ສິບສອງປັນນາກ່ອນທີ່ຈະຖືກລືມ

ຮູ້ຈັກສິບສອງປັນນາ

ສິບສອງປັັນນາ ມີຄວາມເປັນມາແນວໃດ່? ສະຖານະການປັດຈຸບັນເປັນແນວໃດ່ແດ່? ໃນຖານະລູກຫລານຊາວໄຕລື້ ໃນປະເທດໃຫມ່ ສິບສອງປັນນາ ມັກຮູ້ໃນນາມເປັນຖິ່ນກຳເນີດຂອງບັນພະບູລຸດ ເປັນຄຳທີ່ເຄີຍໄດ້ຍິນມາຕັ້ງແຕ່ນ້ອຍຈາກຄົນຮຸ່ນຫລັງເລົ່າສູ່ຟັງ ຜ່ານມາຫລາຍປີພໍໄດ້ສຶກສາປະຫວັດສາດ ແລະ ຄວາມເປັນມາຫລາຍຂື້ນ ກໍ່ແຮງປາດຖະນາຍາກໄປຢ້ຽມຍາມໃຫ້ໄດ້ຈັກເທື່ອ ແລະ ແລ້ວຜູ້ຂຽນກໍ່ໄດ້ໂອກາດໄປມາແລ້ວ ຈຶ່ງຢາກຈະມາແບ່ງປັນຮູບພາບບາງສ່ວນ.

ກ່ອນອື່ນມາຮູ້ຈັກຄວາມເປັນມານ້ອຍຫນຶ່ງ ຊື່ງຫລາຍຄົນອາດຈະຍັງບໍ່ຮູ້ ຫລືອາດຈະພໍຄຸ້ນໆຫູ ຄຳວ່າ “ສິບສອງປັນນາ (Sipsongpanna)”ເປັນພາສາໄຕລື້ ຫລື ຈີນ ອອກສຽງ “ຊິຊວງປັນນາ Xishuangbanna ເປັນຊື່ອານາເຂດການປົກຄອງຂອງຄົນໄຕທີ່ອາໃສ່ຢູ່ສິບສອງປັນນາເຊັ່ນ ໄຕໃຫຍ່ ໄຕລື້ ໄຕດຳ ໄຕຂາວ ໄຕໃນທີ່ນີ້ ຫມາຍເຖີງ ຄົນ ຫຼືຊົນຊາດ

ອີກຄວາມຫມາຍຫນື່ງ ສິບສອງປັນນາ ແປວ່າ ມີທີ່ນາສິບສອງພັນຜື່ນ ໃນເຂດການປົກຄອງທັ້ງ 12 ຫົວເມື່ອງໃນອາດີດ ອານາເຂດ ຫລື ອານາຈັກທີ່ມີຊື່ຄ້າຍໆກັນເຊັ່ນ ອານາຈັກລ້ານນາ ເປັນອານາຈັກຊົນຊາດໄທຍວນ ອານາຈັກລ້ານຊ້າງ ເປັນອານາຈັກຊົນຊາດລາວ

ໃນອາດີດນອກຈາກຊົນຊາດໃຫຍ່ໆແລ້ວ ຍັງມີຊົນຊາດ ຊົນເຜົ່າກຸ່ມນ້ອຍຕ່າງໆ ອີກຫລາຍ ເຊັ່ນ ມົ້ງ ຫລື ແມ້ວ ຢ້າວ ລາຫູ່ ຫລື ມູເຊີ ແລະ ອື່ນໆ ທີ່ກະຈັດກະຈາຍກັນຢູ່ຕາມພື້ນທີ່ຕ່າງໆ ຊື່ງອາດກ່າວໄດ້ວ່າແຕ່ລະກຸ່ມຊົນຊາດເປັນເຂດປົກຄອງຕົນເອງ ມີອຳນາດການປົກຄອງ ມີພາສາແລະວັດທະນະທຳເປັນຂອງຕົນເອງ ແຕ່ກໍ່ຍັງມີກຸ່ມຊົນຊາດທີ່ມີພາສາ ວັດທະນະທຳ ປະເພນີ ທີ່ເຫມືອນກັນ ເຊັ່ນ ຊົນຊາດລາວ ຊົນຊາດໄທ ແລະ ມີຕ່າງກັນທັ້ງ ພາສາວັດທະນະທຳ ປະເພນີ…  ຕໍ່ມາເມື່ອປະທານເຫມົາເຈີຕຸງສ້າງຕັ້ງສາທາລະນະລັດປະຊາຊົນຈີນ ຄຳວ່າ ປະເທດ ທີ່ມີການແບ່ງດິນແດນທີ່ຊັດເຈນ ມີລັດຖະທຳມະນູນເປັນຂອງຕົນເອງ ເມື່ອຊົນຊາດຊົນເຜົ່າໃດ່ຢູ່ໃນດິນແດນຂອງປະເທດນັ້ນກໍ່ຈະເປັນຄົນຂອງປະເທດນັ້ນໂດຍປະລິຍາຍ ແລະຈະຕ້ອງປະຕິບັດຕາມກົດຫມາຍຂອງປະເທດນັ້ນ.

