ສະຫຼຸບງານເປີດໂຕ Windows 11 ມີຫຍັງອັບເດດໃໝ່ແດ່?

ເປີດຕົວຢ່າງເປັນທາງການແລ້ວ Windows 11  ລະບົບປະຕິບັດການໃຫມ່ຫຼ້າສຸດຈາກ Microsoft ເປັນລະບົບປະຕິບັດການທີ່ທັນສະໄໝ ແລະ ເປີດກວ້າງຫຼາຍຂື້ນ ຖືໄດ້ວ່າເປັນລະບົບປະຕິບັດການທີ່ມີການປ່ຽນແປງ ແລະ ພັດທະນາຫຼາຍທີ່ສຸດທີ່ເຄີຍມີມາ ລອງມາເບິ່ງນຳກັນວ່າ ມີຫຍັງອັບເດດໃໝ່ແດ່.

Windows 11 ມີຫຍັງໃໝ່

ສ່ວນການປ່ຽນແປງທີ່ເຫັນໄດ້ຊັດເຈນ ກໍ່ຄື ເຮົາຈະເຫັນວ່າປຸ່ມ Start Windows ແລະ ປຸ່ມທຸກຢ່າງ ໃນແທບ Task bar ຍ້າຍມາຢູ່ກຶ່ງກາງເປັນຄ່າເລີ່ມຕົ້ນ ແລະ ຍັງສາມາດຍ້າຍກັບໄປມຸມຊ້າຍມືແບບເກົ່າໄດ້ ສຳຫຼັບຜູ້ທີ່ບໍ່ມັກແບບໃໝ່.

Snap layout 6 ຮູບແບບ

Windows 11 ໃຫມ່ ທີ່ Microsoft ເອີ້ນວ່າ Snap Desktop ສາມາດແບ່ງ ໜ້າຕ່າງ ໂປແກຮມ ແລະ ແອປທັງໝົດໄດ້ເຖີງ 6 ແບບ ພ້ອມກັນ ເພື່ອການໃຊ້ງານແບບ Multi-task ໄດ້ດີ ແລະ ງ່າຍຂື້ນ.

Windows Widgets ເນື້ອຫາທີ່ເຈົ້າຈັດການໄດ້

Windows Widget ຕິດຕາມຂໍ້ມູນ ຂາວສ່ານ ແລະ ເລື່ອງລາວຕ່າງໆທີ່ເຮົາສາມາດກຳໜົດເອງໄດ້ ໂດຍ AI ຈະເປັນຜູ້ຈັດການ ສາມາດສະແດງຜົນຂ່າວຈາກທ້ອງຖີ່ນຂອງທ່ານໄດ້.

Microsoft Teams ເຊື່ອມຕໍ່ກັນໄດ້ງ່າຍຂື້ນ

Microsoft Teams ເປັນໂປຣແກມໃຫມ່ທີ່ Microsoft ຍົກຍໍຫຼາຍທີ່ສຸດ ດ້ວຍ ຄລິກດ່ຽວ ກໍ່ຈະປະກົດໜ້າຈໍ Quick Chat ທີ່ສາມາດໂທ ແລະ ແຊດໄດ້ຟຣີ ຈາກຄອມພິວເຕີ້ ແລະ ສາມາດສອດຄ້ອງກັບ ແອປທັງ Mobile ແລະ Tablet ຂະໜາດໜ້າຈໍໃດກໍ່ໄດ້.

Microsoft Store ປັບປຸງໃໝ່,ສາມາດລົງ Android App ແບບ Native ໄດ້

Microsoft Store ປັບປຸ່ງໃໝ່ ເພີ່ມແອບ ແລະ ໂປຣແກຣມຕ່າງໆຫຼາຍຂື້ນ ລວມທັງປັບປຸງໜ້າຕາ Design ໃຫມ່ໝົດ ຈຸດເດັ່ນສຳຄັນອັນໜື່ງຄື Windows 11 ສາມາດຕິດຕັ້ງ Android Apps ທີ່ເປັນ Native App ໄດ້ເລີຍ ບໍ່ຕ້ອງຕິດຕັ້ງໂປຣແກຣມຈຳລອງ ຫຼື Emulator ອື່ນໆ. ແຕ່ກ່ອນອື່ນ ຈະຕ້ອງລົງຜ່ານ Amazon AppStore.ທີ່ເປັນພາດເນີ້ກັນກັບ Microsoft.

Gamming ດີຂື້ນ

ສຳຫຼັບ ສາຍ Gaming ເກມດັງໆຫຼິ້ນໄດ້ໝົດ ພ້ອມອັບເດດ DirectX 12 ultimate  ແລະ Auto HDR ເຮັດໃຫ້ປະສົບການຫຼີ້ນເກມທີ່ຊົງພະລັງ ແລະ ພາບ,ສຽງ ຄົມແຈ້ງກວ່າເວີຊັ່ນກ່ອນ.

ສະເປັກຂັ້ນຕ່ຳທີ່ສາມາດລົງ Windows 11 ໄດ້

  • CPU : ຄວາມໄວຂັ້ນຕ່ຳ 1 GHz ຫຼື ມີຊີພີຢູ 2 ຄໍຂື້ນໄປ ທີ່ເປັນແບບ 64-bit ເທົ່ານັ້ນ ຫຼື System on a Chip (SoC)
  • GPU : ຮອງຮັບ DirectX 12 / WDDM 2.x
  • RAM : ຂັ້ນຕ່ຳ 4 GB
  • Storage : 64GB ຂື້ນໄປ
  • Display : ຫຼາຍກວ່າ 9 ນິ້ວ ຄວາມລະອຽດລະດັບ HD (720p) ຂື້ນໄປ
  • System firmware UEFI, Secure Boot capable
  • TPM Trusted Platform Module (TPM) : version 2.0 ຂື້ນໄປ (Chip TPM ເລື່ອງຄວາມປອດໄພທີ່ຢູ່ໃນບອດ)

ສາມາດໃຊ້ໂປຣແກມນີ້ເຊັກວ່າ ເຄື່ອງທີ່ເຮົາໃຊ້ຢູ່ປັດຈຸບັນນີ້ ຮອງຮັບ Windows 11 ໄດ້ຫຼື ບໍ່ ບ່ອນນີ້

ວີດີໂອແນະນຳ Windows 11 ຢ່າງເປັນທາງການ

Wall Street Journal ໄດ້ສຳພາດ ກັບ ຊີອີໂອ Microsoft ເຖີງຄຸນລັກສະນະ ແລະ ຄວາມສາມາດໃຫມ່ຂອງ Windows 11 ກັບຄຳຖາມເຈາະລຶກທີ່ທ່ານອາດສົງໄສ

ອ້າງອິງ : Microsoft, Microsoft Windows Event, Wall Street Journal

Author: Singkham
I regularly blog on dhamma, Buddhist news, How to IT, and more