ທາງແຫ່ງຄົນແພ້

ກ່ອນລົ້ມຫົວນອນຄືນນີ້ ຈັບໜັງສືເຫຼັ້ມໜຶ່ງຂຶ້ນມາອ່ານ 

ເນື້ອຫາໃນນັ້ນເວົ້້າກ່ຽວກັບຈິຕະວິທະຍາໃນການພັດທະນາຕົນເອງ ຄວມຈິງເນື້ອຫາສ່ວນຫຼາຍ ກໍເຄີຍໄດ້ຍິນໄດ້ຟັງມາແລ້ວຫຼາຍຄັ້ງ

ແຕ່ກໍຢ່າງວ່າລະເນາະ 

ໄຟໃນໃຈມັກຈະຄ່ອຍໆມອດລົງ ເມື່ອເຮົາປ່ອຍກາຍປ່ອຍໃຈໃຫ້ເລື່ອນໄຫຼໄປກັບເລື່ອງຕ່າງໆໃນຊີວິດເຊິ່ງຫຼາຍຄັ້ງເປັນເລື່ອງທີ່ບໍ່ສະລັກສຳຄັນຫຍັງເລີຍ

ການໄດ້ມາອ່ານໜັງສືແນວກະຕຸ້ນຕົນເອງແບບນີ້ ຮູ້ສຶກເໝືອນກັບການຍ່າງເຂົ້າໄປຂາບຫຼວງປູ່ຫຼວງຕາ ແລ້ວໃຫ້ເພິ່ນເອົາໄມ້ເທົ້າເຄາະຫົວໃຫ້ຈັກສອງສາມທີ ສີ່ຫ້າທີຍິ່ງດີ 

ເພື່ອຮຽກສະຕິກັບຄືນມາສູ່ເສັ້ນທາງຊີວິດອີກຄັ້ງ

“ໃນຊີວິດມີຫຼາຍສິ່ງທີ່ໃຝ່ຝັນ ຢາກອອກກຳລັງກາຍໃຫ້ຫຼາຍຂຶ້ນ ອ່ານໜັງສືໃຫ້ຫຼາຍຂຶ້ນ ຫາຄວາມຮູ້ໃສ່ຕົວໃຫ້ຫຼາຍຂຶ້ນ ຫຼື ເຝິກທັກສະໃໝ່ໆທີ່ໜ້າສົນໃຈ ຫຼາຍຄົນມີງານອະດິເຣກທີ່ເຮັດແລ້ວມີຄວາມສຸກ ແຕ່ທຸກສິ່ງທີ່ເວົ້າມານັ້ນມັກຖືກປະຕິເສດດ້ວຍເຫດຜົນງ່າຍໆວ່າ ‘ບໍ່ມີເວລາ’ 

ໂປ໊ກ! ເຄາະໄປແລ້ວທີໜຶ່ງ

ໃຜເຄີຍອ້າງແບບນີ້ແດ່ ສາລະພາບມາດີໆ!! 

ການປ່ອຍກາຍປ່ອຍໃຈໃຫ້ເລື່ອນໄຫຼໄປກັບສະພາບແວດລ້ອມ ເຮັດໃຫ້ຮູ້ສຶກສະບາຍເພາະບໍ່ຕ້ອງຝືນອິຫຍັງ ແຕ່ອາດຈະເປັນທາງສະບາຍທີ່ຫຼອກໃຫ້ເຮົາໄປຕິດກັບດັກກໍເປັນໄດ້ 

ສຸພາສິດບູຮານລາວວ່າ “ທາງໄປສະຫວັນມັນຮົກ ທາງໄປນະຣົກມັນແປນ”  

ເໝືອນຄົນບູຮານກຳລັງຈະບອກເຮົາວ່າ ຖ້າຢາກເດີນໄປຮອດຝັ່ງຝັນທີ່ເຮົາຄິດວ່າ ເມື່ອໄປຮອດແລ້ວຊີວິດຈະມີຄວາມສຸກ ພູມໃຈໃນຕົນເອງທີ່ສາມາດບັນລຸສິ່ງທີ່ມຸ່ງຫວັງໄດ້ ແຕ່ກ່ອນທີ່ຈະຮອດຈຸດໝາຍນັ້ນເຮົາຈະຕ້ອງບຸປ່າຝ່າດົງ ຜະເຊີນກັບໄພອັນຕະລາຍຕ່າງໆນານາ ເມື່ອຜ່ານດ່ານພວກນີ້ໄປໄດ້ແລ້ວ ເຮົາຈະຮູ້ສຶກວ່າ 

ເອີ..ກູກະເກັ່ງເຕີບໃດ໋ເນາະ!

