮູ້ ຄິດຮອດລູກ ຄິດຮອດຫຼານ ຄິດຮອດພໍ່ບ້ານ ຄິດຮອດແຟນ ສາລະພັດຄິດ. 

ຖາມຕໍ່ໄປວ່າ ເມື່ອຈິດໃຈສະຫງົບແລ້ວມີປະໂຫຍດແນວໃດ?

ຈິດໃຈທີ່ສະຫງົບຈະເຮັດໃຫ້ເຮົາເບິ່ງເຫັນສິ່ງຕ່າງໆຕາມຄວາມເປັນຈິງໄດ້ຫຼາຍຂຶ້ນ 

ມີຄຳປຽບທຽບວ່າ ຈິດໃຈທີ່ຟຸ້ງຊ່ານກໍເໝືອນລຳທານທີ່ເຕັມໄປດ້ວຍນ້ຳຂຸ່ນ ຍິ່ງກວນກໍຍິ່ງຂຸ່ນ ເຮົາບໍ່ສາມາດເບິ່ງເຫັນສິ່ງຕ່າງໆຜ່ານນ້ຳຂຸ່ນໄດ້ ສັນໃດ ຈິດໃຈທີ່ຂຸ່ນຍ່ອມບໍ່ສາມາດເບິ່ງເຫັນສິ່ງຕ່າງໄດ້ຊັດເຈນ ສັນນັ້ນ ແຕ່ຖ້າປ່ອຍນ້ຳນັ້ນໄວ້ໃຫ້ຝຸ່ນທີ່ຢູ່ໃນນັ້ນຈົມລົງພື້ນ ເຮົາຈະເບິ່ງເຫັນສິ່ງຕ່າງໆຊັດເຈນຂຶ້ນ ຈິດໃຈສະຫງົບກໍເໝືອນນ້ຳນິ້ງ ແລະ ໃສ 

ທີ່ເຮົາບໍ່ສາມາດແກ້ບັນຫາບາງຢ່າງໃນຊີວິດປະຈຳວັນໄດ້ ກໍເພາະໃຈເຮົາຍັງຂຸ່ນດ້ວຍເລື່ອງລາວຕ່າງທີ່ຖາໂຖມເຂົ້າມາໃນແຕ່ລະມື້

ສະນັ້ນ ຖ້າຕ້ອງການໃຈທີ່ນິ້ງແລະຜ່ອງໃສ 

ຄວນຫາສະຖານທີ່ງຽບສະຫງັດ ຢູ່ກັບຕົນເອງພຽງລຳພັງ ນັ່ງສູດມົນເບົາໆ ອາດຈະໂດດດ່ຽວ ປ່ຽວກາຍ

ແຕ່ສຸກໃຈ. ຜູ້ອ່ານທີ່ຮັກທັງຫຼາຍ ບໍ່ມີຄວາມສຸກໃດທີ່ຈະຍິ່ງໃຫຍ່ໄປກວ່າ ຄວາມສະຫງົບ

ພຣະພຸດທະເຈົ້າກ່າວໄວ້ເຊັ່ນນັ້ນ.

ນະຄອນຫຼວງວຽງຈັນ,

22 ສິງຫາ 2022

]]>