ຄົນມີບາລະມີຈະມີລັກສະນະນິໄສແບບນີ້

ເລື່ອງ: ປາຣະມີທັມຂອງຄົນຕ່າງກັນ ໂດຍ ພຣະອາຈານ ໄຊຍະເດດ ວົງໂສພາ

ຄຳວ່າ ປາຣະມີ ໃນທີ່ນີ້ ໝາຍເຖິງພະລັງບຸນ, ຄວາມເຕັມປ່ຽມ, ຄວາມພຽບພ້ອມ, ພະລັງຂອງ ທານ, ສີນ, ເນກຂັມມະ, ປັນຍາ, ວິຣິຍະ, ຂັນຕິ, ສັດຈະ, ອະທິດຖານ, ເມດຕາ, ແລະອຸເປກຂາ ທີ່ສັ່ງສົມມາແຕ່ອະດີດຊາດຈົນຮອດປັດຈຸບັນ. ແຕ່ລະຄົນມີພະລັງປາຣະມີໜ້ອຍຫຼາຍແຕກຕ່າງກັນໄປ ຈະໃຫ້ມີຄວາມສະເໝີກັນເປັນໄປບໍ່ໄດ້, ຄວາມເປັນມະນຸດ ອາດຈະສະເໝີກັນ ແຕ່ຈິດໃຈມະນຸດ ບາບບຸນທີ່ເກີດຈາກກັມຂອງແຕ່ລະຄົນ ບໍ່ຄືກັນເດັດຂາດ.

ເມື່ອເວົ້າເຖິງປາຣະມີແລ້ວ ຖ້າເຮົາເວົ້າເຖິງຊີວິດ ແລະການຕັດສິນໃຈຂອງໃຜຜູ້ໜຶ່ງ ທີ່ຈະເລືອກເສັ້ນທາງເດີນ ວ່າຈະໜັກໄປທາງໂລກຸດຕະຣະ ຫຼືໂລກີຍະໄດ້ ກໍຈະຂຶ້ນຢູ່ກັບອຳນາດບຸນປາຣະມີທີ່ສະສົມມາແຕ່ອະດີດ. ຖ້າຫາກຄວາມເຕັມປ່ຽມແຫ່ງບຸນປາຣະມີຫາກມີໃນຈິດໃຈຂອງບຸກຄົນໃດແລ້ວ ຄົນນັ້ນ ກໍຈະມີຄວາມພ້ອມທີ່ຈະເດີນຕາມເສັ້ນທາງສາຍຕົງ ມຸ້ງສູ່ການຫຼຸດພົ້ນ, ຈະເລືອກຫົນທາງແຫ່ງການປະຕິບັດ ເພື່ອໃຫ້ເຖິງທາງພົ້ນທຸກ ຫຼາຍກວ່າທີ່ຈະເນັ້ນໄປໃນຝ່າຍສ້າງສົມບຸນປາຣະມີຕື່ມອີກ ເຊັ່ນ: ການສ້າງສາພັດທະນາຖາວອນວັດຖຸ, ການສ້າງບໍລິວານ, ການຊ່ວຍເຫຼືອສັງຄົມເປັນຕົ້ນ.

ຜູ້ມີບຸນປາຣະມີສະສົມມາດີແລ້ວນັ້ນ ຈະບໍ່ຄ່ອຍສົນໃຈໃນເລື່ອງຄວາມຈະເລີນທາງໂລກ ແຕ່ກົງກັນຂ້າມ ຈະມຸ້ງພັດທະນາຄວາມຈະເລີນທາງຈິດຫຼາຍກວ່າ. ສ່ວນຄົນທີ່ຍັງມຸ້ງຫວັງໃນການສ້າງສາພັດທະນາວັດວາສາສນາ, ຫວັງບໍລິວານ, ຫວັງເຈົ້າສັດທາ, ຫວັງລາບສັກກາຣະ ຄົນນັ້ນຍັງຢູ່ໃນລະຫວ່າງການສ້າງປາຣະມີ ຫຼືຖ້າບວດຢູ່ ບາງທີກໍເລືອກທີ່ຈະສິກອອກໄປ ຖ້າຫາກເຖິງເວລາ ເໝືອນພຣະໂພທິສັດໃຊ້ຊາດ ບາງຊາດບວດເປັນລືສີ ເຖິງຄາວສິກໄປຄອງບ້ານເມືອງກໍລາເພດພົມມະຈັນອອກໄປ. ແຕ່ມີບາງກໍລະນີ ຫາກບຸກຄົນນັ້ນເກີດຄວາມແໜງໜ່າຍໃນຊີວິດ ເຫັນສັດຈະທັມຕາມຄວາມເປັນຈິງ ເຖິງແມ່ນວ່າປາຣະມີບໍ່ເຕັມປ່ຽມ ກໍຈະອະທິດຖານຈິດ ເພື່ອທີ່ຈະປະຕິບັດໃຫ້ເຂົ້າເຖິງຄວາມສິ້ນໄປແຫ່ງທຸກໃນປັດຈຸບັນຊາດ ຫຼືອະນາຄົດຊາດທີ່ບໍ່ຍາວນານ ຈະວາງພັນທະນາການໄວ້ໝົດ ແລ້ວກຽມຕົວຕັດອາໄລນຳໂລກ.

ສະລຸບໄດ້ວ່າ ຄົນເຮົາມີບຸນປາຣະມີແຕກຕ່າງກັນ ຈິ່ງເລືອກເສັ້ນທາງຊີວິດຕ່າງກັນ, ອຳນາດບຸນປາຣະມີທີ່ເຕັມປ່ຽມແລ້ວ ມັກຈະເຮັດໃຫ້ບຸກຄົນນັ້ນ ເບື່ອໜ່າຍໃນໂລກ, ຈິດໃຈຈະອີ່ມພໍໃນວັດຕະສົງສານ ແລ້ວຈະປະຕິບັດເພື່ອຫາທາງຫຼຸດພົ້ນ ຫຼາຍກວ່າທີ່ຈະມຸ້ງໄປໃນທາງໂລກ ແລະເຖິງແມ່ນວ່າບຸນປາຣະມີບໍ່ພ້ອມ ແຕ່ຫາກໃຈພ້ອມທີ່ຈະພໍແລ້ວກັບການເກີດມາຫຼາຍພົບຫຼາຍຊາດນີ້ ກໍຍ່ອມຈະສາມາດຕັດສິນໃຈ ມຸ້ງໝັ້ນສູ່ການປະຕິບັດໃຫ້ເຖິງຄວາມດັບທຸກໄດ້.

________
#ໝາຍເຫດ: ທັມມະນອກຕຳຣາ ຂຽນຂຶ້ນມາ ເພື່ອພິຈາຣະນາຊ່ວຍກັນ

Author: Singkham
I regularly blog on dhamma, Buddhist news, How to IT, and more