ຄວາມຮູ້ສຶກແບບນີ້ເປັນຄວາມຮູ້ສຶກດີເໝືອນໄດ້ຂຶ້ນສະຫວັນ ສະນັ້ນ ທາງໄປສະຫວັນຈຶ່ງຮົກ ໃຜຕ້ອງການເດີນຜ່ານຈະຕ້ອງຖາກຖາງເພື່ອໃຫ້ຍ່າງຜ່ານໄປໄດ້ສະດວກ ໃນຂະນະທີ່ຖາງອາດຈະເມື່ອຍຫຼ້າອ່ອນແຮງ

ສ່ວນທາງໃດທີ່ສະດວກສະບາຍ ປ່ອຍກາຍປ່ອຍໃຈໄປເລື້ອຍເປື່ອຍ ບໍ່ຈຳເປັນຕ້ອງຝືນ ເມື່ອຮອດຈຸດໝາຍແລ້ວ ເຮົາອາດຈະແປກໃຈຈົນອຸທານອອກມາເປັນພາສາມະນຸດວ່າ ເຮີ໋ຍ!! ນີ້ມັນນະຣົກຊັດໆເລີຍ ກະຄົນບູຮານບອກໄວ້ແລ້ວວ່າທາງໄປນະຣົກມັນແປນ ມຶ໋ງກະບໍ່ເຊື່ອເພິ່ນ

ດ້ວຍເຫດນີ້

ເຣຍ໌ ດາລິໂອ (Ray Dalio) ຜູ້ຂຽນໜັງສື Principle ຈຶ່ງກ່າວວ່າ “ລອງຈິນຕະນາການເບິ່ງ ຖ້າຕ້ອງການມີຊີວິດທີ່ດີ ເຈົ້າຈະຕ້ອງເດີນຜ່ານປ່າຝ່າດົງທີ່ມີອັນຕະລາຍຮ້າຍແຮງ ເຈົ້າຈະຢູ່ຊື່ໆກໍໄດ້ຫາກຢາກມີຊີວິດທຳມະດາ ຫຼືຈະເລືອກສ່ຽງເພື່ອມີຊີວິດທີ່ດີກໍໄດ້ ເງື່ອນໄຂຄືເຈົ້າຕ້ອງຍ່າງຜ່ານປ່າ ເຈົ້າຈະເລືອກແບບໃດ ໃນຊີວິດເຮົາມັກຕ້ອງຕັດສິນໃຈເຊັ່ນນີ້ສະເໝີ”

ເຄາະຫົວໃຫ້ອີກອີກຈັກບາດແນ່ໜາຍາປູ່ ໂປ໊ກ! ດຶງສະຕິກັບຄືນມາ ແລ້ວເລືອກເອົາວ່າ

ຈະໃຊ້ຊີວິດແບບໃດ?

ຈະວ່າໄປແລ້ວ ທາງເດີນຊີວິດມັນບໍ່ຄວນຈະມີຮູບແບບຕາຍຕົວ ຈະຄາດຄັ້ນໃຫ້ຄົນເດີນໄປໃນເສັ້ນທາງທີ່ຫຍຸ້ງຍາກ ເຈີແຕ່ຄວາມລຳບາກ ແລະ ໄພອັນຕະລາຍຕ່າງໆ—ກໍຄົງເປັນໄປບໍ່ໄດ້ ໃຜເລືອກເດີນທາງໃດ ກໍຕ້ອງຮັບຜິດຊອບໃນຜົນທີ່ຈະຕາມມາ ຈະສຳເລັດຫຼືລົ້ມເຫຼວຄົງບໍ່ສຳຄັນເທົ່າກັບເຮົາໄດ້ຮຽນຮູ້ຫຍັງແດ່ຈາກການເລືອກນັ້ນໆ ເຮົາເຂົ້າໃຈຕົນເອງ ເຂົ້າໃຈຄົນອື່ນ ແລະ ເຂົ້າໃຈໂລກຮອບຕົວເຮົາຫຼາຍສ່ຳໃດ ຈາກການເລືອກນັ້ນ

