ຍາທ່ານ ມະຫາ ຊາລີ ກັນຕະສີໂລ ບຸກຄົນສຳຄັນແຫ່ງຍຸກ ຜູ້ອຸທິດຕົນເພື່ອປະໂຫຍດສຸກຂອງສັງຄົມ

ຍ່າທ່ານ ຊາລີ ກັນຕະສີໂລ ຖືວ່າເປັນບຸກຄົນສໍາຄັນແຫ່ງຍຸກ ຂອງວັດປ່ານາຄູນນ້ອຍ ບຸກຄົນທີ່ມີບົດບາດສໍາຄັນຫຼາຍຕໍ່ກັບການສ້າງສາພັດທະນາວັດປ່ານາຄູນນ້ອຍໃຫ້ເປັນທີ່ຮູ້ຈັກເຫຼື້ອມໃສສັດທາພຣະທັມຄຳສັ່ງສອນ ແລະ ການປະຕິບັດວິປັດສະນາກັມມະຖານ ໃນໝູ່ຂອງພຸດທະສາສະນິກະຊົນໃນວົງກວ້າງທັງພາຍໃນ ແລະ ຕ່າງປະເທດ.

ຍາທ່ານ ໄດ້ນໍາໃຊ້ພື້ນທີ່ວັດປ່ານາຄູນນ້ອຍເຂົ້າໃນການຈັດກິດຈະກໍາທາງສາສະໜາ ແລະ ກິດຈະກໍາທາງສັງຄົມ ໂດຍສະເພາະແມ່ນ ການຈັດໂຄງການປະຕິບັດທັມ,ການປຸກລະດົມໃຫ້ປະຊາຊົນຮູ້ຈັກການນໍາເອົາຫຼັກທໍາຄໍາສອນພຸດທະສາສະໜາເຂົ້າໄປໝູນໃຊ້ໃນການດໍາລົງຊີວິດປະຈໍາວັນນອກຈາກນີ້ ຍາທ່ານ ຍັງເປັນບຸກຄົນທີ່ມີບົດບາດສໍາຄັນໃນການລິເລີ່ມເອົາວິຊາວິປັດສະນາກໍາມະຖານເຂົ້າມາເຜີຍແຜ່ ແລະ ປະຕິບັດຢູ່ພາຍໃນວັດປ່ານາຄູນນ້ອຍ ໂດຍທໍາອິດແມ່ນ ຊາວບ້ານນາຄູນບາງກຸ່ມຄົນ ໄດ້ໃຫ້ຄວາມສົນໃຈເຂົ້າມາຮ່ວມປະຕິບັດທໍານໍາເພີ່ນ ຕໍ່ຈາກນັ້ນກໍໄດ້ ຂະຫຍາຍເປັນວົງກວ້າງອອກ ຈົນເຮັດໃຫ້ປະຊາຊົນມີຄວາມເຫຼື້ອມໃສໃນພຸດທະສາສະໜາ ແລະ ເຂົ້າໃຈທັມມະ ຫຼາຍຂຶ້ນ.

ສິ່ງທີ່ສໍາຄັນອີກປະການໜຶ່ງກໍຄື ຍາທ່ານຍັງເຮັດໃຫ້ວັດກາຍເປັນສະຖານທີ່ແຫ່ງການສຶກສາໃນວິຊາທາງທັມ ແລະ ທາງໂລກ ເປັນອີກບຸກຄົນໜຶ່ງທີ່ເປັນແບບຢ່າງທີ່ດີໃນການສ້າງປະໂຫຍດໃຫ້ແກ່ຊຸມຊົນ ແລະ ສັງຄົມດ້ວຍຄວາມເສຍສະຫຼະສູງເຮັດແທ້ທໍາຈິງໂດຍບໍ່ຫວັງສິ່ງຕອບແທນອັນໃດຈຶ່ງເຮັດໃຫ້ປະຊາຊົນຈໍານວນຫຼວງຫຼາຍ ລວມທັງການນໍາຂັ້ນສູງເຂົ້າມາອຸປະຖໍາຄໍ້າຊູໃນວຽກງານຕ່າງໆ ທີ່ເພີ່ນໄດ້ນໍາພາຈັດຕັ້ງຂຶ້ນເພື່ອສັງຄົມ ຈົນໄດ້ເຮັດໃຫ້ວັດປ່ານາຄູນນ້ອຍເປັນທີ່ຮູ້ຈັກກັນເປັນວົງກວ້າງໃນທົ່ວສັງຄົມບໍ່ວ່າຈະເປັນພຸດທະສາສະນິກະຊົນທັງພາຍໃນ ແລະ ຕ່າງປະເທດ.