ຫ້າຊ່ຽງທີ່ເຄີຍຮຸ່ງເຮື່ອງໃນອາດີດ

ຊ່ຽງໃຫມ່ ຊ່ຽງຮາຍ ຊ່ຽງທອງ(ຫລວງພະບາງ) ຊ່ຽງຕຸງ ຊ່ຽງຮຸ່ງ ໃນປະຫວັດສາດທັ້ງຫ້າຊ່ຽງນີ້ລ້ວນແລ້ວແຕ່ເຄີຍຈະເລີນຮຸ່ງເຮື່ອງທັ້ງຫມົດ ແຕ່ຕ່າງວາລະສະຫມັຍກັນ ເປັນຕົ້ນວ່າ ຊ່ຽງໃຫມ່ ເຄີຍເປັນຣາຊະທານີ(Capital) ຂອງອານາຈັກລ້ານນາ ຊ່ຽງຮຸ່ງເຄີຍເປັນສູນກາງໃນ ຣາຊະອານາຈັກຫໍຄຳຊ່ຽງຮຸ່ງ(ສິບສອງປັນນາໃນປັດຈຸບັນ) ຂອງ ພະຍາເຈີງ (ພ.ສ.1523) ແລະ ຊ່ຽງທອງ ກໍ່ເຄີຍເປັນຣາຊະທານີ (Captial) ຂອງອານາຈັກລ້ານຊ້າງ ຂອງພະເຈົ້າຟ້າງຸ່ມ (ພ.ສ.1896) ຫົວເມື່ອງເຫລົ່ານີ້ໃນອາດີດມີຄວາມສຳພັນອັນດີຕໍ່ກັນ ຊ່ຽງຮຸ່ງແລະຫລວງພຣະບາງກັບລ້ານນາກໍ່ຈັດວ່າເປັນພີ່ເມື່ອງນ້ອງກັນ

ປະຫວັດສາດສິບສອງປັນນາ

ສິບສອງປັນນາໄດ້ເປັນຣາຊອານາຈັກຫໍຄຳຊ່ຽງຮຸ່ງ ເມື່ອປະມານ 825 ປີກ່ອນ ໂດຍພະຍາເຈືອງຫລືສົມເດັດພະເຈົ້າຫໍຄຳຊ່ຽງຮຸງທີ່ 1 ການອ່ອນແອຂອງຣາຊະວົງອານໂວສວນຕ໋ານຄັ້ງທຳອິດເລີ່ມເມື່ອຄັ້ງສົມເດັດພະເຈົ້າຫໍຄຳຊ່ຽງຮຸ່ງທີ່ 3 ຫລື ຣາຊະການທີ່ 3 (ທ້າວອ້າຍປຸງ) ແຫ່ງຣາຊະວົງອານໂວສວນຕ໋ານ ຈາກນັ້ນເກີດຄວາມວຸ້ນວ່າຍປ່ຽນແປງໄປເລື່ອຍໆ ສຸດທ້າຍເຖີງຣາຊະການ ທີ່ 24 ທ້້າວອິນເມີງ (ທ້າວອິນເມືອງ) ອານາຈັກສິບສອງປັນນາເລີ່ມເປັນປຶກແຜ່ນຫລາຍທີ່ສຸດ ການຂະຍາຍອະນາເຂດເຂົ້າໄປຍຶດເມື່ອງ ຊ່ຽງຕຸງ,ເມືອງແຖນ(ດຽນບຽນຝູ ຫວຽດຫນາມ) ຊ່ຽງແສນ,ລ້ານຊ້າງ ຈື່ງເປັນເຫດໃຫ້ການອົບພະຍົບຊາວໄທລື້ຈາກຊ່ຽງຮຸ່ງແລະອີກຫລາຍຕົວເມື່ອງລື້ເຂົ້າໄປສູ່ດິນແດນດັ່ງກ່າວ ເພື່ອເຂົ້າໄປຕັ້ງຊຸມຊົນປົກຄອງ ຊື່ງໃນປັດຈຸບັນມີໄຕລື້ກະຈາຍທົ່ວເມື່ອງແຖນ ຫົວເມືອງທາງເຫນືອຂອງປະເທດລາວ ມີຫລວງພຣະບາງ ຫລວງນ້ຳທາ ບໍແກ້ວ ເປັນຕົນ ແລະຣັດຊານ ຂອງປະເທດພະມ້າ ຈົນເຖີງຊ່ຽງຕຸ່ງ ແລະ ທາງຕອນໃຕ້ສິບສອງປັນນາດຳລົງຄວາມຫມັ້ນຄົ້ງເຟືອງຟູຢູ່ 100 ກວ່າປີ ກໍ່ຖືກຮຸກຮານອີກເທື່ອຫນື່ງໂດຍຊາວຫັ້ນ ໄຕລື້ ເອີ້ນວ່າ ຫໍ້ ເປັນກລຸ່ມຊົນຊາດສ່ວນຫລາຍຂອງຈີນທີ່ໃຫຍ່ທີ່ສຸດໃນໂລກ.