ຖ້າທຸກເສັ້ນທາງ (ທັງຮົກແລະແປນ) ເຮັດໃຫ້ເຮົາຮູ້ຈັກຕົນເອງຫຼາຍຂຶ້ນ ເຮົາຈະເດີນໄປເຖິງຈຸດໝາຍ ຫຼືຈະ ປະສົບຜົນສຳເລັດຫຼືບໍ່—ບໍ່ໜ້າຈະສຳຄັນ ເພາະສິ່ງສຳຄັນຄືການໄດ້ຮຽນຮູ້ລະຫວ່າງທາງ

ໃນໜັງສືເຫຼັ້ມນັ້ນມີບົດໜຶ່ງເຂົາຖາມວ່າ ເຮົາຈະໃຊ້ຊີວິດເພື່ອເປັນຜູ້ຊະນະເທົ່ານັ້ນຫວາ?

ຜູ້ຂຽນນຶກບໍ່ອອກຄືກັນວ່າ 

ຊິມີໃຜໃນໂລກທີ່ບໍ່ເຄີຍພ່າຍແພ້ (ຍົກເວັ້ນອາຣ໌ເຊນ່ອນໃນຍຸກໄຮ້ພ່າຍ) 

ເຮົາແຕ່ລະຄົນຕ່າງກໍມີມຸມທີ່ອ່ອນແອຕ່າງກັນອອກໄປ ມີໃຜແດ່ທີ່ບໍ່ເຄີຍລົ້ມ ມີໃຜແດ່ທີ່ບໍ່ເຄີຍຜິດຫວັງ ມີໃຜແດ່ທີ່ບໍ່ເຄີຍພາດພັ້ງ ແມ້ແຕ່ເຈົ້າຊາຍສິດທັດຖະທີ່ຊາວພຸດເຊື່ອວ່າບຳເພັນບາຣະມີມາແລ້ວຢ່າງເຕັມປ່ຽມ ກໍຍັງເຄີຍຫຼົງທາງ ກວ່າຈະໄດ້ຕັດສະຮູ້ກໍຕ້ອງລອງຜິດລອງຖືກມາເປັນເວລາເຖິງຫົກປີ ພວກເຮົາທຸກຄົນລ້ວນຕາບອດໃນບາງມຸມ ການພະຍາຍາມແກ້ໄຂຈຸດບອດນັ້ນໃຫ້ດີຂຶ້ນ ເປັນຈຸດເລີ່ມຕົ້ນຂອງການເຕີບໃຫຍ່

ໃນໜັງສືເຫຼັ້ມນັ້ນບອກວ່າ

ມະນຸດເຕີບໂຕຂຶ້ນຈາກຄວາມລົ້ມເຫຼວ ພ່າຍແພ້ ແລະ ຜິດຫວັງ ໂດຍຜູ້ຂຽນໄດ້ຍົກຕົວຢ່າງເລື່ອງຄູ່ຄອງວ່າ ບໍ່ຈຳເປັນຕ້ອງຄາດຫວັງໃຫ້ອີກຝ່າຍເຂົ້າໃຈເຮົາທຸກຢ່າງ ເຊັ່ນດຽວກັນ ເຮົາກໍບໍ່ຄວນຫວັງວ່າຈະເຂົ້າໃຈເຂົາທຸກຢ່າງ ເພາະຕ່າງຄົນມີລາຍລະອຽດທີ່ຕ່າງກັນ ສິ່ງທີ່ສຳຄັນຄືທັງສອງຄວນຕະໜັກຮູ້ວ່າ ມະນຸດສາມາດປັບປ່ຽນແລະຮຽນຮູ້ເພື່ອພັດທະນາຄວາມສຳພັນໃຫ້ດີຂຶ້ນໄດ້ 

