ບໍ່ຕ້ອງໄຫວ້ຄູໃຫ້ຍືດຍາວເນາະ..
ມາເຂົ້າຄວາມລັບຂໍທີ່ໜຶ່ງກັນເລີຍ!
ລາວຂຶ້ນຕົ້ນບົດທີ່ນີ້ດ້ວຍຄຳເວົ້າຂອງນັກຂຽນຊາວອະເມຣິກັນຄົນໜຶ່ງຊື່ວ່າ ເດວິດ ທໍໂຣ “ໂສກະນາຕະກຳທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດຄືການໃຊ້ເວລາທັງຊີວິດຕຶກປາພຽງເພື່ອຈະຮູ້ວ່າ ມັນບໍ່ແມ່ນປາຕົວທີ່ເຈົ້າຕ້ອງການ” ຜູ້ຂຽນເຊື່ອວ່າມີຜູ້ຄົນບໍ່ໜ້ອຍທີ່ເສຍດາຍເວລາໄປກັບສິ່ງທີ່ໄຮ້ສາລະໃນຕອນທີ່ເປັນໜຸ່ມສາວ ພຽງເພາະເຮົາໄປວິ່ງເຕັ້ນຫາສິ່ງທີ່ເຮົາຄິດວ່ານັ້ນຄືແກ່ນສານຂອງຊີວິດ ແຕ່ຍິ່ງໄຂວ່ຄວ້າກໍຍິ່ງຫ່າງໄກໄປເລື້ອຍໆ ສຸດທ້າຍຈຶ່ງຮູ້ວ່າສິ່ງທີ່ເປັນແກ່ນສານຫຼືສິ່ງທີ່ມີຄວາມໝາຍແກ່ຊີວິດ ມັນບໍ່ໄດ້ຢູ່ຫ່າງໄກເຮົາເລີຍ ພຽງແຕ່ເຮົາບໍ່ຄ່ອຍໄດ້ສັງເກດເທົ່ານັ້ນເອງ
ເຮັດແນວໃດຈຶ່ງຈະບໍ່ຮູ້ສຶກວ່າເຮົາບໍ່ໄດ້ເສຍເວລາໄປກັບສິ່ງໄຮ້ປະໂຫຍດ ດຣ.ໄອໂຊ ບອກວ່າຈາກການສັງເກດໃນການສຳພາດນັ້ນ ຫຼາຍຄົນຕອບດ້ວຍສຳນວນທີ່ແຕກຕ່າງກັນໄປ ແຕ່ເນື້ອໃຫຍ່ໃຈຄວາມທີ່ກົງກັນເກືອບທຸກຄົນຄື ໃຫ້ຊື່ສັດກັບຕົນເອງ ເດີນຕາມຫົວໃຈຂອງຕົນເອງ ຫຼາຍຄົນໃນໂລກທີ່ໃຊ້ຊີວິດທີ່ອຸດົມສົມບູນໄປດ້ວຍທຸກຢ່າງ ໄດ້ຮຽນໃນມະຫາວິທະຍາໄລທີ່ດີ ມີງານທີ່ມີລາຍໄດ້ດີ ແຕ່ວ່າຊີວິດພັດຫ່ຽວແຫ້ງ ໄຮ້ວີ່ແວວຂອງຄວາມສຸກ ເປັນໄປໄດ້ວ່າພວກເຂົາກໍເດີນໄປຕາມຄວມຝັນເຊັ່ນກັນແລະເດີນໄປຈົນເຖິງຝັນ ແຕ່ດ້ວຍເຫດໃດຊີວິດຈຶ່ງບໍ່ມີສັນຕິສຸກ
ເຫດຜົນດຽວທີ່ເປັນເຊັ່ນນັ້ນຄື ເຂົາເດີນຕາມຄວາມຝັນຄົນອື່ນ ຝັນທີ່ຄົນອ້ອມຂ້າງຢາກໃຫ້ເປັນ ອາດຈະເປັນຄວາມຝັນຂອງພໍ່ແມ່ ຫຼືບຸກຄົນທີ່ເຮົາເຄົາລົບ ຫຼືແມ່ນກະທັ່ງຄວາມຝັນທີ່ເປັນຄ່ານິຍົມຂອງສົງຄົມ ເມື່ອເດີນໄປເຖິງແລ້ວເຮົາອາດຈະຮູ້ສຶກວ່າ ເອ໋..ເປົ້າໝາຍນີ້ບໍ່ໜ້າຈະເປັນສິ່ງທີ່ເຮົາປາຖະໜາທີ່ຈະມາ ສະນັ້ນ ຈຶ່ງເຮັດໃຫ້ເຮົາຮູ້ສຶກວ່າຊີວິດຊ່າງຫ່ຽວແຫ້ງ ໄຮ້ຄວາມຊື່ນບານ
