ວັງວົນແຫ່ງຊີວິດ

ໂດຍ: ຄວັນສີເທົາ

ເຊົ້າມື້ນີ້ຕື່ນມາພ້ອມກັບອາກາດທີ່ສົດໃສ ເປັນເຊົ້າວັນໃໝ່ທີ່ຂ້ອນຂ້າງໜາວ ໜາວໃນເມືອງຍັງພໍທົນໄດ້ ແຕ່ອີກບໍ່ພໍເທົ່າໃດນາທີພວກເຮົາຈະພາຮ່າງກາຍແລະຈິດໃຈ ໄປສັ່ນໜາວຢູ່ພູເຂົາທີ່ເຕັມໄປດ້ວຍຫິມະໂນ້ນນນ

ຄິດວ່າຄົງໜາວກວ່ານີ້ຫຼາຍເທົ່າ

ການເດີນທາງຄັ້ງນີ້ ຂ້ອຍໃຫ້ຄວາມສົນໃຈພຣະອາທິດເປັນພິເສດ ເພາະຫຍັງ? “ມັນໜາວວວວວ”

ເວົ້າເຖິງພຣະອາທິດມີໃຜເຄີຍສົງໄສບໍ່ ເປັນຫຍັງດວງອາທິດຈຶ່ງຂຶ້ນທາງທິດຕາເວັນອອກ ແລະ ຕົກທາງທິດຕາເວັນຕົກ?

ພໍແຕ່ເວົ້າເຖິງ ກໍໂພ່ໜ້າອອກມາພຸ້ນເດ້..ຕາເວັນຂຶ້ນແລ້ວ!!!

ຄັ້ງນີ້ເປັນຄັ້ງທີ່ເທົ່າໃດແລ້ວ ທີ່ດວງອາທິດໝຸນປ່ຽນວົນວຽນຂຶ້ນມາ-ແລ້ວກໍຕົກ ຂຶ້ນມາ-ແລ້ວກໍຕົກ ໂດຍຄວາມຮູ້ສຶກຂອງມະນຸດຜູ້ຢືນຢູ່ໃນໂລກ ເຮົາຈະຮູ້ສຶກເໝືອນກັບວ່າ ດວງອາທິດໝຸນອ້ອມໂລກຈຶ່ງເຮັດໃຫ້ເຮົາເຫັນການຂຶ້ນແລະການຕົກຂອງມັນ ແຕ່ໃຜກໍຮູ້ວ່າ ວິຊາພູມສາດທີ່ເຮົາຮຽນສະໄໝມັດທະຍົມບໍ່ໄດ້ບອກໄວ້ແບບນັ້ນເລີຍ ຄວາມຈິງຄື ໂລກຕ່າງຫາກທີ່ໝຸນນອ້ອມດວງອາທິດ ໜຶ່ງຮອບເທົ່າກັບໜຶ່ງປີຄື 365 ວັນ ຫຼື 366 ວັນໃນທຸກໆສີ່ປີ

ນອກຈາກໝຸນອ້ອມດວງອາທິດແລ້ວ ໂລກຍັງໝຸນອ້ອມຕົວມັນເອງອີກດ້ວຍ ການຂຶ້ນແລະການຕົກຂອງດວງອາທິດເກີດມາຈາກ ໂລກໝຸນອ້ອມຕົວມັນເອງນີ້ແຫຼະ ໜຶ່ງຮອບເທົ່າກັບໜຶ່ງວັນຄື 24 ຊົ່ວໂມງ ສາເຫດທີ່ເຮັດໃຫ້ດວງອາທິດຂຶ້ນທາງທິດຕາເວັນອອກ ແລະ ຕົກທາງທິດຕາເວັນຕົກນັ້ນ ເພາະໂລກໝຸນອ້ອມຕົວມັນເອງ ຈາກທິດຕາເວັນຕົກໄປທາງທິດຕາເວັນອອກ

