ອິດທິພົນການນຳໃຊ້ສື່ສັງຄົມອອນລາຍໃນຍຸກປັດຈຸບັນ

ໂດຍ: ຄວັນສີເທົາ

          ການໃຊ້ສື່ສັງຄົມອອນລາຍຢ່າງມີສະຕິ ຈະເຮັດໃຫ້ເຮົາເປັນຢູ່ຢ່າງຜູ້ຕື່ນຮູ້.

ເຮົາປະຕິເສດບໍ່ໄດ້ວ່າ ປັດຈຸບັນສື່ສັງຄົມອອນລາຍມີອິດທີພົນຕໍ່ວິຖີຊີວິດຂອງມະນຸດຢ່າງຍິ່ງ ອິດທິພົນດັ່ງກ່າວ ໄດ້ກໍ່ໃຫ້ເກີດຜົນຕາມມາຫຼາຍຢ່າງ ທັງທີ່ເປັນປະໂຫຍດ ແລະ ບໍ່ເປັນປະໂຫຍດ ເຖິງຂັ້ນປ່ຽນຊີວິດບຸກຄົນຄົນໜຶ່ງຈາກໜ້າມືໄປເປັນຫຼັງມືເລີຍກໍວ່າໄດ້ ເອີ້ນໄດ້ວ່າ ການນຳໃຊ້ສື່ສັງຄົມອອນລາຍກຳລັງປ່ຽນແປງໂລກ ແລະ ມະນຸດໃຫ້ເປັນໄປໃນດ້ານຕ່າງໆ ທັງນີ້ ຈະປ່ຽນແປງໄປໃນດ້ານໃດນັ້ນ ຂຶ້ນກັບບຸກຄົນນັ້ນໆ ວ່າໃຊ້ໄປໃນທິດທາງໃດ ສະນັ້ນ ໃນບົດຄວາມນີ້ ເຮົາຈະມາເບິ່ງວ່າ ອິດທິພົນການນຳໃຊ້ສື່ສັງຄົມອອນລາຍໃນຍຸກປັດຈຸບັນ ສົ່ງຜົນຫຍັງແດ່ຕໍ່ວິຖີຊີວິດຂອງເຮົາ ແລະ ເຮົາຄວນຈະໃຊ້ສື່ສັງຄົມອອນລາຍແນວໃດເພື່ອໃຫ້ເກີດປະໂຫຍດສຸກແກ່ຊີວິດ.

          ປັດຈຸບັນຖືໄດ້ວ່າເປັນຍຸກແຫ່ງການສື່ສານ ແລະ ການສື່ສານທາງສັງຄົມອອນລາຍເປັນຊ່ອງທາງໜຶ່ງທີ່ກຳລັງໄດ້ຮັບຄວາມນິຍົມເປັນຢ່າງຍິ່ງ ເປັນການສື່ສານກັນຜ່ານທາງເວັບໄຊຕ໌ ຫຼື ໂປຣແກຣມຕ່າງໆທີ່ມີການເຊື່ອມຕໍ່ກັບອິນເຕີເນັດ ເຊິ່ງສື່ສັງຄົມອອນລາຍທີ່ເປັນທີ່ນິຍົມໃນປັດຈຸບັນປະກອບມີ: YouTube, Facebook, WhatsApp, Twitter, TikTok ແລະ Line ເປັນຕົ້ນ. ສື່ເຫຼົ່ານີ້ເປັນສ່ວນໜຶ່ງຂອງວິຖີຊີວິດມະນຸດໃນຍຸກປັດຈຸບັນ ເຮົາຈະບອກວ່າມັນໄດ້ກາຍເປັນປັດໄຈທີ່ຫ້າໄປແລ້ວ ກໍຄົງບໍ່ຜິດໜັກ. ສື່ສັງຄົມອອນລາຍເຫຼົ່ານີ້ໄດ້ກໍ່ໃຫ້ເກີດປະໂຫຍດ ແລະ ຄວາມສະດວກສະບາຍຫຼາຍຢ່າງໃນຊີວິດປະຈຳວັນ ໂດຍສະເພາະການແລກປ່ຽນຂໍ້ມູນຂ່າວສານທີ່ວ່ອງໄວ, ການເຂົ້າເຖິງຄວາມຮູ້ໄດ້ງ່າຍ ແລະ ການເສບສິ່ງບັນເທີງໄດ້ຢ່າງບໍ່ຈຳກັດ.