ຖ້າມອງໃນມຸມນີ້ ທຸກການທະເລາະຜິດຖຽງກັນຄືຈຸດເລີ່ມຕົ້ນແຫ່ງການເຂົ້າໃຈກັນຫຼາຍຂຶ້ນ

ບໍ່ສະເພາະເລື່ອງຄວາມສຳພັນ ແຕ່ຍັງລວມເຖິງ ເລື່ອງການຮຽນ ການງານ ການເງິນ ສຸຂະພາບ ແລະ ເປົ້າໝາຍຊີວິດ ທຸກຄວາມຜິດຫວັງໃນເລື່ອງເຫຼົ່ານີ້ ລ້ວນເປັນຂັ້ນໄດໃຫ້ເຮົາໄຕ່ຂຶ້ນໄປສູ່ຈຸດທີ່ສູງກວ່າເດີມ ຄວາມລົ້ມເຫຼວຄືສ່ວນໜຶ່ງຂອງຄວາມສຳເລັດ 

ໃນຫຍໍ້ໜ້າສຸດທ້າຍຂອງບົດທີຫ້າ ຜູ້ຂຽນຢ້ຳວ່າ 

ມະນຸດບໍ່ໄດ້ເກີດມາພຽງເພື່ອຮັກສາຕຳແໜ່ງຂອງຜູ້ຊະນະພຽງເທົ່ານັ້ນ ຫາກແຕ່ເກີດມາເພື່ອລົງມືເຮັດໃນສິ່ງທີ່ປາຖະໜາ ແລະ ຢາກທົດລອງເພື່ອຄວາມເພີດເພີນໃຈ ເຮົາອາດຈະເຮັດໄດ້ບໍ່ດີ ອາດຈະແພ້ແນ່ກໍໄດ້ ບໍ່ເປັນຫຍັງ ເພາະຄົນແພ້ເປັນເທົ່ານັ້ນທີ່ຈະເຕີບໂຕ

ຂ້ອຍວາງໜັງສືລົງພາຍຫຼັງທີ່ຈົບບົດນີ້ ໃນທາງພຣະພຸດທະສາສະໜາແນະນຳໃຫ້ເຝິກສະມາທິກ່ອນເຂົ້ານອນແຕ່ຖ້າໃຜບໍ່ມັກ ຫຼືຮູ້ສຶກວ່າມັນຫ່າງໄກຕົວເກີນ ການອ່ານໜັງສືດີໆກ່ອນນອນເປັນໜຶ່ງໃນທາງເລືອກທີ່ໜ້າລອງ

ມືນຕາຂື້ນມາອີກທີໜຶ່ງ ເວລາຫ້າໂມງເຊົ້າ ຜົນບານເຕະພຣີເມຍຣ໌ລີກຄືນທີ່ຜ່ານມາບອກວ່າ

ສະເປີຣ໌ 3 ອາຣ໌ເຊນ່ອນ 0 ຂ້ອຍຂ້ອນຂ້າງຈະເຫັນດີກັບຜູ້ຂຽນໜັງສືເຫຼັ້ມນັ້ນເປັນຢ່າງຍິ່ງທີ່ວ່າ

ອາດຈະແພ້ແນ່ກໍໄດ້ ບໍ່ເປັນຫຍັງ ເພາະຄົນແພ້ເປັນເທົ່ານັ້ນທີ່ຈະເຕີບໂຕ

ມື້ໜຶ່ງ ແຊມຈະກັບມາເປັນຂອງເຮົາ ຊ່ວງນີ້ປວດແຂນ 

ຂໍຝາກໄວ້ນຳແມນຊິດຕີ້ (Man city) ສາກ່ອນ

—–

ຕົວເອນທັງໝົດມາຈາກໜັງສື 12 ນິໄສປ່ຽນຊີວິດ ໂດຍ ນິ້ວກົມ ສຳນັກພິມຄູບ

Author: ຄວັນສີເທົາ
ຄວັນສີເທົາ..ນັກຢາກຂຽນ ປະລິນຍາໂທ (ປັດຊະຍາ) ຈາກມະຫາຈຸລາລົງກອນຣາຊະວິທະຍາໄລ (ຣາຊະອານາຈັກໄທ) ສົນໃຈເລື່ອງ ສາສະໜາ ປັດຊະຍາ ແລະປະສົບການຊີວິດ ພະຍາຍາມແປງຄວາມຮູ້ໃຫ້ກາຍເປັນເລື່ອງສະໜຸກ ຍັງຄົງຮຽນຮູ້ຢູ່ຕະຫຼອດເວລາ