ດັ່ງນັ້ນ ຈຶ່ງເຮັດໃຫ້ດວງອາທິດປາກົດຕົວຂຶ້ນຈາກຂອບຟ້າດ້ານທິດຕາເວັນອອກ ເຮົາເອີ້ນຊ່ວງເວລານີ້ວ່າ ກາງເວັນ ແລະ ເມື່ອໂລກໝຸນໄປເລື້ອຍໆ ຈຶ່ງເຮັດໃຫ້ເຮົາຮູ້ສຶກເໝືອນກັບວ່າ ດວງອາທິດເຄື່ອນຈາກທິດຕາເວັນອອກໄປທາງທິດຕາເວັນຕົກ (ຄວາມຈິງພຣະອາທິດບໍ່ໄດ້ເຄື່ອນ ໂລກຕ່າງຫາກທີ່ໝຸນ) ຈົນກະທັ່ງຊີກໂລກໜຶ່ງທີ່ເຮົາອາໄສຢູ່ໝຸນຜ່ານດວງອາທິດໄປ ແລ້ວແສງສະຫວ່າງກໍຄ່ອຍໆຈາງຫາຍ ຄວາມມືດມິດຈຶ່ງຄ່ອຍໆປາກົດ ເຮົາເອີ້ນຊ່ວງເວລານີ້ວ່າ ກາງຄືນ

ເມື່ອອ່ານມາຮອດນີ້ ຜູ້ອ່ານຄົງມີຄຳຕອບໃນໃຈແລ້ວແມ່ນບໍ່ວ່າ ເປັນຫຍັງດວງອາທິດຈຶ່ງຂຶ້ນທາງທິດຕາເວັນອອກ ແລະ ຕົກທາງທິດຕາເວັນຕົກ?

“ເພາະໂລກປິ່ນຮອບຕົວມັນເອງຈາກທິດຕາເວັນຕົກໄປທາງທິດຕາເວັນອອກ” (ຢ່າເຮັດໜ້າງົງແບບນັ້ນ)

ຄົນຂັບລົດຂອງພວກເຮົາໃນມື້ນີ້ມີຊື່ວ່າ ປະທີບ ແມ່ນແລ້ວ ລາວຈະເປັນປະທີບເຍືອງທາງພາພວກເຮົາຍ່າງຂຶ້ນໄປຫາພູເຂົາຫິມະ ເຊິ່ງໄລຍະທາງຈາກບ່ອນຈອດລົດເປັນຕົ້ນໄປປະມານສອງກິໂລແມັດ..ເຄີຍໄດ້ຍິນແຕ່ຄຳວ່າຍິ່ງສູງຍິ່ງໜາວ ແຕ່ອັນນີ້ ຍິ່ງສູງຍິ່ງເມື່ອຍ ຂ້ອຍຍັງສົງໄສກັບຕົນເອງຢູ່ວ່າ ອິຫຍັງຊິເມື່ອຍງ່າຍຂະໜາດນີ້ ພໍມາຄົ້ນເບິ່ງຂໍ້ມູນຈຶ່ງຮູ້ວ່າ “ທີ່ເມື່ອຍງ່າຍ ເພາະຍິ່ງສູງອົກຊີແຊນຍິ່ງໜ້ອຍ”

ພວກເຮົາກຳລັງຍ່າງຢູ່ໃນລະດັບຄວາມສູງສອງພັນແມັດວັດຈາກໜ້ານ້ຳທະເລ ຄວາມຮູ້ສຶກເໝືອນກັບກຳລັງຍ່າງຢູ່ໜ້າເອິກພູເບ້ຍ (ພູເບ້ຍສູງ 2,819 ແມັດ) ຍ່າງໄປບໍ່ເກີນສິບກ້າວກໍເລີ່ມຄໍແຫ້ງແລ້ວ ຖ້າຢາກຮູ້ວ່າຄວາມຮູ້ສຶກຂອງພວກເຮົາຕອນນັ້ນເປັນແນວໃດ ລອງແລ່ນອອກກຳລັງກາຍໃນຕອນເຊົ້າຂອງລະດູໜາວຈັກຫ້າກິໂລແມັດໂດຍບໍ່ຢຸດພັກ ຄວາມຮູ້ສຶກແລະຄວາມເມື່ອຍປະມານນັ້ນເລີຍ