          ຊ່ວງຕົ້ນປີ 2020 ຂ້ອຍຕັ້ງໃຈວ່າຈະນຳເລື່ອງການຮຽນພາສາມາເປັນສ່ວນໜຶ່ງຂອງຊີວິດປະຈຳວັນ ຈຶ່ງໄດ້ພະຍາມຫາວິທີການຕ່າງໆ ແອັບໃດທີ່ວ່າດີກໍໂຫຼດມາໃຊ້ ແຕ່ກໍບໍ່ມີແອັບໃດຖືກໃຈກິເລດຂ້ອຍ ໂດຍສ່ວນຕົວມີຄວາມເຊື່ອວ່າ “ເຮົາຈະເຫັນໃນສິ່ງທີ່ເຮົາຄົ້ນຫາ ພຽງແຕ່ບໍ່ຮູ້ວ່າເວລາໃດເທົ່ານັັ້ນເອງ” ສຸດທ້າຍຂ້ອຍກໍໄປເຈີແອັບໜຶ່ງໂດຍບັງເອີນ ຈາກແອັບຮຽນພາສາອັງກິດເກືອບສິບແອັບກໍຄ່ອຍຖືກລົບອອກໄປເທື່ອລະໜ້ອຍ ຈົນຕອນນີ້ໃນມືຖືຂ້ອຍມີແອັບຮຽນພາສາອັງກິດພຽງແອັບດຽວ Hallo ນີ້ຄືຊື່ຂອງແອັບທີ່ວ່ານັ້ນ. ຄວາມໜ້າສົນໃຈຂອງມັນກໍຄື ເຂົາອອກແບບມາໃຫ້ຜູ້ຮຽນສາມາດສ້າງຫ້ອງສົນທະນາກັນໄດ້ເລີຍ ຈຶ່ງເຮັດໃຫ້ມີຄົນມານັ່ງລ້ອມວົງສົນທະນາກັນໄດ້ຕະຫຼອດ ສົນທະນາໄດ້ທຸກເລື່ອງ ອາຫານ ບັນເທີງ ກີລາ ການສຶກສາ ຍົກເວັ້ນເລື່ອງສາສະໜາ, ການເມືອງ, ການດູໝິ່ນເຊື້ອຊາດ ແລະ ສີຜິວ.

ຈາກການໃຊ້ແອັບດັ່ງກ່າວ ຜ່ານມາແລ້ວປະມານປີກວ່າໆ ຂ້ອຍບໍ່ສາມາດກ່າວໄດ້ຢ່າງເຕັມປາກວ່າ ທັກສະພາສາອັງກິດຂອງຂ້ອຍດີຂຶ້ນຢ່າງທັນຕາເຫັນ ແຕ່ມີສິ່ງໜຶ່ງທີ່ຂ້ອຍປະຕິເສດບໍ່ໄດ້ຄື ທຸກຄັ້ງທີ່ໃຊ້ແອັບນີ້ ເຮັດໃຫ້ຂ້ອຍໄດ້ຮັບແຮງບັນດານໃຈຈາກໝູ່ເພື່ອນທີ່ຕ່າງຄົນກໍຕ່າງມີຄວາມກະຕືລືລົ້ນໃນການເຝິກພາສາອັງກິດ ຕ້ອງຂໍຂອບໃຈ Hallo App ຫຼາຍໆ ທີ່ຊ່ວຍໃຫ້ຂ້ອຍໄດ້ໝູ່ໃໝ່ຫຼາຍຂຶ້ນ ພວກເຮົາຕ່າງກໍເປັນແຮງບັນໃຈແກ່ກັນແລະກັນ ແລະ ຂໍສາລະພາບແກ່ຜູ້ອ່ານໄວ້ເລີຍວ່າ ຂ້ອຍບໍ່ໄດ້ຄ່າໂຄສະນາໃດໆທັງສິ້ນ.