ສິບສອງປັນນາຕົກຢູ່ໃນການປົກຄອງຂອງຈີນໃນປີ ພ.ສ. 1835 ການສິ້ນສຸດອຳນາດການປົກຄອງ ແລະ ຍອມຮັບຈຳນົນຕໍ່ຊາວຫັ້ນ/ຫໍ້ ເມື່ອຣາຊະການທີ່ 33 ໃນປີ ພ.ສ. 2100 ພະມ້າໄດ້ກໍ່ຕັ້ງອານາຈັກຕອງອູ ພຣະເຈົ້າບຸເຣງນອງໄດ້ຂະຍາຍອຳນາເຂດຂອງຕົນໄປທາງຕະເວັນອອກ ພະມ້າໄດ້ໂຈມຕີສິບສອງປັນນາ ຕໍ່ຈາກນັ້ນຈຶ່ງໄດ້ແບ່ງເມື່ອງຊ່ຽງຮຸ່ງເປັນ ສິບສອງປັນນາ ແລະກໍ່ເປັນເມື່ອງໃນປັດຈຸບັນ ໃນຊ່ວງສະຫມັຍນີ້ເປັນຊ່ວງເວລາທີ່ວັດທະນະທຳຂອງພະມ້າ ແລະ ສາດສະໜາໄດ້ເຂົ້າໄປໃນສິບສອງປັນນາ ຊື່ງໃນປັດຈຸບັນສາມາດເຫັນໄດ້ວັດທະນະທຳການແຕ່ງກາຍຂອງໄຕ້ລື້ຄ້າຍໆຄົນພະມ້າ ສາດສະໜາ ເປັນສາດສະໜາພຸດເທຣະວາດ ແລະ ພາສາຂຽນກໍ່ຄ້າຍຄຶ່ງຂອງພະມ້າ

ຄ.ສ. 1952 ພັກຄອມມູນິດຈີນ ໄດ້ຍຶດຄອງຫັວເມື່ອງ ຂອງສິບສອງປັນນາທາງທິດຕະເວັນອອກ ຕໍ່ມາ ສິບສອງປັນນໄດ້ປະກາດເປັນລັດປົກຄອງຕົນເອງຊົນຊາດໄຕ ໃນສາທາລະນະລັດປະຂາຊົນຈີນ ແລະໃນປີນັ້ນເອງ ສະພາປະຊາຊົນຂອງສິບສອງປັນນາໄດ້ສ້າງຕົວອັກສອນໄຕ້ລື້ແບບໃຫມ່ ໂດຍອິງຕາມອັກສອນໄຕທຳແບບເກົ່າ

ຄ.ສ. 1955 ສິບສອງປັນນາເປັນເຂດປົກຄອງຕົນເອງ ແຕ່ເສຍດິນແດນໃຫ້ກັບຊົນຊາດອື່ນ ເພາະໃນຊ່ວງນີ້ພັກຄອມມູນິດຈີນປະກາດໃຊ້ກົດຫມາຍປະຕິຮູບທີ່ດີນ ເພື່ອ ປະຕິວັດອຸດສາຫະກຳ ເພື່ອຫວັງຈະທຳລາຍອຳນາດການປົກຄອງຫົວເມື່ອງຕ່າງໆ

ຄ.ສ.1966-1976 ເປັນຊ່ວງການປະຕິວັດທາງວັດທະນະທຳເພື່ອລ້າງວັດທະນະທຳແລະສັງຄົມເກົ່າ ພຣະສົງຊັ້ນສູງຖືກທຳຮ້າຍ ບັງຄັບໃຫ້ລາສິກຂາ ວັດວາອາຣາມຖືກໃຊ້ເປັນເລົ້າເຂົ້າ