ຂ້ອຍແອບອິດສານັກທ່ອງທ່ຽວບາງກຸ່ມທີ່ຂຶ້ນໄປແບບສະບາຍ ບາງຄົນຜິວປາກນັ່ງຫຼັງມ້າຂຶ້ນໄປແບບສະບາຍອາລົມ ຈັ່ງແມ່ນຊຸມເຈົ້າຊິວຄັກເນາະ! ມ້າຍ່າງແຊງພວກເຮົາໄປຂະບວນແລ້ວຂະບວນເລົ່າ ສ່ວນພວກເຮົາຍັງຄົງຍ່າງຕໍ່ໄປ ຕໍ່ໄປ ແລະ ຕໍ່ໄປ ຄວາມຕື່ນເຕັ້ນທີ່ເກັບສະສົມໄວ້ຕັ້ງແຕ່ກ່ອນເດີນທາງເໝືອນມັນຄ່ອຍໆຫາຍໄປແບບບໍ່ໄດ້ສັ່ງລາ ເຫຼືອໄວພຽງຄວາມເມື່ອຍລ້າ ຕາລາຍ ລິ້ນຫ້ອຍ ແລະ ນ້ຳລາຍແຫ້ງ ລະຫວ່າງທາງທີ່ຍ່າງຂຶ້ນໄປສູ່ຄວາມເໜັບໜາວນັ້ນມີຄົນນັ່ງຂາຍເຄື່ອງຢາຍໄປຕາມແຕ່ລະຈຸດມີທັງຂອງກິນແລະຂອງທີ່ລະລຶກ ຂ້ອຍນຶກໃນໃຈ ຢ່າມາສະເໜີຂາຍເຄື່ອງໃຫ້ຕອນນີ້ເດີ້ ອາຕະມາບໍ່ມີແກ່ຈິດແກ່ໃຈຊິເບິ່ງຫຍັງດອກ ກູເມື່ອຍ!!

ຄວາມຜິດຫວັງທັງຫຼາຍເກີດມາຈາກຄວາມຄາດຫວັງ

ຫ໊ະ..ຮອດໝ່ອງເບິ່ງວິວແລ້ວຫວາ

ຂ້ອຍເບິ່ງຈັ່ງໃດກໍບໍ່ຄືຈຸດທີ່ມີໄວ້ສຳລັບຊົມວິວ ເໝືອນເປັນທາງຜ່ານເພື່ອຂຶ້ນໄປສູ່ຍອດພູເຂົາ ແຕ່ເຮົາມາຮອດຈຸດຊົມວິວແລ້ວ ປະທີບມັນບອກວ່າແນວນັ້ນ

ຍອມຮັບວ່າ ຮູ້ສຶກຜິດຫວັງ ເພາະວິວທີ່ຄິດໄວ້ຕ່າງກັບຄວາມເປັນຈິງຢ່າງລິບລັບ ປະທີບຄົງເຫັນພວກເຮົາເຮັດໜ້າເຊັງໆ ກໍເລີຍບອກວ່າ ລອງຫັນໜ້າກັບໄປເບິ່ງດູ ອີກຝັ່ງຂອງພູມີພູເຂົາຫິມະຊ້ອນຢູ່ອີກໜ່ວຍໜຶ່ງ ຕອນຢູ່ລຸ່ມບໍ່ສາມາດເບິ່ງເຫັນເພາະພູໜ່ວຍທຳອິດບັງໄວ້ ເມື່ອຍ່າງຂຶ້ນມາຮອດຈຸດນີ້ ແລ້ວຫັນຫຼັງກັບໄປ ໂອ້!!!! ມາຍບຸດດາ…ນີ້ຄືພາບທີ່ຈິນຕະນາການໄວ້ເລີຍ

ຫຼາຍຄັ້ງເຮົາມົວແຕ່ເບິ່ງໄປຂ້າງໜ້າ ໂຟກັດຫາແຕ່ສິ່ງເຮົາຢາກເຫັນຈົນລືມຫຼຽວຊ້າຍແລຂວາ ແມ້ກະທັ່ງຫຼຽວກັບມາດ້ານຫຼັງເຮົາກໍບໍ່ຄ່ອຍໄດ້ສົນໃຈ ຄວາມສວຍງາມບໍ່ໄດ້ມີແຕ່ຢູ່ຂ້າງໜ້າ ລອງຫັນກັບມາເບິ່ງດ້ານຫຼັງ ຫຼືດ້ານຂ້າງຈັກໜ່ອຍ ບາງທີ ສິ່ງທີ່ເຮົາມອງຫາອາດຈະລຽງລາຍຢູ່ຕາມເສັ້ນທາງນັ້ນກໍເປັນໄດ້