ເລື່ອງທີ່ກ່າວມາ ຜູ້ຂຽນມອງວ່າເປັນຜົນດີຈາກການໃຊ້ສື່ສັງຄົມອອນລາຍ ເຊິ່ງນອກຈາກການແລກປ່ຽນຂໍ້ມູນຂ່າວສານທີ່ວ່ອງໄວແລ້ວ ຍັງເຮັດໃຫ້ໄດ້ສ້າງເພື່ອນ ແລະ ແບ່ງປັນປະສົບການດີໆແກ່ກັນແລະກັນ. ຈາກການສຶກສາວິໄຈຂອງມະຫາວິທະຍາໄລຣາຊະພັດພຣະນະຄອນສີອະຍຸດທະຍາ ກ່ຽວກັບການໃຊ້ສື່ສັງຄົມອອນລາຍຂອງໄວລຸ້ນ ພົບວ່າ ມີຜົນກະທົບຕໍ່ຄ່ານິຍົມທາງດ້ານບວກ ດັ່ງນີ້: ໄວລຸ້ນມີຄ່ານິຍົມໃນການສຶກສາໃຝ່ຮູ້, ມີຄວາມກະຕັນຍູກະຕະເວທີ, ມີຄວາມເອື້ອອາຣີແລະມີຈິດອາສາ, ມີການເພິ່ງພາຕົນເອງ ແລະ ຂະຫຍັນໝັ່ນພຽນ.

ເຖິງຢ່າງໃດກໍຕາມ ສິ່ງຕ່າງໆມີສອງດ້ານສະເໝີ ເຖິງແມ່ນວ່າ ສື່ສັງຄົມອອນລາຍຈະມີປະໂຫຍດຢ່າງຫຼວງຫຼາຍແກ່ຜູ້ບໍລິໂພກ ແຕ່ມັນກໍໄດ້ກໍ່ໃຫ້ເກີດບັນຫາຕາມາຫຼາຍຢ່າງ. ໜຶ່ງໃນບັນຫາທີ່ເຊື່ອວ່າເປັນຜົນມາຈາກການໃຊ້ສື່ສັງຄົມອອນລາຍກໍຄື ການໃຊ້ຄວາມຮຸນແຮງ. ໝໍຄົມສັນ ກຽດຮຸ່ງຣິດ ອາຈານມະຫາວິທະຍາໄລມະຫິດົນ ໄດ້ກ່າວເຖິງຄວາມສຳພັນລະຫວ່າງສື່ສັງຄົມອອນລາຍກັບບັນຫາການຂ້າຕົວຕາຍໄວ້ວ່າ: “ການເຜີຍແຜ່ຂໍ້ຄວາມຫຼືເນື້ອຫາທີ່ກ່ຽວຂ້ອງກັບຄວາມຮຸນແຮງລວມໄປເຖິງການຂ້າໂຕຕາຍ ສົ່ງຜົນໂດຍກົງໃນເລື່ອງການຮຽນຮູ້ໃນສັງຄົມ ໂດຍສະເພາະອິດທິພົນຕໍ່ເດັກນ້ອຍ ແລະ ໄວ້ລຸ້ນທີ່ຍັງຮູ້ເທົ່າບໍ່ເຖິງການ ບໍ່ມີທັກສະໃນການແກ້ໄຂບັນຫາທີ່ດີພໍ ອາດຈະມີການຮຽນແບບພຶດຕິກຳໄດ້”  ຈາກຂໍ້ມູນດັ່ງກ່າວຊີ້ໃຫ້ເຫັນວ່າຜູ້ທີ່ຮູ້ເທົ່າບໍ່ເຖິງການມີໂອກາດໃນການຮຽນແບບເອົາພຶດຕິກຳທີ່ບໍ່ເໝາະສົມຈາກສື່ສັງຄົມອອນລາຍມານຳໃຊ້ໃນຊີວິດຈິງ. ດັ່ງທີ່ເປັນຂ່າວເມື່ອປີ 2020 ທີ່ຜ່ານມາວ່າ ເດັກນ້ອຍ ອາຍຸ 11 ປີ ຊາວເມັກຊິໂກ ຊື່ວ່າ ໂຮເຊ ອັງເຄລ ຣາມອສ ໄດ້ກໍ່ເຫດຍິງປືນຢູ່ໃນໂຮງຮຽນ ເຮັດໃຫ້ມີຜູ້ບາດເຈັບ 6 ຄົນ ແລະ ຄູເສຍຊີວິດ 1 ຄົນ ກ່ອນທີ່ຈະຍິງຕົນເອງຕາຍ. ເຈົ້າໜ້າທີ່ຕຳຫຼວດມີເຫດຜົນທີ່ເຊື່ອໄດ້ວ່າ ພຶດຕິກຳດັ່ງກ່າວເປັນພຶດຕິກຳທີ່ຮຽນແບບມາຈາກເກມ natural selection ເຊິ່ງເປັນເກມທີ່ຍ່າງໄປນຳຍິງຄູ່ຕໍ່ສູ້ໄປນຳ.