ຫລາຍກວ່ານັ້ນ ຍາທ່ານຍັງໄດ້ຊ່ວຍເຫຼືອສັງຄົມທີ່ເຫັນໄດ້ຊັດເຈນກໍຄື ການລະດົມທຶນນໍາພາສ້າງໂຮງໝໍເມືອງນາຊາຍທອງຊ່ວຍເຫຼືອໂຮງຮຽນຊ່ວຍເຫຼືອຜູ້ດ້ອຍໂອກາດນໍາພາສ້າງຖະໜົນຫົນທາງ. ຜູ້ລິເລີ່ມກໍ່ຕັ້ງໂຄງການພຸດທະສາສະໜາເພື່ອການພັດທະນາ (ຄ.ພ.ພໃນປີ 2003 ແລະ ຍັງເຄີຍໄດ້ຮັບການແຕ່ງຕັ້ງໃຫ້ເປັນຮອງປະທານອົງການພຸດທະສາສະໜາສໍາພັນລາວ ຫົວຫນ້າກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ ທັງເປັນປະທານໂຄງການ ພຸດທະສາສະໜາເພື່ອການພັດທະນາ (ຄພພ) ທີ່ເພິ່ນໄດ້ຈັດຕັ້ງຂຶ້ນມາ.

ຄວາມບອກເລົ່າບ່າງສ່ວນຈາກຄົນໄກ້ສິດເພີ່ນ

 

ພຣະອາຈານ ສີທົນ ກ່າວວ່າ “ພຣະອາຈານໃຫຍ່ ຊາລີ ກັນຕະສີໂລ ເປັນພຣະມະຫາເຖຣະທີ່ມີຈະຣິຍະວັດງົດງາມ ຕະຫລອດຊີວິດຂອງເພີ່ນແມ່ນໄດ້ທຸ້ມເທ ໃຫ້ກັບການເຜີຍແຜ່ພຸດທະສາສນາ ການ ປະຕິບັດວິປັດສະນາກັມມະຖານ”

ແມ່ຂາວແກ້ວ ກ່າວ “ອາຈານ ຊາລີ ກັນຕະສີໂລ ເປັນຄົນທີ່ຫນັກແຫນ້ນ ບໍ່ຄ້ອນແຄ້ນໃນອາລົມ ປະທັບໃຈຍ້ອນວ່າເພີ່ນເປັນນັກປະຕິບັດແທ້ ບໍ່ກ່ຽວທາງໂລກ,ບໍ່ເຈືອທາງໂລກ ເຮັດຫຍັງເຮັດແທ້ທຳຈິງ

ເບິ່ງວີດີໂອເຕັມ👇

ຊີວະປະຫວັດ ແລະ ວຽກງານໂດຍຫຍໍ້ ພຣະອາຈານໃຫຍ່ ຊາລີ ກັນຕະສີໂລ

ປະຫວັດໂດຍຫຍໍ້ ຊາດພູມ ພຣະຄຣູອະນາວິໂຣ ( ບຸນທອງ ວິປຣະໄຊຍ໌, ຊາໂງນ )

Author: Singkham
I regularly blog on dhamma, Buddhist news, How to IT, and more