ເຊັ່ນດຽວກັນກັບການໃຊ້ຊີວິດໃນສັງຄົມ

ຖ້າມຸ່ງໂຟກັດຢູ່ສະເພາະຈຸດໃດຈຸດໜຶ່ງ ເຮົາອາດຈະເບິ່ງຂ້າມຫຼາຍຈຸດໄປກໍເປັນໄດ້ ເວົ້າເຖິງເລື່ອງນີ້ເຮັດໃຫ້ນຶກເຖິງ ສັງຄົມກົ້ມໜ້າໃນຍຸກປັດຈຸບັນ ພວກເຮົາຈັບຈ້ອງຢູ່ຈຸດໃດຈຸດໜຶ່ງແທບຕະຫຼອດເວລາ ໂດຍສະເພາະໜ້າຈໍສະມາຣ໌ດໂຟນ ຫຼາຍຄັ້ງທີ່ໝູ່ເພື່ອນມາເຈີກັນ ແຕ່ເປັນການເຈີກັນສະເພາະຮ່າງກາຍ ສ່ວນຈິດໃຈລ່ອງລອຍກັບໂລກໂຊຊ່ຽວ ຕ່າງຄົນຕ່າງກໍຢູ່ໃນໂລກຂອງຕົນເອງ ຈົນລືມໃສ່ໃຈຄົນທີ່ຢູ່ຂ້າງໜ້າຂອງຕົນຢ່າງແທ້ຈິງ

ພວກເຮົາຍ່າງຊົມວິວ ແລະ ຖ່າຍຮູບກັນຄົນລະທ່າສອງທ່າ…ສາມ ສີ່ ຫ້າ ລວມກັນກໍໜ້າຈະເຖິງຮ້ອຍພໍດີ ແລ້ວຈຶ່ງຍ່າງກັບລົງໄປຫາລົດອີກຄັ້ງ ບໍ່ໜ້າເຊື່ອວ່າ ພູເຂົາຫິມະຈະດຶງດູດພວກເຮົາໃຫ້ກ້າວຂາອອກມາໄດ້ໄກຂະໜາດນີ້ ເມື່ອມາເຫັນແລ້ວກໍບໍ່ແມ່ນວ່າຈະວິເສດວິໂສ ຫຼື ງົດງາມໄປກວ່າວິວທຳມະຊາດຢ່າງອື່ນພໍເທົ່າໃດ ນັກທ່ອງທ່ຽວຫຼາຍຄົນກໍເປັນເຊັ່ນດຽວກັບພວກເຮົາ ພວກເຂົາມາຮອດບໍ່ພໍເທົ່າໃດຊົ່ວໂມງ ແລ້ວຕ່າງຄົນກໍຫັນຫຼັງກັບໄປສູ່ຈຸດເລີ່ມຕົ້ນອີກຄັ້ງ ຈາກສະຖານທີ່ນີ້ແລ້ວກໍໄປສະຖານທີ່ໃໝ່ ຈາກສະຖານທີ່ໃໝ່ກໍມຸ່ງໄປສູ່ສະຖານທີ່ອື່ນໆຕໍ່ໄປອີກ ເຮົາພຽງສັບປ່ຽນໝຸນວຽນວັນເວລາແລະສະຖານທີ່ ແຕ່ເນື້ອແທ້ຂອງການເດີນແບບນີ້ຄື ຢາກມີຄວາມສຸກ ຢາກຕື່ນເຕັ້ນ ຢາກເຫັນ ຢາກສຳຜັດ ຢາກມີປະສົບການ ທີ່ແຕກຕ່າງກັນອອກໄປ ພວກເຮົາຈຶ່ງໂຫຍຫາສະຖານທີ່ໃໝ່ຢ່າງບໍ່ມີທີ່ສິ້ນສຸດ