ອີກຢ່າງໜຶ່ງ ເຫດການຄັ້ງນີ້ ຕຳຫຼວດເຊື່ອວ່າເປັນພຶດຕິກຳຮຽນແບບມາຈາກການສັງຫານໝູ່ທີ່ໂຮງຮຽນມັດທະຍົມໂຄຣັມໄບນ໌ ລັດໂຄໂຣຣາໂດ ສະຫະລັດອະເມລິກາ ເມື່ອປີ 1999 ໂດຍເຫດການຄັ້ງນັ້ນ ອີຣິກ ແຮຣິສ ອາຍຸ 18 ປີ ແລະ ດີແລນ ຄີໂບລດ໌ ອາຍຸ 17 ປີ ໃຊ້ປືນຫຼາຍກະບອກໄລ່ຍິງຜູ້ຄົນໃນໂຮງຮຽນສົ່ງຜົນໃຫ້ມີຜູ້ເສຍຊີວິດ 12 ຄົນ ກ່ອນທີ່ຈະຍິງຕົນເອງຕາຍ. ເຫດຜົນທີ່ຕຳຫຼວດເຊື່ອວ່າການກໍ່ເຫດໃນຄັ້ງນີ້ກ່ຽວຂ້ອງກັນນັ້ນ ເພາະໂຮເຊ ໄດ້ແຕ່ງກາຍຄືກັນກັບ ອີຣິກ ແຮຣິສ ໃນມື້ກໍ່ເຫດ ຄືຜູ້ກໍ່ເຫດທັງສອງຄົນຈາກສອງເຫດການນີ້ ໄດ້ຂຽນຄຳວ່າ natural selection ໃສ່ເສື້ອຂອງຕົນເອງ ແລະ ມີພຶດຕິການໃນການກໍ່ເຫດກໍຄ້າຍຄືກັນ. ຈາກຂໍ້ມູນນີ້ສະແດງໃຫ້ເຫັນວ່າສື່ສັງຄົມອອນລາຍມີອິດທິພົນຕໍ່ພຶດຕິກຳຂອງມະນຸດຢ່າງຍິ່ງ ຍິ່ງເຮົາໃຫ້ລາຍລະອຽດກ່ຽວກັບເລື່ອງນັ້ນຫຼາຍສ່ຳໃດ ຜູ້ຄົນກໍມີໂອກາດໃນການຮຽນແບບພຶດຕິກຳດັ່ງກ່າວໄດ້ຫຼາຍສ່ຳນັ້ນ ຖາມວ່າມີອິດທິພົນຫຼາຍສ່ຳໃດ? ເຖິງຂັ້ນສາມາດເຮັດໃຫ້ຄົນໆໜຶ່ງຕັດສິນໃຈປິດຊີວິດຂອງຜູ້ອື່ນລົງໄດ້ ພຸ້ນແລ້ວ!