ຜູ້ຂຽນຄິດວ່ານິຍາຍເລື່ອງ ຂຸມຊັບສຸດປາຍຝັນ ຂຽນໂດຍເປົາໂລ ຄູເອໂຍ ນັກຂຽນຊາວເບຣຊິລ ໜ້າຈະອະທິບາຍການເດີນຕາມຫົວໃຈຕົນເອງໄດ້ເປັນຢ່າງດີ
ເລື່ອງມີຢູ່ວ່າ ມີເດັກນ້ອຍຄົນໜຶ່ງຊື່ດິອາໂກ້ ອາໄສຢູ່ຊົນນະບົດແຫ່ງໜຶ່ງໃນປະເທດແອດສะເປນ (Spain) ລາວເປັນຄົນລ້ຽງແກະ ແລະມັກໄປນອນຄ້າງຄືນໃນໂບດ (Church) ຮ້າງແຫ່ງໜຶ່ງ ເມື່ອລາວຫຼັບໄປໃນແຕ່ລະຄືນມັກຈະຝັນເຫັນຊັບສົມບັດທີ່ຫ່າງໄກອອກໄປໄກແສນໄກຄື ຢູ່ທີ່ປິຣາມິດໃນປະເທດອີຢິບ ລາວລັງເລຢູ່ນານແສນນານວ່າຈະອອກເດີນທາງໄປຫຼືບໍ່ ເພາະການອອກເດີນທາງໝາຍຄວາມວ່າລາວຕ້ອງຂາຍແກະທັງຝູງເຊິ່ງລາວກໍເສຍດາຍບໍ່ໜ້ອຍ ແຕ່ວ່າຖ້າຈະຢູ່ລ້ຽງແກະຕໍ່ໄປຄວາມຝັນກໍມາສະກິດໃຫ້ລະນຶກເຖິງທຸກໆຄືນ
ດັ່ງນັ້ນ ລາວຈຶ່ງທ່ຽວໄປຖາມແລະຂໍຄຳແນະນຳຈາກຄົນນັ້ນຄົນນີ້ຢູ່ດົນພໍສົມຄວນ ຈົນສຸດທ້າຍລາວຈຶ່ງຕັດສິນໃຈອອກເດີນທາງເພື່ອຕາມຫາ ຄວາມຝັນໂດຍໃຊ້ເວລານານຫຼາຍປີ ພົບກັບເຫດການທັງດີແລະຮ້າຍ ໄດ້ພົບຄົນຮັກໃນລະຫວ່າງທາງ ພົບຜູ້ຮູ້ທີ່ຫຼາກຫຼາຍ ພົບໂຈນຜູ້ຮ້າຍ ຈົນບາງຄັ້ງແທບຈະເອົາຊີວິດບໍ່ລອດ ແຕ່ທ້າຍທີ່ສຸດກໍມາຮອດປິຣາມິດຈົນໄດ້ ແລ້ວກໍລົງມືຂຸດ ຂຸດແລະກໍຂຸດ ຈົນເຫື່ອໄຫຼໄຄຍ້ອຍ ແຕ່ກໍໄຮ້ວີ່ແວວຂອງຊົບສົມບັດໃດໆທັງສິ້ນ
ໃນຂະນະທີ່ລາວຕັ້ງໜ້າຕັ້ງຕາຂຸດຢູ່ນັ້ນກໍມີໂຈນຄົນໜຶ່ງມາປຸ້ນຈົນລາວສິ້ນເນື້ອປະດາຕົວ ປຸ້ນແລ້ວຍັງບໍ່ພໍລາວຍັງຖືກໂຈນຄົນນັ້ນດ່າວ່າ ໂງ່ເງົ່າເບົາປັນຍາ ໃນປິຣາມິດນີ້ບໍ່ມີຊັບສົມບັດຫຍັງດອກ ມີແຕ່ຂີ້ຊາຍແລະຄວາມແຫ້ງແລ້ງນີ້ແຫຼະ ດິອາໂກ້ຈຶ່ງຕີໜ້າເສົ້າເລົ່າຄວາມຈິງໃຫ້ຟັງວ່າ ທີ່ມາຂຸດນີ້ເພາະລາວຝັນເຫັນສົມບັດທີ່ຖືກຝັງໄວ້ໃນນີ້ ເມື່ອໂຈນໄດ້ຮູ້ເລື່ອງລາວຂອງດິອາໂກ້ ກໍໄດ້ສາລະພາບຕໍ່ດິອາໂກ້ເຊັ່ນກັນວ່າ ເຄີຍຝັນເຫັນຊັບສົມບັດໃນໂບດຮ້າງແຫ່ງໜຶ່ງໃນປະເທດສະເປນ ແຕ່ລາວບໍ່ສາມາດທີ່ຈະເດີນທາງໄດ້ແລະຊາດນີ້ຄົງໄປບໍ່ຮອດເພາະມັນໄກແສນໄກ
