Microsoft ກຽມເປີດໂຕ Windows ໂສມໃໝ່ ໃນຮອບຫຼາຍປີ

ຫຼັງຈາກທີມີຂ່າວລືຫຼິ້ນໆກ່ຽວກັບ Windows ລຸ້ນຕໍ່ໄປໃນລະຫວ່າງການພັດທະນາອາທິດກ່ອນໜ້ານີ້

Microsoft ກໍ່ໄດ້ອອກມາປະກາດຢ່າງເປັນທາງການວ່າຈະມີງານເປີດໂຕລະບົບປະຕິບັດການ Windows ໂສມໃໝ່ ໃນມື້ວັນທີ່ 24 ມິຖຸຸນາ ເວລາ ປະມານ 10 ໂມງແລງຕາມເວລາໃນປະເທດລາວ. ແລະ ບໍລິສັດ Microsoft ເຜີຍວ່າ ໄດ້ເລີ່ມສົ່ງຄຳເຊີນ ເຖີງສື່ມວນຊົນຕ່າງໆຮ່ວມງານແລ້ວ.

ທີສຳນັກງານ ທ່ານ Satya Nadella,CEO ກ່າວວ່າ ລາວໄດ້ທຳການທົດສອບລະບົບປະຕິບັດການໃຫມ່ນີ້ 2-3 ເດືອນກ່ອນແລ້ວ.ລາວຍັງເວົ້າອີກວ່າ ລາວຈະສ້າງໂອກາດໃຫມ່ໆສຳຫຼັບນັກພັດທະນາ Windows ທຸກຄົນໃນປັດຈຸບັນ ແລະ ຍິນດີຕ້ອນຮັບນັກພັດທະນາທຸກທ່ານຜູ້ທີ່ກຳລັງຊອກຫາ ນະວັດຕະກຳທີ່ສຸດຍອດ,ທັດສະໄໝ ທີ່ເປັນ ແພດຟອມເປີດ ໃຫ້ສ້າງ ແລະ ແຈກຈ່າຍ ແລະ ສ້າງລາຍໄດ້ຈາກແອບ. ອັນນີ້ອາດຈະ ໝາຍເຖີງ ຈະມີການດັບເດດ ໃໝ່ໆ ໃນ Windows Store ອາດຈະເປັນເລື່ອງດີສຳຫຼັບນັກພັດທະນາແອບອອກສູ່ຜູ້ໃຊ້ງານງ່າຍຂຶ້ນ.

ກໍ່ຕ້ອງຕິດຕາມກັນຕໍ່ໄປວ່າ  Windows ໃຫມ່ນີ້ຈະມີຫຍັງປ່ຽນແປງແດ່ ໂລໂກ້ຄືອອອກແບບໃຫມ່ນຳ ເໝືອນປະຕູຂື້ນໄປອີກ ແລະ ຈະມີການປ່ຽນຊື່ Windows ຫຼື ບໍ່ ອັນນີ້ກໍ່ໜ້າສົນໃຈ ເພາະ Windows 10 ນີ້ກໍ່ອອກມາໄດ້ 6 ປີແລ້ວ ຖືວ່າເປັນເວລາ ຍາວນານທີ່ ບໍ່ໄດ້ປ່ຽນຊື່,ປ່ຽນ UI ຫຍັງຫຼາຍ,ແຕ່ຄວາມຈິງ  Windows 10 ກໍ່ໄດ້ປ່ອຍຊຸດອັບເດດໃໝ່ໆອອກມາເປັນໄລຍະໆຢູ່ແລ້ວ.

ງານເປີດໂຕ ການປ່ຽນແປງເທື່ອນີ້ ອາດຈະກະທົບຜູ້ໃຊ້ຄອມລະບົບປະຕິບັດການ Windows 10 ທົ່ວໂລກ ໂດຍສະເພາະ ບໍລິສັດ,ຮ້າງຮ້ານ ແລະ ບຸກຄົນ ເປັນລູກຄ້າ Windows ໄລເຊັນຂອງແທ້. ແຕ່ກໍ່ບໍ່ຕ້ອງຫ່ວງ ເພາະສ່ວນຫຼາຍມັກຈະເປັນຂ່າວດີ ທີ່ບໍລິສັດເປີດໃຫ້ສາມາດອັບເກຣດຟຣີ Windows ເວີຊັ່ນໃໝ່ໄດ້.ລໍຖ້າເບິ່ງການປ່ຽນແປງຄັ້ງສຳຄັນນີ້ໄດ້ໃນວັນທີ່ 24 ມິຖູນາ 2021 ນີ້.ໄດ້ ທີ້ນີ້

Author: Singkham
I regularly blog on dhamma, Buddhist news, How to IT, and more