ຈາກທີ່ກ່າວມາທັງສອງສ່ວນ ສະແດງໃຫ້ເຫັນວ່າ ສື່ສັງຄົມອອນລາຍ ສາມາດມີອິດທິພົນຕໍ່ຖີຊີວິດມະນຸດທັງດ້ານດີ ແລະ ຮ້າຍໄດ້ ທັງນີ້ ຂຶ້ນຢູ່ກັບວ່າຜູ້ໃຊ້ຈະໃຊ້ໄປໃນທິດທາງໃດ ສື່ສັງຄົມອອນລາຍກໍປຽບເໝືອນມີດ ຖ້າເຮົາໃຊ້ໄປແທງຄົນ ກໍເກີດໂທດ ຂະນະດຽວກັນຖ້າເອົາໄປປອກໝາກໄມ້ແລ້ວເອົາໄປຖວາຍຄູບາຢູ່ວັດກໍຈະໄດ້ບຸນ ສິ່ງນີ້ສະແດງໃຫ້ເຫັນວ່າ ມີດເປັນຂອງກາງໆ ບໍ່ດີບໍ່ຊົ່ວໃນຕົນເອງ ຈະດີຫຼືຊົ່ວ ຈະໃຫ້ຄຸນຫຼືໂທດນັ້ນ ຂຶ້ນກັບຄົນໃຊ້ ສື່ສັງຄົມອອນລາຍກໍເຊັ່ນດຽວກັນ ເປັນຂອງກາງໆ ຖ້າໃຊ້ເປັນກໍມີປະໂຫຍດອະເນກອະນັນ ຖ້າໃຊ້ບໍ່ເປັນກໍໃຫ້ໂທດຢ່າງມະຫັນ.