ດິອາໂກ້ ເມື່ອຮູ້ວ່າບໍ່ມີຊັບສົມຫຍັງໃນນັ້ນຈຶ່ງກັບໄປສູ່ສະຖານທີ່ທີ່ລາວຈາກມາເປັນເວລາເຫີງນານແລະທີ່ສຳຄັນຄື ໄດ້ກັບໄປທີ່ໂບດຮ້າງແຫ່ງນັ້ນແລ້ວລົງມືຂຸດ ຂຸດແລະກໍຂຸດ ຈົນທ້າຍທີ່ສຸດກໍເຈີຂຸມຊັບຢ່າງມະຫາສານທີ່ຖູກຝັງໄວ້ໃຕ້ໂບດແຫ່ງນັັ້ນ..ເອວັງ.
ຈາກນິຍາຍເລື່ອງນີ້
ເປັນໄປໄດ້ວ່າຖ້າດິອາໂກ້ບໍ່ອອກເດີນທາງເຂົາອາດຈະນອນຢູ່ກັບກອງສົມບັດໃຕ້ໂບດແຫ່ງນັ້ນໄປຈົນຕາຍໂດຍທີ່ເຂົາບໍ່ຮູ້ເລຍວ່າມີສົມບັດຢູ່ໃນນັ້ນ ສຳຫຼັບຜູ້ຂຽນການເຈີສົມບັດຫຼືບໍ່ເຈີ ບໍ່ແມ່ນສາລະສຳຄັນ ແຕ່ສິ່ງທີ່ສຳຄັນຄືການໄດ້ອອກເດີນໄປຕາມຄວາມຝັນທີ່ເຮົາຢາກໄປໃຫ້ເຖິງ ອາດຈະເມື່ອຍ ອາດຈະທໍ້ ອາດຈະລຳບາກ ບາງຄັ້ງໃນລະຫວ່າງທາງອາດສ່ຽງຊີວິດເຖິງຂັ້ນຄໍຂາດບາດຕາຍ ແຕ່ວ່າເມື່ອຜ່ານມັນມາໄດ້ ເຮົາຈະຮູ້ວ່າ ເອີ..ກູກໍໃຊ້ຊີວິດໄດ້ຄຸ້ມຄ່າຢູ່ເດ້ເນາະ
ເຮົາຈະຮູ້ສຶກແບບນີ້ບໍ່ໄດ້ເລີຍ ຖ້າເຮົາມົວແຕ່ເດີນໄປຕາມຄວາມຝັນຂອງຄົນອື່ນ ຫຼືບໍ່ຍອມເດີນອອກໄປຈາກຄອມຟອຣ໌ດໂຊນ (Comfort Zone) ມື້ໜຶ່ງເວລາເຮົາໃກ້ຈະສິ້ນລົມຖ້າລະລຶກເຖິງຄວາມຫຼັງແລ້ວ ສາມາດກ່າວກັບຕົນເອງໄດ້ວ່າ ກູກໍໃຊ້ຊີວິດໄດ້ຄຸ້ມຄ່າຢູ່ເດ້ເນາະ ນັ້ນໜ້າຈະເປັນໝຸດໝາຍວ່າ ເຮົາເດີນມາຕາມຫົວໃຈຕົນເອງແລ້ວ
03
ການເດີນຕາມຄວາມຝັນນັ້ນຕ້ອງກ້າ
ບາງຄົນອາດຈະສົງໄສວ່າເຮົາຊິຮູ້ໄດ້ແນວໃດວ່າຕອນນີ້ເຮົາກຳລັງໃຊ້ຊີວິດແບບຊື່ສັດກັບຫົວໃຈຕົນເອງ ດຣ.ໄອໂຊ ແນະນຳວ່າໃຫ້ດຳເນີນຊີວິດຢ່າງມີຈຸດໝາຍດ້ວຍການໝັ່ນຖາມຄຳຖາມສາມຂໍ້ນີ້ເປັນປະຈຳ (ອາດຈະຖາມທຸກມື້ຫຼືທຸກອາທິດກໍໄດ້)
1) ເຮົາກຳລັງເດີນຕາມຫົວໃຈຕົນເອງແລະຊື່ສັດກັບຫົວໃຈຕົນເອງຢູ່ຫຼືບໍ່?
