ໂດຍ: ລູກນ້ຳພະຍ້ອງ
ທຸກຊີວິດທີ່ເກີດມາໃນໂລກນີ້ ບໍ່ວ່າຍິງຫຼືຊາຍ ເພດໃດ ໄວໃດ ກໍຕ້ອງການຄວາມຮັກກັນທັງນັ້ນ. ບໍ່ວ່າຈະເປັນຄວາມຮັກແບບຄອບຄົວ, ພໍ່ແມ່, ເອື້ອຍ, ອ້າຍ, ນ້ອງ ແລະ ສັງຄົມ. ຄວາມຮັກເປັນທຸກໆ ຢ່າງຂອງຊີວິດ ຖ້າຊີວິດມີຄວາມຮັກແລ້ວ ເຮົາກໍ່ຈະຮູ້ຈັກຄຸນຄ່າຂອງສິ່ງນັ້ນໆ ແຕ່ແລ້ວຄວາມຮັກກໍມີຫຼາຍແບບ ຫຼາຍຄວາມໝາຍ ບາງທີ່ຄວາມຮັກກໍ່ຫອມຫວານ ບາງທີຄວາມຮັກກໍ່ຂົມຂື່ນ.
ບາງທີ ຄວາມຮັກ ກໍ່ປຽບເໝືອນໄຟ ຄວາມຮັກເປັນຄວາມຮ້າຍທີ່ຍິ່ງໃຫຍ່ທີ່ສຸດ ບໍ່ວ່າຈະຮັກເປັນ ຫຼື ບໍ່ເປັນ ມັນກໍມີໂທດຢູ່ສະເໝີນັ້ນເອງ ເໝືອນເຮົາເອົາມືໄປຈັບໄຟ ເຮົາຈະຈັບແບບໃດມັນກໍຮ້ອນຢູ່ທຸກເວລາເພາະມັນມີໄຟເກີດຢູ່.ຄວາມຮັກເກີດຢູ່ທີ່ແຫ່ງໃດ ມັນກໍມີທັງຄຸນ ແລະ ໂທດຢູ່ສະເໝີ. ບາງຄົນສົມຫວັງກັບຄວາມຮັກ ແຕ່ບາງຄົນກໍຜິດຫວັງກັບຄວາມຮັກຢູ່ຕະຫຼອດ ດັ່ງນັ້ນ,ຄວາມຮັກຈຶ່ງມີທັງຄຸນ ແລະ ໂທດ.
ບໍ່ວ່າເຂົາຈະເປັນ ນັກຮົບທີ່ເກັ່ງກ້າກຽງໃກ ແມ່ທັບທີ່ກ້າຫານ ພຣະຣາຊາທີ່ຢູ່ໃນຜາສາດທີ່ຍິ່ງໃຫຍ່ ຍາຈົກທີ່ຍາກຈົນ ແລະ ນັກພົດທີ່ມີພຣະນິບພານເປັນເປົ້າໝາຍ ຖ້າຫາກວ່າເຂົາເຫຼົ່ານັ້ນຖືກຄວາມຮັກຄອບງຳແລ້ວ ຍ່ອມສະຍົບຍອມໃຫ້ແກ່ມັນໄດ້ທັງນັ້ນ.ແມ້ແຕ່ ຂ້າຊີວິດຂອງຄົນໆນັ້ນກໍເປັນໄດ້ເຊັ່ນກັນ.
ແຕ່ຄວາມຮັກໃນພຸດທະສາສະໜາ ຫຼື ສາສະໜາຂອງຜູ້ຮູ້ ເປັນຄວາມຮັກທີ່ຍິ່ງໃຫຍ່ ເໜືອກວ່າຄວາມຮັກແບບຊາວໂລກ ຄື ຄວາມຮັກແບບເພື່ອມະນຸດທຸກຄົນ(ເມດຕາ) ປາດຖະນາໃຫ້ຄົນອື່ນເປັນສຸກ (ກະລຸນາ),ຍິນດີເມື່ອ ຄົນອື່ນໄດ້ດີ(ມຸທິຕາ) ແລະ ຮູ້ຈັກວາງເສຍ (ອຸເປກຂາ). ເຊີ່ງເປັນຄວາມຮັກ ເປັນຫຼັກທັມການດຳລົງຊີວິດຂອງພຣົມ.
ສະຫຼຸບແລ້ວ ຄວາມຮັກຄືຄວາມຮ້າຍທີ່ສຸດໃນໂລກ ມັນຂ້າຄົນໄດ້ໃນໂລກໃບນີ້ມາແລ້ວນັບບໍ່ຖ້ວນ; ເຮັດໃຫ້ຄົນຜິດຫວັງແລ້ວຜິດຫວັງອີກ; ຮ້ອງໄຫ້ແລ້ວຮ້ອງໄຫ້ອີກ ໄປຕະຫຼອດກາລະນານ ແຕ່ຖ້າເຂົ້າໃຈຄວາມຮັກທີ່ມີຄຸນ ແລະ ໂທດຂອງມັນໄດ້ນັ້ນ ເຮົາຈະເບິ່ງມັນ ແລະ ເຢາະເຢີຍມັນຢ່າງມີຄວາມສຸກ ວ່າມັນບໍ່ສາມາດຄອບງຳຊີວິດເຮົາໃຫ້ເດີນໄປຕາມມັນໄດ້ ແລະ ທ້າຍທີ່ສຸດ ຂໍໃຫ້ທຸກຊີວິດຈົ່ງມີຄວາມຮັກແບບພຣະພຸດທະສາສະໜາ ຄື ເມດຕາ ກະລຸນາ ມຸທິຕາ ອຸເປກຂາ ນີ້ຄືຄວາມຮັກທີ່ປະເສີດທີ່ສຸດໃນຊີວິດ ມີແຕ່ຄຸນທີ່ຈະນຳເຮົາໄປສູ່ຄວາມສຳເລັດໄດ້ຕະຫຼອດໄປ.
ສາລາໝ່ອງນັ້ນ
5 ຕູລາ 2021