ເຖິງຢ່າງໃດກໍຕາມ ມີງານວິໄຈບາງຊິ້ນໄດ້ສະແດງໃຫ້ເຫັນວ່າ ຄວາມເຊື່ອທີ່ວ່າ ເທັກໂນໂລຊີ (ສື່ສັງຄົມອອນລາຍເປັນສ່ວນໜຶ່ງຂອງເທັກໂນໂລຊີ) ເປັນຂອງກາງໆນັ້ນ ບໍ່ໜ້າຈະຖືກຕ້ອງຮ້ອຍເປີເຊັນ ເນື່ອງຈາກວ່າມີເທັກໂນໂລຊີບາງປະເພດບໍ່ມີຄວາມເປັນກາງ ໂດຍສະເພາະແອັບພລິເຄຊັ່ນຕ່າງໆນັ້ນຖືກສ້າງຂຶ້ນມາໃນຍຸກປັດຈຸບັນລ້ວນມີເປົ້າໝາຍບາງຢ່າງ ແທນທີ່ຈະເປັນພຽງເຄື່ອງມື ແຕ່ມັນກາຍເປັນສິ່ງທີ່ມີເປົ້າໝາຍໃນຕົວເອງ ເຊິ່ງສາມາດເຮັດໃຫ້ຜູ້ບໍລິໂພກຫຼົງໄຫຼ ແລະ ໃຊ້ເວລາຢູ່ກັບມັນຖີ່ຂຶ້ນ ຖາມວ່າເປັນເພາະຫຍັງ? ເພາະຜູ້ສ້າງແອັບເຫຼົ່ານີ້ເຂົາຄິດຄົ້ນມາກ່ອນແລ້ວວ່າ ເຮັດແນວໃດຊິໃຫ້ຜູ້ບໍລິໂພກໃຊ້ເວລາຢູ່ໃນແອັບນີ້ໄດ້ດົນທີ່ສຸດ (ເມື່ອເຮົາຢູ່ໃນນັ້ນດົນກໍສະແດງວ່າເຂົາມີໂອກາດຂາຍເຄື່ອງໄດ້ຫຼາຍຂຶ້ນ) ດ້ວຍເຫດນີ້ ຈຶ່ງເຮັດໃຫ້ຜູ້ຄົນ ໂດຍສະເພາະກຸ່ມໄວລຸ້ນ ໝົກໝຸ້ນຢູ່ກັບສື່ສັງຄົມອອນລາຍເປັນເວລາຫຼາຍຊົ່ວໂມງຕໍ່ມື້ ໂດຍຂໍ້ມູນທາງການແພດຊີ້ໃຫ້ເຫັນວ່າ ການຕິດ ຫຼື ໝົກໝຸ້ນຢູ່ກັບສື່ສັງຄົມອອນລາຍຫຼາຍເກີນໄປ ມີແນວໂນ້ມທີ່ຈະເຮັດໃຫ້ບຸກຄົນນັ້ນເກີດພາວະຊຶມເສົ້າ ທີ່ເອີ້ນວ່າ Facebook Depression Syndrome ຄືພາວະຊຶມເສົ້າຈາກເຟສບຸ໊ກ ເຊິ່ງເກີດຈາກການປຽບທຽບລະດັບຄຸນນະພາບຊີວິດຂອງຕົນກັບຄົນອື່ນ. ນອກຈາກນີ້ ຜູ້ຂຽນຄິດວ່າ ຖ້າເຮົາໝຸກໝຸ້ນຢູ່ກັບສື່ສົງຄົມອອນລາຍຫຼາຍເກີນໄປຈະສົ່ງຜົນເສຍຫາຍແກ່ຊີວິດຫຼາຍຢ່າງ ເຊັ່ນ: ເສຍເວລາ, ເສຍເງິນ, ເສຍສຸຂະພາບ, ເສຍຄວາມສຳພັນອັນດີກັບຄົນໃກ້ຊິດ ແລ້ວຄວາມເສຍໃຈກໍຈະຕາມມາ.

ສະນັ້ນ ເຮົາຄວນຈະໃຊ້ສື່ສັງຄົມອອນລາຍແນວໃດເພື່ອໃຫ້ເກີດປະໂຫຍດສຸກແກ່ຊີວິດ. ຜູ້ຂຽນເຫັນວ່າ ການນຳໃຊ້ສື່ສັງຄົມອອນລາຍໃນຍຸກປັດຈຸບັນ ຈຳເປັນຍ່າງຍິ່ງທີ່ຈະຕ້ອງມີຄວາມຕື່ນຕົວ, ຮູ້ເທົ່າທັນ ແລະ ມີສະຕິລະວັງຕົວຢູ່ສະເໝີ ເພາະໃນສື່ສັງຄົມອອນລາຍເຕັມໄປດ້ວຍກັບດັກ (Trap) ເຮົາບໍ່ຮູ້ວ່າຈະຕົກລົງໄປໃນຂຸມກັກດັກນັ້ນຕອນໃດ ຖ້າເຮົາຕົກລົງໄປເມື່ອໃດມັນຈະກາຍເປັນດາບມາທິ່ມແທງເຮົາທັນທີ ຄຳສອນໃນທາງພຣະພຸດທະສາສະໜາ ໄດ້ກ່າວໄວ້ວ່າ “ບຸກຄົນທີ່ດຳລົງຊີວິດຢູ່ດ້ວຍຄວາມປະໝາດ ຂາດສະຕິ ມົວເມົາ ຂາດການຕື່ນຮູ້ ເຖິງແມ່ນມີຊີວິດຢູ່ ກໍເໝືອນກັບຄົນທີ່ຕາຍໄປແລ້ວ” ເປັນການຕາຍທາງດ້ານຈິດໃຈ ມີພຽງຮ່າງກາຍ ແຕ່ໄຮ້ວິນຍານ. ດັ່ງນັ້ນ ໃນການດຳເນີນຊີວິດຢູ່ໃນໂລກ ໂດຍສະເພາະການໃຊ້ສື່ສັງຄົມອອນລາຍທີ່ເຕັມໄປດ້ວຍສິ່ງດຶງດູດໃຫ້ເຮົາເຂົ້າໄປຕິດກັບດັກ ຈຶ່ງຈຳເປັນຢ່າງຍິ່ງທີ່ຈະຕ້ອງມີສະຕິຕື່ນຮູ້ຢູ່ສະເໝີ ຮູ້ເທົ່າທັນຄວາມເປັນໄປຂອງໂລກ ແລະ ຊີວິດ ບໍ່ຫຼົງມົວເມົາກັບສິ່ງໃດສິ່ງໜຶ່ງຫຼາຍຈົນເກີນໄປ ຈື່ໄວ້ວ່າ ທຸກສິ່ງມີສອງດ້ານສະເໝີ ຖ້າເຮົາເຜີຕົວເມື່ອໃດ ຈາກສິ່ງທີ່ເປັນປະໂຫຍດກໍອາດຈະກາຍເປັນໂທດໄດ້ທັນທີ.

