ປະຫວັດມື້ຂີ້ຕົ໋ວະ

 ປະຫວັດມື້ຂີ້ຕົ໋ວະ / April Fools’ Day ມື້ຂີ້ຕົ໋ວະ ມີຊື່ເອີ້ນວ່າ ວັນເມສາ ຫນ້າໂງ່ ຫລືອ (April Fools’Day) ປະຫວັດຂອງມື້ນີ້ ນັກປະຫວັດສາດຄາດວ່າ ເລີ່ມຕົ້ນທີ່ປະເທດຝຣັ່ງເສດໃນຍຸກສະຕະວັດທີ່ 16 ຕອນນັ້ນຄົນຝຣັ່ງເສດມີມື້ປີໃຫມ່ກົງກັບມື້ວັນທີ່ 1 ເມສາ ຕາມປະຕິທິນຈູເຣີຍນ (Julian calendar ) ເຫມືອນກັບປະຕິທິນຂອງຊາວຮິນດູ ຈົນມາຮອດ ຄ.ສ 1562 ຝຣັ່ງປະກາດປ່ຽນມາຖືປະຕິທິນເກຣກໍເຣີຍນ(Gregorian calendar) ຈຶ່ງກຳຫນົດໃຫ້ຊາວຄຣິສທົ່ວໂລກສະລອງມື້ປີໃຫມ່ພ້ອມກັນເປັນວັນທີ່ 1 ມັງກອນ. ເຫດກໍ່ຄື ສະໄຫມກ່ອນ ຂ່າວສານບໍ່ໄດ້ກະຈ່າຍໄວ ເຫມືອນສະໄຫມນີ້ ຄົນບ້ານນອກຂອງຝຣັ່ງເສດບາງກຸ່ມຍັງບໍ່ຮູ້ ແຖມບາງຄົນໄດ້ຍິນແລ້ວກໍ່ຍັງບໍ່ເຊື່ອ ເລຍສະລອງມື້ປີໃຫມ່ວັນທີ່ 1 ເມສາ ຄືເກົ່າ ເຮັດໃຫ້ພວກບໍ່ຕົກຍຸກເຍາະເຍື້ອຍພວກຕົກຍຸກວ່າ “ຫນ້າໂງ່ “ ພະຍາຍາມຕັ໋ວະຄົນພວກນັ້ນເພື່ອຄວາມ ສະນຸກເຮຮ່າອີກ ວັນທີ່ 1 ເມສາ ກໍ່ເລຍກາຍເປັນວັນທີ່ຄົນຫລອກຕັ໋ວະກັນດ້ວຍການແຕ່ງເລື່ອງອິຫຍັງກໍ່ໄດ້ມາໃຫ້ຄົນອື່ນເຊື່ອ ຈາກນັ້ນຄ່ອຍສະເລຍໃນຕອນທ້າຍ ເຊີ່ງເລື່ອງທີ່ເອົາມາຕັ໋ວະນັ້ນຈະຕ້ອງບໍ່ເຮັດໃຫ້ອີກຝ່າຍເຖີງກັບເລືອດຕົກຍາງອອກ ແລະ ຄົນທີ່ຖືກຕັ໋ວະຈະຕ້ອງບໍ່ຮ້າຍໃຫ້ນຳ ເພາະເຊື່ອວ່າ ມື້ນີ້ເປັນມື້ ພິເສດ. Apri Fools Day ສະເຫລີມສະຫລອງ ໃນວັນທີ່ 1 ເມສາ ຂອງທຸກໆປີ ແລະ ເລີ່ມເປັນທີ່ນິຍົມໃນຫລາຍໆປະເທດໂດຍສະເພາະໃນແຄນນາດາ ຍຸໂຣບ, ອອສເຕຣເລຍ, ບຣາຊິວ ແລະ ສະຫະຣັຖອະເມລິກາ

ຕົວຢ່າງເຫດການການຫລີ້ນໃນມື້ April Fools’ Day

-ໃນປີ 2005 ສະຖານີໂທລະທັດ ຊ່ອງ 3 ທີ່ Estonia ໄດ້ອອກປະກາດວ່າມີວິທີ່ເຮັດໃຫ້ສະຖາທານີຮູ້ວ່າ ຕອນນີ້ ນີ້ມີຜູ້ຊົມຢູ່ຫນ້າຈໍຈັກຄົນ ແລະ ຍັງບອກໃຫ້ຜູ້ຊົມໃສ່ຫລຽນໄປທີ່ຫນ້າຈໍໂທລະທັດເພື່ອຈະເບິ່ງລາຍການໂທລະທັດຕໍ່
-ໃນປີ2005 ທາງອົງການ NASA ໄດ້ໃສ່ພາດຫົວເທິງ Website ຂອງຕົວເອງວ່າ ໄດ້ພົບນ້ຳທີ່ດາວອັງຄານ ຊີ່ງເມືອຄລິກເຂົ້າໄປກໍ່ຈະພົບພາບແກ້ວນ້ຳວາງຢູ່ເທິງຂະຫນົມຍີ່ຫໍ້ Mars
-ໃນປີ 2008 ມີຂ່າວຫລອກໆດ້ວຍຫລາຍໆບໍລິສັດເຊັ່ນ
Pizzahut ປ່ຽນເປັນ Pasta Hut ໃນ ໂຮມເພຈຂອງ Pizzahut.com
BMW ປະກາດເທ້ກໂນໂລຢີໃຫມ່ທີ່ໃຊ້ປ້ອງກັນຫມາຍ່ຽວໃສ່ລົດ ໂດຍການປ່ອຍກະແສ່ໄຟຟ້າຕອບກັບເພື່ອຊ້ອດມັນຄືນ.   Sources:


https://www.history.com/topics/holidays/april-fools-day
https://th.wikipedia.org/…/%E0%B8%A7%E0%B8%B1%E0%B8%99%E0%B…
https://thethaiger.com/…/April-Fools-Day-%E0%B8%AB%E0%B8%A3…

Author: Singkham
I regularly blog on dhamma, Buddhist news, How to IT, and more