ຊາວໜຸ່ມລາວຜູ້ທີ່ສາມາສອບເສັງໄດ້ໃບປະກາດຄວາມປອດໄພທາງໂລກອິນເຕີເນັດ ຫຼື Cyber Security ລະດັບສາກົນ.

lao hacker and cyber security

ແສງໄຊ ໄຊຍະຈັກ ຫຼື ແຟຣ້ງ ເດັກໜຸ່ມຜູ້ໂຊກດີ ທີ່ຮູ້ຕົວເອງວ່າ ມັກ ທາງດ້ານຄວາມປອດໄພທາງຄອມພິວເຕີມາແຕ່ຍັງນ້ອຍ.

ແຟຣ້ງ ຍັງບອກອີກວ່າ ຕົວເອງເປັນຄົນມັກຕັ້ງຄຳຖາມສະໄຫມຮູ້ຈັກຫຼິ້ນຄອມ,ຫຼິ້ນເວັບໄຊຕ໌ແຕ່ຍັງນ້ອຍ ຕອນຮຽນຢູ່ ມໍ3- ມໍ4 ແລະ  ເປັນຊ່ວງເວລາທີ່ຕິດເກມໜັກ ແລະ ໄດ້ມາເອະໃຈເລື່ອງ ຄວາມປອດໄພທາງເກມອອນລາຍ ເຖີງຄວາມປອດໄຜຕ່າງໆວ່າ ເຂົາເຈົ້າແຮັກໄດ້ແນວໃດ່ ສ້າງບັອທຂື້ນມາແນວໃດ່. ເລີ່ມອ່ານກ່ຽວກັບເລື່ອງນີ້ ແລະ  ເລີ່ມລົງເລິກສະເພາະທາງນີ້.

ແສງໄຊ ໄຊຍະຈັກ ຮຽນຈົບຈາກມະຫາວິທະຍາໄລ MPT ຢູ່ ຮາໂນຍ ສາຍ Software Engineer ປັດຈຸບັນເປັນ CEO ຢູ່ ບໍລິສັດ ຊີຄິວ ຈຳກັດ ທີ່ໃຫ້ບໍລິການດ້ານຄວາມປອດໄພຄອມທາງພິວເພີຄົບວົງຈອນ ເຊັ່ນວ່າ ບໍລິການທົດສອບການເຈາະລະບົບໃຫ້ອົງກອນ,ການເຝິກອົບຮົມຄວາມປອດໄພທາງດ້ານຄອມພິວເຕີ, ການທົດສອບແອບພລິເຄຊັ່ນ ແລະ ອື່ນໆ.

 ດ້ວຍຄວາມທີ່ ແຟຣ້ງ ສົນໃຈເລື່ອງ Computer Security ຫຼື ລະບົບຄວາມປອດໄພທາງດ້ານຄອມພິວເຕີ້ ຈື່ງໄດ້ເຂົ້າສອບເສັງ ແລະ ໄດ້ຮັບໃບຢັ້ງຢືນຈາກ OSCP ຂອງບໍລິສັດ Offensive Security ໃນລະດັບສາກົນຂອງປະເທດ ສະຫະລັດອາເມຣິກາ


ແຟຣ້ງໄດ້ກ່າວເຖິງຄວາມສຳຄັນຂອງການສອບເສັງເທື່ອນີ້ວ່າ “OSCP ເປັນ Certificate ດ້ານ Cyber Security ຂອງບໍລິສັດ Offensive Security ຢູ່ປະເທດ ສະຫະລັດອາເມລິກາ ທີ່ໄດ້ຮັບການຍອມຮັບຈາກທົ່ວໂລກ, ຖືວ່າໃບເບີກທາງໃຫ້ແກ່ຜູ້ສົນໃຈເຮັດວຽກສາຍ Offensive Security ຫຼາຍໆຄົນເລີຍ”.
.
ພ້ອມທັງໄດ້ເລົ່າເຖິງຂັ້ນຕອນການກຽມຕົວ ແລະ ການສອບເສັງດັ່ງນີ້:
“ກ່ອນສອບເສັງເຮົາສາມາດເລືອກໄດ້ວ່າຈະຮຽນ 1 ເດືອນ, 2 ເດືອນ ຫຼື 3 ເດືອນ, ເພື່ອກະກຽມຄວາມພ້ອມສຳລັບການສອບເສັງ. ຮູບແບບການສອບເສັງຈະມີເວລາໃຫ້ 2 ມື້ ແລະ ມີຜູ້ຄຸມເບິ່ງເຮົາຜ່ານກ້ອງ ແລະ ເບິ່ງໜ້າຈໍເຮົາຕະຫລອດການສອບເສັງ.