2) ເຮົາຈົດຈໍ່ຢູ່ກັບສິ່ງສຳຄັນຕໍ່ຊີວິດຢ່າງແທ້ຈິງຫຼືບໍ່?
3) ເຮົາເປັນຄົນໃນແບບທີ່ເຮົາຢາກຈະເປັນໃນໂລກນີ້ແລ້ວຫຼືຍັງ?
ຜູ້ຂຽນຄິດວ່າຖ້າເຮົາສາມາດຖາມຄຳຖາມເຫຼົ່ານີ້ກັບຕົນເອງໄດ້ທຸກອາທິດເຮົາອາດຈະກຳໜົດມື້ໃດມື້ໜຶ່ງໃນອາທິດກໍໄດ້ວ່າ ສົມມຸດວ່າກຳໜົດເອົາວັນຈັນ ເມື່ອຮອດວັນຈັນຂອງທຸກອາທິດເຮົາຈະກັບມາອ່ານຄຳຖາມດັ່ງກ່າວ ແລ້ວຕອບຕົນເອງວ່າໃນຕອນນີ້ເຮົາຍັງປະຕິບັດຕົນຕາມນັ້ນຫຼືບໍ່ ຖ້າເຮັດໄດ້ແບບນີ້ເຮົາຈະສາມາດກວດສອບຕົນເອງໄດ້ທຸກອາທິດ ແລະ ທີ່ສຳຄັນການກວດສອບຈະເຮັດໃຫ້ເຮົາໄດ້ຮູ້ວ່າຕອນນີ້ກຳລັງເຮັດຫຍັງຢູ່ ສິ່ງທີ່ເຮັດເປັນໄປຕາມຄັນລອງທີ່ເຮົາຕ້ອງການຫຼືບໍ່ ຫຼືເຮົາອອກນອກເສັ້ນທາງໄປໄກແລ້ວ
ໃນໜັງສືເຂົາບອກວ່າໄດ້ສຳພາດສາສະດາຈານຄົນໜຶ່ງອາຍຸເຈັດສິບກວ່າປີ ລາວເປັນອາຈານສອນມານານກວ່າ 40 ປີ ຜູ້ສຳພາດຖາມວ່າ ຈາກທີ່ສັ່ງສອນນັກຮຽນມາແລ້ວຫຼາຍພັນຄົນ ເຈົ້າສັງເກດເຫັນຫຍັງແດ່ຈາກຊີວິດ? ລາວຕອບວ່າ ມີຄວາມແຕກຕ່າງກັນປານຟ້າກັບເຫວລະຫວ່າງນັັກຮຽນທີ່ເດີນຕາມຫົວໃຈຕົນເອງກັບນັກຮຽນທີ່ບໍ່ຍອມເດີນຕາມ ລາວກ່າວເພີ່ມເຕີມວ່າ ນັກຮຽນບາງຄົນເດີນຕາມຄວາມຝັນຂອງຄົນອື່ນ ອາດຈະເປັນຂອງພໍ່ແມ່ ຫຼືເພື່ອນຝູງ ບາງຄົນຮຽນສາຂາວິຊາທີ່ຕົນເອງບໍ່ມັກ ລາວສັງເກດເຫັນວ່າຄົນປະເພດນີ້ຈະດິນຮົນສະເໝີ ຂະນະທີ່ກຳລັງຮຽນກໍດິນຮົນດ້ວຍຄວາມລຳບາກ ກົງກັນຂ້າມກັບນັກຮຽນທີ່ເດີນຕາມຄວາມຝັນຂອງຕົນເອງ ເຖິງແມ່ນວ່າຈະຮຽນບໍ່ເກັ່ງແຕ່ທ້າຍທີ່ສຸດເຂົາຈະຜ່ານຄວາມທ້າທາຍໄປໄດ້
