ເພັນກວິນຕົວທຳອິດ

ໂດຍ: ຄວັນສີເທົາ

ສອງເດືອນຜ່ານໄປ ໄວເໝືອນຈະຫຼວດລັດເຊຍເນາະ!

ມື້ກ່ອນຈັບໜັງສື “The last lecture” ຂອງ ແຣນດີ ເພົາຊ໌ ຂຶ້ນມາອ່ານ ມີບົດໜຶ່ງທີ່ລາວສອນລູກສິດຂອງລາວເລື່ອງຄວາມລົ້ມເຫຼວ ດ້ວຍການຕັ້ງລາງວັນໃຫ້ແກ່ນັກສຶກສາຄົນໃດກໍແລ້ວແຕ່ທີ່ກ້າຄິດກ້າທຳໃນສິ່ງໃໝ່ໆໂດຍບໍ່ຢ້ານກົວຄວາມລົ້ມເຫຼວ ລາງວັນນີ້ມີຊື່ວ່າ “ເປັນເພັນກວິນຕົວທຳອິດ”

ເພົາຊ໌ ບອກເຖິງທີ່ມາຂອງລາງວັນນີ້ວ່າ ເມື່ອນົກເພັນກວິນມາຢືນອໍແອກັນຢູ່ຕາມກ້ອນນ້ຳແຂງ ແລ້ວກ່ຽງກັນວ່າ “ມຶງໂດດກ່ອນເລີຍ” ເພັນກວິນຕົວໃດໂດດກ່ອນ ນັ້ນໝາຍຄວາມວ່າມີໂອກາດສູງທີ່ຈະຖືກສັດຮ້າຍຄາບໄປກິນ ຈຶ່ງບໍ່ມີຕົວໃດກ້າໂດດກ່ອນ

ແຕ່ທ້າຍທີ່ສຸດຈະຕ້ອງມີເພັນກວິນຕົວໃດຕົວໜຶ່ງເປັນຕົວທຳອິດທີ່ກະໂດດລົງໄປ ເພາະຖ້າບໍ່ມີຕົວໃດກ້າໂດດ ເພັນກິນທັງຝູງອາດຈະອຶດຫິວຈົນຄ່ອຍໆລົ້ມຫາຍຕາຍໄປກໍເປັນໄດ້ ຕົວໃດໂດດກ່ອນອາດຈະເປັນອັນຕະລາຍ ແຕ່ຖ້າລອດຂຶ້ນໄດ້ ມັນຈະໄດ້ກິນປາຫຼາຍກວ່າໝູ່ ເພົາຊ໌ຈຶ່ງສະຫຼຸບແກ່ນັກສຶກສາຂອງລາວວ່າ ເພັນກວິນຕົວທຳອິດຄືພວກທີ່ລົ້ມເຫຼວ ແຕ່ຈະປະສົບຄວາມສຳເລັດໃນອະນາຄົດບໍ່ທາງກໍທາງໜຶ່ງ ດັ່ງນັ້ນ ຈົ່ງເປັນເພັນກວິນຕົວທຳອິດ

ແຈັກໝ່າ ນັກທຸລະກິດຊາວຈີນ ກໍບອກແບບນັ້ນ “Don’t try to be the BEST. Be the FIRST!”

ຢ່າພະຍາຍາມເປັນຄົນທີ່ເກັ່ງທີ່ສຸດ ແຕ່ຈົ່ງເປັນຄົນທຳອິດທີ່ກ້າປ່ຽນແປງສິ່ງໃດສິ່ງໜຶ່ງ ກ້າຜະເຊີນໜ້າກັບສິ່ງທ້າທາຍທັງຫຼາຍໃນຊີວິດ ເຖິງແມ່ນວ່າຈະສົມຫວັງຕາມທີ່ຕັ້ງໃຈຫຼືບໍ່ກໍຕາມ ພຽງແຕ່ຄິດແລະລົງມືເຮັດຕາມທີ່ຄິດກໍສຳເລັດໄປແລ້ວເຄິ່ງໜຶ່ງ ຖ້າຜິດຫວັງ ຢ່າງໜ້ອຍກໍໄດ້ບົດຮຽນແລະປະສົບການ

ແຣນດີ ເພົາຊ໌ ຂຶ້ນຕົ້ນບົດຄວາມຂອງລາວວ່າ “ປະສົບການຄືສິ່ງທີ່ເຈົ້າໄດ້ ເມື່ອເຈົ້າບໍ່ໄດ້ໃນສິ່ງທີ່ເຈົ້າຕ້ອງການ” ຄວາມລົ້ມເຫຼວໃຫ້ບົດຮຽນທີ່ດີແກ່ເຮົາສະເໝີ ບາງຄົນເຖິງກັບກ່າວວ່າ ຢ່າຮຽນຮູ້ຈາກຄົນທີ່ປະສົບຜົນສຳເລັດ ຈົ່ງຮຽນຮູ້ຈາກຄົນທີ່ລົ້ມເຫຼວ ແຕ່ຍັງສາມາດປະຄັບປະຄອງຊີວິດຕໍ່ໄປໄດ້