ຫຼື ທຳມະຊາດກຳໜົດໃຫ້ຊີວິດເຮົາຕ້ອງດຳເນີນໄປແບບນີ້

ເໝືອນວັດຕະຈັກຂອງຫິມະ ເມື່ອຖືກຄວາມຮ້ອນກໍລະລາຍໄປເປັນນ້ຳ ຈາກນັ້ນຈຶ່ງປ່ຽນເປັນລະອອງ ແລ້ວລະເຫີຍອາຍຂຶ້ນໄປໃນຊັ້ນບັນຍາກາດ ເມື່ອຖືກຄວາມໜາວກໍກໍ່ຕົວເຂົ້າຫາກັນ ກາຍໄປເປັນເມັດຝົນຕົກລົງສູ່ພາກພື້ນດິນອີກຄັ້ງ ວັງວົນຂອງຫິມະໝຸນວຽນປ່ຽນແປງຢູ່ແບບນີ້ ເໝືອນຫຼາຍສິ່ງທີ່ໝຸນວຽນປ່ຽນໄປຕາມສະພາບການ

ວັດຕະຈັກຂອງຊີວິດກໍຄ້າຍໆກັນນີ້

ພວກເຮົາພຽງເດີນທາງຕາມຫາສະຖານທີ່ທີ່ສາມາດເຮັດໃຫ້ມີຄວາມສຸກຢ່າງແທ້ຈິງ ເມື່ອໃດທີ່ຍັງຫາບໍ່ພົບ ເຮົາກໍຕ້ອງເດີນຫຼົບໄປຫຼົບມາຢູ່ເລື້ອຍໆ ຈົນກວ່າຈະຫາສະຖານທີ່ແຫ່ງນັ້ນເຈີ ລະຫວ່າງການເດີນວົນຢູ່ແບບນີ້ ເຮົາຈະຕ້ອງຜະເຊີນກັບເລື່ອງລາວທັງດີແລະຮ້າຍ ບາງສະຖານະການກໍ່ໃຫ້ເກີດຄວາມສຸກ ບາງສະຖານະການກໍ່ໃຫ້ເກີດຄວາມເສົ້າ

ເວົ້າເຖິງເລື່ອງນີ້ເຮັດໃຫ້ນຶກເຖິງເພງ Circle of Life ຂອງ Carmen Twillie & Lebo M. ເຊິ່ງເປັນເພງປະກອບລະຄອນ The Lion King ມີເນື້ອໃນຕອນໜຶ່ງວ່າ:

From the day we arrive on the planet

And, blinking, step into the sun

There’s more to see than can ever be seen

More to do than can ever be done

There’s far too much to take in here

More to find than can ever be found

But the sun rolling high

Through the sapphire sky

Keeps great and small on the endless round

It’s the circle of life

And it moves us all

Through despair and hope

Through faith and love

‘Til we find our place

On the path unwinding

In the circle

The circle of life

“ຕັ້ງແຕ່ມື້ທີ່ເຮົາເກີດມາໃນໂລກໜ່ວຍນີ້ ພວກເຮົາກະພິບຕາທ່າມກາງແສງຕາເວັນ ມີຫຼາຍສິ່ງທີ່ຈະຕ້ອງປະສົບ ຫຼາຍກວ່າສິ່ງທີ່ເຮົາເຄີຍພົບເຫັນມາກ່ອນ ມີຫຼາຍສິ່ງທີ່ຈະຕ້ອງເຮັດ ຫຼາຍກວ່າສິ່ງທີ່ເຮົາເຄີຍເຮັດມາກ່ອນ ພວກເຮົາເດີນທາງມາໄກຫຼາຍແລ້ວ ກວ່າຈະມາຮອດຈຸດນີ້ໄດ້ ມີສິ່ງໃຫ້ເຮົາຄົ້ນຫາ ຫຼາຍກວ່າສິ່ງທີ່ເຮົາເຄີຍພົບເຈີມາແລ້ວ ແຕ່ດວງຕາເວັນຍັງຄົງລ່ອງລອຍໄປໄກແສນໄກ ຜ່ານຟາກຟ້າສີຄາມ ຈົ່ງປົກປັກຮັກສາສັບພະສິ່ງທັງນ້ອຍໃຫຍ່ທີ່ວຽນວົນໄປຢ່າງບໍ່ມີທ່ີ່ສິ້ນສຸດ ນີ້ຄືວັດຕະຈັກແຫ່ງຊີວິດທີ່ພາພວກເຮົາວົກໄປວົນມາ ຜ່ານທັງຄວາມສົມຫວັງແລະຜິດຫວັງ ຜ່ານທັງຮັກແລະສັດທາ ຈົນກວ່າພວກເຮົາຈະຫາສະຖານທີ່ອັນເປັນຂອງຕົນເຈີ ເທິງເສັ້ນທາງທີ່ເປີດກວ້າງ ໃນວັດຕະຈັກ ໃນວັງວົນແຫ່ງຊີວິດ”