ຫຼາຍປີຕໍ່ມາເມື່ອລາວໄດ້ເຈີກັບນັກຮຽນເຫຼົ່ານັ້ນອີກຄັ້ງລາວພົບວ່າ ຄົນທີ່ເດີນຕາມຫົວໃຈຕົນເອງຈະມີຊີວິດທີ່ດີຂຶ້ນ ສ່ວນພວກທີ່ບໍ່ຍອມທຳຕາມ ພວກເຂົາກໍຍັງຄົງດິ້ນຮົນຕໍ່ໄປ ບໍ່ຮູ້ວ່າຊິເປັນແບບນີ້ດົນນານສ່ຳໃດ ບໍ່ແນ່ອາດຈະຕະຫຼອດຊີວິດກໍເປັນໄດ້
ສະນັ້ນ ສາສະດາຈານທ່ານນີ້ຈຶ່ງແນະນຳວ່າ ຖ້າຢາກໃຊ້ຊີວິດຢ່າງມີຄວາມໝາຍແລະຕາຍຢ່າງມີຄວາມສຸກ ຄວາມລັບຂໍ້ທີ່ໜຶ່ງຄື ເດີນຕາມສຽງໃນຫົວໃຈຂອງຕົນເອງ
ຖາມວ່າຊິເດີນຕາມຫົວໃຈຕົນເອງໄດ້ແນວໃດ?
ເພາະບາງຄົນກວ່າຊິຮູ້ວ່າຕົນເອງມັກຫຍັງ ຄວາມຝັນທີ່ແທ້ຈິງຂອງຕົນເອງຄືຫຍັງ ເວລາກໍລ່ວງເລີຍມາເກືອບຂ້ອນຊີວິດແລ້ວ
ໄອໂຊເລົ່າເລື່ອງຜູ້ຍິງຄົນໜຶ່ງອາຍຸ 66 ປີ ຊີື່ວ່າ ແຈ໊ກກີ້ ລາວເປັນພະນັກງານທະນາຄານຕັ້ງແຕ່ເປັນສາວແລະປະສົບຄວາມສຳເລັດໃນໜ້າທີ່ການງານເປັນຢ່າງດີ ເມື່ອລາວອາຍຸປະມານສີ່ສິບປີຢູ່ມາມື້ໜຶ່ງລາວໄດ້ເຂົ້າຮ່ວມປະຊຸມກັບຄະນະທີ່ເຮັດງານເຊິ່ງທຸກຄົນຈະຕ້ອງຕອບຄຳຖາມທີ່ວ່າ ດ້ວຍເຫດຜົນປະການໃດທີ່ເຮັດໃຫ້ໄດ້ມາເຮັດງານໃນທະນາຄານແຫ່ງນີ້ ເມື່ອຮອດຄິວຂອງແຈ໊ກກີ້ ລາວຕອບວ່າ ເອີ..ຂ້ອຍກໍເຮັດງານທະນາຄານມາ 25 ປີແລ້ວ ແຕ່ຄວາມຈິງຂ້ອຍຢາກເປັນຄູ ຫຼາຍຄົນໃນນັ້ນອາດຈະງົງໃນຄຳຕອບຂອງລາວ ອາດຈະມີຄົນແອບຄວາມສົງໄສຕໍ່ໄປວ່າ ມຶງຢາກເປັນຄູ ແລ້ວເສືອກມາເຮັດງານທະນາຄານຕັ້ງ 25 ປີ ເພື່ອ..?
