ແຊຣ໌ ປະສົບການ ຮ່ວມກອງຖ່າຍຫນັງຄັ້ງທຳອິດໃນລາວ.

ສະບາຍດີທຸກຄົນ  ມື້ນີ້ ບໍ່ມີຫຍັງຫລາຍ ຈະມາແຊຣ໌ປະສົບການເລັກນ້ອຍ ທີ່ໄດ້ໄປຮ່ວມຖ່າຍຫນັງສັ້ນ ກັບທີມງານຮູບເງົາທັມ ຂອງກັມມາທິການເຜີຍແຜ່ສີລະທັມ ຮ່ວມ ກັບນ້ອງໆທີມງານ ມິດຕະພາບ ໂພຣດັກຊັ່ນ ມີແຕ່ຜູ້ທີ່ມັກຮັກ ຫລົງໄຫລ່ ວຽກງານຖ່າຍຮູບ ຖ່າຍຫນັງ ເປັນຊີວິດຈິດໃຈ ພ້ອມອາສາຊ່ວຍ.

ເມື່ອກ່ອນ ຂ້ອຍແຫລະ ຄົນຫນື່ງທີ່ຄິດວ່າ ເປັນຫຍັງບ້ານເຮົາຄືບໍ່ມີ ຫນັງ ຫລື ເອັມວີ ເພັງດີໆຄືບ້ານເຂົາແດ່ ເບິ່ງໂທລະທັດລາວ ກໍ່ບໍ່ຄ່ອຍຈະມີຫນັງລາວ ສ່ວນຫລາຍກໍ່ເປັນຫນັງຈີນ ທີ່ຄົນລາວເອົາມາພາກ ຫລື ເອັມວີເພັງກໍ່ເຮັດບໍ່ໄດ້ດີ ບໍ່ຊື້ງກິນໃຈ ບໍ່ມີເລື່ອງລາວ ດີໆ ຄື ບ້ານເພີ່ນ. ຈື່ງບໍ່ເປັນເລື່ອງແປກໃຈເນາະ ທີ່ຄົນລາວເຮົາຈະຫັ່ນໄປເບິ່ງຫນັງໄທ ຟັງເພັງໄທ ທຳອິດອາດຈະບໍ່ຊິນກັບພາສາປານໄດ່ ແຕ່ຟັງໄປ ດົນໄປ ກໍ່ຊິນ ທຳຄວາມເຂົ້າໃຈໄດ້ງ່າຍ ເພາະພາສາຄ້າຍໆກັນ.

  ເຂົ້າໃຈແລ້ວວ່າ ການສ້າງຫນັງດີໆ ສັກເລື່ອງຫນື່ງ ບໍ່ແມ່ນເລື່ອງງ່າຍໆ ເບື້ອງຕົ້ນເລີຍ ບ້ານເຮົາກໍ່ຕ້ອງມີນັກຄິດນັກຂຽນ ນັກແຕ່ງບົດ ນັກເລົ່າເລື່ອງດີໆກ່ອນ ຈະເຫັນໄດ້ວ່າ ບ້ານເຮົາຍັງຂາດບຸກຄະລາກອນດ້ານນີ້ຢູ່ຫລາຍ ຕໍ່ມາກໍ່ຄືຕ້ອງເປັນບໍລິສັດທີ່ມີເງິນທຶນຫລາຍສາມາດຈັດຫາຈັດຈ້າງບຸກຄະລາກອນມືອາຊີບມາເຮັດ ຫຣື ບໍ່ກໍ່ຕ້ອງອາໄສ ບໍລິສັດ ຮ້າງຮ້ານ ໃຫຍ່ໆ ສະໜັບສະໜູນ ເພື່ອແລກກັບໂຄສະນາໃຫ້ ແລະ ທີ່ຂາດບໍ່ໄດ້ເລີຍກໍ່ຄື ຕ້ອງມີທີມງານຄຸນນະພາບ ລວມເຖີງນັກສະແດງ ຜູ້ມີປະສົບການການສາມາດທີ່ຈະສື່ເລື່ອງລາວ ຄວາມຮູ້ສຶກອອກມາໄດ້ດີ.  