ຂໍໃຫ້ທຸກທ່ານໃຊ້ສື່ສັງຄົມອອນລາຍຢ່າງມີສະຕິ ແລ້ວເຮົາຈະຢູ່ໃນໂລກຢ່າງຜູ້ຕື່ນຮູ້

ແລະ ຜູ້ຕື່ນຮູ້ຄືຜູ້ທີ່ມີຄວາມສຸກ.

ກັນຍາ, 2564

ເອກະສານອ້າງອີງ

1. ປັດທະມາພອນ ສຸກສົມໂສດ, ຜົນກະທົບຂອງການໃຊ້ສື່ສັງຄົມອອນລາຍ ຕໍ່ການປ່ຽນແປງຄ່ານິຍົມໄວລຸ້ນໃນພຣະນະຄອນສີອະຍຸດທະຍາ, ວາລະສານວິຊາການອະຍຸດທະຍາ, (ປີທີ 13 ສະບັບທີ 1 ມັງກອນ-ມິຖຸນາ 2564).

2. ອົງອາດ ອິດມອນ, ເທັກໂນໂລຊີເປັນກາງຫຼືບໍ່, (ບັນດິດວິທະຍາໄລ: ຈຸລາລົງກອນມະຫາວິທະຍາໄລ, 2533).

3. ພຣະໄຕຣປິດົກ ເຫຼັ້ມ 27, ຂຸດທະກະນິກາຍ ຊາດົກ ເລື່ອງ ຄັນທະຕິນທຸກະ, (ຂຸ.ຊາ. 27/587/332).

4. https://www.rama.mahidol.ac.th/ramachannel/article/ปัญหาการใช้สื่อสังคมออ/ (ເຂົ້າເຖິງ ວັນທີ່ 1 ກັນຍາ 2021).

5. https://hilight.kapook.com/view/198663 (ເຂົ້າເຖິງ ວັນທີ່ 3 ກັນຍາ 2021).

6. https://www.dailymail.co.uk/news/article-7873725/Boy-12-shoots-teacher-dead-wounds-four-pupils-kills-Mexican-school.html (ເຂົ້າເຖິງ ວັນທີ່ 3 ກັນຍາ 2021).

Author: ຄວັນສີເທົາ
ຄວັນສີເທົາ..ນັກຢາກຂຽນ ປະລິນຍາໂທ (ປັດຊະຍາ) ຈາກມະຫາຈຸລາລົງກອນຣາຊະວິທະຍາໄລ (ຣາຊະອານາຈັກໄທ) ສົນໃຈເລື່ອງ ສາສະໜາ ປັດຊະຍາ ແລະປະສົບການຊີວິດ ພະຍາຍາມແປງຄວາມຮູ້ໃຫ້ກາຍເປັນເລື່ອງສະໜຸກ ຍັງຄົງຮຽນຮູ້ຢູ່ຕະຫຼອດເວລາ