ຄວາມລົ້ມເຫຼວເປັນຄວາມຈິງຂໍໜຶ່ງທີ່ເຮົາຈະຕ້ອງພົບເຈີ ຈົ່ງຮຽນຮູ້ທີ່ຈະຜະເຊີນໜ້າກັບມັນ ຢ່າແລ່ນໜີ ການເລີ່ມລົງມືເຮັດສິ່ງໃດສິ່ງໜຶ່ງມີຄວາມສ່ຽງທີ່ຈະລົ້ມເຫຼວສະເໝີ ແຕ່ຕາບໃດທີ່ເຮົາຍັງບໍ່ລົ້ມເລີກ ຜົນອັນເກີດຈາກຄວາມພາກພຽນພະຍາຍາມນັ້ນ ຈະເກີດຂຶ້ນບໍ່ມື້ໃດກໍມື້ໜຶ່ງ

ພຣະມະຫາຊະນົກບອກວ່າ ເກີດເປັນຄົນຄວນພະຍາຍາມເລື້ອຍໄປຈົນກວ່າຈະໄດ້ໃນສິ່ງປາຖະໜາ ຄຳຄົມທີ່ວ່າ “ການລົງມືເຮັດສິ່ງໃດສິ່ງໜຶ່ງອາດຈະສ່ຽງຕໍ່ຄວາມລົ້ມເຫຼວ ແຕ່ຄວາມລົ້ມເຫຼວທີ່ແທ້ຈິງຄືການບໍ່ລົງມືເຮັດຫຍັງເລີຍ”

ຜູ້ຂຽນຄິດວ່າເປັນຄຳຄົມທີ່ຍັງໃຊ້ໄດ້ຕະຫຼອດເວລາ ຖ້າເຮົາມົວແຕ່ຢ້ານ ມົວແຕ່ສົງໄສ ມົວແຕ່ກັງວົນ ມົວແຕ່ຈົ່ມ ໂທດອັນນັ້ນ ໂທດອັນນີ້ ຄິດແຕ່ວ່າບໍ່ພ້ອມຈັກເທື່ອ ແນ່ນອນ ໂລກນີ້ບໍ່ມີຫຍັງພ້ອມຮ້ອຍເປີເຊັນ ເພາະບໍ່ມີຫຍັງສົມບູນແບບ ຫຼາຍສິ່ງເກີດຂຶ້ນຈາກຄວາມບໍ່ພ້ອມ

ສະນັ້ນ ຈົ່ງເລີ່ມແມ້ຍັງບໍ່ພ້ອມ  ເປັນເພັນກວິນຕົວທຳອິດທີ່ກ້າກະໂດດກ່ອນ ມະນຸດກັບນົກເພັນກວິນຕ່າງກັນຢູ່ບ່ອນວ່າ ເພັນກວິນເມື່ອໂດດລົງນ້ຳ ແລ້ວຖືກຄາບໄປກິນນັ້ນໝາຍເຖິງຈຸດຈົບຂອງຊີວິດ ແມ້ຈະສ່ຽງຂະໜາດນີ້ ກໍຍັງມີເພັນກວິນບາງຕົວກະໂດດລົງໄປ ແຕ່ມະນຸດບໍ່ເຖິງຂັ້ນເປັນຈຸດຈົບ ພຽງແຕ່ເຈັບຕົວ (ລົ້ມເຫຼວ) ຜູ້ຂຽນຄິດວ່າເຈັບຕົວແຕ່ກໍຄຸ້ມຄ່າທີ່ຈະໄດ້ບົດຮຽນຈາກເລື່ອງນັ້ນໆ ເພາະປະສົບການຄືສິ່ງທີ່ເຈົ້າໄດ້ເມື່ອເຈົ້າບໍ່ໄດ້ໃນສິ່ງທີ່ເຈົ້າຕ້ອງການ

ປີສອງພັນຊາວສອງຜ່ານໄປແລ້ວສອງເດືອນ ແຕ່ໂລກຍັງເຕັມໄປດ້ວຍບັນຫາຫຼາຍຢ່າງ ທັງໄພທຳມະຊາດ ທັງໂຣກໂຄວິດ ແລະ ສົງຄາມລະຫວ່າງມະນຸດຜູ້ຫິວໂຫຍໃນອຳນາດ ທັງທີ່ໂລກເຕັມໄປດ້ວຍບັນຫາ ເບິ່ງຄືວ່າເຮົາຈະບໍ່ພ້ອມເຮັດສິ່ງໃດເລີຍ

ແຕ່ພວກເຮົາຈະເລີ່ມລົງມືເຮັດສິ່ງໃດສິ່ງໜຶ່ງ

ທ່າມກາງຄວາມບໍ່ພ້ອມນີ້ແຫຼະ..ບູ້ມ! ບູ້ມ! ບູ້ມ! (ສຽງນົກເພັນກວິນໂຕນນ້ຳ)

Author: ຄວັນສີເທົາ
ຄວັນສີເທົາ..ນັກຢາກຂຽນ ປະລິນຍາໂທ (ປັດຊະຍາ) ຈາກມະຫາຈຸລາລົງກອນຣາຊະວິທະຍາໄລ (ຣາຊະອານາຈັກໄທ) ສົນໃຈເລື່ອງ ສາສະໜາ ປັດຊະຍາ ແລະປະສົບການຊີວິດ ພະຍາຍາມແປງຄວາມຮູ້ໃຫ້ກາຍເປັນເລື່ອງສະໜຸກ ຍັງຄົງຮຽນຮູ້ຢູ່ຕະຫຼອດເວລາ