ແຕ່ແນວໃດ່ກໍ່ດີ ທຸກມື້ນີ້ບ້ານເຮົາກໍ່ເລີ່ມຟົດຟື້ນຂື້ນຫລາຍແລ້ວ ເລີ່ມເຫັນມີຫນັງ ມີລະຄອນສັ້ນ ປ່ອຍຕາມສື່ສັ້ງຄົມອອນໄລນ໌ ກ່ອນນຫນ້ານີ້ກໍ່ຫາກມີ ຫນັງລາວ  ດົນໆເຮົາມັກຈະໄດ້ຍິນເທື່ອຫນື່ງ ຫນັງລາວປ່ອຍສາຍໃນໂຮງຫນັງໃຫຍ່ ສ່ວນຫລາຍກໍ່ຈະເປັນຫນັງທີ່ຜະລິດຮ່ວມກັບນັກວິຊາການປະເທດເພື່ອນບ້ານ ຫຣື ຕ່າງປະເທດມາຊ່ວຍ. ທີ່ສຳຄັນຕອນນ້ີສື່ສັງຄົມອອນໄລນ໌ມີອິດພົນຫລາຍຕໍ່ສັງຄົມ ໄວຫນຸ່ມລາວເສບສື່ອອນໄລນ໌ຫລາຍຂື້ນ ບໍລິສັດຮ້າງຮ້ານຕ່າງໆ ກໍ່ຫັ່ນມາເຮັດການຕະຫລາດອອອນໄລນ໌ ບໍ່ວ່າຈະໂຄສະນາຜ່ານເວັບໄຊຕ໌ ເຟສບຸກ ຫຣື ແຟຣທຟອມຕ່າງໆເບິ່ງກໍ່ຄືຈະມີຜົນດີກວ່າ.   

ສັງຄົມອອນລາຍກຳລັງມີບົດບາດຫລາຍຂື້ນ ໃນຂະນະດ່ຽວກັນ ສັງຄົມເຮົາກໍ່ຕ້ອງການຄົນທີ່ສ້າງສັນຜົນງານດີໆ ອອກສູ່ສັງຄົມ ກໍ່ຄືວ່າແຫລະເນາະ ບ້ານເຮົາກຳລັງພັດທະນາ ຫລາຍໆດ້ານຊ່ວຍກັນ ສະນັບສະນູນກັນ ທຸກຢ່າງ ທຸກພາກສ່ວນມີສ່ວນຊ່ວຍກັນຫມົດໃຫ້ສັງຄົມບ້ານເຮົາດີຂື້ນ ໃນອະນາຄົດຕໍ່ຫນ້າຫວັງວ່າ ຊາວຫນຸ່ມລາວ ກໍ່ຄື ຊັບພະຍາກອນຂອງຊາດຈະຊ່ວຍກັນສ້າງສັນຜົນງານດີໆ ເປັນປະໂຫຍດຕໍ່ສັງຄົມ ເປັນຫນ້າເປັນຕາໃຫ້ສົງຄົມເຮົາຕໍ່ໄປ.   ສຳຫລັບທ່ານໃດ່ຍັງບໍ່ທັນໄດ້ເບິ່ງຫນ້ງສັ້ນດ້ວຍທີມງານນີ້ ຫນັງມີຊື່ເລື່ອງວ່າ “ແມ່ຂ້ອຍ” ສາມາດ ກົດເຂົ້າເບິ່ງໄດ້ເລີຍ => ແມ່ຂ້ອຍ ທາງ Youtube ຫຣື  ຮັບຊົມໄດ້ຂ້າງລ່າງນີ້  

Author: Singkham
I regularly blog on dhamma, Buddhist news, How to IT, and more