ນິມົນ/ເຊີນ ພຣະສົງສຳມະເນນ ແລະ ບຸກຄົນທົ່ວໄປ ຮ່ວມໂຄງການ ວາທະສິນ ວາທະທຳ

ຖ້າຫາກທ່ານເປັນຄົນຫນື່ງ ທີ່ມີຄວາມຮູ້ ຄວາມຄິດ ແຕ່ບໍ່ກ້າສະແດງອອກ ຂາດທັກສະການເວົ້າ  ການຖ່າຍທອດຕໍ່ຫນ້າມະຫາຊົນ ຫລື ເວົ້າໃສ່ໄມໂຄຣໂຟນ ໂຄງການນີ້ອາດເຫມາະກັບທ່ານ.
ໂຄງງານ ວາທະສິນ ວາທະທຳ ເປັນໂປຣແກຮມເສີມທັກສະການເວົ້າ,ການສະແດງອອກ ທີ່ເຫມາະແກ່ພຣະສົງ ແລະ ຫນຸ່ມສາວ ລຸ້ນໃຫມ່ໄຟແຮງ ທີ່ຢາກຈະປັບຕົວເຂົ້າກັບຍຸກສະໄຫມ ກໍ່ຄືຍຸກທີ່ໂລກອ່ອນໄລນ໌ມີອິດທິພົນໃນຊີວິດເຮົາ ຫຣື ທ່ານໃດ່ທີ່ຢາກຈະສ້າງຕົວຕົນໃນໂລກອອນໄລນ໌ໃຫ້ເປັນທີ່ຮູ້ຈັກ ຜ່ານເທັກນິກວິທີການ ນຳສະເຫນີ ໂດຍການເວົ້າ ການສ້າງເນື້ອຫາທີ່ມີຜົນກະທົບທາງບວກກັບສັງຄົມ.
ໂຄງການນີ້ທ່ານຈະໄດ້ພົບກັບທ່ານ ຜູ້ຊົງຄຸນນະວຸດທີ່ແກ່ປະສົບການ ຕັ້ງແຕ່ພຣະຜູ້ໃຫຍ່ ລວມທັງ ຜູ້ມີຊື່ສຽງໃນໂລກອອນໄລນ໌ຂະນະນີ້.
ແຂກຜູ້ຊົງຄຸນນະວຸດ ແລະ ພິທີກອນ ຮ່ວມໂຄງການ ດັ່ງນີ້:
1.ຍາທ່ານ ມະຫາເຫວດ ມະເສໄນ ເປັນອົງເປີດປະຖົມນິເທດ ວາທະສິນ ວາທະທຳ (ຜູ້ເປີດໂຄງການ) 11/07/20
2.ພຣະອາຈານ ປອ.ພວງປະເສີດ ພູມມະວົງ ບັນຍາຍ ເລື່ອງ ການເຜີ່ຍແຜ່ແບບບູລະນາການ 12/07/20
3.ພຣະອາຈານ ປອ.ດຳລົງ ພິມມະຈັກ ບັນຍາຍ ເລື່ອງ ການພັດທະນາຕົນເອງໃຫ້ເປັນນັກປາດ 29/08/20
4.ພຣະອາຈານ ອະທິປະໄຕ ໄມຕີຈິດ ບັນຍາຍ ເລື່ອງ ການເຜີ່ຍແຜ່ໃນຫມູ່ໄວລຸ້ນ 01/08/20
5.ພຣະອາຈານ ບຸນທະວີ ປະສິດທິສັກ ບັນຍາຍ ເລື່ອງ ປະຕິພານ ໃນການ ບັນຍາຍທຳ 23/08/20
6.ພຣະອາຈານ ສີສຸກ ສະເຫຼີມຄຸນ ບັນຍາຍ ເລື່ອງ ທຳມະກັບໂລກອອນໄລນ໌ 25/07/20
7.ພຣະອາຈານ ປອ. ຫົງສາ ບໍລິບູນ ຮ່ວມກັບ ພຣະອາຈານ ປອ.ດາວສະເດັດ ເລີດມະນີ ແລະ ພຣະອາຈານ ປອ. ບຸນຈັນ ຈັນທະລິດ ບັນຍາຍ ເລື່ອງ ເສວະນາ ການເປັນໂຄສົກພິທີກອນ 16/08/20
8.ພຣະອາຈານ ໄຊຍະເດັດ ວົງໂຊພາ ບັນຍາຍ ເລື່ອງ ອຸດົມການເຜີຍແຜ່ຂອງພຣະພຸດທະເຈົ້າ  18/07/20
9.ພຣະອາຈານ ໄພວັນ ມາລາວັນ ບັນຍາຍ ເລື່ອງ ວາທະສິນ ໃນບົດ ວັນນະກຳ 15/08/20
10.ພຣະອາຈານ ກໍ ວິເສດ ບັນຍາຍ ເລື່ອງ ການໃຊ້ສຽງຖ່າຍທອດທຳມະ 02/08/20
11.ພຣະອາຈານ ບຸນມາ ຫອມສົມບັດ ບັນຍາຍ ເລື່ອງ ການສ້າງ ສາສະນະທາຍາດ 22/08/20
12.ອາຈານທອງດີ ພົມມະວົງສາ ບັນຍາຍ ເລື່ອງ ການກ້າສະແດງອອກ 26/07/20
13 ສັກໄຊ ແສງອາລຸນ ບັນຍາຍ ເລື່ອງ ປັດຍາຊີວິດ 01/08/20
14.DJ ກັນທີ ໂພທິສານ ບັນຍາຍ ເລື່ອງ ປະສົບການຈັດລາຍວິທະຍຸ
ພິທີກອນ ດຳເນີນ ການ ມະຫາສິງຫາ ໄຂ່ອຳພອນ ພຣະມະຫາດຳ ພົມມະສານ
ເຂົ່າຮ່ວມໂຄງການໄດ້ທີ່ ວັດອົງຕື້ ມະຫາວິຫານ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ ສະເພາະວັນເສົາ-ອາທິດ ເວລາ 13.30-16.30 ໂມງ. ເລີ່ມເປີດໂຄງການວັນທີ່ 11 ກໍລະກົດ 2020 ນີ້
Author: Singkham
I regularly blog on dhamma, Buddhist news, How to IT, and more