24 ຊົ່ວໂມງທຳອິດແມ່ນຈະມີ Server 5 ເຄື່ອງໃຫ້ຜູ້ສອບເສັງ Hack ເຂົ້າເອົາຂໍ້ມູນລັບອອກມາ ເກນໃນການຜ່ານແມ່ນ 70 ຄະແນນ.ສ່ວນອີກ 24 ຊົ່ວໂມງຕໍ່ມາແມ່ນການຂຽນບົດລາຍງານວິທີການ Hack ແຕ່ລະຂັ້ນຕອນ ແລະ ຫຼັກຖານການຜ່ານໂຈດ.”
.
“ມື້ສອບເສັງເປັນມມື້ທີ່ຄວາມກົດດັນຫຼາຍ ແລະ ເຮົາຕ້ອງມີການບໍລິຫານຈັດການເວລາທີ່ດີເພາະການ Hack ເຂົ້າເຄື່ອງໜຶ່ງບໍ່ແມ່ນເລື່ອງງ່າຍ ມັນຈະຫຼອກໃຫ້ເຮົາໄປ Hack ຜິດຈຸດເຮັດໃຫ້ເສຍເວລາ ແລະ ທໍ້ໄດ້, ເຮົາຕ້ອງໄດ້ພັກເພື່ອ Clear ສະໝອງທຸກໆຊົ່ວໂມງ.


ການກຽມພ້ອມແມ່ນຕ້ອງມີວິໄນ ແລະ ການບໍລິຫານຈັດການເວລາທີ່ດີ ເພາະໄດ້ອ່ານບົດຮຽນຫຼາຍ ແລະ ເຮັດ exercise ໃນແຕ່ລະ chapter ລວມທັງໝົດປະມານ 800 ໜ້າ ແລະເຮັດ Lab ອີກ 40/50 ເຄື່ອງ ເປັນເວລາ 3 ເດືອນ. ທັງໝົດແມ່ນຕ້ອງເຮັດທຸກໆຕອນແລງ ຫຼັງຈາກກັບຈາກຫ້ອງການ.”
.
“ຮູ້ສຶກພູມໃຈໃນຕົນເອງທີ່ສຸດ ເພາະ OSCP ເປັນໃບຢັ້ງຢືນໜຶ່ງທີ່ຝັນວ່າຢາກໄດ້ ຕັ້ງແຕ່ຕອນຍັງນ້ອຍສົນໃຈເລື່ອງ Security ໃໝ່ໆ ແລະຕອນນີ້ກໍເປັນຈິງແລ້ວ ມັນຊ່ວຍເພີ່ມຄວາມໝັ້ນໃຈໃຫ້ຕົວເຮົາເອງ ລວມທັງໃຫ້ລູກຄ້າໝັ້ນໃຈວ່າລູກຄ້າຈະໄດ້ຮັບການບໍລິການລະດັບສາກົນໂດຍຄົນລາວແນ່ນອນ.”
.
ນອກຈາກຜົນງານທີ່ໄດ້ກ່າວມາແລ້ວ ໃນສະໄໝຮຽນ ເເຟຣ້ງຍັງເຄີຍເປັນຕົວແທນປະເທດລາວໄປແຂ່ງ Microsoft Office World Championship ຢູ່ ສະຫະລັດອາເມລິກາ 2 ປີຊ້ອນ ປີ 2014 ແລະ 2015 ແລະ ກໍເປັນຕົວແທນປະເທດລາວໄປແຂ່ງ Cyber Security ຢູ່ປະເທດສິງກະໂປ ປີ 2019 ນຳ.


ຜົນສຳເລັດເທື່ອນີ້ຂອງແຟຣ້ງ ອາດຈະເປັນອີກເລື່ອງ ທີ່ສາມາດເປັນແຮງບັນດານໃຈໃຫ້ແກ່ນັກສຶກສາ ຫຼື ຜູ້ທີ່ມີຄວາມສົນໃຈທາງດ້ານຄວາມປອດໄພທາງຄອມພິວເຕີ້.

Sources :

ບົດສຳພາດ Frank Xayachack

Lao x page

Author: Singkham
I regularly blog on dhamma, Buddhist news, How to IT, and more