ເປັນໄປໄດ້ບໍ່ວ່າ ຄົນເຮົາເກີດມາເພື່ອຕາມຫາສະຖານທີ່ບາງແຫ່ງມາເຕີມເຕັມຈິດໃຈທີ່ວ່າງເປົ່າ ທີ່ເຮັດໃຫ້ເຮົາໂຫຍຫາສິ່ງໃດສິ່ງໜຶ່ງຕະຫຼອດເວລາ ການເດີນທາງອາດຈະນຳພາພວກເຮົາໄປເຈີສະຖານທີ່ບາງແຫ່ງທີ່ວ່ານັ້ນກໍເປັນໄດ້ ແຕ່ເມື່ອໃດກໍຕາມທີ່ຮອດຈຸດໝາຍແລ້ວໃຈຍັງຮູ້ສຶກວ່າງເປົ່າ ສະແດງວ່າສະຖານນັ້ນ ຍັງບໍ່ແມ່ນສະຖານທີ່ທີ່ເຮົາກຳລັງຕາມຫາ ພວກເຮົາຈຶ່ງຕ້ອງວົກໄປວຽນມາຢູ່ແບບນີ້ ຕໍ່ໄປ

ເຊັ່ນດຽວກັນກັບການເດີນທາງຄັ້ງນີ້ຂອງພວກເຮົາ ມະນາລີບໍ່ແມ່ນສະຖານທີ່ສຸດທ້າຍທີ່ພວກເຮົາຈະມາຢ້ຽມຢາມ ຕອນນີ້ ຕາເວັນກຳລັງຈະລັບຂອບຟ້າ ພວກເຮົາກໍກຳລັງຈະຂຶ້ນລົດເພື່ອວົນກັບໄປຕັ້ງຕົ້ນຢູ່ນິວເດລີອີກຄັ້ງ ແລ້ວນັ່ງລົດໄຟໄປພຸດທະຄະຍາ-ຣາຊະຄຶ-ນາລັນທາ-ເວສາລີ ຕາມລຳດັບ ແລ້ວວົນກັບໄປນິວເດລີອີກຄັ້ງ ເພື່ອຂຶ້ນຍົນຢູ່ສະໜາມບິນອິນທິຣາຄານທີອີກຫົນ…ຜູ້ອ່ານທີ່ຮັກທັງຫຼາຍ ວັງວົນຂອງຊີວິດກໍດຳເນີນໄປແບບນີ້ແຫຼະ–ວົກໄປວົນມາ

ມີໃຜກ້າຢືນຍັນບໍ່ວ່າ ເມື່ອພຣະອາທິດລັບຫາຍໄປແລ້ວ

ມັນຈະບໍ່ກັບຂຶ້ນມາໃໝ່ອີກຄັ້ງ

ລະດູໜາວ, ປີ 2564.

Author: ຄວັນສີເທົາ
ຄວັນສີເທົາ..ນັກຢາກຂຽນ ປະລິນຍາໂທ (ປັດຊະຍາ) ຈາກມະຫາຈຸລາລົງກອນຣາຊະວິທະຍາໄລ (ຣາຊະອານາຈັກໄທ) ສົນໃຈເລື່ອງ ສາສະໜາ ປັດຊະຍາ ແລະປະສົບການຊີວິດ ພະຍາຍາມແປງຄວາມຮູ້ໃຫ້ກາຍເປັນເລື່ອງສະໜຸກ ຍັງຄົງຮຽນຮູ້ຢູ່ຕະຫຼອດເວລາ