ຄ.ສ.1987 ລັດຖະບານສິບສອງປັນນາ ປະກາດໃຊ້ກົດຫມາຍ ສຳຫລັບ ລັດຖະບານຂອງເຂດປົກຄອງຕົນເອງຊົນຊາດໄຕ ເພື່ອໃຫ້ສອດຄ້ອງກັບກົດຫມາຍແຫ່ງຊາດແຫ່ງສາທາລະນະລັດປະຊາຊົນຈີນ

ສິບສອງປັນນາໃນປັດຈຸບັນ

ປັດຈຸບັນ ສິບສອງປັນນາກຳລັງຈະກາຍເປັນຊົນກຸ່ມນ້ອຍທີ່ກຳລັງຈະຖືກລືມ ເຖິງແມ່ນວ່າ ປະຊາຊົນສ່ວນຫລາຍໃນສິບສອງປັນນາຈະເປັນຄົນໄຕລື້ ແຕ່ເດັກນ້ອຍ ແລະ ທຸກຄົນຈະຕ້ອງຮຽນພາສາຈີນ ເວົ້າພາສາຈີນ ດ້ວຍເຫດຜົນທາງການເມືອງ ແລະ ເສດຖະກິດ ແນວໃດ່ກໍ່ຕາມ ແຕ່ກໍ່ຍັງມີຄົນທ້ອງຖິ່ນ ຄົນເຖົ້າຄົນແກ່ ຄົນໄຕດຽວກັນ ຍັງເວົ້າພາສາໄຕລື້ຢູ່  ສ່ວນພາສາຂຽນນັ້ນຈະມີສອນສະເພາະໃນວັດ ຫລື ໂຮງຮຽນສົງເທົ່ານັ້ນ ແລະພໍຍັງມີໃຫ້ເຫັນຢູ່ ຕາມ ປ້າຍ ບອກທາງ ປ້າຍໂຄສະນາ.
ຄວາມງາມທີ່ເປັນເອກະລັກຂອງສິບສອງປັນນາຄື ສະຖານທີ່ລັດຖະການ ອາຄານບ້ານເຮືອນ ລວມທັງ ບ້ານພັກ ໂຮງແຮມ ສ້າງເປັນແບບຊົງໄຕປະສົມປະສານ  

ການເດີນທາງສູ່ສິບສອງປັນນາ

ທາງລົດປັດຈຸບັນກົມກວດຄົນເຂົ້າອອກເມືອງຝັ່ງລາວສູ່ສາຍແດນຈີນ ຍັງບໍ່ຮັບພາດສະປອດທີ່ບໍ່ມີວີຊາ ຈະຕ້ອງມີພາດສະປອດພ້ອມວີຊ່າ. ຖ້າບໍ່ມີພາດສະປອດແລະຕັ້ງໃຈຈະໄປພຽງແຕ່ສິບສອງປັນນາ ສາມາດເຮັດປື້ມຜ່ານແດ່ນຢູ່ດ່ານ.  ທາງລົດ ສາມາດໄປໄດ້ສອງເສັນທາງຈາກ ຫລວງນ້ຳທາ ດ່ານບໍ່ແຕນບໍ່ຫານ ສູ່ເມືອງຫລ້າ (ເມີງລ່າ) ແລະ ເຂົ້າທາງດ່ານແຂວງພົ້ງສາລີ ແລະ ສາມາດເດີນທາງດ້ວຍສາຍການບີນ ວຽງຈັນ-ຊ່ຽງຮຸ່ງ(Jinghong)

ການຕິດຕໍ່ສື່ສານໃນຈີນ

ເມື່ອເດີນທາງເຖີງປະເທດຈີນແລ້ວ ທ່ານຈະບໍ່ສາມາດໃຊ້ Social Media ຍອດນິຍົມຢ່າງ Facebook, Messenger, Instagram ແລະ Google ລວມທັ້ງບໍລິການ ທັ້ງຫມົດ ບໍ່ວ່າຈະເປັນ Gmail, Youtube

ດັ່ງທີ່ທ່ານຮູ້ ເນື່ອງຈາກທາງການຈີນໄດ້ Block ດ້ວຍ Great Firewall ຢ່າງດີ ແລະຍັງມີຫລາຍໆເວັບທີ່ຖືກ Block ທີ່ເຫັນວ່າເປັນໄພຕໍ່ຄວາມຫມັ້ນຄົງຕໍ່ຊາດຈີນ

ເມື່ອເຮົາຢາກຫລີ້ນເວັຍທີ່ຖືກບລັອກໃນປະເທດຈີນ ຄືຕ້ອງໃຊ້ບໍລິການ VPN (Virtual Private Internet ) ຊື່ງມີທັງແບບຟຣີ ແລະ ເສຍເງິນ.

Author: Singkham
I regularly blog on dhamma, Buddhist news, How to IT, and more