ແຈ໊ກກີ້ເອງກໍຍັງງົງກັບຄຳຕອບຂອງຕົນເອງວ່າ ເປັນຫຍັງຕົນເອງຈຶ່ງຕອບອອກມາໄດ້ເຕັມປາກເຕັມຄຳຂະໜາດນັ້ນ ລາວກ່າວຕໍ່ວ່າ ບໍ່ແມ່ນວ່າຂ້ອຍບໍ່ມັກງານທະນາຄານເດ້ ແຕ່ເລິກໆໃນໃຈຂ້ອຍຮູ້ສຶກວ່າມີອິຫຍັງບາງຢ່າງມັນຂາດຫາຍໄປ
ຫຼັງຈາກມື້ນັ້ນ ລາວຈຶ່ງຄິດກັບຊີວິດຢ່າງຈິງຈັງ ຖ້າຈະລາອອກກໍຮູ້ສຶກເສຍດາຍເພາະຈະວ່າໄປແລ້ວງານທະນາຄານເຮົາກໍຮູ້ຢູ່ແລ້ວວ່າເປັນງານທີ່ໄດ້ເງິນເດືອນຂ້ອນຂ້າງດີ ສະນັ້ນ ລາວຈຶ່ງຫາວິທີໃໝ່ດ້ວຍການສະມັກເປັນຄູອາສາສະມັກໃນຊ່ວງວັນເສົາ-ອາທິດໃນສູນເດັກນ້ອຍແຫ່ງໜຶ່ງລາວເຮັດວຽກຢູ່ນີ້ (ສະເພາະເສົາ-ອາທິດ) ຫຼາຍເດືອນ
ຕໍ່ມາລາວຮູ້ວ່າທະນາຄານທີ່ລາວເຮັດວຽກຢູ່ນັ້ນອຸປະຖຳອົງກອນການສຶກສາແຫ່ງໜຶ່ງເຊິ່ງເຮັດງານຊ່ວຍເດັກນ້ອຍທີ່ມີບັນຫາໃນການຮຽນຮູ້ ລາວຈຶ່ງສືບສາວຫາອົງກອນດັ່ງກ່າວນັ້ນ ຈົນທ້າຍທີ່ສຸດລາວຮູ້ວ່າ ມັນຄືສູນເດັກນ້ອຍທີ່ລາວໄປເປັນຄູອາສາສະມັກນັ້ນເອງ ດັ່ງນັ້ນລາວຈຶ່ງແຈ້ງກັບຫົວໜ້າວ່າ ຢາກໄປເຮັດງານໃນສູນແຫ່ງນີ້ຢ່າງເຕັມຮູບແບບ ໝາຍຄວາມວ່າລາວກໍຍັງເປັນພະນັກງານທະນາຄານຢູ່ຄືເກົ່າແຕ່ປ່ຽນໜ້າທີ່ງານ ຈະວ່າໄປແລ້ວຫຼາຍຄົນໃນໂລກຄົງຈະບໍ່ໂຊກດີຄືກັບແຈ໊ກກີ້ດອກເນາະ ຄົ້ນພົບຄວາມຝັນໃນສາຍງານທີ່ຕ່າງຈາກງານທີ່ເຮັດຢູ່ ແຕ່ທ້າຍທີ່ສຸດລາວກໍຍັງຮັກສາງານ ເງິນເດືອນ ແລະທີ່ສຳຄັນຄືໄດ້ເຮັດງານຕາມທີ່ລາວໃຝ່ຝັນ ນັ້ນຄືການເປັນຄູສອນ
ລາວກ່າວປິດທ້າຍວ່າ “ເພາະຂ້ອຍຮູ້ວ່າການສອນໜັງສືມັນສຳຄັນກັບຂ້ອຍສ່ຳໃດ ຂ້ອຍເຮັດໃຫ້ມັນເປັນສ່ວນໜຶ່ງຂອງຊີວິດໄດ້ໂດຍທີ່ຍັງເປັນສ່ວນໜຶ່ງຂອງທະນາຄານຢູ່”
