ພິທີເຊັນບົດບັນທຶກຄວາມເຂົາໃຈ (MOU) ລະຫວ່າງ ສູນກາງ ອພສ ກັບ ບໍລິສັດ NewPay

ໃນວັນສຸກ ວັນທີ 28 ສິງຫາ 2020​ ທີ່​ ນະຄອນຫຼວງວຽງຈັນ. ພິທີເຊັນບົດບັນທຶກຄວາມເຂົາໃຈ (MOU)ໄດ້ຖືກສ້າງຂື້ນ ລະຫວ່າງ ”ສູນກາງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ. ລາວ ແລະ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈຳກັດ” ກ່ຽວກັບການຮ່ວມມືສ້າງ ແລະ ພັດທະນາແອັບພລິເຄຊັ່ນ ຫມວດ ທັມມະ,ພຸດທະສາສະໜາ,​ ຮີດຄອງປະເພນີ ເພື່ອປະກອບໃສ່ໜ້າຫຼັກຂອງ ແອັບພລິເຄຊັ່ນ New Pay.

ບໍລິສັດ ລາວນິວເພ ເທັກໂນໂລຢີ ຈຳກັດ ເປັນບໍລິສັດ ພັດທະນາແອບຊຳລະເງິນອອນໄລນ໌ ຂອງ ນັກພັດທະນາຈີນ ຮ່ວມກັບ ນັກວິຊາການລາວ. ຈຸດປະສົງຂອງການຮ່ວມມືຄັ້ງນີ້ ແມ່ນ ເພື່ອ ພັດທະນາ ແອບ ຫມວດພຣະພຸດທະສາສະໜາ ໃຫ້ເປັນຊ່ອງທາງເຜີຍແຜ່ຂໍ້ມູນພຸດທະສາສະໜາ ຂອງ ສປປ ລາວ ໃຫ້ຊ່າວຫນຸ່ມເຍົາວະຊົນ ແລະ ສ້າງຄວາມສະດວກໃຫ້ແກ່ພຸດທະສາສະນິກກະຊົນລາວບັນດາເຜ່ົາ ແລະ ຜູ້ທີ່ສົນໃຈໄດ້ເຂົ້າເຖີງພຸດທະສາສະໜາ.

ເມດຕາ ເປັນປະທານ ຝ່າຍ ສູນກາງ ອພສ ພຣະຍອດຄຳພັດທະຣະເກສີ (ປອ. ດຳຣົງ ພິມມະຈັກ) ຄະນະບໍລິຫານງານປະຈຳການ ສູນກາງ ອພສ. ຫົວໜ້າຫ້ອງການບໍລິຫານງານ, ຫົວໜ້າກັມມາທິການ ການຕ່າງປະເທດ ສູນກາງ ອົງການພຸດທະສະສາະໜາສຳພັນລາວ ພ້ອມດ້ວຍພຣະຍອດຄຳ,ພຣະຫລັກຄຳ ແລະ ຄະນະ ເມດຕາເຂົ້າຮ່ວມເປັນສັກຂີພະຍານ.

ໃຫ້ກຽດເປັນປະທານຝ່າຍ ບໍລິສັດ ລາວນິວເພ ຈຳກັດ. ທ່ານ ສົມພັນ ທັນນະວົງ ປະທານ ບໍລິສັດ ລາວນິວເພ ຈຳກັດ ແລະ  ທ່ານ ບຸນທະວີ ພອນທະສິນ ຮອງຫົວໜ້າກົມສາສະໜາ ສູນກາງ ແນວລາວສ້າງຊາດໃຫ້ເກດ ເຂົ້າຮ່ວມເປັນສັກຂີພະຍານຂອງ ພ້ອມດ້ວຍ ພະນັກງານ ພາກສ່ວນທີ່ກ່ຽວຂ້ອງຈາກບໍລິສັດ ລາວນິວເພ ຈຳກັດ ເຂົ້າຮ່ວມ.

Author: Singkham
I regularly blog on dhamma, Buddhist news, How to IT, and more