ໃນຊີວິດຈິງໃຜກໍຮູ້ວ່າການປ່ຽນຈາກງານໜຶ່ງໄປເຮັດອີກງານໜຶ່ງເປັນເລື່ອງລຳບາກໃຈ ເນື່ອງຈາກເງື່ອນໄຂຫຼາຍຢ່າງເຊັ່ນ ງານທີ່ເຮັດຢູ່ອາດຈະໄດ້ຄ່າຕອບແທນສູງ ເພາະສະນັ້ນເຖິງແມ່ນວ່າຈະເມື່ອຍກໍຕ້ອງສູ້ຊົນເຮັດໄປ ຖ້າປ່ຽນໄປເຮັດງານໃໝ່ກໍອາດຈະໄດ້ຄ່າຕອບແທນໜ້ອຍບໍ່ພໍໃຊ້ລ້ຽງຄອບຄົວໄດ້ ບາງຄົນອາດຈະຫັກດິບເລີຍກໍເປັນໄດ້ເຊັ່ນ ບັນນາທິການຂອງສຳນັກຂ່າວແຫ່ງໜຶ່ງໃນຣາຊະອານາຈັກໄທ ລາວເລົ່າວ່າເຄີຍເຮັດງານທີ່ໄດ້ເງິນເດືອນແສນກວ່າບາດ ຖ້າຕີເປັນເງິນກີບກໍປະມານເກືອບສາມສິບລ້ານກີບຕໍ່ເດືອນ ແຕ່ວ່າລາວຮູ້ສຶກບໍ່ມີຄວາມສຸກກັບມັນເລີຍ
ດັ່ງນັ້ນ ລາວຈຶ່ງຕັດສິນໃຈລາອອກເພື່ອທີ່ຈະມາສ້າງສຳນັກຂ່າວ ໃນຊ່ວງທີ່ລາອອກມາໃໝ່ໆນັ້ນລາວກໍຍັງບໍ່ຮູ້ວ່າຊິເຮັດຂ່າວໄດ້ດີສ່ຳໃດ ຮູ້ພຽງວ່າມັກອາຊີບກ່ຽວກັບການເຮັດຂ່າວ ເພາະມັນເຮັດໃຫ້ຮູ້ເລື່ອງລາວຄວາມເປັນໄປຂອງໂລກທຸກໆມື້ (ລາວເລົ່າວ່າຕອນທີ່ລາວລາອອກໃໝ່ໆ ພໍ່ແມ່ພີ່ນ້ອງບໍ່ມີໃຜເຫັນດີນຳຈັກຄົນ ເຖິງຂັ້ນບໍ່ເວົ້ານຳເລີຍ) ທຸກມື້ນີ້ສຳນັກຂ່າວແຫ່ງນີ້ເປັນໜຶ່ງໃນສຳນັກຂ່າວທີ່ມີຊື່ສຽງໃນເມືອງໄທ ອາດຈະກ່າວໄດ້ວ່າບັນນາທິການຄົນນີ້ປະສົບຜົນສຳເລັດຕາມທີ່ມຸ່ງຫວັງ
ປະເດັນທີ່ຜູ້ຂຽນຢາກຊີ້ໃຫ້ເຫັນກໍຄືວ່າ ການປ່ຽນງານເພື່ອມຸ່ງໄປສູ່ຄວາມຝັນ ເຮົາສາມາດເຮັດໄດ້ສອງວິທີຄື ໜຶ່ງ-ປ່ຽນແບບຄ່ອຍເປັນຄ່ອຍໄປເໝືອນກັບແຈ໊ກກີ້ ສອງ-ປ່ຽນແບບຫັກດິບແບບບັນນາທິການຄົນນັ້ນ ບັນຫາທີ່ຫຼາຍຄົນປະສົບຢູ່ກໍຄືບໍ່ກ້າປ່ຽນເພາະມັນສ່ຽງ ເມື່ອປ່ຽນແລ້ວອາດຈະບໍ່ເປັນໄປຕາມທີ່ເຮົາມຸ່ງຫວັງກໍເປັນໄດ້
ແນ່ນອນ ມັນມີໂອກາດເປັນໄປໄດ້ທັງສຳເລັດແລະລົ້ມເຫຼວໃນປະລິມານທີ່ເທົ່າໆກັນ ການເດີນຕາມຄວາມຝັນຂອງຕົນເອງຈຶ່ງຈຳເປັນຕ້ອງອາໄສຄວາມກ້າ ກ້າທີ່ຈະສ່ຽງ ກ້າທີ່ຈະປ່ຽນ ເພາະຖ້າເຮົາມົວແຕ່ຢ້ານຄົງຊີວິດນີ້ຄົງບໍ່ສາມາດເຮັດຫຍັງໄດ້
ດັ່ງນັ້ນ ເຮົາຈຶ່ງຈຳເປັນຕ້ອງຖາມຕົນເອງຕະຫຼອດເວລາວ່າໃນຕອນນີ້ເຮົາຍັງເດີນຕາມຫົວໃຈຕົນເອງຢູ່ຫຼືບໍ່?
ແລ້ວພົບກັນໃນຄວາມລັບຂໍ້ຕໍ່ໄປ..
ຄວັນສີເທົາ ອ່ານ
ຕົ້ນລະດູຝົນ, ປີ 2564.